ຈັບໄວ້ໃຫ້ແໜ້ນຕະຫລອດເວລາ
ຂໍໃຫ້ພວກເຮົາຈັບຮາວເຫລັກທີ່ນຳໄປສູ່ທີ່ປະທັບຂອງພຣະບິດາເທິງສະຫວັນໄວ້ໃຫ້ແໜ້ນຕະຫລອດເວລາ.
ພໍ່ຂອງຂ້າພະເຈົ້າຈື່ມື້ໄດ້ ແມ່ນແຕ່ຊົ່ວໂມງທີ່ຄອບຄົວຂອງເພິ່ນ—ທັງພໍ່ແມ່ ແລະ ລູກສີ່ຄົນ—ໄດ້ໜີຈາກສາດສະໜາຈັກໄປ, ຫລາຍຄົນບໍ່ໄດ້ກັບຄືນມາໃນຊີວິດນີ້. ຕອນນັ້ນພໍ່ມີອາຍຸໄດ້ 13 ປີ ເປັນມັກຄະນາຍົກ ແລະ ໃນສະໄໝນັ້ນຄອບຄົວຈະໄປໂຮງຮຽນວັນອາທິດແຕ່ເຊົ້າ ແລ້ວໄປປະຊຸມສິນລະລຶກຕອນບ່າຍ. ມີມື້ໜຶ່ງລະດູໃບໄມ້ປົ່ງອາກາດສວຍງາມ ຫລັງຈາກໄດ້ກັບຈາກການປະຊຸມຕອນເຊົ້າ ແລະ ກິນເຂົ້ານຳກັນ ແມ່ຂອງເພິ່ນໄດ້ຫັນໜ້າໄປເບິ່ງພໍ່ ແລະ ຖາມວ່າ “ທີ່ຮັກຄຶດຈັ່ງໃດດີ ໄປປະຊຸມສິນລະລຶກຕອນບ່າຍນີ້ ຫລື ພາຄອບຄົວໄປທ່ຽວແຖວຊົນນະບົດຈະດີກວ່າບໍ?”
ແນວຄິດທີ່ວ່າ ເຮັດສິ່ງອື່ນໄດ້ທີ່ນອກເໜືອໄປຈາກການໄປປະຊຸມສິນລະລຶກ ແມ່ນສິ່ງທີ່ພໍ່ຂອງຂ້າພະເຈົ້າບໍ່ເຄີຍຄິດມາກ່ອນ ແຕ່ພໍ່ພ້ອມກັບນ້ອງໄວລຸ້ນສາມຄົນຄິດສົນໃຈທີ່ຈະໄປທ່ຽວໃນມື້ນັ້ນ. ການທ່ຽວບ່າຍວັນອາທິດນັ້ນອາດແມ່ນກິດຈະກຳຄອບຄົວທີ່ມ່ວນຊື່ນ, ແຕ່ການເລືອກເລັກນ້ອຍນັ້ນໄດ້ກາຍເປັນທິດທາງໃໝ່ ຊຶ່ງໃນທີ່ສຸດໄດ້ນຳຄອບຄົວຂອງພໍ່ຫ່າງຈາກສາດສະໜາຈັກ, ພ້ອມດ້ວຍຄວາມປອດໄພ, ຄວາມໝັ້ນຄົງ ແລະ ພອນ ແລະ ນຳໄປສູ່ເສັ້ນທາງອື່ນ.
ມັນເປັນບົດຮຽນສຳລັບຄົນສະໄໝນີ້ທີ່ອາດຖືກລໍ້ລວງໃຫ້ເລືອກເສັ້ນທາງອື່ນ. ລີໄຮຜູ້ເປັນສາດສະດາໃນພຣະຄຳພີມໍມອນໄດ້ເລົ່າພາບນິມິດໃຫ້ຄອບຄົວຂອງເພິ່ນຟັງ ຊຶ່ງເພິ່ນ “ໄດ້ເຫັນຝູງຊົນຢ່າງຫລວງຫລາຍຈົນນັບບໍ່ຖ້ວນ ຊຶ່ງຈຳນວນຫລວງຫລາຍຂອງພວກເຂົາກຳລັງມຸ້ງໜ້າ ເພື່ອຈະໄດ້ເຂົ້າໄປຫາທາງທີ່ນຳມາຫາຕົ້ນໄມ້ທີ່ເພິ່ນຢືນຢູ່.
“ແລະ ... ພວກເຂົາອອກມາ ແລະ ເລີ່ມຕົ້ນເດີນຕາມທາງທີ່ພາມາຫາຕົ້ນໄມ້ນັ້ນ.
“ແລະ ... ໝອກແຫ່ງຄວາມມືດບັງເກີດຂຶ້ນ; ... ເຖິງຂະໜາດທີ່ພວກເຂົາເລີ່ມຕົ້ນໄປຕາມທາງຈົນບໍ່ຮູ້ຈະໄປທາງໃດ ແລະ ສູນຫາຍໄປ.”1
ຕໍ່ໄປລີໄຮໄດ້ເຫັນກຸ່ມທີສອງທີ່ “ມຸ້ງໜ້າມາຫາ ແລະ ມາຈັບປາຍຮາວເຫລັກ ແລະ ພວກເຂົາໄດ້ມຸ້ງໜ້າຜ່ານໝອກແຫ່ງຄວາມມືດໄປ ກອດຮາວເຫລັກ ຈົນວ່າໄດ້ມາຮັບສ່ວນໝາກໄມ້ຈາກຕົ້ນໄມ້ນັ້ນ.” ແຕ່ໜ້າເສຍດາຍທີ່ “ຫລັງຈາກພວກເຂົາຮັບສ່ວນໝາກໄມ້ແລ້ວ ພວກເຂົາໄດ້ກວາດສາຍຕາໄປມາ ແລະ ຄືກັນກັບວ່າພວກເຂົາມີຄວາມອັບອາຍ” ຍ້ອນມີຄົນໃນ “ອາຄານໃຫຍ່ ແລະ ກວ້າງຂວາງ” ທີ່ “ຢູ່ໃນທ່າທາງເຍາະເຍີ້ຍ ແລະ ຊີ້ມືມາຫາຄົນຜູ້ທີ່ມາຮອດ ... ແລະ ຮັບສ່ວນໝາກໄມ້ນັ້ນຢູ່.” ແລ້ວຄົນດັ່ງກ່າວນີ້ “ຕົກລົງໄປໃນເສັ້ນທາງຕ້ອງຫ້າມ ແລະ ສູນຫາຍໄປ.”2 ພວກເຂົາບໍ່ສາມາດ ຫລືບາງທີບໍ່ຢາກອົດທົນຈົນເຖິງທີ່ສຸດ.
ມີອີກກຸ່ມທີສາມທີ່ໄດ້ໄປຮອດຕົ້ນໄມ້ແຫ່ງຊີວິດ ແລະ ຫລັງຈາກນັ້ນພວກເຂົາບໍ່ໄດ້ຕົກໄປ. ພຣະຄຳພີບອກວ່າ ຄົນດັ່ງກ່າວນີ້ໄດ້ “ມຸ້ງໜ້າໄປ ໂດຍການຈັບຮາວເຫລັກໄວ້ ໃຫ້ແໜ້ນຢູ່ຕະຫລອດເວລາ ຈົນເຖິງ ແລ້ວລົ້ມລົງ ແລະ ຮັບສ່ວນໝາກໄມ້ຈາກຕົ້ນນັ້ນ.”3 ສຳລັບຄົນດັ່ງກ່າວຮາວເຫລັກເປັນຕົວແທນໃຫ້ແກ່ຄວາມປອດໄພ ແລະ ຄວາມໝັ້ນຄົງຢ່າງດຽວທີ່ພວກເຂົາຫາໄດ້ ແລະ ພວກເຂົາໄດ້ຈັບໄວ້ໃຫ້ແໜ້ນຕະຫລອດເວລາ; ພວກເຂົາບໍ່ຍອມປ່ອຍ ເຖິງແມ່ນຈະເປັນສິ່ງງ່າຍໆຄືການໄປທ່ຽວແຖວຊົນນະບົດໃນບ່າຍຂອງວັນອາທິດ.
ກ່ຽວກັບຄົນໃນກຸ່ມນີ້ ແອວເດີ ເດວິດ ເອ ແບ໊ດນາ ສອນວ່າ: “ສ່ວນສຳຄັນໃນຂໍ້ນີ້ແມ່ນຄຳວ່າ ຈັບຮາວເຫລັກໄວ້ໃຫ້ແໜ້ນ ຕະຫລອດເວລາ ... ບາງທີກຸ່ມທີສາມນີ້ໄດ້ ອ່ານ ແລະ ຮຽນ ແລະ ຄົ້ນຫາຄຳຂອງພຣະຄຣິດໄປເລື້ອຍໆ … ນີ້ແມ່ນກຸ່ມທີ່ທ່ານ ແລະ ຂ້າພະເຈົ້າຄວນພະຍາຍາມເຂົ້າມີສ່ວນຮ່ວມນຳ.”4
ພວກເຮົາຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຈົ້າໃນສະໄໝນີ້ໄດ້ເຮັດພັນທະສັນຍາທີ່ຈະຕິດຕາມພຣະເຢຊູຄຣິດ ແລະ ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ຕອນທີ່ຮັບບັບຕິສະມາ ພວກເຮົາໄດ້ເຮັດພັນທະສັນຍາໄວ້ວ່າຈະຢືນເປັນພະຍານຂອງພຣະຜູ້ຊ່ອຍໃຫ້ລອດ,5 ວ່າຈະປອບໃຈຄົນທີ່ອ່ອນແອ ແລະ ຄົນທີ່ຂັດສົນ,6 ຈະຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ຈະກັບໃຈຕາມທີ່ຕ້ອງການ ເພາະຕາມອັກຄະສາວົກໂປໂລເຄີຍສອນ “ທຸກຄົນໄດ້ເຮັດບາບ ແລະ ຫ່າງໄກຈາກພຣະເຈົ້າຜູ້ທີ່ຊ່ອຍເຂົາ.”7
ທຸກອາທິດພວກເຮົາມີໂອກາດໄປຮ່ວມກອງປະຊຸມສິນລະລຶກ ຊຶ່ງທີ່ນັ້ນພວກເຮົາຕໍ່ພັນທະສັນຍາດັ່ງກ່າວໂດຍການຮັບສ່ວນເຂົ້າຈີ່ ແລະ ນ້ຳຂອງພິທີສິນລະລຶກ. ກິດຈະກຳງ່າຍໆນີ້ຍ່ອມເຮັດໃຫ້ພວກເຮົາສັນຍາອີກທີ່ຈະຕິດຕາມພຣະເຢຊູຄຣິດ ແລະ ທີ່ຈະກັບໃຈເມື່ອເຮົາເຮັດບາບ. ພຣະເຈົ້າໄດ້ໃຫ້ສັນຍາກັບພວກເຮົາວ່າຈະມີພຣະວິນຍານຂອງພຣະອົງເປັນຜູ້ນຳ ແລະ ປົກປ້ອງ.
ຈາກ ຈົ່ງສອນພຣະກິດຕິຄຸນຂອງເຮົາ, ພວກຜູ້ສອນສາດສະໜາສອນວ່າ ການເປີດເຜີຍ ແລະ ປະຈັກພະຍານມາເຖິງເມື່ອພວກເຮົາໄປໂບດໃນວັນອາທິດ: “ເມື່ອເຮົາເຂົ້າຮ່ວມການປະຊຸມຂອງສາດສະໜາຈັກ ແລະ ນະມັດສະການຮ່ວມກັນ, ເຮົາໄດ້ເພີ່ມຄວາມເຂັ້ມແຂງໃຫ້ກັນແລະກັນ. ເຮົາໄດ້ຮັບກຳລັງໃໝ່ໂດຍການຄົບຫານຳໝູ່ເພື່ອນ ແລະ ຄອບຄົວ. ສັດທາຂອງເຮົາໄດ້ເຂັ້ມແຂງຂຶ້ນເມື່ອເຮົາສຶກສາພຣະຄຳພີ ແລະ ຮຽນຮູ້ກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ຫລາຍຂຶ້ນ.”8
ບາງຄົນອາດຖາມວ່າ ເປັນຫຍັງຈຶ່ງມີປະຊຸມສາມພາກໃນວັນອາທິດ ແລະ ເປັນຫຍັງຈຶ່ງຕ້ອງການມີ. ຂໍໃຫ້ພິຈາລະນາການປະຊຸມທັງສາມອັນນີ້:
-
ກອງປະຊຸມສິນລະລຶກໃຫ້ໂອກາດມີສ່ວນຮ່ວມໃນພິທີການສິນລະລຶກ. ພວກເຮົາຕໍ່ພັນທະສັນຍາ ຮັບເອົາສ່ວນພຣະວິນຍານຫລາຍຂຶ້ນ ແລະ ຮັບພອນອີກໂດຍການສິດສອນ ແລະ ການເສີມກຳລັງຈາກພຣະວິນຍານບໍລິສຸດ.
-
ໂຮງຮຽນວັນອາທິດໃຫ້ພວກເຮົາສອນຫລັກຄຳສອນຂອງອານາຈັກໃຫ້ກັນ,9 ເພື່ອທຸກຄົນຈະໄດ້ຮຽນຮູ້ ແລະ ຊື່ນຊົມຍິນດີດ້ວຍກັນ.10 ມີ ອຳນາດ ແລະ ຄວາມສະຫງົບໃຈສ່ວນຕົວ ຢ່າງຫລວງຫລາຍເມື່ອພວກເຮົາເຂົ້າໃຈຫລັກທຳຂອງພຣະກິດຕິຄຸນທີ່ໄດ້ຟື້ນຟູຄືນມາໃໝ່.
-
ການປະຊຸມຖານະປະໂລຫິດແມ່ນເວລາໃຫ້ພວກຜູ້ຊາຍຮຽນໜ້າທີ່ຂອງຕົນ”11 ແລະ ໄດ້ຮັບການແນະນຳຢ່າງສົມບູນຍິ່ງຂຶ້ນ,”12 ແລະ ການປະຊຸມສະມາຄົມສະຕີສົງເຄາະໃຫ້ສະຕີຂອງສາດສະໜາຈັກມີໂອກາດ “ເພີ່ມທະວີສັດທາ ..., ເສີມກຳລັງຂອງຄອບຄົວ ແລະ ບ້ານເຮືອນ [ຂອງເຂົາເຈົ້າ] ແລະ ຊ່ອຍຄົນທີ່ຂັດສົນ.”13
ເຊັ່ນດຽວກັນ ຍິງໜຸ່ມ ແລະ ເດັກນ້ອຍມີການປະຊຸມ ມີຫ້ອງຮຽນຂອງພວກເຂົາເອງ ທີ່ໄດ້ສອນພຣະກິດຕິຄຸນເພື່ອຕຽມພວກເຂົາສຳລັບຄວາມຮັບຜິດຊອບສຳຄັນທີ່ຈະມາສູ່ພວກເຂົາ. ໃນການປະຊຸມທີ່ພິເສດ ແລະ ຕິດຕໍ່ກັນເຫລົ່ານີ້. ພວກເຮົາຮຽນຫລັກທຳ, ຮູ້ສຶກເຖິງພຣະວິນຍານ ແລະ ຮັບໃຊ້ຊຶ່ງກັນແລະກັນ. ເຖິງແມ່ນອາດຕ້ອງມີການຍົກເວັ້ນຍ້ອນຄວາມຫ່າງໄກ, ຄ່າເດີນທາງ, ຫລືເລື່ອງສຸຂະພາບກໍຕາມ ແຕ່ພວກເຮົາຄວນພະຍາຍາມໄປປະຊຸມໃນວັນອາທິດທັງໝົດ. ຂ້າພະເຈົ້າສັນຍາວ່າ ພອນແຫ່ງຄວາມສຸກ ແລະ ຄວາມສະຫງົບອັນໃຫຍ່ຍິ່ງຈະມາເຖິງໃນການນະມັດສະການຕາມລາຍການວັນອາທິດຂອງພວກເຮົາ.
ຄອບຄົວຂອງຂ້າພະເຈົ້າຕັ້ງໃຈທີ່ຈະໄປປະຊຸມໃນວັນອາທິດທັງໝົດຕະຫລອດ. ພວກເຮົາກໍໄດ້ພົບວ່າ ນີ້ຊ່ອຍເສີມສັດທາຂອງເຮົາ ແລະ ໃຫ້ພວກເຮົາມີຄວາມເຂົ້າໃຈເລື່ອງພຣະກິດຕິຄຸນຫລາຍກວ່າເກົ່າ. ພວກເຮົາກໍຮຽນຮູ້ວ່າເຮົາຮູ້ສຶກດີໃນການເລືອກທີ່ຈະໄປປະຊຸມຂອງສາດສະໜາຈັກ ໂດຍສະເພາະເມື່ອພວກເຮົາເມືອບ້ານ ແລະ ຍັງຮັກສາວັນຊະບາໂຕຢູ່. ພວກເຮົາຍັງໄປປະຊຸມໃນວັນອາທິດທັງໝົດຕອນເຮົາໄປທ່ຽວໄປຫລິ້ນ. ລູກສາວຜູ້ໜຶ່ງຂຽນມາບອກວ່າ ນາງໄດ້ໄປໂບດຢູ່ເມືອງທີ່ນາງໄປທ່ຽວ ແລ້ວນາງໄດ້ກ່າວຕື່ມວ່າ “ພໍ່ເອີຍ, ລູກໄດ້ໄປປະຊຸມທັງສາມ.” ພວກເຮົາຮູ້ວ່ານາງໄດ້ຮັບພອນເພາະການເລືອກທີ່ຊອບທຳນີ້.
ພວກເຮົາແຕ່ລະຄົນມີການເລືອກຫລາຍຢ່າງໃນການຮັກສາວັນຊະບາໂຕ. ໜ້າຈະມີກິດຈະກຳ “ດີ” ທີ່ສາມາດ ແລະ ຄວນສະລະເພື່ອການເລືອກທີ່ດີກວ່າ ເພື່ອໄປກອງປະຊຸມສາດສະໜາຈັກ. ທີ່ຈິງແລ້ວ ສິ່ງນີ້ແມ່ນວິທີອັນໜຶ່ງທີ່ສັດຕູ “ກ່ອມຈິດວິນຍານ [ຂອງພວກເຮົາ] ດັ່ງນີ້ ແລະ ພາ [ພວກເຮົາ] ລົງໄປຢ່າງລະມັດລະວັງ.”14 ມານຈະໃຊ້ກິດຈະກຳ “ດີ” ເປັນຕົວແທນກິດຈະກຳທີ່ “ດີກວ່າ” ຫລື “ທີ່ດີທີ່ສຸດ.”15
ການຈັບຮາວເຫລັກໄວ້ໃຫ້ແໜ້ນຕະຫລອດເວລາໝາຍຄວາມວ່າ ເມື່ອເປັນໄປໄດ້ພວກເຮົາໄປປະຊຸມທັງໝົດໃນວັນອາທິດ: ທັງປະຊຸມສິນລະລຶກ ໂຮງຮຽນວັນອາທິດ ພ້ອມກັບປະຊຸມຖານະປະໂລຫິດ ຫລືສະມາຄົມສະຕີສົງເຄາະກໍຕາມ. ເດັກນ້ອຍ ແລະ ຊາວໜຸ່ມຂອງພວກເຮົາຄວນໄປປະຊຸມຂອງພວກເຂົາໃນອົງການປະຖົມໄວ, ຊາຍໜຸ່ມ ແລະ ຍິງໜຸ່ມດ້ວຍ. ພວກເຮົາບໍ່ຄວນເລືອກວ່າຈະໄປປະຊຸມໃດເລີຍ. ພວກເຮົາຈັບພຣະຄຳຂອງພຣະເຈົ້າໄວ້ໃຫ້ແໜ້ນດ້ວຍ ທີ່ຈະນະມັດສະການ ແລະ ໄປປະຊຸມໃນວັນຊະບາໂຕ.
ການຈັບຮາວເຫລັກໄວ້ໃຫ້ແໜ້ນຕະຫລອດເວລາໝາຍຄວາມວ່າ ພວກເຮົາພະຍາຍາມຮັກສາພຣະບັນຍັດຂອງພຣະເຈົ້າທັງໝົດ ທີ່ຈະອະທິຖານເປັນສ່ວນຕົວ ແລະ ນຳຄອບຄົວທຸກມື້ ແລະ ທີ່ຈະສຶກສາພຣະຄຳພີທຸກມື້.
ການຈັບໄວ້ໃຫ້ແໜ້ນຕະຫລອດເວລາແມ່ນສ່ວນໜຶ່ງຂອງຫລັກຄຳສອນຂອງພຣະຄຣິດຕາມທີ່ສອນໃນພຣະຄຳພີມໍມອນ. ພວກເຮົາໃຊ້ສັດທາໃນພຣະເຢຊູຄຣິດ ກັບໃຈຈາກບາບຂອງພວກເຮົາ ແລະ ປ່ຽນໃຈ ແລ້ວຕິດຕາມພຣະອົງລົງໄປໃນນ້ຳແຫ່ງບັບຕິສະມາ ແລະ ຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ ຊຶ່ງເປັນຜູ້ນຳ ແລະ ຜູ້ປອບໂຍນ. ແລະ ຕໍ່ໄປນັ້ນ ຕາມນີໄຟໄດ້ສອນວ່າ ພວກເຮົາ “ມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ” ຈົນເຖິງທີ່ສິ້ນສຸດຂອງຊີວິດຂອງພວກເຮົາ.16
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ພວກເຮົາເປັນຄົນແຫ່ງພັນທະສັນຍາ. ພວກເຮົາເຕັມໃຈເຮັດ ແລະ ຮັກສາພັນທະສັນຍາ ແລະ ພອນທີ່ສັນຍາໄວ້ແມ່ນ ພວກເຮົາຈະໄດ້ຮັບທຸກສິ່ງທີ່ພຣະບິດາມີ.”17 ຂະນະທີ່ພວກເຮົາຈັບຮາວເຫລັກໄວ້ໃຫ້ແໜ້ນຕະຫລອດເວລາໂດຍການຮັກສາພັນທະສັນຍາຂອງພວກເຮົາ ພວກເຮົາຈະເຂັ້ມແຂງເພື່ອຕໍ່ຕ້ານການລໍ້ລວງ ແລະ ໄພອັນຕະລາຍຂອງໂລກ. ພວກເຮົາຈະສາມາດເດີນຜ່ານຊີວິດມະຕະນີ້ພ້ອມດ້ວຍການທ້າທາຍທັງໝົດຂອງມັນ ຈົນພວກເຮົາໄປຮອດຕົ້ນໄມ້ນັ້ນທີ່ມີໝາກທີ່ “ມີຄ່າ ແລະ ໜ້າເພິ່ງປາດຖະໜາທີ່ສຸດເໜືອກວ່າໝາກໄມ້ໃດໆທັງສິ້ນ.”18
ພໍ່ຂອງຂ້າພະເຈົ້າກໍໂຊກດີທີ່ໄດ້ແຕ່ງງານກັບຍິງສາວທີ່ດີທີ່ໄດ້ຊຸກຍູ້ພໍ່ໃຫ້ກັບມາຫາສາດສະໜາຈັກຕອນເພິ່ນຍັງໜຸ່ມ ແລະ ໄດ້ເລີ່ມຕົ້ນກ້າວໜ້າຕາມເສັ້ນທາງນັ້ນ. ຊີວິດແຫ່ງສັດທາຂອງພໍ່ແມ່ເປັນພອນໃຫ້ລູກໆທັງໝົດ, ໃຫ້ຫລານຊົ່ວອາຍຸຕໍ່ໄປ ແລະ ບັດນີ້ເຖິງລຸ້ນເຫລັນຫລອດດ້ວຍ.
ເຊັ່ນດຽວກັບການເລືອກງ່າຍໆທີ່ຈະໄປ ຫລື ບໍ່ໄປປະຊຸມໃນວັນອາທິດ ໄດ້ມີຜົນກະທົບອັນໃຫຍ່ໃນຄອບຄົວຂອງພໍ່ຕູ້ຂອງຂ້າພະເຈົ້າ ການເລືອກປະຈຳວັນຂອງພວກເຮົາກໍສາມາດມີຜົນສະທ້ອນໃຫຍ່ໃນຊີວິດຂອງພວກເຮົາຄືກັນ. ການເລືອກທີ່ເບິ່ງຄືວ່ານ້ອຍດັ່ງການໄປ ຫລື ບໍ່ໄປປະຊຸມສິນລະລຶກຫັ້ນ ກໍມີຜົນສະທ້ອນທີ່ຍາວນານ ແມ່ນແຕ່ອາດໃນນິລັນດອນ.
ຂໍໃຫ້ພວກເຮົາເລືອກທີ່ຈະພາກພຽນເພື່ອຈະໄດ້ຮັບພອນ ແລະ ຮັບການປົກປັກຮັກສາອັນໃຫຍ່ຫລວງທີ່ມານຳການຮ່ວມກັນ ແລະ ການຮັກສາພັນທະສັນຍາ. ຂໍໃຫ້ພວກເຮົາຈົ່ງຈັບຮາວເຫລັກນັ້ນໄວ້ໃຫ້ແໜ້ນຕະຫລອດເວລາ ຊຶ່ງນຳໄປສູ່ທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ. ນີ້ແມ່ນຄຳວິງວອນຂອງຂ້າພະເຈົ້າໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ ອາແມນ.