ເຖິງຫລານທັງຫລາຍຂອງຂ້າພະເຈົ້າ
ກໍມີພຣະບັນຍັດທີ່ສຳຄັນຂໍ້ໜຶ່ງ ອັນທີ່ຈະຊ່ອຍເຮົາໃຫ້ສາມາດປະເຊີນກັບການທ້າທາຍໄດ້ ແລະ ຊ່ອຍສ້າງຄອບຄົວທີ່ມີຄວາມສຸກ.
ປີນີ້ ຫລານສອງຄົນຂອງພວກເຮົາຈະແຕ່ງງານແລ້ວ. ພາຍໃນສອງສາມປີຕໍ່ໄປ ພີ່ນ້ອງຂອງເຂົາເຈົ້າຈຳນວນ 10 ຄົນກໍຈະເຖິງກະສຽນທີ່ຈະສ້າງຄອບຄົວຂອງໃຜມັນຄືກັນ.
ເຫດການທີ່ຊື່ນຊົມດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າຄິດຢ່າງໜັກແໜ້ນເມື່ອເຂົາເຈົ້າຂໍໃຫ້ຂ້າພະເຈົ້າໃຫ້ຄຳແນະນຳ. ຕາມປົກກະຕິແລ້ວ ເຂົາເຈົ້າໄດ້ຖາມວ່າ, “ມີສິ່ງໃດແດ່ທີ່ຫລານສາມາດເຮັດທີ່ຈະພາໄປສູ່ຄວາມສຸກ?” ແລະ ອີກຄຳຖາມໜຶ່ງຈະເປັນວ່າ, “ມີສິ່ງໃດແດ່ທີ່ຈະພາໄປສູ່ຄວາມບໍ່ສະຫງົບສຸກ?”
ພຣະບິດາເທິງສະຫວັນໄດ້ເຮັດໃຫ້ເຮົາແຕ່ລະຄົນພິເສດ. ບໍ່ມີຜູ້ໃດທີ່ມີປະສົບການຄືກັນ. ບໍ່ມີຄອບຄົວໃດທີ່ຄືກັນ. ສະນັ້ນຈຶ່ງບໍ່ເປັນເລື່ອງແປກທີ່ການໃຫ້ຄຳແນະນຳກ່ຽວກັບວິທີທີ່ຈະເລືອກຄວາມສຸກໃນຊີວິດຂອງຄອບຄົວເປັນສິ່ງຍາກທີ່ຈະແນະນຳ. ແຕ່ພຣະບິດາເທິງສະຫວັນທີ່ຮັກໄດ້ຈັດທາງເສັ້ນດຽວນັ້ນທີ່ຈະນຳໄປສູ່ຄວາມສຸກສຳລັບລູກໆຂອງພຣະອົງ. ບໍ່ວ່າລັກສະນະ ຫລື ປະສົບການຂອງເຮົາຈະເປັນແບບໃດກໍຕາມ, ແຕ່ຈະມີເສັ້ນທາງໜຶ່ງທີ່ຈະນຳໄປສູ່ຄວາມສຸກ. ເສັ້ນທາງນັ້ນຄືການທີ່ຈະເຮັດຕາມພຣະບັນຍັດຂອງພຣະເຈົ້າ.
ເພາະເຮົາທຸກຄົນ, ຮ່ວມທັງຫລານຂອງຂ້າພະເຈົ້າຜູ້ຄິດທີ່ຈະແຕ່ງງານ, ກໍມີພຣະບັນຍັດທີ່ສຳຄັນຂໍ້ໜຶ່ງ ອັນທີ່ຈະຊ່ອຍເຮົາໃຫ້ສາມາດປະເຊີນກັບການທ້າທາຍໄດ້ ແລະ ຊ່ອຍສ້າງຄອບຄົວທີ່ມີຄວາມສຸກ. ມັນໃຊ້ໄດ້ກັບການສຳພັນທັງໝົດບໍ່ວ່າຈະຢູ່ໃນສະພາບການແນວໃດກໍຕາມ. ມັນມີຢູ່ໃນພຣະຄຳພີຕະຫລອດທົ່ວເຫລັ້ມ ແລະ ໃນຄຳສອນຂອງສາດສະດາໃນສະໄໝຂອງເຮົາ. ໃນຂໍ້ພຣະຄຳພີຕໍ່ໄປນີ້ແມ່ນຄຳແນະນຳຂອງພຣະຜູ້ເປັນເຈົ້າ ຕໍ່ທຸກຄົນທີ່ຢາກດຳລົງຊີວິດນຳກັນຕະຫລອດການ ໃນຄວາມຮັກທີ່ມີຄວາມສຸກ:
“ຄົນໜຶ່ງໃນພວກເຂົາທີ່ເປັນທຳມະອາຈານກໍທົດລອງພຣະອົງ, ໂດຍຖາມວ່າ,
“ອາຈານເອີຍ, ໃນກົດບັນຍັດແມ່ນຂໍ້ໃດທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?
“ພຣະເຢຊູໄດ້ຕອບວ່າ, ຈົ່ງຮັກອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.
“ນັ້ນແຫລະແມ່ນພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.
“ຂໍ້ທີສອງກໍເໝືອນກັນຄື ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.
“ພຣະບັນຍັດທັງໝົດ ແລະ ບັນດາຖ້ອຍຄຳຂອງສາດສະດາກໍຂຶ້ນກັບພຣະບັນຍັດສອງຂໍ້ນີ້ແຫລະ.”1
ຈາກຂໍ້ຄວາມທີ່ລຽບງ່າຍນັ້ນ ມັນບໍ່ຍາກທີ່ຈະທົບທວນທຸກສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບການເລືອກທີ່ຈະນຳໄປສູ່ຄວາມສຸກໃນຄອບຄົວ. ຂ້າພະເຈົ້າຈະເລີ່ມຕົ້ນດ້ວຍຄຳຖາມທີ່ວ່າ, “ມີການເລືອກໃດແດ່ທີ່ໄດ້ນຳຂ້າພະເຈົ້າໄປຫາພຣະຜູ້ເປັນເຈົ້າທີ່ຮັກ ດ້ວຍສຸດຫົວໃຈ, ສຸດຈິດວິນຍານ ແລະ ດ້ວຍສຸດຄວາມຄິດຂອງຂ້າພະເຈົ້າ?” ສຳລັບຂ້າພະເຈົ້າແລ້ວ ມັນໄດ້ເປັນການເລືອກທີ່ຊ່ອຍໃຫ້ຂ້າພະເຈົ້າຮູ້ສຶກຊື່ນຊົມກັບການໃຫ້ອະໄພຜ່ານການຊົດໃຊ້ຂອງພຣະຜູ້ເປັນເຈົ້າ.
ຫລາຍປີກ່ອນ ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຊາຍໜຸ່ມຄົນໜຶ່ງຢູ່ເມືອງອາເບີເຄີກີ, ລັດນິວເມັກຊິໂກ, ຜູ້ຊຶ່ງຄູ່ສອນຂອງຂ້າພະເຈົ້າ ກັບຂ້າພະເຈົ້າໄດ້ສອນ. ຂ້າພະເຈົ້າໄດ້ຈຸ່ມຊາຍໜຸ່ມລົງນ້ຳ ແລະ ຍົກລາວຂຶ້ນມາໃໝ່. ລາວມີຮ່າງກາຍທີ່ສູງໃຫຍ່ເທົ່າກັບຕົວຂ້າພະເຈົ້າ ເພາະລາວໄດ້ເວົ້າໃສ່ຫູຂອງຂ້າພະເຈົ້າ. ໂດຍທີ່ປຽກຈາກນ້ຳໃນອ່າງ ແລະ ນ້ຳຕາໄຫລລົງອາບແກ້ມ ແລະ ດ້ວຍສຽງທີ່ຊື່ນຊົມ, ລາວໄດ້ເວົ້າວ່າ, “ຂ້ອຍສະອາດແລ້ວ, ຂ້ອຍສະອາດແລ້ວ.”
ຂ້າພະເຈົ້າເຄີຍເຫັນນ້ຳຕາທີ່ມີຄວາມສຸກເຊັ່ນນັ້ນ ຈາກຜູ້ໄດ້ກ່າວເຖິງຖ້ອຍຄຳຂອງອັກຄະສາວົກຂອງພຣະເຈົ້າ: ລາວໄດ້ກ່າວກັບນາງຫລັງຈາກໄດ້ສຳພາດນາງດ້ວຍຄວາມເມດຕາ ແລະ ລະອຽດວ່າ, “ເຮົາໃຫ້ອະໄພແກ່ເຈົ້າໃນພຣະນາມຂອງພຣະຜູ້ເປັນເຈົ້າ. ພຣະອົງຈະໃຫ້ຄວາມໝັ້ນໃຈແກ່ເຈົ້າເຖິງການໃຫ້ອະໄພຂອງພຣະອົງໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ.” ແລະ ພຣະອົງໄດ້ເຮັດແນວນັ້ນ.
ຂ້າພະເຈົ້າເຄີຍເຫັນວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາມາດເວົ້າໄດ້ວ່າ ເມື່ອບາບໄດ້ຖືກອະໄພໃຫ້ແລ້ວ ພຣະອົງຈະບໍ່ຈື່ມັນອີກຕໍ່ໄປ. ໂດຍອຳນາດຂອງການຊົດໃຊ້, ຜູ້ຄົນທີ່ຂ້າພະເຈົ້າຮູ້ຈັກດີ ແລະ ຮັກ ໄດ້ກາຍເປັນຄົນໃໝ່, ແລະ ບາບທີ່ເຄີຍເຮັດມາໄດ້ຖືກກວາດໜີ. ໃຈຂອງຂ້າພະເຈົ້າໄດ້ເຕັມໄປດ້ວຍຄວາມຮັກສຳລັບພຣະຜູ້ຊ່ອຍໃຫ້ລອດ ແລະ ພຣະບິດາທີ່ຮັກ ຜູ້ໄດ້ສົ່ງພຣະອົງມາ.
ພອນອັນຍິ່ງໃຫຍ່ນັ້ນໄດ້ມາເຖິງໂດຍທາງຜູ້ຄົນທີ່ກ້າຫານ ຜູ້ຂ້າພະເຈົ້າເປັນຫ່ວງເປັນໄຍຕໍ່ ທີ່ຈະໄປຫາພຣະຜູ້ຊ່ອຍໃຫ້ລອດເພື່ອການບັນເທົາຈາກຄວາມເຈັບປວດ ຊຶ່ງການບັນເທົານັ້ນພຽງແຕ່ພຣະອົງເທົ່ານັ້ນສາມາດຊ່ອຍໄດ້. ສະນັ້ນ ຂ້າພະເຈົ້າຈຶ່ງຢາກຮຽກຮ້ອງຄົນທີ່ຂ້າພະເຈົ້າຮັກໃຫ້ຮັບເອົາ ແລະ ຂະຫຍາຍການເອີ້ນທີ່ເຂົາເຈົ້າໄດ້ຮັບຢູ່ໃນສາດສະໜາຈັກ. ການເລືອກນັ້ນເປັນສິ່ງໜຶ່ງທີ່ສຳຄັນທີ່ສຸດຕໍ່ຄອບຄົວທີ່ມີຄວາມສຸກ.
ຄວາມກົດດັນໃນທຸກໄລຍະຂອງຊີວິດ ສາມາດລໍ້ລວງເຮົາໃຫ້ປະຕິເສດ ຫລື ບໍ່ເອົາໃຈໃສ່ການເອີ້ນທີ່ຈະຮັບໃຊ້ພຣະຜູ້ຊ່ອຍໃຫ້ລອດ. ສິ່ງນີ້ສາມາດເປັນສິ່ງອັນຕະລາຍຕໍ່ຕົວເຮົາເອງ, ຕໍ່ຄູ່ຄອງ, ແລະ ຄອບຄົວຂອງເຮົາ. ການເອີ້ນບາງຢ່າງອາດເບິ່ງຄືບໍ່ສຳຄັນ, ແຕ່ຊີວິດ ຂອງຂ້າພະເຈົ້າ, ຂອງຄອບຄົວ ໄດ້ປ່ຽນໄປໃນທາງທີ່ດີກວ່າ ໂດຍການຮັບເອົາການເອີ້ນທີ່ຈະສອນກຸ່ມມັກຄະນາຍົກ. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງມັກຄະນາຍົກ ທີ່ມີຕໍ່ພຣະຜູ້ຊ່ອຍໃຫ້ລອດ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຂົາ.
ຂ້າພະເຈົ້າໄດ້ເຫັນສິ່ງນັ້ນໄດ້ເກີດຂຶ້ນໃນຊີວິດຂອງອາດີດປະທານສະເຕກ ແລະ ປະທານເຜີຍແຜ່ ໃນການເອີ້ນເພິ່ນ ເພື່ອໃຫ້ເປັນຜູ້ປຶກສາຂອງກຸ່ມຄູສອນ. ຂ້າພະເຈົ້າຮູ້ຈັກຄົນໜຶ່ງອີກທີ່ເຄີຍເປັນອະທິການ ແລ້ວໄດ້ເປັນສາວົກເຈັດສິບປະຈຳເຂດ ຜູ້ໄດ້ຮັບໃຊ້ພຣະຜູ້ເປັນເຈົ້າເພື່ອຊ່ອຍເຫລືອຊາຍໜຸ່ມຄົນໜຶ່ງຢູ່ໃນກຸ່ມຄູສອນ ຜູ້ໄດ້ຮັບບາດເຈັບໃນອຸປະຕິເຫດ. ການຮັບໃຊ້ທີ່ໜ້າອັດສະຈັນໃຈນັ້ນ ໄດ້ສຳພັດຊີວິດຂອງຫລາຍຄົນ, ຮ່ວມທັງຊີວິດຂອງຂ້າພະເຈົ້າ, ແລະ ໄດ້ເຮັດໃຫ້ຄວາມຮັກທີ່ເຂົາເຈົ້າມີຕໍ່ພຣະຜູ້ຊ່ອຍໃຫ້ລອດມີຫລາຍຂຶ້ນ.
ໃນຂະນະທີ່ຮັບໃຊ້ຄົນອື່ນ, ສ່ວນຫລາຍແລ້ວ ເຮົາມັກຈະອ້ອນວອນຂໍໃຫ້ມີພຣະວິນຍານບໍລິສຸດສະຖິດຢູ່ນຳ. ຄວາມສຳເລັດໃນການຮັບໃຊ້ຂອງພຣະຜູ້ເປັນເຈົ້າ ສ່ວນຫລາຍແລ້ວຈະເຮັດໃຫ້ເກີດຄວາມມະຫັດສະຈັນເກີນກວ່າພະລັງຂອງເຮົາເອງ. ພໍ່ແມ່ຜູ້ມີລູກທີ່ອອກນອກທາງ ຈະຮູ້ວ່າສິ່ງນີ້ເປັນຄວາມຈິງ, ເຊັ່ນກັບຄູຢ້ຽມສອນທີ່ໄດ້ໄປຢ້ຽມຢາມຜູ້ຍິງຄົນໜຶ່ງທີ່ຕ້ອງການການປອບໂຍນ ຕອນສາມີຂອງນາງໄດ້ບອກນາງວ່າ ລາວຈະປະນາງໄປ. ຜູ້ຮັບໃຊ້ສອງຄົນໄດ້ມີຄວາມກະຕັນຍູທີ່ໄດ້ທູນຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າໃນເຊົ້າມື້ນັ້ນ ເພື່ອຂໍໃຫ້ສົ່ງພຣະວິນຍານບໍລິສຸດມາສະຖິດຢູ່ເປັນເພື່ອນ.
ໂດຍມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນເທົ່ານັ້ນ ທີ່ເຮົາຈະສາມາດຫວັງຄວາມຖືກຕ້ອງປອງດອງໃນການແຕ່ງງານ ໂດຍປາດສະຈາກການຜິດຖຽງກັນ. ຂ້າພະເຈົ້າເຄີຍໄດ້ເຫັນເຖິງການເປັນເພື່ອນນັ້ນວ່າ ສຳຄັນຫລາຍຂະໜາດໃດໃນຄວາມສຸກຂອງການແຕ່ງງານ. ຄວາມມະຫັດສະຈັນຂອງການເປັນໜຶ່ງແມ່ນຮຽກຮ້ອງຄວາມຊ່ອຍເຫລືອຈາກສະຫວັນ, ແລະ ຕ້ອງໃຊ້ເວລາ. ເປົ້າໝາຍຂອງເຮົາແມ່ນທີ່ຈະດຳລົງຊີວິດນຳກັນຕະຫລອດການ ໃນທີ່ປະທັບຂອງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດ.
ພໍ່ ແລະ ແມ່ຂອງຂ້າພະເຈົ້າ ແມ່ນແຕກຕ່າງກັນຫລາຍ. ແມ່ຂອງຂ້າພະເຈົ້າເປັນນັກຮ້ອງ ແລະ ເປັນນັກແຕ້ມ. ພໍ່ຂອງຂ້າພະເຈົ້າມັກເລື່ອງເຄມີ. ເທື່ອໜຶ່ງຕອນໄປເບິ່ງການສະແດງເພງ, ແມ່ຂອງຂ້າພະເຈົ້າ ປະຫລາດໃຈເມື່ອເຫັນພໍ່ຂອງຂ້າພະເຈົ້າລຸກຢືນຂຶ້ນ ກ່ອນຜູ້ຄົນຕົບມື. ແມ່ຂອງຂ້າພະເຈົ້າໄດ້ຖາມເພິ່ນວ່າ ເພິ່ນຈະໄປໃສ. ເພິ່ນຕອບແບບຄົນຊື່ວ່າ, “ເຂົາເຈົ້າສະແດງຈົບແລ້ວ, ບໍ່ແມ່ນຫວະ?” ພຣະວິນຍານບໍລິສຸດໄດ້ກະຕຸ້ນເພິ່ນໃຫ້ໄປເບິ່ງການສະແດງກັບແມ່ຂອງຂ້າພະເຈົ້າ ແລະ ໄດ້ນຳເພິ່ນມາເບິ່ງການສະແດງເພງນັ້ນເທື່ອແລ້ວເທື່ອອີກ.
ແມ່ຂອງຂ້າພະເຈົ້າໄດ້ອາໄສຢູ່ລັດນິວເຈີຊີ ເປັນເວລາ 16 ປີ ເພື່ອວ່າພໍ່ຂອງຂ້າພະເຈົ້າຈະສາມາດລ້ຽງດູຄອບຄົວໄດ້ ໂດຍການຄົ້ນຄວ້າ ແລະ ສອນວິຊາເຄມີສາດ. ສຳລັບແມ່ຂອງຂ້າພະເຈົ້າແລ້ວ ມັນເປັນການເສຍສະລະ ເພາະເພິ່ນໄດ້ຈາກແມ່ຂອງເພິ່ນຜູ້ເປັນແມ່ໝ້າຍ ແລະ ຈາກນ້າສາວຜູ້ເປັນໂສດຂອງເພິ່ນໄປ ຜູ້ໄດ້ຄອຍດູແລເອື້ອຍຢູ່ບ້ານສວນຫລັງເກົ່າໆ. ທັງສອງໄດ້ເສຍຊີວິດໄປຕອນແມ່ຂອງຂ້າພະເຈົ້າຢູ່ລັດນິວເຈີຊີ. ມີແຕ່ເທື່ອດຽວນັ້ນທີ່ຂ້າພະເຈົ້າເຄີຍໄດ້ເຫັນແມ່ຂອງຂ້າພະເຈົ້າຮ້ອງໄຫ້.
ຫລາຍປີຈາກນັ້ນ ພໍ່ຂອງຂ້າພະເຈົ້າໄດ້ຮັບການສະເໜີໃຫ້ເຮັດວຽກຢູ່ລັດຢູທາ. ເພິ່ນໄດ້ຖາມແມ່ຂອງຂ້າພະເຈົ້າອີກແບບຄົນຊື່ວ່າ, “ມຽວດະເຣດ, ນ້ອງຄິດວ່າອ້າຍຄວນເຮັດແນວໃດ?”
ເພິ່ນຕອບວ່າ, “ເຮັນຣີ, ໃຫ້ອ້າຍເຮັດສິ່ງທີ່ອ້າຍຄິດວ່າເປັນສິ່ງທີ່ດີທີ່ສຸດ.”
ເພິ່ນໄດ້ປະຕິເສດການສະເໜີ. ເຊົ້າມື້ຕໍ່ມາ ແມ່ໄດ້ຂຽນຈົດໝາຍໄປຫາເພິ່ນ ຊຶ່ງຂ້າພະເຈົ້າເສຍດາຍທີ່ບໍ່ໄດ້ເກັບຈົດໝາຍນັ້ນໄວ້. ຂ້າພະເຈົ້າຈື່ ເພິ່ນໄດ້ບອກເພິ່ນວ່າ, “ຢ່າເປີດມັນຢູ່ນີ້ເດີ້. ໃຫ້ໄປເປີດມັນຢູ່ຫ້ອງການພຸ້ນ.” ຈົດໝາຍໄດ້ເລີ່ມຕົ້ນດ້ວຍຄຳຕຳນິ. ຫລາຍປີກ່ອນ ພໍ່ໄດ້ສັນຍາແມ່ວ່າ ຖ້າເປັນໄປໄດ້ ເພິ່ນຈະພາແມ່ກັບໄປຢູ່ໃກ້ຄອບຄົວຂອງແມ່. ເພິ່ນປະຫລາດໃຈກັບຖ້ອຍຄຳທີ່ງຸດງິດໃຈຂອງແມ່. ເພິ່ນບໍ່ຈື່ຄວາມປາດຖະໜາໃນໃຈຂອງແມ່. ແລ້ວເພິ່ນໄດ້ສົ່ງຈົດໝາຍຮັບເອົາວຽກທັນທີ.
ເພິ່ນໄດ້ເວົ້າວ່າ, “ມຽວດະເຣດ, ເປັນຫຍັງນ້ອງຈຶ່ງບໍ່ບອກອ້າຍ?”
ແມ່ໄດ້ຕອບວ່າ, “ອ້າຍຄວນຈື່.”
ເພິ່ນມັກເວົ້າກ່ຽວກັບການເລືອກນັ້ນເລື້ອຍໆ ເຖິງການຍ້າຍມາຢູ່ລັດຢູທາ ຄືກັບວ່າເປັນການເລືອກຂອງເພິ່ນເອງ, ບໍ່ໄດ້ເປັນການເສຍສະລະອາຊີບຂອງເພິ່ນ. ທັງສອງໄດ້ຮັບການມະຫັດສະຈັນຂອງການກາຍເປັນໜຶ່ງ. ຄົງດີກວ່ານັ້ນຖ້າຫາກພໍ່ຂອງຂ້າພະເຈົ້າໄດ້ຖືກພຣະວິນຍານບໍລິສຸດເຕືອນກ່ຽວກັບຄຳສັນຍາທີ່ເພິ່ນໄດ້ເຮັດໄວ້ກັບແມ່ຂອງຂ້າພະເຈົ້າຫລາຍປີກ່ອນ. ແຕ່ເພິ່ນໄດ້ໃຫ້ພຣະວິນຍານບໍລິສຸດເຮັດໃຫ້ໃຈເພິ່ນອ່ອນລົງ ເພື່ອເຮັດໃຫ້ການເລືອກຂອງແມ່ຂອງຂ້າພະເຈົ້າ ກາຍເປັນການເລືອກຂອງເພິ່ນເອງ.
ພຣະບິດາເທິງສະຫວັນຮູ້ຈັກສິ່ງທີ່ຈະເກີດຂຶ້ນ, ຮູ້ຈັກເຮົາແຕ່ລະຄົນ, ແລະ ຮູ້ຈັກອະນາຄົດຂອງເຮົາ. ພຣະອົງຮູ້ວ່າເຮົາຈະຜ່ານຜ່າຄວາມຫຍຸ້ງຍາກອັນໃດແດ່. ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງໃຫ້ມາຮັບທຸກທໍລະມານ ເພື່ອວ່າພຣະອົງຈະຮູ້ຈັກວິທີຊ່ອຍເຫລືອເຮົາໃນການທົດລອງຂອງເຮົາທຸກຢ່າງ.
ເຮົາຮູ້ວ່າພຣະບິດາເທິງສະຫວັນມີລູກໆທາງວິນຍານຢູ່ໃນໂລກນີ້ ຜູ້ບາງເທື່ອເລືອກເຮັດບາບ ແລະ ເຮັດສິ່ງທີ່ບໍ່ມີຄວາມສຸກ. ເພາະສະນັ້ນ ພຣະອົງຈຶ່ງໄດ້ສົ່ງພຣະບຸດຫົວປີຂອງພຣະອົງໃຫ້ມາເປັນພຣະຜູ້ໄຖ່ຂອງເຮົາ, ເປັນການກະທຳອັນຍິ່ງໃຫຍ່ເຖິງຄວາມຮັກໃນທຸກສິ່ງທີ່ຖືກສ້າງຂຶ້ນມາ. ເພາະສະນັ້ນເຮົາຈຶ່ງຕ້ອງຄາດຫວັງໃຫ້ພຣະເຈົ້າຊ່ອຍເຫລືອ ແລະ ໃຊ້ເວລາທີ່ຈະຫລໍ່ຫລອມສຳລັບຊີວິດນິລັນດອນ, ເພື່ອຈະໄດ້ອາໄສຢູ່ນຳພຣະບິດາຂອງເຮົາ.
ຊີວິດໃນຄອບຄົວຈະທົດສອບເຮົາ. ນັ້ນຄືຈຸດປະສົງຢ່າງໜຶ່ງຂອງພຣະເຈົ້າໃນການມອບຂອງປະທານແຫ່ງການເປັນມະຕະໃຫ້ເຮົາ—ເພື່ອເພີ່ມຄວາມເຂັ້ມແຂງໃຫ້ເຮົາ ໂດຍການຜ່ານຜ່າການທົດສອບ. ນັ້ນເປັນຄວາມຈິງໃນຊີວິດຄອບຄົວ ບ່ອນທີ່ຈະພົບເຫັນຄວາມສຸກ ແລະ ຄວາມໂສກເສົ້າອັນຍິ່ງໃຫຍ່ ແລະ ການທ້າທາຍ ຊຶ່ງບາງເທື່ອ ເບິ່ງຄືກັບວ່າເກີນກວ່າເຮົາຈະທົນໄດ້.
ປະທານຈອດ ຄິວ ແຄນນັນ ໄດ້ກ່າວກ່ຽວກັບວິທີທີ່ພຣະເຈົ້າໄດ້ຕຽມທ່ານ ແລະ ຂ້າພະເຈົ້າ ແລະ ລູກໆຂອງພວກເຮົາສຳລັບການທົດສອບທີ່ເຮົາຈະປະເຊີນ ດັ່ງນີ້: “ພຣະເຈົ້າຮັກທຸກຄົນ. ພຣະອົງບໍ່ເຄີຍເຊົາເປັນຫ່ວງເປັນໄຍ ແລະ ທະນຸຖະໜອມ. ພຣະອົງບໍ່ເຄີຍເຊົາຊ່ອຍໃຫ້ລອດ. ພຣະອົງບໍ່ເຄີຍເຊົາສົ່ງທູດຂອງພຣະອົງມາຊ່ອຍເຫລືອເຮົາ. ເຮົາອາດຄິດວ່າ ເຮົາບໍ່ດີພໍໃນສາຍຕາຂອງເຮົາເອງ ແລະ ສຳລັບຄົນອື່ນ, ແຕ່ຄວາມຈິງແມ່ນວ່າ ເຮົາເປັນລູກຂອງພຣະເຈົ້າ, ແລະ ພຣະອົງໄດ້ສົ່ງທູດຂອງພຣະອົງມາ—ຜູ້ເຮົາບໍ່ສາມາດຫລຽວເຫັນ ທີ່ເຕັມໄປດ້ວຍອຳນາດ ແລະ ລິດເດດ—ມາຊ່ອຍເຫລືອເຮົາ, ແລະ ພວກເພິ່ນໄດ້ຄອຍດູແລເຮົາ ແລະ ປົກປ້ອງເຮົາ.”2
ສິ່ງທີ່ປະທານແຄນນັນ ໄດ້ສອນເປັນຄວາມຈິງ. ທ່ານຕ້ອງການຄວາມແນ່ນອນໃຈນັ້ນ, ດັ່ງທີ່ຂ້າພະເຈົ້າຕ້ອງການ ແລະ ໄດ້ເພິ່ງພາອາໄສ.
ຂ້າພະເຈົ້າໄດ້ອະທິຖານດ້ວຍສັດທາວ່າ ຄົນທີ່ຂ້າພະເຈົ້າຮັກຈະສະແຫວງຫາ ແລະ ຮູ້ສຶກເຖິງອຳນາດຂອງການຊົດໃຊ້. ຂ້າພະເຈົ້າໄດ້ອະທິຖານດ້ວຍສັດທາວ່າ ທູດທີ່ເປັນມະນຸດ ຈະມາຊ່ອຍເຫລືອເຂົາເຈົ້າ, ແລະ ພວກເພິ່ນກໍໄດ້ມາແທ້.
ພຣະເຈົ້າໄດ້ຈັດວິທີທາງທີ່ຈະຊ່ອຍເຮົາຜູ້ເປັນລູກໆຂອງພຣະອົງໃຫ້ລອດ. ສຳລັບຫລາຍຄົນ, ຕ້ອງໄດ້ຮັບຄວາມຊ່ອຍເຫລືອຈາກອ້າຍເອື້ອຍນ້ອງ ຫລື ພໍ່ຕູ້ແມ່ຕູ້ຜູ້ຮັກເຂົາເຈົ້າ ບໍ່ວ່າເຂົາເຈົ້າໄດ້ເຮັດຫຍັງກໍຕາມ.
ຫລາຍປີກ່ອນ ເພື່ອນຄົນໜຶ່ງຂອງຂ້າພະເຈົ້າໄດ້ກ່າວເຖິງແມ່ຕູ້ຂອງລາວ. ນາງມີຊີວິດຢູ່ດົນນານ, ຊື່ສັດສະເໝີຕໍ່ພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກຂອງພຣະອົງ. ແຕ່ຫລານຊາຍຄົນໜຶ່ງຂອງນາງເລືອກໃຊ້ຊີວິດເຮັດອາສະຍາກຳ. ລາວຖືກສົ່ງເຂົ້າຄຸກ. ເພື່ອນຂອງຂ້າພະເຈົ້າບອກວ່າ ແມ່ຕູ້ຂອງລາວໄດ້ຂັບລົດໄປຢ້ຽມຢາມຫລານຢູ່ຄຸກ, ໄດ້ຮ້ອງໄຫ້ດ້ວຍຄວາມທຸກໂສກຕອນອະທິຖານ ກ່າວວ່າ, “ຂ້ານ້ອຍໄດ້ພະຍາຍາມດຳລົງຊີວິດໃນທາງທີ່ດີ. ເປັນຫຍັງ, ເປັນຫຍັງຂ້ານ້ອຍຈຶ່ງປະເຊີນກັບບັນຫາທີ່ໂສກເສົ້າຂອງຫລານຊາຍ ຜູ້ສະແຫວງຫາທີ່ຈະທຳລາຍຊີວິດຂອງລາວເອງ?”
ຄຳຕອບໄດ້ມາສູ່ຈິດໃຈຂອງນາງ ບອກວ່າ: “ເຮົາໄດ້ມອບລາວໃຫ້ເຈົ້າ ເພາະວ່າເຮົາຮູ້ວ່າ ເຈົ້າຮັກລາວ ບໍ່ວ່າລາວໄດ້ເຮັດຫຍັງກໍຕາມ.”
ມີບົດຮຽນທີ່ດີເລີດສຳລັບເຮົາທຸກຄົນ. ວິທີທາງສຳລັບພໍ່ແມ່ ແລະ ພໍ່ຕູ້ແມ່ຕູ້ທີ່ຮັກແພງ ແລະ ຜູ້ຮັບໃຊ້ຂອງພຣະເຈົ້າ ຈະບໍ່ງ່າຍຢູ່ໃນໂລກທີ່ເສື່ອມໂຊມນີ້. ເຮົາບໍ່ສາມາດບັງຄັບລູກໆຂອງພຣະເຈົ້າໃຫ້ເລືອກທາງທີ່ນຳໄປສູ່ຄວາມສຸກ. ພຣະເຈົ້າບໍ່ສາມາດເຮັດແນວນັ້ນ ເພາະພຣະອົງໄດ້ປະທານອຳເພີໃຈໃຫ້ເຮົາ.
ພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ ຮັກລູກໆຂອງພຣະເຈົ້າທຸກຄົນ ບໍ່ວ່າເຂົາຈະເລືອກເຮັດສິ່ງໃດ ຫລື ເຂົາກາຍເປັນຄົນແບບໃດກໍຕາມ. ພຣະຜູ້ຊ່ອຍໃຫ້ລອດໄດ້ໃຊ້ແທນບາບທັງໝົດ, ບໍ່ວ່າຈະຮ້າຍແຮງຫລາຍປານໃດກໍຕາມ. ເຖິງແມ່ນຈະຕ້ອງເປັນໄປຕາມຄວາມຍຸດຕິທຳ, ແຕ່ໂອກາດສຳລັບຄວາມເມດຕາໄດ້ຖືກມອບໃຫ້ ຊຶ່ງບໍ່ສາມາດຂະໂມຍຄວາມຍຸດຕິທຳໄປ.
ແອວມາໄດ້ກ່າວເຖິງຄວາມຫວັງນັ້ນກັບໂຄຣິແອນທັນ ລູກຊາຍຂອງເພິ່ນ ໃນຖ້ອຍຄຳເຫລົ່ານີ້: “ສະນັ້ນ, ຕາມຄວາມຍຸດຕິທຳແລ້ວ, ແຜນແຫ່ງການໄຖ່ຈະເກີດຂຶ້ນບໍ່ໄດ້, ເວັ້ນເສຍແຕ່ໂດຍເງື່ອນໄຂຂອງການກັບໃຈຂອງມະນຸດໃນສະພາບແຫ່ງການທົດລອງນີ້, ແທ້ຈິງແລ້ວ, ສະພາບແຫ່ງການທົດລອງນີ້; ເພາະຖ້າຫາກມັນບໍ່ເປັນໄປຕາມເງື່ອນໄຂເຫລົ່ານີ້, ຄວາມເມດຕາຈະເກີດຜົນບໍ່ໄດ້ເວັ້ນເສຍແຕ່ຈະທຳລາຍວຽກງານແຫ່ງຄວາມຍຸດຕິທຳເສຍ. ບັດນີ້ວຽກງານແຫ່ງຄວາມຍຸດຕິທຳຈະຖືກທຳລາຍບໍ່ໄດ້; ຖ້າຫາກເປັນເຊັ່ນນັ້ນ, ພຣະເຈົ້າກໍຈະເລີກເປັນພຣະເຈົ້າ.”3
ຂ່າວສານຂອງຂ້າພະເຈົ້າຕໍ່ຫລານທັງຫລາຍຂອງຂ້າພະເຈົ້າໃນຕອນນັ້ນ, ແລະ ຕໍ່ທຸກຄົນໃນພວກເຮົາທີ່ພະຍາຍາມສ້າງຄອບຄົວນິລັນດອນ, ແມ່ນວ່າ ຜູ້ທີ່ຊື່ສັດຈະໄດ້ຮັບຄວາມສຸກຢ່າງແນ່ນອນ. ກ່ອນໂລກມີມາ, ພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງມີຄວາມຮັກ ແລະ ໄດ້ໃຊ້ຄວາມພະຍາຍາມກັບຜູ້ທີ່ພວກພຣະອົງຮູ້ວ່າ ຈະອອກນອກທາງໄປ. ພຣະເຈົ້າຈະຮັກເຂົາເຈົ້າຕະຫລອດໄປ.
ທ່ານໂຊກດີຫລາຍທີ່ຮູ້ວ່າ ເຂົາເຈົ້າໄດ້ຮຽນຮູ້ແຜນແຫ່ງຄວາມລອດ ຈາກການສອນທີ່ເຂົາເຈົ້າໄດ້ຮັບຢູ່ໃນໂລກກ່ອນເກີດ. ເຂົາເຈົ້າ ແລະ ທ່ານຊື່ສັດພຽງພໍທີ່ຈະຖືກສົ່ງມາສູ່ໂລກນີ້ ໃນຂະນະທີ່ຜູ້ອື່ນບໍ່ໄດ້ຖືກສົ່ງມາ.
ດ້ວຍຄວາມຊ່ອຍເຫລືອຂອງພຣະວິນຍານບໍລິສຸດ, ຄວາມຈິງທັງໝົດຈະຖືກນຳມາສູ່ຄວາມຊົງຈຳ. ເຮົາບໍ່ສາມາດບັງຄັບຄົນອື່ນ, ແຕ່ເຮົາສາມາດປ່ອຍໃຫ້ເຂົາເຈົ້າເຫັນພຣະວິນຍານຢູ່ໃນຊີວິດຂອງເຮົາ. ເຮົາສາມາດກ້າຫານຈາກຄວາມໝັ້ນໃຈວ່າ ເຮົາທຸກຄົນຄັ້ງໜຶ່ງເຄີຍມີຄວາມສຸກນຳກັນ ຕອນເປັນສະມາຊິກໃນຄອບຄົວຂອງພຣະບິດາເທິງສະຫວັນ. ດ້ວຍຄວາມຊ່ອຍເຫລືອຂອງພຣະເຈົ້າ ເຮົາທຸກຄົນສາມາດຮູ້ສຶກເຖິງຄວາມຫວັງນັ້ນ ແລະ ຄວາມສຸກນັ້ນອີກ. ຂ້າພະເຈົ້າອະທິຖານຂໍໃຫ້ເປັນເຊັ່ນນັ້ນສຳລັບເຮົາທຸກຄົນ, ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.