ທ່ານບໍ່ເປັນຄົນຕ່າງດ້າວອີກຕໍ່ໄປ
ໃນສາດສະໜາຈັກນີ້, ບໍ່ມີຄົນແປກໜ້າ ແລະ ບໍ່ມີຄົນນອກ. ມີແຕ່ອ້າຍເອື້ອຍນ້ອງເທົ່ານັ້ນ.
ເຮົາຫລາຍຄົນໃນເວລາໃດເວລາໜຶ່ງເຄີຍໄດ້ຢູ່ໃນສະພາບການໃໝ່ສຳລັບເຮົາ, ບ່ອນທີ່ເຮົາຮູ້ສຶກວ່າບໍ່ຄຸ້ນເຄີຍ ແລະ ບໍ່ໝັ້ນໃຈ. ສະພາບການແບບນີ້ໄດ້ເກີດຂຶ້ນກັບຄອບຄົວຂອງພວກຂ້າພະເຈົ້າເມື່ອຫ້າປີກ່ອນ ຫລັງຈາກປະທານທອມມັສ ແອັສ ມອນສັນ ໄດ້ສະເໜີການເອີ້ນໃຫ້ຂ້າພະເຈົ້າໄປຮັບໃຊ້ໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຂອງສາດສະໜາຈັກ. ການເອີ້ນນີ້ໄດ້ຮຽກຮ້ອງໃຫ້ຄອບຄົວຂອງພວກຂ້າພະເຈົ້າຍົກຍ້າຍໄປຈາກບ່ອນທີ່ພວກຂ້າພະເຈົ້າໄດ້ອາໄສຢູ່ຢ່າງມີຄວາມສຸກຫລາຍກວ່າຊາວປີ. ພັນລະຍາ ແລະ ຂ້າພະເຈົ້າຍັງຈຳປະຕິກິລິຍາຂອງລູກໆໃນເວລານັ້ນ ເມື່ອພວກເຂົາໄດ້ຮຽນຮູ້ກ່ຽວກັບການປ່ຽນແປງນັ້ນ. ລູກຊາຍຄົນໜຶ່ງອາຍຸ 16 ປີໄດ້ປະກາດວ່າ, “ບໍ່ມີບັນຫາຫຍັງເລີຍ. ພໍ່ ແລະ ແມ່ພາກັນໄປໂລດ; ລູກຈະຢູ່ນີ້ແຫລະ!”
ແລ້ວລາວກໍໄດ້ຕັດສິນໃຈໄປກັບພວກຂ້າພະເຈົ້າທັນທີ ແລະ ໄດ້ຍອມຮັບເອົາໂອກາດໃໝ່ໃນຊີວິດຂອງລາວດ້ວຍຄວາມຊື່ສັດ. ການດຳລົງຊີວິດຢູ່ໃນສະພາບແວດລ້ອມໃໝ່ໃນສາມສີ່ປີທີ່ຜ່ານມານີ້ໄດ້ກາຍມາເປັນປະສົບການແຫ່ງການຮຽນຮູ້ສຳລັບຄອບຄົວຂອງພວກຂ້າພະເຈົ້າ, ໂດຍສະເພາະແລ້ວ ເປັນເພາະການຮັບຕ້ອນທີ່ອົບອຸ່ນ ແລະ ຄວາມດີຂອງໄພ່ພົນຍຸກສຸດທ້າຍ. ຂະນະທີ່ພວກຂ້າພະເຈົ້າໄດ້ອາໄສຢູ່ໃນປະເທດຕ່າງໆ, ພວກຂ້າພະເຈົ້າໄດ້ຮູ້ສຶກບຸນຄຸນທີ່ຄວາມສາມັກຄີກັນຂອງຜູ້ຄົນຂອງພຣະເຈົ້າຕະຫລອດທົ່ວໂລກນັ້ນ ເປັນເລື່ອງຈິງ ແລະ ສຳພັດໄດ້.
ການເອີ້ນຂອງຂ້າພະເຈົ້າໄດ້ນຳໃຫ້ຂ້າພະເຈົ້າເດີນທາງໄປເຖິງຫລາຍໆປະເທດ ແລະ ໄດ້ໃຫ້ຂ້າພະເຈົ້າມີໂອກາດພິເສດທີ່ຈະເປັນປະທານໃນກອງປະຊຸມທັງຫລາຍ. ເມື່ອຂ້າພະເຈົ້າໄດ້ສັງເກດເບິ່ງກອງປະຊຸມຕ່າງໆ, ສ່ວນຫລາຍຂ້າພະເຈົ້າຈະເຫັນສະມາຊິກທີ່ມາຈາກຫລາຍໆປະເທດ, ພາສາ, ແລະ ວັດທະນະທຳ. ດ້ານທີ່ປະເສີດດ້ານໜຶ່ງຂອງຍຸກສະໄໝແຫ່ງພຣະກິດຕິຄຸນນັ້ນຄື ມັນບໍ່ໄດ້ຈຳກັດຕໍ່ເຂດພູມມີສາດ ຫລື ປະເທດກຸ່ມໃດກຸ່ມໜຶ່ງ. ມັນຢູ່ທົ່ວໂລກ ແລະ ທົ່ວໄປ. ມັນເປັນການກະກຽມສຳລັບການສະເດັດຄືນມາຢ່າງຮຸ່ງໂລດຂອງພຣະບຸດຂອງພຣະເຈົ້າ “ໂດຍການເຕົ້າໂຮມ ລູກຫລານຂອງພຣະອົງຈາກສີ່ສ່ວນຂອງແຜ່ນດິນໂລກ.”1
ເຖິງແມ່ນວ່າສະມາຊິກຂອງສາດສະໜາຈັກນັບມື້ນັບເພີ່ມທະວີຂຶ້ນໃນຄວາມແຕກຕ່າງກັນ, ມູນເຊື້ອອັນສັກສິດຂອງເຮົານັ້ນກວ້າງໄກກວ່າຄວາມແຕກຕ່າງຂອງເຮົາ. ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາໄດ້ຮັບອະນຸຍາດໃຫ້ເປັນພາກສ່ວນຂອງຄອບຄົວອິດສະລາເອນ. ເຮົາກາຍມາເປັນອ້າຍເອື້ອຍນ້ອງ, ເປັນທາຍາດທີ່ເທົ່າທຽມກັນໃນເຊື້ອສາຍທາງວິນຍານອັນດຽວກັນນັ້ນ. ພຣະເຈົ້າໃຫ້ສັນຍາກັບອັບຣາຮາມວ່າ “ຫລາຍຕໍ່ຫລາຍຄົນທີ່ໄດ້ຮັບພ“ຣະກິດຕິຄຸນນີ້ ຈະຖືກເອີ້ນຕາມຊື່ຂອງອັບຣາຮາມ, ແລະ ຈະຖືກນັບເປັນລູກຫລານຂອງເພິ່ນ, ແລະ ຈະລຸກຂຶ້ນ ແລະ ອວຍພອນເພິ່ນ, ເປັນບິດາ ຂອງເຂົາເຈົ້າ.”2
ທຸກຄົນທີ່ເຂົ້າມາເປັນສະມາຊິກຂອງສາດສະໜາຈັກໄດ້ຮັບຄຳສັນຍາວ່າ: “ດັ່ງນັ້ນແຫລະ ພວກທ່ານບໍ່ເປັນຄົນຕ່າງດ້າວອີກຕໍ່ໄປ, ບັດນີ້ພວກທ່ານເປັນພີ່ນ້ອງຮ່ວມພົນລະເມືອງກັບປະຊາຊົນຂອງພຣະເຈົ້າ, ແລະ ເປັນສະມາຊິກໃນຄອບຄົວຂອງພຣະເຈົ້າ.”3
ຄຳທີ່ວ່າ ຄົນຕ່າງດ້າວ ມາຈາກພາສາລາຕິນວ່າ extraneus, ຊຶ່ງໝາຍຄວາມວ່າ “ທາງນອກ” ຫລືວ່າ “ຈາກທາງນອກ.” ໂດຍທົ່ວໄປແລ້ວ, ມັນລະບຸເຖິງຄົນໃດຄົນໜຶ່ງທີ່ເປັນ “ຄົນນອກ” ບໍ່ວ່າເພາະເຫດໃດກໍຕາມ, ບໍ່ວ່າມັນເປັນເພາະ ເຊື້ອສາຍ, ວັດທະນະທຳ, ຄວາມຄິດເຫັນ, ຫລື ສາດສະໜາ. ໃນຖານະສານຸສິດຂອງພຣະເຢຊູຄຣິດ ຜູ້ທີ່ພະຍາຍາມຈະຢູ່ໃນໂລກແຕ່ບໍ່ເປັນຂອງໂລກ, ບາງເທື່ອເຮົາຈະຮູ້ສຶກຄືວ່າເປັນຄົນນອກ. ພວກເຮົາ, ຮູ້ດີຫລາຍກວ່າຄົນອື່ນໆ, ວ່າໂອກາດບາງຢ່າງຈະບໍ່ມີໄວ້ໃຫ້ຄົນທີ່ຖືກເຫັນວ່າແຕກຕ່າງ.
ຕະຫລອດທຸກຍຸກສະໄໝ ຜູ້ຄົນຂອງພຣະເຈົ້າຖືກບັນຊາໃຫ້ດູແລທຸກໆຄົນ ຜູ້ທີ່ເປັນຄົນແປກໜ້າ ຫລືຕ່າງດ້າວ ຫລື ຜູ້ທີ່ເຫັນວ່າແຕກຕ່າງ. ໃນສະໄໝໂບຮານ, ຄົນແປກໜ້າ ຫລື ແຂກບ້ານໄດ້ຮັບຜົນປະໂຫຍດຈາກພັນທະການແຫ່ງການຕ້ອນຮັບທີ່ອົບອຸ່ນອັນດຽວກັນ ດັ່ງຍິງໝ້າຍ ຫລື ເດັກກຳພ້າ. ເໝືອນດັ່ງເຂົາເຈົ້າ, ຄົນແປກໜ້າກໍໄດ້ຕົກຢູ່ໃນສະພາບທີ່ອັນຕະລາຍ, ແລະ ຄວາມລອດຂອງລາວແມ່ນຂຶ້ນຢູ່ກັນການປົກປ້ອງທີ່ລາວໄດ້ຮັບຈາກຜູ້ຄົນໃນທ້ອງຖິ່ນ. ຜູ້ຄົນຂອງອິດສະລາເອນໄດ້ຮັບຄຳສັ່ງສອນທີ່ແນ່ຊັດເຖິງເລື່ອງນີ້ວ່າ: “ຈົ່ງເຮັດກັບເຂົາເໝືອນດັ່ງເຮັດກັບພີ່ນ້ອງອິດສະລາເອນຄົນອື່ນໆ ແລະ ຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ.”4
ໃນລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ, ພຣະເຢຊູໄດ້ເປັນຕົວຢ່າງຂອງຄົນທີ່ໄດ້ເຮັດເກີນກວ່າພັນທະການທີ່ລຽບງ່າຍຂອງການຕ້ອນຮັບຢ່າງອົບອຸ່ນ ແລະ ການໂຍະຍານ. ຜູ້ຄົນທີ່ຖືກສັງຄົມບໍ່ຍອມຮັບ, ຜູ້ທີ່ຖືກປະຕິເສດ ແລະ ຜູ້ທີ່ຖືວ່າບໍ່ບໍລິສຸດໂດຍຜູ້ທີ່ຄິດວ່າຕົນເອງຊອບທຳກວ່າຄົນອື່ນນັ້ນ ໄດ້ຮັບຄວາມເມດຕາ ແລະ ຄວາມນັບຖືຂອງພຣະອົງ. ເຂົາເຈົ້າໄດ້ຮັບພາກສ່ວນທີ່ເທົ່າທຽມກັນຂອງຄຳສອນ ແລະ ການປະຕິບັດສາດສະໜາກິດຂອງພຣະອົງ.
ຍົກຕົວຢ່າງ, ພຣະຜູ້ຊ່ອຍໃຫ້ລອດ ໄດ້ອອກໄປຕໍ່ຕ້ານກັບປະເພນີທີ່ໄດ້ຈັດຂຶ້ນແລ້ວໃນວັນເວລາທີ່ພຣະອົງທີ່ຈະກ່າວກັບຜູ້ຍິງທີ່ຊາມາເຣຍ, ໂດຍຂໍນ້ຳດື່ມນຳນາງ. ພຣະອົງໄດ້ນັ່ງລົງຮັບປະທານອາຫານນຳຄົນນອກສັງຄົມ ແລະ ຄົນເກັບພາສີ. ພຣະອົງບໍ່ໄດ້ລັງເລໃຈທີ່ຈະເຂົ້າໃກ້ຄົນຂີ້ທູດ, ທີ່ຈະແຕະຕ້ອງລາວ ແລະ ປິ່ນປົວລາວ. ດ້ວຍການຊົມເຊີຍສັດທາຂອງນາຍທະຫານຊາວໂຣມ, ພຣະອົງໄດ້ກ່າວຕໍ່ຝູງຊົນວ່າ “ເຮົາບອກໃຫ້ພວກທ່ານຮູ້ວ່າ ຢູ່ໃນພວກອິດສະລາເອນເຮົາຍັງບໍ່ໄດ້ພົບໃຜທີ່ມີຄວາມເຊື່ອເຊັ່ນນັ້ນ.”5
ພຣະເຢຊູໄດ້ຮ້ອງຂໍໃຫ້ເຮົາຮັກສາກົດແຫ່ງຄວາມຮັກທີ່ສົມບູນ, ຊຶ່ງເປັນຂອງປະທານທົ່ວໄປ ແລະ ບໍ່ມີເງື່ອນໄຂ. ພຣະອົງໄດ້ກ່າວວ່າ:
“ຖ້າພວກທ່ານຮັກຄົນທີ່ຮັກພວກທ່ານແຕ່ເທົ່ານັ້ນ ພວກທ່ານຈະຫວັງບຳເໜັດຫຍັງຈາກພຣະເຈົ້າ? ແມ່ນແຕ່ຄົນເກັບພາສີກໍເຮັດເຊັ່ນນັ້ນ.
“ຖ້າຫາກພວກທ່ານເລືອກໂອ້ລົມກັບໝູ່ເພື່ອນເທົ່ານັ້ນ, ພວກທ່ານໄດ້ເຮັດຫຍັງດີລື່ນເປັນພິເສດແດ່? ແມ່ນແຕ່ຄົນບໍ່ນັບຖືພຣະເຈົ້າກໍເຮັດເຊັ່ນນັ້ນ.
“ສະນັ້ນພວກທ່ານຈຶ່ງຕ້ອງເປັນຄົນດີຄົບຖ້ວນ, ຢ່າງພຣະບິດາຂອງພວກທ່ານໃນສະຫວັນດີຄົບຖ້ວນທຸກປະການ.”6
ໃນສາດສະໜາຈັກນີ້, ບໍ່ມີຄົນແປກໜ້າ ແລະ ບໍ່ມີຄົນນອກ. ມີແຕ່ອ້າຍເອື້ອຍນ້ອງເທົ່ານັ້ນ. ຄວາມຮູ້ທີ່ວ່າເຮົາມີພຣະບິດານິລັນດອນນັ້ນ ຊ່ອຍເຮົາໃຫ້ຮູ້ສຶກໄວຫລາຍຂຶ້ນເຖິງຄວາມເປັນອ້າຍ ແລະ ເອື້ອຍນ້ອງ ທີ່ຄວນມີຢູ່ລະຫວ່າງຊາຍ ແລະ ຍິງທຸກຄົນຢູ່ເທິງໂລກ.
ວັກສັ້ນໆວັກໜຶ່ງຈາກໜັງສືເລື່ອງ Les misérables ສະແດງໃຫ້ເຫັນວ່າຜູ້ດຳລົງຖານະປະໂລຫິດສາມາດປະຕິບັດຕໍ່ບຸກຄົນທີ່ຖືກຖືວ່າເປັນຄົນແປກໜ້າ. ຈອງ ວາວຈອງ ຫາກໍຖືກປ່ອຍອອກມາໃນຖານະນັກໂທດ. ອິດເມື່ອຈາກການເດີນທາງໄກ ແລະ ຫິວໂຫຍ ແລະ ກະຫາຍນ້ຳ, ລາວໄດ້ມາເຖິງໝູ່ບ້ານນ້ອຍໆແຫ່ງໜຶ່ງ ຊອກຫາສະຖານທີ່ທີ່ຈະມີອາຫານ ແລະ ທີ່ພັກອາໄສຈັກຄືນໜຶ່ງ. ເມື່ອຂ່າວຂອງເລື່ອງລາວຂອງລາວໄດ້ແຜ່ອອກໄປ ໃຜໆໃນເຂດນັ້ນກໍບໍ່ຍອມໃຫ້ລາວພັກເຊົານຳ. ທັງໂຮງແຮມໃຫຍ່, ບ້ານພັກນ້ອຍ, ແມ່ນແຕ່ຄຸກກໍບໍ່ຍອມເຊີນລາວເຂົ້າພັກ. ລາວຖືກປະຕິເສດ, ຖືກຂັບໄລ່, ຖືກເນລະເທດ. ໃນທີ່ສຸດ, ເມື່ອບໍ່ເຫລືອເຫື່ອແຮງຫຍັງອີກແລ້ວ, ລາວໄດ້ລົ້ມສະຫລົບລົງຢູ່ທີ່ປະຕູຂອງອະທິການຂອງໝູ່ບ້ານນັ້ນ.
ອະທິການທີ່ດີຄົນນັ້ນກໍຮູ້ດີແລ້ວກ່ຽວກັບປະຫວັດຂອງນາຍ ວາວຈອງ, ແຕ່ເພິ່ນໄດ້ເຊີນຄົນພະເນຈອນຄົນນີ້ເຂົ້າໄປໃນບ້ານຂອງເພິ່ນ ດ້ວຍຖ້ອຍຄຳທີ່ເມດຕາເຫລົ່ານີ້ວ່າ:
“‘ນີ້ບໍ່ແມ່ນບ້ານຂອງຂ້ອຍ; ມັນເປັນບ້ານຂອງພຣະເຢຊູຄຣິດ. ປະຕູນີ້ຈະບໍ່ຮຽກຮ້ອງວ່າຄົນທີ່ເຂົ້າມານີ້ມີຊື່ ຫລືບໍ່, ແຕ່ວ່າລາວມີຄວາມເສົ້າໂສກບໍ. ເຈົ້າທົນທຸກມາ, ເຈົ້າຫິວເຂົ້າ ແລະ ກະຫາຍນ້ຳ; ຂ້ອຍຕ້ອນຮັບເຈົ້າ. … ຂ້ອຍຈຳເປັນຕ້ອງຮູ້ຊື່ຂອງເຈົ້າບໍ? ຕາມຈິງແລ້ວ, ກ່ອນເຈົ້າໄດ້ບອກຊື່ [ຂອງເຈົ້າ] ເຈົ້າກໍໄດ້ມີຊື່ທີ່ຂ້ອຍໄດ້ຮູ້ຈັກແລ້ວ.’
“[ວາວຈອງ] ໄດ້ມືນຕາຂອງລາວດ້ວຍຄວາມຕື່ນຕົກໃຈ.
“‘ແທ້ໆບໍ? ເຈົ້າຮູ້ຊື່ຂ້ອຍແລ້ວບໍ?’
“‘ແມ່ນແລ້ວ,’ ອະທິການໄດ້ຕອບ, ‘ເຈົ້າຖືກເອີ້ນວ່າ ນ້ອງຊາຍຂອງຂ້ອຍ.’”7
ໃນສາດສະໜາຈັກນີ້, ຫວອດ ແລະ ກຸ່ມໂຄລຳຂອງເຮົາບໍ່ໄດ້ເປັນຂອງເຮົາ. ມັນເປັນຂອງພຣະເຢຊູຄຣິດ. ໃຜກໍຕາມທີ່ເຂົ້າມາໃນຕຶກປະຊຸມຂອງເຮົາຄວນຮູ້ສຶກສະບາຍໃຈ. ໜ້າທີ່ຮັບຜິດຊອບທີ່ຈະຕ້ອນຮັບທຸກຄົນກໍນັບມື້ນັບເປັນເລື່ອງສຳຄັນ. ໂລກທີ່ເຮົາອາໄສຢູ່ກຳລັງຜ່ານຜ່າຍຸກສະໄໝທີ່ວຸ້ນວາຍຫລາຍ. ເປັນເພາະການຂົນສົ່ງທີ່ມີໃຫ້ຫລາຍ, ການສື່ສານທີ່ວ່ອງໄວ, ແລະ ເສດຖະກິດທີ່ແຜ່ໄປທົ່ວໂລກ, ແຜ່ນດິນໂລກກໍກຳລັງກາຍເປັນບ້ານໃຫຍ່ບ້ານໜຶ່ງ ບ່ອນທີ່ຜູ້ຄົນ ແລະ ປະເທດຊາດພົບກັນ, ຕິດຕໍ່ຫາ, ແລະ ເວົ້າລົມກັນຫລາຍກວ່າແຕ່ກ່ອນ.
ການປ່ຽນແປງທົ່ວໂລກຂະໜາດກວ້າງໄກເຫລົ່ານີ້ສະໜອງພຣະປະສົງຂອງພຣະເຈົ້າອົງລິດອຳນາດ. ການເຕົ້າໂຮມຜູ້ຄົນທີ່ພຣະອົງເລືອກຈາກສີ່ທິດຂອງແຜ່ນດິນໂລກນັ້ນບໍ່ໄດ້ເກີດຂຶ້ນໂດຍການສົ່ງຜູ້ສອນສາດສະໜາອອກໄປທີ່ປະເທດທີ່ແສນໄກເທົ່ານັ້ນ ແຕ່ໂດຍການຍົກຍ້າຍຂອງຜູ້ຄົນຈາກເຂດອື່ນໆເຂົ້າມາຢູ່ໃນບ້ານເມືອງ ແລະ ໝູ່ບ້ານຂອງເຮົາດ້ວຍ. ຄົນຈຳນວນຫລາຍ, ໂດຍບໍ່ຮູ້ຫຍັງເລີຍ, ກໍກຳລັງຖືກພຣະຜູ້ເປັນເຈົ້ານຳພາໄປສູ່ບ່ອນທີ່ເຂົາເຈົ້າຈະສາມາດໄດ້ຍິນເລື່ອງພຣະກິດຕິຄຸນ ແລະ ເຂົ້າມາສູ່ຝູງແກະຂອງພຣະອົງ.
ອາດຈະເປັນໄປໄດ້ທີ່ຄົນທີ່ປ່ຽນໃຈເຫລື້ອມໃສສູ່ພຣະກິດຕິຄຸນຜູ້ຕໍ່ໄປໃນຫວອດຂອງທ່ານຈະເປັນຄົນທີ່ບໍ່ໄດ້ມາຈາກວົງຂອງໝູ່ເພື່ອນ ແລະ ຄົນທີ່ທ່ານຮູ້ຈັກ. ທ່ານອາດສັງເກດເຫັນໄດ້ຜ່ານໜ້າຕາຂອງເຂົາ, ຜ່ານພາສາ, ເຄື່ອງນຸ່ງຖື, ຫລື ຜິວພັນຂອງເຂົາ. ຄົນຄົນນີ້ອາດໄດ້ເຕີບໂຕຂຶ້ນມາໃນສາດສະໜາອື່ນ, ໂດຍມີປະຫວັດ ຫລື ວິຖີຊີວິດທີ່ແຕກຕ່າງຈາກທ່ານ.
ການຜູກມິດເປັນໜ້າທີ່ຮັບຜິດຊອບອັນສຳຄັນຂອງຖານະປະໂລຫິດ. ກຸ່ມໂຄລຳຂອງຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກຕ້ອງປະຕິບັດໃຫ້ສອດຄ່ອງກັບບັນດາເອື້ອຍນ້ອງ ພາຍໃຕ້ການຊີ້ນຳຂອງອະທິການ ເພື່ອໃຫ້ແນ່ໃຈວ່າແຕ່ລະຄົນນັ້ນໄດ້ຮັບການຕ້ອນຮັບດ້ວຍຄວາມຮັກ ແລະ ຄວາມເມດຕາ. ຄູສອນປະຈຳບ້ານ ແລະ ຄູຢ້ຽມສອນຈະດູແລເປັນຢ່າງດີເພື່ອໃຫ້ແນ່ໃຈວ່າບໍ່ມີຄົນໃດຖືກຫລົງລືມ ຫລື ຖືກບໍ່ມີໃຜເອົາໃຈໃສ່.
ເຮົາຕ້ອງຮ່ວມໄມ້ຮ່ວມມືກັນເພື່ອຈະສ້າງວິນຍານແຫ່ງຄວາມສາມັກຄີກັນໃນຫວອດ ແລະ ສາຂາຂອງເຮົາ. ຕົວຢ່າງແຫ່ງຄວາມສາມັກຄີກັນໄດ້ມີຢູ່ໃນບັນດາຜູ້ຄົນຂອງພຣະເຈົ້າຫລັງຈາກພຣະຄຣິດໄດ້ມາຢ້ຽມຢາມທະວີບອາເມຣິກາ. ບັນທຶກໄດ້ຊີ້ບອກວ່າ “ບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.”8
ຈະບໍ່ໄດ້ບັນລຸຄວາມສາມັກຄີກັນໂດຍການບໍ່ເອົາໃຈໃສ່ ແລະ ການແຍກຕົວຂອງສະມາຊິກທີ່ປາກົດວ່າແຕກຕ່າງ ຫລື ອ່ອນແອ ໂດຍການພົວພັນກັບແຕ່ຜູ້ຄົນທີ່ເບິ່ງຄືພວກເຮົາພຽງເທົ່ານັ້ນ. ກົງກັນຂ້າມ, ການເປັນນ້ຳໜຶ່ງໃຈດຽວກັນນັ້ນ ແມ່ນໄດ້ມາໂດຍການຕ້ອນຮັບ ແລະ ຮັບໃຊ້ຄົນທີ່ເປັນຄົນໃໝ່ ແລະ ຄົນທີ່ມີຄວາມຕ້ອງການໂດຍສະເພາະ. ສະມາຊິກເຫລົ່ານີ້ເປັນພອນໃຫ້ແກ່ສາດສະໜາຈັກ ແລະ ໃຫ້ໂອກາດເຮົາຮັບໃຊ້ເພື່ອນບ້ານຂອງເຮົາ ແລະ ເພາະສະນັ້ນ ຊຳລະໃຈຂອງເຮົາໃຫ້ບໍລິສຸດ.
ສະນັ້ນ, ອ້າຍນ້ອງຂອງຂ້າພະເຈົ້າ, ມັນເປັນໜ້າທີ່ມອບໝາຍຂອງທ່ານທີ່ຈະເອື້ອມອອກໄປຫາຄົນໃດກໍຕາມທີ່ປາກົດຕົວຢູ່ທີ່ປະຕູຂອງອາຄານສາດສະໜາຈັກຂອງທ່ານ. ຈົ່ງຕ້ອນຮັບເຂົາເຈົ້າດ້ວຍຄວາມກະຕັນຍູ ແລະ ປາດສະຈາກອະຄະຕິ. ຖ້າຜູ້ຄົນທີ່ທ່ານບໍ່ຮູ້ຈັກຍ່າງເຂົ້າມາໃນກອງປະຊຸມໃດໜຶ່ງຂອງທ່ານ, ທັກທາຍເຂົາເຈົ້າຢ່າງອົບອຸ່ນ ແລະ ເຊື້ອເຊີນເຂົາເຈົ້າໃຫ້ນັ່ງກັບທ່ານ. ຂໍໃຫ້ທ່ານເປັນຄົນທຳອິດທີ່ຈະຊ່ອຍໃຫ້ເຂົາເຈົ້າຮູ້ສຶກວ່າຖືກຕ້ອນຮັບ ແລະ ເປັນທີ່ຮັກ ແທນທີ່ຈະລໍຖ້າໃຫ້ເຂົາເຈົ້າເປັນຄົນທີ່ມາຫາທ່ານ.
ຫລັງຈາກທ່ານໄດ້ຕ້ອນຮັບເຂົາເຈົ້າໃນຕອນຕົ້ນແລ້ວ, ໃຫ້ຄິດເຖິງວິທີທີ່ທ່ານຈະສາມາດປະຕິບັດຕໍ່ເຂົາເຈົ້າຕໍ່ໄປ. ຄັ້ງໜຶ່ງຂ້າພະເຈົ້າໄດ້ຍິນເລື່ອງຂອງຫວອດໜຶ່ງ ບ່ອນທີ່ຫລັງຈາກການບັບຕິສະມາຂອງເອື້ອຍນ້ອງສອງຄົນທີ່ຫູໜວກ, ເອື້ອຍນ້ອງຜູ້ປະເສີດໃນສະມາຄົມສະຕີສົງເຄາະສອງຄົນໄດ້ພາກັນຕັດສິນໃຈຮຽນພາສາກືກ ເພື່ອວ່າພວກນາງຈະສາມາດສື່ສານກັບຜູ້ປ່ຽນໃຈເຫລື້ອມໃສໃໝ່ສອງຄົນນັ້ນ. ນີ້ຊ່າງເປັນຕົວຢ່າງທີ່ປະເສີດແຫ່ງຄວາມຮັກທີ່ມີໃຫ້ອ້າຍເອື້ອຍນ້ອງໃນພຣະກິດຕິຄຸນແທ້ໆ!
ຂ້າພະເຈົ້າເປັນພະຍານວ່າ ບໍ່ມີຄົນໃດເປັນຄົນແປກໜ້າສຳລັບພຣະບິດາເທິງສະຫວັນຂອງເຮົາ. ບໍ່ມີຄົນໃດ ທີ່ຈິດວິນຍານຂອງເຂົານັ້ນບໍ່ລ້ຳຄ່າສຳລັບພຣະອົງ. ພ້ອມກັບເປໂຕ, ຂ້າພະເຈົ້າເປັນພະຍານວ່າ “ພຣະເຈົ້າເຮັດກັບທຸກຄົນເທິງຫລັກເກນຢ່າງດຽວກັນ; ແຕ່ “ທຸກຄົນ ບໍ່ວ່າຊາດໃດກໍຕາມ ທີ່ຢຳເກງພຣະເຈົ້າ ແລະ ປະຕິບັດໃນສິ່ງທີ່ຖືກຕ້ອງ ກໍເປັນທີ່ພໍໃຈພຣະອົງ.”9
ຂ້າພະເຈົ້າອະທິຖານວ່າ ເມື່ອພຣະຜູ້ເປັນເຈົ້າເຕົ້າໂຮມຝູງແກະຂອງພຣະອົງໃນວັນເວລາສຸດທ້າຍ, ພຣະອົງອາດຈະກ່າວກັບເຮົາແຕ່ລະຄົນວ່າ, “ເຮົາເປັນແຂກບ້ານ ພວກທ່ານກໍຮັບຕ້ອນເຮົາໄວ້.”
ແລ້ວເຮົາຈະກ່າວຕໍ່ພຣະອົງວ່າ, “ເມື່ອໃດພວກຜູ້ຂ້າເຄີຍເຫັນພຣະອົງເປັນແຂກບ້ານ, ແລະ ຮັບຕ້ອນພຣະອົງໄວ້?”
ພຣະອົງຈະຕອບເຮົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ, ເມື່ອໃດພວກທ່ານໄດ້ເຮັດແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກທ່ານກໍໄດ້ເຮັດແກ່ເຮົາ.”10
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.