ອຳນາດໃນຖານະປະໂລຫິດ
ຜູ້ຊາຍຄົນໜຶ່ງສາມາດເປີດຜ້າກັ້ງເພື່ອໃຫ້ແສງແດດສ່ອງເຂົ້າມາໃນຫ້ອງໄດ້, ແຕ່ຜູ້ຊາຍຄົນນັ້ນບໍ່ໄດ້ເປັນເຈົ້າຂອງຂອງດວງຕາເວັນ ຫລື ຄວາມສະຫວ່າງ ຫລື ຄວາມອົບອຸ່ນທີ່ມັນນຳມາໃຫ້.
ພອນຂອງຖານະປະໂລຫິດແມ່ນສຳລັບທຸກຄົນ
ໃນຂະນະທີ່ເດັກນ້ອຍຢູ່ໃນກອງປະຊຸມສິນລະລຶກຮ້ອງເພງຊັ້ນປະຖົມໄວຢ່າງມ່ວນຊື່ນ ຊື່ວ່າ “Love Is Spoken Here,” ທຸກຄົນກໍຍິ້ມດ້ວຍການຮັບຮູ້. ແມ່ຄົນໜຶ່ງທີ່ກ້າຫານຜູ້ມີລູກຫ້າຄົນໄດ້ຟັງວັກທີສອງດ້ວຍຄວາມຕັ້ງໃຈ ທີ່ວ່າ: “ບ້ານຂອງເຮົາເປັນບ່ອນທີ່ໄດ້ຮັບພອນໃນ [ແຕ່ລະ] ຊົ່ວໂມງ ໂດຍ [ອຳນາດ] ຂອງຖານະປະໂລຫິດ.”1 ໜ້າເສຍໃຈນາງໄດ້ຄິດວ່າ, “ລູກຂອງຂ້າພະເຈົ້າບໍ່ເຄີຍຮູ້ຈັກບ້ານເຊັ່ນນັ້ນ.”2
ຂ່າວສານຂອງຂ້າພະເຈົ້າຕໍ່ແມ່ທີ່ຊື່ສັດຄົນນີ້ ແລະ ຕໍ່ທຸກຄົນນັ້ນຄື ເຮົາສາມາດດຳລົງຊີວິດໃນແຕ່ລະຊົ່ວໂມງ “ໂດຍໄດ້ຮັບພອນຈາກອຳນາດຂອງຖານະປະໂລຫິດໄດ້,” ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ.
ບາງເທື່ອ ເຮົາຄິດວ່າອຳນາດຂອງຖານະປະໂລຫິດເປັນຜົນປະໂຫຍດໃຫ້ແກ່ຜູ້ຊາຍຢູ່ໃນສາດສະໜາຈັກເທົ່ານັ້ນ. ຖານະປະໂລຫິດເປັນອຳນາດ ແລະ ສິດອຳນາດຂອງພຣະເຈົ້າສຳລັບຄວາມລອດ ແລະ ພອນຂອງທຸກຄົນ—ຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ.
ຜູ້ຊາຍຄົນໜຶ່ງສາມາດເປີດຜ້າກັ້ງເພື່ອໃຫ້ແສງແດດສ່ອງເຂົ້າມາໃນຫ້ອງໄດ້, ແຕ່ຜູ້ຊາຍຄົນນັ້ນບໍ່ໄດ້ເປັນເຈົ້າຂອງຂອງດວງຕາເວັນ ຫລື ຄວາມສະຫວ່າງ ຫລື ຄວາມອົບອຸ່ນທີ່ມັນນຳມາໃຫ້. ພອນຂອງຖານະປະໂລຫິດແມ່ນຍິ່ງໃຫຍ່ກວ່າຄົນທີ່ຖືກຮຽກຮ້ອງໃຫ້ປະຕິບັດຂອງປະທານນັ້ນ.
ການໄດ້ຮັບພອນ, ອຳນາດ, ແລະ ຄຳສັນຍາຂອງຖານະປະໂລຫິດຢູ່ໃນຊີວິດນີ້ ແລະ ໃນຊີວິດໜ້າ ເປັນໂອກາດທີ່ດີທີ່ສຸດ ແລະ ເປັນໜ້າທີ່ຮັບຜິດຊອບຂອງຄວາມເປັນມະຕະ. ເມື່ອເຮົາມີຄ່າຄວນພໍ, ພິທີການຂອງຖານະປະໂລຫິດຈະເພີ່ມພູນຊີວິດຂອງເຮົາຢູ່ໃນໂລກ ແລະ ຕຽມເຮົາສຳລັບຄຳສັນຍາທີ່ດີເດັ່ນຂອງໂລກທີ່ຢູ່ຂ້າງໜ້າ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ໃນພິທີການຕ່າງໆ … ອຳນາດຂອງການເປັນເໝືອນດັ່ງພຣະເຈົ້າຖືກສະແດງໃຫ້ປະຈັກ.”3
ມີພອນພິເສດຈາກພຣະເຈົ້າສຳລັບທຸກຄົນທີ່ມີຄ່າຄວນພໍທີ່ໄດ້ຮັບບັບຕິສະມາ, ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ຮັບສິນລະລຶກເປັນປະຈຳ. ພຣະວິຫານຈະນຳຄວາມສະຫວ່າງທີ່ແຈ້ງກວ່າ ແລະ ພະລັງມາໃຫ້, ພ້ອມທັງຄຳສັນຍາຂອງຊີວິດນິລັນດອນ.4
ພິທີການທັງໝົດເຊື້ອເຊີນເຮົາໃຫ້ມີສັດທາຫລາຍຂຶ້ນໃນພຣະເຢຊູຄຣິດ ແລະ ເຮັດ ແລະ ຮັກສາພັນທະສັນຍານຳພຣະເຈົ້າ. ເມື່ອເຮົາຮັກສາພັນທະສັນຍາເຫລົ່ານີ້, ເຮົາຈະໄດ້ຮັບອຳນາດ ແລະ ພອນຂອງຖານະປະໂລຫິດ.
ເຮົາບໍ່ຮູ້ສຶກເຖິງອຳນາດຂອງຖານະປະໂລຫິດຢູ່ໃນຊີວິດຂອງເຮົາ ແລະ ເຫັນມັນຢູ່ໃນບັນດາສະມາຊິກຂອງສາດສະໜາຈັກທີ່ຮັກສາພັນທະສັນຍາບໍ? ເຮົາເຫັນມັນຢູ່ນຳຜູ້ປ່ຽນໃຈເຫລື້ອມໃສໃໝ່ ໃນຂະນະທີ່ເຂົາເຈົ້າກ້າວຂຶ້ນຈາກນ້ຳແຫ່ງການບັບຕິສະມາ ໂດຍຮູ້ສຶກວ່າໄດ້ຮັບການໃຫ້ອະໄພ ແລະ ສະອາດ. ເຮົາເຫັນລູກໆ ແລະ ຊາວໜຸ່ມຂອງເຮົາ ຮູ້ສຶກເຖິງການກະຕຸ້ນ ແລະ ການນຳພາຂອງພຣະວິນຍານບໍລິສຸດ. ເຮົາເຫັນພິທີການຂອງພຣະວິຫານ ກາຍເປັນດັ່ງທຸງສັນຍານແຫ່ງພະລັງ ແລະ ເປັນແສງສະຫວ່າງສຳລັບຊາຍ ແລະ ຍິງທີ່ຊອບທຳຕະຫລອດທົ່ວໂລກ.
ເດືອນແລ້ວນີ້ ຂ້າພະເຈົ້າໄດ້ເຫັນຄູ່ສາມີພັນລະຍາໜຸ່ມສາວຄູ່ໜຶ່ງໄດ້ຮັບຄວາມເຂັ້ມແຂງຢ່າງຫລວງຫລາຍຈາກຄຳສັນຍາຂອງການຜະນຶກເຂົ້າກັນຢູ່ໃນພຣະວິຫານ ໃນຂະນະທີ່ລູກນ້ອຍຜູ້ຊາຍຂອງເຂົາເຈົ້າໄດ້ເກີດມາ, ແຕ່ມີຊີວິດຢູ່ພຽງແຕ່ອາທິດດຽວເທົ່ານັ້ນ. ຜ່ານພິທີການຂອງຖານະປະໂລຫິດ, ຄູ່ສາມີພັນລະຍາໜຸ່ມສາວຄູ່ນີ້ ແລະ ເຮົາທຸກຄົນໄດ້ຮັບການປອບໂຍນ, ຄວາມເຂັ້ມແຂງ, ການປົກປ້ອງ, ຄວາມສະຫງົບສຸກ, ແລະ ຄຳສັນຍານິລັນດອນ.5
ສິ່ງທີ່ເຮົາຮູ້ກ່ຽວກັບຖານະປະໂລຫິດ
ບາງຄົນອາດຖາມດ້ວຍຄວາມຈິງໃຈວ່າ, “ຖ້າຫາກອຳນາດ ແລະ ພອນຂອງຖານະປະໂລຫິດມີໃຫ້ທຸກຄົນ, ເປັນຫຍັງພິທີການຂອງຖານະປະໂລຫິດຈຶ່ງປະຕິບັດໂດຍຜູ້ຊາຍ?”
ຕອນທູດຖາມນີໄຟ, “ເຈົ້າຮູ້ຈັກຄວາມເມດຕາກະລຸນາຂອງພຣະເຈົ້າບໍ່?” ນີໄຟໄດ້ຕອບຢ່າງຊື່ສັດວ່າ, “ຂ້ານ້ອຍຮູ້ວ່າພຣະອົງຮັກລູກໆຂອງພຣະອົງ; ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍບໍ່ຮູ້ເຖິງຄວາມໝາຍໝົດທຸກຢ່າງ.”6
ເມື່ອເຮົາກ່າວເຖິງອຳນາດຂອງຖານະປະໂລຫິດ, ມີຫລາຍສິ່ງທີ່ເຮົາຮູ້ຈັກ.
ທຸກຄົນແມ່ນຄືກັນ
ເຮົາຮູ້ວ່າພຣະເຈົ້າຮັກລູກໆຂອງພຣະອົງທຸກຄົນ ແລະ ບໍ່ໄວ້ໜ້າຜູ້ໃດ. “ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ... ຊາຍ ຫລື ຍິງ; ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ.”7
ເຮົາແນ່ໃຈວ່າພຣະເຈົ້າຮັກບຸດ ແລະ ທິດາຂອງພຣະອົງ “ເທົ່າທຽມກັນ” ສັນໃດ, ເຮົາກໍຮູ້ວ່າພຣະອົງໄດ້ສ້າງຊາຍ ແລະ ຍິງໃນທາງທີ່ແຕກຕ່າງກັນສັນນັ້ນ. ເຮົາຮູ້ວ່າເພດເປັນບຸກຄະລິກທີ່ສຳຄັນສຳລັບເອກະລັກ ແລະ ຈຸດປະສົງຂອງເຮົາທັງໃນຊ່ວງມະຕະ ແລະ ນິລັນດອນ. ໜ້າທີ່ຮັບຜິດຊອບທີ່ສັກສິດໄດ້ຖືກມອບໃຫ້ແກ່ແຕ່ລະເພດ.8
ຈາກຕອນຕົ້ນ
ເຮົາຮູ້ວ່າ ຈາກການເລີ່ມຕົ້ນວ່າພຣະຜູ້ເປັນເຈົ້າໄດ້ຈັດຕັ້ງວິທີທີ່ຖານະປະໂລຫິດຂອງພຣະອົງຈະຖືກປະຕິບັດ. “ອາດາມເປັນຜູ້ທຳອິດທີ່ໄດ້ຮັບຖານະປະໂລຫິດ.”9 ໂນອາ, ອັບຣາຮາມ, ແລະ ໂມເຊ ໄດ້ປະຕິບັດພິທີການຂອງຖານະປະໂລຫິດ. ພຣະເຢຊູຄຣິດໄດ້ເຮັດ ແລະ ໄດ້ເປັນ ແລະ ເປັນມະຫາປະໂລຫິດທີ່ຍິ່ງໃຫຍ່. ພຣະອົງໄດ້ເອີ້ນເອົາອັກຄະສາວົກ. “ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ,” ພຣະອົງໄດ້ກ່າວ, “ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ.”10 ໃນສະໄໝຂອງເຮົາ ທູດສະຫວັນໄດ້ຖືກສົ່ງມາຈາກພຣະເຈົ້າ. ໂຢຮັນບັບຕິດ, ເປໂຕ, ຢາໂກໂບ, ແລະ ໂຢຮັນ ໄດ້ຟື້ນຟູຖານະປະໂລຫິດຄືນມາໃໝ່ສູ່ໂລກຜ່ານທາງສາດສະດາໂຈເຊັບ ສະມິດ.11 ນີ້ຄືວິທີທີ່ພຣະບິດາເທິງສະຫວັນປະຕິບັດຖານະປະໂລຫິດຂອງພຣະອົງ.12
ຂອງປະທານຢ່າງຫລວງຫລາຍຈາກພຣະເຈົ້າ
ເຮົາຮູ້ວ່າອຳນາດຂອງຖານະປະໂລຫິດທີ່ສັກສິດບໍ່ທຳງານແບບເອກະລາດໃນຝ່າຍສັດທາ, ພຣະວິນຍານບໍລິສຸດ, ແລະ ຂອງປະທານທາງວິນຍານ. ພຣະຄຳພີເຕືອນວ່າ: “ບໍ່ໃຫ້ປະຕິເສດຂອງປະທານຂອງພຣະເຈົ້າ, ເພາະມັນມີຢູ່ຢ່າງຫລວງຫລາຍ. … ແລະ ມີວິທີຕ່າງໆທີ່ຈະໃຫ້ຂອງປະທານເຫລົ່ານີ້; ແຕ່ເປັນພຣະເຈົ້າອົງດຽວກັນທີ່ທຳງານທັງໝົດທຸກຢ່າງ.”13
ການມີຄ່າຄວນ
ເຮົາຮູ້ວ່າການມີຄ່າຄວນເປັນຈຸດສຳຄັນທີ່ຈະປະຕິບັດ ແລະ ຮັບເອົາພິທີການຂອງຖານະປະໂລຫິດ. ຊິດສະເຕີ ລິນດາ ເຄ ເບີຕັນ, ປະທານສະມາຄົມສະຕີສົງເຄາະສາມັນໄດ້ກ່າວວ່າ, “ຄວາມຊອບທຳເປັນເງື່ອນໄຂ … ທີ່ຈະເຊື້ອເຊີນອຳນາດຖານະປະໂລຫິດໃຫ້ເຂົ້າມາສູ່ຊີວິດຂອງເຮົາ.”14
ຍົກຕົວຢ່າງ, ໃຫ້ຄິດກ່ຽວກັບໂລກລະບາດຂອງຮູບພາບລາມົກທີ່ຂະຫຍາຍໄປທົ່ວໂລກ. ມາດຕະຖານຂອງພຣະຜູ້ເປັນເຈົ້າບໍ່ອະນຸຍາດຮູບພາບລາມົກໃນບັນດາຜູ້ປະຕິບັດພິທີການຂອງຖານະປະໂລຫິດ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ:
“ຈົ່ງກັບໃຈຈາກ ... ຄວາມໜ້າກຽດຊັງອັນລີ້ລັບຂອງເຈົ້າ.”15
“ຕາເປັນດັ່ງແສງສະຫວ່າງສຳລັບຮ່າງກາຍ. … ຖ້າຕາຂອງເຈົ້າບໍ່ດີ, ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ.”16
“ຜູ້ໃດແນມເບິ່ງຜູ້ຍິງດ້ວຍໃຈຄິດຢາກໄດ້ຍິງນັ້ນ, ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ.”17
ການປະຕິບັດ ຫລື ການຢາຍສິນລະລຶກ, ການໃຫ້ພອນແກ່ຄົນເຈັບປ່ວຍ, ຫລື ການມີສ່ວນຮ່ວມໃນພິທີການຂອງຖານະປະໂລຫິດຢ່າງບໍ່ມີຄ່າຄວນ, ດັ່ງທີ່ແອວເດີ ເດວິດ ເອ ແບ໊ດນາ ໄດ້ກ່າວ, ເປັນການໃຊ້ພຣະນາມຂອງພຣະເຈົ້າໃນທາງທີ່ບໍ່ດີ.18 ຖ້າຄົນໃດບໍ່ມີຄ່າຄວນພໍ, ເຂົາບໍ່ຄວນປະຕິບັດພິທີການຂອງຖານະປະໂລຫິດ ແລະ ການໄປພົບອະທິການດ້ວຍການອະທິຖານຂອງເຂົາເປັນຂັ້ນຕອນທຳອິດໃນການກັບໃຈ ແລະ ກັບຄືນໄປດຳລົງຊີວິດຕາມພຣະບັນຍັດ.
ຄວາມຖ່ອມຕົນ
ອີກຢ່າງໜຶ່ງ ເຮົາຮູ້ວ່າ ພອນຂອງຖານະປະໂລຫິດມີຢູ່ຢ່າງຫລວງຫລາຍໃນຄອບຄົວບ່ອນທີ່ແມ່ ແລະ ພໍ່ທີ່ຊອບທຳ ສາມັກຄີກັນນຳພາລູກໆຂອງເຂົາເຈົ້າ. ແຕ່ເຮົາກໍຮູ້ອີກວ່າ ພຣະເຈົ້າຢາກປະທານພອນເຫລົ່ານີ້ໃຫ້ແກ່ຜູ້ທີ່ຢູ່ໃນສະພາບອື່ນໆ.19
ແມ່ຄົນໜຶ່ງ ຜູ້ແບກຫາບພາລະອັນໜັກໜ່ວງໃນການຈັດຫາສິ່ງທີ່ເປັນຝ່າຍວິນຍານ ແລະ ຝ່າຍໂລກໃຫ້ແກ່ຄອບຄົວຂອງນາງ, ໄດ້ອະທິບາຍວ່າ ການຂໍໃຫ້ຄູສອນປະຈຳບ້ານມາໃຫ້ພອນແກ່ລູກໆຂອງນາງ ຮຽກຮ້ອງໃຫ້ນາງຖ່ອມຕົວລົງ. ແຕ່ນາງກ່າວຕື່ມວ່າ ຄວາມຖ່ອມຕົນຂອງນາງຍັງບໍ່ເທົ່າກັບຄວາມຖ່ອມຕົນຂອງຄູສອນປະຈຳບ້ານໃນຂະນະທີ່ເຂົາເຈົ້າຕຽມໃຫ້ພອນລູກໆຂອງນາງ.20
ຂໍກະແຈຂອງຖານະປະໂລຫິດ
ເຮົາຮູ້ວ່າຂໍກະແຈຂອງຖານະປະໂລຫິດ, ທີ່ດຳລົງໂດຍສະມາຊິກຂອງຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ, ຊີ້ນຳວຽກງານຂອງພຣະຜູ້ເປັນເຈົ້າຢູ່ເທິງແຜ່ນດິນໂລກ. ຂໍກະແຈຈຳເພາະຂອງຖານະປະໂລຫິດໄດ້ຖືກມອບໃຫ້ແກ່ປະທານສະເຕກ ແລະ ອະທິການ ຢູ່ໃນເຂດແດນທີ່ເຂົາເຈົ້າຮັບຜິດຊອບ. ແລະ ເຂົາເຈົ້າເອີ້ນຊາຍ ແລະ ຍິງໂດຍການເປີດເຜີຍ ຜູ້ໄດ້ຖືກສະໜັບສະໜູນ ແລະ ຖືກແຕ່ງຕັ້ງເປັນທາງການ ເພື່ອໃຫ້ໃຊ້ສິດອຳນາດທີ່ມອບໝາຍໃຫ້ ໃນການສອນ ແລະ ປະຕິບັດ.21
ໃນຂະນະທີ່ເຮົາຮູ້ຫລາຍສົມຄວນກ່ຽວກັບຖານະປະໂລຫິດ, ການເຫັນຜ່ານຕາມະຕະ ບໍ່ໄດ້ຊ່ອຍໃຫ້ເຮົາເຂົ້າໃຈກ່ຽວກັບວຽກງານທັງໝົດຂອງພຣະເຈົ້າ. ແຕ່ດ້ວຍຄຳເຕືອນໃຈທີ່ອ່ອນໂຍນຂອງພຣະອົງ ບອກວ່າ, “ຄວາມຄິດຂອງເຮົານັ້ນ, ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິທີທາງຂອງເຮົານັ້ນ ກໍແຕກຕ່າງ ບໍ່ຄືວິທີທາງຂອງພວກເຈົ້າ,”22 ໄດ້ໃຫ້ຄວາມແນ່ນອນໃຈແກ່ເຮົາວ່າ ເມື່ອເຖິງເວລາ ແລະ ຕາມທັດສະນະນິລັນດອນ ເຮົາຈະເຫັນ “ເລື່ອງດັ່ງທີ່ຈະເປັນຈິງ”23 ແລະ ເຂົ້າໃຈຫລາຍຂຶ້ນເຖິງຄວາມຮັກອັນບໍລິບູນຂອງພຣະອົງ.
ເຮົາທຸກຄົນເຕັມໃຈທີ່ຈະຮັບໃຊ້. ບາງເທື່ອ ເຮົາຮູ້ສຶກວ່າບໍ່ໄດ້ຮັບການເອີ້ນພຽງພໍ ແລະ ຢາກເຮັດຫລາຍກວ່ານັ້ນ. ບາງເທື່ອເຮົາມີຄວາມກະຕັນຍູຫລາຍ ເມື່ອເຮົາຖືກປົດຈາກການເອີ້ນ. ເຮົາບໍ່ໄດ້ໄຕ່ຕອງກ່ຽວກັບການເອີ້ນທີ່ເຮົາໄດ້ຮັບ.24 ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນນີ້ດົນນານມາແລ້ວຢູ່ໃນການແຕ່ງງານຂອງຂ້າພະເຈົ້າ. ຕອນເປັນສາມີໜຸ່ມ, ພັນລະຍາຂອງຂ້າພະເຈົ້າ, ແຄຕີ້, ແລະ ຂ້າພະເຈົ້າໄດ້ອາໄສຢູ່ລັດຟະໂລຣິດາ. ວັນອາທິດມື້ໜຶ່ງ ທີ່ປຶກສາຄົນໜຶ່ງໃນຝ່າຍປະທານສະເຕກໄດ້ບອກຂ້າພະເຈົ້າວ່າ ພວກເພິ່ນໄດ້ຮັບການດົນໃຈໃຫ້ເອີ້ນແຄຕີ້ເປັນຄູສອນຫ້ອງຮຽນສາດສະໜາຕອນເຊົ້າມືດ.
“ພວກເຮົາຈະເຮັດແນວນັ້ນໄດ້ແນວໃດ?” ຂ້າພະເຈົ້າໄດ້ຖາມ. “ພວກເຮົາມີລູກນ້ອຍ, ຫ້ອງຮຽນສາດສະໜາເລີ່ມຕົ້ນ 5 ໂມງເຊົ້າ, ແລະ ຂ້າພະເຈົ້າກໍເປັນປະທານຂອງກຸ່ມຊາຍໜຸ່ມຢູ່ໃນຫວອດ.”
ທີ່ປຶກສາໄດ້ຍິ້ມອອກມາ ແລະ ເວົ້າວ່າ, “ເປັນໄປໄດ້, ບະລາເດີ ແອນເດີສັນ. ພວກເຮົາຈະເອີ້ນນາງ, ແລະ ພວກເຮົາຈະປົດທ່ານຈາກຕຳແໜ່ງ.”
ແລະ ເພິ່ນກໍໄດ້ເຮັດເຊັ່ນນັ້ນ.
ການມີພາກສ່ວນຂອງສະຕີ
ການສອບຖາມ ແລະ ຟັງຄວາມຄິດຄວາມເຫັນ ແລະ ຄວາມເປັນຫ່ວງເປັນໄຍຂອງສະຕີ ເປັນສິ່ງທີ່ສຳຄັນໃນຊີວິດ, ໃນການແຕ່ງງານ, ແລະ ໃນການສ້າງສາອານາຈັກຂອງພຣະເຈົ້າ.
ຊາວປີກ່ອນຢູ່ໃນກອງປະຊຸມໃຫຍ່ສາມັນ, ແອວເດີ ເອັມ ຣະໂຊ ບາເລີດ ໄດ້ເລົ່າເລື່ອງໜຶ່ງກ່ຽວກັບປະທານສະມາຄົມສະຕີສົງເຄາະສາມັນ. ຕອນນັ້ນມີຄວາມເປັນຫ່ວງເປັນໄຍຫລາຍກ່ຽວກັບການເພີ່ມຄ່າຄວນຂອງຊາຍໜຸ່ມທີ່ຕຽມໄປຮັບໃຊ້ເຜີຍແຜ່. ຊິດສະເຕີ ອີເລນ ແຈ໊ກ ໄດ້ກ່າວດ້ວຍຮອຍຍິ້ມວ່າ, “ທ່ານຮູ້ບໍ່, ແອວເດີ ບາເລີດ, [ສະຕີ] ຂອງສາດສະໜາຈັກອາດມີຄຳແນະນຳທີ່ດີບາງຢ່າງ … ຖ້າຫາກເຂົາເຈົ້າໄດ້ຖືກຖາມ. ເພາະເຖິງແນວໃດ, … ພວກເຮົາກໍ ເປັນ ແມ່ຂອງພວກເຂົາ!”25
ປະທານທອມມັສ ແອັສ ມອນສັນ ມີປະຫວັດເລື່ອງການສອບຖາມ ແລະ ຕອບຮັບຄວາມເປັນຫ່ວງເປັນໄຍຂອງສະຕີ. ສະຕີຄົນໜຶ່ງທີ່ມີອິດທິພົນຫລາຍທີ່ສຸດຕໍ່ເພິ່ນແມ່ນ ຊິດສະເຕີ ແຟຣນຊິດ ມອນສັນ. ເຮົາທຸກຄົນຄິດຮອດນາງ. ໃນວັນພະຫັດຜ່ານມານີ້, ປະທານມອນສັນກໍໄດ້ເຕືອນໃຈເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ເຖິງບົດຮຽນທີ່ເພິ່ນໄດ້ຮຽນຈາກແມ່ໝ້າຍ 84 ຄົນຢູ່ໃນຫວອດຂອງເພິ່ນຕອນເພິ່ນເປັນອະທິການ. ເຂົາເຈົ້າໄດ້ເປັນອິດທິພົນຫລາຍທີ່ສຸດໃຫ້ແກ່ການຮັບໃຊ້ຂອງເພິ່ນ ແລະ ຕະຫລອດຊີວິດຂອງເພິ່ນ.
ບໍ່ໄດ້ເປັນສິ່ງປະຫລາດໃຈແນວໃດ, ກ່ອນປະທານມອນສັນໄດ້ຕັດສິນໃຈກ່ຽວກັບການຫລຸດອາຍຸຂອງຜູ້ສອນສາດສະໜາລົງ, ກໍໄດ້ມີການສົນທະນາຫລາຍເທື່ອນຳຝ່າຍປະທານສະມາຄົມສະຕີສົງເຄາະ, ປະທານອົງການຍິງໜຸ່ມ, ແລະ ປະທານອົງການປະຖົມໄວສາມັນແລ້ວ.
ອະທິການທັງຫລາຍ, ເມື່ອທ່ານເຮັດຕາມຕົວຢ່າງຂອງປະທານມອນສັນ, ທ່ານຈະຮູ້ສຶກເຖິງອິດພິພົນຂອງພຣະຜູ້ເປັນເຈົ້າອວຍພອນວຽກງານທີ່ສັກສິດຂອງທ່ານຢ່າງຫລວງຫລາຍ.
ພວກເຮົາໄດ້ອາໄສຢູ່ປະເທດບຣາຊິນຫລາຍປີ. ບໍ່ດົນຫລັງຈາກໄປເຖິງ, ຂ້າພະເຈົ້າໄດ້ພົບກັບ ອາແດວເຊິນ ພາເຣຢາ, ຜູ້ກຳລັງຮັບໃຊ້ເປັນສາວົກເຈັດສິບ, ແລະ ນ້ອງຊາຍຂອງເພິ່ນ ບະລາເດີ ອາແດວເຊິນ, ຜູ້ກຳລັງຮັບໃຊ້ເປັນປະທານສະເຕກຢູ່ເມືອງຟະລໍຣີອາໂນໂພລິສ, ແລະ ນ້ອງຊາຍອີກຄົນໜຶ່ງຊື່ ອາແດວໂມ, ທີ່ຮັບໃຊ້ເປັນອະທິການ. ຂ້າພະເຈົ້າປະທັບໃຈຫລາຍກັບສັດທາຂອງອ້າຍນ້ອງເຫລົ່ານີ້, ແລະ ຂ້າພະເຈົ້າໄດ້ຖາມກ່ຽວກັບພໍ່ແມ່ຂອງເຂົາເຈົ້າ.
ຄອບຄົວໄດ້ຮັບບັບຕິສະມາຢູ່ເມືອງແຊນໂທສ, ປະເທດບຣາຊິນ, ເມື່ອ 42 ປີກ່ອນ. ອາແດວເຊິນ ພາເຣຢາ ໄດ້ເວົ້າວ່າ, “ທຳອິດ, ເບິ່ງຄືວ່າພໍ່ຂອງຂ້າພະເຈົ້າຕື່ນເຕັ້ນກ່ຽວກັບການເຂົ້າຮ່ວມສາດສະໜາຈັກ. ເຖິງຢ່າງໃດກໍຕາມ, ບໍ່ດົນຈາກນັ້ນເພິ່ນເລີ່ມບໍ່ເຂັ້ມແຂງ ແລະ ຂໍບໍ່ໃຫ້ແມ່ຂອງພວກເຮົາໄປໂບດ.”
ອາແດວເຊິນໄດ້ບອກຂ້າພະເຈົ້າວ່າ ແມ່ຂອງເພິ່ນໄດ້ຫຍິບເຄື່ອງໃຫ້ເພື່ອນບ້ານໃກ້ຄຽງ ເພື່ອຈ່າຍຄ່າລົດເມໃຫ້ລູກໄປໂບດ. ລູກຊາຍສີ່ຄົນໄດ້ຍ່າງປະມານສອງກິໂລແມັດໄປຫາອີກເມືອງໜຶ່ງ, ຂີ່ລົດເມປະມານ 45 ນາທີ, ແລ້ວໄດ້ຍ່າງຕື່ມອີກປະມານ 20 ນາທີໄປຫາຕຶກໂບດ.
ເຖິງແມ່ນວ່ານາງບໍ່ສາມາດໄປໂບດກັບລູກໆຂອງນາງ, ແຕ່ຊິດສະເຕີ ພາເຣຢາ ໄດ້ອ່ານພຣະຄຳພີນຳລູກລູກໆຂອງນາງ, ໄດ້ສອນພຣະກິດຕິຄຸນໃຫ້ເຂົາເຈົ້າ, ແລະ ໄດ້ອະທິຖານນຳເຂົາເຈົ້າ. ເຮືອນຫລັງນ້ອຍໆຂອງເຂົາເຈົ້າເຕັມໄປດ້ວຍພອນຂອງອຳນາດຂອງຖານະປະໂລຫິດ. ພວກລູກຊາຍຂອງນາງໄດ້ເຕີບໃຫຍ່ຂຶ້ນ, ໄດ້ຮັບໃຊ້ເຜີຍແຜ່, ໄດ້ຮັບການສຶກສາ, ແລະ ໄດ້ແຕ່ງງານໃນພຣະວິຫານ. ພອນຂອງຖານະປະໂລຫິດໄດ້ເຕັມຢູ່ໃນບ້ານເຮືອນຂອງເຂົາເຈົ້າ.
ຫລາຍປີຕໍ່ມາ, ເມື່ອກາຍເປັນໂສດອີກ, ວານີ ພາເຣຢາ ໄດ້ເຂົ້າໄປໃນພຣະວິຫານເພື່ອຮັບເອົາຂອງປະທານໃຫ້ຕົນເອງ ແລະ ຕໍ່ມາໄດ້ຮັບໃຊ້ເຜີຍແຜ່ສາມເທື່ອຢູ່ປະເທດບຣາຊິນ. ຕອນນີ້ມີອາຍຸໄດ້ 84 ປີ, ສັດທາຂອງນາງໄດ້ເປັນພອນສືບຕໍ່ໃຫ້ແກ່ລູກຫລານລຸ້ນຕໍ່ໆໄປ.
ປະຈັກພະຍານ ແລະ ຄຳສັນຍາ
ອຳນາດຂອງຖານະປະໂລຫິດທີ່ສັກສິດຂອງພຣະເຈົ້າ ມີຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າເປັນພະຍານວ່າ ເມື່ອທ່ານມີຄ່າຄວນທີ່ຈະມີສ່ວນຮ່ວມໃນພິທີການຂອງຖານະປະໂລຫິດ, ພຣະຜູ້ເປັນເຈົ້າຈະມອບພະລັງ, ຄວາມສະຫງົບ, ແລະ ທັດສະນະນິລັນດອນທີ່ຍິ່ງໃຫຍ່ກວ່າໃຫ້ແກ່ທ່ານ. ບໍ່ວ່າສະພາບການຂອງທ່ານຈະເປັນແນວໃດກໍຕາມ, ບ້ານເຮືອນຂອງທ່ານຈະ “ໄດ້ຮັບພອນໂດຍພະລັງຂອງອຳນາດຂອງຖານະປະໂລຫິດ” ແລະ ຄົນທີ່ໃກ້ຊິດກັບທ່ານກໍຢາກຈະໄດ້ຮັບພອນສຳລັບຕົນເອງຄືກັນ.
ໃນຖານະທີ່ເປັນຊາຍ ແລະ ຍິງ, ເອື້ອຍອ້າຍນ້ອງ, ບຸດ ແລະ ທິດາຂອງພຣະເຈົ້າ, ເຮົາຕ້ອງດຳເນີນໄປໜ້າດ້ວຍກັນ. ນີ້ແມ່ນໂອກາດຂອງເຮົາ, ໜ້າທີ່ຮັບຜິດຊອບຂອງເຮົາ, ແລະ ເປັນພອນຂອງເຮົາ. ນີ້ແມ່ນວິຖີຊີວິດຂອງເຮົາ—ທີ່ຈະຕຽມຕົວສຳລັບອານາຈັກຂອງພຣະເຈົ້າ ເພື່ອຈະໄດ້ກັບໄປຫາພຣະຜູ້ຊ່ອຍໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.