ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າເຖີດ
ໃຫ້ມີສ່ວນຮ່ວມໃນການເຮັດສິ່ງທີ່ທ່ານສາມາດໃນການແບ່ງປັນຂ່າວສານສຳຄັນຂອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຄືນມາໃໝ່.
ຊິດສະເຕີບາເລີດ ແລະ ຂ້າພະເຈົ້າໄດ້ກັບຈາກໜ້າທີ່ມອບໝາຍໃນຫ້າປະເທດໃນທະວີບເອີໂຣບເມື່ອບໍ່ດົນມານີ້. ຢູ່ທີ່ນັ້ນພວກຂ້າພະເຈົ້າໄດ້ມີສິດພິເສດໃນການພົບປະກັບຜູ້ສອນສາດສະໜາຫລາຍຄົນ, ບາງເທື່ອອາດເປັນລູກຊາຍ ຫລື ລູກສາວຂອງທ່ານ. ຕັ້ງແຕ່ປະທານທອມມັສ ແອັສ ມອນສັນໄດ້ປະກາດການຫລຸດອາຍຸສຳລັບຊາຍ ແລະ ຍິງໜຸ່ມຂອງເຮົາໃຫ້ຮັບໃຊ້, ຂ້າພະເຈົ້າໄດ້ພົບຜູ້ສອນສາດສະໜາຫລາຍກວ່າ 3,000 ຄົນ. ເຮົາສາມາດເຫັນຄວາມສະຫວ່າງຂອງພຣະຄຣິດສ່ອງແສງຢູ່ໃນໃບໜ້າຂອງເຂົາເຈົ້າ, ແລະ ເຂົາເຈົ້າກໍຕື່ນເຕັ້ນທີ່ຈະເຮັດໃຫ້ວຽກງານນີ້ກ້າວໄປໜ້າ ເພື່ອຈະພົບເຫັນ ແລະ ສອນ, ໃຫ້ບັບຕິສະມາ ແລະ ຊ່ອຍໃຫ້ເຂັ້ມແຂງ, ແລະ ໃຫ້ເສີມພະລັງ ແລະ ສ້າງອານາຈັກຂອງພຣະເຈົ້າ. ການພົບປະກັບເຂົາເຈົ້າ, ຄົນເຮົາຈະຮູ້ໄດ້ໄວວ່າ ເຂົາເຈົ້າເຮັດວຽກງານນີ້ຕາມລຳພັງບໍ່ໄດ້. ມື້ນີ້ຂ້າພະເຈົ້າຢາກກ່າວຕໍ່ສະມາຊິກຂອງສາດສະໜາຈັກທຸກຄົນ, ເພາະວ່າໃນເວລານີ້ກໍມີຄວາມຮີບຮ້ອນສຳລັບເຮົາທຸກຄົນທີ່ຈະມີສ່ວນຮ່ວມໃນການແບ່ງປັນພຣະກິດຕິຄຸນ.
ສາດສະດາໂຈເຊັບ ສະມິດ ໄດ້ປະກາດວ່າ “ຫລັງຈາກໄດ້ກ່າວທຸກສິ່ງທັງໝົດແລ້ວ, ໜ້າທີ່ທີ່ຍິ່ງໃຫຍ່ ແລະ ສຳຄັນທີ່ສຸດແມ່ນທີ່ຈະສັ່ງສອນພຣະກິດຕິຄຸນ” (Teachings of Presidents of the Church: Joseph Smith [2007], 330).
ໃນປີ 1974 ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່າວວ່າ: ບາງທີເຫດຜົນທີ່ດີທີ່ສຸດສຳລັບວຽກງານເຜີນແຜ່ແມ່ນຈະໃຫ້ໂອກາດແກ່ໂລກ ທີ່ຈະໄດ້ຍິນ ແລະ ຍອມຮັບເອົາພຣະກິດຕິຄຸນ. ພຣະຄຳພີກໍເຕັມໄປດ້ວຍຄຳບັນຊາ ແລະ ຄຳສັນຍາ ແລະ ການເອີ້ນ ແລະ ລາງວັນສຳລັບການສອນພຣະກິດຕິຄຸນ. ຂ້າພະເຈົ້າໃຊ້ຄຳວ່າ ບັນຊາ ຢ່າງຕັ້ງໃຈ ເພາະມັນເບິ່ງຄືວ່າເປັນຂໍ້ຄຳສັ່ງທີ່ສະໝ່ຳສະເໝີ ທີ່ເຮົາທັງສ່ວນບຸກຄົນ ແລະ ທັງໝົດບໍ່ສາມາດໂຕນໜີຈາກໄດ້” (“When the World Will Be Converted,” Ensign, Oct. 1974, 4).
ໃນເດືອນກໍລະກົດປີດຽວກັນນັ້ນ, ຊິດສະເຕີບາເລີດ ແລະ ຂ້າພະເຈົ້າພ້ອມດ້ວຍລູກໆໄດ້ໄປຮັບໃຊ້ເປັນປະທານຂອງເຂດເຜີຍແຜ່ທີ່ ໂຕຣອນໂຕ ປະເທດການາດາ. ຂ້າພະເຈົ້າໄດ້ຈຳຖ້ອຍຄຳຂອງປະທານຄິມໂບ, ໂດຍສະເພາະເມື່ອເພິ່ນໄດ້ກ່າວວ່າ, “ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າຄິດຢູ່ວ່າເຮົາເຮັດສຸດຄວາມສາມາດແລ້ວບໍ. ເຮົາເພິ່ງພໍໃຈໃນວິທີທີ່ເຮົາສອນຕະຫລອດທົ່ວໂລກແລ້ວບໍ? ເຮົາໄດ້ອອກເຜີຍແຜ່ເປັນເວລາ 144 ປີແລ້ວ. ເຮົາພ້ອມແລ້ວບໍທີ່ຈະເພີ່ມຂະຫຍາຍຄວາມພະຍາຍາມຂອງເຮົາ? ເຮັດໃຫ້ຄວາມສາມາດຂອງເຮົາກວ້າງໄກໄປໜ້າ?” (Ensign, Oct. 1974, 5).
ເພິ່ນໄດ້ຂໍຮ້ອງໃຫ້ເຮົາກ້າວໄປໄວກວ່ານັ້ນ, ຮ່ວມໄມ້ຮ່ວມມືກັນເສີມສ້າງສາດສະໜາຈັກ ແລະ ອານາຈັກຂອງພຣະເຈົ້າ.
ໃນເດືອນມິຖຸນາທີ່ຜ່ານມານີ້ ປະທານທອມມັສ ແອັສ ມອນສັນ ໄດ້ກ່າວຊ້ຳການເອີ້ນດຽວກັນຕໍ່ສະມາຊິກຂອງສາດສະໜາຈັກ. ປະທານໄດ້ກ່າວວ່າ: “ດຽວນີ້ຄືເວລາສຳລັບສະມາຊິກ ແລະ ຜູ້ສອນສາດສະໜາທີ່ຮ່ວມມືກັນ … [ແລະ] ທຳງານຢູ່ໃນສວນອະງຸ່ນຂອງພຣະຜູ້ເປັນເຈົ້າ ເພື່ອຈະນຳຈິດວິນຍານມາສູ່ພຣະອົງ. ພຣະອົງໄດ້ຈັດຕຽມເສັ້ນທາງໄວ້ໃຫ້ເຮົາເພື່ອແບ່ງປັນພຣະກິດຕິຄຸນໃນຫລາຍໆວິທີທາງ, ແລະ ພຣະອົງຈະຊ່ອຍເຮົາໃນວຽກງານຂອງເຮົາ ຖ້າເຮົາຈະປະຕິບັດດ້ວຍສັດທາທີ່ຈະສຳເລັດວຽກງານຂອງພຣະອົງ” (“Faith in the Work of Salvation” [address given at a special broadcast, June 23, 2013]; lds.org/broadcasts).
ມັນເປັນເລື່ອງດີ, ອ້າຍເອື້ອຍນ້ອງທັງຫລາຍ, ທີ່ຈະຄິດໄຕ່ຕອງຄຳສອນຂອງສາດສະດາຈາກວັນເວລາຂອງໂຈເຊັບ ສະມິດ ຈົນເຖິງວັນເວລານີ້. ພວກເພິ່ນໄດ້ຊຸກຍູ້ ແລະ ຮຽກຮ້ອງຜູ້ນຳ ແລະ ສະມາຊິກຂອງສາດສະໜາຈັກໃຫ້ກະຕືລືລົ້ນໃນການນຳຂ່າວສານແຫ່ງການຟື້ນຟູຂອງພຣະກິດຕິຄຸນອອກໄປໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນຕະຫລອດທົ່ວໂລກ.
ຂ່າວສານຂອງຂ້າພະເຈົ້າໃນບ່າຍມື້ນີ້ຄືວ່າ ພຣະຜູ້ເປັນເຈົ້າ ກຳລັງ ເລັ່ງວຽກງານຂອງພຣະອົງຢູ່. ໃນວັນເວລາຂອງເຮົາ ສິ່ງນີ້ສາມາດເກີດຂຶ້ນໄດ້ເມື່ອສະມາຊິກຂອງສາດສະໜາຈັກທຸກຄົນເອື້ອມອອກໄປດ້ວຍຄວາມຮັກ ແບ່ງປັນຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ໄດ້ຮັບການຟື້ນຟູແລ້ວ. ເຮົາຕ້ອງເຮັດວຽກນີ້ຮ່ວມກັນໃນການເປັນຮຸ້ນສ່ວນກັບຜູ້ສອນສາດສະໜາເກືອບ 80,000 ຄົນທີ່ກຳລັງຮັບໃຊ້ຢູ່ດຽວນີ້. ຂໍ້ມູນກ່ຽວກັບວຽກງານທີ່ປະເສີດນີ້, ໂດຍສະເພາະໜ້າທີ່ມອບໝາຍສຳລັບຜູ້ນຳໃນສະພາສະເຕກ ແລະ ຫວອດ, ທີ່ໄດ້ບົ່ງໄວ້ຢ່າງແຈ່ມແຈ້ງໃນເວັບໄຊ້ LDS.org ທີ່ມີຊື່ວ່າ “ການເລັ່ງວຽກງານແຫ່ງຄວາມລອດ.”
ເຮົາຮູ້ຈາກການຄົ້ນຄວ້າຂອງເຮົາວ່າສະມາຊິກທີ່ເຂັ້ມແຂງໃນສາດສະໜາຈັກຢາກໄດ້ພອນຂອງພຣະກິດຕິຄຸນໃຫ້ເປັນພາກສ່ວນໃນຊີວິດຂອງຄົນອື່ນທີ່ເຂົາເຈົ້າຮັກ, ແມ່ນແຕ່ຜູ້ທີ່ເຂົາເຈົ້າບໍ່ເຄີຍພົບມາກ່ອນ. ແຕ່ເຮົາຍັງຮູ້ອີກວ່າສະມາຊິກຫລາຍຄົນລັ່ງເລໃຈທີ່ຈະເຮັດວຽກງານເຜີຍແຜ່ ແລະ ແບ່ງປັນພຣະກິດຕິຄຸນເພາະເຫດຜົນສອງຢ່າງ.
-
ທຳອິດນັ້ນຄືຄວາມຢ້ານກົວ. ສະມາຊິກຫລາຍຄົນບໍ່ອະທິຖານຫາໂອກາດທີ່ຈະແບ່ງປັນພຣະກິດຕິຄຸນ, ເພາະຢ້ານວ່າເຂົາເຈົ້າອາດໄດ້ຮັບການກະຕຸ້ນໃຫ້ເຮັດສິ່ງໃດສິ່ງໜຶ່ງທີ່ເຂົາເຈົ້າຄິດວ່າເຂົາເຈົ້າເຮັດບໍ່ໄດ້.
-
ເຫດຜົນທີສອງນັ້ນແມ່ນຄວາມເຂົ້າໃຈຜິດວ່າວຽກງານເຜີຍແຜ່ນັ້ນຄືຫຍັງ.
ເຮົາຮູ້ວ່າເມື່ອຄົນໃດຄົນໜຶ່ງຂຶ້ນກ່າວປາໄສໃນກອງປະຊຸມສິນລະລຶກ ແລະ ກ່າວວ່າ, “ມື້ນີ້ຂ້າພະເຈົ້າຈະກ່າວກ່ຽວກັບວຽກງານເຜີຍແຜ່,” ຫລື ວ່າບາງທີແມ່ນແຕ່ແອວເດີບາເລີດຈະຢືນຂຶ້ນໃນກອງປະຊຸມໃຫຍ່ ແລະ ກ່າວເຖິງເລື່ອງດຽວກັນນັ້ນ, ບາງຄົນໃນພວກທ່ານທີ່ກຳລັງຮັບຟັງຢູ່ອາດຄິດວ່າ, “ໂອຍ, ເອົາອີກແລ້ວ, ພວກເຮົາໄດ້ຍິນເລື່ອງນີ້ແລ້ວນ່າ.”
ບັດນີ້, ເຮົາກໍຮູ້ວ່າບໍ່ມີໃຜຢາກຮູ້ສຶກຜິດເລີຍ. ບາງທີທ່ານຈະຮູ້ສຶກວ່າທ່ານອາດຖືກຮຽກຮ້ອງໃຫ້ເຮັດສິ່ງທີ່ເປັນຈິງບໍ່ໄດ້ໃນຄວາມສຳພັນຂອງທ່ານກັບໝູ່ເພື່ອນ ຫລື ເພື່ອນບ້ານໃກ້ຄຽງ. ດ້ວຍຄວາມຊ່ອຍເຫລືອຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈະເອົາຄວາມຢ້ານກົວອັນໃດໜຶ່ງທີ່ທ່ານ ຫລື ຜູ້ສອນສາດສະໜາເຕັມເວລາຄົນໃດຄົນໜຶ່ງອາດມີຢູ່ໃນການແບ່ງປັນພຣະກິດຕິຄຸນກັບຄົນອື່ນອອກໄປ.
ຂໍໃຫ້ຕັດສິນໃຈເຮັດສິ່ງທີ່ພຣະເຢຊູຄຣິດໄດ້ຮຽກຮ້ອງໃຫ້ເຮົາເຮັດ. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ:
“ຈົ່ງຂໍ ແລະ ພວກທ່ານກໍຈະໄດ້ຮັບ; ຈົ່ງຊອກຫາ ແລະ ພວກທ່ານກໍຈະໄດ້ພົບ; ຈົ່ງເຄາະ ແລະ ຈະມີຜູ້ໄຂປະຕູໃຫ້ພວກທ່ານ.
“ດ້ວຍວ່າທຸກໆຄົນທີ່ຂໍຈະໄດ້ຮັບ; ຜູ້ໃດຜູ້ໜຶ່ງທີ່ຊອກຫາກໍຈະໄດ້ພົບ; ແລະ ຜູ້ໃດທີ່ເຄາະກໍຈະມີຜູ້ໄຂປະຕູໃຫ້.
“ມີຜູ້ໃດແດ່ໃນພວກທ່ານທີ່ເອົາກ້ອນຫີນໃຫ້ແກ່ລູກຂອງຕົນ ເມື່ອລູກຂໍເຂົ້າ?
“ຫລື ລາວຈະເອົາງູໃຫ້ບໍ ເມື່ອລູກຂໍປາ?
“ພວກທ່ານ … ຍັງຮູ້ເອົາຂອງດີໃຫ້ແກ່ລູກຂອງຕົນ, ຈັ່ງຊັ້ນຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງພວກທ່ານຜູ້ສະຖິດຢູ່ໃນສະຫວັນກໍຈະເອົາຂອງດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ?” (ມັດທາຍ 7:7–11).
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາສາມາດເອົາສັດທາ ແລະ ຄວາມໝັ້ນໃຈເຂົ້າມາແທນຄວາມຢ້ານກົວ ເມື່ອສະມາຊິກ ແລະ ຜູ້ສອນສາດສະໜາເຕັມເວລາຄຸເຂົ່າອະທິຖານ ແລະ ທູນຂໍພຣະຜູ້ເປັນເຈົ້າອວຍພອນເຂົາເຈົ້າດ້ວຍໂອກາດທີ່ຈະເຜີຍແຜ່. ແລ້ວ, ເຮົາຕ້ອງສະແດງສັດທາຂອງເຮົາ ແລະ ຊອກຫາໂອກາດທີ່ຈະແນະນຳພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນຂອງເຮົາ, ແລະ ແນ່ນອນວ່າໂອກາດນັ້ນຈະມີມາ. ໂອກາດເຫລົ່ານີ້ຈະບໍ່ຮຽກຮ້ອງການຕອບຮັບທີ່ບີບບັງຄັບ ຫລື ຄຳຕອບທີ່ເຮົາບໍ່ເຊື່ອ. ມັນຈະຫລັ່ງໄຫລມາເພາະເປັນຜົນທຳມະຊາດຂອງຄວາມຮັກຂອງເຮົາທີ່ມີໃຫ້ແກ່ອ້າຍເອື້ອຍນ້ອງຂອງເຮົາ. ຂໍໃຫ້ເຮັດດ້ວຍຄວາມຮັກ ແລະ ຄວາມຕື່ນເຕັ້ນ ແລະ ຜູ້ທີ່ທ່ານໄດ້ເວົ້າລົມນຳຈະຮູ້ສຶກເຖິງຄວາມຮັກຂອງທ່ານ. ເຂົາເຈົ້າຈະບໍ່ມີວັນລືມຄວາມຮູ້ສຶກນັ້ນ ແມ່ນແຕ່ເມື່ອເວລາອາດບໍ່ເໝາະສົມທີ່ເຂົາເຈົ້າຈະເຕັມໃຈຮັບເອົາພຣະກິດຕິຄຸນ. ສິ່ງນັ້ນກໍອາດຈະປ່ຽນແປງໃນອະນາຄົດ ເມື່ອສະຖານະການຂອງເຂົາເຈົ້າປ່ຽນໄປ.
ມັນເປັນໄປບໍ່ໄດ້ສຳລັບເຮົາທີ່ຈະລົ້ມເຫລວເມື່ອເຮົາເຮັດໃຫ້ດີທີ່ສຸດ ເມື່ອເຮົາເຮັດທຸລະຂອງພຣະຜູ້ເປັນເຈົ້າ. ເມື່ອຜົນທີ່ຕາມມານັ້ນເປັນຜົນຂອງການໃຊ້ສິດໃນການເລືອກ, ການແບ່ງປັນພຣະກິດຕິຄຸນກໍເປັນໜ້າທີ່ຮັບຜິດຊອບຂອງເຮົາ.
ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ພຣະອົງຄືຜູ້ລ້ຽງທີ່ດີ. ພຣະອົງຮູ້ຈັກແກະຂອງພຣະອົງ, ແລະ ແກະຂອງພຣະອົງກໍຮູ້ສຽງຂອງພຣະອົງ, ແລະ ໃນເວລານີ້, ສຽງຂອງຜູ້ລ້ຽງທີ່ດີຄືສຽງຂອງທ່ານ ແລະ ຂ້າພະເຈົ້າ. ແລະ ຖ້າຫາກເຮົາບໍ່ມີສ່ວນຮ່ວມ, ຫລາຍຄົນທີ່ຈະໄດ້ຍິນຂ່າວສານແຫ່ງການຟື້ນຟູກໍຈະຖືກມອງຂ້າມໄປ. ເວົ້າງ່າຍແລ້ວ, ມັນເປັນເລື່ອງຂອງສັດທາ ແລະ ການກະທຳໃນພາກສ່ວນຂອງເຮົາ. ຫລັກທຳນັ້ນກໍງ່າຍ—ອະທິຖານ, ເປັນສ່ວນຕົວ ແລະ ເປັນຄອບຄົວ, ເພື່ອຫາໂອກາດທີ່ຈະເຜີຍແຜ່. ພຣະຜູ້ເປັນເຈົ້າໄດ້ກ່າວໃນພຣະຄຳພີ Doctrine and Covenants ວ່າ ຫລາຍຄົນຖືກກັນໄວ້ຈາກຄວາມຈິງ ເພາະເຂົາບໍ່ຮູ້ວ່າຈະພົບມັນຢູ່ໃສ (ເບິ່ງ D&C 123:12).
ທ່ານບໍ່ຈຳເປັນຕ້ອງເປັນຄົນທີ່ກະຕືລືລົ້ນທາງສັງຄົມ ຫລື ເວົ້າເກັ່ງ ຫລື ເປັນຄູສອນທີ່ເກ້ຍກ່ອມ. ຖ້າຫາກທ່ານມີຄວາມຮັກ ແລະ ຄວາມຫວັງທີ່ທົນທານ, ພຣະຜູ້ເປັນເຈົ້າໄດ້ສັນຍາວ່າຖ້າຫາກທ່ານເປັ່ງສຽງຂອງທ່ານແກ່ຄົນພວກນີ້; ຈົ່ງກ່າວຄວາມນຶກຄິດທີ່ພຣະອົງຈະໃສ່ໄວ້ໃນໃຈຂອງທ່ານ, … ທ່ານຈະບໍ່ຈຳນົນຕໍ່ມະນຸດ;
ແລະ ພຣະອົງຈະໃຫ້ມັນແກ່ທ່ານ … ໃນຂະນະນັ້ນແຫລະ ວ່າທ່ານຈະກ່າວຫຍັງແດ່ (ເບິ່ງ D&C 100:5–6).
ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ ເຕືອນເຮົາທຸກຄົນວ່າ “ຈະບໍ່ມີຫຍັງເກີດຂຶ້ນໃນວຽກງານເຜີຍແຜ່ຈົນກວ່າ [ເຮົາ] ພົບຄົນທີ່ຈະສອນ. ໃຫ້ເວົ້າລົມກັບຫລາຍໆຄົນເທົ່າທີ່ທ່ານສາມາດເຮັດໄດ້ແຕ່ລະມື້. ມັນເປັນເລື່ອງທຳມະດາທີ່ຈະຢ້ານເວົ້າກັບຜູ້ຄົນ, ແຕ່ທ່ານສາມາດອະທິຖານເພື່ອສັດທາ ແລະ ພະລັງເພື່ອຈະກ້າຫານໃນການອ້າປາກຂອງທ່ານ ປະກາດພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູໃໝ່” ([2004], 181). ທ່ານຜູ້ສອນສາດສະໜາເຕັມເວລາ, ຖ້າຫາກທ່ານຢາກຈະສອນຫລາຍຂຶ້ນ, ທ່ານຕ້ອງເວົ້າລົມກັບອີກຫລາຍຄົນທຸກໆມື້. ນີ້ເປັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສົ່ງຜູ້ສອນສາດສະໜາອອກໄປ.
ພຣະຜູ້ເປັນເຈົ້າຮູ້ຈັກເຮົາ. ພຣະອົງຮູ້ວ່າເຮົາມີການທ້າທາຍຂອງເຮົາ. ຂ້າພະເຈົ້າຮັບຮູ້ວ່າທ່ານບາງຄົນອາດຮູ້ສຶກວ່າມີພາລະໜັກ, ແຕ່ຂ້າພະເຈົ້າອະທິຖານວ່າບໍ່ມີຄົນໃດໃນພວກທ່ານຈະຮູ້ສຶກວ່າການເອື້ອມອອກໄປໃນວິທີທຳມະດາທີ່ສຸພາບຮຽບຮ້ອຍເພື່ອແບ່ງປັນພຣະກິດຕິຄຸນຈະເປັນພາລະໜັກເລີຍ. ແຕ່ມັນເປັນສິດທິພິເສດຕ່າງຫາກ! ບໍ່ມີຄວາມສຸກທີ່ຍິ່ງໃຫຍ່ໃນຊີວິດກວ່າການມີສ່ວນຮ່ວມຢ່າງກະຕືລືລົ້ນໃນການຮັບໃຊ້ພຣະຜູ້ເປັນເຈົ້າ.
ຂັ້ນຕອນທີ່ສຳຄັນສຸດກໍຄືທ່ານໄດ້ຮັບການດົນໃຈຈາກພຣະເຈົ້າ, ວ່າທ່ານທູນການຊີ້ນຳຈາກພຣະອົງ ແລະ ແລ້ວອອກໄປເຮັດຕາມທີ່ພຣະວິນຍານກະຕຸ້ນທ່ານ. ເມື່ອສະມາຊິກເຫັນວຽກງານແຫ່ງຄວາມລອດວ່າເປັນໜ້າທີ່ຮັບຜິບຊອບຂອງເຂົາເຈົ້າພຽງຜູ້ດຽວ, ມັນຈະເປັນສິ່ງທີ່ໜ້າຢ້ານກົວ. ເມື່ອເຂົາເຈົ້າເຫັນວ່າມັນເປັນການເຊື້ອເຊີນໃຫ້ຕິດຕາມພຣະຜູ້ເປັນເຈົ້າໃນການນຳເອົາຈິດວິນຍານມາຫາພຣະອົງ ໃຫ້ພວກແອວເດີ ແລະ ຊິດສະເຕີເຕັມເວລາສອນ, ມັນຈະເປັນສິ່ງດົນໃຈ, ໃຫ້ມີຊີວິດຊີວາ ແລະ ທີ່ເຊີດຊູ.
ພວກເຮົາບໍ່ໄດ້ຂໍຮ້ອງໃຫ້ແຕ່ລະຄົນເຮັດທຸກສິ່ງ. ພວກເຮົາພຽງແຕ່ຂໍຮ້ອງໃຫ້ສະມາຊິກທຸກຄົນອະທິຖານ, ເພາະຮູ້ວ່າຖ້າສະມາຊິກທຸກຄົນ, ໜຸ່ມ ແລະ ແກ່, ຈະເອື້ອມອອກໄປຫາຄົນໜຶ່ງ ລະຫວ່າງເວລານີ້ ແລະ ຄຣິດສະມັດ, ຄົນເປັນລ້ານໆຈະຮູ້ສຶກເຖິງຄວາມຮັກຂອງອົງພຣະເຢຊູຄຣິດ. ນີ້ຊ່າງເປັນຂອງຂວັນທີ່ປະເສີດແທ້ໆທີ່ມີໃຫ້ແດ່ພຣະຜູ້ຊ່ອຍໃຫ້ລອດ.
ເມື່ອຫົກອາທິດກ່ອນ ຂ້າພະເຈົ້າໄດ້ຮັບຈົດໝາຍສະບັບໜຶ່ງຈາກສະມາຊິກຜູ້ສອນສາດສະໜາທີ່ໄດ້ຮັບຜົນສຳເລັດຄອບຄົວໜຶ່ງ, ຄອບຄົວນັ້ນຢູ່ລັດຟະໂລຣິດາ. ເຂົາເຈົ້າໄດ້ຂຽນວ່າ:
“ສະບາຍດີແອວເດີບາເລີດ, 30 ນາທີຫລັງຈາກການຖ່າຍທອດຕະຫລອດທົ່ວໂລກກ່ຽວກັບການເລັ່ງວຽກງານແຫ່ງຄວາມລອດ, ພວກຂ້າພະເຈົ້າໄດ້ຈັດສະພາການເຜີຍແຜ່ຂອງຄອບຄົວ. ພວກຂ້າພະເຈົ້າຕື່ນເຕັ້ນທີ່ໄດ້ພົບເຫັນວ່າຫລານໆໃນໄວລຸ້ນຂອງພວກຂ້າພະເຈົ້າກໍຢາກມີສ່ວນຮ່ວມ. ພວກຂ້າພະເຈົ້າດີໃຈທີ່ຈະລາຍງານວ່າ ຫລັງຈາກການປະຂຸມໃນສະພາປຶກສາຂອງພວກຂ້າພະເຈົ້າ, ພວກຂ້າພະເຈົ້າໄດ້ຂະຫຍາຍກຸ່ມການສອນຂອງພວກຂ້າພະເຈົ້າຂື້ນ 200 ເປີເຊັນ.
“ພວກຫລານທັງຫລາຍໄດ້ພາໝູ່ເພື່ອນມາໂບດ, ໄດ້ຊື່ນຊົມໃນການປະຊຸມສິນລະລຶກກັບໝູ່ເພື່ອນທີ່ບໍ່ເຂັ້ມແຂງ, ແລະ ໝູ່ເພື່ອນຄົນທີ່ຮູ້ຈັກກໍໃຫ້ຄຳໝັ້ນສັນຍາຈະຮຽນການສົນທະນາຂອງຜູ້ສອນສາດສະໜາ. ເອື້ອຍນ້ອງທີ່ບໍ່ເຂັ້ມແຂງຄົນໜຶ່ງບໍ່ພຽງແຕ່ກັບມາໂບດ ແຕ່ໄດ້ນຳເອົາຜູ້ສົນໃຈໃໝ່ມານຳນາງດ້ວຍ.
“ບໍ່ມີໃຜປະຕິເສດການເຊື້ອເຊີນທີ່ຈະຮັບຟັງການສົນທະນາຂອງຜູ້ສອນສາດສະໜາ. ນີ້ຊ່າງເປັນເວລາທີ່ຕື່ນເຕັ້ນຫລາຍທີ່ຈະເປັນສະມາຊິກຂອງສາດສະໜາຈັກ” (ຈົດໝາຍສ່ວນຕົວ, ເດືອນສິງຫາ 15, 2013).
ໃຫ້ເຊື່ອຟັງການກະຕຸ້ນຂອງພຣະວິນຍານ. ໃຫ້ອ້ອນວອນຫາພຣະຜູ້ເປັນເຈົ້າດ້ວຍການອະທິຖານດ້ວຍພະລັງ. ໃຫ້ມີສ່ວນຮ່ວມໃນການເຮັດສິ່ງທີ່ທ່ານສາມາດໃນການແບ່ງປັນຂ່າວສານສຳຄັນຂອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດຄືນມາໃໝ່.
ຂ້າພະເຈົ້າຈະອ້າງອີງຈາກສະມາຊິກຜູ້ສອນສາດສະໜາທີ່ໄດ້ຮັບຜົນສຳເລັດອີກຄົນໜຶ່ງ, ຄະເລຕັນ ຄຣິດສະເຕັນເຊັນ ວ່າ: “ທຸກໆເທື່ອທີ່ທ່ານນຳເອົາມືຂອງຄົນໄປ ແລະ ແນະນຳເຂົາຕໍ່ພຣະເຢຊູ, ທ່ານຈະຮູ້ສຶກວ່າ ພຣະຜູ້ຊ່ອຍໃຫ້ຮັກທ່ານ ແລະ ຮັກຄົນທີ່ທ່ານກຳລັງນຳພາຢູ່ຢ່າງເລິກຊຶ້ງຫລາຍຂະໜາດໃດ” (The Power of Everyday Missionaries: The What and How of Sharing the Gospel [2013], 1).
ຂໍພຣະເຈົ້າຈົ່ງອວຍພອນທ່ານ, ອ້າຍເອື້ອຍນ້ອງທັງຫລາຍ, ທີ່ຈະພົບເຫັນຄວາມປິຕິຍິນດີທີ່ມາຈາກສິ່ງມະຫັດສະຈັນຜ່ານສັດທາຂອງທ່ານ. ດັ່ງທີ່ເຮົາໄດ້ຮັບການສອນໃນ ໂມໂຣໄນ ບົດທີ 7:
“ພຣະຄຣິດໄດ້ກ່າວວ່າ: ຖ້າຫາກເຈົ້າມີສັດທາໃນເຮົາ, ເຈົ້າຈະມີອຳນາດເຮັດສິ່ງໃດກໍຕາມທີ່ເຮົາເຫັນສົມຄວນ. …
“… ເພາະເປັນຍ້ອນສັດທາ ສິ່ງມະຫັດສະຈັນຈຶ່ງເກີດຂຶ້ນ; ແລະ ເປັນຍ້ອນສັດທາເຫລົ່າທູດຈຶ່ງໄດ້ມາປະກົດຕົວ ແລະ ປະຕິບັດສາດສະໜາກິດແກ່ມະນຸດ; ດັ່ງນັ້ນ, ຖ້າຫາກສິ່ງເຫລົ່ານີ້ໝົດໄປ ວິບັດຍ່ອມມີແກ່ລູກຫລານມະນຸດ, ເພາະມັນເປັນຄວາມບໍ່ເຊື່ອຖື, ແລະ ທຸກສິ່ງກໍບໍ່ມີປະໂຫຍດ” (ໂມໂຣໄນ 7:33, 37).
ຈາກປະສົບການຂອງຂ້າພະເຈົ້າເອງ ຂ້າພະເຈົ້າສາມາດເປັນພະຍານໄດ້ວ່າ ພຣະຜູ້ເປັນເຈົ້າຈະໄດ້ຍິນຄຳອະທິຖານຂອງທ່ານ ແລະ ທ່ານຈະມີໂອກາດຫລາຍໃນເວລານີ້ ແລະ ເປັນຫລາຍປີ ທີ່ຈະໄດ້ແນະນຳພຣະກິດຕິຄຸນຂອງພຣະເຢຊູຄຣິດໃຫ້ແກ່ລູກໆທີ່ລ້ຳຄ່າຂອງພຣະບິດາເທິງສະຫວັນ. ປະທານມອນສັນ, ພວກເຮົາໄດ້ຟັງ. ພວກເຮົາທຸກຄົນສະແຫວງຫາທີ່ຈະໄດ້ພົບເຫັນບາງຄົນ. ຂ້າພະເຈົ້າອະທິຖານວ່າເຮົາທຸກຄົນຈະມີຄວາມປິຕິຍິນດີຫລາຍຈາກການຮັບໃຊ້ຈາກການເຜີຍແຜ່ສາດສະໜາ, ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດ, ອາແມນ.