ເງີຍໜ້າຂຶ້ນ
ເວລານີ້ຄືເວລາທີ່ຈະເງີຍໜ້າຂຶ້ນເບິ່ງແຫລ່ງຂອງຄວາມຈິງ ແລະ ໃຫ້ແນ່ໃຈວ່າປະຈັກພະຍານຂອງເຮົາເຂັ້ມແຂງ.
ຕອນຂ້າພະເຈົ້າມີອາຍຸແປດປີ, ລູກພີ່ນ້ອງສອງຄົນ ແລະ ຂ້າພະເຈົ້າຖືກສົ່ງໄປຫາໝູ່ບ້ານໃກ້ໆ ເພື່ອໄປຊື້ອາຫານທີ່ພວກເຮົາຕ້ອງການສຳລັບ 15 ມື້ຕໍ່ໄປ. ເມື່ອມາຫວນຄິດຄືນແລ້ວ, ຂ້າພະເຈົ້າປະຫລາດໃຈທີ່ແມ່ຕູ້, ອາ ແລະ ອາວຂອງຂ້າພະເຈົ້າໄດ້ມີຄວາມໝັ້ນໃຈຫລາຍໃນຕົວພວກເຮົາ. ທ້ອງຟ້າໃນເຊົ້າມື້ນັ້ນແຈ້ງສະຫວ່າງ ແລະ ແຈ່ມໃສ ຂະນະທີ່ພວກເຮົາພາກັນຈັດຂະບວນເດີນທາງນ້ອຍທີ່ປະກອບດ້ວຍມ້າສາມໂຕ.
ໃນກາງທົ່ງພຽງ, ພວກເຮົາໄດ້ມີຄວາມຄິດດີ ວ່າພວກເຮົາຄວນພາກັນລົງຈາກຫລັງມ້າ ແລະ ພາກັນຫລິ້ນໝາກບີ່. ພວກເຮົາໄດ້ຫລິ້ນດົນເຕີບ. ພວກເຮົາເອົາໃຈໃສ່ໃນການຫລິ້ນເກມຂອງພວກເຮົາຈົນວ່າບໍ່ໄດ້ເຫັນ ເຄື່ອງໝາຍຂອງເວລາ ທີ່ຢູ່ເທິງຫົວຂອງພວກເຮົາ ທີ່ເປັນເມກສີດຳທີ່ປົກຄຸມທ້ອງຟ້າ. ເມື່ອພວກເຮົາຮູ້ເມື່ອວ່າແມ່ນຫຍັງກຳລັງເກີດຂື້ນ, ພວກເຮົາບໍ່ໄດ້ມີເວລາທີ່ຈະຂຶ້ນຂີ່ມ້າເລີຍ. ຝົນໄດ້ຕົກລົງມາຢ່າງແຮງ ແລະ ໝາກເຫັບໄດ້ຕົກລົງໃສ່ໜ້າຂອງພວກເຮົາ, ຈົນວ່າພວກເຮົາຄິດບໍ່ອອກວ່າຈະເຮັດແນວໃດ ມີແຕ່ຕ້ອງໄດ້ເອົາອານມ້າລົງ ແລະ ໄດ້ຊ້ອນຢູ່ໃຕ້ຜ້າຫົ່ມປົກອານມ້ານັ້ນ.
ບໍ່ມີມ້າຂີ່, ທັງປຽກ ແລະ ໜາວ, ພວກເຮົາໄດ້ພາກັນເດີນທາງຕໍ່ໄປ, ແຕ່ບັດນີ້ພະຍາຍາມທີ່ຈະຍ່າງໄປໃຫ້ໄວເທົ່າທີ່ພວກເຮົາຍ່າງໄດ້. ເມື່ອພວກເຮົາໄປເຖິງຈຸດໝາຍປາຍທາງຂອງພວກເຮົາ, ພວກເຮົາໄດ້ເຫັນວ່າຖະໜົນທີ່ກວ້າງໃຫຍ່ ທີ່ນຳເຂົ້າໄປໃນໝູ່ບ້ານນັ້ນຖືກນ້ຳຖ້ວມແລ້ວ ແລະ ເປັນເໝືອນແມ່ນ້ຳທີ່ກຳລັງໄຫລລົງຕໍ່ໜ້າຂອງພວກເຮົາ. ຕອນນັ້ນກໍເດິກແດ່ແລ້ວ, ແລະ ພວກເຮົາກໍເມື່ອຍ, ເຈັບປວດ ແລະ ປຽກໄປໝົດ, ພວກເຮົາຈຶ່ງພາກັນຊອກຫາທີ່ພັກ ຢູ່ທີ່ບ້ານຫລັງທຳອິດທີ່ພວກເຮົາໄດ້ເຫັນຕອນເຂົ້າມາໃນໝູ່ບ້ານນັ້ນ. ຄອບຄົວໜຸ່ມທີ່ດີນັ້ນໄດ້ຊ່ອຍພວກເຮົາອອກຈາກເຄື່ອງປຽກ, ເອົາອາຫານທີ່ແຊບໃຫ້ພວກເຮົາກິນ, ແລະ ແລ້ວໄດ້ສົ່ງພວກເຮົາເຂົ້ານອນໃນຫ້ອງຂອງພວກເຮົາເອງ. ບໍ່ດົນເທົ່າໃດພວກເຮົາກໍໄດ້ເຫັນວ່າຫ້ອງນັ້ນມີພື້ນດິນພຽງ, ສະນັ້ນພວກເຮົາກໍໄດ້ມີຄວາມຄິດດີອີກ. ພວກເຮົາໄດ້ແຕ້ມຮູບວົງມົນຢູ່ທີ່ພື້ນ ແລະ ຫລິ້ນເກມໝາກບີ່ຂອງພວກເຮົາຕໍ່ໄປ ຈົນວ່າພວກເຮົາລົ້ມນອນຫລັບຢູ່ພື້ນນັ້ນເລີຍ.
ຕອນຍັງນ້ອຍພວກເຮົາພຽງແຕ່ໄດ້ຄິດກ່ຽວກັບຕົນເອງ. ພວກເຮົາບໍ່ເຄີຍໄດ້ຄິດເຖິງຜູ້ຄົນທີ່ເຮົາຮັກ ທີ່ກັງວົນຊອກຫາເຮົາຢູ່ທີ່ບ້ານ—ຖ້າຫາກພວກເຮົາໄດ້ຄິດ, ພວກເຮົາກໍຈະບໍ່ໄດ້ເຮັດໃຫ້ການເດີນທາງນັ້ນຊັກຊ້າເພາະການຫລິ້ນທີ່ໄຮ້ປະໂຫຍດ. ແລະ ຖ້າຫາກພວກເຮົາສະຫລາດຫລາຍກວ່ານັ້ນ, ພວກເຮົາກໍຈະໄດ້ເງີຍໜ້າຂຶ້ນເບິ່ງທ້ອງຟ້າ, ໄດ້ເຫັນເມກມືດຄຶ້ມ, ແລະ ຈະໄດ້ພາກັນຟ້າວຍ່າງ ແລະ ໄປກ່ອນໜ້າພະຍຸນັ້ນ. ບັດນີ້ ເພາະຂ້າພະເຈົ້າໄດ້ມີປະສົບການຫລາຍຂຶ້ນ, ຂ້າພະເຈົ້າເຕືອນຕົວເອງສະເໝີວ່າ: ຢ່າລືມເງີຍໜ້າຂຶ້ນ.
ປະສົບການຂອງຂ້າພະເຈົ້າກັບລູກພີ່ນ້ອງໄດ້ສອນຂ້າພະເຈົ້າໃຫ້ເອົາໃຈໃສ່ເຄື່ອງໝາຍຂອງການເວລາ. ເຮົາອາໄສຢູ່ໃນວັນເວລາທີ່ມີພະຍຸ, ອັນຕະລາຍທີ່ໂປໂລໄດ້ບັນຍາຍວ່າ: “ຄົນທັງຫລາຍຈະເຫັນແກ່ຕົວ, … ກະບົດຕໍ່ພໍ່ແມ່, ເນລະຄຸນ, ທັງບໍ່ນັກຖືພຣະເຈົ້າ ແລະ ສິ່ງສັກສິດ, … ມັກກ່າວຮ້າຍປ້າຍສີ, ມັກຄວາມຮຸນແຮງ, … ຮັກຄວາມມ່ວນຊື່ນຫລາຍກວ່າຮັກພຣະເຈົ້າ” (2 ຕີໂມທຽວ 3:2–4).
ເມື່ອກ່າວເຖິງວັນເວລາເຫລົ່ານີ້, ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ກ່າວວ່າ: “ເຮົາຈຳເປັນຕ້ອງກະກຽມທັງທາງຝ່າຍໂລກ ແລະ ຝ່າຍວິນຍານ. … ແລະ ການກະກຽມທີ່ສ່ວນຫລາຍແລ້ວຈະຖືກລະເລີຍກໍຈະເປັນສິ່ງທີ່ເຫັນໄດ້ຍາກ ແລະ ຍາກຫລາຍກວ່ານັ້ນແມ່ນ—ທາງຝ່າຍວິນຍານ” (“Preparation for the Second Coming,” Ensign or Liahona, May 2004, 9). ໃນອີກຄຳໜຶ່ງກໍຄື, ຢ່າລະເລີຍໃນການຫລຽວຂຶ້ນເບິ່ງ.
ເປັນເພາະຄວາມຕ້ອງການການກະກຽມທາງຝ່າຍວິນຍານໃນວັນເວລາອັນຕະລາຍນີ້, ຂ້າພະເຈົ້າຢາກຈະຂໍໃຫ້ຄຳຕັກເຕືອນກ່ຽວກັບເຄື່ອງໝາຍແຫ່ງການເວລາທີ່ມີພະລັງຢ່າງໜຶ່ງ. ຊີວິດສ່ວນຕົວຂອງຂ້າພະເຈົ້າກຳນົດໃຫ້ຂ້າພະເຈົ້າພົວພັນກັບເລື່ອງເທັກໂນໂລຈີ, ສະນັ້ນຂ້າພະເຈົ້າຈຶ່ງເຫັນຄຸນຄ່າທີ່ມັນມີ, ໂດຍສະເພາະໃນການສື່ສານ. ຂໍ້ມູນທັງຫລາຍທີ່ມະນຸດໄດ້ສ້າງຂຶ້ນມາ ບັດນີ້ກໍເຂົ້າເຖິງໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ. ແຕ່ອິນເຕີແນັດກໍຍັງເຕັມໄປດ້ວຍຫລາຍສິ່ງຫລາຍຢ່າງທີ່ສົກກະປົກ ແລະ ເຮັດໃຫ້ເຂົ້າໃຈຜິດນຳອີກ. ເທັກໂນໂລຈີໄດ້ເຮັດໃຫ້ເສລີພາບໃນການກ່າວປາໄສ, ແຕ່ມັນຍັງໃຫ້ຄວາມເຊື່ອຖືແກ່ຜູ້ຄົນທີ່ບໍ່ມີຄຸນວຸດທິທີ່ຈະຂຽນບາງຢ່າງໃນອິນເຕີແນັດທີ່ຫລາຍຄົນໄດ້ອ່ານ. ນີ້ຈຶ່ງເປັນເຫດຜົນໃນເວລານີ້, ຫລາຍກວ່າໃນເວລາອື່ນ, ທີ່ເຮົາຕ້ອງຈື່ຈຳຫລັກທຳນິລັນດອນນີ້ວ່າ: “ພວກທ່ານຈຶ່ງຈະຮູ້ຈັກຜູ້ປະກາດພຣະຄຳປອມດ້ວຍການກະທຳຂອງພວກເຂົາ” (ມັດທາຍ 7:20).
ໂດຍສະເພາະແລ້ວ, ຂ້າພະເຈົ້າຂໍເຕືອນທ່ານວ່າຢ່າເບິ່ງຮູບພາບສົກກະປົກ ຫລື ໃຫ້ຄວາມສົນໃຈຕໍ່ ຄົນທີ່ມັກກ່າວຮ້າຍປ້າຍສີໃສ່ພຣະຄຣິດ ແລະ ສາດສະດາໂຈເຊັບ ສະມິດ. ການກະທຳທັງສອງນີ້ສ້າງຜົນສະທ້ອນອັນດຽວກັນ ຊຶ່ງເປັນ: ການສູນເສຍພຣະວິນຍານບໍລິສຸດ ແລະ ອຳນາດຂອງການປົກປ້ອງ ຄ້ຳຊູຂອງພຣະອົງ. ບາບ ແລະ ຄວາມບໍ່ມີຄວາມສຸກຈະຕາມມາ.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ຖ້າວ່າທ່ານເຄີຍໄດ້ພົບສິ່ງໃດໆກໍຕາມທີ່ເຮັດໃຫ້ທ່ານສົງໃສປະຈັກພະຍານຂອງທ່ານກ່ຽວກັບພຣະກິດຕິຄຸນ, ຂ້າພະເຈົ້າອ້ອນວອນກັບທ່ານວ່າໃຫ້ເງີຍໜ້າຂຶ້ນ. ຂໍໃຫ້ເງີຍໜ້າຂຶ້ນເບິ່ງແຫລ່ງຂອງປັນຍາ ແລະ ຄວາມຈິງທັງໝົດ. ຂໍໃຫ້ບຳລຸງລ້ຽງສັດທາ ແລະ ປະຈັກພະຍານຂອງທ່ານດ້ວຍພຣະຄຳຂອງພຣະເຈົ້າ. ມີຫລາຍຄົນໃນໂລກທີ່ສະແຫວງຫາເພື່ອເຮັດໃຫ້ສັດທາຂອງທ່ານອ່ອນແອ ໂດຍການເອົາຄວາມບໍ່ຈິງມາປະປົນກັບຄວາມຈິງເຄິ່ງໜຶ່ງ. ເພາະສະນັ້ນມັນຈຶ່ງສຳຄັນຫລາຍທີ່ທ່ານຕ້ອງມີຄຸນຄ່າດີພໍທີ່ຈະມີພຣະວິນຍານສະຖິດຢູ່ດ້ວຍ. ການມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນບໍ່ໄດ້ພຽງແຕ່ເປັນຄວາມສະດວກສະບາຍເທົ່ານັ້ນ—ມັນຈຳເປັນຕໍ່ຄວາມລອດທາງວິນຍານຂອງທ່ານ. ຖ້າທ່ານຈະສະສົມພຣະຄຳຂອງພຣະຄຣິດ ແລະ ຮັບຟັງສຽງກະຕຸ້ນຂອງພຣະວິນຍານ, ທ່ານຈະບໍ່ຖືກຫລອກລວງ (ເບິ່ງ Joseph Smith—Matthew 1:37). ເຮົາຕ້ອງເຮັດສິ່ງເຫລົ່ານີ້.
ພຣະເຢຊູຄຣິດ, ອົງທີ່ດີພ້ອມ, ແລະ ໂຈເຊັບ ສະມິດ, ຜູ້ໄດ້ສາລະພາບວ່າເພິ່ນບໍ່ໄດ້ດີພ້ອມ, ທັງສອງຖືກປະຫານໂດຍຜູ້ກ່າວຮ້າຍປ້າຍສີ ຜູ້ທີ່ບໍ່ຍອມຮັບປະຈັກພະຍານຂອງພຣະອົງ ແລະ ຂອງເພິ່ນ. ເຮົາຈະຮູ້ໄດ້ແນວໃດວ່າປະຈັກພະຍານຂອງພຣະອົງ ແລະ ຂອງເພິ່ນຈິງ—ວ່າພຣະເຢຊູຄຣິດຄືພຣະບຸດຂອງພຣະອົງ ແລະວ່າໂຈເຊັບ ສະມິດເປັນສາດສະດາທີ່ແທ້ຈິງ?
“ພວກທ່ານຈຶ່ງຈະຮູ້ຜູ້ປະກາດພຣະຄຳປອມດ້ວຍການກະທຳຂອງພວກເຂົາ.” ໝາກໄມ້ດີຈະເກີດຈາກຕົ້ນໄມ້ບໍ່ດີໄດ້ບໍ? ຂ້າພະເຈົ້າຮູ້ດ້ວຍຕົວເອງວ່າ ພຣະຜູ້ຊ່ອຍໃຫ້ລອດຂອງຂ້າພະເຈົ້າໄດ້ໃຫ້ອະໄພບາບຂອງຂ້າພະເຈົ້າແລ້ວ ແລະ ໄດ້ເຮັດໃຫ້ຂ້າພະເຈົ້າເປັນອິດສະລະຈາກແອກສ່ວນຕົວຂອງຂ້າພະເຈົ້າ, ນຳພາຂ້າພະເຈົ້າມາສູ່ສະພາບແຫ່ງຄວາມສຸກ ທີ່ຂ້າພະເຈົ້າບໍ່ໄດ້ຮູ້ວ່າມີຈິງ. ແລະ ຂ້າພະເຈົ້າຮູ້ດ້ວຍຕົວເອງວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາ ເພາະວ່າຂ້າພະເຈົ້າໄດ້ນຳໃຊ້ຄຳສັນຍາທີ່ລຽບງ່າຍໃນພຣະຄຳພີມໍມອນທີ່ວ່າ: “ໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ໃນພຣະນາມຂອງພຣະຄຣິດ” (ໂມໂຣໄນ 10:4). ໃນຄຳງ່າຍໆແມ່ນວ່າ: ເງີຍໜ້າຂຶ້ນ.
ມີບາງຄົນອາດຈະແນະນຳວ່າທ່ານຕ້ອງມີຫລັກຖານພະຍານທີ່ມີຕົວຕົນກ່ອນຈະເຊື່ອໃນການຟື້ນຄືນພຣະຊົນຂອງພຣະຄຣິດ ຫລື ຄວາມຈິງຂອງພຣະກິດຕິຄຸນຂອງພຣະອົງທີ່ໄດ້ຮັບການຟື້ນຟູແລ້ວນັ້ນ. ເຖິງຜູ້ຄົນເຫລົ່ານັ້ນຂ້າພະເຈົ້າຈະອ້າງເຖິງຖ້ອຍຄຳຂອງແອວມາທີ່ກ່າວຕໍ່ ໂຄຣິຫໍ, ຜູ້ທີ່ພະຍາຍາມຊັກຊວນບໍ່ໃຫ້ຄົນອື່ນເຊື່ອ ໂດຍກ່າວວ່າ: “ເຈົ້າມີເຄື່ອງໝາຍຢູ່ພຽງພໍແລ້ວ; ເຈົ້າຈະລອງດີກັບພຣະເຈົ້າບໍ? ເຈົ້າຈະເວົ້າວ່າ, ຈົ່ງສະແດງເຄື່ອງໝາຍແກ່ຂ້າພະເຈົ້າຢູ່ບໍ ໃນເມື່ອເຈົ້າເອງມີປະຈັກພະຍານເຫລົ່ານີ້ທັງໝົດຈາກພີ່ນ້ອງຂອງເຈົ້າ, ແລະ ຈາກສາດສະດາຜູ້ບໍລິສຸດທັງໝົດນຳອີກ. ພຣະຄຳພີວາງຢູ່ຕໍ່ໜ້າຂອງເຈົ້າ” (ແອວມາ 30:44).
ທ່ານ ແລະ ຂ້າພະເຈົ້າເປັນຫລັກຖານທີ່ມີຊີວິດຢູ່ເຖິງອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ອຍໃຫ້ລອດ. ເຮົາເປັນຫລັກຖານທີ່ມີຊີວິດຢູ່ເຖິງການປະຕິບັດສາດສະໜາກິດຂອງສາດສະດາໂຈເຊັບ ແລະ ຄວາມຊື່ສັດຂອງໄພ່ພົນໃນຍຸກເລີ່ມຕົ້ນ ຜູ້ທີ່ໄດ້ຍຶດໝັ້ນຢ່າງເຂັ້ມແຂງໃນສັດທາຂອງເຂົາເຈົ້າ. ສາດສະໜາຈັກຂອງພຣະເຢຊູຄຣິດໄດ້ຂະຫຍາຍອອກໄປທົ່ວໂລກແລ້ວ ແລະ ກຳລັງຈະເລີນເຕີບໂຕຫລາຍກວ່າແຕ່ກ່ອນ—ຖືກຍອມຮັບ, ດັ່ງທີ່ໄດ້ເປັນໃນວັນເວລາຂອງພຣະຄຣິດ, ໂດຍຜູ້ຄົນທີ່ຖ່ອມຕົນ ຜູ້ທີ່ບໍ່ຕ້ອງການໄດ້ເຫັນ ແລະ ແຕະຕ້ອງກ່ອນຈະເຊື່ອ.
ບໍ່ມີໃຜຮູ້ວ່າເມື່ອໃດພຣະຜູ້ເປັນເຈົ້າຈະສະເດັດມາອີກ. ແຕ່ເຮົາກຳລັງມີຊີວິດຢູ່ໃນວັນເວລາອັນຕະລາຍ. ເວລານີ້ຄືເວລາທີ່ຈະຫລຽວເບິ່ງແຫລ່ງຂອງຄວາມຈິງ ແລະ ໃຫ້ແນ່ໃຈວ່າປະຈັກພະຍານຂອງເຮົາເຂັ້ມແຂງ.
ກັບຄືນມາກ່າວເຖິງເລື່ອງລາວຂອງຂ້າພະເຈົ້າ, ລູກພີ່ນ້ອງ ແລະ ຂ້າພະເຈົ້າໄດ້ຕື່ນຂຶ້ນໃນຕອນເຊົ້າສູ່ຕາເວັນທີ່ແຈ້ງສະຫວ່າງ ແລະ ທ້ອງຟ້າທີ່ສວຍງາມ. ຊາຍຄົນໜຶ່ງໄດ້ເຄາະປະຕູ ຊອກຫາເດັກນ້ອຍຜູ້ຊາຍສາມຄົນທີ່ໄດ້ຫລົງທາງໄປ. ລາວໄດ້ເອົາພວກເຮົາຂຶ້ນມ້າ, ແລະ ພວກເຮົາໄດ້ເລີ່ມເດີນທາງກັບບ້ານຜ່ານທົ່ງພຽງອັນດຽວກັນນັ້ນ. ຂ້າພະເຈົ້າຈະບໍ່ມີວັນລືມສິ່ງທີ່ພວກເຮົາໄດ້ເຫັນຕາມທາງກັບບ້ານ—ມີຫລາຍໆຄົນໄດ້ອອກຊອກຫາພວກເຮົາຕະຫລອດທັງຄືນ, ລົດໄຖ ແລະ ລົດກະບະບັນທຸກຂອງເຂົາເຈົ້າຄ້າງຄາຢູ່ໃນຂີ້ຕົມ. ເຂົາເຈົ້າໄດ້ເຫັນອານມ້າຢູ່ທີ່ນີ້ ແລະ ມ້າຢູ່ທີ່ນັ້ນຊະຊາຍໄປ, ແລະ ເມື່ອເຂົາເຈົ້າໄດ້ເຫັນພວກເຮົາກັບຄືນບ້ານ, ຂ້າພະເຈົ້າຮູ້ສຶກເຖິງຄວາມໂລ່ງໃຈ ແລະ ຄວາມຮັກຂອງເຂົາເຈົ້າໄດ້. ໃນທາງເຂົ້າບ້ານ, ຫລາຍຄົນໄດ້ມາລໍຖ້າພວກເຮົາ, ແລະ ຢູ່ທາງໜ້າຂອງທຸກຄົນນັ້ນແມ່ນແມ່ຕູ້ ແລະ ອາວອາທີ່ຮັກຂອງຂ້າພະເຈົ້າ. ພວກເພິ່ນໄດ້ໂອບກອດພວກເຮົາ ແລະ ໄດ້ຮ້ອງໄຫ້, ດີໃຈຫລາຍທີ່ພວກເພິ່ນໄດ້ພົບເຫັນລູກຫລານທີ່ຫລົງທາງໄປຂອງພວກເພິ່ນ. ນີ້ຊ່າງເປັນສິ່ງທີ່ເຕືອນໃຈຂ້າພະເຈົ້າເປັນຢ່າງດີວ່າ ພຣະບິດາເທິງສະຫວັນທີ່ຮັກຂອງເຮົາຮູ້ຈັກເຮົາ. ພຣະອົງກໍລໍຖ້າການກັບຄືນບ້ານຂອງເຮົາດ້ວຍຄວາມຕື່ນເຕັ້ນ.
ແມ່ນແລ້ວ, ມີເຄື່ອງໝາຍຂອງພະຍຸທີ່ກຳລັງເກີດຂຶ້ນຢູ່ອ້ອມຂ້າງເຮົາ. ຂໍໃຫ້ເຮົາຈົ່ງເງີຍໜ້າຂຶ້ນເບິ່ງ ແລະ ຕຽມຕົວເຮົາເອງ. ມີຄວາມປອດໄພຢູ່ໃນປະຈັກພະຍານທີ່ເຂັ້ມແຂງ. ຂໍໃຫ້ເຮົາຈົ່ງທະນຸຖະໜອມ ແລະ ເຮັດໃຫ້ປະຈັກພະຍານຂອງເຮົາເຂັ້ມແຂງຂຶ້ນທຸກໆມື້ເຖີດ.
ຂ້າພະເຈົ້າຮູ້ວ່າເຮົາສາມາດຢູ່ດ້ວຍກັນເປັນຄອບຄົວຊົ່ວນິລັນດອນ, ວ່າພຣະບິດາເທິງສະຫວັນທີ່ຮັກຂອງເຮົາລໍຖ້າເຮົາຢູ່, ລູກໆຂອງພຣະອົງ, ດ້ວຍອ້ອມແຂນທີ່ຍິນດີຕ້ອນຮັບ. ຂ້າພະເຈົ້າຮູ້ວ່າພຣະເຢຊູຄຣິດ, ພຣະຜູ້ຊ່ອຍຊີວິດຂອງເຮົາຊົງພຣະຊົນຢູ່. ເໝືອນດັ່ງເປໂຕ, ບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ຂ້າພະເຈົ້າຮູ້, ແຕ່ແມ່ນພຣະບິດາຂອງຂ້າພະເຈົ້າ ຜູ້ສະຖິດຢູ່ໃນສະຫວັນ (ເບິ່ງ ມັດທາຍ 16:15–19). ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.