ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ຊາວ​ໜຸ່ມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ຊາວ​ໜຸ່ມ

ເຮົາ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເໝືອນ​ດັ່ງ​ເຫລົ່າ​ທູດ, ເພື່ອ​ຈະ​ສັ່ງສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ທຸກໆ​ທະ​ວີບ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ນ້ອຍ​ກະ​ຕັນ​ຍູ​ແທ້ໆ ທີ່​ຈະ​ກ່າວ​ກັບ​ທ່ານ ໃນ​ຄ່ຳ​ຄືນ​ແຫ່ງ​ປະ​ຫວັດ​ສາດນີ້ ກ່ຽວ​ກັບ​ຂອງ​ປະ​ທານ​ອັນ​ສັກ​ສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ອຳ​ນາດ​ທີ່​ອັດ​ສະ​ຈັນ ທີ່​ມັນ​ມີ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊາວ​ໜຸ່ມ ໃນ​ຍຸກ​ສະ​ໄໝ​ນີ້. ຂ້າ​ນ້ອຍ​ອະ​ທິ​ຖານ​ວ່າ ເຖິງ​ແມ່ນ​ວ່າ​ຂ້າ​ນ້ອຍ​ມີ​ຄວາມ​ບົກ​ຜ່ອງ, ​ພຣະ​ວິນ​ຍານຈະ​ຊ່ວຍ​ຂ້າ​ນ້ອຍ​ໃນ​ການ​ສິດ​ສອນ​ຄວາມ​ຈິງ.

ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ເຕືອນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ວ່າ “ພວກ​ເຈົ້າ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ໂອ​ກາດ ແລະ ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່—ວັນ​ເວ​ລາ ຊຶ່ງ​ໃນ​ນັ້ນ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ແລ້ວ. ພວກເຈົ້າ​ມີສິດ​ອຳນາດ​ທີ່ຈະ​ປະຕິ​ບັດ​ພິທີ​ການ​ຂອງ​ຖານະ​ປະໂລ​ຫິດ​ແຫ່ງ​ອາໂຣນ. ເມື່ອ​ພວກເຈົ້າ​ໃຊ້ສິດ​ອຳນາດ​ນັ້ນ​ພ້ອມດ້ວຍ​ການ​ອະທິ​ຖານ ແລະ ຢ່າງມີ​ຄ່າຄວນ, ພວກເຈົ້າ​ຈະໄດ້​ເປັນພອນ​ອັນ​ຍິ່ງໃຫຍ່ ໃຫ້ແກ່​ຊີວິດ​ຂອງຄົນ​ທີ່ຢູ່​ອ້ອມຮອບ​ພວກເຈົ້າ.”1 ໃນ​ຖາ​ນະ​ຊາຍ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ພວກ​ເຮົາ​ກໍ​ຍັງ​ໄດ້​ຖືກ​ເຕືອນ​ວ່າ ພວກ​ເຮົາເປັນ “[ບຸດ] ທີ່​ຮັກ​ຫອມ​ຂອງ​ພຣ​ະ​ເຈົ້າ, ແລະ ວ່າ​ພຣະ​ອົງ​ມີ​ວຽກ​ງານ​ໃຫ້ [ພວກເຮົາ] ເຮັດ”2 ແລະ ພວກເຮົາ​ຈະ​ຊ່ວຍ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ “ຄື​ການ​ທີ່ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມເຊ 1:39).

ຖາ​ນະ​ປະ​ໂລ​ຫິດເປັນ ສິດ​ອຳ​ນາດ​ທີ່​ຈະ​ປະ​ຕິ​ບັດ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້​ແກ່​ຜູ້​ຄົນ​ທີ່​ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ມັນ. ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ​ເຫລົ່າ​ນີ້ ພອນ​ແຫ່ງ​ການ​ຊົດ​ໃຊ້​ທີ່​ສົມ​ບູນຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມີ​ມາ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ໂຈເຊັບ ສະມິດ ເປັນ​ຊາຍ​ໜຸ່ມ ຜູ້​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ໃຫ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ, ເພື່ອ​ຈຸດ​ປະ​ສົງ​ນັ້ນ, ຈຶ່ງ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ເພິ່ນ​ໄດ້​ໃຊ້​ເພື່ອ​ເປັນ​ພອນ​ໃຫ້​ແກ່​ມະ​ນຸດ​ທັງ​ປວງ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135 ກ່າວເຖິງ​ພອນ​ຫລາຍໆ​ຢ່າງ ທີ່ໂຈເຊັບໄດ້​ມອບໃຫ້​ແກ່​ຊາວ​ໜຸ່ມ​ໃນ​ຍຸກ​ສະ​ໄໝ​ນີ້. ເຮົາ​ອ່ານ​ວ່າ: “​ໂຈເຊັບ ສະມິດ … ໄດ້​ເຮັດ​ເພື່ອ​ຄວາມ​ລອດ​ຂອງ​ມະ​ນຸດ​ໃນ​ໂລກນີ້ ຫລາຍກວ່າ​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ. … ເພິ່ນ​ໄດ້​​ນຳພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ … ; ​​ໄດ້​ສົ່ງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ …​ ໄປ​ຍັງ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ; ໄດ້​ນຳ​ການ​ເປີດ​ເຜີຍ ແລະ ພຣະ​ບັນ​ຍັດ​ອອກ​ມາ ຊຶ່ງ​ລວມ​ເປັນ​ໜັງ​ສື ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ … ; ໄດ້​ເຕົ້າ​ໂຮມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍໆ​ພັນ​ຄົນ, … ແລະ ໄດ້​ຝາກ​ກຽດ​ຕິ​ຍົດ ແລະ ຊື່​ສຽງ​ທີ່​ບໍ່​ມີ​ວັນ​ຖືກ​ທຳ​ລາຍ​ໄວ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3).

ເພື່ອ​ຈະ​ຮັບ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ດັ່ງ​ທີ່ໂຈເຊັບໄດ້ຮັບ​ໃຊ້, ເຮົາ​ຕ້ອງ​ເໝາະ​ສົມ​ຢ່າງ​ມີ​ຄ່າ​ຄວນ ທີ່​ຈະ​ໃຊ້​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ແປ​ພຣະ​ຄຳ​ພີ​ມໍ​ມອນ, ໂຈເຊັບ ແລະ ອໍລີເວີ ຄາວເດີຣີ ຢາກ​ຮັບ​ບັບ​ຕິ​ສະ​ມາ, ແຕ່​ພວກ​ເພິ່ນ​ຂາດ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ. ໃນ​ວັນ​ທີ 15 ເດືອນ​ພຶດສະພາ, 1829, ພວກ​ເພິ່ນ​ໄດ້​ຄຸ​ເຂົ່າອະ​ທິ​ຖານ ແລະ ໂຢຮັນ ບັບ​ຕິ​ສະ​ໂຕ ໄດ້​ມາ​ຢ້ຽມ​ຢາມ​ພວກ​ເພິ່ນ, ຜູ້​ທີ່​ໄດ້​ມອບ​ຂໍ​ກະ​ແຈ ແລະ ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ພວກ​ເພິ່ນ, ໂດຍ​ກ່າວ​ວ່າ, “ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເມ​ຊີ​ອາ ຂ້າ​ພະ​ເຈົ້າ​ຂໍ ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຊຶ່ງ​ຖື​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ, ແລະ ຂອງ​ການ​ບັບ​ຕິ​ສະ​ມາ ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1).

ເຮົາ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເໝືອນ​ດັ່ງ​ເຫລົ່າ​ທູດ, ເພື່ອ​ຈະ​ສັ່ງສອນ​ພຣະ​ກິດ​ຕິ​ຄຸນ​ໃນ​ທຸກໆ​ທະ​ວີບ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຊ່ວຍ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ. ການ​ຮັບ​ໃຊ້​ນີ້​ຈັດ​ໃຫ້​ເຮົາ​ຮ່ວມ​ອອກ​ແຮງ​ງານ​ກັບໂຢຮັນ ບັບ​ຕິ​ສະ​ໂຕ, ໂມໂຣໄນ, ໂຈເຊັບ ສະມິດ, ປະທານ​ຣະໂຊ ເອັມ ແນວສັນ, ແລະ ຜູ້​ຮັບ​ໃຊ້​ຄົນ​ອື່ນໆ ທີ່​ຂະ​ຫຍັນ​ໝັ່ນ​ພຽນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ຮັບ​ໃຊ້​ຂອງ​ເຮົາ ໃນ ແລະ ກັບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ຈະ​ນຳ​ຜູ້​ຄົນ​ທີ່​ອຸ​ທິດ​ຕົນ​ມາ​ຮ່ວມ​ກັນ ເພື່ອ​ຕິດ​ຕາມ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ດ້ວຍຄວາມ​ແນ່ນອນ, ຊຶ່ງ​ຂ້າ​ນ້ອຍ​ຮູ້​ດ້ວຍ​ຕົວ​ເອງ ວ່າ​ສາ​ມາດ​ເປັນ​ເລື່ອງ​ຍາກ ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ຊາວ​ໜຸ່ມ. ແຕ່​ການເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັບເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັນຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ອົງ ຈະ​ຊ່ວຍ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ​ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ ແລະ ການ​ຫລອກ​ລວງ​ຂອງ​ຜູ້​ປໍ​ລະ​ປັກ. ທ່ານ​ສາ​ມາດ​ເປັນ​ສັນ​ຍານ​ແຫ່ງ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຜູ້​ຄົນ​ທີ່ບໍ່​ມີ​ຄວາມ​ແນ່​ໃຈ​ໃນ​ຕົວເຂົາ​ເອງ. ຄວາມ​ສະ​ຫວ່າງ​ຢູ່​ພາຍ​ໃນ​ຕົວ​ທ່ານ​ຈະ​ສ່ອງ​ແສງ​ຢ່າງ​ເຈີດ​ຈ້າ ເພື່ອ​ວ່າ​ຜູ້​ຄົນ​ທີ່​ທ່ານ​ປະ​ຕິ​ບັດ​ຕໍ່​ດ້ວຍ​ຈະ​ໄດ້​ຮັບ​ພອນ ໂດຍ​ທີ່​ໄດ້​ຢູ່​ເປັນ​ເພື່ອນ​ກັບ​ທ່ານ. ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ຈະ​ຮັບ​ຮູ້​ການ​ສະ​ຖິດ​ຢູ່​ຂອງ​ເພື່ອນ​ທາງວິນ​ຍານ, ແຕ່​ຂ້າ​ນ້ອຍ​ກະ​ຕັນ​ຍູ​ທີ່​ຮູ້​ວ່າ​ຂ້າ​ນ້ອຍ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຊື່​ສັດ ທີ່​ຂ້າ​ນ້ອຍ​ສາ​ມາດພະ​ຍາ​ຍາ​ມ​ກັບ​ໝູ່​ເພື່ອນ​ ເພື່ອ​ຈະ​ເຂົ້າ​ໃກ້​ຊິດ​ພຣະ​ຄຣິດ​ຫລາຍກວ່າ​ເກົ່າ.

ພ້ອມ​ດ້ວຍ​ໝູ່​ເພື່ອນ ແລະ ຄອບ​ຄົວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ທີ່​ຈົງ​ຮັກ​ພັກ​ດີ ແລະ ເພິ່ງ​ພາ​ໄດ້​ຫລາຍ​ທີ່​ສຸດ. ແຕ່​ເພື່ອ​ຈະ​ເຊື້ອ​ເຊີນ​ໃຫ້​ພຣະ​ອົງ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ, ເຮົາ​ຕ້ອງວາງ​ຕົວ​ເຮົາ​ເອງ​ໃຫ້​ຢູ່​ໃນ​ສະ​ພາບ​ການ ແລະ ສະ​ຖານ​ທີ່ ບ່ອນ​ທີ່​ພຣະ​ອົງ​ປະ​ສົງ​ຈະ​ສະ​ຖິດຢູ່​ດ້ວຍ. ສິ່ງນີ້​ສາ​ມາດເລີ່ມ​ຕົ້ນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເຮັດ​ໃຫ້​ມັນ​ເປັນ​ສະ​ຖານ​ທີ່​ສັກ​ສິດ ໂດຍ​ການ​ມີ​ພາກ​ສ່ວນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທຸກໆ​ວັນ ແລະ ອະ​ທິ​ຖານ​ເປັນ​ຄອບ​ຄົວ ແລະ, ສຳ​ຄັນ​ໄປ​ກວ່ານັ້ນ, ຂະ​ນະ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ອະ​ທິ​ຖານ​ດ້ວຍ​ຕົວ​ເອງ.

ຮູບ​ພາບ
ທ້າວແອນໂຊ ແລະ ນ້ອງ​ສາວ​ຂອງ​ລາວ
ຮູບ​ພາບ
ທ້າວແອນໂຊ ແລະ ຄອບ​ຄົວ​ຂອງ​ລາວ

ໃນ​ຕົ້ນ​ປີນີ້, ຂ້າ​ນ້ອຍ​ໄດ້​ຮັບ​ໂອ​ກາດ​ທີ່​ຕື່ນ​ເຕັ້ນ ແຕ່​ຖ່ອມ​ຕົວ ທີ່​ໄດ້​ຊ່ວຍ​ນ້ອງ​ສາວ​ຂອງ​ຂ້າ​ນ້ອຍ, ນາງ​ໂອ​ເຊອາ​ເນ, ກ້າວ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ໂດຍ​ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ ບັນ​ລຸ​ຂໍ້​ຮຽກ​ຮ້ອງ​ທີ່​ຈຳ​ເປັນ ເພື່ອ​ຈະ​ເຂົ້າ​ສູ່​ອາ​ນາ​ຈັກ​ຊັ້ນ​ສູງ. ນາງ​ໄດ້​ເລື່ອນ​ການ​ບັບ​ຕິ​ສະ​ມາ​ຂອງ​ນາງ​ໜຶ່ງ​ເດືອນ, ຈົນ​ກວ່າ​ຂ້າ​ນ້ອຍ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ປະ​ໂລ​ຫິດ, ເພື່ອ​ຈະ​ໃຫ້​ຂ້າ​ນ້ອຍ​ໄດ້​ຮັບ​ສິດ​ທິ​ພິ​ເສດ ທີ່​ຈະກະ​ທຳພິ​ທີ​ການ, ຂະ​ນະ​ທີ່​ເອື້ອຍ​ນ້ອງ​ຂອງ​ພວກ​ເຮົາ​ກໍ​ໄດ້​ຮັບ​ສິດ​ທິ​ພີ​ເສດ​ເປັນ​ພະ​ຍານ​ພາຍ​ໃຕ້​ການມອບ​ໝາຍ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ຢືນ​ຢູ່​ທີ່​ກົງ​ກັນ​ຂ້າມ​ກັນ ຢູ່​ໃນ​ອ່າງ​ບັບ​ຕິ​ສະ​ມາ, ແລະ ໄດ້​ຕຽມ​ຈະ​ລົງ​ໄປ​ໃນ​ນ້ຳ, ຂ້າ​ນ້ອຍ​ໄດ້​ສັງ​ເກດ​ເຫັນ​ຄວາມ​ຕື່ນ​ເຕັ້ນ​ຂອງ​ນາງ, ທີ່​ກົງ​ກັບ​ຂ້າ​ນ້ອຍ. ແລະ ຂ້າ​ນ້ອຍ​ໄດ້​ຮູ້​ສຶກວ່າ​ເປັນ​ໜຶ່ງ​ກັບ​ນາງ, ເຫັນ​ນາງໄດ້​ຕັດ​ສິນເຮັດ​ສິ່ງ​ທີ່​ຖືກ​ຕ້ອງ. ໂອ​ກາດ​ທີ່​ຈະ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຮຽກ​ຮ້ອງ​ໃຫ້​ຂ້າ​ນ້ອຍ​ລະ​ມັດ​ລະ​ວັງ ແລະ ເອົາ​ໃຈ​ໃສ່​ຕໍ່ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຂື້ນ. ເພື່ອ​ຈະ​ກະ​ກຽມ, ຂ້າ​ນ້ອຍ​ໄດ້​ໄປ​ພຣະ​ວິ​ຫານ​ທຸກມື້​ໃນ​ອາ​ທິດນັ້ນ, ໂດຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ແມ່, ແມ່​ຕູ້, ແລະ ນ້ອງ​ສາວ​ຂອງ​ຂ້າ​ນ້ອຍ, ເພື່ອ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ.

ປະ​ສົບ​ການນີ້​ໄດ້​ສອນ​ຂ້າ​ນ້ອຍ​ຫລາຍ​ຢ່າງ ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ ແລະ ວິ​ທີ​ທີ່​ຂ້າ​ນ້ອຍ​ຈະ​ນຳ​ໃຊ້​ມັນ​ຢ່າງ​ມີ​ຄ່າ​ຄວນ​ແນວ​ໃດ. ຂ້າ​ນ້ອຍ​ຮູ້​ວ່າ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທຸກ​ຄົນ​ກໍ​ສາ​ມາດ​ຮູ້​ສຶກ​ແບບ​ດຽວ​ກັບ​ທີ່​ຂ້າ​ນ້ອຍ​ໄດ້​ຮູ້​ສຶກ ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ນີໄຟ ທີ່​ຈະ “ໄປ ແລະ ເຮັດ” (ເບິ່ງ 1 ນີໄຟ 3:7). ເຮົາ​ຈະ​ນັ່ງ​ຢູ່​ຊື່ໆ​ບໍ່​ໄດ້ ແລະ ຄາດ​ຫວັງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ເຮົາ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ເຮົາ​ບໍ່​ຕ້ອງ​ລໍ​ຖ້າ​ໃຫ້​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ ຊອກ​ຫາ​ເຮົາ; ມັນ​ເປັນ​ໜ້າ​ທີ່​ຂອງ​ເຮົາ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ທີ່​ຈະ​ເປັນ​ຕົວ​ຢ່າງ ແລະ ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ. ຖ້າ​ຫາກ​ເຮົາ​ຕັດ​ສິນ​ເຮັດ​ສິ່ງ​ທີ່​ກີດ​ກັນ​ເຮົາ​ຈາກ​ຄວາມ​ກ້າວ​ໜ້າ​ທາງວິນ​ຍານ​ຂອງ​ເຮົາ, ເຮົາ​ຕ້ອງ​ປ່ຽນ​ແປງ​ດຽວນີ້​ເລີຍ. ຊາ​ຕານ​ຈະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ຂອງ​ມັນ ທີ່​ຈະ​ກັກ​ເຮົາ​ໄວ້​ຢູ່​ໃນ​ສະ​ພາບ​ແຫ່ງ​ກາມ​ມະ​ລົມຂອງ​ການສະ​ແຫວງ​ຫາ​ຄວາມ​ພໍ​ໃຈ​ທີ່​ຕ່ຳ​ຊ້າ. ແຕ່​ຂ້າ​ນ້ອຍ​ຮູ້​ວ່າ ຖ້າຫາກ​ເຮົາ​ໃຊ້​ຄວາມ​ພະ​ຍາ​ຍາມ, ຊອກ​ຫາ​ຜູ້​ຄົນ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ເຮົາ, ແລະ ກັບ​ໃຈ​ແຕ່​ລະວັນ, ພອນ​ທີ່​ຕາມ​ມາ​ຈະ​ເປັນ​ທີ່ບໍ່​ໜ້າ​ເຊື່ອ ແລະ ຊີ​ວິດ​ຂອງ​ເຮົາ​ຈະ​​ຖືກປ່ຽນ​ໄປ​ຕະ​ຫລອດ​ການ ຂະ​ນະ​ທີ່​ເຮົາ​ມຸ້ງ​ໄປ​ໜ້າ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຂ້າ​ນ້ອຍ​ຮູ້​ວ່າ ນີ້​ເປັນ​ສາດ​ສະ​ໜາ​ຈັກທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຜູ້ຊຶ່ງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ຜູ້​ໄດ້​ໃຊ້​ມັນ​ເພື່ອ​ນຳ​ພາ​ເຮົາ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ທີ່​ທ້າ​ທາຍ​ເຫລົ່າ​ນີ້, ແລະ ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ຄືນ​ມາ​ຂອງ​ພຣະ​ອົງ.

ຂ້າ​ນ້ອຍ​ຮູ້​ວ່າ ໂຈເຊັບ ສະມິດ ໄດ້ເປັນ​ສາດ​ສະ​ດາ​ແຫ່ງ​ການ​ຟື້ນ​ຟູ ແລະ ວ່າປະທານ​ແນວສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ຂອງ​ເຮົາ​ໃນ​ທຸກວັນ​ນີ້. ຂ້າ​ນ້ອຍ​ຂໍ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ ໃຫ້​ສຶກ​ສາ​ຊີ​ວິດ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້ ແລະ ສະ​ແຫວງ​ຫາ​ທີ່​ຈະ​ພັດ​ທະ​ນາ​ຕົວ​ເຮົາ​ເອງ​ທຸກໆ​ວັນ ເພື່ອ​ວ່າ​ເຮົາ​ຈະ​ພ້ອມທີ່​ຈະ​ພົບ​ພຣະ​ຜູ້​ສ້າງ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. The First Presidency, ໃນ Fulfilling My Duty to God (booklet, 2010), 5.

  2. Aaronic Priesthood quorum theme, in General Handbook: Serving in The Church of Jesus Christ of Latter-day Saints, 10.1.2, ChurchofJesusChrist.org.

ພິມ