ຜູ້ລ້ຽງທີ່ແທ້ຈິງ
ການສອນປະຈຳບ້ານຈະຕອບຄຳອະທິຖານຂອງຫລາຍຄົນ ແລະ ອະນຸຍາດໃຫ້ເຮົາເຫັນການປ່ຽນແປງ ຊຶ່ງສາມາດເກີດຂຶ້ນຢູ່ໃນຊີວິດຂອງຜູ້ຄົນ.
ຄ່ຳຄືນນີ້ຢູ່ໃນສູນກາງປະຊຸມໃຫຍ່ໃນເມືອງເຊົາເລັກ ແລະ ໃນສະຖານທີ່ຕ່າງໆທັງໄກ ແລະ ໃກ້ ກໍມີຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າໄດ້ມາຮ່ວມປະຊຸມນຳກັນ. ທ່ານ “ເປັນຖານະປະໂລຫິດທີ່ມີກຽດແທ້ໆ”—ແມ່ນແຕ່ເປັນ “ລຸ້ນທີ່ຖືກເລືອກໄວ້,” ດັ່ງທີ່ອັກຄະສາວົກເປໂຕໄດ້ປະກາດ.1 ຖືວ່າເປັນກຽດຢ່າງຍິ່ງທີ່ຂ້າພະເຈົ້າສາມາດມາກ່າວກັບທ່ານ.
ຕອນຂ້າພະເຈົ້າຍັງນ້ອຍ, ທຸກລະດູແລ້ງ ຄອບຄົວຂອງພວກເຮົາຈະຂັບລົດຂຶ້ນຫ່ອມພູ ໂພຣໂວ, ປະມານ 72 ກິໂລແມັດ ຢູ່ທາງຕາເວັນອອກສຽງໃຕ້ຂອງເມືອງເຊົາເລັກ, ບ່ອນທີ່ພວກເຮົາໄດ້ພັກເຊົາຢູ່ເຮືອນພັກແລ້ງເປັນເວລາຫລາຍອາທິດ. ພວກເຮົາເດັກນ້ອຍຜູ້ຊາຍກໍຕື່ນເຕັ້ນຫລາຍທີ່ຈະໄດ້ໄປຕຶກເບັດຢູ່ຫ້ວຍ ຫລື ອ່າງສະອາບນ້ຳ, ແລະ ພວກເຮົາໄດ້ພະຍາຍາມຢາກໃຫ້ລົດໄປເຖິງໄວໆ. ໃນສະໄໝນັ້ນ ລົດທີ່ພໍ່ຂອງຂ້າພະເຈົ້າຂັບແມ່ນຍີ່ຫໍ້ 1928 Oldsmobile. ຖ້າຫາກລົດແລ່ນໄວກວ່າ 56 ກິໂລແມັດຕໍ່ຊົ່ວໂມງ, ແມ່ຂອງຂ້າພະເຈົ້າຈະເວົ້າວ່າ, “ຢ່າຂັບໄວຫລາຍ! ຢ່າຂັບໄວຫລາຍ!” ຂ້າພະເຈົ້າໄດ້ເວົ້າວ່າ, “ຢຽບຄັນເລັ່ງ, ພໍ່! ຢຽບຄັນເລັ່ງ!”
ພໍ່ຂອງຂ້າພະເຈົ້າໄດ້ຂັບໄປປະມານ 56 ກິໂລແມັດຕໍ່ຊົ່ວໂມງ ຕະຫລອດທາງຈົນໄປເຖິງຫ່ອມພູ ໂພຣໂວ ຫລື ຈົນໄປເຖິງທາງໃກ້ຈະຮອດ ແລ້ວລົດກໍຕ້ອງໄດ້ຢຸດຢູ່ ເພາະຝູງແກະຝູງໃຫຍ່ຢູ່ໃນເສັ້ນທາງ. ພວກເຮົາໄດ້ພາກັນເບິ່ງຝູງແກະເປັນຮ້ອຍໆຍ່າງຜ່ານກາຍພວກເຮົາ, ເບິ່ງຄືວ່າບໍ່ມີຜູ້ລ້ຽງ, ມີໝາສອງສາມໂຕເຫົ່າໃສ່ຝູງແກະ ເພື່ອໃຫ້ພວກມັນຍ່າງໄປ. ຢູ່ຂ້າງຫລັງຂອງຝູງແກະເຫລົ່ານັ້ນ ພວກເຮົາຫລຽວເຫັນຜູ້ລ້ຽງນັ່ງຢູ່ເທິງມ້າ—ບໍ່ແມ່ນສາຍບັງຫຽນຢູ່ເທິງມັນ ແຕ່ແມ່ນເຊືອກສຳລັບຜູກມ້າ. ບາງເທື່ອລາວກໍເຊືອບຫລັບໄປຢູ່ເທິງຫລັງມ້າ ເພາະໂຕມ້າຮູ້ຈັກທາງໄປ ແລະ ໝາກໍທຳງານຂອງພວກມັນ.
ແຕກຕ່າງກັບພາບທີ່ຂ້າພະເຈົ້າໄດ້ເຫັນຢູ່ເມືອງມູນິກ, ປະເທດເຢຍລະມັນ, ຫລາຍປີກ່ອນ. ມັນເປັນຕອນເຊົ້າຂອງວັນອາທິດ, ແລະ ພວກເຮົາພວມເດີນທາງໄປກອງປະຊຸມຜູ້ສອນສາດສະໜາ. ເມື່ອຂ້າພະເຈົ້າຫລຽວອອກຈາກລົດຂອງປະທານເຜີຍແຜ່, ຂ້າພະເຈົ້າໄດ້ຫລຽວເຫັນຜູ້ລ້ຽງຖືໄມ້ຄ້ອນເທົ້າ, ນຳພາ ຝູງແກະໄປ. ພວກມັນໄດ້ຕິດຕາມລາວໄປ ບໍ່ວ່າລາວຈະໄປທາງໃດກໍຕາມ. ຖ້າຫາກລາວຍ່າງໄປທາງຊ້າຍ, ພວກມັນກໍຍ່າງໄປທາງຊ້າຍ. ຖ້າຫາກລາວຍ່າງໄປທາງຂວາ, ພວກມັນກໍຍ່າງໄປນຳລາວ. ຂ້າພະເຈົ້າປຽບທຽບລະຫວ່າງຜູ້ລ້ຽງທີ່ນຳພາຝູງແກະໄປ ແລະ ຜູ້ລ້ຽງທີ່ຂີ່ມ້າຕາມຫລັງຝູງແກະໄປ.
ພຣະເຢຊູໄດ້ກ່າວວ່າ, “ເຮົາແມ່ນຜູ້ລ້ຽງທີ່ດີ, ແລະ ຮູ້ຈັກຝູງແກະຂອງເຮົາ.”2 ພຣະອົງໄດ້ຕັ້ງຕົວຢ່າງຂອງການເປັນຜູ້ລ້ຽງທີ່ດີໄວ້ໃຫ້ເຮົາ.
ອ້າຍນ້ອງທັງຫລາຍ, ໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດຂອງພຣະເຈົ້າ ເຮົາມີໜ້າທີ່ຮັບຜິດຊອບຂອງການເປັນຜູ້ລ້ຽງ. ຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າໄດ້ຈັດແນວທາງຊີ້ນຳໄວ້ ຊຶ່ງໂດຍການນັ້ນເຮົາຈະໄດ້ເປັນຜູ້ລ້ຽງຕໍ່ຄອບຄົວຂອງສາດສະໜາຈັກ, ບ່ອນທີ່ເຮົາສາມາດຮັບໃຊ້, ສາມາດສອນ, ແລະ ສາມາດເປັນພະຍານຕໍ່ເຂົາເຈົ້າ. ສິ່ງດັ່ງກ່າວເອີ້ນວ່າ ການສອນປະຈຳບ້ານ, ແລະ ຂ້າພະເຈົ້າຢາກຈະກ່າວກ່ຽວກັບເລື່ອງນີ້ກັບທ່ານໃນແລງມື້ນີ້.
ອະທິການຂອງແຕ່ລະຫວອດໃນສາດສະໜາຈັກຈະຄວບຄຸມການມອບໝາຍຜູ້ນຳຖານະປະໂລຫິດໃຫ້ເປັນຄູສອນປະຈຳບ້ານ ເພື່ອໄປຢ້ຽມຢາມບ້ານຂອງສະມາຊິກທຸກໆເດືອນ. ເຂົາເຈົ້າຈະໄປເປັນຄູ່. ເມື່ອເປັນໄປໄດ້, ຊາຍໜຸ່ມຄົນໜຶ່ງທີ່ເປັນປະໂລຫິດ ຫລື ຄູສອນ ໃນຖານະປະໂລຫິດແຫ່ງອາໂຣນ ຈະໄປນຳຜູ້ໃຫຍ່ທີ່ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ. ເມື່ອເຂົາເຈົ້າເຂົ້າໄປໃນບ້ານຂອງຄົນເຫລົ່ານັ້ນ ຜູ້ທີ່ເຂົາເຈົ້າຮັບຜິດຊອບ, ຜູ້ດຳລົງຖານະປະໂລຫິດຄວນນຳພາການສອນທີ່ເກີດຂຶ້ນຢູ່ໃນບ້ານນັ້ນ. ການມອບໝາຍເຊັ່ນນັ້ນ ຈະຊ່ອຍຕຽມຊາຍໜຸ່ມສຳລັບການເຜີຍແຜ່, ແມ່ນແຕ່ສຳລັບການຮັບໃຊ້ໃນຖານະປະໂລຫິດຕະຫລອດຊີວິດ.
ໂຄງການສອນປະຈຳບ້ານເປັນການຕອບຮັບການເປີດເຜີຍສຳລັບສະໄໝໃໝ່, ມອບໝາຍໃຫ້ຜູ້ດຳລົງຖານະປະໂລຫິດ ເພື່ອໃຫ້ສອນ, ຊີ້ແຈງ, ແນະນຳ, ໃຫ້ບັບຕິສະມາ ... ແລະ ຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ, ແລະ ແນະນຳເຂົາໃຫ້ອະທິຖານອອກສຽງ ແລະ ໃນບ່ອນລັບລີ້ ແລະ ເຮັດໜ້າທີ່ທຸກຢ່າງໃນຄອບຄົວ, … ດູແລສາດສະໜາຈັກສະເໝີ, ຢູ່ກັບເຂົາ ແລະ ໃຫ້ກຳລັງໃຈ; ແລະ ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນສາດສະໜາຈັກ, ທັງບໍ່ໃຫ້ມີຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາບໍ່ດີ.”3
ປະທານເດວິດ ໂອ ມິກເຄ ໄດ້ແນະນຳວ່າ “ການສອນປະຈຳບ້ານເປັນໂອກາດດ່ວນ ແລະ ໃຫ້ຄວາມພໍໃຈຫລາຍ ທີ່ຈະບຳລຸງລ້ຽງ ແລະ ດົນໃຈ, ທີ່ຈະແນະນຳ ແລະ ຊີ້ນຳລູກໆຂອງພຣະບິດາຂອງເຮົາ. … ມັນເປັນການຮັບໃຊ້ແຫ່ງສະຫວັນ, ເປັນການເອີ້ນຈາກສະຫວັນ. ມັນເປັນໜ້າທີ່ຂອງເຮົາທີ່ຈະເປັນຄູສອນປະຈຳບ້ານ ເພື່ອນຳ … ພຣະວິນຍານໄປຫາແຕ່ລະບ້ານເຮືອນ ແລະ ຫົວໃຈ. ການຮັກວຽກງານ ແລະ ເຮັດໃຫ້ດີທີ່ສຸດ ຈະນຳຄວາມສະຫງົບອັນບໍ່ມີຂອບເຂດ, ຄວາມສຸກ, ແລະ ຄວາມເພິ່ງພໍໃຈມາໃຫ້ຄູສອນທີ່ມີກຽດ ແລະ ອຸທິດຕົນຂອງລູກໆຂອງພຣະເຈົ້າ.”4
ຈາກພຣະຄຳພີມໍມອນ ເຮົາອ່ານວ່າ ແອວມາ “ໄດ້ແຕ່ງຕັ້ງປະໂລຫິດ ແລະ ຜູ້ສອນທັງໝົດຂອງເພິ່ນ ແຕ່ບໍ່ມີຄົນໃດໄດ້ຮັບການແຕ່ງຕັ້ງຍົກເວັ້ນແຕ່ຈະເປັນຄົນຊອບທຳເທົ່ານັ້ນ.
“ດັ່ງນັ້ນ ພວກເຂົາຈຶ່ງໄດ້ດູແລຜູ້ຄົນຂອງພວກເຂົາ, ແລະ ໄດ້ບຳລຸງລ້ຽງຜູ້ຄົນເຫລົ່ານັ້ນໃນສິ່ງທີ່ຊອບທຳ.”5
ໃນການປະຕິບັດໜ້າທີ່ການສອນປະຈຳບ້ານຂອງເຮົາ, ເຮົາສະຫລາດຖ້າຫາກເຮົາຮຽນຮູ້ ແລະ ເຂົ້າໃຈການທ້າທາຍຂອງສະມາຊິກໃນແຕ່ລະຄອບຄົວ, ເພື່ອວ່າເຮົາຈະເຮັດໄດ້ດີໃນການໃຫ້ຄວາມຊ່ອຍເຫລືອ.
ການສອນປະຈຳບ້ານຈະບັນລຸຜົນສຳເລັດຖ້າຫາກໄດ້ນັດໝາຍໄວ້ລ່ວງໜ້າ. ໃນການສະແດງໃຫ້ແຈ່ມແຈ້ງກ່ຽວກັບເລື່ອງນີ້, ຂ້າພະເຈົ້າຂໍແບ່ງປັນປະສົບການຢ່າງໜຶ່ງທີ່ຂ້າພະເຈົ້າເຄີຍມີໃນຫລາຍປີກ່ອນ. ໃນເວລານັ້ນ ຄະນະກຳມະການສູງສຸດຂອງຜູ້ສອນສາດສະໜາແມ່ນ ສະເປັນເຊີ ດັບເບິນຢູ ຄິມໂບ, ກໍດອນ ບີ ຮິງລີ, ແລະ ທອມມັສ ແອັສ ມອນສັນ. ແລງຄືນໜຶ່ງ ບະລາເດີ ແລະ ຊິດສະເຕີ ຮິງລີ ໄດ້ເຊີນຄະນະກຳມະການພ້ອມດ້ວຍພັນລະຍາໄປຮ່ວມຮັບປະທານອາຫານຢູ່ບ້ານເພິ່ນ. ພວກເຮົາຫາກໍກິນແລ້ວ ເມື່ອມີຄົນມາເຄາະປະຕູ. ປະທານຮິງລີໄດ້ເປີດປະຕູ ແລະ ເຫັນຄູສອນປະຈຳບ້ານຂອງເພິ່ນຢືນຢູ່. ຄູສອນປະຈຳບ້ານໄດ້ເວົ້າວ່າ, “ຂ້ານ້ອຍຮູ້ວ່າ ຂ້ານ້ອຍບໍ່ໄດ້ນັດໝາຍລ່ວງໜ້າ, ແລະ ຄູ່ສອນຂອງຂ້ານ້ອຍບໍ່ໄດ້ມານຳ, ແຕ່ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຄວນມາມື້ນີ້. ຂ້ານ້ອຍບໍ່ຮູ້ວ່າທ່ານມີແຂກ.”
ດ້ວຍຄວາມສຸພາບ ປະທານຮິງລີໄດ້ເຊື້ອເຊີນຄູສອນປະຈຳບ້ານເຂົ້າໄປໃນເຮືອນເພິ່ນ ເພື່ອເຂົ້າໄປນັ່ງ ແລະ ແນະນຳອັກຄະສາວົກສາມຄົນພ້ອມດ້ວຍພັນລະຍາຂອງພວກເພິ່ນກ່ຽວກັບໜ້າທີ່ຂອງພວກເຮົາ ໃນຖານະທີ່ເປັນສະມາຊິກ. ດ້ວຍຄວາມຢ້ານກົວເລັກນ້ອຍ, ຄູສອນປະຈຳບ້ານໄດ້ສອນຈົນສຸດຄວາມສາມາດຂອງລາວ. ປະທານຮິງລີ ໄດ້ຂອບໃຈລາວທີ່ມາ, ຫລັງຈາກນັ້ນລາວກໍໄດ້ກັບອອກເມືອຢ່າງໄວ.
ຂ້າພະເຈົ້າໄດ້ກ່າວເຖິງຕົວຢ່າງໜຶ່ງທີ່ບໍ່ຖືກຕ້ອງໃນການບັນລຸການສອນປະຈຳບ້ານ. ປະທານແມຣິອອນ ຈີ ຣອມນີ, ຜູ້ຊຶ່ງເປັນທີ່ປຶກສາທີໜຶ່ງໃນຝ່າຍປະທານສູງສຸດໃນຫລາຍປີກ່ອນ, ເຄີຍໄດ້ບອກກ່ຽວກັບຄູສອນປະຈຳບ້ານຂອງເພິ່ນ ຜູ້ຄັ້ງໜຶ່ງເຄີຍໄດ້ມາບ້ານຂອງເພິ່ນ ໃນຄ່ຳຄືນຂອງມື້ທີ່ໜາວເຢັນ. ລາວໄດ້ຈັບໝວກໄວ້ ແລະ ສັ່ນສາຍຕອນຖືກເຊື້ອເຊີນໃຫ້ນັ່ງລົງ ແລະ ແບ່ງປັນຂ່າວສານ. ລາວຢືນຢູ່ ແລະ ເວົ້າວ່າ, “ບະລາເດີ ຣອມນີ, ຂ້າງນອກແມ່ນໜາວຫລາຍ, ແລະ ຂ້ານ້ອຍໄດ້ຕິດຈັກລົດໄວ້ ເພື່ອລົດຊິບໍ່ຕາຍ. ຂ້ານ້ອຍໄດ້ມາເພື່ອວ່າຂ້ານ້ອຍຈະໄດ້ບອກອະທິການວ່າ ຂ້ານ້ອຍໄດ້ມາຢ້ຽມຢາມທ່ານ.”6
ປະທານເອສະຣາ ແທັບ ເບັນສັນ, ຫລັງຈາກໄດ້ເລົ່າປະສົບການຂອງປະທານຣອມນີຢູ່ໃນການປະຊຸມຖານະປະໂລຫິດແລ້ວ, ເພິ່ນໄດ້ກ່າວວ່າ, “ເຮົາສາມາດເຮັດໄດ້ດີກ່ອນນັ້ນ, ອ້າຍນ້ອງທັງຫລາຍ—ດີກ່ອນນັ້ນ!”7 ຂ້າພະເຈົ້າກໍເຫັນດ້ວຍ.
ການສອນປະຈຳບ້ານ ແມ່ນເກີນກວ່າການໄປຢ້ຽມຢາມແບບບໍ່ມີຄວາມຮູ້ສຶກໃນແຕ່ລະເດືອນ. ການຢ້ຽມຢາມຂອງເຮົາເປັນໜ້າທີ່ຮັບຜິດຊອບທີ່ຈະສອນ, ດົນໃຈ, ແລະ ສົ່ງເສີມ ແລະ ບ່ອນທີ່ເຮົາຢ້ຽມຢາມຜູ້ທີ່ບໍ່ເຂັ້ມແຂງ, ເພື່ອນຳເຂົາເຈົ້າກັບຄືນມາ ແລະ ເພື່ອນຳຄວາມສູງສົ່ງມາໃຫ້ບຸດ ແລະ ທິດາຂອງພຣະເຈົ້າ.
ເພື່ອຊ່ອຍເຫລືອໃນວຽກງານນີ້, ຂ້າພະເຈົ້າຂໍແບ່ງປັນຄຳແນະນຳທີ່ສະຫລາດ ຊຶ່ງສາມາດນຳໃຊ້ຢູ່ໃນການສອນປະຈຳບ້ານໄດ້. ມັນມາຈາກທ່ານອັບຣາຮາມ ລິງກັນ, ຜູ້ທີ່ໄດ້ກ່າວວ່າ: “ຖ້າຫາກທ່ານຈະມີຄົນມາຮ່ວມອຸດົມການຂອງທ່ານ, ທຳອິດ ທ່ານຕ້ອງໃຫ້ເຂົາແນ່ໃຈວ່າທ່ານເປັນເພື່ອນທີ່ຈິງໃຈຂອງເຂົາ.”8 ປະທານເອສະຣາ ແທັບ ເບັນສັນ ໄດ້ແນະນຳວ່າ: “ເໜືອທຸກສິ່ງທັງປວງ, ຈົ່ງເປັນເພື່ອນທີ່ແທ້ຈິງຕໍ່ບຸກຄົນ ແລະ ຄອບຄົວທີ່ທ່ານສອນ. … ເພື່ອນຈະເຮັດຫລາຍກວ່າໜ້າທີ່ເມື່ອໄປຢ້ຽມຢາມແຕ່ລະເດືອນ. ເພື່ອນຈະຢາກຊ່ອຍເຫລືອລ້າໆຫລາຍກວ່າການຄິດຢາກໄດ້ຜົນປະໂຫຍດຈາກຜູ້ຄົນ. ເພື່ອນຈະເປັນຫ່ວງເປັນໄຍ. ເພື່ອນຈະສະແດງຄວາມຮັກ. ເພື່ອນຈະຟັງ ແລະ ເພື່ອນຈະເອື້ອມອອກໄປຫາ.”9
ການສອນປະຈຳບ້ານຈະຕອບຄຳອະທິຖານຂອງຫລາຍຄົນ ແລະ ອະນຸຍາດໃຫ້ເຮົາເຫັນການປ່ຽນແປງ ຊຶ່ງສາມາດເກີດຂຶ້ນຢູ່ໃນຊີວິດຂອງຜູ້ຄົນ.
ຕົວຢ່າງໜຶ່ງກ່ຽວກັບເລື່ອງນີ້ແມ່ນ ດິກ ແຮມເມີ, ຜູ້ໄດ້ມາລັດຢູທານຳໂຄງການອະນຸລັກທຳມະຊາດຝ່າຍພົນລະເຮືອນໃນໄລຍະເສດຖະກິດຕົກຕ່ຳ. ລາວໄດ້ພົບຍິງສາວຄົນມໍມອນຄົນໜຶ່ງ ແລະ ໄດ້ແຕ່ງງານກັນ. ລາວໄດ້ເປີດຮ້ານອາຫານຊື່ Dick’s Café ຢູ່ເມືອງ ເຊັ້ນ ຈອດ, ລັດຢູທາ, ຊຶ່ງໄດ້ກາຍເປັນຮ້ານທີ່ ໂດ່ງດັງ.
ວິວລາດ ມາຍ, ເພື່ອນຂອງຂ້າພະເຈົ້າ ໄດ້ຖືກມອບໝາຍໃຫ້ເປັນຄູສອນປະຈຳບ້ານຂອງຄອບຄົວ ແຮມເມີ. ເພາະຂ້າພະເຈົ້າຮູ້ຈັກ ດິກ ແຮມເມີ ຄືກັນ, ໂດຍທີ່ເຄີຍໄດ້ພິມໃບລາຍການອາຫານໃຫ້ຮ້ານອາຫານຂອງລາວ, ຂ້າພະເຈົ້າຈຶ່ງມັກຖາມເພື່ອນຂອງຂ້າພະເຈົ້າ ບະລາເດີ ມາຍ ຕອນຂ້າພະເຈົ້າໄປເມືອງເຊັ້ນຈອດ ວ່າ, “ເພື່ອນຂອງພວກເຮົາ ດິກ ແຮມເມີ ເປັນຈັ່ງໃດ?”
ຕາມປົກກະຕິແລ້ວ, ຄຳຕອບຈະເປັນວ່າ, “ລາວກໍດີຢູ່, ແຕ່ຄ່ອຍເປັນຄ່ອຍໄປ.”
ຕອນວິວລາດ ມາຍ ແລະ ຄູ່ສອນຂອງລາວໄປຢ້ຽມຢາມຄອບຄົວແຮມເມີແຕ່ລະເດືອນ, ເຂົາເຈົ້າໄດ້ພະຍາຍາມສອນພຣະກິດຕິຄຸນ ແລະ ແບ່ງປັນປະຈັກພະຍານນຳທ່ານດິກ ແລະ ຄອບຄົວ.
ຫລາຍປີຜ່ານໄປ, ແລ້ວມື້ໜຶ່ງວິວລາດໄດ້ໂທມາຫາຂ້າພະເຈົ້າບອກຂ່າວດີ. “ບະລາເດີ ມອນສັນ,” ລາວໄດ້ເວົ້າ, “ດິກ ແຮມເມີ ໄດ້ປ່ຽນໃຈເຫລື້ອມໃສ ແລະ ຈະຮັບບັບຕິສະມາ. ລາວມີອາຍຸ 90 ປີປາຍ, ແລະ ພວກເຮົາໄດ້ເປັນເພື່ອນລາວມາເປັນເວລາດົນນານ. ການຕັດສິນໃຈຂອງລາວໄດ້ເຮັດໃຫ້ຂ້າພະເຈົ້າດີໃຈຫລາຍ. ຂ້າພະເຈົ້າເຄີຍໄດ້ເປັນຄູສອນປະຈຳບ້ານຂອງລາວເປັນເວລາຫລາຍປີ.” ສຽງຂອງວິວລາດຄືວ່າພວມສະອື້ນ ໃນຂະນະທີ່ລາວບອກຂ່າວດີນັ້ນ.
ບະລາເດີ ແຮມເມີ ໄດ້ຮັບບັບຕິສະມາ ແລະ ປີໜຶ່ງຈາກນັ້ນ ໄດ້ເຂົ້າໄປໃນພຣະວິຫານເຊັ້ນ ຈອດ ທີ່ສວຍງາມ ແລະ ໄດ້ຮັບເອົາຂອງປະທານສັກສິດຂອງລາວ ແລະ ພອນຂອງການຜະນຶກ.
ຂ້າພະເຈົ້າໄດ້ຖາມວິວເລີດວ່າ, “ເຈົ້າເຄີຍທໍ້ຖອຍໃຈບໍ ທີ່ເປັນຄູສອນປະຈຳບ້ານຂອງລາວ ເປັນເວລາດົນນານ?”
ລາວຕອບວ່າ, “ບໍ່, ມັນເປັນຄວາມພະຍາຍາມທີ່ກຸ້ມຄ່າ. ເມື່ອຂ້ອຍໄດ້ເຫັນຄວາມສຸກທີ່ມາສູ່ສະມາຊິກໃນຄອບຄົວແຮມເມີ, ໃຈຂອງຂ້ອຍເຕັມໄປດ້ວຍຄວາມກະຕັນຍູສຳລັບພອນຂອງພຣະກິດຕິຄຸນ ທີ່ໄດ້ນຳມາສູ່ຊີວິດຂອງເຂົາເຈົ້າ ແລະ ສຳລັບສິດທິພິເສດ ທີ່ຂ້ອຍມີໃນການຊ່ອຍເຫລືອໃນບາງວິທີ. ຂ້ອຍດີໃຈຫລາຍ.”
ອ້າຍນ້ອງທັງຫລາຍ, ມັນຈະເປັນສິດທິພິເສດຂອງເຮົາ ຕະຫລອດຫລາຍປີທີ່ໄດ້ໄປຢ້ຽມຢາມ ແລະ ສອນຫລາຍຄົນ—ຄົນທີ່ບໍ່ເຂັ້ມແຂງ ເທົ່າໆກັບຄົນທີ່ເຂັ້ມແຂງ. ຖ້າຫາກເຮົາເອົາໃຈໃສ່ຕໍ່ການເອີ້ນຂອງເຮົາ, ແລ້ວເຮົາຈະມີຫລາຍໂອກາດເພື່ອເປັນພອນໃຫ້ແກ່ຫລາຍຊີວິດ. ການຢ້ຽມຢາມຂອງເຮົາຕໍ່ຄົນຜູ້ທີ່ຫ່າງໄກຈາກໂບດ ຈະສາມາດເປັນຂໍກະແຈເປີດປະຕູໃຫ້ເຂົາເຈົ້າກັບຄືນມາໄດ້.
ໂດຍທີ່ມີສິ່ງນີ້ຢູ່ໃນຈິດໃຈ, ຂໍໃຫ້ເຮົາຈົ່ງເອື້ອມອອກໄປຫາຜູ້ທີ່ເຮົາຮັບຜິດຊອບ ແລະ ນຳເຂົາເຈົ້າກັບຄືນມາທີ່ໂຕະຂອງພຣະຜູ້ເປັນເຈົ້າ ເພື່ອຊື່ນຊົມກັບພຣະຄຳຂອງພຣະອົງ ແລະ ຊື່ນຊົມກັບຄວາມເປັນເພື່ອນຂອງພຣະວິນຍານຂອງພຣະອົງ, ແລະ “ບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ, ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ.”10
ຖ້າຫາກຄົນໃດໃນພວກທ່ານບໍ່ໄດ້ເອົາໃຈໃສ່ຕໍ່ການສອນປະຈຳບ້ານຂອງທ່ານ, ຂ້າພະເຈົ້າຂໍບອກໃນຕອນນີ້ວ່າ ບໍ່ມີເວລາອື່ນໃດອີກທີ່ເໝາະສົມເທົ່າກັບເວລານີ້ ທີ່ຈະອຸທິດຕົນຄືນໃໝ່ ເພື່ອບັນລຸໜ້າທີ່ການສອນຂອງທ່ານ. ຈົ່ງຕັດສິນໃຈໃນຕອນນີ້ ເພື່ອພະຍາຍາມທີ່ຈະເອື້ອມອອກໄປຫາຜູ້ທີ່ທ່ານຖືກມອບໃຫ້ຮັບຜິດຊອບ. ຈະມີບາງເວລາທີ່ຈະຕ້ອງກະຕຸ້ນເລັກນ້ອຍ ເພື່ອຊ່ອຍເຫລືອຄູ່ສອນຂອງທ່ານ ຫາເວລາໄປກັບທ່ານ, ແຕ່ຖ້າຫາກທ່ານບໍ່ຫລົດລະ, ແລ້ວທ່ານຈະປະສົບຄວາມສຳເລັດຢ່າງແນ່ນອນ.
ອ້າຍນ້ອງທັງຫລາຍ, ຄວາມພະຍາຍາມຂອງເຮົາໃນການສອນປະຈຳບ້ານຍັງດຳເນີນຢູ່. ວຽກງານນີ້ຈະບໍ່ເຄີຍສິ້ນສຸດ ຈົນກວ່າພຣະຜູ້ເປັນເຈົ້າ ແລະ ພຣະອາຈານ ກ່າວວ່າ, “ພຽງພໍແລ້ວ.” ຍັງມີຊີວິດທີ່ຈະເຮັດໃຫ້ແຈ່ມໃສ. ຍັງມີໃຈທີ່ຈະສຳພັດ. ຍັງມີຈິດວິນຍານທີ່ຈະຊ່ອຍໃຫ້ລອດ. ໜ້າທີ່ຂອງເຮົາເປັນສິດທິພິເສດທີ່ສັກສິດ ທີ່ຈະເຮັດໃຫ້ແຈ່ມໃສ, ສຳພັດ, ແລະ ຊ່ອຍກູ້ຈິດວິນຍານທີ່ປະເສີດເຫລົ່ານັ້ນ ຜູ້ຖືກມອບໝາຍໃຫ້ເຮົາດູແລ. ເຮົາຄວນເຮັດຢ່າງຊື່ສັດ ແລະ ດ້ວຍໃຈທີ່ເຕັມໄປດ້ວຍຄວາມເບີກບານ.
ສຸດທ້າຍນີ້, ຂ້າພະເຈົ້າຂໍກ່າວເຖິງຕົວຢ່າງໜຶ່ງທີ່ພິເສດ ເພື່ອບັນຍາຍເຖິງຄູສອນປະຈຳບ້ານທີ່ເຮົາຄວນເປັນ. ມີຄູສອນປະຈຳບ້ານຄົນໜຶ່ງ ທີ່ດີເລີດກວ່າຄົນອື່ນໆ. ພຣະອົງໄດ້ສອນກ່ຽວກັບຊີວິດ ແລະ ຄວາມຕາຍ, ກ່ຽວກັບໜ້າທີ່ ແລະ ວິຖີຊີວິດ. ພຣະອົງໄດ້ມີຊີວິດຢູ່ ບໍ່ແມ່ນເພື່ອຈະໄດ້ຮັບການຮັບໃຊ້, ແຕ່ເພື່ອໃຫ້ການຮັບໃຊ້, ບໍ່ໄດ້ເຮັດເພື່ອຈະໄດ້ຮັບ ແຕ່ເພື່ອມອບໃຫ້, ບໍ່ແມ່ນເພື່ອກູ້ຊີວິດຂອງພຣະອົງເອງ, ແຕ່ເພື່ອສະລະມັນເພື່ອຄົນອື່ນ. ພຣະອົງໄດ້ບັນຍາຍເຖິງຄວາມຮັກທີ່ສວຍງາມເກີນກວ່າຕັນຫາລາຄະ, ຄວາມຍາກຈົນທີ່ເກີນກວ່າຊັບສົມບັດ. ຜູ້ຄົນໄດ້ກ່າວເຖິງພຣະອາຈານຜູ້ນີ້ວ່າພຣະອົງໄດ້ສອນດ້ວຍສິດອຳນາດ ແລະ ບໍ່ເປັນເໝືອນດັ່ງທຳມະຈານ.11 ກົດຂອງພຣະອົງບໍ່ໄດ້ຂຽນໄວ້ຢູ່ໃນແຜ່ນຫີນ ແຕ່ໄດ້ຂຽນໄວ້ຢູ່ໃນໃຈຂອງມະນຸດ.
ຂ້າພະເຈົ້າກ່າວເຖິງພຣະອາຈານທີ່ຍິ່ງໃຫຍ່, ນັ້ນຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງມວນມະນຸດ. ເລື່ອງລາວໃນພຣະຄຳພີໂບຮານໄດ້ກ່າວເຖິງພຣະອົງວ່າ, ພຣະອົງ “ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”12 ໂດຍທີ່ມີພຣະອົງເປັນຜູ້ນຳທີ່ບໍ່ປ່ຽນແປງ ແລະ ເປັນແບບຢ່າງ, ເຮົາຈະເໝາະສົມສຳລັບຄວາມຊ່ອຍເຫລືອຂອງພຣະອົງຈາກສະຫວັນ ໃນການສອນປະຈຳບ້ານຂອງເຮົາ. ຊີວິດຈະໄດ້ຮັບພອນ. ໃຈຈະໄດ້ຮັບການປອບໂຍນ. ຈິດວິນຍານຈະໄດ້ຮັບຄວາມລອດ. ເຮົາຈະກາຍເປັນຜູ້ລ້ຽງທີ່ແທ້ຈິງ. ຂໍໃຫ້ເປັນດັ່ງທີ່ກ່າວມານັ້ນ, ຂ້າພະເຈົ້າກ່າວໃນພຣະນາມຂອງຜູ້ລ້ຽງທີ່ຍິ່ງໃຫຍ່ອົງນັ້ນ, ພຣະເຢຊູຄຣິດ, ອາແມນ.