ການສິດສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ
ພຣະຜູ້ເປັນເຈົ້າໄດ້ຈັດຫາວິທີທາງໃຫ້ໄພ່ພົນຍຸກສຸດທ້າຍທີ່ມີຄຸນຄ່າດີພໍທຸກຄົນໃຫ້ສອນໃນວິທີທາງຂອງ ພຣະຜູ້ຊ່ອຍໃຫ້ລອດ.
ພວກເຮົາກະຕັນຍູເກີນທີ່ຈະກ່າວອອກມາໄດ້ຕໍ່ຄູສອນຕະຫລອດທົ່ວສາດສະໜາຈັກ. ພວກເຮົາຮັກທ່ານ ແລະ ມີຄວາມໝັ້ນໃຈຫລາຍໃນຕົວທ່ານ. ພວກທ່ານເປັນສິ່ງມະຫັດສະຈັນຢ່າງໜຶ່ງຂອງພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູ.
ແນ່ນອນວ່າມີເຄັດລັບໃນການເປັນຄູສອນພຣະກິດຕິຄຸນທີ່ໄດ້ຮັບຄວາມສຳເລັດ, ທີ່ຈະສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ. ຂ້າພະເຈົ້າໃຊ້ຄຳວ່າ ເຄັດລັບ ເພາະຫລັກທຳທີ່ຄວາມສຳເລັດຂອງຄູສອນນັ້ນຈະສາມາດເຂົ້າໃຈໄດ້ພຽງແຕ່ໂດຍຜູ້ທີ່ມີປະຈັກພະຍານເຖິງສິ່ງທີ່ໄດ້ເກີດຂຶ້ນໃນເຊົ້າຂອງວັນທີ່ສວຍງາມ, ແຈ້ງສະຫວ່າງ, ໃນຕົ້ນລະດູໃບໄມ້ປົ່ງຂອງປີ 1820.
ໃນຄຳຕອບຕໍ່ຄຳອະທິຖານທີ່ຖ່ອມຕົນຂອງຊາຍໜຸ່ມອາຍຸ 14 ປີ, ການສື່ສານຈາກສະຫວັນໄດ້ເກີດຂຶ້ນ. ພຣະເຈົ້າພຣະບິດານິລັນດອນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາປະກົດ ແລະ ໄດ້ກ່າວຕໍ່ໂຈເຊັບ ສະມິດ. ເວລາທີ່ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່ໄດ້ເລີ່ມແລ້ວ ແລະ ຫລັກທຳແຫ່ງການເປີດເຜີຍກໍຖືກສະຖາປະນາຂຶ້ນຢ່າງເປັນນິດໃນຍຸກສະໄໝຂອງເຮົາ. ຂ່າວສານຂອງໂຈເຊັບ, ແລະ ຂອງເຮົາທີ່ມີຕໍ່ໂລກ, ກໍສາມາດສະຫລຸບໄດ້ໃນສາມຄຳວ່າ: “ພຣະເຈົ້າກ່າວ.” ພຣະອົງໄດ້ກ່າວຕໍ່ຜູ້ຄົນໃນສະໄໝໂບຮານ, ພຣະອົງໄດ້ກ່າວຕໍ່ໂຈເຊັບ, ແລະ ພຣະອົງຈະກ່າວຕໍ່ທ່ານດ້ວຍ. ສິ່ງນີ້ແຫລະ ທີ່ເຮັດໃຫ້ທ່ານແຕກຕ່າງຈາກຄູສອນອື່ນໆຕະຫລອດທົ່ວໂລກ. ນີ້ແຫລະເປັນສາເຫດທີ່ທ່ານຈະລົ້ມເຫລວບໍ່ໄດ້.
ທ່ານຖືກເອີ້ນໂດຍພຣະວິນຍານແຫ່ງການພະຍາກອນ ແລະ ການເປີດເຜີຍ ແລະ ຖືກແຕ່ງຕັ້ງໂດຍສິດອຳນາດຂອງຖານະປະໂລຫິດ. ນີ້ໝາຍຄວາມວ່າຫຍັງ?
ທຳອິດ, ມັນໝາຍຄວາມວ່າທ່ານກໍລັງເຮັດວຽກງານຂອງພຣະຜູ້ເປັນເຈົ້າ. ທ່ານເປັນຜູ້ແທນຂອງພຣະອົງ ແລະ ທ່ານໄດ້ຮັບສິດອຳນາດ ແລະ ຖືກມອບໝາຍໃຫ້ເປັນຜູ້ຕາງໜ້າຂອງພຣະອົງ ແລະ ປະຕິບັດເພື່ອເຫັນແກ່ພຣະອົງ. ໃນຖານະຜູ້ແທນຂອງພຣະອົງ, ທ່ານສາມາດຮຽກຮ້ອງຄວາມຊ່ອຍເຫລືອຂອງພຣະອົງ. ທ່ານຕ້ອງຖາມດ້ວຍຕົວເອງວ່າ, “ພຣະຜູ້ຊ່ອຍໃຫ້ລອດຈະກ່າວແນວໃດ ຖ້າຫາກພຣະອົງເປັນຜູ້ສອນຢູ່ໃນຫ້ອງຂອງຂ້າພະເຈົ້າມື້ນີ້, ແລະ ວ່າພຣະອົງຈະກ່າວແນວໃດ?” ແລ້ວທ່ານກໍຕ້ອງເຮັດເໝືອນກັນ.
ໜ້າທີ່ຮັບຜິດຊອບອາດເຮັດໃຫ້ບາງຄົນຮູ້ສຶກວ່າບໍ່ພຽງພໍ ຫລື ແມ່ນແຕ່ຢ້ານກົວ. ເສັ້ນທາງນັ້ນບໍ່ຍາກ. ພຣະຜູ້ເປັນເຈົ້າໄດ້ຈັດຫາວິທີທາງໃຫ້ໄພ່ພົນຍຸກສຸດທ້າຍທີ່ມີຄຸນຄ່າດີພໍທຸກຄົນໃຫ້ສອນໃນວິທີທາງຂອງພຣະຜູ້ຊ່ອຍໃຫ້ລອດ.
ສອງ, ທ່ານຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ທ່ານຕ້ອງບໍ່ສອນຕາມຄວາມຄິດ ຫລື ປັດສາຍາຂອງທ່ານ, ແມ່ນແຕ່ປະປົນກັບພຣະຄຳພີ. ພຣະກິດຕິຄຸນນັ້ນຄື “ລິດອຳນາດຂອງພຣະເຈົ້າຊຶ່ງຊ່ອຍທຸກຄົນທີ່ເຊື່ອໃຫ້ພົ້ນ,”1 ແລະ ພຽງແຕ່ຜ່ານພຣະກິດຕິຄຸນທີ່ເຮົາຈະລອດໄດ້.
ສາມ, ທ່ານຖືກບັນຊາໃຫ້ສອນຫລັກທຳຂອງພຣະກິດຕິຄຸນດັ່ງທີ່ໄດ້ພົບເຫັນຢູ່ໃນພຣະຄຳພີມາດຕະຖານຂອງສາດສະໜາຈັກ, ທີ່ຈະສອນຖ້ອຍຄຳຂອງສາດສະດາ ແລະ ອັກຄະສາວົກໃນຍຸກສະໄໝໃໝ່, ແລະ ສອນສິ່ງທີ່ພຣະວິນຍານບໍລິສຸດໄດ້ສອນທ່ານ.
ສະນັ້ນເຮົາຈະເລີ່ມຢູ່ໃສ?
ໜ້າທີ່ຮັບຜິດຊອບທີ່ຍິ່ງໃຫຍ່ຂອງເຮົາແມ່ນຈະດຳລົງຊີວິດໃນວິທີທີ່ເຮົາຈະສາມາດມີພຣະວິນຍານບໍລິສຸດເປັນຜູ້ນຳ ແລະ ເປັນເພື່ອນຂອງເຮົາ. ຕອນ ໄຮຣຳ ສະມິດ ໄດ້ສະແຫວງຫາທີ່ຈະມີສ່ວນຮ່ວມໃນວຽກງານແຫ່ງຍຸກສຸດທ້າຍນີ້, ພຣະຜູ້ເປັນເຈົ້າໄດ້ກ່າວກັບເພິ່ນວ່າ, ນີ້ຄືວຽກງານຂອງເພິ່ນ, ທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ດ້ວຍສຸດຄວາມສາມາດ, ຄວາມຄິດ ແລະ ພະລັງຂອງເພິ່ນ.2 ນີ້ແຫລະຄືຈຸດເລີ່ມຕົ້ນ. ຄຳແນະນຳທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ໄຮຣຳນັ້ນກໍເປັນຄຳແນະນຳອັນດຽວກັນທີ່ພຣະອົງໄດ້ຈັດໃຫ້ໄພ່ພົນໃນທຸກຍຸກທຸກສະໄໝ.
ເມື່ອກ່າວຕໍ່ຄູສອນໃນວັນເວລານີ້, ຝ່າຍປະທານສູງສຸດໄດ້ກ່າວວ່າ: “ພາກສ່ວນທີ່ສຳຄັນທີ່ສຸດໃນການຮັບໃຊ້ຂອງທ່ານນັ້ນຈະເປັນການຕຽມຕົວປະຈຳວັນທາງຝ່າຍວິນຍານຂອງທ່ານເອງ, ຮ່ວມທັງການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງພຣະບັນຍັດ. ພວກເຮົາຊຸກຍູ້ທ່ານໃຫ້ອຸທິດຕົນຕໍ່ການດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຈຸດປະສົງໃຫ້ໄດ້ດີກວ່າແຕ່ກ່ອນ.”3
ມັນກໍສຳຄັນທີ່ຝ່າຍປະທານສູງສຸດບໍ່ໄດ້ກ່າວວ່າ ພາກສ່ວນທີ່ສຳຄັນທີ່ສຸດໃນການຮັບໃຊ້ຂອງທ່ານນັ້ນແມ່ນຈະຕຽມບົດຮຽນຂອງທ່ານໃຫ້ດີ ຫລືວ່າໃຫ້ຮູ້ຈັກວິທີສອນຕ່າງໆໃຫ້ຊຳນານ. ແນ່ນອນວ່າ, ທ່ານຕ້ອງກະກຽມສຳລັບແຕ່ລະບົດຮຽນຢ່າງພາກພຽນ ແລະ ພະຍາຍາມທີ່ຈະຮຽນຮູ້ວິທີທີ່ທ່ານຈະສາມາດສອນເພື່ອທ່ານຈະສາມາດຊ່ອຍນັກຮຽນຂອງທ່ານໃຫ້ໃຊ້ສິດທິຂອງເຂົາເຈົ້າ ແລະ ປ່ອຍໃຫ້ພຣະກິດຕິຄຸນມີອິດທິພົນຕໍ່ຈິດໃຈຂອງເຂົາເຈົ້າ, ແຕ່ພາກສ່ວນທຳອິດ ແລະ ສຳຄັນທີ່ສຸດໃນການຮັບໃຊ້ຂອງທ່ານນັ້ນຈະເປັນການຕຽມສ່ວນຕົວທາງຝ່າຍວິນຍານຂອງທ່ານ. ຂະນະທີ່ທ່ານຕິດຕາມຄຳແນະນຳ, ຝ່າຍປະທານສູງສຸດໄດ້ສັນຍາວ່າ: “ພຣະວິນຍານບໍລິສຸດຈະຊ່ອຍທ່ານໃຫ້ຮູ້ສິ່ງທີ່ຈະເຮັດ. ປະຈັກພະຍານຂອງທ່ານເອງຈະເຕີບໂຕ, ການປ່ຽນໃຈເຫລື້ອມໃສຂອງທ່ານຈະເລິກຊຶ້ງ, ແລະ ທ່ານຈະໄດ້ຮັບພະລັງທີ່ຈະຮັບມືກັບການທ້າທາຍຂອງຊີວິດ.”4
ພອນທີ່ຍິ່ງໃຫຍ່ຫຍັງແດ່ທີ່ຄູສອນຍັງປາດຖະໜາຢູ່?
ຕໍ່ໄປ, ພຣະຜູ້ເປັນເຈົ້າໄດ້ບັນຊາວ່າກ່ອນເຮົາສະແຫວງຫາທີ່ຈະປະກາດພຣະຄຳຂອງພຣະອົງ, ເຮົາຕ້ອງສະແຫວງຫາທີ່ຈະໄດ້ຮັບເອົາມັນກ່ອນ.5 ທ່ານຕ້ອງກາຍເປັນຊາຍ ແລະ ຍິງທີ່ມີຄວາມເຂົ້າໃຈຢ່າງເລິກຊຶ້ງ ໂດຍການຄົ້ນຄວ້າພຣະຄຳພີຢ່າງພາກພຽນ ແລະ ໂດຍການສະສົມມັນໄວ້ໃນຈິດໃຈຂອງເຮົາ. ແລ້ວເມື່ອທ່ານທູນຂໍຄວາມຊ່ອຍເຫລືອຂອງພຣະຜູ້ເປັນເຈົ້າ, ພຣະອົງຈະໃຫ້ພອນທ່ານດ້ວຍພຣະວິນຍານ ແລະ ພຣະຄຳຂອງພຣະອົງ. ທ່ານຈະໄດ້ມີອຳນາດຂອງພຣະເຈົ້າໃນການເຮັດໃຫ້ມະນຸດໝັ້ນໃຈ.
ໂປໂລບອກເຮົາວ່າພຣະກິດຕິຄຸນມາສູ່ມະນຸດໃນສອງວິທີທາງ, ໃນພຣະຄຳ ແລະ ອຳນາດ.6 ພຣະຄຳຂອງພຣະກິດຕິຄຸນຖືກຂຽນລົງໄວ້ໃນພຣະຄຳພີ, ແລະ ເຮົາສາມາດໄດ້ຮັບພຣະຄຳນັ້ນໂດຍການຄົ້ນຄວ້າຢ່າງພາກພຽນ. ອຳນາດຂອງພຣະກິດຕິຄຸນຈະເຂົ້າມາສູ່ຊີວິດຂອງຜູ້ທີ່ດຳລົງຊີວິດເພື່ອວ່າພຣະວິນຍານບໍລິສຸດຈະສະຖິດຢູ່ເປັນເພື່ອນ ແລະ ຜູ້ທີ່ເຮັດຕາມການກະຕຸ້ນທີ່ເຂົາເຈົ້າໄດ້ຮັບ. ບາງຄົນເຈາະຈົງຄວາມຕັ້ງໃຈຂອງເຂົາເຈົ້າໃສ່ການຮຽນຮູ້ພຣະຄຳເທົ່ານັ້ນ ແລະ ເຂົາເຈົ້າກາຍເປັນຜູ້ຊ່ຽວຊານໃນການສົ່ງຂໍ້ມູນ. ບາງຄົນລະເລີຍຕໍ່ການຕຽມພ້ອມ ແລະ ຫວັງວ່າໃນຄຸນຄວາມດີຂອງພຣະອົງ, ພຣະຜູ້ເປັນເຈົ້າຈະຊ່ອຍເຂົາເຈົ້າສອນຫ້ອງນັ້ນໃຫ້ຈົບ. ທ່ານບໍ່ສາມາດຄາດຫວັງໃຫ້ພຣະວິນຍານຊ່ອຍທ່ານຈື່ຈຳຂໍ້ພຣະຄຳພີ ແລະ ຫລັກທຳທີ່ທ່ານຍັງບໍ່ໄດ້ສຶກສາ ຫລື ຄິດໄຕ່ຕອງ. ເພື່ອວ່າຈະສອນພຣະກິດຕິຄຸນຢ່າງສຳເລັດຜົນ, ທ່ານຕ້ອງມີທັງພຣະຄຳ ແລະ ອຳນາດຂອງພຣະກິດຕິຄຸນໃນຊີວິດຂອງທ່ານ.
ແອວມາໄດ້ເຂົ້າໃຈຫລັກທຳເຫລົ່ານີ້ເມື່ອເພິ່ນປິຕິຍິນດີໃນພວກລູກຊາຍຂອງໂມໄຊຢາ ແລະ ວິທີທີ່ພວກເຂົາໄດ້ສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ. ເຮົາອ່ານວ່າ:
“ເຂົາເຈົ້າເປັນຄົນມີຄວາມເຂົ້າໃຈຢ່າງເລິກຊຶ້ງ ແລະ ເຂົາເຈົ້າໄດ້ຄົ້ນຄວ້າພຣະຄຳພີຢ່າງພາກພຽນ, ເພື່ອເຂົາເຈົ້າຈະໄດ້ຮູ້ຈັກພຣະຄຳຂອງພຣະເຈົ້າ.
“ແຕ່ນີ້ຍັງບໍ່ໝົດ; ເຂົາເຈົ້າຍອມຕົນໃນການອະທິຖານ, ແລະ ການຖືສິນອົດເຂົ້າຫລາຍທີ່ສຸດ; ດັ່ງນັ້ນ ເຂົາເຈົ້າຈຶ່ງມີ … ວິນຍານແຫ່ງການເປີດເຜີຍ.”7
ຕໍ່ໄປ, ທ່ານຕ້ອງຮຽນຮູ້ທີ່ຈະຮັບຟັງ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສອນຫລັກທຳນີ້ໃຫ້ແກ່ຜູ້ສອນສາດສະໜາ. ຂ້າພະເຈົ້າຈະອ້າງອີງຈາກຄຳປາໄສຂອງ ແອວເດີ ຮໍແລນ ແຕ່ໄດ້ຖືໂອກາດທີ່ຈະເອົາສັບອື່ນມາແທນ ດັ່ງເຊັ່ນເຊົາໃຊ້ຄຳວ່າ ຜູ້ສອນສາດສະໜາ ແລະ ຜູ້ສົນໃຈ ແຕ່ໃຊ້ຄຳວ່າ ຄູສອນ ແລະ ນັກຮຽນ ແທນຜູ້ສົນໃຈ ວ່າ: “ຮອງໜ້າທີ່ຮັບຜິດຊອບ [ຄູສອນ] ຕ້ອງຮັບຟັງພຣະວິນຍານ, ຄືໜ້າທີ່ຮັບຜິດຊອບທີ່ເຂົາເຈົ້າມີທີ່ຈະຮັບຟັງ [ນັກຮຽນ]. … ຖ້າຫາກເຮົາຈະຮັບຟັງໂດຍເພິ່ງອາໄສພຣະວິນຍານ, … [ນັກຮຽນຂອງເຮົາ] ຈະບອກເຮົາ ວ່າເຂົາເຈົ້າຕ້ອງການໄດ້ຍິນບົດຮຽນໃດ!”
ແອວເດີ ຮໍແລນ ກ່າວຕໍ່ໄປວ່າ: “ແທ້ຈິງແລ້ວ [ຄູສອນ] ຍັງເອົາໃຈໃສ່ການສອນເນື້ອໃນຂອງບົດຮຽນຢ່າງສະບາຍ, ຊ້ຳຊາກ ແທນທີ່ຈະເອົາໃຈໃສ່ [ນັກຮຽນ] ທີ່ເປັນສ່ວນບຸກຄົນ.”8
ຫລັງຈາກທ່ານໄດ້ຕຽມຕົວທ່ານເອງ ແລະ ບົດຮຽນຂອງທ່ານໃຫ້ດີສຸດຄວາມສາມາດຂອງທ່ານແລ້ວ, ທ່ານຕ້ອງປ່ອຍໃຫ້ພຣະວິນຍານນຳພາ. ເມື່ອການກະຕຸ້ນທີ່ງຽບສະຫງົບຂອງພຣະວິນຍານບໍລິສຸດມາສູ່, ທ່ານຕ້ອງມີຄວາມກ້າຫານພໍທີ່ຈະປະຂໍ້ສະເໜີຂອງທ່ານໄວ້ ແລະ ສອນຕາມທີ່ການກະຕຸ້ນເຫລົ່ານັ້ນນຳພາທ່ານສອນ. ເມື່ອທ່ານເຮັດແບບນີ້, ບົດຮຽນທີ່ທ່ານສອນ ຈະບໍ່ເປັນບົດຮຽນຂອງທ່ານອີກຕໍ່ໄປ, ແຕ່ມັນກາຍເປັນບົດຮຽນຂອງພຣະຜູ້ຊ່ອຍໃຫ້ລອດ.
ຂະນະທີ່ທ່ານອຸທິດຕົນຕໍ່ການດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຈຸດປະສົງທີ່ດີກວ່າແຕ່ກ່ອນນັ້ນ ແລະ ຄົ້ນຄວ້າພຣະຄຳພີ, ສະສົມມັນໄວ້ໃນໃຈທ່ານ, ພຣະວິນຍານບໍລິສຸດອົງດຽວນັ້ນ, ອົງທີ່ໄດ້ເປີດເຜີຍພຣະຄຳເຫລົ່ານີ້ຕໍ່ອັກຄະສາວົກ ແລະ ສາດສະດາໃນສະໄໝໂບຮານນັ້ນ, ຈະເປັນພະຍານຕໍ່ທ່ານເຖິງຄວາມຈິງຂອງມັນ. ແທ້ໆແລ້ວ, ພຣະວິນຍານບໍລິສຸດຈະເປີດເຜີຍມັນໃຫ້ທ່ານໃໝ່. ເມື່ອສິ່ງນີ້ເກີດຂຶ້ນ, ພຣະຄຳທີ່ທ່ານໄດ້ອ່ານກໍບໍ່ເປັນພຽງແຕ່ຖ້ອຍຄຳຂອງນີໄຟ ຫລື ໂປໂລ ຫລື ແອວມາ, ແຕ່ມັນເປັນຖ້ອຍຄຳຂອງທ່ານ. ແລ້ວ, ເມື່ອທ່ານສອນ, ພຣະວິນຍານບໍລິສຸດຈະເຮັດໃຫ້ທ່ານລະນຶກເຖິງທຸກສິ່ງ. ແນ່ນອນວ່າພຣະອົງຈະໃຫ້ມັນແກ່ເຮົາສິ່ງທີ່ເຮົາຄວນກ່າວໃນຊົ່ວໂມງທີ່ເຮົາຕ້ອງການມັນ.9 ເມື່ອສິ່ງນີ້ເກີດຂຶ້ນ, ທ່ານຈະພົບເຫັນຕົວທ່ານເອງກ່າວສິ່ງໃດສິ່ງໜຶ່ງທີ່ທ່ານບໍ່ໄດ້ວາງແຜນຈະກ່າວ. ແລ້ວ, ຖ້າຫາກທ່ານຈະເອົາໃຈໃສ່, ທ່ານຈະຮຽນຮູ້ບາງຢ່າງຈາກສິ່ງທີ່ທ່ານກ່າວເມື່ອທ່ານສອນ. ປະທານແມຣີອອນ ຈີ ຣອມນີ ໄດ້ກ່າວວ່າ, “ຂ້າພະເຈົ້າຮູ້ສະເໝີເມື່ອຂ້າພະເຈົ້າກຳລັງກ່າວປາໄສພາຍໃຕ້ການຄວາມດົນໃຈຈາກພຣະວິນຍານບໍລິສຸດ ເພາະວ່າຂ້າພະເຈົ້າຈະຮຽນຮູ້ສິ່ງໃດບາງຢ່າງຈາກສິ່ງທີ່ຂ້າພະເຈົ້າໄດ້ກ່າວ.”10 ຈົ່ງຈື່ຈຳໄວ້ວ່າ ນາຍຄູກໍເປັນທັງນັກຮຽນຄືກັນ.
ສຸດທ້າຍ, ທ່ານຕ້ອງຢືນເປັນພະຍານທີ່ບໍ່ເພິ່ງສິ່ງທີ່ທ່ານສອນ ແລະ ບໍ່ພຽງແຕ່ກ່າວຊ້ຳຖ້ອຍຄຳໃນປຶ້ມຄູ່ມື ຫລື ຄວາມຄິດຂອງຄົນອື່ນເທົ່ານັ້ນ. ເມື່ອທ່ານຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ພະຍາຍາມທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນດ້ວຍຈຸດປະສົງທີ່ດີກວ່າແຕ່ກ່ອນນັ້ນ, ພຣະວິນຍານບໍລິສຸດຈະເປັນພະຍານຕໍ່ທ່ານວ່າສິ່ງທີ່ທ່ານກຳລັງສອນຢູ່ນັ້ນຈິງ. ນີ້ຄືວິນຍານແຫ່ງການເປີດເຜີຍ, ແລະ ວິນຍານດຽວກັນນັ້ນຈະນຳເອົາຂ່າວສານຂອງທ່ານເຂົ້າໄປສູ່ຈິດໃຈຂອງຜູ້ທີ່ປາດຖະໜາ ແລະ ເຕັມໃຈຈະຮັບເອົາມັນໄວ້.
ບັດນີ້ເຮົາຈະຈົບລົງໃນບ່ອນທີ່ເຮົາໄດ້ເລີ່ມຕົ້ນ—ໃນປ່າສັກສິດ. ເປັນເພາະສິ່ງທີ່ໄດ້ເກີດຂຶ້ນໃນເຊົ້າທີ່ສວຍງາມໃນລະດູໃບໄມ້ປົ່ງເມື່ອບໍ່ດົນມານີ້, ທ່ານມີສິດທີ່ຈະສິດສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ. ຂ້າພະເຈົ້າກ່າວເປັນພະຍານທີ່ຈິງຈັງ ແລະ ເປັນເອກະລາດ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.