ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພະ​ຍານ​ທີ່​ມີ​ຊີ​ວິດ​ຢູ່​ເຖິງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ພະ​ຍານ​ທີ່​ມີ​ຊີ​ວິດ​ຢູ່​ເຖິງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ

ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ເພື່ອ​ຟື້ນ​ຟູ​ຄວາມ​ຮູ້​ທີ່​ແທ້​ຈິງ​ຂອງ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງມວນ​ມະ​ນຸດ.

ໃນ​ມື້​ທີ່​ແຈ່ມ​ໃສ ໃນ​ລະ​ດູ​ໃບ​ໄມ້​ປົ່ງ ຂອງປີ 2017, ໃນ​ວັນເປີດ​ພຣະ​ວິ​ຫານປາຣີ ຝະຣັ່ງ ໃຫ້​ຜູ້​ຄົນ​ເຂົ້າ​ຊົມ, ທຸກ​ສິ່ງ​ກໍ​ດຳ​ເນີນ​ການ​ໄປ​ດ້ວຍ​ດີ ເມື່ອ​ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຜູ້ພາທ່ຽວ​ເລາະ​ຊົມ ດ້ວຍ​ໃບ​ໜ້າ​ທີ່​ໂສກ​ເສົ້າ. ລາວ​ເວົ້າ​ວ່າ ເຮືອນ​ລາວ​ຢູ່ຂ້​າງພຣະ​ວິ​ຫານ ແລະ ກໍ​ຍອມ​ຮັບ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ຄັດຄ້ານ​ການກໍ່​ສ້າງ. ລາວບອກວ່າ ມື້​ໜຶ່ງ​ຕອນ​ລາວ​ຫລຽວ​ເບິ່ງ​ຈາກ​ປ່ອງ​ຢ້ຽມ, ລາວ​ໄດ້​ເຫັນລົດ​ຍົກ​ກຳລັງ​ຢ່ອນ​ຮູບ​ປັ້ນ​ພຣະ​ເຢ​ຊູ​​ລົງ​ມາ ວາງ​ໄວ້​ຢູ່​ເດີ່ນ​ພຣະ​ວິ​ຫານ. ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ວ່າ ປະ​ສົບ​ການນັ້ນ​ໄດ້​ປ່ຽນ​ແປງ​ຄວາມ​ຮູ້​ສຶກ​ຂອງ​ລາວ​ຕໍ່​ສາດ​ສະ​ໜາ​ຈັກ. ລາວ​​ຮັບ​ຮູ້​ວ່າ ພວກ​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ຂໍ​ໂທດ​ສຳ​ລັບ​ສິ່ງ​ທີ່​ລາວ​ໄດ້​ເຮັດ​​ຜິດ.

ຮູບ​ພາບ
ຮູບ​ປັ້ນ​ໄດ້​ຖືກ​ຕັ້ງ​ໄວ້​ຢູ່​ທີ່​ພຣະ​ວິ​ຫານ​ປາຣີ ຝະຣັ່ງ

ຮູບ​ປັ້ນ ພຣະ​ຄ​ຣິດ, ຊຶ່ງ​ປະ​ດັບບໍ​ລິ​ເວນ​ພຣະ​ວິ​ຫານ​ປາ​ຣີ ແລະ ສະ​ຖານ​ທີ່​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ, ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຮູບ​ປັ້ນ​ດັ້ງ​ເ​ດີມ​ທີ່​ເຮັດ​ດ້ວຍ​ຫີນ​ອ່ອນ ເປັນ​ວຽກ​ງານ​ຂອງ​ນັກ​ສິ​ລະ​ປະຊາວ​ເດັນ​ມາກ ຊື່ ​ແບ​ຣຸນ ທໍ​ວາວ​ເຊັນ, ຜູ້​ໄດ້​​ຄວັດສະ​ຫລັກ​ໃນ​ປີ 1820—ຊຶ່ງ​ເປັນ​ປີ​ດຽວ​ກັນ​ກັບ​ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ຮູບ​ປັ້ນ​ຢືນ​ຢູ່​ຢ່າງ​ສະ​ຫງ່າ ແຕກ​ຕ່າງ​ຈາກ​ຮູບ​ປັ້ນ​ອື່ນໆ​ທີ່​ນັກ​ສິ​ລະ​ປະ​ໄດ້​ສ້າງ​ຂຶ້ນ​ໃນ​ສະ​ໄໝ​ນັ້ນ, ຊຶ່ງ​ສ່ວນ​ຫລາຍ​ຈະ​ເປັນ​ຮູບ​ພຣະ​ຄຣິດ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ເທິງ​ໄມ້​ກາງ​ແຂນ. ວຽກ​ງານ​ຂອງ​ທ່ານທໍ​ວາວ​ເຊັນ ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ, ຜູ້​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ ແລະ, ດ້ວຍ​ການ​ວາ​ພຣະ​ພາ​ຫາ, ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ. ພຽງ​ແຕ່​ຮອຍ​ຕະ​ປູ​ຢູ່​ໃນ​ພຣະ​ຫັດ ແລະ ພຣະ​ບາດ ແລະ ຢູ່​ຂ້າງ​ຂອງ​ພຣະ​ອົງ ເປັນ​ພະ​ຍານ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ເກີນກວ່າ​ຈະ​ບັນ​ລະ​ຍາຍ​ໄດ້ ທີ່​ພຣະ​ອົງ​ໄດ້ອົດ​ທົນ ເພື່ອ​ຊ່ວຍມວນ​ມະ​ນຸດ​ໃຫ້​ລອດ.

ຮູບ​ພາບ
ພຣະ​ຫັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ​ຮູບ​ປັ້ນ​ພຣະ​ຄຣິດ

ບາງ​ທີ​ເຫດ​ຜົນ​ໜຶ່ງ​ທີ່​ເຮົາ​ຜູ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມັກ​ຮູບ​ປັ້ນ​ນີ້ ກໍເພາະ​ວ່າ​ມັນ​ເຕືອນ​ເຮົາ​ເຖິງ​ຄຳ​ບັນ​ຍາຍ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ກ່າວ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ພຣະ​ອົງ ຕອນ​ພຣະ​ອົງ​ມາ​ປະ​ກົດ​ຢູ່ທະ​ວີບ​ອາ​ເມ​ຣິ​ກາ:

ຮູບ​ພາບ
ພຣະ​ເຢຊູ​ຄຣິດ​ຢ້ຽມ​ຢາມ​ອາ​ເມຣິ​ກາ

“ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ລົງ​ມາ​ຈາກ​ສະ​ຫວັນ; ແລະ ພຣະ​ອົງ​ໄດ້​ສວມ​ເສື້ອ​ຄຸມ​ສີ​ຂາວ; ແລະ ພຣະ​ອົງ​ໄດ້​ລົງ​ມາ​ຢືນ​ຢູ່​ທ່າມ​ກາງ​ພວກ​ເຂົາ. …

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ເດ່​ພຣະ​ຫັດ​ອອກ​ໄປ ແລະ ເວົ້າ​ກັບ​ຜູ້​ຄົນ, ມີ​ຄວາມ​ວ່າ:

“ເຮົາ​ຄື ພຣະ​ເຢຊູ​ຄຣິດ, …

“… ເຮົາ​ໄດ້​ດື່ມ​ຈາກ ຈອກ​ອັນ​ຂົມ​ຂື່ນ ຊຶ່ງພຣະ​ບິດາ​ໄດ້​ປະທານ​ໃຫ້​ເຮົາ​ແລ້ວ, ແລະ ຖວາຍ​ບາ​ລະ​ມີ​ພຣະ​ບິດາ​ໂດຍຮັບ​ເອົາ​ບາບ​ຂອງ​ໂລກ​ມາ​ໄວ້​ກັບ​ເຮົາ.”1

ແລ້ວພຣະ​ອົງ​ໄດ້​ເຊື້ອ​ເຊີນ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ທຸກ​ຄົນໃຫ້​ອອກ​ມາ ແລະ ສຳ​ພັດ​ຮອຍ​ແຜ​ຢູ່​ໃນຂ້າງ ແລະ ຢູ່​ທີ່​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ຈະ​ໄດ້​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງວ່າ ພຣະ​ອົງ​ຄື​ພຣະ​ເມ​ຊີ​ອາ​ທີ່​ພວກ​ເຂົາ​ໄດ້ລໍ​ຄອຍ​ເປັນ​ເວ​ລາ​ດົນ​ນານ.2

ພາບ​ທີ່​ໜ້າ​ປະ​ທັບ​ໃຈ​ນີ້ ເປັນ​ຈຸດ​ເດັ່ນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. “ຂ່າວ​ປະ​ເສີດ” ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນ ບັນ​ຈຸຢູ່​ໃນ​ຮູບ​ປັ້ນ​ນີ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊຶ່ງ​ພຣະ​ອົງເດ່ “ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ” ຂອງ​ພຣະ​ອົງ​ອອກ​ມາ3 ເພື່ອ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ຮັບ​ເອົາ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ເພື່ອ​ຟື້ນ​ຟູ​ຄວາມ​ຮູ້​ທີ່​ແທ້​ຈິງ​ຂອງ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງມວນ​ມະ​ນຸດ. ຫົວ​ຂໍ້​ນີ້​ດັງ​ລັ່ນ​ຈາກ​ໜ້າ​ຄຳ​ນຳ ເຖິງ​ຄຳ​ສຸດ​ທ້າຍ​ຂອງ​ບົດ​ສຸດ​ທ້າຍ. ຕະ​ຫລອດ​ທົ່ວ​ສັດ​ຕະ​ວັດ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ຄວາມ​ສັບ​ສົນ​ທາງວິນ​ຍານ, ຄວາມ​ໝາຍ​ເລິກ​ເຖິງ​ສິ່ງ​ທີ່​ພຣະ​ຄຣິດ​ໄດ້​ກະ​ທຳ​ຢູ່​ໃນ​ເຄັດ​ເຊ​ມາ​ເນ ແລະ ​ຢູ່​ເທິງ​ພູ​ຫົວ​ກະ​ໂຫລກ ​ໄດ້​ສູນ​ເສຍ​ໄປ ຫລື ເສື່ອມ​ໂຊມ​ລົງ. ໂຈ​ເຊັບ ສະ​ມິດ ຄົງຕື່ນ​ເຕັ້ນ​ຫລາຍ​ຂະ​ໜາດ​ໃດ ເມື່ອ, ຂະ​ນະ​ທີ່​ເພິ່ນ​ແປ 1 ນີໄຟ, ເພິ່ນ​ໄດ້​ພົບ​ເຫັນ​ຄຳ​ສັນ​ຍາ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ນີ້ ທີ່​ວ່າ: “ບັນ​ທຶກ​ສະບັບ​ຫລັງ [ພຣະ​ຄຳ​ພີ​ມໍ​ມອນ] … ຈະສະຖາ​ປະນາ​ຄວາມ​ຈິງ​ຂອງສະບັບ​ທຳ​ອິດ [ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ] … ຈະ​ເຮັດ​ໃຫ້​ຮູ້​ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ ຊຶ່ງ​ຖືກ​ເອົາ​ໄປ​ຈາກ​ໜັງ​ສື​ເຫລົ່າ​ນີ້, ແລະ ຈະ​ເຮັດ​ໃຫ້​ຮູ້​ກັນ​ໃນ​ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ວ່າ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຄື​ພຣະ​ບຸດ​ຂອງ​ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລະ ວ່າ​ຄົນ​ທັງ​ປວງ​ຕ້ອງ​ມາ​ຫາ​ພຣະ​ອົງ​ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ລອດ​ບໍ່​ໄດ້.”4

ຄວາມ​ຈິງ​ທີ່​ລຽບ​ງ່າຍ ແລະ ປະ​ເສີດ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດດັງ​ລັ່ນ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ມໍ​ມອນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ຄວາມ​ຈິງ​ຫລາຍ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ທ້ອນ​ຄິດ​ເຖິງວິ​ທີ​ທີ່​ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ປ່ຽນ​ແປງ ຫລື ສາ​ມາດ​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

  1. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ຂອງ​ປະ​ທານ​ທີ່ສະ​ເໜີ​ມອບ​ໃຫ້​ແກ່ ທຸກ​ຄົນ ຜູ້ທີ່ ເຄີຍ ມີ​ຊີ​ວິດ​ຢູ່, ຜູ້​ທີ່​ມີ​ຊີ​ວິດ​ຢູ່ ໃນ​ປະ​ຈຸ​ບັນ, ແລະ ຜູ້​ທີ່ ຈະ ມີ​ຊີ​ວິດ​ຢູ່​ໃນ​ໂລກນີ້.5

  2. ນອກ​ເໜືອ​ໄປ​ຈາກ​ການ​ຮັບ​ເອົາ​ບາບ​ທີ່​ໜັກ​ໜ່ວງ​ຂອງ​ເຮົາ, ພຣະ​ຄຣິດ​ຍັງ​ໄດ້​ຮັບ​ເອົາ​ຄວາມ​ໂສກ​ເສົ້າ, ຄວາມ​ອ່ອນ​ແອ, ຄວາມ​ທຸກ​ທໍ​ລະ​ມານ, ແລະ ຄວາມ​ເຈັບ​ປ່ວຍ​ຂອງ​ເຮົາ ແລະ ຄວາມ​ທຸກ​ທັງ​ໝົດ​ໂດຍ​ທຳ​ມະ​ຊາດ​ໃນ​ສະ​ພາບ​ມະ​ຕະ​ຂອງ​ມະ​ນຸດ. ບໍ່​ມີ​ຄວາມທຸກ​ທໍ​ລະ​ມານ​ໃດ, ບໍ່​ມີ​ຄວາມ​ເຈັບ​ປວດ ຫລື ຄວາມ​ໂສກ​ເສົ້າ​ໃດ ທີ່​ພຣະ​ອົງ​ບໍ່​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ.6

  3. ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ຜົນ​ສະ​ທ້ອນ​ທາງ​ລົບ ຂອງ​ການ​ຕົກ​ຂອງ​ອາ​ດາມ, ລວມ​ທັງ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ. ເປັນ​ເພາະ​ພຣະ​ຄຣິດ, ລູກໆ​ທັງ​ໝົດ​ຂອງ​ພຣະ​​ເຈົ້າ​​ທີ່​ເກີດ​ມາ​ຢູ່​ໃນ​ໂລກນີ້, ບໍ່​ວ່າ​ຈະ​ຊອບ​ທຳ ຫລື ບໍ່​ຊອບ​ທຳ, ຈະ​ມີ​ປະ​ສົບ​ການ ເລື່ອງ​ທີ່​ຮ່າງ​ກາຍ ແລະ ວິນ​ຍານ​ຂອງ​ເຂົາ​ເຈົ້າ​ຈະ​ລວມ​ເຂົ້າ​ກັນ ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ7 ແລະ ກັບ​ຄືນ​ຫາ​ພຣະ​ອົງ ເພື່ອ “ຖືກ​ພິ​ພາກ​ສາ … ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.”8

  4. ກົງ​ກັນ​ຂ້າມ, ການ​ຮັບ​ເອົາ​ພອນ​ອັນ​ເຕັມ​ປ່ຽມ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເປັນ​ເງື່ອນ​ໄຂ​ທີ່​ຂຶ້ນ​ກັບ​ຄວາມ​ພາກ​ພຽນ​ຂອງ​ເຮົາ9 ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ “ຄຳ​ສອນ​ຂອງ​ພຣະ​ຄຣິດ.”10 ໃນ​ຄວາມ​ຝັນ​ຂອງ​ເພິ່ນ, ລີ​ໄຮ​ໄດ້​ເຫັນ “ທາງ​ຄັບ ແລະ ແຄບ”11 ທີ່​ພາ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ. ໝາກ​ຂອງ​ມັນ, ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ຖືກ​ສະ​ແດງ​ອອກ​ຜ່ານ​ທາງ​ພອນ​ທີ່​ປະ​ເສີດ​ຂອງ​ການ​ຊົດໃຊ້​ຂອງ​ພຣະ​ຄຣິດ ທີ່​ວ່າ, “ມີ​ຄ່າ ແລະ ໜ້າ​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ … [ແລະ] ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ.”12 ໃນ​ການ​ເຂົ້າ​ເຖິງ​ໝາກ​ໄມ້​ນີ້, ເຮົາ​ຕ້ອງ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ກັບ​ໃຈ, “ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ,”13 ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ຈົນ​ເຖິງ​ທີ່​ສຸດ​ຂອງ​ຊີ​ວິດ​ເຮົາ.14

  5. ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດບໍ່​ໄດ້​ລ້າງ​ພຽງ​ແຕ່​ບາບ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ໄດ້​ມອບ​ອຳ​ນາດ ທີ່​ເປັນ​ໄປ​ໄດ້ ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ນຳ​ອີກ ຊຶ່ງ​ຜ່ານ​ທາງນັ້ນ​ພວກ​ເຂົາ​ຈະ​ສາ​ມາດ “[ກຳ​ຈັດ] ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ,”15 ກ້າວ​ໜ້າ “ເປັນ​ບັນ​ທັດ,”16 ແລະ ເພີ່ມ​ພູນ​ໃນ​ຄວາມ​ບໍ​ລິ​ສຸດ17 ເພື່ອ​ວ່າ​ໃນ​ມື້​ໜຶ່ງ​ພວກ​ເຂົາ​ຈະ​ກາຍ​ເປັນ​ຄົນ​ດີ​ພ້ອມ ໃນ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ,18 ເໝາະ​ສົມ​ທີ່​ຈະ​ຢູ່​ນຳ​ພຣະ​ເຈົ້າ​ອີກ19 ແລະ ຮັບ​ເອົາ​ພອນ​ທັງ​ໝົດ​ຂອງ​ອາ​ນາ​ຈັກ​ສະ​ຫວັນ.20

ຄວາມ​ຈິງ​ທີ່​ອຸ່ນ​ໃຈ​ອີກ​ຢ່າງ​ໜຶ່ງ ທີ່​ບັນ​ຈຸ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ວ່າ, ເຖິງ​ແມ່ນການ​ເຂົ້າ​ເຖິງນັ້ນ ບໍ່​ມີ​ທີ່​ສິ້ນ​ສຸດ ແລະ ​ສຳລັບ​ທຸກ​ຄົນ, ແຕ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຂອງ​ປະ​ທານ​ສ່ວນ​ຕົວ ແລະ ພິ​ເສດ, ເໝາະ​ສົມ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ໂດຍ​ສະ​ເພາະ.21 ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ເຊື້ອ​ເຊີນ​ຊາວ​ນີ​ໄຟ​ແຕ່​ລະ​ຄົນ​ໃຫ້​ມາ​ສຳ​ພັດ​ຮອຍ​ແຜ​ຂອງ​ພຣະ​ອົງ, ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ເມື່ອ​ເປັນ​ສ່ວນ​ຕົວ​ແລ້ວ, ມັນ​ຄື​ກັບ​ວ່າ ທ່ານ ຫລື ຂ້າ​ພະ​ເຈົ້າ​ເປັນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ​ຢູ່​ໃນ​ໂລກນີ້. ພຣະ​ອົງ​ໄດ້​ມອບ​ຄຳ​ເຊື້ອ​ເຊີນ​ເປັນ​ສ່ວນ​ຕົວ​ໃຫ້​ເຮົາ ເພື່ອ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ຮັບ​ເອົາ​ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.22

ລັກ​ສະ​ນະ​ສ່ວນ​ຕົວ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ກາຍ​ເປັນ​ເລື່ອງຈິງ ເມື່ອ​ເຮົາ​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ທີ່​ດີ​ເດັ່ນ​ຂອງຊາຍ ແລະ ຍິງ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນັ້ນ​ແມ່ນ​ເອໂນດ, ແອວມາ, ຊີເອສຣອມ, ກະ​ສັດ​ລາ​ໂມ​ໄນ ແລະ ມະ​ເຫ​ສີ​ຂອງ​ເພິ່ນ, ແລະ ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ປະ​ຈັກ​ພະ​ຍານ​ທີ່​ກ້າ​ຫານ​ຂອງ​ເຂົາ​ເຈົ້າ ໄດ້​ເປັນ​ພະ​ຍານ​ທີ່​ມີ​ຊີ​ວິດ​ຢູ່​ເຖິງວິ​ທີ​ທີ່​ໃຈ ແລະ ຊີ​ວິດ​ຂອງ​ເຮົາ​ສາ​ມາດ​ປ່ຽນ​ແປງ​ໄດ້ ຜ່ານ​ທາງ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ເມດ​ຕາ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.23

ສາດ​ສະ​ດາ​ແອວ​ມາ​ໄດ້​ຖາມຄຳ​ຖາມ​ທີ່​ສຳ​ຄັນ​ກັບ​ຜູ້​ຄົນ​ຂອງ​ເພິ່ນ. ເພິ່ນ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ພວກ​ທ່ານ​ເຄີຍ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ໃນ​ໃຈ, ແລະ ຖ້າ​ຫາກ​ພວກ​ທ່ານ​ຮູ້​ສຶກ​ຢາກ​ຮ້ອງ​ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າ​ພະ​ເຈົ້າ​ຈະ​ຖາມ​ວ່າ ພວກ​ທ່ານ​ສາ​ມາດ​ຮູ້​ສຶກ​ເຊັ່ນ​ນັ້ນ​ບໍ່​ໃນ ຂະ​ນະ​ນີ້?”24 ຄຳ​ຖາມນີ້​ແມ່ນສຳ​ຄັນ​ຫລາຍ​ໃນ​ທຸກວັນ​ນີ້, ເພາະ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ຄວນຢູ່​ກັບ​ເຮົາ, ຜັກ​ດັນ​ເຮົາ, ແລະ ປ່ຽນ​ແປງ​ເຮົາ​ແຕ່​ລະ​ຄົນ ໃນ​ແຕ່​ລະ​ວັນ.

ຄຳ​ຖາມ​ຂອງ​ແອວມາ​ກໍ​ສາ​ມາດ​ຖາມ​ໃນ​ແບບ​ອື່ນ​ໄດ້ ດັ່ງ​ເຊັ່ນ, ເທື່ອ​ສຸດ​ທ້າຍທີ່​ທ່ານ​ໄດ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ອັນ​ຫວານ​ຊື່ນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ທ່ານ ແມ່ນ​ດົນ​ປານ​ໃດ​ແລ້ວ? ສິ່ງນີ້​ເກີດ​ຂຶ້ນ​ເມື່ອ​ທ່ານ​ຮູ້​ສຶກ​ມີ​ຄວາມ​ສຸກ​ອັນ “ງົດ​ງາມ ແລະ ຫວານ​ຊື່ນ”25 ​ທີ່​ມາ​ສູ່​ທ່ານ ເພື່ອ​ເປັນ​ພະ​ຍານ​ຕໍ່​ຈິດ​ວິນ​ຍານ​ຂອງ​ທ່ານ​ວ່າ ບາບ​ຂອງ​ທ່ານ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ; ຫລື ເມື່ອ​ການ​ທົດ​ລອງ​ທີ່​ເຈັບ​ປວດ​ໄດ້​ເບົາ​ບາງ​ລົງ​ທັນ​ທີ; ຫລື ເມື່ອ​ໃຈ​ຂອງ​ທ່ານ​ອ່ອນ​ໂຍນ​ລົງ ແລະ ທ່ານ​ສາ​ມາດ​ກ່າວ​ຄຳ​ໃຫ້​ອະ​ໄພ​ແກ່​ບາງ​ຄົນ​ທີ່​ເຮັດ​ໃຫ້​ທ່ານ​ເຈັບ​ປວດ. ຫລື ທຸກ​ເທື່ອ​ທີ່​ທ່ານ​ສັງ​ເກດ​ເຫັນ​ວ່າ ທ່ານ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນຫລາຍ​ກວ່າ​ເກົ່າ ຫລື ຂັ້ນ​ຕອນ​ຂອງ​ການ​ຊຳ​ລະ​ໃຫ້​ສະ​ອາດ ເຮັດ​ໃຫ້​ທ່ານ​ເປັນ​ຄົນ​ໃໝ່, ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.26

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ປະ​ສົບ​ການ​ທັງ​ໝົດ​ເຫລົ່າ​ນີ້ ແມ່ນ​ຈິງ​ແທ້ ແລະ ມີ​ຫລັກ​ຖານວ່າ ຊີ​ວິດ​ສາ​ມາດ​ປ່ຽນ​ແປງ​ໄດ້ ຜ່ານ​ທາງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຄວາມ​ແຈ່ມ​ແຈ້ງ ແລະ ຂະ​ຫຍາຍ​ຄວາມ​ຮູ້​ຂອງ​ເຮົາ ເຖິງ​ຂອງ​ປະ​ທານ​ທີ່​ຍອດ​ຍ້ຽມນີ້. ​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​​ນີ້, ທ່ານ​ຈະ​ໄດ້​ຍິນສຸ​ລະ​ສຽງ​ຂອງ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ ເຊື້ອ​ເຊີນ​ທ່ານ​ໃຫ້​ມາ​ຫາ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ທ່ານ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນນີ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ, ແລ້ວອິດ​ທິ​ພົນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ ຈະ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ. ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປ່ຽນ​ແປງ​ທ່ານ ໄປ​ແຕ່​ລະ​ວັນ “ຈົນ​ເຖິງວັນ​ທີ່​ສົມ​ບູນ”27 ເມື່ອ​ທ່ານ, ດັ່ງ​ທີ່​ພຣະ​ອົງ​ໄດ້​ປະ​ກາດ, ຈະ “ເຫັນ​ໜ້າ​ຂອງ​ເຮົາ ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່.”28 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ