​2010–2019
ບໍ່​ມີ​ພຣະ​ເຈົ້າອົງ​ອື່ນ
ຕຸລາ 2013


2:3

ບໍ່​ມີ​ພຣະ​ເຈົ້າອົງ​ອື່ນ

ເຮົາ​ໄດ້​ຮັບ​ໃຊ້​ສິ່ງ​ອື່ນ ຫລື ພຣະອື່ນ ​ແທນ​ພຣະ​ເຈົ້າທີ່​ເຮົາ​ປະກາດ​ວ່າ​ເຮົາ​ນະມັດສະການ​ຫລື​ບໍ່?

ພຣະບັນຍັດ​ສິບ​ປະການ​ເປັນ​ຫລັກ​ສາດສະໜາ​ຂອງຊາວ​ຄຣິດສະ​ຕຽນ ​ແລະ ຊາວ​ຢິວ. ​ໂດຍ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ມັນ​ໃຫ້​ແກ່​ລູກ​ຫລານ​ຂອງ​ອິດສະຣາ​ເອນ​ຜ່ານ​ທາງ​ສາດສະດາ​ໂມ​ເຊ, ສອງ​ຂໍ້​ທຳ​ອິດ​ບົ່ງ​ບອກ​ເຖິງ​ການ​ນະມັດສະການ ​ແລະ ສິ່ງ​ທີ່​ສຳຄັນ​ຕໍ່​ເຮົາ. ທຳ​ອິດ, ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ວ່າ, “ຢ່າ​ນະມັດສະການ​ພຣະອື່ນ ນອກຈາກ​ເຮົາ​ແຕ່​ເທົ່າ​ນັ້ນ” (ອົບ​ພະຍົບ 20:3). ຫລາຍ​ສັດຕະວັດ​ຕໍ່​ມາ, ​ເມື່ອພຣະ​ເຢຊູ​ຖືກ​ຖາມ​ວ່າ, “​ໃນ​ພຣະບັນຍັດ​ແມ່ນ​ຂໍ້ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳຄັນ​ທີ່​ສຸດ?” ພຣະອົງ​ໄດ້​ຕອບ​ວ່າ, “ຈົ່ງ​ຮັກ​ອົງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” (ມັດ​ທາຍ 22:36–37).

ພຣະບັນຍັດ​ຂໍ້​ທີ​ສອງ ບັນ​ລະ​ຍາຍ​ຢ່າງ​ລະອຽດ​​ເຖິງ​ການ​ບອກ​ບໍ່​ໃຫ້​ມີ​ພຣະອື່ນ ​ແລະ ສິ່ງ​ໃດ​ຄວນ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ. “ຢ່າ​ເຮັດ​ສຳລັບ​ຕົນ​ຮູບ​ຢ່າງ​ໃດ​ຢ່າງ​ໜຶ່ງ ອັນ​ເປັນ​ຕົວ​ແທນ​ຂອງ​ສິ່ງ​ທີ່ຢູ່​ໃນ​ທ້ອງຟ້າ ຫລື ​ເທິງ​ແຜ່ນດິນ​ໂລກ (ອົບ​ພະຍົບ 20:4). ​ແລ້ວ​ມີ​ພຣະບັນຍັດ​ຕື່ມ​ອີກ​ວ່າ, “ຢ່າ​ນົບ ຫລື ຂາບ​ໄຫວ້ຮູບ​ເຫລົ່ານັ້ນ” (ອົບ​ພະຍົບ 20:5). ບໍ່​ແມ່ນ​ພຽງສັ່ງ​ຫ້າມ​ການ​ຂາບ​ໄຫວ້​ເທົ່າ​ນັ້ນ, ​ແຕ່​ມັນ​ກ່າວ​ເຖິງ​ສິ່ງ​​ໃດ​ທີ່​ສຳຄັນຕະຫລອດ​ເວລາ. ພຣ​ະ​ເຢ​ໂຮ​ວາ​ໄດ້​ອະທິບາຍ​ວ່າ, “​ເພາະ​ເຮົາ​ແມ່ນ​ພຣະຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າບໍ່​ອົດ​ກັ້ນຕໍ່​ຄູ່​ແຂ່ງ​ໃດໆ, … ສະ​ແດງ​ຄວາມ​ຮັກ​ຕໍ່ … ພວກ​ທີ່​ຮັກ​ເຮົາ, ​ແລະ ​ເຊື່ອ​ຟັງ​ພຣະບັນຍັດ​ທັງຫລາຍ​ຂອງ​ເຮົາ” (ອົບ​ພະຍົບ 20:5–6). ຄຳ​ວ່າ ບໍ່​ອົດ​ກັ້ນຕໍ່​ຄູ່​ແຂ່ງ​ ແມ່ນ​ແຈ່ມ​ແຈ້ງ. ຫລັກ​ສັບ​ຄຳ​ນີ້​ແມ່ນ​ມາ​ຈາກ​ພາສາ​ເຮັບ​​ເຣີ “ມີ​ຄວາມ​ຮູ້ສຶກ​ອັນ​ເລິກ​ຊຶ້ງ” (ອົບ​ພະຍົບ 20:5, footnote b). ​ເຮົາ​ເຮັດ​ໃຫ້​ພຣະ​ເຈົ້າບໍ່​ພໍພຣະ​ໄທ​ເມື່ອ​ເຮົາ “ກົ້ມຂາບ” ຫລື “ຮັບ​ໃຊ້” ພຣະອື່ນ—​ເມື່ອ​ເຮົາ​ຖື​ສິ່ງ​ອື່ນ​ສຳຄັນ​ກວ່າ.1

I.

ມີ​ສິ່ງ​ໃດ​ແດ່​ທີ່​ເປັນ​ການ “ກົ້ມຂາບ” ຫລື “ຮັບ​ໃຊ້” ​ແທນ​ພຣະ​ເຈົ້າ—​ແມ່ນ​ແຕ່​ເປັນ​ຄົນ​ສາດສະໜາ—​ໃນ​ສະ​ໄໝ​ຂອງ​ເຮົາ? ​ໃຫ້​ມາພິຈາລະນາ​ສິ່ງ​ທີ່​ສາມາດ​ເປັນ​ໄປດັ່ງ​ຕໍ່​ໄປ​ນີ້, ຊຶ່ງ​ຄ້າຍຄື​ກັນ​ຢູ່​ຕະຫລອດ​ທົ່ວ​ໂລກ:

  • ວັດທະນະທຳ ​ແລະ ຮີດຄອງ​ຂອງ​ຄອບຄົວ

  • ການ​ນັບຖື​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ

  • ຄວາມ​ທະ​ເຍີ​ທະຍານ​ເລື່ອງ​ວິຊາ​ອາຊີບ

  • ການກອບ​ໂກຍ​ສິ່ງ​ຂອງ​ທາງ​ໂລກ

  • ການສະ​ແຫວ​ງຫາ​ຄວາມ​ສຳລານ​ໃຈ

  • ອຳນາດ, ຊື່​ສຽງ, ​ແລະ ກຽດຕິຍົດ

ຖ້າ​ຫາກ​ບໍ່​ມີ​ສິ່ງ​ໃດ​ໃນ​ຕົວຢ່າງ​ທີ່​ກ່າວ​ມານັ້ນກ່ຽວຂ້ອງ​ກັບ​ຜູ້​ໃດ​​ໃນ​ພວກ​ເຮົາ, ພວກ​ເຮົາ​ກໍ​ສາມາດ​ຊອກ​ຫາ​ສິ່ງ​ອື່ນ​ອີກ​ທີ່​ກ່ຽວ​ພັນ​ກັບ​ບາງ​ຄົນ. ຫລັກ​ທຳ​ແມ່ນ​ສຳຄັນ​ກວ່າ​ຕົວຢ່າງ. ຫລັກ​ທຳ​ແມ່ນ​ວ່າ ບໍ່​ສຳຄັນ​ວ່າ​ເຮົາ​ມີ​ສິ່ງ​ອື່ນ​ທີ່​ສຳຄັນ​ກວ່າ​ຫລື​ບໍ່. ຄຳ​ຖາມ​ຢູ່​ໃນ​ພຣະບັນຍັດ​ຂໍ້​ທີ​ສອງ​ແມ່ນ “​ແມ່ນ​ຫຍັງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດຕໍ່​ເຮົາ?” ​ເຮົາ​ໄດ້​ຮັບ​ໃຊ້​ສິ່ງ​ອື່ນ ຫລື ພຣະອື່ນ ​ແທນ​ພຣະ​ເຈົ້າທີ່​ເຮົາ​ປະກາດ​ວ່າ​ເຮົາ​ນະມັດສະການ​ຫລື​ບໍ່? ​ເຮົາ​ລືມ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ແລ້ວບໍ ຜູ້​ໄດ້​ສອນ​ວ່າ ຖ້າ​ຫາກ​ເຮົາ​ຮັກ​ພຣະອົງ, ​ເຮົາ​ຕ້ອງຮັກສາ​ພຣະບັນຍັດ​ຂອງ​ພຣະອົງ​? (​ເບິ່ງ ​ໂຢຮັນ 14:15). ຖ້າ​ເປັນ​ດັ່ງນັ້ນ, ຄວາມ​ສຳຄັນ​ຂອງ​ເຮົາ​ແມ່ນ​ກົງກັນຂ້າມ ​ໂດຍ​ຂາດ​ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ໄປ​ແລ້ວ ຊຶ່ງ​ມີ​ຫລາຍ​ຢູ່​ໃນ​ສະ​ໄໝ​ຂອງ​ເຮົາ.

II.

ສຳລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພຣະບັນຍັດ​ຂອງ​ພຣະ​ເຈົ້າ​ແມ່ນ​ອີງ​ຕາມ ​ແລະ ​ແຍກ​ອອກ​ຈາກ​ແຜນ​ສຳລັບ​ລູກໆ​ຂອງ​ພຣະ​ເຈົ້າບໍ່​ໄດ້—​ແຜນ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ຄວາມ​ລອດ. ​ແຜນ​ນີ້, ບາງ​ເທື່ອ​ເອີ້ນ​ວ່າ “​ແຜນ​ແຫ່ງ​ຄວາມສຸກ​ອັນຍິ່ງ​ໃຫຍ່” (​ແອວ​ມາ 42:8), ບອກ​ເຖິງ​ທີ່​ມາ​ ​ແລະ ວິຖີ​ຊີວິດຂອງ​ເຮົາ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ—​ເຮົາ​ມາ​ຈາກ​ໃສ, ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້, ​ແລະ ​ເຮົາ​ຈະ​ໄປ​ໃສ. ມັນ​ບອກ​ເຖິງ​ຈຸດປະສົງ​ຂອງ​ການ​ສ້າງ ​ແລະ ​ເງື່ອນ​ໄຂ​ຂອງ​ຄວາມ​ເປັນ​ມະຕະ, ຮ່ວມ​ທັງ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ, ຄວາມ​ຈຳ​ເປັນຕ້ອງ​ມີ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ແລະ ບົດບາດ​ທີ່​ສຳຄັນຂອງ​ມະນຸດ ​ແລະ ຄອບຄົວ​ນິລັນດອນ. ຖ້າ​ຫາກ​ເຮົາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຜູ້​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ນີ້, ບໍ່​ຈັດ​ລຳດັບ​ຄວາມ​ສຳຄັນ​​ໃຫ້​ສອດຄ່ອງ​ກັບ​ແຜນ​ນີ້, ​ແລ້ວ​ເຮົາ​ກໍ​ຢູ່​ໃນ​ຂັ້ນອັນຕະລາຍ​ຂອງ​ການ​ຮັບ​ໃຊ້​ພຣະອື່ນ.

ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ລູກໆ​ຂອງ​ພຣະອົງ ​ໄດ້​ຊ່ອຍ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​​ເຫັນ​ມະ​ໂນ​ພາບ​ພິ​ເສດ​ຂອງ​ການ​ແຕ່ງງານ ​ແລະ ຄອບຄົວ. ​ເຮົາ​ຮູ້ຈັກ​ຢ່າງ​ແນ່ນອນ​ວ່າ ນີ້​ແມ່ນ​ສາດສະໜາ​ຈັກ​ທີ່​ນັບຖື​ການ​ເປັນ​ຄອບຄົວ. ຄຳ​ສອນ​ຂອງ​ພວກ​ເຮົາ​ເລີ່​ມຕົ້ນນຳພຣະບິດາ​ມານ​ດາ​ຢູ່​ໃນ​ສະຫວັນ, ​ແລະ ຈຸດ​ເປົ້າໝາຍ​ສູງ​ສຸດ​ຂອງ​ເຮົາ​ແມ່ນ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ນິລັນດອນ. ​ເຮົາ​ຮູ້​ວ່ານີ້​ເປັນ​ໄປ​ໄດ້​ພຽງ​ແຕ່​ຢູ່​ໃນ​ຄວາມ​ສຳພັນ​ຂອງ​ຄອບຄົວ​ເທົ່າ​ນັ້ນ. ​ເຮົາ​ຮູ້​ວ່າ ການ​ແຕ່ງງານລະຫວ່າງ​ຊາຍ​ ​ແລະ ຍິງ ​​ແມ່ນ​ຈຳ​ເປັນ​​ຕໍ່​ຄວາມ​ສຳ​ເລັດ​ຜົນ​ໃນ​ແຜນ​ຂອງ​ພຣ​ະ​ເຈົ້າ. ຢູ່​ໃນ​ການ​​ແຕ່ງງານ​ນີ້​ເທົ່າ​ນັ້ນທີ່​ຢືນຢັນ​ການ​ເກີດ ​ແລະ ຕຽມ​ສະມາຊິກ​ໃນຄອບຄົວ​ສຳລັບ​ຊີວິດ​ນິລັນດອນ. ​ເຮົາ​ນັບຖື​ການ​ແຕ່ງງານ ​ແລະ ການ​ໃຫ້​ກຳ​ເນີ​ດ ​ແລະ ການ​ລ້ຽງ​ດູ​ລູກໆວ່າ ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ​ແລະ ​ເປັນ​ໜ້າ​ທີ່​ອັນ​ສັກສິດ​ຂອງ​ຜູ້​ທີ່​ໄດ້​ມີ​ໂອກາດ​ທີ່​ຈະ​ເຮັດ​ເຊັ່ນນັ້ນ. ​ເຮົາ​ເຊື່ອ​ວ່າ ຊັບ​ສົມບັດ​ທີ່​ມີຄ່າ​ປະ​ເສີດ​ລ້ຳຢູ່​ໃນ​ໂລກ​ນີ້ ​ແລະ ​ໃນ​ສະຫວັນ ​ແມ່ນລູກໆ​ ​ແລະ ​ເຊື້ອສາຍ​ຂອງ​ເຮົາ.

III.

​ເພາະ​ສິ່ງ​ທີ່​ເຮົາ​​ເຂົ້າ​ໃຈ​ກ່ຽວ​ກັບ​ບົດບາດ​ຂອງ​ຄອບຄົວ​ນິລັນດອນ, ​ເຮົາ​ຈຶ່ງ​ໂສກ​ເສົ້າກັບການ​ໃຫ້​ກຳ​ເນີ​ດ ​ແລະ ການ​ແຕ່ງງານທີ່​ນັບ​ມື້​ນັບ​ມີ​ໜ້ອຍ​ລົງຢູ່​ໃນ​​ພາກ​ຕາ​ເວັນ​ຕົກ​ຫລາຍ​ແຫ່ງ ຊຶ່ງ​​ເປັນ​ຊາວ​ຄຣິດສະ​ຕຽນ ​ແລະ ຊາວ​ຢິວ. ຫລາຍ​ແຫ​ລ່ງ​ໄດ້​ລາຍ​ງານ​ດັ່ງ​ຕໍ່​ໄປ​ນີ້:

  • ສະຫະລັດ​ອາ​ເມຣິກາ​ຕອນ​ນີ້​ມີ​ການ​ໃຫ້​ກຳ​ເນີ​ດໜ້ອຍ​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ,2 ​ແລະ ​ໃນ​ຫລາຍ​ປະ​ເທດ​ຢູ່​ໃນ​ເຂດ​ເອີຣົບ ​ແລະ ​ໃນ​ປະ​ເທດ​ທີ່​ຈະ​ເລີ​ນກ້າວໜ້າ, ການ​ໃຫ້​ກຳ​ເນີ​ດມີ​ຕ່ຳ​ກວ່າ​ຈຳນວນ​ທີ່​ຈຳ​ເປັນຕໍ່​ການ ຮັກສາ​ຈຳນວນ​ພົນລະ​ເມືອງ​.3 ສິ່ງ​ນີ້​​ເປັນ​ໄພ​ຕໍ່ຄວາມ​ຢູ່​ລອດ​ຂອງ​ວັດທະນະທຳ ​ແລະ ​ແມ່ນ​ແຕ່​ປະ​ເທດ​ຊາດ.

  • ຢູ່​ໃນ​ອາ​ເມຣິກາ, ​ເປີ​ເຊັນ​ຂອງຄົນ​ໜຸ່ມ​ທີ່​ມີ​ອາຍຸ 18 ​ເຖິງ 29 ປີ ທີ່​ແຕ່ງງານ ຫລຸດ​ຈຳນວນ​ລົງ​ຈາກ 59 ​ເປີ​ເຊັນ​ໃນ​ປີ 1960 ​ເຖິງ 20 ​ເປີ​ເຊັນ ​ໃນ​ປີ 2010.4 ອາຍຸ​ຂອງ​ຄົນ​ທີ່​ເລີ່​ມ​ແຕ່ງງານ​ແມ່ນ​ສູງ​ຂຶ້ນຫລາຍ​ກວ່າ​ທີ່​ຜ່ານ​ມາ​ໃນ​ປະຫວັດສາດ: 26 ປີ ສຳລັບ​ຜູ້ຍິງ ​ແລະ ​ເກືອບ​ເຖິງ 29 ປີ ສຳລັບ​ຜູ້​ຊາຍ.5

  • ​ໃນ​ຫລາຍ​ປະ​ເທດ ​ແລະ ຫລາຍ​ວັດທະນະທຳ (1) ຄອບຄົວ​ທີ່​ມີ​ພໍ່​ແມ່ ​ແລະ ລູກ ​ໄດ້​ກາຍ​ເປັນການ​ຍົກ​ເວັ້ນ ​ແທນ​ທີ່​ຈະ​ເປັນ​ກົດ, (2) ການສະ​ແຫວ​ງຫາ​ວິຊາ​ອາຊີບ​ແທນ​ການ​ແຕ່ງງານ ​ແລະ ການ​ໃຫ້​ກຳ​ເນີ​ດ ​ເປັນ​ສິ່ງ​ທີ່​ເພິ່ງ​ປາດ​ຖະໜາ​ສຳລັບ​ຜູ້​ຍິງ​ໜຸ່ມ​ຫລາຍໆ​ຄົນ, ​ແລະ (3) ບົດບາດ ​ແລະ ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ມີ​ພໍ່​ ແມ່ນຫລຸດ​ນ້ອຍ​ຖອຍ​ລົງ.

​ໃນ​ທ່າມກາງ​ການ​ນິຍົມ​ເຫລົ່າ​ນີ້ ທີ່​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ຫ່ວງ​ເປັນ​​​ໃຍ, ພວກ​ເຮົາ​ຍັງນຶກ​ເຖິງ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ລູກທຸກ​ໆຄົນ​ຂອງ​ພຣະອົງ ​ແລະວ່າ​ພຣະ​ເຈົ້າຮັກ​ລູກໆ​ຂອງ​ພຣະອົງ​ທັງ​ໝົດ, ຢູ່​ໃນ​ທຸກ​ບ່ອນ.6 ບົດ​ທີ​ໜຶ່ງ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ​ປະກາດ​ວ່າ “ອຳນາດ ແລະ ພຣະ​ກະລຸນາ​ທິຄຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ມີ​ຢູ່​ເໜືອ​ຊາວ​ໂລກ​ທັງ​ປວງ” (1 ນີ​ໄຟ 1:14). ​ໃນ​ບົດ​ໜຶ່ງ​ອີກ​ໄດ້​ປະກາດ​ວ່າ “ພຣະອົງ​ໄດ້​ປະທານ [ຄວາມ​ລອດ​ຂອງ​ພຣະອົງ] ​ໃຫ້​ມະນຸດ​ທັງ​ປວງ​ລ້າໆ” ​ແລະ​ວ່າ “ແຕ່​ມະນຸດ​ທັງ​ປວງ​ມີ​ສິດ​ເທົ່າ​ທຽມ​ກັນ ແລະ ບໍ່​ມີ​ໃຜ​ຖືກ​ຫ້າມ” (2 ນີ​ໄຟ 26:27–28). ດັ່ງນັ້ນ, ພຣະຄຳ​ພີ​ສອນ​ວ່າ ​ເຮົາ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ເປັນ​ຄົນ​​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ເພື່ອ​ແຜ່ (ຮັກ) ຕໍ່ມະນຸດ​ທັງ​ປວງ (​ເບິ່ງ 1 ​ເທ​ຊະ​ໂລ​ນິກ 3:12; 1 ​ໂຢຮັນ 3:17; D&C 121:45).

IV.

​ເຮົາ​ຍັງ​ນັບຖື​ຄວາມ​ເຊື່ອ​ທາງ​ສາດສະໜາ​ຂອງ​ທຸກ​ຄົນ​ນຳ​ອີກ, ​ແມ່ນ​ແຕ່​ຜູ້​ຄົນ​ທີ່​ວ່າບໍ່ມີ​ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ. ​ເຮົາ​ຮູ້​ວ່າ ຜ່ານ​ອຳນາດ​ຂອງ​ພຣະ​ເຈົ້າທີ່​ໃຫ້​ເລືອກ, ຫລາຍ​ຄົນ​ຈະ​ມີ​ຄວາມ​ເຊື່ອ​ທີ່​ກົງກັນຂ້າມ​ກັບ​ເຮົາ, ​ແຕ່​ເຮົາ​ຫວັງ​ວ່າ ຄົນ​ອື່ນ​ຈະ​ນັບຖື​ຄວາມ​ເຊື່ອ​ທາງ​ສາດສະໜາ​ຂອງ​ເຮົາ​ຄື​ກັນ ​ແລະ ​ເຂົ້າ​ໃຈ​ວ່າ ຄວາມ​ເຊື່ອ​ຂອງ​ເຮົາບັງຄັບ​ເຮົາ​ໃຫ້​ເລືອກ ​ແລະ ປະພຶດ​ໃນ​ທາງ​ທີ່​ແຕກ​ຕ່າງ​ຈາກ​ເຂົາ​ເຈົ້າ. ຍົກ​ຕົວຢ່າງ, ​ເຮົາ​​ເຊື່ອ​ວ່າ, ພາກສ່ວນ​ທີ່​ສຳຄັນ​​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະອົງ, ພຣະ​ເຈົ້າ​ໄດ້​ຈັດຕັ້ງມາດຕະຖານຄວາມ​ສຳ​ພັນ​ທາງ​ເພດ ຊຶ່ງ​ໃຫ້​ເກີດ​ຂຶ້ນລະຫວ່າງ​ຊາຍ ​ແລະ ຍິງ ຜູ້​ແຕ່ງງານ​ກັນ​ເທົ່າ​ນັ້ນ.

ອຳນາດ​ທີ່​ຈະ​ສ້າງ​ມະນຸດ​ເປັນ​ອຳນາດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າທີ່​ໄດ້​ປະທານ​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ. ການ​ໃຊ້​ອຳນາດ​ນີ້ ​ເປັນ​ພຣະບັນຍັດຂໍ້​ທຳ​ອິດ​ທີ່​ພຣະ​ເຈົ້າ​ໄດ້ມອບ​ໃຫ້​ອາ​ດາມ ​ແລະ ​ເອວາ (​ເບິ່ງ ປະຖົມ​ມະ​ການ 1:28), ​ສ່ວນ​ພຣະບັນຍັດ​ທີ່​ສຳຄັນ​ຂໍ້​ອື່ນໆ ​ໄດ້​ຖືກ​ມອບ​ໃຫ້​ເປັນການ​ສັ່ງ​ຫ້າມ​ການ​ໃຊ້​ອຳນາດ​ນີ້ໃນ​ທາງ​ທີ່​ຜິດ (​ເບິ່ງ ອົບ​ພະ​ຍົບ 20:14; 1 ​ເທ​ຊະ​ໂລ​ນິກ 4:3). ​ການ​ເນັ້ນໜັກກ່ຽວ​ກັບກົດ​ພົມມະຈັນ​ໄດ້​ຖືກ​ອະທິບາຍ​ໄວ້​ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ຈຸດ​ປະສົງ​ຂອງ​ອຳນາດ​ແຫ່ງ​ການ​ສ້າງ ​ໃນ​ການ​ບັນລຸ​ແຜນ​ຂອງ​ພຣະ​ເຈົ້າ. ຢູ່​ນອກ​ການ​ແຕ່ງງານ​ລະຫວ່າງ​ຊາຍ​ ​ແລະ ຍິງ, ການ​​ໃຊ້​ອຳນາດ​ແຫ່ງ​ການ​ສ້າງ​ຈະ​ເປັນ​ການ​ບາບ ​ແລະ ກົງກັນຂ້າມກັບ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ຄວາມ​ສູງ​ສົ່ງ​ຂອງ​ລູກໆ​ຂອງ​ພຣະອົງ.

ຄວາມ​ສຳຄັນ​ທີ່​ເຮົາ​ຍຶດໝັ້ນຢູ່​ກັບ​ກົດ​ພົມມະຈັນ ບົ່ງ​ບອກ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ເຮັດ​ຕາມ​ແບບ​ແຜນ​ຂອງ​ການ​ແຕ່ງງານ​ທີ່​ເລີ່​ມຕົ້ນຈາກ​ອາ​ດາມ ​ແລະ ​ເອວາ ​ແລະ ​ໄດ້​ດຳ​ເນີນ​ມາ​ຕະຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ ວ່າ​ເປັນ​​ແບບ​ແຜນ​ຂອງ​ພຣະອົງ​ສຳລັບ​ການ​ສ້າງ​ຄວາມ​ສຳພັນ​ລະຫວ່າງ​ບຸດ ​ແລະ ທິດາ​ຂອງ​ພຣະອົງ ​ແລະ ສຳລັບ​ການ​ລ້ຽງ​ດູ​ລູກໆ​ຂອງ​ພຣະອົງ. ​ໂຊກ​ດີ​ທີ່ຫລາຍ​ຄົນ​ທີ່ສຳພັນ​ກັບ​ສາດສະໜາ​ອື່ນ ຫລື ອົງການ​ຕ່າງໆ ກໍ​ເຫັນ​ດ້ວຍ​ກັບ​ເຮົາ ​ກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ຄວາມ​ສຳຄັນ​ຂອງ​ການ​ແຕ່ງງານ​, ບາງ​ຄົນ​ກໍ​ອີງ​ຕາມ​ສາດສະໜາ ​ແລະ ບາງ​ຄົນ​ກໍ​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດແກ່​ສັງຄົມ.

ຄວາມ​ຮູ້​ແຈ້ງ​ຂອງ​ເຮົາ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ລູກໆ​ຂອງ​ພຣະອົງ7 ອະທິບາຍ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໂສກ​ເສົ້າ​ ​ເດັກນ້ອຍ​ນັບ​ມື້​ນັບ​ມີ​ຫລາຍ​ຂຶ້ນທີ່​​ໄດ້​ເກີດ​ມານ​ອກການ​ແຕ່ງງານ—ປະຈຸ​ບັນ​ນີ້​ເປັນ​ຈຳນວນ 41 ​ເປີ​ເຊັນ​ຂອງ​ການ​​ເກີດ​ທັງ​ໝົດ​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ8—​ແລະ ຈຳນວນ​ຊາຍ ​ແລະ ຍິງ ທີ່ຢູ່​ນຳ​ກັນ​ໂດຍ​ບໍ່​ແຕ່ງງານ​ກໍ​ມີ​ເພີ່ມ​ຫລາຍ​ຂຶ້ນ​ໃນ​​ເຄິ່ງສັດຕະວັດ​ສຸດ​ທ້າຍ. ຫ້າ​ສິບ​ປີ​ກ່ອນ, ຈຳນວນ​ຜູ້​ຢູ່​ນຳ​ກັນ​ເກີນ​ຈຳນວນ​ຜູ້​ແຕ່ງງານ​ກັນ​ໜ້ອຍ​ດຽວ​ເທົ່າ​ນັ້ນ, ​ແຕ່​ບັດ​ນີ້​ມັນ​ເຖິງ 60 ​ເປີ​ເຊັນ​ແລ້ວ ກາຍ​ຈຳນວນ​ຜູ້​ແຕ່ງງານ.9 ​ແລະ ສິ່ງ​ນີ້​ເປັນ​ການ​ຍອມຮັບ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ໂດຍ​ສະ​ເພາະ​​​ໃນ​ບັນດາ​ຄົນ​ໄວ​ລຸ້ນ. ອີງ​ຕາມຂໍ້​ມູນ​ຂອງການ​ສຳ​ຫລວດ​ກວດ​ກາ​ບໍ່​ດົນ​ມາ​ນີ້ ພົບ​ເຫັນຄົນ​ໄວ​ລຸ້ນ​ປະມານ 50 ​ເປີ​ເຊັນ ​ເລີ່​ມຕົ້ນການ​ໃຫ້​ກຳ​ເນີ​ດນອກ​ການ​ແຕ່ງງານ ນັບຖື​ວ່າ​ເປັນ “​ຊີວິດ​ທີ່​ເພິ່ງ​ພໍ​ໃຈ.”10

V.

ມີ​ຄວາມ​ກົດ​ດັນ​ທາງ​ການ​ເມືອງ ​ແລະ ສັງຄົມ ​ໄດ້ປ່ຽນ​ແປງ​ກົດໝາຍ ​ແລະ ນະ​ໂຍບາຍ ​ເພື່ອອະນຸຍາດ​ການປະພຶດ​ທີ່​ຂັດ​ກັບ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າກ່ຽວ​ກັບ​ສິນ​ທຳ​ທາງ​ເພດ ​ແລະ ທຳ​ມະ​ຊາດ​ນິລັນດອນ ​ແລະ ຈຸດປະສົງ​ຂອງ​ການ​​ແຕ່ງງານ ​ແລະ ການ​ໃຫ້​ກຳ​ເນີ​ດ. ຄວາມ​ກົດ​ດັນ​ເຫລົ່າ​ນີ້​ໄດ້​ຖືກ​ອະນຸຍາດ​ໃຫ້​ຄົນ​ເພດ​ດຽວ​ກັນ​​ແຕ່​ງງາ​ນຢູ່​ໃນ​ຫລາຍ​ລັດ ​ແລະ ​ໃນ​ຫລາຍ​ປະ​​ເທດ. ຄວາມ​ກົດ​ດັນ​ຢ່າງ​ອື່ນ​ໄດ້​ເຮັດ​ໃຫ້​ເລື່ອງ​ເພດ​ສັບສົນ ຫລື ປ່ຽນ​ແປງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຊາຍ​ ​ແລະ ຍິງ ທີ່​ສຳຄັນ​ຫລາຍ​ຕໍ່​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະຈົ້າ.

ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ ​ແລະ ຄຳ​ສອນ​ຂອງ​ພຣະອົງ ​ຊ່ອຍ​ໃຫ້​ເຮົາ​​ຫລິງ​ເຫັນ​ຈຸດປະ​ສົງ​ນິລັນດອນ ທີ່​ບໍ່​ອະນຸຍາດ​ເຮົາ​ໃຫ້​ປະພຶດ​ເຊັ່ນ​ນັ້ນ ຫລື ຊອກ​ຫາ​ທາງ​ທີ່​ຈະ​ອະນຸຍາດ​ໃຫ້​ສິ່ງ​ດັ່ງກ່າວ​ເກີດ​ຂຶ້ນ. ​ບໍ່​​ເໝືອນ​ອົງການ​ອື່ນໆ​ທີ່​ສາມາດ​ປ່ຽນ​ນະ​ໂຍບາຍ ​ແລະ ​ແມ່ນ​ແຕ່​ຄຳ​ສອນ​ຂອງ​ຕົນ, ນະ​ໂຍບາຍ​ຂອງ​ເຮົາ ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ປ່ຽນ​ແປງ​ບໍ່​ໄດ້.

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ສອງ ​ໄດ້​ກ່າວ​ເຖິງ​ຄວາມ​ເຊື່ອ​ຂອງ​ເຮົາ​ທີ່​ຈະຂຶ້ນກັບ​ບ້ານ​ເມືອງ ​​ແລະ “ທີ່​ຈະ​ເຊື່ອ​ຟັງ, ​ໃຫ້​ກຽດ, ​ແລະ ສະໜັບສະ​ໜູນ​ກົດໝາຍ.” ​ແຕ່​ກົດໝາຍ​ຂອງ​ມະນຸດຈະ​ປ່ຽນ​ສິ່ງ​ທີ່​ພຣະ​ເຈົ້າປະກາດ​ວ່າ​ເປັນ​ສິ່ງ​ອະທຳ​ໃຫ້​ກາຍ​ເປັນ​ສິນ​ທຳ​ບໍ່​ໄດ້. ການ​​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ—ທີ່​ຈະ​ຮັກ ​ແລະ ຮັບ​ໃຊ້​ພຣະ​ເຈົ້າ—ຮຽກຮ້ອງ​ໃຫ້​ເຮົາ​ອີງ​ຕໍ່​ກົດ​ຂອງ​ພຣະອົງ​ສຳລັບ​ມາດຕະຖານ ​ແລະ ການ​ປະພຶດ​ຂອງ​ເຮົາ. ຍົກ​ຕົວຢ່າງ, ​ເຮົາ​ຢູ່​ພາຍ​ໃຕ້​ພຣະບັນຍັດ​​ແຫ່ງ​ສະຫວັນ ທີ່​ຈະ​ບໍ່​ຫລິ້ນ​ຊູ້ ຫລື ລ່ວງ​ປະ​ເວ​ນີ ​ເຖິງ​ແມ່ນ​ການ​ກະທຳ​​ເຫລົ່ານັ້ນບໍ່​ຖື​ວ່າ​ຜິດ​ກົດໝາຍ​ອີງ​ຕາມ​ລັດ ຫລື ປະ​ເທດ​ທີ່​ເຮົາ​ອາ​ໄສ​ຢູ່. ຄ້າຍຄື​ກັນ​ນີ້, ກົດ​ທີ່​ອະນຸຍາດ​ໃຫ້ “​ເພດ​ດຽວ​ກັນ​ແຕ່ງງານ” ບໍ່​ໄດ້​ປ່ຽນ​ກົດ​ຂອງ​ພຣະ​ເຈົ້າ​ເລື່ອງ​ການ​ແຕ່ງງານ ຫລື ພຣະບັນຍັດ​ຂອງ​ພຣະອົງ ​ແລະ ມາດຕະຖານ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ນີ້. ​ເຮົາ​ຍັງ​ຢູ່​ພາຍ​ໃຕ້​ພັນທະ​ສັນຍາ​ທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ແລະ ຈະ​ຫລີກ​ເວັ້ນຈາກ​ການ​ກົ້ມຂາບ ​ຫລື ຮັບ​ໃຊ້​ພຣະອື່ນ ​ແລະ ຖື​ສິ່ງ​ອື່ນ​ວ່າ​ສຳຄັນ​ກວ່າ—​ເຖິງ​ແມ່ນ​ຄົນເຫລົ່ານັ້ນ​​ໂດ່​ງດັງ​ໃນ​ວັນ​ເວລາຂອງ​ເຮົາ ​​ແລະ ​ໃນ​ບ່ອນ​ທີ່​ເຮົາ​ອາ​ໄສ​ຢູ່.

​ໃນ​ຄວາມ​ຕັ້ງ​ໃຈ​ນີ້ ​ເຮົາ​ອາດ​​ເຂົ້າ​ໃຈ​ຜິດ, ​ແລະ ​​ເຮົາ​ອາດ​ຕຳນິຕົນ​ເອງ, ​ໂສກ​ເສົ້ານຳການຈຳ​ແນ​ກ, ຫລື ຕ້ອງ​ອົດທົນ​ກັບການ​ລົບ​ກວນ​ເລື່ອງ​ສິດທິ​ທີ່​ຈະ​ນັບຖື​ສາດສະໜາ. ຖ້າ​ເປັນ​ເຊັ່ນ​ນັ້ນ, ຂ້າພະ​ເຈົ້າຄິດ​ວ່າ ​ເຮົາ​ຕ້ອງ​ຈື່​ຈຳ​ສິ່ງ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ—ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ—​ແລະ, ​ເຊັ່ນ​ດຽວ​ກັບ​ຜູ້​​ບຸກ​ເບີກ​ກ່ອນ​ເຮົາ, ຈະດຶງ​ລໍ້​ຂອງ​ເຮົາ​ຕໍ່​ໄປ, ດ້ວຍ​ຄວາມ​ອົດທົນ​ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ.

ຄຳ​ສອນ​ຂອງ​ປະທານທອມ​ມັສ ​ແອັສ ມອນ​ສັນ ສາມາດ​ເອົາ​ມາ​ນຳ​ໃຊ້​ກັບ​ສະພາບ​ການ​ນີ້​ໄດ້. ຢູ່​ທີ່​ກອງ​ປະຊຸມ​ໃຫຍ່​ສາມັນ​ເມື່ອ 27 ປີ​ກ່ອນ, ​ເພິ່ນ​ໄດ້​ປະກາດຢ່າງ​ກ້າຫານ​ວ່າ: “ຂໍ​ໃຫ້​ເຮົາ​ຈົ່ງ​ກ້າຫານ​ທີ່​ຈະຕ້ານ​ກັບ​ຄວາມ​ຄິດ​ເຫັນ​ສ່ວນ​ໃຫຍ່, ກ້າຫານ​ທີ່​ຈະ​ຍຶດໝັ້ນຢູ່​ນຳ​ຫລັກ​ທຳ. ກ້າຫານ, ບໍ່​ແມ່ນປະ​ນິປະນອມ, ຈະ​​ເຮັດ​ໃຫ້​ພຣະ​ເຈົ້າພໍພຣະ​ໄທ. ກ້າຫານ​ທີ່​ຈະ​ກາຍ​ເປັນ​ຄົນມີ​ຄຸນ​ນະ​ທຳ​ເມື່ອ​ມັນ​ກ່ຽວ​ກັບ​ບໍ່​ພຽງ​ແຕ່​ເຮົາ​ເຕັມ​ໃຈ​ທີ່​ຈະ​ຕາຍ​ເພື່ອ​ກຽດ​ສັກ​ສີ, ​​ແລະ ຕັ້ງ​ໃຈ​ທີ່​ຈະ​ດຳລົງ​ຊີວິດ​​ໃນ​ທາງ​ທີ່​ດີ. ຄົນ​ຂີ້​ຢ້ານຄື​ຄົນ​ທີ່​ບໍ່​ກ້າ​ເຮັດ​ຕາມ​ຄວາມ​ຄິດ​ຂອງຕົນ​ທີ່​ຮູ້​ວ່າ​ຖືກຕ້ອງ ​ເພາະ​ຄິດ​ວ່າ​ຄົນ​ອື່ນ​ຈະ​ບໍ່​ເຫັນ​ດ້ວຍ ​ແລະ ຫົວ​ເຍາະ​ເຍີ້​ຍ. ຈົ່ງ​ຈື່​ຈຳ​ວ່າ ມະນຸດ​ທຸກ​ຄົນ​ກໍ​ມີ​ຄວາມ​ຢ້ານ​ກົວ​ຂອງ​ຕົນ​ເອງ, ​ແຕ່​ຄົນ​ທີ່​ປະ​ເຊີນ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ຕົນ​ດ້ວຍ​ກຽດ​ສັກ​ສີ ​ເປັນ​ຄົນ​ທີ່​ກ້າຫານ.”11

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້ການ​ທ້າ​ທາຍ​ຊົ່ວຄາວ​ເລື່ອງມະນຸດ​​ເຮັດ​ໃຫ້​ເຮົາ​ລືມ​ພຣະບັນຍັດ​ອັນ​ຍິ່ງ​ໃຫຍ່​ ​ແລະ ສິ່ງ​ທີ່​ສຳຄັນ​ທີ່​ສຸດ ຊຶ່ງ​ພຣະຜູ້​ສ້າງ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະທານ​ໃຫ້​ເຮົາ. ​ເຮົາ​ບໍ່​ຄວນ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ ​ແລະ ປາດ​ຖະໜາ​ຄວາມສັນລະ​ເສີນ​ຂອງມະນຸດ (​ເບິ່ງ D&C 121:35) ຈົນ​ວ່າ​ເຮົາ​ບໍ່​ເຫັນ​ວິຖີ​ຊີວິດ​ນິລັນດອນ​ຂອງ​​ເຮົາ. ​ເຮົາ​ຜູ້​ທີ່​ຮູ້ຈັກ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ລູກໆ​ຂອງ​ພຣະອົງ—​ເຮົາ​ຜູ້​ໄດ້​ເຮັດ​ພັນທະ​ສັນຍາ​ທີ່​ຈະ​ມີ​ສ່ວນ​ຮ່ວມ—ມີໜ້າ​ທີ່​ຮັບຜິດຊອບ​ຢ່າງ​ແຈ່ມ​ແຈ້ງ. ​ເຮົາ​ບໍ່​ຄວນ​ລືມ​ຄວາມ​ປາດ​ຖະໜາ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຮົາ, ຄື​ການຈະ​ໄດ້​ຮັບ​ຊີວິດ​ນິລັນດອນ.12 ​​ເຮົາ​ບໍ່​ຄວນ​​ເສີຍ​ເມີຍ​ຈາກ​ສິ່ງ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງຂອງ​ເຮົາ—ທີ່​ຈະ​ບໍ່​ມີ​ພຣະອື່ນ ​ແລະ ບໍ່​ຮັບ​ໃຊ້​ສິ່ງ​ອື່ນ​ໃດ​ເໜືອກ​ວ່າ​ພຣະ​ເຈົ້າ ພຣະບິດາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູຄຣິດ.

ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ເຂົ້າ​ໃຈຄວາມ​ສຳຄັນ​ນີ້ ​ແລະ ຊ່ອຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ຄື​ກັນ ​ໃນ​ຂະນະ​ທີ່​ເຮົາ​ສະ​ແຫວງຫາ​ມັນ​ໃນ​ວິທີ​ທາງ​ທີ່​ສະຫລາດ ​ແລະ ​ເປັນຄວາມ​ຮັກ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ, ຍົກ​ຕົວຢ່າງ, Doctrine and Covenants 124:84.

  2. ​ເບິ່ງ Joyce A. Martin and others, “Births: Final Data for 2011,” National Vital Statistics Reports, vol. 62, no. 1 (June 28, 2013), 4; Gloria Goodale, “Behind a Looming Baby Bust,” Christian Science Monitor Weekly, Feb. 4, 2013, 21, 23.

  3. ​ເບິ່ງ Population Reference Bureau, “2012 World Population Data Sheet,” www.prb.org/Publications/Datasheets/2012/world-population-data-sheet/data-sheet.aspx.

  4. ​ເບິ່ງ D’Vera Cohn and others, “Barely Half of U.S. Adults Are Married—a Record Low,” Pew Research Center, Social and Demographic Trends, Dec. 14, 2011, available at www.pewsocialtrends.org/2011/12/14/barely-half-of-u-s-adults-are-married-a-record-low; “Rash Retreat from Marriage,” Christian Science Monitor, Jan. 2 and 9, 2012, 34.

  5. U.S. Census Bureau, “Estimated Median Age at First Marriage, by Sex: 1890 to the Present,” available at www.census.gov/population/socdemo/hh-fam/ms2.xls.

  6. ​ເບິ່ງ Dallin H. Oaks, “All Men Everywhere,” Ensign or Liahona, May 2006, 77–80.

  7. ​ເບິ່ງ Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 72–75.

  8. ​ເບິ່ງ Martin, “Births: Final Data for 2011,” 4.

  9. ​ເບິ່ງ The State of Our Unions: Marriage in America,2012 (2012), 76.

  10. ​​ເບິ່ງ The State of Our Unions, 101, 102.

  11. Thomas S. Monson, “Courage Counts,” Ensign, Nov. 1986, 41.

  12. ​ເບິ່ງ Dallin H. Oaks, “Desire,” Ensign or Liahona, May 2011, 42–45.