ພະລັງທີ່ຈະອົດທົນຈົນເຖິງທີ່ສຸດ
ຄວາມສາມາດຂອງເຮົາທີ່ຈະອົດທົນຈົນເຖິງທີ່ສຸດໃນຄວາມຊອບທຳກໍກ່ຽວພັນໂດຍກົງກັບຄວາມເຂັ້ມແຂງ ຂອງປະຈັກພະຍານຂອງເຮົາ ແລະ ຄວາມເລິກຊຶ້ງຂອງການປ່ຽນໃຈເຫລື້ອມໃສຂອງເຮົາ.
ທຸກໆເຊົ້າເມື່ອເຮົາຕື່ນຂຶ້ນມາ, ເຮົາຈະປະເຊີນກັບວັນໃໝ່ທີ່ເຕັມໄປດ້ວຍການທ້າທາຍຂອງຊີວິດ. ການທ້າທາຍເຫລົ່ານີ້ຈະມີມາໃນຫລາຍຮູບແບບດັ່ງເຊັ່ນ: ການທ້າທາຍທາງຮ່າງກາຍ, ບັນຫາທາງການເງິນ, ຄວາມຫຍຸ້ງຍາກໃນຄວາມສຳພັນ, ການທົດລອງທາງອາລົມ, ແລະ ແມ່ນແຕ່ການດີ້ນລົນກັບສັດທາຂອງເຮົາ.
ການທ້າທາຍທັງຫລາຍທີ່ເຮົາປະເຊີນໃນຊີວິດສາມາດແກ້ໄຂ ແລະ ເອົາຊະນະໄດ້. ເຖິງຢ່າງໃດກໍຕາມ, ບັນຫາອື່ນໆອາດຈະເຂົ້າໃຈຍາກ ແລະ ເອົາຊະນະບໍ່ໄດ້ ແລະ ຈະຢູ່ກັບເຮົາຈົນກວ່າເຮົາເສຍຊີວິດໄປ. ຂະນະທີ່ເຮົາອົດທົນເປັນເວລາຊົ່ວຄາວຕໍ່ການທ້າທາຍທີ່ເຮົາສາມາດແກ້ໄຂໄດ້ ແລະ ຂະນະທີ່ເຮົາອົດທົນຕໍ່ໄປກັບການທ້າທາຍທີ່ເຮົາແກ້ໄຂບໍ່ໄດ້, ມັນກໍສຳຄັນທີ່ຈະຈື່ຈຳໄວ້ວ່າພະລັງທາງວິນຍານທີ່ເຮົາໄດ້ພັດທະນາຈະຊ່ອຍເຮົາໃຫ້ອົດທົນຢ່າງສຳເລັດຜົນຕໍ່ການທ້າທາຍທັງໝົດທີ່ເຮົາຈະປະເຊີນໃນຊີວິດ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ, ອົງທີ່ໄດ້ວາງແຜນການເປັນຢູ່ຂອງເຮົາຢູ່ເທິງໂລກ ເພື່ອວ່າເຮົາຈະສາມາດຮຽນຮູ້ບົດຮຽນຂອງສ່ວນບຸກຄົນທີ່ເຮົາຕ້ອງຮຽນຮູ້ເພື່ອຈະມີຄຸນຄ່າສຳລັບຊີວິດນິລັນດອນໃນທີ່ປະທັບຂອງພຣະອົງ.
ເລື່ອງລາວຈາກຊີວິດຂອງສາດສະດາ ໂຈເຊັບ ສະມິດ ສະແດງໃຫ້ເຫັນຕົວຢ່າງຂອງຫລັກທຳນີ້. ສາດສະດາ ແລະ ເພື່ອນໆຫລາຍຄົນໄດ້ຖືກກັກຂັງຢູ່ທີ່ເມືອງລິເບິທີ, ລັດມິເຊີຣີ ເປັນເວລາຫລາຍເດືອນ. ໃນຂະນະທີ່ທົນທຸກຢູ່ນັ້ນ, ສາດສະດາໂຈເຊັບໄດ້ອ້ອນວອນກັບພຣະຜູ້ເປັນເຈົ້າໃນການອະທິຖານທີ່ຖ່ອມຕົນທູນຂໍໃຫ້ໄພ່ພົນໄດ້ຮັບການບັນເທົາທຸກຈາກຄວາມທຸກທໍລະມານຂອງເຂົາເຈົ້າໃນເວລານັ້ນ. ພຣະຜູ້ເປັນເຈົ້າໄດ້ຕອບຮັບໂດຍການສັ່ງສອນສາດສະດາໂຈເຊັບ, ແລະ ເຮົາທຸກຄົນ, ວ່າການທ້າທາຍທີ່ເຮົາປະເຊີນຢູ່ນັ້ນ, ຖ້າຫາກຖືກອົດທົນຢ່າງສຳເລັດຜົນ, ຈະເປັນເພື່ອຄວາມດີຂອງເຮົາໃນທີ່ສຸດ. ນີ້ຄືຄຳໂຕ້ຕອບຂອງພຣະຜູ້ເປັນເຈົ້າຕໍ່ຄຳອ້ອນວອນຂອງໂຈເຊັບວ່າ:
ພຣະອົງໄດ້ຕອບຄຳຖາມຂອງໂຈເຊັບໂດຍກ່າວວ່າ ຄວາມສັນຕິສຸກຈະຢູ່ກັບຈິດວິນຍານຂອງເພິ່ນ; ຄວາມລຳບາກ ແລະ ຄວາມທຸກທໍລະມານຂອງເພິ່ນຈະເປັນໄປພຽງຊົ່ວໄລຍະສັ້ນ;
ແລະ ຖ້າເພິ່ນອົດທົນມັນດ້ວຍດີ, ພຣະເຈົ້າຈະຍົກເພິ່ນຂຶ້ນເທິງທີ່ສູງ.1
ພຣະບິດາເທິງສະຫວັນໄດ້ຈັດໃຫ້ການເດີນທາງຂອງເຮົາຕະຫລອດຊີວິດນີ້ເປັນການທົດສອບຄຸນສົມບັດທີ່ດີຂອງເຮົາ. ເຮົາຈະໄດ້ພົບເຫັນທັງອິດທິພົນດີ ແລະ ຊົ່ວ ແລະ ແລ້ວໄດ້ຮັບສິດທິທາງສິນທຳ ເພື່ອຈະເລືອກສຳລັບຕົວເຮົາເອງ ເສັ້ນທາງທີ່ເຮົາຈະເດີນໄປ. ດັ່ງທີ່ ຊາມູເອນ ສາດສະດາໃນສະໄໝພຣະຄຳພີມໍມອນໄດ້ສອນວ່າ, “ພວກທ່ານມີອິດສະລະ; ພວກທ່ານໄດ້ຮັບອະນຸຍາດໃຫ້ເຮັດເພື່ອຕົວເອງ; ເພາະຈົ່ງເບິ່ງ, ພຣະເຈົ້າໄດ້ປະທານຄວາມຮູ້ໃຫ້ແກ່ພວກທ່ານ ແລະ ພຣະອົງໄດ້ເຮັດໃຫ້ພວກທ່ານເປັນອິດສະລະ.”2
ພຣະບິດາເທິງສະຫວັນໄດ້ເຂົ້າໃຈອີກດ້ວຍວ່າ ເປັນເພາະຄວາມມະຕະຂອງເຮົາ ເຮົາຈະບໍ່ເລືອກສິ່ງທີ່ຖືກຕ້ອງ ຫລື ຊອບທຳສະເໝີໄປ. ເພາະວ່າເຮົາບໍ່ດີພ້ອມ ແລະ ເພາະວ່າເຮົາເຮັດຜິດ, ເຮົາຕ້ອງການຄວາມຊ່ອຍເຫລືອໃນການກັບຄືນໄປສູ່ທີ່ປະທັບຂອງພຣະອົງ. ໄດ້ມີຄວາມຊ່ອຍເຫລືອທີ່ຈຳເປັນນັ້ນໄວ້ໃຫ້ ຜ່ານການສັ່ງສອນ, ຕົວຢ່າງ, ແລະ ເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ. ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດເຮັດໃຫ້ຄວາມລອດ ແລະ ຄວາມສູງສົ່ງໃນອະນາຄົດຂອງເຮົາເປັນໄປໄດ້ ຜ່ານຫລັກທຳແຫ່ງການກັບໃຈ. ຖ້າຫາກເຮົາກັບໃຈຢ່າງສັດຊື່ ແລະ ຈິງໃຈ, ການຊົດໃຊ້ນັ້ນສາມາດຊ່ອຍໃຫ້ເຮົາສະອາດ, ປ່ຽນທຳມະຊາດຂອງເຮົາ, ແລະ ອົດທົນຕໍ່ການທ້າທາຍຢ່າງສຳເລັດຜົນ.
ຄວາມອົດທົນເປັນຫລັກທຳສຳຄັນຢ່າງໜຶ່ງທີ່ພົບເຫັນຢູ່ໃນຄຳສອນຂອງພຣະເຢຊູຄຣິດ. ມັນສຳຄັນເພາະວ່າຄຸນນະພາບຂອງອະນາຄົດນິລັນດອນຂອງເຮົາກ່ຽວພັນກັບຄວາມສາມາດຂອງເຮົາທີ່ຈະອົດທົນໃນຄວາມຊອບທຳ.
ໃນ 2 ນີໄຟ 31 ສາດສະດານີໄຟສອນເຮົາວ່າ ຫລັງຈາກເຮົາໄດ້ຮັບເອົາພິທີການທີ່ຊ່ອຍໃຫ້ລອດແຫ່ງການບັບຕິສະມາແບບດຽວທີ່ພຣະເຢຊູຄຣິດໄດ້ຮັບ ແລະ ແລ້ວຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ, ເຮົາຕ້ອງ “ມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, [ແລະແລ້ວ] ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: [ເຮົາ] ຈະມີຊີວິດນິລັນດອນ.”3
ສະນັ້ນ, ເພື່ອວ່າຈະໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາພອນຕ່າງໆຂອງພຣະບິດາເທິງສະຫວັນ, ຊຶ່ງເປັນຊີວິດນິລັນດອນ, ເຮົາຕ້ອງສຳເລັດວຽກງານພິທີການທີ່ສົມຄວນ ແລະ ແລ້ວຮັກສາພັນທະສັນຍາທີ່ກ່ຽວຂ້ອງນັ້ນຕໍ່ໄປ. ໃນອີກຄຳໜຶ່ງ ເຮົາຕ້ອງອົດທົນຢ່າງສຳເລັດຜົນ.
ຄວາມສາມາດຂອງເຮົາທີ່ຈະອົດທົນຈົນເຖິງທີ່ສຸດໃນຄວາມຊອບທຳກໍກ່ຽວພັນໂດຍກົງກັບຄວາມເຂັ້ມແຂງ ຂອງປະຈັກພະຍານຂອງເຮົາ ແລະ ຄວາມເລິກຊຶ້ງຂອງການປ່ຽນໃຈເຫລື້ອມໃສຂອງເຮົາ. ເມື່ອປະຈັກພະຍານຂອງເຮົາເຂັ້ມແຂງ ແລະ ເຮົາໄດ້ປ່ຽນໃຈເຫລື້ອມໃສຢ່າງຈິງຈັງຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ການເລືອກຂອງເຮົາຈະຖືກດົນໃຈໂດຍພຣະວິນຍານບໍລິສຸດ, ມັນຈະເຈາະຈົງຢູ່ທີ່ພຣະຄຣິດ, ແລະ ມັນຈະສົ່ງເສີມຄວາມປາດຖະໜາຂອງເຮົາທີ່ຈະອົດທົນໃນຄວາມຊອບທຳ. ຖ້າຫາກປະຈັກພະຍານຂອງເຮົາອ່ອນແອ ແລະ ການປ່ຽນໃຈເຫລື້ອມໃສຂອງເຮົາບໍ່ເລິກຊຶ້ງ, ຈະມີການສ່ຽງຫລາຍ ທີ່ເຮົາຈະຖືກລໍ້ລວງໂດຍປະເພນີທີ່ຜິດພາດຂອງໂລກທີ່ຈະເລືອກສິ່ງບໍ່ດີ.
ຂ້າພະເຈົ້າຢາກແບ່ງປັນປະສົບການໜຶ່ງທີ່ສະແດງເຖິງຄວາມພະຍາຍາມທີ່ຈຳເປັນເພື່ອຈະອົດທົນທາງຮ່າງກາຍ ແລະ ແລ້ວປຽບທຽບມັນໃສ່ກັບຄວາມພະຍາຍາມທີ່ຈຳເປັນທີ່ຈະອົດທົນທາງວິນຍານ. ຫລັງຈາກໄດ້ກັບຈາກການເຜີຍແຜ່ຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າໄດ້ມີໂອກາດທີ່ຈະຫລິ້ນບາສະເກັດບານໃຫ້ໂຄດກິລາທີ່ຜູ້ຄົນນັບຖື ແລະ ນັກປະພັນຄົນໜຶ່ງຢູ່ທີ່ວິທະຍາໄລໃນລັດຄາລິຟໍເນຍ. ໂຄດກິລາຄົນນີ້ເອົາຈິງເອົາຈັງຫລາຍກ່ຽວກັບສຸຂະພາບແຂງແຮງຂອງນັກຫລິ້ນບານຂອງເພິ່ນ ກ່ອນລະດູການຫລິ້ນບາສະເກັດບານ. ການຝຶກການອົບລົມຢ່າງໜຶ່ງຂອງເພິ່ນກ່ອນໃຜໆຈະສາມາດແຕະຕ້ອງໝາກບານນັ້ນໃນສະໜາມຝຶກແອບ ແມ່ນຕ້ອງໄດ້ແລ່ນຕາມເສັ້ນທາງໃນເນີນພູໃກ້ໂຮງຮຽນ ທີ່ຮຽກຮ້ອງໃຫ້ເຂົາເຈົ້າແລ່ນໄວໆໃຫ້ທັນກັບເວລາທີ່ກຳນົດໄວ້. ຂ້າພະເຈົ້າຈຳການແລ່ນເທື່ອທຳອິດໃນເສັ້ນທາງນີ້ໄດ້ ທັນທີທີ່ຂ້າພະເຈົ້າໄດ້ກັບມາຈາກສະໜາມເຜີຍແຜ່: ຂ້າພະເຈົ້າໄດ້ຄິດວ່າຂ້າພະເຈົ້າຈະຕາຍ (ເພາະຮ່າງກາຍຂອງຂ້າພະເຈົ້າໄດ້ເຈັບປວດໄປໝົດ).
ໄດ້ໃຊ້ເວລາຝຶກແອບຫລາຍໆອາທິດກ່ອນຈະແລ່ນໄດ້ ໃນທີ່ສຸດໃຫ້ໄວກວ່າເວລາທີ່ໂຄດໄດ້ຈັດໄວ້ເປັນເປົ້າໝາຍ. ມັນໄດ້ເປັນຄວາມຮູ້ສຶກທີ່ດີຫລາຍ ບໍ່ພຽງແຕ່ສາມາດແລ່ນໄດ້ຕາມເວລາ ແຕ່ໄດ້ແລ່ນໄວກວ່າຂະນະທີ່ເຂົ້າໃກ້ເສັ້ນໄຊນັ້ນ.
ກ່ອນຈະຫລິ້ນບາດສະເກັດບານໄດ້ຢ່າງດີ, ທ່ານຕ້ອງມີສຸຂະພາບແຂງແຮງ. ກ່ອນຈະເປັນຢູ່ໃນສະພາບທີ່ແຂງແຮງທາງຮ່າງກາຍເຮົາຕ້ອງໄດ້ເສຍສະລະ, ການເສຍສະລະນັ້ນຄືການອຸທິດຕົນ, ຄວາມພາກພຽນ, ແລະ ລະບຽບວິໄນໃນຕົວເອງ. ຄວາມອົດທົນທາງວິນຍານກໍມີມາຜ່ານການເສຍສະລະຄືກັນ. ມັນກໍເປັນການເສຍສະລະແບບດຽວກັນ: ການອຸທິດຕົນ, ຄວາມພາກພຽນ, ແລະ ລະບຽບວິໄນໃນຕົວເອງ.
ປະຈັກພະຍານ, ເໝືອນດັ່ງຮ່າງກາຍຂອງທ່ານ, ຕ້ອງຢູ່ໃນສະພາບທີ່ເຂັ້ມແຂງຖ້າຫາກທ່ານຢາກຈະອົດທົນ. ສະນັ້ນ ເຮົາຈະຮັກສາປະຈັກພະຍານຂອງເຮົາໃຫ້ຢູ່ໃນສະພາບທີ່ເຂັ້ມແຂງແນວໃດ? ເຮົາຈະບໍ່ສາມາດເຮັດໃຫ້ຮ່າງກາຍຂອງເຮົາເຂັ້ມແຂງ ທີ່ຈະຫລິ້ນບາສະເກັດບານໄດ້ໂດຍການເບິ່ງບາສະເກັດບານໃນໂທລະທັດເທົ່ານັ້ນ. ໃນທຳນອງດຽວກັນ, ເຮົາຈະບໍ່ສາມາດເຮັດໃຫ້ປະຈັກພະຍານຂອງເຮົາຢູ່ໃນສະພາບທີ່ເຂັ້ມແຂງໂດຍການຮັບຊົມກອງປະຊຸມໃຫຍ່ສາມັນຢູ່ທີ່ໂທລະທັດເທົ່ານັ້ນ. ເຮົາຕ້ອງສຶກສາ ແລະ ຮຽນຮູ້ຫລັກທຳພື້ນຖານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແລະ ແລ້ວເຮົາຕ້ອງເຮັດສຸດຄວາມສາມາດຂອງເຮົາທີ່ຈະປະຕິບັດຕາມນັ້ນ. ນີ້ຄືວິທີທີ່ເຮົາຈະກາຍເປັນສານຸສິດຂອງພຣະເຢຊູຄຣິດ, ແລະ ນັ້ນຄືວິທີທາງທີ່ເຮົາຈະສ້າງປະຈັກພະຍານທີ່ທົນທານໄດ້.
ເມື່ອເຮົາປະເຊີນຄວາມລຳບາກຍາກແຄ້ນໃນຊີວິດ ແລະ ຄວາມປາດຖະໜາຂອງເຮົາທີ່ຈະເອົາແບບຢ່າງຂອງຄຸນລັກສະນະຂອງພຣະເຢຊູຄຣິດ, ມັນສຳຄັນຫລາຍທີ່ເຮົາຕ້ອງຕຽມພ້ອມທາງວິນຍານ. ການຕຽມພ້ອມທາງວິນຍານນັ້ນໝາຍຄວາມວ່າ ເຮົາໄດ້ພັດທະນາຄວາມອົດທົນ ຫລື ຄວາມເຂັ້ມແຂງທາງວິນຍານ—ເຮົາຈະຢູ່ໃນສະພາບທີ່ແຂງແຮງທາງວິນຍານ. ເຮົາຈະຢູ່ໃນສະພາບທີ່ເຂັ້ມແຂງທາງວິນຍານເມື່ອເຮົາເລືອກສິ່ງດີຢູ່ສະເໝີ. ເຮົາຈະບໍ່ຫວັ່ນໄຫວໃນຄວາມປາດຖະໜາ ແລະ ຄວາມສາມາດຂອງເຮົາທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ. ດັ່ງທີ່ນັກຂຽນທີ່ບໍ່ບອກຊື່ຄົນໜຶ່ງໄດ້ກ່າວຄັ້ງໜຶ່ງວ່າ, “ທ່ານຕ້ອງກາຍເປັນກ້ອນສີລາທີ່ແມ່ນ້ຳຈະພັດລ້າງໄປບໍ່ໄດ້.”
ເພາະວ່າເຮົາປະເຊີນກັບການທ້າທາຍທຸກໆມື້, ມັນຈຶ່ງສຳຄັນທີ່ເຮົາຈະພັດທະນາຄວາມອົດທົນທາງວິນຍານຂອງເຮົາທຸກໆມື້. ເມື່ອ ເຮົາພັດທະນາຄວາມອົດທົນທາງວິນຍານ, ປະເພນີທີ່ຜິດພາດຂອງໂລກນີ້, ພ້ອມທັງການທ້າທາຍປະຈຳວັນສ່ວນຕົວຂອງເຮົາ, ຈະມີຜົນກະທົບກະເທືອນຮ້າຍເລັກນ້ອຍຕໍ່ຄວາມສາມາດຂອງເຮົາທີ່ຈະອົດທົນໃນຄວາມຊອບທຳ.
ຕົວຢ່າງທີ່ດີເລີດຂອງຄວາມອົດທົນທາງວິນຍານກໍມາຈາກປະຫວັດໃນຄອບຄົວຂອງເຮົາເອງ. ທ່າມກາງເລື່ອງລາວຈາກບັນພະບຸລຸດຂອງເຮົາ, ເຮົາຈະສາມາດພົບເຫັນຕົວຢ່າງທີ່ສະແດງເຖິງບຸກຄະລັກສະນະທີ່ດີຂອງການອົດທົນ.
ເລື່ອງລາວຈາກປະຫວັດຂອງຄອບຄົວຂອງຂ້າພະເຈົ້າເອງສະແດງເຖິງຫລັກທຳນີ້. ໂຈເຊັບ ວອດສັນ ເມນສ໌ ປູ່ທວດຂອງຂ້າພະເຈົ້າໄດ້ເກີດເມື່ອປີ 1856 ທີ່ບ້ານຮໍ, ເມືອງໂຢກຊາຍ, ປະເທດອັງກິດ. ຄອບຄົວຂອງເພິ່ນໄດ້ເຂົ້າຮ່ວມສາດສະໜາຈັກຢູ່ປະເທດອັງກິດ ແລະ ແລ້ວໄດ້ເດີນທາງມາເມືອງເຊົາເລັກ. ເພິ່ນໄດ້ແຕ່ງງານກັບນາງແອມະລີ ຄີບ ໃນປີ 1883, ແລະ ພວກເພິ່ນໄດ້ເປັນພໍ່ແມ່ຂອງລູກແປດຄົນ. ໂຈເຊັບຖືກເອີ້ນໄປຮັບໃຊ້ເຜີຍແຜ່ເຕັມເວລາໃນເດືອນມິຖຸນາ 1910, ຕອນເພິ່ນມີອາຍຸ 53 ປີ. ດ້ວຍຄວາມຊ່ອຍເຫລືອຂອງພັນລະຍາ ແລະ ລູກໆທັງແປດຄົນ, ເພິ່ນໄດ້ກັບຄືນໄປຮັບໃຊ້ຢູ່ທີ່ປະເທດອັງກິດ ທີ່ເປັນບ້ານເກີດເມືອງນອນຂອງເພິ່ນ.
ຫລັງຈາກໄດ້ຮັບໃຊ້ຢ່າງຊື່ສັດແລ້ວເປັນເວລາສອງປີ, ເພິ່ນໄດ້ຂີ່ລົດຖີບຂອງເພິ່ນໄປໂຮງຮຽນວັນອາທິດກັບຄູ່ສອນສາດສະໜາຂອງເພິ່ນ ຢູ່ທີ່ເມືອງກະລູແຊສະເຕີ, ປະເທດອັງກິດ, ເມື່ອຕີນລົດຖີບຂອງເພິ່ນແຕກ. ເພິ່ນໄດ້ລົງລົດເພື່ອຈະກວດກາເບິ່ງຄວາມເສຍຫາຍ. ເມື່ອເພິ່ນໄດ້ເຫັນວ່າມັນຮ້າຍແຮງ ແລະ ຈະໃຊ້ເວລາດົນທີ່ຈະສ້ອມແປງ, ເພິ່ນໄດ້ບອກໃຫ້ຄູ່ຂອງເພິ່ນໄປກ່ອນ ແລະ ເລີ່ມເປີດພິທີຫ້ອງຮຽນວັນອາທິດ ແລະ ຈັກນ້ອຍເພິ່ນຈະນຳໄປຕາມຫລັງ. ທັນທີທີ່ເພິ່ນໄດ້ເວົ້າຄຳນັ້ນ, ເພິ່ນກໍໄດ້ລົ້ມລົງທີ່ພື້ນ. ເພິ່ນໄດ້ເສຍຊີວິດໄປຢ່າງທັນທີຈາກຫົວໃຈວາຍ.
ໂຈເຊັບ ວອດສັນ ເມນສ໌ ບໍ່ໄດ້ເຫັນພັນລະຍາ ແລະ ລູກແປດຄົນຂອງເພິ່ນອີກເລີຍໃນຊີວິດນີ້. ເຂົາເຈົ້າສາມາດສົ່ງສົບຂອງເພິ່ນຄືນມາເມືອງເຊົາເລັກ ແລະ ໄດ້ເຮັດພິທີສົ່ງສະການຢູ່ທີ່ຫໍຊຸມນຸມວໍເທີລູ. ຂໍ້ຄວາມທີ່ແອວເດີ ແອນຕະນີ ດັບບັນຢູ ໄອວິນສ໌ ແຫ່ງສະພາອັກຄະສາວົກໄດ້ກ່າວໃນງານສົ່ງສະການຂອງເພິ່ນ ສອນເຮົາເຖິງບົດຮຽນທີ່ສຳຄັນກ່ຽວກັບຊີວິດ, ຄວາມຕາຍ, ແລະ ຄວາມອົດທົນວ່າ: “ນີ້ຄືສິ່ງທີ່ພຣະກິດຕິຄຸນມີໃຫ້ເຮົາ—ບໍ່ແມ່ນການຍົກເວັ້ນຈາກຄວາມຕາຍ, ແຕ່ໄຊຊະນະຜ່ານຄວາມຫວັງທີ່ເຮົາມີໃນການຟື້ນຄືນຊີວິດທີ່ຮຸ່ງໂລດ. … ມັນກ່ຽວກັບ [ໂຈເຊັບ ເມນສ໌]. … ມັນໃຫ້ເຮົາມີຄວາມສຸກ, ຄວາມເພິ່ງພໍໃຈ ແລະ ຄວາມປິຕິຍິນດີ ທີ່ຈະຮູ້ວ່າມະນຸດເສຍສະລະຊີວິດຂອງເຂົາເຈົ້າໃນຄວາມຊອບທຳ, ໃນຄວາມເຊື່ອ, ແນ່ວແນ່ຕໍ່ສັດທາ ແລະ ຄວາມເຊື່ອຖື.”4
ເລື່ອງລາວຂອງຄອບຄົວນີ້ດົນໃຈຂ້າພະເຈົ້າໃຫ້ພະຍາຍາມສຸດຄວາມສາມາດຂອງຂ້າພະເຈົ້າທີ່ຈະຕິດຕາມຕົວຢ່າງຂອງຄວາມອົດທົນ ແລະ ພະລັງທາງວິນຍານ ທີ່ປູ່ທວດຂອງຂ້າພະເຈົ້າໄດ້ສະແດງໃຫ້ເຫັນ. ຂ້າພະເຈົ້າກໍໄດ້ຮັບການດົນໃຈຈາກສັດທາຂອງພັນລະຍາຂອງເພິ່ນ, ແອມະລີ, ຜູ້ທີ່ໄດ້ມີຊີວິດທີ່ມີພາລະໜັກທີ່ຕ້ອງທົນຕໍ່ຫລັງຈາກໂຈເຊັບໄດ້ເສຍຊີວິດໄປ. ປະຈັກພະຍານຂອງນາງເຂັ້ມແຂງ ແລະ ການປ່ຽນໃຈເຫລື້ອມໃສຂອງນາງສົມບູນ ໃນເມື່ອນາງໄດ້ໃຊ້ຊີວິດຂອງນາງແນ່ວແນ່ຕໍ່ສັດທາ ຂະນະທີ່ລ້ຽງດູລູກໆທັງແປດຄົນດ້ວຍຕົວນາງເອງ.
ອັກຄະສາວົກໂປໂລໄດ້ກ່າວວ່າ, “ຈົ່ງປົດຖິ້ມທຸກໆສິ່ງທີ່ຖ່ວງດຶງການກ້າວໄປຂອງພວກເຮົາ, ແລະ ບາບທີ່ເກາະຫ້ອຍຢ່າງງ່າຍດາຍ; ແລະ ຈົ່ງຕັ້ງໃຈແລ່ນຊີງໄຊຕາມທີ່ໄດ້ມີກຳນົດໄວ້ຕໍ່ໜ້າພວກເຮົານັ້ນ.”5 ການແລ່ນຊີງໄຊທີ່ໄດ້ມີກຳນົດໄວ້ຕໍ່ໜ້າເຮົາຢູ່ເທິງໂລກນີ້ເປັນການແຂ່ງຂັນຄວາມອົດທົນ, ທີ່ເຕັມໄປດ້ວຍອຸປະສັກຕ່າງໆ. ອຸປະສັກໃນການແຂ່ງຂັນຄືການທ້າທາຍທີ່ເຮົາຕື່ນຂຶ້ນມາປະເຊີນທຸກໆມື້. ເຮົາມາຢູ່ເທິງໂລກເພື່ອຈະແລ່ນແຂ່ງຂັນ, ໃຊ້ສິດໃນການເລືອກທາງສິນທຳ, ແລະ ທີ່ຈະເລືອກລະຫວ່າງຄວາມຖືກຕ້ອງ ແລະ ຄວາມຜິດ. ເພື່ອຈະສຳເລັດການແລ່ນຢ່າງມີກຽດ ແລະ ສຳເລັດຜົນ ແລະ ກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ, ເຮົາຕ້ອງເສຍສະລະຂອງການອຸທິດຕົນ, ຄວາມພາກພຽນ ແລະ ລະບຽບວິໄນໃນຕົວເຮົາເອງ. ເຮົາຕ້ອງຢູ່ໃນສະພາບທີ່ເຂັ້ມແຂງທາງວິນຍານ. ເຮົາຕ້ອງພັດທະນາຄວາມອົດທົນທາງວິນຍານ. ເຮົາຕ້ອງການປະຈັກພະຍານທີ່ຈະນຳພາເຮົາໄປສູ່ການປ່ຽນໃຈເຫລື້ອມໃສ, ແລະ ຕາມຜົນທີ່ຕາມມານັ້ນ ເຮົາຈະພົບເຫັນຄວາມສະຫງົບສຸກໃນຈິດໃຈ ແລະ ຄວາມເຂັ້ມແຂງໃນຕົວເຮົາເອງ ທີ່ຈຳເປັນເພື່ອຈະອົດທົນຕໍ່ການທ້າທາຍໃດໆກໍຕາມທີ່ເຮົາອາດປະເຊີນໜ້າ.
ສະນັ້ນ ບໍ່ວ່າການທ້າທາຍໃດໆກໍຕາມທີ່ທ່ານຕື່ນຂຶ້ນມາສູ່ແຕ່ລະເຊົ້າ, ຂໍໃຫ້ຈຳໄວ້ວ່າ ດ້ວຍຄວາມເຂັ້ມແຂງທີ່ທ່ານພັດທະນາ, ຮ່ວມກັບຄວາມຊ່ອຍເຫລືອຂອງພຣະຜູ້ເປັນເຈົ້າ, ໃນບັ້ນທ້າຍຂອງການແຂ່ງຂັນ ທ່ານຈະສາມາດມີຄວາມໝັ້ນໃຈທີ່ອັກຄະສາວົກໂປໂລໄດ້ສະແດງອອກ ເມື່ອເພິ່ນໄດ້ກ່າວວ່າ:
“ສຳລັບເຮົານັ້ນ ເຖິງໂມງແລ້ວທີ່ຈະຕົກເປັນເຄື່ອງບູຊາ; ເວລາກໍມາເຖິງແລ້ວທີ່ເຮົາຕ້ອງຈາກໂລກນີ້ໄປ.
“ເຮົາໄດ້ຕໍ່ສູ້ຢ່າງສຸດກຳລັງ, ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ, ແລະ ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ:
“ບັດນີ້ລາງວັນແຫ່ງໄຊຊະນະກໍລໍເຮົາຢູ່ ຄືພວງມະໄລແຫ່ງຄວາມຊອບທຳ ຊຶ່ງພຣະຜູ້ເປັນເຈົ້າ, ຜູ້ພິພາກສາທີ່ຍຸດຕິທຳຈະມອບໃຫ້ແກ່ເຮົາໃນມື້ພິພາກສານັ້ນ.”6
ຂ້າພະເຈົ້າສະແດງປະຈັກພະຍານ ແລະ ເປັນພະຍານເຖິງຄວາມເປັນຈິງຂອງພຣະບິດາເທິງສະຫວັນທີ່ຊົງຮັກ ແລະ ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ ແລະ ນິລັນດອນຂອງພຣະອົງ, ຊຶ່ງໄດ້ນຳເຮົາມາສູ່ໂລກນີ້ໃນເວລານີ້. ຂໍໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຈົ່ງດົນໃຈເຮົາທຸກຄົນໃຫ້ພັດທະນາພະລັງທີ່ຈະອົດທົນພາຍໃນຕົວເຮົາເອງເຖີດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.