ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຖານະປະໂລຫິດ​ແຫ່ງເມນ​ຄີເສເດັກ ແລະ ຂໍກະແຈ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຂໍກະແຈ

ຢູ່ໃນສາດສະໜາຈັກ ສິດອຳນາດ​ຂອງຖານະປະໂລຫິດ ແມ່ນຖືກໃຊ້ພາຍໃຕ້​ການຊີ້ນຳຂອງຜູ້ນຳຂອງ​ຖານະປະໂລຫິດ ຜູ້ທີ່ດຳລົງຂໍກະແຈ​ຂອງຖານະປະໂລຫິດນັ້ນ.

ຂ້າພະເຈົ້າໄດ້ເລືອກທີ່ຈະ​ກ່າວເພີ່ມເຕີມ​ກ່ຽວກັບຖານະປະໂລຫິດ​ຂອງພຣະເຈົ້າ, ຫົວຂໍ້ທີ່ຜູ້ກ່າວປາໄສ​ສາມຄົນໄດ້ກ່າວມາແລ້ວ ຜູ້ທີ່ໄດ້ສິດສອນ​ເຮົາວ່າຖານະປະໂລ​ຫິດເປັນພອນໃຫ້ແກ່​ສະ​ຕີ, ຍິງ​ໜຸ່ມ, ແລະ ຊາຍໜຸ່ມ.

ຖານະປະໂລຫິດແມ່ນ​ອຳນາດແຫ່ງສະຫວັນ ແລະ ສິດອຳນາດທີ່ໄດ້ຮັກສາ​ໄວ້ເພື່ອນຳໃຊ້ສຳລັບວຽກງານ​ຂອງພຣະເຈົ້າ ເພື່ອເປັນຜົນ​ປະໂຫຍດໃຫ້ແກ່ລູກໆ​ຂອງພຣະອົງທຸກຄົນ. ຖານະປະໂລຫິດ ບໍ່ໄດ້ໝາຍເຖິງ​ຜູ້ຄົນທີ່ໄດ້ຮັບການ​ແຕ່ງຕັ້ງຕໍ່ຕຳແໜ່ງ​ຂອງຖານະປະໂລຫິດ ຫລື ຜູ້ຄົນທີ່ໃຊ້ສິດ​ອຳນາດຂອງມັນ. ຜູ້ຊາຍທີ່ດຳລົງ​ຖານະປະໂລຫິດ​ບໍ່ໄດ້ເປັນຖານະປະໂລຫິດ. ເຖິງແມ່ນວ່າເຮົາບໍ່ຄວນ​ເອີ້ນຜູ້ຊາຍທີ່ໄດ້ຮັບ​ການແຕ່ງຕັ້ງວ່າເປັນ ຖານະປະໂລຫິດ, ມັນກໍສົມຄວນທີ່ຈະເອີ້ນ​ເຂົາເຈົ້າວ່າເປັນ ຜູ້ດຳລົງ ຖານະປະໂລຫິດ.

ອຳນາດຂອງຖານະ​ປະໂລຫິດມີຢູ່ທັງໃນ​ສາດສະໜາຈັກ ແລະ ໃນການຈັດຕັ້ງ​ຂອງຄອບຄົວ. ແຕ່ອຳນາດຂອງ​ຖານະປະໂລຫິດ ແລະ ສິດອຳນາດຂອງຖານະ​ປະໂລຫິດມີໜ້າທີ່ແຕກຕ່າງກັນ​ຢູ່ໃນສາດສະໜາຈັກຈາກ​ທີ່ມັນມີໃນຄອບຄົວ. ທັງໝົດນີ້ແມ່ນອີງຕາມ​ຫລັກທຳທີ່​ພຣະຜູ້ເປັນເຈົ້າໄດ້​ຈັດຕັ້ງຂຶ້ນມາ. ຈຸດປະສົງຂອງແຜນຂອງ​ພຣະເຈົ້າແມ່ນ​ເພື່ອນຳພາລູກໆ​ຂອງພຣະເຈົ້າໄປ​ສູ່ຊີວິດນິລັນດອນ. ຄອບຄົວມະຕະແມ່ນ​ສຳຄັນຫລາຍຕໍ່ແຜນນັ້ນ. ສາດສະໜາຈັກເປັນ​ຢູ່ເພື່ອໃຫ້ຄຳສອນ, ສິດອຳນາດ, ແລະ ພິທີການທີ່ຈຳເປັນຕ່າງໆ ເພື່ອເຮັດໃຫ້ຄວາມສຳພັນ​ຂອງຄອບຄົວເປັນ​ຢູ່ຕໍ່ໄປຊົ່ວນິລັນດອນ. ສະນັ້ນ, ການຈັດຕັ້ງ​ຂອງຄອບຄົວ ແລະ ສາດສະໜາຈັກຂອງ​ພຣະເຢຊູຄຣິດມີຄວາມສຳພັນ​ທີ່ເສີມສ້າງຊຶ່ງກັນແລະກັນ. ພອນຕ່າງໆຂອງຖານະ​ປະໂລຫິດ—ດັ່ງເຊັ່ນຄວາມ​ສົມບູນຂອງພຣະກິດ​ຕິຄຸນ ແລະ ພິທີການດັ່ງເຊັ່ນການ​ບັບຕິສະມາ, ການຢືນຢັນ ແລະ ການຮັບເອົາຂອງປະທານ​ແຫ່ງພຣະວິນຍານບໍລິສຸດ, ຂອງປະທານສັກສິດ​ຂອງພຣະວິຫານ, ແລະ ການແຕ່ງງານ​ນິລັນດອນ—ແມ່ນມີໃຫ້ແກ່ຊາຍ ແລະ ຍິງເທົ່າໆກັນ.1

ຖານະປະໂລຫິດທີ່ເຮົາ​ກ່າວເຖິງຢູ່ນີ້ແມ່ນ​ຖານະປະໂລຫິດແຫ່ງ​ເມນຄີເສເດັກ, ຖືກຟື້ນຟູໃນຕອນເລີ່ມຕົ້ນ​ຂອງການຟື້ນຟູ​ພຣະກິດຕິຄຸນ. ໂຈເຊັບ ສະມິດ ແລະ ອໍ​ລີເວີ ຄາວເດີຣີ ຖືກແຕ່ງຕັ້ງໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ, ຜູ້ປະກາດຕົນວ່າໄດ້ “ຄອບຄອງຂໍກະແຈ​ຂອງອານາຈັກ, ແລະ ຂອງຍຸກ​ສະໄໝຂອງຄວາມ​ສົມບູນແຫ່ງເວລາ” (ຄຳສອນ ແລະ ພັນທະສັນຍາ 128:20). ອັກຄະສາວົກອາວຸໂສ​ເຫລົ່ານີ້ໄດ້ຮັບ​ສິດອຳນາດນັ້ນຈາກ​ພຣະຜູ້ຊ່ວຍໃຫ້ລອດນັ້ນເອງ. ເຈົ້າໜ້າທີ່ ຫລື ຕຳແໜ່ງ​ອື່ນໆທັງປວງໃນ​ຖານະປະໂລຫິດ ເປັນສ່ວນປະກອບຂອງ​ຖານະປະໂລຫິດແຫ່ງ​ເມນຄີເສເດັກ (​ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:5), ເພາະມັນ “ຖືສິດຂອງຝ່າຍປະທານ, ແລະ ມີອຳນາດ ແລະ ສິດອຳນາດ​ເໜືອຕຳແໜ່ງ​ທັງໝົດ ໃນສາດສະໜາຈັກ ໃນທຸກຍຸກທຸກ​ສະໄໝຂອງໂລກ” (ຄຳສອນ ແລະ ພັນທະສັນຍາ 107:8).

ຢູ່ໃນສາດສະໜາຈັກ ສິດອຳນາດ​ຂອງຖານະປະໂລຫິດ​ທີ່ສູງກວ່າ, ຖານະປະໂລຫິດ​ແຫ່ງເມນຄີເສເດັກ, ແລະ ຖານະປະໂລຫິດທີ່​ຕ່ຳກວ່າ ຫລື ຖານະປະໂລຫິດ​ແຫ່ງອາໂຣນ ແມ່ນຖືກໃຊ້ພາຍໃຕ້ການ​ຊີ້ນຳຂອງຜູ້ນຳຂອງ​ຖານະປະໂລຫິດ, ດັ່ງເຊັ່ນອະທິການ ຫລື ປະທານ, ຜູ້ທີ່ດຳລົງຂໍກະແຈ​ຂອງຖານະປະໂລຫິດນັ້ນ. ເພື່ອຈະເຂົ້າໃຈການ​ໃຊ້ສິດອຳນາດຂອງ​ຖານະປະໂລຫິດໃນ​ສາດສະໜາຈັກ, ເຮົາຕ້ອງເຂົ້າໃຈຫລັກທຳ​ຂອງຂໍກະແຈຂອງ​ຖານະປະໂລຫິດ.

ຂໍກະແຈຂອງຖານະ​ປະໂລຫິດແຫ່ງ​ເມນຄີເສເດັກ​ຂອງອານາຈັກ​ແມ່ນຖືກມອບ​ໃຫ້ໂດຍເປໂຕ, ຢາໂກໂບ, ແລະ ໂຢຮັນ, ແຕ່ນັ້ນບໍ່ໄດ້​ສຳເລັດການ​ຟື້ນຟູຂອງຂໍກະແຈ​ຂອງຖານະປະໂລຫິດ. ຂໍກະແຈຂອງຖານະ​ປະໂລຫິດບາງ​ຢ່າງໄດ້ມີມາຕໍ່ຈາກນັ້ນ. ຫລັງຈາກການອຸທິດ​ພຣະວິຫານແຫ່ງ​ທຳອິດຂອງຍຸກ​ສະໄໝນີ້ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ສາດສະດາ​ສາມຄົນ—ໂມເຊ, ອີລາຍ, ແລະ ເອລີຢາ—ໄດ້ຟື້ນຟູ “ຂໍກະແຈຂອງ​ຍຸກສະໄໝນີ້,” ລວມທັງຂໍກະແຈທີ່ກ່ຽວ​ພັນກັບການເຕົ້າ​ໂຮມອິດສະຣາເອນ ແລະ ວຽກງານພຣະວິຫານ​ຂອງພຣະຜູ້ເປັນເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 110), ດັ່ງ​ທີ່​ປະທານ​ໄອຣິງ​ຫາ​ກໍ​ໄດ້​ບັນ​ຍາຍມື້ກີ້ນີ້ ​ຢ່າງ​ໜ້າ​ເຊີນ​ຊວນ.

ຕົວຢ່າງທີ່ຄຸ້ນເຄີຍ​ທີ່ສຸດຂອງໜ້າ​ທີ່ຂອງຂໍກະແຈ​ແມ່ນ ການປະຕິບັດ​ພິທີການຕ່າງໆ​ຂອງຖານະປະໂລຫິດ. ພິທີການເປັນການ​ກະທຳສັກສິດ​ທີ່ເປັນສັນຍານ​ຂອງການເຮັດພັນ​ທະສັນຍາ ແລະ ການສັນຍາທີ່​ຈະໄດ້ຮັບພອນ. ຢູ່ໃນສາດສະໜາຈັກ ພິທີການ​ທຸກຢ່າງແມ່ນ​ຖືກປະຕິບັດ​ພາຍໃຕ້ການ​ອະນຸມັດຂອງຜູ້ນຳ​ຖານະປະໂລຫິດ ທີ່ດຳລົງຂໍກະແຈ​ສຳລັບພິທີການນັ້ນ.

ພິທີການສ່ວນຫລາຍ​ຈະຖືກດຳເນີນໂດຍຜູ້ຄົນ​ທີ່ໄດ້ຮັບການແຕ່ງຕັ້ງ​ສູ່ຕຳແໜ່ງໃນ​ຖານະປະໂລຫິດ ປະຕິບັດວຽກງານ​ພາຍໃຕ້ການຊີ້ນຳ​ຂອງຜູ້ທີ່ດຳລົງຂໍກະແຈ​ຂອງຖານະປະໂລຫິດ. ຍົກຕົວຢ່າງ, ຜູ້ມີຕຳແໜ່ງຕ່າງໆ​ຂອງຖານະປະໂລຫິດ​ແຫ່ງອາໂຣນຈະດຳເນີນ​ພິທີການຂອງສິນລະລຶກ ພາຍໃຕ້ຂໍກະແຈ ແລະ ການຊີ້ນຳຂອງອະທິການ, ຜູ້ດຳລົງຂໍກະແຈ​ຂອງຖານະປະໂລຫິດ​ແຫ່ງອາໂຣນ. ຫລັກທຳອັ​ນດຽວກັນກໍ​ກ່ຽວຂ້ອງກັບ​ພິທີການຂອງ​ຖານະປະໂລຫິດ ຊຶ່ງໃນນັ້ນຜູ້ຍິງ​ດຳເນີນພິທີການ​ໃນພຣະວິຫານ. ເຖິງແມ່ນວ່າຜູ້ຍິງ​ບໍ່ໄດ້ດຳລົງຕຳແໜ່ງ​ໃນຖານະປະໂລຫິດ, ແຕ່ເຂົາເຈົ້າປະຕິບັດ​ພິທີການພຣະວິຫານ​ທີ່ສັກສິດ ພາຍໃຕ້ການອະນຸມັດ​ຂອງປະທານ​ພຣະວິຫານ, ຜູ້ທີ່ດຳລົງ​ຂໍກະແຈສຳລັບ​ພິທີການຕ່າງໆ​ຂອງພຣະວິຫານ.

ອີກຕົວຢ່າງໜຶ່ງ​ເຖິງສິດອຳນາດ​ຂອງຖານະປະໂລຫິດ ພາຍໃຕ້ການ​ຊີ້ນຳຂອງຜູ້ທີ່ດຳລົງ​ຂໍກະແຈ ແມ່ນການສິດສອນ​ຂອງຊາຍ ແລະ ຍິງທີ່ຖືກເອີ້ນ​ໃຫ້ສິດສອນ​ພຣະກິດຕິຄຸນ, ບໍ່ວ່າຢູ່ໃນຫ້ອງຮຽນ​ໃນຫວອດຂອງຕົນ ຫລື ຢູ່ໃນສະໜາມ​ເຜີຍແຜ່​ກໍ​ຕາມ. ຕົວຢ່າງອື່ນໆແມ່ນ​ຜູ້ທີ່ມີຕຳແໜ່ງ​ຂອງຜູ້ນຳຢູ່ໃນ​ຫວອດ ແລະ ໃຊ້ສິດອຳນາດ​ຂອງຖານະປະໂລຫິດ ໃນການເປັນຜູ້ນຳ​ຂອງເຂົາເຈົ້າ ເພາະການເອີ້ນ​ຂອງເຂົາເຈົ້າ ແລະ ພາຍໃຕ້ການໄດ້​ຮັບການແຕ່ງຕັ້ງ ແລະ ການຊີ້ນຳຂອງຜູ້ນຳໃນ​ຖານະປະໂລຫິດ ຜູ້ດຳລົງຂໍກະແຈ​ຢູ່ໃນຫວອດ ຫລື ສະເຕກ. ນີ້ຄືວິທີທີ່ສິດ​ອຳນາດ ແລະ ອຳນາດຂອງ​ຖານະປະໂລຫິດ​ຖືກໃຊ້ ແລະ ຊື່ນຊົມຢູ່ໃນສາດ​ສະໜາຈັກຂອງພຣະເຢຊູຄຣິດ​ແຫ່ງໄພ່ພົນຍຸກສຸດທ້າຍ.2

ສິດອຳນາດຂອງ​ຖານະປະໂລຫິດ​ກໍຍັງຖືກໃຊ້ ແລະ ພອນຂອງມັນໄດ້ເກີດ​ເປັນຈິງຢູ່ໃນຄອບຄົວຂອງ​ໄພ່ພົນຍຸກສຸດທ້າຍ. ເມື່ອກ່າວເຖິງຄອບຄົວ ຂ້າພະເຈົ້າໝາຍເຖິງ​ຜູ້ຊາຍທີ່ດຳລົງ​ຖານະປະໂລຫິດ ແລະ ຜູ້ຍິງທີ່​ໄດ້ແຕ່ງງານ​ກັບ​ລາວ ແລະ ລູກໆຂອງເຂົາເຈົ້າ. ຂ້າພະເຈົ້າລວມ​ເຖິງຄວາມແຕກຕ່າງ​ຈາກຄວາມສຳພັນ​ທີ່ສົມບູນແບບ ທີ່ເປັນມາເພາະ​ຄວາມຕາຍ ຫລື ການຢ່າຮ້າງ.

ຫລັກທຳທີ່ສິດ​ອຳນາດຂອງ​ຖານະປະໂລຫິດ ທີ່ພຽງແຕ່​ສາມາດນຳໃຊ້ ພາຍໃຕ້ການຊີ້ນຳຂອງ​ບຸກຄົນທີ່ດຳລົງຂໍກະແຈ ສຳລັບໜ້າທີ່ນັ້ນ​ເປັນພື້ນຖານໃນ​ສາດສະໜາຈັກ, ແຕ່ບໍ່ກ່ຽວຂ້ອງ​ໃນຄອບຄົວ. ຍົກຕົວຢ່າງ, ພໍ່ຄົນໜຶ່ງນຳພາ ແລະ ໃຊ້ຖານະປະໂລຫິດ​ໃນຄອບຄົວຂອງລາວ ໂດຍສິດອຳນາດຂອງ​ຖານະປະໂລຫິດ​ທີ່ລາວດຳລົງຢູ່. ລາວບໍ່ຈຳເປັນ​ຕ້ອງໄດ້ຮັບການຊີ້ນຳ ຫລື ການອະນຸມັດຈາກ​ຄົນໃດຄົນໜຶ່ງທີ່ດຳລົງ​ຂໍກະແຈຂອງຖານະ​ປະໂລຫິດ ເພື່ອຈະປະຕິບັດໜ້າ​ທີ່ຕ່າງໆໃນຄອບຄົວ​ຂອງລາວ. ສິ່ງເຫລົ່ານີ້ລວມທັງ​ການໃຫ້ຄຳປຶກສາ​ແກ່ສະມາຊິກໃນ​ຄອບຄົວຂອງລາວ, ການປະຊຸມກັບຄອບຄົວ, ການໃຫ້ພອນຂອງ​ຖານະປະໂລຫິດ​ແກ່ພັນລະຍາ ແລະ ລູກໆຂອງລາວ, ຫລື ການໃຫ້ພອນແຫ່ງ​ການປິ່ນປົວໃຫ້ແກ່ສະມາຊິກ​ໃນຄອບຄົວ ຫລື ຄົນອື່ນ.3 ເຈົ້າໜ້າທີ່ຂອງສາດ​ສະໜາຈັກ​ສິດສອນສະມາຊິກ​ໃນຄອບຄົວ ແຕ່ບໍ່ໄດ້ຊີ້ນຳການໃຊ້​ສິດອຳນາດຂອງຖານະ​ປະໂລຫິດໃນຄອບຄົວ.

ຫລັກທຳອັນດຽວກັນນີ້​ກໍກ່ຽວຂ້ອງກັບ​ເວລາທີ່ບ້ານບໍ່​ມີ​ພໍ່ ແລະ ແມ່ເປັນຜູ້ນຳຄອບຄົວ. ນາງຈະເປັນຜູ້ນຳພາໃນບ້ານ​ເຮືອນຂອງນາງ ແລະ ເປັນເຄື່ອງມືທີ່ຈະນຳ​ເອົາອຳນາດ ແລະ ພອນຂອງຖານະປະໂລຫິດ​ເຂົ້າມາໃນຄອບຄົວ​ຂອງນາງ ຜ່ານ​ທາງຂອງ​ປະທານສັກສິດ ແລະ ການຜະນຶກຂອງ​ນາງໃນພຣະວິຫານ. ໃນເມື່ອນາງບໍ່ໄດ້​ຮັບສິດອຳນາດ​ທີ່ຈະໃຫ້ພອນຂອງ​ຖານະປະໂລຫິດ ທີ່ສາມາດຖືກມອບ​ໃຫ້ພຽງແຕ່ໂດຍ​ຜູ້ທີ່ມີຕຳແໜ່ງໃນ​ຖານະປະໂລຫິດ​ເທົ່າ​ນັ້ນ, ນາງສາມາດ​ປະຕິບັດໜ້າທີ່ອື່ນໆ​ຂອງການເປັນຜູ້ນຳ​ຄອບຄົວໄດ້. ເມື່ອນາງເຮັດ​ແນວນັ້ນ, ນາງກໍໃຊ້ອຳນາດ​ຂອງຖານະປະໂລຫິດ ເພື່ອຜົນປະໂຫຍດ​ຂອງລູກໆຂອງນາງ ທີ່ນາງເປັນຜູ້ນຳພາ ໃນຕຳແໜ່ງ​ຂອງຜູ້ນຳໃນຄອບຄົວ.4

ຖ້າຫາກພໍ່ຈະ​ຂະຫຍາຍ​ຖານະປະໂລຫິດ ໃນຄອບຄົວຂອງຕົນ, ມັນຈະເປັນ​ການຊ່ວຍເຫລືອ​ໃນພາລະກິດຂອງ​ສາດສະໜາຈັກ ໄດ້ຫລາຍເທົ່າໆ​ກັບທີ່ລາວສາມາດ​ເຮັດສິ່ງອື່ນ. ບັນດາພໍ່ຜູ້ດຳລົງ​ຖານະປະໂລຫິດ​ແຫ່ງເມນຄີເສເດັກ ຄວນໃຊ້ສິດອຳນາດ​ຂອງເຂົາເຈົ້າ “ໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກ​ອັນບໍ່ແກ້ງເຮັດ” (ຄຳສອນ ແລະ ພັນທະສັນຍາ 121:41). ມາດຕະຖານສູງນັ້ນ ສຳລັບການໃຊ້ສິດ​ອຳນາດຂອງຖານະ​ປະໂລຫິດທັງໝົດ ເປັນສິ່ງສຳຄັນຫລາຍໃນຄອບຄົວ. ຜູ້ດຳລົງຖານະ​ປະໂລຫິດ ຄວນຮັກສາ​ພຣະບັນຍັດ ເພື່ອວ່າຕົນຈະ​ມີອຳນາດຂອງ​ຖານະປະໂລຫິດ ເພື່ອໃຫ້ພອນແກ່​ສະມາຊິກໃນຄອບຄົວ​ຂອງຕົນໄດ້. ເຂົາ​ເຈົ້າກໍຄວນພັດ​ທະນາຄວາມສຳພັນ​ທີ່ເຕັມໄປດ້ວຍ​ຄວາມຮັກ ໃນຄອບຄົວ ເພື່ອວ່າສະມາຊິກໃນ​ຄອບຄົວ ຈະຢາກຂໍພອນ​ຈາກ​ເຂົາເຈົ້າ. ແລະ ພໍ່ແມ່ຄວນຊຸກຍູ້ເລື່ອງ​ພອນຂອງຖານະ​ປະໂລຫິດໃຫ້ຫລາຍ​ກວ່າເກົ່າໃນຄອບຄົວ.5

ໃນກອງປະຊຸມເຫລົ່ານີ້, ຂະນະທີ່ເຮົາສະແຫວງຫາ​ທີ່ພັກຊົ່ວຄາວ ຈາກຄວາມ​ຫ່ວງໃຍທາງໂລກ ດ້ວຍໂຣກລະບາດ​ທີ່ຮ້າຍແຮງ, ເຮົາໄດ້ຮັບການສິດສອນ​ເຖິງຫລັກທຳທີ່​ສຳຄັນຂອງນິລັນດອນ. ຂ້າພະເຈົ້າຊຸກ​ຍູ້ເຮົາແຕ່ລະຄົນ​ໃຫ້ມີ​ຕາ​ທີ່ “ເປັນໜຶ່ງ” ເພື່ອຈະໄດ້ຮັບ​ຄວາມຈິງແຫ່ງ​ນິລັນດອນເຫລົ່ານີ້ ເພື່ອວ່າຮ່າງກາຍ​ຂອງເຮົາກໍ “ຈະເຕັມໄປ​ດ້ວຍຄວາມສະຫວ່າງ” (3 ນີ​ໄຟ 13:22).

ໃນການເທດສະໜາ​ຕໍ່ຝູງຊົນທີ່ຖືກບັນທຶກ​ໄວ້ຢູ່ໃນພຣະຄຣິສ​ຕະທຳຄຳພີ ແລະ ຢູ່ໃນພຣະຄຳ​ພີມໍມອນ, ພຣະຜູ້ຊ່ວຍໃຫ້​ລອດໄດ້ສິດ​ສອນວ່າ ຮ່າງກາຍມະຕະ​ສາມາດ​ເຕັມໄປດ້ວຍແສງ​ສະຫວ່າງ ຫລື ຄວາມມືດ. ແນ່ນອນວ່າ, ເຮົາຢາກເຕັມໄປ​ດ້ວຍແສງສະຫວ່າງ, ແລະ ພຣະຜູ້ຊ່ວຍ​ໃຫ້ລອດໄດ້ສິດ​ສອນເຮົາວ່າ​ຈະເຮົາສາມາດ​ເຮັດໃຫ້ມັນ​ເກີດຂຶ້ນໄດ້​ແນວ​ໃດ. ເຮົາຄວນຮັບຟັງ​ຂ່າວສານກ່ຽວກັບ​ຄວາມຈິງນິລັນດອນ. ພຣະອົງໄດ້ໃຊ້ຕົວຢ່າງ​ຂອງດວງຕາ, ຊຶ່ງຜ່ານທາງນັ້ນ​ທີ່ເຮົາຮັບເອົາ​ແສງສະຫວ່າງເຂົ້າ​ມາສູ່ຮ່າງກາຍຂອງເຮົາ. ຖ້າຫາກ “ຕາຂອງເຮົາເປັນໜຶ່ງ”—ໃນອີກຄຳໜຶ່ງ, ຖ້າຫາກເຮົາຕັ້ງໃຈໃສ່​ການໄດ້ຮັບຄວາມ​ສະຫວ່າງແຫ່ງ​ນິລັນດອນ ແລະ ຄວາມເຂົ້າໃຈ—ພຣະອົງໄດ້ອະທິບາຍວ່າ, “ໝົດທັງຮ່າງຂອງ​ເຈົ້າກໍຈະເຕັມໄປ​ດ້ວຍແສງສະຫວ່າງ” (ມັດທາຍ 6:22; 3 ນີໄຟ 13:22). ແຕ່ຖ້າຫາກ “ຕາຂອງເຮົາຊົ່ວ”—ນັ້ນໝາຍຄວາມວ່າ, ຖ້າຫາກເຮົາ​ຊອກຫາຄວາມຊົ່ວ ແລະ ເອົາມັນເຂົ້າໄປໃນ​ຮ່າງກາຍຂອງເຮົາ—ພຣະອົງໄດ້ເຕືອນວ່າ, “ໝົດທັງຮ່າງຂອງເຈົ້າ​ຈະເຕັມໄປດ້ວຍ​ຄວາມມືດ” (ຂໍ້​ທີ 23). ໃນອີກຄຳໜຶ່ງ, ແສງສະຫວ່າງ ຫລື ຄວາມມືດໃນ​ຮ່າງກາຍຂອງເຮົາ​ຂຶ້ນຢູ່ກັບວ່າເຮົາເຫັນ—ຫລື ໄດ້ຮັບ—ຄວາມຈິງນິລັນດອນ​ທີ່ຖືກສິດສອນໃຫ້ແກ່ເຮົາຫລືບໍ່.

ເຮົາຄວນເຮັດຕາມ​ຄຳເຊື້ອເຊີນຂອງ​ພຣະຜູ້ຊ່ວຍໃຫ້ລອດ ທີ່ໃຫ້ສະແຫວງຫາ ແລະ ທູນຂໍເພື່ອໃຫ້ເຂົ້າໃຈ​ຄວາມຈິງນິລັນດອນ. ພຣະອົງສັນຍາວ່າ​ພຣະ​​ບິ​ດາ​ຜູ້​ສະ​ຖິດ​ຢູ່ໃນສະຫວັນ​ຂອງເຮົາເຕັມພຣະໄທ ທີ່ຈະສິດສອນທຸກຄົນ​ເຖິງຄວາມຈິງທີ່ເຂົາເຈົ້າ​ສະແຫວງຫາ (​ເບິ່ງ 3 ນີໄຟ 14:8). ຖ້າຫາກເຮົາປາດ​ຖະໜາ ແລະ ມີຕາທີ່ເປັນ​ໜຶ່ງເພື່ອຈະໄດ້ຮັບມັນ, ພຣະຜູ້ຊ່ວຍໃຫ້ລອດ​ສັນຍາວ່າຄວາມຈິງ​ນິລັນດອນ “ຈະມີຜູ້ໄຂປະຕູໃຫ້” ແກ່ເຮົາ (ເບິ່ງ 3 ນີໄຟ 14:7–8).

ກົງກັນຂ້າມ, ຊາຕານຕື່ນເຕັ້ນ​ທີ່ຈະເຮັດໃຫ້ຄວາມຄິດ​ຂອງເຮົາສັບສົນ ຫລື ເພື່ອນຳເຮົາອອກນອກ​ທາງໃນເລື່ອງທີ່ສຳຄັນ ດັ່ງເຊັ່ນການໃຊ້ງານ​ຂອງຖານະປະໂລຫິດ​ຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດ​ໄດ້ເຕືອນເຖິງ “ສາດສະດາປອມ, ຜູ້ທີ່ປອມຕົວ​ຄືແກະມາຫາເຈົ້າ, ແຕ່ພາຍໃນເຂົາເປັນ​ໝາໄນຕົວຮ້າຍ” (3 ນີໄຟ 14:15). ພຣະອົງໄດ້ມອບການ​ທົດສອບນີ້ໃຫ້ ເພື່ອຊ່ວຍໃຫ້ເຮົາ​ເລືອກຄວາມຈິງ​ຈາກບັນດາຄຳສອນ​ທີ່ແຕກຕ່າງ ທີ່ອາດເຮັດໃຫ້ເຮົາ​ສັບສົນວ່າ: “ເຈົ້າຈະຮູ້ຈັກ​ເຂົາໂດຍໝາກ​ຜົນຂອງເຂົາ,” ພຣະອົງໄດ້ສິດສອນ (3 ນີໄຟ 14:16). “ຕົ້ນໄມ້ດີເກີດຜົນ​ບໍ່ດີກໍບໍ່​ຫ່ອນເປັນ, ແລະ ຕົ້ນໄມ້ບໍ່ດີ​ເກີດຜົນດີກໍ​ບໍ່ຫ່ອນໄດ້” (ຂໍ້ທີ 18). ດັ່ງນັ້ນ, ເຮົາຄວນ​ຫລຽວເບິ່ງຜົນທີ່ຕາມມາ—“ໝາກຜົນ”—ຂອງຫລັກທຳ​ທີ່ໄດ້ຖືກ​ສິດສອນ ແລະ ບຸກ​ຄົນທີ່ສິດ​ສອນມັນ. ນັ້ນຄືຄຳຕອບ​ທີ່​ດີ​ທີ່​ສຸດຕໍ່ການ​ຄັດຄ້ານທີ່ເຮົາ​ໄດ້ຍິນ ທີ່ຕໍ່ຕ້ານສາດ​ສະໜາຈັກ ແລະ ຄຳສອນ ແລະ ນະໂຍບາຍ ແລະ ການເປັນຜູ້ນຳ​ຂອງມັນ. ໃຫ້ຕິດຕາມການ​ທົດສອບທີ່​ພຣະຜູ້ຊ່ວຍ​ໃຫ້ລອດໄດ້​ສິດສອນ. ໃຫ້ຫລຽວເບິ່ງໝາກຜົນ—ຜົນທີ່ຕາມມາ.

ເມື່ອເຮົາຄິດເຖິງໝາກ​ຜົນຂອງພຣະກິດຕິຄຸນ ແລະ ສາດສະໜາຈັກ​ຂອງພຣະເຢຊູຄຣິດ​ທີ່ຟື້ນຟູ, ເຮົາປິຕິຍິນດີ​ນຳວິທີທີ່ສາດ​ສະໜາຈັກ, ຕະຫລອດຊີວິດ​ຂອງສະມາ​ຊິກທີ່ມີຊີວິດຢູ່, ໄດ້ຂະຫຍາຍ​ອອກ​ໄປຈາກການ​ຊຸມນຸມພາຍໃນ​ເຂດພູພາກ​ຕາເວັນຕົກ ໄປເຖິງບ່ອນ​ທີ່ສະມາຊິກ​ສ່ວນໃຫຍ່ ຫລາຍກວ່າ 16 ລ້ານຄົນ ອາໄສຢູ່ໃນ​ປະເທດອື່ນໆ​ນອກສະຫະລັດ. ດ້ວຍການ​ເຕີບໂຕນັ້ນ, ເຮົາໄດ້ຮູ້​ສຶກວ່າຄວາມ​ສາມາດ​ໃນສາດສະໜາຈັກ​ເພີ່ມ​ທະ​ວີ​ຂຶ້ນ ເພື່ອຈະຊ່ວຍເຫລືອ​ສະມາຊິກ. ເຮົາຊ່ວຍເຫລືອໃນ​ການຮັກສາ​ພຣະບັນຍັດ, ໃນການບັນລຸ​ໜ້າທີ່ຮັບຜິດຊອບ​ທີ່ຈະສັ່ງສອນພຣະກິດ​ຕິຄຸນທີ່ຟື້ນຟູ, ໃນການເຕົ້າໂຮມ​ອິດສະຣາເອນ, ແລະ ໃນການສ້າງ​ພຣະວິຫານ​ຕະຫລອດທົ່ວໂລກ.

ເຮົາຖືກນຳພາໂດຍ​ສາດສະດາ, ປະທານຣະໂຊ ເອັມ ແນວສັນ, ການເປັນຜູ້ນຳທີ່​ພຣະຜູ້ເປັນເຈົ້າ​ໄດ້ໃຊ້ ເພື່ອບັນລຸເຖິງຄວາມ​ກ້າວໜ້າທີ່​ເຮົາໄດ້ຮູ້ສຶກ ລະຫວ່າງການ​ເປັນຜູ້ນຳຂອງເພິ່ນ​ເກືອບດົນກວ່າ​ສອງປີແລ້ວ. ບັດນີ້ເຮົາຈະໄດ້​ຮັບພອນທີ່ຈະ​ໄດ້ຍິນຈາກ​ປະທານແນວສັນ, ຜູ້ທີ່ຈະສອນເຮົາເຖິງ​ຄວາມກ້າວໜ້າຕື່ມອີກ​ໃນສາດສະໜາຈັກຂອງ​ພຣະເຢຊູຄຣິດ ໃນວັນເວລາ​ທີ່ທ້າທາຍນີ້.

ຂ້າພະເຈົ້າເປັນພະຍານ​ເຖິງສິ່ງເຫລົ່ານີ້ ແລະ ຮ່ວມກັບ​ທ່ານໃນການ​ອະທິຖານເພື່ອ​ສາດສະດາຂອງເຮົາ ທີ່ເຮົາຈະໄດ້ຟັງ​ຕໍ່ໄປນີ້, ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.

ພິມ