ອຳນາດ, ຄວາມສຸກ, ແລະ ຄວາມຮັກຂອງການຮັກສາພັນທະສັນຍາ
ຂ້າພະເຈົ້າເຊື້ອເຊີນເຮົາທຸກຄົນໃຫ້ສຳຫລວດກວດກາເບິ່ງວ່າເຮົາຮັກພຣະຜູ້ຊ່ອຍໃຫ້ລອດຫລາຍຂະໜາດໃດ, ໃຊ້ມັນເປັນສິ່ງວັດແທກເບິ່ງວ່າເຮົາຮັກສາພັນທະສັນຍາຂອງເຮົາຢ່າງຊື່ນຊົມຫລາຍພຽງໃດ.
ຂ້າພະເຈົ້າຢາກເລີ່ມຕົ້ນໂດຍການເລົ່າເລື່ອງໜຶ່ງທີ່ສຳພັດໃຈຂອງຂ້າພະເຈົ້າ.
ແລງມື້ໜຶ່ງ ຊາຍຄົນໜຶ່ງໄດ້ເອີ້ນແກະຫ້າໂຕຂອງລາວໃຫ້ມາເຂົ້າຄອກ. ຄອບຄົວຂອງລາວໄດ້ຫລຽວເບິ່ງດ້ວຍຄວາມສົນໃຈ ໃນຂະນະທີ່ລາວພຽງແຕ່ເອີ້ນວ່າ, “ມາແມ,” ແລະ ທັນໃດນັ້ນ ແກະທັງຫ້າໂຕໄດ້ເງີຍຫົວຂຶ້ນ ແລະ ປິ່ນໜ້າມາທາງລາວ. ແກະສີ່ໂຕໄດ້ແລ່ນມາຫາລາວຢ່າງໄວ. ດ້ວຍຄວາມຮັກແພງ ລາວໄດ້ລູບຫົວແກະແຕ່ລະໂຕ. ແກະເຫລົ່ານັ້ນຈື່ສຽງ ແລະ ຮັກລາວ.
ແຕ່ໂຕທີຫ້າບໍ່ໄດ້ແລ່ນມາຫາ. ມັນເປັນໂຕແມ່ ຊຶ່ງສອງສາມອາທິດຜ່ານມານັ້ນ ເຈົ້າຂອງເກົ່າໄດ້ເອົາມັນມາມອບໃຫ້ລາວ, ບອກວ່າມັນເວົ້າບໍ່ຟັງຄວາມ, ແລະ ມັກພາແກະໂຕອື່ນໆໜີໄປທົ່ວ. ເຈົ້າຂອງຄົນໃໝ່ໄດ້ຮັບເອົາມັນ ແລະ ໄດ້ຜູກມັນໄວ້ຢູ່ໃນທົ່ງຂອງລາວສອງສາມມື້ ເພື່ອວ່າມັນຈະຮຽນຢູ່ບ່ອນເກົ່າ. ລາວໄດ້ສອນມັນໃຫ້ຮັກລາວ ແລະ ຮັກແກະໂຕອື່ນໆ ຈົນໃນທີ່ສຸດມັນມີເຊືອກສັ້ນໆຜູກຄໍ ແຕ່ບໍ່ໄດ້ຖືກຜູກໄວ້ກັບເສົາ.
ໃນແລງມື້ນັ້ນ ໃນຂະນະທີ່ຄອບຄົວຂອງລາວຫລຽວເບິ່ງ, ຊາຍຄົນນັ້ນໄດ້ຍ່າງໄປຫາແກະໂຕທີຫ້າ, ຊຶ່ງຢືນຢູ່ສົ້ນທົ່ງ, ແລະ ອີກເທື່ອໜຶ່ງລາວໄດ້ເວົ້າວ່າ, “ມາແມ. ມຶງບໍ່ໄດ້ຖືກຜູກໄວ້ອີກແລ້ວ. ມຶງເປັນອິດສະລະ.” ແລ້ວດ້ວຍຄວາມຮັກ ລາວໄດ້ເດ່ມືໄປ, ລູບຫົວມັນ, ແລະ ຍ່າງກັບມັນໄປພ້ອມດ້ວຍແກະໂຕອື່ນໆ ໄປຫາຄອກ.1
ໃນຄວາມຮູ້ສຶກກ່ຽວກັບເລື່ອງນີ້, ຂ້າພະເຈົ້າຫວັງວ່າພຣະວິນຍານບໍລິສຸດຈະຊ່ອຍເຮົາໃຫ້ຮຽນຮູ້ນຳກັນ ໃນຄ່ຳຄືນນີ້ກ່ຽວກັບການຮັກສາພັນທະສັນຍາ. ການເຮັດ ແລະ ຮັກສາພັນທະສັນຍາໝາຍເຖິງການເລືອກທີ່ຈະຜູກມັດຕົນເອງເຂົ້າກັບພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະເຢຊູຄຣິດ. ເປັນການຜູກມັດຕົນເອງທີ່ຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດ. ເປັນການໄວ້ວາງໃຈໃນພຣະອົງ ແລະ ປາດຖະໜາທີ່ຈະສະແດງຄວາມກະຕັນຍູຂອງເຮົາສຳລັບຄ່າທີ່ພຣະອົງໄດ້ຈ່າຍແທນເຮົາ ແລະ ປ່ອຍເຮົາໃຫ້ເປັນອິດສະລະ ຜ່ານຂອງປະທານແຫ່ງການຊົດໃຊ້ອັນເປັນນິດ.
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ອະທິບາຍວ່າ “ພັນທະສັນຍາເປັນການສັນຍາທາງວິນຍານ, ເປັນຄຳສັນຍາທີ່ຈິງຈັງກັບພຣະເຈົ້າພຣະບິດາຂອງເຮົາ ວ່າເຮົາຈະດຳລົງຊີວິດ ແລະ ຄິດ ແລະ ກະທຳໃນວິທີທາງສະເພາະ—ວິທີທາງຂອງພຣະບຸດຂອງພຣະອົງ, ພຣະຜູ້ເປັນເຈົ້າພຣະເຢຊູຄຣິດ. ແລ້ວ, ພຣະບິດາ, ພຣະບຸດ, ແລະ ພຣະວິນຍານບໍລິສຸດສັນຍາກັບເຮົາວ່າຈະປະທານຊີວິດນິລັນດອນອັນຍິ່ງໃຫຍ່ໃຫ້ເຮົາ.”2 ໃນການສັນຍານັ້ນ, ພຣະຜູ້ເປັນເຈົ້າໄດ້ຕັ້ງເງື່ອນໄຂໄວ້ ແລະ ເຮົາກໍໄດ້ຕົກລົງທີ່ຈະຮັກສາມັນ. ການເຮັດ ແລະ ຮັກສາພັນທະສັນຍາຂອງເຮົາ ເປັນການສະແດງອອກເຖິງຄວາມຜູກມັດຂອງເຮົາທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ.3 ຄວາມເປັນຈິງຄືທີ່ຈະພະຍາຍາມໃຫ້ມີທັດສະນະທີ່ດີທີ່ສຸດຄືກັນກັບເພງສວດທີ່ມັກຫລາຍເພງນີ້: “ຂ້າຈະໄປທີ່ ພຣະອົງ ບັນຊາ. … ຂ້າຈະກ່າວສິ່ງ ພຣະອົງ ບັນຊາ. … ຂ້າຈະເປັນທີ່ ພຣະອົງ ບັນຊາ.”4
ເປັນຫຍັງຈຶ່ງເຮັດ ແລະ ຮັກສາພັນທະສັນຍາ?
1. ການຮັກສາພັນທະສັນຍາເພີ່ມຄວາມເຂັ້ມແຂງ, ໃຫ້ພະລັງ, ແລະ ປົກປ້ອງ.
ນີໄຟໄດ້ເຫັນພາບນິມິດກ່ຽວກັບພອນອັນຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າປະທານໃຫ້ຜູ້ທີ່ຮັກສາພັນທະສັນຍາ. “ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຫັນອຳນາດຂອງລູກແກະຂອງພຣະເຈົ້າລົງມາເທິງ ... ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ, ... ແລະ ພວກເຂົາມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”5
ບໍ່ດົນມານີ້ ຂ້າພະເຈົ້າໄດ້ຜູກມິດກັບຄົນໜຶ່ງ. ນາງເປັນຍິງໜຸ່ມຜູ້ເປັນພະຍານວ່າ ຫລັງຈາກນາງໄດ້ຮັບຂອງປະທານສັກສິດໃນພຣະວິຫານແລ້ວ, ນາງຮູ້ສຶກເຂັ້ມແຂງຫລາຍກວ່າເກົ່າດ້ວຍພະລັງທີ່ຈະຕ້ານທານກັບການລໍ້ລວງທີ່ນາງເຄີຍໄດ້ຮັບ.
ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ແລ້ວເຮົາຈະໄດ້ຮັບຄວາມກ້າຫານ ແລະ ຄວາມເຂັ້ມແຂງ ເພື່ອຊ່ອຍເຮົາໃຫ້ແບກຫາບພາລະຂອງກັນແລະກັນ. ເອື້ອຍນ້ອງຄົນໜຶ່ງທີ່ຜິດຫວັງ ມີລູກຊາຍຄົນໜຶ່ງທີ່ປະເຊີນກັບການທ້າທາຍທີ່ຍາກລຳບາກຂອງຊີວິດມະຕະ. ເພາະສັດທາຂອງນາງໃນເອື້ອຍນ້ອງສະມາຄົມສະຕີສົງເຄາະທີ່ເປັນຜູ້ຮັກສາພັນທະສັນຍາ, ນາງໄດ້ເຊື້ອເຊີນເຂົາເຈົ້າຢ່າງກ້າຫານໃຫ້ຖືສິນອົດເຂົ້າ ແລະ ອະທິຖານເພື່ອລູກຊາຍຂອງນາງ. ເອື້ອຍນ້ອງອີກຄົນໜຶ່ງໄດ້ບອກວ່າ ນາງເສຍໃຈທີ່ບໍ່ໄດ້ຂໍໃຫ້ເຮັດແນວນັ້ນຈາກເອື້ອຍນ້ອງໃນສະມາຄົມ. ຫລາຍປີກ່ອນ, ລູກຊາຍຂອງນາງກໍເຄີຍປະເຊີນກັບການທ້າທາຍເຊັ່ນນັ້ນຄືກັນ. ນາງເສຍດາຍທີ່ບໍ່ໄດ້ຂໍໃຫ້ເອື້ອຍນ້ອງໃນສະມາຄົມຊ່ອຍນາງແບກຫາບຄວາມໜັກໜ່ວງ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ໂດຍສິ່ງນີ້ມະນຸດທຸກຄົນຈະຮູ້ວ່າ ທ່ານທັງຫລາຍເປັນສານຸສິດຂອງເຮົາ, ຖ້າຫາກທ່ານທັງຫລາຍຮັກຊຶ່ງກັນແລະກັນ.”6
ໂອ້, ເອື້ອຍນ້ອງທັງຫລາຍ, ເຮົາມີຄວາມໜັກໜ່ວງທີ່ຈະແບກຫາບ ແລະ ແບ່ງປັນ. ການເຊື້ອເຊີນໃຫ້ແບ່ງເບົາຄວາມໜັກໜ່ວງຂອງກັນແລະກັນ ເປັນການເຊື້ອເຊີນໃຫ້ຮັກສາພັນທະສັນຍາຂອງເຮົາ. ຄຳແນະນຳຂອງລູສີ ແມ໊ກ ສະມິດ ແກ່ເອື້ອຍນ້ອງໃນສະມາຄົມແມ່ນກົງກັບປະຈຸບັນນີ້ຫລາຍກວ່າທີ່ຜ່ານມາທີ່ວ່າ: “ເຮົາຕ້ອງຖະໜອມເອົາກັນ, ດູແລກັນ, ປອບໂຍນກັນ ແລະ ຮັບເອົາຄຳແນະນຳ, ເພື່ອວ່າເຮົາຈະໄດ້ນັ່ງຢູ່ໃນສະຫວັນນຳກັນ.”7 ນີ້ແມ່ນແບບແຜນຂອງການຮັກສາພັນທະສັນຍາ ແລະ ການຢ້ຽມສອນທີ່ດີທີ່ສຸດ!
ພຣະຄຳພີມໍມອນເຕືອນເຮົາວ່າ ແມ່ນແຕ່ສາດສະດາແອວມາກໍຍັງມີຄວາມໜັກໜ່ວງເພາະລູກຊາຍຜູ້ກະບົດ. ແຕ່ແອວມາໂຊກດີຫລາຍທີ່ມີອ້າຍເອື້ອຍນ້ອງຢູ່ໃນພຣະກິດຕິຄຸນ ຜູ້ຮັກສາພັນທະສັນຍາ ຜູ້ໄດ້ປ່ຽນໃຈເຫລື້ອມໃສຢ່າງເລິກຊຶ້ງໃນພຣະຜູ້ເປັນເຈົ້າ ແລະ ໄດ້ຮຽນຄວາມໝາຍຂອງການແບກຫາບຄວາມໜັກໜ່ວງຂອງກັນແລະກັນ. ເຮົາຮູ້ຈັກຖ້ອຍຄຳໜຶ່ງດີຢູ່ໃນໂມໄຊຢາ ຊຶ່ງກ່າວເຖິງສັດທາອັນຍິ່ງໃຫຍ່ຕອນແອວມາອະທິຖານເພື່ອລູກຊາຍຂອງເພິ່ນ. ແຕ່ບັນທຶກບອກວ່າ “ພຣະຜູ້ເປັນເຈົ້າໄດ້ຍິນຄຳອະທິຖານ ຂອງຜູ້ຄົນຂອງພຣະອົງ, ແລະ ຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ, ແອວມານຳອີກ.”8
ເຮົາຮູ້ວ່າ ພຣະຜູ້ເປັນເຈົ້າຈະປິຕິຍິນດີສະເໝີ “ກັບຈິດວິນຍານທີ່ກັບໃຈ,”9 ແຕ່ເຮົາປາດຖະໜາຫລາຍທີ່ສຸດທີ່ຢາກໃຫ້ລູກໆຂອງເຮົາເຮັດຕາມຄຳແນະນຳຂອງປະທານເຮັນຣີ ບີ ໄອຣິງ ໃຫ້ “ເລີ່ມຕົ້ນໄວ ແລະ ແນ່ວແນ່” ໃນການເຮັດ ແລະ ຮັກສາພັນທະສັນຍາ.10 ບໍ່ດົນມານີ້, ມີຄຳຖາມໜຶ່ງທີ່ເຮັດໃຫ້ຄິດໄດ້ຖືກນຳມາສະເໜີຢູ່ສະພາສູງຂອງຖານະປະໂລຫິດ ແລະ ຜູ້ນຳຊ່ອຍເຫລືອ ມີຄຳວ່າ: “ເຮົາຫວັງໃຫ້ເດັກອາຍຸແປດປີຮັກສາພັນທະສັນຍາຂອງເຂົາແທ້ບໍ່?” ໃນຂະນະທີ່ພວກເຮົາປຶກສາຫາລືນຳກັນຢູ່ນັ້ນ, ມີຜູ້ແນະນຳວ່າ ວິທີໜຶ່ງທີ່ຈະຕຽມລູກໆໃຫ້ເຮັດ ແລະ ຮັກສາພັນທະສັນຍາແຫ່ງການບັບຕິສະມາທີ່ສັກສິດຂອງເຂົາ ຄືການຊ່ອຍເຫລືອເຂົາໃຫ້ຮຽນທີ່ຈະເຮັດ ແລະ ຮັກສາຄຳສັນຍາທີ່ງ່າຍໆ.
ພໍ່ແມ່ທີ່ຊື່ສັດມີສິດທີ່ຈະຮູ້ຈັກວິທີທີ່ດີທີ່ສຸດເພື່ອສະໜອງຄວາມຕ້ອງການຂອງລູກໆຂອງເຂົາເຈົ້າ. ເມື່ອພໍ່ແມ່ສະແຫວງຫາ ແລະ ກະທຳຕາມການດົນໃຈສ່ວນຕົວ, ປຶກສາຫາລືນຳກັນ ແລະ ປະຕິບັດ ແລະ ສອນຫລັກທຳຂັ້ນພື້ນຖານແຫ່ງພຣະກິດຕິຄຸນ, ແລ້ວເຂົາເຈົ້າຈະມີພະລັງທີ່ຈະເພີ່ມຄວາມເຂັ້ມແຂງ ແລະ ປົກປ້ອງຄອບຄົວຂອງເຂົາ. ຄົນອື່ນໆໃນຄອບຄົວກໍສາມາດຊ່ອຍເຫລືອໄດ້. ພໍ່ຕູ້ທີ່ໜ້າຮັກຂອງຂ້າພະເຈົ້າໄດ້ສອນເຮົາເຖິງຄວາມສຳຄັນຂອງການຮັກສາຄຳສັນຍາຜ່ານເພງທີ່ງ່າຍໆ ຊຶ່ງມີເນື້ອຄວາມແບບນີ້: “ກ່ອນເຈົ້າເຮັດຄຳສັນຍາ, ໃຫ້ຄຳນຶງເຖິງຄວາມສຳຄັນຂອງມັນເສຍກ່ອນ. ແລ້ວເມື່ອໄດ້ເຮັດ, ຈົ່ງສະຫລັກມັນໄວ້ຢູ່ໃນໃຈຂອງເຈົ້າ. ຈົ່ງສະຫລັກມັນໄວ້ຢູ່ໃນໃຈຂອງເຈົ້າ.” ເພງສັ້ນໆນີ້ຖືກສອນດ້ວຍຄວາມຮັກ, ຄວາມໝັ້ນໃຈ, ແລະ ພະລັງ ເພາະວ່າພໍ່ຕູ້ໄດ້ສະຫລັກຄຳສັນຍາຂອງເພິ່ນໄວ້ຢູ່ໃນໃຈຂອງເພິ່ນ.
ແມ່ທີ່ສະຫລາດຄົນໜຶ່ງທີ່ຂ້າພະເຈົ້າຮູ້ໄດ້ຕັ້ງໃຈໃຫ້ລູກໆຂອງນາງມີສ່ວນຮ່ວມໃນການຮັກສາພັນທະສັນຍາຂອງນາງ. ນາງໄດ້ເຕັມໃຈແບກຫາບຄວາມໜັກໜ່ວງຂອງເພື່ອນບ້ານ, ໝູ່ເພື່ອນ, ແລະ ສະມາຊິກໃນຫວອດ—ແລະ ປອບໂຍນຄົນທີ່ຕ້ອງການການປອບໂຍນ. ບໍ່ໄດ້ເປັນສິ່ງງົງງັນ ເມື່ອບໍ່ດົນນີ້ລູກສາວນ້ອຍຂອງນາງໄດ້ມາຖາມນາງເຖິງວິທີທີ່ຈະຊ່ອຍໝູ່ເພື່ອນຂອງນາງໃຫ້ສະບາຍໃຈຂຶ້ນ ຜູ້ທີ່ພໍ່ຫາກໍເສຍຊີວິດໄປ. ນັ້ນເປັນໂອກາດທີ່ດີທີ່ສຸດທີ່ຈະສອນວ່າ ຄວາມປາດຖະໜາ ແລະ ການກະທຳຂອງນາງທີ່ຈະປອບໂຍນເພື່ອນຂອງນາງ ເປັນວິທີໜຶ່ງທີ່ຈະຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງນາງ. ເຮົາຈະຄາດຫວັງໃຫ້ລູກໆຂອງເຮົາເຮັດ ແລະ ຮັກສາພັນທະສັນຍາຂອງພຣະວິຫານໄດ້ແນວໃດ ຖ້າຫາກເຮົາບໍ່ຄາດຫວັງໃຫ້ເຂົາຮັກສາພັນທະສັນຍາຂໍ້ທຳອິດຂອງເຂົາ—ພັນທະສັນຍາແຫ່ງການບັບຕິສະມາຂອງເຂົາ?
ແອວເດີ ຣິເຈີດ ຈີ ສະກາດ ໄດ້ສັງເກດເຫັນວ່າ, “ພອນທີ່ຍິ່ງໃຫຍ່ຢ່າງໜຶ່ງທີ່ເຮົາສາມາດມອບໃຫ້ແກ່ໂລກໄດ້ແມ່ນພະລັງຂອງບ້ານທີ່ໃຫ້ພຣະຄຣິດເປັນຈຸດໃຈກາງ ບ່ອນທີ່ສອນພຣະກິດຕິຄຸນ, ຮັກສາພັນທະສັນຍາ, ແລະ ມີຄວາມຮັກທີ່ບ້ານ.”11 ມີວິທີໃດແດ່ທີ່ສາມາດສ້າງບ້ານເຮືອນເຊັ່ນນັ້ນ ເພື່ອຕຽມລູກໆຂອງເຮົາໃຫ້ເຮັດ ແລະ ຮັກສາພັນທະສັນຍາຂອງພຣະວິຫານ?
-
ເຮົາສາມາດຄົ້ນພົບນຳກັນວ່າ ການມີໃບຮັບຮອງເຂົ້າພຣະວິຫານໝາຍຄວາມວ່າແນວໃດ.
-
ເຮົາສາມາດຄົ້ນພົບນຳກັນເຖິງວິທີຟັງສຽງພຣະວິນຍານບໍລິສຸດ. ເພາະຂອງປະທານສັກສິດຂອງພຣະວິຫານໄດ້ຖືກຮັບໂດຍການເປີດເຜີຍ, ສະນັ້ນເຮົາຈຶ່ງຕ້ອງຮຽນໃຫ້ຮູ້ຈັກວິທີຟັງທີ່ສຳຄັນນັ້ນ.
-
ເຮົາສາມາດຄົ້ນພົບນຳກັນເຖິງວິທີທີ່ຈະຮຽນຮູ້ຜ່ານການໃຊ້ເຄື່ອງໝາຍ, ເລີ່ມຕົ້ນດ້ວຍເຄື່ອງໝາຍທີ່ສັກສິດແຫ່ງບັບຕິສະມາ ແລະ ສິນລະລຶກ.
-
ເຮົາສາມາດຄົ້ນພົບນຳກັນວ່າ ເປັນຫຍັງຮ່າງກາຍຈຶ່ງສັກສິດ, ເປັນຫຍັງບາງເທື່ອມັນຈຶ່ງຖືກອ້າງເຖິງວ່າພຣະວິຫານ, ແລະ ເຄື່ອງນຸ່ງທີ່ສຸພາບ ແລະ ການແຕ່ງກາຍທີ່ຮຽບຮ້ອຍ ກ່ຽວພັນກັບຄວາມສັກສິດຂອງເຄື່ອງນຸ່ງພຣະວິຫານ.
-
ເຮົາສາມາດຄົ້ນພົບແຜນແຫ່ງຄວາມສຸກຢູ່ໃນພຣະຄຳພີ. ເມື່ອເຮົາຮູ້ຈັກແຜນຂອງພຣະບິດາເທິງສະຫວັນ ແລະ ການຊົດໃຊ້ຢູ່ໃນພຣະຄຳພີຫລາຍຂຶ້ນເທົ່າໃດ, ການນະມັດສະການຢູ່ໃນພຣະວິຫານຈະມີຄວາມໝາຍຫລາຍຂຶ້ນເທົ່ານັ້ນ.
-
ເຮົາສາມາດຮຽນຮູ້ເລື່ອງລາວກ່ຽວກັບບັນພະບຸລຸດຂອງເຮົານຳກັນ, ຄົ້ນຄວ້າປະຫວັດຄອບຄົວ, ຈັດເຂົ້າຄອມພິວເຕີ, ແລະ ກະທຳວຽກງານພຣະວິຫານທີ່ຈຳເປັນສຳລັບຄົນທີ່ເຮົາຮັກຜູ້ທີ່ລ່ວງລັບໄປແລ້ວ.
-
ເຮົາສາມາດຄົ້ນພົບນຳກັນ ເຖິງຄວາມໝາຍເຊັ່ນວ່າ ຂອງປະທານສັກສິດ, ພິທີການ, ການຜະນຶກ, ຖານະປະໂລຫິດ, ຂໍກະແຈ, ແລະ ຄຳອື່ນໆ ທີ່ກ່ຽວພັນກັບການນະມັດສະການໃນພຣະວິຫານ.
-
ເຮົາສາມາດສອນວ່າ ເຮົາໄປພຣະວິຫານເພື່ອເຮັດພັນທະສັນຍານຳພຣະບິດາເທິງສະຫວັນ—ເຮົາກັບຄືນໄປບ້ານເພື່ອຮັກສາມັນ!12
ຂໍໃຫ້ເຮົາຈື່ຈຳແນວຄິດທີ່ວ່າ “ດີ, ດີກວ່າ, ແລະ ດີທີ່ສຸດ” ເມື່ອເຮົາສອນ.13 ມັນເປັນສິ່ງທີ່ດີທີ່ຈະສອນລູກໆຂອງເຮົາກ່ຽວກັບພຣະວິຫານ. ມັນເປັນສິ່ງທີ່ດີກວ່າທີ່ຈະຕຽມ ແລະ ຄາດຫວັງໃຫ້ເຂົາເຮັດ ແລະ ຮັກສາພັນທະສັນຍາ. ມັນເປັນສິ່ງທີ່ດີທີ່ສຸດທີ່ຈະສະແດງໃຫ້ເຂົາເຫັນໂດຍຕົວຢ່າງທີ່ເຮົາແນບສະໜິດຢູ່ກັບພັນທະສັນຍາແຫ່ງການບັບຕິສະມາ ແລະ ພຣະວິຫານຂອງເຮົາ! ເອື້ອຍນ້ອງທັງຫລາຍ, ເຮົາຮູ້ຈັກບົດບາດທີ່ສຳຄັນຂອງເຮົາບໍ ໃນວຽກງານແຫ່ງຄວາມລອດ ເມື່ອເຮົາບຳລຸງລ້ຽງ, ສອນ, ແລະ ຕຽມລູກໆຂອງເຮົາເພື່ອເດີນໄປໜ້າໃນເສັ້ນທາງແຫ່ງພັນທະສັນຍາ? ອຳນາດທີ່ຈະເຮັດເຊັ່ນນັ້ນ ຈະມາເຖິງເມື່ອເຮົາໃຫ້ກຽດ ແລະ ຮັກສາພັນທະສັນຍາຂອງເຮົາ.
2. ການຮັກສາພັນທະສັນຍາເປັນສິ່ງສຳຄັນສຳລັບຄວາມສຸກທີ່ແທ້ຈິງ.
ປະທານທອມມັສ ແອັສ ມອນສັນ ໄດ້ສອນວ່າ, “ເຮົາຕ້ອງນັບຖືພັນທະສັນຍາທີ່ສັກສິດຂອງເຮົາ, ແລະ ການຊື່ສັດຕໍ່ມັນເປັນສິ່ງຈຳເປັນຕໍ່ຄວາມສຸກ.”14 ໃນ 2 ນີໄຟ ເຮົາອ່ານວ່າ, “ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາມີຊີວິດຢູ່ຕາມທາງແຫ່ງຄວາມສຸກ.”15 ກ່ອນໜ້ານັ້ນ ຢູ່ໃນບົດດຽວກັນນີ້ ເຮົາຮຽນຮູ້ວ່າ ນີໄຟ ແລະ ຜູ້ຄົນຂອງລາວໄດ້ສ້າງພຣະວິຫານ. ແນ່ນອນວ່າເຂົາເຈົ້າເປັນຄົນທີ່ຮັກສາພຣະບັນຍັດດ້ວຍຄວາມຊື່ນຊົມ! ແລະ ໃນແອວມາ ເຮົາອ່ານວ່າ, “ແຕ່ຈົ່ງເບິ່ງ ນັບຕັ້ງແຕ່ວັນເວລາຂອງນີໄຟເປັນຕົ້ນມາ, ມັນບໍ່ເຄີຍມີເວລາໃດເລີຍທີ່ສະຫງົບສຸກຢູ່ໃນບັນດາຜູ້ຄົນຂອງນີໄຟເກີນກວ່າໃນວັນເວລາຂອງໂມໂຣໄນ.”16 ເພາະເຫດໃດ? ອີກເທື່ອໜຶ່ງ ເຮົາຮຽນຮູ້ໃນຂໍ້ກ່ອນໜ້ານັ້ນວ່າ ເຂົາເຈົ້າ “ເປັນຄົນທີ່ສັດຊື່ໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ.”17 ຜູ້ຮັກສາພັນທະສັນຍາຄື ຜູ້ທີ່ຮັກສາພຣະບັນຍັດ!
ຂ້າພະເຈົ້າມັກພຣະຄຳພີຂໍ້ນີ້ ທີ່ວ່າ: “ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ [ໝາຍເຖິງການອະທິບາຍກ່ຽວກັບພັນທະສັນຍາແຫ່ງການບັບຕິສະມາ], ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາດຖະໜາຂອງໃຈຂອງພວກເຮົາ.”18 ຂ້າພະເຈົ້າມັກຄວາມປາດຖະໜາຂອງໃຈຂອງເຂົາເຈົ້າ. ເຂົາເຈົ້າປາດຖະໜາທີ່ຈະເຮັດ ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າດ້ວຍຄວາມຊື່ນບານ!
ວັນອາທິດມື້ໜຶ່ງ ເອື້ອຍນ້ອງໜຸ່ມຄົນໜຶ່ງໄດ້ປະກາດຢ່າງຊື່ນຊົມວ່າ, “ຂ້າພະເຈົ້າໄດ້ຮັບສິນລະລຶກມື້ນີ້!” ດົນປານໃດແລ້ວທີ່ເຮົາຮູ້ສຶກຊື່ນຊົມກັບສິດທິພິເສດນີ້? ແລະ ເຮົາສະແດງມັນອອກແນວໃດ? ເຮົາເຮັດສິ່ງນີ້ໂດຍການລະນຶກເຖິງພຣະຜູ້ຊ່ອຍໃຫ້ລອດ ຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ ຕະຫລອດເວລາ, ຊຶ່ງຮ່ວມທັງການຮັກສາວັນຊະບາໂຕໃຫ້ສັກສິດ. ເຮົາເຮັດສິ່ງນີ້ໂດຍການລະນຶກເຖິງພຣະອົງ ຕະຫລອດເວລາ ໃນຂະນະທີ່ເຮົາອະທິຖານ ຕະຫລອດເວລາເປັນສ່ວນຕົວ ແລະ ເປັນຄອບຄົວ, ການສຶກສາພຣະຄຳພີທຸກວັນ, ແລະ ການສັງສັນໃນຄອບຄົວທຸກອາທິດ. ແລະ ເມື່ອເຮົາຖືກລົບກວນ ຫລື ເສີຍເມີຍຈາກສິ່ງທີ່ສຳຄັນເຫລົ່ານີ້, ແລ້ວເຮົາຕ້ອງກັບໃຈ ແລະ ເລີ່ມຕົ້ນໃໝ່.
ການເຮັດ ແລະ ຮັກສາພັນທະສັນຍາຂອງເຮົາດ້ວຍຄວາມຊື່ນຊົມ ຈະເປັນພະລັງ ແລະ ຊີວິດໃຫ້ແກ່ພິທີການທີ່ສັກສິດ ແລະ ຊ່ອຍໃຫ້ລອດ ທີ່ເຮົາຈຳເປັນຕ້ອງມີ ກ່ອນຈະໄດ້ຮັບ “ທຸກສິ່ງທັງປວງທີ່ພຣະບິດາມີ.”19 ພິທີການ ແລະ ພັນທະສັນຍາ ເປັນ “ຈຸດສຳຄັນທາງວິນຍານ” ປະທານເຮັນຣີ ບີ ໄອຣິງ ໄດ້ກ່າວເຖິງຕອນເພິ່ນສອນວ່າ: “ໄພ່ພົນຍຸກສຸດທ້າຍເປັນຜູ້ຄົນແຫ່ງພັນທະສັນຍາ. ຈາກມື້ທີ່ໄດ້ຮັບບັບຕິສະມາຜ່ານຈຸດສຳຄັນທາງວິນຍານແຫ່ງຊີວິດຂອງເຮົາ, ເຮົາໄດ້ເຮັດສັນຍານຳພຣະເຈົ້າ ແລະ ພຣະອົງໄດ້ເຮັດສັນຍານຳເຮົາ. ພຣະອົງຈະຮັກສາຄຳສັນຍາຂອງພຣະອົງ ຕະຫລອດເວລາ ທີ່ມອບໃຫ້ຜ່ານທາງຜູ້ຮັບໃຊ້ທີ່ໄດ້ຮັບສິດອຳນາດຂອງພຣະອົງ, ແຕ່ມັນເປັນການທົດສອບທີ່ສຳຄັນໃນຊີວິດຂອງເຮົາ ເພື່ອເບິ່ງວ່າ ເຮົາ ຈະເຮັດ ແລະ ຮັກສາພັນທະສັນຍາຂອງເຮົານຳພຣະອົງຫລືບໍ່.”20
3. ການຮັກສາພັນທະສັນຍາຂອງເຮົາ ສະແດງໃຫ້ເຫັນຄວາມຮັກຂອງເຮົາຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ.
ໃນເຫດຜົນທັງໝົດທີ່ເຮົາຕ້ອງພາກພຽນຫລາຍກວ່າເກົ່າໃນການຮັກສາພັນທະສັນຍາຂອງເຮົາ, ເຫດຜົນນີ້ແມ່ນເດັ່ນກວ່າໝູ່ໝົດ—ຄວາມຮັກ. ຂໍ້ໜຶ່ງໃນພຣະສັນຍາເດີມທີ່ປະທັບໃຈຂ້າພະເຈົ້າຫລາຍ ເມື່ອເຮົາໄຕ່ຕອງຫລັກທຳແຫ່ງຄວາມຮັກ. ມີຄົນໃດບໍໃນພວກເຮົາທີ່ບໍ່ປະທັບໃຈກັບເລື່ອງລາວກ່ຽວກັບຄວາມຮັກຂອງຢາໂຄບ ແລະ ນາງລາເຊັນເມື່ອເຮົາອ່ານວ່າ, “ຢາໂຄບຈຶ່ງຕ້ອງເຮັດວຽກເຈັດປີເພື່ອຈະໄດ້ນາງລາເຊັນ; ແລະ ເວລາໄດ້ຜ່ານໄປເໝືອນສອງສາມມື້ ຍ້ອນວ່າລາວຮັກນາງລາເຊັນ”?21 ເອື້ອຍນ້ອງທັງຫລາຍ, ເຮົາຮັກສາພັນທະສັນຍາຂອງເຮົາບໍ ດ້ວຍຄວາມຮັກທີ່ເລິກຊຶ້ງ ແລະ ອຸທິດຕົນເຊັ່ນນັ້ນ?
ເປັນຫຍັງພຣະຜູ້ຊ່ອຍໃຫ້ລອດຈຶ່ງພໍພຣະໄທທີ່ຈະຮັກສາພັນທະສັນຍາຂອງພຣະອົງນຳພຣະບິດາ ແລະ ໄດ້ສຳເລັດພາລະກິດແຫ່ງສະຫວັນຂອງພຣະອົງ ເພື່ອຊົດໃຊ້ແທນບາບຂອງໂລກ? ເປັນເພາະຄວາມຮັກຂອງພຣະອົງທີ່ມີຕໍ່ພຣະບິດາຂອງພຣະອົງຜູ້ສະຖິດຢູ່ໃນສະຫວັນ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ. ເປັນຫຍັງພຣະບິດາຈຶ່ງພໍພຣະໄທທີ່ຈະປ່ອຍພຣະບຸດອົງດຽວຂອງພຣະອົງ ແລະ ດີພ້ອມທຸກຢ່າງໃຫ້ມາຮັບທຸກທໍລະມານເກີນກວ່າຈະພັນລະນາໄດ້ ເພື່ອຮັບເອົາບາບ, ຄວາມເຈັບປວດໃຈ, ຄວາມປ່ວຍໂຊ, ແລະ ຄວາມອ່ອນແອຂອງໂລກ ແລະ ທຸກສິ່ງທີ່ບໍ່ຍຸດຕິທຳໃນຊີວິດນີ້? ເຮົາພົບເຫັນຄຳຕອບຢູ່ໃນຂໍ້ນີ້: “ເພາະວ່າພຣະເຈົ້າຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ.”22
“ຖ້າເຮົາມີຄວາມກະຕັນຍູແທ້ໆກັບພອນຫລາຍຢ່າງທີ່ເປັນຂອງເຮົາຜ່ານທາງການໄຖ່, ແລ້ວບໍ່ມີສິ່ງໃດທີ່ພຣະຜູ້ເປັນເຈົ້າຮ້ອງຂໍຈາກເຮົາ ທີ່ເຮົາຈະບໍ່ກະຕືລືລົ້ນ ແລະ ເຕັມໃຈທີ່ຈະເຮັດ.”23 ອີງຕາມຂໍ້ຄວາມດັ່ງກ່າວຂອງປະທານໂຈເຊັບ ຟຽວດິງ ສະມິດ, ການຮັກສາພັນທະສັນຍາເປັນວິທີໜຶ່ງທີ່ຈະສະແດງຄວາມຮັກຂອງເຮົາສຳລັບການຊົດໃຊ້ທີ່ບໍ່ສາມາດເຂົ້າໃຈ ແລະ ເປັນນິດຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ ແລະ ຄວາມຮັກທີ່ບໍລິບູນຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ.
ແອວເດີ ຮໍແລນ ໄດ້ແນະນຳດ້ວຍຄວາມຮັກວ່າ, “ຂ້າພະເຈົ້າບໍ່ແນ່ໃຈວ່າ ປະສົບການຂອງເຮົາຈະເປັນແນວໃດໃນວັນພິພາກສາ, ແຕ່ຂ້າພະເຈົ້າຈະປະຫລາດໃຈຖ້າຫາກມີຕອນໜຶ່ງຢູ່ໃນການສຳພາດນັ້ນ, ພຣະເຈົ້າບໍ່ໄດ້ຖາມເຮົາຖ້ອຍຄຳດຽວກັນກັບທີ່ໄດ້ຖາມເປໂຕທີ່ວ່າ: ‘ເຈົ້າຮັກເຮົາບໍ?’”24 ຄ່ຳຄືນນີ້ ຂ້າພະເຈົ້າເຊື້ອເຊີນເຮົາທຸກຄົນໃຫ້ສຳຫລວດກວດກາເບິ່ງວ່າເຮົາຮັກພຣະຜູ້ຊ່ອຍໃຫ້ລອດຫລາຍຂະໜາດໃດ, ເປັນສິ່ງວັດແທກເບິ່ງວ່າເຮົາຮັກສາພັນທະສັນຍາຂອງເຮົາຢ່າງຊື່ນຊົມຫລາຍພຽງໃດ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ຜູ້ທີ່ມີກົດບັນຍັດຂອງເຮົາ ແລະ ເຊື່ອຟັງກົດບັນຍັດນັ້ນແມ່ນຜູ້ນັ້ນແຫລະທີ່ຮັກເຮົາ, ພຣະບິດາຂອງເຮົາຈະຮັກພວກທີ່ຮັກເຮົາ ແລະ ເຮົາຈະຮັກເຂົາຄືກັນທັງຈະປະກົດຕົວເຮົາໃຫ້ແກ່ເຂົາ.”25 ເຮົາທຸກຄົນຕ້ອງການການມາປະກົດຂອງພຣະຜູ້ຊ່ອຍໃຫ້ລອດໃນຊີວິດປະຈຳວັນຂອງເຮົາຫລາຍພຽງໃດ!
ຂໍໃຫ້ເຮົາຈົ່ງຈື່ຈຳວ່າ ແມ່ນແຕ່ຄົນທີ່ໄດ້ອອກນອກທາງໄປໃນອາດີດ ຫລື ຜູ້ກຳລັງປະເຊີນກັບບັນຫາໃນຕອນນີ້ ຍັງສາມາດຮູ້ສຶກເຖິງຄວາມສຳພັດຂອງພຣະຫັດຂອງຜູ້ລ້ຽງແກະທີ່ດີເທິງຫົວຂອງເຮົາ ແລະ ໄດ້ຍິນສຸລະສຽງຂອງພຣະອົງກ່າວວ່າ: “ມາແມ. ເຈົ້າບໍ່ໄດ້ຖືກຜູກໄວ້ອີກແລ້ວ. ເຈົ້າເປັນອິດສະລະ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ, “ເຮົານີ້ແຫລະ ເປັນຜູ້ລ້ຽງທີ່ດີ: ຜູ້ລ້ຽງທີ່ດີຍ່ອມສະລະຊີວິດຂອງຕົນເພື່ອຝູງແກະ.”26 ພຣະອົງສາມາດກ່າວເຊັ່ນນັ້ນ ເພາະວ່າພຣະອົງຮັກສາພັນທະສັນຍາຂອງພຣະອົງດ້ວຍຄວາມຮັກ. ແລ້ວ ຄຳຖາມໃນຕອນນັ້ນແມ່ນວ່າ, ເຮົາຈະເຮັດບໍ? ຂໍໃຫ້ເຮົາຈົ່ງອອກໄປດ້ວຍສັດທາ, ດ້ວຍຫົວໃຈທີ່ຊື່ນບານ, ແລະ ດ້ວຍຄວາມປາດຖະໜາທີ່ຈະເປັນຜູ້ຮັກສາພັນທະສັນຍາ. ນີ້ຄືວິທີທີ່ເຮົາສະແດງຄວາມຮັກຂອງເຮົາ ຕໍ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ສຳລັບພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ຊຶ່ງຂ້າພະເຈົ້າເປັນພະຍານເຖິງດ້ວຍຄວາມຮັກອັນຍິ່ງໃຫຍ່, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.