ຈົ່ງທວງເອົາພອນແຫ່ງພັນທະສັນຍາຂອງທ່ານ
ເມື່ອເຮົາຕໍ່ ແລະ ໃຫ້ກຽດແກ່ພັນທະສັນຍາຂອງເຮົາ, ຄວາມໜັກໜ່ວງຂອງເຮົາຈະເບົາບາງລົງ, ແລະ ເຮົາຈະສາມາດສະອາດ ແລະ ເຂັ້ມແຂງຕໍ່ໄປ.
ເອື້ອຍນ້ອງທັງຫລາຍ, ຊ່າງປະເສີດຫລາຍທີ່ໄດ້ຢູ່ກັບທ່ານອີກ.
ບໍ່ດົນມານີ້ ຂ້າພະເຈົ້າໄດ້ພົບກັບເອື້ອຍນ້ອງຄົນໜຶ່ງຜູ້ຕຽມຮັບບັບຕິສະມາ. ໃນວັນອາທິດມື້ນັ້ນ ນາງໄດ້ຍ່າງ 3 ກິໂລແມັດ ໃນທາງເປັນຕົມມາໂບດ. ທັນທີທີ່ນາງມາເຖິງ, ນາງກໍໄດ້ຍ່າງເຂົ້າໄປຫ້ອງນ້ຳ, ປ່ຽນເສື້ອຜ້າທີ່ເປື້ອນຕົມ, ທຳຄວາມສະອາດຕົນ, ແລະ ໄດ້ນຸ່ງເຄື່ອງສຳລັບວັນອາທິດ. ຢູ່ໃນຫ້ອງສະມາຄົມສະຕີສົງເຄາະ ນາງໄດ້ບອກກ່ຽວກັບການປ່ຽນໃຈເຫລື້ອມໃສຂອງນາງ. ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບຄວາມປາດຖະໜາຂອງນາງທີ່ຢາກຊຳລະຕົນໃຫ້ບໍລິສຸດຜ່ານການກັບໃຈ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າປະທັບໃຈຫລາຍກັບຄວາມເຕັມໃຈຂອງນາງທີ່ຈະປະຖິ້ມ “ຊີວິດເກົ່າ” ເພື່ອຈະໄດ້ເຮັດພັນທະສັນຍາທີ່ສັກສິດນຳພຣະບິດາເທິງສະຫວັນຂອງເຮົາ. ນາງໄດ້ແຍກອອກຈາກແຟນຂອງນາງ, ໄດ້ເອົາຊະນະການຕິດແສດເພື່ອຈະໄດ້ດຳລົງຊີວິດຕາມພຣະວາຈາແຫ່ງປັນຍາ, ໄດ້ລາອອກວຽກທີ່ຕ້ອງເຮັດໃນວັນອາທິດເພື່ອຈະໄດ້ມາໂບດ, ແລະ ໄດ້ເສຍຄົນທີ່ນາງຮັກໄປ ເມື່ອນາງບອກວ່ານາງວາງແຜນທີ່ຈະຮັບບັບຕິສະມາ. ນາງມີຄວາມກະຕືລືລົ້ນທີ່ຈະປະຖິ້ມບາບຂອງນາງ, ເພື່ອວ່ານາງຈະຖືກຊຳລະລ້າງໃຫ້ສະອາດ ແລະ ຮູ້ສຶກເຖິງຄວາມຮັກທີ່ໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າໄດ້ຮັບການດົນໃຈໃນເຊົ້າມື້ນັ້ນ ໂດຍຄວາມປາດຖະໜາຂອງນາງທີ່ຈະສະອາດທາງຮ່າງກາຍ ແລະ ວິນຍານ.
ເຮົາຮູ້ວ່າ ຫລາຍຄົນພວກທ່ານໄດ້ເສຍສະລະທີ່ຄ້າຍຄືກັນນີ້ ເມື່ອທ່ານຮູ້ສຶກເຖິງການເປັນພະຍານຂອງພຣະວິນຍານບໍລິສຸດ ແລະ ປາດຖະໜາທີ່ຈະກັບໃຈ, ຮັບບັບຕິສະມາ, ແລະ ສະອາດ. ບາງເທື່ອອາດບໍ່ມີເວລາໃດທີ່ເຮົາຈະຮູ້ສຶກເຖິງຄວາມຮັກແຫ່ງສະຫວັນຂອງພຣະຜູ້ຊ່ອຍໃຫ້ລອດ ຫລາຍໄປກວ່າຕອນທີ່ເຮົາກັບໃຈ ແລະ ຮູ້ສຶກເຖິງຄວາມຮັກຂອງພຣະອົງ ທີ່ເອື້ອມອອກມາໂອບກອດເຮົາໄວ້ ແລະ ໃຫ້ເຮົາແນ່ໃຈເຖິງຄວາມຮັກ ແລະ ການຍອມຮັບຂອງພຣະອົງ.
ສອງສາມອາທິດຜ່ານມານີ້ ໃນຂະນະທີ່ຂ້າພະເຈົ້າຟັງຄຳອະທິຖານສຳລັບສິນລະລຶກ, ຂ້າພະເຈົ້າປະທັບໃຈຫລາຍກັບວິທີທີ່ປະໂລຫິດຄົນໜຶ່ງກ່າວແຕ່ລະຄຳດ້ວຍຄວາມຮູ້ສຶກ. ຕໍ່ມາ ຂ້າພະເຈົ້າໄດ້ໂທໄປຫາປະໂລຫິດຄົນນັ້ນເພື່ອຂອບໃຈລາວທີ່ໄດ້ເຮັດໃຫ້ສິນລະລຶກເປັນປະສົບການທາງວິນຍານທີ່ເລິກຊຶ້ງຫລາຍຂຶ້ນແກ່ຂ້າພະເຈົ້າ ແລະ ຜູ້ມາຮ່ວມກອງປະຊຸມ. ລາວບໍ່ໄດ້ຢູ່ເຮືອນ, ແຕ່ແມ່ຂອງລາວຮັບສາຍ, “ໂອ້, ລາວຄົງຈະດີໃຈຫລາຍທີ່ທ່ານໂທມາຫາ! ມັນເປັນເທື່ອທຳອິດທີ່ລາວໄດ້ກ່າວຄຳອະທິຖານສຳລັບສິນລະລຶກ, ແລະ ພວກເຮົາກໍໄດ້ຊ່ອຍລາວຕຽມພ້ອມ, ໄດ້ເວົ້າກັນເຖິງຄວາມສຳຄັນຂອງສິນລະລຶກ ແລະ ຄວາມເໝາະສົມທີ່ຈະຕໍ່ພັນທະສັນຍາແຫ່ງການບັບຕິສະມາຂອງເຮົານຳພຣະຜູ້ຊ່ອຍໃຫ້ລອດ.” ພວກເຮົາຮັກແມ່ຄົນນີ້ຫລາຍ ທີ່ໄດ້ສອນລູກຊາຍຂອງນາງກ່ຽວກັບພະລັງຂອງພັນທະສັນຍາແຫ່ງການບັບຕິສະມາ ແລະ ໂອກາດທີ່ລາວໄດ້ຮັບ ເພື່ອຊ່ອຍສະມາຊິກຢູ່ໃນຫວອດໃຫ້ຮູ້ສຶກເຖິງພະລັງນັ້ນ.
ແມ່ຄົນໜຶ່ງອີກ ທີ່ຂ້າພະເຈົ້າຮູ້ຈັກ ໄດ້ນັ່ງຢູ່ຄົນດຽວຢູ່ໂບດເປັນເວລາຫລາຍປີກັບລູກນ້ອຍສີ່ຄົນຂອງນາງ. ສ່ວນຫລາຍແລ້ວນາງບໍ່ສາມາດຄິດກ່ຽວກັບພຣະຜູ້ຊ່ອຍໃຫ້ລອດໃນລະຫວ່າງສິນລະລຶກ, ນາງຈຶ່ງໄດ້ຈັດແຜນຢ່າງໜຶ່ງຂຶ້ນ. ບັດນີ້ນາງພະຍາຍາມໃຊ້ເວລາໃນວັນເສົາເພື່ອທົບທວນກ່ຽວກັບອາທິດນັ້ນ ແລະ ຄິດກ່ຽວກັບພັນທະສັນຍາຂອງນາງ ແລະ ສິ່ງທີ່ນາງຕ້ອງກັບໃຈ. “ແລ້ວ,” ນາງກ່າວວ່າ, “ບໍ່ສຳຄັນວ່າປະສົບການຈະເປັນແນວໃດກໍຕາມ, ທີ່ຂ້າພະເຈົ້າມີກັບລູກໃນວັນອາທິດ, ຂ້າພະເຈົ້າຕຽມພ້ອມທີ່ຈະຮັບເອົາສິນລະລຶກ, ຕໍ່ພັນທະສັນຍາຂອງຂ້າພະເຈົ້າ, ແລະ ຮູ້ສຶກສະອາດໂດຍອຳນາດແຫ່ງການຊົດໃຊ້.”
ເປັນຫຍັງພຣະຜູ້ຊ່ອຍໃຫ້ລອດຈຶ່ງໃຫ້ສິນລະລຶກເປັນສິ່ງສຳຄັນຫລາຍ, ເອື້ອຍນ້ອງເອີຍ? ການຕໍ່ພັນທະສັນຍາແຫ່ງການບັບຕິສະມາສຳຄັນຫລາຍຂະໜາດໃດໃນຊີວິດຂອງເຮົາ? ເຮົາຮັບຮູ້ຄວາມສາມາດຂອງພຣະຜູ້ຊ່ອຍໃຫ້ລອດບໍທີ່ເຮັດໃຫ້ເຮົາສະອາດທຸກອາທິດ ເມື່ອເຮົາຮັບສິນລະລຶກຢ່າງມີຄ່າຄວນ ແລະ ດ້ວຍຄວາມຄິດ? ປະທານບອຍ ເຄ ແພ໊ກເກີ ໄດ້ເປັນພະຍານວ່າ, “ນັ້ນຄືຄຳສັນຍາຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຊົດໃຊ້: ... ວ່າໃນບັ້ນທ້າຍ [ຊີວິດຂອງເຮົາ, ເຮົາ] ຈະສາມາດຜ່ານຜ້າມ່ານໄປ ໂດຍກັບໃຈຈາກບາບ [ຂອງເຮົາ] ແລະ ໄດ້ຖືກຊຳລະໃຫ້ສະອາດຜ່ານໂລຫິດຂອງພຣະຄຣິດ.”1
ຝ່າຍປະທານສະຕີສົງເຄາະສາມັນຂອງເຮົາມີຄວາມຊື່ນຊົມເມື່ອເອື້ອຍນ້ອງ ແລະ ຄອບຄົວຂອງເຂົາເຈົ້າເຮັດ ແລະ ຮັກສາພັນທະສັນຍາ, ແຕ່ຫົວໃຈຂອງພວກເຮົາເຈັບປວດສຳລັບຜູ້ທີ່ພວມປະເຊີນກັບຄວາມທຸກຍາກລຳບາກໃນຊີວິດ ເພາະການລ່ວງລະເມີດພັນທະສັນຍາຂອງຄົນທີ່ເຂົາເຈົ້າຮັກ. ສາດສະດາຢາໂຄບ, ນ້ອງຊາຍຂອງນີໄຟ, ໄດ້ຮັບບັນຊາຈາກພຣະຜູ້ເປັນເຈົ້າໃຫ້ກ່າວກັບບັນດາອ້າຍນ້ອງຂອງເພິ່ນກ່ຽວກັບຄວາມຊອບທຳຂອງຜູ້ຍິງ ແລະ ເດັກນ້ອຍໃນວັນເວລາຂອງເພິ່ນ. ຂ້າພະເຈົ້າເປັນພະຍານວ່າ ຖ້ອຍຄຳຂອງເພິ່ນໄດ້ຖືກຮັກສາໄວ້ ໂດຍສະເພາະສຳລັບວັນເວລາຂອງເຮົາ. ເພິ່ນກ່າວກັບເຮົາ ຄືກັນກັບພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວ. ຢາໂຄບໄດ້ “ຖືກຖ່ວງດຶງ ... ມີຄວາມກະວົນກະວາຍ” ໃນຂະນະທີ່ເພິ່ນກ່າວຕໍ່ຜູ້ເປັນສາມີ ແລະ ເປັນພໍ່ ດັ່ງນີ້:
“ມັນເຮັດໃຫ້ຂ້າພະເຈົ້າໂສກເສົ້າອີກທີ່ຈະຕ້ອງໃຊ້ຄຳເວົ້າຮຸນແຮງ ... ຢູ່ຕໍ່ໜ້າເມຍຂອງພວກທ່ານ ແລະ ລູກຂອງພວກທ່ານ ຜູ້ຊຶ່ງຄວາມຮູ້ສຶກຂອງພວກເຂົາຫລາຍຄົນອ່ອນນ້ອມ ແລະ ບໍລິສຸດ ແລະ ລະມຸນລະໄມ. ...
“... ສຽງສະອື້ນຂອງໃຈຂອງພວກເຂົາຂຶ້ນໄປເຖິງພຣະເຈົ້າ. ... ໃຈຫລາຍດວງຈຶ່ງຕາຍໂດຍການຖືກສຽບແທງເປັນແຜເລິກ.”2
ຕໍ່ສະຕີ ແລະ ເດັກນ້ອຍທີ່ຮັກສາພັນທະສັນຍາ ໃນວັນເວລາຂອງເພິ່ນ ແລະ ຂອງເຮົາ, ຢາໂຄບສັນຍາວ່າ:
“ຈົ່ງຫວັງໃນພຣະເຈົ້າດ້ວຍຈິດໃຈໝັ້ນຄົງ, ແລະ ອະທິຖານເຖິງພຣະອົງດ້ວຍສັດທາຢ່າງຫລວງຫລາຍ, ແລະ ພຣະອົງຈະປອບໂຍນພວກທ່ານໃນຄວາມທຸກທໍລະມານຂອງພວກທ່ານ. ...
“… ຈົ່ງເງີຍໜ້າຂຶ້ນ ແລະ ຮັບພຣະຄຳອັນໜ້າພໍໃຈຂອງພຣະເຈົ້າ, ແລະ ຈົ່ງຊື່ນຊົມຢູ່ດ້ວຍຄວາມຮັກຂອງພຣະອົງ.”3
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເປັນພະຍານເຖິງຄວາມເຂັ້ມແຂງ ແລະ ອຳນາດຂອງການອະທິຖານ ເມື່ອເຮົາສະແດງຄວາມເຈັບປວດອັນແສນສາຫັດຕໍ່ພຣະບິດາເທິງສະຫວັນຂອງເຮົາ, ແລະ ຄວາມປາດຖະໜາ ແລະ ຄຳຕອບທີ່ໄດ້ຮັບ ເມື່ອເຮົາ “ຊື່ນຊົມກັບ” ພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່.
ເກືອບເຖິງສາມປີແລ້ວທີ່ໄຟໄດ້ໄໝ້ຕຶກແທໂບແນໂກທີ່ເກົ່າແກ່ຢູ່ເມືອງໂພຣໂວ, ລັດຢູທາ. ຊຸມຊົນ ແລະ ສະມາຊິກຂອງສາດສະໜາຈັກຈຶ່ງໂສກເສົ້າເສຍໃຈຫລາຍ. ຫລາຍຄົນຖາມວ່າ, “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປ່ອຍໃຫ້ສິ່ງນີ້ເກີດຂຶ້ນ? ແນ່ນອນວ່າ ພຣະອົງສາມາດຢຸດຢັ້ງໄຟໄດ້ ຫລື ຢຸດການທຳລາຍນັ້ນ.”
ສິບເດືອນຕໍ່ມາ, ລະຫວ່າງກອງປະຊຸມໃຫຍ່ສາມັນເດືອນຕຸລາ ປີ 2011 ຜູ້ມາຮ່ວມກອງປະຊຸມມີຄວາມປະຫລາດໃຈຫລາຍ ເມື່ອປະທານທອມມັສ ແອັສ ມອນສັນ ໄດ້ປະກາດວ່າ ແທໂບແນໂກທີ່ເກືອບຖືກທຳລາຍຈົນໝົດສິ້ນ ຈະກາຍເປັນພຣະວິຫານທີ່ສັກສິດ—ບ້ານຂອງພຣະຜູ້ເປັນເຈົ້າ! ທັນໃດນັ້ນ ເຮົາສາມາດເຫັນໄດ້ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າຮູ້ຈັກກ່ອນ! ພຣະອົງບໍ່ໄດ້ເປັນຕົ້ນເຫດ, ແຕ່ພຣະອົງໄດ້ປ່ອຍໃຫ້ໄຟໄໝ້ຂ້າງໃນຂອງຕຶກ. ພຣະອົງເຫັນຕຶກແທໂບແນໂກເປັນພຣະວິຫານທີ່ສວຍງາມ—ເປັນບ້ານຖາວອນເພື່ອເຮັດພັນທະສັນຍາທີ່ສັກສິດນິລັນດອນ.4
ເອື້ອຍນ້ອງທີ່ຮັກແພງ, ພຣະຜູ້ເປັນເຈົ້າປ່ອຍໃຫ້ເຮົາຖືກທົດລອງ ແລະ ທົດສອບ, ບາງເທື່ອຈົນເຖິງສຸດຂີດຂອງເຮົາ. ເຮົາເຄີຍເຫັນຊີວິດຂອງບາງຄົນທີ່ເຮົາຮັກ ຫລື ອາດເປັນຊີວິດຂອງເຮົາເອງ ໄດ້ຖືກເຜົາຜານລົງຈົນເຖິງພື້ນດິນ ແລະ ຖາມວ່າເປັນຫຍັງພຣະບິດາເທິງສະຫວັນທີ່ຮັກ ແລະ ເປັນຫ່ວງເປັນໃຍຈຶ່ງປ່ອຍໃຫ້ສິ່ງນີ້ເກີດຂຶ້ນ. ແຕ່ພຣະອົງບໍ່ໄດ້ປ່ອຍປະເຮົາໂດຍທີ່ບໍ່ໃຫ້ຄວາມຊ່ອຍເຫລືອ. ພຣະອົງຢືນຢູ່ ແລະ ເດ່ແຂນອອກມາ, ເຊື້ອເຊີນເຮົາດ້ວຍຄວາມກະຕືລືລົ້ນໃຫ້ມາຫາພຣະອົງ. ພຣະອົງພວມສ້າງຊີວິດຂອງເຮົາໃຫ້ເປັນພຣະວິຫານທີ່ສະຫງ່າງາມ ບ່ອນທີ່ພຣະວິນຍານຂອງພຣະອົງສາມາດມາອາໄສຢູ່ຕະຫລອດການ.
ໃນ Doctrine and Covenants 58:3–4, ພຣະຜູ້ເປັນເຈົ້າບອກເຮົາວ່າ:
ເຈົ້າບໍ່ສາມາດຫລຽວເຫັນແຜນການຂອງພຣະເຈົ້າຂອງເຈົ້າດ້ວຍຕາທຳມະຊາດຂອງເຈົ້າໃນເວລານີ້ກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນພາຍໜ້າ, ແລະ ລັດສະໝີພາບທີ່ຈະຕາມມາຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ.
ເພາະພອນຈະມາເຖິງຫລັງຈາກຄວາມທຸກຍາກລຳບາກຢ່າງຫລວງຫລາຍ. ດັ່ງນັ້ນ ວັນນັ້ນຈະມາເຖິງເມື່ອເຈົ້າຈະໄດ້ສວມມົງກຸດດ້ວຍລັດສະໝີພາບອັນໃຫຍ່ຍິ່ງ.
ເອື້ອຍນ້ອງເອີຍ, ຂ້າພະເຈົ້າຂໍເປັນພະຍານວ່າ ພຣະຜູ້ເປັນເຈົ້າມີແຜນສຳລັບເຮົາແຕ່ລະຄົນ. ທຸກສິ່ງທີ່ເກີດຂຶ້ນບໍ່ໄດ້ເປັນສິ່ງທີ່ໜ້າຕົກໃຈ ຫລື ສະດຸ້ງຕື່ນ. ພຣະອົງຮູ້ທຸກສິ່ງ ແລະ ຮັກທຸກສິ່ງ. ພຣະອົງກະຕືລືລົ້ນທີ່ຈະຊ່ອຍເຫລືອເຮົາ, ປອບໂຍນເຮົາ, ແລະ ບັນເທົາຄວາມເຈັບປວດຂອງເຮົາ ເມື່ອເຮົາອີງຕໍ່ພະລັງແຫ່ງການຊົດໃຊ້ ແລະ ໃຫ້ກຽດແກ່ພັນທະສັນຍາຂອງເຮົາ. ການທົດລອງ ແລະ ຄວາມທຸກຍາກລຳບາກທີ່ເຮົາປະສົບການ ອາດເປັນສິ່ງທີ່ນຳພາເຮົາມາຫາພຣະອົງ ແລະ ແນບສະໜິດຢູ່ກັບພັນທະສັນຍາຂອງເຮົາ ເພື່ອວ່າເຮົາຈະໄດ້ກັບຄືນໄປຫາທີ່ປະທັບຂອງພຣະອົງ ແລະ ຮັບເອົາທຸກສິ່ງທີ່ພຣະບິດາມີ.
ປີກາຍນີ້ ຂ້າພະເຈົ້າໄດ້ຕ້ອງການ ແລະ ຢາກຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າຫລາຍທີ່ສຸດ, ເພື່ອຈະໄດ້ຮັບການເປີດເຜີຍສ່ວນຕົວ, ເພື່ອຈະໄດ້ເຂົ້າໃຈຫລາຍຂຶ້ນກ່ຽວກັບພັນທະສັນຍາໃນພຣະວິຫານຂອງຂ້າພະເຈົ້າ, ແລະ ໃຫ້ພາລະໜັກໜ່ວງຂອງຂ້າພະເຈົ້າເບົາບາງລົງ. ເມື່ອຂ້າພະເຈົ້າໄດ້ອະທິຖານຂໍພອນພິເສດເຫລົ່ານີ້, ຂ້າພະເຈົ້າຮູ້ສຶກວ່າພຣະວິນຍານໄດ້ຊີ້ນຳຂ້າພະເຈົ້າໃຫ້ໄປພຣະວິຫານ ແລະ ຕັ້ງໃຈຟັງແຕ່ລະຖ້ອຍຄຳທີ່ມີໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ເມື່ອຂ້າພະເຈົ້າຕັ້ງໃຈຟັງ ແລະ ພະຍາຍາມໃຊ້ສັດທາຂອງຂ້າພະເຈົ້າ, ແລ້ວພຣະຜູ້ເປັນເຈົ້າຈະມີເມດຕາຕໍ່ຂ້າພະເຈົ້າ ແລະ ຊ່ອຍໃຫ້ຄວາມໜັກໜ່ວງຂອງຂ້າພະເຈົ້າເບົາບາງລົງ. ພຣະອົງໄດ້ຊ່ອຍເຫລືອຂ້າພະເຈົ້າໃຫ້ຮູ້ສຶກມີຄວາມສະຫງົບກ່ຽວກັບຄຳອະທິຖານທີ່ຂ້າພະເຈົ້າຍັງບໍ່ໄດ້ຮັບຄຳຕອບເທື່ອ. ເຮົາຜູກມັດພຣະຜູ້ເປັນເຈົ້າເພື່ອຮັກສາຄຳສັນຍາຂອງພຣະອົງ ຕອນເຮົາຮັກສາພັນທະສັນຍາ ແລະ ໃຊ້ສັດທາຂອງເຮົາ.5 ຈົ່ງໄປພຣະວິຫານ, ເອື້ອຍນ້ອງທີ່ຮັກແພງ, ແລະ ທວງເອົາພອນຂອງທ່ານ!
ຂ້າພະເຈົ້າຢາກກ່າວກ່ຽວກັບວິທີໜຶ່ງອີກທີ່ສາມາດໃຫ້ຄວາມໝັ້ນໃຈ ແລະ ສັດທາໄດ້. ບາງເທື່ອເຮົາຜູ້ເປັນສະຕີມັກຈະເວົ້າຕຳນິຕົນເອງ. ລະຫວ່າງເວລານີ້ ຂ້າພະເຈົ້າຕ້ອງສະແຫວງຫາພຣະວິນຍານ ຫລື ຖ້າຫາກຊາຕານພະຍາຍາມເຮັດໃຫ້ຂ້າພະເຈົ້າທໍ້ຖອຍໃຈ? ໃຫ້ເຮົາຈື່ຈຳວ່າພຣະບິດາເທິງສະຫວັນຂອງເຮົາເປັນຢ່າງໃດ, ຊຶ່ງຄວາມຮັກຂອງພຣະອົງດີພ້ອມທຸກຢ່າງ ແລະ ເປັນນິດ.6 ພຣະອົງປະສົງທີ່ຈະຍົກເຮົາຂຶ້ນ, ບໍ່ແມ່ນທຳລາຍເຮົາ.
ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ, ບາງເທື່ອເຮົາຮູ້ສຶກວ່າ ເຮົາຕ້ອງເປັນພາກສ່ວນຂອງ “ຄອບຄົວໄພ່ພົນຍຸກສຸດທ້າຍທີ່ດີພ້ອມທຸກຢ່າງ” ກ່ອນຈະຖືກພຣະຜູ້ເປັນເຈົ້າຍອມຮັບ. ເຮົາມັກຮູ້ສຶກວ່າຕົນເອງບໍ່ເໝາະສົມສຳລັບອານາຈັກ ຖ້າຫາກເຮົາບໍ່ໄດ້ເປັນຄົນເຊັ່ນນັ້ນ. ເອື້ອຍນ້ອງທີ່ຮັກແພງ, ໃນທີ່ສຸດ ສິ່ງທີ່ສຳຄັນຕໍ່ພຣະບິດາເທິງສະຫວັນ ຈະເປັນວ່າ ເຮົາຮັກສາພັນທະສັນຍາຂອງເຮົາໄດ້ດີຫລາຍຂະໜາດໃດ ແລະ ເຮົາໄດ້ພະຍາຍາມຫລາຍຂະໜາດໃດເພື່ອເຮັດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ, ພຣະເຢຊູຄຣິດ.
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະຄຣິດເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່. ເພາະການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາຈຶ່ງສາມາດຖືກຊຳລະລ້າງໃຫ້ສະອາດທຸກອາທິດ ເມື່ອເຮົາຮັບສິນລະລຶກຢ່າງມີຄ່າຄວນ. ເມື່ອເຮົາຕໍ່ ແລະ ໃຫ້ກຽດແກ່ພັນທະສັນຍາຂອງເຮົາ, ຄວາມໜັກໜ່ວງຂອງເຮົາ ຈະເບົາບາງລົງ, ແລະ ເຮົາຈະສາມາດສະອາດ ແລະ ເຂັ້ມແຂງຕໍ່ໄປ ເພື່ອວ່າໃນບັ້ນທ້າຍຊີວິດຂອງເຮົາ, ເຮົາຈະຖືກນັບວ່າມີຄ່າຄວນທີ່ຈະໄດ້ຮັບຄວາມສູງສົ່ງ ແລະ ຊີວິດນິລັນດອນ. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.