ການເຂົ້າມາໃກ້ຊິດພຣະເຈົ້າ
ພຣະຜູ້ຊ່ອຍໃຫ້ລອດຂອງພວກເຮົາປະສົງໃຫ້ພວກເຮົາຮັກພຣະອົງຈົນວ່າພວກເຮົາຢາກໃຫ້ປະສົງຂອງພວກເຮົາເປັນຕາມພຣະປະສົງຂອງພຣະອົງ.
ຫລານຊາຍອາຍຸຫົກປີຊື່ ອ້າຍອໍລີ ທີ່ມັກເອີ້ນຂ້າພະເຈົ້າວ່າ “ປ໋າປິ” ຕ້ອງເອົາຫຍັງຈາກລົດ. ພໍ່ຂອງລາວຢືນເບິ່ງຢູ່ໃນເຮືອນ ແລະ ໂດຍທີ່ອ້າຍອໍລີບໍ່ຮູ້ ພໍ່ໄດ້ໄຂປະຕູລົດຈາກບ່ອນຫ່າງໄກຂະນະທີ່ອ້າຍອໍລີເຂົ້າໄປໃກ້ລົດ ແລ້ວພໍ່ໄດ້ລ໊ອກລົດຫລັງຈາກລາວແລ້ວໆ. ອ້າຍອໍລີໄດ້ແລ່ນເຂົ້າບ້ານຍິ້ມແປ໊ນ!
ຄອບຄົວຖາມລາວວ່າ “ເຈົ້າໄຂລົດໄດ້ຈັ່ງໃດ ແລ້ວລ໊ອກມັນອີກ?” ລາວພຽງແຕ່ຍິ້ມ.
ລູກສາວຂອງພວກເຮົາຜູ້ເປັນແມ່ລາວເວົ້າວ່າ “ບາງທີມັນຄືຕອນປ໋າປິເຮັດ—ບາງທີເຈົ້າມີເວດມົນຄືພໍ່ຕູ້!”
ເມື່ອເກີດຂຶ້ນອີກ ບໍ່ຫລາຍນາທີຕໍ່ໄປ ອ້າຍອໍລີຕອບຄຳຖາມອີກກ່ຽວກັບອຳນາດໃໝ່ຂອງລາວໂດຍບອກວ່າ: “ຄັກຫລາຍເນາະ! ຂ້ານ້ອຍຄິດ ເປັນເພາະປ໋າປິຮັກຂ້ານ້ອຍ ແລະ ເປັນເພື່ອນຮັກຂອງຂ້ານ້ອຍ ແລະ ພໍ່ຕູ້ລ້ຽງດູຂ້ານ້ອຍ.”
ຂ້າພະເຈົ້າໄດ້ຮັບພອນທີ່ຮູ້ເລື່ອງມະຫັດສະຈັນແທ້ງໆທີ່ໄດ້ເກີດຂຶ້ນໃນຊີວິດຂອງໄພ່ພົນທີ່ມີສັດທາທົ່ວອາຟຣິກາ ປາປົວ ນິວ ກິເນຍ, ອົດສະຕາລີ ນິວຊິແລນ ແລະ ເກາະໃນມະຫາສະໝຸດປາຊີຟິກ. ຂ້າພະເຈົ້າເຫັນດ້ວຍກັບອ້າຍອໍລີ—ຂ້າພະເຈົ້າຄິດວ່າ ເປັນເພາະຄົນມີສັດທາດັ່ງກ່າວນັ້ນມີຄວາມຮູ້ສຶກເຊັ່ນດຽວກັນຕໍ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດ ເໝືອນທີ່ອ້າຍອໍລີຮູ້ສຶກກ່ຽວກັບຂ້າພະເຈົ້າ. ເຂົາເຈົ້າຮັກພຣະເຈົ້າເໝືອນເປັນເພື່ອນຮັກ ແລະ ພຣະອົງລ້ຽງເຂົາເຈົ້າ.
ສະມາຊິກຂອງສາດສະໜາຈັກນີ້ມີສິດທິ ແລະ ຫລາຍຄົນເຄີຍໄດ້ຮັບປະຈັກພະຍານທາງວິນຍານ ແລະ ເຮັດພັນທະສັນຍາສັກສິດທີ່ຈະຕິດຕາມພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ ຍັງມີບາງຄົນທີ່ເຂົ້າໄປຫາພຣະອົງ ຂະນະທີ່ອີກບາງຄົນບໍ່ເຮັດຢ່າງນັ້ນ. ທ່ານເອງເປັນຄົນແບບໃດ.
ພຣະເຈົ້າຄວນເປັນຈຸດໃຈກາງໃນຊີວິດຂອງເຮົາ ເປັນສິ່ງທີ່ເຮົາເອົາໃຈໃສ່ອີ່ຫລີ. ພຣະອົງເປັນແນວນັ້ນບໍ? ຫລືວ່າບາງເທື່ອພຣະອົງຫ່າງໄກຈາກຄວາມນຶກຄິດ ແລະ ເຈດຕະນາໃນໃຈຂອງເຮົາ. (ເບິ່ງ ໂມໄຊຢາ 5:13). ໃຫ້ສັງເກດວ່າ ບໍ່ແມ່ນແຕ່ຄວາມນຶກຄິດໃນໃຈຂອງເຮົາທີ່ສຳຄັນ ແມ່ນ “ເຈດຕະນາ” ນຳອີກ. ການປະພຶດ ແລະ ການກະທຳຂອງເຮົາສະແດງອອກເຖິງຄວາມຊື່ສັດຂອງເຈດຕະນາຂອງເຮົາໄດ້ຈັ່ງໃດ?
ລູກຊາຍຂອງພວກເຮົາຊື່ອ້າຍເບັນ ຕອນທີ່ອາຍຸ 16 ປີ ແລະ ເວົ້າໃນກອງປະຊຸມສະເຕກໄດ້ຖາມວ່າ “ທ່ານຈະຮູ້ສຶກຈັ່ງໃດຖ້າມີຄົນມາສັນຍາກັບທ່ານທຸກອາທິດ ແຕ່ບໍ່ເຄີຍໄດ້ຮັກສາຄຳສັນຍານັ້ນ?” ຕໍ່ໄປລາວໄດ້ເວົ້າວ່າ “ພວກເຮົາເອົາໃຈໃສ່ອີຫລີບໍນຳຄຳສັນຍາທີ່ພວກເຮົາເຮັດໄວ້ຕອນທີ່ຮັບສ່ວນສິນລະລຶກ ແລະ ເຮັດພັນທະສັນຍາວ່າຈະຮັກສາພຣະບັນຍັດຂອງພຣະອົງ ແລະ ລະນຶກເຖິງພຣະອົງຕະຫລອດເວລາ?”
ພຣະຜູ້ເປັນເຈົ້າມອບວິທີທາງເພື່ອຊ່ອຍພວກເຮົາໃຫ້ລະນຶກເຖິງພຣະອົງ ແລະ ອຳນາດທີ່ສະໜັບສະໜູນຂອງພຣະອົງ. ວິທີທາງໜຶ່ງແມ່ນຜ່ານທາງສິ່ງທີ່ພວກເຮົາທຸກຄົນແບ່ງປັນກັນ—ຄວາມລຳບາກ (ເບິ່ງ ແອວມາ 32:6). ເມື່ອຂ້າພະເຈົ້າຫວນຄິດຄືນຫລັງເບິ່ງສິ່ງທົດລອງທີ່ເຄີຍມີ ກໍເຫັນໄດ້ແຈ່ມແຈ້ງວ່າ ມັນຊ່ອຍໃຫ້ຂ້າພະເຈົ້າເຕີບໂຕ, ເຂົ້າໃຈ, ແລະ ມີຄວາມເມດຕາສົງສານ. ມັນໄດ້ຊ່ອຍຂ້າພະເຈົ້າເຂົ້າມາໃກ້ຊິດພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ ໂດຍທີ່ມີປະສົບການ ແລະ ການປັບປຸງຝັງໄວ້ໃນໃຈຂອງຂ້າພະເຈົ້າ.
ການຊີ້ນຳ ແລະ ການແນະນຳຂອງພຣະຜູ້ເປັນເຈົ້າເປັນສິ່ງຈຳເປັນ. ພຣະອົງໄດ້ຊ່ອຍນ້ອງຊາຍຂອງຢາເຣັດໂດຍແກ້ໄຂການທ້າທາຍອັນໜຶ່ງ ຕອນທີ່ພຣະອົງບອກເພິ່ນເຖິງວິທີທີ່ຈະຮັບອາກາດໃນເຮືອທີ່ເພິ່ນສ້າງມາດ້ວຍສັດທາ (ເບິ່ງ ອີເທີ 2:20). ແຕ່ສຳຄັນທີ່ເຫັນວ່າ ພຣະຜູ້ເປັນເຈົ້າບໍ່ພຽງແຕ່ບໍ່ໄດ້ແກ້ໄຂການທ້າທາຍທີ່ບໍ່ມີແສງສະຫວ່າງເທົ່ານັ້ນ ແຕ່ພຣະອົງໄດ້ສະແດງຢ່າງແຈ່ມແຈ້ງວ່າ ພຣະອົງຈະຍອມໃຫ້ມີຄວາມທຸກຍາກລຳບາກເກີດຂຶ້ນ ຊຶ່ງຈຳເປັນເພື່ອແກ້ໄຂການທ້າທາຍນັ້ນ. ພຣະອົງເອງຈະບັນດານໃຫ້ມີລົມ ມີຝົນ ແລະ ນ້ຳຖ້ວມ (ເບິ່ງ ອີເທີ 2:23–24).
ເປັນຫຍັງພຣະອົງຈຶ່ງເຮັດຈັ່ງຊັ້ນ? ແລະ ເປັນຫຍັງພຣະອົງຈຶ່ງເຕືອນເຮົາໃຫ້ຖອນຕົວໜີຈາກໄພອັນຕະລາຍ ເມື່ອພຣະອົງສາມາດຢຸດໄພອັນຕະລາຍນັ້ນ? ປະທານວິວຝອດ ວູດດຣັບ ເຄີຍເລົ່າເລື່ອງທີ່ໄດ້ຮັບການເຕືອນທາງວິນຍານໃຫ້ຍ້າຍລົດມ້າທີ່ເພິ່ນນອນພ້ອມກັບເມຍ ແລະ ລູກ. ແລ້ວບໍ່ດົນກໍໄດ້ເຫັນ ຫລັງຈາກໄດ້ຍ້າຍມັນແລ້ວກໍມີພາຍຸດຶງຕົ້ນໄມ້ຕົ້ນໃຫຍ່ລົງທັບໃສ່ບ່ອນທີ່ແຕ່ກີ້ມີລົດມ້າຢູ່ (ເບິ່ງ Teachings of Presidents of the Church: Wilford Woodruff [2004], 47).
ໃນທັງສອງກໍລະນີທີ່ກ່າວມານີ້, ອາດປ່ຽນອາກາດເພື່ອບໍ່ໃຫ້ມີໄພອັນຕະລາຍກໍໄດ້. ແຕ່ເລື່ອງສຳຄັນກໍຄືວ່າ—ແທນທີ່ຈະແກ້ໄຂບັນຫາເອງ ພຣະຜູ້ເປັນເຈົ້າຢາກໃຫ້ພວກເຮົາພັດທະນາສັດທາຊຶ່ງຈະຊ່ອຍພວກເຮົາໃຫ້ເພິ່ງພາອາໄສພຣະອົງ ໃນການແກ້ໄຂບັນຫາ ແລະ ໄວ້ວາງໃຈເຊື່ອພຣະອົງ. ແລ້ວພວກເຮົາຈະສາມາດຮູ້ສຶກເຖິງຄວາມຮັກຂອງພຣະອົງຫລາຍຂຶ້ນເລື້ອຍໆ, ຢ່າງແຮງກ້າກວ່າ, ຢ່າງແຈ່ມແຈ້ງກວ່າ, ແລະ ເປັນຢ່າງສ່ວນຕົວກວ່າ. ພວກເຮົາຮ່ວມນຳພຣະອົງ ແລະ ພວກເຮົາສາມາດກາຍເປັນໝືອນດັ່ງພຣະອົງ. ທີ່ພວກເຮົາຈະກາຍເປັນເໝືອນດັ່ງພຣະອົງແມ່ນແຕ່ຈຸດປະສົງຂອງພຣະອົງເອງ. ແທ້ຈິງແລ້ວ ມັນເປັນລັດສະໝີພາບ ພ້ອມທັງເປັນວຽກງານຂອງພຣະອົງ (ເບິ່ງ Moses 1:39).
ເທື່ອໜຶ່ງເດັກຊາຍຄົນໜຶ່ງໄດ້ພະຍາຍາມເຮັດໃຫ້ບ່ອນເປັນຂີ້ດິນຢູ່ຫລັງບ້ານພຽງເພື່ອຈະໄດ້ໄປຫລິ້ນຢູ່ຫັ້ນ. ມີຫີນກ້ອນໃຫຍ່ທີ່ກີດທາງວຽກລາວ. ລາວກໍຍູ້ກໍດຶງສຸດແຮງ ແຕ່ບໍ່ວ່າເຮັດແຮງເທົ່າໃດກໍຕາມ ຫີນບໍ່ເຄື່ອນຍ້າຍເລີຍ.
ພໍ່ຂອງລາວໄດ້ເບິ່ງໜ້ອຍໜຶ່ງ ແລ້ວໄປຫາລູກ ແລະ ເວົ້າວ່າ “ລູກຕ້ອງໃຊ້ພະລັງສຸດແຮງຄັນຊິຍ້າຍຫີນໃຫຍ່ຊ່ຳນີ້.”
ເດັກຕອບວ່າ “ຂ້ານ້ອຍໃຊ້ໝົດແຮງແລ້ວ!”
ພໍ່ບອກລາວວ່າ: “ບໍ່ແມ່ນ. ລູກຍັງບໍ່ໄດ້ໃຫ້ພໍ່ຊ່ອຍເທື່ອ!”
ແລ້ວທັງສອງກົ້ມຕົວລົງ ແລະ ເລື່ອນຫີນກ້ອນນັ້ນໄດ້ງ່າຍໆ.
ພໍ່ຂອງໄວບາ ໂຣມ ຜູ້ເປັນເພື່ອນຂອງຂ້າພະເຈົ້າທີ່ເປັນປະທານສະເຕກຄົນທຳອິດຢູ່ປະເທດ ປາປົວ ນິວ ກິເນຍ ເຄີຍຖືກສອນວ່າ ລາວສາມາດຫາພຣະບິດາເທິງສະຫວັນໃນເວລາທີ່ຕ້ອງການ. ລາວພ້ອມກັບຊາວບ້ານກໍຢູ່ໄດ້ເພາະຜົນລະປູກ. ມີມື້ໜຶ່ງທີ່ລາວຈູດໄຟເພື່ອຖາງໄຮ່ກ່ອນປູກ. ແຕ່ລະດູກ່ອນນັ້ນກໍຮ້ອນດົນແລ້ວ ແລະ ມັນແຫ້ງຫລາຍ. ໄຟທີ່ຈູດນັ້ນໄດ້ກາຍເປັນໄຟແບບປະທານທອມມັສ ແອັສ ມອນສັນ ດັ່ງທີ່ສາດສະດາຂອງພວກເຮົາໄດ້ບັນລະຍາຍໃນກອງປະຊຸມໃຫຍ່ສາມັນຊຸດແລ້ວນັ້ນ (ເບິ່ງ “Obedience Brings Blessings,” Ensign or Liahona, May 2013, 89–90). ໄຟໄດ້ຂະຍາຍອອກເຜົາຫຍ້າເຜົາໄມ້ ແລະ ຕາມທີ່ລູກຊາຍບອກ ເກີດເປັນ “ໄຟຍັກ.” ລາວຢ້ານແທນເພື່ອນຊາວບ້ານ ແລະ ອາດເສຍຜົນລະປູກ. ຖ້າມັນທຳລາຍ, ລາວເອງຈະຕ້ອງຮັບຍຸດຕິທຳຕາມກົດໝາຍໝູ່ບ້ານ. ລາວດັບໄຟບໍ່ໄດ້ ແລ້ວລາວຈື່ວ່າມີພຣະຜູ້ເປັນເຈົ້າ.
ບັດນີ້ຂ້າພະເຈົ້າອ້າງຄຳຂອງລູກຊາຍລາວ ຜູ້ທີ່ເປັນເພື່ອນຂ້າພະເຈົ້າວ່າ: “ພໍ່ໄດ້ຄຸເຂົ່າລົງເທິງຄ້ອຍພູໃນຟຸ່ມໄມ້ ແລະ ອະທິຖານຫາພຣະບິດາເທິງສະຫວັນໃຫ້ຊ່ອຍດັບໄຟນັ້ນ. ທັນທີກໍເກີດມີເມກດຳຜືນໃຫຍ່ສູງກວ່າຫົວພໍ່ ແລະ ຝົນໄດ້ເລີ່ມຕົກແຮງໆ—ກໍຕົກແຕ່ໃສ່ບ່ອນໄຟໄໝ້ເທົ່ານັ້ນ. ພໍ່ຫລຽວເບິ່ງອ້ອມໆ ເຫັນແຕ່ຟ້າແຈ່ມໃສທົ່ວໄປນອກຈາກບ່ອນໄຟໄໝ້. ພໍ່ບໍ່ເຊື່ອວ່າ ພຣະຜູ້ເປັນເຈົ້າຈະຕອບຄົນທີ່ຕ່ຳຕ້ອຍແບບພໍ່ ແລ້ວພໍ່ໄດ້ຄຸເຂົ່າລົງອີກ ແລະ ຮ້ອງໄຫ້ເໝືອນເດັກນ້ອຍ. ພໍ່ບອກວ່າ ມັນເປັນຄວາມຮູ້ສຶກທີ່ແສນຫວານທີ່ສຸດ” (ເບິ່ງ ແອວມາ 36:3).
ພຣະຜູ້ຊ່ອຍໃຫ້ລອດຂອງພວກເຮົາປະສົງໃຫ້ພວກເຮົາຮັກພຣະອົງຈົນວ່າພວກເຮົາຢາກໃຫ້ປະສົງຂອງພວກເຮົາເປັນຕາມພຣະປະສົງຂອງພຣະອົງ. ແລ້ວພວກເຮົາຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ ແລະ ຮູ້ຈັກລັດສະໝີພາບຂອງພຣະອົງ. ຕໍ່ໄປພຣະອົງສາມາດອວຍພອນພວກເຮົາຕາມທີ່ພຣະອົງປະສົງ. ສິ່ງນີ້ໄດ້ເກີດຂຶ້ນກັບນີໄຟ ລູກຊາຍຂອງຮີລາມັນ ຕອນເພິ່ນພັດທະນາຕົວຈົນພຣະຜູ້ເປັນເຈົ້າໄວ້ວາງໃຈເພິ່ນທັງໝົດ ແລະ ເພາະເຫດການນັ້ນພຣະອົງຈຶ່ງອວຍພອນເພິ່ນຕາມທີ່ເພິ່ນທູນຂໍ (ເບິ່ງ ຮີລາມັນ 10:4–5).
ໃນປື້ມ ຊີວິດຂອງໄພ, ເປັນນິຍາຍທີ່ຂຽນໂດຍນາຍຢານ ມາເທ ພະເອກທີ່ເລົ່າຄວາມຮູ້ສຶກຂອງຕົນກ່ຽວກັບພຣະຄຣິດວ່າ: “ຂ້ອຍຢຸດຄິດເຖິງພຣະອົງບໍ່ໄດ້ດອກ. ຍັງຢຸດບໍ່ໄດ້ເລີຍ. ຂ້ອຍຄິດເຖິງພຣະອົງໝົດທັງສາມມື້. ຍິ່ງຄິດເຖິງພຣະອົງຍິ່ງບໍ່ສາມາດລືມພຣະອົງ. ແລະ ຍິ່ງຮຽນກ່ຽວກັບພຣະອົງຫລາຍຂຶ້ນ ຍິ່ງບໍ່ຢາກປະຖິ້ມພຣະອົງໄປ” ([2001], 57).
ຂ້າພະເຈົ້າຮູ້ສຶກແບບດຽວກັນນັ້ນກ່ຽວກັບພຣະຜູ້ຊ່ອຍໃຫ້ລອດ. ພຣະອົງຢູ່ໃກ້ຊິດຕະຫລອດ ໂດຍສະເພາະໃນແຫ່ງສັກສິດ ແລະ ຕອນທີ່ຕ້ອງການ; ແລະ ບາງເທື່ອ ຕອນທີ່ຂ້າພະເຈົ້າບໍ່ຄາດຄິດວ່າຈະມີ ຂ້າພະເຈົ້າຮູ້ສຶກເໝືອນພຣະອົງມາແຕະບ່າໄຫລ່ບອກວ່າພຣະອົງຮັກຂ້າພະເຈົ້າ. ຂ້າພະເຈົ້າສາມາດຕອບສະໜອງຄວາມຮັກນັ້ນເຖິງແມ່ນບໍ່ສົມບູນ ໂດຍທີ່ມອບຫົວໃຈໃຫ້ແກ່ພຣະອົງ (ເບິ່ງ D&C 64:22, 34).
ສອງສາມເດືອນກ່ອນ ຂ້າພະເຈົ້າໄດ້ນັ່ງຢູ່ກັບແອວເດີ ແຈັບຟະຣີ ອາ ຮໍແລນ ຂະນະທີ່ເພິ່ນຈັດຕັ້ງບ່ອນຮັບໃຊ້ຂອງຜູ້ສອນສາດສະໜາ. ເມື່ອເຮົາກຳລັງອອກໄປ ເພິ່ນຖ້າຂ້າພະເຈົ້າ ແລະ ຂະນະທີ່ຍ່າງອອກໄປເພິ່ນກໍວາງແຂນໃສ່ບ່າໄຫລ່ກອດຂ້າພະເຈົ້າ. ຂ້າພະເຈົ້າບອກເພິ່ນວ່າ ເພິ່ນເຄີຍເຮັດແບບດຽວກັນນີ້ເທື່ອໜຶ່ງທີ່ປະເທດອົດສະຕາລີ. ແລ້ວເພິ່ນເວົ້າວ່າ “ກໍແມ່ນເພາະຂ້ອຍຮັກເຈົ້າຕິ!” ແລ້ວຂ້າພະເຈົ້າຮູ້ວ່ານັ້ນເປັນຄວາມຈິງ.
ຂ້າພະເຈົ້າເຊື່ອວ່າ ຖ້າຫາກພວກເຮົາຈະມີສິດພິເສດທີ່ຈະຍ່າງໄປນຳພຣະຜູ້ຊ່ອຍໃຫ້ລອດ ພວກເຮົາຈະຮູ້ສຶກວ່າແຂນຂອງພຣະອົງຖືກວາງໃສ່ບ່າໄຫລ່ຂອງພວກເຮົາຄືກັນນັ້ນແຫລະ. ເໝືອນດັ່ງພວກສານຸສິດທີ່ຍ່າງໄປສູ່ເມືອງເອມມາອຸດ ຈິດໃຈຂອງພວກເຮົາຈະ “ຮ້ອນຮົນຄືໄຟເຜົາຜານ” (ລູກາ 24:32). ຂ່າວສານຂອງພຣະອົງຄື: “ເຊີນມາ ແລະ ເບິ່ງເອົາ” (ໂຢຮັນ 1:39). ມັນເປັນແບບທີ່ສ່ວນຕົວ ທີ່ເຊື້ອເຊີນ ແລະ ຕ້ອນຮັບ ໃນການເຊີນໄປຍ່າງຕາມພຣະອົງກອດບ່າໄຫລ່ຂອງພວກເຮົາ.
ຂໍໃຫ້ພວກເຮົາທຸກຄົນຈົ່ງຮູ້ສຶກຄວາມໝັ້ນໃຈເໝືອນດັ່ງເອໂນດ, ຕາມທີ່ອ່ານໃນຂໍ້ສຸດທ້າຍໃນໜັງສືສັ້ນໆແຕ່ຍັງສຳຄັນຂອງເພິ່ນທີ່ວ່າ: “ຂ້າພະເຈົ້າປິຕິຍິນດີໃນວັນເມື່ອຄວາມເປັນມະຕະຂອງຂ້າພະເຈົ້າຈະສວມໃສ່ຄວາມອະມະຕະ ແລະ ຈະຢືນຢູ່ຕໍ່ໜ້າຂອງພຣະອົງ; ເພາະໃນເວລານັ້ນຂ້າພະເຈົ້າຈະເຫັນໜ້າຂອງພຣະອົງດ້ວຍຄວາມສຸກໃຈ ແລະ ພຣະອົງຈະກ່າວກັບຂ້າພະເຈົ້າວ່າ: ມາຫາເຮົາເຖີດ, ເຈົ້າຜູ້ເປັນສຸກ, ເຮົາມີບ່ອນຕຽມໄວ້ໃຫ້ເຈົ້າແລ້ວຢູ່ໃນຜາສາດຂອງພຣະບິດາຂອງເຮົາ” (ເອໂນດ 1:27).
ເພາະເຄີຍມີປະສົບການຫລາຍຢ່າງ ແລະ ໂດຍຜ່ານທາງອຳນາດທີ່ພຣະວິນຍານເປັນພະຍານໃຫ້ຂ້າພະເຈົ້າ, ຂ້າພະເຈົ້າຂໍເປັນພະຍານໂດຍສຸດຄວາມແນ່ນອນວ່າ ພຣະເຈົ້າຊົງພຣະຊົນຢູ່. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງພຣະອົງ. ມັນເປັນຄວາມຮູ້ສຶກທີ່ຫວານຊື່ນ. ຂໍໃຫ້ພວກເຮົາຈົ່ງເຮັດສິ່ງທີ່ຈຳເປັນເພື່ອໃຫ້ປະສົງຂອງພວກເຮົາສອດຄ່ອງກັບພຣະປະສົງຂອງພຣະອົງ ແລະ ຮັກພຣະອົງແທ້ໆ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.