​2010–2019
ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ
ຕຸລາ 2013


2:3

ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ

ຂໍ​ໃຫ້​ພວກ​ເຮົາ​​ເອື້ອມອອກ​ໄປ​ຫາ​ຄົນ​ອື່ນ​ດ້ວຍ​ສັດທາ ແລະ ດ້ວຍ​ຄວາມ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ ສອງ​ສາມ​ອາທິດ​ແລ້ວ​ຂ້າພະເຈົ້າ​ໄດ້​ໄປ​ສູນ​ອົບ​ລົມ​ຜູ້​ສອນ​ສາດສະໜາ​ຢູ່​ເມືອງ​​ແມັກ​ຊິ​ໂກ ຊິ​ຕີ ເພື່ອ​ແບ່ງປັນ​ຂ່າວສານ​ນຳ​ພວກ​ຜູ້​ສອນ​ສາດສະໜາ. ຕາມ​ທີ່​ຕັ້ງໃຈ ຂ້າພະເຈົ້າ​ພ້ອມ​ກັບ​ພັນ​ລະ​ຍາ​ໄປ​ກ່ອນ​ກຳນົດຫລາຍ​ຊົ່ວ​ໂມງ. ຂະນະ​ທີ່​ເຮົາ​ໄປໆມາໆ ເບິ່ງ​ສວນ​ທີ່ສວຍ​ງາມ ແລະ ຫົນທາງ​ສາຍ​ສະອາດ​ຢູ່​ສູນ​ອົບ​ລົມ​ຜູ້​ສອນ​ສາດສະໜາ ເຮົາ​ສັງເກດ​ເຫັນ​ໄດ້​ງ່າຍໆ ​ເຖິງຄວາມ​ສຸກ​ທີ່​ສ່ອງ​ອອກ​ຈາກ​ໃບ​ໜ້າ​ຂອງ​ແອວ​ເດີ ແລະ ຊິດສະ​ເຕີ​ເປັນ​ຮ້ອຍໆຄົນ ໂດຍ​ໝົດ​ທຸກ​ຄົນ​ເອົາໃຈໃສ່​ໃນ​ການ​ຮຽນ​ພາສາ​ໃໝ່ ແລະ ຮຽນ​ທີ່​ຈະ​ຮູ້ຈັກ​ຄຸນຄ່າ​ທີ່ ດີ​ກວ່າ​ຂອງ​ຕົນ​ໃນ​ຖານະ​ເປັນ​ຜູ້​ສອນ​ສາດສະໜາ.

ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຢຸດບຶດໜຶ່ງ​ເພື່ອ​ມອງ​​ເບິ່ງ ເຫດການ​ພິເສດ​ນີ້ດີໆ ຂ້າພະເຈົ້າ​ໄດ້​ນຶກ​ເຖິງ​ຄຳ​ຂອງ​ແອວ​ມາ​ເມື່ອ​ເພິ່ນ​ສັ່ງສອນ ຮີ​ລາມັນ​ລູກ​ຊາຍ​ເພິ່ນ​ໃຫ້​ບັນທຶກ​ປະຫວັດສາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ເປັນ​ສ່ວນ​ຂອງ​ບັນທຶກ​ທີ່​ໄດ້​ມອບ​ໃຫ້​ເພິ່ນ ແລະ ທີ່​ຈະ​ປົກ​ປັກ​ຮັກສາ​ມັນ​ໄວ້​ໃຫ້​ສັກສິດ ເພື່ອ​ໃນ​ອະນາຄົດ​ມັນ​ຈະ​ອອກ​ໄປ​ຫາ​ທຸກ​ປະຊາ​ຊາດ, ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

ແລ້ວ​ແອວ​ມາ​ບອກ​ລູກ​ຊາຍ​ວ່າ:

“ບັດ​ນີ້​ລູກ​ອາດ​ຈະ​ຄິດ​ວ່າ ມັນ​ເປັນຄວາມ​ໂງ່​ຈ້າ​ຂອງ​ພໍ່; ແຕ່​ຈົ່ງ​ເບິ່ງ ພໍ່​ເວົ້າ​ກັບ​ລູກ​ວ່າ ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ ຈະ​ນຳ​ເລື່ອງ​ໃຫຍ່​ມາ; ແລະ ໃນ​ຫລາຍ​ຢ່າງ​ວິທີ​ເລັກໆ​ນ້ອຍໆ ຈະ​ເຮັດ​ໃຫ້​ຄົນ​ສະຫລາດ​ຍອມ​ຈຳນົນ.

“ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ວຽກ​ການ​ໂດຍ​ວິທີ​ທີ່​ຈະ​ນຳ​ຈຸດ​ມຸ້ງ​ໝາຍ​ອັນ​ເປັນ​ນິລັນດອນ​ຂອງ​ພຣະ​ອົງ​ມາ; ແລະ ໂດຍ​ວິທີ​ເລັກໆ​ນ້ອຍໆ​ທີ່​ສຸດ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ສະຫລາດ​ຕ້ອງ​ຈຳນົນ ແລະ ເຮັດ​ໃຫ້​ຄວາມ​ລອດ​ເກີດ​ກັບ​ຈິດ​ວິນ​ຍານ​ເປັນ​ຈຳນວນ​ຫລວງຫລາຍ” (ແອວ​ມາ 37:6–7).

ຄວາມ​ບໍລິສຸດ ແລະ ໄວ​ໜຸ່ມ​ຂອງ​ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ເປັນ​ຕົວຢ່າງ​ຂອງ​ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ວ່າ ຄົນ​ທີ່​ຖ່ອມຕົວ​ສາມາດ “ເຊື້ອ​ເຊີນ​ຄົນ​ອື່ນໆ​ໃຫ້​ມາ​ສູ່​ພຣະຄຣິດ​ໂດຍ​ຊ່ອຍ​ເຂົາເຈົ້າ​ໃຫ້​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຜ່ານ​ການ​ມີ​ສັດທາ​ໃນ​ພຣະເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ການ​ກັບ​ໃຈ ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ ແລະ ການ​ອົດທົນ​ຈົນ​ເຖິງ​ທີ່​ສຸດ” (ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ [2004], 1).

ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍ​ຂອງ​ພວກ​ເຮົາ​ເອງ ກໍ​ສາມາດ​ຊ່ອຍ “ຫລາຍ​ຄົນ​ສຳນຶກ​ເຖິງ​ຄວາມ​ຜິດ​ຂອງ​ຕົນ” ແລະ ຊ່ອຍ​ນຳ “ພວກ​ເຂົາ​ມາ​ຫາ​ຄວາມ​ຮູ້​ເຖິງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ” (ແອວ​ມາ 37:8).

ມີ​ເທື່ອ​ໜຶ່ງ​ທີ່​ຂ້າພະເຈົ້າ​ໄປ​ນຳ​ປະທານ​ສະ​ເຕກ ແລະ ອະທິການ​ເພື່ອ​ໄປ​ຢ້ຽມ​ສະມາຊິກ​ທີ່​ບໍ່​ໄປ​ໂບດ​ປະຈຳ. ພວກ​ເຮົາ​ໄດ້​ສອນ​ລາວ​ໂດຍ​ວິທີ​ງ່າຍ​ກ່ຽວ​ກັບ​ພອນ​ຂອງ​ວັນ​ຊະບາ​ໂຕ. ພວກ​ເຮົາ​ສະແດງ​ຄວາມ​ຮັກ​ຢ່າງ​ຈິງ​ໃຈ​ໃຫ້​ລາວ. ລາວ​ຕອບ​ວ່າ “ກໍ​ມີ​ແຕ່​ຕ້ອງການ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ມາ​ abrazo,” ຫລື ກອດ​ຂ້ອຍ. ທັນທີ​ນັ້ນ​ຂ້າພະເຈົ້າ​ຢືນ​ຂຶ້ນ ແລະ ກອດ​ລາວ. ວັນ​ຕໍ່​ໄປ​ນັ້ນ​ແມ່ນ​ວັນ​ອາທິດ. ອ້າຍ​ຄົນ​ນີ້​ກໍ​ມາ​ກອງ​ປະຊຸມ​ສິນ​ລະ​ລຶກ​ພ້ອມ​ດ້ວຍ​ຄອບຄົວ​ລາວ​ທຸກ​ຄົນ.

ໃນ​ລະຫວ່າງ​ການ​ໄປ​ຢ້ຽມ​ສອນ​ເທື່ອ​ໜຶ່ງ ນາງ​ມາ​ທາ​ຜູ້​ເປັນ​ສະມາຊິກ​ຫວອດ​ເຮົາ ບອກ​ພັນ​ລະ​ຍາ​ຂ້າພະເຈົ້າ ແລະ ຄູ​ຂອງ​ລາວ​ບໍ່​ໃຫ້​ກັບ​ມາ​ອີກ. ລາວ​ຕັດສິນ​ໃຈ​ຢຸດ​ໄປ​ໂບດ. ຄົນ​ໜຶ່ງ​ໃນ​ຄູ​ຢ້ຽມ​ສອນ​ຖາມ​ນາງ​ມາ​ທາ​ວ່າ ໃຫ້​ເຂົາເຈົ້າ​ຮ້ອງເພງ​ນຳ​ກັນ​ເທື່ອ​ສຸດ​ທ້າຍ​ໄດ້​ບໍ ແລະ ນາງ​ຍອມ​ໃຫ້​ຮ້ອງ. ໃນ​ຂະນະ​ທີ່​ພວກ​ເຂົາ​ໄດ້​ຮອງ​ເພງ ມີ​ສິ່ງ​ພິເສດ​ເກີດ​ຂຶ້ນ. ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ພຣະ​ວິນ​ຍານ​ເຂົ້າ​ມາ​ເຕັມ​ຫ້ອງ. ທຸກ​ຄົນ​ໄດ້​ຮູ້ສຶກ​ມັນ. ໃຈ​ນາງ​ມາ​ທາ​ເລີ່ມ​ອ່ອນ​ລົງ. ໂດຍ​ມີ​ນ້ຳ​ຕາ​ຄາ​ປໍ້, ນາງ​ໄດ້​ບອກ​ຄວາມ​ຮູ້ສຶກ​ໃນ​ໃຈ​ໃຫ້​ຄູ​ຢ້ຽມ​ສອນ​ຟັງ. ທັນ​ທີ່​ນັ້ນ​ນາງ​ຮັບ​ຮູ້​ວ່າ ນາງ​ຮູ້​ພຣະ​ກິດ​ຕິ​ຄຸນ​ເປັນ​ຈິງ. ແລ້ວ​ນາງ​ຂໍ​ຂອບໃຈ​ນຳ​ຄູ​ຢ້ຽມ​ສອນ ແລະ ບອກ​ປາດ​ຖະ​ໜາ​ໃຫ້​ເຂົາ​ກັບ​ມາ. ຕັ້ງແຕ່​ວັນ​ນັ້ນ​ນາງ​ກໍ​​ໄດ້​ຕ້ອນຮັບ​ເຂົາ​ເຈົ້າດ້ວຍ​ຄວາມປິ​ຕິ​ຍິນ​ດີ​.

ນາງ​ມາ​ທາ​ເລີ່ມ​ໄປ​ໂບດ​ນຳ​ລູກ​ສາວ​ໜຸ່ມ. ເປັນ​ເວລາ​ຫລາຍ​ປີ​ທີ່​ເຂົາເຈົ້າ​ໄປ​ປະຈຳ ທີ່​ນາງ​ມາ​ທາ​ບໍ່​ເຄີຍ​ເສຍ​ຄວາມ​ຫວັງ​ທີ່​ຜົວ​ອາດ​ຈະ​ເລືອກ​ໄປ​ໂບດ​ນຳ. ໃນ​ທີ່​ສຸດ​ມີ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ອິດ​ທິ​ພົນ​ໃນ​ໃຈ​ຂອງ​ຜົວ ແລະ ລາວ​ເລີ່​ມ​ໄປ​ໂບດ​ນຳ​ເຂົາ ແລະ ບໍ່​ດົນ​ຫລັງ​ຈາກນັ້ນ​ລູກ​ສາວ​ອີກ​ຄົນ​ໜຶ່ງ​ດ້ວຍ. ຄອບຄົວ​ນີ້​ເລີ່​ມ​ຮູ້ສຶກ​ເຖິງ​ຄວາມສຸກ​ແທ້ໆ​ທີ່​ມາ​ນຳ​ການ​ມີ​ພອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ. ຕັ້ງແຕ່​ນັ້ນ​ມານາງ​ມາ​ທາ​ກໍໄດ້​ຮັບ​ໃຊ້​ເປັນ​ປະທານ​ສະ​ມາ​ຄົນ​ສະຕີ​ສົງເຄາະ​ໃນ​ຫວອດ ແລະ ຜົວ​ຂອງນາງ​ກໍໄດ້​ຮັບ​ໃຊ້​ໃນ​ຫລາຍ​ຕຳແໜ່ງ​ໃນ​ສະ​ເຕກ. ທຸກ​ຢ່າງ​ນີ້​ໄດ້​ເລີ່ມຕົ້ນ​ເພາະ​ການ​ຮ້ອງເພງ ທີ່ເປັນ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ທີ່​ມີ​ອິດ​ທິ​ພົນ​ໃນ​ໃຈ​ຂອງ​ນາງ​ມາ​ທາ.

ນາ​ອາ​ມານ​ເປັນ​ຜູ້​ບັນຊາ​ການ​ກອງທັບ​ທະຫານ​ຂອງ​ກະສັດ​ແຫ່ງ​ຊີ​ເລຍ ເປັນ​ຄົນ​ທີ່​ມີກຽດ ເປັນ​ຄົນ​ກ້າຫານ; ແຕ່​ລາວ​ເປັນ​ຄົນ​ຂີ້ທູດ (​ເບິ່ງ 2 ກະສັດ 5:1). ຫລັງ​ຈາກ​ໄປ​ຫາ​ກະສັດ​ອິດ​ສະ​ຣາ​ເອນ​ແຕ່​ບໍ່​ໄດ້​ການ​ປົກ​ປັກ​ຮັກສາ​ຈາກ​ພະຍາດ ນາ​ອາ​ມານ​ໄດ້​ໄປ​ບ້ານ​ຂອງ​ເອ​ລິ​ຊາ ຜູ້​ເປັນ​ສາດສະດາ. ເອ​ລິ​ຊາ​ສົ່ງ​ຄົນ​ໃຊ້​ອອກ​ໄປ​ບອກ​ເພິ່ນ​ວ່າ:

“ໄປ​ອາບນ້ຳ​ທີ່​ແມ່ນ້ຳ​ຢໍ​ແດນ​ເຈັດ​ເທື່ອ ແລະ ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.

“ແຕ່​ນາ​ອາ​ມານ​ໄດ້​ໜີ​ໄປ​ພ້ອມ​ທັງ​ໃຈ​ຮ້າຍ​ໃຫຍ່ ແລະ ເວົ້າ​ວ່່າ ຂ້ອຍ​ຄິດ​ວ່າ​ຢ່າງ​ໜ້ອຍ​ເພິ່ນ​ກໍ​ຄວນ​ອອກ​ມາ​ຫາ​ຂ້ອຍ ແລະ ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເພິ່ນ ວາງ​ມື​ໃສ່​ເທິງ​ບ່ອນ​ທີ່​ເປັນ​ພະຍາດ ແລະ ປິ່ນປົວ​ຂ້ອຍ​ໃຫ້​ດີ. ...

“ບັນດາ​ຄົນ​ໃຊ້​ຂອງ​ລາວ​ຈຶ່ງ​ມາ​ຫາ ແລະ ເວົ້າ​ວ່າ ທ່ານ​ເອີຍ! ຖ້າ​ຜູ້​ປະ​ກາດ​ພຣະ​ຄຳ​ບອກ​ທ່ານ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຍາກ​ທ່ານ​ກໍ​ຄວນ​ເຮັດ. ດຽວນີ້​ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ໄປ​ອາບນ້ຳ​ຊຳລະ​ຕົວ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ ແລະ ກໍ​ຫາຍ​ດີ​ເປັນ​ປົກກະຕິ?

“ດັ່ງນັ້ນ​ນາ​ອາ​ມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນ້ຳ​ຢໍ​ແດນ​ຈຸ່ມ​ຕົວ​ລົງ​ໃນ​ນ້ຳ​ເຈັດ​ເທື່ອ ຕາມ​ຄຳ​ແນະນຳ​ຂອງ​ຄົນ​ຂອງ​ພຣະ​ເຈົ້າ ແລະ ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ ເນື້ອ​ໜັງ​ຂອງ​ລາວ​ສະອາດ​ສະອາງ​ເປັນ​ປົກກະຕິ​ດັ່ງ​ເນື້ອ​ໜັງ​ຂອງ​ເດັກນ້ອຍ” (2 ກະສັດ 5:10–11, 13–14).

ສາດສະດາ​ຂອງ​ພວກ​ເຮົາ ປະທານ​ທອມ​ມັສ ​ແອັສ ມອນ​ສັນ ໄດ້​ເຊື້ອ​ເຊີນ​ພວກ​ເຮົາ​ທຸກ​ຄົນ​​ໃຫ້ອອກ​ໄປ ແລະ ຊ່ອຍ​ຊີວິດ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຮົາ. ເພິ່ນ​ບອກ​ວ່າ: “ໂລກ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຂອງ​ທ່ານ. ມີ​ຕີນ​ທີ່​ຈະ​ຕ້ອງ​ໝັ້ນຄົງ​ກວ່າ, ມື​ທີ່​ຕ້ອງ​ຈັບ, ສະໝອງ​ທີ່​ຕ້ອງ​ຊຸກຍູ້, ຈິດໃຈ​ທີ່​ຕ້ອງ​ດົນ​ໃຈ, ແລະ ຈິດ​ວິນ​ຍານ​ທີ່​ຈະ​ກູ້​ຮັກສາ. ພອນ​ແຫ່ງ​ນິລັນດອນ​ລໍຖ້າ​ທ່ານ” (“To the Rescue,” Ensign, May 2001, 48; or Liahona, July 2001, 57).

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ຫລາຍ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລື​ອຂອງ​ພວກ​ເຮົາ​ກຳລັງ​ລໍຖ້າ​ພວກ​ເຮົາ​ຢູ່. ເຂົາເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ມີ​ອ້າຍ​ເອື້ອຍ​ນ້ອງ​ຄົນ​ທີ່​ເຂັ້ມແຂງ​ໄປ​ຫາ ແລະ ຊ່ອຍ​ຊີວິດ​ເຂົາເຈົ້າ​ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ. ຂ້າພະເຈົ້າ​ເອງ​ເຄີຍ​ໃຊ້​ເວລາ​ຫລາຍ​ຊົ່ວໂມງ​ໄປ​ຢ້ຽມ​ຊາວ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ບໍ່​ໄປ​ໂບດ​ປະຈຳ ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ມີ​ຈິດໃຈ​ທີ່​ອ່ອນ​ລົງ​ແລ້ວ ຄົນ​ທີ່​ພ້ອມ​ທີ່​ຈະ​ຮັບ​ປະຈັກ​ພະຍານ​ຂອງ​ພວກ​ເຮົາ​ພ້ອມ​ກັບ​ການສະແດງ​ແຫ່ງ​ຄວາມ​ຮັກ​ທີ່​ຈິງ​ໃຈ​ຂອງ​ພວກ​ເຮົາ. ເມື່ອ​ໃດ​ທີ່​ພວກ​ເຮົາ​​ເອື້ອມອອກ​ໄປ​ຫາ ແລະ ເຊື້ອ​ເຊີນ​ເຂົາເຈົ້າ ເຂົາເຈົ້າ​ຈະ​ກັບ​ມາສູ່​ສາດສະໜາ​ຈັກຢ່າງ​ບໍ່​ຢຸດໆ​ຢ່ອນໆ.

ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ​ດ້ວຍ​ສັດທາ ແລະ ດ້ວຍ​ຄວາມ​ຮັກ. ຂໍ​ໃຫ້​ພວກ​ເຮົາ​ຈື່​ຈຳ​ຄຳ​ສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ພຣະ​ອົງ​​ບອກ​ວ່າ:

ຫາກ​ເປັນ​ໄປ​ວ່າ​ເຮົາ​ຈະ​ເຮັດ​ການ​ຕະຫລອດ​ວັນ​ເວລາ​ຂອງ​ເຮົາ​ໃນ​ການ​ປ່າວ​ຮ້ອງ​ການ​ກັບ​ໃຈ​ແກ່​ຄົນ​ພວກ​ນີ້ ແລະ ນຳ​ແມ່ນ​ແຕ່​ຈິດ​ວິນ​ຍານ​ດຽວ​ໄປ​ຫາ​ພຣະ​ອົງ ຄວາມປິ​ຕິ​ຍິນ​ດີ​ຂອງ​ເຮົາ​ພ້ອມ​ກັບ​ລາວ​ຈະ​ໃຫຍ່​ຫລວງ​ພຽງ​ໃດ​ໃນ​ອານາຈັກ​ຂອງ​ພຣະ​ບິດາ!

ແລະ ຫາກ​ຄວາມປິ​ຕິ​ຍິນ​ດີ​ຂອງ​ເຮົາ​ຈະ​ໃຫຍ່​ຫລວງ​ດ້ວຍ​ຈິດ​ວິນ​ຍານ​ດຽວ​ທີ່​ເຮົາ​ນຳໄປ​ຫາ​ພຣະ​ອົງ​ໃນ​ອານາຈັກ​ຂອງ​ພຣະ​ບິດາ ຄວາມປິ​ຕິ​ຍິນ​ດີ​ຂອງ​ເຮົາ​ຈະ​ໃຫຍ່​ຫລວງ​ຈັກ​ພຽງ​ໃດ​ຫາກ​ເຮົາ​ຈະ​ນຳ​ຈິດ​ວິນ​ຍານ​ຫລາຍ​ດວງ​ໄປ​ຫາ​ພຣະ​ອົງ! (​ເບິ່ງ D&C 18:15–16).

ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ຮັກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ໃຫ້​ລູກ​ທັງ​ໝົດ​ຂອງ​ພຣະ​ອົງ. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງຊົງ​​ພຣະ​ຊົນ​ຢູ່ ແລະ ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.