ໄດ້ຮັບການເອີ້ນຈາກພຣະອົງໃຫ້ປະກາດພຣະຄຳຂອງພຣະອົງ
ຖ້າວ່າທ່ານຖ່ອມຕົນ, ເຊື່ອຟັງ, ແລະ ຟັງສຸລະສຽງຂອງພຣະວິນຍານ, ທ່ານຈະພົບເຫັນຄວາມສຸກຫລາຍໃນການຮັບໃຊ້ຂອງທ່ານ ໃນຖານະຜູ້ສອນສາດສະໜາ.
ເມື່ອຂ້າພະເຈົ້າໄດ້ຮັບການສະໜັບສະໜູນ ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ເມື່ອເດືອນເມສາທີ່ຜ່ານມານີ້, ຂ້າພະເຈົ້າກຳລັງຮັບໃຊ້ເປັນປະທານເຜີຍແຜ່ທີ່ປະເທດອິນເດຍ. ຂ້າພະເຈົ້າໄດ້ສັງເກດເຫັນດ້ວຍຕົວເອງສິ່ງທີ່ອາດີດປະທານອີກຄົນໜຶ່ງໄດ້ບອກຂ້າພະເຈົ້າວ່າ: “ຜູ້ສອນສາດສະໜາຂອງສາດສະໜາຈັກນີ້ຊ່າງໜ້າປະທັບໃຈແທ້ໆ.”1
ຜູ້ສອນສາດສະໜາທີ່ດີເດັ່ນຄົນໜຶ່ງໃນຫລາຍໆຄົນ ທີ່ຊິດສະເຕີ ຟັ້ງ ແລະ ຂ້າພະເຈົ້າໄດ້ຮັບໃຊ້ນຳກັນຄື ແອວເດີ ປ໊ອກແຣວ ຈາກປະເທດເນປານ. ຫລັງຈາກໄດ້ເປັນສະມາຊິກຂອງສາດສະໜາຈັກພຽງສອງປີ, ລາວຖືກເອີ້ນໃຫ້ຮັບໃຊ້ຢູ່ທີ່ເຂດເຜີຍແຜ່ ບັງກາໂລ ປະເທດອິນເດຍ, ເຂດເຜີຍແຜ່ທີ່ໃຊ້ພາສາອັງກິດ. ລາວຈະບອກທ່ານວ່າລາວບໍ່ໄດ້ຕຽມພ້ອມເປັນຢ່າງດີ. ນັ້ນເປັນສິ່ງທີ່ເຂົ້າໃຈໄດ້. ລາວບໍ່ເຄີຍໄດ້ເຫັນຜູ້ສອນສາດສະໜາຈົນວ່າລາວໄດ້ເປັນຜູ້ສອນສາດສະໜາ ເພາະວ່າບໍ່ມີຜູ້ສອນສາດສະໜາຢູ່ປະເທດເນປານ. ລາວອ່ານພາສາອັງກິດບໍ່ໄດ້ດີພໍທີ່ຈະເຂົ້າໃຈແນະນຳທີ່ຮ່ວມຢູ່ຈົດໝາຍການເອີ້ນຂອງລາວ. ເມື່ອລາວໄດ້ມາລາຍງານເຂົ້າສູນອົບລົມຜູ້ສອນສາດສະໜາ, ແທນທີ່ຈະນຳເອົາໂສ້ງທີ່ດີງາມ, ເສື້ອສີຂາວ, ແລະ ກາລະວັດ, ຕາມຄຳເວົ້າຂອງລາວເອງວ່າ, ລາວໄດ້ເອົາ “ໂສ້ງຍີນຫ້າໂຕ, ເສື້ອຢືດສອງສາມໂຕ ແລະ ຢາທາຜົມບັກຫລາຍໆມານຳ.”2
ແມ່ນແຕ່ຫລັງຈາກລາວໄດ້ມີເສື້ອຜ້າທີ່ເໝາະສົມແລ້ວ, ລາວຍັງໄດ້ເວົ້າວ່າລາວໄດ້ຮູ້ສຶກບໍ່ພຽງພໍທຸກໆມື້ໃນລະຫວ່າງເວລາສອງສາມອາທິດທຳອິດນັ້ນ. ລາວໄດ້ບັນຍາຍເຖິງໄລຍະເວລານັ້ນວ່າ: “ບໍ່ແມ່ນແຕ່ການຮຽນພາສາອັງກິດເທົ່ານັ້ນທີ່ຍາກລຳບາກ, ແຕ່ວຽກງານນັ້ນກໍທ້າທາຍຄືກັນ. … ນອກເໜືອໄປຈາກນັ້ນ ຂ້ານ້ອຍຍັງຫິວເຂົ້າ, ເມື່ອຍລ້າ, ແລະ ຄິດຮອດບ້ານນຳອີກ. … ເຖິງແມ່ນວ່າສະຖານະການຈະຍາກເທົ່າໃດ, ຂ້ານ້ອຍຍັງແນ່ວແນ່. ຂ້ານ້ອຍໄດ້ຮູ້ສຶກອ່ອນແອ ແລະ ບໍ່ພຽງພໍ. ຂ້ານ້ອຍໄດ້ອະທິຖານໃນເວລາດັ່ງກ່າວ ທູນຂໍໃຫ້ພຣະບິດາເທິງສະຫວັນຊ່ອຍເຫລືອຂ້ານ້ອຍ. ເປັນທີ່ໄວ້ວາງໃຈໄດ້ວ່າ, ທຸກໆເທື່ອທີ່ຂ້ານ້ອຍໄດ້ອະທິຖານ, ຂ້ານ້ອຍກໍໄດ້ຮູ້ສຶກສະບາຍໃຈຂຶ້ນໂລດ.”3
ເຖິງແມ່ນວ່າວຽກງານເຜີຍແຜ່ນັ້ນເປັນເປັນສິ່ງໃໝ່ ແລະ ທ້າທາຍສຳລັບ ແອວເດີ ປ໊ອກແຣວ, ລາວຍັງໄດ້ຮັບໃຊ້ດ້ວຍສັດທາຫລາຍ ແລະ ຄວາມອຸທິດຕົນ, ສະແຫວງຫາທີ່ຈະເຂົ້າໃຈ ແລະ ເຮັດຕາມສິ່ງທີ່ລາວໄດ້ຮຽນຮູ້ຈາກພຣະຄຳພີ, ປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ, ແລະ ຜູ້ນຳໃນຄະນະເຜີຍແຜ່ຂອງລາວ. ລາຍໄດ້ກາຍເປັນຄູສອນພຣະກິດຕິຄຸນທີ່ມີພະລັງ—ເປັນພາສາອັງກິດ —ແລະ ເປັນຜູ້ນຳທີ່ດີເລີດ. ຫລັງຈາກການເຜີຍແຜ່ຂອງລາວ ແລະ ເວລາຢູ່ປະເທດເນປານ, ລາວໄດ້ກັບຄືນໄປປະເທດອິນເດຍ ເພື່ອຮຽນຕໍ່ການສຶກສາຂອງລາວ. ຕັ້ງແຕ່ເດືອນມັງກອນມານີ້ ລາວໄດ້ຮັບໃຊ້ເປັນປະທານສາຂາໃນເມືອງ ນິວ ແດວລີ. ເປັນເພາະຄວາມຈະເລີນເຕີບໂຕທີ່ລາວໄດ້ປະສົບມາໃນຖານະຜູ້ສອນສາດສະໜາ, ລາວຍັງມີສ່ວນບໍລິຈາກຕໍ່ໄປ ໃນການຈະເລີນເຕີບໂຕທີ່ແທ້ຈິງຂອງສາດສະໜາຈັກໃນປະເທດອິນເດຍ.
ຊາຍໜຸ່ມຄົນໜຶ່ງທີ່ບໍ່ເຄີຍເຫັນຜູ້ສອນສາດສະໜາກາຍມາເປັນຜູ້ສອນສາດສະໜາທີ່ມີພະລັງທາງວິນຍານໄດ້ແນວໃດ? ທ່ານຈະໄດ້ຮັບພະລັງທາງວິນຍານໄດ້ແນວໃດ ໃນຖານະຜູ້ສອນສາດສະໜາ ທີ່ຈະເຂົ້າໄປໃນບ້ານຜູ້ຄົນໄດ້, ເຂົ້າເຖິງຜູ້ຄົນຜ່ານທາງອີເມວ, ແລະ ເຂົ້າເຖິງຫົວໃຈຂອງຜູ້ຄົນໃນເຂດເຜີຍແຜ່ໄດ້ ບ່ອນທີ່ທ່ານຈະຮັບໃຊ້? ຕາມເຄີຍ, ຈະພົບເຫັນຄຳຕອບນັ້ນຢູ່ໃນພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່.
ເມື່ອພຣະກິດຕິຄຸນຖືກສັ່ງສອນເປັນຄັ້ງທຳອິດໃນປະເທດອັງກິດ ໃນເດືອນກໍລະກົດ ປີ 1837, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍໃຫ້ແກ່ບັນດາອັກຄະສາວົກວ່າ ຜູ້ໃດກໍຕາມທີ່ພວກເພິ່ນຈະສົ່ງໄປໃນພຣະນາມຂອງພຣະອົງ, ໂດຍສຽງຂອງອ້າຍນ້ອງຂອງພວກເພິ່ນ, ສະພາສິບສອງ, ທີ່ພວກເພິ່ນແນະນຳ ແລະ ໃຫ້ອຳນາດ ຢ່າງຖືກຕ້ອງ ຈະມີອຳນາດເປີດປະຕູອານາຈັກຂອງພຣະອົງ ໃຫ້ປະຊາຊາດໃດ ບໍ່ວ່າທີ່ໃດກໍຕາມທີ່ພວກເພິ່ນຈະສົ່ງພວກເຂົາໄປ.”4
ບໍ່ວ່າທ່ານຖືກສົ່ງໄປບ່ອນໃດກໍຕາມ, ບໍ່ວ່າຈະເປັນເຂດເຜີຍແຜ່ໃດກໍຕາມ ທ່ານຖືກມອບໝາຍ, ຂໍໃຫ້ຮູ້ໄວ້ວ່າສະມາຊິກຂອງສະພາອັກຄະສາວົກສິບສອງໄດ້ແນະນຳການມອບໝາຍນັ້ນຢ່າງຖືກຕ້ອງ ແລະ ທ່ານຖືກເອີ້ນໂດຍສາດສະດາຂອງພຣະຜູ້ເປັນເຈົ້າ. ທ່ານຖືກເອີ້ນໂດຍ “ການພະຍາກອນ, ແລະ ໂດຍການວາງມື.”5
ແລ້ວພຣະຜູ້ເປັນເຈົ້າໄດ້ມອບເງື່ອນໄຂໃຫ້ສຳລັບຄຳສັນຍານີ້ບັນລຸຜົນສຳເລັດ. ພຣະອົງໄດ້ກ່າວວ່າ, ຕາບໃດທີ່ [ຊຶ່ງໝາຍຄວາມວ່າ ຄຳສັນຍານັ້ນຈະໄດ້ບັນລຸຜົນສຳເລັດ ຖ້າວ່າ] ເຂົາ [ໝາຍເຖິງຜູ້ສອນສາດສະໜາທີ່ຖືກສົ່ງໄປ] ຈະ [1] ຖ່ອມຕົວຕໍ່ພຣະອົງ [2] ຢູ່ໃນຄຳຂອງພຣະອົງ, ແລະ [3] ຟັງສຸລະສຽງຂອງພຣະວິນຍານຂອງພຣະອົງ.”6
ຄຳສັນຍາຂອງພຣະຜູ້ເປັນເຈົ້າແຈ້ງຊັດດີ. ເພື່ອວ່າເຮົາຈະມີພະລັງທາງວິນຍານທີ່ຈຳເປັນ ທີ່ຈະເປີດປະຕູອານາຈັກຂອງພຣະເຈົ້າໃນປະເທດທີ່ທ່ານຖືກສົ່ງໄປ, ທ່ານຕ້ອງຖ່ອມຕົນ, ເຊື່ອຟັງ, ແລະ ມີຄວາມສາມາດທີ່ຈະໄດ້ຍິນ ແລະ ເຮັດຕາມພຣະວິນຍານ.
ຄຸນລັກສະນະສາມຢ່າງນີ້ກ່ຽວພັນກັນດີ. ຖ້າທ່ານຖ່ອມຕົນ, ທ່ານຈະຢາກເຊື່ອຟັງ. ຖ້າທ່ານເຊື່ອຟັງ, ທ່ານຈະຮູ້ສຶກເຖິງພຣະວິນຍານ. ພຣະວິນຍານນັ້ນສຳຄັນແທ້; ປະທານ ເອສະຣາ ແທບ ເບັນສັນ ໄດ້ສອນວ່າ, “ປາດສະຈາກພຣະວິນຍານ, ທ່ານຈະບໍ່ສຳເລັດຫຍັງເລີຍ ບໍ່ວ່າ ທ່ານຈະມີພອນສະຫວັນ ແລະ ຄວາມສາມາດເທົ່າໃດກໍຕາມ.”7
ໃນຖານະປະທານເຜີຍແຜ່, ເປັນບາງຄັ້ງຂ້າພະເຈົ້າໄດ້ສຳພາດຜູ້ສອນສາດສະໜາທີ່ມີບັນຫາ ເພາະວ່າເຂົາເຈົ້າຍັງບໍ່ທັນມີຄຸນຄ່າດີພໍ. ເຂົາເຈົ້າໄດ້ດຳລົງຊີວິດຕ່ຳກວ່າຄວາມສາມາດຂອງຕົນ. ບໍ່ວ່າເຂົາເຈົ້າຈະເຮັດວຽກໜັກເທົ່າໃດ ຫລືວ່າເຂົາເຈົ້າໄດ້ເຮັດຄວາມດີຫລາຍປານໃດກໍຕາມ, ເຂົາເຈົ້າຍັງບໍ່ສາມາດຮູ້ສຶກຄວາມສະຫງົບ ແລະ ມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນ ຈົນກວ່າເຂົາເຈົ້າໄດ້ຖ່ອມຕົນ, ກັບໃຈຢ່າງຄົບຖ້ວນ, ແລະ ຮັບເອົາຄວາມເມດຕາ ແລະ ພຣະຄຸນຂອງພຣະຜູ້ຊ່ອຍໃຫ້ລອດ.
ພຣະຜູ້ເປັນເຈົ້າສັ່ງສອນຜູ້ຮັບໃຊ້ຂອງພຣະອົງໃຫ້ຖ່ອມຕົນ, ເພາະວ່າຂັ້ນຕອນຂອງການໄດ້ຮັບການປິ່ນປົວທາງວິນຍານນັ້ນ ເລີ່ມຕົ້ນດ້ວຍຫົວໃຈທີ່ຊອກຊ້ຳ. ຂໍໃຫ້ຄິດກ່ຽວກັບສິ່ງທີ່ເປັນມາຈາກສິ່ງທີ່ແຕກຫັກ: ຂີ້ດິນຖືກເຮັດໃຫ້ໝຸ່ນເພື່ອປູກເມັດພືດ. ເມັດພືດຖືກເຮັດໃຫ້ໝຸ່ນເປັນແປ້ງເພື່ອເຮັດເຂົ້າຈີ່. ເຂົ້າຈີ່ນັ້ນຖືກຫັກໃຫ້ເປັນເຄື່ອງໝາຍຂອງສິນລະລຶກ. ເມື່ອຄົນທີ່ໄດ້ກັບໃຈຮັບສ່ວນສິນລະລຶກນັ້ນດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເຂົາຈະຫາຍດີ.8 ເມື່ອເຮົາກັບໃຈ ແລະ ໄດ້ຮັບການປິ່ນປົວ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາຈະມີສິ່ງມາຖະຫວາຍແດ່ພຣະຜູ້ຊ່ອຍໃຫ້ລອດຂະນະທີ່ເຮົາຮັບໃຊ້ພຣະອົງ. “ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ, ແລະ ຖະຫວາຍທັງຈິດວິນຍານຂອງພວກທ່ານ ເປັນເຄື່ອງບູຊາແດ່ພຣະອົງ.”9
ຖ້າຫາກທ່ານມີພາລະໜັກໂດຍບາບ ແລະ ຈຳເປັນຕ້ອງກັບໃຈ, ຂໍໃຫ້ເຮັດສິ່ງນັ້ນທັນທີ. ເມື່ອພຣະຜູ້ຊ່ອຍໃຫ້ລອດປິ່ນປົວຄົນທີ່ເຈັບປວດ, ພຣະອົງມັກຈະເຊື້ອເຊີນເຂົາເຈົ້າໃຫ້ລຸກຂຶ້ນ. ພຣະຄຳພີບັນທຶກວ່າເຂົາເຈົ້າໄດ້ເຮັດດັ່ງນັ້ນຢ່າງທັນທີ.10 ເພື່ອຈະໄດ້ຫາຍດີຈາກຄວາມເຈັບປວດທາງວິນຍານຂອງທ່ານ, ຂໍໃຫ້ຮັບເອົາຄຳເຊື້ອເຊີນຂອງພຣະອົງທີ່ໃຫ້ລຸກຂຶ້ນ. ໂດຍບໍ່ຕ້ອງຊັກຊ້າ, ໄປເວົ້າລົມນຳອະທິການຂອງທ່ານ, ຫລື ປະທານເຜີຍແຜ່ ແລະ ໃຫ້ເລີ່ມຕົ້ນຂັ້ນຕອນຂອງການກັບໃຈນັ້ນດຽວນີ້.
ອຳນາດແຫ່ງການປິ່ນປົວຂອງການຊົດໃຊ້ຈະນຳຄວາມສະຫງົບສຸກມາສູ່ຈິດວິນຍານຂອງທ່ານ ແລະ ເຮັດໃຫ້ທ່ານຮູ້ສຶກເຖິງພຣະວິນຍານບໍລິສຸດໄດ້. ການເສຍສະລະຂອງພຣະຜູ້ຊ່ອຍໃຫ້ລອດນັ້ນແມ່ນວັດແທກບໍ່ໄດ້, ແຕ່ບາບຂອງເຮົາ, ເຖິງແມ່ນວ່າມັນມີຫລາຍ ແລະ ຮ້າຍແຮງ, ອາດຍັງນັບ ແລະ ສາລະພາບໄດ້, ປະຖິ້ມ ແລະ ອະໄພໃຫ້ໄດ້. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຄວາມສຸກຂອງພຣະອົງ ໃນຈິດວິນຍານທີ່ກັບໃຈນັ້ນຍິ່ງໃຫຍ່ພຽງໃດ!11
ຄຳສັນຍາທີ່ມີຢູ່ໃນພຣະຄຳພີ Doctrine and Covenants ນັ້ນກໍມີພະລັງຫລາຍ ເມື່ອພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເມື່ອເຮົາໃຫ້ຄຸນນະທຳປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ, ເມື່ອນັ້ນຄວາມໝັ້ນໃຈຂອງເຮົາຈະເຂັ້ມແຂງຂຶ້ນ ໃນທີ່ປະທັບຢູ່ຂອງພຣະເຈົ້າ.12 ເມື່ອທ່ານດຳລົງຊີວິດທີ່ມີຄຸນນະທຳ, ທ່ານຈະຮູ້ສຶກເຖິງຄວາມໝັ້ນໃຈທີ່ງຽບສະຫງົບໃນການມີຄຸນຄ່າດີພໍຕໍ່ພຣະເຈົ້າ ແລະ ທ່ານຈະມີອຳນາດຂອງພຣະວິນຍານສະຖິດຢູ່ເປັນເພື່ອນທ່ານສະເໝີ.13
ສະມາຊິກໃໝ່ບາງຄົນໃນສາດສະໜາຈັກ ຫລື ຜູ້ທີ່ໄດ້ກັບຄືນມາໂບດອີກເມື່ອບໍ່ດົນມານີ້ອາດເວົ້າວ່າ, “ບັດນີ້ຂ້ານ້ອຍມີຄຸນຄ່າດີພໍ ແລະ ມີຄວາມປາດຖະໜາທີ່ຈະຮັບໃຊ້, ແຕ່ຂ້ານ້ອຍບໍ່ຮູ້ຖ້າຫາກວ່າຂ້ານ້ອຍຮູ້ຫລາຍພໍແລ້ວ.” ໃນເດືອນເມສາ, ປະທານທອມມັສ ແອັສ ມອນສັນ ໄດ້ສອນວ່າ, “ຄວາມຮູ້ເລື່ອງຄວາມຈິງ ແລະ ຄຳຕອບຕໍ່ຄຳອະທິຖານທີ່ສຳຄັນຂອງເຮົາຈະມາສູ່ເຮົາເມື່ອເຮົາເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.”14 ມັນຊ່າງເປັນຕາອຸ່ນໃຈ ທີ່ຈະຮູ້ວ່າຜ່ານການເຊື່ອຟັງຂອງເຮົາ, ເຮົາຈະໄດ້ຮັບຄວາມຮູ້.
ຄົນອື່ນອີກອາດຈະຮູ້ສຶກວ່າເຂົາເຈົ້າມີພອນສະຫວັນ, ຄວາມສາມາດ, ຫລື ປະສົບການທີ່ຈະມອບໃຫ້. ຖ້າທ່ານມີຄວາມເປັນຫ່ວງແບບນີ້, ຂໍໃຫ້ຈົດຈຳປະສົບການຂອງ ແອວເດີ ປ໊ອກແຣວ. ຂໍໃຫ້ກະກຽມໃຫ້ດີເທົ່າທີ່ທ່ານສາມາດ ແລະ ຮູ້ໄວ້ສາວ່າ ພຣະບິດາເທິງສະຫວັນຂອງເຮົາຈະຂະຫຍາຍຄວາມພະຍາຍາມທີ່ຖ່ອມຕົນ ແລະ ເຊື່ອຟັງຂອງເຮົາ. ແອວເດີ ຣິເຈີດ ຈີ ສະກາດ ໄດ້ໃຫ້ຄຳແນະນຳທີ່ໃຫ້ກຳລັງໃຈນີ້ວ່າ, “ເມື່ອເຮົາເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ຮັບໃຊ້ລູກໆຂອງພຣະອົງຢ່າງບໍ່ເຫັນແກ່ຕົວ, ຜົນສະທ້ອນທຳມະຊາດກໍຄື ອຳນາດຈາກພຣະເຈົ້າ—ອຳນາດທີ່ຈະເຮັດຫລາຍກວ່າທີ່ເຮົາສາມາດເຮັດໄດ້ດ້ວຍຕົວເຮົາເອງ. ຄວາມຮູ້, ພອນສະຫວັນ, ຄວາມສາມາດຂອງເຮົາຖືກຂະຫຍາຍ ເພາະວ່າເຮົາໄດ້ຮັບພະລັງ ແລະ ອຳນາດຈາກພຣະຜູ້ເປັນເຈົ້າ.”15
ເມື່ອທ່ານໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຄວາມດີງາມຂອງພຣະອົງ, ພຣະເຈົ້າຜູ້ຊົງລິດອຳນາດຈະໃຫ້ພອນລູກໆຂອງພຣະອົງຜ່ານຕົວທ່ານ.16 ແອວເດີ ຮໍລິງ ຈາກລັດເນວາດາ ໄດ້ຮຽນຮູ້ບົດຮຽນນີ້ໃນຕອນຕົ້ນຂອງການເຜີຍແຜ່ຂອງລາວ. ມື້ໜຶ່ງຫລັງຈາກລາວໄດ້ໄປເຖິງປະເທດອິນເດຍ, ລາວໄດ້ເດີນທາງໄປເມືອງຣາຈາມູນດຣາຍ ກັບຊິດສະເຕີຟັ້ງ ແລະ ຂ້າພະເຈົ້າ, ທີ່ເປັນເຂດທຳອິດຂອງລາວ. ບ່າຍມື້ນັ້ນ ແອວເດີຮໍລິງ ແລະ ແອວເດີ ການາປາຣາມ ໄດ້ໄປຢ້ຽມຢາມສະມາຊິກຂອງສາດສະໜາຈັກຄົນໜຶ່ງ ແລະ ແມ່ຂອງນາງ. ແມ່ເປັນຜູ້ທີ່ຢາກຮຽນຮູ້ກ່ຽວກັບສາດສະໜາຈັກ, ເພາະນາງໄດ້ເຫັນວ່າພຣະກິດຕິຄຸນໄດ້ເປັນພອນໃຫ້ແກ່ຊີວິດຂອງລູກສາວຂອງນາງແນວໃດ. ຊິດສະເຕີຟັ້ງໄດ້ໄປຮ່ວມເພື່ອໃຫ້ການຜູກມິດ. ເພາະວ່າບົດຮຽນນັ້ນຈະຖືກສອນເປັນພາສາອັງກິດ ແລະ ແມ່ຄົນນັ້ນເວົ້າໄດ້ພຽງແຕ່ພາສາເຕລູກາ, ອ້າຍນ້ອງຄົນໜຶ່ງໃນສາຂາກໍໄດ້ຢູ່ທີ່ນັ້ນ ເພື່ອແປສິ່ງທີ່ຖືກສອນຢູ່ນັ້ນ.
ໜ້າທີ່ມອບໝາຍຂອງແອວເດີຮໍລິງ ໃນການນັດໝາຍສອນເທື່ອທຳອິດ ແມ່ນຈະສອນເລື່ອງພາບທີ່ມາໃຫ້ເຫັນຄັ້ງທຳອິດ, ໂດຍການໃຊ້ຖ້ອຍຄຳຂອງສາດສະດາໂຈເຊັບ ສະມິດ. ເມື່ອເຖິງຈຸດນັ້ນໃນບົດຮຽນ ລາວໄດ້ຫັນໜ້າມາຫາຊິດສະເຕີຟັ້ງ ແລະ ໄດ້ຖາມວ່າ, “ຂ້ານ້ອຍຄວນເລົ່າມັນໃຫ້ແນ່ຊັດທຸກໆຄຳບໍ?”
ນາງໄດ້ຕອບວ່າ, “ຂໍໃຫ້ເລົ່າມັນຢ່າງແນ່ຊັດທຸກໆຄຳ ເພື່ອວ່າພຣະວິນຍານຈະສາມາດຢືນຢັນເປັນພະຍານເຖິງສິ່ງທີ່ເຈົ້າເວົ້າ.”
ເມື່ອຜູ້ສອນສາດສະໜາຄົນໃໝ່ນີ້ໄດ້ສອນເລື່ອງ ພາບທີ່ມາໃຫ້ເຫັນຄັ້ງທຳອິດ ດ້ວຍຄວາມຈິງໃຈ, ໂດຍນຳໃຊ້ຖ້ອຍຄຳຂອງສາດສະດາ, ໃບໜ້າຂອງຍິງທີ່ໜ້າຮັກຄົນນັ້ນໄດ້ປ່ຽນໄປ. ນາງເລີ່ມໄຫ້. ເມື່ອແອວເດີຮໍລິງສອນຂ່າວສານອັນຮຸ່ງໂລດນັ້ນ, ແລະ ກ່ອນສິ່ງທີ່ລາວໄດ້ເວົ້ານັ້ນຖືກແປອອກມາ, ນາງໄດ້ຖາມເປັນພາສາຂອງນາງ ຂະນະທີ່ໄຫ້ຢູ່ນັ້ນວ່າ, “ຂ້ອຍຂໍລ້າງບາບໄດ້ບໍ? ແລະ ເຈົ້າຈະສອນລູກຊາຍຂອງຂ້ອຍໄດ້ບໍ?”
ເພື່ອນຮັບໃຊ້ໜຸ່ມຂອງຂ້າພະເຈົ້າ, ປະຕູ ແລະ ຫົວໃຈຈະເປີດໃຫ້ແກ່ທ່ານທຸກໆມື້ ທີ່ຈະສອນຂ່າວສານພຣະກິດຕິຄຸນ—ເປັນຂ່າວສານທີ່ຈະນຳຄວາມຫວັງ ແລະ ຄວາມສະຫງົບສຸກ ແລະ ຄວາມສຸກມາສູ່ລູກໆຂອງພຣະເຈົ້າຕະຫລອດທົ່ວໂລກ. ຖ້າວ່າທ່ານຖ່ອມຕົນ, ເຊື່ອຟັງ, ແລະ ຟັງສຸລະສຽງຂອງພຣະວິນຍານ, ທ່ານຈະພົບເຫັນຄວາມສຸກຫລາຍໃນການຮັບໃຊ້ຂອງທ່ານ ໃນຖານະຜູ້ສອນສາດສະໜາ.17 ນີ້ຊ່າງເປັນລະດູການທີ່ປະເສີດແທ້ ທີ່ຈະເປັນຜູ້ສອນສາດສະໜາ—ເປັນເວລາເມື່ອພຣະຜູ້ເປັນເຈົ້າກຳລັງເລັ່ງວຽກງານຂອງພຣະອົງຢູ່!
ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ອຍໃຫລອດ ແລະ “ພຣະບັນຊາ”18 “ຈາກສະຫວັນຂອງພຣະອົງ ທີ່ຈະໄປທົ່ວໂລກ ສັ່ງສອນຄົນທຸກຊາດ.”19 ນີ້ແມ່ນສາດສະໜາຈັກຂອງພຣະອົງ. ພຣະອົງນຳພາມັນຜ່ານສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່. ໃນລະຫວ່າງຊົ່ວໂມງຕໍ່ໄປ, ຝ່າຍປະທານສູງສຸດຈະສັ່ງສອນເຮົາ. ຂໍໃຫ້ເຮົາຈົ່ງ “ຮູ້ຈັກສັງເກດ”20 ດັ່ງທີ່ມໍມອນໄດ້ເຮັດ, ເພື່ອວ່າເມື່ອການເອີ້ນມາເຖິງ, ເຮົາຈະມີຄຸນຄ່າພໍ ແລະ ມີຄວາມສາມາດທີ່ຈະປະກາດດ້ວຍອຳນາດຂອງພຣະວິນຍານວ່າ: “ຈົ່ງເບິ່ງ, ຂ້າພະເຈົ້າເປັນສານຸສິດຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ. ຂ້າພະເຈົ້າໄດ້ຮັບການເອີ້ນຈາກພຣະອົງໃຫ້ປະກາດພຣະຄຳໃນບັນດາຜູ້ຄົນຂອງພຣະອົງ, ເພື່ອພວກເຂົາຈະໄດ້ມີຊີວິດອັນເປັນນິດ.”21 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.