ໂຮຊັນນາ ແລະ ອາເລລູຢາ—ພຣະເຢຊູຄຣິດທີ່ຊົງພຣະຊົນ: ຈຸດໃຈກາງຂອງການຟື້ນຟູ ແລະ ອີດສະເຕີ
ໃນເທດສະການໂຮຊັນນາ ແລະ ອາເລລູຢານີ້, ຈົ່ງຮ້ອງ ອາເລລູຢາ—ເພາະພຣະອົງຈະປົກຄອງຕະຫລອດການ ແລະ ຕະຫລອດໄປ!
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ: ດ້ວຍຄຳ ໂຮຊັນນາ ແລະ ອາເລລູຢາ, ເຮົາສະເຫລີມສະຫລອງພຣະເຢຊູຄຣິດທີ່ຊົງພຣະຊົນ ໃນເທດສະການ ແຫ່ງການຟື້ນຟູ ແລະ ອີດສະເຕີອັນຕໍ່ເນື່ອງນີ້. ດ້ວຍຄວາມຮັກທີ່ດີພ້ອມ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໃຫ້ເຮົາໝັ້ນໃຈໄດ້ວ່າ: “ໃນເລື່ອງນີ້ ພວກເຈົ້າຈະມີຄວາມສະຫງົບສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ, ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”1
ເມື່ອຫລາຍປີກ່ອນ, ຊິດສະເຕີ ກອງ ແລະ ຂ້າພະເຈົ້າໄດ້ພົບກັບຄອບຄົວໜຶ່ງທີ່ໜ້າຮັກ, ນາງໄອວີ, ລູກສາວນ້ອຍຂອງເຂົາເຈົ້າໄດ້ຫິ້ວຊໍຝະຣັ່ງອອກມາແບບເຂີນໆ. ນາງໄດ້ຈັບເອົາໄມ້ຊໍອອກມາ, ໝຸນເຊືອກໃຫ້ແໜ້ນ ແລະ ຮູດສາຍດ້ວຍຢາງໄມ້ສົນ. ແລ້ວນາງໄດ້ວາງໄມ້ຊໍຄືນໄວ້ໃນຫີບ, ກົ້ມຄຳນັບ, ແລະ ນັ່ງລົງ. ໂດຍທີ່ຫາກໍເລີ່ມຕົ້ນ, ນາງໄດ້ແບ່ງປັນສິ່ງທີ່ນາງຮູ້ຈັກກ່ຽວກັບ ຊໍຝະຣັ່ງ. ບັດນີ້, ຫລາຍປີຈາກນັ້ນ, ນາງໄອວີ ຮູ້ຈັກຫລິ້ນ ຊໍຝະຣັ່ງ ເກັ່ງຫລາຍ.
ໃນຊ່ວງໄລຍະຄວາມເປັນມະຕະນີ້, ເຮົາກໍເປັນເດັກນ້ອຍຄືກັນກັບນາງໄອວີ ແລະ ຊໍຝະຣັ່ງຂອງນາງ. ຂ້າພະເຈົ້າຈະເລີ່ມຈາກຕອນຕົ້ນ. ດ້ວຍການຝຶກຝົນ ແລະ ຄວາມພາກພຽນ, ເຮົາເຕີບໂຕ ແລະ ພັດທະນາຕົນ. ເມື່ອເວລາຜ່ານໄປ, ອຳເພີໃຈທາງສິນທຳ ແລະ ປະສົບການແຫ່ງຄວາມເປັນມະຕະ ຈະຊ່ວຍເຮົາໃຫ້ກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ ເມື່ອເຮົາອອກແຮງງານກັບພຣະອົງຢູ່ໃນສວນອະງຸ່ນຂອງພຣະອົງ2 ແລະ ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະອົງ.
ການສະເຫລີມສະຫລອງໃນຮອບປີ, ລວມທັງສອງຮ້ອຍປີ, ຊ່ວຍເຮົາໃຫ້ຈື່ຈຳແບບແຜນຂອງການຟື້ນຟູ.3 ໃນການສະເຫລີມສະຫລອງການຟື້ນຟູພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເຮົາກໍຍັງກະກຽມສຳລັບບຸນອີດສະເຕີ ນຳອີກ. ໃນທັງສອງຢ່າງນີ້, ເຮົາປິຕິຍິນດີໃນການສະເດັດມາຂອງພຣະເຢຊູຄຣິດ. ພຣະອົງຊົງພຣະຊົນຢູ່—ບໍ່ແມ່ນແຕ່ໃນເວລານັ້ນ, ແຕ່ໃນເວລານີ້; ບໍ່ແມ່ນສຳລັບບາງຄົນ, ແຕ່ສຳລັບທຸກຄົນ. ພຣະອົງໄດ້ສະເດັດມາເພື່ອປິ່ນປົວໃຈທີ່ເຈັບປວດ, ປົດປ່ອຍຜູ້ຖືກຈ່ອງຈຳ, ປິ່ນປົວຄົນຕາບອດໃຫ້ເຫັນຮຸ່ງ, ແລະ ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະລະ.4 ນັ້ນຄືເຮົາແຕ່ລະຄົນ. ຄຳສັນຍາແຫ່ງການໄຖ່ຂອງພຣະອົງມີໃຫ້, ບໍ່ວ່າອະດີດ, ປະຈຸບັນ, ຫລື ອະນາຄົດຂອງເຮົາຈະເປັນແບບໃດກໍຕາມ.
ມື້ອື່ນຈະເປັນວັນອາທິດບຸນກ້ານຕານ. ຕາມປະເພນີ, ກ້ານຕານເປັນສັນຍາລັກທີ່ສັກສິດ ເພື່ອສະແດງອອກເຖິງຄວາມຊື່ນຊົມໃນພຣະຜູ້ເປັນເຈົ້າຂອງເຮົາ, ດັ່ງໃນ ການເດີນເຂົ້າໄປໃນກຸງເຢຣູຊາເລັມຢ່າງຜູ້ມີໄຊຂອງພຣະເຢຊູ, ບ່ອນທີ່ “ປະຊາຊົນຢ່າງຫລວງຫລາຍ … ຖືກ້ານຕານອອກໄປຕ້ອນຮັບພຣະອົງ.”5 (ທ່ານອາດສົນໃຈຢາກຮູ້ກ່ຽວກັບຮູບແຕ້ມຕົ້ນສະບັບຂອງ ແຮຣີ ແອນເດີສັນ ຢູ່ໃນຫ້ອງການຂອງປະທານ ຣະໂຊ ເອັມ ແນວສັນ, ຢູ່ຂ້າງຫລັງໂຕະຂອງເພິ່ນ.) ໃນພຣະທຳພຣະນິມິດ, ຜູ້ທີ່ສັນລະເສີນພຣະເຈົ້າ ແລະ ພຣະເມສານ້ອຍ ໄດ້ເຮັດແນວນັ້ນໂດຍການ “ນຸ່ງເສື້ອຄຸມສີຂາວ ແລະ ຖືກ້ານຕານ.”6 ພ້ອມດ້ວຍ “ເສື້ອຄຸມແຫ່ງຄວາມຊອບທຳ” ແລະ “ມົງກຸດແຫ່ງລັດສະໝີພາບ,” ກ້ານຕານໄດ້ຖືກລວມໃສ່ໃນຄຳອະທິຖານອຸທິດພຣະວິຫານເຄີດແລນ.7
ແນ່ນອນ, ຄວາມສຳຄັນຂອງວັນອາທິດບຸນກ້ານຕານ ແມ່ນເກີນກວ່າກຸ່ມຝູງຊົນທີ່ຕ້ອນຮັບພຣະເຢຊູ ດ້ວຍກ້ານຕານເທົ່ານັ້ນ. ໃນວັນອາທິດບຸນກ້ານຕານ, ພຣະເຢຊູໄດ້ເຂົ້າໄປໃນກຸງເຢຣູຊາເລັມ ໃນວິທີທີ່ຜູ້ມີສັດທາຮັບຮູ້ວ່າ ມັນເປັນການເຮັດໃຫ້ຄຳທຳນາຍສຳເລັດ. ດັ່ງທີ່ເຊກາຣີຢາ8 ແລະ ຜູ້ຂຽນເພງສັນລະເສີນໄດ້ທຳນາຍລ່ວງໜ້າ, ພຣະຜູ້ເປັນເຈົ້າຂອງເຮົາໄດ້ເຂົ້າໄປໃນກຸງເຢຣູຊາເລັມ ໂດຍການຂີ່ໂຕລໍເຂົ້າໄປ ຂະນະທີ່ຝູງຊົນໂຮ່ຮ້ອງວ່າ, “ໂຮຊັນນາໃນທີ່ສູງສຸດ.”9 ໂຮຊັນນາ ແປວ່າ “ຂໍຊົງໂຜດ.”10 ແລ້ວ, ບັດນີ້, ເຮົາປິຕິຍິນດີກັບຄຳວ່າ, “ຂໍໃຫ້ທ່ານຜູ້ທີ່ມາໃນພຣະນາມຂອງພຣະຜູ້ເປັນເຈົ້າ ຈົ່ງໄດ້ຮັບພຣະພອນ.”11
ໜຶ່ງອາທິດຫລັງຈາກວັນອາທິດບຸນກ້ານຕານ ແມ່ນວັນອາທິດບຸນອີດສະເຕີ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ພຣະເຢຊູຄຣິດ “ໄດ້ສະເດັດມາເພື່ອໃຊ້ໜີ້ທີ່ບໍ່ແມ່ນຂອງພຣະອົງ, ເພາະເຮົາມີໜີ້ສິນທີ່ເຮົາບໍ່ສາມາດຈ່າຍດ້ວຍຕົວເອງ.”12 ແນ່ນອນ, ຜ່ານທາງການຊົດໃຊ້ຂອງພຣະຄຣິດ, ລູກໆຂອງພຣະເຈົ້າທັງໝົດ “ຈະລອດໄດ້ ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”13 ໃນບຸນອີດສະເຕີນີ້, ເຮົາຮ້ອງ ອາເລລູຢາ. ອາເລລູຢາ ແປວ່າ “ສັນລະເສີນພຣະຜູ້ເປັນເຈົ້າ ພຣະເຢໂຮວາ.”14 ເນື້ອເພງ ອາເລລູຢາ ໃນເພງຂອງທ່ານແຮນແດວ ຊື່ Messiah ກໍເປັນເພງທີ່ມັກຮ້ອງໃນຊ່ວງບຸນອີດສະເຕີ ປະກາດວ່າພຣະອົງເປັນ “ມະຫາກະສັດ, ແລະ ພຣະຜູ້ເປັນເຈົ້າ ເໜືອເຈົ້ານາຍທັງຫລາຍ.”15
ວາລະໂອກາດສັກສິດລະຫວ່າງວັນອາທິດບຸນກ້ານຕານ ແລະ ວັນອາທິດບຸນອີດສະເຕີ ເປັນເລື່ອງລາວຂອງການກ່າວຄຳ ໂຮຊັນນາ ແລະ ອາເລລູຢາ. ໂຮຊັນນາ ເປັນຄຳອ້ອນວອນຂໍໃຫ້ພຣະເຈົ້າຊ່ວຍເຫລືອເຮົາ. ອາເລລູຢາ ຄືຄຳສັນລະເສີນຂອງເຮົາຕໍ່ພຣະຜູ້ເປັນເຈົ້າສຳລັບຄວາມຫວັງຕໍ່ຄວາມລອດ ແລະ ຄວາມສູງສົ່ງ. ໃນຄຳ ໂຮຊັນນາ ແລະ ອາເລລູຢາ ເຮົາຮັບຮູ້ພຣະເຢຊູຄຣິດທີ່ຊົງພຣະຊົນ ວ່າເປັນຈຸດໃຈກາງຂອງບຸນອີດສະເຕີ ແລະ ການຟື້ນຟູໃນຍຸກສຸດທ້າຍ.
ການຟື້ນຟູໃນຍຸກສຸດທ້າຍເລີ່ມຕົ້ນດ້ວຍການມາປະກົດ—ເປັນຕົນຕົວຂອງພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຕໍ່ສາດສະດາໜຸ່ມໂຈເຊັບ ສະມິດ. ສາດສະດາໂຈເຊັບໄດ້ກ່າວວ່າ, “ຖ້າຫາກທ່ານຫລຽວຂຶ້ນເທິງຟ້າສະຫວັນຈັກຫ້ານາທີ, ທ່ານຈະຮູ້ຈັກຫລາຍກວ່າການອ່ານປຶ້ມທີ່ຂຽນກ່ຽວກັບເລື່ອງນີ້.”16 ເພາະສະຫວັນໄດ້ເປີດຄືນອີກ, ເຮົາຈຶ່ງຮູ້ ແລະ “ເຊື່ອໃນພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນ, ແລະ ໃນພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ແລະ ໃນພຣະວິນຍານບໍລິສຸດ”17—ວ່າເປັນຝ່າຍພຣະເຈົ້າແຫ່ງສະຫວັນ.
ໃນວັນອາທິດບຸນອີດສະເຕີ, ວັນທີ 3 ເດືອນເມສາ, 1836, ໃນຕອນຕົ້ນຂອງການຟື້ນຟູ, ພຣະເຢຊູຄຣິດທີ່ຊົງພຣະຊົນໄດ້ມາປະກົດຫລັງຈາກພຣະວິຫານເຄີດແລນໄດ້ຮັບການອຸທິດ. ຜູ້ທີ່ໄດ້ເຫັນພຣະອົງຢູ່ທີ່ນັ້ນ ເປັນພະຍານເຖິງພຣະອົງໃນຄຳກົງກັນຂ້າມທີ່ຕື່ມເຕັມໃຫ້ກັນຂອງໄຟ ແລະ ນ້ຳດັ່ງນີ້: “ພຣະເນດຂອງພຣະອົງເປັນດັ່ງ ແປວໄຟ; ພຣະເກສາຂອງພຣະອົງຂາວເໝືອນ ຫິມະບໍລິສຸດ; ພຣະພັກຂອງພຣະອົງຮຸ່ງເຫລື້ອມ ແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ; ແລະ ສຸລະສຽງຂອງພຣະອົງຄືກັບ ສຽງນ້ຳໄຫລ ຢ່າງໄວຂອງແມ່ນ້ຳອັນກວ້າງໃຫຍ່, ແມ່ນແຕ່ສຸລະສຽງຂອງພຣະເຢໂຮວາ.”18
ໃນໂອກາດນັ້ນ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ປະກາດວ່າ, “ເຮົາເປັນຜູ້ທຳອິດ ແລະ ຜູ້ສຸດທ້າຍ; ເຮົາຄືເຂົາຜູ້ນັ້ນທີ່ມີຊີວິດ, ເຮົາຄືຜູ້ນັ້ນທີ່ຖືກປະຫານ; ເຮົາຄືຜູ້ວິງວອນແທນພວກເຈົ້ານຳພຣະບິດາ.”19 ອີກເທື່ອໜຶ່ງ, ຄຳກົງກັນຂ້າມທີ່ຕື່ມເຕັມໃຫ້ກັນ—ທຳອິດ ແລະ ສຸດທ້າຍ, ທີ່ມີຊີວິດ ແລະ ຖືກປະຫານ. ພຣະອົງຄື ອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ,20 ເປັນຜູ້ສ້າງ ແລະ ຜູ້ເຮັດໃຫ້ສັດທາຂອງເຮົາສົມບູນ.21
ຫລັງຈາກການມາປະກົດຂອງພຣະເຢຊູຄຣິດ, ໂມເຊ, ອີລາຍ, ແລະ ເອລີຢາ ກໍໄດ້ມາຄືກັນ. ໂດຍການຊີ້ນຳຈາກສະຫວັນ, ສາດສະດາໃນສະໄໝບູຮານທີ່ດີເລີດເຫລົ່ານີ້ ໄດ້ຟື້ນຟູຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດ. ດັ່ງນັ້ນ, “ຂໍກະແຈຂອງຍຸກສະໄໝນີ້ ຈຶ່ງຖືກມອບໄວ້ຢູ່ໃນ”22 ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະເຈົ້າທັງໝົດ.
ການມາຂອງເອລີຢາ ໃນພຣະວິຫານເຄີດແລນ ກໍໄດ້ເຮັດໃຫ້ຄຳທຳນາຍຂອງມາລາກີໃນພຣະຄຳພີເດີມສຳເລັດ ວ່າເອລີຢາຈະກັບມາ “ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ.”23 ໃນການເຮັດແນວນີ້, ເຖິງແມ່ນບໍ່ໄດ້ເປັນເຫດການບັງເອີນ, ເອລີຢາກໍໄດ້ມາປະກົດໃນຊ່ວງເວລາທີ່ຊາວຢິວສະຫລອງເທດສະການປັດສະຄາ, ຊຶ່ງຕາມປະເພນີ ເຂົາເຈົ້າໄດ້ລໍຄອຍການກັບມາຂອງເອລີຢາຢ່າງກະຕືລືລົ້ນດ້ວຍຄວາມຄາລະວະ.
ຄອບຄົວຊາວຢິວທີ່ມີສັດທາຢ່າງຫລວງຫລາຍໄດ້ຈັດບ່ອນພິເສດສຳລັບເອລີຢາ ຢູ່ທີ່ໂຕະງານລ້ຽງປັດສະຄາຂອງເຂົາເຈົ້າ. ຫລາຍຄົນໄດ້ເອົານ້ຳໃສ່ຈອກຈົນເຕັມລົ້ນ ເພື່ອເຊື້ອເຊີນ ແລະ ຮັບຕ້ອນເພິ່ນ. ແລະ ບາງຄົນ, ໃນລະຫວ່າງງານລ້ຽງປັດສະຄາຕາມປະເພນີ, ໄດ້ສົ່ງເດັກນ້ອຍຍ່າງຜ່ານປະຕູເຂົ້າໄປ, ບາງເທື່ອເປີດປະຕູໄວ້ໜ້ອຍໜຶ່ງ, ເພື່ອເບິ່ງວ່າເອລີຢາຢູ່ຂ້າງນອກຫລືບໍ່ ລໍຖ້າໃຫ້ຖືກເຊື້ອເຊີນເຂົ້າໄປ.24
ໃນການເຮັດໃຫ້ຄຳທຳນາຍສຳເລັດ ແລະ ເປັນພາກສ່ວນໜຶ່ງຂອງຄຳສັນຍາທີ່ຈະຟື້ນຟູທຸກສິ່ງ,25 ເອລີຢາຈຶ່ງໄດ້ມາຕາມຄຳສັນຍາ, ໃນຊ່ວງບຸນອີດສະເຕີ ແລະ ເລີ່ມຕົ້ນງານປັດສະຄາ. ເພິ່ນໄດ້ນຳສິດອຳນາດຂອງການຜະນຶກມາໃຫ້ ເພື່ອຜູກມັດຄອບຄົວຢູ່ໃນໂລກ ແລະ ໃນສະຫວັນເຂົ້າກັນ. ດັ່ງທີ່ໂມໂຣໄນໄດ້ສິດສອນສາດສະດາໂຈເຊັບ, ວ່າເອລີຢາ “ຈະປູກຝັງ ຄຳສັນຍາທີ່ໄດ້ເຮັດກັບພໍ່ໄວ້ໃນໃຈລູກ, ແລະ ໃຈລູກຈະຫັນໄປຫາພໍ່ຂອງເຂົາ. ຖ້າບໍ່ເປັນເຊັ່ນນັ້ນ,” ໂມໂຣໄນ ໄດ້ກ່າວຕື່ມ, “ທັງແຜ່ນດິນໂລກຈະຖືກທຳລາຍໃຫ້ໝົດສິ້ນໃນຕອນ [ພຣະຜູ້ເປັນເຈົ້າ] ສະເດັດມາ.”26 ວິນຍານຂອງເອລີຢາ, ການສະແດງໃຫ້ປະຈັກຂອງພຣະວິນຍານບໍລິສຸດ, ດຶງດູດເຮົາໃຫ້ເຂົ້າຫາເຊື້ອສາຍຂອງເຮົາ—ອະດີດ, ປະຈຸບັນ, ແລະ ອະນາຄົດ—ໃນການສືບເຊື້ອສາຍ, ປະຫວັດ, ແລະ ການຮັບໃຊ້ຢູ່ໃນພຣະວິຫານຂອງເຮົາ.
ຂໍໃຫ້ເຮົາຈົ່ງຈື່ຈຳເຖິງຄວາມສຳຄັນຂອງງານປັດຄະສານຳອີກ. ງານປັດສະຄາເຕືອນເຮົາເຖິງການທີ່ເຊື້ອສາຍອິດສະຣາເອນໄດ້ຖືກປົດປ່ອຍຈາກຄວາມເປັນທາດເປັນເວລາ 400 ປີ. ພຣະທຳອົບພະຍົບກ່າວເຖິງວິທີທີ່ການປົດປ່ອຍນີ້ໄດ້ເກີດຂຶ້ນຫລັງຈາກໄພພິບັດເລື່ອງຝູງກົບ, ຝູງຮີ້ນ, ຝູງເຫລືອກ, ຝູງສັດຕາຍ, ຕຸ່ມຝີ, ຕຸ່ມເປື່ອຍ, ໝາກເຫັບ ແລະ ໄຟ, ຝູງຕັກກະແຕນ, ແລະ ຄວາມມືດອັນຕຶບໜາ ໄດ້ເກີດຂຶ້ນ. ໄພພິບັດຢ່າງສຸດທ້າຍຄື ຄວາມຕາຍຈະມາສູ່ລູກຊາຍກົກຢູ່ໃນແຜ່ນດິນ, ແຕ່ຈະບໍ່ເກີດຂຶ້ນໃນບ້ານເຮືອນຂອງຊາວອິດສະຣາເອນ ຖ້າຫາກ—ຖ້າຫາກຄອບຄົວນັ້ນເອົາເລືອດຂອງລູກແກະຫົວປີທີ່ບໍ່ມີບ່ອນຕຳນິໃດໆທັງສິ້ນ ທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນຂອງພວກເຂົາ.27
ທູດແຫ່ງຄວາມຕາຍຈະຜ່ານເຮືອນທີ່ໝາຍໄວ້ດ້ວຍເລືອດຂອງລູກແກະ.28 ການຜ່ານໄປ, ຫລື ການຜ່ານຂ້າມ, ເປັນຕົວແທນໃຫ້ແກ່ການເອົາຊະນະຄວາມຕາຍຂອງພຣະເຢຊູຄຣິດ ໃນທີ່ສຸດ. ແນ່ນອນ, ການຊົດໃຊ້ດ້ວຍໂລຫິດຂອງພຣະເມສານ້ອຍຂອງພຣະເຈົ້າ ໄດ້ມອບອຳນາດໃຫ້ແກ່ພຣະຜູ້ລ້ຽງຂອງເຮົາ ໃຫ້ເຕົ້າໂຮມຜູ້ຄົນຂອງພຣະອົງ ໃນທຸກບ່ອນ ແລະ ໃນທຸກສະຖານະການ ໄວ້ໃນບ່ອນທີ່ປອດໄພຂອງພຣະອົງ ຢູ່ທັງສອງຟາກມ່ານ.
ຢ່າງທີ່ສຳຄັນ, ພຣະຄຳພີມໍມອນໄດ້ບັນຍາຍເຖິງ “ອຳນາດ ແລະ ການຟື້ນຄືນພຣະຊົນຂອງພຣະຄຣິດ”29—ຄວາມໝາຍແທ້ຂອງບຸນອີດສະເຕີ—ໃນຄວາມໝາຍຂອງການຟື້ນຟູສອງຢ່າງ.
ທຳອິດ, ການຟື້ນຄືນຊີວິດແມ່ນຮ່ວມດ້ວຍການຟື້ນຟູຮ່າງກາຍຂອງເຮົາ “ໂຄງຮ່າງອັນຖືກຕ້ອງ ແລະ ສົມບູນຂອງມັນ”; “ທຸກແຂນຂາ ແລະ ຂໍ້ຕໍ່,” “ເຖິງແມ່ນຜົມເສັ້ນໜຶ່ງໃນຫົວກໍຈະບໍ່ເສຍໄປ.”30 ຄຳສັນຍານີ້ ໃຫ້ຄວາມຫວັງຕໍ່ຜູ້ທີ່ໄດ້ສູນເສຍແຂນຂາ, ຜູ້ທີ່ບໍ່ສາມາດຫລຽວເຫັນ, ໄດ້ຍິນ, ຫລື ຍ່າງ; ຫລື ຜູ້ທີ່ມີຄວາມຈຳເສື່ອມ, ເປັນໂຣກຈິດ, ຫລື ຜູ້ທີ່ມີຄວາມສາມາດລົດນ້ອຍຖອຍລົງ. ພຣະອົງຊອກຫາເຮົາ. ພຣະອົງປິ່ນປົວເຮົາໃຫ້ຫາຍດີ.
ສອງ, ຄຳສັນຍາຂອງອີດສະເຕີ ແລະ ການຊົດໃຊ້ຂອງພຣະຜູ້ເປັນເຈົ້າ, ໂດຍທາງວິນຍານ, ແມ່ນວ່າ “ທຸກຢ່າງຈະຖືກນຳກັບຄືນຫາສະພາບອັນຖືກຕ້ອງຂອງມັນ.”31 ການຟື້ນຟູທາງວິນຍານນີ້ ສະທ້ອນເຖິງວຽກງານ ແລະ ຄວາມປາດຖະໜາຂອງເຮົາ. ຄືກັນກັບການທຳຄວາມດີ ໂດຍບໍ່ຫວັງສິ່ງໃດຕອບແທນ,32 ມັນຈະຖືກນຳກັບຄືນ “ຫາສິ່ງທີ່ດີ,” “ຄວາມຊອບທຳ,” “ຄວາມທ່ຽງທຳ,” ແລະ “ຄວາມເມດຕາ.”33 ບໍ່ແປກໃຈເລີຍທີ່ສາດສະດາແອວມາ ໄດ້ໃຊ້ຄຳວ່າ ກັບຄືນ 22 ເທື່ອ34 ເມື່ອເພິ່ນຊັກຊວນເຮົາໃຫ້ “ປະຕິບັດໂດຍທ່ຽງທຳ, ຕັດສິນໂດຍຊອບທຳ, ແລະ ກະທຳຄວາມດີຕະຫລອດເວລາ.”35
ເປັນເພາະ “ພຣະເຈົ້າເອງໄດ້ຊົດໃຊ້ແທນບາບຂອງໂລກ,”36 ການຊົດໃຊ້ຂອງພຣະຜູ້ເປັນເຈົ້າຈຶ່ງສາມາດເຮັດໃຫ້ສົມບູນບໍ່ພຽງແຕ່ສິ່ງທີ່ເຄີຍເປັນ ແຕ່ສິ່ງທີ່ສາມາດກາຍເປັນນຳອີກ. ເພາະພຣະອົງຮູ້ຈັກຄວາມເຈັບປວດ, ຄວາມທຸກ, ຄວາມເຈັບປ່ວຍ, “ການລໍ້ລວງໃນທຸກແບບຂອງເຮົາ,”37 ພຣະອົງສາມາດຊ່ວຍເຮົາອີງຕາມຄວາມອ່ອນແອຂອງເຮົາ ດ້ວຍຄວາມເມດຕາ.38 ເປັນເພາະພຣະເຈົ້າ “ດີພ້ອມ, ທ່ຽງທຳ, ແລະ ເມດຕານຳອີກ,” ແຜນແຫ່ງຄວາມເມດຕາ ຈຶ່ງ “ພຽງພໍແກ່ຂໍ້ຮຽກຮ້ອງຂອງຄວາມຍຸດຕິທຳ.”39 ເຮົາກັບໃຈ ແລະ ເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້. ພຣະອົງໄດ້ໂອບກອດເຮົາໄວ້ “ໃນອ້ອມພຣະພາຫາແຫ່ງຄວາມຮັກຂອງພຣະອົງ” ຊົ່ວນິລັນດອນ.40
ມື້ນີ້ ພວກເຮົາສະເຫລີມສະຫລອງການຟື້ນຟູ ແລະ ການຟື້ນຄືນພຣະຊົນ. ຂ້າພະເຈົ້າປິຕິຍິນດີຮ່ວມກັບທ່ານ ກ່ຽວກັບການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດອັນຕໍ່ເນື່ອງ. ດັ່ງທີ່ໄດ້ເລີ່ມຕົ້ນ 200 ປີກ່ອນ ໃນລະດູໃບໄມ້ປົ່ງ, ຄວາມຮູ້ ແລະ ການເປີດເຜີຍໄດ້ມີມາຢ່າງຕໍ່ເນື່ອງ ຜ່ານທາງສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ ແລະ ສາດສະໜາຈັກຂອງພຣະອົງຖືກເອີ້ນຕາມພຣະນາມຂອງພຣະອົງ—ຄື ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ—ແລະ ຜ່ານທາງການເປີດເຜີຍສ່ວນຕົວ ແລະ ການດົນໃຈໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ສູງສົ່ງ.
ຂ້າພະເຈົ້າເປັນພະຍານຮ່ວມກັບທ່ານໃນວັນບຸນອີດສະເຕີນີ້, ເຖິງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ, ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດທີ່ຊົງພຣະຊົນ. ມະນຸດໄດ້ຖືກຄຶງຢ່າງໂຫດຮ້າຍ ແລະ ຕໍ່ມາໄດ້ຟື້ນຄືນຊີວິດ. ພຽງແຕ່ພຣະເຢຊູຄຣິດທີ່ຊົງພຣະຊົນເທົ່ານັ້ນ ໃນການຟື້ນຄືນພຣະຊົນທີ່ສົມບູນແບບຂອງພຣະອົງ ຍັງມີຮອຍແຜຂອງການຄຶງຢູ່ໃນພຣະຫັດ, ໃນພຣະບາດ, ແລະ ໃນຂ້າງຂອງພຣະອົງ. ພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດກ່າວວ່າ, “ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາ.”41 ພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດກ່າວວ່າ: “ເຮົາຄືຜູ້ທີ່ຖືກຍົກຂຶ້ນ. ເຮົາຄືພຣະເຢຊູຜູ້ຖືກຄຶງ. ເຮົາຄືພຣະບຸດຂອງພຣະເຈົ້າ.”42
ຄືກັນກັບນາງນ້ອຍໄອວີ ແລະ ຊໍຝະຣັ່ງຂອງນາງ, ໃນບາງຢ່າງ ເຮົາກໍຍັງຢູ່ໃນຂັ້ນເລີ່ມຕົ້ນ. ແນ່ນອນ, “ສິ່ງທີ່ຕາບໍ່ເຫັນ, ຫູບໍ່ໄດ້ຍິນ, ແລະ ສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫລະ ທີ່ພຣະເຈົ້າໄດ້ຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.”43 ໃນໄລຍະນີ້, ເຮົາສາມາດຮຽນຮູ້ຢ່າງຫລວງຫລາຍເຖິງພຣະກະລຸນາທິຄຸນຂອງພຣະເຈົ້າ ແລະ ສັກກະຍະພາບແຫ່ງສະຫວັນຂອງເຮົາ ເພື່ອວ່າຄວາມຮັກຕໍ່ພຣະເຈົ້າຈະເຕີບໂຕໃນເຮົາ ຂະນະທີ່ເຮົາສະແຫວງຫາພຣະອົງ ແລະ ເອື້ອມອອກໄປຫາຄົນອື່ນ. ໃນວິທີທາງໃໝ່ ແລະ ໃນສະຖານທີ່ໃໝ່, ເຮົາສາມາດເຮັດ ແລະ ກາຍເປັນ, ເທື່ອລະບັນທັດ, ເທື່ອລະຄວາມເມດຕາ, ເປັນສ່ວນຕົວ ແລະ ນຳກັນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າໃນທຸກທົ່ວໜ້າ, ເມື່ອເຮົາມາຊຸມນຸມກັນ ແລະ ຮຽນຮູ້ນຳກັນ, ສັດທາ ແລະ ຄວາມດີງາມຂອງທ່ານ ໄດ້ເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍຄວາມຮູ້ສຶກຕື່ນເຕັ້ນ ແລະ ຮູ້ບຸນຄຸນຕໍ່ພຣະກິດຕິຄຸນ. ປະຈັກພະຍານ ແລະ ປະສົບການໃນພຣະກິດຕິຄຸນຂອງທ່ານ ໄດ້ເພີ່ມພູນປະຈັກພະຍານ ແລະ ປະສົບການໃນພຣະກິດຕິຄຸນຂອງຂ້າພະເຈົ້າ. ຄວາມຫ່ວງໃຍ ແລະ ຄວາມສຸກຂອງທ່ານ, ຄວາມຮັກສຳລັບຄອບຄົວຂອງພຣະເຈົ້າ ແລະ ກຸ່ມໄພ່ພົນ, ແລະ ຄວາມເຂົ້າໃຈເລື່ອງຄວາມຈິງ ແລະ ຄວາມຮູ້ທີ່ຖືກຟື້ນຟູຂອງທ່ານ ຊ່ວຍຂ້າພະເຈົ້າໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູ, ໂດຍມີພຣະເຢຊູຄຣິດທີ່ຊົງພຣະຊົນຢູ່ໃນຈຸດໃຈກາງ. ພ້ອມກັນເຮົາໄວ້ວາງໃຈ, “ໃນຍາມທຸກ ຫລື ສຸກ, ໂປດຊົງສະຖິດກັບຂ້າ.”44 ເຮົາຮູ້ນຳກັນວ່າ, ໃນທ່າມກາງພາລະ ແລະ ການດູແລຂອງເຮົາ, ເຮົາສາມາດນັບພຣະພອນຢ່າງຫລວງຫລາຍຂອງເຮົາ.45 ໃນເລື່ອງເລັກນ້ອຍ ແລະ ງ່າຍໆທຸກວັນ, ເຮົາສາມາດເຫັນສິ່ງທີ່ຍິ່ງໃຫຍ່ເກີດເປັນຈິງໃນຊີວິດຂອງເຮົາ.46
“ແລະ ເຫດການຈະບັງເກີດຂຶ້ນຄື ຄົນຊອບທຳຈະຖືກເຕົ້າໂຮມເຂົ້າກັນຈາກບັນດາປະຊາຊາດທັງປວງ, ແລະ ຈະມາສູ່ຊີໂອນ, ຮ້ອງເພງແຫ່ງຄວາມສຸກອັນເປັນນິດ.”47 ໃນເທດສະການໂຮຊັນນາ ແລະ ອາເລລູຢານີ້, ຈົ່ງຮ້ອງ ອາເລລູຢາ—ເພາະພຣະອົງຈະປົກຄອງຕະຫລອດການ ແລະ ຕະຫລອດໄປ! ຈົ່ງໂຮ່ຮ້ອງໂຮຊັນນາ, ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ! ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.