​2010–2019
​ເຮົາ​ມີ​​​ເຫດຜົນ​ອັນຍິ່ງ​ໃຫຍ່​ທີ່​ຈະ​ຊື່ນ​ຊົມ
ຕຸລາ 2013


12:48

ເຮົາ​ມີ​​​ເຫດຜົນ​ອັນຍິ່ງ​ໃຫຍ່​ທີ່​ຈະຊື່ນ​ຊົມ

ເມື່ອ​ທ່ານ​ຮັກ, ດູ​ແລ, ​ແລະ ຮັບ​ໃຊ້​ຄົນ​ອື່ນ​ໃນ​ວິທີ​ອັນ​ງ່າຍໆ, ​ທ່ານ​ໄດ້​ເຂົ້າຮ່ວມ​​ເຮັດ​ວຽກ​ງານ​​ແຫ່ງ​ຄວາມ​ລອດ.

ຕອນ​ພໍ່​ປູ່​ຂອງ​ຂ້າພະ​ເຈົ້າ​ເສຍ​ຊີວິດ, ຄອບຄົວ​ຂອງ​ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ ​​ແລະ ທັກ​ທາຍ​ກັບ​ຜູ້​ຄົນ​ທີ່​ມາສະ​ແດງ​ຄວາມ​ເສຍ​ໃຈ​ນຳ​ພວກ​ເຮົາ. ຕະຫລອດ​ຄ່ຳ​ຄືນ​ນັ້ນ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ເວົ້າລົມ​ກັບ​ຄອບຄົວ ​ແລະ ໝູ່​ເພື່ອນ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນຫລານ​ຊາຍ​ຂອງ​ຂ້າພະ​ເຈົ້າ, ທ້າວ​ໂພເຕີ, ອາຍຸ 10 ປີ, ຢືນ​ຢູ່​ໃກ້​ແມ່​ຍ່າ​ຂອງ​ຂ້າພະ​ເຈົ້າ​ ຜູ້​ຊຶ່ງ​ເປັນ​ “​ແມ່​ຕູ້​ທວດ” ຂອງ​ລາວ. ບາງ​ເທື່ອ​ລາວ​ຢືນ​ຢູ່​ຂ້າງ​ຫລັງ, ຍາມ​ດູ​ແລ​ເພິ່ນ​ຢູ່. ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າ​ໄດ້​ເຫັນ​ລາວ​ເອົາ​ມື​ເກາະ​ແຂນ​ເພິ່ນ. ຂ້າພະ​ເຈົ້າ​ໄດ້​ເຫັນ​ລາວ​ເອົາ​ມື​ລູບ​ມື​ເພິ່ນ​ຄ່ອຍໆ, ​ໂອບ​ກອດ​ເພິ່ນ, ​ແລະ ຢືນ​ຢູ່ຄຽງ​ຂ້າງ​ເພິ່ນ.

​ເປັນ​ເວລາ​ຫລາຍ​ມື້​ຫລັງ​ຈາກ​ປະສົບ​ການ​ນັ້ນ, ຂ້າພະ​ເຈົ້າບໍ່​ສາມາດລຶບ​ພາບ​ອອກ​ໄປ​ຈາກ​ໃຈ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ສົ່ງ​ຈົດໝາຍ​ນ້ອຍ​ໄປ​ຫາ​ທ້າວ​ໂພ​ເຕີ​ເພື່ອ​ບອກ​​ໃຫ້​ລາວ​ຮູ້​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ. ຂ້າພະ​ເຈົ້າ​ໄດ້ສົ່ງອີ​ເມ​ວ​ໄປ​ຫາ​ລາວ ​ແລະ ບອກ​ລາວ​ເຖິງ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ ​ແລະ ​ຮູ້ສຶກ. ຂ້າພະ​ເຈົ້າ​ໄດ້​​ເຕືອນ​ລາວ​ກ່ຽວ​ກັບ​ພັນທະ​ສັນຍາ​ທີ່​ລາວ​ໄດ້​ເຮັດ​ຕອນ​ລາວ​ຮັບ​ບັບຕິ​ສະມາ, ​ໂດຍ​ອ້າງ​ເຖິງ​ຂໍ້ຄວາມ​ຂອງ​ແອວ​ມາ ຢູ່​ໃນ ​​ໂມ​​ໄຊ​ຢາ ບົດ​ທີ 18 ວ່າ:

“ບັດນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາດຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

“ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ... ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ​ນິລັນດອນ—

“… ຖ້າ​ຫາກ​ສິ່ງ​ນີ້​ເປັນຄວາມ​ປາດຖະໜາ​ຂອງ​ໃຈ​ຂອງພວກ​ທ່ານແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດຂ້ອງ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານໄດ້​ເຂົ້າເຮັດພັນທະ​ສັນຍາ​ກັບ​ພຣະອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງຫລາຍ​ຍິ່ງ​ຂຶ້ນ?”1

ຂ້າພະ​ເຈົ້າ​ໄດ້​ອະທິບາຍ​​ແກ່​ທ້າວ​ໂພ​ເຕີວ່າ ​​ແອວ​ມາໄດ້​ສອນ​ວ່າ ຜູ້​ຄົນ​ທີ່​ຢາກ​ຮັບ​ບັບຕິ​ສະ​ມາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ—ຕະຫລອດ​ຊີວິດ! ຂ້າພະ​ເຈົ້າ​​ໄດ້​ກ່າວ​ວ່າ: “​ແມ່ຕູ້​ບໍ່​ຮູ້​ວ່າ​ເຈົ້າຮູ້ຫລື​ບໍ່, ​ແຕ່ວິທີ​ທີ່​ເຈົ້າສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ເປັນ​ຫ່ວງ​​ເປັນ​ໄຍຕໍ່​​ແມ່ຕູ້​ທວດ, ​ນັ້ນຄື​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຈົ້າ. ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ແຕ່​ລະ​ມື້ ​ເມື່ອ​ເຮົາ​ມີ​ເມດ​ຕາ, ສະ​ແດງ​ຄວາມ​ຮັກ, ​ແລະ ​ເບິ່ງ​ແຍງ​ກັນ. ​ແມ່ຕູ້​ຢາກ​ໃຫ້​ເຈົ້າຮູ້​ວ່າ ​ແມ່ຕູ້​ພູມ​ໃຈນຳຕົວ​ເຈົ້າ ທີ່​ເຈົ້າ​ເປັນ​ຄົນ​ທີ່ຮັກສາ​ພັນທະ​ສັນຍາ​! ​​​ເມື່ອ​ເຈົ້າຮັກສາ​ພັນທະ​ສັນຍາ​ທີ່​ເຈົ້າ​ໄດ້​​ເຮັດ​ຕອນ​ຮັບ​ບັບຕິ​ສະ​ມາ​ຕໍ່​ໄປ, ​ແລ້ວ​ເຈົ້າຈະ​ຕຽມ​ຮັບ​ເອົາ​ຖານະ​ປະ​ໂລຫິດ​ໄດ້. ພັນທະ​ສັນຍາ​ເພີ່ມ​ເຕີມ​ນີ້ ຈະ​ໃຫ້​ໂອກາດ​ເຈົ້າຕຽມ​ໃຫ້​ພອນ ​ແລະ ຮັບ​ໃຊ້​ຄົນ​ອື່ນ ​ແລະ ຊ່ອຍ​ເຫລືອ​ເຈົ້າຕຽມ​ສຳລັບ​ພັນທະ​ສັນຍາ​ທີ່​​ເຈົ້າຈະ​ເຮັດ​ຢູ່​ໃນ​ພຣະວິຫານ. ຂອບ​ໃຈ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ແມ່ຕູ້! ຂອບ​ໃຈ​ທີ່​ໄດ້​ສະ​​ແດງໃຫ້​ແມ່ຕູ້​ເຫັນ​ວ່າ ການ​ເປັນ​ຜູ້​ຮັກສາ​ພັນທະ​ສັນຍາ​ນັ້ນເປັນ​ແນວ​ໃດ!”

ທ້າວ​​ໂພ​ເຕີ​ໄດ້​ຕອບມາ​​ວ່າ: “​ແມ່ຕູ້​ເອີຍ, ຂອບ​ໃຈ​ສຳລັບຂໍ້ຄວາມ​ທີ່ສົ່ງ​ມາທາງ​ອີ​ເມ​ວ. ຕອນ​ຂ້ານ້ອຍ​ໂອບ​ກອດ​ແມ່ຕູ້​ທວດ​ເລື້ອຍໆ, ຂ້ານ້ອຍ​ບໍ່​ຮູ້​ວ່າ ຂ້ານ້ອຍ​ຮັກສາ​ພັນທະ​ສັນຍາ, ​ແຕ່​ຂ້ານ້ອຍ​ຮູ້ສຶກ​ອົບ​ອຸ່ນ​ຢູ່​ໃນ​ໃຈ ​ແລະ ຮູ້ສຶກ​ສະ​ບາຍ​ໃຈ​ຫລາຍ. ຂ້ານ້ອຍ​ຮູ້​ວ່າ ​​ພຣະວິນ​ຍານ​ບໍລິສຸດ​​ໄດ້ສະຖິດຢູ່​​ໃນ​ໃຈ​ຂອງ​ຂ້ານ້ອຍ.”

ຂ້າພະ​ເຈົ້າກໍ​ຮູ້ສຶກ​ອົບ​ອຸ່ນ​ຄື​ກັນ​ຢູ່​ໃນ​ໃຈ ​ເມື່ອ​ຂ້າພະ​ເຈົ້າຮູ້​ວ່າ​ທ້າວ​ໂພ​ເຕີ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ລາວ ພ້ອມ​ດ້ວຍ​ຄຳ​ສັນຍາ​ທີ່​ຈະມີ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ [​ເຮົາ] ​​ສະ​​ເໝີ]”2—​ເປັນ​ຄຳ​ສັນຍາ​ທີ່​​ສາມາດໄດ້​ຮັບ​ໂດຍ​ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

​ເອື້ອຍ​ນ້ອງ​ເອີຍ, ຕອນ​ຂ້າພະ​ເຈົ້າ​ໄດ້​ໄປຢ້ຽມຢາມ​ທ່ານ​ຕະຫລອດ​ທົ່ວ​ໂລກ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນຫລາຍ​ຄົນ​ພວກ​ທ່ານ​ເປັນ​ເໝືອນ​ດັ່ງ​ທ້າວ​ໂພ​ເຕີ​. ທ່ານ​ໄດ້​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າຢ່າງ​ງຽບໆ, ​ໄດ້​ເປັນ​ທຸ​ກກັບ​ຄົນ​ທີ່​ເປັນ​ທຸກ, ​ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງການ​ການ​ປອບ​ໂຍນ ​ໂດຍ​ທີ່​ບໍ່​ຮູ້​ວ່າ​ທ່ານ​ຮັກສາ​ພັນທະ​ສັນຍາ ທີ່​ທ່ານ​ໄດ້​ເຮັດ​ໃນ​ນ້ຳ​ແຫ່ງບັບຕິ​ສະມາ ​ແລະ ​ໃນ​ພຣະວິຫານ. ​ເມື່ອ​ທ່ານ​ຮັກ, ດູ​ແລ, ​ແລະ ຮັບ​ໃຊ້​ຄົນ​ອື່ນ​ໃນ​ວິທີ​ອັນ​ງ່າຍໆ, ​ທ່ານ​ໄດ້​ເຂົ້າຮ່ວມ​​ເຮັດ​ວຽກ​ງານ​​ແຫ່ງ​ຄວາມ​ລອດ, ວຽກ​ງານ​ຂອງ​ພຣະ​ເຈົ້າ “​ເພື່ອ​ນຳ​ຄວາມ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ມາສູ່​ມະນຸດ.”3

​ໃນ​ຖານະ​ທີ່​ເປັນ​ “ທິດາ​​ໃນ​ອານາຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ,”4 ​ເຮົາ​ໄດ້​ເຮັດ​ພັນທະ​ສັນຍາ​ອັນສັກສິດ. ​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ນີ​ໄຟ​ເອີ້ນ​ວ່າ “​ທາງ​ຄັບ ແລະ ​ແຄບ​ ຊຶ່ງນຳໄປ​ຫາ​ຊີວິດ​ນິລັນດອນ.”5 ​ເຮົາ​ທຸກ​ຄົນ​ກໍ​ຢູ່​ໃນ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ຢູ່​ໃນ​ເສັ້ນທາງ. ​ແຕ່​ເຮົາ​ສາມາດ​ທຳ​ງານ​ຮ່ວມ​ກັນ ​ເພື່ອ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​​ແລະ​ກັນທີ່​ຈະ “​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະນຸດ​ທັງ​ປວງ.”6

​ນາງຈີນ​ນີ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ປຶກສາ​ຂອງ​ກຸ່ມ​ຍິງ​ໜຸ່ມ. ​ເມື່ອຫລາຍ​ເດືອນ​ກ່ອນ ນາງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ກິດຈະກຳ​ທີ່​ຈະ​ຈັດ​ຂຶ້ນສຳລັບ​ຊາວ​ໜຸ່ມ​ຢູ່​ໃນ​ຫວອດ: ພາກັນ​ໄປ​ຍ່າງ​ຂຶ້ນ​ພູ ບ່ອນ​ທີ່​ເອີ້ນ​ວ່າ ມາລານພີ​ກ. ນາງ​ຕື່ນ​ເຕັ້ນ ​ເພາະວ່າ​ກ່ອນ​ໜ້ານັ້ນນາງ​ໄດ້​ຕັ້ງ​ເປົ້າໝາຍ​ທີ່​ຈະ​​ໄປ​ປີນ​ພູ.

ຕອນ​ນາງ​ໄປ​ເຖິງ​ບ່ອນ​ເຕົ້າ​ໂຮມ​ກັນ, ​ເພື່ອນ​ທີ່​ດີ​ຄົນ​ໜຶ່ງ​ຂອງ​ນາງ​ຊື່ ອັດ​ສະລີ ​ໄດ້​ຍ່າງ​ມາ​ຫາ​ ​ເກາະ​ແຂນນາງ ​ແລ້ວ​ເວົ້າວ່າ, “ຂ້ອຍ​ຊິ​ໄປ​ນຳ​ເຈົ້າ.” ນາງອັດ​ສະລີ, ຜູ້​ມີ​ອາຍຸ 16 ປີ​ໃນ​ຕອນ​ນັ້ນ, ມີ​ບັນຫາ​ທາງ​ຮ່າງກາຍ ​ແລະ ບໍ່ສາມາດ​ຍ່າງ​​ໄວ. ສະນັ້ນນາງ ພ້ອມ​ດ້ວຍ​ນາງຈີນ​ນີຈຶ່ງ​ໄດ້​ພາກັນ​ຍ່າງ​ໄປ​ຢ່າງ​ຊ້າໆ, ຫລຽວ​ເບິ່ງ​ສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນ​ໄດ້​ສ້າງ​ໄວ້: ກ້ອນ​ຫີນ​ຢູ່​ໃນ​ພູ​​, ດອກ​ໄມ້​ທີ່ຢູ່​ອ້ອມ​ຮອບ. ຕໍ່​ມາ​ນາງຈີນ​ນີ​ໄດ້​ເວົ້າວ່າ, “ບໍ່​ດົນ​ຂ້ານ້ອຍ​ກໍ​ໄດ້​ລືມ​ເປົ້າໝາຍ​ທີ່​ໄດ້​ຕັ້ງ​ໄວ້ ທີ່​ຈະ​ປີນ​ພູນັ້ນ, ​ເພາະ​ມັນ​ເປັນ​ການ​ພະ​ຈົນ​​ໄພ​ອີກ​ຢ່າງ​ໜຶ່ງ—​ເປັນ​ການ​ພະ​ຈົນ​ໄພ​ທີ່​ຊີ້​ບອກ​ເຖິງ​ຄວາມ​ສວຍ​ງາມ​ຕາມ​ເສັ້ນທາງ, ຊຶ່ງ​ອາດ​ບໍ່​ສັງ​ເກດ​ເຫັນ​ຖ້າ​ຫາກ​ຂ້ານ້ອຍ​ພຽງ​ແຕ່​ຕັ້ງ​ໃຈ​ທີ່​ຈະປີນ​ພູ​​ມາລານພີກເທົ່າ​ນັ້ນ.”

​​ໃນ​ຂະນະ​ທີ່​ນາງຈີນ​ນີ​ ​ແລະ ນາງອັດ​ສະລີຍ່າງ​ຕໍ່​ໄປ, ​ໄກ​ຈາກ​ກຸ່ມ​ຂອງ​ຕົນ, ​ນາງ​ເອມມາໄດ້​ມາ​ຍ່າງ​ນຳ ຜູ້​ໄດ້​ຕັດສິນ​ໃຈ​ລໍຖ້າ​ຍ່າງ​ໄປ​ນຳ​ເຂົາ​ເຈົ້າ. ນາງ​ເອມມາ​ໄດ້​ພາ​ເຂົາ​ເຈົ້າມ່ວນ​ຊື່ນ​. ນາງ​ໄດ້​ສອນ​ເພງ​ໜຶ່ງ​ໃຫ້​ເຂົາ​ເຈົ້າ ​ແລະ ​ໄດ້​ເວົ້າສະໜັບສະໜູນ ​ແລະ ​ໃຫ້​ກຳລັງ​ໃຈ​ເປັນ​ພິ​ເສດ. ນາງຈີນ​ນີ​​ໄດ້​​ເວົ້າວ່າ: “ພວກ​ເຮົາ​ໄດ້​ພາກັນ​ນັ່ງ​ພັກຜ່ອນ, ​ໄດ້​ຮ້ອງ​ເພງ, ​ແລະ ​ເວົ້າລົມ​ກັນ. ​ແລະ ຫົວ​.​ ຂ້ານ້ອຍ​ໄດ້​ຮູ້ຈັກ​ນາງອັດ​ສະລີ ​ແລະ ນາງ​ເອມມາ​ໃນ​ວິທີ​ທີ່​ຂ້ານ້ອຍ​ບໍ່​ສາມາດ​ຮູ້ຈັກຖ້າ​ເປັນ​ໃນ​ວິທີ​ອື່ນ. ​ແລງ​ມື້ນັ້ນ ມັນ​ບໍ່​ໄດ້​ກ່ຽວຂ້ອງ​ກັບ​ພູຜາ​ປ່າດົງ—ມັນ​ຍິ່ງ​ກວ່າ​ນັ້ນ. ມັນ​ເປັນ​ການ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ຢູ່​ໃນ​ເສັ້ນທາງ, ​ເດີນ​ໄປ​ແຕ່​ລະບາດ​ກ້າວ.”

​ໃນ​ຂະນະ​ທີ່​ນາງຈີນ​ນີ​, ນາງອັດ​ສະລີ, ​ແລະ ນາງ​ເອມມາຍ່າງ​ໄປ ​ແລະ ຮ້ອງ​ເພງ ​ແລະ ພັກຜ່ອນ, ​ແລະ ມ່ວນ​ຊື່ນນຳ​ກັນ, ​ເຂົາ​ເຈົ້າອາດ​ບໍ່​ໄດ້ຄິດ​ວ່າ, “​ເອີ​ນໍ,​ ພວກເຮົາ​ພວມ​ຮັກສາ​ພັນທະ​ສັນຍາ​ຂອງພວກ​ເຮົາ​ໃນ​ຕອນ​ນີ້.” ​ແຕ່​ເຂົາ​ເຈົ້າ​ໄດ້​ຮັກສາ​ພັນທະ​ສັນຍາ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ຜູກ​ມັດ. ​ເຂົາ​ເຈົ້າ​ໄດ້ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ສັດທາ​ຂອງ​ກັນ​ແລະ​ກັນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ໃຫ້​ກຳລັງ​ໃຈ ແລະ ປະຕິບັດ​ຕໍ່​ກັນ.

​ແອວ​ເດີ ຣະ​ໂຊ ​ເອັມ ນຽວສັນ ​ໄດ້​ສອນ​ວ່າ: “​​ເມື່ອ​ເຮົາ​ຮັບ​ຮູ້​ວ່າ ​ເຮົາ​ເປັນ​ລູກ​ໆ​ແຫ່ງ​ພັນທະ​ສັນຍາ, ​ເຮົາ​ກໍ​ຮູ້​ວ່າ ​ເຮົາ​ເປັນ​ໃຜ ​ແລະ ວ່າພຣະ​ເຈົ້າຄາດ​ຫວັງ​ສິ່ງ​ໃດ​ຈາກ​ເຮົາ. ກົດ​ຂອງ​ພຣະອົງ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ.”7

ນາງມາ​ເຣຍ ຄູ​ຊີ​ນາ ​ໄດ້​ເປັນທິດາ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ ຜູ້​ຮູ້​ວ່າ​ນາງ​ເປັນ​ໃຜ ​ແລະ ວ່າພຣະ​ເຈົ້າຄາດ​ຫວັງ​ສິ່ງ​ໃດ​ຈາກ​ນາງ. ຕອນ​ນາງ​ໄດ້​​ເປີດ​ຮັບ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງນາງ​ຢູ່​ເມືອງອົມ​ສະກາ, ປະ​ເທດຣັດ​ເຊຍ, ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​​ໄປ​ຮັບ​ໃຊ້​ນາງ, ​ແຕ່​ບໍ່​ດົນຂ້າພະ​ເຈົ້າ​ເຫັນ​​ໄດ້ວ່າ ມີ​ຫລາຍ​ສິ່ງ​ທີ່​ຕ້ອງ​ຮຽນ​ຈາກ​ນາງ.​ ​ໂດຍ​ທີ່​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​​ໃສ​​ເຂົ້າ​ໃນ​ສາດສະໜາ​ຈັກ, ນາງມາ​ເຣຍ​ໄດ້​ດຳລົງ​ຊີວິດ​ຕາມຄຳ​ແນະນຳ​ທີ່​ພົບ​ເຫັນ​ຢູ່​ໃນ ລູກາ ບົດ​ທີ 22 ທີ່​ວ່າ: “​ເມື່ອ​ເຈົ້າກັບ​ຄືນ​ມາ​ຫາ​ເຮົາ​ແລ້ວ ​​ເຈົ້າຕ້ອງ​ຊູ​ແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້.”8 ນາງ​ມີ​ສັດທາ​ໃນ​ຖ້ອຍ​ຄຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່ຂອງ​ເຮົາ, ປະທານທອມ​ມັສ ແອັສ ມອນ​ສັນ, ຜູ້​ໄດ້​ກ່າວ​ວ່າ:

“ບັດ​ນີ້ ​ເປັນ​ເວລາ​ສຳລັບ​ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ທີ່​ຈະ​ຮ່ວມ​ມື​ກັນ, ທຳ​ງານ​ນຳ​ກັນ, ​ແລະ ອອກ​ແຮງ​ໃນ​ສວນ​ອະ​ງຸ່ນຂອງ​ພຣະຜູ້​ເປັນ​ເຈົ້ານຳ​ກັນ ​ເພື່ອ​ນຳ​ຈິດ​ວິນ​ຍານ​ມາສູ່​ພຣະອົງ. ...

“​... ເມື່ອ​ເຮົາ​ກະທຳ​ດ້ວຍ​ສັດທາ ​ແລ້ວ​ພຣະຜູ້​ເປັນ​ເຈົ້າຈະ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິທີ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາດສະໜາ​ຈັກ​ຂອງ​ພຣະອົງ ​ໃນ​ຫວອດ ​ແລະ ​ໃນ​ສາຂາ​ ບ່ອນ​ທີ່​ເຮົາ​ອາ​ໄສ​ຢູ່. ພຣະອົງ​ຈະ​ຢູ່​ນຳ​ເຮົາ ​ແລະ ​ເປັນ​ຫຸ້ນ​ສ່ວນ​ໃນ​ວຽກ​ງານ​ເຜີຍ​ແຜ່​ຂອງ​ເຮົາ.

“​​... ຈົ່ງ​ໃຊ້​ສັດທາ​ຂອງ​ທ່ານ … ​​ໃນ​ຂະນະ​ທີ່​ທ່ານ​ພິຈາລະນາ​ດ້ວຍ​ການ​ອະທິຖານ​ວ່າ ຍາດ​ພີ່ນ້ອງ​, ໝູ່​ເພື່ອນ​, ​​ເພື່ອນ​ບ້ານ​, ​ແລະ ຄົນ​ທີ່​ທ່ານ​ຮູ້ຈັກ​ຄົນ​ໃດທີ່​ທ່ານ​ຄວນ​ເຊື້ອ​ເຊີນ​ໃຫ້​ມາ​ພົບກັບ​ຜູ້​ສອນ​ສາດສະໜາ, ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ຍິນ​ຂ່າວສານ​ແຫ່ງ​ການ​ຟື້ນ​ຟູ.”9

ນາງມາ​ເຣຍ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ນີ້ ​ໂດຍ​ການ​ດູ​ແລ ​ແລະ ປະຕິບັດ​ຕໍ່​ເອື້ອຍ​ນ້ອງ​ທີ່​ນາງ​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ໄປ​ຢ້ຽມຢາມ ​ແລະ ​​ເຮັດ​ເກີນ​ກວ່າ​ການ​ມອບ​ໝາຍ​ນັ້ນອີກ. ນາງ​ມີ​ໝູ່​ເພື່ອນ​ຫລາຍ​ຄົນທີ່​ບໍ່​ເຂັ້ມ​ແຂງ ​ແລະ ຍັງ​ບໍ່​ໄດ້​ຍິນ​ຂ່າວສານ​ແຫ່ງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເທື່ອ.​ ​ແຕ່​ລະ​ມື້ນາງ​ໄດ້​ໃຊ້​ສັດທາ ​ແລະ ອະທິຖານ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວ່າ​ມີ​ໃຜ​ຕ້ອງການ​ໃຫ້​ນາງ​ຊ່ອຍ​ເຫລືອ, ​​ແລ້ວ​ນາງ​ໄດ້​​ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ນາງ​ໄດ້​ຮັບ. ນາງ​ໄດ້​ໂທ​​ໄປ​ຫາ, ສະ​ແດງ​ຄວາມ​ຮັກ, ​ແລະ ບອກ​​ເພື່ອນ​ຂອງ​ນາງວ່າ, “ພວກ​ເຮົາ​ຕ້ອງການ​ເຈົ້າ.” ນາງ​​ໄດ້​ຈັດການ​ສັງ​ສັນ​ໃນ​ຄອບຄົວ​ຢູ່​​ບ້ານເຮືອນ​ຂອງ​ນາງ​ທຸກ​ອາທິດ ​ແລະ ​ໄດ້​ເຊື້ອ​ເຊີນ​ໝູ່​ເພື່ອນ, ສະມາຊິກ​ໂບດ, ​ແລະ ຜູ້​ສອນ​ສາດສະໜາ​ໃຫ້​ມາ​ຮ່ວມ—​ແລະ ນາງ​ໄດ້ລ້ຽງ​​ເຂົ້າເຂົາ​ເຈົ້າ. ນາງ​ໄດ້​​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້ມາ​ໂບດ, ​ແລະ ​ໄດ້​ນັ່ງ​ຢູ່​ກັບ​ເຂົາ​ເຈົ້າ ຕອນ​ເຂົາ​ເຈົ້າມາ​ຮ່ວມ.

ນາງມາ​ເຣຍ​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ທີ່​ໄດ້​ກ່າວ​ບໍ່​ດົນ​ມາ​ນີ້​ວ່າ “ການ​ເຊື້ອ​ເຊີນ​ທີ່​ມາ​ຈາກ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ຄົນ​ອື່ນ ​ແລະ ສຳລັບ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ... ຈະ​ບໍ່​ເປັນ​ສິ່ງ​ເຮັດ​ໃຫ້​ຄົນ​ອື່ນ​ຜິດ​ໃຈ​ ຫລື ຕັດສິນ.”10 ນາງ​ໄດ້​ຂຽນ​ຊື່​ຂອງ​ຄົນ​ທີ່​ຖືກ​ເຮັດ​ໃຫ້ຜິດ​ໃຈ​ໄວ້, ​ແລະ ນາງ​ໄດ້​ປະຕິບັດ​ຕໍ່​ເຂົາ​ເຈົ້າຕໍ່​ໄປ. ​ເພາະ​​ເຂົາ​ເຈົ້າຮູ້​ວ່າ ນາງ​ຮັກ​ເຂົາ​ເຈົ້າ, ນາງ​ຈຶ່ງ​ສາມາດ​ເວົ້າກັບ​ເຂົາ​ເຈົ້າວ່າ, “​ເຊົາ​ຜິດ​ໃຈສາ. ມັນ​ເປັນ​ເລື່ອງ​ເຫ​ລວ​ໄຫລ!”

ນາງມາ​ເຣຍ​ເປັນ​ສານຸສິດ​ທີ່ຮັກສາ​ພັນທະ​ສັນຍາຂອງ​ພຣະ​ເຢຊູ​ຄຣິດ. ​ເຖິງ​ແມ່ນ​ວ່າ ນາງ​ບໍ່​ມີ​ຜູ້ນຳ​ຖານະ​ປະ​ໂລຫິດ​ຢູ່​ໃນບ້ານ​ເຮືອນ​ຂອງ​ນາງກໍ​ຕາມ, ​ແຕ່​ນາງ​ຮູ້ສຶກ​ເຖິງ​ອຳນາດ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ວັນ​ ໃນ​ການ​ບັນລຸ​ພັນທະ​ສັນຍາຂອງ​ພຣະວິຫານ​ຂອງ​ນາງ ​​ໃນ​ຂະນະ​ທີ່​ນາງ​ກ້າວ​ໄປ​ໃນ​ເສັ້ນທາງ, ອົດທົນ​ຈົນ​ເຖິງ​ທີ່​ສຸດ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ​​ໃນ​ວຽກ​ງານ​​ແຫ່ງ​ຄວາມ​ລອດ​ຢູ່​ໃນ​ເສັ້ນທາງ.

​ເມື່ອ​ຂ້າພະ​ເຈົ້າ​ແບ່ງປັນ​ປະສົບ​ການ​ນີ້, ທ່ານ​ເຫັນ​ຕົວ​ທ່ານ​ເອງ​ຢູ່​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ບໍ່? ຈົ່ງ​​ໃຊ້​ເວລາ​ບຶດໜຶ່ງ​ເພື່ອ​ຄິດ​ກ່ຽວ​ກັບ​ທິດ​າອີກ​ຄົນ​ໜຶ່ງ​ຂອງ​ພຣະ​ເຈົ້າ ຜູ້​ຕ້ອງການ​ກຳລັງ​ໃຈ ​​ເພື່ອ​ຈະ​ໄດ້​ເດີນກັບ​ຄືນ​ເຂົ້າມາ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ ຫລື ຜູ້​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ​ເພື່ອ​ຈະ​ໄດ້​ຢູ່​ໃນ​ເສັ້ນທາງ. ຈົ່ງ​ທູນ​ຖາມ​ພຣະບິດາ​ເທິງ​ສະຫວັນຂອງ​ທ່ານ​ກ່ຽວ​ກັບ​ນາງ. ນາງ​ເປັນ​ທິດາ​ຂອງ​ພຣະອົງ. ພຣະອົງ​ຮູ້ຈັກ​ນາງ​ຕາມ​ຊື່​ຂອງ​ນາງ. ພຣະອົງ​ກໍ​ຮູ້ຈັກ​ທ່ານ​ຄື​ກັນ, ​ແລະ ພຣະອົງ​ຈະ​ບອກ​ທ່ານ​ວ່າ​ນາງ​ຕ້ອງການ​ສິ່ງ​ໃດ. ຈົ່ງ​ອົດທົນ ​ແລະ ອະທິຖານ​ເພື່ອ​ນາງ​ຕໍ່​​ໄປ, ​ແລະ ກະທຳ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ. ​​ເມື່ອ​ທ່ານ​ກະທຳ​ຕາມ​ການ​ກະ​ຕຸ້ນ​ເຫລົ່າ​ນີ້, ພຣະວິນ​ຍານ​ຈະ​ຢືນຢັນ​ວ່າ ການ​ຖະຫວາຍ​ຂອງ​ທ່ານ​ນັ້ນເປັນ​ທີ່​ຮັບ​ຮູ້​ຕໍ່​ພຣະອົງ.

“ຊິດ​ສະ​ເຕີ​ ອີ​ລາຍ​ຊາ ອາ ສະ​ໂນ ​ໄດ້​ຮັບ​ຮູ້​ຄວາມ​ພະຍາຍາມ​ຂອງ​ບັນດາ​ເອື້ອຍ​ນ້ອງດ້ວຍ​ຄວາມ​ກະຕັນຍູ ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ. ... ນາງ​ໄດ້​ບອກ​ເຂົາ​​​ເຈົ້າວ່າ ​ເຖິງ​ແມ່ນ​ວ່າສາດສະໜາ​ຈັກ​ບໍ່​ຮັກສາ​ບັນທຶກ​ກ່ຽວ​ກັບ​ການ​ບໍລິຈາກ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ທີ່​ຂັດ​ສົນ, ​ແຕ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຮັກສາ​ບັນທຶກ​ອັນ​ຄົບ​ຖ້ວນ​ຂອງ​ວຽກ​ງານ​ທີ່​ຊ່ອຍ​​ໃຫ້​ລອດ​ຂອງ​ເຂົາ​ເຈົ້າ.

“‘… ປະທານ​ໂຈ​ເຊັບ ສະ​ມິດ ​ໄດ້​ກ່າວ​ວ່າ ສະມາຄົມ​ນີ້​ໄດ້​ຖືກ​ຈັດຕັ້ງຂຶ້ນ​ເພື່ອ​ຊ່ອຍ​ກູ້​ຈິດ​ວິນ​ຍານ. ​​ເຮົາ ​ໄດ້​ເຮັດ​ສິ່ງ​ໃດ​ແດ່ ເພື່ອ​ຈະ​ໄດ້​ຊ່ອຍ​ພາ​ຄົນ​ທີ່​ຫລົງ​ທາງ​ໄປ​ ກັບ​ຄືນ​ມາ? ​ເພື່ອ​​ໃຫ້​ຄວາມ​ອົບ​ອຸ່ນ​​​​​ແກ່ໃຈ​ທີ່​ເຍືອກ​ເຢັນ​​ໃນ​ພຣະກິດ​ຕິ​ຄຸນ? ມີ​ໜັງສື​ອີກ​ເຫລັ້ມໜຶ່ງ​ທີ່​ບັນທຶກ​ສັດທາ​, ຄວາມ​ເມດ​ຕາ, ວຽກ​ງານ​ດີ, ​ແລະ ຖ້ອຍ​ຄຳ​ຂອງ​ທ່ານ. ມີ​ອີກ​ບັນທຶກ​ໜຶ່ງ. ບໍ່​ມີ​ສິ່ງ​ໃດ​ທີ່​ຂາດ​ໄປ.’”11

​ໃນ​ພຣະຄຳ​ພີ​ມໍ​ມອນ, ​ອຳ​ໂມນ​ໄດ້​ກ່າວ​ເຖິງ​ເຫດຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ຊື່ນ​ຊົມ. ​ເພິ່ນ​ໄດ້​ກ່າວ​ວ່າ: “ແລະ ບັດ​ນີ້, ຂ້າພະ​ເຈົ້າຖາມ​ວ່າ, ພອນ​ອັນ​ຍິ່ງ​ໃຫຍ່​ອັນ​ໃດ​ທີ່​ [ພຣະ​ເຈົ້າ] ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ? ພວກ​ທ່ານບອກ​ໄດ້​ບໍ່?”

​ໃນ​ຄວາມ​ຕື່ນ​ເຕັ້ນຂອງ​ເພິ່ນ, ອຳ​ໂມນ​ບໍ່​ໄດ້​ລໍຖ້າ​ຄຳ​ຕອບ. ​ເພິ່ນ​​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ, ຂ້າພະ​ເຈົ້າຈະ​ຕອບ​ແທນ​ພວກ​ທ່ານ; ... ນີ້​ຄື​ພອນ​ຊຶ່ງພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ພວກ​ເຮົາ, ຊຶ່ງເຮັດ​ໃຫ້​ພວກ​ເຮົາ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະ​ເຈົ້າ ເພື່ອ​ນຳ​ເອົາ​ຜົນງານ​ອັນ​ຍິ່ງ​ໃຫຍ່​ນີ້​ມາ.”12

​ເຮົາ​ເປັນ​ທິດາ​​ແຫ່ງພັນທະ​ສັນຍາ​ໃນ​ອານາຈັກ​ຂອງ​ພຣະຜູ້​​ເປັນ​ເຈົ້າ, ​ແລະ ​ເຮົາ​ມີ​ໂອກາດ​ທີ່​ຈະ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ແຕ່​ລະ​ວັນ ​ໃນ​ວິທີ​ທາງ​ທີ່​ງ່າຍໆ—​ເຊັ່ນ ​ໃຫ້ການ​ດູ​ແລ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ແລະ ສອນ​ຊຶ່ງ​ກັນ​ແລະ​ກັນ—​​ແລ້ວ ​ເຮົາ​ຈະ​ສາມາດ​ຊື່ນ​ຊົມ​ຮ່ວມ​ກັບ​ອຳ​ໂມນ, ຜູ້​ໄດ້​ປະກາດ​ວ່າ:

“ຈົ່ງ​ເບິ່ງ, ຄວາມສຸກ​ຂອງ​ຂ້ອຍ​ເຕັມ​ປ່ຽມ, ແທ້​ຈິງ​ແລ້ວ, ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ແລະ ຂ້ອຍ​ຈະ​ປິ​ຕິ​ຍິນ​ດີໃນ​ພຣະ​ເຈົ້າຂອງ​ຂ້ອຍ.

“ແທ້​ຈິງ​ແລ້ວ, ຂ້ອຍ​ຮູ້​ວ່າ ຂ້ອຍ​ບໍ່​ໄດ້​ມີ​ຄຸນ​ຄ່າ​ຫຍັງ​ໝົດ; ຖ້າ​ອາ​ໄສ​ພະລັງ​ຂອງ​ຂ້ອຍ​ເອງ ຂ້ອຍ​ກໍ​ອ່ອນ​ແອ; ດັ່ງນັ້ນ ຂ້ອຍ​ຈະ​ບໍ່​ອວດ​ອ້າງ​ເຖິງ​ເລື່ອງ​ຕົວ​ເອງ, ແຕ່​ຂ້ອຍ​ຈະ​ອວດ​ອ້າງ​ພຣະ​ເຈົ້າຂອງ​ຂ້ອຍ, ເພາະ​ໃນ​ພະລັງ​ຂອງ​ພຣະ​ອົງ; ຂ້ອຍ​ສາມາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ.”13

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.