ການຊອກຫາບ່ອນຫລົບໄພຈາກພະຍຸແຫ່ງຊີວິດ
ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ເປັນບ່ອນຫລົບໄພທີ່ພວກເຮົາຕ້ອງອາໄສໃນທຸກຍາມ, ບໍ່ວ່າມີພະຍຸໃດໆຖະຫລົ່ມກໍຕາມ.
ໃນຊ່ວງໄລຍະຊຸມປີ 1990 ກວ່າໆ, ຕອນທີ່ເປັນນັກຮຽນມະຫາວິທະຍາໄລ, ຂ້າພະເຈົ້າໄດ້ເປັນສ່ວນໜຶ່ງໃນກົມດັບເພີງທີສີ່ຂອງເມືອງຊານຕີອາໂກ ປະເທດຈີເລ. ຂະນະທີ່ຮັບໃຊ້ຢູ່ບ່ອນນັ້ນ, ຂ້າພະເຈົ້າຢູ່ສະຖານີດັບເພີງ ຊຶ່ງເປັນກົດສຳລັບຄົນທີ່ເປັນຍາມຕອນກາງຄືນ. ຕອນໃກ້ຈະເຖິງທ້າຍປີ ມີຄຳສັ່ງວ່າ, ຂ້າພະເຈົ້າຕ້ອງໄປປະຈຳຢູ່ສະຖານີດັບເພີງໃນຕອນແລງກ່ອນວັນປີໃໝ່ເພາະວ່າມື້ນັ້ນມັກມີເຫດການສຸກເສີນສະເໝີ. ຂ້າພະເຈົ້າຕອບແບບແປກໃຈວ່າ “ອີ່ຫລີຫວານີ້?”
ຂ້າພະເຈົ້າ “ຈື່ໄດ້” ວ່າ ຕອນທີ່ຖ້າກັບເພື່ອນຮ່ວມງານຢູ່ນັ້ນແມ່ນຕອນກາງຄືນ ແລະ ເຂົາເຈົ້າເລີ່ມຈູດດອກໄມ້ໄຟໃນເມືອງຊານຕີອາໂກ. ພວກເຮົາເລີ່ມກອດກັນ ແລະ ອວຍພອນວັນປີໃໝ່ຕໍ່ກັນແລະກັນ. ທັນໃດນັ້ນ ສຽງກະດິງຢູ່ສະຖານີດັບເພີງກໍດັງຂຶ້ນ ສົ່ງສັນຍານບອກວ່າມີເຫດສຸກເສີນ. ພວກເຮົາໄປເອົາເຄື່ອງມື ແລະ ເຕັ້ນເຂົ້າລົດດັບເພີງ. ໃນລະຫວ່າງທາງໄປຫາເຫດສຸກເສີນ ພວກເຮົາຜ່ານຝູງຊົນທີ່ກຳລັງສະຫລອງປີໃໝ່ຢູ່ ແລະ ສັງເກດວ່າ ເຂົາເຈົ້າບໍ່ໄດ້ສົນໃຈໃຍດີຫຍັງເລີຍ. ເຂົາເຈົ້າມ່ວນຊື່ນ ລື້ນເລີງໃນທ່າມກາງຄືນອາກາດອັນອົບອຸ່ນຍາມຮ້ອນ. ແຕ່ຢູ່ໃກ້ໆບ່ອນນັ້ນ ຄົນທີ່ພວກເຮົາຟ້າວໄປຊ່ວຍນັ້ນກຳລັງຕົກຢູ່ໃນໄພອັນຕະລາຍ.
ປະສົບການນີ້ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ວ່າ ເຖິງແມ່ນວ່າບາງເທື່ອຊີວິດຂອງເຮົາອາດເປັນໄປດ້ວຍດີ, ແຕ່ເວລາແຫ່ງເຫດການອັນທ້າທາຍແບບບໍ່ຄາດຄິດຈະມາເຖິງເຮົາແຕ່ລະຄົນ ແລະ ຈະມີພະຍຸຕ່າງໆຖະຫລົ່ມເຮົາຢ່າງທີ່ເຮົາບໍ່ສາມາດທົນໄດ້. ການທ້າທາຍທາງຮ່າງກາຍ, ທາງຈິດໃຈ, ທາງຄອບຄົວ, ທາງວຽກງານ; ທາງໄພທຳມະຊາດ; ແລະ ທາງອື່ນໆບໍ່ວ່າເປັນ ຫລື ຕາຍ ແມ່ນຕົວຢ່າງຂອງພະຍຸຕ່າງໆທີ່ພວກເຮົາຈະປະເຊີນໃນຊີວິດນີ້.
ເມື່ອເຮົາຖືກພະຍຸຕ່າງໆຖະຫລົ່ມ, ສ່ວນຫລາຍແລ້ວເຮົາຈະຮູ້ສຶກສິ້ນຫວັງ ຫລື ຢ້ານກົວ. ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ “ສັດທາຄືຢາແກ້ຄວາມຢ້ານກົວ”—faith in our Lord Jesus Christ (“Let Your Faith Show,” Liahona, May 2014, 29). ຕາມທີ່ຂ້າພະເຈົ້າໄດ້ເຫັນຜົນກະທົບຂອງພະຍຸຕໍ່ການເປັນຢູ່ຂອງຜູ້ຄົນ, ຂ້າພະເຈົ້າສາມາດສະຫລຸບໄດ້ວ່າ ບໍ່ວ່າເຮົາຈະຖືກພະຍຸຊະນິດໃດປະທະເຮົາ—ບໍ່ສຳຄັນວ່າເຮົາຈະມີທາງແກ້ໄຂ ຫລື ບໍ່ ຫລື ວ່າຍາມໃດພະຍຸນັ້ນຈະຜ່ານພົ້ນໄປ—ເຮົາຈະມີບ່ອນຫລົບໄພບ່ອນດຽວເທົ່ານັ້ນ, ແລະ ຈະມີຄືກັນໝົດທຸກບ່ອນເພື່ອຫລົບພະຍຸທຸກປະເພດ. ບ່ອນຫລົບໄພດຽວທີ່ພຣະບິດາເທິງສະຫວັນຫາໃຫ້ເຮົາຄື ອົງພຣະເຢຊູຄຣິດເຈົ້າ ແລະ ການຊົດໃຊ້ຂອງພຣະອົງ.
ບໍ່ມີໃຜໃນພວກເຮົາຈະຖືກຍົກເວັ້ນຈາກການປະເຊີນກັບພະຍຸເຫລົ່ານີ້ໄດ້. ຮີລາມັນ, ສາດສະດາຂອງພຣະຄຳພີມໍມອນ, ໄດ້ສິດສອນເຮົາດັ່ງຕໍ່ໄປນີ້: “ຈົ່ງຈື່ໄວ້ວ່າ ລູກຈະຕ້ອງສ້າງຮາກຖານຂອງລູກຂຶ້ນເທິງດານຫີນຂອງພຣະຜູ້ໄຖ່ຂອງພວກເຮົາ, ຄື ພຣະຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອວ່າເມື່ອມານສົ່ງລົມພະຍຸຮ້າຍຂອງມັນມາ, ແທ້ຈິງແລ້ວ, ຟ້າແມບເຫລື້ອມກັບລົມບ້າໝູຂອງມັນມາ, ແທ້ຈິງແລ້ວ, ເມື່ອໝາກເຫັບທັງໝົດ ແລະ ລົມຝົນອັນແຮງກ້າຂອງມັນລົງມາຕີລູກ, ມັນຈະບໍ່ມີອຳນາດໃດເໜືອລູກເລີຍທີ່ຈະແກ່ລູກລົງໄປເຫວເລິກແຫ່ງຄວາມທຸກທໍລະມານ ແລະ ຄວາມຈິບຫາຍອັນບໍ່ສິ້ນສຸດ, ເພາະດານຫີນບ່ອນທີ່ລູກຖືກສ້າງຂຶ້ນເທິງມັນ ຊຶ່ງເປັນຮາກຖານທີ່ແໜ້ນໜາ, ເປັນຮາກຖານ ຊຶ່ງຫາກມະນຸດສ້າງຂຶ້ນເທິງມັນ ພວກເຂົາຈະຕົກໄປບໍ່ໄດ້” (ຮີລາມັນ 5:12).
ແອວເດີ ຣໍເບີດ ດີ ແຮວສ໌, ຜູ້ຊຶ່ງເຄີຍມີປະສົບການດ້ວຍຕົວເອງໃນການຜ່ານຜ່າພະຍຸເຫລົ່ານີ້, ໄດ້ກ່າວວ່າ: “ໃຜໆກໍມີຄວາມທຸກທໍລະມານ, ແຕ່ມັນກໍຂຶ້ນກັບແຕ່ລະຄົນວ່າຈະຮັບມືແນວໃດ. ຄວາມທຸກທໍລະມານສາມາດປ່ຽນແປງເຮົາ ບໍ່ທາງໃດກໍທາງໜຶ່ງ. ມັນສາມາດເຮັດໃຫ້ເຮົາເຂັ້້ມແຂງຂຶ້ນ ແລະ ເປັນປະສົບການແຫ່ງການຮຽນຮູ້ປະກອບດ້ວຍສັດທາ, ຫລື ມັນສາມາດເປັນແຮງທຳລາຍໃນຊີວິດຂອງເຮົາຖ້າເຮົາບໍ່ມີສັດທາໃນການເສຍສະລະຊົດໃຊ້ຂອງພຣະຜູ້ເປັນເຈົ້າ” (“Your Sorrow Shall Be Turned to Joy,” Ensign, Nov. 1983, 66).
ການທີ່ຈະຊື່ນຊົມໃນບ່ອນຫລົບໄພທີ່ພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງທີ່ຫາໃຫ້ນັ້ນ, ພວກເຮົາຕ້ອງມີສັດທາໃນພຣະອົງ—ສັດທາທີ່ຈະຊ່ວຍເຮົາເອົາຊະນະຄວາມເຈັບປວດທັງປວງຈາກບັນຫາໂລກມະນຸດທີ່ຈຳກັດນີ້. ພຣະອົງໄດ້ສັນຍາວ່າ ພຣະອົງຈະເຮັດໃຫ້ພາລະຂອງພວກເຮົາເບົາລົງເມື່ອພວກເຮົາເພິ່ງພຣະອົງໃນທຸກສິ່ງທີ່ພວກເຮົາເຮັດ.
ພຣະອົງກ່າວວ່າ, “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
“ຈົ່ງເອົາແອກຂອງເຮົາແບກໄວ້, ແລ້ວຮຽນຮູ້ຈາກເຮົາ; ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ” (ມັດທາຍ 11:28–30; ເບິ່ງ ໂມໄຊຢາ 24:14–15 ນຳອີກ).
ມີຄຳເວົ້າວ່າ “ຄົນທີ່ເຊື່ອ ບໍ່ຈຳເປັນຕ້ອງມີຄຳອະທິບາຍກໍໄດ້. ສຳລັບຄົນທີ່ຂາດຄວາມເຊື່ອ, ເມື່ອອະທິບາຍແລ້ວທ່ານກໍບໍ່ເຊື່ອຢູ່ດີ.” (ມີຄົນອ້າງວ່າ ຂໍ້ຄວາມນີ້ເປັນຂອງທອມມັສ ອາກີນາ ແຕ່ອາດເປັນສຳນວນທີ່ເພິ່ນໄດ້ສິດສອນ.) ເຖິງຢ່າງໃດກໍຕາມ ພວກເຮົາຍັງມີຄວາມເຂົ້າໃຈກ່ຽວກັບສິ່ງທີ່ເກີດຂຶ້ນໃນໂລກນີ້ຢ່າງຈຳກັດ ແລະ ຫລາຍເທື່ອພວກເຮົາກໍບໍ່ມີຄຳຕອບຕໍ່ຄຳຖາມທີ່ວ່າ ເປັນຫຍັງ. ເປັນຫຍັງຈຶ່ງເປັນແນວນີ້? ເປັນຫຍັງສິ່ງນີ້ຈຶ່ງເກີດກັບ ເຮົາ? ເຮົາສົມຄວນຮຽນຮູ້ຫຍັງແດ່? ເມື່ອເຮົາຫາຄຳຕອບບໍ່ໄດ້, ເຮົາສາມາດນຳຄຳເວົ້າຂອງພຣະຜູ້ຊ່ວຍໃຫ້ລອດມາໃຊ້ໄດ້ ຊຶ່ງພຣະອົງກ່າວແກ່ສາດສະດາໂຈເຊັບ ສະມິດ ໃນຄຸກລີເບີຕີ ວ່າ:
“ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
“ແລະ ຈາກນັ້ນ, ຖ້າເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ (ຄຳສອນ ແລະ ພັນທະສັນຍາ 121:7–8).
ເຖິງແມ່ນວ່າມີຫລາຍຄົນເຊື່ອ ໃນ ພຣະເຢຊູຄຣິດຢ່າງແທ້ຈິງ, ຄຳຖາມທີ່ສຳຄັນມີຢູ່ວ່າ ພວກເຮົາ ເຊື່ອ ພຣະອົງ ແລະ ວ່າພວກເຮົາ ເຊື່ອ ໃນສິ່ງທີ່ພຣະອົງສິດສອນເຮົາ ແລະ ຂໍຮ້ອງໃຫ້ເຮົາເຮັດບໍ່. ບາງເທື່ອ ບາງຄົນອາດຄິດວ່າ, “ພຣະເຢຊູຄຣິດຮູ້ໄດ້ແນວໃດວ່າແມ່ນຫຍັງກຳລັງເກີດຂຶ້ນກັບຂ້ອຍ? ພຣະອົງຮູ້ໄດ້ແນວໃດວ່າຂ້ອຍຕ້ອງມີຄວາມສຸກ? ແທ້ຈິງແລ້ວ, ແມ່ນພຣະຜູ້ໄຖ່ ແລະ ຜູ້ອ້ອນວອນແທນເຮົານີ້ແຫລະ ທີ່ສາດສະດາເອຊາຢາໄດ້ກ່າວເຖິງເມື່ອເພິ່ນເວົ້າວ່າ:
“ມີຄົນຊັງ ແລະ ປະຕິເສດພຣະອົງ; ພຣະອົງມີຄວາມໂສກເສົ້າ ແລະ ເຄີຍມີຄວາມທຸກໃຈມາແລ້ວ. …
“ແນ່ນອນ ເພິ່ນຈະແບກຫາບເອົາຄວາມໂສກເສົ້າ, ແລະ ຄວາມເສົ້າສະຫລົດໃຈຂອງພວກເຮົາໄວ້. …
“ແຕ່ວ່າເພິ່ນໄດ້ຮັບບາດເຈັບເພາະການລ່ວງລະເມີດຂອງພວກເຮົາ, ເພິ່ນມີຮອຍຟົກຊ້ຳເພາະຄວາມຊົ່ວຮ້າຍຂອງພວກເຮົາ: ຮັບເອົາການລົງໂທດເພື່ອສັນຕິສຸກຂອງພວກເຮົາຕິ; ແລະ ເພິ່ນຖືກຂ້ຽນຕີ ເພື່ອໃຫ້ເຮົາຫາຍດີ” (ເອຊາຢາ 53:3–5).
ອັກຄະສາວົກເປໂຕກໍໄດ້ສິດສອນເຮົາກ່ຽວກັບພຣະຜູ້ຊ່ວຍໃຫ້ລອດອີກວ່າ “ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະ ມີຊີວິດຝ່າຍຄວາມຊອບທຳ: ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ” (1 ເປໂຕ 2:24).
ເຖິງແມ່ນວ່າໃກ້ເວລາທີ່ເປໂຕຈະຖືກຂ້າ, ເພິ່ນຍັງເວົ້າແບບບໍ່ຢ້ານ ຫລື ບໍ່ເວົ້າໃນທາງລົບ; ເພິ່ນຊ້ຳພັດສິດສອນໃຫ້ໄພ່ພົນທັງຫລາຍມີ “ຄວາມຊື່ນຊົມ” ເຖິງແມ່ນວ່າເຂົາເຈົ້າ “ຕ້ອງທົນຄວາມທຸກໂສກ ດ້ວຍການຖືກທົດລອງຕ່າງໆ.” ເປໂຕ ໄດ້ແນະນຳ ພວກເຮົາ ໃຫ້ຈື່ຈຳ ວ່າ “ສັດທາຂອງ [ພວກເຮົາ], … ຖືກທົດລອງດ້ວຍໄຟ,” ຈະນຳໄປສູ່ “ຄຳສັນລະເສີນ ແລະ ກຽດຕິຍົດ ແລະ ສະຫງ່າລາສີ ໃນເວລາທີ່ພຣະເຢຊູຄຣິດສະເດັດມາປະກົດ” ແລະ “ຈິດວິນຍານ [ຂອງເຮົາ] ຈະໄດ້ລອດພົ້ນ” (1 ເປໂຕ 1:6–7, 9).
ເປໂຕໄດ້ກ່າວຕໍ່ໄປວ່າ:
“ພວກທີ່ຮັກເອີຍ, ຢ່າປະຫລາດໃຈທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເໝືອນກັບວ່າເປັນເຫດອັນແປກປະຫລາດເກີດຂຶ້ນກັບພວກເຈົ້າ:
“ຈົ່ງຊື່ນຊົມຍິນດີທີ່ໄດ້ມີສ່ວນຮ່ວມໃນຄວາມທຸກທໍລະມານຂອງພຣະຄຣິດ; ເພື່ອວ່າ, ເມື່ອສະຫງ່າລາສີຂອງພຣະອົງປະກົດຂຶ້ນ, ພວກເຈົ້າກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເໝືອນກັນ” (1 ເປໂຕ 4:12–13).
ປະທານຣະໂຊ ເອັມ ແນວສັນ ໄດ້ສອນວ່າ “ໄພ່ພົນສາມາດມີຄວາມສຸກໄດ້ບໍ່ວ່າຢູ່ໃນສະຖານະການໃດກໍຕາມ. … ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາເອົາໃຈໃສ່ຕໍ່ແຜນແຫ່ງຄວາມລອດຂອງພຣະເຈົ້າ, … ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ. ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ. ພຣະອົງເປັນແຫລ່ງແຫ່ງຄວາມຊື່ນຊົມ” (“Joy and Spiritual Survival,” Liahona, Nov. 2016, 82).
ແນ່ນອນ ມັນເວົ້າງ່າຍຢູ່ເມື່ອເຮົາບໍ່ໄດ້ຢູ່ໃນທ່າມກາງພະຍຸ ຊຶ່ງບໍ່ຄືກັນກັບການປະເຊີນພະຍຸດ້ວຍຕົວເອງ ແລະ ປະຕິບັດຈິງ. ໃນຖານະອ້າຍນ້ອງຂອງທ່ານ, ຫວັງວ່າທ່ານສາມາດຮູ້ສຶກໄດ້ວ່າຂ້າພະເຈົ້າຢາກແບ່ງປັນສິ່ງນີ້ກັບທ່ານແທ້ໆ ວ່າມັນມີປະໂຫຍດຫລາຍສ່ຳໃດທີ່ຈະຮູ້ວ່າພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ເປັນບ່ອນຫລົບໄພທີ່ພວກເຮົາຕ້ອງອາໄສໃນທຸກຍາມ, ບໍ່ວ່າມີພະຍຸໃດໆຖະຫລົ່ມກໍຕາມ.
ຂ້າພະເຈົ້າຮູ້ວ່າ ເຮົາທຸກຄົນເປັນລູກຂອງພຣະເຈົ້າ, ແລະ ພຣະອົງຮັກເຮົາ, ແລະ ເຮົາບໍ່ໄດ້ຢູ່ຄົນດຽວ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມາເບິ່ງວ່າພຣະອົງສາມາດເຮັດໃຫ້ພາລະຂອງທ່ານເບົາລົງ ແລະ ເປັນບ່ອນຫລົບໄພທີ່ທ່ານກຳລັງຊອກຫາ. ຈົ່ງມາຊ່ວຍຄົນອື່ນຊອກຫາບ່ອນຫລົບໄພທີ່ເຂົາເຈົ້າຕ້ອງການ. ຈົ່ງມາຢູ່ກັບພວກເຮົາໃນບ່ອນຫລົບໄພນີ້, ຊຶ່ງມັນຈະຊ່ວຍທ່ານຕ້ານທານກັບພະຍຸໃນຊີວິດໄດ້. ບໍ່ມີຄວາມສົງໃສໃນໃຈຂອງຂ້າພະເຈົ້າເລີຍວ່າ ເມື່ອທ່ານມາແລ້ວ, ທ່ານຈະໄດ້ເຫັນ, ທ່ານຈະໄດ້ຊ່ວຍເຫລືອ, ແລະ ທ່ານຈະຢູ່ນີ້.
ສາດສະດາແອວມາໄດ້ເປັນພະຍານຕໍ່ຮີລາມັນ ລູກຊາຍຂອງເພິ່ນ ດັ່ງຕໍ່ໄປນີ້: “ພໍ່ຮູ້ວ່າຜູ້ໃດກໍຕາມທີ່ໄວ້ວາງໃຈໃນພຣະເຈົ້າ, ຜູ້ນັ້ນຈະໄດ້ຮັບການອູ້ມຊູໃນເວລາຂັດສົນຂອງພວກເຂົາ, ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ແລະ ຄວາມທຸກຂອງພວກເຂົາ, ແລະ ພວກເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ” (ແອວມາ 36:3).
ພຣະຜູ້ຊ່ວຍໃຫ້ລອດເອງ ໄດ້ສິດສອນວ່າ:
“ຈົ່ງສະບາຍໃຈເຖີດ … ; ເພາະວ່າເນື້ອໜັງທັງປວງຢູ່ໃນມືຂອງເຮົາ; ຈົ່ງສະຫງົບ ແລະ ຮູ້ວ່າເຮົາຄືພຣະເຈົ້າ. …
“ດັ່ງນັ້ນ, ຢ່າສູ່ຢ້ານ ແມ່ນແຕ່ຈົນເຖິງແກ່ຄວາມຕາຍ; ເພາະໃນໂລກນີ້ ຄວາມສຸກຂອງພວກເຈົ້າບໍ່ບໍລິບູນ, ແຕ່ໃນເຮົາຄວາມສຸກຂອງພວກເຈົ້າບໍລິບູນ” (ຄຳສອນ ແລະ ພັນທະສັນຍາ 101:16, 36).
ເພງສວດ “Be Still, My Soul,” ໄດ້ເຮັດໃຫ້ຂ້າພະເຈົ້າຊາບຊຶ້ງໃຈຫລາຍເທື່ອ, ມີຂ່າວສານໃຫ້ຄວາມປອບໂຍນແກ່ຈິດວິນຍານຂອງພວກເຮົາ. ເນື້ອເພງ ມີຄຳດັ່ງນີ້ວ່າ:
ຈິດໃຈຂ້າ ຈົ່ງສະຫງົບ: ເວລານາທີນັ້ນໃກ້ເຂົ້າມາແລ້ວ
ເມື່ອພວກເຮົາຈະໄປຢູ່ກັບພຣະຜູ້ເປັນເຈົ້າຕະຫລອດໄປ,
ເມື່ອຄວາມຜິດຫວັງ, ຄວາມໂສກເສົ້າ, ແລະ ຄວາມຢ້ານ ໄດ້ຫາຍໄປ,
ຄວາມໂສກເສົ້າ ຈາງຫາຍ, ຄວາມຮັກ ແລະ ຊື່ນຊົມ ຫວນມາ.
ຈິດໃຈຂ້າ ຈົ່ງສະຫງົບ: ເມື່ອຄວາມຜັນແປ ແລະ ຢົດນ້ຳຕາ ຫາຍໄປ,
ທຸກຄົນປອດໄພ ແລະ ຮັບພອນ ຕອນເຮົາເຫັນກັນອີກ. Hymns, no. 124.
ເມື່ອພວກເຮົາປະເຊີນກັບພະຍຸແຫ່ງຊີວິດ, ຂ້າພະເຈົ້າຮູ້ວ່າເມື່ອພວກເຮົາພະຍາຍາມຢ່າງດີທີ່ສຸດ ແລະ ເພິ່ງພາພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ເປັນບ່ອນຫລົບໄພ, ພວກເຮົາຈະໄດ້ຮັບຄວາມບັນເທົາ, ຄວາມປອບໂຍນ, ພະລັງ, ການຢັບຢັ້ງຕົນເອງ, ແລະ ຄວາມສະຫງົບ ທີ່ພວກເຮົາສະແຫວງຫາ, ດ້ວຍຄວາມແນ່ໃຈວ່າ ເມື່ອໝົດເວລາຂອງເຮົາເທິງໂລກແລ້ວ, ເຮົາຈະໄດ້ຍິນພຣະອາຈານກ່າວວ່າ: “ດີແລ້ວ ຜູ້ຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ: … ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ” (ມັດທາຍ 25:21). ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.