ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພອນ​ຂອງ​ການ​ເປີດ​ເຜີຍ​ອັນຕໍ່​ເນື່ອງ​ແກ່ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ພອນ​ຂອງ​ການ​ເປີດ​ເຜີຍ​ອັນຕໍ່​ເນື່ອງ​ແກ່ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ

ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ​ໄດ້​ເກີດ​ຂຶ້ນ ແລະ ກໍ​ຍັງ​ໄດ້​ຮັບ​ຢູ່ ຜ່ານ​ຊ່ອງ​ທາງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງ​ໄວ້.

ມື້ນີ້​ຂ້າ​ພະ​ເຈົ້າ​ຈະ​ກ່າວ​​ກ່ຽວ​ກັບ​ການ​ເປີດ​ເຜີຍອັນຕໍ່​ເນື່ອງ​ແກ່​ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວອັນຕໍ່​ເນື່ອງ ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ.

ບາງ​ເທື່ອ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ເຮົາ​ບໍ່​ຮູ້​ເຖິງ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ດົນ ກ່ອນ ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອັກ​ຄະ​ສາ​ວົກ ໃນ​ເດືອນ​ມິຖຸນາ ປີ 1994, ຂ້າ​ພະເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່ງົດ​ງາມ ວ່າ​ເພິ່ນ​ຈະ​ໄດ້​ຮັບ​ການ​ເອີ້ນ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຕົວ​ແທນ​ພາກ​ພື້ນ ແລະ ບໍ່​ຮູ້​ເຫດ​ຜົນ​ວ່າ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມ​ຮູ້ນັ້ນ. ແຕ່​ພວກ​ເຮົາ​ໄດ້​ເປັນ​ຄູ່​ສອນ​ສາດ​ສະ​ໜາ​ນຳ​ກັນ​ຕອນ​ຍັງ​ໜຸ່ມ ຢູ່​ປະ​ເທດ​ອັງ​ກິດ ໃນ​ຊ່ວງ​ໄລ​ຍະ​ປີ 1960, ແລະ ຂ້າ​ພະ​ເຈົ້າ​ກໍ​ຮັກ​ແພງ​ເພິ່ນ​ຫລາຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການເປີດ​ເຜີຍ​ເພາະ​ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ. ເມື່ອ​ສອງ​ສາມ​ປີ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ໄດ້​ກະ​ກຽມ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ລຸ້ນ​ນ້ອງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຕໍ່ຄູ່​ສອນ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ໄດ້​ເປັນ​ລຸ້ນ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ.1 ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຕືອນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ໃຫ້​ປະ​ພຶດ​ດີ​ຕໍ່​ຄູ່​ສອນລຸ້ນ​ນ້ອງ​ຂອງ​ເຂົາ​ເຈົ້າ ເພາະ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ລຸ້ນ​ນ້ອງ ອາດ​ກາຍ​ເປັນ​ລຸ້ນ​ອ້າຍ​ຂອງ​ເຂົາ​ເຈົ້າ​ໃນ​ມື້​ໜຶ່ງ​ກໍ​ໄດ້.

ຂ້າ​ພະ​ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ ວ່າ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ ຖືກ​ນຳ​ພາ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ພຣະ​ອົງ​ຮູ້​ວ່າ​ຈະ​ເອີ້ນ​ຜູ້​ໃດ​ມາ​ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໃນ​ລຳ​ດັບ​ໃດ. ພຣະ​ອົງ​ກໍ​ຍັງ​ຮູ້ຈັກ​ວິ​ທີ​ກະ​ກຽມ​ອັກ​ຄະ​ສາ​ວົກ​ລຸ້ນ​ອ້າຍ​ຂອງ​ພຣະ​ອົງ ໃຫ້​ເປັນ​ສາດ​ສະ​ດາ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ນຳ​ອີກ.

ພວກ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ໃນ​ເຊົ້າ​ມື້ນີ້ ທີ່​ໄດ້​ຍິນ​ຈາກ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະທານ​ຣະໂຊ ເອັມ ແນວສັນ, ກ່າວ​ການ​ປະ​ກາດ​ກ່ຽວ​ກັບ​ສອງ​ຮ້ອຍ​ປີ​ທີ່​ເລິກ​ຊຶ້ງ​ຕໍ່​ໂລກ ດ້ວຍ​ຄວາມ​ນັບ​ຖື​ຕໍ່​ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.2 ການ​ປະ​ກາດ​ທີ່​ສຳ​ຄັນ​ນີ້ ໂດຍ​ປະທານ​ແນວ​ສັນໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນໜີ້​ບຸນ​ຄຸນ​ຫລັກ​ທຳ​ຂອງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ​ສຳ​ລັບ ທີ່​ມາ, ການ​ດຳ​ລົງ​ຢູ່, ແລະ ການ​ຊີ້​ນຳ​ສຳ​ລັບ​ອະ​ນາ​ຄົດ. ການ​ປະ​ກາດ​ໃໝ່​ນີ້​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ສື່​ສານ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ຕໍ່​ລູກໆ​ຂອງ​ພຣະ​ອົງ.

ໃນ​ອະ​ດີດ, ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ ທີ່​ຂ້າ​ພະ​ເຈົ້າ​ມີ​ໃນ​ວັນ​ນີ້. ເພິ່ນ​ໄດ້​ກ່າວ​ວ່າ: “ໃນ​ທຸກ​ສິ່ງ, ທີ່ … ຄວນ​ຮູ້​ບຸນ​ຄຸນ​ຫລາຍ​ທີ່​ສຸດ [ສຳ​ລັບ] ນັ້ນ​ຄື ສະ​ຫວັນ​ໄດ້​ເປີດ​ແທ້ໆ ແລະ ວ່າ ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຈັດ​ຕັ້ງ​ຂຶ້ນ​ເທິງ​ດານ​ຫີນ​ແຫ່ງ​ການ​ເປີດ​ເຜີຍ. ການ​ເປີດ​ເຜີຍອັນ​ຕໍ່​ເນື່ອງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ​ທີ່​ຊົງ​ພຣະ​ຊົນ.”3

ສາດ​ສະ​ດາ​ເອໂນກ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງວັນ​ເວ​ລາ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່. ພຣະ​ຜູ້​ເປັນ​ເຈົ້າໄດ້​ບອກ​ເອ​ໂນກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ຈະມີ​ຢູ່​ຢ່າງ​ຫລວງ​ຫລາຍ ແລະ ຄຳ​ທຳ​ນາຍ​ເຖິງ “ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ” ທີ່​ຈະ​ເກີດ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ, “ແຕ່​ເຮົາ​ຈະ​ຮັກ​ສາ​ຜູ້ຄົນ​ຂອງ​ເຮົາໄວ້.”4 “ແລະ ຄວາມ​ຊອບ​ທຳ​ຈະ​ຖືກ​ສົ່ງ​ລົງ​ມາ​ຈາກ​ສະ​ຫວັນ; ແລະ ເຮົາ​ຈະ​ສົ່ງຄວາມ​ຈິງ​ຂຶ້ນ​ມາ​ຈາກແຜ່ນ​ດິນ​ໂລກ, ເພື່ອ​ເປັນປະຈັກ​ພະຍານ​ເຖິງ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຂອງ​ເຮົາ.”5

ປະທານ​ເອສະຣາ ແທັບ ເບັນສັນ ໄດ້​ສິດ​ສອນ​ດ້ວຍ​ພະ​ລັງ​ອັນຍິ່ງ​ໃຫຍ່​ວ່າ ພຣະ​ຄຳ​ພີ​ມໍ​ມອນ, ຫີນ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຈະ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນໂລກ ໃນ​ການ​ບັນ​ລຸ​ການ​ປະ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ເອ​ໂນກ. ການ​ປະ​ກົດ​ຂອງພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ເຫລົ່າ​ທູດ ແລະ ສາດ​ສະ​ດາ​ຕໍ່​ສາດ​ສະ​ດາ​ໂຈເຊັບ ສະມິດ “ເປັນ​ການ​ຊີ້​ນຳ​ຈາກ​ສະ​ຫວັນ​ເພື່ອ​ໃຫ້​ຟື້ນ​ຟູ​ອຳ​ນາດ​ທີ່​ຈຳ​ເປັນ​ຕໍ່​ອາ​ນາ​ຈັກ.”6

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ເທື່ອ. ບາງ​ຢ່າງ​ໄດ້​ຖືກ​ອ້າງ​ເຖິງ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່ນີ້. ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ຮັບ ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ເຮົາ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ໜັງ​ສື​ມາດ​ຕະ​ຖານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ ບັນ​ຈຸ​ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ​ໃນ​ຍຸກ​ສຸດ​ທ້າຍນີ້.7

ນອກ​ເໜືອ​ໄປ​ຈາກ​ພຣະ​ຄຳ​ພີ​ພື້ນ​ຖານທີ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້, ເຮົາ​ໄດ້​ຮັບ​ພອນ​ທີ່ການ​ເປີດ​ເຜີຍ​ຍັງ​ມີ​ຕໍ່​ເນື່ອງ​ແກ່​ສາດ​ສາ​ດາ​ທີ່​ມີ​ຊີ​ວິດ​ຢູ່. ສາດ​ສະ​ດາ​ເປັນ “ຕົວ​ແທນທີ່​ໄດ້​ຮັບ​ການມອບ​ໝາຍ​ຂອງພຣະ​ຜູ້​ເປັນ​ເຈົ້າ, ໄດ້​ຮັບ​ສິດ​ອຳ​ນາດ​ທີ່​ຈະ​ກ່າວ​ແທນ​ພຣະ​ອົງ.”8

ການ​ເປີດ​ເຜີຍ​ບາງ​ຢ່າງມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ, ແລະ ບາງ​ຢ່າງ​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ເລື່ອງ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ຈິງ​ຈາກ​ສະ​ຫວັນ ແລະ ໃຫ້​ການ​ນຳ​ພາ​ເຮົາ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.9

ເຮົາຮູ້​ບຸນ​ຄຸນ​ຫລາຍ​ສຳ​ລັບ​ການ​ເປີດ​ເຜີຍ​ທີ່​ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ປະກາດ​ການມອບ​ພອນຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ຂອງ​ພຣະ​ວິ​ຫານ ໃຫ້​ແກ່​ສະ​ມາ​ຊິກ​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ຂອງ​ສາດ​ສະ​ໜາ​ຈັກ​ໃນເດືອນ​ມິຖຸນາ 1978.10

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້ກັບ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຫລາຍ​ຄົນຜູ້​ທີ່​ໄດ້​ຢູ່​ນຳ ແລະ ມີ​ພາກ​ສ່ວນ ​ຕອນ​ໄດ້​ຮັບ​ການ​ເປີດ​ເຜີຍ​ອັນ​ລ້ຳ​ຄ່ານີ້. ເພິ່ນ​ແຕ່​ລະ​ຄົນ, ໃນ​ການ​ສົນ​ທະ​ນາ​ເປັນ​ສ່ວນ​ຕົວ, ໄດ້​ຢືນ​ຢັນ​ການ​ນຳ​ພາ​ທາງວິນ​ຍານ​ອັນ​ມີ​ພະ​ລັງ ແລະ ເປັນ​ເອກະ​ສັນ ຊຶ່ງ​ປະທານ​ຄິມໂບ ແລະ ພວກ​ເພິ່ນ​ໄດ້​ຮັບ. ພວກ​ເພິ່ນ​ຫລາຍ​ຄົນ​ເວົ້າ​ວ່າ ມັນ​ເປັນ​ການ​ເປີດ​ເຜີຍທີ່​ມີ​ພະ​ລັງ​​ອັນ​ຍິ່ງ​ໃຫຍ່ ທີ່​ພວກ​ເພິ່ນ​ເຄີຍ​ໄດ້​ຮັບ​ມາກ່ອນ ຫລື ຫລັງ​ຈາກ​ເວ​ລານັ້ນ.11

ພວກ​ເຮົາ​ຜູ້​ທີ່​ຮັບ​ໃຊ້​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໃນ​ເວ​ລານີ້ ກໍ​ໄດ້​ຮັບ​ພອນ​ຫລາຍ ເມື່ອພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ອັນ​ສຳ​ຄັນ ຜ່ານ​ທາງ​ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ​ຂອງ​ພວກ​ເຮົາ.12 ປະທານ​ຣະໂຊ ເອັມ ແນວສັນ ໄດ້​ເປັນ​ຕົວ​ແທນ​ທີ່​ໄດ້​ຮັບ​ການມອບ​ໝາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ສະ​ເພາະ ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ຊ່ວຍ​ຄອບ​ຄົວເຮັດ​ໃຫ້​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ​ເປັນ​ສະ​ຖານ​ທີ່​ສັກ​ສິດແຫ່ງ​ສັດ​ທາ, ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ ຢູ່​ທັງ​ສອງ​ຟາກ​ມ່ານ, ແລະ ພອນ​ຂອງ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດແລ້ວ ເລື່ອງ​ການ​ເຮັດ​ພິ​ທີ​ການ​ທີ່​ສັກ​ສິດ​ຢູ່ໃນ​ພຣະ​ວິ​ຫານ.

ເມື່ອ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ບ້ານ​ເຮືອນ​ຂອງເຮົາ ໄດ້​ຖືກ​ປະ​ກາດ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ຕຸລາ ປີ 2018, ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ວ່າ “ໃນ​ການ​ໄຕ່​ຕອງ​ຂອງ​ສະ​ພາ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຢູ່​ໃນ​ພຣະ​ວິ​ຫານ, … ຫລັງ​ຈາກ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ ໄດ້​ອ້ອນວອນ​ຂໍ​ການ​ເປີດ​ເຜີຍ … , ທຸກ​ຄົນ​ກໍ​ໄດ້​ຮັບ​ການ​ຢືນ​ຢັນ​ທີ່​ມີ​ພະ​ລັງ.”13

ໃນ​ເວ​ລານັ້ນ, ກໍ​ໄດ້​ຮັບ​ການ​ເປີດ​ເຜີຍ​ຢ່າງ​ອື່ນອີກ​ທີ່​ກ່ຽວ​ກັບ​ພິ​ທີ​ການ​ສັກ​ສິດ​ຂອງ​ພຣະ​ວິ​ຫານ ແຕ່ບໍ່​ໄດ້​ປະ​ກາດ ຫລື ນຳ​ໃຊ້.14 ການ​ຊີ້​ນຳ​ນີ້​ເລີ່ມ​ຕົ້ນ​ດ້ວຍ​ການ​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ເປັນ​ສ່ວນ​ຕົວແກ່ປະທານ​ຣະໂຊ ເອັມ ແນວສັນ ແລະ ການ​ຢືນ​ຢັນ​ທີ່​ລະ​ອຽດ​ອ່ອນ ແລະ ມີ​ພະ​ລັງ​ຕໍ່ຜູ້​ທີ່​ມີ​ພາກ​ສ່ວນ​ໃນ​ຂະ​ບວນ​ການນັ້ນ. ປະທານແນວສັນໄດ້​ມີ​ພາກ​ສ່ວນ​ສະ​ເພາະ​ກັບ​ບັນ​ດາ​ເອື້ອຍ​ນ້ອງ​ຜູ້​ຄວບ​ຄຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ອົງ​ການ​ຍິງ​ໜຸ່ມ, ແລະ ອົງ​ການ​ປະ​ຖົມ​ໄວ. ການ​ຊີ້​ນຳ​ຢ່າງ​ສຸດ​ທ້າຍ, ຢູ່​ໃນ​ພຣະ​ວິ​ຫານ, ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແມ່ນເລິກ​ຊຶ້ງ​ທາງວິນ​ຍານ ແລະ ມີ​ພະ​ລັງ​ຫລາຍ. ພວກເຮົາ​ແຕ່​ລະ​ຄົນ​ຮູ້​ວ່າ ​ພວກເຮົາ​ໄດ້​ຮັບ​ພຣະ​ດຳ​ລັດ, ພຣະ​ປະ​ສົງ, ແລະ ໄດ້​ຍິນ​ສຸ​ລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.15

ຂ້າ​ພະ​ເຈົ້າ​ປະ​ກາດ​ດ້ວຍ​ຄວາມ​ໜັກ​ແໜ້ນທັງ​ໝົດ​ວ່າ ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ​ໄດ້​ເກີດ​ຂຶ້ນ ແລະ ກໍ​ຍັງ​ໄດ້​ຮັບ​ຢູ່ ຜ່ານ​ຊ່ອງ​ທາງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງ​ໄວ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ປະ​ກາດ​ໃໝ່​ທີ່​ປະທານແນວສັນໄດ້​ກ່າວ​ໃນ​ເຊົ້າ​ມື້ນີ້ ເປັນ​ການ​ເປີດ​ເຜີຍ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ.

ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຊື່ນ​ຊົມ​ຢູ່​ທີ່​ໂຕະຂອງ​ພຣະ​ຜູ້​ເປັນ​ເຈົ້າ

ພວກ​ເຮົາ​ກໍ​ຂໍ​ປະ​ກາດ​ຄວາມ​ປາດ​ຖະ​ໜາ​ຈາກ​ໃຈ​ຂອງ​ພວກ​ເຮົາ ທີ່​ຈະຜູກ​ພັນ​ໃໝ່​ກັບ​ຜູ້​ທີ່ດີ້ນ​ລົນເລື່ອງ​ປະ​ຈັກ​ພະ​ຍານ​ຂອງ​ຕົນ, ຜູ້ບໍ່​ເຂັ້ມ​ແຂງ, ຫລື ຜູ້​ທີ່​ຂໍ​ໃຫ້​ລຶບ​ຊື່​ຂອງ​ຕົນອອກ​ຈາກ​ບັນ​ທຶກ​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ຢາກ​ຊື່ນ​ຊົມ​ກັບ​ທ່ານ “ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ,” ຢູ່​ທີ່​ໂຕະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ຄວນ​ເຮັດ.16 ພວກເຮົາຕ້ອງການທ່ານ! ສາດ​ສະ​ໜາ​ຈັກ​ຕ້ອງ​ການ​ທ່ານ! ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ທ່ານ! ຄຳ​ອະ​ທິ​ຖານ​ດ້ວຍ​ໃຈ​ຈິງ​ຂອງ​ພວກ​ເຮົາ​ແມ່ນ​ວ່າ ທ່ານ​ຈະ​ມາ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ພວກ​ເຮົາ​ຮູ້​ວ່າ ພວກ​ທ່ານ​ບາງ​ຄົນ​ອາດ​ຖືກ​ຄົ​ນ​ອື່ນ​ເຮັດ​ໃຫ້​ຜິດ​ໃຈ, ເຮັດ​ບໍ່​ດີ​ນຳ, ຫລື ຖືກ​ປະ​ຕິ​ບັດ​ຕໍ່​ໃນ​ທາງ​ທີ່ບໍ່​ເປັນ​ເໝືອນ​ພຣະ​ຄຣິດ. ພວກ​ເຮົາ​ກໍ​ຍັງຮູ້​ອີກວ່າ ບາງ​​ຄົນກໍປະ​ເຊີນ​ກັບ​ການ​ທ້າ​ທາຍ​ເລື່ອງ​ສັດ​ທາ ທີ່​ຍັງ​ບໍ່​ຮູ້​ຄຸນ​ຄ່າ, ເຂົ້າ​ໃຈ, ຫລື ແກ້​ໄຂ​ເທື່ອ.

ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ ແລະ ຊື່​ສັດຫລາຍ​ທີ່​ສຸດ​ບາງ​ຄົນ​ກໍ​ເຄີຍມີ​ການ​ທ້າ​ທາຍ​ເລື່ອງ​ສັດ​ທາ​ເປັນ​ບາງ​ຄັ້ງ. ຂ້າ​ພະ​ເຈົ້າ​ມັກ​ເລື່ອງ​ລາວ​ກ່ຽວ​ກັບ ດັບເບິນຢູ ດັບເບິນຢູ ແຟ້ວສ໌, ຜູ້​ໄດ້​ປະ​ຖິ້ມ​ສາດ​ສະ​ໜາ​ຈັກ​ໄປ ແລະ ໄດ້​ເປັນ​ພະ​ຍານ​ຕ້ານ​ສາດ​ສະ​ດາໂຈ​ເຊັບ ສະ​ມິດ ຢູ່​ໃນ​ສານ​ຂອງ​ລັດ​ມີເຊີຣີ. ຫລັງ​ຈາກ​ໄດ້​ກັບ​ໃຈ, ລາວໄດ້​ຂຽນ​ຈົດ​ໝາຍ​ເຖິງ​ໂຈເຊັບ ມີ​ຄວາມ​ວ່າ, “ຂ້ອຍ​ຮູ້​ຈັກ​ສະ​ພາບ​ຂອງ​ຂ້ອຍ​ດີ, ເຈົ້າ​ກໍ​ຮູ້ຈັກ, ແລະ ພຣະ​ເຈົ້າ​ກໍ​ຮູ້​ຈັກ, ແລະ ຂ້ອຍ​ຢາກ​ໄດ້​ຮັບ​ຄວາມ​ລອດ ຖ້າ​ຫາກ​ໝູ່​ເພື່ອນ​ຂອງ​ຂ້ອຍ​ຊິ​ຊ່ວຍ​ຂ້ອຍ.”17 ໂຈ​ເຊັບ​ກໍ​ໄດ້​ໃຫ້ອະ​ໄພ​ແກ່ລາວ, ໄດ້​ມອບ​ໜ້າ​ທີ່​​ຄືນໃຫ້​ລາວ, ແລະ ໄດ້​ຂຽນ​ຕອບ​ດ້ວຍ​ຄວາມ​ຮັກ​ແພງ​ວ່າ, “ເພື່ອນ​ໃນ​ຕອນ​ຕົ້ນ ແລະ ເພື່ອນ​ໃນ​ທີ່​ສຸດ.”18

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ, ຂໍ​ໃຫ້​ທ່ານ​ຮູ້​ວ່າ ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ໃນສາດ​ສະ​ໜາ​ຈັກ ຈະ​ຕ້ອນ​ຮັບ​ທ່ານ​ກັບ​ຄືນ!

ການ​ເປີດ​ເຜີຍ​ສ່ວນ​ຕົວ​ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ

ການ​ເປີດ​ເຜີຍ​ສ່ວນ​ຕົວ​ມີ​ໃຫ້​ທຸກ​ຄົນ ທີ່​ຖ່ອມ​ຕົວ ແລະ ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ສຳ​ຄັນ​ເທົ່າໆ​ກັບ​ການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ. ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ທາງວິນ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ເປັນ​ສິ່ງ​ທີ່​ເຮັດ​ໃຫ້ຫລາຍ​ລ້ານ​ຄົນ​ມີ​ປະ​ຈັກ​ພະ​ຍານ​ທີ່​ຈຳ​ເປັນ​ຕໍ່​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ການ​ເປີດ​ເຜີຍ​ສ່ວນ​ຕົວ​ເປັນ​ພອນ​ທີ່​ເລິກ​ຊຶ້ງ ຊຶ່ງ​ໄດ້​ຮັບ​ຫລັງ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ ເມື່ອ​ເຮົາຖືກ “ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”19 ຂ້າ​ພະ​ເຈົ້າ​ຈື່​ຈຳ​ການ​ເ​ປີດ​ເຜີຍ​ພິ​ເສດ​ທາງວິນ​ຍານ​ໄດ້ ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 15 ປີ. ອ້າຍ​ທີ່​ດີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ການ​ຊີ້ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເຖິງວິ​ທີ​​ທີ່​ຈະຕອບ​ຮັບ​ກັບ​ພໍ່​ທີ່​ຮັກ​ຂອງ​ພວກ​ເຮົາ, ຜູ້ບໍ່​ຢາກ​ໃຫ້​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ສາດ​ສະ​ໜາ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ​ຄື​ກັນ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ເຖິງ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ.

ບົດ​ບາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ການ​ເປີດ​ເຜີຍ​ສ່ວນ​ຕົວ​ແມ່ນ​ຂຶ້ນ​ກັບ​ຄວາມ​ຈິງ​ທາງວິນ​ຍານ​ທີ່​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.20 ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຜູ້​ເປີດ​ເຜີຍ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທັງ​ໝົດ, ໂດຍ​ສະ​ເພາະ​ກ່ຽວ​ກັບພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຖ້າ​ປາດ​ສະ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ຈະ​ບໍ່​ສາ​ມາດ​ຮູ້ໄດ້​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ. ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພຣະ​ອົງ​ຄື​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ຕຳ​ແໜ່ງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ພຣະ​ອົງ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ທຸກ​ຄົນ​ໃນ​ທາງ​ທີ່​ມີ​ພະ​ລັງ.21 ອິດ​ທິ​ພົນ​ນີ້​ຈະ​ບໍ່​​​ຢູ່ຄົງ​ທີ່ ຍົກ​ເວັ້ນ​ແຕ່​ບຸກ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຮັບ​ໃຊ້​ເປັນ​ຜູ້​ຊຳ​ລະ​ລ້າງ​ນຳ​ອີກ ໃນ​ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ ແລະ ການ​ໃຫ້​ອະ​ໄພ.

ພຣະ​ວິນ​ຍານ​ສື່​ສານ​ໃນ​ທາງ​ທີ່​ມະ​ຫັດ​ສະ​ຈັນ. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້ການ​ບັນ​ຍາຍ​ທີ່​ງົດ​ງາມນີ້​ວ່າ:

“ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ຈະບອກ​ເຈົ້າ​ໃນ​ຈິດ​ໃຈ ແລະ ໃນຫົວ​ໃຈ​ຂອງ​ເຈົ້າ, ໂດຍພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະ​ມາ​ສູ່​ເຈົ້າ ແລະ ຈະ​ມາ​ສະ​ຖິດ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຈົ້າ.

“ບັດ​ນີ້, ຈົ່ງ​ເບິ່ງ, ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ.”22

ເຖິງ​ແມ່ນວ່າ ຜົນ​ກະ​ທົບ​ຂອງພຣະ​ວິນ​ຍານ​ອາດ​ເປັນ​ແບບມີ​ພະ​ລັງ​ຫລາຍ​ທີ່​ສຸດ, ແຕ່​ສ່ວນ​ຫລາຍ​ມັນ​ຈະ​ເປັນແບບ​ທີ່​ງຽບໆ ໃນ​ສຽງແຜ່ວ​ເບົາ.23 ພຣະ​ຄຳ​ພີບັນ​ຈຸ​ຫລາກຫລາຍຕົວ​ຢ່າງກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ວິນ​ຍານ​ເປັນ​ອິດ​ທິ​ພົນ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ, ລວມ​ທັງ​ການ​ກ່າວ​ຄວາມ​ສະ​ຫງົບ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ,24 ​ເຕັມ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ,25 ໃຫ້​ຄວາມ​ຮູ້​ແກ່​ຄວາມ​ຄິດ​ຂອງ​ເຮົາ,26 ແມ່ນ​ແຕ່​ກ່າວ​ຕໍ່​ຄວາມ​ຄິດ​ຂອງ​ເຮົາ.27

ຫລັກ​ທຳ​ບາງ​ຢ່າງ​ທີ່​ກະ​ກຽມ​ເຮົາ​ໃຫ້​ຮັບ​ເອົາ​ການ​ເປີດ​ເຜີຍ ແມ່ນ​ລວມ​ທັງ:

  • ອະ​ທິ​ຖານຂໍ​ການ​ນຳ​ພາ​ທາງວິນ​ຍານ. ດ້ວຍ​ຄວາມ​ຄາ​ລະ​ວະ ແລະ ຄວາມ​ຖ່ອມ ເຮົາ​ຄວນ​ສະ​ແຫວງ​ຫາ ແລະ ທູນ​ຂໍ28 ແລະ ມີ​ຄວາມ​ອົດ​ທົນ ແລະ ຍອມ​ກະ​ທຳ​ຕາມ.29

  • ການກະ​ກຽມ​ສຳ​ລັບ​ການດົນ​ໃຈ. ສິ່ງນີ້​ຮຽກ​ຮ້ອງ​ໃຫ້​ເຮົາ​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

  • ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຢ່າງ​ມີ​ຄ່າ​ຄວນ. ເມື່ອ​ເຮົາ​ເຮັດ​ແນວນີ້, ເຮົາ​ໄດ້​ເປັນ​ພະ​ຍານ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ວ່າ​ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ບຸດ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ອົງ ແລະ ວ່າ​ເຮົາ​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ຫລັກ​ທຳ​ເຫລົ່າ​ນີ້​ກະ​ກຽມ​ເຮົາ​ໃຫ້​ຮັບ​ເອົາ, ຮັບ​ຮູ້, ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ ແລະ ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສິ່ງນີ້​ແມ່ນ​ລວມ​ທັງ “ສິ່ງ​ທີ່​ເປັນ​ສັນ​ຕິ​ສຸກ … ຊຶ່ງ​ນຳ​ຄວາມ​ຊື່ນ​ຊົມ [ແລະ] … ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້.”30

ການ​ກະ​ກຽມ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະປັບ​ປຸງ​ຫລາຍ​ຍິ່ງ​ຂຶ້ນ ​ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ ແລະ ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ປະ​ຈຳ ແລະ ໄຕ່​ຕອງ​ການ​ນຳ​ພາ​ທີ່​ເຮົາ​ສະ​ແຫວງ​ຫາ​ຢູ່​ໃນ​ໃຈ​ຂອງ​ເຮົາ. ແຕ່​ຈົ່ງ​ຈື່​ຈຳ​ວ່າ ໃຫ້​ມີ​ຄວາມ​ອົດ​ທົນ ແລະ ໄວ້​ວາງ​ໃຈ​ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ນຳ​ພາ​ໄດ້​ຖືກມອບ​ໃຫ້​ໂດຍພຣະ​ຜູ້​ເປັນ​ເຈົ້າ​ທີ່​ຮູ້​ແຈ້ງ ເມື່ອ​ພຣະ​ອົງ “ເລືອກ​ທີ່​ຈະ​ສິດ​ສອນ​ເຮົາ.”31

ການ​ເປີດ​ເຜີຍ​ໃນ​ການ​ເອີ້ນ ແລະ ການມອບ​ໝາຍ​ຂອງ​ເຮົາ

ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ມອບ​ການ​ເປີດ​ເຜີຍ​ໃຫ້ໃນ​ການ​ເອີ້ນ ແລະ ການມອບ​ໝາຍ​ນຳ​ອີກ. ໃນ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ, ການ​ນຳ​ພາ​ທາງວິນ​ຍານ​ທີ່​ສຳ​ຄັນ​ສ່ວນ​ຫລາຍ​ຈະ​ໄດ້​ຮັບ ຕອນ​ທີ່​ເຮົາ​ພະ​ຍາ​ຍາມເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ໃນ​ການເຮັດໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ຍັງ​ຈື່​ຕອນ​ເປັນ​ອະ​ທິ​ການ​ໜຸ່ມ ເວ​ລາ​ຄູ່​ຜົວ​ເມຍ​ໄດ້​ໂທມາ​ຫາ​ແບບ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ດ່ວນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກະ​ກຽມ​ທີ່​ຈະ​ໄປຂຶ້ນ​ຍົນ ເພື່ອໄປ​ເຮັດ​ທຸ​ລະ​ກິດ. ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ຂໍ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ ກ່ອນ​ເຂົາ​ເຈົ້າ​ມາ​ຫາ ເພື່ອ​ວ່າ​ຈະ​ສາ​ມາດຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໄດ້​. ບັນ​ຫາ​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ ແລະ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ແກ້​ໄຂ. ການ​ນຳ​ພາ​ຂອງ​ການ​ເປີດ​ເຜີຍນັ້ນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ສາ​ມາດ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ​ຂອງ​ຂ້າ​ພະ​ເຈົ້າໄດ້ ໃນ​ຖາ​ນະ​ອະ​ທິ​ການ​ທີ່ບໍ່​ມີ​ເວ​ລາ​ຫລາຍ. ອະ​ທິ​ການ​ຕະ​ຫລອດ​ທົ່ວ​ໂລກ​ກໍ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ແບບ​ດຽວ​ກັນ​ນີ້​ກັບ​ຂ້າ​ພະ​ເຈົ້າ. ຕອນ​ເປັນ​ປະ​ທານ​ສະ​ເຕກ, ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ສຳ​ຄັນ​ເທົ່າ​ນັ້ນ ແຕ່​ກໍ​ຍັງ​ໄດ້​ຮັບ ການແກ້​ໄຂ ສ່ວນ​ຕົວ​ນຳ​ອີກ ເພື່ອບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ຮັບ​ປະ​ກັນວ່າ ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບການ​ນຳ​ພາ​ຈາກ​ການ​ເປີດ​ເຜີຍ ເມື່ອ​ເຮົາອອກ​ແຮງ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ຖ່ອມ​ຕົວ. ການ​ນຳ​ພາ​ສ່ວນ​ຫລາຍ​ຂອງ​ເຮົາ​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ບາງ​ເທື່ອ ແລະ ສຳ​ລັບ​ບາງຈຸດ​ປະ​ສົງ, ມັນ​ອາດ​ມາຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ກົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສິ່ງນີ້​ເປັນ​ຄວາມ​ຈິງ. ການ​ນຳ​ພາ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ທັງ​ໝົດ, ຈະ​ຖືກມອບ​ໃຫ້​ປະ​ທານ ແລະ ສາດ​ສະ​ດາ​ຂອງ​ສາດ​ສະ​ໜາ​ຈັກ.

ພວກ​ເຮົາ, ໃນ​ຖາ​ນະອັກ​ຄະ​ສາ​ວົກ​ຂອງສະ​ໄໝ​ປະ​ຈຸ​ບັນ, ໄດ້​ຮັບ​ສິດ​ທິ​ພິ​ເສດ ທີ່​ໄດ້​ເຮັດ​ວຽກ​ງານ ແລະ ໄດ້​ເດີນ​ທາງ​ໄປ​ກັບ​ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ, ປະທານແນວສັນ. ຂ້າ​ພະ​ເຈົ້າ​ຂໍ​ຖອດ​ໃຈ​ຄວາມ​ທີ່ ວິວເຝີດ ວູດດຣັບ ໄດ້​ກ່າວ​ກ່ຽວ​ກັບ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ; ມັນ​ເປັນ​ຄວາມ​ຈິງ​ເທົ່າ​ໆກັບ​ປະທານ​ແນວສັນ. ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ “ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ທຳ​ງານ​ກັບ​ເພິ່ນ, ແລະ ການ​ເປີດ​ເຜີຍ​ຂອງພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກມອບ​ໃຫ້​ແກ່​ເພິ່ນ ແລະ ໄດ້​ເຫັນ​ການ​ເປີດ​ເຜີຍ​ເຫລົ່າ​ນັ້ນ​ເກີດ​ເປັນ​ຈິງ.”32

ຄຳ​ອ້ອນວອນ​ດ້ວຍຄວາມ​ຖ່ອມ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້​ຄື ​ເຮົາ​ແຕ່​ລະ​ຄົນ​ຈະ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ ເພື່ອ​ນຳ​ພາ​ຊີ​ວິດ​ຂອງ​ເຮົາ ແລະ ຕິດ​ຕາມ​ພຣະ​ວິນ​ຍານ ເມື່ອ​ເຮົາ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ໃນ​ປີ 1960 ເມື່ອ​ອາ​ຍຸ​ຂອງ​ຊາຍ​ໜຸ່ມ​ທີ່​ສາ​ມາດ​ໄປຮັບ​ໃຊ້​ເຜີຍ​ແຜ່​ສາດ​ສະ​ໜາ​ຖືກ​ລົດ​ລົງຈາກ​ອາ​ຍຸ 20 ປີ ເປັນ 19 ປີ, ຂ້າ​ພະ​ເຈົ້າ​ເປັນ​ຄົນສຸດ​ທ້າຍ​​ຢູ່​ໃນກຸ່ມ​ຜູ້​ອາ​ຍຸ 20 ປີ; ແອວເດີ ແຈັບຟະຣີ ອາ ຮໍແຣນ ໄດ້​ເປັນ​ຄົນ​ທຳ​ອິດ​ຢູ່​ໃນ​ກຸ່ມ​ຜູ້​ອາ​ຍຸ 19 ປີ.

  2. ເບິ່ງ “ການ​ຟື້ນ​ຟູຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ສອງ​ຮ້ອຍ​ປີ​ຕໍ່​ໂລກ,” ໃນ Russell M. Nelson, “Hear Him,” Liahona, May 2020, 91. ການ​ປະ​ກາດນີ້​ຖືກ​ລວມ​ເຂົ້າ​ກັບ​ການ​ປະ​ກາດ​ຫ້າ​ສະ​ບັບອື່ນໆ ທີ່​ໄດ້​ປະ​ກາດ​ໄປ​ແລ້ວ​ໃນ​ຍຸກ​ສະ​ໄໝ​ນີ້ ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.

  3. Teachings of Presidents of the Church: Spencer W. Kimball (2006), 243; ເບິ່ງ ມັດ​ທາຍ 16:13–19 ນຳ​ອີກ.

  4. ໂມເຊ 7:61.

  5. ໂມເຊ 7:62. ພຣະ​ຜູ້​ເປັນ​ເຈົ້າກ່າວ​ຕື່ມ​ວ່າ, “ແລະ ເຮົາ​ຈະ​ໃຫ້​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງກວາດ​ແຜ່ນ​ດິນ​ໂລກ​ດັ່ງ​ນ້ຳ​ຖ້ວມ, ເພື່ອ​ເຕົ້າ​ໂຮມ​ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ” (ໂມເຊ 7:62; ເບິ່ງ ເພງ​ສັນ​ລະ​ເສີນ 85:11) ນຳ​ອີກ.

  6. Ezra Taft Benson, “The Gift of Modern Revelation,” Ensign, Nov. 1986, 80.

  7. ເບິ່ງ Ezra Taft Benson, “The Gift of Modern Revelation,” 80.

  8. Hugh B. Brown, “Joseph Smith among the Prophets” (Sixteenth Annual Joseph Smith Memorial Sermon, Logan Institute of Religion, Dec. 7, 1958), 7.

  9. ເບິ່ງ Hugh B. Brown, “Joseph Smith among the Prophets,” 7. ໃນ​ທຸກ​ກໍ​ລະ​ນີ, ການ​ເປີດ​ເຜີຍ​ແມ່ນ​ສອດ​ຄ່ອງ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່ມອບ​ໃຫ້​ແກ່​ສາດ​ສະ​ດາ​ທີ່​ຜ່ານ​ມາ.

  10. ເບິ່ງ ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2; ເບິ່ງ 2 ນີໄຟ 26:33 ນຳ​ອີກ. ການ​ເປີດ​ເຜີຍທີ່​ໃຊ້​ຄຳ​ສອນ​ຊຶ່ງ​ຖືກຕັ້ງ​ໄວ້ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ,” ລວມ​ທັງ “ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ” (2 ນີໄຟ 26:33). ການ​ເປີດ​ເຜີຍ​ທີ່ດີ​ເລີດນີ້​ໄດ້​ຮັບ ແລະ ຢືນ​ຢັນ​ຢູ່​ໃນ​ຫ້ອງ​ຊັ້ນ​ເທິງ​ທີ່​ສັກ​ສິດ​ຂອງ​ພຣະ​ວິ​ຫານ​ເຊົາເລັກ ໂດຍ​ສະ​ພາ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.

  11. ອັກ​ຄະ​ສາ​ວົກ​ຫລາຍ​ຄົນ​ໄດ້​ບອກວ່າ ການ​ເປີດ​ເຜີຍ​ມີ​ພະ​ລັງ ແລະ ສັກ​ສິດ​ຫລາຍ​ແທ້ໆ ຈົນ​ບໍ່​ສາ​ມາດ​ຫາ​ຄຳ​​ໃດມາ​ກ່າວ​ໄດ້, ໃນ​ບາງວິ​ທີ, ອາດ​ລົດ​ສະ​ພາບ​ອັນ​ແທ້​ຈິງ ແລະ ເລິກ​ຊຶ້ງ​ຂອງ​ການ​ເປີດ​ເຜີຍນັ້ນ.

  12. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, May 2017, 145. ປະທານ​ກໍດອນ ບີ ຮິງລີ ໄດ້ອ່ານ​ການປະກາດທີ່​ສຳ​ຄັນນີ້ ໃນຄຳປາໄສ​ຂອງເພິ່ນ ຢູ່ກອງ​ປະຊຸມສະມາຄົມສະຕີ​ສົງເຄາະ​ສາມັນ ເມື່ອວັນທີ 23 ເດືອນ​ກັນຍາ, 1995 ໃນເມືອງ​ເຊົາເລັກ, ລັດຢູທາ. ເບິ່ງ Thomas S. Monson, “Welcome to Conference,” Liahona, Nov. 2012, 4–5 ນຳ​ອີກ. ປະທານ​ມອນສັນ​ໄດ້​ປະ​ກາດ​ລົດ​ອາ​ຍຸ​ສຳ​ລັບ​​ຜູ້​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ສາດ​ສະ​ໜາ.

  13. Quentin L. Cook, “Deep and Lasting Conversion to Heavenly Father and the Lord Jesus Christ,” Liahona, Nov. 2018, 11.

  14. ການ​ເປີດ​ເຜີຍ​ທີ່​ກ່ຽວ​ພັນ​ກັບ​ພິ​ທີ​ການ​ທີ່​ສັກ​ສິດ​ຂອງ​ພຣະ​ວິ​ຫານ​ໄດ້​ຖືກ​ນຳ​ໃຊ້​ຢູ່​ໃນພຣະ​ວິ​ຫານຕ່າງໆ ເລີ່ມ​ຕົ້ນ​ໃນ​ວັນ​ທີ 1 ເດືອນ​ມັງກອນ, 2019. ມັນ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ວ່າ ລາຍ​ລະ​ອຽດ​ສະ​ເພາະ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ສາ​ມາດ​ສົນ​ທະ​ນາ​ຢູ່​ໃນ​ພຣະ​ວິ​ຫານ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັກ​ທຳ​ໄດ້​ຖືກ​ສິດ​ສອນ. ແອວເດີ ເດວິດ ເອ ແບ໊ດນາ ໄດ້​ສິດ​ສອນ​ຢ່າງງົດ​ງາມ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ແລະ ເຖິງວິ​ທີ​ທີ່​ຜ່ານ​ທາງ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການເຫລົ່າ​ນີ້ “ພະ​ລັງ​ຂອງ​ຄວາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ຈະ​ສາ​ມາດ​ໄຫລ​ເຂົ້າ​​ສູ່ຊີ​ວິດ​ຂອງ​ເຮົາ” (“Let This House Be Built unto My Name,” Liahona, May 2020, 86).

  15. ຂັ້ນ​ຕອນ​ເຫລົ່າ​ນີ້ ແລະ ການ​ປະ​ຊຸມ​​ໄດ້ເກີດ​ຂຶ້ນ​ຢູ່​ໃນ​ພຣະ​ວິ​ຫານ​ເຊົາເລັກ ໃນ​ເດືອນ​ມັງກອນ, ເດືອນ​ກຸມພາ, ເດືອນ​ມີນາ, ແລະ ເດືອນ​ເມສາ ປີ 2018. ການ​ເປີດ​ເຜີຍ​ເທື່ອ​ສຸດ​ທ້າຍ​ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ວັນ​ທີ 26 ເດືອນ​ເມສາ, 2018.

  16. ເບິ່ງ 2 ນີ​ໄຟ 32:3.

  17. Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 418.

  18. Saints, 1:418.

  19. 3 ນີໄຟ 27:20.

  20. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ພຣະ​ເຈົ້າ (ເບິ່ງ 1 ໂຢຮັນ 5:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:28). ພຣະ​ອົງ​ມີ​​ພ​ຣະກາຍ​ທີ່​ເປັນ​ວິນ​ຍານ ໃນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ຜູ້​ຊາຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22). ອິດ​ທິ​ພົນ​ຂອງ​ພຣະ​ອົງ​ສາ​ມາດ​ມີ​ຢູ່​​ໃນທຸກ​ບ່ອນ. ພຣະ​ອົງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

  21. ສຳ​ລັບ​ຄວາມ​ເຂົ້າ​ໃຈ​ທີ່ກວ້າງ​ຂວາງກ່ຽວ​ກັບ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ແລະ ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃຫ້​ເບິ່ງ 2 ນີ​ໄຟ 32; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:7, 11–13; “Light of Christ,” Bible Dictionary. ເບິ່ງ Boyd K. Packer, “The Light of Christ,” Liahona, Apr. 2005, 8–14 ນຳ​ອີກ.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3.

  23. ເບິ່ງ ຮີລາມັນ 5:30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 85:6.

  24. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:23.

  25. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:1.

  26. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:13.

  27. ເບິ່ງ ເອໂນດ 1:10.

  28. ເບິ່ງ ມັດທາຍ 7:7–8.

  29. ເບິ່ງ ໂມໄຊຢາ 3:19.

  30. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61.

  31. Neal A. Maxwell, All These Things Shall Give Thee Experience (2007), 31.

  32. Wilford Woodruff, ໃນ Teachings of Presidents of the Church: Joseph Smith (2007), 283.

ພິມ