​2010–2019
ເຮົາ​ບໍ່​ເຄີຍ​ເດີນ​ໄປ​ຄົນ​ດຽວ
ຕຸລາ 2013


2:3

​ເຮົາ​ບໍ່​ເຄີຍ​ເດີນ​ໄປ​ຄົນ​ດຽວ

ມື້ໜຶ່ງ​ທ່ານ​ຈະ​ຄິດ​ກ່ຽວ​ກັບ​ຊ່ວງ​​​ໄລຍະ​ທີ່​ຫຍຸ້ງຍາກ​ຂອງ​ທ່ານ, ​ແລະ ທ່ານ​ຈະ​ຮັບ​ຮູ້​ວ່າ ພຣະອົງ​​ໄດ້​ຢູ່​ຄຽງ​ຂ້າງ​ທ່ານສະ​ເໝີ​ມາ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ສິ່ງ​​ທີ່​ພວກ​ເຮົາ​ຮູ້ສຶກ​ໃນ​ຄ່ຳ​ຄືນ​ນີ້​ສະທ້ອນ​ເຖິງ​ພະລັງ, ຄວາມ​ອຸທິດ​ຕົນ ​ແລະ ຄວາມ​ດີງາມ​ຂອງ​ທ່ານ. ພຣະອາຈານ​ໄດ້​ກ່າວ​ວ່າ: “​ເຈົ້າທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ.  …ພວກ​ເຈົ້າ​ເປັນ​ແສງ​ສະຫວ່າງ​ສຳລັບ​ໂລກ​ນີ້.”1

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄຕ່ຕອງ​ກ່ຽວ​ກັບ​ໂອກາດ​ຂອງ​ຂ້າພະ​ເຈົ້າທີ່​ຈະ​ໄດ້​ມາ​ກ່າວ​ກັບ​ທ່ານ, ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ຄວາມ​ຮັກ​ຂອງ​ພັນ​ລະ​ຍາ​ທີ່​ແສນ​ດີຂອງ​ຂ້າພະ​ເຈົ້າ, ​​ແຟຣນຊິດ, ທີ່ມີ​ສຳລັບ​ສະມາຄົມ​ສະຕີ​ສົງ​ເຄາະ. ຕະຫລອດ​ຊີວິດ​ຂອງ​ນາງ, ນາງ​ໄດ້​ຮັບ​ໃຊ້​ໃນ​ຫລາຍ​ຕຳ​ແໜ່​ງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ. ຕອນ​ພວກ​ເຮົາ​ມີ​ອາຍຸ​ໄດ້​ພຽງ​ແຕ່ 31 ປີ, ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະທານ​ເຜີຍ​ແຜ່​ຢູ່​ປະ​ເທດ​ກາ​ນາ​ດາ. ​ໃນ​ຊ່ວງ​ໄລຍະມອບ​ໝາຍ​ສາມ​ປີນັ້ນ, ແຟຣນຊິດ​ໄດ້​ເປັນ​ຜູ້​ຄວບ​ຄຸມ​ສະມາຄົມ​ສະຕີ​ສົງ​ເຄາະ​ຢູ່​ໃນ​ເຂດ​ອັນ​ກວ້າງ​ໃຫຍ່​ນັ້ນ ຊຶ່ງ​ຮ່ວມ​ດ້ວຍ​ແຂວງ​ອອນ​ແທຣິ​ໂອ ​ແລະ ​ແຂວງ​ເຄ​​ແບ໊ກ. ການ​ຜູກ​ມິດ​ທີ່​ໃກ້ຊິດຂອງ​ນາງ​​ໄດ້​ເກີດ​ຂຶ້ນ​ເພາະ​ການ​ມອບ​ໝາຍ​ນັ້ນ, ​ແລະ ​ຈາກ​ການ​​ເອີ້ນ​ຫລາຍໆ​ຕຳ​ແໜ່ງທີ່​ນາງ​ໄດ້​ຮັບ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ​ຢູ່​ໃນ​ຫວອດຂອງ​ພວກ​ເຮົາ​ເອງ. ນາງ​ໄດ້​ເປັນ​ທິດາ​ທີ່​ຊື່ສັດ​ຂອງ​ພຣະບິດາ​ເທິງ​ສະຫວັນ, ​ເປັນ​ຄູ່​ຊີວິດ​ທີ່​ປະ​ເສີດຂອງ​ຂ້າພະ​ເຈົ້າ, ​ແລະ ​ເປັນ​ເພື່ອນ​ທີ່​ໃກ້ຊິດ​ທີ່​ສຸດ​ຕໍ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຄິດ​ຮອດ​ນາງ​ເກີນ​ກວ່າທີ່​ຈະ​ພັນ​ລະນາ​ໄດ້.

ຂ້າພະ​ເຈົ້າກໍ​ຮັກ​ສະມາຄົມ​ສະຕີ​ສົງ​ເຄາະ​ຄື​ກັນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ວ່າ ມັນ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ໂດຍ​ການ​ດົນ​ໃຈ ​ແລະ ​ເປັນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​​ເຈົ້າຢູ່​ເທິງ​ໂລກ​ນີ້. ມັນຄົງ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຄິດ​ໄລ່​ຄວາມ​ດີງາມ​ທີ່​ມາ​ຈາກ​ສະມາຄົມນີ້ ​ແລະ ທຸກ​ຊີວິດ​ທີ່​ໄດ້​ຮັບ​ພອນ​ເພາະສະມາຄົມ​ນີ້.

ສະມາຄົມ​ສະຕີ​ສົງ​​ເຄາະປະກອບ​ດ້ວຍ​ກຸ່ມ​ສະຕີທີ່​ແຕກ​ຕ່າງ​ກັນ. ບາງ​ຄົນ​​ເປັນ​ໂສດ—ບາງຄົນຍັງ​ເຂົ້າ​ໂຮງຮຽນ, ບາງຄົນທຳ​ງານ—​ແຕ່​ໄດ້​ຈັດຊີວິດ​​ໃຫ້​ສົມບູນ. ບາງ​ຄົນ​ໃນ​ພວກ​ທ່ານ​ເປັນ​ແມ່​ທີ່​ຫຍຸ້ງ​ຢູ່​ກັບ​ລູກ​ທີ່​ກຳລັງ​ເຕີບ​ໂຕ. ບາງ​ຄົນ​ກໍ​ໄດ້​ສູນ​ເສຍ​ສາມີ​ໄປ ​ເພາະ​ການ​ຢ່າ​ຮ້າງ ຫລື ການ​ຕາຍ ​ແລະ ຫຍຸ້ງຍາກຢູ່​ກັບ​ການ​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວປາດ​ສະ​ຈາກ​ສາມີ ​​ແລະ ພໍ່​ຂອງລູກ. ບາງ​ຄົນ​ກໍ​ໄດ້​ລ້ຽງ​ດູ​ລູກຈົນ​ໃຫຍ່​ແລ້ວ ​ແລະ ​ເຫັນ​ວ່າ ​ເຂົາ​ເຈົ້າຕ້ອງການ​ທ່ານ​ບໍ່​ເຄີຍ​ຂາດ. ຫລາຍ​ຄົນ​ກໍ​ມີ​ພໍ່​ແມ່​ທີ່​ແກ່​ຊະລາ ຜູ້​ຊຶ່ງ​ພຽງ​ແຕ່​ທ່ານ​ເທົ່າ​ນັ້ນທີ່​ສາມາດ​ໃຫ້​ການ​ດູ​ແລ​ດ້ວຍ​ຄວາມ​ຮັກ​​ໄດ້.

ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຊ່ວງ​ໃດ​ກໍຕາມ​ໃນ​ຊີວິດ, ຈະ​ມີ​ເວລາ​ໃດ​ເວລາ​ໜຶ່ງທີ່​ເຮົາ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ​ແລະ ບັນຫາ​ຫຍຸ້ງຍາກ. ​ເຖິງ​ແມ່ນ​ການ​ທ້າ​ທາຍ​ຈະ​ແຕກ​ຕ່າງກັນ​ສຳລັບ​ແຕ່ລະຄົນ, ​ແຕ່​ມັນ​ກໍ​ເປັນ​ການທ້າ​ທາຍ​ສຳລັບທຸກ​ຄົນ.

ການ​ທ້າ​ທາຍ​ຫລາຍ​ຢ່າງ​​ໄດ້ເກີດ​ຂຶ້ນ ​ເພາະວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ມະຕະ, ຊຶ່ງ​​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ແຕກ​ຕ່າງ​ກັນ. ບາງ​ເທື່ອ​ເຮົາ​ຈະ​ຖາມ​​ແບບ​ທໍ້ຖອຍ​ໃຈ​ວ່າ, “​ເຮົາ​ຈະ​ຕັ້ງ​ໃຈ​ຕໍ່ອານາຈັກ​ຊັ້ນສູງ​ໄດ້​ແນວ​ໃດ ​ໃນ​ຂະນະ​ທີ່​ເຮົາ​ເດີນທາງ​ໄປ​ໃນ​​ໂລກນີ້?”

ຈະ​ມີ​ເວລາ​ເມື່ອ​ທ່ານ​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​​​​ເຕັມ​ໄປ​ດ້ວຍ​ຂວກໜາມ ​ແລະ ​ເຕັມ​ໄປ​ດ້ວຍ​ບັນຫາ​ຫຍຸ້ງຍາກ. ຈະ​ມີ​ເວລາ​ຕອນ​ທີ່​ທ່ານ​ຈະ​ຮູ້ສຶກ​ຢູ່​ຫ່າງ​ໄກ—​ແມ່ນ​ແຕ່​ຢູ່​ໂດດດ່ຽວ—​ໄກຈາກ​ຜູ້​ປະທານ​ທຸກ​ສິ່ງ​ທີ່​ດີ. ທ່ານ​​ກັງວົນວ່າ​ທ່ານ​ພວມເດີນ​ໄປ​ຄົນ​ດຽວ​. ຄວາມ​ຢ້ານ​ກົວ​ມາ​ທົດ​ແທນ​ສັດທາ.

​ເມື່ອ​ທ່ານ​ພົບ​ເຫັນ​ຕົນ​ເອງ​ຢູ່​ໃນ​ສະພາບ​ເຊັ່ນນັ້ນ, ຂ້າພະ​ເຈົ້າຂໍ​​ໃຫ້​ທ່ານ​ຈົ່ງ​ຢ່າ​ລືມ​ອະທິຖານ. ຂ້າພະ​ເຈົ້າມັກ​ຖ້ອຍ​ຄຳ​ຂອງ​ປະທານ​ເອສະ​ລາ ​ແທັບ ​ເບັນ​ສັນ ກ່ຽວ​ກັບ​ການ​ອະທິຖານ​ດັ່ງ​ນີ້:

“​ຕະຫລອດຊີວິດ​ຂອງ​ຂ້າພະ​ເຈົ້າ ຄຳ​ແນະນຳ​ໃຫ້​ເພິ່ງ​ການ​ອະທິຖານ ​ເປັນ​ຄຳ​ແນະນຳທີ່​ມີຄ່າ​ຫລາຍ​ກວ່າຄຳ​ແນະນຳທັງ​ປວງ​ທີ່​ຂ້າພະ​ເຈົ້າ ... ​ໄດ້​ຮັບ. ມັນ​ໄດ້​ກາຍມາ​ເປັນ​ພາກສ່ວນ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ—​ເປັນ​​ແຫລ່ງ​​ໃຫ້ຍຶດໝັ້ນ, ​ເປັນ​ແຫລ່ງທີ່​ໃຫ້​ພະລັງ, ​ແລະ ​ເປັນຄວາມ​ຮູ້​ຂັ້ນພື້ນຖານ​ຂອງ​ຂ້າພະ​ເຈົ້າ​ເຖິງ​ສິ່ງ​​ທີ່​ມາ​ຈາກ​ສະຫວັນ. …

“… ​ເຖິງ​ແມ່ນ​​ມີເຫດ​ຮ້າຍ​ເກີດ​ຂຶ້ນ, ​ການ​ອະທິຖານ​ຈະ​ຊ່ອຍ​ເຮົາ​ໃຫ້​ພົບ​ຄວາມໝັ້ນ​ໃຈ, ​ເພາະ​ພຣະ​ເຈົ້າຈະ​ກ່າວ​​ຄວາມ​ສະຫງົບ​​ຕໍ່​ຈິດ​ວິນ​ຍານ. ຄວາມ​ສະຫງົບ​ນັ້ນ, ຄວາມ​ຮູ້ສຶກ​ສະຫງົບ​ງຽບ ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່ທີ່​ສຸດ​ໃນ​ຊີວິດ.”2

ອັກຄະ​ສາວົກ​ໂປ​ໂລ​ໄດ້​ແນະນຳວ່າ:

“ຈົ່ງ​ທູນ​ເລື່ອງ​ຄວາມ​ປາດ​ຖະໜາ​ທຸກ​ຢ່າງ​ຂອງ​ພວກ​ເຈົ້າຕໍ່​ພຣະ​ເຈົ້າ.

“​​ແລ້ວ​ສັນຕິ​ສຸກ​ອັນ​ມາ​ແຕ່​ພຣະ​ເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ ຈະ​ເຝົ້າຮັກສາ​ຈິດ​ໃຈ ​ແລະ ຄວາມ​ຄິດ​ຂອງ​ເຈົ້າທັງຫລາຍ​ໄວ້​ໃນ​ພຣະ​ເຢຊູ​ຄຣິດ.”3

ຊ່າງ​ເປັນຄຳ​ສັນຍາ​ທີ່​ດີ​ເລີດ​ແທ້ໆ​ນໍ! ສັນຕິ​ສຸກ​ຄື​ສິ່ງ​ທີ່​ເຮົາ​ສະ​ແຫວ​ງຫາ, ຄື​ສິ່ງ​ທີ່​ເຮົາ​ເພິ່ງ​ປາດ​ຖະໜາ.

​ເຮົາ​ບໍ່​ໄດ້​ມາສູ່​ໂລກ​ນີ້​ເພື່ອ​ໃຫ້​​ເດີນ​ໄປ​ຄົນ​ດຽວ. ​​ແຫ​ລ່ງທີ່​ໃຫ້​ພະລັງ, ​ໃຫ້​ຄວາມ​ເຂັ້ມ​ແຂງ, ​ແລະ ການ​ປອບ​ໂຍນ ມີ​​ໄວ້​ໃຫ້​​ພວກ​ເຮົາແຕ່ລະຄົນ​. ພຣະອົງ​ຜູ້​ຊຶ່ງ​ຮູ້​ເຮົາ​ດີກ​ວ່າ​​ເຮົາ​ຮູ້​ຕົນ​ເອງ, ພຣະອົງ​ຜູ້​ຫລິງ​ເຫັນ​ພາບ​ອັນ​ກວ້າງ​ໄກ ​ແລະ ພຣະອົງ​ຜູ້​ຊຶ່ງ​ຮູ້ຈັກ​ທີ່​ສຸດ​ຈາກ​ຕອນ​ຕົ້ນ ​ໄດ້​ໃຫ້​ເຮົາ​ແນ່​ໃຈ​ວ່າ ພຣະອົງຈະ​ຢູ່​ນຳ​ເຮົາ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ ຖ້າ​ຫາກ​ເຮົາ​ພຽງ​ແຕ່​ທູນ​ຂໍ. ​ເຮົາ​ໄດ້​ຮັບ​ຄຳ​ສັນຍາ​ວ່າ: “ຈົ່ງ​ອະທິຖານສະ​ເໝີ, ​ແລະ ມີ​ຄວາມ​ເຊື່ອ, ​ແລະ ທຸກ​ສິ່ງທັງ​ປວງຈະ​ທຳ​ງານ​ນຳກັນ​​ໄປ ເພື່ອ​ຄວາມ​ດີ​ຂອງ​ພວກເຈົ້າ.”4

​ໃນ​ຂະນະ​ທີ່​ເຮົາ​ອະທິຖານ​ຫາ​ພຣະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ຢ່າ​ລືມ​ຖ້ອຍ​ຄຳ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ສັ່ງສອນ. ​ຕອນ​ພຣະອົງ​ໄດ້​ປະ​ເຊີນ​ກັບ​ຄວາມທຸກ​ທໍລະມານ​ຢູ່​ທີ່​ເຄັດ​ເຊ​ມາ​ເນ ​ແລະ ຢູ່​ເທິງ​ໄມ້​ກາງ​​ແຂນ, ພຣະອົງ​ໄດ້​ອະທິຖານ​ຫາ​ພຣະບິດາ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະ​ບິດາ​​ເຈົ້າ​ເທີ້ນ.”5 ​ເຖິງ​ແມ່ນ​ຈະ​ຫຍຸ້ງຍາກ​ຫລາຍ​ເປັນ​ບາງ​ຄັ້ງ, ​ເຮົາ​ກໍ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຄື​ກັນ ວ່າ​ພຣະອົງ​ຮູ້ຈັກ​ຫລາຍ​ທີ່​ສຸດ ​ເຖິງ​ວິທີ ​ແລະ ​ເວລາ ​ແລະ ​ແບບ​ແຜນ​ທີ່​ຈະ​ຊ່ອຍ​ເຫລືອ​​ເຮົາ.

ຂ້າພະ​ເຈົ້າມັກ​ກາບ​ກອນ​ຂອງ​ນັກ​ກະວີ ທີ່​ວ່າ:

​​ເຮົາ​ບໍ່​ຮູ້ຈັກ​​ເຖິງ​ແຜນການ,

​ແຕ່​​ເຮົາ​ຮູ້​ວ່າ: ພຣະ​ເຈົ້າຕອບ​ຄຳ​ອະທິຖານ.

​ເຮົາ​ຮູ້​ວ່າ​ພຣະອົງ​ຮັກສາ​ຄຳ​ສາບານ,

ຊຶ່ງ​ບອກ​ເຮົາ​ວ່າ ພຣະອົງ​​ໄດ້​ຍິນຄຳ​ອະທິຖານ,

​ແລະ ຈະ​ຕອບ​ ຖ້າ​ບໍ່​ໄວກໍ​ຊ້າ,

​ແລະ ສະນັ້ນ ​ເຮົາ​ຈະ​ຄອຍ​ຖ້າ.

​ເຮົາ​ບໍ່​ຮູ້​ວ່າ​ພອນ​ທີ່​ເຮົາ​ສະ​ແຫວ​ງຫາ

ຈະ​ມາ​ເຖິງ​ຕາມ​ທີ່​ເຮົາ​ຄາດ​ຄິດຫລື​ບໍ່,

​ແຕ່​ກໍ​ໄດ້​ມອບ​ຄຳ​ອະທິຖານ​ໄວ້​ກັບ​ພຣະອົງ

ຊຶ່ງ​ສະຫລາດ​ກວ່າ​ຕົວ​ເຮົາ​ເອງ,

​​ໄວ້​ວາງ​ໃຈ​ວ່າ​ພຣະອົງ​ຈະ​ມອບ

ຫລື ​ປະທານຄຳ​ຕອບ​ທີ່​ດີກ​ວ່າ​​​ໃຫ້​ເຮົາ.6

​ແນ່ນອນ​ວ່າ,​ ການ​ອະທິຖານ​ບໍ່​ແມ່ນ​ສຳລັບ​ເວລາ​ທີ່​ຫຍຸ້ງຍາກ​ເທົ່າ​ນັ້ນ. ​ເຮົາ​ໄດ້​ຖືກ​ບອກ​​ເລື້ອຍໆ​ໃນ​ພຣະຄຳ​ພີ​ວ່າ “ຈົ່ງ​ອະທິຖານ​ສະ​ເໝີ”7 ​ແລະ ຮັກສາ​ຄຳ​ອະທິຖານ​ໄວ້​ໃນ​ໃຈ​ຂອງ​ເຮົາ.8 ​ເນື້ອ​ເພງ​ທີ່​ຂ້າພະ​ເຈົ້າມັກ ​ແລະ ຮູ້ຈັກ​ດີ ​ໄດ້​ຖາມຄຳ​ຖາມ​ທີ່​ດີ​ສຳລັບ​ເຮົາ​ທີ່​ຈະ​ຖາມ​ຕົນ​ເອງ​ແຕ່​ລະ​ວັນ​ວ່າ: “ທ່ານ​ຄິດ​ທີ່​ຈະ​ອະທິຖານ​ຫລື​ບໍ່?”9

ນອກ​ເໜືອ​ໄປ​ຈາກ​ການ​ອະທິຖານ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ສາມາດ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ໃນ​ໂລກ​ແລ້ວ ກໍ​​ແມ່ນການ​ສຶກສາ​ພຣະຄຳ​ພີ. ຖ້ອຍ​ຄຳ​ທີ່​ເປັນຄວາມ​ຈິງ ​ແລະ ດົນ​ໃຈ ຊຶ່ງມີ​ຢູ່​ໃນ​ໜັງສື​ມາດຕະຖານ​ສີ່​​ເຫລັ້ມ ​ມີຄ່າ​ຫລາຍ​ທີ່​ສຸດ​ຕໍ່​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າບໍ່​ເຄີຍ​ເມື່ອຍ​ທີ່​ຈະ​ອ່ານ​ມັນ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ເຊີດ​ຊູ​ໃຈ​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າພະ​ເຈົ້າຄົ້ນຄວ້າ​ພຣະຄຳ​ພີ. ຖ້ອຍ​ຄຳ​ທີ່​ສັກສິດ​​​ແຫ່ງ​ຄວາມ​ຈິງ ​ແລະ ຄວາມ​ຮັກເຫລົ່ານີ້ ​ໄດ້​ນຳພາ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ແລະ ຊີ້​ທາງ​ໃຫ້​ໄປ​ຫາ​ຄວາມ​ດີ​ພ້ອມ​ນິລັນດອນ.

​ເມື່ອ​ເຮົາ​ອ່ານ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ, ​ເຮົາ​ຈະ​ໄດ້​ຍິນສຽງ​ແຜ່ວ​ເບົາຂອງ​ພຣະວິນ​ຍານ​ກ່າວ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ. ​ເຮົາ​ສາມາດ​ພົບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາ. ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພອນ​ຊຶ່ງ​ມາ​ເຖິງ​ຜ່ານ​ການ​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ​​ເຮົາ​ມີ​ປະຈັກ​ພະຍານ​ທີ່​ແນ່ນອນ​ເຖິງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ​ແລະ ຄວາມ​ຮັກ​ຂອງ​ທັງ​ສອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ. ​ເມື່ອ​ເຮົາ​ສຶກສາ​ພຣະຄຳ​ພີ​ດ້ວຍຄຳ​ອະທິຖານ​, ​ເຮົາ​ສາມາດ​ແນ່​ໃຈ​ໄດ້​ວ່າ ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເປັນຄວາມ​ຈິງ.

ປະທານກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ວ່າ, “ຂໍ​ໃຫ້ພຣະຜູ້​ເປັນ​ເຈົ້າຈົ່ງອວຍພອນ​ເຮົາ​ແຕ່ລະຄົນ ​ເພື່ອ​ໃຫ້​ຊື່ນ​ຊົມ​ກັບ [ພຣະຄຳ] ທີ່​ສັກສິດ ​ແລະ ຮັບ​ພະລັງ​ຈາກ [ມັນ], ສັນຕິ​ສຸກ​ນັ້ນ, ​ແລະ ຄວາມ​ຮູ້​ນັ້ນ ‘ຊຶ່ງ​ເກີນ​ຄວາມ​ເຂົ້າ​​ໃຈ​ທັງ​ໝົດ’ (ຟີ​ລິບ​ປອຍ 4:7).”10

​ເມື່ອ​ເຮົາ​ຈື່​ທີ່​ຈະ​ອະທິຖານ ​ແລະ ​ໃຊ້​ເວລາ​ກັບ​ພຣະຄຳ​ພີ, ຊີວິດ​ຂອງ​ເຮົາ​ຈະ​ໄດ້​ຮັບ​ພອນ​ອັນ​ເປັນນິດ ​ແລະ ພາລະ​ໜັກໜ່ວງ​ຂອງ​ເຮົາ​ຈະ​ເບົາບາງ​ລົງ​.

ຂ້າພະ​ເຈົ້າຂໍ​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ທ່ານ​ຟັງ​ເຖິງ​ວິທີ​ທີ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາຕອບ​ຄຳ​ອະທິຖານ ​ແລະ ຄຳ​ອ້ອນວອນ​ຂອງ​ສະຕີ​ຄົນ​ໜຶ່ງ ​ແລະ ​ໄດ້​ປະທານ​ຄວາມ​ສະຫງົບ​ສຸກ ​ແລະ ຄວາມ​ແນ່ນອນ​ໃຈທີ່​ນາງ​ຕ້ອງການ​ຫລາຍ​ທີ່​ສຸດ​ໃຫ້​ແກ່​ນາງ.

ນາງທິບ​ຟະ​ນີ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ເລີ່​ມຕົ້ນຈາກປີ​ກາຍ​ນີ້ ​ຕອນ​ນາງ​ໄດ້​​ເຊື້ອ​ເຊີນໝູ່​ເພື່ອນ​ມາ​ຮ່ວມ​ງານ​ແຕ້​ງສະ​ກີບ​ວິ​ງຢູ່​​ເຮືອນ​ຂອງ​ນາງ ​ແລະ ຕອນ​ບຸນຄຣິດສະມັດອີກ. ສາມີ​ຂອງ​ນາງ​ໄດ້​ເຂົ້າຮຽນ​ຢູ່​​ໂຮງຮຽນ​ແພດສາດ ​ແລະ ຝຶກ​ເປັນ​ໝໍ​ປີ​ທີ​ສອງຢູ່​​ໂຮງ​ໝໍ. ​ເພາະ​ຕ້ອງ​ໄດ້​ທຳ​ງານ​ຫລາຍ​ຊົ່ວ​ໂມງ​ຕໍ່​ມື້, ລາວ​ຈຶ່ງ​ບໍ່​ສາມາດ​ຊ່ອຍ​ເຫລືອ​ນາງ​ດັ່ງ​ທີ່​ທັງ​ສອງ​ຄາດຄິດ, ລວມທັງ​ທຸກ​ສິ່ງ​ທີ່​ລາວ​ຕ້ອງ​ໄດ້​ເຮັດ​ໃນ​​ໄລຍະ​ບຸນເທດສະການ ທີ່ນອກ​ເໜືອ​ໄປ​ຈາກ​ການ​ດູ​ແລ​ລູກນ້ອຍ​ສີ່​ຄົນ​ຂອງ​​ເຂົາ​ເຈົ້າ, ​ທັງ​ໝົດ​​ໄດ້​ຕົກ​​ເປັນພາລະ​ຂອງ​ນາງທິບ​ຟະ​ນີ​ແຕ່​ຄົນ​ດຽວ. ນາງ​ບໍ່ຮູ້ຈັກ​ວ່າ​ຊິ​ເຮັດ​ແນວ​ໃດ, ​​ແລ້ວ​ນາງ​​ໄດ້​ຍິນ​ວ່າ ຄົນ​ໜຶ່ງ​ທີ່​ນາງ​ຮັກ​​ເປັນ​​ໂລກ​ມະ​ເລັງ. ນາງ​ຮູ້ສຶກ​ກຸ້ມ​ໃຈ ​ແລະ ​ເປັນ​ຫ່ວງ​ຫລາຍ, ​ແລະ ນາງ​ເກີດ​ທໍ້ຖອຍ​ໃຈ ​ແລະ ​ໂສກ​ເສົ້າ. ນາງ​ໄດ້​ໄປ​ຫາ​ໝໍ, ​ແຕ່​ກໍຊ່ອຍ​ນາງ​ບໍ່​ໄດ້. ນາງບໍ່​ຄິດ​ຢາກ​ເຂົ້າຢາກ​ນ້ຳ, ​ແລະ ​ເລີ່​ມຈ່ອຍ​ຜອມລົງ, ຊຶ່ງ​ຕອນ​ນັ້ນນາງ​ກໍ​ຈ່ອຍ​ຜອມ​ຢູ່​ແລ້ວ. ນາງ​ໄດ້​ຊອກ​ຫາ​ຄວາມ​ສະຫງົບ​ຜ່ານ​ທາງ​ພຣະຄຳ​ພີ ​ແລະ ອະທິຖານ​ເພື່ອ​ຂໍ​ການ​ປົດ​ປ່ອຍ​ຈາກ​ຄວາມ​ກຸ້ມ​ໃຈ​ທີ່​ຄອບງຳ​ນາງ. ​ເມື່ອ​ເຫັນ​ວ່າ​ບໍ່​ພົບ​ຄວາມ​ສະຫງົບ ​ແລະ ບໍ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ, ນາງ​ຈຶ່ງ​ເລີ່ມ​ຮູ້ສຶກ​ຖືກ​ພຣະ​ເຈົ້າປະ​ຖິ້ມ. ຄອບຄົວ ​ແລະ ໝູ່​ເພື່ອນ​ຂອງ​ນາງ​ໄດ້​ອະທິຖານ​ເພື່ອ​ນາງ ​ແລະ ພະຍາຍາມ​ຊ່ອຍ​ເຫລືອ​ນາງ. ​ເຂົາ​ເຈົ້າ​ໄດ້​ເອົາ​ອາຫານ​ທີ່​ນາງ​ມັກ​ມາ​ຝາກ​ນາງ ​ແລະ ພະຍາຍາມ​ຊ່ອຍ​ເຫລືອ​ນາງ​ໃຫ້​ມີສຸຂະພາບ​ດີ​ຂຶ້ນ, ​ແຕ່​ນາງ​ສາມາດ​ກິນ​ພຽງ​ສອງ​ສາມ​ຄຳ​ເທົ່າ​ນັ້ນ ​ແລະ ບໍ່​ສາມາດ​ກິນ​ຕໍ່​ໄປອີກ.

​ໃນ​ມື້ໜຶ່ງ​ທີ່​ຍາກ​ທີ່​ສຸດ, ​ເພື່ອນ​ຄົນ​ໜຶ່ງ​ໄດ້​ພະຍາຍາມ​ຍົວະ​ນາງ​ກິນ​ອາຫານ​ທີ່​ນາງມັກ ​ແຕ່​ບໍ່​ໄດ້ຜົນ. ​ເມື່ອ​ບໍ່​ມີ​ສິ່ງ​ໃດ​ຊ່ອຍ​ໄດ້, ​​ເພື່ອນ​ຂອງ​ນາງ​ໄດ້​ເວົ້າວ່າ, “ຄົງ​ມີ​ ບາງ​ສິ່ງ ​ທີ່​ເຈົ້າຄິດ​ຢາ​ກກິນ.”

ນາງທິບ​ຟະ​ນີ​ໄດ້​ຄິດ​ບຶດໜຶ່ງ ​​ແລ້ວ​ໄດ້​ເວົ້າວ່າ, “ສິ່ງ​ໜຶ່ງ​ທີ່​ຂ້ອຍ​ຄິດ​ຢາກກິນ ​ແມ່ນ​ເຂົ້າຈີ່​ທີ່ເຮັດ​ເອງ.”

​ແຕ່​ບໍ່​ມີ​ເຂົ້າຈີ່​ທີ່​​ເຮັດ​​ເອງ​ໃນ​ມື້​ນັ້ນ.

ຕອນ​ບ່າຍ​ຂອງ​ມື້​ຕໍ່​ມີ ມີ​ຄົນ​ມາ​ກົດ​ກະດິງ​ບ້ານ​ຂອງ​ນາງທິບ​ຟະ​ນີ​. ສາມີ​ຂອງ​ນາງ​​ໄດ້​ຢູ່​ບ້ານ​ມື້ນັ້ນ ​ແລະ ​ໄດ້​​ໄປ​ເປີດ​ປະຕູ. ລາວ​ໄດ້​ກັບ​ມາ​ດ້ວຍ​ເຂົ້າຈີ່​ທີ່​ເຮັດ​ເອງ. ນາງທິບ​ຟະ​ນີ​ປະຫລາດ​ໃຈ​ຫລາຍ ​ເມື່ອ​ສາມີ​ຂອງ​ນາງ​ບອກ​ວ່າ ​ເຂົ້າຈີ່​ກ້ອນ​ນັ້ນມາ​ຈາກ​ນາງ​ເຊີຣີ ຜູ້​ທີ່​ເຂົາ​ເຈົ້າພຽງ​ຮູ້ຈັກ​ເລັກ​ນ້ອຍ. ນາງ​ເປັນ​ເພື່ອນ​ຂອງ​ນາງ ນິກ​ໂຄ ຜູ້​ເປັນ​ນ້ອງ​ສາວ​ຂອງ​ນາງທິບ​ຟະ​ນີ​, ທີ່ອາ​ໄສ​ຢູ່​ເມືອງ​ເດັນ​ເວີ, ລັດ​ໂຄ​ໂລຣາ​ໂດ. ນາງ​ເຊີຣີ​ໄດ້​ຖືກ​ແນະນຳ​ຕົວ​ໃຫ້​ຮູ້ຈັກ​ນາງທິບ​ຟະ​ນີ​ ​ແລະ ສາມີ​ຂອງ​ນາງ​ຫລາຍ​ເດືອນ​ຜ່ານ​ມາ​ແລ້ວ ຕອນ​ນາງນິກ​ໂຄ ​ແລະ ຄອບຄົວ​ຂອງ​ນາງ​ໄດ້​ມາ​ພັກ​ຢູ່​ນຳ​ນາງທິບ​ຟະ​ນີ​ ຕອນ​ບຸນ​ແຕ້​ງສະ​ກີບ​ວິ​ງ. ນາງ​ເຊີຣີ, ຜູ້​ໄດ້​ອາ​ໄສ​ຢູ່​​ເມືອງ​ໂອ​ມາ​ຮາ, ​ໄດ້​ມາ​ຫລິ້ນ​ບ້ານນາງທິບ​ຟະ​ນີ​​ເພື່ອ​ຢ້ຽມຢາມ​ນາງນິກ​ໂຄ.

ບັດ​ນີ້, ຫລາຍ​ເດືອນ​ຈາກ​ນັ້ນ, ​ໂດຍ​ທີ່​ມີ​ເຂົ້າຈີ່​ຢູ່​ໃນ​ມື, ນາງທິບ​ຟະ​ນີ​ໄດ້​ໂທ​ໄປ​ຫາ​ນາງນິກ​ໂຄ ​ເພື່ອ​ຂອບ​ໃຈ​ນາງ​ທີ່​ໄດ້​ສົ່ງ​ນາງ​ເຊີຣີ​​ໃຫ້ເອົາ​ເຂົ້າຈີ່​ມາ​ໃຫ້​ນາງ. ​ແຕ່​ນາງນິກ​ໂຄບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ເລື່ອງ​ນີ້.

​ເລື່ອງ​ລາວ​ໄດ້​ແຈ່ມ​ແຈ້ງຂຶ້ນ ​ເມື່ອ​ນາງນິກ​ໂຄ​ໄດ້​ໂທ​ຖາມ​ນາງ​​ເຊີຣີ​ເພື່ອນ​ຂອງ​ນາງ ​ເພື່ອ​ສອບ​ຖາມ​ວ່າ​ແມ່ນ​ຫຍັງ​ທີ່​ດົນ​ໃຈ​ນາງ​ໃຫ້​ເອົາ​ເຂົ້າຈີ່​​ໄປ​ໃຫ້​ເອື້ອຍ​ຂອງນາງ. ສິ່ງ​ທີ່​ນາງ​ໄດ້​ຍິນ​ເປັນ​ການ​ປະຫລາດ​ໃຈ​ຕໍ່​ນາງ, ຕໍ່ນາງທິບ​ຟະ​ນີ, ຕໍ່​ນາງ​ເຊີຣີ—​ແລະ ຕໍ່​ຂ້າ​ພະ​ເຈົ້າຄື​ກັນ.

​ໃນ​ເຊົ້າພິ​ເສດ​ມື້ນັ້ນຕອນ​ມາ​ສົ່ງ​ເຂົ້າຈີ່,​ ນາງ​ເຊີຣີ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ເຮັດ​ເຂົ້າຈີ່​ສອງ​ກ້ອນ ​ແທນ​ທີ່​ຈະ​ເຮັດ​ກ້ອນ​ດຽວ​ຕາມ​ທີ່​ນາງ​ໄດ້​ວາງ​ແຜນ​ຈະ​ເຮັດ. ນາງ​ຮູ້ສຶກ​ວ່າ​ຕ້ອງ​ໄດ້​ເອົາ​ເຂົ້າຈີ່​ກ້ອນ​ທີ​ສອງ​​ໃສ່​ລົດ​ໄປ​ນຳ​ມື້ນັ້ນ, ​ເຖິງ​ແມ່ນ​ວ່າ​ນາງ​ບໍ່​ຮູ້​ວ່າ​ເປັນ​ຫຍັງ. ຫລັງ​ຈາກ​ໄດ້​ໄປ​ກິນ​ເຂົ້າສວຍ​ຢູ່​ບ້ານ​​ເພື່ອນ​ຂອງ​ນາງແລ້ວ, ລູກ​ສາວ​ຂອງ​ນາງ​ອາຍຸ​ໜຶ່ງ​ປີ​ເລີ່ມຕົ້ນ​ແອ່ວ ​ແລະ ຕ້ອງ​ໄດ້​ພາ​ກັບ​ບ້ານ​ໄປ​ນອນ. ນາງ​ເຊີຣີຮູ້ສຶກ​ບໍ່​ຢາກ​ໄປ​ສົ່ງ​ເຂົ້າຈີ່​​ໃຫ້​ເອື້ອຍ​ຂອງ​ນາງນິກ​ໂຄຕາມ​ທີ່​ຖືກ​ກະ​ຕຸ້ນ, ຜູ້​ອາ​​ໄສ​ຢູ່​ປະມານ 30 ນາທີ ກົງກັນຂ້າມ​ກັບ​ທາງ​ໄປ​ບ້ານ​ຂອງ​ນາງ ຜູ້ຊຶ່ງ​ນາງ​ບໍ່​ຮູ້ຈັກ​ດີ​ປານ​ໃດ. ນາງ​ພະຍາຍາມ​ຫາ​ຂໍ້​ແກ້​ຕົວ​, ນາງຢາກ​ພາ​ລູກ​ທີ່​ງ້ວງ​ນອນ​ກັບ​ບ້ານ ​​ແລະ ຮູ້ສຶກ​ອາຍ​ທີ່​ຈະ​ເອົາ​ເຂົ້າຈີ່​ໄປ​​ໃຫ້​ຄົນ​ທີ່​ນາງ​ຮູ້ສຶກ​ວ່າ​ເປັນ​ຄົນ​ແປກ​ໜ້າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນາງ​ຮູ້ສຶກ​ວ່າ​ຕ້ອງ​ໄປ​​​ເຮືອນ​ຂອງ​ນາງທິບຟະ​ນີ, ດັ່ງນັ້ນນາງ​ຈຶ່ງ​ໄດ້​ໄປ​ຕາມ​ການ​ກະ​ຕຸ້ນ.

​ເມື່ອ​ນາງ​ໄປ​ເຖິງ, ສາມີ​ຂອງ​ນາງທິບ​ຟະ​ນີ​ໄດ້​ມາ​ເປີດ​ປະຕູ. ນາງ​ເຊີຣີ​ໄດ້​ບອກ​ລາວ​ວ່າ ນາງ​ເປັນ​​​ເພື່ອນຂອງນາງນິກ​ໂຄຜູ້​ທີ່​ລາວ​​ໄດ້​ເຫັນ​ຕອນ​​ແຕ້​ງສະ​ກີບ​ວິ​ງ, ​ໄດ້​ຍື່ນ​ເຂົ້າຈີ່​ໃຫ້​ລາວ, ​ແລ້ວ​ກໍ​ໄດ້​ຈາກ​ໄປ.

ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ເພາະ​ພຣະຜູ້​ເປັນ​ເຈົ້າ​​ໄດ້​ສົ່ງ​ຄົນ​ທີ່​ເກືອບ​ບໍ່​ຮູ້ຈັກ​ກັນ​ເລີຍ ຜູ້​ອາ​ໄສ​ຢູ່​​ຫ່າງ​ໄກ ​ໃຫ້​ເອົາ​ເຂົ້າຈີ່​ມາ​ສົ່ງ ບໍ່​ພຽງ​ແຕ່​ເປັນ​ເຂົ້າຈີ່​ທີ່​ນາງ​ເຮັດ​ເອງ​ເທົ່າ​ນັ້ນ ​ແຕ່​​ເປັນ​ການ​ບົ່ງ​ບອກຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ຮັກຕໍ່​ນາງທິບ​ຟະ​ນີ. ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ນາງ​ເປັນ​ສິ່ງ​ທີ່​ອະທິບາຍ​ບໍ່​ໄດ້​ໃນ​ທາງ​ອື່ນ. ນາງ​ໄດ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ຮູ້ສຶກ​ວ່າ​ນາງ​ບໍ່​ໄດ້​ຢູ່​ຄົນ​ດຽວ—ວ່າ​ພຣະ​ເຈົ້າຮູ້ຈັກ​ນາງ ​ແລະ ບໍ່​ໄດ້​ປະ​ຖິ້ມ​ນາງ—​ເປັນ​ສິ່ງ​ດຽວ​ທີ່​ນາງ​ຢາກ​ໄດ້—ຖືກ​ສົ່ງ​ມາ​ໃຫ້​ໂດຍ​ຄົນ​ທີ່​ນາງ​ບໍ່​ຮູ້ຈັກ​ດີ, ​ເປັນຄົນ​ທີ່​ບໍ່​ຮູ້ຈັກ​ເຖິງ​ຄວາມ​ຕ້ອງການ​ຂອງ​ນາງ, ​ແຕ່​ໄດ້​​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ.​ ມັນ​ເປັນ​ເຄື່ອງໝາຍ​ໃຫ້​ນາງທິບ​ຟະ​ນີຮູ້ວ່າ ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ​ເຖິງ​ຄວາມ​ຕ້ອງການ​ຂອງ​ນາງ ​ແລະ ຮັກ​ນາງ​ຫລາຍ​ ຈົນ​ໄດ້​ສົ່ງ​ຄວາມ​ຊ່ອຍ​ເຫລືອ​ມາ​ໃຫ້. ພຣະອົງ​ໄດ້​ຕອບ​ຄຳ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອຂອງ​ນາງ.

​ເອື້ອຍ​ນ້ອງທີ່​ຮັກ​ແພງ​ທັງຫລາຍ, ພຣະບິດາ​ເທິງ​ສະຫວັນ​ຮັກ​ທ່ານ—​ແຕ່ລະຄົນ. ຄວາມ​ຮັກ​ນັ້ນບໍ່​ມີ​ວັນ​ປ່ຽນ​ແປງ. ມັນ​ບໍ່​ໄດ້​​ເປັນ​ໄປ​ຕາມ​ການ​ປະກົດ​ຕົວ​ຂອງ​ທ່ານ, ຫລື ສິ່ງ​ທີ່​ທ່ານ​ມີ, ຫລື ​ເງິນຄຳ​ທີ່​ທ່ານ​ມີ​ຢູ່​ໃນ​ທະນາຄານ. ມັນ​ບໍ່​ໄດ້​​ເປັນ​ໄປ​ຕາມ​ພອນ​ສະຫວັນ ​ແລະ ຄວາມ​ສາມາດ​ຂອງ​ທ່ານ. ມັນ​ມີ​ໃຫ້​ທ່ານ​ຕອນ​ທ່ານ​ໂສກ​ເສົ້າ ​ ຫລື ມີ​ຄວາມສຸກ, ທໍ້ຖອຍ​ໃຈ ຫລື ມີ​ຄວາມ​ຫວັງ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າມີ​​ໃຫ້​ທ່ານ ບໍ່​ວ່າ​ທ່ານຮູ້ສຶກ​ວ່າ​ທ່ານ​ເໝາະ​ສົມ​ກັບ​ມັນ​ຫລື​ບໍ່. ຄວາມ​ຮັກ​ນັ້ນມີ​ໃຫ້​ທ່ານ​ສະ​ເໝີ​ໄປ.​

​ເມື່ອ​ເຮົາ​ສະ​ແຫວ​ງຫາ​ພຣະບິດາ​ເທິງ​ສະຫວັນ​ຜ່ານ​ການ​ອະທິຖານ​ທີ່​ຈິງ​ຈັງ ​ແລະ ສຶກສາ​ພຣະຄຳ​ພີ​ຢ່າງ​ອຸທິດ​ຕົນ, ​​ແລ້ວປະຈັກ​ພະຍານ​ຂອງ​ເຮົາ​ຈະ​​ເຂັ້ມ​ແຂງ​ຂຶ້ນ ​ແລະ ​ເລິກ​ຊຶ້ງ. ​ເຮົາ​ຈະ​ຮູ້​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າທີ່​ມີ​ຕໍ່​ເຮົາ. ​ເຮົາ​ຈະ​ເຂົ້າ​ໃຈ​ວ່າ ​ເຮົາ​ບໍ່​ໄດ້​ເດີນ​ໄປ​ຄົນ​ດຽວ. ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ມື້ໜຶ່ງ​ທ່ານ​ຈະ​ຄິດ​ກ່ຽວ​ກັບ​ຊ່ວງ​​​ໄລຍະ​ທີ່​ຫຍຸ້ງຍາກ​ຂອງ​ທ່ານ, ​ແລະ ທ່ານ​ຈະ​ຮັບ​ຮູ້​ວ່າ ພຣະອົງ​​ໄດ້​ຢູ່​ຄຽງ​ຂ້າງ​ທ່ານສະ​ເໝີ​ມາ. ຂ້າພະ​ເຈົ້າຮູ້​ວ່າສິ່ງ​ນີ້​ເປັນຄວາມ​ຈິງ​ຕອນ​ຄູ່​ຊີວິດ​ນິລັນດອນ​ຂອງ​ຂ້າພະ​ເຈົ້າ,​ ​​ແຟຣນຊິດ ​ແບ​ເວີ​ລີ ຈອນ​ສັນ ມອນ​ສັນ, ໄດ້​ຈາກ​ໄປ.

ຂ້າພະ​ເຈົ້າຂໍ​ຝາກ​ພອນຂອງ​ຂ້າພະ​ເຈົ້າ​ໄວ້​ກັບ​ທ່ານ. ຂ້າພະ​ເຈົ້າຂໍ​ຝາກ​ຄວາມ​ກະຕັນຍູ​ຂອງ​ຂ້າພະ​ເຈົ້າໄວ້​ກັບ​ທ່ານ ສຳລັບ​ທຸກ​ສິ່ງ​ທີ່​ດີງາມ​ທີ່​ທ່ານ​ໄດ້​ເຮັດ ​ແລະ ສຳລັບ​ຊີວິດ​ທີ່​ທ່ານດຳລົງ​ຢູ່. ຂໍ​ໃຫ້​ທ່ານ​ຈົ່ງ​ໄດ້​ຮັບ​ຂອງ​ປະທານ​ທີ່​ດີ​ທຸກ​ປະການດ້ວຍ​ເທີ້ນ, ​ໃນ​ພຣະນາມ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາ​ແມນ.