ປະຕູສະຫວັນ
ພອນທາງຝ່າຍວິນຍານ ແລະ ຝ່າຍໂລກຕ່າງໆຈະເຂົ້າມາສູ່ຊີວິດຂອງເຮົາຂະນະທີ່ເຮົາຮັກສາກົດສ່ວນສິບ.
ຂ້າພະເຈົ້າຢາກຈະບັນຍາຍບົດຮຽນທີ່ສຳຄັນສອງບົດທີ່ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບກົດສ່ວນສິບ. ບົດຮຽນທຳອິດເຈາະຈົງເຖິງພອນທີ່ມາສູ່ສ່ວນບຸກຄົນ ແລະ ຄອບຄົວ ເມື່ອເຂົາເຈົ້າເຊື່ອຟັງພຣະບັນຍັດຂໍ້ນີ້ຢ່າງຊື່ສັດ. ບົດຮຽນທີສອງເນັ້ນເຖິງຄວາມສຳຄັນໃນການເຕີບໂຕຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຕະຫລອດທົ່ວໂລກ. ຂ້າພະເຈົ້າອະທິຖານວ່າພຣະວິນຍານບໍລິສຸດຈະຢືນຢັນຕໍ່ເຮົາແຕ່ລະຄົນເຖິງຄວາມຈິງຂອງຫລັກທຳທີ່ຂ້າພະເຈົ້າສົນທະນາຢູ່.
ບົດຮຽນທີ 1—ພອນທີ່ສຳຄັນ ແຕ່ສັງເກດເຫັນໄດ້ຍາກ
ແມ່ຂອງຊິດສະເຕີແບັດນາເປັນຜູ້ຍິງທີ່ຊື່ສັດ ແລະ ເປັນແມ່ບ້ານທີ່ໄດ້ຮັບການດົນໃຈ. ຕັ້ງແຕ່ຕອນຕົ້ນໃນຊີວິດແຕ່ງງານຂອງນາງ, ນາງໄດ້ຈັດການເລື່ອງການເງິນໃນຄອບຄົວຢ່າງລະມັດລະວັງ. ເປັນເວລາຫລາຍໆສິບປີນາງໄດ້ກຳກັບລາຍໄດ້ ແລະ ລາຍຈ່າຍຂອງຄອບຄົວຢ່າງລະອຽດ ແລະ ຮອບຄອບໂດຍໃຊ້ປຶ້ມບັນຊີລາຍໄດ້ລາຍຈ່າຍ. ຂໍ້ມູນທີ່ນາງໄດ້ສະສົມເປັນເວລາຫລາຍປີນັ້ນແມ່ນສົມບູນ ແລະ ໃຫ້ຄວາມຮູ້ດ້ວຍ.
ຄາວຊິດສະເຕີແບັດນາເປັນສາວ, ແມ່ນຂອງນາງໄດ້ໃຊ້ຂໍ້ມູນໃນປຶ້ມບັນຊີນັ້ນເພື່ອເນັ້ນເຖິງຫລັກທຳແຫ່ງການດຳລົງຊີວິດທີ່ມອງເຫັນໄກ ແລະ ການຈັດການເລື່ອງລາວໃນບ້ານເຮືອນຢ່າງລະມັດລະວັງ. ມື້ໜຶ່ງຂະນະທີ່ໄດ້ທົບທວນລາຍຈ່າຍຕ່າງໆຂອງຄອບຄົວນຳກັນ ແມ່ຂອງນາງໄດ້ສັງເກດເຫັນບາງສິ່ງທີ່ໜ້າສົນໃຈ. ລາຍຈ່າຍຂອງຄອບຄົວສຳລັບການໄປຫາໝໍ ແລະ ຄ່າຊື້ຢານັ້ນແມ່ນຕ່ຳກວ່າທີ່ໄດ້ຄາດຄິດຫລາຍ. ເພິ່ນເຊື່ອວ່າສິ່ງທີ່ເພິ່ນໄດ້ພົບເຫັນນັ້ນແມ່ນກ່ຽວຂ້ອງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໄດ້ອະທິບາຍຄວາມຈິງທີ່ມີພະລັງນັ້ນໃຫ້ລູກສາວຂອງເພິ່ນຟັງວ່າ ເມື່ອເຮົາຮັກສາກົດສ່ວນສິບ, ສ່ວນຫລາຍແລ້ວ ເຮົາຈະໄດ້ຮັບພອນທີ່ສຳຄັນ ແຕ່ສັງເກດເຫັນໄດ້ຍາກ ທີ່ອາດບໍ່ເປັນສິ່ງທີ່ເຮົາໄດ້ຄາດຄິດ ທີ່ອາດຈະຖືກມອງຂ້າມໄດ້ງ່າຍ. ຄອບຄົວບໍ່ໄດ້ຮັບເງິນອື່ນໃດມາເພີ່ມໃສ່ລາຍໄດ້ຂອງຄອບຄົວແຕ່ເທົ່ານັ້ນ ພຣະບິດາຜູ້ຊົງຮັກໄດ້ປະທານພອນອັນລຽບງ່າຍໃຫ້ເຂົາເຈົ້າ ໃນວິທີທາງທີ່ເບິ່ງຄືວ່າທຳມະດາ. ຊິດສະເຕີແບັດນາຈື່ຈຳບົດຮຽນທີ່ສຳຄັນນັ້ນ ທີ່ນາງໄດ້ຮຽນຮູ້ຈາກແມ່ສະເໝີມາ ກ່ຽວກັບຄວາມຊ່ອຍເຫລືອທີ່ຈະມາສູ່ເຮົາຜ່ານທາງປະຕູສະຫວັນ ຕາມທີ່ມາລາກີໄດ້ສັນຍາໄວ້ໃນພຣະສັນຍາເດີມ (ເບິ່ງ ມາລາກີ 3:10).
ສ່ວນຫລາຍແລ້ວ ເມື່ອເຮົາສອນ ແລະ ເປັນພະຍານກ່ຽວກັບກົດສ່ວນສິບ, ເຮົາມັກຈະເນັ້ນເຖິງພອນຕ່າງໆກ່ຽວກັບຝ່າຍໂລກທີ່ເຮົາໄດ້ຮັບທັນທີ, ທີ່ໜ້າປະທັບໃຈ ແລະ ເຫັນໄດ້ຢ່າງວ່ອງໄວ. ແລະ ແນ່ນອນວ່າເຮົາຈະໄດ້ຮັບພອນດັ່ງກ່າວ. ແຕ່ພອນຢ່າງອື່ນໆທີ່ເຮົາຈະໄດ້ຮັບ ເມື່ອເຮົາຮັກສາພຣະບັນຍັດຂໍ້ນີ້ແມ່ນສຳຄັນແຕ່ອາດເຫັນໄດ້ຍາກ ພອນດັ່ງກ່າວຈະສາມາດຫລິງເຫັນໄດ້ພຽງແຕ່ຖ້າຫາກເຮົາທັງເອົາໃຈໃສ່ ແລະ ມັກສັງເກດທາງຝ່າຍວິນຍານເທົ່ານັ້ນ (ເບິ່ງ 1 ໂກຣິນໂທ 2:14).
ພາບໃນໃຈຂອງ “ປະຕູ” ສະຫວັນທີ່ ມາລາກີໄດ້ໃຊ້ນັ້ນແມ່ນໃຫ້ການສິດສອນຫລາຍແທ້ໆ. ປະຕູ ຫລື ປ່ອງຢ້ຽມອະນຸຍາດໃຫ້ແສງສະຫວ່າງເຂົ້າມາໃນຕຶກອາຄານ. ໃນທຳນອງດຽວກັນນັ້ນ, ຄວາມດົນໃຈທາງຝ່າຍວິນຍານ ແລະ ທັດສະນະກໍຖືກຖອກເທອອກມາຜ່ານປະຕູສະຫວັນ ແລະ ເຂົ້າມາສູ່ຊີວິດຂອງເຮົາ ເມື່ອເຮົາຮັກສາກົດສ່ວນສິບ.
ຍົກຕົວຢ່າງ, ພອນທີ່ເຫັນໄດ້ຍາກ ແຕ່ສຳຄັນທີ່ເຮົາໄດ້ຮັບຄືຂອງປະທານທາງຝ່າຍວິນຍານ ແຫ່ງຄວາມກະຕັນຍູ ທີ່ຊ່ອຍໃຫ້ເຮົາຮູ້ສຶກບຸນຄຸນສຳລັບສິ່ງທີ່ເຮົາມີຢູ່ ທີ່ຈະມີອິດທິພົນຕໍ່ການຕັດສິນໃຈຂອງເຮົາກ່ຽວກັບສິ່ງທີ່ເຮົາຍັງຢາກໄດ້ຢູ່. ຄົນທີ່ກະຕັນຍູຄືຄົນທີ່ເຕັມໄປດ້ວຍຄວາມສຸກທີ່ສົມບູນ. ຄົນທີ່ອັກກະຕັນຍູຄືຄົນທີ່ບໍ່ມີຄວາມສຸກເລີຍ (ເບິ່ງ ລູກາ 12:15).
ເຮົາອາດຕ້ອງການຄວາມຊ່ອຍເຫລືອ ແລະ ອະທິຖານຂໍຄວາມຊ່ອຍເຫລືອໃນການຊອກຫາວຽກງານທີ່ສົມຄວນ. ເຖິງຢ່າງໃດກໍດີ, ເຮົາຕ້ອງມີຕາ ແລະ ຫູແຫ່ງສັດທາ (ເບິ່ງ ອີເທີ 12:19), ເພື່ອຈະຮັບຮູ້ຂອງປະທານທາງຝ່າຍວິນຍານຂອງການຫລິງເຫັນທີ່ຈະສາມາດເສີມກຳລັງໃຫ້ເຮົາພົບເຫັນໂອກາດຂອງວຽກງານທີ່ຄົນອື່ນອາດມອງຂ້າມໄປ ຫລື ພອນແຫ່ງການຕັ້ງໃຈສ່ວນຕົວຫລາຍຂຶ້ນ ເພື່ອຈະຊອກຫາວຽກງານນັ້ນຢ່າງອົດທົນ ແລະ ດົນນານ ຫລາຍກວ່າຄົນອື່ນອາດຈະທົນ ຫລື ເຕັມໃຈຈະເຮັດ. ເຮົາອາດຢາກໄດ້ ແລະ ຄາດຫວັງຈະໄດ້ວຽກງານນັ້ນ, ແຕ່ພອນທີ່ຈະມາສູ່ເຮົາຜ່ານປະຕູສະຫວັນອາດເປັນຄວາມສາມາດທີ່ມີຫລາຍຂຶ້ນທີ່ຈະລົງມືເຮັດ ແລະ ປ່ຽນແປງສະຖານະການຂອງເຮົາເອງ ແທນທີ່ຈະຄາດຫວັງໃຫ້ຄົນອື່ນ ຫລື ສິ່ງອື່ນໃດປ່ຽນແປງສະຖານະການຂອງເຮົາ.
ເຮົາອາດປາດຖະໜາ ແລະ ເຮັດວຽກຢ່າງສົມຄວນເພື່ອຈະໄດ້ຮັບເງິນເດືອນເພີ່ມເພື່ອຈະຈັດຫາສິ່ງຂອງທີ່ຈຳເປັນຕໍ່ຊີວິດໃຫ້ໄດ້ຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຈະສັງເກດເຫັນຄວາມສາມາດທາງຝ່າຍວິນຍານ ແລະ ທາງໂລກທີ່ມາຫລາຍຂຶ້ນໃນຕົວເຮົາເອງຮຽກຮ້ອງ ຕາ ແລະ ຫູແຫ່ງສັດທາ (ເບິ່ງ ລູກາ 2:52) ທີ່ຈະບັນລຸຄວາມຕ້ອງການດ້ວຍເງິນຈຳນວນນ້ອຍ, ຄວາມສາມາດທີ່ມີຫລາຍກວ່າເກົ່າ ທີ່ຈະຈັດລະດັບຄວາມສຳຄັນ ແລະ ດຳລົງຊີວິດຢ່າງລຽບງ່າຍ, ແລະ ເພີ່ມຄວາມສາມາດທີ່ຈະຈັດການກັບສິ່ງຂອງທີ່ເຮົາໄດ້ມີມາແລ້ວ. ເຮົາອາດຢາກໄດ້ ແລະ ຄາດໝາຍຢາກມີເງິນເດືອນສູງ, ແຕ່ພອນທີ່ມາສູ່ເຮົາຜ່ານປະຕູສະຫວັນອາດເປັນຄວາມສາມາດທີ່ຍິ່ງກວ່ານັ້ນ ທີ່ຈະປ່ຽນແປງສະຖານະການຂອງເຮົາ ແທນທີ່ຈະຄາດຫວັງໃຫ້ຄົນອື່ນ ຫລື ສິ່ງອື່ນໃດປ່ຽນແປງສະຖານະການຂອງເຮົາ.
ນັກຮົບໜຸ່ມໃນພຣະຄຳພີມໍມອນ (ເບິ່ງ ແອວມາ 53; 56–58) ໄດ້ອະທິຖານຢ່າງຕັ້ງໃຈທູນຂໍໃຫ້ພຣະເຈົ້າໃຫ້ກຳລັງ ແລະ ປົດປ່ອຍເຂົາເຈົ້າໃຫ້ລອດພົ້ນຈາກກຳມືຂອງສັດຕູຂອງເຂົາເຈົ້າ. ໜ້າສົນໃຈແທ້ໆທີ່ຄຳຕອບຕໍ່ຄຳອະທິຖານເຫລົ່ານີ້ບໍ່ໄດ້ເຮັດໃຫ້ມີອາວຸດເພີ່ມຂຶ້ນ ຫລື ມີທະຫານຫລາຍຂຶ້ນ. ແທນທີ່, ພຣະເຈົ້າໄດ້ປະທານຄວາມໝັ້ນໃຈໃຫ້ແກ່ນັກຮົບຜູ້ຊື່ສັດເຫລົ່ານີ້ວ່າພຣະອົງຈະປົດປ່ອຍເຂົາເຈົ້າ, ໃຫ້ຄວາມສະຫງົບແກ່ຈິດວິນຍານຂອງເຂົາເຈົ້າ, ແລະ ປະທານສັດທາອັນແຮງກ້າ ແລະ ໃຫ້ຄວາມຫວັງໃນຄວາມລອດພົ້ນຂອງເຂົາເຈົ້າຈາກພຣະອົງ (ເບິ່ງ ແອວມາ 58:11). ສະນັ້ນ, ລູກຊາຍໜຸ່ມຂອງຮີລາມັນໄດ້ມີກຳລັງໃຈຂຶ້ນ, ເຈາະຈົງຢູ່ກັບຄວາມຕັ້ງໃຈທີ່ຈະເອົາຊະນະ, ແລະ ໄດ້ຍົກກຳລັງອອກໄປດ້ວຍສຸດກຳລັງເພື່ອຕໍ່ສູ້ກັບຊາວເລມັນ (ເບິ່ງ ແອວມາ 58:12–13). ໃນຕອນຕົ້ນ, ຄວາມໝັ້ນໃຈ, ຄວາມສະຫງົບ ແລະ ສັດທາອັນແຮງກ້າ ແລະ ໃຫ້ຄວາມຫວັງອາດບໍ່ໄດ້ປາກົດວ່າຈະເປັນພອນທີ່ນັກຮົບໃນການສູ້ຮົບຢາກໄດ້ຮັບ, ແຕ່ມັນເປັນພອນທີ່ນັກຮົບໜຸ່ມຜູ້ອາດຫານເຫລົ່ານີ້ຕ້ອງການເພື່ອຈະກ້າວໄປໜ້າ ເພື່ອຈະໄດ້ໄຊຊະນະທັງທາງຮ່າງກາຍ ແລະ ທາງວິນຍານ.
ບາງເທື່ອເຮົາອາດຈະທູນຂໍຄວາມສຳເລັດຜົນຈາກພຣະເຈົ້າ, ແລະ ພຣະອົງປະທານຄວາມອົດທົນທາງຮ່າງກາຍ ແລະ ທາງຈິດໃຈໃຫ້ເຮົາ. ເຮົາອາດອ້ອນວອນຂໍຄວາມຮຸ່ງເຮືອງ, ແລະ ເຮົາໄດ້ຮັບທັດສະນະທີ່ກວ້າງໄກ ແລະ ຄວາມອົດທົນທີ່ມີຫລາຍຂຶ້ນ, ຫລື ເຮົາທູນຂໍການເຕີບໂຕທາງວິນຍານ ແລະ ເຮົາໄດ້ຮັບຄວາມກະລຸນາເປັນຂອງປະທານ. ພຣະອົງອາດປະທານສັດທາ ແລະ ຄວາມໝັ້ນໃຈທີ່ແນວແນ່ໃຫ້ແກ່ເຮົາ ເມື່ອເຮົາພະຍາຍາມທີ່ຈະສຳເລັດເປົ້າໝາຍທີ່ກຸ້ມຄ່າ. ແລະ ເມື່ອເຮົາອ້ອນວອນຂໍຄວາມບັນເທົາຈາກຄວາມຍາກລຳບາກທາງຮ່າງກາຍ, ຈິດໃຈ ແລະ ວິນຍານ, ພຣະອົງອາດເພີ່ມຄວາມເດັດດ່ຽວ ແລະ ຄວາມອົດທົນໃຫ້ແກ່ເຮົາ.
ຂ້າພະເຈົ້າໃຫ້ຄຳສັນຍາວ່າ ເມື່ອທ່ານ ແລະ ຂ້າພະເຈົ້າເຊື່ອຟັງ ແລະ ຮັກສາກົດສ່ວນສິບ, ແນ່ນອນວ່າ ປະຕູສະຫວັນຈະເປີດອອກ ແລະ ພຣະພອນຕ່າງໆທາງຝ່າຍວິນຍານ ແລະ ຝ່າຍໂລກຈະຖືກຖອກເທລົງມາຈົນວ່າບໍ່ມີບ່ອນຈະຮັບມັນໄດ້ (ເບິ່ງ ມາລາກີ 3:10). ເຮົາຈະຈົດຈຳຄຳປະກາດຂອງພຣະອົງນຳອີກທີ່ວ່າ:
“ຄວາມຄິດເຮົານັ້ນ” ພຣະຜູ້ເປັນເຈົ້າກ່າວຈາ “ບໍ່ຄືຄວາມຄິດຂອງພວກເຈົ້າ! ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງ ບໍ່ຄືວິຖີທາງຂອງພວກເຈົ້າ.
“ສະຫວັນຊັ້ນຟ້າສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ” (ເອຊາຢາ 55:8–9).
ຂ້າພະເຈົ້າຂໍເປັນພະຍານວ່າ ເມື່ອເຮົາທັງເອົາໃຈໃສ່ ແລະ ຊ່າງສັງເກດທາງຝ່າຍວິນຍານ, ເຮົາຈະໄດ້ຮັບພອນດ້ວຍຄວາມສາມາດທີ່ຈະເຫັນ ໄດ້ຍິນເລື້ອຍໆ, ແລະ ຫົວໃຈທີ່ເຂົ້າໃຈໄດ້ຢ່າງສົມບູນ ເຖິງຄວາມສຳຄັນ ແລະ ຄວາມລີ້ລັບຂອງວິຖີທາງຂອງພຣະອົງ, ຄວາມຄິດຂອງພຣະອົງ ແລະ ພຣະພອນຂອງພຣະອົງໃນຊີວິດຂອງເຮົາ.
ບົດຮຽນທີ 2—ຄວາມລຽບງ່າຍຂອງວິຖີທາງຂອງພຣະຜູ້ເປັນເຈົ້າ
ກ່ອນຂ້າພະເຈົ້າຖືກເອີ້ນໃຫ້ຮັບໃຊ້ໃນບົດບາດຂອງສະມາຊິກຂອງສະພາອັກຄະສາວົກສິບສອງ, ຂ້າພະເຈົ້າໄດ້ອ່ານຫລາຍໆເທື່ອໃນພຣະຄຳພີ Doctrine and Covenants ກ່ຽວກັບສະພາທີ່ມອບໝາຍໃຫ້ດູແລ ແລະ ແຈກຈ່າຍທຶນເງິນສ່ວນສິບທີ່ສັກສິດ. ສະພາຈັດການເລື່ອງເງິນສ່ວນສິບຖືກຈັດຕັ້ງຂຶ້ນໂດຍການເປີດເຜີຍ ແລະ ປະກອບດ້ວຍຝ່າຍປະທານສູງສຸດ, ສະພາອັກຄະສາວົກສິບສອງ ແລະ ຝ່າຍອະທິການຄວບຄຸມ (ເບິ່ງ D&C 120). ໃນຂະນະທີ່ຂ້າພະເຈົ້າຕຽມຕົວໃນເດືອນທັນວາ ປີ 2004 ເພື່ອໄປຮ່ວມການປະຊຸມສະພານີ້ ຊຶ່ງເປັນເທື່ອທຳອິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີຄວາມຕື່ນເຕັ້ນຫລາຍສຳລັບໂອກາດພິເສດທີ່ຈະໄດ້ຮຽນຮູ້.
ຂ້າພະເຈົ້າຍັງຈື່ຈຳສິ່ງທີ່ຂ້າພະເຈົ້າໄດ້ປະສົບ ແລະ ໄດ້ຮູ້ສຶກໃນສະພານັ້ນ. ຂ້າພະເຈົ້າໄດ້ມີຄວາມຮູ້ສຶກບຸນຄຸນ ແລະ ຄວາມຄາລະວະຫລາຍຂຶ້ນສຳລັບກົດແຫ່ງການເງິນຂອງພຣະຜູ້ເປັນເຈົ້າສຳລັບສ່ວນບຸກຄົນ, ສຳລັບຄອບຄົວ, ແລະ ສຳລັບສາດສະໜາຈັກຂອງພຣະອົງ. ໂຄງການພື້ນຖານທາງການເງິນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ—ສຳລັບລາຍໄດ້ ແລະ ລາຍຈ່າຍ—ກໍຖືກອະທິບາຍໄວ້ຢູ່ໃນພາກທີ 119 ແລະ 120 ໃນພຣະຄຳພີ Doctrine and Covenants. ຄຳຖະແຫລງສອງຂໍ້ທີ່ພົບເຫັນຢູ່ໃນການເປີດເຜີຍເຫລົ່ານີ້ຈັດພື້ນຖານສຳລັບເລື່ອງການເງິນຂອງສາດສະໜາຈັກ.
ພາກທີ 119 ປະກາດຢ່າງລຽບງ່າຍວ່າ ສະມາຊິກທຸກຄົນ ຈະຈ່າຍໜຶ່ງສ່ວນສິບຂອງຜົນປະໂຫຍດຂອງເຂົາເຈົ້າເປັນລາຍປີ; ແລະ ນີ້ຈະເປັນກົດປະຈຳຢູ່ກັບເຂົາເຈົ້າຕະຫລອດການ, … ພຣະຜູ້ເປັນເຈົ້າໄດ້ກ່າວ (ຂໍ້ທີ 4).
ແລະແລ້ວ, ກ່ຽວກັບການອະນຸມັດການໃຊ້ຈ່າຍຂອງທຶນເງິນສ່ວນສິບ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ບັດນີ້ເວລາມາເຖິງທີ່ຈະຈັບຈ່າຍມັນໂດຍຄະນະທີ່ປຶກສາ ຊຶ່ງປະກອບດ້ວຍຝ່າຍປະທານສູງສຸດຂອງສາດສະໜາຈັກຂອງພຣະອົງ, ແລະ ດ້ວຍອະທິການ ແລະ ຄະນະທີ່ປຶກສາຂອງເຂົາເຈົ້າ, ແລະ ໂດຍຄະນະທີ່ປຶກສາສູງຂອງພຣະອົງ, ແລະ ໂດຍສຸລະສຽງຂອງພຣະອົງເອງທີ່ມາເຖິງເຂົາເຈົ້າ, ພຣະຜູ້ເປັນເຈົ້າໄດ້ກ່າວ (ເບິ່ງ D&C 120:1). “ອະທິການ ແລະ ທີ່ປຶກສາຂອງເຂົາເຈົ້າ” ແລະ “ທີ່ປຶກສາສູງສຸດຂອງ (ພຣະອົງ)” ທີ່ຖືກອ້າງເຖິງໃນການເປີດເຜີຍ ໃນວັນເວລານີ້ກໍເປັນທີ່ຮູ້ກັນວ່າ ຝ່າຍອະທິການຄວບຄຸມ ແລະ ສະພາອັກຄະສາວົກສິບສອງ, ຕາມລຳດັບນັ້ນ. ທຶນເງິນທີ່ສັກສິດນີ້ຖືກນຳໃຊ້ໃນສາດສະໜາຈັກທີ່ຈະເລີນເຕີບໂຕຢ່າງວ່ອງໄວ ເພື່ອເປັນພອນທາງຝ່າຍວິນຍານສຳລັບສ່ວນບຸກຄົນ ແລະ ຄອບຄົວ ໂດຍການກໍ່ສ້າງ ແລະ ການຮັກສາພຣະວິຫານ ແລະ ອາຄານນະມັດສະການຕ່າງໆ, ສົ່ງເສີມວຽກງານເຜີຍແຜ່, ການແປ ແລະ ການຈັດພິມພຣະຄຳພີ, ສົ່ງເສີມການຄົ້ນຄວ້າປະຫວັດຄອບຄົວ, ໃຫ້ທຶນເງິນແກ່ໂຮງຮຽນ ແລະ ການສຶກສາເລື່ອງສາດສະໜາ, ແລະ ການສຳເລັດຜົນຂອງຈຸດປະສົງອື່ນຫລາຍຢ່າງຂອງສາດສະໜາຈັກ ຕາມການຊີ້ນຳຂອງຜູ້ຮັບໃຊ້ທີ່ໄດ້ຮັບການແຕ່ງຕັ້ງຂອງພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າປະທັບໃຈນຳຄວາມແຈ່ມແຈ້ງ ແລະ ຄວາມສັ້ນຂອງການເປີດເຜີຍສອງຢ່າງເຫລົ່ານີ້ໃນການສົມທຽບກັບການຊີ້ນຳ ແລະ ວິທີການບໍລິຫານການເງິນທີ່ສັບສົນທີ່ອົງການທັງຫລາຍ ແລະ ລັດຖະບານນຳໃຊ້ຢູ່ຕະຫລອດທົ່ວໂລກ. ເລື່ອງການທາງຝ່າຍໂລກຂອງອົງການທີ່ໃຫຍ່ໂຕດັ່ງສາດສະໜາຈັກຂອງພຣະເຢຊູຄຣິດທີ່ໄດ້ຮັບການຟື້ນຟູນີ້ສາມາດດຳເນີນການຕະຫລອດທົ່ວໂລກໂດຍການນຳໃຊ້ຄຳແນະນຳທີ່ສັ້ນໆແບບນີ້ໄດ້ແນວໃດ? ສຳລັບຂ້າພະເຈົ້າ ຄຳຕອບນັ້ນກໍງ່າຍແທ້: ນີ້ແມ່ນວຽກງານຂອງພຣະຜູ້ເປັນເຈົ້າ, ພຣະອົງສາມາດເຮັດວຽກງານຂອງພຣະອົງເອງໄດ້ (ເບິ່ງ 2 ນີໄຟ 27:20), ແລະ ພຣະຜູ້ຊ່ອຍໃຫ້ລອດດົນໃຈ ແລະ ຊີ້ນຳຜູ້ຮັບໃຊ້ຂອງພຣະອົງຂະນະທີ່ເຂົາເຈົ້ານຳໃຊ້ການຊີ້ນຳຂອງພຣະອົງ ແລະ ເຮັດວຽກງານໃນອຸດົມການຂອງພຣະອົງ.
ໃນການປະຊຸມປຶກສາຄັ້ງທຳອິດ ຂ້າພະເຈົ້າໄດ້ປະທັບໃຈໂດຍຄວາມລຽບງ່າຍຂອງຫລັກທຳທີ່ໄດ້ນຳພາການພິຈາລະນາ ແລະ ການຕັດສິນໃຈຂອງເຮົາ. ໃນການດຳເນີນເລື່ອງການເງິນຂອງສາດສະໜາຈັກ, ໄດ້ມີການຮັກສາຫລັກທຳພື້ນຖານ ແລະ ບໍ່ປ່ຽນແປງສອງຂໍ້. ໜຶ່ງ, ສາດສະໜາຈັກໃຊ້ຈ່າຍພຽງແຕ່ໃນຈຳນວນທີ່ມີຢູ່ ແລະ ຈະບໍ່ເກີນກວ່າທີ່ໄດ້ຮັບມາ. ສອງ, ຈຳນວນໜຶ່ງຂອງລາຍໄດ້ປະຈຳປີກໍຖືກເກັບທ້ອນໄວ້ເປັນເງິນອອມສຳລັບສະພາບສຸກເສີນ ແລະ ຄວາມຈຳເປັນທີ່ບໍ່ໄດ້ຄາດຄິດໄວ້ກ່ອນ. ເປັນເວລາຫລາຍສິບປີ, ສາດສະໜາຈັກໄດ້ສອນສະມາຊິກຂອງຕົນເຖິງຫລັກທຳຂອງການສະສົມອາຫານ, ນ້ຳມັນ, ແລະ ເງິນເພື່ອຈະຈັດການກັບການສຸກເສີນທີ່ອາດເກີດຂຶ້ນ. ສາດສະໜາຈັກ ໃນຖານະສະຖາບັນກໍພຽງແຕ່ຕິດຕາມຫລັກທຳອັນດຽວກັບຫລັກທຳທີ່ສະມາຊິກໄດ້ຖືກສອນຊ້ຳແລ້ວຊ້ຳອີກ.
ຂະນະທີ່ການປະຊຸມໄດ້ດຳເນີນຕໍ່ໄປ, ຂ້າພະເຈົ້າໄດ້ພົບເຫັນຕົນເອງປາດຖະໜາໃຫ້ສະມາຊິກຂອງສາດສະໜາຈັກທຸກຄົນໄດ້ສັງເກດເຫັນຄວາມລຽບງ່າຍ, ຄວາມແຈ່ມແຈ້ງ, ລະບຽບການ, ຄວາມໃຈບຸນ, ແລະ ອຳນາດຂອງວິຖີທາງຂອງພຣະຜູ້ເປັນເຈົ້າເອງ (ເບິ່ງ D&C 104:16) ສຳລັບການດຳເນີນວຽກງານຂອງສາດສະໜາຈັກຂອງພຣະອົງ. ບັດນີ້ຂ້າພະເຈົ້າກໍໄດ້ມີສ່ວນຮ່ວມໃນສະພາຈັດການເລື່ອງເງິນສ່ວນສິບເປັນເວລາຫລາຍປີ. ຄວາມກະຕັນຍູ ແລະ ຄວາມຄາລະວະຂອງຂ້າພະເຈົ້າສຳລັບແບບແຜນຂອງພຣະຜູ້ເປັນເຈົ້າໄດ້ເຕີບໂຕແຕ່ລະປີ, ແລະ ບົດຮຽນທີ່ໄດ້ຮຽນນັ້ນຍິ່ງນັບມື້ນັບເລິກຊຶ້ງ.
ຫົວໃຈຂອງຂ້າພະເຈົ້າພອງໂຕດ້ວຍຄວາມຮັກ ແລະ ຄວາມຊົມເຊີຍສຳລັບສະມາຊິກຂອງສາດສະໜາຈັກຜູ້ຊື່ສັດ ແລະ ເຊື່ອຟັງຈາກທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ. ຂະນະທີ່ຂ້າພະເຈົ້າເດີນທາງໄປຕະຫລອດທົ່ວໂລກ, ຂ້າພະເຈົ້າຮຽນຮູ້ເຖິງຄວາມຫວັງ ແລະ ຄວາມຝັນຂອງທ່ານ, ສະພາບ ແລະ ສະຖານະການການດຳລົງຊີວິດທີ່ແຕກຕ່າງຂອງທ່ານ, ແລະ ຄວາມຍາກລຳບາກຂອງທ່ານ. ຂ້າພະເຈົ້າໄດ້ໄປຮ່ວມໃນກອງປະຊຸມຂອງສາດສະໜາຈັກກັບທ່ານ ແລະ ໄດ້ໄປຢ້ຽມຢາມບ້ານເຮືອນຂອງທ່ານ. ສັດທາຂອງທ່ານເຮັດໃຫ້ສັດທາຂອງຂ້າພະເຈົ້າເຂັ້ມແຂງ. ຄວາມອຸທິດຕົນຂອງທ່ານເຮັດໃຫ້ຂ້າພະເຈົ້າອຸທິດຕົນຫລາຍຂຶ້ນ. ຄວາມດີ ແລະ ຄວາມເຕັມໃຈຂອງທ່ານທີ່ຈະເຊື່ອຟັງກົດສ່ວນສິບນັ້ນໄດ້ດົນໃຈຂ້າພະເຈົ້າໃຫ້ເປັນຄົນທີ່ດີ, ເປັນສາມີ, ເປັນພໍ່ ແລະ ເປັນຜູ້ນຳຂອງສາດສະໜາຈັກທີ່ດີກວ່າ. ຂ້າພະເຈົ້າຈື່ຈຳ ແລະ ຄິດເຖິງທ່ານແຕ່ລະເທື່ອທີ່ຂ້າພະເຈົ້າເຂົ້າຮ່ວມໃນສະພາຈັດການເລື່ອງເງິນສ່ວນສິບ. ຂໍຂອບໃຈສຳລັບຄວາມດີງາມ ແລະ ຄວາມຊື່ສັດຂອງທ່ານ ໃນຂະນະທີ່ທ່ານຮັກສາພັນທະສັນຍາຂອງທ່ານ.
ບັນດາຜູ້ນຳຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າທີ່ໄດ້ຮັບການຟື້ນຟູ ຮູ້ສຶກເຖິງໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ ທີ່ຈະດູແລສ່ວນບໍລິຈາກທີ່ອຸທິດຕົນຂອງສະມາຊິກຂອງສາດສະໜາຈັກຢ່າງສົມຄວນ. ພວກເຮົາກໍຮູ້ຕົວຢູ່ດີເຖິງສະພາບອັນສັກສິດຂອງເງິນອັດທອງແດງຂອງແມ່ໝ້າຍທີ່ຍາກຈົນຄົນນັ້ນ.
“ຂະນະທີ່ພຣະເຢຊູນັ່ງຢູ່ໃກ້ຫີບຖະຫວາຍເງິນໃນພຣະວິຫານນັ້ນ, ພຣະອົງກໍສັງເກດເບິ່ງປະຊາຊົນປ່ອນເງິນລົງໃນຫີບ: ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຢ່າງຫລວງຫລາຍ.
“ແລ້ວຍິງໝ້າຍທີ່ຍາກຈົນຄົນໜຶ່ງກໍມາປ່ອນຫລຽນທອງແດງສອງອັດ ທີ່ມີຄ່ານ້ອຍທີ່ສຸດລົງໃນຫີບ.
“ດັ່ງນັ້ນພຣະເຢຊູຈຶ່ງເອີ້ນບັນດາສາວົກຂອງຕົນມາ ແລະ ກ່າວແກ່ພວກເຂົາວ່າ ເຮົາບອກພວກທ່ານວ່າ ຍິງໝ້າຍຍາກຈົນຄົນນີ້ໄດ້ປ່ອນເງິນລົງໃນຫີບຖະຫວາຍຫລາຍກວ່າຄົນໃດໆທຸກຄົນ.
“ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫລືອໃຊ້ມາປ່ອນລົງ; ສ່ວນຍິງໝ້າຍຜູ້ນີ້ ເຖິງແມ່ນວ່ານາງຍາກຈົນທີ່ສຸດກໍຕາມ ກໍຍັງເອົາເງິນທີ່ຕົນມີຢູ່ມາປ່ອນລົງຈົນໝົດ ຄືນາງໄດ້ຖະຫວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ” (ມາຣະໂກ 12:41–44).
ຂ້າພະເຈົ້າຮຽນຮູ້ຈາກປະສົບການສ່ວນຕົວວ່າ ສະພາຈັດການເລື່ອງເງິນສ່ວນສິບນັ້ນລະມັດລະວັງຫລາຍໃນການຈັດການດູແລເງິນອັດທອງແດງຂອງຍິງໝ້າຍ. ຂ້າພະເຈົ້າຂໍສະແດງຄວາມຮູ້ສຶກບຸນຄຸນຕໍ່ປະທານທອມມັສ ແອັສ ມອນສັນ ແລະ ທີ່ປຶກສາຂອງເພິ່ນສຳລັບການນຳພາທີ່ມີປະສິດທິພາບຂອງພວກເພິ່ນ ໃນການປະຕິບັດຕໍ່ໜ້າທີ່ຮັບຜິດຊອບອັນສັກສິດນີ້. ແລະ ຂ້າພະເຈົ້າຮັບຮູ້ສຸລະສຽງ (ເບິ່ງ D&C 120:1) ແລະ ໃນພຣະຫັດຂອງພຣະຜູ້ເປັນເຈົ້າ ທີ່ສະໜັບສະໜູນຜູ້ຮັບໃຊ້ທີ່ໄດ້ຮັບການແຕ່ງຕັ້ງຂອງພຣະອົງ ໃນການບັນລຸໜ້າທີ່ທີ່ຈະເປັນຜູ້ແທນຂອງພຣະອົງ.
ຄຳເຊື້ອເຊີນ ແລະ ປະຈັກພະຍານ
ການຈ່າຍສ່ວນສິບທີ່ສັດຊື່ນັ້ນແມ່ນສຳຄັນຫລາຍກວ່າໜ້າທີ່; ມັນເປັນບາດກ້າວທີ່ສຳຄັນໃນຂະບວນການຂອງການເຮັດໃຫ້ສັກສິດສ່ວນຕົວ. ຕໍ່ທ່ານຜູ້ທີ່ຈ່າຍສ່ວນສິບຂອງທ່ານ, ຂ້າພະເຈົ້າຂໍຍົກຍ້ອງທ່ານ.
ຕໍ່ທ່ານຜູ້ທີ່ດຽວນີ້ບໍ່ໄດ້ຮັກສາກົດສ່ວນສິບ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຄິດໄຕ່ຕອງສິ່ງທີ່ທ່ານເຮັດຢູ່ ແລະ ກັບໃຈສາ. ຂ້າພະເຈົ້າເປັນພະຍານວ່າ ໂດຍຄວາມເຊື່ອຟັງຂອງທ່ານຕໍ່ກົດຂອງພຣະເຈົ້າຂໍ້ນີ້, ປະຕູສະຫວັນຈະເປີດຕໍ່ທ່ານ. ກະລຸນາຢ່າຜັດວັນແຫ່ງການກັບໃຈຂອງທ່ານເຖີດ.
ຂ້າພະເຈົ້າເປັນພະຍານວ່າພອນທາງຝ່າຍວິນຍານ ແລະ ຝ່າຍໂລກຕ່າງໆຈະເຂົ້າມາສູ່ຊີວິດຂອງເຮົາຂະນະທີ່ເຮົາຮັກສາກົດສ່ວນສິບ. ຂ້າພະເຈົ້າເປັນພະຍານວ່າພອນດັ່ງກ່າວສ່ວນຫລາຍແມ່ນສຳຄັນ ແຕ່ລີ້ລັບ. ຂ້າພະເຈົ້າຂໍປະກາດອີກວ່າ ຄວາມລຽບງ່າຍຂອງວິຖີທາງຂອງພຣະຜູ້ເປັນເຈົ້າ ທີ່ເຫັນໄດ້ຢ່າງແຈ້ງຊັດໃນວຽກງານທາງຝ່າຍໂລກຂອງສາດສະໜາຈັກຈັດແບບແຜນທີ່ສາມາດນຳພາເຮົາ ໃນຖານະສ່ວນບຸກຄົນ ແລະ ຄອບຄົວ. ຂ້າພະເຈົ້າອະທິຖານວ່າເຮົາແຕ່ລະຄົນອາດຈະໄດ້ຮຽນຮູ້ ແລະ ໄດ້ຮັບຜົນປະໂຫຍດຈາກບົດຮຽນທີ່ສຳຄັນເຫລົ່ານີ້, ໃນພຣະນາມຂອງພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ, ອາແມນ.