ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ, ໃຫ້​ແຜນ​ການ​ປະ​ຕິ​ບັດ, ແລະ ເຊື່ອມ​ໂຍງ​ເຮົາ​ເຂົ້າ​ກັບ​ພຣະ​ວິນ​ຍານ​ສັກ​ສິດ.

ຫລັງ​ຈາກ​ໄດ້​ທົບ​ທວນ​ບັນ​ທຶກ​ຈາກການ​ໄປ​ກວດ​ສຸ​ຂະ​ພາບ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕົວ​ເອງ​ຕ້ອງ​ໄດ້​ທຳ​ການ​ປ່ຽນ​ແປງ​ແບບ​ແຜນຊີ​ວິດ. ເພື່ອ​ຊ່ວຍ​ຂ້າ​ພະ​ເຈົ້າ, ທ່ານ​ໝໍ​ໄດ້​ສັ່ງ​ໃຫ້​ກິນ​ອາ​ຫານ​ທີ່​ດີ​ຕໍ່​ສຸ​ຂະ​ພາບ ແລະ ວາງ​ແຜນ​ອອກ​ກຳ​ລັງ​ກາຍ, ຊຶ່ງ​ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ເລືອກ​ເຮັດຕາມນັ້ນ, ມັນ​ຈະ​ປ່ຽນ​ແປງ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ສຸ​ຂະ​ພາບ​ດີ​ຂຶ້ນກວ່າ​ເກົ່າ.

ຖ້າ​ຫາກ​ເຮົາ​ແຕ່​ລະ​ຄົນກວດ​ເບິ່ງສຸ​ຂະ​ພາບ​ທາງວິນ​ຍານ, ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຕົວ​ເຮົາ​ເອງ? ການ​ປ່ຽນ​ແປງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໝໍ​ທາງວິນ​ຍານ​ຈະ​ສັ່ງ​ໃຫ້​ເຮົາ​ເຮັດ? ເພື່ອ​ເຮົາ​ຈະ​ໄດ້​ກາຍ​ເປັນ​ຜູ້​ທີ່​ເຮົາ​ຄວນ​ເປັນ, ມັນ​ສຳ​ຄັນ​ທີ່​ເຮົາ​ຮູ້​ສິ່ງ​ທີ່​ຈະ​ເຮັດ ແລະ ເຮັດ​ສິ່ງ​ທີ່​ເຮົາ​ຮູ້.

ພຣະ​ເຢ​ຊູ​ຄຣິດ​ຄື​ທ່ານ​ໝໍ​ໃຫຍ່.1 ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ພັນ​ແຜ​ໃຫ້​ເຮົາ, ຮັບ​ເອົາ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ປິ່ນ​ປົວ​ໃຈ​ທີ່​ເຈັບ​ປວດ​ຂອງ​ເຮົາ.2 ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ອົງ, ຄວາມ​ອ່ອນ​ແອ​ຂອງ​ເຮົາ​ສາ​ມາດ​ເຂັ້ມ​ແຂງ​ຂຶ້ນ​ໄດ້.3 ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ຕິດ​ຕາມ​ພຣະ​ອົງ4 ໂດຍ​ການ​ຮຽນ​ຮູ້​ຈາກ​ພຣະ​ອົງ, ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ເດີນ​ໄປ​ໃນ​ຄວາມ​ອ່ອນ​ໂຍນ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ.5 ພຣະ​ອົງ​ໄດ້​ສັນ​ຍາ​ທີ່​ຈະ​ຊ່ວຍ​ເຮົາ6 ໃນ​ຂັ້ນ​ຕອນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕະ​ຫລອດ​ຊີ​ວິດນີ້, ຊຶ່ງ​ປ່ຽນ​ແປງ​ເຮົາ ແລະ ນຳ​ຄວາມ​ສຸກ​ອັນ​ເປັນ​ນິດ​ມາ​ໃຫ້​ເຮົາ.7

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ເຮົາ ເປັນ​ເຄື່ອງ​ມື​ທີ່​ມີ​ພະ​ລັງ​ໃນ​ການ​ຊ່ວຍ​ໃຫ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ການ​ບຳ​ລຸງ​ລ້ຽງ​ທາງວິນ​ຍານ, ໃຫ້​ແຜນ​ການ​ປະ​ຕິ​ບັດ, ແລະ ເຊື່ອມ​ໂຍງ​ເຮົາ​ເຂົ້າ​ກັບ​ພຣະ​ວິນ​ຍານ​ສັກ​ສິດ. ໂດຍ​ທີ່​ຖືກ​ຂຽນ​ຂຶ້ນ​ເພື່ອ​ເຮົາ,8 ມັນ​ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ເຈົ້າໃນ​ຄວາມ​ແຈ່ມ​ແຈ້ງ9 ແລະ ບອກ​ເຮົາ​ເຖິງ​ເອ​ກະ​ລັກ, ຈຸດ​ປະ​ສົງ, ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ.10 ພ້ອມ​ດ້ວຍ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ11 ແລະ ສິດ​ສອນ​ວິ​ທີ​ທີ່​ເຮົາ​ສາ​ມາດ​ຮູ້​ຈັກ​ຄວາມ​ຈິງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.

ຮູບ​ພາບ
ບຣາເດີ ຊໍ ໂປໂລ

ບຣາເດີ ຊໍ ໂປໂລ ມີ​ອາ​ຍຸ​ໄດ້ 58 ປີ ຕອນ​ເພິ່ນ​ຖືກ​ແນະ​ນຳ​ໃຫ້ຮູ້​ຈັກ​ພຣະ​ກິດ​ຕິຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕອນ​ຂ້າ​ພະ​ເຈົ້າ​ພົບ​ເຫັນ​ເພິ່ນ, ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ສາ​ຂາ​ໄດ້​ຫລາຍ​ປີແລ້ວ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ ເພິ່ນບໍ່​ເຄີຍ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຈັກ​ເທື່ອ ເພາະ​ວ່າ​ມັນ​ຍັງ​ບໍ່ທັນ​ຖືກ​ແປ​ໃນ​ພາສາ​ພະ​ມ້າ​ຂອງ​ເພິ່ນ​ເທື່ອ. ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ເພິ່ນ​ວ່າ ເພິ່ນ​ຮູ້​ໄດ້​ແນວ​ໃດ​ ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ຈິງ​ແທ້ ໂດຍ​ທີ່​ຍັງ​ບໍ່​ໄດ້​ອ່ານ​ມັນ​ເທື່ອ, ເພິ່ນ​ຕອບ​ວ່າ ເພິ່ນ​ໄດ້​ສຶກ​ສາ​ປຶ້ມ​ຮູບ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ ທຸກມື້ ໂດຍ​ການ​ເບິ່ງ​ຮູບ​ພາບ​ສະ​ແດງ, ໂດຍ​ການ​ໃຊ້​ປຶ້ມ​ວັດ​ຈະ​ນະ​ນຸ​ກົມ​ແປ​ພາ​ສາ​ອັງ​ກິດ, ແລະ ຈົດ​ສິ່ງ​ທີ່​ເພິ່ນ​ຮຽນ​ຮູ້ລົງ​ໄວ້. ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ, “ທຸກ​ເທື່ອ​ທີ່​ຂ້ອຍ​ສຶກ​ສາ, ຂ້ອຍ​ໄດ້​ອະ​ທິ​ຖານ​ກ່ຽວ​ກັບ​ສິ່ງ​ທີ່​ຂ້ອຍ​ຮຽນ​ຮູ້, ແລະ ຂ້ອຍ​ຮູ້​ສຶກ​ສະ​ຫງົບ ແລະ ມີ​ຄວາມ​ສຸກ, ຄວາມ​ຄິດ​ແຈ່ມ​ໃສ, ແລະ ໃຈ​ຂອງ​ຂ້ອຍ​ອ່ອນ​ລົງ. ຂ້ອຍ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ຕໍ່​ຂ້ອຍວ່າ ມັນ​ຈິງ​ແທ້. ຂ້ອຍ​ຮູ້​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”

ຄື​ກັນ​ກັບ ບຣາເດີ ຊໍ ໂປໂລ, ເຮົາ​ແຕ່​ຄົນ​ສາ​ມາດ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ອີງ​ຕາມ​ສະ​ຖາ​ນະ​ການ​ຂອງ​ເຮົາ. ເມື່ອ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ ແລະ ໄຕ່​ຕອງ ຄຳ​ສອນ​ຂອງ​ມັນ​ຢູ່​ໃນ​ໃຈ, ແລ້ວ​ເຮົາ​ສາ​ມາດ​ທູນ​ຖາມ​ພຣະ​ເຈົ້າ ໃນ​ສັດ​ທາ​ຖ້າ​ຫາກ​ຄຳ​ສອນ​ເປັນ​ຄວາມ​ຈິງ​ຫລືບໍ່.12 ຖ້າ​ຫາກ​ເຮົາ​ຈິງ​ໃຈ​ໃນ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ທີ່​ຈະ​ຮູ້​ຈັກ ແລະ ກະ​ທຳ​ດ້ວຍເຈດ​ຕະ​ນາ​ອັນ​ແທ້​ຈິງ, ແລ້ວ​ພຣະ​ອົງ​ຈະ​ຕອບ​ເຮົາ​ໃນໃຈ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ແມ່ນໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່ເຮົາຈະຮູ້​ຈັກຄວາມ​ຈິງ​ຂອງ​ທຸກ​ເລື່ອງ.13 ເມື່ອ​ເຮົາ​ໄດ້​ຮັບ​ພະ​ຍານ​ຈາກ​ສະ​ຫວັນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ຈະ​ຮູ້​ອີກ​ໂດຍ​ອຳ​ນາດ​ດຽວ​ກັນ​ນັ້ນ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ວ່າ​ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ແລະ ວ່າ​ສາ​ດສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່ພົນ​ຍຸກ​ສຸດ​ທ້າຍ​ເປັນສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ.14

ຄາວ​ຍັງ​ໜຸ່ມ ຕອນ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ຍົນ​ມຸ້ງ​ໜ້າ​ໄປ​ຫາ​ປະ​ເທດ​ອົດສະ​ຕາລີ. ໂດຍ​ທີ່ຮູ້​ສຶກ​ໂດດ​ດ່ຽວ, ກັງ​ວົນ, ແລະ ບໍ່​ພຽບ​ພ້ອມ ແຕ່​ໄດ້​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້, ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄວາມ​ໝັ້ນ​ໃຈ​ຫລາຍ​ທີ່​ສຸດ ກ່ຽວ​ກັບ​ວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຊື່ອ​ຖື​ເປັນ​ຄວາມ​ຈິງ​ຫລືບໍ່. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ອ່ານ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ແຕ່ເມື່ອ​ໃກ້​ຊິ​ຮອດ​ຫລາຍ​ເທົ່າ​ໃດ ຂ້າ​ພະ​ເຈົ້າ​ຍິ່ງ​ຮູ້​ສຶກ​ສົງ​ໃສຫລາຍກວ່າ​ເກົ່າ ແລະ ສະ​ພາບ​ທາງ​ຮ່າງ​ກາຍ​ເລີ່ມ​ອ່ອນ​ແອ​ລົງ. ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ດີ້ນ​ລົນ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ, ພະ​ນັກ​ງານ​ໄດ້​ຍ່າງ​ມາ ແລະ ຢຸດ​ຢູ່​ຂ້າງຕັ່ງ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ຈັບ​ເອົາ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ອ່ານ​ຢູ່ ຈາກ​ມື​ຂອງ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ຫລຽວ​ເບິ່ງ​ໜ້າ​ປົກ ແລະ ເວົ້າ​ວ່າ, “ປຶ້ມນີ້​ດີ​ຫລາຍ!” ແລ້ວ​ໄດ້​ສົ່ງ​ມັນ​ຄືນ​ໃຫ້​ຂ້າ​ພະ​ເຈົ້າ ແລະ ຍ່າງ​ໄປ​ຕໍ່. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ລາວ​ອີກ.

ຂະ​ນະ​ທີ່​ຖ້ອຍ​ຄຳ​ຂອງ​ລາວ​ດັງ​ກ້ອງ​ຢູ່​ໃນ​ຫູ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຢ່າງ​ແຈ່ມ​ແຈ້ງ ແລະ ຮູ້​ສຶກ​ມັນ​ຢູ່​ໃນ​ໃຈ​ວ່າ, “ເຮົາ​ຢູ່ນີ້, ແລະ ເຮົາ​ຮູ້​ວ່າ​ເຈົ້າ​ຢູ່​ໃສ. ​ຈົ່ງເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ເຈົ້າ, ສ່ວນ​ທີ່​ເຫລືອ​ຢູ່​​ນັ້ນ ເຮົາຈະ​ເຮັດ​ເອງ.” ໃນຍົນ​ລຳ​ນັ້ນ ທີ່​ບິນ​ຢູ່ເທິງມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ສ່ວນ​ຕົວ ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ວ່າພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ໃຜ ແລະ ວ່າ​ພຣະ​ກິດ​ຕິ​ຄຸນ​​ເປັນ​ຄວາມ​ຈິງ.

ແອວເດີ ເດວິດ ເອ ແບ໊ດນາ ໄດ້​ສິດ​ສອນ​ວ່າ: “ການ​ຮູ້ວ່າ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ປະ​ຈັກ​ພະ​ຍານ. ຄວາມ​ຈິງ​ໃຈ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຢ່າງ​ສະໝ່ຳ​ສະ​ເໝີ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.”15 ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຮຽກ​ຮ້ອງ​ເຮົາ​ໃຫ້ “ບໍ່​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ.”16 ແຜນ​ການ​ປະ​ຕິ​ບັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ—ຄຳ​ສອນ​ຂອງ​ພຣະ​ຄຣິດ—ຖືກ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ທີ່​ສຸດ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ.17 ມັນ​ລວມ​ທັງ:

  • ໜຶ່ງ, ການ​ໃຊ້ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໂດຍ ການ​ໄວ້​ວາງ​ໃຈ ໃນ​ພຣະ​ອົງ, ການ​ຮັກ​ສາ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ການ​ຮູ້ ວ່າ​ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ.18

  • ສອງ, ການ​ກັບ​ໃຈ ທຸກວັນ​ຈາກ​ຄວາມ​ຂາດ​ຕົກ​ບົກ​ພ່ອງ​ຂອງ​ເຮົາ ແລະ ປະ​ສົບ ກັບ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ເມື່ອ​ພຣະ​ອົງ​ໃຫ້​ອະ​ໄພ​ແກ່ເຮົາ.19 ການ​ກັບ​ໃຈ​ຮຽກ​ຮ້ອງ​ເຮົາ ໃຫ້​ອະ​ໄພ ແກ່​ຄົນ​ອື່ນ20 ແລະ ຊ່ວຍ​ເຮົາ​ໃຫ້​ກ້າວ​ໄປ​ໜ້າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ເຮົາ​ເລື້ອຍໆ​ເທົ່າ​ທີ່​ເຮົາ​ກັບ​ໃຈ.21

  • ສາມ, ການ​ເຮັດ ແລະ ການ​ຮັກ​ສາ ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຜ່ານ​ທາງ​ພິ​ທີ​ການ​ເຊັ່ນ​ການ​ບັບ​ຕິ​ສະ​ມາ. ສິ່ງນີ້​ຈະ​ຊ່ວຍ​ເຮົາ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ພາ​ໄປ​ຫາ​ພຣະ​ອົງ.22

  • ສີ່, ການ​ຮັບ​ເອົາ ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂອງ​ປະ​ທານນີ້​ຊ່ວຍ​ເຮົາ​ໃຫ້​ມີ​ເພື່ອນ​ໃກ້​ຊິດ ຜູ້​ທີ່ຊຳ​ລະລ້າງ, ປອບ​ໂຍນ, ແລະ ນຳ​ພາ​ເຮົາ.23

  • ຫ້າ, ການ​ອົດ​ທົນ ຈົນ​ເຖິງ​ທີ່​ສຸດ ໂດຍ ການດຳ​ເນີນ​ໄປ​ໜ້າ ດ້ວຍ​ຄວາມ​ໝັ້ນ​ຄົງ ຂະ​ນະ​ທີ່ ຊື່ນ​ຊົມ ຢູ່​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ໃນ​ແຕ່​ລະ​ວັນ.24 ໂດຍ​ການ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳ​ພີ​ມໍ​ມອນ ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ມັນ, ເຮົາ​ສາ​ມາດ​ເອົາ​ຊະ​ນະ​ການ​ລໍ້​ລວງ ແລະ ຮັບ​ເອົາ​ການ​ນຳ​ພາ ແລະ ການ​ປົກ​ປ້ອງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.25

ໂດຍ​ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ເຮົາ​ຈະ​ເອົາ​ຊະ​ນະ​ຄວາມ​ໂນ້ມອຽງ​ທີ່​ກີດ​ກັນ​ຄວາມ​ກ້າວ​ໜ້າຂອງ​ເຮົາ. ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ເພາະ​ພຣະ​ວິນ​ຍານ​ບໍລິ​ສຸດ “ຈະ ສະ​ແດງ ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ,”26 ແລະ “ພຣະ​ຄຳ​ຂອງ​ພຣະ​ຄຣິດ ບອກ ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”27

ເປັນ​ເວ​ລາ 20 ປີ, ບຣາເດີ ຮວງ ຈຸນຄົງ ໄດ້​ດີ້ນ​ລົນ​ກັບ​ການ​ຕິດ​ເຫລົ້າ, ຢາ​ສູບ, ແລະ ການ​ພະ​ນັນ. ເມື່ອ​ຖືກ​ແນະ​ນຳ​ໃຫ້​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ, ບຣາເດີ ຮວງ ໄດ້​ປາດ​ຖະ​ໜາ​ທີ່​ຈະ​ປ່ຽນ​ແປງ ເພື່ອ​ຄອບ​ຄົ​ວ​ນ້ອຍຂອງ​ລາວ. ການ​ທ້າ​ທາຍ​ອັນໜັກ​ໜ່ວງ​ທີ່​ສຸດ​ແມ່ນ​ການ​ສູບ​ຢາ. ໂດຍ​ທີ່​ສູບຢາກອກ​ຕໍ່​ກອກ, ລາວ​ໄດ້​ພະ​ຍາ​ຍາມ​ເຊົາ​ຫລາຍ​ເທື່ອ​ແລ້ວ ແຕ່​ກໍບໍ່​ສຳ​ເລັດ. ມື້​ໜຶ່ງ ຖ້ອຍ​ຄຳ​ເຫລົ່າ​ນີ້​ຢູ່​ໃນພຣະ​ຄຳ​ພີ​ມໍ​ມອນ ໄດ້​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ລາວ: “ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.”28 ເຖິງ​ແມ່ນ​ວ່າ ແຕ່​ກ່ອນ​ລາວ​ເຮັດບໍ່​ສຳ​ເລັດ, ລາວ​ຮູ້​ສຶກວ່າ ລາວ​ສາ​ມາດ​ປ່ຽນ​ແປງ​ໄດ້​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໄດ້​ລວມ​ສັດ​ທາ​ເຂົ້າ​ກັບ​ລາວ ແລະ ໄດ້​ວາງ​ແຜນ​ການ​ປະ​ຕິ​ບັດ​ເພື່ອ​ແຊກ​ແຊງ, ພ້ອມ​ດ້ວຍ​ການ​ອະ​ທິ​ຖານ​ຢ່າງ​ພາກ​ພຽນ ແລະ ການ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ບຣາເດີ ຮວງ ໄດ້ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຊື່​ສັດ ແລະ ພົບ​ເຫັນ​ວ່າ ຂະ​ນະ​ທີ່​ລາວ​ເອົາ​ໃຈ​ໃສ່​ຕໍ່​ນິ​ໄສ​ໃໝ່​ທີ່​ລາວ​ຢາກ​ພັດ​ທະ​ນາ, ດັ່ງ​ເຊັ່ນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ, ລາວ​ເລີຍບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ນິ​ໄສ​ທີ່​ລາວ​ຢາກ​ປະ​ຖິ້ມ.

ເມື່ອ​ຫວນ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ຈາກ 15 ປີກ່ອນ​​ຂອງ​ລາວ, ລາວ​ເວົ້າ​ວ່າ, “ຂ້ອຍ​ຈື່ບໍ່​ໄດ້​ວ່າ ຂ້ອຍ​ເຊົາ​ສູບ​ຢາ​ຕອນ​ໃດ, ແຕ່​ເມື່ອ​ຂ້ອຍ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ​ໃນ​ແຕ່​ລະ​ວັນ ເພື່ອ​ເຮັດ​ສິ່ງ​ທີ່​ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເຮັດ ໃນ​ການ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ຂ້ອຍ ແລະ ໄດ້​ເຮັດ​ມັນ​ຕໍ່​ໄປ, ຂ້ອຍ​ເລີຍບໍ່​ຄິດ​ຢາກ​ສູບ​ຢາ ແລະ ກໍ​ໄດ້​ເຊົາ​ສູບ​ແຕ່ນັ້ນ​ມາ.” ຜ່ານ​ທາງ​ການ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ຊີ​ວິດ​ຂອງບຣາເດີ ຮວງ ໄດ້​ປ່ຽນ​ແປງ, ແລະ ລາວ​ໄດ້​ກາຍ​ເປັນ​ສາ​ມີ ແລະ ເປັນ​ພໍ່​ທີ່​ດີກວ່າ​ເກົ່າ.

ຮູບ​ພາບ
ບຣາເດີ ຈຸນຄົງ ແລະ ຄອບ​ຄົວ

ປະທານ ຣະໂຊ ເອັມ ແນວສັນ ໄດ້​ສັນ​ຍາ​ວ່າ: “ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີກວ່າ​ເກົ່າ—ໃນ​ທຸກວັນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ, ທ່ານ​ຈະ​ມີ​ພູມ​ຕ້ານ​ທານ​ສິ່ງ​ຊົ່ວ​ຮ້າຍ​ທຸກວັນ, ໂຣກ​ລະ​ບາດ​ຂອງ​ຮູບ​ພາບ​ລາ​ມົກ ແລະ ການ​ຕິດ​ແສດ​ທາງ​ຈິດ​ໃຈ​ອື່ນໆ.”29

ເພື່ອນ​ທີ່​ຮັກ​ແພງ, ພຣະ​ຄຳ​ພີ​ມໍ​ມອນ​ເປັນພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ຈະ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ ຖ້າ​ຫາກ​ເຮົາ​ສຶກ​ສາ​ມັນ.30 ເມື່ອ​ເຮົາ​ທົດ​ສອບ​ຖ້ອຍ​ຄຳ​ຂອງ​ມັນ, ເຮົາ​ຈະ​ໄດ້​ຮັບ​ພະ​ຍານ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ມັນ.31 ຂະ​ນະ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ມັນ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ເຮົາ​ຈະ “ບໍ່ປາດ​ຖະ​ໜາ​ຈະ​ເຮັດ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ.”32 ໃຈ, ໃບ​ໜ້າ, ແລະ ທຳ​ມະ​ຊາດ​ຂອງ​ເຮົາ​ຈະ​ປ່ຽນ​ແປງ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ.33 ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່, ແລະ ເພື່ອນຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ