ເຈົ້າຢາກຫາຍດີບໍ?
ເມື່ອເຮົາກັບໃຈ ແລະ ເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ເຮົາຈະຫາຍດີ, ແລະ ຄວາມຮູ້ສຶກຜິດຖືກພັດໄປ.
ໃນເວລາຂອງການສະຫລອງທີ່ມ່ວມຊື່ນຢູ່ທີ່ກຸ່ງເຢຣູຊາເລັມ, ພຣະຜູ້ຊ່ອຍໃຫ້ລອດໄດ້ໜີໄປຈາກຝູງຊົນ ເພື່ອອອກໄປຊອກຫາຄົນທີ່ມີຄວາມຕ້ອງການຫລາຍທີ່ສຸດ. ພຣະອົງໄດ້ພົບເຂົາເຈົ້າຢູ່ເບັດສາທາ, ທີ່ມີປະຕູໂຂງຫ້າປ່ອງອ້ອມຢູ່ ໃກ້ຕະຫລາດຂາຍແກະ ທີ່ມີຊື່ສຽງດັງ ບ່ອນທີ່ຄົນເປັນທຸກມາຄອຍຢູ່.
ພຣະທຳຂອງໂຢຮັນບອກເຮົາວ່າ ໃກ້ປະຕູໂຂງເຫລົ່ານັ້ນມີຄົນປ່ອຍນອນຄອຍຢູ່ຢ່າງຫລວງຫລາຍເຊັ່ນ “ຄົນຕາບອດ, ຄົນຂາພິການ, ແລະ ຄົນລ່ອຍ.
“ມີເທວະດາຕົນໜຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳໃນສະນັ້ນເປັນຍາມ ແລະ ເມື່ອນ້ຳເຟືອນ ຜູ້ໃດລົງໄປໃນນ້ຳກ່ອນ ລາວກໍຫາຍດີຈາກພະຍາດທີ່ຕົນເປັນຢູ່” (ໂຢຮັນ 5:3–4).
ການຢ້ຽມຢາມຂອງພຣະຜູ້ຊ່ອຍໃຫ້ລອດ ສະແດງໃຫ້ເຫັນຢູ່ໃນຮູບແຕ້ມທີ່ທ່ານ ຄາວ ບະລ໊ອກ ໄດ້ແຕ້ມ ມີຊື່ວ່າ ພຣະຄຣິດປິ່ນປົວຄົນເຈັບໄຂ້ຢູ່ທີ່ເບັດສາທາ. ທ່ານບະລ໊ອກ ໄດ້ແຕ້ມຮູບຕອນພຣະເຢຊູເປີດຕູບຜ້າຢ່າງລະມັດລະວັງ ທີ່ສະແດງໃຫ້ເຫັນ “ຄົນປ່ວຍ” (ໂຢຮັນ 5:7) ນອນຢູ່ໃກ້ສະນ້ຳ, ຄອຍ ຖ້າຢູ່. ໃນຂໍ້ນີ້ ຄຳທີ່ວ່າ ປ່ວຍ ນັ້ນກ່າວເຖິງຄົນທີ່ບໍ່ມີພະລັງ ແລະ ເນັ້ນເຖິງພຣະກະລຸນາ ແລະ ພຣະຄຸນຂອງພຣະຜູ້ຊ່ອຍໃຫ້ລອດ, ຜູ້ທີ່ໄດ້ສະເດັດມາຢ່າງງຽບໆ ເພື່ອປະຕິບັດຕໍ່ຜູ້ທີ່ບໍ່ສາມາດຊ່ອຍຕົວເຂົາເຈົ້າເອງໄດ້.
ໃນຮູບແຕ້ມນັ້ນ, ຊາຍທີ່ເຈັບປ່ວຍໄດ້ນອນຂົດຢູ່ທີ່ພື້ນໃນບ່ອນມືດ, ເມື່ອຍລ້າ ແລະ ເສຍກຳລັງໃຈຫລັງຈາກໄດ້ທົນທຸກທໍລະມານຕໍ່ຄວາມເຈັບປ່ອຍຂອງລາວມາເປັນເວລາ 38 ປີ.
ເມື່ອພຣະຜູ້ຊ່ອຍໃຫ້ລອດໄດ້ຍົກຜ້າຂຶ້ນດ້ວຍມືເບື້ອງໜຶ່ງ, ດ້ວຍອີກມືເບື້ອງໜຶ່ງພຣະອົງໄດ້ກວັກ ແລະ ຖາມຄຳຖາມທີ່ເລິກຊຶ້ງວ່າ: “ເຈົ້າຢາກຫາຍດີບໍ?”
ຊາຍຄົນນັ້ນກໍຕອບວ່າ, “ທ່ານເອີຍ ບໍ່ມີໃຜເອົາຜູ້ຂ້າລົງໄປໃນສະນ້ຳຕອນທີ່ນ້ຳເຟືອນ: ເມື່ອຜູ້ຂ້າພວມຈະລົງໄປ ຄົນອື່ນກໍລົງໄປກ່ອນຜູ້ຂ້າແລ້ວ” (ໂຢຮັນ 5:6–7).
ຕໍ່ການທ້າທາຍທີ່ເບິ່ງຄືວ່າຈະເປັນໄປບໍ່ໄດ້ຂອງຊາຍຄົນນັ້ນ, ພຣະເຢຊູກໍໃຫ້ຄຳຕອບທີ່ເລິກຊຶ້ງ ແລະ ບໍ່ໄດ້ຄາດຫວັງວ່າ:
“ຈົ່ງລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ.
“ໃນທັນໃດຊາຍຄົນນັ້ນກໍຫາຍດີພະຍາດ, ລາວຈຶ່ງຍົກເອົາບ່ອນນອນຂອງຕົນ ແລະ ຍ່າງໄດ້” (ໂຢຮັນ 5:8–9).
ໃນພາບຕົວຢ່າງແຫ່ງຄວາມຮັກອີກພາບໜຶ່ງ, ພຣະທຳຂອງລູກາ ບອກເຮົາວ່າ, ຂະນະທີ່ພຣະຜູ້ຊ່ອຍໃຫ້ລອດກຳລັງເດີນທາງໄປສູ່ກຸງເຢຣູຊາເລັມ, ໄດ້ພົບຊາຍ 10 ຄົນທີ່ເປັນພະຍາດຂີ້ທູດ. ເປັນເພາະພະຍາດຂອງເຂົາເຈົ້າ, ເຂົາເຈົ້າຈຶ່ງໄດ້ “ຢືນຢູ່ຫ່າງໆ” (ລູກາ 17:12). ເຂົາເຈົ້າຖືກຂັບໄລ່ອອກຈາກບ້ານ—ບໍ່ສະອາດ ແລະ ບໍ່ເປັນທີ່ຕ້ອງການ.
“ເຢຊູ, ອາຈານເຈົ້າຂ້າ, ໂຜດເມດຕາພວກຜູ້ຂ້າແດ່ທ້ອນ,” ເຂົາເຈົ້າໄດ້ຮ້ອງຂຶ້ນ (ລູກາ 17:13)—ໃນອີກຄຳໜຶ່ງກໍຄືອ້ອນວອນວ່າ, “ບໍ່ມີ ຫຍັງບໍ ທີ່ທ່ານສາມາດເຮັດໃຫ້ພວກຜູ້ຂ້າໄດ້ແດ່?”
ຜູ້ປິ່ນປົວທີ່ຍິ່ງໃຫຍ່, ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ, ຍັງຮູ້ວ່າ ສັດທາຕ້ອງມາກ່ອນການມະຫັດສະຈັນ ແລະ ສະນັ້ນ ຈຶ່ງໄດ້ບອກພວກເຂົາວ່າ, “ຈົ່ງໄປຫາປະໂລຫິດໃຫ້ກວດເບິ່ງພວກເຈົ້າເດີ” (ລູກາ 17:14).
ໃນຂະນະທີ່ເຂົາເຈົ້າໄດ້ໄປດ້ວຍສັດທາ, ສິ່ງມະຫັດສະຈັນກໍໄດ້ເກີດຂຶ້ນ. ທ່ານວາດພາບໄດ້ບໍເຖິງຄວາມປິຕິຍິນດີທີ່ຕື້ນຕັນໃຈໃນແຕ່ລະບາດກ້າວ ຂະນະທີ່ເຂົາເຈົ້າໄດ້ເຫັນໃນເວລານັ້ນເອງທີ່ຮ່າງກາຍຂອງເຂົາເຈົ້າໄດ້ເຮັດໃຫ້ສະອາດ, ຫາຍດີ, ແລະ ນຳກັບຄືນຢູ່ຕໍ່ໜ້າຕໍ່ຕາຂອງເຂົາເຈົ້າເອງ?
“ເມື່ອຄົນໜຶ່ງໃນພວກເຂົາເຫັນວ່າຕົນດີສະອາດແລ້ວ, ລາວຈຶ່ງກັບຄືນມາກ່າວສັນລະເສີນພຣະເຈົ້າດ້ວຍສຽງດັງ,
“ລາວຂາບລົງທີ່ (ພຣະບາດ) ຂອງພຣະເຢຊູ ແລະ ຂອບພຣະຄຸນພຣະອົງ. …
“ແລ້ວພຣະເຢຊູ ກໍກ່າວແກ່ລາວວ່າ, ຈົ່ງລຸກຂຶ້ນ ແລະ ໄປສາ: ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” (ລູກາ 17:15–16, 19).
ໃນການເປັນໝໍປິ່ນປົວ ແລະ ໝໍຜ່າຕັດ, ຂ້າພະເຈົ້າໄດ້ເອົາໃຈໃສ່ໃນການປິ່ນປົວ ແລະ ຮັກສາຮ່າງກາຍ. ພຣະເຢຊູຄຣິດໄດ້ປິ່ນປົວທັງຮ່າງກາຍ, ຈິດໃຈ, ແລະ ວິນຍານ, ແລະ ການປິ່ນປົວຂອງພຣະອົງແມ່ນເລີ່ມຕົ້ນຈາກສັດທາ.
ທ່ານຈຳໄດ້ບໍ ເມື່ອສັດທາ ແລະ ຄວາມສຸກເຕັມປ່ຽມ? ຈື່ຈຳໄດ້ບໍ ເວລາທີ່ທ່ານມີປະຈັກພະຍານ ຫລື ເມື່ອພຣະເຈົ້າໄດ້ຢືນຢັນໃຫ້ທ່ານຮູ້ວ່າທ່ານເປັນບຸດ ຫລື ທິດາຂອງພຣະອົງ ແລະ ວ່າພຣະອົງຮັກທ່ານຫລາຍ, ແລະ ທ່ານຮູ້ສຶກຫາຍດີ? ຖ້າວ່າເວລາດັ່ງກ່າວເບິ່ງຄືວ່າໄດ້ສູນຫາຍໄປແລ້ວ, ກໍຍັງຈະພົບເຫັນມັນໄດ້ອີກຢູ່.
ພຣະຜູ້ຊ່ອຍໃຫ້ລອດແນະນຳເຮົາເຖິງວິທີທີ່ເຮົາຈະຫາຍດີ, ບໍລິບູນ, ຫລື ຖືກປິ່ນປົວ:
“ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກພາລະໜັກ ແລະ ເຮົາຈະໃຫ້ພວກທ່ານໄດ້ພັກຜ່ອນ.
“ຈົ່ງຮັບເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ; ເພາະວ່າເຮົາມີໃຈສຸພາບ ແລະ ອ່ອນຫວານ: ແລະ ພວກທ່ານຈະໄດ້ພົບການພັກຜ່ອນ.
“ດ້ວຍວ່າແອກທີ່ເຮົາໃຫ້ພວກທ່ານແບກນັ້ນກໍງ່າຍ ແລະ ພາລະທີ່ເຮົາໃຫ້ພວກທ່ານຮັບນັ້ນກໍເບົາ” (ມັດທາຍ 11:28–30).
“ຈົ່ງຕາມເຮົາມາ” (ລູກາ 18:22) ໄດ້ເຊື້ອເຊີນເຮົາໃຫ້ປະຖິ້ມຊີວິດເກົ່າ ແລະ ຊັບສິນທາງໂລກ: ກາຍມາເປັນຄົນໃໝ່ ຊຶ່ງ “ສິ່ງເກົ່າກໍສິ້ນສຸດໄປ [ແລະ] ມີແຕ່ສິ່ງໃໝ່ທັງນັ້ນ” (2 ໂກຣິນໂທ 5:17), ແມ່ນແຕ່ມີໃຈໃໝ່ ແລະ ຊື່ສັດ. ແລະ ເຮົາຫາຍດີຄືນອີກ.
ພຣະອົງໄດ້ກ່າວວ່າ ເຮົາຄວນມາຢູ່ໃກ້ພຣະອົງ ແລະ ພຣະອົງກໍຈະມາຢູ່ໃກ້ເຮົາ; ເຮົາຄວນສະແຫວງຫາພຣະອົງຢ່າງພາກພຽນ ແລະ ເຮົາຈະໄດ້ພົບພຣະອົງ; ເຮົາຄວນທູນຂໍ ແລະ ເຮົາຈະໄດ້ຮັບ; ເຮົາຄວນເຄາະ ແລະ ຈະມີຜູ້ເປີດມັນໃຫ້ເຮົາ (ເບິ່ງ D&C 88:63).
ເມື່ອເຮົາມາຢູ່ໃກ້ພຣະອົງ, ເຮົາຈະຮັບຮູ້ວ່າຊີວິດມະຕະນີ້ຄວນຍາກລຳບາກ ແລະ ວ່າ “ການກົງກັນຂ້າມໃນທຸກຢ່າງ” (2 ນີໄຟ 2:11) ບໍ່ໄດ້ແມ່ນຂໍ້ບົກຜ່ອງໃນແຜນແຫ່ງຄວາມລອດ. ແທນທີ່, ການກົງກັນຂ້າມນັ້ນ, ເປັນພາກສ່ວນທີ່ຈຳເປັນຂອງຊີວິດມະຕະ ແລະ ເຮັດໃຫ້ຄວາມຕັ້ງໃຈຂອງເຮົາເຂັ້ມແຂງ ແລະ ເຮັດໃຫ້ການເລືອກຂອງເຮົາດີຂຶ້ນ. ສະຖານະການທີ່ປ່ຽນແປງຂອງຊີວິດນັ້ນເອງຊ່ອຍຫລໍ່ຫລອມຄວາມສຳພັນນິລັນດອນກັບພຣະເຈົ້າ—ແລະ ຈາລຶກເງົາຂອງພຣະອົງໄວ້ໃນໃບໜ້າຂອງເຮົາ ຂະນະທີ່ເຮົາຍອມຫົວໃຈຂອງເຮົາຕໍ່ພຣະອົງ (ເບິ່ງ ແອວມາ 5:19).
“ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ” (ລູກາ 22:19) ເປັນສິ່ງທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຂໍຮ້ອງ ເມື່ອພຣະອົງໄດ້ຈັດຕັ້ງສິນລະລຶກຂຶ້ນ. ພິທີການນີ້ພ້ອມດ້ວຍເຂົ້າຈີ່ ແລະ ນ້ຳ ຈະຕໍ່ພັນທະສັນຍາທີ່ສັກສິດ ຊຶ່ງເຮົາໄດ້ເຮັດນຳພຣະເຈົ້າ ແລະ ເຊື້ອເຊີນອຳນາດແຫ່ງການຊົດໃຊ້ມາສູ່ຊີວິດຂອງເຮົາ. ເຮົາໄດ້ຮັບການປິ່ນປົວ ໂດຍການປະຖິ້ມນິໄສ ແລະ ວິທີການດຳລົງຊີວິດທີ່ເຮັດໃຫ້ຫົວໃຈແຂງກະດ້າງ ແລະ ຄໍແຂງ. ເມື່ອເຮົາວາງ “ອາວຸດແຫ່ງການກະບົດ [ຂອງເຮົາ]” (ແອວມາ 23:7), ກາຍມາເປັນຕົວແທນໃຫ້ຕົວເຮົາເອງ (ເບິ່ງ D&C 58:28), ບໍ່ໄດ້ຕາບອດໂດຍການຫລອກລວງຂອງຊາຕານ ຫລື ຫູໜວກໂດຍສຽງທີ່ໂຫດຮ້າຍຂອງໂລກພາຍນອກ.
ເມື່ອເຮົາກັບໃຈ ແລະ ເຫລື້ອມໃສໃນພຣະຜູ້ເປັນເຈົ້າ, ເຮົາຈະຫາຍດີ, ແລະ ຄວາມຮູ້ສຶກຜິດຖືກພັດໄປ. ເຮົາອາດຍັງຈະສົງໃສຢູ່ ດັ່ງທີ່ ເອໂນດໄດ້ສົງໃສວ່າ, “ມັນເປັນໄປໄດ້ແນວໃດ?” ພຣະຜູ້ເປັນເຈົ້າຕອບວ່າ: “ເພາະສັດທາຂອງເຈົ້າໃນພຣະຄຣິດ. … ດັ່ງນັ້ນຈົ່ງໄປເຖີດ, ສັດທາຂອງເຈົ້າເຮັດໃຫ້ເຈົ້າບໍລິບູນແລ້ວ” (ເອໂນດ 1:7, 8).
ນາງໂຄຣີ ເທັນ ບູມ, ສະຕີຄຣິດສະຕຽນຊາວຮໍລັງທີ່ອຸທິດຕົນ, ໄດ້ພົບການປິ່ນປົວດັ່ງກ່າວ ເຖິງແມ່ນວ່າໄດ້ຖືກກັກຂັງໃນສູນສຳມະນາຕອນສົງຄາມໂລກຄັ້ງທີສອງ. ນາງໄດ້ທົນທຸກທໍລະມານຫລາຍ, ແຕ່ບໍ່ເໝືອນນາງແບັດສີ ນ້ອງສາວທີ່ນາງຮັກ, ຜູ້ທີ່ໄດ້ຕາຍຢູ່ໃນສູນນັ້ນ, ນາງເອງໄດ້ລອດຊີວິດມາ.
ຫລັງຈາກສົງຄາມນັ້ນ, ນາງໄດ້ກ່າວຢ່າງເປີດເຜີຍເລື້ອຍໆເຖິງປະສົບການ ແລະ ການປິ່ນປົວ ແລະ ການໃຫ້ອະໄພ. ຄັ້ງໜຶ່ງອາດີດທະຫານຍາມຊາວນາດຊີ ທີ່ໄດ້ເປັນຄົນໜຶ່ງຜູ້ມີພາກສ່ວນໃນຄວາມທໍລະມານທີ່ຮ້າຍກາດຂອງນາງຕອນຢູ່ໃນຄຸກຣາເວນສະບຣຸກ, ປະເທດເຢຍລະມັນ, ໄດ້ເຂົ້າມາຫານາງ, ຊື່ນຊົມກັບຂ່າວສານແຫ່ງການໃຫ້ອະໄພ ແລະ ຄວາມຮັກຂອງພຣະຄຣິດ.
“‘ຂ້ອຍມີຄວາມກະຕັນຍູຫລາຍສຳລັບຂ່າວສານຂອງເຈົ້າ, ຟຣາລາຍ,’ ລາວໄດ້ເວົ້າ. ‘ທີ່ຈະມາຄິດ, ດັ່ງທີ່ເຈົ້າເວົ້າວ່າ, ພຣະອົງໄດ້ລ້າງບາບຂອງຂ້ອຍອອກໄປແລ້ວ!’
ໂຄຣີ ຈຳໄດ້ວ່າ, ລາວໄດ້ຍື່ນມືຂອງລາວອອກມາຈັບມືຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າ, ຜູ້ທີ່ເຄີຍໄດ້ສັ່ງສອນເລື້ອຍໆ … ເຖິງການໃຫ້ອະໄພ, ໄດ້ເກັບມືຂ້າພະເຈົ້າໄວ້ທາງຂ້າງ.
ແມ່ນແຕ່ເມື່ອຄວາມຄິດທີ່ໂມໂຫຮ້າຍ, ແລະ ການແກ້ແຄ້ນໄດ້ເພີ່ມທະວີຂຶ້ນໃນຕົວຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນບາບໃນສິ່ງນີ້. … ໂອ້ ພຣະເຢຊູເຈົ້າເອີຍ, ຂ້າພະເຈົ້າໄດ້ອະທິຖານ, ຂໍຈົ່ງໃຫ້ອະໄພຂ້ານ້ອຍແດ່ເຖີດ ແລະ ຊ່ອຍຂ້ານ້ອຍໃຫ້ອະໄພລາວດ້ວຍ.
“ຂ້າພະເຈົ້າໄດ້ພະຍາມຍິ້ມ, [ແລະ] ຍົກມືຂຶ້ນໄດ້ຍາກ. ຂ້າພະເຈົ້າເຮັດບໍ່ໄດ້. ຂ້າພະເຈົ້າບໍ່ຮູ້ສຶກຫຍັງເລີຍ, ບໍ່ຮູ້ສຶກຄວາມອົບອຸ່ນ ຫລື ຄວາມໃຈບຸນອັນໃດຈັກນ້ອຍ. ແລະ ແລ້ວຂ້າພະເຈົ້າໄດ້ອະທິຖານໃນໃຈອີກວ່າ, ພຣະເຢຊູເຈົ້າເອີຍ, ຂ້ານ້ອຍໃຫ້ອະໄພລາວບໍ່ໄດ້. ຂ້ານ້ອຍທູນຂໍການໃຫ້ອະໄພຂອງພຣະອົງແດ່ທ້ອນ.
“ເມື່ອຂ້າພະເຈົ້າໄດ້ຈັບມືຂອງລາວສິ່ງທີ່ບໍ່ເປັນຕາເຊື່ອທີ່ສຸດໄດ້ເກີດຂຶ້ນ. ຈາກບ່າໄຫລ່ລົງໄປຕາມແຂນ ແລະ ຜ່ານມືຂອງຂ້າພະເຈົ້າກະແສຢ່າງໜຶ່ງປາກົດວ່າໄດ້ຜ່ານອອກຈາກຂ້າພະເຈົ້າໄປເຖິງລາວ, ຂະນະທີ່ຄວາມຮັກທີ່ມີໃຫ້ຄົນແປກໜ້າຄົນນີ້ໄດ້ເຂົ້າມາສູ່ຫົວໃຈຂອງຂ້າພະເຈົ້າທີ່ເກືອບເຮັດໃຫ້ຂ້າພະເຈົ້າຕື້ນຕັນໃຈ.
“ແລະ ຂ້າພະເຈົ້າໄດ້ພົບເຫັນວ່າການປິ່ນປົວຂອງໂລກນັ້ນບໍ່ໄດ້ຂຶ້ນຢູ່ກັບການໃຫ້ອະໄພ ຫລື ຄວາມດີງາມຂອງເຮົາ, ແຕ່ມັນຂຶ້ນຢູ່ກັບຂອງພຣະອົງ. ເມື່ອພຣະອົງບອກໃຫ້ເຮົາຮັກສັດຕູຂອງເຮົາ, ພ້ອມນີ້ພຣະອົງຍັງບັນຊາໃຫ້ເຮົາຮັກຕົນເອງດ້ວຍ.”1
ໂຄຣີ ເທັນ ບູມ ຖືກເຮັດໃຫ້ຫາຍດີ.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ, “ມີມະນຸດຄົນໜຶ່ງທີ່ຄ້ຳຊູຜູ້ຄົນທີ່ມີບັນຫາ ຫລື ກຸ້ມໃຈດ້ວຍຄວາມໂສກເສົ້າ ແລະ ປວດລ້າວ—ຄົນນັ້ນແມ່ນອົງພຣະເຢຊູຄຣິດ.”2
ຖ້າທ່ານຮູ້ສຶກວ່າບໍ່ສະອາດ, ບໍ່ເປັນທີ່ຮັກ, ບໍ່ມີຄວາມສຸກ, ບໍ່ມີຄຸນຄ່າດີພໍ, ຫລື ບໍ່ບໍລິບູນ, ຈົ່ງຈື່ຈຳໄວ້ວ່າ “ທຸກສິ່ງຢ່າງທີ່ບໍ່ຍຸດຕິທຳກ່ຽວກັບຊີວິດສາມາດເຮັດໃຫ້ຖືກຕ້ອງໄດ້ ຜ່ານການຊົດໃຊ້ຂອງພຣະຄຣິດ.”3 ຈົ່ງມີສັດທາ ແລະ ອົດທົນຕາມເວລາຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຈຸດປະສົງສຳລັບທ່ານ. “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ” (ມາຣະໂກ 5:36).
ຂໍໃຫ້ໝັ້ນໃຈວ່າ ພຣະຜູ້ຊ່ອຍໃຫ້ລອດຍັງສະແຫວງຫາທີ່ຈະຮັກສາ ແລະ ປິ່ນປົວໃຈຂອງເຮົາ. ໃນຂະນະທີ່ພຣະອົງລໍຖ້າຢູ່ທີ່ປະຕູ, ຂໍໃຫ້ເຮົາຈົ່ງຕອບຄືນອີກ ໂດຍການອະທິຖານ, ກັບໃຈ, ໃຫ້ອະໄພ, ແລະ ລືມ. ຂໍໃຫ້ເຮົາຈຶ່ງຮັກພຣະເຈົ້າ ແລະ ຮັບໃຊ້ເພື່ອນບ້ານ ແລະ ຢືນຢູ່ໃນບ່ອນທີ່ສັກສິດ ໂດຍເຮັດໃຫ້ຊີວິດສະອາດ. ຊາຍທີ່ອ່ອນແອທີ່ສະນ້ຳເບດສາທາ, ຄົນຂີ້ທູດຜູ້ກຳລັງພາກັນໄປກຸງເຢຣູຊາເລັມ, ແລະ ຄໍຣີ ເທັນ ບູມ ໄດ້ຫາຍດີ. “ເຈົ້າຢາກຫາຍດີບໍ?” ຈົ່ງລຸກຂຶ້ນ ແລະ ຍ່າງໄປ. “ພຣະຄຸນຂອງພຣະອົງກໍພໍແລ້ວ” (2 ໂກຣິນໂທ 12:9), ແລະ ທ່ານຈະບໍ່ຍ່າງໄປຄົນດຽວ.
ຂ້າພະເຈົ້າຮູ້ວ່າພຣະເຈົ້າຊົງພຣະຊົນຢູ່. ຂ້າພະເຈົ້າຮູ້ວ່າເຮົາທຸກຄົນເປັນລູກໆຂອງພຣະອົງ ແລະວ່າພຣະອົງຮັກເຮົາດັ່ງທີ່ເຮົາເປັນຢູ່ ແລະ ຄົນທີ່ເຮົາສາມາດກາຍເປັນ. ຂ້າພະເຈົ້າຮູ້ວ່າພຣະອົງໄດ້ສົ່ງພຣະບຸດຂອງພຣະອົງມາສູ່ໂລກ ເພື່ອມາເປັນຜູ້ຊົດໃຊ້ເສຍສະລະເພື່ອມະນຸດທຸກຄົນ ແລະ ວ່າຜູ້ທີ່ຍອມຮັບພຣະກິດຕິຄຸນຂອງພຣະອົງ ແລະ ຕິດຕາມພຣະອົງຈະໄດ້ຫາຍດີ ແລະ ສົມບູນ. ໃນເວລາຂອງພຣະອົງເອງ, ແລະ ໃນວິທີທາງຂອງພຣະອົງເອງ, ແລະ ອີງຕາມພຣະປະສົງຂອງພຣະອົງເອງ (ເບິ່ງ D&C 88:68), ໂດຍຄວາມເມດຕາອັນອ່ອນນ້ອມຂອງພຣະອົງ. ນີ້ຄືປະຈັກພະຍານຂອງຂ້າພະເຈົ້າຕໍ່ທ່ານ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.