ຈົ່ງປ່ຽນໃຈເຫລື້ອມໃສເຖີດ
ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງຈະເກີດຂື້ນ ຂະນະທີ່ທ່ານປະຕິບັດຕາມຄຳສອນທີ່ທ່ານຮູ້ວ່າຈິງ ແລະ ໂດຍການຮັກສາພຣະບັນຍັດຕໍ່ໄປ, ມື້ແລ້ວມື້ເລົ່າ, ເດືອນແລ້ວເດືອນເລົ່າ.
ອ້າຍເອື້ອຍນ້ອງທັງຫລາຍ, ນີ້ຊ່າງເປັນປະສົບການທີ່ຖ່ອມຕົນ ທີ່ໄດ້ມາຢືນຢູ່ທີ່ແທ່ນປາໄສນີ້ ບ່ອນທີ່ບັນດາວິລະບຸລຸດ ແລະ ວິລະສະຕີໃນຊີວິດຂອງຂ້າພະເຈົ້າໄດ້ຢືນມາກ່ອນ. ຂ້າພະເຈົ້າຢາກຈະແບ່ງປັນຄວາມຮູ້ສຶກໃນໃຈຂອງຂ້າພະເຈົ້າກັບທ່ານ ແລະ ເຈາະຈົງສົ່ງມັນມາຍັງເຍົາວະຊົນໂດຍສະເພາະ.
ວິລະບຸລຸດທີ່ຍິ່ງໃຫຍ່ຄົນໜຶ່ງຄື ໂຢຊວຍ ສາດສະດານັກຮົບຈາກພຣະຄຳພີເດີມ. ເພິ່ນໄດ້ເຊື້ອເຊີນລູກຫລານຂອງຊາວອິດສະລາເອນ ຜູ້ທີ່ເພິ່ນໄດ້ນຳພາວ່າ: “ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ; … ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ, ໝູ່ເຮົາຈະບົວລະບັດຮັບໃຊ້ພຣະຜູ້ເປັນເຈົ້າ.”1 ຄຳປະກາດຂອງໂຢຊວຍສະແດງເຖິງການປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນ. ສຳລັບ ໂຢຊວຍ ແລະ ເຮົາທຸກຄົນ, ການປ່ຽນໃຈເຫລື້ອມໃສຕໍ່ຫລັກທຳພຣະກິດຕິຄຸນຈະມາສູ່ ຜ່ານການປະຕິບັດຕາມຫລັກທຳພຣະກິດຕິຄຸນຢ່າງຊອບທຳ ແລະ ຊື່ສັດຕໍ່ພັນທະສັນຍາຂອງເຮົາທີ່ເຮັດກັບພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າຢາກແບ່ງປັນເລື່ອງການປ່ຽນໃຈເຫລື້ອມໃສຈາກປະຫວັດໃນຄອບຄົວຂອງຂ້າພະເຈົ້າກ່ຽວກັບວິລະບຸລຸດຂອງຂ້າພະເຈົ້າອີກຄົນໜຶ່ງ. ແອກນະ ຮອກແກນ ຄືຊື່ຂອງນາງ, ແລະ ນາງ ແລະ ສາມີຂອງນາງໄດ້ເຂົ້າຮ່ວມສາດສະໜາຈັກທີ່ປະເທດສະກ໊ອດແລນ ໃນປີ 1861. ໂດຍທີ່ໄດ້ຮັບການຂົ່ມເຫັງຫລາຍໃນບ້ານເກີດເມືອງນອນຂອງເຂົາເຈົ້າ, ເຂົາເຈົ້າໄດ້ຍົກຍ້າຍມາອະເມຣິກາກັບລູກໆຂອງເຂົາເຈົ້າ. ຫລາຍປີຕໍ່ໄປ, ນາງແອກນະ ໄດ້ກາຍເປັນຍິງໝ້າຍ ໂດຍມີລູກແປດຄົນທີ່ນາງຕ້ອງລ້ຽງດູ ແລະ ນາງໄດ້ເຮັດວຽກໜັກເພື່ອຈັດຫາເຂົ້າປາອາຫານ ແລະ ເຄື່ອງນຸ່ງຫົມໃຫ້ລູກໆ. ນາງອິຊາແບວ, ລູກສາວອາຍຸ 12 ປີຂອງນາງນັ້ນໂຊກດີພໍທີ່ໄດ້ມີວຽກເຮັດ ໃນຖານະຄົນໃຊ້ຄົນໜຶ່ງໃຫ້ແກ່ຄອບຄົວທີ່ຮັ່ງມີຄົວໜຶ່ງ, ທີ່ບໍ່ໄດ້ເປັນຄອບຄົວໄພ່ພົນຍຸກສຸດທ້າຍ.
ນາງອິຊາແບວອາໄສຢູ່ໃນບ້ານຫລັງໃຫຍ່ນຳເຂົາເຈົ້າ ແລະ ໄດ້ຊ່ອຍດູແລລູກນ້ອຍໆຂອງເຂົາເຈົ້າ. ເພື່ອຕອບແທນສຳລັບການຮັບໃຊ້ຂອງນາງ, ແມ່ຂອງນາງໄດ້ຮັບເງິນເດືອນສ່ວນນ້ອຍຂອງນາງແຕ່ລະອາທິດ. ບໍ່ດົນຈາກນັ້ນຄອບຄົວນັ້ນໄດ້ຮັບເອົານາງອິຊາແບວເປັນສະມາຊິກຂອງຄອບຄົວ ແລະ ນາງໄດ້ເລີ່ມມີສິດພິເສດຫລາຍຢ່າງ, ດັ່ງການຮຽນເຕັ້ນລຳ, ການນຸ່ງເສື້ອຜ້າທີ່ສວຍງາມ, ແລະ ການໄປເບິ່ງການສະແດງທີ່ໂຮງລະຄອນ. ເຫດການນີ້ໄດ້ດຳເນີນໄປເປັນເວລາສີ່ປີ, ຈົນກວ່າຄອບຄົວທີ່ນາງອິຊາແບວ ເຮັດວຽກໃຫ້ນັ້ນໄດ້ຍ້າຍໄປລັດອື່ນ. ເຂົາເຈົ້າຮັກນາງຫລາຍ ເຂົາເຈົ້າຈຶ່ງໄດ້ເວົ້າລົມນຳນາງແອກນະ, ແມ່ຂອງນາງ, ແລະ ໄດ້ຂໍອະນຸຍາດເອົານາງໄປລ້ຽງເປັນລູກບຸນທຳທີ່ຖືກຕ້ອງຕາມກົດໝາຍ. ເຂົາເຈົ້າໄດ້ສັນຍາວ່າເຂົາເຈົ້າຈະຈັດຫາໃຫ້ນາງໄດ້ຮັບການສຶກສາທີ່ດີ, ວ່ານາງຈະໄດ້ແຕ່ງງານກັບຄົນມີຖານະດີ, ແລະ ໃຫ້ນາງເປັນທາຍາດຮັບມໍລະດົກສ່ວນໜຶ່ງກັບລູກໆຂອງເຂົາເຈົ້າ. ເຂົາເຈົ້າຈະຈ່າຍເງິນເດືອນໃຫ້ນາງແອກນະ ຕໍ່ໄປດ້ວຍ.
ແມ່ໝ້າຍ ແລະ ແມ່ຜູ້ດີ້ນລົນຕໍ່ສູ້ຄົນນີ້ຕ້ອງໄດ້ຕັດສິນໃຈຍາກແທ້, ແຕ່ນາງບໍ່ໄດ້ລັງເລໃຈຈັກນ້ອຍເລີຍ. ຂໍໃຫ້ຟັງຖ້ອຍຄຳຂອງຫລານສາວຂອງນາງ, ທີ່ນາງໄດ້ຂຽນເມື່ອຫລາຍປີຜ່ານມາວ່າ: “ຖ້າຫາກຄວາມຮັກຂອງນາງບໍ່ໄດ້ບີບບັງຄັບໃຫ້ນາງຕອບວ່າ ບໍ່, ນາງຍັງໄດ້ມີເຫດຜົນທີ່ດີກວ່ານັ້ນ. ນາງໄດ້ເດີນທາງມາແຕ່ປະເທດສະກ໊ອດແລນທີ່ແສນໄກ ແລະ ໄດ້ຜ່ານຜ່າຄວາມຍາກລຳບາກ ແລະ ການທົດລອງຫລາຍເພື່ອພຣະກິດຕິຄຸນ, ແລະ ນາງບໍ່ໄດ້ຕັ້ງໃຈ, ຖ້າຫາກເປັນໄປໄດ້, ທີ່ຈະໃຫ້ລູກສາວຂອງນາງສູນເສຍສິ່ງທີ່ນາງໄດ້ເດີນທາງມາໄກແສນໄກທີ່ຈະໄດ້ຮັບ.”2 ຄອບຄົວທີ່ຮັ່ງມີນັ້ນໄດ້ໃຊ້ທຸກເຫດຜົນ, ແລະ ນາງອິຊາແບວເອງກໍໄດ້ຮ້ອງໄຫ້ ແລະ ອ້ອນວອນຂໍອະນຸຍາດໄປ, ແຕ່ນາງແອກນະ ແນ່ວແນ່. ຕາມທີ່ທ່ານສາມາດນຶກຄິດໄດ້, ນາງອິຊາແບວອາຍຸ 16 ປີນັ້ນໄດ້ຮູ້ສຶກວ່າຊີວິດຂອງນາງຖືກທຳລາຍໄປໝົດເລີຍ.
ນາງອິຊາແບວ ຮອກແກນ ຄົນນັ້ນ ເປັນແມ່ຍ່າທວດຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບປະຈັກພະຍານ ແລະ ຄວາມເຊື່ອໝັ້ນທີ່ແນ່ວແນ່ໄດ້ມີຢູ່ໃນຫົວໃຈຂອງແມ່ຂອງນາງ, ທີ່ບໍ່ໄດ້ອະນຸຍາດໃຫ້ນາງເອົາສະມາຊິກພາບໃນສາດສະໜາຈັກຂອງນາງແລກປ່ຽນກັບຄຳສັນຍາຂອງທາງຝ່າຍໂລກ. ໃນເວລານີ້, ລູກຫລານຫລາຍໆຮ້ອຍຄົນຂອງນາງ ຜູ້ທີ່ໄດ້ຮັບພອນຈາກການເປັນສະມາຊິກໃນສາດສະໜາຈັກ ເປັນຜູ້ທີ່ໄດ້ຮັບມໍລະດົກຈາກສັດທາ ແລະ ການປ່ຽນໃຈເຫລື້ອມໃສຕໍ່ພຣະກິດຕິຄຸນທີ່ເລິກຊຶ້ງຂອງນາງແອກນະ.
ເພື່ອນໜຸ່ມນ້ອຍຂອງຂ້າພະເຈົ້າ, ເຮົາອາໄສຢູ່ໃນວັນເວລາທີ່ມີອັນຕະລາຍ, ແລະ ການຕັດສິນໃຈທີ່ທ່ານຖືກຮຽກຮ້ອງໃຫ້ເຮັດແຕ່ລະມື້, ຫລື ແມ່ນແຕ່ ແຕ່ລະຊົ່ວໂມງນັ້ນມີຜົນສະທ້ອນຕະຫລອດຊົ່ວນິລັນດອນ. ການຕັດສິນໃຈທີ່ທ່ານເຮັດໃນຊີວິດປະຈຳວັນຂອງທ່ານຈະກຳນົດສິ່ງທີ່ຈະເກີດຂຶ້ນກັບທ່ານໃນອະນາຄົດ. ຖ້າທ່ານຍັງບໍ່ທັນມີປະຈັກພະຍານ ແລະ ຄວາມເຊື່ອໝັ້ນທີ່ແນ່ວແນ່ວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ນີ້ວ່າເປັນອານາຈັກຂອງພຣະເຈົ້າຢູ່ເທິງໂລກ, ດຽວນີ້ຄືເວລາທີ່ຈະເຮັດທຸກສິ່ງທີ່ຈຳເປັນເພື່ອຈະໄດ້ຄຳໝັ້ນສັນຍານນັ້ນ. ການລັ່ງເລທີ່ຈະໃຊ້ຄວາມພະຍາຍາມທີ່ຕ້ອງມີເພື່ອຈະໄດ້ມີຄວາມເຊື່ອໝັ້ນແບບນັ້ນສາມາດເປັນອັນຕະລາຍຕໍ່ຈິດວິນຍານຂອງທ່ານໄດ້.
ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງນີ້ແມ່ນຍິ່ງໄປກວ່າການມີຄວາມຮູ້ເຖິງຫລັກທຳພຣະກິດຕິຄຸນ ແລະ ມີຄວາມໝາຍຫລາຍກວ່າພຽງແຕ່ການມີປະຈັກພະຍານເຖິງຫລັກທຳເຫລົ່ານັ້ນ. ມັນເປັນໄປໄດ້ທີ່ຈະມີປະຈັກພະຍານເຖິງພຣະກິດຕິຄຸນໂດຍບໍ່ດຳລົງຊີວິດຕາມນັ້ນ. ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງນັ້ນໝາຍຄວາມວ່າ ເຮົາປະຕິບັດຕາມສິ່ງທີ່ເຮົາເຊື່ອ ແລະ ປ່ອຍໃຫ້ມັນເຮັດ “ໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ.”3 ໃນປຶ້ມນ້ອຍຊື່ True to the Faith, ເຮົາຮຽນຮູ້ວ່າ “ການປ່ຽນໃຈເຫລື້ອມໃສຄືຂະບວນການ, ບໍ່ແມ່ນເຫດການ. ທ່ານໄດ້ປ່ຽນໃຈເຫລື້ອມໃສ ເພາະຜົນທີ່ຕາມມາຂອງຄວາມພະຍາຍາມທີ່ຊອບທຳ ທີ່ຈະຕິດຕາມພຣະຜູ້ຊ່ອຍໃຫ້ລອດ.”4 ມັນຕ້ອງໃຊ້ເວລາ, ຄວາມພະຍາຍາມ, ແລະ ວຽກງານໜັກ. ຍ່າທວດຂອງຂ້າພະເຈົ້າໄດ້ມີຄວາມເຊື່ອໝັ້ນທີ່ແຮງກ້າ ວ່າພຣະກິດຕິຄຸນນັ້ນສຳຄັນສຳລັບລູກໆຂອງນາງ ຫລາຍກວ່າທຸກສິ່ງທີ່ໄດ້ສະເໜີໃຫ້ ໃນທາງຄວາມຮັ່ງມີ ແລະ ຄວາມສຸກສະບາຍ ເພາະວ່ານາງໄດ້ເສຍສະລະ, ໄດ້ອົດທົນ, ແລະ ໄດ້ດຳລົງຊີວິດຕາມພຣະກິດຕິຄຸນ. ການປ່ຽນໃຈເຫລື້ອມໃສຂອງນາງໄດ້ມາຈາກການດຳລົງຊີວິດຕາມຫລັກທຳຂອງພຣະກິດຕິຄຸນ ແລະ ການເສຍສະລະເພື່ອຫລັກທຳເຫລົ່ານັ້ນ.
ເຮົາຈຳເປັນຕ້ອງໄດ້ຜ່ານຜ່າຂະບວນການດຽວກັນ ຖ້າຫາກເຮົາຢາກຈະໄດ້ມີຄຳໝັ້ນສັນຍາແບບດຽວກັນນັ້ນ. ພຣະຜູ້ຊ່ອຍໃຫ້ລອດໄດ້ສອນວ່າ, “ຜູ້ໃດກໍຕາມທີ່ເຕັມໃຈປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ກໍຈະຮູ້ວ່າສິ່ງທີ່ເຮົາສັ່ງສອນນັ້ນມາຈາກພຣະເຈົ້າ ຫລື ເຮົາກ່າວຈາກສິດອຳນາດຂອງເຮົາເອງ.”5 ບາງເທື່ອເຮົາພະຍາຍາມເຮັດກັບຫລັງ. ຍົກຕົວຢ່າງ, ເຮົາອາດຈະເຮັດທຳນອງນີ້: ຂ້ານ້ອຍພໍໃຈທີ່ຈະຮັກສາກົດສ່ວນສິບ, ແຕ່ກ່ອນນັ້ນຂ້ານ້ອຍຕ້ອງຮູ້ກ່ອນວ່າມັນຈິງ. ບາງທີເຮົາແມ່ນແຕ່ຈະອະທິຖານເພື່ອຈະໄດ້ມີປະຈັກພະຍານເຖິງກົດສ່ວນສິບ ແລະ ຫວັງໃຫ້ພຣະຜູ້ເປັນເຈົ້າໃຫ້ພອນເຮົາດ້ວຍປະຈັກພະຍານ ກ່ອນເຮົາຈະຂຽນໃບຈ່າຍເງິນສ່ວນສິບນັ້ນ. ການມີປະຈັກພະຍານຈະບໍ່ເກີດຂຶ້ນແບບນີ້. ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຮົາໃຊ້ສັດທາ. ເຮົາຕ້ອງຈ່າຍສ່ວນສິບທີ່ເຕັມສ່ວນ ແລະ ສັດຊື່ຢ່າງສະໝ່ຳສະເໝີ ເພື່ອຈະໄດ້ມີປະຈັກພະຍານເຖິງກົດສ່ວນສິບ. ແບບແຜນດຽວກັນນີ້ກ່ຽວພັນກັບຫລັກທຳຂອງພຣະກິດຕິຄຸນທັງໝົດ ບໍ່ວ່າມັນຈະເປັນກົດພົມມະຈັນ, ຫລັກທຳແຫ່ງການນຸ່ງຖືທີ່ສຸພາບຮຽບຮ້ອຍ, ກົດພະວາຈາແຫ່ງປັນຍາ, ຫລືກົດແຫ່ງການຖືສິນອົດເຂົ້າກໍຕາມ.
ຂ້າພະເຈົ້າຢາກແບ່ງປັນຕົວຢ່າງໜຶ່ງວ່າການດຳລົງຊີວິດຕາມຫລັກທຳຊ່ອຍເຮົາໃຫ້ກາຍເປັນຜູ້ປ່ຽນໃຈເຫລື້ອມໃສຕໍ່ຫລັກທຳນັ້ນ. ຂ້າພະເຈົ້າເປັນຍິງໜຸ່ມໃນສະໄໝ 1960 ແລະ ເປັນຍິງສາວໄພ່ພົນຍຸກສຸດທ້າຍພຽງຄົນດຽວໃນໂຮງຮຽນມັດທະຍົມປາຍ. ນັ້ນເປັນຊ່ວງເວລາແຫ່ງການປະຕິວັດ ທີ່ໄດ້ສະແດງລັກສະນະໂດຍການປະຕິເສດສິນທຳທາງປະເພນີ, ການໃຊ້ຢາເສບຕິດ, ແລະ ການມີຄວາມຄິດວ່າເຮັດຫຍັງກໍໄດ້ຕາມໃຈຊອບເລີຍ. ໝູ່ເພື່ອນຂອງຂ້າພະເຈົ້າຫລາຍຄົນເປັນຄົນດີ ແຕ່ໄດ້ພົບເຫັນວ່າມັນງ່າຍທີ່ຈະຍອມມີສ່ວນຮ່ວມຢູ່ກັບຄວາມຕື່ນເຕັ້ນຂອງສິນທຳໃໝ່ນີ້, ຊຶ່ງຕາມຈິງແລ້ວຄືສິ່ງທີ່ຜິດສິນທຳເກົ່າໆນັ້ນເອງ. ພໍ່ແມ່ ແລະ ຄູຂອງຂ້າພະເຈົ້າທີ່ໂບດໄດ້ເນັ້ນເຖິງຄຸນຄ່າຂອງການປະຕິບັດກັບຮ່າງກາຍຂອງຂ້າພະເຈົ້າດ້ວຍຄວາມນັບຖື, ຮັກສາຈິດໃຈໃຫ້ແຈ່ມໃສ, ແລະ ສຳຄັນທີ່ສຸດຄື, ການຮຽນຮູ້ທີ່ຈະໄວ້ວາງໃຈໃນພຣະບັນຍັດຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະຫລີກເວັ້ນສະພາບການ ບ່ອນທີ່ຂ້າພະເຈົ້າໄດ້ຮູ້ວ່າຈະມີເຫລົ້າຢູ່ດ້ວຍ ແລະ ຢູ່ໄກໆຫ່າງຈາກຢາສູບ ແລະ ຢາເສບຕິດ. ສ່ວນຫລາຍແລ້ວ ນັ້ນໄດ້ໝາຍຄວາມວ່າ ຂ້າພະເຈົ້າບໍ່ໄດ້ໄປຮ່ວມງານກິນລ້ຽງ, ແລະ ໜ້ອຍໜັກໜ້ອຍໜາຈະໄດ້ອອກທ່ຽວກັບຊາຍໜຸ່ມ. ຢາເສບຕິດນັ້ນນັບມື້ນັບເປັນຂອງທຳມະດາໃນບັນດາຊາວໜຸ່ມ, ແລະ ບໍ່ໄດ້ຮູ້ເຖິງອັນຕະລາຍດັ່ງໃນວັນເວລານີ້. ຕໍ່ມາ ໝູ່ເພື່ອນຂອງຂ້າພະເຈົ້າຫລາຍຄົນໄດ້ທົນທຸກຈາກຜົນທຳຮ້າຍຢ່າງຖາວອນ ຈາກຢາເສບຕິດທີ່ປ່ຽນແປງສະຕິ ຫລື ໄດ້ຕົກຢູ່ໃນສະພາບການຕິດແສດທີ່ຮ້າຍແຮງ. ຂ້າພະເຈົ້າກະຕັນຍູທີ່ໄດ້ຮັບການສິດສອນໃຫ້ຮັກສາກົດພຣະວາຈາແຫ່ງປັນຍາໃນບ້ານເຮືອນຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ມີປະຈັກພະຍານທີ່ເລິກຊຶ້ງເຖິງຫລັກທຳແຫ່ງພຣະກິດຕິຄຸນ ເມື່ອຂ້າພະເຈົ້າໄດ້ໃຊ້ສັດທາ ແລະ ດຳລົງຊີວິດໃຫ້ສອດຄ່ອງກັບຫລັກທຳນັ້ນ. ຄວາມຮູ້ສຶກດີໆທີ່ໄດ້ມາສູ່ຂ້າພະເຈົ້າຈາກການດຳລົງຊີວິດຕາມຫລັກທຳທີ່ແທ້ຈິງນັ້ນ ຄືພຣະວິນຍານຂອງພຣະວິນຍານບໍລິສຸດ ທີ່ໄດ້ຢືນຢັນວ່າຫລັກທຳນັ້ນຈິງ. ເມື່ອນັ້ນເອງທີ່ການປ່ຽນໃຈເຫລື້ອມໃສເລີ່ມເກີດຂຶ້ນ.
ສາດສະດາໂມໂຣໄນ, ໃນພຣະຄຳພີມໍມອນ, ໄດ້ສອນວ່າ, “ຂ້າພະເຈົ້າຈະສະແດງຕໍ່ໂລກວ່າ ຄວາມເຊື່ອຄືສິ່ງທີ່ມຸ້ງຫວັງໄວ້ ແລະ ຍັງບໍ່ທັນເຫັນ; ສະນັ້ນ, ຈົ່ງຢ່າໄດ້ໂຕ້ຖຽງກັນເລີຍ, ເພາະທ່ານບໍ່ເຫັນຍ້ອນວ່າທ່ານຈະບໍ່ໄດ້ຮັບພະຍານຈົນກວ່າຫລັງຈາກການທົດລອງສັດທາຂອງທ່ານ.”6 ໃນໂລກຂອງເຮົາ ບ່ອນທີ່ມີຄວາມຄາດຫວັງຄວາມພໍໃຈໃນທັນທີທັນໃດນັ້ນ, ເຮົາມັກຈະຮູ້ສຶກຜິດຈາກການຄາດຫວັງລາງວັນ ໂດຍບໍ່ເຮັດຫຍັງເພື່ອຈະໄດ້ມັນ. ຂ້າພະເຈົ້າເຊື່ອວ່າ ໂມໂຣໄນກຳລັງບອກເຮົາວ່າ ເຮົາຕ້ອງລົງມືເຮັດວຽກກ່ອນ ແລະ ໃຊ້ສັດທາໂດຍການດຳລົງຊີວິດຕາມພຣະກິດຕິຄຸນ, ແລ້ວເຮົາຈະໄດ້ຮັບພະຍານນັ້ນວ່າມັນຈິງ. ການປ່ຽນໃຈເຫລື້ອມໃສທີ່ແທ້ຈິງຈະເກີດຂື້ນ ຂະນະທີ່ທ່ານປະຕິບັດຕາມຄຳສອນທີ່ທ່ານຮູ້ວ່າຈິງ ແລະ ໂດຍການຮັກສາພຣະບັນຍັດຕໍ່ໄປ, ມື້ແລ້ວມື້ເລົ່າ, ເດືອນແລ້ວເດືອນເລົ່າ.
ນີ້ເປັນຍຸກສະໄໝທີ່ຮຸ່ງໂລດ ທີ່ຈະເປັນເຍົາວະຊົນໃນສາດສະໜາຈັກ. ທ່ານເປັນກຸ່ມທຳອິດທີ່ໄດ້ມີສ່ວນຮ່ວມໃນຫລັກສູດຂອງເຍົາວະຊົນ Come, Follow Me, ຊຶ່ງຈຸດປະສົງຂອງມັນຄື ການປ່ຽນໃຈເຫລື້ອມໃສຂອງທ່ານຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຈົ່ງຈຳໄວ້ໃຫ້ດີວ່າ ບໍ່ວ່າພໍ່ແມ່ ແລະ ຜູ້ນຳຂອງເຍົາວະຊົນຈະໄດ້ຮັບການດົນໃຈຫລາຍຂະໜາດໃດກໍຕາມ, “ທ່ານມີໜ້າທີ່ຮັບຜິດຊອບຕົ້ນຕໍໃນການປ່ຽນໃຈເຫລື້ອມໃສຂອງທ່ານເອງ. ບໍ່ມີໃຜຈະປ່ຽນໃຈເຫລື້ອມໃສແທນທ່ານໄດ້, ແລະ ບໍ່ມີຄົນໃດຈະບັງຄັບໃຫ້ທ່ານປ່ຽນໃຈເຫລື້ອມໃສໄດ້.”7 ການປ່ຽນໃຈເຫລື້ອມໃສຈະເກີດຂຶ້ນເມື່ອເຮົາພາກພຽນໃນການກ່າວອະທິຖານຂອງເຮົາ, ການສຶກສາພຣະຄຳພີຂອງເຮົາ, ການໄປໂບດ, ແລະ ໂດຍການມີຄຸນຄ່າດີພໍທີ່ຈະມີສ່ວນຮ່ວມໃນພິທີການພຣະວິຫານ. ການປ່ຽນໃຈເຫລື້ອມໃສຈະມາສູ່ເຮົາ ເມື່ອເຮົາປະຕິບັດຕາມຫລັກທຳທີ່ຊອບທຳທີ່ເຮົາໄດ້ຮຽນຮູ້ຢູ່ໃນບ້ານ ແລະ ໃນຫ້ອງຮຽນ. ການປ່ຽນໃຈເຫລື້ອມໃສຈະມີມາເມື່ອເຮົາດຳລົງຊີວິດທີ່ບໍລິສຸດ ແລະ ມີຄຸນນະທຳ ແລະ ຊື່ນຊົມກັບການມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນ. ການປ່ຽນໃຈເຫລື້ອມໃສຈະມີມາເມື່ອເຮົາເຂົ້າໃຈການຊົດໃຊ້ຂອງພຣະເຢຊູຄຣິດ, ຮັບຮູ້ພຣະອົງ ວ່າເປັນພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ອະນຸຍາດໃຫ້ການຊົດໃຊ້ເກີດຜົນໃນຊີວິດຂອງເຮົາ.
ການປ່ຽນໃຈເຫລື້ອມໃສສ່ວນຕົວຂອງທ່ານຈະຊ່ອຍທ່ານ ຂະນະທີ່ທ່ານຕຽມເຮັດພັນທະສັນຍາໃນພຣະວິຫານ, ຮັບໃຊ້ໃນການເຜີຍແຜ່, ແລະ ສະຖາປະນາບ້ານເຮືອນຂອງທ່ານໃນອະນາຄົດ. ເມື່ອທ່ານໄດ້ປ່ຽນໃຈເຫລື້ອມໃສແລ້ວ, ທ່ານຈະມີຄວາມປາດຖະໜາທີ່ຈະແບ່ງປັນໃຫ້ຄົນອື່ນສິ່ງທີ່ທ່ານໄດ້ຮຽນຮູ້ມາ, ແລະ ຄວາມໝັ້ນໃຈ ແລະ ຄວາມສາມາດທີ່ຈະເປັນພະຍານຕໍ່ຄົນອື່ນດ້ວຍຄວາມເຊື່ອໝັ້ນ ແລະ ອຳນາດຈະເພີ່ມທະວີຂຶ້ນ. ຄວາມປາດຖະໜາທີ່ຈະແບ່ງປັນພຣະກິດຕິຄຸນພ້ອມກັບຄົນອື່ນ ແລະ ມີຄວາມໝັ້ນໃຈທີ່ຈະສະແດງປະຈັກພະຍານຢ່າງອາດຫານນີ້ເປັນຜົນທຳມະຊາດຂອງການປ່ຽນໃຈເຫລື້ອມໃສທີ່ແທ້ງຈິງ. ພຣະຜູ້ຊ່ອຍໃຫ້ລອດໄດ້ສອນເປໂຕວ່າ, “ເມື່ອເຈົ້າກັບມາຫາເຮົາແລ້ວ, ເຈົ້າຕ້ອງຊູຄວາມເຊື່ອຂອງບັນດາພີ່ນ້ອງເຈົ້າໃຫ້ເຂັ້ມແຂງຂຶ້ນ.”8
ທ່ານຈຳ ໂຢຊວຍ, ສາດສະດານັກຮົບໄດ້ບໍ? ເພິ່ນບໍ່ພຽງແຕ່ໄດ້ປ່ຽນໃຈເຫລື້ອມໃສແຕ່ຕົວເພິ່ນເອງເທົ່ານັ້ນ, ແຕ່ຍັງໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງຕະຫລອດເຖິງບັ້ນທ້າຍຊີວິດຂອງເພິ່ນນຳອີກ ເພື່ອຈະນຳລູກຫລານຂອງຊາວອິດສະລາເອນມາຫາພຣະເຈົ້າ. ເຮົາອ່ານໃນພຣະສັນຍາເດີມວ່າ: ໃນຊົ່ວຊີວິດຂອງໂຢຊວຍນັ້ນ ປະຊາຊົນອິດສະລາເອນໄດ້ບົວລະບັດຮັບໃຊ້ພຣະຜູ້ເປັນເຈົ້າຕະຫລອດມາ.”9 ຄົນທີ່ໄດ້ປ່ຽນໃຈເຫລື້ອມໃສທີ່ແທ້ຈິງຈະເພິ່ງອຳນາດຂອງການຊົດໃຊ້ ແລະ ຮັບເອົາຄວາມລອດເພື່ອຈິດວິນຍານຂອງຕົນ, ແລ້ວ ເອື້ອມອອກໄປເພື່ອສົ່ງອິດທິພົນທີ່ມີພະລັງ ຫາທຸກຄົນທີ່ຮູ້ຈັກລາວ.
ການດຳລົງຊີວິດຕາມພຣະກິດຕິຄຸນ ແລະ ການຢືນຢູ່ໃນສະຖານທີ່ທີ່ສັກສິດນັ້ນ ຈະບໍ່ງ່າຍ ຫລື ສະດວກສະບາຍສະເໝີໄປ, ແຕ່ຂ້າພະເຈົ້າເປັນພະຍານວ່າ ມັນກຸ້ມຄ່າ! ພຣະຜູ້ເປັນເຈົ້າໄດ້ແນະນຳ ເອມມາ ໃຫ້ເພີກເສຍຈາກສິ່ງຂອງທາງໂລກນີ້, ແລະ ສະແຫວງຫາສິ່ງທີ່ດີກວ່າ.”10 ຂ້າພະເຈົ້າສົງໃສວ່າເຮົາບໍ່ສາມາດນຶກຄິດໄດ້ເລີຍວ່າ “ສິ່ງທີ່ດີກວ່ານັ້ນ” ຈະສະຫງ່າງາມພຽງໃດ!
ຂ້າພະເຈົ້າເປັນພະຍານວ່າ ເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ ຜູ້ທີ່ມີຄວາມປາດຖະໜາທີ່ຍິ່ງໃຫຍ່ ທີ່ຈະຊ່ອຍ ແລະ ປະທານພອນໃຫ້ເຮົາ ໃນຄວາມພະຍາຍາມຂອງເຮົາ ທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ ແລະ ປ່ຽນໃຈເຫລື້ອມໃສ. ພຣະອົງໄດ້ປະກາດຢ່າງແຈ່ມແຈ້ງວ່າ ຈຸດປະສົງ ແລະ ວຽກງານທີ່ສຳຄັນສຸດຄື ຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງເຮົາ.”11 ພຣະອົງປະສົງຈະນຳເຮົາຄືນບ້ານໄປສູ່ທີ່ປະທັບຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາປະຕິບັດຕາມຄຳສອນຂອງພຣະກິດຕິຄຸນ ແລະ ນຳໃຊ້ມັນໃນຊີວິດປະຈຳວັນຂອງເຮົາ, ແລ້ວເຮົາຈະກາຍເປັນຜູ້ປ່ຽນໃຈເຫລື້ອມໃສ ແລະ ຈະເປັນເສັ້ນທາງແຫ່ງການເຮັດຄວາມດີ ໃນຄອບຄົວຂອງເຮົາ ແລະ ໃນໂລກດ້ວຍ. ຂໍໃຫ້ເຮົາທຸກຄົນຈົ່ງໄດ້ຮັບພອນໃນຄວາມພະຍາຍາມປະຈຳວັນຂອງເຮົາ ທີ່ຈະເອື້ອມອອກໄປເອົາເປົ້າໝາຍນັ້ນ. ນີ້ຄືຄຳອະທິຖານຂອງຂ້າພະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.