ບັດນີ້ທ່ານສາມາດລຸກຂຶ້ນໄດ້ແລ້ວ!
ຕາບໃດທີ່ເຮົາເຕັມໃຈທີ່ຈະລຸກຢືນຂຶ້ນອີກ ແລະ ເດີນຕໍ່ໄປໃນເສັ້ນທາງ, ... ເຮົາສາມາດຮຽນຮູ້ສິ່ງໃດສິ່ງໜຶ່ງຈາກການລົ້ມເຫລວນັ້ນ ແລະ ຈະກາຍເປັນຄົນດີ ແລະ ມີຄວາມສຸກຫລາຍຂຶ້ນ.
ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າລຸກຂຶ້ນໄດ້ຢ່າງວ່ອງໄວຫລັງຈາກໄດ້ລົ້ມລົງ. ແຕ່ບັດນີ້, ເວລາຫລາຍປີຜ່ານໄປ, ຂ້າພະເຈົ້າສະຫລຸບໄດ້ວ່າ ເມື່ອຂ້າພະເຈົ້າລົ້ມ, ແນ່ນອນວ່າ ຂ້າພະເຈົ້າຈະລຸກຂຶ້ນໄດ້ຍາກ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປແລ່ນສະກີໃນຫິມະນຳຫລານຊາຍອາຍຸສິບສອງປີ. ພວກເຮົາໄດ້ມີຄວາມສຸກນຳກັນຢູ່ ເມື່ອຂ້າພະເຈົ້າໄດ້ສະກີໄປຜ່ານບ່ອນທີ່ມີນ້ຳກ້ອນ ແລະ ໄດ້ລົ້ມລົງຢ່າງໃຫຍ່ຢູ່ໃນຮ່ອມພູທີ່ສູງຊັນ.
ຂ້າພະເຈົ້າໄດ້ເຮັດທຸກສິ່ງຢ່າງທີ່ຈະລຸກຂຶ້ນອີກ ແຕ່ຂ້າພະເຈົ້າເຮັດບໍ່ໄດ້—ຂ້າພະເຈົ້າລົ້ມ ແລະ ລຸກຂຶ້ນບໍ່ໄດ້.
ຂ້າພະເຈົ້າໄດ້ຮູ້ສຶກວ່າບໍ່ເປັນຫຍັງທາງຮ່າງກາຍ, ແຕ່ສັກສີຂອງຂ້າພະເຈົ້ານັ້ນໄດ້ຮັບບາດເຈັບນ້ອຍໜຶ່ງ. ສະນັ້ນຂ້າພະເຈົ້າຈຶ່ງໃຫ້ແນ່ໃຈວ່າໝວກ ແລະ ແວ່ນຕາປ້ອງກັນນັ້ນຢູ່ຄົງທີ່ ເພາະຂ້າພະເຈົ້າບໍ່ຍາກໃຫ້ນັກແລ່ນສະກີຄົນອື່ນຈຳຂ້າພະເຈົ້າໄດ້. ຂ້າພະເຈົ້າໄດ້ວາດພາບເຫັນຕົນເອງນັ່ງຢູ່ແບບຊ່ອຍເຫລືອຕົນເອງບໍ່ໄດ້ ໃນຂະນະທີ່ຄົນຫລິ້ນສະກີແລ່ນຜ່ານໄປມາ, ໂດຍເອີ້ນທັກທາຍດ້ວຍຄວາມສຸກວ່າ, “ສະບາຍດີບະລາເດີ ອຸກດອບ!”
ຂ້າພະເຈົ້າໄດ້ເລີ່ມຄິດວ່າຈະເຮັດແນວໃດເພື່ອຊ່ອຍຂ້າພະເຈົ້າ. ແລ້ວຫລານຊາຍມາເຖິງ. ຂ້າພະເຈົ້າໄດ້ບອກລາວວ່າເກີດອັນໃດຂຶ້ນ, ແຕ່ລາວປະກົດວ່າບໍ່ໄດ້ສົນໃຈຫຍັງນຳຄຳອະທິບາຍຂອງຂ້າພະເຈົ້າເລີຍ ວ່າເປັນຫຍັງຂ້າພະເຈົ້າຈຶ່ງລຸກຂຶ້ນບໍ່ໄດ້. ລາວໄດ້ສົບຕາກັບຂ້າພະເຈົ້າ, ຍື່ນມືອອກມາ, ຈັບເອົາມືຂອງຂ້າພະເຈົ້າ, ແລະ ດ້ວຍນ້ຳສຽງທີ່ເດັດດ່ຽວວ່າ, “ພໍ່ຕູ້, ບັດນີ້ພໍ່ຕູ້ລຸກຂຶ້ນໄດ້ແລ້ວ!”
ໃນທັນໃດນັ້ນ, ຂ້າພະເຈົ້າກໍໄດ້ລຸກຂຶ້ນ.
ຂ້າພະເຈົ້າຍັງງົງຢູ່ດີ. ສິ່ງທີ່ເບິ່ງຄືວ່າຈະເປັນໄປບໍ່ໄດ້ໃນວິນາທີກ່ອນນັ້ນໄດ້ກາຍເປັນຄວາມຈິງໃນທັນທີ, ເພາະວ່າຊາຍໜຸ່ມອາຍຸ 12 ປີ ໄດ້ເອື້ອມອອກມາຫາຂ້າພະເຈົ້າ ແລະ ໄດ້ກ່າວວ່າ, ພໍ່ຕູ້ເຮັດໄດ້ດຽວນີ້ເລີຍ! ມັນເຮັດໃຫ້ຂ້າພະເຈົ້າມີຄວາມໝັ້ນໃຈ, ຄວາມກະຕືລືລົ້ນ, ແລະ ມີກຳລັງຫລາຍຂຶ້ນ.
ອ້າຍນ້ອງທັງຫລາຍ, ອາດມີເວລາໃດເວລາໜຶ່ງໃນຊີວິດຂອງເຮົາຕອນທີ່ການລຸກຂຶ້ນສູ້ນັ້ນເບິ່ງຄືວ່າເກີນຄວາມສາມາດຂອງເຮົາ. ໃນມື້ນັ້ນ ຢູ່ເທິງຮ່ອມພູທີ່ມີຫິມະປົກຫຸ້ມ ຂ້າພະເຈົ້າໄດ້ຮຽນຮູ້ບາງສິ່ງ. ແມ່ນແຕ່ເມື່ອເຮົາຄິດວ່າເຮົາຈະລຸກຂຶ້ນບໍ່ໄດ້—ກໍຍັງມີຄວາມຫວັງຢູ່. ແລະ ບາງເທື່ອ ເຮົາຕ້ອງການຄົນໃດຄົນໜຶ່ງມາສົບຕາເຮົາ, ຈັບເອົາມືເຮົາ, ແລະ ເວົ້າວ່າ, “ເຈົ້າເຮັດໄດ້ແລ້ວບັດນີ້!”
ຄວາມເຂົ້າໃຈຜິດເຖິງຄວາມແຂງແຮງ
ເຮົາອາດຄິດວ່າບັນດາຜູ້ຍິງມັກຈະມີຄວາມຮູ້ສຶກວ່າບໍ່ພຽງພໍ ແລະ ລົ້ມເຫລວຫລາຍກວ່າຜູ້ຊາຍ—ຄວາມຮູ້ສຶກເຫລົ່ານີ້ກະທົບກະເທືອນເຂົາເຈົ້າຫລາຍກວ່າເຮົາ. ຂ້າພະເຈົ້າບໍ່ແນ່ໃຈວ່າສິ່ງນັ້ນຈິງ. ຜູ້ຊາຍກໍຮູ້ສຶກຜິດ, ຊຶມເສົ້າ, ແລະ ລົ້ມເຫລວ—ບາງເທື່ອອາດຫລາຍກວ່າຊ້ຳ. ເຮົາອາດທຳທ່າວ່າຄວາມຮູ້ສຶກເຫລົ່ານີ້ບໍ່ລົບກວນເຮົາ, ແຕ່ມັນລົບກວນແນ່. ເຮົາສາມາດຮູ້ສຶກລຳບາກໜັກເພາະຄວາມລົ້ມເຫລວ ແລະ ຄວາມບົກຜ່ອງຂອງເຮົາ ຈົນວ່າເຮົາເລີ່ມຄິດວ່າເຮົາຈະບໍ່ມີວັນສຳເລັດ. ເຮົາອາດຕັດສິນວ່າ ເພາະເຮົາລົ້ມມາກ່ອນ, ການລົ້ມນັ້ນເປັນຈຸດໝາຍປາຍທາງຂອງເຮົາ. ດັ່ງທີ່ນັກປະພັນຄົນໜຶ່ງໄດ້ກ່າວວ່າ, “ເຮົາດຳເນີນຕໍ່ໄປ ດັ່ງເຮືອທີ່ລ່ອງໄປຕ້ານກັບກະແສນ້ຳ, ຖືກນຳກັບຄືນໄປຫາອະດີດຢູ່ສະເໝີ.”1
ຂ້າພະເຈົ້າໄດ້ເບິ່ງຜູ້ຊາຍທີ່ເຕັມໄປດ້ວຍຄວາມສາມາດ ແລະ ຄຸນງາມຄວາມດີເຊົາມີສ່ວນຮ່ວມໃນວຽກງານທີ່ທ້າທາຍຂອງການສ້າງສາອານາຈັກຂອງພຣະເຈົ້າ ເພາະວ່າເຂົາເຈົ້າໄດ້ລົ້ມເຫລວເທື່ອໜຶ່ງສອງເທື່ອ. ນີ້ເປັນຜູ້ຊາຍທີ່ມີຄວາມສາມາດຫລາຍ ຜູ້ທີ່ສາມາດເປັນຜູ້ດຳລົງຖານະປະໂລຫິດທີ່ດີເລີດ ແລະ ຜູ້ຮັບໃຊ້ຂອງພຣະເຈົ້າ. ແຕ່ເພາະວ່າເຂົາເຈົ້າໄດ້ສະດຸດ ແລະ ໄດ້ທໍ້ຖອຍໃຈ, ເຂົາເຈົ້າຈຶ່ງໄດ້ຖອນຕົວອອກຈາກຄຳໝັ້ນສັນຍາທາງຖານະປະໂລຫິດຂອງເຂົາເຈົ້າ ແລະ ໄດ້ໄຕ່ຕາມຫາສິ່ງອື່ນໆ ແຕ່ມີຄຸນຄ່ານ້ອຍກວ່າ.
ສະນັ້ນ, ເຂົາເຈົ້າດຳເນີນຕໍ່ໄປ, ພຽງແຕ່ສຳເລັດສ່ວນເລັກໆນ້ອຍໆຂອງສິ່ງທີ່ເຂົາເຈົ້າໄດ້ມີຄວາມສາມາດທີ່ຈະເຮັດໃຫ້ສຳເລັດໄດ້, ບໍ່ລຸກຂຶ້ນສູ່ຄວາມສາມາດທີ່ເປັນສິດທິທີ່ມີມາແຕ່ເກີດຂອງເຂົາເຈົ້າເລີຍ. ດັ່ງທີ່ນັກກະວີໄດ້ສະແດງອອກຢ່າງເສົ້າໃຈ, ພວກນີ້ຢູ່ໃນບັນດາຜູ້ຄົນທີ່ດ້ອຍໂອກາດ ຜູ້ທີ່ເສຍຊີວິດໄປໂດຍບໍ່ໄດ້ສຳເລັດສິ່ງທີ່ເຂົາເຈົ້າສາມາດສຳເລັດໄດ້.”2
ບໍ່ມີໃຜທີ່ຢາກລົ້ມເຫລວດອກ. ແລະ ເຮົາແຮ່ງບໍ່ມັກເລີຍເມື່ອຄົນອື່ນເຫັນເຮົາລົ້ມເຫລວ—ໂດຍສະເພາະຄົນທີ່ເຮົາຮັກ. ເຮົາທຸກຄົນຢາກໄດ້ຮັບຄວາມນັບຖື ແລະ ຄຳຍ້ອງຍໍ. ເຮົາຢາກເປັນຜູ້ຊະນະເລີດ. ແຕ່ເຮົາຜູ້ເປັນມະນຸດ ຈະບໍ່ກາຍເປັນຜູ້ຊະນະເລີດປາດສະຈາກຄວາມພະຍາຍາມ ແລະ ລະບຽບວິໄນ ຫລື ປາດສະຈາກການເຮັດຄວາມຜິດພາດ.
ອ້າຍເອື້ອຍນ້ອງທັງຫລາຍ, ຈຸດໝາຍປາຍທາງຂອງເຮົາບໍ່ໄດ້ຂຶ້ນຢູ່ກັບວ່າເຮົາສະດຸດຈັກເທື່ອ ແຕ່ຂື້ນຢູ່ກັບວ່າເຮົາລຸກຂຶ້ນຈັກເທື່ອ, ປັດຂີ້ຝຸ່ນອອກ, ແລະ ກ້າວໄປໜ້າ.
ຄວາມເສົ້າໂສກທີ່ພຣະເຈົ້ານຳມາໃຊ້
ເຮົາຮູ້ແລ້ວວ່າຊີວິດມະຕະນີ້ເປັນການທົດລອງ. ແຕ່ເພາະວ່າພຣະບິດາເທິງສະຫວັນຂອງເຮົາຮັກເຮົາດ້ວຍຄວາມຮັກທີ່ສົມບູນແບບ, ພຣະອົງເຮັດໃຫ້ເຮົາຮູ້ວ່າຈະພົບຄຳຕອບໄດ້ຢູ່ໃສ. ພຣະອົງໄດ້ປະທານແຜນທີ່ໃຫ້ເຮົາ ທີ່ຈະອະນຸຍາດໃຫ້ເຮົາສັງເກດເຫັນໜ້າດິນທີ່ບໍ່ແນ່ນອນ ແລະ ເສັ້ນທາງທີ່ບໍ່ໄດ້ຄາດຫວັງມາກ່ອນ ທີ່ເຮົາແຕ່ລະຄົນຈະໄດ້ປະເຊີນໜ້າ. ຖ້ອຍຄຳຂອງສາດສະດາແມ່ນພາກສ່ວນຂອງແຜນທີ່ນັ້ນ.
ເມື່ອເຮົາອອກນອກທາງ—ເມື່ອເຮົາລົ້ມ ຫລື ໜີໄປຈາກເສັ້ນທາງຂອງພຣະບິດາເທິງສະຫວັນ—ຖ້ອຍຄຳຂອງສາດສະດາຈະບອກເຮົາເຖິງວິທີທີ່ຈະລຸກຂຶ້ນ ແລະ ກັບມາຢູ່ໃນເສັ້ນທາງທີ່ຖືກຕ້ອງ.
ໃນຈຳນວນຫລັກທຳທັງໝົດທີ່ສາດສະດາໄດ້ສອນຕະຫລອດຫລາຍໆສັດຕະວັດ, ຫລັກທຳໜຶ່ງທີ່ຖືກເນັ້ນຊ້ຳແລ້ວຊ້ຳອີກຄື ຂ່າວສານທີ່ໃຫ້ຄວາມຫວັງ ແລະ ກຳລັງໃຈ ວ່າມະນຸດສາມາດກັບໃຈໄດ້, ປ່ຽນເສັ້ນທາງ, ແລະ ກັບຄືນສູ່ເສັ້ນທາງທີ່ແທ້ຈິງແຫ່ງການເປັນສານຸສິດ.
ນັ້ນບໍ່ໄດ້ໝາຍຄວາມວ່າເຮົາຄວນພໍໃຈຢູ່ກັບຄວາມອ່ອນແອຂອງເຮົາ, ຄວາມຜິດພາດ, ຫລື ບາບຕ່າງໆ. ແຕ່ຍັງມີຄວາມແຕກຕ່າງທີ່ສຳຄັນລະຫວ່າງຄວາມໂສກເສົ້າເພາະບາບທີ່ນຳໄປສູ່ການກັບໃຈ ແລະ ຄວາມໂສກເສົ້າທີ່ນຳໄປສູ່ຄວາມສິ້ນຫວັງ.
ອັກຄະສາວົກໂປນໄດ້ສອນວ່າ “ຄວາມເສົ້າໂສກທີ່ພຣະເຈົ້ານຳມາໃຊ້ ນັ້ນຍ່ອມເຮັດໃຫ້ເກີດມີການກັບໃຈໃຫຍ່ຊຶ່ງນຳໄປເຖິງຄວາມພົ້ນ … ແຕ່ ຄວາມເສົ້າໂສກຕາມຢ່າງຝ່າຍໂລກ ນັ້ນຍ່ອມກໍ່ໃຫ້ເກີດຄວາມຕາຍ.”3 ຄວາມເສົ້າໂສກທີ່ພຣະເຈົ້ານຳມາໃຊ້ ຈະດົນໃຈໃຫ້ປ່ຽນແປງ ແລະ ຫວັງ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ. ຄວາມເສົ້າໂສກຕາມຢ່າງຝ່າຍໂລກ ຈະດຶງຈ່ອງເຮົາລົງ, ສິ້ນຫວັງ, ແລະ ເກ້ຍກ່ອມເຮົາໃຫ້ຍອມແພ້ຕໍ່ການລໍ້ລວງຕໍ່ໄປ.
ຄວາມເສົ້າໂສກທີ່ພຣະເຈົ້ານຳມາໃຊ້ ຈະນຳໄປສູ່ການປ່ຽນໃຈເຫລື້ອມໃສ4 ແລະ ປ່ຽນແປງຈິດໃຈ.5 ມັນເຮັດໃຫ້ເຮົາກຽດຊັງບາບ ແລະ ຮັກຄວາມດີງາມ.6 ມັນຊຸກຍູ້ເຮົາໃຫ້ລຸກຂຶ້ນ ແລະ ຍ່າງໄປຢູ່ໃນຄວາມສະຫວ່າງຂອງຄວາມຮັກຂອງພຣະຄຣິດ. ການກັບໃຈທີ່ແທ້ຈິງແມ່ນກ່ຽວກັບການປ່ຽນແປງ, ບໍ່ແມ່ນການທໍລະມານ ຫລື ເຮັດໃຫ້ເຈັບປວດ. ແນ່ນອນວ່າຄວາມກິນແໜງທີ່ຈິງໃຈ ແລະ ຄວາມສຳນຶກຜິດທີ່ແທ້ຈິງສຳລັບຄວາມບໍ່ເຊື່ອຟັງນັ້ນເປັນບາດກ້າວທີ່ເຈັບປວດ ແລະ ເປັນບາດກ້າວທີ່ສຳຄັນຫລາຍໃນຂັ້ນຕອນອັນສັກສິດຂອງການກັບໃຈ. ແຕ່ເມື່ອຄວາມຮູ້ສຶກຜິດນຳໄປສູ່ຄວາມກຽດຊັງຕົວເອງ ຫລື ຂັດຂວາງເຮົາຈາກການລຸກຂຶ້ນສູ້ອີກນັ້ນ, ມັນຈະກີດກັ້ນແທນທີ່ຈະສົ່ງເສີມການກັບໃຈຂອງເຮົາ.
ອ້າຍນ້ອງທັງຫລາຍ, ຍັງມີວິທີທາງທີ່ດີກວ່າ. ຂໍໃຫ້ເຮົາຈົ່ງລຸກຂຶ້ນ ແລະ ກາຍເປັນບຸລຸດຂອງພຣະເຈົ້າ. ເຮົາມີຜູ້ຊະນະເລີດ, ພຣະຜູ້ຊ່ອຍໃຫ້ລອດ, ອົງທີ່ໄດ້ເດີນຜ່ານຮ່ອມແຫ່ງຄວາມຕາຍແທນເຮົາ. ພຣະອົງໄດ້ຍອມສະລະຊີວິດເປັນຄ່າໄຖ່ສຳລັບບາບຂອງເຮົາ. ບໍ່ມີໃຜມີຄວາມຮັກອັນຍິ່ງໃຫຍ່ກວ່ານີ້ ພຣະເຢຊູຄຣິດ, ລູກແກະທີ່ບໍ່ມີຕຳໜິໃດໆທັງສິ້ນ, ເຕັມພຣະໄທສະລະຕົນຢູ່ເທິງແທ່ນບູຊາ ແລະ ໄດ້ໄຖ່ຄ່າບາບຂອງເຮົາ “ຄົບທຸກອັດ.”7 ພຣະອົງໄດ້ຮັບເອົາຄວາມທຸກທໍລະມານຂອງເຮົາ. ພຣະອົງໄດ້ຮັບເອົາພາລະໜັກຂອງເຮົາ, ຄວາມຮູ້ສຶກຜິດຂອງເຮົາ. ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເມື່ອເຮົາຕັດສິນໃຈມາສູ່ພຣະອົງ, ເມື່ອເຮົາຮັບເອົາພຣະນາມຂອງພຣະອົງ, ແລະ ເດີນຕໍ່ໄປໃນເສັ້ນທາງແຫ່ງການເປັນສານຸສິດດ້ວຍຄວາມກ້າຫານ, ແລ້ວຜ່ານການຊົດໃຊ້ເຮົາໄດ້ຮັບຄຳສັນຍາວ່າເຮົາບໍ່ພຽງແຕ່ຈະໄດ້ຮັບຄວາມສຸກ ແລະ “ສັນຕິສຸກໃນໂລກນີ້” ແຕ່ຈະໄດ້ຮັບ “ຊີວິດນິລັນດອນໃນໂລກທີ່ຈະມາເຖິງນຳອີກ.”8
ເມື່ອເຮົາເຮັດຜິດ, ເມື່ອເຮົາເຮັດບາບ ແລະ ລົ້ມ, ເຮົາຄວນຈະຄິດໃຫ້ຄັກໆກ່ຽວກັບຄວາມໝາຍຂອງການກັບໃຈທີ່ແທ້ຈິງ. ມັນໝາຍຄວາມວ່າການຫັນຫົວໃຈຂອງເຮົາ ແລະ ຄວາມຈົງຮັກພັກດີມາຫາພຣະເຈົ້າ ແລະ ການປະຖິ້ມບາບ. ການກັບໃຈທີ່ແທ້ຈິງຈະນຳເອົາຄວາມແນ່ໃຈຈາກສະຫວັນມານຳ ວ່າບັດນີ້ເຮົາສາມາດ “ລຸກຂຶ້ນໄດ້.”
ທ່ານເປັນໃຜ?
ວິທີທາງໜຶ່ງຂອງຜູ້ກົງກັນຂ້າມທີ່ຈະກີດກັນເຮົາຈາກຄວາມກ້າວໜ້າກໍແມ່ນທີ່ຈະເຮັດໃຫ້ເຮົາສັບສົນກ່ຽວກັບ ວ່າເຮົາເປັນໃຜແທ້ ແລະ ວ່າເຮົາປາດຖະໜາຫຍັງແທ້ໆ.
ເຮົາຢາກໃຊ້ເວລານຳລູກໆຂອງເຮົາ, ແຕ່ເຮົາຢາກມີສ່ວນຮ່ວມໃນຄວາມຊຳນານທາງໂລກຂອງເຮົາ. ເຮົາຢາກຫລຸດນ້ຳໜັກ, ແຕ່ເຮົາຍັງຢາກກິນອາຫານທີ່ເຮົາມັກ. ເຮົາຢາກເປັນເໝືອນດັ່ງພຣະຄຣິດ, ແຕ່ເຮົາຍັງຢາກຮ້າຍຄົນທີ່ຂັບລົດຕັດໜ້າເຮົາໃນຫົນທາງ.
ຈຸດປະສົງຂອງຊາຕານແມ່ນຈະລໍ້ລວງໃຫ້ເຮົາແລກປ່ຽນໄຂ່ມຸກອັນລ້ຳຄ່າແຫ່ງຄວາມສຸກທີ່ແທ້ຈິງນິລັນດອນກັບເຄື່ອງເອ້ທີ່ໄຮ້ຄ່າ ທີ່ພຽງແຕ່ເປັນພາບລວງຕາ ແລະ ຂອງປອມຂອງຄວາມສຸກ ແລະ ຄວາມປິຕິຍິນດີເທົ່ານັ້ນ.
ອີກວິທີໜຶ່ງທີ່ຜູ້ກົງກັນຂ້າມໃຊ້ເພື່ອເຮັດໃຫ້ເຮົາທໍ້ຖອຍຈາກການລຸກຂື້ນສູ້ ແມ່ນທີ່ຈະເຮັດໃຫ້ເຮົາເຫັນພຣະບັນຍັດເປັນສິ່ງທີ່ເຮົາຖືກບັງຄັບໃຫ້ຮັກສາ. ຂ້າພະເຈົ້າເຊື່ອວ່າມັນເປັນທຳມະຊາດຂອງມະນຸດທີ່ຈະຕໍ່ຕ້ານສິ່ງໃດກໍຕາມທີ່ບໍ່ປະກົດວ່າເປັນຄວາມນຶກຄິດຂອງເຮົາເອງ.
ຖ້າເຮົາເຫັນວ່າການກິນອາຫານທີ່ດີມີສຸຂະພາບ ແລະ ການອອກກຳລັງກາຍນັ້ນເປັນສິ່ງທີ່ທ່ານໝໍຂອງເຮົາເທົ່ານັ້ນຄາດຫວັງຈາກເຮົາ, ເຮົາອາດຈະເຮັດບໍ່ໄດ້. ຖ້າເຮົາເຫັນການເລືອກເຫລົ່ານີ້ດັ່ງທີ່ເຮົາເປັນຢູ່ ແລະ ຜູ້ທີ່ເຮົາຢາກເປັນ, ເຮົາຈະມີຄວາມສາມາດຫລາຍກວ່າທີ່ຈະເຮັດໃຫ້ໄດ້ ແລະ ໄດ້ຮັບຜົນສຳເລັດ.
ຖ້າເຮົາເຫັນການສອນປະຈຳບ້ານເປັນພຽງແຕ່ເປົ້າໝາຍຂອງປະທານສະເຕກເທົ່ານັ້ນ, ເຮົາອາດຈະໃຫ້ຄວາມສຳຄັນມັນນ້ອຍທີ່ຈະເຮັດ. ຖ້າເຮົາເຫັນມັນວ່າເປັນເປົ້າໝາຍຂອງເຮົາ—ເປັນສິ່ງທີ່ເຮົາປາດຖະໜາຈະເຮັດເພື່ອຈະເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ ແລະ ປະຕິບັດຕໍ່ຄົນອື່ນ—ເຮົາຈະບໍ່ພຽງແຕ່ບັນລຸຄຳໝັ້ນສັນຍານນັ້ນ ແຕ່ຈະສຳເລັດມັນໃນວິທີທາງທີ່ຈະເປັນພອນໃຫ້ແກ່ຄອບຄົວທີ່ເຮົາໄປຢ້ຽມຢາມ ແລະ ຂອງເຮົາເອງດ້ວຍ.
ສ່ວນຫລາຍແລ້ວ, ເຮົາຈະເປັນຜູ້ທີ່ໄດ້ຮັບຄວາມຊ່ອຍເຫລືອຈາກໝູ່ເພື່ອນ ຫລື ຄອບຄົວຂອງເຮົາ. ແຕ່ຖ້າຫາກເຮົາຫລຽວເບິ່ງຮອບໆດ້ວຍສາຍຕາທີ່ສັງເກດ ແລະ ດ້ວຍຫົວໃຈທີ່ເປັນຫ່ວງເປັນໄຍ, ແລ້ວເຮົາຈະເຫັນໂອກາດທີ່ພຣະຜູ້ເປັນເຈົ້າຈັດໄວ້ໃຫ້ຢູ່ຕໍ່ໜ້າເຮົາ ເພື່ອຊ່ອຍເຫລືອຄົນອື່ນລຸກຂຶ້ນອີກ ແລະ ກ້າວໄປສູ່ຄວາມສາມາດອັນສູງສຸດຂອງເຂົາເຈົ້າ. ພຣະຄຳພີແນະນຳວ່າ, “ບໍ່ວ່າເຮັດສິ່ງໃດກໍຕາມ, ຈົ່ງເຮັດສິ່ງນັ້ນດ້ວຍຄວາມເຕັມໃຈ, ເໝືອນເຮັດຖະຫວາຍກຽດແກ່ພຣະຜູ້ເປັນເຈົ້າ ແລະ ບໍ່ແມ່ນເຮັດສຳລັບມະນຸດເທົ່ານັ້ນ.”9
ມັນເປັນແຫລ່ງແຫ່ງອຳນາດທາງຝ່າຍວິນຍານອັນຍິ່ງໃຫຍ່ ທີ່ຈະດຳລົງຊີວິດທີ່ມີມະໂນທຳ ແລະ ຄວາມຊອບທຳ ແລະ ເຈາະຈົງໃສ່ບ່ອນທີ່ເຮົາຢາກໄປຢູ່ໃນຊີວິດນິລັນດອນ. ເຖິງແມ່ນແຕ່ເຮົາສາມາດເຫັນຈຸດໝາຍປາຍແຫ່ງສະຫວັນທາງນີ້ພຽງແຕ່ດ້ວຍທັດສະນະທີ່ມີສັດທາ, ມັນຈະຊ່ອຍເຮົາຢູ່ໃນເສັ້ນທາງນັ້ນ.
ເມື່ອຄວາມຕັ້ງໃຈຂອງເຮົາເຈາະຈົງຢູ່ແຕ່ໃນຄວາມສຳເລັດ ຫລື ຄວາມລົ້ມເຫລວແຕ່ລະວັນຂອງເຮົາ, ເຮົາອາດຈະຫລົງທາງຂອງເຮົາ, ພະເນຈອນ ແລະ ລົ້ມເຫລວ. ການຕັ້ງໃຈຢູ່ໃນເປົ້າໝາຍທີ່ສູງກວ່າ, ຈະຊ່ອຍເຮົາໃຫ້ກາຍເປັນບຸດ, ແລະ ເປັນອ້າຍນ້ອງ, ເປັນບິດາທີ່ດີ, ແລະ ເປັນສາມີທີ່ຮັກຫລາຍກວ່າ.
ເຖິງແມ່ນຄົນທີ່ເຈາະຈົງຢູ່ທີ່ເປົ້າໝາຍນິລັນດອນ ກໍຍັງລົ້ມເຫລວເປັນບາງເທື່ອ, ແຕ່ເຂົາເຈົ້າຈະບໍ່ຍອມແພ້. ເຂົາເຈົ້າໄວ້ວາງໃຈ ແລະ ອີງຕໍ່ຄຳສັນຍາຂອງພຣະເຈົ້າ. ເຂົາເຈົ້າຈະລຸກຢືນຂຶ້ນອີກ ດ້ວຍຄວາມຫວັງທີ່ແຈ້ງສະຫວ່າງຂອງເຂົາເຈົ້າໃນພຣະເຈົ້າອົງຊອບທຳ ແລະ ໃນມະໂນພາບແຫ່ງອະນາຄົດທີ່ຮຸ່ງເຫລື້ອມທີ່ດົນໃຈ. ເຂົາເຈົ້າຮູ້ວ່າບັດນີ້ເຂົາເຈົ້າລຸກຂຶ້ນໄດ້ແລ້ວ.
ບັດນີ້ທ່ານສາມາດລຸກຂຶ້ນໄດ້ແລ້ວ
ທຸກຄົນ, ບໍ່ວ່າໜຸ່ມ ຫລື ແກ່, ເຄີຍໄດ້ມີປະສົບການຂອງຕົວເອງກັບການລົ້ມເຫລວ. ການລົ້ມເຫລວເປັນສິ່ງທີ່ມະນຸດເຮົາເຮັດໄດ້. ແຕ່ຕາບໃດທີ່ເຮົາເຕັມໃຈທີ່ຈະລຸກຢືນຂຶ້ນອີກ ແລະ ເດີນຕໍ່ໄປໃນເສັ້ນທາງທີ່ນຳໄປສູ່ເປົ້າໝາຍທາງວິນຍານທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ, ເຮົາຈະສາມາດຮຽນຮູ້ສິ່ງໃດສິ່ງໜຶ່ງຈາກການລົ້ມເຫລວນັ້ນ ແລະ ໃນທີ່ສຸດຈະກາຍເປັນຄົນດີ ແລະ ມີຄວາມສຸກຫລາຍຂຶ້ນ.
ອ້າຍນ້ອງທັງຫລາຍ, ເພື່ອທີ່ຮັກແພງຂອງຂ້າພະເຈົ້າ, ແນ່ນອນວ່າ ຈະມີເວລາເມື່ອທ່ານ ຄິດ ວ່າທ່ານບໍ່ສາມາດດຳເນີນຕໍ່ໄປ. ຈົ່ງໄວ້ວາງໃຈໃນພຣະຜູ້ຊ່ອຍໃຫ້ລອດ ແລະ ຄວາມຮັກຂອງພຣະອົງ. ດ້ວຍສັດທາທີ່ມີໃນອົງພຣະເຢຊູຄຣິດ, ແລະ ດ້ວຍອຳນາດ ແລະ ຄວາມຫວັງໃນພຣະກິດຕິຄຸນທີ່ຟື້ນຟູ, ທ່ານ ຈະ ສາມາດເດີນໄປຢ່າງສະຫງ່າຜ່າເຜີຍ ແລະ ດຳເນີນຕໍ່ໄປໄດ້ສະເໝີ.
ອ້າຍນ້ອງທັງຫລາຍ, ພວກເຮົາຮັກທ່ານ. ພວກເຮົາອະທິຖານເພື່ອທ່ານ. ປະທານມອນອະທິຖານເພື່ອທ່ານ. ບໍ່ວ່າທ່ານຈະເປັນພໍ່ໜຸ່ມ, ເປັນຜູ້ດຳລົງຖານະປະໂລຫິດທີ່ສູງອາຍຸ, ຫລື ເປັນມັກຄະນາຍົກທີ່ຖືກແຕ່ງຕັ້ງໃໝ່ກໍຕາມ, ພວກເຮົາກໍຈື່ຈຳທ່ານ. ພຣະຜູ້ເປັນເຈົ້າກໍຈື່ຈຳທ່ານ!
ພວກເຮົາຮັບຮູ້ຢູ່ວ່າບາງເທື່ອເສັ້ນທາງຂອງທ່ານຈະຍາກລຳບາກ. ແຕ່ຂ້າພະເຈົ້າໃຫ້ຄຳສັນຍານີ້ກັບທ່ານ ໃນພຣະນາມຂອງພຣະຜູ້ເປັນເຈົ້າວ່າ: ຈົ່ງລຸກຂຶ້ນ ແລະ ຕິດຕາມຕົວຢ່າງຂອງພຣະຜູ້ໄຖ່ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ແລະ ມື້ໃດມື້ໜຶ່ງທ່ານຈະຈຳມັນໄດ້ ແລະ ຈະເຕັມໄປດ້ວຍຄວາມກະຕັນຍູນິລັນດອນ ທີ່ທ່ານໄດ້ເລືອກທີ່ຈະໄວ້ວາງໃຈການຊົດໃຊ້ ແລະ ອຳນາດຂອງມັນ ທີ່ຈະເຊີດຊູທ່ານຂຶ້ນ ແລະ ເຮັດໃຫ້ທ່ານເຂັ້ມແຂງ.
ເພື່ອນໆ ແລະ ອ້າຍນ້ອງທີ່ຮັກຂອງຂ້າພະເຈົ້າ, ບໍ່ວ່າທ່ານໄດ້ເຮັດຜິດພາດ ຫລື ລົ້ມເຫລວຫລາຍເທື່ອກໍຕາມ, ຈົ່ງລຸກຂຶ້ນເຖີດ! ຈຸດໝາຍປາຍທາງຂອງທ່ານນັ້ນຮຸ່ງເຫລື້ອມ! ຈົ່ງລຸກຢືນຂຶ້ນໃຫ້ສູງ ແລະ ເດີນຕໍ່ໄປໃນຄວາມສະຫວ່າງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ໄດ້ຮັບການຟື້ນຟູແລ້ວ! ທ່ານແຂງແຮງຫລາຍກວ່າທີ່ຄິດ. ທ່ານມີຄວາມສາມາດຫລາຍກວ່າທີ່ທ່ານວາດພາບໄດ້. ບັດນີ້ທ່ານສາມາດລຸກຂຶ້ນໄດ້ແລ້ວ! ຂ້າພະເຈົ້າຂໍເປັນພະຍານໃນພຣະນາມອັນສັກສິດຂອງພຣະອາຈານ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ອາແມນ.