ອິດທິພົນທາງສິນທຳຂອງສະຕີ
ສັນຊາດຕະຍານຂອງທ່ານແມ່ນຈະເຮັດສິ່ງດີ ແລະ ເປັນຄົນດີ, ແລະ ຂະນະທີ່ທ່ານຕິດຕາມພຣະວິນຍານບໍລິສຸດ, ສິດອຳນາດທາງສິນທຳຂອງທ່ານ ແລະ ອິດທິພົນຂອງທ່ານຈະຈະເລີນເຕີບໂຕ.
ເປັນເວລານານແສນນານມາແລ້ວ, ສັງຄົມທັງຫລາຍໄດ້ເພິ່ງອາໄສອິດທິພົນຂອງບັນດາສະຕີ. ເຖິງແມ່ນວ່າບໍ່ແມ່ນອິດທິພົນທີ່ດີໃນສັງຄົມພຽງຢ່າງດຽວ, ແຕ່ການສະໜັນສະໜູນທາງສິນທຳທີ່ສະຕີໄດ້ໃຫ້ນັ້ນໄດ້ພິສູດວ່າເປັນຜົນປະໂຫຍດພິເສດຕໍ່ຄວາມດີງາມທົ່ວໄປ. ບາງທີ, ເພາະວ່າມັນກະຈາຍໄປທົ່ວ, ຄວາມດີງາມຂອງສະຕີນັ້ນຈຶ່ງບໍ່ໄດ້ຮັບການຮູ້ສຶກບຸນຄຸນ. ຂ້າພະເຈົ້າຢາກສະແດງຄວາມກະຕັນຍູສຳລັບອິດທິພົນຂອງສະຕີຜູ້ປະເສີດ, ຊີ້ບອກປັດສະຍາ ແລະ ແນວໂນ້ມທີ່ຈະທຳຮ້າຍຄວາມເຂັ້ມແຂງ ແລະ ຕຳແໜ່ງ, ແລະ ສຽງອ້ອນວອນຕໍ່ສະຕີທັງຫລາຍໃຫ້ພັດທະນາອຳນາດທາງສິນທຳທີ່ມີມາຕັ້ງແຕ່ເກີດພາຍໃນຕົວຂອງພວກນາງ.
ສະຕີໄດ້ເກີດມາດ້ວຍຄຸນນະທຳບາງຢ່າງ, ຄືຂອງປະທານແຫ່ງສະຫວັນທີ່ເຮັດໃຫ້ພວກນາງຊຳນານໃນການໃຫ້ກຳລັງໃຈ ດັ່ງຄຸນນະພາບຂອງສັດທາ, ຄວາມກ້າຫານ, ຄວາມເຫັນອົກເຫັນໃຈ, ແລະ ຄວາມພັດທະນາໃນຄວາມສຳພັນ ແລະ ວັດທະນະທຳຕ່າງໆ. ເມື່ອສັນສະເສີນ “ທາທີທີ່ບໍ່ຫວັ່ນໄຫວ” ທີ່ເພິ່ນໄດ້ພົບເຫັນໃນຕົວຂອງຕີໂມທຽວ, ໂປໂລໄດ້ເຫັນວ່າສັດທານີ້ “ເປັນຄວາມເຊື່ອຢ່າງທີ່ນາງໂລອິດແມ່ເຖົ້າຂອງເຈົ້າ ແລະ ນາງເອີນິດແມ່ຂອງເຈົ້າໄດ້ມີຄືກັນ.”1
ເມື່ອຫລາຍປີກ່ອນຕອນອາໄສຢູ່ປະເທດແມັກຊີໂກ, ຂ້າພະເຈົ້າໄດ້ສັງເກດເຫັນດ້ວຍຕົວເອງເຖິງສິ່ງທີ່ໂປໂລໝາຍເຖິງ. ຂ້າພະເຈົ້າຈຳແມ່ໜຸ່ມຄົນໜຶ່ງໄດ້, ໜຶ່ງໃນບັນດາສະຕີທັງຫລາຍຂອງສາດສະໜາຈັກຢູ່ປະເທດແມັກຊີໂກ ຜູ້ທີ່ມີສັດທາໃນພຣະເຈົ້າທີ່ເຮັດໃຫ້ຊີວິດຂອງພວກນາງດີເດັ່ນຢ່າງທຳມະຊາດ ຈົນວ່າພວກນາງເບິ່ງຄືວ່າບໍ່ຮູ້ສຶກເຖິງມັນເລີຍ. ສະຕີຜູ້ສວຍງາມຄົນນີ້ສະແດງໃຫ້ເຫັນສິດອຳນາດທາງສິນທຳທີ່ເກີດຈາກຄວາມດີງາມທີ່ໄດ້ມີອິດທິພົນຕໍ່ທຸກຄົນທີ່ຢູ່ອ້ອມຂ້າງນາງເພື່ອຄວາມດີ. ນາງພ້ອມດ້ວຍສາມີໄດ້ເສຍສະລະຄວາມມ່ວນຊື່ນ ແລະ ຊັບສິນຫລາຍຢ່າງສຳລັບລະດັບຄວາມສຳຄັນທີ່ສູງກວ່າຂອງເຂົາເຈົ້າ, ໂດຍບໍ່ລັ່ງເລໃຈຫຍັງເລີຍ. ຄວາມສາມາດຂອງນາງທີ່ຈະປະຕິບັດຄຸນງາມຄວາມດີຂອງການຍົກ, ກົ້ມ, ແລະ ຄວາມສົມດູນກັບລູກໆຂອງນາງນັ້ນເກືອບໃກ້ເປັນຍອດມະນຸດ. ນາງໄດ້ມີໜ້າທີ່ຮັບຜິບຊອບຫລາຍຢ່າງ ແລະ ວຽກຂອງນາງສ່ວນຫລາຍກໍຈະຊ້ຳຊາກ ແລະ ໜ້າເບື່ອ, ແຕ່ນາງຍັງມີຄວາມສະຫງົບທີ່ສວຍງາມ, ຄວາມຮູ້ສຶກທີ່ວ່ານາງໄດ້ເຮັດວຽກງານຂອງພຣະເຈົ້າຢູ່. ເໝືອນດັ່ງພຣະຜູ້ຊ່ອຍໃຫ້ລອດ, ຈິດໃຈຂອງນາງຖືກຍົກລະດັບຂຶ້ນຜ່ານການຮັບໃຊ້ຄົນອື່ນ ແລະ ການເສຍສະລະ. ນາງໄດ້ເປັນຕົວຢ່າງຂອງຄວາມຮັກແທ້ໆ.
ຂ້າພະເຈົ້າໄດ້ຮັບພອນເປັນພິເສດໂດຍອິດທິພົນທາງສິນທຳຂອງບັນດາສະຕີ, ໂດຍສະເພາະແລ້ວ ແມ່ນຈາກແມ່ ແລະ ພັນລະຍາຂອງຂ້າພະເຈົ້າ. ໃນບັນດາສະຕີທັງຫລາຍທີ່ຂ້າພະເຈົ້າມອງຫາໃນຄວາມກະຕັນຍູຄື ນາງແອນນາ ເດນສ໌. ແອນນາ ແລະ ເຮັນຣີ, ສາມີຂອງນາງ, ແລະ ລູກສີ່ຄົນຂອງເຂົາເຈົ້າໄດ້ເປັນນັກບຸກເບີກໃນບັນດາສະມາຊິກຂອງສາດສະໜາຈັກໃນລັດນິວເຈີຊີ ທີ່ສະຫະລັດອາເມຣິກາ. ເກີນກວ່າ 50 ປີ, ເລີ່ມຕົ້ນຕັ້ງແຕ່ປີ 1930, ຕອນເຮັນຣີຍັງໄດ້ເປັນນັກສຶກສາການແພດຢູ່ທີ່ມະຫາວິທະຍາໄລ ຣັດເກີ, ລາວ ແລະ ນາງແອນນາໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງກັບອົງການໃນໂຮງຮຽນ ແລະ ພົນລະເມືອງໃນເມືອງເມທູກັນ, ບ່ອນທີ່ເຂົາເຈົ້າອາໄສຢູ່, ເພື່ອຈະເອົາຊະນະອະຄະຕີຢ່າງແຮງກ້າທີ່ໄດ້ມີຕໍ່ຊາວມໍມອນ ແລະ ເພື່ອເຮັດໃຫ້ຊຸມຊົນເປັນບ່ອນທີ່ດີກວ່າສຳລັບພໍ່ແມ່ທຸກຄົນທີ່ຈະລ້ຽງດູລູກໆຂອງເຂົາເຈົ້າ.
ຍົກຕົວຢ່າງ, ນາງແອນນາ ໄດ້ອາສາສະໝັກທີ່ Metuchen YMCA ແລະ ເຮັດໃຫ້ຕົນເອງຂາດບໍ່ໄດ້. ພາຍໃນປີນັ້ນ ນາງໄດ້ຖືກແຕ່ງຕັ້ງເປັນປະທານຂອງຄະນະຊ່ອຍເຫລືອງານແມ່. ແລ້ວນາງຖືກຂໍຮ້ອງໃຫ້ສະໝັກເອົາໜຶ່ງໃນສາມຕຳແໜ່ງຂອງສະຕີໃນກຸ່ມຄະນະກຳມະການຂອງຜູ້ອຳນວຍການ. ນາງໄດ້ຊະນະໂດຍບໍ່ມີການຂັດຄ້ານ, ແລະ ນາງໄດ້ເຂົ້າຮ່ວມໃນສະພາ ທີ່ເມື່ອສາມສີ່ປີກ່ອນໜ້ານັ້ນໄດ້ປະຕິເສດບໍ່ໃຫ້ໄພ່ພົນຍຸກສຸດທ້າຍມາປະຊຸມກັນຢູ່ທີ່ອາຄານຂອງເຂົາເຈົ້າ!”2
ຄອບຄົວຂອງຂ້າພະເຈົ້າໄດ້ຍ້າຍໄປຢູ່ຫວອດ ນິວບຣັນສະວິກ ຕອນທີ່ຂ້າພະເຈົ້າເປັນໄວລຸ້ນ. ຊິດສະເຕີ ເດນສ໌ ໄດ້ເຫັນຂ້າພະເຈົ້າ ແລະ ໄດ້ໝັ້ນໃຈກັບຄວາມສາມາດຂອງຂ້າພະເຈົ້າ, ຊຶ່ງດົນໃຈຂ້າພະເຈົ້າໃຫ້ເອື້ອມຂຶ້ນສູງ—ສູງກວ່າຕອນບໍ່ໄດ້ຮັບກຳລັງໃຈຈາກນາງ. ເທື່ອໜຶ່ງ, ເປັນເພາະຄວາມຄິດ ແລະ ການຕັກເຕືອນທີ່ເໝາະກັບເວລາຈາກນາງ, ຂ້າພະເຈົ້າໄດ້ຫລີກເວັ້ນຈາກສະຖານະການທີ່ອາດເຮັດໃຫ້ຂ້າພະເຈົ້າກິນແໜງ. ຂ້າພະເຈົ້າຈຶ່ງໄດ້ລອດພົ້ນມາຈາກການເຮັດສິ່ງທີ່ຈະເຮັດໃຫ້ຂ້າພະເຈົ້າເສຍໃຈ. ເຖິງແມ່ນວ່ານາງໄດ້ເສຍຊີວິດໄປແລ້ວ, ແຕ່ອິດທິພົນຂອງນາງແອນນາ ເດນສ໌ ຍັງຖືກຮູ້ສຶກເຖິງ ແລະ ສະທ້ອນເຖິງຢູ່ໃນຊີວິດຂອງລູກຫລານຂອງນາງ ແລະ ອີກຫລາຍຄົນຈົນນັບບໍ່ຖ້ວນ, ຮ່ວມທັງຂ້າພະເຈົ້າເອງ.
ແມ່ເຖົ້າຂອງຂ້າພະເຈົ້າ ນາງອາດີນາ ວໍນິກ ສະເວັນສັນ ໄດ້ສອນຂ້າພະເຈົ້າໃຫ້ເອົາໃຈໃສ່ຕໍ່ການຮັບໃຊ້ຂອງຖານະປະໂລຫິດ. ເພິ່ນໄດ້ຊຸກຍູ້ຂ້າພະເຈົ້າໃຫ້ທ່ອງຈຳຄຳອະທິຖານໃຫ້ພອນເຂົ້າຈີ່ ແລະ ນ້ຳສິນລະລຶກ, ໂດຍອະທິບາຍວ່າໃນວິທີນີ້ຂ້າພະເຈົ້າຈະສາມາດກ່າວມັນອອກມາດ້ວຍຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຫລາຍຂຶ້ນ. ການສັງເກດວິທີທີ່ເພິ່ນໄດ້ສະໜັບສະໜູນພໍ່ເຖົ້າຂອງຂ້າພະເຈົ້າ, ຜູ້ເປັນປິຕຸຂອງສະເຕກ, ໄດ້ກໍ່ໃຫ້ເກີດຄວາມຄາລະວະສຳລັບສິ່ງສັກສິດໃນຕົວຂ້າພະເຈົ້າ. ແມ່ຕູ້ສະເວັນສັນບໍ່ເຄີຍຮຽນຂັບລົດ, ແຕ່ເພິ່ນຮູ້ຈັກວິທີທີ່ຈະຊ່ອຍເດັກນ້ອຍຜູ້ຊາຍໃຫ້ຮູ້ຈັກການເປັນຊາຍຂອງຖານະປະໂລຫິດ.
ຈະບໍ່ໄດ້ຮູ້ສຶກອິດທິພົນທາງສິນທຳຂອງສະຕີຄົນໜຶ່ງໃນສະຖານທີ່ອື່ນຫລາຍໄປກວ່າໃນບ້ານ. ໃນການລ້ຽງດູລູກໆ ຈະບໍ່ມີບັນຍາກາດໃດດີໄປກວ່າຄອບຄົວຕາມປະເພນີ, ບ່ອນທີ່ພໍ່ ແລະ ແມ່ສາມັກຄີກັນໃນຄວາມປອງດອງທີ່ຈະຈັດຫາໃຫ້, ສັ່ງສອນ, ແລະ ບຳລຸງລ້ຽງລູກໆຂອງເຂົາເຈົ້າ. ເມື່ອສະພາບຂອງຄອບຄົວທີ່ສົມບູນເກີດຂຶ້ນບໍ່ໄດ້, ຜູ້ຄົນກໍພາກັນພະຍາຍາມທີ່ຈະເອົາແບບຢ່າງຂອງຜົນປະໂຫຍດທີ່ດີເທົ່າທີ່ເຮັດໄດ້ໃນສະຖານະການຂອງເຂົາເຈົ້າເອງ.
ບໍ່ວ່າສະພາບການນັ້ນຈະເປັນແບບໃດກໍຕາມ, ແມ່ສາມາດໃຊ້ອິດທິພົນທີ່ບໍ່ມີໃຜມາທຽບໄດ້ ໃນຄວາມສຳພັນໃດມາເທົ່າ. ໂດຍອຳນາດຂອງຕົວຢ່າງ ແລະ ການສັ່ງສອນຂອງນາງ, ລູກຊາຍຂອງນາງຮຽນຮູ້ທີ່ຈະນັບຖືຄວາມເປັນສະຕີ ແລະ ເອົາລະບຽບວິໃນ ແລະ ມາດຕະຖານທີ່ສູງທາງສິນທຳເຂົ້າຮ່ວມກັນໃນຊີວິດຂອງພວກເຂົາດ້ວຍ. ລູກສາວຂອງນາງຮຽນຮູ້ທີ່ຈະພັດທະນາຄຸນນະທຳ ແລະ ທີ່ຈະຍຶດໝັ້ນກັບສິ່ງທີ່ຖືກຕ້ອງ, ເທື່ອແລ້ວເທື່ອອີກ, ເຖິງແມ່ນຄົນອື່ນບໍ່ນິຍົມກໍຕາມ. ຄວາມຮັກ ແລະ ຄວາມຄາດຫວັງສູງຂອງແມ່ຈະນຳພາລູກໆຂອງນາງໃຫ້ກະທຳດ້ວຍຄວາມຮັບຜິດຊອບ ໂດຍບໍ່ມີຂໍ້ແກ້ຕົວ, ໃຫ້ເອົາຈິງເອົາຈັງກ່ຽວກັບການສຶກສາ ແລະ ຄວາມພັດທະນາສ່ວນຕົວ, ແລະ ຕໍ່ຄວາມຜາສຸກຂອງຄົນອື່ນທີ່ຢູ່ອ້ອມຮອບ. ຄັ້ງໜຶ່ງ ແອວເດີ ນຽວ ເອ ແມັກສະແວວ ໄດ້ຖາມວ່າ: “ເມື່ອປະຫວັດສາດຂອງມະນຸດຖືກເປີດເຜີຍຢ່າງຄົບຖ້ວນ, ມັນຈະສະແດງເຖິງສຽງປືນ ຫລື ສຽງທີ່ດົນໃຈຂອງເພງກ່ອມເດັກ? ການຢຸດລົບຊົ່ວຄາວທີ່ກອງທັບທະຫານ ຫລື ການສ້າງຄວາມສະຫງົບຂອງສະຕີໃນບ້ານເຮືອນ ແລະ ໝູ່ບ້ານ? ສິ່ງທີ່ໄດ້ເກີດຂຶ້ນໃນອູ່ ແລະ ເຮືອນຄົວຈະພິສຸດວ່າມີອິດທິພົນຫລາຍກວ່າສິ່ງທີ່ເກີດຂຶ້ນຢູ່ໃນສະພາຂອງລັດຖະບານບໍ?”3
ບົດບາດຂອງສະຕີໃນການສ້າງຊີວິດເປັນສິ່ງທີ່ສັກສິດທີ່ສຸດ. ເຮົາຮູ້ວ່າສຸຂະພາບທາງຮ່າງກາຍຂອງເຮົາມີຕົ້ນກຳເນີດແຫ່ງສະຫວັນ4 ແລະ ວ່າຕ້ອງປະສົບທັງຮ່າງກາຍ ແລະ ການເກີດໃໝ່ທາງວິນຍານເພື່ອຈະໄດ້ບັນລຸຂອບເຂດທີ່ສູງສຸດໃນອານາຈັກຊັ້ນສູງຂອງພຣະເຈົ້າ.5 ສະນັ້ນ, ສະຕີມີພາກສ່ວນທີ່ສຳຄັນສຸດ, ບາງເທື່ອຈົນໄດ້ສ່ຽງຊີວິດຂອງພວກນາງເອງ, ໃນວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າໃນການ “ກໍ່ໃຫ້ເກີດຄວາມເປັນອຳມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”6 ໃນຖານະແມ່ຕູ້, ແມ່, ແລະ ຕົວຢ່າງ, ສະຕີໄດ້ເປັນຜູ້ຮັກສາແຫລ່ງກຳເນີດຂອງຊີວິດ, ການສັ່ງສອນແຕ່ລະລຸ້ນຄົນເຖິງຄວາມສຳຄັນຂອງຄວາມບໍລິສຸດທາງເພດ—ຂອງພົມມະຈັນກ່ອນແຕ່ງງານ ແລະ ຄວາມຊື່ສັດພາຍໃນຊີວິດແຕ່ງງານ. ໃນວິທີທາງນີ້, ພວກນາງໄດ້ເປັນອິດທິພົນທີ່ສຸພາບສີວິໄລໃນສັງຄົມ; ພວກນາງໄດ້ນຳຄວາມດີທີ່ສຸດໃນບັນດາບຸລຸດອອກມາ; ພວກນາງໄດ້ຮັກສາບັນຍາກາດທີ່ດີງາມເອົາໄວ້ ບ່ອນທີ່ຈະລ້ຽງດູລູກໆທີ່ມີສຸຂະພາບດີ ແລະ ມີຄວາມໝັ້ນໃຈ.
ເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າບໍ່ຢາກຈະຍ້ອງຍໍພວກທ່ານຫລາຍເກີນໄປ ດັ່ງທີ່ເຮົາເຮັດໃນຄຳປາໄສໃນວັນຂອງແມ່ທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ. ທ່ານບໍ່ຕ້ອງດີພ້ອມທຸກຢ່າງ;7 ຂ້າພະເຈົ້າບໍ່ໄດ້ອ້າງວ່າພວກທ່ານດີພ້ອມ (ຍົກເວັ້ນເສຍແຕ່ສະຕີຄົນໜຶ່ງທີ່ນັ່ງຢູ່ໃກ້ໆໃນເວລານີ້). ສິ່ງທີ່ຂ້າພະເຈົ້າພະຍາຍາມຈະເວົ້ານັ້ນຄືວ່າ ບໍ່ວ່າທ່ານຈະເປັນໂສດ ຫລື ແຕ່ງງານແລ້ວ, ບໍ່ວ່າທ່ານຈະມີລູກ ຫລື ບໍ່, ບໍ່ວ່າທ່ານຈະແກ່ຕົວ, ຍັງໜຸ່ມ ຫລື ໃນເຄິ່ງໄວ, ສິດອຳນາດທາງສິນທຳຂອງທ່ານນັ້ນສຳຄັນຫລາຍ ແລະ ບາງທີເຮົາໄດ້ເລີ່ມບໍ່ເຫັນຄຸນຄ່າຂອງທ່ານ ແລະ ອິດທິພົນຂອງທ່ານ. ແນ່ນອນວ່າມີແນວໂນ້ມ ແລະ ພະລັງທີ່ຈະເຮັດໃຫ້ອິດທິພົນຂອງທ່ານມີໜ້ອຍລົງ ແລະ ແມ່ນແຕ່ຈະກຳຈັດອິດທິພົນຂອງທ່ານຊ້ຳໄປ, ຈົນເປັນອັນຕະລາຍຕໍ່ສ່ວນບຸກຄົນ, ຄອບຄົວ, ແລະ ສັງຄົມໂດຍທົ່ວໄປ. ຂ້າພະເຈົ້າຂໍກ່າວເຖິງການລະມັດລະວັງ ແລະ ການຕັກເຕືອນສາມຢ່າງ.
ປັດສະຍາທີ່ອັນຕະລາຍທີ່ທຳລາຍອິດທິພົນທາງສິນທຳຂອງສະຕີຄືການຫລຸດຄຸນຄ່າຂອງການແຕ່ງງານ ແລະ ຄວາມເປັນແມ່ ແລະ ການສ້າງສາບ້ານເຮືອນວ່າເປັນອາຊີບ. ທັດສະນະຂອງບຸກຄົນທີ່ເຊື່ອໃນຄວາມເໝີພາບລະຫວ່າງຊາຍ ແລະ ຍິງເຫັນການສ້າງບ້ານເຮືອນດ້ວຍການດູຖູກ, ໂຕ້ຖຽງວ່າມັນຫລຸດກຽດຂອງສະຕີ ແລະ ວ່າການຮຽກຮ້ອງທີ່ບໍ່ຫລົດລະຂອງການລ້ຽງດູລູກໆນັ້ນເປັນການປະຕິບັດທີ່ບໍ່ຍຸດຕິທຳ.8 ເຂົາເຈົ້າເຍາະເຍີ້ຍສິ່ງທີ່ເຂົາເຈົ້າອ້າງວ່າເປັນ “ເສັ້ນທາງອາຊີບສຳລັບຜູ້ຍິງທີ່ຕ້ອງເສຍສະລະເພື່ອອຸທິດຕົນລ້ຽງລູກ.” ສິ່ງນີ້ບໍ່ຍຸດຕິທຳ ຫລື ຖືກຕ້ອງ. ເຮົາບໍ່ໄດ້ຫລຸດຄຸນຄ່າຂອງສິ່ງທີ່ສະຕີ ຫລື ບຸລຸດໄດ້ສຳເລັດ ບໍ່ວ່າໃນຄວາມພະຍາຍາມ ຫລື ອາຊີບທີ່ມີຄຸນຄ່າໃດໆກໍຕາມ—ຊຶ່ງເຮົາທຸກຄົນໄດ້ຮັບຜົນປະໂຫຍດຈາກຄວາມສຳເລັດຜົນເຫລົ່ານັ້ນ—ແຕ່ຍັງຮັບຮູ້ວ່າບໍ່ມີສິ່ງໃດດີກວ່າການເປັນແມ່ ແລະ ການເປັນພໍ່ໃນຊີວິດແຕ່ງງານ. ບໍ່ມີອາຊີບໃດສູງສົ່ງກວ່າ, ແລະ ບໍ່ມີເງິນຈຳນວນໃດ, ສິດອຳນາດ, ຫລື ການສັນລະເສີນໃດໆທາງສັງຄົມຈະສາມາດເປັນສິ່ງຍິ່ງໃຫຍ່ກວ່າລາງວັນທີ່ສູງສຸດຂອງຄອບຄົວ. ບໍ່ວ່າສິ່ງອື່ນໃດທີ່ສະຕີອາດຈະສຳເລັດ, ອິດທິພົນທາງສິນທຳຂອງນາງຈະຖືກນຳໃຊ້ໄດ້ຫລາຍກວ່າຢູ່ໃນຄອບຄົວນັ້ນເອງ.
ທັດສະນະຄະຕິທີ່ມີຕໍ່ລັກສະນະທາງເພດຂອງມະນຸດຂົ່ມຂູ່ສິດອຳນາດທາງສິນທຳຂອງສະຕີໃນຫລາຍໆດ້ານ. ການເລືອກແທ້ງລູກສຳລັບຄວາມສະດວກສ່ວນຕົວ ຫລື ທາງສັງຄົມໂຈມຕີຫົວອົກຂອງອຳນາດອັນສັກສິດທີ່ສຸດຂອງສະຕີ ແລະ ທຳລາຍສິດອຳນາດທາງສິນທຳຂອງນາງ. ສິ່ງດຽວກັນນີ້ກໍຈິງກ່ຽວກັບຄວາມອະທຳທາງເພດ ແລະ ການນຸ່ງຖືທີ່ເປີດແປນ ຊຶ່ງບໍ່ພຽງແຕ່ຫລຸດຄ່າຂອງຜູ້ຍິງເທົ່ານັ້ນ, ແຕ່ສົ່ງເສີມຄວາມຕົວະອີກ ວ່າລັກສະນະທາງເພດຂອງຜູ້ຍິງບົ່ງບອກເຖິງຄຸນຄ່າຂອງນາງ.
ໄດ້ມີຫລັກທຳຕາມວັດທະນະທຳທີ່ນຳໃຊ້ຢ່າງບໍ່ເປັນທຳ ເປັນເວລາດົນນານມາແລ້ວທີ່ເອີ້ນກັນວ່າ “ມາດຕະຖານສອງດ້ານ” ທີ່ໄດ້ຄາດຫວັງໃຫ້ສະຕີລະມັດລະວັງທາງເພດ ໃນເມື່ອໂຍະຍານໃຫ້ເພດຊາຍເຮັດຜິດສິນທຳ. ຄວາມບໍ່ຍຸດຕິທຳຂອງ “ມາດຕະຖານສອງດ້ານ” ດັ່ງກ່າວນີ້ກໍເຫັນໄດ້ງ່າຍ, ແລະ ມັນຖືກວິຈານ ແລະ ປະຕິເສດຢ່າງມີເຫດຜົນ. ໃນການປະຕິເສດນັ້ນ, ເຮົາຈະຫວັງວ່າບຸລຸດທັງຫລາຍຈະລຸກຂຶ້ນສູ່ມາດຕະຖານທີ່ສູງກວ່າ, ແຕ່ສິ່ງກົງກັນຂ້າມນັ້ນໄດ້ເກີດຂຶ້ນ. ບັດນີ້ສະຕີ ແລະ ຍິງສາວຖືກຊຸກຍູ້ບໍ່ໃຫ້ເລືອກໜ້າດັ່ງທີ່ “ມາດຕະຖານສອງດ້ານ” ໄດ້ຄາດຫວັງໃຫ້ຜູ້ຊາຍເປັນຢູ່. ແຕ່ກ່ອນມາດຕະຖານທີ່ສູງກວ່າຂອງສະຕີຮຽກຮ້ອງຄວາມໝັ້ນສັນຍາ ແລະ ຄວາມຮັບຜິດຊອບຈາກຜູ້ຊາຍ, ບັດນີ້ເຮົາມີຄວາມສຳພັນທາງເພດປາດສະຈາກຄວາມຮູ້ສຶກຜິບຊອບຊົ່ວດີ, ຄອບຄົວທີ່ຂາດພໍ່, ແລະ ຄວາມຍາກຈົນທີ່ມີຫລາຍຂຶ້ນ. ໂອກາດທີ່ເທົ່າທຽມກັນໃນຄວາມບໍ່ເລືອກໜ້າທາງເພດລັກລອບອິດທິພົນທາງສິນທຳຂອງສະຕີ ແລະ ຫລຸດຄຸນຄ່າຂອງສັງຄົມທັງປວງ.9 ໃນການຕົກລົງທີ່ຂາດຄຸນຄ່ານີ້, ຜູ້ຊາຍນັ້ນເປັນອິດສະລະ ແລະ ສະຕີ ແລະ ເດັກນ້ອຍເປັນຜູ້ທົນທຸກທຳລະມານຫລາຍກວ່າ.
ຄວາມເປັນຫ່ວງດ້ານທີສາມນັ້ນມາຈາກຜູ້ຄົນ, ຜູ້ທີ່ໃນນາມຂອງຄວາມສະເໝີພາບ, ຢາກລົບລ້າງຄວາມແຕກຕ່າງທັງໝົດລະຫວ່າງເພດຊາຍ ແລະ ເພດຍິງ. ສ່ວນຫລາຍແລ້ວນີ້ຈະເກີດຂຶ້ນໃນຮູບແບບຂອງການກົດດັນໃຫ້ເພດຍິງຍອມຮັບລັກສະນະແບບຜູ້ຊາຍ—ໂຫດຮ້າຍ, ຫຍາບຄາຍ, ແລະ ມັກປະທະຫລາຍຂຶ້ນ. ບັດນີ້ມັນເປັນເລື່ອງທຳມະດາໃນໜັງ ແລະ ໃນເກມວິດີໂອ ທີ່ຈະເຫັນຜູ້ຍິງຮັບບົດບາດທີ່ຮ້າຍກາດ, ປະໃຫ້ຄົນຕາຍ ແລະ ການທຳລາຍຈາກການກະທຳຂອງເຂົາເຈົ້າຊະເຊໄປ. ມັນເປັນສິ່ງທີ່ທຳລາຍຈິດວິນຍານທີ່ຈະເຫັນຜູ້ຊາຍໃນບົດບາດດັ່ງກ່າວ ແລະ ແນ່ນອນວ່າບໍ່ນ້ອຍໄປກວ່າເມື່ອຜູ້ຍິງນັ້ນເປັນຜູ້ທີ່ສືບຕໍ່ ແລະ ທົນທຸກຕໍ່ຄວາມໂຫດຮ້າຍນີ້.
ມາກາແຣັດ ດີ ເນດໍ ອາດີດປະທານຂອງອົງການຍິງໜຸ່ມສາມັນໄດ້ສອນວ່າ: “ໂລກມີສະຕີທີ່ຮ້າຍກາດຫລາຍພໍແລ້ວ; ເຮົາຕ້ອງການສະຕີຜູ້ທີ່ລະອຽດອ່ອນ. ມີສະຕີທີ່ຫຍາບຄາຍຫລາຍພໍແລ້ວ; ເຮົາຕ້ອງການສະຕີຜູ້ທີ່ມີຈິດໃຈດີ. ມີສະຕີທີ່ບໍ່ສຸພາບຫລາຍພໍແລ້ວ; ເຮົາຕ້ອງການສະຕີທີ່ຮຽບຮ້ອຍ. ເຮົາມີສະຕີທີ່ໂດ່ງດັງ ແລະ ຮັ່ງມີຫລາຍພໍແລ້ວ; ເຮົາຕ້ອງການສະຕີທີ່ມີສັດທາ. ເຮົາມີຄວາມໂລບມາກໂລພາຫລາຍພໍແລ້ວ; ເຮົາຕ້ອງການຄວາມດີງາມຫລາຍກວ່າ. ເຮົາມີຄວາມທະນົງຕົວຫລາຍພໍແລ້ວ; ເຮົາຕ້ອງການຄຸນນະທຳຫລາຍກວ່າ. ເຮົາມີຄວາມນິຍົມຫລາຍພໍແລ້ວ; ເຮົາຕ້ອງການຄວາມບໍລິສຸດຫລາຍກວ່າ.”10 ໃນຄວາມມືດມົວຂອງຄວາມແຕກຕ່າງລະຫວ່າງເພດຍິງ ແລະ ເພດຊາຍ, ເຮົາສູນເສຍຂອງປະທານທີ່ແຕກຕ່າງ, ທີ່ເສີມຕື່ມຂອງຍິງ ແລະ ຊາຍ ທີ່ເມື່ອຮ່ວມເຂົ້າກັນແລ້ວຈະສ້າງຄວາມສົມບູນທີ່ຍິ່ງໃຫຍ່ກວ່າ.
ຄຳອ້ອນວອນຂອງຂ້າພະເຈົ້າຕໍ່ສະຕີ ແລະ ຍິງສາວທັງຫລາຍໃນມື້ນີ້ຄື ໃຫ້ປົກປ້ອງ ແລະ ພັດທະນາອິດທິພົນທາງສິນທຳ ແລະ ຂອງປະທານພິເສດ ທີ່ມີຢູ່ພາຍໃນຕົວທ່ານ. ຂໍໃຫ້ຮັກສາຄຸນນະທຳທຳມະຊາດທີ່ທ່ານນຳມານຳສູ່ໂລກນີ້. ສັນຊາດຕະຍານຂອງທ່ານແມ່ນຈະເຮັດສິ່ງດີ ແລະ ເປັນຄົນດີ, ແລະ ຂະນະທີ່ທ່ານຕິດຕາມພຣະວິນຍານບໍລິສຸດ, ສິດອຳນາດທາງສິນທຳຂອງທ່ານ ແລະ ອິດທິພົນຂອງທ່ານຈະຈະເລີນເຕີບໂຕ. ຕໍ່ຍິງໜຸ່ມທັງຫລາຍ ຂ້າພະເຈົ້າຂໍບອກວ່າ ຢ່າສູນເສຍພະລັງທາງສິນທຳນັ້ນ ແມ່ນແຕ່ກ່ອນທ່ານໄດ້ພັດທະນາມັນຢ່າງສົມບູນ. ໃຫ້ລະວັງເປັນພິເສດວ່າຄຳວາຈາຂອງທ່ານນັ້ນສະອາດ, ບໍ່ຫຍາບຄາຍ; ວ່າເສື້ອຜ້າຂອງທ່ານສະແດງໃຫ້ເຫັນຄວາມສຸພາບຮຽບຮ້ອຍ, ບໍ່ແມ່ນຄວາມທະນົງຕົວ; ແລະວ່າການປະພຶດຂອງທ່ານສະແດງເຖິງຄວາມບໍລິສຸດ, ບໍ່ແມ່ນຄວາມບໍ່ເລືອກໜ້າທາງເພດ. ທ່ານຈະບໍ່ສາມາດຊ່ອຍຄົນອື່ນໃຫ້ມີຄຸນນະທຳ ຖ້າຫາກຕົວທ່ານເອງນັ້ນບໍ່ມີຄຸນນະທຳ.
ເອື້ອຍນ້ອງທັງຫລາຍ, ໃນຄວາມພົວພັນທັງໝົດຂອງທ່ານ, ຄວາມສຳພັນຂອງທ່ານທີ່ມີກັບພຣະເຈົ້າ, ພຣະບິດາເທິງສະຫວັນຂອງທ່ານ, ຜູ້ເປັນແຫລ່ງກຳເນີດຂອງອຳນາດທາງສິນທຳຂອງທ່ານ, ຊຶ່ງທ່ານຕ້ອງຖືວ່າເປັນອັນດັບໜຶ່ງໃນຊີວິດຂອງທ່ານ. ຂໍໃຫ້ຈຳໄວ້ວ່າ ອຳນາດຂອງພຣະຄຣິດໄດ້ມີມາຜ່ານຄວາມອຸທິດຕົນພຽງຢ່າງດຽວຕໍ່ພຣະປະສົງຂອງພຣະບິດາ. ພຣະອົງບໍ່ເຄີຍປ່ຽນແປງຈາກສິ່ງທີ່ເຮັດໃຫ້ພຣະບິດາຂອງພຣະອົງພໍພຣະໄທ.11 ຂໍໃຫ້ພະຍາຍາມເປັນສານຸສິດແບບນັ້ນຂອງພຣະບິດາ ແລະ ພຣະບຸດ, ແລະ ອິດທິພົນຂອງທ່ານຈະບໍ່ອ່ອນແອລົງຈັກເທື່ອ.
ແລະ ບໍ່ຕ້ອງຢ້ານກົວທີ່ຈະນຳໃຊ້ອິດທິພົນນັ້ນປາດສະຈາກຄວາມຢ້ານກົວ ຫລື ການຂໍໂທດໃຜ. “ຈົ່ງຕຽມພ້ອມຢູ່ທຸກເວລາເພື່ອຕອບຜູ້ຂໍຮ້ອງພວກທ່ານ [ຊາຍຍິງ, ແລະ ເດັກນ້ອຍ] ໃຫ້ອະທິບາຍເຖິງຄວາມຫວັງທີ່ພວກທ່ານມີຢູ່ນັ້ນ.”12 “ຈົ່ງປະກາດພຣະຄຳຂອງພຣະເຈົ້າ ແລະ ຈົ່ງກ່າວພຣະຄຳນັ້ນຢ້ຳແລ້ວຢ້ຳອີກ ໃນໂອກາດທີ່ອຳນວຍໃຫ້ຫລືບໍ່ກໍຕາມ; ຈົ່ງຊັກຊວນດ້ວຍເຫດ ແລະ ຜົນ; ຈົ່ງກ່າວຕຳໜິຕິຕຽນ ແລະ ຊູໃຈ, ໂດຍສັ່ງສອນດ້ວຍຄວາມອົດທົນທຸກຢ່າງ.”13 ພຣະຜູ້ເປັນເຈົ້າໄດ້ບັນຊາພໍ່ແມ່ໃຫ້ລ້ຽງດູລູກໆຂອງເຂົາເຈົ້າໃນຄວາມສະຫວ່າງ ແລະ ຄວາມຈິງ.14 “ຈົ່ງສອນເຂົາໃຫ້ອະທິຖານ ແລະ ໃຫ້ເດີນຢ່າງພາກພູມໃຈຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.”15
ໃນການຕັກເຕືອນເຫລົ່ານີ້ຕໍ່ບັນດາສະຕີ, ຂໍບໍ່ໃຫ້ຄົນໃດເຂົ້າໃຈຜິດຕາມຄວາມສະໝັກໃຈເດີ. ໂດຍການຍົກຍ້ອງ ແລະ ຊຸກຍູ້ອິດທິພົນທາງສິນທຳໃນບັນດາສະຕີ, ຂ້າພະເຈົ້າບໍ່ໄດ້ເວົ້າວ່າບັນດາບຸລຸດ ແລະ ຊາຍໜຸ່ມນັ້ນຈະໄດ້ຮັບຂໍ້ຍົກເວັ້ນຈາກໜ້າທີ່ຮັບຜິດຊອບຂອງເຂົາເຈົ້າເລີຍ ທີ່ຈະລຸກຂຶ້ນຕໍ່ສູ້ເພື່ອຄວາມຈິງ ແລະ ຄວາມຊອບທຳ, ວ່າໜ້າທີ່ຮັບຜິດຊອບຂອງເຂົາເຈົ້າທີ່ຈະຮັບໃຊ້, ເສຍສະລະ, ແລະ ປະຕິບັດຕໍ່ນັ້ນແມ່ນໜ້ອຍກວ່າຂອງສະຕີ ຫລື ປະໄວ້ໃຫ້ສະຕີເຮັດ. ອ້າຍນ້ອງທັງຫລາຍ, ຂໍໃຫ້ເຮົາຈົ່ງລຸກຂຶ້ນສູ້ຄຽງຂ້າງສະຕີທັງຫລາຍ, ແບ່ງເບົາພາລະຂອງພວກນາງ, ແລະ ພັດທະນາສິດອຳນາດທາງສິນທຳຂອງຄູ່ຄອງຂອງເຮົາ.
ເອື້ອຍນ້ອງທີ່ຮັກແພງ, ເຮົາເພິ່ງອາໄສອິດທິພົນທາງສິນທຳທີ່ພວກທ່ານນຳມາສູ່ໂລກ, ສູ່ຊີວິດແຕ່ງງານ, ສູ່ຄອບຄົວ, ສູ່ສາດສະໜາຈັກ. ເຮົາເພິ່ງພາອາໄສພອນຕ່າງໆທີ່ພວກທ່ານນຳມາຈາກສະຫວັນ ໂດຍການອະທິຖານ ແລະ ສັດທາຂອງພວກທ່ານ. ເຮົາອະທິຖານເພື່ອຄວາມປອດໄພ, ສະຫວັດດີການ, ແລະ ຄວາມສຸກ, ແລະ ອິດທິພົນຂອງທ່ານໃຫ້ຄົງຢູ່. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.