ບ້ານທີ່ດີທີ່ສຸດ
ພຣະຜູ້ຊ່ວຍໃຫ້ລອດເປັນນັກວິສະວະກອນ, ຜູ້ກໍ່ສ້າງ, ແລະ ຜູ້ອອກແບບຂ້າງໃນທີ່ເກັ່ງທີ່ສຸດ. ໂຄງການຂອງພຣະອົງຄືຄວາມດີເລີດທຸກຢ່າງ ແລະ ຄວາມສຸກນິລັນດອນຂອງຈິດວິນຍານຂອງເຮົາ.
ເມື່ອບໍ່ດົນມານີ້ ປ້າຍໂຄສະນາໃຫຍ່ອັນໜຶ່ງຢູ່ໃນເມືອງເຊົາເລັກ ຈັບຕາຂອງຂ້າພະເຈົ້າ. ມັນໂຄສະນາ ບໍລິສັດຂາຍສິ່ງຂອງ ແລະ ການຕົບແຕ່ງບ້ານ. ມັນພຽງບອກວ່າ, “ຮັບໃຊ້ບ້ານທີ່ດີທີ່ສຸດຢູ່ໃນເມືອງເຊົາເລັກ.”
ຄຳໂຄສະນາກໍເປັນໜ້າຈັບຕາຈັບໃຈ—ຄຳວ່າ “ບ້ານທີ່ດີທີ່ສຸດ” ໝາຍຄວາມວ່າແນວໃດ? ຂ້າພະເຈົ້າພົບເຫັນຕົວເອງຄິດກ່ຽວກັບຄຳຖາມນັ້ນ, ໂດຍສະເພາະກ່ຽວກັບລູກໆ ທີ່ແຄຕີ້ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ລ້ຽງດູ ແລະ ລູກໆທີ່ເຂົາເຈົ້າກຳລັງລ້ຽງດູຢູ່ໃນທຸກວັນນີ້. ຄືກັນກັບຜູ້ທີ່ເປັນພໍ່ແມ່ຢູ່ໃນທຸກບ່ອນ, ເຮົາໄດ້ເປັນຫ່ວງ ແລະ ອະທິຖານເພື່ອຄອບຄົວຂອງເຮົາ. ດຽວນີ້ ກໍຍັງເປັນຫ່ວງຢູ່. ພວກເຮົາຕ້ອງການສິ່ງທີ່ດີທີ່ສຸດສຳລັບເຂົາເຈົ້າ. ເຂົາເຈົ້າ ແລະ ລູກໆຂອງເຂົາເຈົ້າຈະໄດ້ຢູ່ໃນບ້ານທີ່ດີທີ່ສຸດໄດ້ແນວໃດ? ຂ້າພະເຈົ້າໄດ້ສະທ້ອນຄິດກ່ຽວກັບບ້ານຂອງສະມາຊິກຂອງສາດສະໜາຈັກ ທີ່ ແຄຕີ້ ແລະ ຂ້າພະເຈົ້າ ໄດ້ມີໂອກາດພິເສດໄປຢ້ຽມຢາມ. ພວກເຮົາໄດ້ຖືກເຊື້ອເຊີນໃຫ້ເຂົ້າໄປໃນບ້ານຢູ່ເກົາຫລີ, ແລະ ເຄັນຢາ, ຢູ່ຟີລິບປິນ ແລະ ເປຣູ, ຢູ່ເມືອງລາວ ແລະ ເລັດເວຍ. ຂ້າພະເຈົ້າຈະກ່າວເຖິງຂໍ້ສັງເກດສີ່ຢ່າງກ່ຽວກັບບ້ານທີ່ດີ.
ໜຶ່ງ, ຈາກທັດສະນະຂອງພຣະຜູ້ເປັນເຈົ້າ, ການສະຖາປະນາບ້ານທີ່ດີທີ່ສຸດແມ່ນຂຶ້ນຢູ່ກັບຄຸນສົມບັດຂອງຜູ້ຄົນທີ່ອາໄສຢູ່ໃນນັ້ນ. ບ້ານເຫລົ່ານີ້ບໍ່ໄດ້ເປັນບ່ອນທີ່ຫລູຫລາ ຫລື ປະດັບປະດາດ້ວຍເຄື່ອງເຮືອນທີ່ຈົບງາມ ຫລື ມີລາຄາແພງ ຫລື ເຈົ້າຂອງມີຖານະສູງຢູ່ໃນສັງຄົມ. ລັກສະນະທີ່ດີທີ່ສຸດຂອງບ້ານແມ່ນພາບຂອງພຣະຄຣິດທີ່ສະທ້ອນຢູ່ທີ່ນັ້ນ. ສິ່ງທີ່ສຳຄັນຄືການອອກແບບຂ້າງໃນຂອງຈິດວິນຍານຂອງບຸກຄົນ, ບໍ່ຂຶ້ນຢູ່ກັບຮູບຮ່າງ.
ການມີຄຸນລັກສະນະຢ່າງພຣະຄຣິດເຫລົ່ານີ້ ຈະຕ້ອງພັດທະນາ “ຕາມຄວາມສົມຄວນຂອງເວລາ”1 ໂດຍຄວາມຄືບໜ້າຢ່າງຕັ້ງໃຈໄປຕາມທາງແຫ່ງພັນທະສັນຍາ. ຄຸນລັກສະນະຢ່າງພຣະຄຣິດຈະປະດັບຊີວິດຂອງຜູ້ທີ່ພະຍາຍາມດຳລົງຊີວິດໃນທາງດີ. ເຂົາເຈົ້າເຮັດໃຫ້ບ້ານເຕັມໄປດ້ວຍຄວາມສະຫວ່າງຂອງພຣະກິດຕິຄຸນ, ບໍ່ວ່າພື້ນເຮືອນຈະເປັນດິນ ຫລື ຫີນອ່ອນກໍຕາມ. ແມ່ນແຕ່ຖ້າຫາກທ່ານເປັນພຽງຄົນດຽວຢູ່ໃນບ້ານຂອງທ່ານ ທີ່ “ສະແຫວງຫາສິ່ງເຫລົ່ານີ້,”2 ທ່ານກໍສາມາດມີຄຸນລັກສະນະທີ່ຈະປະດັບບ້ານຂອງທ່ານໄດ້.
ເຮົາເຮັດຕາມຄຳແນະນຳຂອງພຣະຜູ້ເປັນເຈົ້າ ເພື່ອ “ວາງລະບຽບ [ຕົນເອງ]; ຕຽມສິ່ງທີ່ຈຳເປັນທຸກຢ່າງ; ແລະ ສະຖາປະນາບ້ານ” ໂດຍການຈັດລະບຽບ, ກະກຽມ, ແລະ ສະຖາປະນາຊີວິດທາງວິນຍານຂອງເຮົາ, ບໍ່ແມ່ນການຕຽມ ອະສັງຫາລິມະສັບຂອງເຮົາ. ເມື່ອເຮົາສະແຫວງຫາເສັ້ນທາງແຫ່ງພັນທະສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ, ບ້ານຂອງເຮົາຈະກາຍເປັນ “ບ້ານແຫ່ງລັດສະໝີພາບ, ບ້ານແຫ່ງລະບຽບ, [ແລະ] ບ້ານຂອງພຣະເຈົ້າ.”3
ສອງ, ເຈົ້າຂອງບ້ານທີ່ດີທີ່ສຸດ ຈະຫາເວລາສຶກສາພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ທຸກວັນ. ປະທານຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນເຮົາໃຫ້ “ປ່ຽນ” ແລະ “ສ້ອມແປງ” ບ້ານຂອງເຮົາຜ່ານທາງການສຶກສາພຣະກິດຕິຄຸນ.4 ຄຳເຊື້ອເຊີນຂອງເພິ່ນຮັບຮູ້ວ່າ ບ້ານທີ່ດີທີ່ສຸດບັນຈຸວຽກງານທີ່ລະອຽດອ່ອນ ແລະ ສຳຄັນ ເລື່ອງຄວາມເຕີບໂຕຂອງບຸກຄົນ ແລະ ສ້ອມແປງຄວາມອ່ອນແອຂອງເຮົາ. ການກັບໃຈທຸກວັນເປັນເຄື່ອງມືປ່ຽນແປງທີ່ຊ່ວຍເຮົາໃຫ້ມີຄວາມເມດຕາ, ມີຄວາມຮັກ, ແລະ ມີຄວາມເຂົ້າໃຈຫລາຍກວ່າເກົ່າ. ການສຶກສາພຣະຄຳພີຊ່ວຍເຮົາໃຫ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ, ຜູ້ທີ່ເຕັມໄປດ້ວຍຄວາມຮັກ ແລະ ພຣະຄຸນ ທີ່ຊ່ວຍເຫລືອເຮົາໃນເລື່ອງການເຕີບໂຕ.
ພຣະຄຣິສຕະທຳຄຳພີ, ພຣະຄຳພີມໍມອນ, ແລະ ໄຂ່ມຸກອັນລ້ຳຄ່າ ມີເລື່ອງລາວກ່ຽວກັບຄອບຄົວ, ສະນັ້ນ ຈຶ່ງບໍ່ແປກທີ່ພຣະຄຳພີອັນສູງສົ່ງເຫລົ່ານັ້ນເປັນເໝືອນຄູ່ມືສຳລັບການສ້າງບ້ານທີ່ດີທີ່ສຸດ. ມັນເລົ່າເຖິງຄວາມເປັນຫ່ວງເປັນໃຍຂອງພໍ່ແມ່, ສິ່ງອັນຕະລາຍຂອງການລໍ້ລວງ, ໄຊຊະນະຂອງຄວາມຊອບທຳ, ການທົດລອງຂອງຄວາມອຶດຢາກ ແລະ ຄວາມອຸດົມສົມບູນ, ແລະ ຄວາມໜ້າຢ້ານກົວຂອງສົງຄາມ ແລະ ລາງວັນແຫ່ງຄວາມສະຫງົບ. ພຣະຄຳພີໄດ້ສະແດງໃຫ້ເຮົາເຫັນຫລາຍຕໍ່ຫລາຍເທື່ອ ເຖິງວິທີທີ່ຄອບຄົວປະສົບຄວາມສຳເລັດ ຜ່ານທາງການດຳລົງຊີວິດຢ່າງຊອບທຳ ແລະ ວິທີທີ່ເຂົາເຈົ້າລົ້ມເຫລວເພາະການສະແຫວງຫາເສັ້ນທາງອື່ນ.
ສາມ, ບ້ານທີ່ດີຈະຖືກສ້າງຂຶ້ນຕາມແຜນຜັງສຳລັບບ້ານທີ່ດີທີ່ສຸດຂອງພຣະຜູ້ເປັນເຈົ້າ, ນັ້ນຄື ພຣະວິຫານ. ການສ້າງພຣະວິຫານເລີ່ມຕົ້ນດ້ວຍຂັ້ນຕອນເບື້ອງຕົ້ນ—ຖາກຖາງພື້ນທີ່ ແລະ ແປງດິນໃຫ້ຮາບພຽງ. ຄວາມພະຍາຍາມໃນຕອນຕົ້ນເພື່ອຕຽມສະຖານທີ່ ກໍຄືກັນກັບການຮັກສາພຣະບັນຍັດເບື້ອງຕົ້ນ. ພຣະບັນຍັດເປັນພື້ນຖານບ່ອນທີ່ການເປັນສານຸສິດຖືກສ້າງຂຶ້ນເທິງນັ້ນ. ການເປັນສານຸສິດທີ່ສະໝ່ຳສະເໝີ ຈະຊ່ວຍເຮົາໃຫ້ ໝັ້ນຄົງ, ແນ່ວແນ່, ແລະ ບໍ່ຫວັ່ນໄຫວ,5 ຄືກັນກັບໂຄງຮ່າງເຫລັກສຳລັບພຣະວິຫານ. ໂຄງຮ່າງທີ່ໝັ້ນຄົງນີ້ ອຳນວຍໃຫ້ພຣະຜູ້ເປັນເຈົ້າສົ່ງພຣະວິນຍານຂອງພຣະອົງມາປ່ຽນແປງໃຈຂອງເຮົາ.6 ປະສົບການປ່ຽນແປງອັນໃຫຍ່ຫລວງໃນໃຈ ກໍຄືກັນກັບການຕື່ມລັກສະນະພິເສດທີ່ສວຍງາມໃສ່ໃນພຣະວິຫານ.
ເມື່ອເຮົາດຳເນີນໄປດ້ວຍສັດທາ, ພຣະຜູ້ເປັນເຈົ້າກໍຈະປ່ຽນແປງເຮົາເທື່ອລະເລັກ ເທື່ອລະໜ້ອຍ. ເຮົາໄດ້ຮັບລັກສະນະຂອງພຣະອົງ ໄວ້ເທິງໃບໜ້າຂອງເຮົາ ແລະ ເລີ່ມຕົ້ນສະທ້ອນຄວາມຮັກ ແລະ ຄວາມສວຍງາມຂອງລັກສະນະຂອງພຣະອົງ.7 ເມື່ອເຮົາກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນກວ່າເກົ່າ, ເຮົາຈະຮູ້ສຶກສະບາຍໃຈຢູ່ໃນບ້ານຂອງພຣະອົງ, ເຊັ່ນດຽວທີ່ພຣະອົງຈະສະບາຍພຣະໄທຢູ່ໃນບ້ານຂອງເຮົາ.
ເຮົາສາມາດຮັກສາບ້ານຂອງເຮົາໃຫ້ໃກ້ຄຽງກັບບ້ານຂອງພຣະອົງ ໂດຍການໃຫ້ມີຄວາມເໝາະສົມ ແລະ ໃຊ້ໃບຮັບຮອງເຂົ້າພຣະວິຫານເລື້ອຍໆ ຕາມທີ່ສະຖານະການຈະອຳນວຍ. ເມື່ອເຮົາເຮັດແນວນັ້ນ, ຄວາມສັກສິດໃນບ້ານທີ່ສັກສິດຂອງພຣະຜູ້ເປັນເຈົ້າກໍຈະຕັ້ງຢູ່ໃນບ້ານຂອງເຮົາຄືກັນ.
ພຣະວິຫານເຊົາເລັກທີ່ສວຍງາມກໍຕັ້ງຢູ່ໃກ້ໆ. ຖືກສ້າງຂຶ້ນໂດຍຜູ້ບຸກເບີກ ດ້ວຍເຄື່ອງມືຂັ້ນພື້ນຖານ, ຊັບພະຍາກອນໃນທ້ອງຖິ່ນ, ແລະ ການອອກແຮງງານເປັນເວລາດົນນານ, ພຣະວິຫານຈຶ່ງຢູ່ໃນການສ້າງ ຈາກປີ 1853 ເຖິງປີ 1893. ສິ່ງທີ່ສະມາຊິກຂອງສາດສະໜາຈັກລຸ້ນທຳອິດມີຢູ່ ທາງດ້ານວິສະວະກຳ, ສະຖາປະນິກ, ແລະ ການອອກແບບຂ້າງໃນ ໄດ້ສ້າງຜົນງານອັນຍອດຍ້ຽມ ຊຶ່ງຫລາຍລ້ານຄົນຮັບຮູ້.
ເກືອບເຖິງ 130 ປີຜ່ານມາແລ້ວ ນັບຕັ້ງແຕ່ພຣະວິຫານໄດ້ຮັບການອຸທິດ. ດັ່ງທີ່ ແອວເດີ ແກຣີ ອີ ສະຕີບເວັນສັນ ໄດ້ໃຫ້ຂໍ້ສັງເກດມື້ວານນີ້, ຫລັກການວິສະວະກຳທີ່ໄດ້ໃຊ້ເພື່ອອອກແບບພຣະວິຫານ ໄດ້ຖືກປ່ຽນແປງດ້ວຍມາດຕະຖານທີ່ໃໝ່ກວ່າ ແລະ ປອດໄພກວ່າ. ຖ້າຫາກເຮົາບໍ່ປັບປຸງດ້ານວິສະວະກຳຂອງພຣະວິຫານ ແລະ ສ້ອມແປງຄວາມອ່ອນແອຂອງອາຄານ ກໍເທົ່າກັບວ່າເຮົາທໍລະຍົດຕໍ່ຄວາມໝັ້ນໃຈຂອງຜູ້ບຸກເບີກ, ຜູ້ທີ່ໄດ້ເຮັດຈົນສຸດຄວາມສາມາດ ແລະ ແລ້ວໄດ້ມອບພຣະວິຫານໄວ້ໃຫ້ຄົນລຸ້ນຫລັງເພື່ອດູແລ.
ສາດສະໜາຈັກໄດ້ເລີ່ມຕົ້ນໂຄງການບຸລະນະ ເປັນເວລາສີ່ປີ ເພື່ອປັບປຸງອາຄານ ແລະ ສ້າງຄວາມທົນທານ ຕ້ານກັບແຜ່ນດິນໄຫວ.8 ຮາກຖານ, ພື້ນຫ້ອງ, ແລະ ຝາຈະຖືກດັດແປງໃຫ້ເຂັ້ມແຂງກວ່າ. ວິສະວະກຳທີ່ດີທີ່ສຸດໃນປະຈຸບັນ ຈະປັບປຸງພຣະວິຫານໃຫ້ເປັນຕາມມາດຕະຖານທີ່ທັນສະໄໝ. ເຮົາຈະບໍ່ສາມາດເຫັນການປ່ຽນແປງຂອງອາຄານ, ແຕ່ຜົນກະທົບຈະແນ່ນອນ ແລະ ສຳຄັນ. ໃນວຽກງານທັງໝົດນີ້, ຄວາມສວຍງາມທີ່ອອກແບບຢູ່ໃນພຣະວິຫານຈະຖືກຮັກສາໄວ້ໃນສະພາບເດີມ.
ເຮົາຄວນເຮັດຕາມຕົວຢ່າງຂອງການບຸລະນະພຣະວິຫານເຊົາເລັກ ແລະ ໃຊ້ເວລາສຳຫລວດເບິ່ງຝ່າຍວິສະວະກຳຄວາມຫວັ່ນໄຫວຂອງເຮົາ ເພື່ອໃຫ້ແນ່ໃຈວ່າ ມັນທັນສະໄໝ. ການສຳຫລວດຕົວເອງເປັນບາງຄັ້ງ, ພ້ອມທັງທູນຖາມພຣະຜູ້ເປັນເຈົ້າວ່າ, “ມີສິ່ງໃດອີກແດ່ທີ່ຂ້ານ້ອຍຍັງຂາດຢູ່?”9 ສາມາດຊ່ວຍເຮົາແຕ່ລະຄົນໃຫ້ປະກອບສ່ວນໃນການສ້າງບ້ານທີ່ດີທີ່ສຸດໄດ້.
ສີ່, ບ້ານທີ່ດີທີ່ສຸດເປັນບ່ອນຫລົບໄພຈາກມໍລະສຸມຊີວິດ. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຜູ້ທີ່ຮັກສາພັນທະສັນຍາຂອງພຣະເຈົ້າຈະ “ຮຸ່ງເຮືອງຢູ່ໃນແຜ່ນດິນ.”10 ຄວາມຮຸ່ງເຮືອງຂອງພຣະເຈົ້າຄືພະລັງທີ່ຈະດຳເນີນໄປໜ້າ ບໍ່ວ່າຈະມີຫຍັງເກີດຂຶ້ນໃນຊີວິດກໍຕາມ.
ໃນປີ 2002 ຂ້າພະເຈົ້າໄດ້ຮຽນຮູ້ບົດຮຽນໜຶ່ງທີ່ສຳຄັນກ່ຽວກັບບັນຫາ. ຂະນະທີ່ຢູ່ເມືອງ ອາຊຸນຊີອອນ, ປະເທດ ປາຣາກວາຍ, ຂ້າພະເຈົ້າໄດ້ພົບກັບບັນດາປະທານສະເຕກຂອງເມືອງນັ້ນ. ລະຫວ່າງນັ້ນ, ປະເທດ ປາຣາກວາຍ ກະລັງປະເຊີນກັບບັນຫາເລື່ອງການເງິນ, ແລະ ສະມາຊິກຂອງສາດສະໜາຈັກຢ່າງຫລວງຫລາຍໄດ້ຮັບທຸກທໍລະມານ ແລະ ບໍ່ສາມາດຫາລ້ຽງຄອບຄົວ. ຂ້າພະເຈົ້າບໍ່ໄດ້ກັບໄປອາເມຣິກາໃຕ້ ນັບຕັ້ງແຕ່ຕອນເປັນຜູ້ສອນສາດສະໜາ ແລະ ກໍບໍ່ເຄີຍໄປປະເທດ ປາຣາກວາຍ. ຂ້າພະເຈົ້າຫາກໍໄດ້ຮັບໃຊ້ຢູ່ໃນຝ່າຍປະທານເຂດ ພຽງສອງສາມອາທິດເທົ່ານັ້ນ. ໂດຍທີ່ບໍ່ແນ່ໃຈກັບຄວາມສາມາດຂອງຕົນ ທີ່ຈະໃຫ້ການຊີ້ນຳຕໍ່ປະທານສະເຕກເຫລົ່ານັ້ນ, ຂ້າພະເຈົ້າຈຶ່ງໄດ້ຂໍໃຫ້ພວກເພິ່ນບອກຂ້າພະເຈົ້າກ່ຽວກັບສິ່ງທີ່ດີເທົ່ານັ້ນ ຊຶ່ງກຳລັງເກີດຂຶ້ນຢູ່ໃນສະເຕກຂອງພວກເພິ່ນ. ປະທານສະເຕກຄົນທຳອິດໄດ້ບອກຂ້າພະເຈົ້າເຖິງສິ່ງທີ່ດີຕ່າງໆ. ຄົນຕໍ່ໄປກໍບອກເຖິງສິ່ງທີ່ດີ ແລະ ບັນຫາສອງສາມຢ່າງ. ເມື່ອເຖິງປະທານສະເຕກຄົນສຸດທ້າຍ, ເພິ່ນໄດ້ບອກພຽງແຕ່ການທ້າທາຍທີ່ຮ້າຍແຮງ ແລະ ຄວາມວຸ້ນວາຍເທົ່ານັ້ນ. ຂະນະທີ່ປະທານສະເຕກເຫລົ່ານັ້ນໄດ້ອະທິບາຍກ່ຽວກັບສະຖານະການທີ່ໃຫຍ່ໂຕ, ຂ້າພະເຈົ້າໄດ້ເກີດມີຄວາມເປັນຫ່ວງຫລາຍຂຶ້ນ, ເກືອບໝົດຫວັງ, ບໍ່ຮູ້ວ່າຈະເວົ້າຫຍັງ.
ທັນທີທີ່ປະທານສະເຕກຄົນສຸດທ້າຍໄດ້ຈົບການລາຍງານຂອງເພິ່ນ, ຄວາມຄິດໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າ ມີຄວາມວ່າ: “ແອວເດີ ຄະເລຕັນ, ໃຫ້ເຈົ້າຖາມເຂົາເຈົ້າຄຳຖາມນີ້: ‘ປະທານ, ໃນຈຳນວນສະມາຊິກຢູ່ສະເຕກຂອງພວກທ່ານ ທີ່ຈ່າຍເງິນສ່ວນສິບເຕັມຈຳນວນ, ຈ່າຍເງິນບໍລິຈາກຖືສິນອົດເຂົ້າຢ່າງເພື່ອແຜ່, ຂະຫຍາຍການເອີ້ນໃນສາດສະໜາຈັກຂອງເຂົາເຈົ້າ, ໄປຢ້ຽມຢາມຄອບຄົວຂອງເຂົາເຈົ້າໃນຖານະຄູສອນປະຈຳບ້ານ ຫລື ຜູ້ຢ້ຽມສອນ11 ທຸກໆເດືອນ, ຈັດການສັງສັນໃນຄອບຄົວ, ສຶກສາພຣະຄຳພີ, ແລະ ອະທິຖານເປັນຄອບຄົວທຸກວັນ, ມີຈັກຄົນທີ່ມີບັນຫາທີ່ຕົວເອງບໍ່ສາມາດແກ້ໄຂ ຈົນວ່າສາດສະໜາຈັກຕ້ອງໄດ້ເຂົ້າໄປຊ່ວຍແກ້ໄຂບັນຫາໃຫ້ເຂົາເຈົ້າ?’”
ໃນການຮັບເອົາຄວາມປະທັບໃຈທີ່ຂ້າພະເຈົ້າໄດ້ຮັບ, ຂ້າພະເຈົ້າຈຶ່ງໄດ້ຖາມຄຳຖາມນັ້ນກັບປະທານສະເຕກ.
ພວກເພິ່ນໄດ້ຫລຽວເບິ່ງຂ້າພະເຈົ້າດ້ວຍຄວາມແປກໃຈ ແລະ ແລ້ວເວົ້າວ່າ, “Pues, ninguno,” ແປວ່າ, “ບໍ່ມີໃຜຈັກຄົນ.” ແລ້ວພວກເພິ່ນໄດ້ບອກຂ້າພະເຈົ້າວ່າ ບໍ່ມີສະມາຊິກຄົນໃດ ຜູ້ເຮັດສິ່ງເຫລົ່ານີ້ ແລ້ວມີບັນຫາທີ່ເຂົາເຈົ້າບໍ່ສາມາດແກ້ໄຂດ້ວຍຕົວເອງ. ເປັນຫຍັງ? ເພາະວ່າເຂົາເຈົ້າອາໄສຢູ່ໃນບ້ານທີ່ດີທີ່ສຸດ. ການດຳລົງຊີວິດຢ່າງຊື່ສັດ ຊ່ວຍເຂົາເຈົ້າໃຫ້ເຂັ້ມແຂງ, ມີວິໄສທັດ, ແລະ ໄດ້ຮັບຄວາມຊ່ວຍເຫລືອຈາກສະຫວັນທີ່ເຂົາເຈົ້າຕ້ອງການ ໃນເລື່ອງເສດຖະກິດທີ່ວຸ້ນວາຍ ຊຶ່ງອ້ອມຮອບເຂົາເຈົ້າຢູ່.
ນີ້ບໍ່ໝາຍຄວາມວ່າ ຄົນຊອບທຳຈະບໍ່ເຄີຍປ່ວຍໄຂ້, ບໍ່ເຄີຍທົນກັບອຸບັດຕິເຫດ, ເສດຖະກິດບໍ່ເຄີຍຖອຍຫລັງ, ຫລື ບໍ່ເຄີຍປະເຊີນກັບຄວາມຫຍຸ້ງຍາກໃນຊີວິດຈັກເທື່ອ. ຄວາມເປັນມະຕະມັກຈະນຳການທ້າທາຍມາໃຫ້, ແຕ່ຫລາຍໆເທື່ອ ທີ່ຂ້າພະເຈົ້າໄດ້ເຫັນຜູ້ທີ່ພະຍາຍາມເຊື່ອຟັງພຣະບັນຍັດ ໄດ້ຮັບພອນໃນການຊອກຫາຊ່ອງທາງເພື່ອຈະກ້າວໄປໜ້າດ້ວຍຄວາມສະຫງົບ ແລະ ດ້ວຍຄວາມຫວັງ. ພອນເຫລົ່ານັ້ນມີໃຫ້ທຸກຄົນ.12
ດາວິດ ໄດ້ປະກາດວ່າ, “ຖ້າພຣະຜູ້ເປັນເຈົ້າບໍ່ສ້າງບ້ານ, ວຽກການຂອງຄົນກໍ່ສ້າງທັງໝົດກໍໄຮ້ປະໂຫຍດ.”13 ບໍ່ວ່າທ່ານຈະຢູ່ບ່ອນໃດ, ບ້ານຂອງທ່ານຈະເປັນແບບໃດ, ແລະ ອົງປະກອບຂອງຄອບຄົວທ່ານຈະເປັນຢ່າງໃດ, ທ່ານກໍສາມາດສ້າງບ້ານທີ່ດີທີ່ສຸດໃຫ້ຄອບຄົວຂອງທ່ານໄດ້. ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດມີແຜນຜັງສຳລັບບ້ານເຊັ່ນນັ້ນ. ພຣະຜູ້ຊ່ວຍໃຫ້ລອດເປັນນັກວິສະວະກອນ, ຜູ້ກໍ່ສ້າງ, ແລະ ຜູ້ອອກແບບຂ້າງໃນທີ່ເກັ່ງທີ່ສຸດ. ໂຄງການຂອງພຣະອົງຄືຄວາມດີເລີດທຸກຢ່າງ ແລະ ຄວາມສຸກນິລັນດອນຂອງຈິດວິນຍານຂອງເຮົາ. ໃນຄວາມຊ່ວຍເຫລືອດ້ວຍຄວາມຮັກຂອງພຣະອົງ, ຈິດວິນຍານຂອງທ່ານສາມາດເປັນດັ່ງທີ່ພຣະອົງປະສົງໃຫ້ເປັນ ແລະ ທ່ານສາມາດເປັນຄົນທີ່ດີທີ່ສຸດ, ຖືກກະກຽມໄວ້ເພື່ອສະຖາປະນາ ແລະ ອາໄສຢູ່ໃນບ້ານທີ່ດີທີ່ສຸດ.
ຂ້າພະເຈົ້າເປັນພະຍານດ້ວຍຄວາມຮູ້ບຸນຄຸນວ່າ ພຣະເຈົ້າ ແລະ ພຣະບິດາຂອງເຮົາທຸກຄົນ ຊົງພຣະຊົນຢູ່. ພຣະບຸດຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງມວນມະນຸດທັງປວງ. ພວກພຣະອົງຮັກເຮົາຢ່າງບໍລິບູນ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຢູ່ເທິງໂລກນີ້. ສາດສະດາ ແລະ ອັກຄະສາວົກທີ່ມີຊີວິດຢູ່ ນຳພາມັນໃນທຸກວັນນີ້. ພຣະຄຳພີມໍມອນແມ່ນຈິງແທ້. ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດເປັນແຜນຜັງອັນສົມບູນແບບສຳລັບການສະຖາປະນາບ້ານທີ່ດີທີ່ສຸດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.