ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ຊາວ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ຊາວ​ໜຸ່ມ

ຜ່ານທາງ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ສາ​ມາດ​ຖືກ​ຍົກ​ຂຶ້ນ. ຖາ​ນະ​ປະ​ໂລ​ຫິດ​ນຳ​ຄວາມ​ສະ​ຫວ່າງ​​ເຂົ້າມາ​ສູ່​ໂລກ​ຂອງ​ເຮົາ.

ຂ້າ​ນ້ອຍ​ກະ​ຕັນ​ຍູ​ທີ່​ໄດ້​ມາ​ຮ່ວມ​ຢູ່​ທີ່ນີ້. ຕອນ​ຂ້າ​ນ້ອຍ​ໄດ້​ຮູ້​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ມີ​ໂອ​ກາດ​ມາ​ກ່າວ​ກັບ​ທ່ານ​ໃນ​ມື້ນີ້, ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ຕື່ນ​ເຕັ້ນ ແຕ່​ໃນ​ເວ​ລາ​ດຽວ​ກັນ ກໍ​ໄດ້​ຮູ້​ສຶກ​ຖ່ອມ​ຕົວ. ຂ້າ​ນ້ອຍ​ໄດ້​ໃຊ້​ເວ​ລາ​ຢ່າງ​ຫລວງ​ຫລາຍ​ເພື່ອ​ຄິດ​ເຖິງ​ສິ່ງ​ທີ່​ຂ້າ​ນ້ອຍ​ຈະ​ສາ​ມາດ​ແບ່ງ​ປັນ, ແລະ ຂ້າ​ນ້ອຍ​ຫວັງວ່າ​ພຣະ​ວິນ​ຍານ​ຈະ​ກ່າວຕໍ່​ທ່ານ​ໂດຍ​ກົງ​ຜ່ານທາງ​ຂ່າວ​ສານ​ຂອງ​ຂ້າ​ນ້ອຍ.

ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ລີ​ໄຮ​ໄດ້ໃຫ້​ພອນ​ແກ່​ລູກ​ຊາຍ​ຂອງ​ເພິ່ນ​ແຕ່​ລະ​ຄົນ​ກ່ອນ​ເພິ່ນ​ເສຍ​ຊີ​ວິດ ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົບ​ເຫັນ​ຄວາມ​ສາ​ມາດ ແລະ ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ. ຂ້າ​ນ້ອຍ​ເປັນ​ລູກ​ຫລ້າ​ໃນ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງແປດ​ຄົນ, ແລະ ປີແລ້ວນີ້ ຂ້າ​ນ້ອຍ​ໄດ້​ເປັນ​ລູກ​ຄົນ​ດຽວ​ທີ່​​ຍັງ​ຢູ່​ທີ່​ບ້ານ​ເປັນ​ເທື່ອ​ທຳ​ອິດ. ໂດຍ​ທີ່ບໍ່​ມີ​ອ້າຍ​ເອື້ອຍ​ຂອງ​ຂ້າ​ນ້ອຍ​ຢູ່​ໃກ້ ແລະ ບໍ່​ມີ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຈະ​ເວົ້າ​ລົມ​ນຳ​ກໍ​ເປັນ​ເລື່ອງ​ຍາກ​ສຳ​ລັບ​ຂ້າ​ນ້ອຍ. ກໍ​ມີ​ບາງ​ຄືນ​ທີ່​ຂ້າ​ນ້ອຍ​ຮູ້​ສຶກ​ໂດດ​ດ່ຽວ​ຫລາຍ. ຂ້າ​ນ້ອຍ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ພໍ່​ແມ່, ຜູ້​ທີ່​ໄດ້​ພະ​ຍາ​ຍາມ​ຊ່ວຍ​ຂ້າ​ນ້ອຍ​ສຸດ​ຄວາມ​ສາ​ມາດ​ຂອງ​ພວກ​ເພິ່ນ. ຕົວ​ຢ່າງ​ໜຶ່ງ​ແມ່ນ​ຕອນ​ພໍ່​ຂອງ​ຂ້າ​ນ້ອຍ​ສະ​ເໜີ​ທີ່ຈະ​ມອບພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພື່ອ​ການ​ປອບ​ໂຍນໃຫ້​ຂ້າ​ນ້ອຍ​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ​ໂດຍ​ສະ​ເພາະ. ຫລັງ​ຈາກ​ໄດ້​ຮັບ​ພອນ​ຈາກ​ເພິ່ນ, ກໍ​ບໍ່​ໄດ້​ມີ​ຫຍັງ​ປ່ຽນ​ແປງ​ທັນ​ທີ, ແຕ່​ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ ແລະ ຄວາມ​ຮັກ​ທີ່​ມາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພໍ່​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ໄດ້​ຮູ້​ສຶກວ່າ​ໄດ້​ຮັບ​ພອນ​ທີ່​ມີ​ພໍ່ທີ່​ມີ​ຄຸນ​ຄ່າ​ດີ​ພໍ ຜູ້​ທີ່​ສາ​ມາດ​ໃຫ້​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າ​ນ້ອຍ​ຕ້ອງ​ການ ແລະ ເປັນຜູ້​ທີ່​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ເຫັນ​ຈຸດ​ເດັ່ນ ແລະ ສັກ​ກະ​ຍະ​ພາບ​ນິ​ລັນ​ດອນ​ຂອງ​ຕົນ, ດັ່ງ​ທີ່​ລີ​ໄຮ​ໄດ້​ເຮັດ​ຕອນ​ທີ່​ເພິ່ນ​ໄດ້​ໃຫ້​ພອນ​ແກ່​ລູກໆ​ຂອງ​ເພິ່ນ.

ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ທ່ານ​ກໍ​ສາ​ມາດ​ເຂົ້າ​ເຖິງ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສະ​ເໝີ. ຜ່ານ​ທາງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ, ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ຈະ​ບໍ່​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ, ທ່ານ​ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດໄດ້. ແອວເດີ ນຽວ ແອວ ແອນເດີເຊັນ ໄດ້​ກ່າວ​ວ່າ: “ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ຍິ່ງ​ໃຫຍ່​ຢ່າງບໍ່​ມີ​ຂອບ​ເຂດ​ຫລາຍ​ກວ່າ​ຜູ້​ທີ່​ຖືກ​ຂໍ​ໃຫ້​ມອບ​ພອນ​ນັ້ນ. … ຂະ​ນະ​ທີ່​ເຮົາ​ມີຄຸນ​ຄ່າ​ດີ​ພໍ, ພິ​ທີ​ການ​ຕ່າງໆ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ເຊີດ​ຊູ​ຊີ​ວິດ​ຂອງ​ເຮົາ.”1

ຢ່າ​ລັງ​ເລ​ໃຈທີ່​ຈະ​ຂໍ​ພອນນັ້ນ​ເມື່ອ​ທ່ານ​ຕ້ອງ​ການ ການ​ຊີ້​ນຳ​ເພີ່ມ​ເຕີມ. ມັນ​ແມ່ນ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກນັ້ນ​ທີ່​ເຮົາ​ຕ້ອງ​ການ​ພຣະ​ວິນ​ຍານ​ທີ່​ຈະ​ຊ່ວຍ​ເຮົາ​ໄດ້​ດີ​ທີ່​ສຸດ. ບໍ່​ມີ​ຄົນ​ໃດ​ທີ່​ດີພ້ອມ, ແລະ ເຮົາ​ທຸກ​ຄົນ​ຈະ​ປະ​ສົບ​ຄວາມ​ຍາກ​ລຳ​ບາກ. ເຮົາ​ບາງ​ຄົນ​ອາດ​ທົນ​ທຸກ​ຢູ່​ກັບ​ຄວາມ​ກັງ​ວົນ, ອາ​ການ​ຊຶມ​ເສົ້າ, ການ​ຕິດ​ແສດ, ຫລື ຄວາມ​ຮູ້​ສຶກວ່າ​ເຮົາ​ບໍ່​ດີ​ພໍ. ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ເຫລົ່າ​ນີ້ ແລະ ໄດ້​ຮັບ​ຄວາມ​ສະ​ຫງົບ ຂະ​ນະ​ທີ່​ເຮົາ​ກ້າວ​ໄປ​ໜ້າ​ສູູ່​ອະ​ນາ​ຄົດ. ຂ້າ​ນ້ອຍ​ຫວັງ​ວ່າ​ເຮົາ​ຈະ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ທີ່​ມີ​ຄຸນ​ຄ່າ​ດີ​ພໍ​ສຳ​ລັບ​ການ​ໄດ້​ຮັບ​ພອນ​ເຫລົ່າ​ນີ້.

ອີກ​ທາງໜຶ່ງ​ທີ່​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ເປັນ​ພອນ​ໃຫ້​ເຮົາ​ແມ່ນຜ່ານ​ທາງ​ປິ​ຕຸ​ພອນ. ຂ້າ​ນ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ຫັນ​ໄປ​ຫາ​ປິ​ຕຸ​ພອນ​ຂອງ​ຂ້າ​ນ້ອຍ​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າ​ນ້ອຍ​ຮູ້​ສຶກ​ໂສກ​ເສົ້າ ຫລື ໂດດ​ດ່ຽວ. ພອນ​ຂອງ​ຂ້າ​ນ້ອຍ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ເຫັນ​ສັກ​ກະ​ຍະ​ພາບ​ຂອງ​ຕົນ ແລະ ແຜນ​ໂດຍ​ສະ​ເພາະ​ທີ່​ພຣະ​ເຈົ້າ​ມີ​ສຳ​ລັບ​ຂ້າ​ນ້ອຍ. ມັນ​ປອບ​ໂຍນ ແລະ ຊ່ວຍ​ຂ້າ​ນ້ອຍ​ໃຫ້​ເຫັນ​ໄປ​ໄກ​ເກີນ​ກວ່າ​ທັດ​ສະ​ນະ​ທາງ​ໂລກ​ຂອງ​ຂ້າ​ນ້ອຍ. ມັນ​ເຕືອນ​ຂ້າ​ນ້ອຍ​ເຖິງ​ຂອງ​ປະ​ທານ ແລະ ພອນ​ຕ່າງໆ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ຮັບ ຖ້າ​ຫາກ​ຂ້າ​ນ້ອຍ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ. ມັນ​ຍັງ​ຊ່ວຍ​ຂ້າ​ນ້ອຍ​ໃຫ້​ຈື່​ຈຳ ແລະ ຮູ້​ສືກ​ເຖິງ​ຄວາມ​ສະ​ຫງົບ​ວ່າ ພຣະ​ເຈົ້າ​ຈະ​ໃຫ້​ຄຳ​ຕອບ ແລະ ເປີດ​ປະ​ຕູ​ໃຫ້​ແກ່​ຂ້າ​ນ້ອຍ​ໃນ​ເວ​ລາ​ທີ່​ເໝາະ​ສົມ ຕອນ​ທີ່​ຂ້າ​ນ້ອຍ​ຕ້ອງ​ການຫລາຍ​ທີ່​ສຸດ.

ປິ​ຕຸ​ພອນ​ຊ່ວຍ​ໃຫ້​ເຮົາ​ກະ​ກຽມ​ທີ່​ຈະ​ກັບ​ຄືນ​ໄປ​ຢູ່​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​. ຂ້າ​ນ້ອຍ​ຮູ້​ວ່າ​ປິ​ຕຸ​ພອນ​ມາ​ຈາກ​ພຣະ​ເຈົ້າ ແລະ ສາ​ມາດ​ຊ່ວຍ​ເຮົາ​ປ່ຽນ​ຄວາມ​ອ່ອນ​ແອ​ໄປ​ເປັນ​ຄວາມ​ເຂັ້ມ​ແຂງ​ໄດ້. ມັນ​ບໍ່​ໄດ້​ເປັນ​ຂ່າວ​ສານ​ຈາກໝໍ​ດູ; ພອນ​ເຫລົ່າ​ນີ້ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຈະ​ໄດ້​ຍິນ. ມັນ​ເປັນ​ເໝືອນ​ເລຍ​ໂຮ​ນາ ເຂັມ​ຊີ້​ທິດ ສຳ​ລັບ​ເຮົາ​ແຕ່​ລະ​ຄົນ. ເມື່ອ​ເຮົາ​ໃຫ້​ພຣະ​ເຈົ້າ​ມາ​ກ່ອນ ແລະ ມີ​ສັດ​ທາ​ໃນ​ພຣະ​ອົງ, ພຣະ​ອົງ​ຈະ​ນຳ​ພາ​ເຮົາ​ຜ່ານ​ຜ່າ​ຖິ່ນ​ແຫ້ງ​ແລ້ງກັນ​ດານ​ຂອງ​ເຮົາເອງ.

ເໝືອນ​ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ພອນ​ໃຫ້​ແກ່ ໂຈເຊັບ ສະມິດ ດ້ວຍ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ວ່າ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ຟື້ນ​ຟູ, ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ເຮົາ ຜ່ານທາງ​ຖາ​ນະ​ປະ​ໂລ​ຫິດ​ຄື​ກັນ. ແຕ່​ລະ​ອາ​ທິດ​ເຮົາ​ໄດ້ຮັບ​ສິດ​ທິ​ພິ​ເສດ ແລະ ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ. ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດນີ້, ເຮົາ​ສາ​ມາດ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ, ຊຶ່ງ​ສາ​ມາດຊຳ​ລະ ແລະ ເຮັດ​ໃຫ້​ເຮົາ​ສະ​ອາດ​ໄດ້. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ຈຳ​ເປັນ​ຈະ​ຕ້ອງ​ກຳ​ຈັດ​ບາງ​ສິ່ງ​ອອກ​ຈາກ​ຊີ​ວິດ​ຂອງ​ທ່ານ, ຂໍ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຜູ້​ນຳ​ທີ່​ໄວ້​ວາງ​ໃຈ​ໄດ້ ຜູ້​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ຜູ້​ນຳ​ຂອງ​ທ່ານ​ສາ​ມາດ​ຊ່ວຍ​ທ່ານ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ເຕັມ​ທີ່.

ເປັນ​ເພາະຖາ​ນະ​ປະ​ໂລ​ຫິດ, ເຮົາ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ພິ​ທີ​ການ​ຕ່າງໆ​ໃນ​ພຣະ​ວິ​ຫານ​ນຳ​ອີກ. ນັບ​ຕັ້ງ​ແຕ່​ຂ້າ​ນ້ອຍ​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ໄດ້, ຂ້າ​ນ້ອຍ​ໄດ້​ຕັ້ງ​ເປົ້າ​ໝາຍ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ທີ່​ຈະ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ. ໂດຍ​ການ​ໃຊ້​ເວ​ລາ ແລະ ​ການເສຍ​ສະ​ລະ​ທີ່​ຈຳ​ເປັນ​ເພື່ອ​ຈະ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ນ້ອຍ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ຂ້າ​ນ້ອຍ​ໄດ້​ຮັບ​ພອນ ດ້ວຍ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ ແລະ ການ​ກະ​ຕຸ້ນ​ເຕືອນ​ທີ່​ໄດ້​ຊ່ວຍ​ຂ້າ​ນ້ອຍ​ຫລາຍ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.

ຜ່ານທາງ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ສາ​ມາດ​ຖືກ​ຍົກ​ຂຶ້ນ. ຖາ​ນະ​ປະ​ໂລ​ຫິດ​ນຳ​ຄວາມ​ສະ​ຫວ່າງ​​ເຂົ້າມາ​ສູ່​ໂລກ​ຂອງ​ເຮົາ. ແອວເດີ ຣໍເບີດ ດີ ແຮວສ໌ ໄດ້​ກ່າວ​ວ່າ: “ປາດ​ສະ​ຈາກ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ‘ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ’ (ເບິ່ງ ​ຄ&ພ 2:1–3). ຈະ​ບໍ່​ມີ​ຄວາມ​ສະ​ຫວ່າງ, ບໍ່​ມີ​ຄວາມ​ຫວັງ—​ຈະ​ມີ​ພຽງ​ແຕ່​ຄວາມ​ມືດ​ມົວເທົ່າ​ນັ້ນ.”2

ພຣະ​ເຈົ້າ​ກຳ​ລັງ​ເຊຍ​ເຮົາ​ຢູ່. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ​ເຮົາ​ຢ່າງ​ໃກ້​ຊິດ. ພຣະ​ອົງ​ຮູ້​ຈັກ​ທ່ານ. ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ຮັບ​ຮູ້​ເຮົາ​ສະ​ເໝີ ແລະ ປະ​ທານ​ພອນ​ໃຫ້​ແກ່​ເຮົາ ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ສຶກວ່າ​ເຮົາ​ບໍ່​ເໝາະ​ສົມທີ່​ຈະ​ໄດ້​ຮັບ​ມັນ. ພຣະ​ອົງ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງ​ການ ແລະ ເວ​ລາ​ທີ່​ເຮົາ​ຕ້ອງ​ການ​ມັນ.

“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ:

“ດ້ວຍ​ວ່າ ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກ​ຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ, ແລະ ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້” (ມັດທາຍ 7:7–8).

ຖ້າ​ຫາກ​ທ່ານ​ຍັງ​ບໍ່​ທັນ​ມີ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ເທື່ອ, ຂ້າ​ນ້ອຍ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ອະ​ທິ​ຖານ ແລະ ທູນ​ຂໍ​ເພື່ອ​ຈະ​ຮູ້​ດ້ວຍ​ຕົວ​ເອງ ເຖິງ​ອຳ​ນາດ​ຂອງ​ມັນ, ແລ້ວ​ໃຫ້​ອ່ານ​ພຣະ​ຄຳ​ພີ​ເພື່ອ​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຂ້າ​ນ້ອຍ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ປະ​ສົບ​ກັບ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວເຮົາ​ຈະ​ໄດ້​ຮັບ​ພອນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Neil L. Andersen, “Power in the Priesthood,” Liahona, Nov. 2013, 92.

  2. Robert D. Hales, “Blessings of the Priesthood,” Ensign, Nov. 1995, 32.

ພິມ