ການບັນລຸຕາມຄຳທຳນາຍ
ຄຳທຳນາຍທີ່ບັນລຸໂດຍການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນມີຫລາຍ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮັບກຽດຢ່າງຍິ່ງທີ່ໄດ້ມາກ່າວຢູ່ໃນກອງປະຊຸມໃຫຍ່ສາມັນແຫ່ງປະຫວັດສາດນີ້ ໃນການສະເຫລີມສະຫລອງພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງໂຈເຊັບ ສະມິດ ກ່ຽວກັບພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຊຶ່ງເກີດຂຶ້ນ, ໂດຍທີ່ບໍ່ຕ້ອງສົງໃສ, ຢູ່ໃນປ່າສັກສິດ. ພາບນັ້ນເປັນການເລີ່ມຕົ້ນທີ່ສະຫງ່າງາມຕໍ່ການຟື້ນຟູພຣະກິດຕິຄຸນ ແລະ ທຸກສິ່ງທີ່ຖືກເປີດເຜີຍ, ຈາກພຣະຄຳພີມໍມອນ ເຖິງການນຳສິດອຳນາດ ແລະ ຂໍກະແຈຂອງຖານະປະໂລຫິດຄືນມາໃຫ້, ການຈັດຕັ້ງສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ, ພຣະວິຫານຂອງພຣະເຈົ້າ, ແລະ ສາດສະດາ ແລະ ອັກຄະສາວົກ ຜູ້ນຳພາວຽກງານຢູ່ໃນຍຸກສຸດທ້າຍນີ້.
ຕາມແບບແຜນຂອງສະຫວັນ, ສາດສະດາຂອງພຣະເຈົ້າໃນສະໄໝບູຮານ, ເມື່ອໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ, ໄດ້ທຳນາຍເຖິງການຟື້ນຟູ ແລະ ສິ່ງທີ່ຈະເກີດຂຶ້ນໃນວັນເວລາຂອງເຮົາ, ຍຸກສະໄໝສຸດທ້າຍ ແລະ ຄວາມສົມບູນແຫ່ງເວລາ. ວຽກງານນີ້ໄດ້ “ເຜົາໄໝ້ຈິດວິນຍານ” ຂອງຜູ້ພະຍາກອນໃນສະໄໝກ່ອນ.1 ຕະຫລອດທຸກຍຸກທຸກສະໄໝ, ພວກເພິ່ນໄດ້ເປີດເຜີຍ, ໄດ້ຝັນ, ໄດ້ເຫັນພາບ, ແລະ ໄດ້ທຳນາຍອະນາຄົດຂອງອານາຈັກຂອງພຣະເຈົ້າຢູ່ເທິງໂລກ, ຊຶ່ງເອຊາຢາເອີ້ນວ່າ “ວຽກງານທີ່ມະຫັດສະຈັນ ແລະ ໜ້າງຶດງໍ້.”2
ຄຳທຳນາຍທີ່ບັນລຸໂດຍການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງຮ່ວມທັງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແມ່ນມີຫລາຍ. ເຖິງຢ່າງໃດກໍຕາມ, ມື້ນີ້ຂ້າພະເຈົ້າຈະກ່າວເຖິງສອງສາມຢ່າງໃນບັນດາສິ່ງທີ່ຂ້າພະເຈົ້າມັກ. ສິ່ງເຫລົ່ານີ້ໄດ້ຖືກສິດສອນແກ່ຂ້າພະເຈົ້າໂດຍຄູສອນຊັ້ນປະຖົມໄວ ແລະ ໂດຍແມ່ທີ່ດີເລີດຂອງຂ້າພະເຈົ້າ.
ດານີເອນ, ຜູ້ໄດ້ສະກັດກັ້ນຝູງສິງ ດ້ວຍສັດທາຂອງລາວໃນອົງພຣະເຢຊູຄຣິດເຈົ້າ ແລະ ໂດຍການຂັດຂວາງຂອງທູດຜູ້ປະຕິບັດສາດສະໜາກິດຂອງພຣະເຈົ້າ, ໄດ້ເປັນຜູ້ໜຶ່ງທີ່ໄດ້ເຫັນວັນເວລາຂອງເຮົາຢູ່ໃນພາບນິມິດ. ໃນການແປຄວາມຝັນຂອງກະສັດບາບີໂລນຊື່ ເນບູກາດເນັດຊາ, ດານີເອນໄດ້ທຳນາຍວ່າສາດສະໜາຈັກຂອງພຣະຜູ້ເປັນເຈົ້າຈະຖືກຈັດຕັ້ງຂຶ້ນໃນຍຸກສຸດທ້າຍ ເປັນຫີນນ້ອຍກ້ອນໜຶ່ງທີ່ “ແຕກອອກມາເອງຈາກໜ້າຜາໂດຍບໍ່ມີຜູ້ໃດເຮັດ.”3 ຄຳວ່າ “ບໍ່ມີຜູ້ໃດເຮັດ,” ໝາຍເຖິງການແຊກແຊງຂອງສະຫວັນ, ສາດສະໜາຈັກຂອງພຣະຜູ້ເປັນເຈົ້າຈະຂະຫຍາຍອອກຈົນເຕັມແຜ່ນດິນໂລກ, “ຈະບໍ່ສູນຫາຍໄປຈັກເທື່ອ … [ແຕ່ຈະ] ຕັ້ງໝັ້ນຢູ່ຕະຫລອດໄປເປັນນິດ.”4
ມັນເປັນພະຍານທີ່ໜ້າປະທັບໃຈ ຊຶ່ງຖ້ອຍຄຳຂອງດານີເອນກຳລັງເກີດເປັນຈິງ ຂະນະທີ່ສະມາຊິກຂອງສາດສະໜາຈັກ, ຈາກທຸກບ່ອນຂອງໂລກ, ກຳລັງຮັບຊົມ ແລະ ຮັບຟັງກອງປະຊຸມໃຫຍ່ໃນມື້ນີ້.
ອັກຄະສາວົກເປໂຕທີ່ອຸທິດຕົນ ໄດ້ບັນຍາຍເຖິງ “ເວລາທີ່ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່ … ຕັ້ງແຕ່ການເລີ່ມຕົ້ນຂອງໂລກ.”5 ອັກຄະສາວົກໂປໂລໄດ້ຂຽນວ່າ ເມື່ອເວລາກຳນົດຄົບບໍລິບູນ, ພຣະເຈົ້າຈະ “ຮວບຮວມສິ່ງສາລະພັດ … ໄວ້ໃນພຣະຄຣິດ,”6 “ພຣະເຢຊູຄຣິດເອງເປັນຫີນເສົາເອກ.”7 ຂ້າພະເຈົ້າຮູ້ສຶກເຖິງຄຳທຳນາຍເຫລົ່ານັ້ນຫລາຍທີ່ສຸດ ເມື່ອຂ້າພະເຈົ້າມີພາກສ່ວນໃນການອຸທິດພຣະວິຫານ ໂຣມ ອີຕາລີ. ສາດສະດາ ແລະ ອັກຄະສາວົກທັງໝົດໄດ້ສະແດງປະຈັກພະຍານເຖິງພຣະເຢຊູຄຣິດ, ພຣະຜູ້ໄຖ່ຂອງໂລກ, ດັ່ງທີ່ເປໂຕ ແລະ ໂປໂລໄດ້ເປັນພະຍານ. ສາດສະໜາຈັກເປັນຕົວຢ່າງທີ່ດຳລົງຢູ່ຂອງການຖືກຕັ້ງຂຶ້ນໃໝ່, ອ້າຍເອື້ອຍນ້ອງທັງຫລາຍ, ແລະ ສະມາຊິກຂອງເຮົາເປັນພະຍານເຖິງຄຳທຳນາຍແຫ່ງສະຫວັນເຫລົ່ານັ້ນ ດົນນານມາແລ້ວ.
ໂຢເຊັບແຫ່ງເອຢິບໄດ້ທຳນາຍວ່າ ໃນຍຸກສຸດທ້າຍ “ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າ ຈະຍົກຜູ້ພະຍາກອນຜູ້ໜຶ່ງຂຶ້ນມາໃຫ້ແກ່ຜົນແອວຂອງຂ້າພະເຈົ້າ.”8 “ເພາະລາວຈະເຮັດວຽກງານ [ຂອງພຣະຜູ້ເປັນເຈົ້າ].”9 ໂຈເຊັບ ສະມິດ, ສາດສະດາຂອງການຟື້ນຟູ, ຄືຜູ້ພະຍາກອນຜູ້ນັ້ນ.
ໂຢຮັນຜູ້ເປີດເຜີຍໄດ້ທຳນາຍເຖິງທູດອົງໜຶ່ງຂອງພຣະຜູ້ສູງສຸດ ໄດ້ຮວບຮວມພາກສ່ວນສຳຄັນຂອງການຟື້ນຟູເຂົ້າກັນ ດ້ວຍຖ້ອຍຄຳເຫລົ່ານີ້: “ແລ້ວຂ້າພະເຈົ້າໄດ້ເຫັນທູດອົງໜຶ່ງອີກ ບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນນິລັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ, ແລະ ທຸກຊົນຊາດ.”10 ໂມໂຣໄນຄືທູດອົງນັ້ນ. ເພິ່ນໄດ້ເຫັນວັນເວລາຂອງເຮົາ ຊຶ່ງຖືກບັນທຶກໄວ້ຢູ່ໃນພຣະຄຳພີມໍມອນ. ໃນການມາປະກົດອີກ, ເພິ່ນໄດ້ກະກຽມໂຈເຊັບ ສະມິດ ສຳລັບການປະຕິບັດສາດສະໜາກິດຂອງເພິ່ນ, ລວມທັງການແປພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ.
ສາດສະດາຄົນອື່ນໆກໍໄດ້ບອກລ່ວງໜ້າເຖິງວັນເວລາຂອງເຮົາ. ມາລາກີໄດ້ກ່າວເຖິງເອລີຢາວ່າ “ລາວຈະນຳພໍ່ກັບລູກມາພົບກັນອີກ.”11 ເອລີຢາໄດ້ມາ, ແລະ ຜົນທີ່ຕາມມາ, ທຸກວັນນີ້ ເຮົາມີພຣະວິຫານ 168 ແຫ່ງ ຢາຍຢູ່ທົ່ວໂລກ. ພຣະວິຫານແຕ່ລະແຫ່ງຮັບໃຊ້ສະມາຊິກທີ່ມີຄ່າຄວນ ເຮັດພັນທະສັນຍາທີ່ສັກສິດ ແລະ ຮັບເອົາພອນຂອງພິທີການໃຫ້ແກ່ຕົວເອງ ແລະ ແທນບັນພະບຸລຸດທີ່ລ່ວງລັບໄປແລ້ວ. ວຽກງານທີ່ສັກສິດນີ້ ໄດ້ບັນຍາຍໂດຍມາລາກີວ່າ “ເປັນຈຸດໃຫຍ່ໃຈກາງຂອງແຜນຂອງພຣະຜູ້ສ້າງ ສຳລັບວິຖີຊີວິດອັນນິລັນດອນຂອງລູກໆຂອງພຣະອົງ.”12
ເຮົາມີຊີວິດຢູ່ໃນວັນເວລານັ້ນທີ່ຖືກທຳນາຍ; ເຮົາເປັນຜູ້ຄົນທີ່ຮັບຜິດຊອບເລື່ອງການນຳພາເຂົ້າສູ່ການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ; ເຮົາຕ້ອງເຕົ້າໂຮມລູກໆຂອງພຣະເຈົ້າ, ຜູ້ທີ່ຈະໄດ້ຍິນ ແລະ ຮັບເອົາຄວາມຈິງ, ພັນທະສັນຍາ, ແລະ ຄຳສັນຍາຂອງພຣະກິດຕິຄຸນອັນເປັນນິດ. ປະທານແນວສັນເອີ້ນມັນວ່າ “ເປັນການທ້າທາຍທີ່ ຫຍຸ້ງຍາກທີ່ສຸດ ເປັນອຸດົມການ ທີີ່ຍິ່ງໃຫຍ່ທີ່ສຸດ, ແລະ ເປັນວຽກງານທີ່ ສຳຄັນທີ່ສຸດ ຢູ່ເທິງແຜ່ນດິນໂລກ ໃນວັນເວລານີ້.”13 ຂ້າພະເຈົ້າເປັນພະຍານເຖິງການມະຫັດສະຈັນນັ້ນ.
ໂດຍໄດ້ຮັບການມອບໝາຍຈາກປະທານຣະໂຊ ເອັມ ແນວສັນ, ໃນເດືອນກຸມພາ ປີນີ້ ຂ້າພະເຈົ້າໄດ້ອຸທິດພຣະວິຫານ ເດີບານ ອາຟຣິກາໃຕ້. ມັນເປັນວັນທີ່ຂ້າພະເຈົ້າຈະຈື່ຈຳໄປຕະຫລອດຊີວິດ. ຂ້າພະເຈົ້າໄດ້ຢູ່ກັບສະມາຊິກຜູ້ທີ່ມາຫາພຣະກິດຕິຄຸນ ດັ່ງທີ່ເຢເຣມີຢາ ໄດ້ທຳນາຍ ດົນນານມາແລ້ວ ທີ່ວ່າ—“ຄົນໜຶ່ງຈາກແຕ່ລະເມືອງ, ແລະ ສອງຄົນຈາກແຕ່ລະຕະກຸນ.”14 ຄຳສອນຂອງພຣະເຢຊູຄຣິດ ໄດ້ລວມເຮົາເຂົ້າກັນເປັນໜຶ່ງ—ຕະຫລອດທົ່ວໂລກ—ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ, ໃນຖານະອ້າຍເອື້ອຍນ້ອງກັນໃນພຣະກິດຕິຄຸນ. ບໍ່ວ່າເຮົາຈະນຸ່ງຖືແບບໃດ, ເຮົາກໍເປັນຜູ້ຄົນກຸ່ມດຽວກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນ ຜູ້ຊຶ່ງໄດ້ວາງແຜນໄວ້ກ່ອນແລ້ວ ຕັ້ງແຕ່ການເລີ່ມຕົ້ນ ແລະ ໃນເວລານີ້ໃຫ້ເຕົ້າໂຮມຄອບຄົວຂອງພຣະອົງ ໂດຍການເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດຂອງພຣະວິຫານ.
ຢູ່ໃນການຊຸມນຸມຂອງຜູ້ດຳລົງຖານະປະໂລຫິດກຸ່ມນ້ອຍໜຶ່ງ ຢູ່ໃນໂຮງຮຽນ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ໃນປີ 1834, ສາດສະດາໂຈເຊັບໄດ້ທຳນາຍວ່າ, “ຄ່ຳຄືນນີ້ ມີຜູ້ດຳລົງຖານະປະໂລຫິດພຽງໜ້ອຍດຽວເທົ່ານັ້ນຢູ່ໃນບ່ອນນີ້, ແຕ່ສາດສະໜາຈັກນີ້ຈະເຕັມຢູ່ໃນອາເມຣິກາເໜືອ ແລະ ໃຕ້—ມັນຈະເຕັມຢູ່ໃນໂລກ.”15
ໃນສອງສາມປີຜ່ານມານີ້ ຂ້າພະເຈົ້າໄດ້ເດີນທາງໄປທົ່ວໂລກ ເພື່ອພົບກັບສະມາຊິກຂອງສາດສະໜາຈັກ. ບັນດາອ້າຍນ້ອງຂອງກຸ່ມອັກຄະສາວົກສິບສອງຄົນອື່ນໆຂອງຂ້າພະເຈົ້າ ກໍໄດ້ຮັບມອບໝາຍທີ່ຄ້າຍຄືກັນ. ແຕ່ປານນັ້ນ, ກໍຍັງບໍ່ມີໃຜສາມາດແຂ່ງກັບສາດສະດາທີ່ຮັກແພງຂອງພວກເຮົາໄດ້, ປະທານແນວສັນ, ຜູ້ເດີນທາງລະຫວ່າງສອງປີທຳອິດໃນຖານະປະທານຂອງສາດສະໜາຈັກ ໄປພົບກັບໄພ່ພົນໃນ 32 ປະເທດ ແລະ ຫລາຍໆແຫ່ງໃນສະຫະລັດ16 ເພື່ອເປັນພະຍານເຖິງພຣະຄຣິດທີ່ຊົງພຣະຊົນ.
ຂ້າພະເຈົ້າຈື່ໄດ້ ຕອນຂ້າພະເຈົ້າໄດ້ຮັບການເອີ້ນໃຫ້ໄປສອນສາດສະໜາຂອງຂ້າພະເຈົ້າ ຕອນຍັງໜຸ່ມ. ຂ້າພະເຈົ້າຢາກຮັບໃຊ້ຢູ່ໃນເທດເຢຍລະມັນ, ຄືກັນກັບພໍ່, ອ້າຍ, ແລະ ອ້າຍເຂີຍຂອງຂ້າພະເຈົ້າ. ໂດຍທີ່ບໍ່ໄດ້ລໍຖ້າໃຫ້ຄົນໃນຄອບຄົວກັບມາບ້ານກ່ອນ, ຂ້າພະເຈົ້າໄດ້ຟ້າວອອກໄປຫາຕູ້ໄປສະນີ ແລະ ໄດ້ເປີດຈົດໝາຍການເອີ້ນ. ຂ້າພະເຈົ້າອ່ານວ່າ ຂ້າພະເຈົ້າຖືກເອີ້ນໃຫ້ໄປສອນສາດສະໜາຢູ່ເຂດເຜີຍແຜ່ພາກຕາເວັນອອກ, ຊຶ່ງຫ້ອງການໃຫຍ່ຕັ້ງຢູ່ໃນເມືອງນິວຢອກ. ຂ້າພະເຈົ້າຜິດຫວັງ, ສະນັ້ນ ຈຶ່ງໄດ້ເຂົ້າໄປໃນເຮືອນ ແລະ ເປີດອ່ານພຣະຄຳພີ ເພື່ອປອບໃຈ. ຂ້າພະເຈົ້າໄດ້ເລີ່ມອ່ານຢູ່ໃນ ຄຳສອນ ແລະ ພັນທະສັນຍາ ວ່າ: “ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາມີຜູ້ຄົນຢ່າງຫລວງຫລາຍຢູ່ໃນບ່ອນນີ້, ໃນພາກພື້ນຕ່າງໆທີ່ອ້ອມຮອບ; ແລະ ປະຕູທີ່ມີປະສິດທິພາບຈະເປີດໃນພາກພື້ນຕ່າງໆທີ່ອ້ອມຮອບ ໃນພາກຕາເວັນອອກຂອງແຜ່ນດິນນີ້.”17 ຄຳທຳນາຍນັ້ນ, ຊຶ່ງມອບໃຫ້ແກ່ສາດສະດາໂຈເຊັບ ສະມິດ ໃນປີ 1833, ໄດ້ຖືກເປີດເຜີຍຕໍ່ຂ້າພະເຈົ້າ. ຂ້າພະເຈົ້າຮູ້ໃນເວລານັ້ນເອງວ່າ ຂ້າພະເຈົ້າໄດ້ຖືກເອີ້ນໄປຫາເຂດເຜີຍແຜ່ທີ່ພຣະຜູ້ເປັນເຈົ້າປະສົງໃຫ້ຂ້າພະເຈົ້າໄປຮັບໃຊ້. ຂ້າພະເຈົ້າໄດ້ສິດສອນການຟື້ນຟູ ແລະ ເຖິງການເລີ່ມຕົ້ນທີ່ໜ້າຕື່ນເຕັ້ນ ຕອນທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນໄດ້ກ່າວກັບໂຈເຊັບ ສະມິດ ວ່າ, “ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”18
ເຫດການທີ່ສຳຄັນສຳລັບທັງສາດສະໜາຈັກ ແມ່ນຄຳທຳນາຍຂອງເອຊາຢາ, ທີ່ມອບໃຫ້ຫລາຍກວ່າ 700 ປີ ກ່ອນການກຳເນີດຂອງພຣະເຢຊູຄຣິດ ມີຄຳວ່າ: “ໃນວັນທັງຫລາຍທີ່ຈະໝຸນວຽນມາເຖິງ, ພູບ່ອນທີ່ຕັ້ງພຣະວິຫານຂອງພຣະຜູ້ເປັນເຈົ້າຈະສູງກວ່າທຸກໆແຫ່ງ, … ແລະ ຫລາຍຊົນຊາດຈະຫລັ່ງມາສູ່ທີ່ນັ້ນ.”19
ໃນຈິດໃຈຂອງຂ້າພະເຈົ້າໃນມື້ນີ້, ຂ້າພະເຈົ້າວາດພາບເຫັນສະມາຊິກຫລາຍລ້ານຄົນ ແລະ ໝູ່ເພື່ອນໄດ້ເຊື່ອມຕໍ່ເຂົ້າກັນໃນກອງປະຊຸມທາງ ອີເລັກໂທຣນິກ ຢູ່ໃນໂທລະພາບ, ອິນເຕີເນັດ, ຫລື ໃນຮູບແບບອື່ນໆ. ມັນຄືກັບວ່າເຮົານັ່ງຢູ່ນຳກັນ “ເທິງເນີນພູ.”20 ບຣິກຳ ຢັງ ໄດ້ກ່າວຄຳນີ້ວ່າ “ນີ້ຄືສະຖານທີ່ ທີ່ຖືກຕ້ອງ.”21 ໄພ່ພົນ, ຊຶ່ງບາງຄົນກໍເປັນບັນພະບຸລຸດສະໄໝຜູ້ບຸກເບີກຂອງຂ້າພະເຈົ້າ, ໄດ້ທຳງານເພື່ອສະຖາປະນາຊີໂອນ ຢູ່ໃນເຂດພູ ຣ໊ອກກີ້ ນີ້ “ຜ່ານທາງພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງຜູ້ບັນຊາປະຊາຄົມຂອງໂລກ.”22
ຂ້າພະເຈົ້າຢືນຢູ່ມື້ນີ້ ໃນສະຖານທີ່ ທີ່ສັກສິດ ຊຶ່ງພາຫລາຍລ້ານຄົນມາທ່ຽວຊົມ. ໃນປີ 2002, ເມືອງເຊົາເລັກໄດ້ເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກ ໃນລະດູໜາວ. ກຸ່ມນັກຮ້ອງແທໂບແນໂກໄດ້ຮ້ອງເພງເປີດພິທີ, ແລະ ສາດສະໜາຈັກໄດ້ຈັດລາຍການເພງ ແລະ ໂຄງການຕ່າງໆ ສຳລັບຜູ້ມາຊົມ ແລະ ນັກກິລາ ຈາກຫລາກຫລາຍປະເທດ. ຂ້າພະເຈົ້າຈະຈື່ຈຳສະເໝີ ທີ່ໄດ້ເຫັນພຣະວິຫານຢູ່ຂ້າງຫລັງນັກສື່ຂ່າວ ໃນໂທລະພາບທົ່ວໂລກ.
ໃນຫລາຍປີຜ່ານມາ, ປະທານາທິບໍດີຂອງສະຫະລັດ, ບັນດາກະສັດ, ຜູ້ຕັດສິນ, ລັດຖະມົນຕີ, ອັກຄະຣາຊະທູດ, ແລະ ເຈົ້າໜ້າທີ່ຊັ້ນສູງ ຈາກຫລາຍປະເທດໄດ້ມາເມືອງເຊົາເລັກ ແລະ ພົບກັບຜູ້ນຳຂອງພວກເຮົາ. ປະທານແນວສັນໄດ້ຕ້ອນຮັບສະມາຄົມແຫ່ງຊາດສຳລັບຄວາມກ້າວໜ້າຂອງຄົນດຳ, ອົງການຂອງສະຫະລັດອາເມຣິກາ ທີ່ໃຫ້ສິດເທົ່າທຽມກັນ ໂດຍບໍ່ເລືອກເຊື້ອຊາດ. ຂ້າພະເຈົ້າຍັງຈື່ໄດ້ວ່າ ໄດ້ຢືນຄຽງບ່າຄຽງໄຫລ່ກັບຜູ້ນຳເຫລົ່ານີ້ ຂະນະທີ່ປະທານແນວສັນ, ທ່ານປະທານລີອອນ ດັບເບິນຢູ ຣະໂຊ, ແລະ ຄຸນພໍ່ ເອມັສ ບຣາວ ຂໍຮ້ອງໃຫ້ປະຊາຄົມ “ມີຄວາມສຸພາບຫລາຍກວ່າເກົ່າ ແລະ ມີຄວາມປອງດອງເລື່ອງເຊື້ອຊາດຢູ່ໃນໂລກ.”23
ຫລາຍໆຄົນໄດ້ມາທີ່ບໍລິເວນພຣະວິຫານ ແລະ ໄດ້ພົບກັນເປັນສະພາກັບຜູ້ນຳຂອງສາດສະໜາຈັກ. ຍົກຕົວຢ່າງ, ປີແລ້ວນີ້, ໂດຍກ່າວພຽງໜ້ອຍດຽວ, ພວກເຮົາໄດ້ຕ້ອນຮັບກອງປະຊຸມໃຫຍ່ປະຊາສັງຄົມ ສະຫະປະຊາຊາດ ຄັ້ງທີ 68, ເປັນການຊຸມນຸມຈາກທົ່ວໂລກ ແລະ ເປັນຄັ້ງດຽວທີ່ຈັດຢູ່ນອກເມືອງນິວຢອກ. ພວກເຮົາໄດ້ພົບກັບຄະນະກຳມະການດ້ານສາດສະໜາຂອງປະເທດຫວຽດນາມ ແລະ ອັກຄະຣາຊະທູດຈາກປະເທດ ກູບາ, ຟີລິບປິນ, ອາກຊັງຕິນ, ລູມານີ, ຊູດັງ, ກາຕາ, ແລະ ອາຣັບບີ ຊາອູດິດ. ພວກເຮົາກໍໄດ້ຕ້ອນຮັບເລຂານຸການໃຫຍ່ຂອງຝ່າຍສາດສະໜາມຸດສະລິມນຳອີກ.
ສິ່ງທີ່ຂ້າພະເຈົ້າບັນຍາຍມານັ້ນ ແມ່ນການບັນລຸຄຳທຳນາຍຂອງເອຊາຢາ ວ່າໃນຍຸກສຸດທ້າຍ, ປະຊາຊາດຈະຫລັ່ງມາຫາ “ພູບ່ອນທີ່ຕັ້ງບ້ານຂອງພຣະຜູ້ເປັນເຈົ້າ.”24 ພຣະວິຫານເຊົາເລັກແຫ່ງຍິ່ງໃຫຍ່ນີ້ ຕັ້ງຢູ່ໃນໃຈກາງຂອງຄວາມສະຫງ່າງາມ ແລະ ສະຫງ່າລາສີນັ້ນ.
ມັນບໍ່ແມ່ນເພາະຄວາມສວຍງາມຂອງສະຖານທີ່ ທີ່ດຶງດູດໃຫ້ຜູ້ຄົນມາຫາ, ເຖິງແມ່ນສະຖານທີ່ກໍສວຍງາມແທ້ໆ; ມັນເປັນເພາະຄວາມບໍລິສຸດຂອງສາດສະໜາທີ່ສະແດງໃນທາງວິນຍານ, ໃນຄວາມເຕີບໂຕ, ໃນຄວາມດີງາມ, ແລະ ໃນຄວາມເພື່ອແຜ່ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ສະມາຊິກ; ມັນແມ່ນເພາະຄວາມຮັກຂອງເຮົາທີ່ເໝືອນດັ່ງພຣະເຈົ້າຮັກ, ຄຳໝັ້ນສັນຍາຂອງເຮົາໃນອຸດົມການທີ່ສູງກວ່າ, ສິ່ງທີ່ໂຈເຊັບ ສະມິດ ເອີ້ນວ່າ “ອຸດົມການຂອງພຣະຄຣິດ.”25
ເຮົາບໍ່ຮູ້ວ່າເມື່ອໃດພຣະຜູ້ຊ່ວຍໃຫ້ລອດຈະສະເດັດກັບມາ, ແຕ່ສິ່ງນີ້ເຮົາຮູ້ຈັກ. ເຮົາຕ້ອງກະກຽມຢູ່ໃນໃຈ ແລະ ຢູ່ໃນຄວາມຄິດ, ມີຄ່າຄວນພໍທີ່ຈະຕ້ອນຮັບພຣະອົງ, ແລະ ຖືວ່າໄດ້ຮັບກຽດຢ່າງຍິ່ງ ທີ່ໄດ້ເປັນພາກສ່ວນໃນຄຳທຳນາຍ ດົນນານມາແລ້ວ.
ຂ້າພະເຈົ້າເປັນພະຍານວ່າ ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະຜູ້ເປັນເຈົ້າ ຢູ່ເທິງໂລກນີ້, ແລະ ຄຽງຂ້າງເພິ່ນ ມີອັກຄະສາວົກທີ່ຖືກເອີ້ນຈາກພຣະເຈົ້າ, ໄດ້ຮັບການແຕ່ງຕັ້ງໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ແລະ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ການຟື້ນຟູຈະດຳເນີນຕໍ່ໄປ.
ຂ້າພະເຈົ້າຂໍປິດທ້າຍດ້ວຍຄຳທຳນາຍຂອງໂຈເຊັບ ສະມິດ, ຖ້ອຍຄຳທີ່ຂ້າພະເຈົ້າເປັນພະຍານວ່າ ມັນເປັນຄວາມຈິງ: “ຄົນທີ່ບໍ່ສະອາດຈະຢຸດຢັ້ງວຽກງານນີ້ຈາກຄວາມກ້າວໜ້າບໍ່ໄດ້; ການຂົ່ມເຫັງອາດຮ້າຍແຮງຂຶ້ນ, ກຸ່ມທຳຮ້າຍອາດຮ່ວມເຂົ້າກັນ, ກອງທັບເຕົ້າໂຮມກັນ, ການໃສ່ຮ້າຍອາດເຮັດໃຫ້ເສື່ອມເສຍ, ແຕ່ຄວາມຈິງຂອງພຣະເຈົ້າຈະກ້າວໄປໜ້າຢ່າງອາດຫານ, ຢ່າງສູງສົ່ງ, ແລະ ເປັນອິດສະລະ, ຈົນກວ່າມັນໄດ້ເຂົ້າໄປເຖິງທຸກທະວີບ, ໄດ້ຢ້ຽມຢາມທຸກພາກພື້ນຂອງແຜ່ນດິນ, ໄດ້ຜ່ານໄປໃນທຸກປະເທດ, ແລະ ທຸກຄົນໄດ້ຍິນ, ຈົນກວ່າພຣະປະສົງຂອງພຣະເຈົ້າຈະສຳເລັດຄົບຖ້ວນ, ແລະ ພຣະເຢໂຮວາອົງຍິ່ງໃຫຍ່ຈະກ່າວວ່າ ວຽກງານສຳເລັດແລ້ວ.”26 ຂ້າພະເຈົ້າເປັນພະຍານວ່າ ຄຳທຳນາຍເຫລົ່ານີ້ຂອງໂຈເຊັບ ສະມິດ ກຳລັງເກີດເປັນຈິງ.
ຂ້າພະເຈົ້າສັນຍາວ່າ ເມື່ອທ່ານເຮັດຕາມຄຳແນະນຳທີ່ດົນໃຈຂອງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ທີ່ປຶກສາຂອງເພິ່ນ, ອັກຄະສາວົກ, ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆ, ແລະ ເມື່ອທ່ານເຊື່ອຟັງສາດສະດາໃນສະໄໝບູຮານ ຜູ້ໄດ້ບອກລ່ວງໜ້າເຖິງວັນເວລາຂອງເຮົາ, ແລ້ວໃນສ່ວນເລິກຂອງໃຈ ແລະ ຈິດວິນຍານຂອງທ່ານ, ທ່ານຈະເຕັມໄປດ້ວຍພຣະວິນຍານ ແລະ ວຽກງານຂອງການຟື້ນຟູ. ຂ້າພະເຈົ້າສັນຍາວ່າ ທ່ານຈະເຫັນພຣະຫັດຂອງພຣະເຈົ້າໃນຊີວິດຂອງທ່ານ, ໄດ້ຍິນການກະຕຸ້ນຂອງພຣະອົງ, ແລະ ຮູ້ສຶກເຖິງຄວາມຮັກຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ດ້ວຍຄວາມຮູ້ບຸນຄຸນສຳລັບການຟື້ນຟູພຣະກິດຕິຄຸນຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງ, ໃນຫລັກຖານເຖິງຄວາມຮັກທີ່ຫາອັນປຽບບໍ່ໄດ້ຂອງພຣະອົງ, ອາແມນ.