​2010–2019
​ການເລັ່ງ​ແຜນ​ການ​ຂອງວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ
ຕຸລາ 2013


2:3

​ການເລັ່ງ​ແຜນ​ການ​ຂອງວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ!

ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຈັດ ແລະ ລົງ​ມື​ເຮັດ​ຕາມ​ແຜນ​ການ​ສ່ວນ​ຕົວ​ຂອງ​ເຮົາ ດ້ວຍ​ຄວາ​ມ​ກະ​ຕື​ລື​ລົ້ນ ເພື່ອ​ຈະ​ຮັບ​ໃຊ້​ຄຽງ​ບ່າ​ຄຽງໄລ່​ກັ​ບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

ເມື່ອ​ຫລາຍ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ໄດ້​ເວົ້າ​ລົມ​ກັບ​ພັນ​ລະ​ຍາ​ຂອງ​ອະ​ທິ​ການ​ຄົນ​ໜຶ່ງ​ໃນ​ສະ​ເຕກຂອງ​ພວກ​ເຮົາ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້ໂທ​ໄປ​ບ້ານ​ຂອງ​ເຂົາ​ເຈົ້າ. ລູ​ກ​ຊາຍ​ນ້ອຍ​ຂ​ອງ​ເຂົາ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ສະ​ບາຍ​ດີ ແມ່​ຂອງ​ເຈົ້າ​ຢູ່​ບ້ານ​ບໍ?”

ຄຳ​ຕອບ​ຂອງ​ລາວ​ກໍ​ຄື, “ເພິ່ນຢູ່. ຂ້າ​ນ້ອຍ​ຈະ​ໄປ​ບອກ​ເພິ່ນ. ນີ້​ແມ່ນ​ໃຜ​ນໍ?”

ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ: “ບອກ​ເພິ່ນ​ວ່າ ນີ້​ແມ່ນ​ປະ​ທານ​ນຽວ​ເຊັນ.”

ໄດ້​ມີ​ການ​ຢຸດ​ໜ້ອຍ​ໜຶ່ງ, ແລະ ແລ້ວ, ດ້ວຍ​ນ້ຳ​ສ​ຽງ​ທີ່​ຕື່ນ​ເຕັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ, “ແມ່​ເອີ້ຍ, ປະ​ທານ​ຮິງ​ລີ ຢາກ​ເວົ້າ​ນຳ​!”

ຂ້າ​ພະ​ເຈົ້າ​ວາດ​ພາບບໍ່​ໄດ້​ວ່າ​ນາງ​ຕ້ອງ​ໄດ້​ຄິດ​ແນວ​ໃດ. ມັນ​ອາດ​ເປັນ​ການ​ຍ່າງ​ມາ​ຮັບ​ໂທ​ລະ​ສັບ​ທີ່​ນາງ​ເຄີຍ​ໄດ້​ເຮັດ​ມາ. ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຢູ່​ໃນ​ໃຈ​ວ່າ: ຈະເຮັດ​ຢອກ​ລາວບໍ? ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ດັ່ງ​ນັ້ນ ແຕ່​ພວກ​ເຮົາ​ໄດ້​ຫົວ​ຫລິ້ນ​ນຳ​ກັນ​ເຖິງ​ເລື່ອງນັ້ນ. ບັດ​ນີ້​ຂ້າ​ພະ​ເຈົ້າ​ມາ​ໄດ້​ຄິດ, ນາງ​ອາດ​ຜິດ​ຫວັງ​ເປັນ​ແນ່​ທີ່​ໄດ້​ເວົ້າ​ພຽງ​ແຕ່​ນຳ​ຂ້າ​ພະ​ເຈົ້າ.

ທ່ານ​ຈະ​ເຮັດ​ແນວ​ໃດ​ຖ້າ​ຫາກ​ສາດ​ສະ​ດາ​ຂອ​ງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໂທ​ຫາ​ທ່ານ​​ແທ້ໆ? ເອີ, ເພິ່ນ​ໄດ້​ເຮັດ​ດັ່ງ​ນັ້ນ​ແລ້ວ! ປະ​ທານ ທອມ​ມັສ ແອັສ ມອນ​ສັນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ຕອນ​ເຊົ້າມື້​ນີ້, ໄດ້​ເອີ້ນ​ເຮົາ​ທຸ​ກ​ຄົນ​ໃຫ້​ມາ​ເຮັດ​ວຽກ​ງານ​ທີ່​ສຳ​ຄັນ​ຫລາຍນີ້. ເພິ່ນ​ໄດ້​ກ່າວ​ວ່າ, “ເຖິງ​ເວ​ລາ​ແລ້ວທີ່​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ຈະ​ມາ​ຮ່ວມ​ກັນ, ເຮັດ​ວຽກ​ນຳ​ກັນ, ອອກ​ແຮງ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ເພື່ອ​ນຳ​ເອົາ​ຜູ້​ຄົນ​ມາ​ສູ່​ພ​ຣະ​ອົງ” (“Faith in the Work of Salvation” [worldwide leadership training broadcast, June 2013]; lds.org/broadcasts).

ເຮົາ​ໄດ້​ຮັບຟັງ​ຢູ່​ບໍ?

ຕະ​ຫລອດ​ທົ່ວ​ໂລກ, ສະ​ເຕກ, ທ້ອງ​ຖິ່ນ, ແລະ ເຂດ​ເຜີຍ​ແຜ່ ກໍ​ກຳ​ລັງ​ມີ​ພະ​ລັງ​ງານ​ໃນ​ລະ​ດັບ​ໃໝ່. ການ​ປະກາດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕໍ່​ໂຈ​ເຊັບ ສະ​ມິດ ​ໃນ​ປີ 1832 ພວມ​ເກີດ​​ເປັນ​ຈິງ ວ່າ​ພຣະອົງ​ຈະ​ຟ້າວ​ເຮັດ​ວຽກ​ງານ​​ຂອງ​ພຣະອົງໃນ​ເວລາ​ຂອງ​ມັນ (​ເບິ່ງ D&C 88:73).

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເວລາ​ນັ້ນຄື ຕອນ​ນີ້! ຂ້າພະ​ເຈົ້າຮູ້ສຶກ, ​ແລະ ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ​ທ່ານກໍ​ຮູ້ສຶກ​ຄື​ກັນ.

ຂ້າ​ພະ​ເຈົ້າ​ກໍ​ຢາກ​ນຳ​ເອົາ​ຄວາມ​ຕື່ນ​ເຕັ້ນ​ ​ແລະ ສັດທາ​ຂອງ​ຕົນ​ໃນ​ພຣະຄຣິດໃຫ້​ເປັນ​ການ​ກະ​ທຳ. ຕອນ​ຂ້າພະ​ເຈົ້າຫລິ້ນ​ຟຸດ​ບອນ, ຂ້າ​ພະ​ເຈົ້າ​ກໍ​ຄິດ​ໃນ​ທຳ​ນອງ​ຍຸດ​ທິວິ​ທີທີ່​ຈະ​ຊະ​ນະ. ພວກ​ເຮົາໝັ້ນ​ໃຈຂະ​ນະ​ທີ່​ເຮົາ​ໄດ້​ເລີ້ມ​ເກມ​ຟຸດ​ບານນັ້ນ​ວ່າ ຖ້າ​ທິມ​ຂອງ​ເຮົາ​ໄດ້​ຕຽມ​ພ້ອມດ້ວຍ​​ແຜນ​ການ, ພວກ​ເຮົາ​ຈະ​ໄດ້​ຮັ​ບ​ຜົນ​ສຳ​ເລັດ. ເຖິງ​ຢ່າງ​ໃດ​ກໍ​ດີ, ເມື່ອບໍ່​ດົນ​ມານີ້​ຂ້າ​ພ​ະ​ເຈົ້າ​ໄດ້​ໂອ້​ລົມ​ນຳ​ທ່ານ ລາ​ແວວ ແອດ​ເວີດ ຜູ້​ຝຶກ​ນັກ​ກິລາ ທີ່ມີ​ຊື່​ສຽງ​ດັງຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ບ​ຣິ​ກຳ ຢັງ ກ່ຽວ​ກັບ​ແຜນ​ການ​ຂອງ​ເຮົາ ແລະ ເພິ່ນ​ໄດ້​ເວົ້າ​ວ່າ, ຂ້ອຍບໍ່​ສົນ​ໃຈ​ວ່າ​ເຈົ້າ​ຈະ​ພະ​ຍາ​ຍາມ​ເຮັດ​ຫ​ຍັງ. ຂ້ອຍ​ສົນ​ໃຈ​ພຽງ​ແຕ່​ວ່າ​ທິມ​ຂອງ​ເຮົາ​ໄດ້​ຮັບ​ຄະ​ແນນ​ເທົ່າ​ນັ້ນ. ໃນ​ຖາ​ນະ ໂຄ​ເດີ​ແບກ (ຜູ້​ນຳ​ການ​ຫລິ້ນ​ບານ) ຂອງ​ເພິ່ນຄົນ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ​ມັນ​ສັບ​ຊ້ອນ​ຫລາຍກວ່ານັ້ນ, ແຕ່​ບາງ​ທີ​ທິດ​ສະ​ດີ​ທີ່​ລຽບ​ງ່າຍ​ຂອງ​ເພິ່ນນັ້ນ​ເປັນ​ສາ​ເຫດ​ທີ່​ເພິ່ນ​ໄດ້​ມີ​ສະ​ໜາມກິ​ລາ​ທີ່​ມີ​ຊື່​ຂອງ​ເພິ່ນ.

ເພາະ​ວ່າ​ເຮົາ​ທຸກ​ຄົນ​ກໍ​ຢູ່​ໃນ​ທີ​ມ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ເຮົາ​ແຕ່​ລະ​ຄົນ​ເດ​ກໍ​ມີ​ຍຸດ​ທິ​ວິ​ທີ​ທີ່​ຈະ​ຊະ​ນະ​ຂອງ​ຕົນ​ຢູ່​ບໍ? ເຮົາ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຫລິ້ນ​ເກມນັ້ນ? ​ຖ້າ​ເຮົາ, ໃນ​ຖາ​ນະສະ​ມາ​ຊິກ, ຮັກ​ຄອບ​ຄົວ, ເພື່ອນຝູງ ແລະ ໝູ່​ຄູ່​ຂອງ​ເຮົາ​ແທ້ໆ, ແລ້ວເຮົາ​ຈະ​ບໍ່​ຢາກ​ແບ່ງ​ປັນ​ປະຈັກ​ພະຍານ​ຂອງ​ເຮົາກ່ຽວກັບ​ພຣະກິດ​ຕິ​ຄຸນ​ທີ່​ໄດ້​ຟື້ນ​ຟູ​ຄືນ​ມາ​ໃໝ່ກັບ​ເຂົາ​ເຈົ້າ​ບໍ?

ໃນ​ສຳ​ມະ​ນາ​ອົ​ບ​ລົມ​ປະ​ທານ​ເຜີຍ​ແຜ່​ຄົນໃໝ່ ໃນ​ເດືອນ​ມິ​ຖຸ​ນາ, ຈຳ​ນວນ​ທີ່​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ປະທານໃໝ່​ຈຳ​ນວນ 173 ຄົນ ແລະ ພັນ​ລະ​ຍາ​ຂອງ​ເຂົາ​ເຈົ້າ​ໄດ້​ຮັ​ບ​ຄຳ​ແນະ​ນຳ​ສຸດທ້າຍ ກ່ອນ​ໄດ້​ອອກ​ໄປ​ເລີ່ມ​ການ​ຮັບ​ໃຊ້​ຂ​ອງ​ເຂົາ​ເຈົ້າ. ສະ​ມາ​ຊິກທັງ​ໝົດ 15 ຄົນ​ຂອງຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ​ປາ​ໄສ​ຕໍ່​ກຸ່ມ​ຄົນພິ​ເສດນີ້.

ແອວ​ເດີ ແອວ ທອມ ແພຣີ​ ​ໄດ້ໃຫ້​ຄຳ​ຄິດ​ເຫັນ​ສຸດ​ທ້າຍວ່າ, “ນີ້​ເປັນ​ຍຸກ​ສະ​ໄໝ​ທີ່​ດີ​ເດັ່ນ​ເປັນ​ພິ​ເສດ​ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ. ນີ້​ເປັນ​ສິ່ງທີ່​ມີ​ຄວາມ​ສຳ​ຄັ​ນ​ເທົ່າ​ກັບ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ, ​ເໝືອນດັ່ງ​ການ​ເປີດ​ເຜີຍ​ຄັ້ງ​ທຳ​ອິດ, ດັ່ງ​ຂອງ​ປະ​ທານ​ຂອງ​ພ​ຣະ​ຄຳ​ພີ​ມໍ​ມອນ, ດັ່ງ​ການ​ຟື້ນ​ຟູ​ຂອງ​ພຣະ​ກິດ​ຕິ​ຄຸນ, ດັ່ງ​ທຸກ​ສິ່ງ​ທີ່​ສ້າງ​ພື້ນ​ຖານ​ໃຫ້​ເຮົາ ທີ່​ຈະ​ກ້າວ​ໄປ​ໜ້າ ແລະ ສັ່ງ​ສອນ​ໃນ​ອາ​ນາ​ຈັກ​ຂອງ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຂ​ອງ​ເຮົາ” (“Concluding Remarks” [address given at the seminar for new mission presidents, June 26, 2013], 1, Church History Library, Salt Lake City).

ເຮົາຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ເຜີຍ​ແຜ່​ຫລາຍກວ່າ​ແຕ່​ກ່ອນ ເພື່ອ​ຈະ​ເທົ່າ​ທຽມ​ກັນ​ກັບຄວາມ​ຕື່ນ​ເຕັ້ນ​ຂອງ​ຜູ້​ນຳ​ຂອງ​ເຮົາ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຂອງ​ເຮົາ. ວຽກ​ງານນີ້​ຈະ​ບໍ່​ກ້າວ​ໄປ​ໜ້າ​ໃນ​ວິ​ທີ​ທາງ​​ທີ່ພ​ຣະ​ຜູ້​ເປັນ​ເຈົ້າໄດ້​ຕັ້ງ​ພ​ຣະ​ໄທ ປາດ​ສະ​ຈາກ​ພວກ​ເຮົາ! ດັ່ງ​ທີ່​ປະ​ທານ ເຮັນ​ຣີ ບີ ໄອ​ຣິງ ໄດ້​ກ່າວ​ວ່າ, ບໍ່​ວ່າ​ອາ​ຍຸ​ຂອງ​ເຮົາ, ຄວ​າມ​ສາ​ມາດ, ການ​ເອີ້ນ​ໃນ​ສາດ​ສະ​ໜາ​ຈັກ, ຫລື ສະ​ຖານ​ທີ່​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ເຮົາ​ທຸກ​ຄົນ​ຖືກ​ເອີ້ນ​ນຳ​ກັນ ໃຫ້​ເຮັດ​ວຽກ​ເພື່ອ​ຊ່ອຍພຣະ​ອົງ​ໃນ​ການ​ເກັບ​ກ່ຽວ​ຈິດ​ວິນ​ຍານ​ເອົາ​ໄວ້” (“We Are One,” Ensign or Liahona, May 2013, 62).

ຂ້າ​ພະ​ເຈົ້າ​ມີວິ​ທີ​ສ່ວນ​ຕົວຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄວາມ​ຮູ້ສຶກຫລັງ​ຈາກ​ໄດ້​ອະທິຖານ, ​ໄດ້ອ່ານ​ບົດ​ທີ 13 ຂອງ​ປຶ້ມ ຈົ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ​ໄຕ່ຕອງ​ກ່ຽວ​ກັບ​ປະສົບ​ການ​ທີ່​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ຈຸດ​ສຳ​ຄັນສາມ​ຢ່າງ​ເຫລົ່າ​ນີ້​ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ວິ​ທີ​ຂອງ​ທ່ານ.

ທຳ​ອິດ, ໃຫ້ອະ​ທິ​ຖານ​ໂດຍ​ສະ​ເພາະ​ທີ່​ຈະ​ນຳ​ຄົນ​ໃດ​ຄົນ​ໜຶ່ງ​ມາ​ສູ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະກິດ​ຕິ​ຄຸນ​ໃນ​ທຸກໆ​ມື້. ທ່ານ​ຄວນ​ເຮັດສິ່ງ​ນີ້​ໂດຍ​ການ​ຖື​ວ່າ​ທຸກ​ຄົນ​ນັ້ນ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພ​ຣະ​ເຈົ້າ ໂດຍ​ຊ່ອຍ​ແຕ່​ລະ​ຄົນ​ໃນ​ການ​ເດີນ​ທາງ​ກັ​ບ​ບ້ານ. ຂໍ​ໃຫ້​ຄິດ​ເຖິງ​ໝູ່​ເພື່ອນ​ຄົນ​ໃໝ່​ທີ່ທ່ານ​ຈະ​ໄດ້​ມີ.

ທີ​ສອງ, ໃຫ້ອະ​ທິ​ຖານ​ເພື່ອ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຮັບ​ໃຊ້​ຢູ່​ໃນ​ເຂດ​ຂອງ​ທ່ານ ແລະ ເພື່ອ​ຜູ້​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ຕາມ​ຊື່​ທຸກໆ​ມື້. ວິ​ທີ​ທາງ​ດຽວ​ທີ່​ຈະ​ເຮັດ​ນີ້​ໄດ້​ກໍ​ແມ່ນ​ຈະ​ຕ້ອງ​ທັກ​ທາຍ​ຜູ້​ສອນ​ສາດ​ສະ​ໜາ, ເບິ່ງ​ປ້າຍ​ຊື່​ຂອງ​ເຂົາ​ເຈົ້າ, ເອີ້ນ​ເຂົາ​ເຈົ້າ​ຕາມ​ຊື່, ຖາມ​ເຂົາ​ເຈົ້າ​ວ່າ​ເຂົາ​ເຈົ້າ​ກຳລັງສອນ​ໃຜ​ຢູ່. ​ແອວ​ເດີ ​ຣະ​ໂຊ ເອັມ ​ນຽວສັນ ​ໄດ້​ກ່າວ​ບໍ່​ດົນ​ມາ​ນີ້​ວ່າ, “ຈົນ​ກວ່າ​ທ່ານ​ຮູ້ຈັກ​ຊື່ ​ແລະ ໜ້າ​ຕາ​ຂອງ​ເຂົາ​ເຈົ້າ, ພຣະຜູ້​ເປັນ​ເຈົ້າບໍ່​ສາມາດ​ຊ່ອຍ​ເຫລືອ​ທ່ານ​ໃຫ້​ຮູ້ຈັກ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ໄດ້.”

ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ພິ​ທີບັບ​ຕິ​ສະ​ມາ​ຂອງສະ​ຕີ​ປະ​ເສີດ​ຄົນ​ໜຶ່ງ ທີ່​ໄດ້​ແບ່ງ​ປະ​ຈັກ​ພະ​ຍານ​ຂ​ອງ​ນາງ. ຂ້າ​ພະ​ເຈົ້າ​ຈະ​ຈົ​ດ​ຈຳ​ສິ່ງ​ທີ່​ນາງ​ໄດ້​ເວົ້າ​ຕະ​ຫລອດ​ໄປ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມີ​ຫລາຍ​ຄົນ​ອະ​ທິ​ຖານ​ເພື່ອ​ຂ້າ​ພະ​ເຈົ້າ​ມາ​ກ່ອນ ​ໃນ​ຂະນະ​ທີ່ຂ້າພະ​ເຈົ້າໄດ້​ພະ​ຍາ​ຍາມ​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ຫລາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຮູ້​ວ່າວຽກ​ງານນີ້​ຈິງ!”

​ສາມ, ເຊີນ​ເພື່ອນ​ຄົນ​ໜຶ່ງ​ໄປ​ກິດ​ຈະ​ກຳຢູ່​ບ້ານ​ຂອງ​ທ່ານ ຫລື ບ່ອນ​ອື່ນ​ກໍ​ໄດ້. ບໍ່​ວ່າ​ທ່ານ​ຈະ​ໄປ​ໃສ ຫລື ເຮັດ​ຫ​ຍັງ​ກໍ​ຕາມ, ໃຫ້​ໄຕ່​ຕອງ​ເບິ່ງວ່າ​ໃຜ​ຈະ​ມັກ​ກິດ​ຈະ​ກຳ​ນັ້ນ ແລະ ແລ້ວ​ໃຫ້​ຮັບ​ຟັງ​ພຣະ​ວິນ​ຍານ​ຂະ​ນະ​ທີ່​ພ​ຣ​ະ​ອົງ​ຈະ​ຊີ້​ນຳ​ທ່ານ.

ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ບົດ​ຮຽນ​ທີ່​ລີ້​ລັບ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ການ​ຮ່ຳ​ຮຽນ​ພ​ຣະ​ກິດ​ຕິ​ຄຸນ​ສ່ວນ​ຕົວ​, ທີ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ກ່ຽວ​ຂ້ອງ​ກັນ​ເປັນ​ຢ່າງ​ດີ​ກັບການ​ເລັ່ງ. ເມື່ອ​ຂ້າ​ພະ​ເຈົ້າຕື່ນ​ເຕັ້ນ​ກ່ຽວ​ກັບ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແລ້ວ ມັນ​ຈະ​ປ​າ​ກົດ​ຕົວ​ຢູ່​ໃນ​ການ​ຂຽນ​ຂອງ​ຂ້າ​ພະ​ເຈົ້າ ແລະ ສ່ວນ​ຫລາຍແລ້ວຄຳ​​ເວົ້າ​ຈະ​​ຈົບລົງ​ດ້ວຍ​ຈຸດ​ໝາຍ​ຄຳ​ອຸ​ທານ​ທີ່​ຈະເນັ້ນ​ເຖິງ “ຄວາມ​ຮູ້​ສຶກ​ອັນ​ແຮງ​ກ້າ [ຫລື] ການ​ບົ່ງບອກ​ເຖິງ​ຄວາມ​ສຳຄັນຍິ່ງ” (Merriam-Webster’s Collegiate Dictionary, 11th ed. [2003], “exclamation point”).

ຂ້າ​ພະ​ເຈົ້າ​​ເກີດປະ​ຫລາດ​ໃຈ​ເມື່ອ​ຂໍ້​ພ​ຣະ​ຄຳ​ພີ​ກ່ຽວ​ກັບຄຳ​ທີ່ວ່າ “ການ​ເຕົ້າ​ໂຮມ” ນັ້ນຈົບ​ລົ​ງ​ດ້ວຍ​ຈຸດ​ໝາຍ, ທີ່ແຈ້ງ​ຊັດຕໍ່​ຂ້າ​ພະ​ເຈົ້າ, ເໝືອນ​ດັ່ງ​ຄຳ​ອ້ອນວອນ​ຢ່າງ​ຈິງ​ໃຈ​ຂອງ​ແອ​ວ​ມາ​ວ່າ: “ໂອ້​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ເປັນ​ທູດ​ ແລະ ສາມ​າດ​ປ​າດ​ຖະ​ໜາໄດ້​ຕາມ​ໃຈຊອບ, ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປເວົ້າດ້ວຍສຽງ​ແກ​ຂອງ​ພ​ຣະ​ເຈົ້າ, ດ້ວຍ​ສຽງ​ທີ່​​ສັ່ນ​ສະ​ເທືອນແຜ່ນ​ດິນ​ໂລກ, ແລະ ຮ້ອງ​ປ່າວ​ການ​ກັບ​ໃຈຕໍ່​ທຸກໆ​ຄົນ!” (​ແອວ​ມາ 29:1).

ຜົນງານ​ຄົ້ນ​ຄວ້າ​ແນະ​ນຳ​ວ່າ​ມີ ​65 ຂໍ້ ໃນຫົວ​ຂໍ້​ເລື່ອງນີ້, ສະ​​ແດງ​ໃຫ້​ເຫັນ​ຄວາມ​ຮູ້ສຶກ​​ເຊັ່ນ​ນີ້ຂອງ​ຜູ້​ສອນ​ສາດສະໜາ, ຮ່ວມ​ທັງດັ່ງ:

ຄວາມ​ສຸກ​ຂອງ​ພ​ຣະ​ອົງ​ຍິ່ງ​ໃຫ​ຍ່​ພຽງ​ໃດ ໃນ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ! …

ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ ຫາກ​ເປັນ​ໄປ​ວ່າ ເຮົາ​ຈະ​ເຮັດ​ວຽກ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ເຮົາ ໃນ​ການ​ປ່າວ​ຮ້ອງ​ການ​ກັບ​ໃຈ​ແກ່​ຄົນ​ພວກນີ້, ແລະ ນຳແມ່ນ​ແຕ່​ຈິດ​ວິນ​ຍານ​ດຽວ​ມາ​ສູ່ພ​ຣະ​ອົງ, ຄວາມ​ສຸກ​ຂອງ​ເຮົາ​ພ້ອມ​ດ້ວຍ​ເຂົາ​ຈະ​ຍິ່ງ​ໃຫ​ຍ່​ພຽງ​ໃດ​ໃນ​ອາ​ນາ​ຈັກ​ຂອງ​ພ​ຣະ​ບິ​ດາ​ຂອງ​ເຮົາ!

ແລະ ບັດ​ນີ້​ຫາກ​ຄວາມ​ສຸກຂອງ​ເຮົາ​ຈະ​ຍິ່ງ​ໃຫ​ຍ່​ດ້ວຍ​ຈິດ​ວິນ​ຍານ​ດຽວ​ທີ່​ເຮົາ​ນຳ​ມາ​ສູ່​ພ​ຣະ​ອົງ​ໃນ​ອາ​ນາ​ຈັກ​ຂອງ​ພ​ຣະ​ບິ​ດາ​ຂອງ​ເຮົາ, ຄວາມ​ສຸກ​ຂອງ​ເຮົາ​ຈະ​ຍິ່ງ​ໃຫ​ຍ່​ພຽງ​ໃດ​ຫາກ​ເຮົາ​ຈະ​ນຳ​ຫລາຍ​ຈິດ​ວິນ​ຍານ​ມາ​ສູ່​ພຣະ​ອົງ! (​ເບິ່ງ D&C 18:13, 15–16).

ການ​ຮຽນ​ຮູ້​ເຖິງ​ຂໍ້​ພ​ຣະ​ຄຳ​ພີ​ພິ​ເສດ​ເຫລົ່າ​ນີ້ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ໜ້າ​ທີ່ມອ​ບ​ໝາຄັ້ງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​​ໜຶ່ງ. ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ນ້ອຍ​ໜຶ່ງ​ທີ່​ໄດ້​ເປັນ​ຄູ່​ຂອງ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ, ແອວ​ເດີ ຄະ​ວິນ​ຕິນ ແອວ ຄຸກ, ຢູ່​ທີ່​ກອງ​ປະ​ຊຸມ​ສະ​ເຕກ. ຂະ​ນະ​ທີ່​ພວກ​ເຮົາ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ຂອງ​ປະ​ທານ​ສະ​ເຕກ​ສຳ​ລັບ​ການ​ປະ​ຊຸມ​ຕອນ​ຕົ້ນ​ໃນ​ວັນ​ເສົາ​ທິດນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນເກີບ​​ເກົ່າ​ສີທອງ​ຄູ່​ໜຶ່ງ​ຢູ່​ເທິງ​ຕູ້​ໜັງ​ສືທາງ​ຫລັງ​ໂຕະ​ຂອງ​ເພິ່ນ ທີ່​ມີ​ຂໍ້​ພ​ຣະ​ຄຳ​ພີ​ທີ່​ຈົບ​ດ້ວຍ​ຈຸດ​ໝາຍ​ອຸ​ທານ​ຂໍ້​ໜຶ່ງ​ຕິດ​ຢູ່​ດ້ວຍ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ມັນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮູ້​ເຖິງ​ການ​ສຶກສາ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໄດ້ຕອບ​ຄຳ​ອະ​ທິຖານ​ຂອງ​ຂ້າ​ພະ​ເຈົ້າ ແລະ ວ່າ​ພ​ຣະ​ອົງ​ຮູ້​ວ່າ​ຂ້າ​ພ​ະ​ເຈົ້າ​ຕ້ອງ​ການ​ຫຍັງ​ແນ່​ທີ່​ຈະ​ຊ່ອຍ​ບັນ​ເທົາ​ຫົວ​ໃຈ​ທີ່​ຕື່ນ​ເຕັ້ນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ.

​ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ປະທານ​ສະ​ເຕກບອກ​ຂ້າພະ​ເຈົ້າກ່ຽວ​ກັບ​ເກີ​ບຄູ່​ນັ້ນ.

ເພິ່ນ​ໄດ້​ກ່າວ​ວ່າ:

“ນີ້​ຄື​ເກີບ​ຂອງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໜຸ່ມ​ຂອງສາດ​ສະ​ໜາ​ຈັກຄົນ​ໜຶ່ງ ທີ່​ສະ​ພາບ​ການຂອງ​ຄອບ​ຄົວນັ້ນລຳ​ບາກ​ຫລາຍ, ແຕ່​ລາວ​ຍັງ​ໄດ້​ຕັ້ງ​ໃຈ​ຈະ​ຮັບ​ໃຊ້​ໃຫ້​ສຳ​ເລັດ​ຜົນ ແລະ ລາວ​ໄດ້​ຮັບ​ໃຊ້​ຢູ່​ປະ​ເທດ ກວາ​ເຕ​ມາ​ລາ. ຫລັງ​ຈາກ​ລາວ​ໄດ້​ກັບ​ບ້ານ​ ຂ້າ​ພະ​ເຈົ້າ​ໄດ້​ໄປ​ພົບ​ກັບ​ລາວ ເພື່ອ​ສະ​ເໜີ​ການ​ປົດ​ຈາກ​ການ​ເຜີຍ​ແຜ່​ດ້ວຍ​ກຽດ​ຕິ​ຍົດ ແລະ ໄດ້​​ເຫັນ​ວ່າ ເກີບ​ຂອງ​ລາວນັ້ນ​ເກົ່າ​ຫລາຍ. ຊາຍ​ໜຸ່ມ​ຄົນ​ນີ້​ໄດ້ມອ​ບ​ທຸກ​ສິ່ງ​ທີ່​ລາວ​ມີ​ໃຫ້​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ ໂດຍ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຄອບ​ຄົວ​ນ້ອຍ​ທີ່​ສຸດ.

“ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຈ້ອງ​ຕາ​ເບິ່ງ​​ເກີບ​ຂອງ​ລາວ ແລະ ລາ​ວ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ, ‘ປະ​ທານ, ມີ​ຫ​ຍັງ​ຜິດ​ພາດ​ບໍ?’

“ຂ້າ​ພະ​ເຈົ້າ​ໄດ້​ຕອບ​ວ່າ, ‘ບໍ່​ມີ​ຫ​ຍັງ​ດອກ ແອວ​ເດີ, ທຸກ​ສິ່ງ​ດີ! ປະ​ທານ​ຂໍ​​ເກີບ​​ຄູ່ນີ້​ໄດ້​ບໍ?’”

ປະ​ທານ​ສະ​ເຕກ​ໄດ້​ກ່າວ​ຕໍ່​ວ່າ: ຄວາມ​ນັບ​ຖື ແລະ ຄວາມ​ຮັກ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ຜູ້​ສອນ​ສາດສະໜາ​ຄົນນັ້ນ​ແມ່ນ​ເຫລືອ​ລົ້ນ! ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ກຽດ​ຈື່​ຈຳ​ປະ​ສົບ​ການນັ້ນ​ໄວ້, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​​ເກີບ​ຂອງ​ລາວ. ມັນ​ເຕືອນ​​ໃຈຂ້າພະ​ເຈົ້າ​ຕອນ​ຂ້າພະ​ເຈົ້າຍ່າງ​ເຂົ້າ​ໄປ​ໃນ​ຫ້ອງການ​ຂອງ​ເພິ່ນ ​ເຖິງ​ຄວາມ​ພະຍາຍາມ​ທີ່​ເຮົາ​ທຸກ​ຄົນ​ຄວນ​ມີ ບໍ່​ວ່າ​ສະ​ພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ຖ້ອຍ​ຄຳຈາກ​ເອຊາ​ຢາ​ບອກ​ວ່າ: ‘ເປັນ​ຕາ​ຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງ​ຂ່າວ​ຂ້າມພູ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນ​ຕິ​ສຸກ​ມາ​ໃຫ້; ລາ​ວ​ປະ​ກາດ​ເລື່ອງ​ໄຊ​ຊະ​ນະ​ແກ່​ພູສີ​ໂອນ​ວ່າ ພ​ຣະ​ເຈົ້າ​ຂອງ​ເຈົ້າ​ເປັນ​ເຈົ້າ​ມະ​ຫາ​ຊີ​ວິດ!’ (​ເອຊາ​ຢາ 52:7).”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພັນ​ລະ​ຍາ​ຂອງ​ອະ​ທິ​ການ​ທີ່​ດີ​ຄົນ​ນັ້ນ ອາດ​ໄດ້​ຄິດ​ຢູ່​ວ່າ​ເປັນ​ຫ​ຍັງ​ສາດ​ສະ​ດາ​ຈຶ່ງໄດ້​ໂທ​ຫາ​ນາງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນາງ ແລະ ພວກ​ເຮົາ​ບໍ່​ຕ້ອງ​ສົງ​ໃສ​ຫ​ຍັງອີກເລີຍ— ໃຫ້ແນ່ໃຈເຖີດ!

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຈັດ ແລະ ລົງ​ມື​ເຮັດ​ຕາມ​ແຜນ​ການ​ສ່ວນ​ຕົວ​ຂອງ​ເຮົາ ດ້ວຍ​ຄວາ​ມ​ກະ​ຕື​ລື​ລົ້ນ ເພື່ອ​ຈະ​ຄຽງ​ບ່າ​ຄຽງໄລ່​ກັ​ບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ—ແທ້ໆແລ້ວ!

ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ກັບ​ຂອງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິ​ດ​ ວ່າ: ແລະ ບັດ​ນີ້ ຫລັງ​ຈາກ​ປະ​ຈັກພະ​ຍານ​ຫລາຍ​ປະ​ການ​ຊຶ່ງ​ໃຫ້​ໄວ້​ເຖິງ​ພ​ຣະ​ອົງ, ນີ້​ຄື​ປະ​ຈັກ​ພະ​ຍານ​ສຸດ​ທ້າຍ​ຂອງ​ທັງ​ໝົດ ຊຶ່ງ​ເຮົາ​ໃຫ້​ໄວ້​ເຖິງພ​ຣະ​ອົງ ວ່າພຣະ​ອົງ​ຊົງ​ພ​ຣະ​ຊົນ​ຢູ່ (​ເບິ່ງ D&C 76:22). ໃນ​ພຣະ​ນາມ​ອັນ​ສັກ​ສິດຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.