ຮາກຖານອັນໝັ້ນຄົງເພື່ອອະນາຄົດ
ໃນສາມສີ່ປີທີ່ຈະມາເຖິງນີ້, ຂໍໃຫ້ເຮົາຈົ່ງໃຫ້ການປັບປຸງພຣະວິຫານເຊົາເລັກ ປະທັບໃຈ ແລະ ດົນໃຈເຮົາ.
ປະຫວັດຂອງພຣະວິຫານເຊົາເລັກ
ໃຫ້ເຮົາມາເດີນທາງກັບໄປຫາວັນທີ່ຮ້ອນອົບເອົ້າຂອງວັນທີ 24 ເດືອນກໍລະກົດ, 1847, ປະມານບ່າຍ 2:00 ໂມງ. ຫລັງຈາກການເດີນທາງ 111 ວັນທີ່ຍາກລຳບາກ ພ້ອມດ້ວຍສະມາຊິກຂອງສາດສະໜາຈັກຈຳນວນ 148 ຄົນ ຜູ້ໄດ້ເຕົ້າໂຮມກັນເປັນກຸ່ມທຳອິດ ທີ່ອອກເດີນທາງໄປຫາພາກຕາເວັນຕົກ, ບຣິກຳ ຢັງ, ຕອນນັ້ນເປັນປະທານກຸ່ມອັກຄະສາວົກສິບສອງ, ທີ່ປ່ວຍໂຊດ້ວຍໄຂ້ປ່າ, ໄດ້ມາເຖິງຮ່ອມພູເຊົາເລັກ.
ສອງມື້ຈາກນັ້ນ, ຂະນະທີ່ພັກຟື້ນຈາກຄວາມປ່ວຍໂຊ, ບຣິກຳ ຢັງ ໄດ້ພາສະມາຊິກຂອງກຸ່ມອັກຄະສາວົກສິບສອງຫລາຍຄົນ ແລະ ຄົນອື່ນໆ ລົງໄປສຳຫລວດພື້ນທີ່. ວິວລຽມ ຄະເລຕັນ ໄດ້ບັນທຶກວ່າ, “ປະມານໜຶ່ງກິໂລແມັດ ເໜືອຈາກຄ້າຍ, ພວກເຮົາໄດ້ໄປເຖິງທີ່ດິນຕອນໜຶ່ງ, ຮາບພຽງດີ ແລະ ເປັນຄ້ອຍລົງໄປທາງຕາເວັນຕົກ.”1
ຂະນະທີ່ສຳຫລວດສະຖານທີ່ກັບຄົນອື່ນໆຢູ່ນັ້ນ, ທັນທີທັນໃດ ບຣິກຳ ຢັງ ໄດ້ຢຸດ ແລະ ປັກໄມ້ເທົ້າຂອງເພິ່ນລົງດິນ, ປະກາດວ່າ, “ນີ້ຄືບ່ອນທີ່ຈະສ້າງພຣະວິຫານຂອງພຣະເຈົ້າ.” ຄົນໜຶ່ງທີ່ໄປນຳ ແມ່ນ ແອວເດີ ວິວເຝີດ ວູດຣັບ, ຜູ້ທີ່ໄດ້ກ່າວວ່າ ຄຳນີ້ “ຟາດ [ເພິ່ນ] ຄືກັນກັບຟ້າແມບເຫລື້ອມ,” ແລະ ເພິ່ນໄດ້ເອົາງ່າໄມ້ອັນໜຶ່ງສຽບລົງໃສ່ດິນ ບ່ອນທີ່ປະທານຢັງໄດ້ໝາຍໄວ້ດ້ວຍໄມ້ເທົ່າ. ທີ່ດີນຈຳນວນສີ່ສິບ ເອເກີ້ (16 ເຮັກຕາ) ໄດ້ຖືກເລືອກໄວ້ສຳລັບພຣະວິຫານ, ແລະ ພວກເພິ່ນໄດ້ລົງຄວາມເຫັນວ່າ ເມືອງນີ້ຕ້ອງຈັດເປັນຕອນໆ “ເປັນຮູບສີ່ຫລ່ຽມມົນທົນ ເໜືອ & ໃຕ້, ຕາເວັນອອກ & ຕາເວັນຕົກ” ໂດຍມີພຣະວິຫານຕັ້ງຢູ່ໃຈກາງ.2
ໃນກອງປະຊຸມໃຫຍ່ສາມັນເດືອນເມສາ ປີ 1851, ສະມາຊິກຂອງສາດສະໜາຈັກ ໄດ້ອອກຄະແນນສຽງຢ່າງເປັນເອກະສັນ ສະໜັບສະໜູນໃຫ້ສ້າງພຣະວິຫານ “ແດ່ພຣະນາມຂອງພຣະຜູ້ເປັນເຈົ້າ.”3 ສອງປີຈາກນັ້ນ, ໃນວັນທີ 14 ເດືອນກຸມພາ, 1853, ສະຖານທີ່ໄດ້ຖືກອຸທິດໂດຍ ຮີເບີ ຊີ ຄິມໂບ ໃນພິທີສາທາລະນະຊົນ ຊຶ່ງມີສະມາຊິກຫລາຍຮ້ອຍຄົນມາຮ່ວມ, ແລະ ທີ່ດິນໄດ້ຖືກອຸທິດສຳລັບຮາກຖານຂອງພຣະວິຫານເຊົາເລັກ. ສອງສາມເດືອນຈາກນັ້ນ, ໃນວັນທີ 6 ເດືອນເມສາ, ຫີນເສົາເອກກ້ອນໃຫຍ່ຂອງພຣະວິຫານໄດ້ຖືກວາງລົງ ແລະ ໄດ້ຖືກອຸທິດດ້ວຍພິທີທີ່ລະອຽດ ຊຶ່ງຮ່ວມດ້ວຍ ຂະບວນກອງສີ ແລະ ຄະນະດົນຕີ ແລະ ຂະບວນແຫ່ ຊຶ່ງນຳໜ້າໂດຍຜູ້ນຳຂອງສາດສະໜາຈັກ ຈາກຕຶກແທໂບແນໂກ ຫລັງເກົ່າ ໄປຫາສະຖານທີ່ພຣະວິຫານ, ບ່ອນທີ່ມີການກ່າວຂໍ້ຄວາມ ແລະ ຄຳອະທິຖານ ສຳລັບທຸກໆກ້ອນຫີນເສົາເອກສີ່ກ້ອນ.4
ໃນພິທີອຸທິດສະຖານທີ່, ປະທານຢັງໄດ້ບອກວ່າ ເພິ່ນໄດ້ຮັບພາບນິມິດ ຕອນເພິ່ນຍ່າງມາເຖິງສະຖານທີ່ ເວລາເພິ່ນມາສຳຫລວດທີ່ດິນໃນຫ່ອມພູ, ເພິ່ນເວົ້າວ່າ, “ຂ້າພະເຈົ້າຮູ້ [ໃນເວລານັ້ນ], ເທົ່າໆກັບຂ້າພະເຈົ້າຮູ້ໃນເວລານີ້, ວ່ານີ້ຄືສະຖານທີ່ສຳລັບພຣະວິຫານ—ມັນຢູ່ຕໍ່ໜ້າຂ້າພະເຈົ້າ.”5
ສິບປີຈາກນັ້ນ, ບຣິກຳ ຢັງ ໄດ້ກ່າວຂໍ້ຄວາມດັ່ງຕໍ່ໄປນີ້ ຢູ່ໃນກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 1863 ວ່າ: “ຂ້າພະເຈົ້າຢາກເຫັນພຣະວິຫານຖືກສ້າງໃນແບບທີ່ຈະທົນທານຜ່ານໜຶ່ງພັນປີ. ພຣະວິຫານແຫ່ງນີ້ ບໍ່ແມ່ນແຫ່ງດຽວເທົ່ານັ້ນທີ່ພວກເຮົາຈະສ້າງ; ຈະມີພຣະວິຫານເປັນຮ້ອຍໆຖືກສ້າງຂຶ້ນ ແລະ ຖືກອຸທິດແດ່ພຣະຜູ້ເປັນເຈົ້າ. ພຣະວິຫານແຫ່ງນີ້ຈະຖືກຮັບຮູ້ວ່າເປັນພຣະວິຫານແຫ່ງທຳອິດ ທີ່ສ້າງຂຶ້ນຢູ່ໃນເຂດພູ ໂດຍໄພ່ພົນຍຸກສຸດທ້າຍ. … ຂ້າພະເຈົ້າຢາກໃຫ້ພຣະວິຫານ … ຕັ້ງຢູ່ເປັນອະນຸສອນຢ່າງສະຫງ່າແຫ່ງສັດທາ, ດ້ວຍຄວາມຂະຫຍັນໝັ່ນພຽນຂອງໄພ່ພົນຂອງພຣະເຈົ້າ ຢູ່ໃນເຂດພູ.”6
ໃນການທົບທວນປະຫວັດສາດຫຍໍ້ນີ້, ຂ້າພະເຈົ້າມີຄວາມອັດສະຈັນໃຈກັບການຫລິງເຫັນຂອງບຣິກຳ ຢັງ—ທຳອິດ, ເພິ່ນໝັ້ນໃຈວ່າ, ເທົ່າທີ່ເປັນໄປໄດ້, ຖ້າໃຊ້ແບບແຜນການສ້າງທີ່ມີຢູ່ໃນເວລານັ້ນ, ແລ້ວພຣະວິຫານເຊົາເລັກຈະຖືກສ້າງໃນແບບແຜນທີ່ຈະທົນທານໄປຕະຫລອດຜ່ານໜຶ່ງພັນປີ ແລະ, ທີສອງ, ຄຳທຳນາຍຂອງເພິ່ນເລື່ອງການຈະມີພຣະວິຫານຫລາຍໆແຫ່ງໃນອະນາຄົດ ຕະຫລອດທົ່ວໂລກ, ແມ່ນແຕ່ກ່າວເຖິງມັນ ເປັນຮ້ອຍໆແຫ່ງ.
ການບຸລະນະພຣະວິຫານເຊົາເລັກ
ເຊັ່ນດຽວກັບບຣິກຳ ຢັງ, ສາດສະດາໃນປະຈຸບັນຂອງເຮົາ ໄດ້ດູແລພຣະວິຫານເຊົາເລັກ ແລະ ແຫ່ງອື່ນໆເປັນຢ່າງດີ. ເປັນເວລາຫລາຍປີ, ຝ່າຍປະທານສູງສຸດ, ເປັນບາງຄັ້ງ, ໄດ້ປຶກສາກັບອະທິການຄວບຄຸມ ເພື່ອໃຫ້ແນ່ໃຈວ່າ ຮາກຖານຂອງພຣະວິຫານເຊົາເລັກຍັງແໜ້ນໜາຢູ່ຄືເກົ່າຫລືບໍ່. ຕອນຂ້າພະເຈົ້າໄດ້ຮັບໃຊ້ເປັນອະທິການຄວບຄຸມ, ຕາມຄຳຂໍຮ້ອງຂອງຝ່າຍປະທານສູງສຸດ, ພວກເຮົາໄດ້ທົບທວນທຸກບ່ອນຂອງພຣະວິຫານເຊົາເລັກ, ລວມທັງການປະເມີນຜົນຂອງແບບແຜນ ແລະ ການສ້າງແບບທັນສະໄໝ ທີ່ສາມາດຕ້ານທານກັບແຜ່ນດິນໄຫວ.
ນີ້ແມ່ນພາກສ່ວນໜຶ່ງຂອງການທົບທວນ ທີ່ໄດ້ສະເໜີຕໍ່ຝ່າຍປະທານສູງສຸດໃນເວລານັ້ນ: “ໃນແບບແຜນ ແລະ ການສ້າງພຣະວິຫານເຊົາເລັກ, ວິສະວະກຳທີ່ດີທີ່ສຸດ, ນັກກໍ່ສ້າງທີ່ຊຳນານ, ອຸປະກອນການສ້າງ, ເຄື່ອງປະດັບ ແລະ ແຫລ່ງທີ່ມີໃຫ້ບໍລິການອື່ນໆ ໄດ້ຖືກໃຊ້. ນັບແຕ່ມັນໄດ້ຖືກອຸທິດໃນປີ 1893, ພຣະວິຫານໄດ້ຕັ້ງຢູ່ຢ່າງທົນທານ ແລະ ໄດ້ຮັບໃຊ້ເປັນທຸງສັນຍານແຫ່ງສັດທາ [ແລະ] ຄວາມຫວັງ ແລະ ເປັນແສງສະຫວ່າງໃຫ້ແກ່ຜູ້ຄົນ. ໄດ້ມີການດູແລເປັນຢ່າງດີ ເລື່ອງການດຳເນີນງານ, ການທຳຄວາມສະອາດ, ແລະ ການຮັກສາພຣະວິຫານໃຫ້ຢູ່ໃນສະພາບດີ. ຝາຂ້າງນອກທີ່ເຮັດດ້ວຍຫີນອ່ອນ ແລະ ພື້ນຫ້ອງຂ້າງໃນ, ຂື່ ແລະ ຄານ ກໍຢູ່ໃນສະພາບດີ. ການສຳຫລວດເມື່ອບໍ່ດົນມານີ້ຢັ້ງຢືນວ່າ ສະຖານທີ່ ຊຶ່ງບຣິກຳ ຢັງ ໄດ້ເລືອກສຳລັບພຣະວິຫານ ເປັນທີ່ດິນບ່ອນສົມບູນ ແລະ ມີຄຸນນະພາບດີຫລາຍທີ່ສຸດ.”7
ການທົນທວນໄດ້ສະຫລຸບວ່າຕ້ອງມີການສ້ອມແປງ ແລະ ການປ່ຽນແປງຕາມທຳມະດາ ເພື່ອຕໍ່ອາຍຸ ແລະ ປັບປຸງພຣະວິຫານ, ລວມທັງດາດຟ້າດ້ານນອກ ແລະ ພື້ນທີ່, ລະບົບນ້ຳໄຟທີ່ລ້າສະໄໝ, ແລະ ບໍລິເວນອ່າງບັບຕິສະມາ. ເຖິງຢ່າງໃດກໍຕາມ, ຍັງຕ້ອງມີການພິຈາລະນາເລື່ອງການປັບປຸງໃຫ້ສາມາດຕ້ານທານກັບແຜ່ນດິນໄຫວນຳອີກ, ເລີ່ມຕົ້ນຈາກຮາກຖານຂອງພຣະວິຫານຂຶ້ນໄປ.
ຮາກຖານຂອງພຣະວິຫານ
ທ່ານອາດຍັງຈື່ໄດ້, ວ່າປະທານບຣິກຳ ຢັງ ເອງກໍໄດ້ມີພາກສ່ວນຫລາຍສົມຄວນໃນການສ້າງຮາກຖານຂອງພຣະວິຫານດັ້ງເດີມ, ຊຶ່ງມັນໄດ້ຄ້ຳຈູນພຣະວິຫານໄວ້ເປັນຢ່າງດີ ນັບຕັ້ງແຕ່ໄດ້ສ້າງສຳເລັດເມື່ອ 127 ປີກ່ອນ. ການແນະນຳໃໝ່ ເລື່ອງການປັບປຸງພຣະວິຫານໃຫ້ສາມາດຕ້ານທານກັບແຜ່ນດິນໄຫວ ຊຶ່ງຈະໃຊ້ ເທັກໂນໂລຈີແບບແຍກພື້ນ, ຊຶ່ງເປັນເລື່ອງທີ່ຄິດບໍ່ເຖິງໃນການສ້າງຂອງເວລານັ້ນ. ແບບແຜນນີ້ເປັນໂຄງການລ່າສຸດ, ທີ່ດີທີ່ສຸດສຳລັບການປ້ອງກັນຈາກແຜ່ນດິນໄຫວ.
ເທັກໂນໂລຈີນີ້, ໃນການພັດທະນາທີ່ລ່າສຸດຂອງມັນ, ເລີ່ມຕົ້ນທີ່ຮາກຖານຂອງພຣະວິຫານ, ເປັນລຳສັນທີ່ສາມາດຕ້ານທານກັບແຜ່ນດິນໄຫວໄດ້. ໃນຄວາມຈິງແລ້ວ, ມັນຈະຊ່ວຍໃຫ້ພຣະວິຫານຕັ້ງຢູ່ຢ່າງໝັ້ນຄົງ, ແມ່ນແຕ່ຕອນທີ່ເກີດແຜ່ນດິນໄຫວ.
ເລື່ອງການບຸລະນະພຣະວິຫານ ຊຶ່ງຈະນຳໃຊ້ເທັກໂນໂລຈີນີ້ ໄດ້ຖືກປະກາດໂດຍຝ່າຍປະທານສູງສຸດ ເມື່ອປີແລ້ວນີ້. ພາຍໃຕ້ການຊີ້ນຳຂອງອະທິການຄວບຄຸມ, ການສ້ອງແປງໄດ້ເລີ່ມຕົ້ນສອງສາມເດືອນຜ່ານມາແລ້ວ ໃນເດືອນມັງກອນ ປີ 2020. ກະວ່າ ຈະສຳເລັດພາຍໃນສີ່ປີ.
ການຮັບປະກັນຮາກຖານສ່ວນຕົວຂອງທ່ານ
ຂະນະທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບສີ່ປີຂ້າງໜ້າ ຂອງຊີວິດທີ່ສວຍງາມ, ກຽດຕິຍົດ, ຄວາມສູງສົ່ງ, ແລະ ການດົນໃຈທີ່ໜ້າອັດສະຈັນຂອງພຣະວິຫານເຊົາເລັກນີ້, ຂ້າພະເຈົ້າວາດພາບເຫັນມັນເປັນຊ່ວງເວລາຂອງ ການສ້ອມແປງໃໝ່ ແທນທີ່ຈະເປັນເວລາຂອງການປິດ! ໃນວິທີທີ່ຄ້າຍຄືກັນນີ້, ເຮົາອາດຖາມຕົວເອງວ່າ, “ການສ້ອມແປງຢ່າງຫລວງຫລາຍຂອງພຣະວິຫານເຊົາເລັກ ດົນໃຈເຮົາໃຫ້ທຳການ ສ້ອມແປງ, ກໍ່ສ້າງຄືນໃໝ່, ເກີດໃໝ່, ເພິ່ມກຳລັງ, ແລະ ຟື້ນຟູທາງວິນຍານຂອງເຮົາເອງແນວໃດ?”
ເມື່ອເຮົາສຳຫລວດຕົວເອງ ເຮົາອາດເຫັນວ່າ ເຮົາ ແລະ ຄອບຄົວຂອງເຮົາກໍຄືກັນ ສາມາດໄດ້ຮັບຜົນປະໂຫຍດຈາກການປັບປຸງ ແລະ ການສ້ອມແປງໃໝ່ຂອງເຮົາ, ແມ່ນແຕ່ດັດແປງໃຫ້ສາມາດຕ້ານທານກັບແຜ່ນດິນໄຫວໄດ້! ເຮົາສາມາດເລີ່ມຕົ້ນຂັ້ນຕອນດ້ວຍການຖາມວ່າ:
“ຮາກຖານຂອງເຮົາເບິ່ງເປັນແນວໃດ?”
“ແມ່ນຫຍັງຄືສ່ວນປະກອບຄວາມແໜ້ນໜາ, ໝັ້ນແກ່ນ, ເຂັ້ມແຂງຂອງຫີນເສົາເອກ ທີ່ເປັນພາກສ່ວນຂອງຮາກຖານສ່ວນຕົວຂອງເຮົາ, ຊຶ່ງເທິງນັ້ນປະຈັກພະຍານຂອງເຮົາຕັ້ງຢູ່?”
“ສ່ວນປະສົມຂອງຮາກຖານສຳລັບລັກສະນະທາງວິນຍານ ແລະ ທາງຄວາມຮູ້ສຶກຂອງເຮົາມີຫຍັງແດ່ ທີ່ຈະຊ່ວຍໃຫ້ເຮົາ ແລະ ຄອບຄົວຂອງເຮົາຕັ້ງຢູ່ຢ່າງໝັ້ນຄົງ ແລະ ບໍ່ຫວັ່ນໄຫວ, ແມ່ນແຕ່ໃນຍາມທີ່ມີແຜ່ນດິນໄຫວ ແລະ ເຫດການປັ່ນປ່ວນທີ່ດັງສະນັ່ນ ຊຶ່ງຈະເກີດຂຶ້ນໃນຊີວິດຂອງເຮົາຢ່າງແນ່ນອນ?”
ເຫດການເຫລົ່ານີ້, ທີ່ຄ້າຍຄືກັນກັບແຜ່ນດິນໄຫວ ສ່ວນຫລາຍຈະຄາດຄະເນບໍ່ໄດ້ ແລະ ຈະເກີດຂຶ້ນໃນຫລາຍລະດັດຂອງຄວາມຮ້າຍແຮງ—ການຄຸ້ນຄິດກັບຄຳຖາມ ຫລື ຄວາມສົງໃສ, ການປະເຊີນກັບຄວາມທຸກ ຫລື ຄວາມຍາກລຳບາກ, ການພະຍາຍາມແກ້ໄຂຄວາມຄຽດແຄ້ນສ່ວນຕົວກັບຜູ້ນຳຂອງສາດສະໜາຈັກ, ສະມາຊິກ, ຄຳສອນ, ຫລື ນະໂຍບາຍ. ສິ່ງປ້ອງກັນໄດ້ດີທີ່ສຸດຕໍ່ເລື່ອງເຫລົ່ານີ້ ແມ່ນຂຶ້ນຢູ່ກັບຮາກຖານທາງວິນຍານຂອງເຮົາ.
ຊີວິດຂອງຫີນເສົາເອກທາງວິນຍານສ່ວນຕົວຂອງເຮົາ ແລະ ຄອບຄົວຂອງເຮົາເປັນແບບໃດ? ມັນອາດເປັນຫລັກທຳທີ່ລຽບງ່າຍ, ແຈ່ມແຈ້ງ, ແລະ ມີຄ່າຂອງການດຳລົງຊີວິດຕາມພຣະກິດຕິຄຸນ—ການອະທິຖານເປັນຄອບຄົວ; ການສຶກສາພຣະຄຳພີ, ລວມທັງພຣະຄຳພີມໍມອນ; ການໄປພຣະວິຫານ; ແລະ ການຮຽນຮູ້ພຣະກິດຕິຄຸນ ຜ່ານທາງປຶ້ມ ຈົ່ງຕາມເຮົາມາ ແລະ ການສັງສັນໃນຕອນແລງ. ແຫລ່ງອື່ນໆທີ່ເປັນປະໂຫຍດ ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ຮາກຖານທາງວິນຍານຂອງທ່ານ ອາດຮ່ວມດ້ວຍ ຫລັກແຫ່ງຄວາມເຊື່ອ, ການປະກາດເລື່ອງຄອບຄົວ, ແລະ “ພຣະຄຣິດທີ່ຊົງພຣະຊົນ.”
ສຳລັບຂ້າພະເຈົ້າແລ້ວ, ຫລັກທຳຢູ່ໃນຄຳຖາມຂອງການສຳພາດສຳລັບໃບຮັບຮອງເຂົ້າພຣະວິຫານ ໃຊ້ເປັນພື້ນຖານທີ່ແຂງແກ່ນສຳລັບຮາກຖານທາງວິນຍານ—ໂດຍສະເພາະຄຳຖາມສີ່ຂໍ້ທຳອິດ. ຂ້າພະເຈົ້າເຫັນມັນເປັນຫີນເສົາເອກທາງວິນຍານ.
ແນ່ນອນ, ເຮົາຮູ້ຈັກຄຳຖາມເຫລົ່ານີ້ດີ, ດັ່ງທີ່ປະທານ ຣະໂຊ ເອັມ ແນວສັນ ໄດ້ອ່ານມັນໃຫ້ເຮົາຟັງແຕ່ລະຂໍ້ ຢູ່ໃນກອງປະຊຸມໃຫຍ່ສາມັນເທື່ອແລ້ວນີ້.
-
ເຈົ້າມີສັດທາໃນພຣະເຈົ້າ ແລະ ມີປະຈັກພະຍານເຖິງພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ; ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ໃນພຣະວິນຍານບໍລິສຸດບໍ?
-
ເຈົ້າມີປະຈັກພະຍານເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນການເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ເປັນພຣະຜູ້ໄຖ່ຂອງເຈົ້າບໍ?
-
ເຈົ້າມີປະຈັກພະຍານເຖິງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດບໍ?
-
ເຈົ້າສະໜັບສະໜູນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ວ່າເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ວ່າເພິ່ນເປັນຄົນດຽວເທົ່ານັ້ນຢູ່ໃນໂລກນີ້ ທີ່ມີສິດອຳນາດທີ່ຈະໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດບໍ?8
ທ່ານສາມາດເຫັນວິທີທີ່ຄຳຖາມເຫລົ່ານີ້ເປັນພາກສ່ວນທີ່ມີຄ່າໃນຮາກຖານສ່ວນຕົວຂອງທ່ານ ເພື່ອຊ່ວຍທ່ານສ້າງ ແລະ ຄ້ຳຈູນມັນບໍ? ໂປໂລໄດ້ສິດສອນຊາວເອເຟໂຊກ່ຽວກັບສາດສະໜາຈັກ ທີ່ຖືກ “ສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ສາດສະດາໄດ້ວາງລົງແລ້ວ, ພຣະເຢຊູຄຣິດເອງເປັນຫີນເສົາເອກ; ໃນພຣະອົງນັ້ນ, ທຸກສ່ວນຂອງໂຄງຮ່າງກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ ແລະ ຈະເລີນຂຶ້ນເປັນພຣະວິຫານອັນສັກສິດຂອງພຣະຜູ້ເປັນເຈົ້າ.”9
ໜຶ່ງໃນຄວາມສຸກທີ່ຍິ່ງໃຫຍ່ ໃນຊີວິດຂອງຂ້າພະເຈົ້າ ຄືການຄຸ້ນເຄີຍ ແລະ ໄດ້ຮັບການດົນໃຈຈາກສະມາຊິກຂອງສາດສະໜາຈັກຕະຫລອດທົ່ວໂລກ ຜູ້ດຳລົງຊີວິດເປັນແບບຢ່າງແຫ່ງສັດທາໃນພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ເຂົາເຈົ້າໄດ້ສ້າງຮາກຖານສ່ວນຕົວທີ່ເຂັ້ມແຂງ ຊຶ່ງຊ່ວຍເຂົາເຈົ້າໃຫ້ສາມາດຕ້ານທານກັບເຫດການແຜ່ນດິນໄຫວ ດ້ວຍຄວາມເຂົ້າໃຈທີ່ໝັ້ນຄົງ, ເຖິງແມ່ນຈະມີຄວາມເສຍໃຈ ແລະ ຄວາມເຈັບປວດກໍຕາມ.
ເພື່ອສະແດງສິ່ງນີ້ໃນລະດັບສ່ວນຕົວໃຫ້ຫລາຍກວ່າເກົ່າ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ກ່າວປາໄສຢູ່ໃນງານສົ່ງສະການຂອງຜູ້ຍິງຄົນໜຶ່ງ ທີ່ເປັນພັນລະຍາ ແລະ ເປັນແມ່ທີ່ສວຍງາມ, ແຈ່ມໃສ, ແລະ ໜຸ່ມ (ເປັນເພື່ອນກັບຄອບຄົວຂອງພວກເຮົານຳອີກ). ນາງເປັນນັກກິລາເຕະບານຢູ່ໃນທີມອັນດັບ 1 ຂອງມະຫາວິທະຍາໄລ ຕອນນາງພົບກັບສາມີຜູ້ທີ່ເປັນນັກສຶກສາຝ່າຍໝໍແຂ້ວ. ເຂົາເຈົ້າໄດ້ມີລູກສາວທີ່ສວຍງາມ ແລະ ສະຫລາດຄົນໜຶ່ງ. ນາງໄດ້ປະເຊີນກັບໂຣກມະເລັງຫລາຍຢ່າງເປັນເວລາຫົກປີ. ເຖິງແມ່ນນາງໄດ້ປະສົບກັບຄວາມທຸກທາງອາລົມ ແລະ ຮ່າງກາຍ, ແຕ່ນາງໄວ້ວາງໃຈໃນພຣະບິດາເທິງສະຫວັນທີ່ຊົງຮັກຂອງນາງ ແລະ ໝູ່ເພື່ອນໃນສື່ສານມວນຊົນທີ່ຕິດຕາມການເຄື່ອນໄຫວຂອງນາງ ຊຶ່ງມັກຈະອ້າງເຖິງຖ້ອຍຄຳທີ່ໂດ່ງດັງ ທີ່ນາງມັກເວົ້າເລື້ອຍໆວ່າ: “ພຣະເຈົ້າມີອິດທິພົນໃນທຸກສິ່ງ.”
ເທື່ອໜຶ່ງນາງໄດ້ລົງຂໍ້ຄວາມໃນສື່ສານມວນຊົນວ່າ ມີຄົນຖາມນາງ, “ເຈົ້າຍັງມີສັດທາຢູ່ໄດ້ແນວໃດ ເພາະບັນຫາທີ່ຢູ່ອ້ອມຮອບເຈົ້າ?” ນາງໄດ້ຕອບຢ່າງໜັກແໜ້ນວ່າ: “ເພາະສັດທາເປັນສິ່ງທີ່ຊ່ວຍຂ້ອຍໃຫ້ຜ່ານຜ່າຊ່ວງເວລາທີ່ມືດມົວນີ້ໄປ. ການມີສັດທາບໍ່ໄດ້ໝາຍຄວາມວ່າ ສິ່ງຊົ່ວຮ້າຍຈະບໍ່ເກີດຂຶ້ນຈັກເທື່ອ. ການມີສັດທາຊ່ວຍຂ້ອຍໃຫ້ເຊື່ອວ່າ ຈະມີແສງສະຫວ່າງອີກ. ແລະ ວ່າມັນຈະຮຸ່ງແຈ້ງກວ່າເກົ່າ ເພາະຂ້ອຍໄດ້ເດີນຜ່ານຄວາມມືດ. ໃນຈຳນວນຄວາມມືດທີ່ຂ້ອຍໄດ້ເຫັນມາເປັນເວລາຫລາຍປີ, ຂ້ອຍໄດ້ເຫັນແສງສະຫວ່າງຫລາຍກວ່ານັ້ນ. ຂ້ອຍໄດ້ເຫັນການມະຫັດສະຈັນ. ຂ້ອຍເຄີຍຮູ້ສຶກວ່າທູດສະຫວັນຢູ່ໃກ້. ຂ້ອຍຮູ້ວ່າພຣະບິດາເທິງສະຫວັນຂອງຂ້ອຍໄດ້ຄ້ຳຊູຂ້ອຍ. ຂ້ອຍຄົງບໍ່ເຄີຍມີປະສົບການເຫລົ່ານັ້ນ ຖ້າຫາກຊີວິດນີ້ງ່າຍດາຍ. ອະນາຄົດຂອງຊີວິດນີ້ເປັນສິ່ງທີ່ບໍ່ແນ່ນອນ, ແຕ່ບໍ່ແມ່ນສັດທາຂອງຂ້ອຍ. ຖ້າຫາກຂ້ອຍເລືອກທີ່ຈະບໍ່ມີສັດທາ ແລ້ວຂ້ອຍໄດ້ເລືອກພຽງແຕ່ຈະເດີນໄປໃນຄວາມມືດເທົ່ານັ້ນ. ເພາະປາດສະຈາກສັດທາ, ກໍເຫລືອພຽງແຕ່ຄວາມມືດ.”10
ປະຈັກພະຍານເລື່ອງສັດທາທີ່ບໍ່ຫວັ່ນໄຫວຂອງນາງໃນອົງພຣະເຢຊູຄຣິດເຈົ້າ—ໃນຖ້ອຍຄຳ ແລະ ການກະທຳຂອງນາງເອງ—ເປັນການດົນໃຈສຳລັບຄົນອື່ນໆ. ເຖິງແມ່ນວ່າຮ່າງກາຍຂອງນາງ ອ່ອນແອ, ແຕ່ນາງໄດ້ໃຫ້ກຳລັງໃຈແກ່ຄົນອື່ນ ເພື່ອໃຫ້ ເຂັ້ມແຂງຂຶ້ນ.
ຂ້າພະເຈົ້າຄິດກ່ຽວກັບສະມາຊິກຂອງສາດສະໜາຈັກຈົນນັບບໍ່ຖ້ວນ, ເປັນນັກສູ້ແບບເອື້ອຍນ້ອງຄົນນີ້, ຜູ້ດຳເນີນໄປທຸກວັນໃນສັດທາ, ພະຍາຍາມເປັນສານຸສິດທີ່ແທ້ຈິງ ແລະ ບໍ່ທໍ້ຖອຍ ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ເຂົາເຈົ້າຮຽນຮູ້ກ່ຽວກັບພຣະຄຣິດ. ເຂົາເຈົ້າສັ່ງສອນເລື່ອງພຣະຄຣິດ. ເຂົາເຈົ້າພະຍາຍາມເຮັດຕາມຕົວຢ່າງຂອງພຣະອົງ. ບໍ່ວ່າຊີວິດປະຈຳວັນຂອງເຂົາເຈົ້າຈະປະເຊີນກັບພື້ນຖານທີ່ໝັ້ນຄົງ ຫລື ສັ່ນສະເທືອນກໍຕາມ, ແຕ່ຮາກຖານທາງວິນຍານຂອງເຂົາເຈົ້າ ຍັງເຂັ້ມແຂງ ແລະ ບໍ່ຫວັ່ນໄຫວ.
ເຂົາເຈົ້າຄືຜູ້ຄົນທີ່ອຸທິດຕົນ ຜູ້ທີ່ເຂົ້າໃຈຄວາມໝາຍເລິກຊຶ້ງຂອງເນື້ອເພງ “ພື້ນໝັ້ນຄົງໜັກໜາ, ສຳລັບສັດທາຂອງສິດທິຊົນ” ແລະ “ໃຜຫລົບລີ້ໄພໄປເພິ່ງອົງພຣະຜູ້ຊ່ວຍໃຫ້ລອດ.”11 ຂ້າພະເຈົ້າມີຄວາມກະຕັນຍູເກີນກວ່າຈະວັດແທກໄດ້ ທີ່ໄດ້ເດີນໄປກັບຜູ້ທີ່ກະກຽມຮາກຖານທາງວິນຍານດ້ວຍຄວາມມີຄ່າຄວນ ໃນນາມ ໄພ່ພົນ ແລະ ຜູ້ທີ່ເຂັ້ມແຂງ ແລະ ໝັ້ນໃຈພໍທີ່ຈະທົນກັບຄວາມວຸ້ນວາຍຂອງຊີວິດຢ່າງຫລວງຫລາຍນີ້ໄດ້.
ຂ້າພະເຈົ້າບໍ່ຄິດວ່າ ເຮົາເວົ້າເກີນຕົວ ກ່ຽວກັບຄວາມສຳຄັນຂອງຮາກຖານທີ່ໝັ້ນຄົງເຊັ່ນນັ້ນ ໃນຊີວິດປະຈຳວັນຂອງເຮົາ. ແມ່ນແຕ່ຕອນຍັງນ້ອຍ, ເດັກນ້ອຍຊັ້ນປະຖົມໄວຂອງເຮົາກໍຍັງໄດ້ຖືກສິດສອນ ຂະນະທີ່ພວກເຂົາໄດ້ຮ້ອງຄວາມຈິງນີ້:
ຄົນສະຫລາດສ້າງບ້ານໄວ້ເທິງສີລາ,
ແລ້ວຝົນກໍຕົກລົງມາ. …
ຝົນກໍຕົກ, ແລ້ວນ້ຳກໍມາກຂຶ້ນ,
ສ່ວນທີ່ບ້ານເທິງສີລາໝັ້ນຄົງ.12
ພຣະຄຳພີຄ້ຳຈູນຄຳສອນຂອງຮາກຖານນີ້. ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຜູ້ຄົນໃນອາເມຣິກາວ່າ:
“ແລະ ຖ້າຫາກເຈົ້າກະທຳຕາມສິ່ງເຫລົ່ານີ້ສະເໝີ ເຈົ້າຍ່ອມເປັນສຸກ, ເພາະເຈົ້າຖືກ ສ້າງຢູ່ເທິງດານຫີນຂອງເຮົາ.
“ແຕ່ຜູ້ໃດໃນບັນດາພວກເຈົ້າຈະກະທຳຫລາຍ ຫລື ນ້ອຍໄປກວ່ານີ້ຍ່ອມ ບໍ່ໄດ້ຖືກສ້າງຢູ່ເທິງດານຫີນຂອງເຮົາ, ແຕ່ໄດ້ຖືກສ້າງຢູ່ເທິງດິນຊາຍ; ແລະ ເມື່ອຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະພວກເຂົາ, ພວກເຂົາຈະພັງ.”13
ນີ້ແມ່ນຄວາມຫວັງທີ່ຈິງໃຈຂອງຜູ້ນຳຂອງສາດສະໜາຈັກ ວ່າການບຸລະນະ ພຣະວິຫານເຊົາເລັກ ຈະເປັນໄປຕາມຄວາມປາດຖະໜາຂອງບຣິກຳ ຢັງ ທີ່ຈະເຫັນ “ພຣະວິຫານຖືກສ້າງໃນແບບທີ່ຈະທົນທານຜ່ານໜຶ່ງພັນປີ.” ໃນສາມສີ່ປີທີ່ຈະມາເຖິງນີ້, ຂໍໃຫ້ເຮົາຈົ່ງໃຫ້ການປັບປຸງພຣະວິຫານເຊົາເລັກ ປະທັບໃຈ ແລະ ດົນໃຈເຮົາ, ເປັນສ່ວນບຸກຄົນ ແລະ ຄອບຄົວ, ເພື່ອວ່າເຮົາຄືກັນ—ໃນທາງການປຽບທຽບ—ຈະ “ຖືກສ້າງຂຶ້ນໃນແບບທີ່ຈະທົນທານຜ່ານໜຶ່ງພັນປີ.”
ເຮົາຈະເຮັດແນວນີ້ໄດ້ ເມື່ອເຮົາບັນລຸຕາມຄຳສັ່ງຂອງອັກຄະສາວົກໂປໂລ ທີ່ໃຫ້ “[ທ້ອນໂຮມ] ຊັບສົມບັດໄວ້ສຳລັບ [ຕົວເຮົາເອງ] ຊຶ່ງຈະເປັນຮາກຖານອັນໝັ້ນຄົງເພື່ອອະນາຄົດ, ດັ່ງນັ້ນ [ເຮົາ] ຈະສາມາດຢຶດເອົາຊີວິດນິລັນດອນໄວ້ໄດ້.”14 ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ ວ່າຮາກຖານທາງວິນຍານຂອງເຮົາຈະແນ່ນອນ ແລະ ແນ່ວແນ່, ວ່າປະຈັກພະຍານຂອງເຮົາເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເຖິງບົດບາດຂອງພຣະອົງ ໃນຖານະເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ຈະກາຍເປັນຫີນເສົາເອກຂອງເຮົາເອງ, ຊຶ່ງຂ້າພະເຈົ້າເປັນພະຍານເຖິງ ໃນພຣະນາມຂອງພຣະອົງ, ແມ່ນແຕ່ພຣະເຢຊູຄຣິດ, ອາແມນ.