ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງຟັງທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຈົ່ງຟັງທ່ານ

ພຣະ​ບິ​ດາ​ຂອງ​ເຮົາ​ຮູ້​ວ່າ ເຮົາ​ຖືກຫຸ້ມ​ລ້ອມໂດຍ​ສິ່ງ​ທີ່ບໍ່​ແນ່ນອນ ແລະ ໜ້າ​ຢ້ານ​ກົວ, ສິ່ງ​ໜຶ່ງທີ່​ຈະ​ຊ່ວຍ​ເຮົາ​ໄດ້​ຫລາຍ​ແມ່ນ​ການ​ຮັບ​ຟັງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ທີ່, ຜ່ານ​ທາງການ​ໃຊ້ ເທັກ​ໂນ​ໂລ​ຈີ ເຮົາ​ສາ​ມາດ​ມາ​ຊຸມ​ນຸມ ແລະ ນະ​ມັດ​ສະ​ການ​ນຳ​ກັນ​ໃນ​ເຊົ້າ​ວັນ​ອາ​ທິດມື້ນີ້. ຊ່າງ​ເປັນ​ພອນ​ແທ້​ໆ​ທີ່​ເຮົາ​ຮູ້​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູສູ່​ໂລກ​ແລ້ວ!

ໃນ​ຫລາຍ​ອາ​ທິດ​ມານີ້, ຊີ​ວິດ​ຂອງພວກ​ເຮົາ​ຫລາຍ​ຄົນ​ໄດ້ຮັບ​ການ​ກະ​ທົບ​ກະ​ເທືອນ. ແຜ່ນ​ດິນ​ໄຫວ, ໄຟ​ໃໝ້, ນ້ຳ​ຖ້ວມ, ໂຣກ​ລະ​ບາດ, ແລະ ຜົນ​ຂອງ​ສິ່ງ​ເຫລົ່າ​ນີ້​ໄດ້​ປ່ຽນ​ແປງຊີ​ວິດ​ປະ​ຈຳ​ວັນ ແລະ ເຮັດ​ໃຫ້​ເກີດມີ​ການ​ຂາດ​ແຄນ​ເລື່ອງ​ອາ​ຫານ​ການ​ກິນ, ສິ່ງ​ໃຊ້​ສອຍ​ທີ່​ຈຳ​ເປັນ, ແລະ ​ເລື່ອງການ​ເງິນ.

ໃນ​ທ່າມ​ກາງ​ທຸກສິ່ງ​ທັງ​ໝົດ​ນີ້, ພວກ​ເຮົາຊົມ​ເຊີຍ ແລະ ຂອບ​ໃຈ​ທ່ານ ທີ່​ເລືອກ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊ່ວງເວ​ລາ​ທີ່​ວຸ້ນ​ວາຍ ໂດຍ​ການ​ມີ​ພາກ​ສ່ວນ​ກັບ​ພວກ​ເຮົາ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ​ການ​ຂະ​ຫຍາຍຕົວ​ຂອງຄວາມ​ມືດ​ມົນ ຊຶ່ງ​ມາ​ກັບ​ຄວາມ​ລຳ​ບາກ ໄດ້​ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຮຸ່ງ​ແຈ້ງ​ຫລາຍກວ່າ​ເກົ່າ. ໃຫ້​ຄິດ​ເຖິງ​ຄວາມ​ດີ​ທີ່​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ເຮັດ​ໄດ້ໃນ​ຊ່ວງ​ເວ​ລາ​ຂອງ​ການ​ປ່ຽນ​ແປງ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ໂລກນີ້. ຄວາມ​ຮັກ ແລະ ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດກະ​ຕຸ້ນບາງ​ຄົນ​ໃຫ້​ຄົ້ນພົບ​ການ​ຟື້ນ​ຟູ​ອັນ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້.

ໃນ​ສອງ​ປີ​ຜ່ານ​ມານີ້, ຊິດສະເຕີ ແນວສັນ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ພວກ​ທ່ານ​ຫລາຍ​ພັນ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ພວກ​ເຮົາ​ໄດ້​ຮ່ວມ​ປະ​ຊຸມ​ກັບ​ພວກ​ທ່ານ​ຢູ່​ສະ​ໜາມ​ກາງ​ແຈ້ງ ແລະ ຢູ່​ໃນ​ຫ້ອງປະ​ຊຸມ​ຂອງ​ໂຮງ​ແຮມ. ໃນ​ແຕ່​ລະ​ບ່ອນ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ທ່າມ​ກາງ​ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງພຣະ​ຜູ້​ເປັນ​ເຈົ້າ​ ແລະ ວ່າຂ້າ​ພະ​ເຈົ້າເຫັນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່ກຳ​ລັງ​ເກີດ​ຂຶ້ນ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່ “ບັນ​ພະ​ບຸລຸດ​ຂອງ​ເຮົາ​ໄດ້​ຄອຍ​ຖ້າ​ຢ່າງ​ກະ​ຕື​ລື​ລົ້ນ.”1 ເຮົາ​ໄດ້​ນັ່ງ​ຢູ່​ແຖວ​ໜ້າ ເພື່ອ ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງ ເຖິງ​ສິ່ງ​ທີ່ສາດ​ສະ​ດານີໄຟ​ໄດ້​ເຫັນ ພຽງ​ຢູ່​ໃນ​ພາບ​ນິ​ມິດ, ວ່າ​ອຳ​ນາດ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ ຈະ​ລົງ​ມາ “ເທິງຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”2

ທ່ານ, ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຊາຍ, ຍິງ, ແລະ ເດັກ​ນ້ອຍ ຜູ້​ທີ່​ນີໄຟ​ໄດ້​ເຫັນ. ໃຫ້ຄິດກ່ຽວ​ກັບ​ສິ່ງນີ້!

ບໍ່​ວ່າ​ທ່ານ​ຈະອາ​ໄສ​ຢູ່​ບ່ອນ​ໃດ ຫລື ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ, ອົງພຣະ​ເຢ​ຊູ​ຄຣິດ​ເຈົ້າຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂອງ​ທ່ານ, ແລະ ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ ຂອງ​ທ່ານ. ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ກ່ອນການ​ວາງ​ຮາກ​ຖານ​ຂອງ​ໂລກ ເພື່ອໃຫ້​ເປັນ​ສາດ​ສະ​ດາ​ຂອງ​ຍຸກ​ສຸດ​ທ້າຍ, ເມື່ອ “ບໍ່​ມີ​ສິ່ງ​ໃດ​ຈະ​ຖືກຢັບ​ຢັ້ງ​ໄວ້”3 ຈາກ​ໄພ່​ພົນ. ການ​ເປີດ​ເຜີຍ​ສືບ​ຕໍ່​ຫລັ່ງ​ໄຫລ​​ມາຈາກພຣະ​ຜູ້​ເປັນ​ເຈົ້າ​ໃນວິ​ທີ​ການ​ຂອງ​ການ​ຟື້ນ​ຟູ.

ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ທ່ານ ທີ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ສູ່​ໂລກນີ້?

ມັນ​ໝາຍ​ຄວາມ​ວ່າ ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ຕະ​ຫລອດ​ໄປ! ມັນ​ໝາຍ​ຄວາມ​ວ່າ ເພາະ​ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ຜູ້​​ທີ່ມີ​ສິດ​ອຳ​ນາດ​ຈາກ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ຊື່ນ​ຊົມ​ກັບ​ການ​ມີພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ. ພຣະ​ອົງ​ຈະ​ນຳ​ພາ ແລະ ປົກ​ປ້ອງ​ທ່ານ. ມັນ​ໝາຍ​ຄວາມ​ວ່າ ທ່ານ​ຈະ​ບໍ່​ເຄີຍ​ຖືກປະ​ຖິ້ມ​ໃຫ້​ເປັນ​ລູກ​ກຳ​ພ້າ ຫລື ບໍ່​ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ເຫລືອ​ທ່ານ. ມັນ​ໝາຍ​ຄວາມ​ວ່າ ອຳ​ນາດຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່ທ່ານ ເມື່ອ​ທ່ານ​ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັກ​ສາ​ມັນ. ຄວາມ​ຈິງ​ເຫລົ່າ​ນີ້​ເປັນ​ຫລັກ​ໝັ້ນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ​ແທ້ໆ, ໂດຍ​ສະ​ເພາະ​ໃນ​ຊ່ວງ​ເວ​ລາ​ເມື່ອ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ກຳ​ລັງ​ກະ​ໜ່ຳ.

ພຣະ​ຄຳ​ພີ​ມໍ​ມອນ​ເລົ່າ​ເຖິງ​ຄວາມ​ເລີນ​ຮຸ່ງ​ເຮືອງ ແລະ ການ​ເສື່ອມ​ໂຊມ​ຂອງ​ຜູ້​ຄົນ​ສອງກຸ່ມ. ປະ​ຫວັດ​ສາດ​ຂອງ​ເຂົາ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ລືມ​ໄລ​ພຣະ​ເຈົ້າ​ຢ່າງ​ງ່າຍ​ດາຍ​​, ປະ​ຕິ​ເສດ​ຄຳ​ເຕືອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສະ​ແຫວງ​ຫາ​ອຳ​ນາດ, ຄວາມ​ນິ​ຍົມ​ຊົມ​​ຊອບ, ແລະ ຄວາມ​ພໍ​ໃຈ​ທາງ​ເນື້ອ​ໜັງ.4 ສາດ​ສະ​ດາທີ່​ຜ່ານ​ມາ​ໄດ້​ປະ​ກາດ​ຫລາຍ​ຕໍ່​ຫລາຍ​ເທື່ອກ່ຽວ​ກັບ “ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ແກ່​ຜູ້​ຄົນ, ຊຶ່ງ​ພວກ​ເຂົາ​ບໍ່​ເຊື່ອ.”5

ໃນ​ວັນ​ເວ​ລາ​ຂອງ​ເຮົາ​ກໍ​ບໍ່​ແຕກ​ຕ່າງ. ເປັນ​ເວ​ລາ​ຫລາຍ​ປີ, ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ໄດ້​ຖືກ​ກ່າວ​ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ່ນ​ປາ​ໄສ​ຕະ​ຫລອດ​ທົ່ວ​ໂລກ. ແຕ່​ຜູ້​ຄົນ​ສ່ວນ​ຫລາຍ ບໍ່ ຮັບ​ເອົາ​ຄວາມ​ຈິງ​ເຫລົ່າ​ນີ້—ບາງ​ທີ​ເປັນ​ເພາະ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ6 ຫລື ເພາະ​ເຂົາ​ເຈົ້າ​ຟັງ​ຄວາມ​ຂອງ​ຜູ້​ທີ່ບໍ່​ຮູ້​ຄວາມ​ຈິງທັງ​ໝົດ ເພາະ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ຄວາມ​ຈິງ ເພື່ອ​ຈະ​ໄດ້​ສະ​ແຫວງ​ຫາ​ສິ່ງ​ທີ່​ເປັນ​ຂອງ​ໂລກ.

ຜູ້​ປໍ​ລະ​ປັກ​ກໍ​ສະ​ຫລາດແທ້ໆ. ສຳ​ລັບ​ຄົນ​ລຸ້ນໃໝ່ ມັນ​ເຮັດ​ໃຫ້​ຄວາມ​ດີ​ເບິ່ງ​ຄື​ວ່າ​ເປັນຄວາມ​ຊົ່ວ ແລະ ຄວາມ​ຊົ່ວ​ເປັນ​ຄວາມ​ດີ.7 ຂ່າວ​ສານ​ຂອງ​ມັນ​ດັງສະ​ນັ່ນ, ກ້າ​ຫານ, ແລະ ອວດ​ອົ່ງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ່າວ​ສານ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ແມ່ນ​ແຕກ​ຕ່າງ​ຈາກນັ້ນ. ພຣະ​ອົງ​ສື່​ສານ​ແບບ​ລຽບ​ງ່າຍ, ແຜ່ວ​ເບົາ, ແລະ ແຈ່ມ​ແຈ້ງ​ທີ່​ສຸດ ຈົນ​ເຮົາ​ເຂົ້າ​ໃຈ​ຜິດບໍ່​ໄດ້.8

ຍົກ​ຕົວ​ຢ່າງ, ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ໄດ້​ແນະ​ນຳພຣະ​ບຸດ​ອົງ​ດຽວ​ທີ່​ຖື​ເກີດ​ເນີດ​ຂອງ​ພຣະ​ອົງ ຕໍ່​ມະ​ນຸດ​ຢູ່​ເທິງໂລກ, ພຣະ​ອົງ​ໄດ້​ກ່າວ​ແບບສັ້ນໆ. ພຣະເຈົ້າ​ໄດ້​ກ່າວກັບ​ເປໂຕ, ຢາໂກໂບ, ແລະ ໂຢຮັນ ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ລັກ​ສະ​ນະ​ວ່າ, “ນີ້​ຄື ບຸດ​ທີ່​ຮັກ​ຂອງ​ເຮົາ: ຈົ່ງ​ຟັງ​ທ່ານ.”9 ພຣະ​ຄຳ​ຂອງ​ພຣະ​ອົງ​ຕໍ່​ຊາວ​ນີໄຟ​ຢູ່​ໃນ​ເມືອງ​ອຸ​ດົມ​ສົມ​ບູນ​ໃນ​ສະ​ໄໝ​ບູ​ຮານ​ແມ່ນ “ຈົ່ງ​ເບິ່ງ ບຸດ​ທີ່​ຮັກ​ຂອງ​ເຮົາ​ເຖີດ, ໃນ​ຜູ້​ເຮົາ​ພໍ​ໃຈ​ຫລາຍ, ໃນຜູ້​ທີ່​ສັນ​ລະ​ເສີນ​ພຣະ​ນາມ​ຂອງ​ເຮົາ—ຈົ່ງ​ຟັງ​ທ່ານ.”10 ແລະ ໂຈເຊັບ ສະມິດ, ໃນ​ການ​ປະ​ກາດ​ທີ່​ເລິກ​ຊຶ້ງ ຊຶ່ງ​ໄດ້​ເປີດ​ຍຸກ​ສະ​ໄໝ​ນີ້, ພຣະ​ເຈົ້າ​ພຽງ​ກ່າວ​ວ່າ, “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!11

ບັດນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້ພິ​ຈາ​ລະ​ນາ​ຄວາມ​ຈິງ​ສາມ​ຢ່າງ​ເຫລົ່າ​ນີ້ ທີ່​ຫາ​ກໍ​ກ່າວ​ເຖິງ, ກ່ອນ​ພ​​ຣະບິ​ດາ​ໄດ້​ແນະ​ນຳ​ພຣະ​ບຸດ, ຜູ້​ທີ່​ຢູ່​ໃນ​ເຫດ​ການ ຈະ​ມີ​ຄວາມ​ຢ້ານ​ກົວ ແລະ, ໃນ​ລະ​ດັບ​ໃດ​ໜຶ່ງ, ມີ​ຄວາມສິ້ນ​ຫວັງ.

ອັກ​ຄະ​ສາ​ວົກ​ໄດ້​ເກີດ​ມີ​ຄວາມ​ຢ້ານ​ກົວ ເມື່ອ​ພວກ​ເພິ່ນໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຫຸ້ມ​ລ້ອມ​ດ້ວຍ​ກ້ອນ​ເມກ​ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ລັກ​ສະ​ນະ.

ຊາວ​ນີໄຟ​ໄດ້​ເກີດ​ມີ​ຄວາມ​ຢ້ານ​ກົວ ເພາະ​ເຂົາ​ເຈົ້າ​ຫາ​ກໍ​ໄດ້​ຜ່ານ​ຜ່າ​ໄພ​ພິ​ບັດ ແລະ ຄວາມ​ມືດ​ເປັນ​ເວ​ລາ​ຫລາຍ​ວັນ.

ໂຈ​ເຊັບ ສະມິດ ໄດ້​ຖືກຄວບ​ຄຸມ​ໂດຍ​ອຳ​ນາດ​ຂອງ​ຄວາມ​ມືດ ກ່ອນ​ສະ​ຫວັນ​ໄດ້​ເປີດ​ອອກ.

ພຣະ​ບິ​ດາ​ຂອງ​ເຮົາ​ຮູ້​ວ່າ ເຮົາ​ຖືກຫຸ້ມ​ລ້ອມໂດຍ​ສິ່ງ​ທີ່ບໍ່​ແນ່ນອນ ແລະ ໜ້າ​ຢ້ານ​ກົວ, ສິ່ງ​ໜຶ່ງທີ່​ຈະ​ຊ່ວຍ​ເຮົາ​ໄດ້​ຫລາຍ​ແມ່ນ​ການ​ຮັບ​ຟັງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ເພາະ​ວ່າ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະຮັບຟັງ—ຟັງ​ແທ້ໆ—ພຣະ​ບຸດ​ຂອງ​ພຣະ​ອົງ, ເຮົາ​ຈະ​ໄດ້​ຮັບ​ການ​ຊີ້​ນຳ ເພື່ອ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເຮັດ​ຢູ່​ໃນ​ທຸກ​ສະ​ຖາ​ນະ​ການ.

ຂໍ້​ຄວາມ​ທຳ​ອິດ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ແມ່ນ ຈົ່ງເຊື່ອ​ຟັງ.12 ມັນ​ໝາຍ​ຄວາມ​ວ່າ “ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ຟັງ.”13 ເຊື່ອ​ຟັງ ໝາຍ​ເຖິງ “ຈົ່ງ​ຟັງ​ທ່ານ”—ເພື່ອ ຮັບຟັງ ສິ່ງທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ ແລະ ແລ້ວ ເອົາ​ໃຈ​ໃສ່​ຕໍ່ ຄຳ​ແນະ​ນຳ​ຂອງ​ພຣະ​ອົງ. ໃນ​ສາມ​ຄຳ​ເຫລົ່າ​ນັ້ນ—“ຈົ່ງ​ຟັງ​ທ່ານ”—ພຣະ​ເຈົ້າ​ໄດ້​ມອບ​ແບບ​ແຜນ​ຂອງ​ຄວາມ​ສຳ​ເລັດ​ຜົນ, ຄວາມ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດນີ້​ໃຫ້​ເຮົາ. ເຮົາຕ້ອງ ຮັບຟັງ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຊື່ອ​ຟັງ ຕາມນັ້ນ, ​ເອົາ​ໃຈ​ໃສ່ ຕໍ່ສິ່ງ​ທີ່​ພຣະ​ອົງ​ໄດ້​ບອກ​ເຮົາ!

ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຕ້ອງ​ພະ​ຍາ​ຍາມ​ຕັ້ງ​ໃຈ ຮັບຟັງ​ພຣະ​ອົງ ໃຫ້ຫລາຍກວ່າ​ເກົ່າ. ຕ້ອງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ມີ​ສະ​ຕິ ແລະ ສະ​ໝ່ຳ​ສະ​ເໝີ ເພື່ອ​ເຮັດ​ໃຫ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ພຣະ​ຄຳ, ຄຳ​ສອນ, ແລະ ຄວາມ​ຈິງ​ຂອງ​ພຣະ​ອົງ.

ເຮົາ​ບໍ່​ສາ​ມາດເພິ່ງ​ອາ​ໄສ​ຂໍ້​ມູນ​ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ສື່​ສານມວນ​ຊົນ. ດ້ວຍ​ຖ້ອຍ​ຄຳ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ອອນ​ລາຍ ແລະ ໃນໂລກ​ທີ່​ເຕັມ​ໄປ​ດ້ວຍຄຳ​ໂຄ​ສະ​ນາ ແລະ ສຽງ​ດັງ, ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ປໍ​ລະປັກ​ທີ່​ຊົ່ວ​ຮ້າຍ, ເຮົາຈະ ສາ​ມາດ ໄປ​ຊອກ​ຮັບຟັງ​ພຣະ​ອົງ​ໄດ້​ຢູ່​ບ່ອນ​ໃດ?

ເຮົາ​ສາ​ມາດ​ໄປ​ຫາ​ພຣະ​ຄຳ​ພີ. ມັນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ການ​ຊົດ​ໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ແລະ ແຜນ​ແຫ່ງ​ຄວາມ​ສຸກ ແລະ​ການ​ໄຖ່​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ. ການ​ເຂົ້າ​ຫາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກວັນ ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາທີ່ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ​ເລື້ອຍໆ​ເຫລົ່າ​ນີ້. ເມື່ອ​ເຮົາ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ຂອງພຣະ​ຄຣິດ​ທຸກວັນ, ແລ້ວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ເຮົາ​ໃຫ້​ຮູ້​ວິ​ທີ​ຕອບ​ຮັບ​ຄວາມ​ຫຍຸ້ງ​ຍາກ ທີ່​ເຮົາ​ບໍ່​ເຄີຍ​ຄິດ​ວ່າ ມັນ​ຈະ​ເກີດ​ກັບ​ເຮົາ.

ເຮົາ​ກໍສາ​ມາດ ຮັບຟັງພຣະ​ອົງ ຢູ່​ໃນ​ພຣະ​ວິ​ຫານ. ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ ບ້ານ​ແຫ່ງ​ການ​ຮຽນ​ຮູ້. ຢູ່​ທີ່ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ. ຢູ່​ທີ່ນັ້ນ​ພິ​ທີ​ການ​ແຕ່​ລະ​ຢ່າງ​ສິດ​ສອນກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຢູ່​ທີ່ນັ້ນ​ເຮົາ​ຮຽນ​ຮູ້​ວິ​ທີ​ເປີດ​ຜ້າ​ມ່ານ ແລະ ສົນ​ທະ​ນາ​ກັບ​ສະ​ຫວັນ​ຢ່າງ​ແຈ່ມ​ແຈ້ງກວ່າເກົ່າ. ຢູ່​ທີ່ນັ້ນ​ເຮົາ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ຕຳ​ນິ​ຜູ້​ປໍ​ລະ​ປັກ ແລະ ເຂົ້າ​ໃກ້​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເພີ່ມ​ກຳ​ລັງ​ໃຫ້​ເຮົາ ແລະ ຜູ້​ຄົນ​ທີ່​ເຮົາ​ຮັກ. ເຮົາ​ແຕ່​ລະ​ຄົນ​ຄວນ​ກະ​ຕື​ລື​ລົ້ນ​ຫລາຍ​ຂະ​ໜາດ​ໃດ ​ທີ່​ຈະ​ສະ​ແຫວງ​ຫາບ່ອນ​ຫລົບ​ໄພຢູ່​ໃນ​ນັ້ນ.

ເມື່ອ​ຂໍ້​ຈຳ​ກັດ​ຊົ່ວ​ຄາວ​ກ່ຽວ​ກັບ​ພະ​ຍາດໂຄວິດ-19 ຖືກ​ຍົກ​ເລີກ, ຂໍ​ໃຫ້​ທ່ານ​ຫາ​ເວ​ລາ​ໄປ​ນະ​ມັດ​ສະ​ການ ແລະ ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ. ທຸກ​ນາ​ທີ​ຂອງ​ເວ​ລານັ້ນ ຈະ​ເປັນ​ພອນ​ໃຫ້​ແກ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃນ​ວິ​ທີ​ທາງ​ທີ່ ບໍ່​ມີ​ສິ່ງ​ອື່ນ​ໃດ ສາ​ມາດ​ເຮັດ​ໄດ້. ໃຫ້​ໃຊ້​ເວ​ລາ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ໄດ້​ຍິນ ແລະ ຮູ້​ສຶກ ເມື່ອ​ທ່ານ​ຢູ່​ທີ່ນັ້ນ. ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ທ່ານ​ໃຫ້​ຮູ້​ຈັກ​ວິທີ​ເປີດ​ສະຫວັນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ ແລະ ຊີ​ວິດ​ຂອງຜູ້​ຄົນ​ທີ່​ທ່ານ​ຮັກ ແລະ ຮັບ​ໃຊ້.

ເຖິງ​ແມ່ນ​ການ​ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ​ເປັນ​ໄປ​ບໍ່​ໄດ້​ໃນ​ເວ​ລານີ້, ແຕ່​ຂ້າ​ພະ​ເຈົ້າເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ພາກ​ສ່ວນ​​ສືບປະ​ຫວັດ​ຄອບ​ຄົວ, ລວມ​ທັງ​ການ​ຄົ້ນ​ຫາ ແລະ ການ​ເຮັດ​ດັດ​ຊະ​ນີ​ປະ​ຫວັດ​ຄອບ​ຄົວ​ຫລາຍກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໃຊ້​ເວ​ລາ​ໃນ​ພຣະ​ວິ​ຫານ ແລະ ໃນ​ວຽກ​ງານປະ​ຫວັດ​ຄອບ​ຄົວ​ຫລາຍກວ່າ​ເກົ່າ, ແລ້ວ​ທ່ານ​ຈະຮັບ​ຟັງ​ພຣະ​ອົງ ຫລາຍ​ກວ່າ​ເກົ່າ ແລະ ດີກວ່າ​ເກົ່າ.

ເຮົາ ຮັບ​ຟັງພຣະ​ອົງ ດີກວ່າ​ເກົ່າ ເມື່ອ​ເຮົາ​ຫລໍ່​ຫລອມ​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮັບ​ຮູ້​ສຸ​ລະ​ສຽງ​ທີ່​ແຜ່ວ​ເບົາ​ຂອງພຣະ​ວິນ​ຍານ​ບໍ​ລິ​ສຸດ. ບໍ່​ເຄີຍ​ມີເວ​ລາ​ໃດທີ່ຕ້ອງ​ການພຣະ​ວິນ​ຍານ​ໃຫ້​ກ່າວ​ກັບ​ທ່ານ ຫລາຍກວ່າ​ໃນ​ເວ​ລານີ້. ຢູ່​ໃນ​ຝ່າຍ​ພຣະ​ເຈົ້າ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນຜູ້​ສົ່ງ​ຂ່າວ. ພຣະ​ອົງ​ຈະ​ນຳ​ຄວາມ​ຄິດ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ທ່ານ ອັນ​ທີ່​ພຣະ​ບິ​ດາ ແລະ ພຣະ​ບຸດ​ປະ​ສົງທີ່​ຈະ​ມອບ​ໃຫ້​ທ່ານ. ພຣະ​ອົງ​ເປັນ​ພຣະ​ຜູ້​ປອບ​ໂຍນ. ພຣະ​ອົງ​ຈະ​ນຳ​ຄວາມ​ຮູ້​ສຶກ​ແຫ່ງ​ຄວາມ​ສະ​ຫງົບ​ເຂົ້າ​ສູ່​ໃຈ​ຂອງ​ທ່ານ. ພຣະ​ອົງ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ຈະ​ຢືນ​ຢັນ​ສິ່ງ​ທີ່​ເປັນ​ຄວາມ​ຈິງ ຂະ​ນະ​ທີ່​ທ່ານ​ໄດ້​ຍິນ ແລະ ອ່ານພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ທ່ານ​ອີກ ໃຫ້ເຮັດ ສິ່ງ​ໃດ​ກໍ​ຕາມ ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ເປັນ​ສ່ວນ​ຕົວ.

ການ​ເຮັດ​ແນວນັ້ນ​ຈະ​ຊ່ວຍ​ທ່ານ​ໃຫ້​ຮູ້​ຈັກ​ວິ​ທີ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ​ໃນ​ຊີ​ວິດ​ຂອງ​ທ່ານ, ຮູ້​ຈັກ​ສິ່ງ​ທີ່​ຈະ​ເຮັດ​ໃນ​ຊ່ວງວິ​ກິດ, ແລະ ຮູ້​ຈັກ​ວິ​ທີທີ່​ຈະ​ເບິ່ງ​ອອກ ແລະ ຫລີກ​ເວັ້ນ​ຈາກ​ການ​ລໍ້​ລວງ ແລະ ການ​ຫລອກ​ລວງ​ຂອງ​ຜູ້​ປໍ​ລະ​ປັກ.

ແລະ, ສຸດ​ທ້າຍ, ເຮົາ ​ຮັບ​ຟັງພຣະ​ອົງ ເມື່ອ​ເຮົາເອົາ​ໃຈ​ໃສ່​ຕໍ່ພຣະ​ຄຳ​ຂອງສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ. ອັກ​ຄະ​ສາ​ວົກ​ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ພວກ​ເພິ່ນ​ຊີ້​ທາງ ຂະ​ນະ​ທີ່​ເຮົາ​ເດີນ​ໄປ​ໃນ​ເສັ້ນທາງ​ອັນ​ໂສກ​ເສົ້າ ແລະ ສັບ​ສົນ​ຫລາຍ​ທີ່​ສຸດ ໃນ​ຄວາມ​ເປັນ​ມະ​ຕະ​ຂອງ​ເຮົາ.

ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ທ່ານ​​ຮັບຟັງ, ເຊື່ອ​ຟັງ, ແລະ ເອົາ​ໃຈ​ໃສ່​​ດ້ວຍ​ຄວາມ​ຕັ້ງ​ໃຈ ຕໍ່ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ ແລະ ສິ່ງ​ທີ່​ພຣະ​ອົງ​ກຳ​ລັງ​ກ່າວ​ໃນ​ເວ​ລານີ້ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ? ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ເພີ່ມ​ເຕີມ ທີ່​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ລໍ້​ລວງ, ການດີ້ນ​ລົນ, ແລະ ຄວາມ​ອ່ອນ​ແອໄດ້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ການ​ແຕ່ງ​ງານ, ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ, ແລະ ວຽກ​ງານ​ຂອງ​ທ່ານ​ຈະ​​ເປັນ​ສິ່ງມະ​ຫັດ​ສະ​ຈັນ. ແລະ ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສຸກ ຈະມີ​ເພີ່ມ​ທະ​ວີ​ຂຶ້ນ ແມ່ນ​ແຕ່​​ໃນ​ເວ​ລາ​ທີ່ມີຄວາມ​ວຸ້ນ​ວາຍ​ຫລາຍກວ່າ​ເກົ່າ ໃນ​ຊີ​ວິດ​ຂອງ​ທ່ານ.

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020 ນີ້ ເປັນ​ເວ​ລາ​ຂອງ​ເຮົາ​ທີ່​ຈະ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ທີ່​ໄດ້​ປ່ຽນ​ແປງ​ໂລກ. ຂະ​ນະ​ທີ່​ພວກ​ເຮົາ​​ລໍ​ຄອຍ​ໃຫ້​ຮອດ​ວັນ​ຄົບ​ຮອບ 200 ປີ ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງໂຈເຊັບ ສະມິດ, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຄິດ​ຫາ​ສິ່ງ​ທີ່ ພວກເຮົາ ຈະ​ເຮັດ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ທີ່​ສຳ​ຄັນ​ນີ້​ໃຫ້​ເໝາະ​ສົມ.

ການ​ມາ​ປະ​ກົດ​ນັ້ນ​ໄດ້​ເລີ່ມຕົ້ນ​ການ​ຟື້ນ​ຟູຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ນຳ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ.

ພວກ​ເຮົາ​ຄິດ​ວ່າ ຄວນ​ສ້າງອະ​ນຸ​ສອນ​ຂຶ້ນຫລືບໍ່. ແຕ່​ເມື່ອ​ພວກ​ເຮົາ​ໄຕ່​ຕອງ​ເຖິງ​ຜົນ​ກະ​ທົບ​ໂດຍ​ທົ່ວ​ໄປ​ແຫ່ງ​ປະ​ຫວັດ​ສາດ​ທີ່​ພິ​ເສດ​ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ພວກ​ເຮົາ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ໃຫ້​ສ້າງ​ອະ​ນຸ​ສອນ ທີ່ບໍ່​ແມ່ນ​ຈາກ​ຫີນ​ແກຼນ​ເນັດ ຫລື ຈາກ​ກ້ອນ​ຫີນ​ໃຫຍ່ ແຕ່​ສ້າງ​ດ້ວຍ​ຖ້ອຍ​ຄຳ—ເປັນ​ການ​ປະ​ກາດຖ້ອຍ​ຄຳ​ທີ່​ໜັກ​ແໜ້ນ ແລະ ສັກ​ສິດ—ຖືກ​ຂຽນ​ຂຶ້ນ, ບໍ່​ແມ່ນ​ແກະ​ສະ​ຫລັກ “​ໃສ່​ໃນ​ແຜ່ນ​ຫີນ” ແຕ່​ໃຫ້​ສະ​ຫລັກ​ໄວ້​ໃນ “ເນື້ອໜັງ” ຂອງ​ຫົວ​ໃຈ.14

ນັບ​ຕັ້ງ​ແຕ່​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ມາ, ​ມີການ​ປະ​ກາດ​ທີ່​ສຳ​ຄັນ​ພຽງ​ແຕ່​ຫ້າ​ຄັ້ງເທົ່າ​ນັ້ນ, ​ຄັ້ງ​ສຸດ​ທ້າຍ​ແມ່ນ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຊຶ່ງ​ສະ​ເໜີ​ໂດຍ​ປະທານ​ກໍດອນ ບີ ຮິງລີ ໃນ​ປີ 1995.

ບັດ​ນີ້ ຂະ​ນະ​ທີ່​ພວກ​ເຮົາ​ໄຕ່​ຕອງ​ກ່ຽວ​ກັບ​ເວ​ລາ​ທີ່​ສຳ​ຄັນ​ນີ້​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ ແລະ ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຈຶ່ງ​ໄດ້​ລະ​ບຸການ​ປະ​ກາດ​ທີ່​ສຳ​ຄັນ​ດັ່ງ​ຕໍ່​ໄປ​ນີ້. ຫົວ​ຂໍ້ແມ່ນ “ການ​ຟື້ນ​ຟູຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ສອງ​ຮ້ອຍ​ປີ​ຕໍ່​ໂລກ.” ຖືກ​ຂຽນ​ຂຶ້ນ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ​ພົນ​ຍຸກ​ສຸດ​ທ້າຍ. ​ລົງ​ວັນ​ທີ ເດືອນ​ເມສາ 2020. ເພື່ອ​ກະ​ກຽມ​ສຳ​ລັບ​ມື້ນີ້, ຂ້າ​ພະ​ເຈົ້າ​ໄດ້​ອັດ​ການ​ປະ​ກາດລ່ວງ​ໜ້າ​ແລ້ວ​ຢູ່​ໃນ​ປ່າ​ສັກ​ສິດ, ບ່ອນ​ທີ່​ໂຈເຊັບ ສະມິດ ໄດ້​ເຫັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ເປັນ​ເທື່ອທຳ​ອິດ.

“ພວກ​ເຮົາ​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ ໃນ​ທຸກ​ປະ​ຊາ​ຊາດ​ຂອງ​ໂລກ. ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ໄດ້​ມອບ​ການ​ກຳ​ເນີດ​ອັນ​ສູງ​ສົ່ງ, ພຣະ​ຊົນ​ຊີບ​ທີ່​ຫາ​ອັນປຽບ​ບໍ່​ໄດ້, ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໃຫ້​ເຮົາ. ດ້ວຍ​ອຳ​ນາດ​ຂອງ​ພຣະບິ​ດາ, ພຣະ​ເຢ​ຊູ​ໄດ້​ລຸກ​ຂຶ້ນ​ອີກ ແລະ ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເປັນ​ຕົວ​ຢ່າງ​ຂອງ​ເຮົາ, ແລະ ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ.

“ເມື່ອສອງ​ຮ້ອຍ​ປີກ່ອນ, ໃນ​ວັນ​ທີ່​ສວຍ​ງາມ​ຂອງ​ລະ​ດູ​ໃບ​ໄມ້​ປົ່ງ ໃນ​ປີ 1820, ຊາຍ​ໜຸ່ມໂຈເຊັບ ສະມິດ, ຢາກ​ຮູ້​ວ່າ​ສາດ​ສະ​ໜາ​ຈັກ​ໃດ​ທີ່​ເພິ່ນ​ຄວນ​ເຂົ້າ​ຮ່ວມ, ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ປ່າ ຢູ່​ໃກ້​ເຮືອນ​ຂອງ​ເພິ່ນ ໃນເຂດ​ເໜືອ​ຂອງ​ລັດ​ນິວຢອກ, ປະ​ເທດສະ​ຫະ​ລັດ ເພື່ອ​ອະ​ທິ​ຖານ. ເພິ່ນ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ ແລະ ໄວ້​ວາງ​ໃຈ​ວ່າພຣະ​ເຈົ້າ​ຈະ​ຊີ້​ນຳ.

“ໃນ​ຄວາມ​ຖ່ອມ​ຕົວ, ພວກ​ເຮົາ​ປະ​ກາດ​ວ່າ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈເຊັບ ແລະ ໄດ້​ເລີ່ມ​ຕົ້ນ​ເວ​ລາ​ທີ່ ‘ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່’ (ກິດຈະການ 3:21) ດັ່ງ​ທີ່​ຖືກບອກ​ໄວ້​ລ່ວງ​ໜ້າ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ຢູ່​ໃນ​ພາບ​ນິ​ມິດນີ້, ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ຫລັງ​ຈາກ​ການ​ຕາຍ​ຂອງ​ພວກ​ອັກ​ຄະ​ສາ​ວົກ​ລຸ້ນດັ້ງ​ເດີມ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດໃນ​ພຣະ​ຄຳ​ພີໃໝ່​ ​ໄດ້​​ສູນຫາຍ​ໄປ​ຈາກ​ໂລກນີ້. ໂຈເຊັບ​ຈະ​ເປັນ​ເຄື່ອງ​ມື​ໃນ​ການ​ນຳສາດ​ສະ​ໜາ​ຈັກ​ກັບ​ຄືນ​ມາ.

“ພວກ​ເຮົາ​ຢືນ​ຢັນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ, ທູດ​ຈາກ​ສະ​ຫວັນ​ໄດ້​ມາ​ແນະ​ນຳ​ໂຈເຊັບ ແລະ ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄືນ​ໃໝ່. ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ທີ່​ໄດ້ຟື້ນ​ຄືນ​ຊີ​ວິດ​ແລ້ວ​ໄດ້​ຟື້ນ​ຟູ​ສິດ​ອຳ​ນາດ​ຂອງ​ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ. ສາມ​ຄົນ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ລຸ້ນດັ້ງ​ເດີມ—ເປໂຕ, ຢາໂກໂບ, ແລະ ໂຢຮັນ—ໄດ້​ຟື້ນ​ຟູ​ການ​ເປັນ​ອັກ​ຄະ​ສາ​ວົກ ແລະ ຂໍ​ກະ​ແຈ​ຂອງ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ. ຄົນ​ອື່ນໆ​ກໍ​ໄດ້​ມາ​ຄື​ກັນ, ລວມ​ທັງ​ເອລີຢາ, ຜູ້​ຊຶ່ງ​ໄດ້​ຟື້ນ​ຟູ​ສິດ​ອຳ​ນາດ​ເພື່ອ​ໃຫ້​​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຕະ​ຫລອດ​ໄປ ໃນ​ຄວາມ​ສຳ​ພັນ​ນິ​ລັນ​ດອນ ທີ່​ເໜືອກວ່າ​ຄວາມ​ຕາຍ.

“ພວກ​ເຮົາ​ເປັນ​ພະ​ຍານ​ອີກວ່າ ໂຈເຊັບ ສະມິດ ໄດ້​ຮັບ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ແປ​ບັນ​ທຶກ​ບູ​ຮານ: ພຣະ​ຄຳ​ພີ​ມໍ​ມອນ—ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຢູ່​ໃນ​ບັນ​ທຶກ​ທີ່​ສັກ​ສິດນີ້ ແມ່ນ​ລວມ​ທັງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ສ່ວນ​ຕົວ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ບັນ​ດາ​ຜູ້​ຄົນ​ຢູ່​ຊີກ​ໂລກ​ເບື້ອງ​ຕາ​ເວັນ​ຕົກ ບໍ່​ດົນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ມັນ​ສິດ​ສອນ​ເຖິງ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ ແລະ ອະ​ທິ​ບາຍ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ຈຸດ​ໃຈ​ກາງ​ຂອງ​ຈຸດ​ປະ​ສົງ​ນັ້ນ. ​ໂດຍ​ທີ່ເປັນ​ພຣະ​ຄຳ​ພີ​ຄຽງ​ຄູ່​ໄປ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ວ່າ ມະ​ນຸດ​ທຸກ​ຄົນ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ, ວ່າ​ພຣະ​ອົງ​ມີ​ແຜນ​ແຫ່ງ​ສະ​ຫວັນ​ສຳ​ລັບຊີ​ວິດ​ຂອງ​ເຮົາ, ແລະ ວ່າ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ກ່າວ​ໃນ​ທຸກວັນ​ນີ້ ເທົ່າໆ​ກັບ​ໃນ​ສະ​ໄໝ​ກ່ອນ.

“ພວກ​ເຮົາ​ປະ​ກາດ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຊຶ່ງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນທີ 6 ເດືອນ​ເມສາ, 1830, ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ຖືກ​ຟື້ນ​ຟູ. ສາດ​ສະ​ໜາ​ຈັກ​ນີ້​ຍຶດ​ໝັ້ນ​ຢູ່​ທີ່​ພຣະ​ຊົນ​ຊີບ​ທີ່​ດີ​ພ້ອມ​ຂອງ​ຫີນເສົາ​ເອກອັນສຳ​ຄັນ, ພຣະ​ເຢ​ຊູ​ຄຣິດ, ແລະ ໃນ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ແລະ ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຈິງ​ແທ້​ຂອງ​ພຣະ​ອົງ. ອີກ​ເທື່ອ​ໜຶ່ງ ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ເອົາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໄດ້​ມອບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ພວກ​ເພິ່ນ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ​ມາ​ຫາສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພິ​ທີ​ການ​ແຫ່ງ​ຄວາມ​ລອດ, ແລະ ຄວາມ​ສຸກ​ທີ່​ຍືນຍາວ.

“ສອງ​ຮ້ອຍ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ນັບ​ຕັ້ງ​ແຕ່​ພຣະ​ເຈົ້າອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ໄດ້​ເລີ່ມ​ຕົ້ນ​ການ​ຟື້ນ​ຟູນີ້. ຫລາຍ​ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ໄດ້​ຮັບ​ເອົາ​ຄວາມ​ຮູ້ເຫລົ່າ​ນີ້​ຂອງ​ເຫດ​ການ​ທີ່​ຖືກ​ທຳ​ນາຍ​ໄວ້.

“ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ປະ​ກາດ​ວ່າ ການ​ຟື້ນ​ຟູ ທີ່​ສັນ​ຍາ​ຍັງດຳ​ເນີນ​ໄປ​ໜ້າ ຜ່ານ​ທາງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ. ແຜ່ນ​ດິນ​ໂລກ​ຈະ​ບໍ່​ເໝືອນ​ເດີມ​ອີກ, ຂະ​ນະ​ທີ່​ພຣະ​ເຈົ້າ ‘ຮວບ​ຮວມ​ສິ່ງ​ສາ​ລະ​ພັດ​ໄວ້​ໃນ​ພຣະ​ຄຣິດ’ (ເອເຟໂຊ 1:10).

“ດ້ວຍ​ຄວາມ​ຄາ​ລະ​ວະ ແລະ ຮູ້​ບຸນ​ຄຸນ, ພວກ​ເຮົາ​ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ຂໍ​ເຊື້ອ​ເຊີນ​ທຸກ​ຄົນ ໃຫ້​ຮູ້—ດັ່ງ​ທີ່​ພວກ​ເຮົາ​ຮູ້—ວ່າສະ​ຫວັນ​ເປີດ​ຢູ່. ພວກ​ເຮົາ​ຢືນ​ຢັນ​ວ່າ ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ. ພວກ​ເຮົາ​ຢືນ​ຢັນ​ວ່າ ຜູ້​ທີ່​ສຶກ​ສາ​ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ​ດ້ວຍ​ການ​ອະ​ທິຖານ ແລະ ກະ​ທຳ​ຕາມ​ດ້ວຍ​ສັດ​ທາ ຈະ​ໄດ້​ຮັບ​ພອນ ໂດຍ​ການເປັນ​ພະ​ຍານ​ເຖິງ​ຈຸດ​ປະ​ສົງອັນ​ສູງ​ສົ່ງ​ຂອງ​ມັນ ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ທີ່​ສັນ​ຍາ​ໄວ້.”15

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ນັ້ນ​ຄື​ການ​ປະ​ກາດທີ່​ສຳ​ຄັນ​ສອງ​ຮ້ອຍ​ປີ​ຂອງ​ພວກ​ເຮົາ​ຕໍ່​ໂລກ ກ່ຽວ​ກັບ​ການ​ຟື້ນ​ຟູພຣະ​ກິດ​ຕິ​ຄຸນຂອງພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ສົມ​ບູນ​ຂອງ​ມັນ. ມັນ​ໄດ້​ຖືກ​ແປ​ໃນ 12 ພາ​ສາ. ບໍ່​ດົນ​ກໍ​ຈະ​ຖືກ​ແປ​ໃນ​ພາ​ສາ​ອື່ນໆຕື່ມ​ອີກ. ມັນ​ຈະ​ມີ​ໃຫ້​ບໍ​ລິ​ການ​ທັນ​ທີ​ຢູ່ໃນ​ເວບ​ໄຊ້​ຂອງ​ສາດ​ສະ​ໜາ​ຈັກ, ຊຶ່ງ​ທ່ານ​ສາ​ມາດ​ເຂົ້າ​ເອົາ​ໄດ້. ຈົ່ງ​ສຶກ​ສາ​ມັນ​ເປັນ​ສ່ວນ​ຕົວ ແລະ ກັບສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ທ່ານ. ຈົ່ງ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ຈິງ ແລະ ຜົນ​ກະ​ທົບ​ຂອງ​ຄວາມ​ຈິງ​ເຫລົ່າ​ນັ້ນ​ຕໍ່​ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ທ່ານຮັບຟັງ​ມັນ, ເຊື່ອ​ຟັງ​ມັນ, ແລະ ເອົາ​ໃຈ​ໃສ່​ຕໍ່ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ ທີ່​ມາ​ກັບ​ມັນ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ໂຈ​ເຊັບ ສະມິດ ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້ລ່ວງ​ໜ້າ ໃຫ້​ເປັນ​ສາດ​ສະ​ດາ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໃຫ້​ເປີດ​ຍຸກ​ສຸດ​ທ້າຍນີ້. ຜ່ານ​ທາງເພິ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ຖືກ​ຟື້ນ​ຟູ​​ຄືນສູ່​ໂລກ. ໂຈ​ເຊັບ​ໄດ້​ຜະ​ນຶກ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ. ຂ້າ​ພະ​ເຈົ້າ​ຮັກ ແລະ ໃຫ້​ກຽດ​ເພິ່ນຫລາຍ​ທີ່​ສຸດ!

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ ຄືພຣະ​ຄຣິດ! ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງໄດ້​ຖືກຟື້ນ​ຟູ​ແລ້ວ! ພຣະ​ອົງ ແລະ ພຣະ​ບິ​ດາ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຝົ້າ​ດູ​ແລ​ເຮົາ​ຢູ່. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ