​2010–2019
​ເພງ​ຄ້ຳຄວນ​ຂອງ​ເຢ​ເລ​ມີ​ຢາ: ຈົ່ງ​ລະວັງ​ຄວາມ​ເປັນ​ຂ້າ​ທາດ
ຕຸລາ 2013


14:34

​ເພງ​ຄ້ຳຄວນ​ຂອງ​ເຢ​ເລ​ມີ​ຢາ: ຈົ່ງ​ລະວັງ​ການ​ເປັນ​ຂ້າ​ທາດ

ການ​ທ້າ​ທາຍ​ຂອງ​ພວກ​ເຮົາ​ແມ່ນ​ທີ່​ຈະ​ຫລີກ​ລ້ຽງ​ການ​ເປັນ​ຂ້າ​ທາດ​ທຸກ​ຢ່າງ ​ເພື່ອ​ຊ່ອຍ​ພຣະຜູ້​ເປັນ​ເຈົ້າ​​ເຕົ້າ​ໂຮມຄົນ​ທີ່​ພຣະອົງ​ໄດ້​ເລືອກ ​ແລະ ​ເສຍ​ສະລະ​ເພື່ອ​ຄົນ​ລຸ້ນໃໝ່.

​ເມື່ອ​ເຮົາ​​ແຕ່ງງານ​ໃໝ່, ຂ້າພະ​ເຈົ້າພ້ອມ​ກັບ​ພັນ​ລະ​ຍາ ມາ​ຣີ ​ໄດ້​ຕັດສິນ​ໃຈ​ວ່າ ຖ້າ​ເປັນ​ໄປ​ໄດ້​ເຮົາ​ຈະ ​ເລືອກ​ກິດຈະກຳ​ທີ່​ເຮົາ​ສາມາດ​ໄປ​ນຳ​ກັນ. ອີກ​ຢ່າງ​ໜຶ່ງ​ເຮົາ​ຢາກ​ລອບ​ຄອບ​ກັບ​ງົບປະມານ​ຂອງ​​ເຮົາ. ມາຣີມັກ​ດົນຕີ ​ແລະ ​ແນ່ນອນ​ອາດ​ເປັນ​ຫ່ວງ​ວ່າ ຂ້າພະ​ເຈົ້າຈະ​ໄປ​ເບິ່ງ​ກິລາ​ຫລາຍ​ໂພດ ດັ່ງນັ້ນນາງ​ຈຶ່ງ​ໄດ້​​ເຈ​ລະ​ຈາ​ວ່າ ຖ້າ​ໄປ​ເບິ່ງກິລາ​​ໜຶ່ງ​ເທື່ອ ຕ້ອງ​ໄປ​ເບິ່ງ​ລະຄອນ​ເພງ, ​ໂອ​ເປຣາ ຫລື ກິດຈະກຳ​ວັດທະນະທຳສອງ​ເທື່ອ.

​ທຳ​ອິດ​ຂ້າພະ​ເຈົ້າບໍ່​ມັກ​ໂອ​ເປຣາຫລາຍ​ປານ​ໃດ, ​ແຕ່​ດົນ​ມາ​ຂ້າພະ​ເ​ຈົ້າ​ປ່ຽນ​ໃຈ. ຂ້າພະ​ເຈົ້າ​ເລີ່ມຊື່ນຊົມ​ນຳ​ບົດ​ໂອ​ເປຣາຂອງ​ຈິ​ເຊບປີ ​ເວີ​ດີ.1 ອາທິດ​ນີ້​ແມ່ນ​ວັນ​ຄົບຮອບ 200 ປີ​ຂອງ​ການ​ເກີດ​ຂອງ​ລາວ.

ຕອນ​ເປັນ​ໄວ​ລຸ້ນ ທ່ານ​ເວີ​ດີ​ສົນ​ໃຈ​ຫລາຍ​ເລື່ອງ​ສາດສະດາ​ເຢ​ເລ​ມີ​ຢາ ​ແລະ ​ໃນ​ປີ 1842 ຕອນ​ອາຍຸ 28 ປີ ລາວ​ໄດ້​ມີຊື່​ສຽງ​ຍ້ອນ​ໂອ​ເປຣາ ນາ​ບຸກ​ໂກ້, ​ເປັນ​ຊື່ສັ້ນ​ໃນ​ພາສາ​ອິດ​ຕາ​ລີ​ຂອງ​ຊື່​ເນ​ບູກາດ​ເນັດ​ສາ ກະສັດ​ເມືອງ​ບາ​ບີ​ໂລ​ນ. ລະຄອນ​ໂອ​ເປຣາ​ນີ້​ມີ​ຫລັກ​ທຳ​ທີ່​ມາ​ຈາກ​ໜັງສື​ເຢ​ເລ​ມີ​ຢາ ​ເພງ​ຄ້ຳຄວນ ​ແລະ ​ເພງ​ສັນລະ​ເສີນ ​ໃນ​ພຣະສັນຍາ​ເດີມ. ​​ໂອ​ເປຣານີ້​ເລົ່າ​ເລື່ອ​ງການ​ປາບ​ກຸງ​ເຢຣູຊາ​ເລັມ ​ແລະ ການ​ເປັນ​ຂ້າ​ທາດ​ຂອງ​ຊາວ​ຢິວ. ​ເພງ​ສັນລະ​ເສີນ​ ບົດ​ທີ 137 ​ເປັນ​ເລື່ອງ​ທີ່​ດົນ​ໃຈ ​ແລະ ປະ​ທັບ​ໃຈ​ຂອງ​ເວີ​ດີ ຄື “Chorus of the Hebrew Slaves” ​ແປ​ວ່າ ​ເພງ​ຂ້າ​ທາດ​ຂອງ​ຊາ​ວ​ເຮັບ​ເຣີ.​​ ໃນ​ປຶ້ມພຣະຄຳ​ພີ​ຂອງ​ພວກ​ເຮົາມີ​ຫົວ​ຂໍ້​ທີ່​ບອກ​ວ່າ: “ຕອນ​ທີ່​ເປັນ​ຂ້າ​ທາດ ຊາວ​ຢິວ​ໄດ້​ຮ້ອງ​ໄຫ້​ທີ່​ແຄມ​ແມ່ນ້ຳບາ​ບີ​ໂລ​ນ—​ຍ້ອນ​ຄວາມ​ໂສກ​ເສົ້າ ​ເຂົາ​ເຈົ້າທົນ​ບໍ່​ໄດ້​ທີ່​ຈະຮ້ອງ​ເພງ​ແຫ່ງ​ສີ​ໂອນ.”

ຈຸດປະສົງ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ທີ່​ຈະ​ກວດຄືນ​ຫລາຍ​ຢ່າງ​ຂອງ​ການເປັນ​ທາດ​ເປັນ​ຊະ​ເລີຍ. ຂ້າພະ​ເຈົ້າຈະ​ປຽບທຽບ​ສະຖານະ​ການ​ຂອງ​ສະ​ໄໝ​ເຮົາ​ກັບ​ສະ​ໄໝ​ເຢ​ເລ​ມີ​ຢາ​ກ່ອນ​ການ​ປາບ​ກຸງ​ເຢຣູຊາ​ເລັມ. ​ໃນ​ຂະນະ​ທີ່​ໃຫ້​ຄຳ​ເຕືອນ​ນີ້, ຂ້າພະ​ເຈົ້າກະຕັນຍູ​ທີ່​​ສະມາຊິກ​ສ່ວນ​ຫລາຍ​ກຳລັງ​ຫລີກ​ລ້ຽງ​ຢ່າງ​ຊອບ​ທຳ ​ໃນ​ການ​ກະທຳ​ຢ່າງ​ສະ​ໄໝ​ເຢ​ເລ​ມີ​ຢາ​ທີ່​​ເປັນໜ້າ​ລັງ​ກຽດ​ຕໍ່​ພຣະຜູ້​ເປັນ​ເຈົ້າ.

ຄຳ​ທຳນາຍ ​ແລະ ​ເພງ​ຄ້ຳຄວນ​ຂອງ​ເຢ​ເລ​ມີ​ຢາ​ກໍ​ສຳຄັນ​ສຳລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເຢ​ເລ​ມີ​ຢາ ​ແລະ ກຸງ​ເຢ​ຣູຊາ​ເລັມ​ໃນ​ສະ​ໄໝຂອງ​ເພິ່ນ​ເປັນ​ເລື່ອງ​ແນະນຳ​ບົດ​ທຳ​ອິດ​ໃນ​ພຣະຄຳ​ພີ​ມໍ​ມອນ. ​ເຢ​ເລ​ມີ​ຢາ​ເປັນ​ຄົນ​ສະ​ໄໝ​ດຽວ​ກັບ​ສາດສະດາ​ລີ​ໄຮ.2 ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຢ​ເລ​ມີ​ຢາ​ຢ່າງ​ຊັດ​ເຈນ​ກ່ຽວ​ກັບ​ການ​ແຕ່ງຕັ້ງກ່ອນ​ເກີດ​ຂອງ​ເພິ່ນ: “​ເຮົາ​ເລືອກ​ເຈົ້າ​ໄວ້​ກ່ອນ​ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ເຈົ້າ ​ແລະ ກ່ອນ​ເຈົ້າ​ໄດ້​ເກີດ​ມາ ​ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ​ເພື່ອ​ໃຫ້​​ເປັນ​ຜູ້​ປະກາດ​ພຣະຄຳ​ແກ່​ຊົນ​ຊາດ​ທັງຫລາຍ.”3

ລີ​ໄຮ​ໄດ້​ມີ​ການ​ເອີ້ນ,​ ມີ​ພາລະກິດ, ​ແລະ ການ​ມອບ​ໝາຍ​ທີ່​ແຕກ​ຕ່າງ​ກັນຈາກ​ພຣະຜູ້​ເປັນ​ເຈົ້າ. ​ເພິ່ນ​ບໍ່​ໄດ້​ຖືກ​ເອີ້ນ​ໃນ​ຕອນ​ໄວ​ລຸ້ນ ​ແຕ່​ໃນ​ຕອນ​ເພິ່ນ​ແກ່​ແລ້ວ. ທຳ​ອິດ​ເພິ່ນ​ໄດ້​ເຕືອນ ​ແລະ ຫລັງ​ຈາກ​ໄດ້​ປະກາດ​ຂ່າວສານ​ຢ່າງ​ຊື່ສັດ ອັນ​ດຽວ​ກັບ​ເຢ​ເລ​ມີ​ຢາ,​ ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເພິ່ນ​ໃຫ້​ພາ​ຄອບຄົວຂອງ​ເພິ່ນ ​ແລະ ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.4 ​ເພາະ​ໄດ້​ເຮັດ​ດັ່ງນັ້ນ ລີ​ໄຮ​ຈຶ່ງ​ໄດ້​ນຳ​ພອນ​ມາ​ໃຫ້ ບໍ່​ແມ່ນສຳລັບ​ຄອບຄົວ​ຂອງ​ເພິ່ນ​ເອງ​ເທົ່າ​ນັ້ນ, ​ແຕ່​ສຳລັບ​ທຸກ​ຄົນ​ນຳ​ອີກ.

​ໃນ​ລະຫວ່າງ​ຫລາຍ​ປີ​ກ່ອນ​ການ​ທຳລາຍ​ກຸງ​ເຢ​ຣູຊາ​ເລັມ,5 ຂ່າວ​ສານ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເຢ​ເລ​ມີ​ຢາ ​ແມ່ນ​ລືມ​ບໍ່​ໄດ້. ພຣະອົງ​ໄດ້ກ່າວ​ວ່າ:

“​ປະຊາຊົນ​ຂອງ​ເຮົາ​ໄດ້​ສັບ​ປ່ຽນ​ເຮົາ​ເດີ ພຣະ​ເຈົ້າຜູ້​ທີ່​ໄດ້​ນຳ​ກຽດ​ສັກ​ສີມາ​ສູ່​ເຂົາ​ເຈົ້າກັບ​ບັນດາ​ພຣະທີ່​ບໍ່​ສາມາດ​ເຮັດ​ຫຍັງ. …

“… ​ເຂົາ​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ​ ນ້ຳພຸ​ແຫ່ງ​ຊີວິດ ​ແລະ ​ເຂົາ​ໄດ້​ຂຸດ ... ອ່າງ​​ແຕກ ... ບັນຈຸ​ນ້ຳ​ໄວ້​ບໍ່​ໄດ້.”6

​ໃນ​ການ​ເວົ້າ​ເຖິງ​ເລື່ອງ​ໄພພິບັດ​ທີ່​ຈະ​ມາສູ່​ຊາວ​ເຢຣູຊາ​ເລັມ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຄ້ຳຄວນວ່າ, “[ສຳລັບ​ເຂົາ​ເຈົ້າ] ລະດູ​ຮ້ອນ​ຜ່ານ​ພົ້ນ ລະດູ​​ເກັບ​ກ່ຽວ​ຈວນ​ຈະ​ໝົດ ​ແຕ່ [​ເຂົາ​ເຈົ້າ] ຍັງ​ບໍ່​ໄດ້​ຖືກ​ຊ່ອຍ​ໃຫ້​ພົ້ນ.”7

ພຣະ​ເຈົ້າມີ​ພຣະປະສົງ​ໃຫ້​ມະນຸດ​ມີ​ອິດ​ສະລະ​ພາບ​ທີ່​ຈະ​ເລືອກ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ​. ​ເມື່ອ​ໃດ​ທີ່​ການ​ເລືອກ​ຄວາມ​ຊົ່ວ​ຮ້າຍ​ກາຍ​ເປັນ​ລັກສະນະ​ໃຫຍ່​ສຸດ​ຂອງ​ວັດທະນະທຳ ຫລື ປະ​ເທດ​ຊາດ ກໍ​ຍ່ອມ​ມີ​ຜົນ​ສະທ້ອນ​ສາຫັດ ທັງ​ໃນຊີວິດ​ນີ້ ​ແລະ ຊີວິດ​ທີ່​ຈະ​ມາ​ເຖິງ. ຄົນ​ອາດ​ກາຍ​ເປັນ​ທາດ ຫລື ​ໃຫ້​ຕົວ​ເອງ​ເປັນ​ຂ້າ​ທາດ​ນຳ​ວັດຖຸ​ເສບ​ຕິດ​ອັນຕະລາຍ ​ແລະ ນຳ​ວິທະຍາ​ທີ່​ເສບ​ຕິດ​ອັນ​ຕະລາຍ ຊຶ່ງ​ເຮັດ​ໃຫ້​ຫ່າງ​ຈາກ​ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ.

ທີ່​ຫັນ​ໄປ​ຈາກ​ການ​ນະມັດສະການ​ພຣະ​ເຈົ້າອົງ​ທ່ຽງ​ແທ້ ​ແລະ ຊົງ​ພຣະຊົນ​ຢູ່ ​ແລະ ການ​ນະມັດສະການ​ພຣະປອມດັ່ງ​ຄວາມ​ຮັ່ງມີ ​ແລະ ສື່ສຽງ ​ແລະ ການປະພຶດ​ທີ່​ຊົ່ວ​ຊ້າ ​ແລະ ບໍ່​ຊອບ​ທຳ ຍ່ອມ​ເກີດ​ມີ​ການ​ເປັນ​ຂ້າ​ທາດ​ໃນ​ທຸກ​ແບບທຸກ​ຢ່າງ​ທີ່​ຊົ່ວ​ຮ້າຍ. ​ແບບຢ່າງ​ດັ່ງກ່າວ ​ແມ່ນ​ຮ່ວມ​ທັງ​ການ​ເປັນ​ຂ້າ​ທາດ​ທາງ​ວິນ​ຍານ, ທາງ​ຮ່າງກາຍ, ​ແລະ ທາງ​ສະຕິ​ປັນຍາ ​ແລະ ບາງ​ເທື່ອ​ນຳ​ການ​ທຳລາຍ​ມານຳ. ​ເຢ​ເລ​ມີ​ຢາ ​ແລະ ລີ​ໄຮ​ໄດ້​ສອນ​ວ່າ ຄົນ​ຊອບ​ທຳ​ຕ້ອງຊ່ອຍ​ພຣະຜູ້​ເປັນ​ເຈົ້າຈັດຕັ້ງສາດສະໜາ​ຈັກ ​ແລະ ອານາຈັກ​ຂອງ​ພຣະອົງ ​ແລະ ຊ່ອຍ​ເຕົ້າ​ໂຮມ​​ອິດສະຣາ​ເອນ​ທີ່​ຖືກ​ກະຈັດກະຈາຍ​ໄປ.8

ຂ່າວສານ​ດັ່ງກ່າວ​ນີ້​ໄດ້​ເວົ້າຊ້ຳ​ແລ້ວຊ້ຳອີກ​ໃນ​ຫລາຍໆ​ສັດຕະວັດ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ. ມັນ​ເປັນຈຸດ​ໃຈ​ກາງ​ຂອງ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃນ​ຍຸກ​ສະ​ໄໝ​ສຸດ​ທ້າຍ​ນີ້.

ການ​ເປັນ​ຊະ​ເລີຍ​ຂອງ​ຊາວ​ຢິວ ​ແລະ ການ​ກະຈັດກະຈາຍ​ໄປ​ຂອງ​ຊົນ​ເຜົ່າ​ອິດສະຣາ​ເອນ ​ແມ່ນ​ຮ່ວມ​ດ້ວຍ​ສິບ​ເຜົ່າ​ທີ່​ຫາຍ​ໄປ​ ກໍ​ເປັນ​ຂໍ້​ມູນ​ສຳຄັນ​ໃນ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ​ຄືນ​ມາ​ໃໝ່. ສິບ​ເຜົ່າ​ແຫ່ງ​ອິດສະຣາ​ເອນ​ທີ່​ຫາຍ​ໄປ​ນັ້ນ​ເຄີຍ​ເປັນ​ອານາຈັກ​ເໜືອ​ແຫ່ງ​ອິດສະຣາ​ເອນ ​ແລະ ຖືກ​ນຳ​ໄປ​ເປັນ​ຊະ​ເລີຍ​ທີ່​ປະ​ເທດ​ອັດ​ຊີ​ເລຍ ​ໃນ​ປີ 721 ກ່ອນ ຄ.ສ.. ​ເຂົາ​ເຈົ້າ​ໄດ້​ໄປ​ທາງ​ເໜືອ.9 ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ຂອງ​ພວກ​ເຮົາ​ກ່າວ​ວ່າ, “​ພວກ​ເຮົາ​ເຊື່ອ​ໃນ​ການ​ຮ່ວມ​ກັນ​ຂອງ​ອິດສະຣາ​ເອນ ​ແລະ ​ໃນ​ການ​ນຳ​ກັບ​ຄືນ​ມາ​ຂອງ​ເຜົ່າ​ທັງ​ສິບ.”10 ພວກ​ເຮົາ​ເຊື່ອອີກວ່າ​ໃນ​ພັນທະ​ສັນຍາ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ກັບ​ອັບຣາຮາມ ບໍ່​ແມ່ນ​ແຕ່​ເຊື້ອສາຍ​ຂອງ​ເພິ່ນ​ເທົ່າ​ນັ້ນທີ່​ຈະ​ໄດ້​ຮັບ​ພອນ ​ແຕ່​ແມ່ນ​ທຸກ​ຄົນ​ທົ່ວ​ໂລກ​ທີ່​ຈະ​ໄດ້​ຮັບ​ພອນ. ດັ່ງທີ່​ແອວ​ເດີ ຣະ​ໂຊ ​ເອັ​ມ ນຽວສັນ ​ໄດ້​ກ່າວ​ວ່າ ການ​​ເຕົ້າ​ໂຮມ​ດັ່ງກ່າວ “ບໍ່​ແມ່ນ​ກ່ຽວ​ກັບ​ສະຖານ​ທີ່; ມັນ​ແມ່ນ​ເລື່ອງ​ການ​ຜູກ​ມັດ​ສ່ວນ​ຕົວ. ຜູ້​ຄົນ​ຈະ​ນຳ​ມາສູ່​ຄວາມ​ຮູ້​ເລື່ອງ​ຂອງ​ພຣະ​ເຈົ້າ’ [3 ນີ​ໄຟ 20:13] ​ໂດຍ​ບໍ່​ຕ້ອງ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.”11

ຫລັກ​ຄຳ​ສອນ​ຂອງ​ພວກ​ເຮົາ​ແມ່ນ​ແຈ່ມ​ແຈ້ງ: “ພຣະຜູ້​ເປັນ​ເຈົ້າ​ໄດ້​ກະຈັດກະຈາຍ ​ແລະ ລົງ​ໂທດ​ເຜົ່າ​ທັງ​ສິບ​ສອງ​ຂອງ​ອິດສະຣາ​ເອນ ຍ້ອນ​ຄວາມ​ບໍ່​ຊອບ​ທຳ ​ແລະ ການ​ກະບົດ​ຂອງ​​ເຂົາ​​ເຈົ້າ. ​ແຕ່​ພຣະຜູ້​ເປັນ​ເຈົ້າ [​ໄດ້​ໃຊ້] ການ​ກະຈັດກະຈາຍ​ຜູ້​ຄົນ​ທີ່​ຖືກເລືອກ​ຂອງພຣະອົງ​ໃນ​ລະຫວ່າງ​ປະ​ເທດ​ຊາດ​ທັງຫລາຍ​ໃນ​ໂລກ ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ປະ​ເທດ​ຊາດ​ດັ່ງກ່າວ.”12

ພວກ​ເຮົາ​ຮຽນ​ຮູ້​ບົດຮຽນ​ທີ່​ມີຄ່າ​ຫລາຍ​ຈາກ​ໄລຍະ​ດັ່ງກ່າວ​ນີ້. ພວກ​ເຮົາ​ຄວນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໂດຍ​ສຸດ​ຄວາມ​ສາມາດ​ຂອງ​ພວກ​ເຮົາ​ທີ່​ຈະ​ຫລີກ​ລ້ຽງ​ບາບ ​ແລະ ການ​ກະບົດ​ທີ່​ນຳ​ໄປ​ສູ່​ການ​ເປັນ​ຂ້າ​ທາດ.13 ​ພວກ​ເຮົາ​ຍອມຮັບ​ຮູ້​ອີກ​ວ່າ ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ​ກໍ​ຈຳ​ເປັນ​ທີ່​ຈະ​ຊ່ອຍ​ພຣະຜູ້​ເປັນ​ເຈົ້າ​ໃນ​ການ​ຮວບ​ຮວມຜູ້​ຄົນ​ທີ່​ຖືກເລືອກ​ຂອງພຣະອົງ ​ແລະ ການ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ຂອງ​ຊາວ​ອິດສະຣາ​ເອນ.

ການ​ເປັນ​ຊະ​ເລີຍ, ການ​ເປັນ​ຂ້າ​ທາດ, ການ​ຕິດ​ແສດ, ​ແລະ ການ​ເປັນ​ຂ້ອຍ​ຂ້າ ມີ​ຫລາ​ຍຮູບ​ແບບ. ມັນ​ອາດ​ຈະ​ເປັນ​ການ​ເປັນ​ຊະ​ເລີຍ​ທາງ​ຮ່າງກາຍ ​ແຕ່​ອາດ​ເປັນ​ການ​ສູນ​ເສຍ​ອຳ​ເພີ​ໃຈ​ທີ່​ກີດ​ກັ້ນການຈະ​ເລີນກ້າວໜ້າ​ຂອງ​ພວກ​ເຮົາ. ​ເຢ​ເລ​ມີ​ຢາ​ບອກ​ຢ່າງ​ຊັດ​ເຈນ​ວ່າ ຄວາມ​ບໍ່​ຊອບ​ທຳ ​ແລະ ການ​ກະບົດ​ໄດ້​ເປັນ​ເຫດຜົນ​​ໃຫຍ່​ທີ່​ກຸງ​ເຢຣູຊາ​ເລັມຖືກ​ທຳລາຍ ​ແລະ ລົງ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລ​ນ.14

ການ​ເປັນ​ຂ້າ​ທາດ​ແບບ​ອື່ນ​ຍັງ​ສາມາດ​ທຳລາຍ​ຈິດ​ວິນ​ຍານ​ຂອງ​ມະນຸດ. ອຳ​ເພີ​ໃຈ​ທາງ​ສິນ​ທຳ​ກໍສາມາດ​ໃຊ້​ຜິດ​ໄດ້​ຫລາຍ​ຢ່າງ.15 ຂ້າພະ​ເຈົ້າຈະ​ເວົ້າ​ເຖິງ​ສີ່​ເລື່ອງ​ໃນ​ສະ​ໄໝ​ຂອງ​ເຮົາ​ທີ່​ຊົ່ວ​ຮ້າຍ​ຫລາຍ.

ທຳ​ອິດ​ແມ່ນ​ການ​ຕິດ​ແສດ​ທີ່​ກີດ​ກັ້ນອຳ​ເພີ​ໃຈ ທີ່​ຂັດ​ຂວາງ​ຄວາມ​ເຊື່ອຖື​ທີ່​ເປັນ​ທຳ ​ແລະ ທຳລາຍ​ສຸຂະພາບ ຍ່ອມ​ເຮັດ​ໃຫ້​ເປັນຂ້າ​​ທາດ. ຜົນ​ກະທົບ​ຂອງ​ຢາ​ເສບ​ຕິດ ​​ແລະ ​ເຫລົ້າ, ຄວາມ​ລາມົກ, ການ​ຫລິ້ນ​ພະນັນ, ການ​ເປັນ​ໜີ້​ສິນ ​ແລະ ຄວາມ​ລຳບາກ​ຢ່າງ​ອື່ນ ລົງ​ໂທດ​ໃສ່​ຄົນ​ທີ່ເປັນ​ຊະ​ເລີຍ​ພ້ອມ​ກັບ​ສັງຄົມ​ຢ່າງ​ ຫລວງຫລາຍ​ເຖິງ​ຂະໜາດ​ທີ່​ເກືອບ​ນັບ​ບໍ່​ຖ້ວນ.

ທີ​ສອງ, ມີ​ການ​ຕິດ​ແສດ ຫລື ຄວາມ​ຢາກ ​ເຖິງ​ແມ່ນ​ບໍ່​ຊົ່ວ​ຮ້າຍ ​ແຕ່​ຍັງ​ໃຊ້​ເວລາ​ທີ່​ມີຄ່າ​ຂອງ​ພວກ​ເຮົາ ຊຶ່ງ​ເວລາ​ນັ້ນອາດ​ໃຊ້​ໃນ​ເລື່ອງ​ທີ່​ດີກ​ວ່າ. ສິ່ງ​ເຫລົ່າ​ນີ້​ອາດ​ໃຊ້​ຫລາຍ​ໂພດ ​ເຊັ່ນ​ສື່ສານມວນ​ຊົນ, ​ເກ​ມວິ​ດີ​ໂອ, ກິລາ, ການ​ພັກຜ່ອນຢ່ອນ​ອາລົມ, ​​ແລະ ອື່ນໆ.16

​ເລື່ອງ​ສຳຄັນ​ຫລາຍ​ທີ່​ພວກ​ເຮົາ​ໃນ​ວັດ​ທະນະ​ທຳ​ສ່ວນ​ຫລາຍ​ປະ​ເຊີນ ​ແມ່ນ​ການ​ຮັກສາ​ເວລາ​ເພື່ອ​ຄອບຄົວ. ຕອນ​ໜຶ່ງ​ຂ້າພະ​ເຈົ້າ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຄົນ​ດຽວ​ໃນ​ຫ້ອງການ​ທະນາຍຄວາມ. ມີ​ທະນາຍຄວາມ​ຜູ້ຍິງ​ຄົນ​ໜຶ່ງ​ອະທິບາຍ​ໃຫ້​ຟັງ​ວ່າ ນາງ​ຮູ້ສຶກ​ເໝືອນ​ກັບ​ວ່າ​ເປັນ​ນັກ​ຫລິ້ນ​ກົນ​ທີ່​ພະຍາຍາມ​ໂຍນ​ໝາກບານ​ສາມ​ໜ່ວຍ​ໃນ​ເວລາ​ດຽວ​ກັນ. ໜ່ວຍ​ໜຶ່ງ​ແມ່ນ​ການ​ເປັນ​ທະນາຍຄວາມ, ໜ່ວຍ​ໜຶ່ງ​ແມ່ນ​ຊີວິດ​ການ​ແຕ່ງງານ, ​ແລະ ອີກ​ໜ່ວຍ​ໜຶ່ງ​ແມ່ນ​ລູກ​ຂອງ​ນາງ. ນາງ​ຄື​ບໍ່​ມີ​ເວລາ​ໃຫ້​ຕົວ​ນາງ​ເອງ. ນາງເປັນ​ຫ່ວງ​ວ່າ​ຈະ​ມີ​ໜ່ວຍ​ໜຶ່ງ​ຕົກລົງ​ດິນ​ຕະຫລອດ. ຂ້າພະ​ເຈົ້າ​ໄດ້​ແນະນຳ​ໃຫ້​ເຮົາ​ຊຸມນຸມ​ກັນ​ເພື່ອ​ສົນທະນາ​ເລື່ອງ​ລະດັບ​ຄວາມສຳຄັນ​ຂອງ​ເຮົາ. ​ເຮົາ​ໄດ້​ຕັດສິນ​ໃຈ​ວ່າ ​ເຫດຜົນ​ທຳ​ອິດ​ທີ່​ເຮົາ​ເຮັດ​ວຽກ​ແມ່ນ​ເພື່ອ​ລ້ຽງ​ຄອບຄົວ. ​ເຮົາ​ຕົກລົງ​ດ້ວຍ​ກັນ​ວ່າ ການ​ໄດ້​ເງິນ​ເພີ່ມ​ເຕີມ​ບໍ່​ສຳຄັນ​ເທົ່າ​ກັບ​ຄອບຄົວ​ຂອງ​ເຮົາ ​ແຕ່​ຍັງ​ໄດ້​ຮັບ​ຮູ້​ວ່າການ​ຮັບ​ໃຊ້​ລູກ​ຄ້າ​ຂອງ​ເຮົາ​ດ້ວຍ​ສຸດ​ຄວາມ​ສາ​ມາດາ​ຂອງ​ເຮົາ​ແມ່ນ​ສິ່ງ​ຈຳ​ເປັນ. ຕໍ່​ໄປ​ເຮົາ​ໄດ້​ສົນທະນາ​ເລື່ອງ​ທີ່​ເຮົາ​ເຮັດ​ຢູ່ ສິ່ງ​ທີ່​ບໍ່​ຈຳ​ເປັນ ທີ່​ບໍ່​ໄດ້​ໃຫ້​ເວລາ​ວ່າງ​ເພື່ອ​ຄອບຄົວ. ມີ​ຄວາມ​ກົດ​ດັນ​ຢູ່​ຫ້ອງການ​ທີ່​ບໍ່​ຈຳ​ເປັນ​ບໍ​ຊັ້ນ?17 ​ເຮົາ​ໄດ້​ຕັດສິນ​ໃຈວ່າ ​​ເປົ້າໝາຍ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ສ້າງ​ບັນຍາກາດ​ທີ່​ດີ​ໃນ​ຄອບຄົວ​ສຳລັບ​ຜູ້​ຊາຍ ​ແລະ ຜູ້ຍິງ. ຂໍ​ໃຫ້​ພວກ​ເຮົາ​ເປັນ​ຕົວຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ປົກ​ປັກ​ຮັກສາ​ເວລາ​ໃຫ້​ຄອບຄົວ.

ທີ​ສາມ, ວິທີ​ເສຍ​ອິດ​ສະລະ​ພາບ​ທົ່ວ​ໄປ​ໃນ​ປະຈຸບັນ​ນີ້ ດັ່ງ​ທີ່​ມັນ​ເຄີຍ​ເປັນ​ມາ​ຕະຫລອດ, ​ແມ່ນ​ອຸດົມ​ການ ຫລື ຄວາມ​ເຊື່ອ​ຖື​ທາງ​ການ​ເມືອງ​ທີ່​ບໍ່​ເຂົ້າ​ກັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ. ການ​ເອົາ​ວິທະຍາ​ຂອງ​ມະນຸດ​ມາ​ແທນ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ສາມາດ​ນຳ​ເຮົາ​ໄປ​ຈາກ​ຄວາມ​ລຽບ​ງ່າຍ​ຂອງ​ຂ່າວສານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເມື່ອ​ອັກຄະ​ສາວົກ​​ໂປ​ໂລ​ໄດ້​ໄປ​ກຸງ​ອາ​ແຖນ ​ເພິ່ນ​ພະຍາຍາມ​ສອນ​ເລື່ອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເຢຊູ​ຄຣິດ. ກ່ຽວ​ກັບ​ເລື່ອງ​ນີ້ ພວກ​ເຮົາ​ໄດ້​ອ່ານ​ໃນ​ໜັງສື​ກິດ​ຈະ​ການ​ວ່າ “​ພົນລະ​ເມືອງ​ຂອງກຸງ​ອາ​ແຖນ​ທຸກ​ຄົນ ​ແລະ ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ກຸງ​ນີ້ ມັກ​ໃຊ້​ເວລາ​ເວົ້າ ​ແລະ ຟັງ​ເລື່ອງ​ໃໝ່​ລ່າ​ສຸດ.18 ​ເມື່ອ​ຝູງ​ຊົນນັ້ນຮັບ​ຮູ້​ວ່າ​ຂ່າ​ວສານ​ຂອງ​ໂປ​ໂລ​ເປັນ​ເລື່ອງ​ສາດສະໜາ ຊຶ່ງ​ບໍ່​ແມ່ນ​ເລື່ອງ​ໃໝ່ ​ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ມັນ​ໄປ.

ອັນ​ນີ້​ຄ້າຍໆ​ກັບ​ສະ​ໄໝ​ຂອງ​ພວກ​ເຮົາ​ນີ້ ຊຶ່ງ​ມີຄວາ​ມຈິງ​ຂອງ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ປະ​ຖິ້ມ ຫລື ດັດ​ແປງ​ມັນ​ໃຫ້​ເຂົ້າກັບ​ກະ​ແສ​ວັດທະນະ​ທຳ ​ແລະ ວິທະຍາ​ປັນຍາ​ຊົນ. ຖ້າ​ພວກ​​ເຮົາ​ບໍ່​ລະມັດລະວັງ ພວກ​ເຮົາ​ຈະ​ຖືກ​ແນວ​ໂນ້ມນີ້​ຈັບ​ໄວ້ ​ແລະ ວາງ​ຕົວ​ພວກ​ເຮົາຢູ່​ໃນ​ການ​ເປັນ​ຂ້າ​ທາດ​ທາງສະຕິ​ປັນຍາ. ກໍ​ມີ​ຫລາຍ​ສຽງ​ທີ່​ບອກ​ພວກ​ຜູ້ຍິງ​ໃຫ້​ດຳລົງ​ຊີວິດ​ແນວ​ໃດ.19 ​ຫລາຍ​ເທື່ອ​ສຽງ​ນີ້​ຂັດຂ້ອງ​ຖຽງ​ກັນ. ສິ່ງ​ທີ່​ເປັນຕາ​ຢ້ານ​ທີ່​ສຸດ​ແມ່ນ​ແນວ​ຄິດ​ທີ່​ຕິຕຽນ ຫລື ປະໝາດ​ຄວາມ​ນັບຖື​ຜູ້ຍິງ​ທີ່​ເລືອກ​ເສຍ​ສະລະ​ເພື່ອ​ເປັນ​ແມ່, ຄູ​ສອນ, ຄົນ​ລ້ຽງ​ດູ, ຫລື ​ເປັນ​ເພື່ອນ​ກັບ​ເດັກນ້ອຍ.

ສອງ​ສາມ​ເດືອນ​ກ່ອນ ຫລານ​ສາວ​ນ້ອຍ​ສອງ​ຄົນ​ໄດ້​ມາ​ຢ້ຽມຢາມ​ພວກ​ເຮົາ—​ແມ່ນ​ອາທິດ​ລະ​ຄົນ​ມາ. ຂ້າພະ​ເຈົ້າ​ໄດ້​ຢູ່​ບ້ານ ​ແລະ ​ໄດ້​ໄປ​ໄຂປະຕູ​. ມາ​ຣີ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໄດ້​ຢູ່​ອີກ​ຫ້ອງ​ໜຶ່ງ. ​ໃນ​ສອງ​ເທື່ອ​ນັ້ນ ຫລັງ​ຈາກ​ກອດ​ກັນ​ແລ້ວ ຫລານ​ໄດ້​ເວົ້າ​ແບບ​ດຽວ​ກັນ​ທັງ​ສອງ. ຫລານ​ກວາດ​ສາຍຕາ​ແລ້ວ​ເວົ້າວ່າ “ຂ້ານ້ອຍ​ມັກ​ມາ​ບ້ານ​​ແມ່​ຕູ້. ​ແມ່ຕູ້​ຢູ່​ໃສ​ລະ?” ຂ້າພະ​ເຈົ້່າບໍ່​ໄດ້​ເວົ້າ​ອອກແຕ່​ຄິດ​ໃນ​ໃຈ​ວ່າ “ນີ້​ບໍ່​ແມ່ນ​ບ້ານ​ພໍ່​ຕູ້​ຄື​ກັນ​ບໍ?” ​ແຕ່​ຂ້າພະ​ເຈົ້າຮັບ​ຮູ້​ວ່າ ຕອນ​ຍັງ​ນ້ອຍ ຄອບຄົວ​ກໍ​ໄປ​ບ້ານ​ແມ່ຕູ້. ຂ້າພະ​ເຈົ້າຈື່​ຖ້ອຍ​ຄຳ​ຂອງ​ເພງ​ໜຶ່ງຂອງ​ອະ​ເມຣິກາ​ທີ່​ມ່ວນ ບອກ​ວ່າ: “ຂ້າມ​ແມ່ນ້ຳຜ່ານ​ປ່າ​ໄມ້​​ເຮົາໄປ​ຮອດ​ບ້ານ​ແມ່ຕູ້.”

ບັດ​ນີ້​ໃຫ້​ຂ້າພະ​ເຈົ້າ​ເວົ້າຢ່າງ​ແຈ່ມ​ແຈ້ງ​ທີ່​ສຸດ​ວ່າ ຂ້າພະ​ເຈົ້າຊື່ນ​ຊົມ​ຫລາຍ​ທີ່​ພວກ​ຜູ້ຍິງ​ມີ​ໂອກາດ​ຮ່ຳຮຽນ ​ແລະ ອື່ນໆ.​ ຂ້າພະ​ເຈົ້າດີ​ໃຈ​ໃນ​ຄວາມ​ເປັນ​ຈິງ​ທີ່​ວຽກ​ງານ​ທີ່​ຍາກ ​ແລະ ການ​ເຮັດ​ວຽກບ້ານ​ທີ່​ຍາກ ຊຶ່ງ​ຮຽກຮ້ອງ​ຈາກ​ຜູ້ຍິງ​ຫລາຍ​ຢ່າງ​ໄດ້​ລົບລ້າງ​ຍ້ອນ​ເຄື່ອງ​ອຳນວຍຄວາມ​ສະດວກ ​ແລະ ດີ​ໃຈ​ທີ່​ຜູ້ຍິງ​ກຳລັງ​ຊ່ອຍ​ໄດ້​ດີ​ຫລາຍ​ໃນ​ວິຊາ​ອາຊີບ​ທຸກ​ແບບ​ທຸກ​ຢ່າງ. ​ແຕ່​ຖ້າ​ຫາກ​ພວກ​ເຮົາ​ຍອມ​ໃຫ້​ວັດທະນະ​ທຳ​ຂອງພວກ​ເຮົາ​ທຳລາຍ​ຄວາມ​ສຳພັນ​ພິ​ເສດ​ທີ່​ລູກ​ມີ​ນຳ​ແມ່ ​ແລະ ​ແມ່​ຕູ້ ​ແລະ ຄົນ​ອື່ນໆ​ທີ່​ໄດ້​ລ້ຽງ​ດູ​ເຂົາ​ມາ ​ແລ້ວ​ໃນ​ທີ່​ສຸດ​ພວກ​ເຮົາ​ຈະ​ເສຍດາຍ.

ທີ​ສີ່ ອຳນາດ​ທີ່​ບິດ​ເບືອນ​ຫລັກ​ທຳ​ທາງ​ສາດສະໜາ ທີ່​ຖື​ເປັນ​ຈິງ​ສາມາດ​ນຳ​ໄປ​ສູ່​ການ​ເປັນ​ຂ້າ​ທາດ. ອຳນາດ​ທີ່​ບິດ​ເບືອນ​ຢ່າງ​ໜຶ່ງ​ຄື​ເມື່ອ​ຄົນ​ທີ່​ຊອບ​ທຳ​ຜູ້​ທີ່ຮູ້ສຶກຮັບຜິດຊອບ​ການ​ກະທຳ​ຂອງ​ຕົນ​ຕໍ່​ພຣະ​ເຈົ້າຖືກ​ບັງຄັບ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ​ກັບ​ຄວາ​ມສຳນຶກ​ຂອງ​ເຂົາ—ຍົກ​ຕົວຢ່າງ​ຄື​ຄົນ​​ໃຫ້ການ​ດູ​ແລ​ສຸຂະພາບ ທີ່​ຖືກ​ບັງຄັບ​ໃຫ້​ເລືອກ​ວ່າ​ຈະ​ຊ່ອຍ​ແທ້ງ​ລູກ ຖ້າ​ບໍ່​ດັ່ງນັ້ນຈະ​ຖືກ​ໄລ່​ອອກ​ການ.

ສາດສະໜາ​ຈັກ​ມີ​ສຽງ​ເລັກ​ນ້ອຍ ​ເຖິງ​ແມ່ນ​ອາດ​ຮ່ວມມື​ນຳ​ຄົນ​ທີ່​ມີ​ຄວາມ​ຄິດ​ຄ້າຍໆ​ຄື​ກັນ​ກັບ​ພວກ​ເຮົາ. ຄົງ​ຈະຍາກ​ທີ່​ຈະ​ປ່ຽນ​ສັງຄົມ​ທົ່ວ​ໄປ ​ແຕ່​ພວກ​ເຮົາ​ຕ້ອງ​ພະຍາຍາມ​ທີ່ຈະ​ປັບປຸງ​ວັດທະນະທຳ​ທາງ​ສິນ​ທຳ​ທີ່​ອ້ອມ​ຮອບ​ພວກ​ເຮົາ​ຢູ່. ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຢູ່​ທຸກ​ປະ​ເທດ​ຄວນ​ເປັນ​ພົນລະ​ເມືອງ​ທີ່​ດີ ມີ​ສ່ວນ​ຮ່ວມ​ໃນ​ເລື່ອງ​ການ​ເມືອງ, ສຶກສາ​ປະ​ເດັນ​ລັດຖະບານ​ຕ່າງໆ ​ແລະ ລົງ​ຄະ​ແນນ​ການ​ເລືອກຕັ້ງ.

​ແຕ່​​ຈຸດ​ໜັກ​ຂອງ​ພວກ​ເຮົາ​ທຸກ​ເທື່ອ​ຄວນ​ເປັນ​ການ​ເສຍ​ສະລະ​ຕາມ​ສົມຄວນ ​ເພື່ອ​ປົກ​ປ້ອງ​ຮັກສາ​ຄອບຄົວ​ພວກ​ເຮົາ​ເອງ ​ແລະ ຄົນ​ລຸ້ນ​ໃໝ່ສະ​ເໝີ.20 ພວກ​ນີ້​ສ່ວນ​ຫລາຍ​ແລ້ວ ຍັງ​ບໍ່​ທັນ​​ເປັນ​ຂ້າ​ທາດ​ໃຕ້​ການ​ເສບ​ຕິດ​ທີ່ສາຫັດ ຫລື ​ອຸດົມ​ການປອມ. ພວກ​ເຮົາ​ຕ້ອງ​ຊ່ອຍ​ປົກ​ປ້ອງ​ເຂົາ​ເຈົ້າຈາກ​ໂລກ​ທີ່​ຄື​ກັນ​ກັບ​ກຸງ​ເຢຣູຊາ​ເລັມ​ໃນ​ສະ​ໄໝ​ຂອງ​ລີ​ໄຮ ​ແລະ ​ເຢ​ເລ​ມີ​ຢາ. ອີກ​ຢ່າງ​ໜຶ່ງ​ພວກ​ເຮົາ​ຕ້ອງ​ຕຽມ​ເຂົາ​ເຈົ້າທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ອັນ​ສັກສິດ ​ແລະ ​ໃຫ້​ເປັນ​ຕົວ​ແທນ​ສຳຄັນ​ທີ່​ຈະ​ຊ່ອຍ​ພຣະຜູ້​ເປັນ​ເຈົ້າສະຖາປະນາ​ສາດສະໜາ​ຈັກ​ຂອງ​ພຣະອົງ ​ແລະ ຊ່ອຍ​ຮວບ​ຮວມອິດສະຣາ​ເອນ ທີ່​ຖືກ​ກະຈັດກະຈາຍ​ໄປ ພ້ອມ​ດ້ວຍ​ຄົນ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໃນ​ທຸກ​ແຫ່ງ​ຫົນ.21 ຕາມ​ທີ່​ອ່ານ​ໃນ Doctrine and Covenants ຈະ​ຮວບ​ຮວມຄົນ​ຊອບ​ທຳ​ຈາກ​ບັນດາ​ປະຊາ​ຊາດ​ທັງ​ປວງ ​ແລະ ຈະ​ມາສູ່​ສີ​ໂອນ ຮ້ອງ​ເພງ​ແຫ່ງ​ປິ​ຕິ​ຍິນ​ດີ​ອັນ​ເປັນນິດ.”22

ການ​ທ້າ​ທາຍ​ຂອງ​ພວກ​ເຮົາ​ແມ່ນ​ທີ່​ຈະ​ຫລີກ​ລ້ຽງ​ການ​ເປັນ​ຂ້າ​ທາດ​ທຸກ​ຢ່າງ ​ເພື່ອ​ຊ່ອຍ​ພຣະຜູ້​ເປັນ​ເຈົ້າ​ເຕົ້າ​ໂຮມຄົນ​ທີ່​ພຣະອົງ​ໄດ້​ເລືອກ ​ແລະ ​ເສຍ​ສະລະ​ເພື່ອ​ຄົນ​ລຸ້ນ​ໃໝ່. ພວກ​ເຮົາ​ຕ້ອງ​ຈື່​ຕະຫລອດ​ວ່າ ພວກ​ເຮົາ​ລອດ​ບໍ່​ໄດ້​ດ້ວຍ​ຕົວ​ເອງ. ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ທາງ​ຄວາມ​ຮັກ, ພຣະຄຸນ ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເມື່ອ​ຄອບຄົວ​ຂອງລີ​ໄຮ​ໄດ້​ໜີ​ໄປ ​ເຂົາ​ເຈົ້າ​ໄດ້​ຖືກ​ນຳ​ໄປ​ໂດຍ​ແສງ​ສະຫວ່າງ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຖ້າ​ຫາກ​ພວກ​ເຮົາ​ຈິງ​ໃຈ​ກັບ​ແສງ​ສະຫວ່າງ​ຂອງ​ພຣະອົງ, ຕິດຕາມ​ພຣະບັນຍັດ​ຂອງ​ພຣະອົງ ​​ແລະ ​ເພິ່ງພາ​ອາ​​ໄສ​ຄຸນ​ຄວາມ​ດີ​ຂອງ​ພຣະອົງ ​ແລ້ວ​ພວກ​ເຮົາ​ຈະ​ຫລີກ​ເວັ້ນຈາກ​ການ​ເປັນ​ຂ້າ​ທາດ​ທາງ​ວິນ​ຍານ, ທາງ​ຮ່າງກາຍ,​​ ແລະ ທາງ​ສະຕິປັນຍາ​ໄດ້ ພ້ອມ​ດ້ວຍ​ຈະ​ຫລີກ​ລ້ຽງ​ຈາກ​ການຄ້ຳຄວນ​ທີ່​ສັນຈອນ​ໄປມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ຂອງ​ພວກ​ເຮົາ​ເອງ, ​ເພາະ​ພຣະອົງ​ມີ​ອານຸພາບ​ທີ່​ຈະ​ຊ່ອຍ​ໃຫ້​ລອດ.

ຂໍ​ໃຫ້ພວກ​ເຮົາ​ຈົ່ງ​ຫລີກ​ລ້ຽງ​ຄວາມ​ໂສກ​ເສົ້າ​ເໝືອນ​ຄົນ​ທີ່​ຕົກລົງ​ໄປ​ສູ່​ຄວາມ​ເປັນ​ທາດ ​ແລະ ທົນ​ບໍ່​ໄດ້​ອີກ​ທີ່​ຈະ​ຮ້ອງ​ເພງ​ແຫ່ງ​ສີ​ໂອນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​Verdi operas ຫລາຍໆ​ແຫ່ງ, ​​ເໝືອນ​ດັ່ງ Aida, La traviata, ​ແລະ Il trovatore, ​​ເປັນ​​ໂອ​ເປຣາທີ່​ໂດ່​ງດັງ ຊຶ່ງ​ອອກ​ສະ​ແດງ​ຕະຫລອດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ນີ້.

  2. ​ເບິ່ງ 1 ນີ​ໄຟ 5:13; 7:14.

  3. ​ເຢ​ເລ​ມີ​ຢາ 1:5.

  4. ​ເບິ່ງ 1 ນີ​ໄຟ 2:2–3.

  5. ການ​ທຳລາຍ​ພຣະວິຫານ​ໂຊ​ໂລ​ໂມນ,​ ການ​ຕົກ​ຂອງ​ກຸງ​ເຢຣູຊາ​ເລັມ, ​ແລະ ການ​ເປັນ​ຂ້າ​ທາດ​ຂອງ​ເຜົ່າ​ຢູດາ​ໄດ້​ເກີດ​ຂຶ້ນ ປະມານ​ 586 ປີ ກ່ອນ ຄ.ສ.

  6. ​ເຢ​ເລ​ມີ​ຢາ 2:11, 13.

  7. ​ເຢ​ເລ​ມີ​ຢາ 8:20. ​ເຢ​ເລ​ມີ​ຢາ​ໄດ້​ບັນທຶກ​ພຣະຜູ້​ເປັນ​ເຈົ້າ​ເອີ້ນ​ຄົນ​ໃຫ້​ກັບ​ໃຈ​ວ່າ “ຄວາມ​ເຈັບ​ປວດ! ຜູ້​ຂ້າ​ທົນ​ຕໍ່​ໄປ​ບໍ່​ໄຫວ! ຈິດ​ໃຈ​ຜູ້​ຂ້າ​ເຕັ້ນ​ແຮງ​ຈວນ​ຈະ​ແຕກ​ຢູ່​ແລ້ວ!” (​ເຢ​ເລ​ມີ​ຢາ 4:19) ​ແລະ ວິງວອນວ່າ, “ຈົ່ງ​ຄົ້ນ​ເບິ່ງ … ​ພົບ​ຜູ້​ໜຶ່ງ​ຜູ້​ໃດ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ, ຊອກ​ຫາ​ທີ່​ຈະ​ເປັນ​ຜູ້​ສັດ​ຊື່ ຖ້າ​ພົບ​ໄດ້​ພຣະຜູ້​ເປັນ​ເຈົ້າຈະ​ຍົກ​ໂທດ​ໃຫ້​ລາວ” (​ເຢ​ເລ​ມີ​ຢາ 5:1).

  8. ​​ເບິ່ງ ​ເຢ​ເລ​ມີ​ຢາ 31; 1 ນີ​ໄຟ 10:14.

  9. ​ເບິ່ງ 2 ນີ​ໄຟ 17:6;Doctrine and Covenants 110:11.

  10. ຫລັກ​ແຫ່ງ​ຄວາມ​ເຊື່ອ 1:10; ​ເບິ່ງ 2 ນີ​ໄຟ 10:22 ນຳ​ອີກ.

  11. Russell M. Nelson, “The Book of Mormon and the Gathering of Israel” (address given at the seminar for new mission presidents, June 26, 2013).

  12. Guide to the Scriptures, “Israel,” scriptures.lds.org.

  13. ພຣະຜູ້​ເປັນ​ເຈົ້າ​ໃນ​ສະ​ໄໝ​ເຮົາ​ໄດ້​ກ່າວ​ວ່າ ​ໂລກ​ທັງ​ໂລກ​ຢູ່​ໃນ​ບາບ ​ແລະ ຄວນ​ຄາງ​ພາຍ​ໃຕ້​ຄວາມ​ມືດ ​ແລະ ພາຍ​ໃຕ້​ພັນທະ​ແຫ່ງ​ການ​ບາບ ... ​ເພາະ​ພວກ​ເຂົາ​ບໍ່​ໄດ້​ໄປ​ຫາ​ພຣະອົງ (​ເບິ່ງ Doctrine and Covenants 84:49–50).

  14. ທີ່​ຈິງ​ແລ້ວ ຄົນ​ບໍລິສຸດ​ສາມາດ​ກາຍ​ເປັນ​ຂ້າ​ທາດ​ເໝືອນ​ກັນ.

  15. ຄຳ​ສອນ​ບໍ່​ປ່ຽນ​​​ແປງ ​ແລະ ວິທີ​ທີ່​ລົງ​ເປັນ​ຂ້າ​ທາດ​ເປັນ​ຊະ​ເລີຍ ​ແລະ ການ​ທຳລາຍ​ໄດ້​ເກີດ​ໄວ​ກວ່າ​ຢ່າງ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.

  16. ອັນ​ນີ້​ໄດ້​ໝາຍ​ໄວ້​ຢ່າງ​ຖືກຕ້ອງ ​ແລະ ຕະຫລົກ​ໃນ​ໜ້າ​ປົກ​ຂອງ​ໜັງສືພິມ New York Times Magazine ປີ​ກາຍ​ນີ້ (Apr. 8, 2012) ອ້າງ​ເຖິງ​ລັກສະນະ​ເສບ​ຕິດ​ຂອງ​ເກ​ມ​ໃນ​ອິນ​ເຕີ​ແນັດ. ມັນ​ອ່ານ​ວ່າ “ອຳນາດ ​ແລະ ການ​ລໍ້​ໃຈ​ຂອງ​ເກ​ມ​ໃນ​ອິນ​ເຕີ​ແນັດ​ທີ່​ຕິດ​ແຮງ, ກິນ​ເວລາ, ​ແຕກ​ສຳພັນ, ​ແລະ ທັບ​ສະໝອງ.” ​ແລ້ວ​ເປັນ​ໂຕ​ພິມ​ນ້ອຍໆ: “(​ແຕ່​ເຮົາ​ມັກ​ມັນ​ເໝືອນ​ກັນ.)” ອັນ​ນີ້​ໄດ້​ໃຊ້​ຄຳ​ຕະຫລົກ​ທີ່​​ເນັ້ນຄວາມ​ຈຳ​ເປັນ​ທີ່​ຈະ​ໃຊ້​ປັນຍາ, ຄວາມ​ສະຫລາດ​ໃນ​ການ​ໃຊ້​ເທັກ​ໂນ​ໂລ​ຈີ ອັນ​ໜ້າ​ອັດສະຈັນ​ໃຈ​ໃນ​ສະ​ໄໝ​ຂອງ​ເຮົາ.

  17. ຄຳ​ຂວັນ​ທົ່ວ​ໄປ​ໃນ​ໂຮງການ​ຫລາຍ​ແຫ່ງ​ຄື “​ເຮົາ​ເຮັດ​ວຽກ​ໜັກ ​ແລະ ​ເຮົາ​ຫລິ້ນ​ໜັກ.” ​ເຖິງ​ແມ່ນ​ຄວາມ​ສຳພັນ​ລະຫວ່າງ​ພະນັກງານ​ເປັນ​ສິ່ງ​ທີ່​ສຳຄັນ, ​ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່ “ລ້າ​ການ ​ແລະ ການ​ຫລິ້ນ” ​ແຍ້​ງ​ເອົາ​ເວລາ​ຂອງ​ຄອບຄົວ​ໄປ, ກໍ​ບໍ່​ມີ​ປະ​ໂຫຍ​ດ​ເລີຍ.

  18. ກິດຈະການ 17:21; ​ເນັ້ນ​ໂຕ​ເນີ້ງ.

  19. ​ເບິ່ງ Keli Goff, “Female Ivy League Graduates Have a Duty to Stay in the Workforce,” Guardian, Apr. 21, 2013, www.theguardian.com/commentisfree/2013/apr/21/female-ivy-league-graduates-stay-home-moms; Sheryl Sandberg, Lean In: Women, Work, and the Will to Lead (2013); Anne-Marie Slaughter, “Why Women Still Can’t Have It All,” The Atlantic, June 13, 2012, www.theatlantic.com/magazine/print/2012/07/why-women-still-cant-have-it-all/309020; Lois M. Collins, “Can Women ‘Have It All’ When It Comes to Work and Family Life?” Deseret News, June 28, 2012, A3; Judith Warner, “The Midcareer Timeout (Is Over),” New York Times Magazine, Aug. 11, 2013, 24–29, 38; Scott Schieman, Markus Schafer, and Mitchell McIvor, “When Leaning In Doesn’t Pay Off,” New York Times, Aug. 11, 2013, 12.

  20. ສາດສະໜາ​ຈັກ​ກໍ​ຊຸກຍູ້​ຝ່າຍ​ອະທິການ​ໃຫ້​ຊ່ອຍ​ຄອບຄົວ ​ໂດຍ​ທາງ​ໃຊ້​ເວລາ​ຫລາຍ​ກວ່າ​ນຳ​ພວກ​ຊາຍ​ໜຸ່ມ​ຍິງ​ໜຸ່ມ ​ແລະ ພວກ​ໂສດ. ຝ່າຍ​ອະທິການ​ໄດ້​ຖືກ​ຊຸກຍູ້​ໃຫ້​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ຫລາຍ​ກວ່າ​ໃນ​ສະພາ​ຫວອດ​ໃຫ້​ແກ່​ສະພາ​ຂອງ​ຖານະ​ປະ​ໂລຫິດ ​ໃຫ້​ແກ່​ອົງການ​ຊ່ອຍ​ເຫລືອ ​ແລະ ​ໃຫ້​ແກ່​​ສະມາຊິກ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ພິ​ເສດ​ທີ່​ຊ່ອຍ​ຄົນ​ອື່ນຕາມ​ທີ່​ເໝາະ​ສົມ.

  21. ​ເບິ່ງ Doctrine and Covenants 29:7.

  22. ​ເບິ່ງ Doctrine and Covenants 45:71.