ເປັນດັ່ງສິ່ງຂອງທີ່ຖືກໂຍນຖິ້ມ
ທ່ານຈະຕອບຮັບຢ່າງໃດດີເມື່ອທ່ານ ຫລື ຄົນທີ່ທ່ານຮັກປະເຊີນໜ້າກັບການທ້າທາຍທາງສຸຂະພາບຈິດ ແລະ ອາລົມ?
ອັກຄະສາວົກເປໂຕ ໄດ້ຂຽນວ່າ ຜູ້ທີ່ຕິດຕາມພຣະເຢຊູຄຣິດຕ້ອງ “ເຫັນອົກເຫັນໃຈກັນ.”1 ດ້ວຍຄວາມເຫັນອົກເຫັນໃຈກັນນີ້ ຂ້າພະເຈົ້າຢາກກ່າວຕໍ່ຜູ້ທີ່ທົນທຸກຈາກຄວາມເຈັບປ່ວຍທາງສຸຂະພາບຈິດ ຫລື ທາງອາລົມ, ບໍ່ວ່າຄວາມທຸກທໍລະມານນັ້ນບາງເບົາ ຫລື ຮ້າຍແຮງ, ເປັນເວລາສັ້ນ ຫລື ເປັນຢູ່ປະຈຳຕະຫລອດຊີວິດ. ເຮົາເຂົ້າໃຈເຖິງຄວາມສັບຊ້ອນຂອງບັນຫາດັ່ງກ່າວເມື່ອເຮົາໄດ້ຍິນຜູ້ຊ່ຽວຊານກ່າວເຖິງເລື່ອງຊຶມເສົ້າ ແລະ ໂລກຈິດ, ເຖິງໂລກກຳມະພັນ ແລະ ເຊື້ອກຳມະພັນບໍ່ດີ, ຫລື ການບັງຄັບ, ຫວາດລະແວງ, ແລະ ໂລກຈິດທີ່ຂາດການຕິດຕໍ່ກັບສິ່ງແວດລ້ອມ ຫລື ໂລກຈິດເສື່ອມ. ບໍ່ວ່າມັນຈະອະທິບາຍບໍ່ໄດ້ກໍຕາມ, ຄວາມທຸກທໍລະມານເຫລົ່ານີ້ກໍເປັນຄວາມເປັນຈິງໃນຊີວິດມະຕະ, ແລະ ຈະບໍ່ມີຄວາມອັບອາຍໃນການຍອມຮັບຮູ້ບັນຫານີ້ ຫລາຍໄປກວ່າການຍອມຮັບການຕໍ່ສູ້ກັນບັນຫາຄວາມດັນສູງ ຫລື ການປະກົດການຢ່າງທັນທີຂອງເນື້ອງອກໂລກມະເລັງ.
ໃນຄວາມພະຍາຍາມຊອກຫາຄວາມສະຫງົບສຸກ ແລະ ຄວາມເຂົ້າໃຈບັນຫາທີ່ລຳບາກນີ້, ມັນຈຳເປັນທີ່ຈະຈຳໄວ້ວ່າ ເຮົາມີຊີວິດ—ແລະ ໄດ້ເລືອກທີ່ຈະຢູ່—ໃນໂລກທີ່ຕົກຕ່ຳ ບ່ອນທີ່ເພື່ອຈຸດປະສົງແຫ່ງສະຫວັນຂອງຄວາມພາກພຽນທີ່ຊື່ສັດຂອງເຮົາ ທີ່ນຳໄປສູ່ຄວາມເປັນເໝືອນດັ່ງພຣະເຈົ້າ ຈະຖືກທົດສອບ ແລະ ທົດລອງອີກເທື່ອແລ້ວເທື່ອເຫລົ່າ. ໃນຄວາມແນ່ໃຈທີ່ສຳຄັນຫລາຍ ໃນແຜນຂອງພຣະເຈົ້າ ເຮົາໄດ້ຮັບຄຳສັນຍາວ່າຈະມີພຣະຜູ້ຊ່ອຍໃຫ້ລອດ, ພຣະຜູ້ໄຖ່ ອົງທີ່ຜ່ານສັດທາຂອງເຮົາໃນພຣະອົງ ຈະຍົກເຮົາຂຶ້ນຢ່າງມີໄຊຊະນະເໜືອການທົດສອບ ແລະ ການທົດລອງ, ເຖິງແມ່ນວ່າຄ່າຈ່າຍນັ້ນຈະວັດແທກບໍ່ໄດ້ສຳລັບທັງພຣະບິດາ ອົງທີ່ໄດ້ສົ່ງພຣະອົງມາ ແລະ ພຣະບຸດ ອົງທີ່ໄດ້ສະເດັດມາ. ມັນເປັນຄວາມຮູ້ສຶກບຸນຄຸນເຖິງຄວາມຮັກແຫ່ງສະຫວັນທີ່ຈະເຮັດໃຫ້ຄວາມທຸກທໍລະມານທີ່ເບົາບາງຂອງເຮົາເອງນັ້ນ ເປັນສິ່ງທີ່ທົນຕໍ່ໄດ້ໃນຕອນຕົ້ນ, ແລ້ວເຂົ້າໃຈໄດ້ ແລະ ໃນທີ່ສຸດແມ່ນການໄຖ່ຄືນ.
ຂ້າພະເຈົ້າຈະບໍ່ກ່າວເຖິງການປ່ວຍທີ່ປະຫລາດທີ່ຂ້າພະເຈົ້າໄດ້ກ່າວເຖິງນັ້ນ ເພື່ອຈະມາເອົາໃຈໃສ່ MDD—(ລ ສ ຮ) “ໂລກຊຶມເສົ້າທີ່ຮ້າຍແຮງ”—ຫລື, ທີ່ກໍຮູ້ກັນທົ່ວໄປວ່າ “ໂລກຊຶມເສົ້າ.” ເມື່ອຂ້າພະເຈົ້າກ່າວເຖິງເລື່ອງນີ້, ຂ້າພະເຈົ້າບໍ່ໄດ້ກ່າວເຖິງວັນໆທີ່ເບິ່ງຄືວ່າບໍ່ມີຫຍັງເປັນໄປດ້ວຍດີ ຫລື ເວລາລະທົມທຸກທີ່ເຮົາທຸກຄົນກໍມີຄືກັນ. ທຸກຄົນຈະກັງວົນ ຫລື ທໍ້ຖອຍໃຈເປັນບາງຄັ້ງບາງຄາວ. ພຣະຄຳພີມໍມອນກ່າວວ່າ ອຳໂມນ ແລະ ອ້າຍນ້ອງຂອງລາວໄດ້ທໍ້ຖອຍໃຈໃນເວລາທີ່ຍາກລຳບາກຫລາຍນັ້ນ,2 ແລະ ເຮົາທຸກຄົນກໍຈະຮູ້ສຶກແບບນັ້ນຄືກັນ. ແຕ່ມື້ນີ້ຂ້າພະເຈົ້າກ່າວເຖິງບັນຫາທີ່ຮ້າຍແຮງຫລາຍກວ່າ, ເຖິງຄວາມເຈັບປ່ວຍທີ່ຮຸນແຮງຫລາຍແທ້ໆ ຈົນມັນຈຳກັດຄວາມສາມາດຂອງຄົນທີ່ຈະປະຕິບັດໜ້າທີ່ຢ່າງເຕັມທີ, ເຖິງບາດແຜເລິກໆໃນໃຈທີ່ບໍ່ມີໃຜສາມາດແນະນຳວ່າມັນຈະສູນຫາຍໄປ ຖ້າຜູ້ຮັບເຄາະນັ້ນພຽງຕັ້ງໃຈສູ້ ແລະ ຄິດໄປໃນແງ່ດີ—ແຕ່ ຂ້າພະເຈົ້າກໍຊຸກຍູ້ໃຫ້ຕໍ່ສູ້ ແລະ ໃຫ້ມີຄວາມຄິດໃນແງ່ດີ.
ບໍ່, ສະພາບຊຶມເສົ້າຂອງຈິດໃຈ ແລະ ວິນຍານນີ້ແມ່ນຮ້າຍແຮງກວ່າຄວາມທໍ້ຖອຍໃຈ. ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນກັບຜູ້ຊາຍທີ່ໃຈດີຄົນໜຶ່ງເມື່ອພັນລະຍາທີ່ຮັກຂອງລາວທີ່ໄດ້ແຕ່ງງານກັນເປັນເວລາ 50 ປີໄດ້ເສຍຊີວິດໄປ. ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນກັບແມ່ຄົນໃໝ່ທີ່ເອີ້ນວ່າ “ຄວາມຊຶມເສົ້າຫລັງຄອດລູກ.” ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນກັບນັກຮຽນທີ່ກັງວົນ, ອາດີດທະຫານ, ແລະ ແມ່ຕູ້ທີ່ເປັນຫ່ວງນຳຄວາມຜາສຸກຂອງລູກໆທີ່ໃຫຍ່ແລ້ວ.
ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນກັບພໍ່ໜຸ່ມທັງຫລາຍທີ່ພະຍາຍາມທີ່ຈັດຫາໃຫ້ຄອບຄົວຂອງເຂົາເຈົ້າ. ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນກັບຕົວຂ້າພະເຈົ້າເອງ. ໃນຊ່ວງໜຶ່ງໃນຊີວິດແຕ່ງງານຂອງພວກຂ້າພະເຈົ້າ ເມື່ອຄວາມກັງວົນເລື່ອງການເງິນໄດ້ເກີດຂຶ້ນກັບຂ້າພະເຈົ້າໃນເວລາທີ່ຂ້າພະເຈົ້າອິດເມື່ອຍ, ຂ້າພະເຈົ້າໄດ້ມີການທ້າທາຍທາງອາລົມທີ່ບໍ່ໄດ້ຄາດຄິດແຕ່ມັນເປັນຈິງ. ຜ່ານພຣະຄຸນຂອງພຣະເຈົ້າ, ແລະ ຄວາມຮັກຂອງຄອບຄົວ, ຂ້າພະເຈົ້າໄດ້ປະຕິບັດໜ້າທີ່ ແລະ ເຮັດວຽກຕໍ່ໄປ, ແຕ່ເຖິງແມ່ນວ່າມັນໄດ້ເກີດຂື້ນແຕ່ຫລາຍປີມາແລ້ວ ຂ້າພະເຈົ້າຍັງຮູ້ສຶກເຫັນອົກເຫັນໃຈຄົນອື່ນທີ່ທົນທຸກທໍລະມານຢູ່ກັບບັນຫາທີ່ຮຸນແຮງກວ່າຂ້າພະເຈົ້າຫລາຍເທົ້າ. ເຖິງຢ່າງໃດກໍຕາມ ເຮົາທຸກຄົນໄດ້ຮັບຄວາມກ້າຫານຈາກຜູ້ທີ່, ຕາມຖ້ອຍຄຳຂອງສາດສະດາໂຈເຊັບວ່າ, “ໄດ້ຊອກຫາ ແລະ ໄຕ່ຕອງເຖິງເຫວເລິກທີ່ມືດທີ່ສຸດ,”3 ແລະ ໄດ້ຜ່ານພົ້ນມັນມາໄດ້, ຜູ້ທີ່ມີຊື່ສຽງດັງ ດັ່ງ ອັບຣາຮາມ ລິງກອນ, ວິນສະຕັນ ເຈີຈຽວ, ແລະ ແອວເດີ ຈອດ ອາເບີດ ສະມິດ, ຜູ້ທີ່ອ່ອນໂຍນ ແລະ ເໝືອນດັ່ງພຣະຄຣິດ ໃນບັນດາມະນຸດທັງໝົດໃນຍຸກສະໄໝຂອງເຮົາ, ຜູ້ທີ່ໄດ້ຕໍ່ສູ້ກັບໂລກຊຶມເສົ້າທີ່ເກີດຂຶ້ນເລື້ອຍໆເປັນເວລາສາມສີ່ປີ ກ່ອນໄດ້ກາຍເປັນສາດສະດາ ແລະ ປະທານທີ່ຮັກ ຄົນທີແປດທີ່ຮູ້ກັນຕະຫລອດທົ່ວໂລກ ແລະ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ສະນັ້ນທ່ານຈະຕອບຮັບຢ່າງໃດດີເມື່ອທ່ານ ຫລື ຄົນທີ່ທ່ານຮັກປະເຊີນໜ້າກັບການທ້າທາຍທາງສຸຂະພາບຈິດ ແລະ ອາລົມ? ສຳຄັນທີ່ສຸດແມ່ນ, ຢ່າເສຍສັດທາໃນພຣະບິດາໃນສະຫວັນຂອງທ່ານເລີຍ, ອົງທີ່ຮັກທ່ານຫລາຍກວ່າທ່ານສາມາດເຂົ້າໃຈໄດ້. ດັ່ງທີ່ປະທານມອນສັນໄດ້ກ່າວຕໍ່ບັນດາເອື້ອຍນ້ອງໃນສະມາຄົມສະຕີສົງເຄາະຢ່າງຊາບຊຶ້ງໃຈເມື່ອແລງວັນເສົາທີ່ຜ່ານມານີ້ວ່າ: “ຄວາມຮັກນັ້ນຈະບໍ່ມີວັນປ່ຽນແປງ. … ມັນຈະມີໃຫ້ທ່ານເມື່ອທ່ານໂສກເສົ້າ ຫລື ມີຄວາມສຸກ, ທໍ້ຖອຍໃຈ ຫລື ເຕັມໄປດ້ວຍຄວາມຫວັງ. ຄວາມຮັກຂອງພຣະເຈົ້າຈະມີໄວ້ໃຫ້ທ່ານບໍ່ວ່າທ່ານສົມຄວນ ຫລື ບໍ່ດີພໍຈະໄດ້ຮັບ [ມັນ] ຫລືບໍ່. ມັນຈະມີໄວ້ໃຫ້ທ່ານສະເໝີໄປ.”4 ຢ່າສົງໄສຈັກເທື່ອເລີຍ, ແລະ ຢ່າເຮັດໃຫ້ໃຈທ່ານແຂງກະດ້າງ. ໃຫ້ຕິດຕາມການກະທຳທີ່ພິສູດແລ້ວວ່າຈະນຳພຣະວິນຍານຂອງພຣະຜູ້ເປັນເຈົ້າມາສູ່ຊີວິດຂອງທ່ານ. ສະແຫວງຫາຄຳປຶກສາຂອງຜູ້ທີ່ດຳລົງຂໍກະແຈສຳລັບຄວາມຜາສຸກທາງວິນຍານຂອງທ່ານ. ຂໍ ແລະ ທະນຸຖະໜອມພອນຂອງຖານະປະໂລຫິດ. ຮັບສ່ວນສິນລະລຶກທຸກໆທິດ, ແລະ ຍຶດໝັ້ນຢູ່ໃນຄຳສັນຍາອັນດີພ້ອມຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ຂໍໃຫ້ເຊື່ອໃນສິ່ງມະຫັດສະຈັນ. ຂ້າພະເຈົ້າໄດ້ເຫັນມັນເກີດຂຶ້ນຫລາຍເທື່ອ ເມື່ອການຊີ້ບອກທາງອື່ນຈະກ່າວວ່າຄວາມຫວັງນັ້ນສູນຫາຍໄປແລ້ວ. ຄວາມຫວັງຈະບໍ່ສູນຫາຍໄປ ຈັກເທື່ອ ຖ້າຫາກສິ່ງມະຫັດສະຈັນນັ້ນບໍ່ມາເຖິງໄວໆ ຫລື ຢ່າງເຕັມສ່ວນ ຫລື ເບິ່ງຄືວ່າຈະບໍ່ມີມາເລີຍ, ຂໍໃຫ້ຈຳຄວາມປວດລ້າວຂອງພຣະຜູ້ຊ່ອຍໃຫ້ລອດນັ້ນເອງວ່າ: ຖ້າຫາກຈອກແຫ່ງຂົມຂື່ນບໍ່ຜ່ານໄປ, ດື່ມມັນສາ ແລະ ໃຫ້ເຂັ້ມແຂງ, ໄວ້ວາງໃຈໃນວັນເວລາທີ່ມີຄວາມສຸກຫລາຍກວ່າຢູ່ຂ້າງໜ້າ.5
ໃນການປ້ອງກັນຄວາມເຈັບໄຂ້ເມື່ອໃດທີ່ເປັນໄປໄດ້, ຂໍໃຫ້ເບິ່ງຈຸດຊີ້ບອກການຄຽດຕຶງໃນຕົວທ່ານເອງ ແລະ ໃນຄົນອື່ນທີ່ທ່ານອາດຈະຊ່ອຍເຫລືອໄດ້. ດັ່ງລົດຂອງທ່ານ, ໃຫ້ເບິ່ງອຸນຫະພູມສູງ, ຄວາມໄວເກີນກຳນົດ, ຫລື ຖ້ານ້ຳມັນໝົດໄປ. ເມື່ອທ່ານປະເຊີນໜ້າກັບ “ຄວາມຊຶມເສົ້າຈາກຄວາມເມື່ອຍລ້າ“, ຂໍໃຫ້ປັບປ່ຽນສິ່ງທີ່ຈຳເປັນ. ຄວາມອິດເມື່ອຍເປັນສັດຕູຂອງເຮົາທຸກຄົນ—ສະນັ້ນຂໍໃຫ້ເຮັດນ້ອຍລົງ, ພັກຜ່ອນ, ຕື່ມເຕີມນ້ຳມັນ. ນາຍແພດສັນຍາເຮົາວ່າ ຖ້າເຮົາບໍ່ມີເວລາໃຫ້ມີສຸຂະພາບແຂງແຮງ, ແລ້ວແນ່ນອນວ່າຕໍ່ໄປເຮົາຈະໃຊ້ເວລານັ້ນຢູ່ໃນການເຈັບປ່ວຍ.
ຖ້າຫາກບັນຫາຍັງກີດກັ້ນຕໍ່ໄປ, ຂໍໃຫ້ສະແຫວງຫາຄຳແນະນຳຂອງຜູ້ຄົນທີ່ໄດ້ຮັບການອົບລົມທີ່ໜ້າເຊື່ອຖືໄດ້, ມີຄວາມສາມາດຢ່າງມືອາຊີບ, ແລະ ມີຄຸນນະທຳ. ໃຫ້ສັດຊື່ກັບເຂົາເຈົ້າກ່ຽວກັບປະຫວັດ ແລະ ບັນຫາຂອງທ່ານ. ໃຫ້ໄຕ່ຕອງດ້ວຍການອະທິຖານ ແລະ ຮັບຜິດຊອບຕໍ່ຄຳປຶກສາທີ່ເຂົາເຈົ້າໄດ້ໃຫ້ທ່ານ ແລະ ທາງແກ້ໄຂທີ່ເຂົາເຈົ້າແນະນຳ ຖ້າຫາກໄສ້ຕິ່ງຂອງທ່ານອັກເສບ, ພຣະເຈົ້າຈະຄາດຫວັງໃຫ້ທ່ານຊອບຫາພອນຂອງຖານະປະໂລຫິດ ແລະ ໄປຮັບການດູແລທີ່ດີທີ່ສຸດທີ່ມີໄວ້ໃຫ້ຈາກການແພດ. ສະນັ້ນມັນກໍເປັນດັ່ງນີ້ກັບຄວາມເຈັບປ່ວຍທາງອາລົມ. ພຣະບິດາໃນສະຫວັນຂອງເຮົາຄາດຫວັງໃຫ້ເຮົາໃຊ້ຂອງປະທານທີ່ປະເສີດ ທຸກຢ່າງ ທີ່ພຣະອົງໄດ້ຈັດໄວ້ໃຫ້ໃນຍຸກສະໄໝທີ່ຮຸ່ງໂລດນີ້.
ຖ້າຫາກທ່ານເປັນຄົນທີ່ທົນທຸກທໍລະມານ ຫລື ເປັນຄົນດູແລຄົນທີ່ທົນທຸກ, ຂໍຢ່າໃຫ້ຮູ້ສຶກໜັກໃຈກັບໜ້າທີ່ວຽກງານຂອງທ່ານ. ຢ່າຊູຄິດເລີຍວ່າທ່ານສາມາດແກ້ໄຂທຸກສິ່ງໄດ້, ແຕ່ແກ້ໄຂສິ່ງທີ່ທ່ານສາມາດເຮັດໄດ້. ຖ້າຫາກນັ້ນເປັນຄວາມສຳເລັດພຽງເລັກນ້ອຍ, ໃຫ້ມີຄວາມກະຕັນຍູສຳລັບສິ່ງນັ້ນ, ແລະ ໃຫ້ອົດທົນຕໍ່ໄປ. ຫລາຍໆເທື່ອໃນພຣະຄຳພີ, ພຣະຜູ້ເປັນເຈົ້າບັນຊາຄົນບາງຄົນໃຫ້ “ຢູ່ຢ່າງມິດງຽບ” ຫລື “ໃຫ້ຢູ່ຊື່ໆ”—ແລະ ໃຫ້ລໍຖ້າ.6 ການທົນຕໍ່ບາງສິ່ງຢ່າງອົດທົນເປັນພາກສ່ວນຂອງການສຶກສາທາງຊີວິດມະຕະຂອງເຮົາ.
ສຳລັບຜູ້ໃຫ້ການດູແລ, ໃນຄວາມພະຍາຍາມຢ່າງອຸທິດຕົນຂອງທ່ານທີ່ຈະຊ່ອຍທາງເລື່ອງສຸຂະພາບຂອງຄົນອື່ນ, ຢ່າທຳລາຍສຸຂະພາບຂອງທ່ານເອງ. ໃນທຸກສິ່ງຂໍເປັນຄົນສະຫລາດ. ຢ່າແລ່ນໄວກວ່າພະລັງຂອງຕົນ.7 ບໍ່ວ່າທ່ານອາດຈະຈັດຫາໃຫ້ໄດ້ ຫລື ບໍ່ໄດ້, ທ່ານສາມາດອະທິຖານເພື່ອເຂົາເຈົ້າ ແລະ ທ່ານສາມາດໃຫ້ “ຄວາມຮັກທີ່ບໍ່ມີມານຍາ.”8 “ຄວາມໃຈບຸນອົດທົນໄດ້ດົນນານ, ແລະ ມີຄວາມເມດຕາ; … [ມັນ] ທົນແບກຫາບທຸກສິ່ງ, … ຫວັງທຸກສິ່ງ, ແລະ ອົດທົນທຸກສິ່ງ. ຄວາມໃຈບຸນ ດຳລົງຢູ່ຕະຫລອດ ໄປ.”9
ຂໍໃຫ້ເຮົາຈຳໄວ້ວ່າ ຜ່ານຄວາມເຈັບປ່ວຍ ຫລື ການທ້າທາຍທີ່ຍາກລຳບາກໃດໆກໍຕາມ, ຍັງມີຫລາຍຢ່າງໃນຊີວິດທີ່ຈະມີຄວາມຫວັງ ແລະ ກະຕັນຍູຕໍ່. ເຮົາສຳຄັນຫລາຍກວ່າຂໍ້ຈຳກັດ ຫລື ຄວາມທຸກທໍລະມານຂອງເຮົາ. ນາງສະແຕຟານີ ຄະລາກ ນຽວສັນ ແລະ ຄອບຄົວຂອງນາງໄດ້ເປັນເພື່ອນຂອງພວກຂ້າພະເຈົ້າດົນກວ່າ 30 ປີແລ້ວ. ໃນວັນທີ 16 ເດືອນສິງຫາ 2008, ນາງສະແຕຟະນີ ແລະ ຄຣິດສະຕຽນ, ສາມີຂອງນາງຖືກອຸປະຕິເຫດຍົນຕົກ ແລະ ໄຟໄໝ້ ທີ່ໄດ້ເຮັດໃຫ້ນາງໄດ້ຮັບບາດແຜທີ່ແສນສາຫັດ ຈົນວ່າຄອບຄົວຈຳນາງໄດ້ພຽງແຕ່ໂດຍສີເລັບຕີນຂອງນາງ ຕອນສະມາຊິກຄອບຄົວໄດ້ມາຊີ້ຕົວຄົນຮັບເຄາະ. ມີເປີເຊັນນ້ອຍທີ່ນາງສະແຕຟານີຈະລອດຊີວິດໄດ້. ຫລັງຈາກສາມເດືອນທີ່ສະຫລົບຢູ່ໃນສະພາບໝົດສະຕິທີ່ໝໍໃຫ້ນາງຫລັບຢູ່ນັ້ນ, ນາງໄດ້ຕື່ນຂຶ້ນມາເຫັນຕົວນາງເອງ. ດ້ວຍບາດແຜທາງຈິດໃຈ, ຄວາມຊຶມເສົ້າທີ່ເປັນຕາຢ້ານນັ້ນໄດ້ຕາມມາ. ນາງມີລູກສີ່ຄົນທີ່ມີອາຍຸຕ່ຳກວ່າເຈັດປີ, ນາງສະແຕຟານີບໍ່ຢາກໃຫ້ລູກໆຂອງນາງເຫັນໜ້ານາງອີກເລີຍ. ນາງໄດ້ຮູ້ສຶກວ່າມັນຈະເປັນເລື່ອງດີຖ້າຫາກນາງບໍ່ມີຊີວິດອີກຕໍ່ໄປ. ນາງໄດ້ບອກຂ້າພະເຈົ້າຄັ້ງໜຶ່ງຢູ່ໃນຫ້ອງການຂອງຂ້າພະເຈົ້າວ່າ “ຂ້ອຍໄດ້ຄິດວ່າມັນຈະງ່າຍກວ່າ, ຖ້າພວກເຂົາຈະລືມຂ້ອຍໄປສາ ແລະ ຂ້ອຍໄດ້ອອກໄປຈາກຊີວິດນີ້ຢ່າງງຽບໆ.”
ແຕ່ທີ່ເປັນກຽດນິລັນດອນຕໍ່ນາງ, ແລະ ດ້ວຍການອະທິຖານຂອງສາມີ, ຄອບຄົວ, ໝູ່ເພື່ອນ, ລູກທີ່ໜ້າຮັກທັງສີ່ຄົນ, ແລະ ລູກຄົນທີຫ້າຂອງນາງ ທີ່ໄດ້ເກີດມາເມື່ອ 18 ເດືອນຜ່ານມານີ້, ນາງສະແຕຟານີ ໄດ້ຕໍ່ສູ້ຫາທາງກັບຄືນມາຈາກເຫວເລິກແຫ່ງການທຳລາຍຕົນເອງ ທີ່ບັດນີ້ເປັນນັກຂຽນຂໍ້ມູນໃນອິນເຕີແນັດຄົນໜຶ່ງທີ່ມີຄົນນິຍົມຊົມຊອບຫລາຍໃນສະຫະລັດ, ປະກາດຢ່າງເປີດເຜີຍຕໍ່ຄົນຕິດຕາມນາງເປັນຈຳນວນສີ່ລ້ານຄົນວ່າ “ຈຸດປະສົງທີ່ສູງສົ່ງ” ຂອງນາງນັ້ນຄືການເປັນແມ່ ແລະ ທີ່ຈະທະນຸຖະໜອມ ທຸກໆມື້ ທີ່ນາງໄດ້ມີຢູ່ເທິງໂລກທີ່ສວຍງາມໜ່ວຍນີ້.
ບໍ່ວ່າບັນຫາຂອງທ່ານຈະເປັນອັນໃດກໍຕາມ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ—ທາງຈິດໃຈ ຫລື ອາລົມ ຫລື ທາງຮ່າງກາຍ ຫລື ທາງອື່ນ—ຢ່າເລືອກຕໍ່ຕ້ານຄວາມລ້ຳຄ່າຂອງຊີວິດໂດຍການກຳຈັດມັນ! ໄວ້ວາງໃຈໃນພຣະເຈົ້າ. ຍຶດໝັ້ນຢູ່ໃນຄວາມຮັກຂອງພຣະອົງ. ຂໍໃຫ້ຮູ້ໄວ້ວ່າ ມື້ໜຶ່ງຄວາມເຈັບປວດທາງຝ່າຍໂລກນີ້ຈະສູນສິ້ນໄປ. ເຖິງແມ່ນວ່າເຮົາຈະຮູ້ສຶກວ່າເຮົາ “ເປັນດັ່ງສິ່ງຂອງທີ່ຖືກໂຍນຖິ້ມ,” ດັ່ງທີ່ຜູ້ແຕ່ງເພງສັນລະເສີນໄດ້ກ່າວ,10 ເຮົາຕ້ອງຈຳໄວ້ວ່າ, ຖ້ວຍດິນໃບນັ້ນຢູ່ໃນພຣະຫັດຂອງຜູ້ປັ້ນທາງສະຫວັນ. ຈິດໃຈທີ່ແຕກສະຫລາຍສາມາດໄດ້ຮັບການປິ່ນປົວ ຄືກັນກັບກະດູກທີ່ແຕກຫັກ ແລະ ຫົວໃຈທີ່ເຈັບຊ້ຳກໍຫາຍດີໄດ້. ເມື່ອພຣະເຈົ້າລົງພຣະຫັດສ້ອມແປງສິ່ງເຫລົ່ານີ້, ເຮົາທັງໝົດສາມາດຊ່ອຍໄດ້ໂດຍການເປັນຄົນທີ່ມີເມດຕາ, ບໍ່ຕັດສິນ, ແລະ ມີໃຈດີປານີ.
ຂ້າພະເຈົ້າເປັນພະຍານເຖິງການຟື້ນຟູທີ່ສັກສິດ, ທີ່ເປັນຂອງປະທານທີ່ຈຳເປັນໃນການຊົດໃຊ້ຂອງອົງພຣະເຢຊູຄຣິດ! ຮ່ວມກັບອັກຄະສາວົກໂປໂລ, ຂ້າພະເຈົ້າເປັນພະຍານວ່າ ສິ່ງທີ່ຖືກຫວ່ານໃນຄວາມເນົ່າເປື່ອຍ ມື້ໜຶ່ງຈະຖືກຍົກຂຶ້ນໃນຄວາມເນົ່າເປື່ອຍ ແລະ ສິ່ງທີ່ຖືກຫວ່ານໃນຄວາມອ່ອນແອ ໃນທີ່ສຸດຈະຖືກຍົກຂຶ້ນໃນອຳນາດ.11 ຂ້າພະເຈົ້າເປັນພະຍານວ່າ ມື້ໜຶ່ງເມື່ອຄົນທີ່ເຮົາຮັກ ຜູ້ທີ່ເຮົາຮູ້ວ່າມີຄວາມພິການໃນຊີວິດມະຕະຈະຢືນຢູ່ຕໍ່ໜ້າເຮົາ ຮຸ່ງໂລດ ແລະ ສະຫງ່າງາມ, ສວຍງາມຢ່າງສົມບູນແບບ ໃນຮ່າງກາຍ ແລະ ຈິດໃຈ. ນັ້ນຊ່າງຈະເປັນເວລາທີ່ໜ້າຕື່ນເຕັ້ນແທ້ໆ! ຂ້າພະເຈົ້າບໍ່ຮູ້ຖ້າຫາກວ່າເຮົາຈະດີໃຈຫລາຍສຳລັບຕົວເຮົາເອງ ທີ່ເຮົາໄດ້ເຫັນເປັນພະຍານຕໍ່ສິ່ງມະຫັດສະຈັນ ຫລືວ່າຈະດີໃຈທີ່ເຂົາເຈົ້າສົມບູນແບບຢ່າງເຕັມທີ ແລະ ໃນທີ່ສຸດ “ເປັນອິດສະລະແລ້ວ.”12 ຈົນກວ່າຊົ່ວໂມງນັ້ນ ເມື່ອຂອງປະທານທີ່ສົມບູນຄົບຖ້ວນຂອງພຣະຄຣິດຈະປະຈັກໃຫ້ເຮົາທຸກຄົນເຫັນ, ຂໍໃຫ້ເຮົາຈົ່ງມີຊີວິດຢູ່ດ້ວຍສັດທາ, ຍຶດໝັ້ນຢູ່ໃນຄວາມຫວັງ, ແລະ ສະແດງຄວາມ “ເຫັນອົກເຫັນໃຈກັນ.”13 ຂ້າພະເຈົ້າອະທິຖານ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.