ພັນບາດແຜຂອງເຂົາເຈົ້າເອົາໄວ້
ຂ້າພະເຈົ້າອະທິຖານວ່າເຮົາຈະຕຽມຕົວເຮົາເອງ ທີ່ຈະໃຫ້ການຮັບໃຊ້ຂອງຖານະປະໂລຫິດໃດໆກໍຕາມທີ່ພຣະຜູ້ເປັນເຈົ້າອາດຈະປະທານໃຫ້ເຮົາເຮັດ ໃນການເດີນທາງຂອງເຮົາໃນຊີວິດມະຕະນີ້.
ເຮົາທຸກຄົນໄດ້ຮັບພອນດ້ວຍໜ້າທີ່ຮັບຜິດຊອບທີ່ຈະດູແລຄົນອື່ນ. ການດຳລົງຖານະປະໂລຫິດຂອງພຣະເຈົ້າຄື ການມີໜ້າທີ່ຮັບຜິດຊອບຕໍ່ພຣະເຈົ້າ ເພື່ອຊີວິດນິລັນດອນຂອງລູກໆຂອງພຣະອົງ. ນັ້ນເປັນເລື່ອງຈິງ, ເປັນສິ່ງທີ່ປະເສີດ, ແລະ ບາງເທື່ອກໍສາມາດເປັນທີ່ຮູ້ສຶກຕື້ນຕັນໃຈ.
ໃນຄ່ຳຄືນນີ້ກໍມີບັນດາປະທານກຸ່ມໂຄລຳຖານະປະໂລຫິດ ທີ່ກຳລັງຮັບຟັງຢູ່ ທີ່ຮູ້ວ່າຂ້າພະເຈົ້າໝາຍເຖິງສິ່ງໃດ. ສິ່ງນີ້ໄດ້ເກີດຂຶ້ນກັບພວກທ່ານ. ມັນອາດໄດ້ເກີດຂຶ້ນກັບພວກທ່ານທັງຫລາຍດ້ວຍ—ແລະ ໄດ້ເກີດຂຶ້ນຫລາຍກວ່າໜຶ່ງເທື່ອ. ລາຍລະອຽດອາດແຕກຕ່າງ, ແຕ່ສະພາບການນັ້ນກໍຄືກັນ.
ແອວເດີຄົນໜຶ່ງທີ່ທ່ານບໍ່ຮູ້ຈັກດີ ໄດ້ຮ້ອງຂໍຄວາມຊ່ອຍເຫລືອຈາກທ່ານ. ລາວຫາກໍໄດ້ຮູ້ວ່າລາວຕ້ອງໄດ້ຍົກຍ້າຍພັນລະຍາ ແລະ ລູກຊາຍນ້ອຍຂອງລາວໃນມື້ນີ້ຈາກຫ້ອງແຖວທີ່ເຂົາເຈົ້າໄດ້ເຊົ່າຢູ່ ໄປອີກແຫ່ງໜຶ່ງທີ່ຢູ່ໃກ້ນັ້ນ.
ລາວ ແລະ ພັນລະຍາໄດ້ຂໍຢືມລົດບັນທຸກຈາກເພື່ອນຂອງລາວໃນມື້ນັ້ນ ເພື່ອຍ້າຍເຄື່ອງຂອງໃນບ້ານ ແລະ ເຄື່ອງຂອງສ່ວນຕົວ. ເພື່ອນຄົນນັ້ນໄດ້ໃຫ້ເຂົາເຈົ້າຢືມລົດບັນທຸກ. ພໍ່ໜຸ່ມຄົນນັ້ນໄດ້ເລີ່ມຂົນຂອງທີ່ເຂົາເຈົ້າມີຢູ່ຂຶ້ນລົດແລ້ວ, ແຕ່ໃນສອງສາມນາທີຈາກນັ້ນ, ລາວເຈັບຫລັງ. ເພື່ອນທີ່ໃຫ້ລາວຢືມລົດກໍຫຍຸ້ງຢູ່ກັບວຽກຂອງລາວ ແລະ ຊ່ອຍຫຍັງລາວບໍ່ໄດ້. ພໍ່ຄົນນັ້ນຮູ້ສຶກໝົດຫວັງ. ລາວໄດ້ຄິດເຖິງທ່ານ, ປະທານຂອງກຸ່ມແອວເດີຂອງລາວ.
ເມື່ອລາວໄດ້ຂໍຄວາມຊ່ອຍເຫລືອນັ້ນ ມັນກໍບ່າຍແລ້ວ. ຄືນນັ້ນກໍມີການປະຊຸມຢູ່ໂບດ. ມື້ນັ້ນທ່ານໄດ້ສັນຍາແລ້ວວ່າຈະຊ່ອຍພັນລະຍາເຮັດວຽກໃນບ້ານ. ລູກໆຂອງທ່ານກໍໄດ້ຂໍໃຫ້ທ່ານເຮັດກິດຈະກຳນຳພວກເຂົາ, ແຕ່ທ່ານຍັງບໍ່ທັນມີເວລາໃຫ້ພວກເຂົາເລີຍ.
ທ່ານກໍໄດ້ຮູ້ອີກວ່າສະມາຊິກໃນກຸ່ມແອວເດີຂອງທ່ານ, ໂດຍສະເພາະຜູ້ທີ່ຊື່ສັດທີ່ສຸດ, ຜູ້ທີ່ທ່ານຂໍໃຫ້ຊ່ອຍເປັນປົກກະຕິ ກໍອາດຈະຢູ່ໃນສະພາບການດຽວກັນກັບທ່ານ.
ພຣະຜູ້ເປັນເຈົ້າໄດ້ຮູ້ວ່າທ່ານຈະມີວັນທີ່ຫຍຸ້ງຍາກ ເມື່ອພຣະອົງໄດ້ເອີ້ນທ່ານສູ່ຕຳແໜ່ງນີ້, ສະນັ້ນພຣະອົງຈຶ່ງໄດ້ໃຫ້ນິທານເລື່ອງໜຶ່ງແກ່ທ່ານ ເພື່ອໃຫ້ກຳລັງໃຈທ່ານ. ມັນເປັນຄຳອຸປະມາກ່ຽວກັບຜູ້ດຳລົງຖານະປະໂລຫິດທີ່ມີວຽກຫລາຍຄົນໜຶ່ງ. ບາງເທື່ອເຮົາຈະເອີ້ນເລື່ອງນີ້ວ່າ ໄທຊາມາເລຍຜູ້ໃຈດີ. ແຕ່ມັນກໍເປັນເລື່ອງລາວທີ່ແທ້ຈິງສຳລັບຜູ້ດຳລົງຖານະປະໂລຫິດທີ່ປະເສີດໃນວັນເວລາທີ່ຫຍຸ້ງຍາກໃນຍຸກສຸດທ້າຍນີ້.
ເລື່ອງນີ້ແມ່ນກ່ຽວຂ້ອງກັບຜູ້ດຳລົງຖານະປະໂລຫິດທີ່ມີພາລະໜັກ. ຂໍໃຫ້ຈຳໄວ້ວ່າທ່ານນັ້ນເປັນໄທຊາມາເລຍ ແລະ ບໍ່ແມ່ນປະໂລຫິດ ຫລື ຄົນເລວີທີ່ໄດ້ຜ່ານຊາຍທີ່ບາດເຈັບນັ້ນໄປທາງອື່ນ.
ທ່ານອາດບໍ່ເຄີຍໄດ້ຄິດເຖິງເລື່ອງນັ້ນເມື່ອທ່ານໄດ້ມີການທ້າທາຍດັ່ງກ່າວ. ແຕ່ຂ້າພະເຈົ້າອະທິຖານວ່າທ່ານຈະຄິດເຖິງມັນ ເມື່ອທ່ານມີມື້ທີ່ຫຍຸ້ງຍາກນັ້ນອີກ, ແລະ ຍັງຈະມີອີກຫລາຍເທື່ອ.
ພຣະຄຳພີບໍ່ໄດ້ບອກເຮົາວ່າເປັນຫຍັງຊາຍໄທຊາມາເລຍຄົນນັ້ນຈຶ່ງເດີນທາງໄປຕາມທາງຈາກກຸງເຢຣູຊາເລັມໄປຍັງເມືອງເຢຣິໂກ. ລາວອາດຈະບໍ່ໄດ້ຍ່າງເລາະຫລິ້ນຕາມລຳພັງ ເພາະລາວຕ້ອງຮູ້ວ່າມີນັກປຸ້ນລໍຖ້າປຸ້ນຄົນທີ່ບໍ່ລະວັງ. ລາວຕ້ອງເດີນທາງໄປເພາະທຸລະທີ່ສຳຄັນແນ່, ແລະ ຕາມປະເພນີ, ລາວກໍໄດ້ມີສັດຊ່ອຍຂົນສົ່ງຂອງໜັກ ພ້ອມທັງນ້ຳມັນ ແລະ ເຫລົ້າອະງຸ່ນນຳອີກ.
ໃນພຣະຄຳຂອງພຣະຜູ້ເປັນເຈົ້າ, ໄທຊາມາເລຍ, ເມື່ອລາວໄດ້ເຫັນຊາຍທີ່ຖືກບາດເຈັບນັ້ນ, ລາວໄດ້ຢຸດ ເພາະລາວ “ມີໃຈສົງສານທີ່ສຸດ.”
ຫລາຍກວ່າຄວາມຮູ້ສຶກສົງສານເທົ່ານັ້ນ, ລາວໄດ້ລົງມືປະຕິບັດ. ຂໍໃຫ້ຈຳໄວ້ສະເໝີເຖິງລາຍລະອຽດຂອງເລື່ອງນີ້ວ່າ:
“[ລາວ] ຈຶ່ງເຂົ້າໄປຫາ ເອົານ້ຳມັນ ແລະ ເຫລົ້າອະງຸ່ນຖອກໃສ່ບາດແຜ ແລະ ໃຊ້ຜ້າພັນໄວ້, ແລ້ວກໍໂຊມຊາຍຄົນນັ້ນຂຶ້ນຂີ່ເທິງຫລັງສັດຂອງຕົນ, ນຳໄປຮອດໂຮງແຮມ, ແລະ ເອົາໃຈໃສ່ບົວລະບັດລາວ.
“ມື້ຕໍ່ມາ ລາວໄດ້ຈົກເງິນສອງຫລຽນໃຫ້ເຈົ້າຂອງໂຮງແຮມເອົາໄວ້ ແລະ ສັ່ງວ່າ, ຈົ່ງຊ່ອຍເບິ່ງແຍງຊາຍຄົນນີ້ໃຫ້ດີເນີ; ແລະ ເມື່ອຂ້ອຍຄືນມາທາງນີ້ຂ້ອຍຈະຈ່າຍຄືນເງິນທີ່ເຈົ້າໄດ້ຈ່າຍເກີນກວ່ານີ້ສຳລັບລາວ.”1
ທ່ານ ແລະ ຜູ້ດຳລົງຖານະປະໂລຫິດທີ່ທ່ານຖືກເອີ້ນໃຫ້ນຳພາ ສາມາດໄດ້ຮັບຄວາມໝັ້ນໃຈສາມຢ່າງ. ທຳອິດ, ພຣະຜູ້ເປັນເຈົ້າຈະປະທານໃຫ້ແກ່ທ່ານ, ຖ້າທ່ານທູນຂໍ, ຄວາມຮູ້ສຶກເມດຕາສົງສານທີ່ພຣະອົງຮູ້ສຶກໃຫ້ແກ່ຄົນຂັດສົນ. ສອງ, ພຣະອົງຈະຈັດຫາຄົນອື່ນ, ເໝືອນດັ່ງເຈົ້າຂອງໂຮງແຮມ, ທີ່ຈະມາຮ່ວມມືກັບທ່ານໃນການຮັບໃຊ້ຂອງທ່ານ. ແລະ ສາມ, ພຣະຜູ້ເປັນເຈົ້າ, ເໝືອນດັ່ງໄທຊາມາເລຍຜູ້ໃຈດີຄົນນັ້ນ, ຈະທົດແທນທຸກຄົນຫລາຍເທົ່າ ຜູ້ທີ່ມີສ່ວນຮ່ວມໃນການໃຫ້ຄວາມຊ່ອຍເຫລືອແກ່ຄົນທີ່ຂັດສົນ.
ທ່ານປະທານກຸ່ມໂຄລຳກໍໄດ້ປະຕິບັດຕາມຄວາມໝັ້ນໃຈເຫລົ່ານັ້ນຫລາຍເທື່ອແລ້ວ. ທ່ານໄດ້ຂໍໃຫ້ຄົນອື່ນໃນຖານະປະໂລຫິດຂອງພຣະຜູ້ເປັນເຈົ້າໃຫ້ຊ່ອຍ, ດ້ວຍຄວາມໝັ້ນໃຈວ່າເຂົາເຈົ້າຈະຕອບຮັບດ້ວຍຄວາມເມດຕາ. ທ່ານບໍ່ໄດ້ຢ້ານທີ່ຈະຂໍຄວາມຊ່ອຍເຫລືອຈາກຜູ້ທີ່ເຄີຍຊ່ອຍມາແຕ່ກ່ອນ ເພາະທ່ານຮູ້ວ່າເຂົາເຈົ້າຮູ້ສຶກຄວາມເມດຕາໄດ້ງ່າຍ. ທ່ານໄດ້ຂໍຄວາມຊ່ອຍເຫລືອຈາກເຂົາເຈົ້າ ເພາະໄດ້ຮູ້ວ່າໃນອາດີດເຂົາເຈົ້າໄດ້ຮູ້ສຶກເຖິງຄວາມກະລຸນາຂອງພຣະຜູ້ເປັນເຈົ້າເມື່ອເຂົາເຈົ້າໄດ້ເລືອກທີ່ຈະຊ່ອຍເຫລືອ. ທ່ານໄດ້ຂໍຄວາມຊ່ອຍເຫລືອຈາກຜູ້ທີ່ມີພາລະໜັກຢູ່ແລ້ວ, ເພາະຮູ້ວ່າເມື່ອມີການເສຍສະລະຫລາຍ, ເຂົາເຈົ້າກໍຈະໄດ້ຮັບການທົດແທນຈາກພຣະຜູ້ເປັນເຈົ້າຫລາຍ. ຜູ້ທີ່ໄດ້ຊ່ອຍມາແລ້ວໃນອາດີດກໍໄດ້ຮູ້ສຶກເຖິງຄວາມກະຕັນຍູຂອງ ພຣະຜູ້ຊ່ອຍໃຫ້ລອດຢ່າງລົ້ນເຫລືອ.
ທ່ານອາດໄດ້ຮັບການດົນໃຈວ່າບໍ່ໃຫ້ຂໍໃຫ້ຄົນໃດຄົນໜຶ່ງມາຊ່ອຍຂົນຂອງຂຶ້ນລົດ ແລ້ວຂົນລົງອີກ. ໃນຖານະຜູ້ນຳ ທ່ານຮູ້ຈັກສະມາຊິກໃນກຸ່ມໂຄຣຳ ແລະ ຄອບຄົວຂອງເຂົາເຈົ້າດີ. ພຣະຜູ້ເປັນເຈົ້າຮູ້ຈັກເຂົາເຈົ້າຢ່າງສົມບູນແບບ.
ພຣະອົງຮູ້ວ່າພັນລະຍາຂອງຄົນໃດເກືອບທົນບໍ່ໄຫວແລ້ວ ເພາະສາມີຂອງນາງບໍ່ມີເວລາທີ່ຈະເຮັດສິ່ງທີ່ນາງຕ້ອງການໃຫ້ເຮັດຊ່ອຍ ເພື່ອວ່ານາງຈະມີເວລາດູແລຕົວນາງເອງ. ພຣະອົງຮູ້ວ່າລູກໆຄົນໃດຈະໄດ້ຮັບພອນໂດຍການເຫັນພໍ່ຂອງພວກເຂົາອອກໄປຊ່ອຍຄົນອື່ນອີກເທື່ອໜຶ່ງ ຫລືວ່າຖ້າຫາກເດັກນ້ອຍຕ້ອງການຈະໄດ້ມີຄວາມຮູ້ສຶກວ່າພວກເຂົາກໍສຳຄັນພໍໃນສາຍຕາຂອງພໍ່ຂອງພວກເຂົາ ທີ່ລາວຈະໃຊ້ເວລາກັບພວກເຂົາໃນມື້ນັ້ນ. ແຕ່ພຣະອົງກໍຮູ້ອີກວ່າຜູ້ໃດຕ້ອງການການເຊື້ອເຊີນໃຫ້ຮັບໃຊ້ ແຕ່ບໍ່ປາກົດວ່າຈະສົນໃຈ ຫລື ເຕັມໃຈອອກໄປຊ່ອຍ.
ທ່ານບໍ່ສາມາດຮູ້ຈັກສະມາຊິກໃນກຸ່ມໂຄລຳຂອງທ່ານໄດ້ດີຢ່າງສົມບູນແບບ, ແຕ່ພຣະເຈົ້າຊົງຮູ້. ສະນັ້ນ, ດັ່ງທີ່ທ່ານໄດ້ເຮັດມາຫລາຍເທື່ອແລ້ວ, ທ່ານໄດ້ອະທິຖານ ເພື່ອຈະຮູ້ວ່າຈະຂໍໃຫ້ຄົນໃດມາຊ່ອຍຮັບໃຊ້ຄົນອື່ນ. ພຣະຜູ້ເປັນເຈົ້າຮູ້ວ່າຜູ້ໃດຈະໄດ້ຮັບພອນຈາກການຖືກຂໍຮ້ອງໃຫ້ມາຊ່ອຍ ແລະ ຄອບຄົວທີ່ຈະໄດ້ຮັບພອນໂດຍການບໍ່ຖືກຂໍຮ້ອງ. ນັ້ນຄືການເປີດເຜີຍທີ່ທ່ານສາມາດຄາດຫວັງໃຫ້ມາສູ່ທ່ານ ຂະນະທີ່ທ່ານນຳພາໃນຖານະປະໂລຫິດ.
ຂ້າພະເຈົ້າໄດ້ເຫັນສິ່ງນີ້ເກີດຂຶ້ນຕອນຂ້າພະເຈົ້າເປັນຊາຍໜຸ່ມ. ຂ້າພະເຈົ້າໄດ້ເປັນຜູ້ຊ່ອຍຄົນທີໜຶ່ງໃນກຸ່ມປະໂລຫິດ. ອະທິການໄດ້ໂທຫາຂ້າພະເຈົ້າຢູ່ທີ່ບ້ານມື້ໜຶ່ງ. ເພິ່ນໄດ້ເວົ້າວ່າເພິ່ນຢາກໃຫ້ຂ້າພະເຈົ້າໄປຢາມຍິງໝ້າຍທີ່ຂັດສົນຄົນໜຶ່ງນຳເພິ່ນ. ເພິ່ນຕ້ອງການໃຫ້ຂ້າພະເຈົ້າໄປນຳ.
ເມື່ອຂ້າພະເຈົ້າໄດ້ລໍຖ້າໃຫ້ເພິ່ນມາຮັບເອົາຂ້າພະເຈົ້າທີ່ບ້ານ, ຂ້າພະເຈົ້າໄດ້ຮູ້ສຶກບໍ່ສະບາຍໃຈ. ຂ້າພະເຈົ້າໄດ້ຮູ້ວ່າອະທິການໄດ້ມີທີ່ປຶກສາຜູ້ເຂັ້ມແຂງ ແລະ ສະຫລາດ. ຄົນໜຶ່ງເປັນຜູ້ພິພາກສາທີ່ມີຊື່ສຽງດັງ. ອີກຄົນໜຶ່ງເປັນຜູ້ຈັດການໃນບໍລິສັດໃຫຍ່ ແລະ ຕໍ່ມາຈະໄດ້ກາຍເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນໜຶ່ງ. ອະທິການນັ້ນເອງກໍຈະໄດ້ກາຍເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ໃນມື້ໜຶ່ງ. ເປັນຫຍັງອະທິການຈຶ່ງໄດ້ບອກປະໂລຫິດທີ່ຂາດປະສົບການວ່າ, “ຂ້ອຍຕ້ອງການຄວາມຊ່ອຍເຫລືອຂອງເຈົ້າ”?
ແທ້ຈິງແລ້ວ, ບັດນີ້ຂ້າພະເຈົ້າກໍຮູ້ດີ ສິ່ງທີ່ເພິ່ນອາດໄດ້ກ່າວກັບຂ້າພະເຈົ້າວ່າ: “ພຣະຜູ້ເປັນເຈົ້າປະສົງຈະໃຫ້ພອນເຈົ້າ.” ຢູ່ທີ່ບ້ານຂອງຍິງໝ້າຍຄົນນັ້ນ, ດ້ວຍຄວາມປະຫລາດໃຈ, ຂ້າພະເຈົ້າໄດ້ເຫັນເພິ່ນບອກຍິງຄົນນັ້ນວ່ານາງຈະບໍ່ໄດ້ຮັບຄວາມຊ່ອຍເຫລືອຫຍັງຈາກສາດສະໜາຈັກ ຈົນກວ່ານາງໄດ້ຂຽນໃບຟອມການງົບປະມານທີ່ເພິ່ນໄດ້ປະໄວ້ໃຫ້ນາງກ່ອນໜ້ານັ້ນ. ຕອນກັບບ້ານ, ເມື່ອເພິ່ນເຫັນວ່າຂ້າພະເຈົ້າງົງງັນຫລາຍ, ເພິ່ນໄດ້ຫົວຂຶ້ນເພາະເຫັນຄວາມຕົກໃຈຂອງຂ້າພະເຈົ້າ ແລະ ໄດ້ເວົ້າວ່າ, “ຮາວເອີຍ, ເມື່ອລາວຄວບຄຸມການໃຊ້ຈ່າຍຂອງລາວໄດ້, ແລ້ວລາວຈະສາມາດຊ່ອຍຄົນອື່ນໄດ້.”
ອີກໂອກາດໜຶ່ງ, ອະທິການໄດ້ເອົາຂ້າພະເຈົ້າໄປທີ່ບ້ານຂອງພໍ່ແມ່ຂີ້ເຫລົ້າຄູ່ໜຶ່ງກັບເພິ່ນ ຜູ້ທີ່ໄດ້ສົ່ງເດັກຍິງນ້ອຍທີ່ຢ້ານກົວສອງຄົນມາພົບພວກເຮົາທີ່ປະຕູ. ຫລັງຈາກເພິ່ນໄດ້ເວົ້າລົມນຳສອງນາງນ້ອຍນັ້ນແລ້ວ, ພວກເຮົາກໍໄດ້ຍ່າງອອກໄປ ແລະ ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ພວກເຮົາບໍ່ສາມາດປ່ຽນຄວາມໂສກເສົ້າໃນຊີວິດຂອງພວກເຂົາໄດ້, ແຕ່ພວກເຂົາສາມາດຮູ້ສຶກໄດ້ວ່າພຣະຜູ້ເປັນເຈົ້າຮັກພວກເຂົາ.”
ອີກຄືນໜຶ່ງ ເພິ່ນໄດ້ເອົາຂ້າພະເຈົ້າໄປນຳເພິ່ນ ທີ່ບ້ານຂອງຊາຍຄົນໜຶ່ງທີ່ບໍ່ໄດ້ມາໂບດເປັນເວລາຫລາຍປີແລ້ວ. ອະທິການໄດ້ບອກລາວວ່າເພິ່ນຮັກລາວຫລາຍປານໃດ ແລະ ວ່າຫວອດນັ້ນຕ້ອງການລາວຫລາຍຂະໜາດໃດ. ເບິ່ງຄືວ່າມັນບໍ່ໄດ້ມີຜົນສະທ້ອນໃດໆຕໍ່ຊາຍຄົນນັ້ນ. ແຕ່ເທື່ອນັ້ນ, ແລະ ທຸກໆເທື່ອທີ່ອະທິການໄດ້ເອົາຂ້າພະເຈົ້າໄປນຳເພິ່ນ, ມັນໄດ້ມີຜົນສະທ້ອນຕໍ່ຂ້າພະເຈົ້າ.
ຂ້າພະເຈົ້າຈະບໍ່ມີທາງຮູ້ໄດ້ເລີຍວ່າ ອະທິການຄົນນັ້ນໄດ້ອະທິຖານບໍ ເພື່ອຈະຮູ້ວ່າປະໂລຫິດຄົນໃດຈະໄດ້ຮັບພອນຈາກການໄປຢ້ຽມຢາມເຫລົ່ານັ້ນກັບເພິ່ນ. ເພິ່ນອາດຈະເອົາປະໂລຫິດຄົນອື່ນໄປນຳເພິ່ນຫລາຍເທື່ອກໍໄດ້. ແຕ່ພຣະຜູ້ເປັນເຈົ້າໄດ້ຮູ້ວ່າມື້ໜຶ່ງຂ້າພະເຈົ້າຈະໄດ້ເປັນອະທິການຄົນໜຶ່ງ ທີ່ຈະເຊື້ອເຊີນຜູ້ຄົນທີ່ມີສັດທາອ່ອນແອໃຫ້ກັບຄືນມາຫາພຣະກິດຕິຄຸນ ບ່ອນທີ່ສັດທາຂອງເຂົາເຈົ້າຈະເຂັ້ມແຂງຂຶ້ນອີກ. ພຣະຜູ້ເປັນເຈົ້າໄດ້ຮູ້ວ່າມື້ໜຶ່ງ ຂ້າພະເຈົ້າຈະໄດ້ຮັບໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດສຳລັບລູກໆຂອງພຣະບິດາເທິງສະຫວັນເປັນຫລາຍຮ້ອຍຄົນ ແລະ ແມ່ນແຕ່ຫລາຍພັນຄົນ ຜູ້ທີ່ມີຄວາມຕ້ອງການຫລາຍທາງຝ່າຍໂລກ.
ພວກເຈົ້າຊາຍໜຸ່ມທັງຫລາຍ ບໍ່ສາມາດຮູ້ໄດ້ວ່າການກະທຳຂອງການຮັບໃຊ້ໃນຖານະປະໂລຫິດອັນໃດແດ່ ທີ່ພຣະຜູ້ເປັນເຈົ້າກຳລັງຕຽມຈະມອບໃຫ້ທ່ານ. ແຕ່ການທ້າທາຍທີ່ຍິ່ງໃຫຍ່ສຳລັບຜູ້ດຳລົງຖານະປະໂຫລິດທຸກຄົນນັ້ນຄື ການໃຫ້ການຊ່ອຍເຫລືອທາງວິນຍານ. ເຮົາທຸກຄົນມີໜ້າທີ່ມອບໝາຍນັ້ນ. ມັນເປັນພາກສ່ວນຂອງການເປັນສະມາຊິກຂອງກຸ່ມໂຄຣຳ. ມັນເປັນມາດ້ວຍການເປັນສະມາຊິກຂອງຄອບຄົວ. ຖ້າຫາກວ່າສັດທາຂອງຄົນໃດຄົນໜຶ່ງໃນກຸ່ມໂຄຣຳ ຫລື ຄອບຄົວຂອງທ່ານຖືກໂຈມຕີໂດຍຊາຕານ, ທ່ານຈະຮູ້ສຶກຄວາມເມດຕາສົງສານ. ເໝືອນດັ່ງການຮັບໃຊ້ ແລະ ຄວາມເມດຕາທີ່ຊາຍໄທຊາມາເລຍໄດ້ມີໃຫ້, ທ່ານກໍຈະໄດ້ປະຕິບັດຕໍ່ເຂົາເຈົ້າຄືກັນ ດ້ວຍນ້ຳມັນທີ່ໃຫ້ການປິ່ນປົວ ສຳລັບບາດແຜຂອງເຂົາເຈົ້າໃນເວລາທີ່ຂັດສົນ.
ໃນການຮັບໃຊ້ຂອງທ່ານ ໃນຖານະຜູ້ສອນສາດສະໜາເຕັມເວລາ, ທ່ານຈະອອກໄປຫາຜູ້ຄົນຫລາຍໆພັນ ທີ່ຕົກຢູ່ໃນຄວາມຂັດສົນຫລາຍທາງວິນຍານ. ຄົນທັງຫລາຍ, ຈົນກວ່າທ່ານສອນເຂົາເຈົ້າ, ຈະບໍ່ຮູ້ເລີຍວ່າເຂົາເຈົ້າມີບາດແຜທາງວິນຍານ, ທີ່ຖ້າຫາກບໍ່ປິ່ນປົວ, ມັນຈະນຳຄວາມເຈັບປວດທີ່ບໍ່ມີວັນສິ້ນສຸດມາໃຫ້. ທ່ານຈະອອກໄປເຮັດວຽກງານຂອງພຣະຜູ້ເປັນເຈົ້າ ທີ່ຈະຊ່ອຍຊີວິດເຂົາເຈົ້າເອົາໄວ້. ມີແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ສາມາດປິ່ນປົວບາດແຜທາງວິນຍານຂອງເຂົາເຈົ້າ ເມື່ອເຂົາເຈົ້າຮັບເອົາພິທີການຕ່າງໆທີ່ນຳໄປສູ່ຊີວິດນິລັນດອນ.
ໃນຖານະສະມາຊິກຂອງກຸ່ມໂຄຣຳ, ຄູສອນປະຈຳບ້ານ, ແລະ ຜູ້ສອນສາດສະໜາ, ທ່ານບໍ່ສາມາດຊ່ອຍຜູ້ຄົນໃຫ້ສ້ອມແປງການທຳລາຍທາງວິນຍານໄດ້ ຖ້າຫາກສັດທາຂອງທ່ານເອງບໍ່ເຂັ້ມແຂງ. ນັ້ນມີຄວາມໝາຍກວ່າການອ່ານພຣະຄຳພີເປັນປະຈຳ ແລະ ການອະທິຖານກ່ຽວກັບເຂົາເຈົ້າ. ການອະທິຖານໃນທັນທີ ແລະ ການອ່ານຂໍ້ພຣະຄຳພີໄວໆນັ້ນບໍ່ແມ່ນການຕຽມພ້ອມທີ່ພຽງພໍ. ຄວາມໝັ້ນໃຈທີ່ທ່ານຈະຕ້ອງການຈະມາພ້ອມຄຳແນະນຳຈາກພາກທີ 84 ໃນພຣະຄຳພີ Doctrine and Covenants: ທີ່ວ່າ ເຮົາບໍ່ຕ້ອງຄິດໄວ້ກ່ອນວ່າເຮົາຈະກ່າວຫຍັງ, ແຕ່ຈະສະສົມຄຳແຫ່ງຊີວິດໄວ້ໃນຄວາມຄິດຂອງເຮົາສະເໝີໄປ ແລະ ເຮົາຈະໄດ້ຮັບມັນໃນຊົ່ວໂມງທີ່ເຮົາຕ້ອງການສ່ວນທີ່ຈະແຈກຈ່າຍໃຫ້ຄົນທຸກຄົນ.2
ຈະໄດ້ຮັບຄຳສັນຍານັ້ນພຽງແຕ່ ຖ້າຫາກເຮົາ “ສະສົມ” ພຣະຄຳຂອງຊີວິດ ແລະ ເຮັດມັນເລື້ອຍໆໄປ. ພາກສ່ວນຂອງການສະສົມຂອງຂໍ້ພຣະຄຳພີນັ້ນ ສຳລັບຂ້າພະເຈົ້າແລ້ວເປັນເລື່ອງຄວາມຮູ້ສຶກບາງຢ່າງກ່ຽວກັບພຣະຄຳ. ຍົກຕົວຢ່າງ, ເມື່ອຂ້າພະເຈົ້າໄດ້ໄປພະຍາຍາມຊ່ອຍຄົນໃດຄົນໜຶ່ງທີ່ຫວັ່ນໄຫວໃນສັດທາຂອງເຂົາກ່ຽວກັບການເອີ້ນທີ່ສັກສິດຂອງສາດສະດາໂຈເຊັບ ສະມິດ, ຄວາມຮູ້ສຶກຈະກັບຄືນມາສູ່ຂ້າພະເຈົ້າ.
ມັນບໍ່ພຽງແຕ່ເປັນພຣະຄຳຈາກພຣະຄຳພີມໍມອນເທົ່ານັ້ນ. ມັນເປັນຄວາມຮູ້ສຶກເຖິງຄວາມໝັ້ນໃຈຂອງຄວາມຈິງທີ່ມາສູ່ ເມື່ອໃດກໍຕາມທີ່ຂ້າພະເຈົ້າອ່ານ ແມ່ນແຕ່ສອງສາມແຖວຈາກພຣະຄຳພີມໍມອນ. ຂ້າພະເຈົ້າໃຫ້ຄຳສັນຍາບໍ່ໄດ້ ວ່າມັນຈະມາສູ່ທຸກໆຄົນທີ່ມີຄວາມຮູ້ສຶກສົງໄສກ່ຽວກັບສາດສະດາ ໂຈເຊັບ ສະມິດ ຫລື ພຣະຄຳພີມໍມອນ. ແຕ່ຂ້າພະເຈົ້າຮູ້ວ່າ ໂຈເຊັບ ສະມິດ ນັ້ນເປັນສາດສະດາຂອງການຟື້ນຟູ. ຂ້າພະເຈົ້າຮູ້ວ່າພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າ, ເພາະວ່າຂ້າພະເຈົ້າໄດ້ສະສົມມັນ.
ຂ້າພະເຈົ້າຮູ້ຈາກປະສົບການວ່າທ່ານສາມາດໄດ້ຮັບຄວາມໝັ້ນໃຈເຖິງຄວາມຈິງຈາກພຣະວິນຍານໄດ້ ເພາະວ່າມັນໄດ້ມາສູ່ຂ້າພະເຈົ້າ. ທ່ານ ແລະ ຂ້າພະເຈົ້າຕ້ອງໄດ້ມີຄວາມໝັ້ນໃຈນັ້ນກ່ອນພຣະຜູ້ເປັນເຈົ້າຈະວາງມັນໄວ້ໃນເສັ້ນທາງຂອງຜູ້ເດີນທາງທີ່ເຮົາຮັກ ຜູ້ທີ່ຖືກເຮັດໃຫ້ບາດເຈັບໂດຍສັດຕູຂອງຄວາມຈິງນັ້ນ.
ຍັງມີການຕຽມພ້ອມອີກຢ່າງໜຶ່ງທີ່ເຮົາຕ້ອງເຮັດ. ມັນເປັນອຸປະນິໄສຂອງມະນຸດທີ່ຈະແຂງກະດ້າງຕໍ່ຄວາມເຈັບປວດຂອງຄົນອື່ນ. ນັ້ນເປັນສາເຫດໜຶ່ງທີ່ວ່າເປັນຫຍັງພຣະຜູ້ຊ່ອຍໃຫ້ລອດຈຶ່ງໄດ້ກະທຳຫລາຍ ເພື່ອຈະບອກເລົ່າເຖິງການຊົດໃຊ້ຂອງພຣະອົງ ແລະ ເຖິງການຮັບເອົາບາບ ແລະ ຄວາມເສົ້າສະຫລົດໃຈຂອງລູກທຸກໆຄົນຂອງພຣະອົງ ທີ່ພຣະອົງຮູ້ວ່າຈະໃຫ້ຄວາມຊ່ອຍເຫລືອເຂົາເຈົ້າ.
ແມ່ນແຕ່ຜູ້ດຳລົງຖານະປະໂລຫິດທີ່ດີທີ່ສຸດຂອງພຣະບິດາເທິງສະຫວັນຢູ່ເທິງໂລກຍັງບໍ່ບັນລຸມາດຕະຖານແຫ່ງຄວາມເມດຕານັ້ນໄດ້ງ່າຍໆ. ແນວໂນ້ມຂອງມະນຸດແມ່ນຈະບໍ່ອົດທົນກັບຄົນທີ່ບໍ່ສາມາດເຫັນຄວາມຈິງໄດ້ ທີ່ເປັນສິ່ງທີ່ຊັດເຈນແທ້ສຳລັບເຮົາ. ເຮົາຕ້ອງລະວັງໃຫ້ດີວ່າ ຄວາມບໍ່ອົດທົນຂອງເຮົານັ້ນບໍ່ໄດ້ຖືກເບິ່ງເຫັນວ່າເປັນການກ່າວໂທດ ຫລື ການປະຕິເສດ.
ຂະນະທີ່ເຮົາຕຽມພ້ອມທີ່ຈະໃຫ້ຄວາມຊ່ອຍເຫລືອແກ່ພຣະຜູ້ເປັນເຈົ້າ ໃນຖານະຜູ້ຮັບໃຊ້ຖານະປະໂລຫິດຂອງພຣະອົງ, ເຮົາຍັງມີພຣະຄຳພີມາຊີ້ນຳເຮົາ. ມັນບັນຈຸຂອງປະທານທີ່ເຮົາຕ້ອງການສຳລັບການເດີນທາງຂອງເຮົາ, ບໍ່ວ່າບ່ອນໃດກໍຕາມທີ່ພຣະຜູ້ເປັນເຈົ້າຈະສົ່ງເຮົາໄປ. ໄທຊາມາເລຍຜູ້ໃຈດີຄົນນັ້ນໄດ້ມີຂອງປະທານນັ້ນ. ເຮົາຈະຕ້ອງການມັນ, ແລະ ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າເຮົາຈະພົບເຫັນມັນໄດ້ແນວໃດ.
“ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຖ້າຫາກທ່ານບໍ່ມີຄວາມໃຈບຸນ, ທ່ານກໍບໍ່ເປັນອັນໃດເລີຍ, ເພາະຄວາມໃຈບຸນດຳລົງຢູ່ຕະຫລອດ. ດັ່ງນັ້ນ, ຈົ່ງຍຶດໝັ້ນຢູ່ກັບຄວາມໃຈບຸນ, ຊຶ່ງເປັນສິ່ງທີ່ຍິ່ງໃຫຍ່ສຸດໃນທຸກສິ່ງ, ເພາະວ່າທຸກສິ່ງຕ້ອງໝົດສິ້ນໄປ—
“ແຕ່ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ, ແລະ ມັນອົດທົນຕະຫລອດການ; ແລະ ຜູ້ໃດຖືກພົບວ່າມີມັນໃນວັນສຸດທ້າຍ, ຍ່ອມຈະເປັນການດີກັບຜູ້ນັ້ນ.
“ດັ່ງນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອທ່ານຈະເຕັມໄປດ້ວຍຄວາມຮັກນີ້, ຊຶ່ງພຣະອົງປະທານໃຫ້ທຸກຄົນຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ; ເພື່ອທ່ານຈະໄດ້ກາຍມາເປັນບຸດຂອງພຣະເຈົ້າ; ເມື່ອພຣະອົງສະເດັດມາ ເຮົາຈະເປັນເໝືອນດັ່ງພຣະອົງ, ເພາະວ່າເຮົາຈະໄດ້ເຫັນພຣະອົງຢ່າງທີ່ພຣະອົງເປັນຢູ່ນັ້ນ, ເພື່ອເຮົາຈະມີຄວາມຫວັງນີ້; ຄືເຮົາຈະຖືກເຮັດໃຫ້ບໍລິສຸດຄືກັນກັບພຣະອົງທີ່ບໍລິສຸດ.”3
ຂ້າພະເຈົ້າອະທິຖານວ່າເຮົາຈະຕຽມຕົວເຮົາເອງ ທີ່ຈະໃຫ້ການຮັບໃຊ້ຂອງຖານະປະໂລຫິດໃດໆກໍຕາມ ທີ່ພຣະຜູ້ເປັນເຈົ້າອາດຈະປະທານໃຫ້ເຮົາເຮັດ ໃນການເດີນທາງຂອງເຮົາໃນຊີວິດມະຕະນີ້. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.