ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເອີ້ນ​ທີ່​ມີ​ກຽດ​ໂດຍ​ສະ​ເພາະ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ການ​ເອີ້ນ​ທີ່​ມີ​ກຽດ​ໂດຍ​ສະ​ເພາະ

ໃນ​ຖາ​ນະ​ຜູ້​ຍິງ​ແຫ່ງ​ສັດ​ທາ, ເຮົາ​ສາ​ມາດ​ໃຊ້​ຫລັກ​ທຳ​ຂອງ​ຄວາມ​ຈິງ​ຈາກ​ປະ​ສົບ​ການ​ຂອງສາດ​ສະ​ດາ ໂຈເຊັບ ທີ່​ໃຫ້​ຄວາມ​ຮູ້​ສຳ​ລັບ​ການ​ຮັບ​ເອົາການ​ເປີດ​ເຜີຍ​ຂອງ​ເຮົາ​ເອງ.

ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ​ທີ່​ໄດ້​ເຈາະ​ຈົງ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້ ໃສ່​ບົດ​ບາດ​ອັນ​ຕໍ່​ເນື່ອງ​ຂອງ​ຜູ້​ຍິງ ໃນ​ການ​ຟື້ນ​ຟູ. ມັນ​ແຈ່ມ​ແຈ້ງ​ທີ່ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ ຜູ້​ຍິງ​ມີ​ບ່ອນ​ສະ​ເພາະ​ຢູ່ໃນແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ປະທານຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ, “ເຮົາບໍ່ສາມາດ​ວັດແທກ​ອິດທິພົນທີ່ … ຜູ້​ຍິງມີ, ບໍ່ພຽງແຕ່​ການປະຕິບັດ​ຕໍ່ຄອບຄົວ​ເທົ່ານັ້ນ ແຕ່ຕໍ່​ສາດສະໜາ​ຈັກຂອງ​ພຣະຜູ້ເປັນເຈົ້າ​ອີກດ້ວຍ, ໃນໜ້າທີ່​ເປັນ ພັນລະຍາ, ແມ່, ແມ່ເຖົ້າ, ເອື້ອຍ, ນ້ອງ, ປ້າ, ນ້າ, ອາ, ນາຍຄູ, ແລະ ຜູ້ນຳ ໂດຍສະເພາະ​ເປັນຕົວຢ່າງ ແລະ ເປັນຜູ້​ພິທັກ​ຄວາມເຊື່ອ​ຢ່າງອາດຫານ.”1

ຢູ່​ໃນສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​​ໃນ​ສະ​ໄໝ​ເລີ່ມ​ຕົ້ນ ໃນ​ເມືອງ ນາວູ ເມື່ອ 178 ປີ​ກ່ອນ, ສາດ​ສະ​ດາ ໂຈເຊັບ ສະມິດ ໄດ້​ແນະ​ນຳ​ບັນ​ດາ​ເອື້ອຍ​ນ້ອງ​ໃຫ້ “ດຳ​ລົງ​ຊີ​ວິດ​ໃຫ້​ເໝາະ​ສົມ​ກັບ​ສິດ​ທິ​ພິ​ເສດ [ຂອງ​ເຂົາ​ເຈົ້າ].”2 ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ສິດ​ສອນ​ເຮົາ​ໃນ​ທຸກວັນ​ນີ້. ເຂົາ​ເຈົ້າ​ໄດ້​ເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ​ອັນ​ແນ່ວ​ແນ່ ໃນພຣະ​ເຢ​ຊູ​ຄຣິດ ຂະ​ນະ​ທີ່​ເຂົາ​ເຈົ້າ​ວາງ​ຮາກ​ຖານ​ທີ່​ເຮົາ​ຢືນ​ຢູ່​ໃນ​ເວ​ລານີ້. ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ເປັນ​ຜຽນ​ຂອງ​ພວກ​ເຮົາ. ເຮົາມີ​ໜ້າ​ທີ່​ສັກ​ສິດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ການ​ມີ​ສ່ວນ​ຮ່ວມ​ທີ່​ຊື່​ສັດ ແລະ ພິ​ເສດ​ຂອງ​ເຮົາ​ແມ່ນ​ສຳ​ຄັນ​ຫລາຍ.

ປະທານ​ສະເປັນເຊີ ດັບເບິນຢູ ຄິມໂບ ໄດ້​ອະ​ທິ​ບາຍ​ວ່າ: “ການ​ເປັນ​ຜູ້​ຍິງ​ທີ່​ຊອບ​ທຳ​ລະ​ຫວ່າງ​ຍຸກ​ສຸດ​ທ້າຍ​ຂອງ​ໂລກ, ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເປັນ​ການ​ເອີ້ນ​ທີ່​ມີ​ກຽດ​ໂດຍ​ສະ​ເພາະ. ພະ​ລັງ ແລະ ອິດ​ທິ​ພົນຂອງຜູ້​ຍິງ​ທີ່​ຊອບ​ທຳ​ໃນ​ທຸກວັນ​ນີ້​ສາ​ມາດ​ເປັນ​ໄດ້ເຖິງ​ສິບ​ເທົ່າ ເມື່ອ​ປຽບ​ທຽບ​ໃສ່​ກັບ​ເວ​ລາ​ທີ່​ສະ​ຫງົບ​ສຸກ.”3

ປະທານ​ແນວສັນ ກໍ​ໄດ້​ວິງວອນ​ຄື​ກັນ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ໃຫ້ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ແຫ່ງ​ສາດ​ສະ​ໜາ​ຈັກ … ໃຫ້​ກ້າວ​ໄປ​ໜ້າ! ເລີ່ມ​ລົງ​ມື​ໃນ​ບ່ອນ​ທີ່​ທ່ານ​ສົມ​ຄວນ ໃນ​ບ້ານ​ຂອງ​ທ່ານ, ໃນ​ຊຸມ​ຊົນ​ຂອງ​ທ່ານ, ແລະ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ—ຫລາຍກວ່າ​ທີ່​ທ່ານ​ເຄີຍ​ປະ​ຕິ​ບັດ​ມາ​ກ່ອນ.”4

ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ສິດ​ທິ​ພິ​ເສດ, ພ້ອມ​ດ້ວຍກຸ່ມ​ເດັກ​ນ້ອຍ​ປະ​ຖົມ​ໄວ, ໄປພົບ​ກັບ​ປະທານ​ຣະໂຊ ເອັມ ແນວສັນ ຢູ່​ໃນ​ເຮືອນຂອງ​ຄອບ​ຄົວສະມິດ ແບບ​ຈຳ​ລອງ ຢູ່​ໃນ​ເມືອງພາ​ໄມ​ຣາ, ລັດ​ນິວຢອກ. ໃຫ້​ເຮົາ​ມາ​ຟັງ ຂະ​ນະ​ທີ່ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ ສິດ​ສອນ​ເດັກ​ນ້ອຍ​ເຖິງ​ສິ່ງ​ທີ່ ພວກ​ເຂົາ ສາ​ມາດ​ເຮັດ​ໄດ້ ເພື່ອ​ກ້າວ​ໄປ​ໜ້າ.

ຊິດສະເຕີ ໂຈນສ໌: “ຂ້ອຍຢາກ​ຮູ້ ຖ້າ​ຫາກວ່າ ພວກ​ເຈົ້າ​ມີ​ຄຳ​ຖາມ​ທີ່​ຢາກ​ຖາມ​ປະທານ​ແນວສັນ ຫລືບໍ່. ພວກ​ເຈົ້າ​ນັ່ງ​ຢູ່ທີ່ນີ້ ກັບ​ສາດສະ​ດາ. ພວກ​ເຈົ້າ​ມີຄຳ​ຖາມ​ທີ່​ພວກ​ເຈົ້າ​ຢາກ​ຖາມສາດ​ສະ​ດາ​ຫລາຍ​ທີ່​ສຸດ​ບໍ? ເຊີນ, ນາງ​ເພີລ໌.”

ເພີລ໌: “ການ​ເປັນສາດ​ສະ​ດາ​ຍາກ​ຢູ່ບໍ? ທ່ານມີ​ວຽກ​ເຮັດ​ຫລາຍ​ຢູ່​ບໍ?”

ປະທານ​ແນວສັນ: “ແນ່ນອນ ກໍ​ຍາກ​ຢູ່. ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຍາກ. ຍົກ​ຕົວ​ຢ່າງ, ເມື່ອ​ພຣະ​ເຈົ້າ​ປະ​ສົງ​ທີ່​ຈະ​ມອບ​ພຣະ​ບັນ​ຍັດ​ສິບ​ປະ​ການ​ໃຫ້​ໂມເຊ, ພຣະ​ອົງ​ໄດ້​ບອກ​ໂມເຊ​ໄປ​ບ່ອນ​ໃດ? ໃຫ້​ຂຶ້ນໄປ​ເທິງ​ພູ, ໄປ​ຫາ​ຈອມ​ພູ ຊີ​ນາຍ. ສະ​ນັ້ນ​ໂມເຊ​ຈຶ່ງ​ຕ້ອງ​ໄດ້​ຍ່າງ​ຂຶ້ນ​ພູ ຈົນໄປ​ເຖິງ​ຈອມ​ພູ ເພື່ອ​ໄປ​ເອົາ​ພຣະ​ບັນ​ຍັດ​ສິບ​ປະ​ການ. ບັດ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ເວົ້າ​ວ່າ, ‘ໂມເຊ, ໃຫ້​ເຈົ້າ​ເລີ່ມ​ຕົ້ນ​ຢູ່​ບ່ອນນັ້ນ, ແລະ ເຮົາ​ຈະ​ເລີ່ມ​ຕົ້ນ​ຢູ່​ບ່ອນນີ້, ແລະ ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ເຄິ່ງ​ທາງ.’ ແຕ່, ພຣະ​ຜູ້​ເປັນ​ເຈົ້າ​ມັກຄວາມ​ພະ​ຍາ​ຍາມ, ເພາະ​ຄວາມ​ພະ​ຍາ​ຍາມ​ນຳ​ລາງວັນ​ມາ​ໃຫ້ ຊຶ່ງບໍ່​ສາ​ມາດ​ໄດ້​ຮັບ​ຖ້າ​ປາດ​ສະ​ຈາກ​ຄວາມ​ພະ​ຍາ​ຍາມ. ຍົກ​ຕົວ​ຢ່າງ, ພວກ​ເຈົ້າ​ເຄີຍຮຽນ​ຫລິ້ນ ປີອາໂນ ບໍ?”

ເດັກ​ນ້ອຍ: “ເຄີຍ.”

ເພີລ໌: “ຂ້ານ້ອຍ​ເຄີຍ​ຮຽນ​ຫລິ້ນ ຊໍ​ຝະຣັ່ງ.”

ປະທານ​ແນວສັນ: “ແລະ ພວກ​ເຈົ້າ​ຕ້ອງ​ຝຶກ​ບໍ?”

ເດັກ​ນ້ອຍ: “ໂດຍ.”

ປະທານ​ແນວສັນ: “ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ຝຶກ?”

ເພີລ໌: “ເຮົາ​ກໍ​ລືມ.”

ປະທານ​ແນວສັນ: “ແມ່ນ​ແລ້ວ, ພວກ​ເຈົ້າ​ຈະ​ບໍ່​ກ້າວ​ໜ້າ, ແມ່ນ​ບໍ? ສະ​ນັ້ນ ນາງເພີລ໌, ຄຳ​ຕອບ​ກໍຄື ແມ່ນ​ແລ້ວ. ເຮົາ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ, ໝັ່ນ​ພຽນ, ສຶກ​ສາ​ຫລາຍໆ, ແລະ ມັນ​ບໍ່​ມີ​ທີ່​ສິ້ນ​ສຸດ. ດີ​ຫລາຍ! ດີ​ຫລາຍ, ເພາະ​ເຮົາ​ຈະ​ກ້າວ​ໜ້າ​ໄປ​ເລື້ອຍໆ. ແມ່ນ​ແຕ່​ໃນ​ຊີວິດ​ໜ້າ ເຮົາ​ກໍ​ຍັງ​ຈະ​ກ້າວ​ໜ້າ​ໄປ​ເລື້ອຍໆ.”

ຄຳ​ຕອບ​ຂອງ​ປະທານ​ແນວສັນ ຕໍ່ເດັກ​ນ້ອຍ​ທີ່​ມີ​ຄ່າ​ເຫລົ່າ​ນີ້ ແມ່ນ​ສຳ​ລັບ​ເຮົາທຸກ​ຄົນ. ພຣະ​ຜູ້​ເປັນ​ເຈົ້າ​ມັກ​ຄວາມ​ພະ​ຍາ​ຍາມ, ແລະ ຄວາມ​ພະ​ຍາ​ຍາມ​ນຳ​ລາງວັນ​ມາ​ໃຫ້. ເຮົາ​ຕ້ອງ​ຝຶກ​ຕໍ່​ໄປ. ເຮົາ​ຈະ​ກ້າວ​ໜ້າ​ໄປ​ເລື້ອຍໆ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຕິດຕາມ​ພຣະ​ຜູ້​ເປັນ​ເຈົ້າ.5 ພຣະ​ອົງ​ບໍ່​ຄາດ​ໝາຍ​ໃຫ້​ເຮົາ​ດີ​ເລີດ​ໃນ​ເວ​ລານີ້. ເຮົາ​ພະ​ຍາ​ຍາມ​ປີນ​ພູ​ຊີ​ນາຍ​ສ່ວນ​ຕົວ​ຂອງ​ເຮົາ. ຄື​ກັນ​ກັບ​ເວ​ລາ​ທີ່ຜ່ານ​ໄປ, ການ​ເດີນ​ທາງ​ຂອງ​ເຮົາ​ຈະ​ຕ້ອງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ, ໝັ່ນ​ພຽນ, ແລະ ສຶກ​ສາ, ແຕ່​ຄຳ​ສັນ​ຍາ​ຂອງ​ເຮົາ​ທີ່​ຈະ​ກ້າວໄປ​ໜ້າ ຈະ​ນຳ​ລາງວັນ​ແຫ່ງ​ນິ​ລັນ​ດອນ​ມາ​ໃຫ້.6

ເຮົາ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ຈາກສາດ​ສະ​ດາ ໂຈເຊັບ ສະມິດ ແລະ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ, ຄວາມໝັ່ນ​ພຽນ, ແລະ ການສຶກ​ສາ? ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ໃຫ້​ການ​ຊີ້​ນຳ​ແກ່​ເຮົາ ໃນ​ບົດ​ບາດພິ​ເສດ ແລະ ຕໍ່​ເນື່ອງ ຂອງ​ເຮົາ. ໃນ​ຖາ​ນະ​ຜູ້​ຍິງ​ແຫ່ງ​ສັດ​ທາ, ເຮົາ​ສາ​ມາດ​ໃຊ້​ຫລັກ​ທຳ​ຂອງ​ຄວາມ​ຈິງ​ຈາກ​ປະ​ສົບ​ການ​ຂອງສາດ​ສະ​ດາ ໂຈເຊັບ ທີ່​ໃຫ້​ຄວາມ​ຮູ້​ສຳ​ລັບ​ການ​ຮັບ​ເອົາການ​ເປີດ​ເຜີຍ​ຂອງ​ເຮົາ​ເອງ. ຍົກ​ຕົວ​ຢ່າງ:

  • ເຮົາ​ທຳ​ງານ​ພາຍ​ໃຕ້​ຄວາມຫຍຸ້ງ​ຍາກ.

  • ເຮົາ​ຫັນ​ໄປ​ຫາ​ພຣະ​ຄຳ​ພີ​ເພື່ອ​ຮັບ​ເອົາ​ສະ​ຕິ​ປັນຍາ ເພື່ອ​ປະ​ຕິ​ບັດ.

  • ເຮົາ​ສະ​ແດງ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ​ໃນ​ພຣະ​ເຈົ້າ.

  • ເຮົາ​ນຳ​ໃຊ້​ພະ​ລັງ​ຂອງ​ເຮົາ​ເພື່ອ​ອ້ອນວອນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ​ເຮົາ ກຳ​ຈັດ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ.

  • ເຮົາ​ມອບ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ​ໃຫ້​ແກ່​ພຣະ​ເຈົ້າ.

  • ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ເພື່ອ​ນຳ​ພາ​ການ​ເລືອກ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ສະ​ຖິດ​ຢູ່​ກັບ​ເຮົາ ເມື່ອ​ເຮົາ​ຫັນ​ໄປ​ຫາ​ພຣະ​ອົງ.

  • ເຮົາຍອມ​ຮັບ​ວ່າ​ພຣະ​ອົງ​ຮູ້ຊື່​ເຮົາ​ແຕ່​ລະ​ຄົນ ແລະ ມີ​ບົດ​ບາດ​ໃຫ້​ເຮົາ​ບັນ​ລຸ.7

ນອກ​ເໜືອ​ຈາກນີ້, ໂຈເຊັບ ສະມິດ ຍັງ​ໄດ້​ຟື້ນ​ຟູ​ຄວາມ​ຮູ້​ວ່າ ເຮົາ​ມີ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ ແລະ ມີ​ຄ່າ​ນິ​ລັນ​ດອນ. ເປັນ​ເພາະ​ຄວາມ​ສຳ​ພັນ​ນັ້ນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຈຶ່ງ​ເຊື່ອ​ວ່າ​ພຣະ​ອົງ ຄາດ​ໝາຍ ໃຫ້ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ເອມມາ ສະມິດ ໃຫ້ “ຮັບ​ເອົາພຣະ​ວິນ​ຍານ​ບໍ​ລິ​ສຸດ,” ຮຽນ​ຮູ້​ຫລາຍໆ, “ປະ​ຖິ້ມ​ສິ່ງ​ທີ່​ເປັນ​ຂອງ​ໂລກນີ້, … ສະ​ແຫວງ​ຫາ​ສິ່ງ​ທີ່​ດີກວ່າ,” ແລະ “ແນບ​ສະ​ໜິດ​ຢູ່​ກັບ​ພັນ​ທະ​ສັນ​ຍາ [ຂອງ​ນາງ]” ນຳ​ພຣະ​ເຈົ້າ.8 ການ​ຮຽນ​ຮູ້​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ຄວາມ​ກ້າວ​ໜ້າ, ໂດຍ​ສະ​ເພາະ​ເມື່ອ​ມີພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດຢູ່​ນຳ ເພື່ອ​ສິດ​ສອນ​ເຮົາ​ໃນ​ສິ່ງ​ທີ່ຈຳ​ເປັນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ເພື່ອ​ປະ​ຖິ້ມ—ໝາຍ​ເຖິງ​ສິ່ງ​ທີ່​ສາ​ມາດ ລົບ​ກວນ ເຮົາ ຫລື ຢຸດຢັ້ງ ຄວາມ​ກ້າວ​ໜ້າຂອງ​ເຮົາ.

ປະທານ​ແນວສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ.”9 ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ ຍັງ​ຢູ່​ກັບ​ຂ້າ​ພະ​ເຈົ້າ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຂອງ​ຜູ້​ຍິງ​ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ. ເພິ່ນຂໍ​ຮ້ອງ​ເຮົາ, ຊຶ່ງ​ໝາຍ​ຄວາມ​ວ່າ​ມັນ​ສຳ​ຄັນ. ເພິ່ນ​ສິດ​ສອນ​ເຮົາ​ໃຫ້​ຮູ້​ວິ​ທີ​ເອົາ​ຕົວ​ລອດ​ທາງວິນ​ຍານ ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ບາບ ໂດຍ​ການ​ຮັບ​ເອົາ ແລະ ປະ​ຕິ​ບັດ​ຕາມ​ການ​ເປີດ​ເຜີຍ.10 ເມື່ອ​ເຮົາ​ເຮັດ​ແນວນີ້, ໃນ​ການ​ໃຫ້​ກຽດ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້ເປັນ​ເຈົ້າ, ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ ຄື​ກັນ​ກັບ​ທີ່​ເອມມາ ສະມິດ ໄດ້​ຮັບ, ນັ້ນ​ຄື, “ມົງ​ກຸດ​ແຫ່ງ​ຄວາມ​ຊອບ​ທຳ.”11 ສາດ​ສະ​ດາ ໂຈເຊັບ ໄດ້​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ຂອງ ການ​ຮູ້​ຈັກ ວ່າ​ເສັ້ນ​ທາງ​ທີ່​ເຮົາ​ເດີນ​ໄປ​ໃນ​ຊີ​ວິດນີ້ ແມ່ນ​ຖືກ​ອະ​ນຸ​ມັດ​ຈາກ​ພຣະ​ເຈົ້າ​ຫລືບໍ່. ປາດ​ສະ​ຈາກ​ຄວາມ​ຮູ້ນັ້ນ, ເຮົາ “ຈະ​ເລີ່ມ​ອ່ອນ​ເພຍ​ໃນ​ຈິດ​ໃຈ [ຂອງ​ເຮົາ] ແລະ ເປັນ​ລົມ.”12

ໃນ​ກອງ​ປະ​ຊຸມ​ໃຫຍ່ນີ້, ເຮົາ​ຈະ​ໄດ້​ຍິນ​ຄວາມ​ຈິງ​ທີ່​ດົນ​ໃຈ​ເຮົາ​ໃຫ້​ປ່ຽນ​ແປງ, ພັດ​ທະ​ນາ, ຊຳ​ລະ​ຊີ​ວິດ​ໃຫ້​ບໍ​ລິ​ສຸດ. ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ເຮົາ​ສາ​ມາດ​ປ້ອງ​ກັນ​ຈາກ​ສິ່ງ​ທີ່​ບາງ​ຄົນ​ເອີ້ນ​ວ່າ “ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄອບ​ງຳ”—ເມື່ອ​ເຮົາ​ພະ​ຍາ​ຍາມ​ເຮັດ ທຸກ​ຢ່າງ ແທ້ໆ​ດຽວນີ້. ຜູ້​ຍິງ​ສາ​ມາດ​ເຮັດໄດ້​ຫລາຍຢ່າງ, ແຕ່​ມັນ​ເປັນ​ໄປ​ບໍ່​ໄດ້, ແລະ ບໍ່​ຈຳ​ເປັນ, ທີ່​ຈະ​ເຮັດ​ທຸກ​ຢ່າງ​ພ້ອມ​ກັນ​ບາດ​ດຽວ. ພຣະ​ວິນ​ຍານ​ຈະຊ່ວຍ​ເຮົາ​ພິ​ຈາ​ລະ​ນາ​ວ່າ ວຽກ​ງານ​ໃດ​ທີ່​ເຮົາ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ໃນ​ມື້ນີ້.13

ອິດ​ທິ​ພົນ​ແຫ່ງຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ລຳ​ດັບ​ຄວາມ​ສຳ​ຄັນ ຂອງ​ພຣະ​ອົງ ເພື່ອ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ. ການ​ເຊື່ອ​ຟັງ​ຕໍ່​ການເປີດ​ເຜີຍ​ສ່ວນ​ຕົວ ຈະພາ​ໄປ​ສູ່ຄວາມກ້າວ​ໜ້າ ສ່ວນ​ຕົວ.14 ເຮົາ​ຮັບ​ຟັງ ແລະ ປະ​ຕິ​ບັດ.15 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ, “ຈົ່ງທູນ​ຂໍພຣະບິດາ​ໃນນາມ​ຂອງເຮົາ, ໃນສັດທາ​ໂດຍເຊື່ອວ່າ​ພວກເຈົ້າ​ຈະໄດ້ຮັບ, ແລະ ພວກເຈົ້າ​ຈະມີ​ພຣະວິນຍານ​ບໍລິສຸດ​ສະຖິດຢູ່ນຳ, ຊຶ່ງສະແດງ​ທຸກສິ່ງທີ່​ສົມຄວນ​ໃຫ້ປະຈັກ.”16 ບົດ​ບາດ​ອັນ​ຕໍ່​ເນື່ອງ​ຂອງ​ເຮົາ​ຄື ການ​ຮັບ​ເອົາ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ.

ເມື່ອ​ເຮົາບັນ​ລຸ​ລະ​ດັບ​ທີ່​ສູງກວ່າ​ຂອງ​ຄວາມ​ສາ​ມາດ​ທີ່​ຈະ​ເຮັດ​ສິ່ງນັ້ນ, ເຮົາ​ສາ​ມາດ​ໄດ້​ຮັບ​ພະ​ລັງ​ເພີ່ມ​ເຕີມ ໃນ​ບົດ​ບາດ​ສ່ວນ​ຕົວ​ຂອງ​ເຮົາ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ເພື່ອ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ—ແທ້ຈິງແລ້ວ ເພື່ອ “ປ່ອຍ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກນີ້, ແລະ ສະ​ແຫວງ​ຫາ​ສິ່ງ​ທີ່​ດີກວ່າ.”17 ແລ້ວ​ເຮົາ​ຈະ​ສາ​ມາດ​ດົນ​ໃຈ​ຄົນ​ລຸ້ນ​ໃໝ່​ໃຫ້​ເຮັດ​ຄື​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເກົ່າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ທຸກ​ຄົນ​ສະ​ແຫວງ​ຫາ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຮົາ.18 ມັນ​ມີ​ຄວາມ​ສວຍ​ງາມ​ໃນ​ຄວາມ​ເປັນ​ໜຶ່ງ​ລະ​ຫວ່າງ​ຜູ້​ຍິງ ແລະ ຜູ້​ຊາຍ ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ໃນ​ທຸກວັນ​ນີ້. ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ, ຊຶ່ງ​ໄດ້​ເຮັດ​ເປັນ​ເທື່ອ​ທຳ​ອິດ​ຢູ່​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ແລ້ວ​ຢູ່​ໃນພຣະ​ວິ​ຫານ​ທີ່​ສັກ​ສິດ.19 ປະທານ​ແນວສັນ ໄດ້​ສິດ​ສອນ​ວ່າ, “ຍິງ ແລະ ຊາຍ​ທຸກ​ຄົນ ຜູ້​ເຮັດ​ພັນ​ທະ​ສັນ​ຍາ​ກັບພຣະ​ເຈົ້າ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ແລະ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ, ເຂົາ​ເຈົ້າຈະ​ໄດ້​ຮັບ​ອຳ​ນາດ​ຈາກພຣະ​ເຈົ້າ​ໂດຍ​ກົງ.”20

ການ​ຮັບ​ຮູ້​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້ນີ້​ຄື ໂດຍ​ທີ່​ເປັນ​ຜູ້​ຍິງ​ແລ້ວ ຕອນ​ຍັງ​ໜຸ່ມ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ຂ້າ​ພະ​ເຈົ້າ ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ.21 ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ຮັບ​ຮູ້ ແລະ ທະ​ນຸ​ຖະ​ໜອມ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຂະ​ນະ​ທີ່​ເຮົາ “ແນບ​ສະ​ໝິດ​ຢູ່​ກັບ​ພັນ​ທະ​ສັນ​ຍາ [ຂອງ​ເຮົາ],”22 ຮັບ​ເອົາ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ, ແລະ ເຊື່ອ​ຟັງຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ.

ຂໍ​ໃຫ້​ເຮົາ​ຈົ່ງ​ປະ​ກາດ​ຢ່າງ​ກ້າ​ຫານ ເຖິງ​ຄວາມ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, “ດ້ວຍ​ສັດ​ທາ​ອັນ​ບໍ່​ສັ່ນ​ສະ​ເທືອນ​ໃນ​ພຣະ​ອົງ, ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ເຫລືອ​ເຮົາ.”23 ຂໍ​ໃຫ້​ເຮົາ​ຈົ່ງ​ສືບ​ຕໍ່​ໃນ​ເສັ້ນ​ທາງ​ດ້ວຍ​ຄວາມ​ຊື່ນ​ຊົມ ມຸ້ງ​ໜ້າ​ໄປ​ຫາ​ສັກ​ກະ​ຍະ​ພາບ​ທີ່​ສູງ​ສຸດ​ທາງວິນ​ຍານ​ຂອງ​ເຮົາ ແລະ ຊ່ວຍ​ເຫລືອ​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ໃຫ້​ເຮັດ​ຄື​ກັນ ຜ່ານ​ທາງ​ຄວາມ​ຮັກ, ການ​ຮັບ​ໃຊ້, ການ​ເປັນ​ຜູ້​ນຳ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ.

ແອວເດີ ເຈມສ໌ ອີ ທາເມດ ໄດ້​ເຕືອນ​ເຮົາ​ດ້ວຍ​ຄວາມ​ອ່ອນ​ໂຍນ​ວ່າ, “ແຊ້ມ​ທີ່​ຍິ່ງ​ໃຫຍ່​ທີ່ສຸດ​ຂອງ​ໂລກ​ສຳ​ລັບ​ຜູ້​ຍິງ ແລະ ຄວາມ​ເປັນ​ຜູ້​ຍິງແມ່ນ​ພຣະ​ເຢ​ຊູ​ອົງ​ພ​ຣະຄຣິດ.”24 ໃນ​ການ​ວິ​ເຄາະ​ສຸດ​ທ້າຍ​ກ່ຽວ​ກັບ​ບົດ​ບາດອັນ​ຕໍ່​ເນື່ອງ​ຂອງ​ຜູ້​ຍິງ​ໃນ​ການ​ຟື້ນ​ຟູ, ແລະ ສຳ​ລັບ​ເຮົາ​ທຸກ​ຄົນ, ແມ່ນ​ຫຍັງ​ຄືບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ? ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມັນ​ຄື​ການ​ທີ່​ຈະ ຮັບ​ຟັງ ພຣະ​ອົງ,25 ຕິດ​ຕາມ​ພຣະ​ອົງ,26 ໄວ້​ວາງ​ໃຈ​ໃນ​ພຣະ​ອົງ,27 ແລະ ກາຍ​ເປັນຜູ້​ສົ່ງຕໍ່​ຄວາມ​ຮັກ​ຂອງ​ພຣະ​ອົງ.28 ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່.29 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “A Plea to My Sisters,” Liahona, Nov. 2015, 95–96.

  2. Joseph Smith, in “Nauvoo Relief Society Minute Book,” 38, josephsmithpapers.org.

  3. Teachings of Presidents of the Church: Spencer W. Kimball (2006), 217.

  4. Russell M. Nelson, “A Plea to My Sisters,” 97.

  5. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:26–28.

  6. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:33.

  7. ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:11–17.

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:8, 10, 13.

  9. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  10. ເບິ່ງ 2 ນີໄຟ 9:39.

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:15.

  12. Lectures on Faith (1985), 68.

  13. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61.

  14. ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ກ່າວ​ວ່າ:

    “ບັດ​ນີ້, ຖ້າ​ຫາກ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຢ້ຽມ​ຢາມ​ກັນ​ສອງ​ຕໍ່​ສອງ (ຂ້າ​ພະ​ເຈົ້າ​ກໍ​ປາດ​ຖະ​ໜາຢາກ​ໃຫ້​ເປັນ​ເຊັ່ນ​ນັ້ນ), ຊຶ່ງ​ທ່ານ​ຮູ້​ສຶກ​ຖາມ​ໄດ້​ສະ​ບາຍ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ທ່ານ​ຈະ​ຖາມ​ຂ້າ​ພະ​ເຈົ້າ​ໃນ​ທາງນີ້: ‘ໂອ້, ບຣາເດີ ໄອຣິງ, ຂ້າ​ນ້ອຍ​ຮູ້​ສຶກ​ບາງ​ສິ່ງ​ທີ່​ທ່ານ​ໄດ້ບັນ​ຍາຍ​ມານັ້ນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສຳ​ພັດ​ໃຈ ແລະ ຫົວ​ໃຈ​ຂ້າ​ນ້ອຍ​ເປັນ​ບາງ​ຄັ້ງ. ແຕ່​ຂ້າ​ນ້ອຍ​ຕ້ອງການ​ຄວາມ​ສຳ​ພັດ​ເລື້ອຍໆ ຖ້າຂ້າ​ນ້ອຍບໍ່​ຢາກ​ຖືກ​ຄອບ​ງຳ ຫລື ລໍ້​ລວງ. ມັນ​ເປັນ​ໄປ​ໄດ້​ຢູ່​ບໍ? ມັນ​ເປັນ​ໄປ​ໄດ້​ຢູ່​ບໍ, ແລະ, ຖ້າ​ຫາກ​ເປັນ​ໄປ​ໄດ້, ຕ້ອງ​ເຮັດ​ສິ່ງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ພອນນັ້ນ?’

    “ບັດນີ້, ໃຫ້​ເຮົາ​ມາ​ເລີ່ມ​ຕົ້ນ​ຈາກ​ຄຳ​ຖາມ​ຂໍ້​ທຳ​ອິດ​ຂອງ​ທ່ານ. ແມ່ນ​ແລ້ວ, ມັນ​ເປັນ​ໄປ​ໄດ້. ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄວາມ​ໝັ້ນ​ໃຈ​ນັ້ນ—ແລະ ຂ້າ​ພະ​ເຈົ້າ​ກໍ​ຕ້ອງ​ການ​ເປັນ​ບາງ​ຄັ້ງ​ຄື​ກັນ—ຂ້າ​ພະ​ເຈົ້າ​ຈະ​ຄິດ​ກ່ຽວ​ກັບ​ອ້າຍ​ນ້ອງ​ສອງ​ຄົນ. ນີໄຟ ແລະ ລີໄຮ, ແລະ ຜູ້​ຮັບ​ໃຊ້​ຄົນ​ອື່ນໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່ທຳ​ງານ​ກັບ​ເຂົາ​ເຈົ້າ, ໄດ້​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ຢ່າງ​ຮຸນ​ແຮງ. ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ໃນສະ​ໄໝ​ທີ່​ມີຄວາມ​ຊົ່ວ​ຮ້າຍ​ຫລາຍ​ຂຶ້ນ​ເລື້ອຍໆ. ເຂົາ​ເຈົ້າ​ຕ້ອງ​ທົນ​ກັບ​ການ​ຫລອກ​ລວງ​ທີ່ໜ້າ​ຢ້ານ​ກົວ. ສະ​ນັ້ນ ຂ້າ​ພະ​ເຈົ້ຳ​ຮັບ​ຄວາມກ້າ​ຫານ—ແລະ ທ່ານ​ກໍ​ຮັບ​ໄດ້​ຄື​ກັນ—ຈາກ​ຖ້ອຍ​ຄຳ​ຢູ່​ໃນ​ຂໍ້​ນີ້​ຂອງ​ຮີລາມັນ. ຄວາມ​ໝັ້ນໃຈ​ທີ່​ພົບ​ເຫັນ​ຢູ່​ໃນ​ເລື່ອງ​ທີ່​ເກີດ​ຂຶ້ນ​ຕະ​ຫລອດ​ປີ, ເບິ່ງ​ຄື​ວ່າ ຜູ້​ຂຽນ​ມັນ​ບໍ່​ແປກ​ໃຈ​ເລີຍ. ຟັງ​ດູ:

    “‘ແລະ ໃນ​ປີ​ທີ​ເຈັດ​ສິບ​ເກົ້າ​ກໍ​ເລີ່ມ​ມີ​ການ​ຜິດ​ຖຽງ​ກັນ​ຂຶ້ນ. ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ກັບ​ລີໄຮ, ແລະ ພີ່​ນ້ອງ​ຂອງ​ພວກ​ເພິ່ນ​ຫລາຍ​ຄົນ ຜູ້​ທີ່​ຮູ້​ຈັກ​ກ່ຽວ​ກັບ​ຫລັກ​ທຳ​ອັນ​ແທ້​ຈິງ​ຂອງ​ຄຳ​ສອນ ໂດຍ​ທີ່​ໄດ້​ຮັບ ການ​ເປີດ​ເຜີຍ​ທຸກໆ​ມື້, ສະນັ້ນ ພວກ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ສອນ​ຜູ້​ຄົນ, ເຖິງ​ຂະ​ໜາດ​ທີ່​ພວກ​ເພິ່ນ​ເຮັດ​ໃຫ້​ການ​ຜິດ​ຖຽງ​ກັນ​ຂອງ​ພວກ​ເຂົາ ສິ້ນ​ສຸດ​ລົງ​ໃນ​ປີ​ດຽວ​ກັນ​ນັ້ນ.’ [ຮີລາມັນ 11:23]

    “ພວກ​ເຂົາ​ໄດ້​ຮັບ ‘ການ​ເປີດ​ເຜີຍ​ທຸກໆ​ມື້.’ ສະ​ນັ້ນ, ສຳ​ລັບ​ທ່ານ ແລະ ສຳ​ລັບ​ຂ້າ​ພະ​ເຈົ້າ, ມັນ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂໍ້​ທຳ​ອິດ. ແມ່ນ​ແລ້ວ, ມັນ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຢ່າງ​ພຽງ​ພໍ ເພື່ອ​ຮັບ​ການ​ເປີດ​ເຜີຍ​ທຸກໆ​ວັນ. ມັນຈະບໍ່​ເປັນ​ເລື່ອງ​ງ່າຍ. ແຕ່​ມັນ​ເປັນ​ໄປ​ໄດ້. ສິ່ງ​ທີ່ມັນ​ຮຽກ​ຮ້ອງ​ຈະ​ແຕກ​ຕ່າງ​ສຳ​ລັບ​ແຕ່​ລະ​ຄົນ ເພາະ​ເຮົາ​ເລີ່ມ​ຕົ້ນ​ຈາກ​ຈຸດ​ສ້າງ​ປະ​ສົບ​ການ​ພິ​ເສດ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ” (“Gifts of the Spirit for Hard Times” [Brigham Young University fireside, Sept. 10, 2006], 3–4, speeches.byu.edu).

  15. ເບິ່ງ 2 ນີໄຟ 2:16.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:18.

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:10.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:26, 33, 41, 45–46.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–21.

  20. Russell M. Nelson, “Spiritual Treasures,” Liahona, Nov. 2019, 77.

  21. ເບິ່ງ Russell M. Nelson, “Spiritual Treasures,” 76–79; Dallin H. Oaks, “The Keys and Authority of the Priesthood,” Liahona, May 2014, 49–52; Henry B. Eyring, “Women and Gospel Learning in the Home,” Liahona, Nov. 2018, 58–60.

  22. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:13.

  23. 2 ນີໄຟ 31:19.

  24. James E. Talmage, Jesus the Christ, 3rd ed. (1916), 475.

  25. ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:17.

  26. ເບິ່ງ ມັດທາຍ 4:19–20.

  27. ເບິ່ງ ສຸພາສິດ 3:5–6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12.

  28. ເບິ່ງ ໂຢຮັນ 13:34; ໂມໂ​ຣໄນ 7:47.

  29. ເບິ່ງ 2 ນີໄຟ 33:6; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:22.

ພິມ