ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຳອະທິຖານແຫ່ງສັດທາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ຄຳອະທິຖານແຫ່ງສັດທາ

ເມື່ອເຮົາ​ອະທິຖານ​ດ້ວຍສັດທາ, ເຮົາກາຍເປັນ​ພາກສ່ວນທີ່ສຳຄັນ​ໃນວຽກງານຂອງ​ພຣະຜູ້ເປັນເຈົ້າ ເມື່ອພຣະອົງ​ຕຽມໂລກນີ້​ເພື່ອການສະເດັດ​ມາຄັ້ງທີສອງ​ຂອງພຣະອົງ.

ຄຳອະທິຖານ​ຂອງແອວເດີ ເມເນ​ສ໌ ໃນຕອນຕົ້ນ​ຂອງພາກທຳອິດ​ຂອງກອງປະຊຸມໃຫຍ່​ສາ​ມັນນີ້​ກຳລັງໄດ້ຮັບ​ຄຳຕອບແລ້ວ. ເຮົາໄດ້​ຮັບການ​ດົນໃຈ​ຈາກຂ່າວສານ​ທີ່ດີງາມ ແລະ ເພງທີ່ມ່ວນ​ອອນ​ຊອນ. ຄຳສັນຍາຂອງ​ປະທານຣະໂຊ ເອັມ ແນວສັນ ວ່າກອງປະຊຸມນີ້​ຈະເປັນໜ້າຈົດ​ຈຳນັ້ນ ກໍໄດ້ເລີ່ມປະກົດ​ເປັນຈິງແລ້ວ.

ປະທານແນວສັນ​ໄດ້ກຳນົດ​ໃຫ້ປີນີ້ເປັນປີແຫ່ງ “ເວລາ​ຂອງ​ການ​ສະ​ເຫລີມສະຫລອງວັນຄົບຮອບ 200 ປີ ຕັ້ງ​ແຕ່ພຣະເຈົ້າ​ອົງເປັນ​ພຣະບິດາ ແລະ ພຣະບຸດທີ່​ຮັກຂອງພຣະອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້ມາ​ປະ​ກົດ​ຕໍ່ໂຈເຊັບ ສະມິດ ໃນ​ພາບ​ທີ່​ມາ​ໃຫ້​ເຫັນ.” ປະທານແນວສັນ​ໄດ້ເຊື້ອເຊີນ​ໃຫ້ເຮົາເຮັດ​ແຜນການສ່ວນຕົວ ເພື່ອ​ກະ​ກຽມ​ຕົວ​ເຮົາ​ເອງ ສຳລັບກອງ​ປະຊຸມ​ໃຫຍ່ແຫ່ງ​ປະຫວັດສາດ, ຊຶ່ງເພິ່ນໄດ້ກ່​າວວ່າ ການ​ສະ​ເຫລີມສະຫລອງນັ້ນ ຈະເປັນ “ຈຸດສຳຄັນໃນ​ປະຫວັດສາດຂອງ​ສາດສະໜາຈັກ, ແລະ ພາກ​ສ່ວນຂອງທ່ານ​ກໍເປັນສິ່ງສຳຄັນຫລາຍ.”1

ທ່ານອາດຈະຖາມ​ຕົວເອງ ເໝືອນດັ່ງ​ຂ້າພະເຈົ້າ​ໄດ້ຖາມວ່າ, “ພາກ​ສ່ວນຂອງຂ້າພະເຈົ້ານັ້ນ​ສຳຄັນແນວໃດ?” ບາງທີ ທ່ານຄົງໄດ້ອ່ານ ແລະ ໄດ້ອະທິຖານ​ກ່ຽວກັບເຫດການ​ແຫ່ງການຟື້ນຟູແລ້ວ. ບາງທີ, ທ່ານຄົງໄດ້ອ່ານ​ຫລາຍກວ່າ​ແຕ່​ກ່ອນ ກ່ຽວກັບເຫດການ ເມື່ອ​ພ​ຣະ​ເຈົ້າອົງ​ເປັນ​ພ​ຣະ​ບິ​ດາໄດ້​ແນະນຳພຣະບຸດຂອງ​ພຣະອົງ​ສອງ​ສາມ​ເທື່ອ. ບາງທີ ທ່ານຄົງໄດ້ອ່ານ​ກ່ຽວກັບເວລາເມື່ອ​ພຣະຜູ້ຊ່ວຍໃຫ້ລອດໄດ້​ກ່າວກັບລູກໆ​ຂອງພຣະບິດາ​ເທິງ​ສະ​ຫວັນຂອງເຮົາ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າໄດ້ເຮັດໝົດ​ທຸກຢ່າງນັ້ນແລ້ວ ແລະ ຫລາຍກວ່ານັ້ນ​ອີກ.

ຂ້າພະເຈົ້າເຫັນຄຳອ້າງອີງ​ເວລາອ່ານກ່ຽວກັບ​ຖານະປະໂລຫິດຂອງ​ພຣະເຈົ້າ ແລະ ການເປີດ​ຍຸກສະໄໝ. ຂ້າ​ພະ​ເຈົ້າ​ຖ່ອມ​ຕົວ ເມື່ອ​ຂ້າ​ພະ​ເຈົ້າສຳນຶກໄດ້ວ່າ ການຕຽມພ້ອມຂອງ​ຂ້າ​ພະ​ເຈົ້າສຳລັບກອງ​ປະຊຸມໃຫຍ່ນີ້ ແມ່ນເປັນຈຸດສຳຄັນ​ໃນປະຫວັດສ່ວນ​ຕົວ​ຂອງຂ້າພະເຈົ້າເອງ. ຂ້າພະເຈົ້າຮູ້ສຶກວ່າ ຈິດໃຈຕົນເອງປ່ຽນແປງ. ຂ້າພະເຈົ້າຮູ້ສຶກມີ​ຄວາມກະຕັນຍູ​ແບບໃໝ່. ຂ້າພະເຈົ້າດີໃຈຫລາຍ ທີ່ຫວັງຈະໄດ້ຖືກ​ເຊີນໃຫ້ມີສ່ວນຮ່ວມ​ໃນການສະເຫລີມສະຫລອງ​ການຟື້ນຟູອັນ​ຕໍ່ເນື່ອງນີ້.

ຂ້າພະເຈົ້າກໍນຶກເຖິງ​ຄວາມຮູ້ສຶກຂອງ​ຄົນອື່ນ ເມື່ອເຂົາເຈົ້າ​ຕຽມພ້ອມຢ່າງ​ຮອບຄອບ ໂດຍມີຄວາມດີໃຈ​ຫລາຍ​ຂຶ້ນ, ມີ​ຄວາມ​ຫວັງ, ແລະ ຕັ້ງໃຈແທ້ໆ​ເພື່ອຮັບໃຊ້ຕາມ​ຄວາມສາມາດທີ່​ພຣະຜູ້ເປັນເຈົ້າປະສົງ.

ເຫດການໂດດເດັ່ນ​ທີ່ເຮົາ​ເຄົາລົບນັ້ນ ເປັນການເລີ່ມຕົ້ນຂອງ​ຍຸກສຸດ​ທ້າຍ, ທີ່​ຖືກທຳນາຍໄວ້, ຊຶ່ງພຣະຜູ້ເປັນເຈົ້າກຳ​ລັງຕຽມພ້ອມ​ສາດສະໜາ​ຈັກ ແລະ ຜູ້ຄົນຂອງພຣະອົງ, ຜູ້ຮັບພຣະນາມ​ຂອງພຣະອົງ, ທີ່ຈະຮັບເອົາພຣະອົງ. ສ່ວນໜຶ່ງຂອງການ​ຕຽມພ້ອມ​ສຳ​ລັບການສະເດັດມາ​ຂອງພຣະອົງ, ພຣະອົງຈະຊ່ວຍ​ເຮົາແຕ່ລະຄົນ ເພື່ອເອົາຊະນະ​ຄວາມທ້າທາຍ​ທາງວິນຍານ ແລະ ໂອກາດຕ່າງໆທີ່ບໍ່​ເໝືອນສິ່ງໃດໆ​ທີ່ເຄີຍໄດ້ເຫັນມາ​ກ່ອນ ໃນປະຫວັດສາດ​ຂອງໂລກນີ້.

ໃນ​ເດືອນ​ກັນຍາ ປີ 1840, ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ໄດ້​ປະ​ກາດດັ່ງ​ຕໍ່​ໄປ​ນີ້:“ວຽກງານຂອງ​ພຣະຜູ້ເປັນເຈົ້າ​ໃນ​ວັນ​ເວ​ລາສຸດທ້າຍ, ແມ່ນຍິ່ງໃຫຍ່ ແລະ ມວນມະນຸດເກືອບ​ຈະນຶກພາບບໍ່ອອກເລີຍ. ລັດສະໝີພາບ​ຂອງວຽກງານນັ້ນ​ບໍ່ອາດພັນລະນາໄດ້, ແລະ ຄວາມຍິ່ງໃຫຍ່​ຂອງມັນກໍບໍ່ມີຫຍັງ​ປຽບທຽບໄດ້. ບັນ​ດາສາດສະດາ ແລະ ຜູ້ຊາຍທີ່ຊອບທຳ ໄດ້ຮັບການດົນໃຈ ແລະ ຕື່ນເຕັ້ນກັບເລື່ອງນີ້ ນັບຈາກການ​ສ້າງໂລກ ຈົນເຖິງຄົນລຸ້ນຫລັງ​ທຸກໆລຸ້ນຈົນຮອດ​ປະຈຸບັນ; ແລະ ມັນເປັນ​ຍຸກສະໄໝຂອງຄວາມ​ສົມບູນແຫ່ງເວລາ​ໂດຍແທ້ຈິງ, ເມື່ອທຸກສິ່ງທີ່​ກ່ຽວກັບພຣະເຢຊູຄຣິດ, ບໍ່ວ່າໃນສະຫວັນ ຫລື ຢູ່ເທິງໂລກນີ້, ຈະ​ຖືກໂຮມ​ເຂົ້າກັນກັບພຣະອົງ, ແລະ ເມື່ອທຸກສິ່ງ​ຈະໄດ້ຮັບການຟື້ນຟູ ຕາມທີ່ໄດ້ກ່າວ​ໄວ້ໂດຍສາດສະດາ​ຜູ້​ບໍ​ລິ​ສຸດທຸກຄົນ ນັບຕັ້ງແຕ່ໂລກໄດ້​ເລີ່ມ​ຕົ້ນ, ຈາກສິ່ງເຫລົ່ານັ້ນ​ກໍຈະເກີດມີຄວາມສຳເລັດຜົນ​ອັນຮູ່ງເຮືອງ ຕາມທີ່ຄຳສັນຍາ​ທີ່ໄດ້ໃຫ້ໄວ້ກັບ​ບັນພະບຸລຸດ, ໃນຂະນະທີ່ການສະແດງ​ລິດເດດຂອງຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ນັ້ນຈະຍິ່ງໃຫຍ່ ຮຸ່ງເຫລື້ອມ ແລະ ປະເສີດ.”

ພວກ​ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ: “​ພວກເຮົາຮູ້ສຶກວ່າ ຕ້ອງພາກັນ​ກ້າວໄປຂ້າງໜ້າ ແລະ ຮວມພະລັງກັນ​ເພື່ອການເສີມສ້າງ​ອານາຈັກ, ແລະ ຈັດຕັ້ງຖານະປະໂລຫິດ​ໃຫ້ມີຄວາມສົມບູນ ແລະ ມີລັດສະໝີພາບ. ວຽກງານຊຶ່ງຕ້ອງ​ເຮັດໃຫ້ສຳເລັດ​ໃນວັນ​ເວ​ລາສຸດທ້າຍ ແມ່ນວຽກງານຢ່າງ​ໜຶ່ງທີ່ສຳຄັນ, ແລະ ເຮົາຕ້ອງເອີ້ນ​ເອົາໄພ່ພົນທີ່ມີພະລັງ, ທັກສະ, ພອນສະຫວັນ, ແລະ ຄວາມສາມາດມາ, ເພື່ອເຂົາເຈົ້າຈະໄດ້ເລີ່ມ​ປະຕິບັດໜ໊າທີ່​ອັນມີກຽດ ແລະ ເລີດລ້ຳດັ່ງທີ່ສາດສະດາ [ດານີເອນ] ໄດ້ກ່າວໄວ້ [ເບິ່ງ ດານີເອນ 2:34–35, 44–45]; ແລະ ສະນັ້ນເຮົາຕ້ອງອາໄສຄວາມ​ໃສ່​ໃຈໃນການປະຕິບັດໜ້າທີ່​ຂອງໄພ່ພົນຕ່າງໆ, ເພື່ອ​ຈະໄດ້ຮັບຄວາມສຳເລັດ​ໃນວຽກງານ​ທີ່ສຳຄັນ ແລະ ຍິ່ງໃຫຍ່ແບບນີ້ໄດ້.”2

ສິ່ງສະເພາະເຈາະຈົງ​ຫລາຍຢ່າງວ່າເຮົາ​ຈະເຮັດຫຍັງ ແລະ ຈະເຮັດເມື່ອໃດໃນ​ການຟື້ນຟູອັນຕໍ່​ເນື່ອງ ຍັງບໍ່ທັນໄດ້​ເປີດເຜີຍເທື່ອ. ແຕ່ຝ່າຍປະທານ​ສູງສຸດໃນສະໄໝເລີ່ມ​ຕົ້ນ ໄດ້ຮູ້ບາງ​ຢ່າງກ່ຽວກັບວຽກງານ​ຂອງພຣະຜູ້ເປັນເຈົ້າ ທີ່​ຖືກ​ຕຽມໄວ້ໃຫ້​ເຮົາ. ນີ້ເປັນສອງສາມຕົວ​ຢ່າງຊຶ່ງເຮົາຮູ້ວ່າ​ຈະເກີດຂຶ້ນ:

ຜ່ານ​ທາງ​ໄພ່​ພົນ​ຂອງ​ພຣະ​ອົງ, ພຣະຜູ້ເປັນເຈົ້າ​ຈະສະເໜີຂອງ​ປະທານແຫ່ງ​ພຣະກິດຕິຄຸນ​ຂອງ​ພຣະ​ອົງ “ແກ່ທຸກປະ​ຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.”3 ເທັກໂນໂລຈີ ແລະ ສິ່ງມະຫັດສະຈັນ​ຈະສືບຕໍ່ມີ​ພາກສ່ວນ—ສ່ວນບຸກຄົນ​ກໍເໝືອນກັນ​ໃນການເປັນ “ຜູ້ຫາຄົນ”4 ຜູ້ຊຶ່ງປະຕິບັດ​ສາດ​ສະ​ໜາ​ກິດດ້ວຍ​ອຳນາດ ແລະ ດ້ວຍສັດທາຫລາຍກວ່າ​ເກົ່າ.

ຜູ້ຄົນ​ພວກເຮົາ ຈະມີຄວາມສາມັກຄີກັນ​ຫລາຍກວ່າ​ເກົ່າໃນ​ທ່າມ​ກາງ​ການຂັດແຍ້ງ​ທີ່ທະວີຂຶ້ນ. ເຮົາຈະມາ​ເຕົ້າໂຮມກັນໃນ​ກຸ່ມທີ່ເຂັ້ມແຂງ​ທາງວິນຍານ ແລະ ໃນຄອບຄົວທີ່​​ເຕັມປ່ຽມ​ດ້ວຍຄວາມສະຫວ່າງ​ແຫ່ງ​ພຣະກິດ​ຕິຄຸນ.

ແມ່ນ​ແຕ່ຄົນ​ທາງໂລກ​ທີ່ຂາດຄວາມເຊື່ອ ກໍຍັງຈະ​ຮັບຮູ້ກ່ຽວກັບ​ສາດສະໜາ​ຈັກຂອງ​ພຣະເຢຊູຄຣິດ​ແຫ່ງໄພ່ພົນຍຸກສຸດທ້າຍ ແລະ ຮັບຮູ້ວ່າ​ມີອຳນາດຂອງ​ພຣະເຈົ້າສະຖິດ​ຢູ່ກັບສາດສະໜາຈັກນີ້. ສານຸສິດທີ່​ຊື່​ສັດ ແລະ ກ້າຫານ ຈະເປີດ​ໃຈຮັບເອົາ​ພຣະນາມຂອງ​ພຣະຄຣິດຢ່າງ​ເດັດດ່ຽວ, ແລະ ຖ່ອມ​ຕົວໃນຊີວິດ​ປະຈຳວັນ​ຂອງເຂົາເຈົ້າ.

ແລ້ວເຮົາ​ແຕ່ລະຄົນ​ຈະສາມາດມີ​ສ່ວນຮ່ວມໃນ​ວຽກງານ​ທີ່ຍິ່ງໃຫຍ່ ແລະ ເລີດລ້ຳນີ້​ໄດ້ແນວໃດ? ປະທານ​ແນວສັນ​ໄດ້​ສິດ​ສອນ​ເຮົາ​ເຖິງວິ​ທີ​ເຕີບ​ໂຕ​ໃນ​ພະ​ລັງ​ທາງວິນ​ຍານ. ເມື່ອເຮົາ​ຮັບ​ເອົາ​ການກັບໃຈວ່າ​ເປັນໂອກາດແຫ່ງ​ຄວາມຊື່ນຊົມ ຍ້ອນມີສັດທາ​ເພີ່ມຂຶ້ນວ່າ ພຣະເຢຊູຄືພຣະຄຣິດ, ເມື່ອເຮົາ​ເຂົ້າໃຈ ແລະ ເຊື່ອວ່າພຣະບິດາ​ເທິງສະຫວັນ​ໄດ້ຍິນທຸກໆ​ຄຳອະທິຖານຂອງເຮົາ, ເມື່ອເຮົາຕັ້ງໃຈ​ເຊື່ອຟັງ ແລະ ຮັກສາພຣະບັນຍັດ, ແລ້ວ ເຮົາຈະມີ​ອຳນາດເພີ່ມຂຶ້ນ ທີ່ຈະຮັບເອົາ​ການເປີດເຜີຍ​ອັນຕໍ່ເນື່ອງ. ພຣະວິນຍານ​ບໍລິສຸດສາມາດ​ຢູ່ເປັນເພື່ອນເຮົາ​ຕະຫລອດເວ​ລາ. ເຮົາຈະຮູ້ສຶກວ່າ​ມີຄວາມສະ​ຫວ່າງ ເຖິງແມ່ນວ່າ​ໂລກ​ທີ່ຢູ່ອ້ອມຮອບ​ເຮົາມືດມົນ​ຂຶ້ນ.

ໂຈເຊັບ ສະມິດ ເປັນຕົວຢ່າງ​ແຫ່ງ​ການ​ເຕີບ​ໂຕ​ໃນອຳນາດ​ທາງວິນຍານ​ດັ່ງ​ກ່າວ. ເພິ່ນ​ໄດ້ສະແດງ​ໃຫ້ເຮົາເຫັນວ່າ ການອະທິຖານ​ດ້ວຍສັດທາແມ່ນ​ຂໍກະແຈ​ທີ່ນຳ​ໄປສູ່ການເປີດເຜີຍ​ຈາກພຣະເຈົ້າ. ເພິ່ນ​ໄດ້ອະທິຖານ​ດ້ວຍສັດທາ, ໂດຍເຊື່ອວ່າ​ພຣະເຈົ້າ​ອົງເປັນພຣະບິດາ​ຈະຕອບ​ຄຳອະທິຖານ​ຂອງ​ເພິ່ນ. ເພິ່ນໄດ້​ອະທິຖານ​ດ້ວຍສັດທາ, ໂດຍເຊື່ອວ່າ​ຜ່ານທາງ​ພຣະເຢຊູຄຣິດ​ເທົ່ານັ້ນ ເພິ່ນຈະປາດສະຈາກ​ຄວາມຮູ້ສຶກຜິດ​ຈາກບາບ​ຂອງ​ເພິ່ນໄດ້. ແລະ ເພິ່ນອະທິຖານ​ດ້ວຍສັດທາ, ໂດຍເຊື່ອວ່າເພິ່ນຕ້ອງ​ຊອກຫາ​ສາດສະໜາ​ທີ່ແທ້ຈິງຂອງ​ພຣະເຢຊູຄຣິດ ເພື່ອຈະໄດ້ຮັບ​ການອະໄພນັ້ນ.

ຕະຫລອດການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດໃນ​ຖາ​ນະສາດສະດາ, ໂຈເຊັບ ສະມິດ ໄດ້ໃຊ້​ການອະທິຖານ​ດ້ວຍສັດທາ ເພື່ອໃຫ້ໄດ້ຮັບ​ການເປີດເຜີຍ​ອັນຕໍ່ເນື່ອງ. ເມື່ອເຮົາປະເຊີນ​ກັບການທ້າທາຍ​ໃນສະໄໝນີ້ ແລະ ໃນພາຍໜ້າ, ເຮົາຕ້ອງເຮັດ​ແບບດຽວກັນ. ປະທານ​ບຣິກຳ ຢັງ ໄດ້ກ່າວວ່າ, “ຂ້າພະເຈົ້າບໍ່​ຮູ້ວິທີອື່ນໃດ​ສຳລັບໄພ່ພົນ​ຍຸກສຸດທ້າຍ ນອກຈາກການ​ອະທິຖານຢ່າງຕໍ່ເນື່ອ​ຫາພຣະເຈົ້າ ເພື່ອຂໍໃຫ້ພຣະອົງ​ຊີ້ນຳແນວທາງເພື່ອ​ຜູ້ຄົນຂອງພຣະອົງ.”5

ແລ້ວຖ້ອຍຄຳຈາກ​ຄຳອະທິຖານ​ສຳ​ລັບສິນລະລິກຄວນ​ເປັນ​ຄຳ​ຂວັນ​ຂອງຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ທີ່ວ່າ: “ລະນຶກເຖິງພຣະອົງ​ຕະຫລອດ​ເວ​ລາ.” ຄຳວ່າ “ພຣະອົງ” ແມ່ນໝາຍເຖິງ​ພຣະເຢຊູຄຣິດ. ຄຳຕໍ່ໄປແມ່ນ “ ແລະ ຮັກສາພຣະບັນຍັດ​ຂອງພຣະອົງ,” ແນະ​ນຳ​ເຮົາ​ວ່າ​ແນວ​ໃດ ທີ່​ຈະ​ລະ​ນຶກເຖິງພຣະອົງ ມີຄວາມໝາຍແນວໃດ.6 ເມື່ອເຮົາລະນຶກເຖິງ​ພຣະເຢຊູ​ຄຣິດຕະຫລອດເວລາ, ເຮົາອາດຖາມ​ຕອນອະທິຖານ​ໃນໃຈວ່າ, “ພຣະອົງຢາກໃຫ້​ເຮົາເຮັດຫຍັງແດ່?”

ການອະທິຖານ​ດ້ວຍການມີ​ສັດທາໃນ​ພຣະເຢຊູຄຣິດ, ເປັນການນຳ​ໄປສູ່ຍຸກສຸດທ້າຍ. ແລະ ມັນຈະເປັນ​ພາກສ່ວນສຳຄັນ​ທີ່ສຸດທີ່ເຮົາ​ຈະມີສ່ວນຮ່ວມ​ໃນການເປີດເຜີຍ​​ອັນຕໍ່ເນື່ອງ. ຂ້າພະເຈົ້າໄດ້ພົບ​ເຫັນຕົວຢ່າງອັນດີ​ເລີດຂອງການອະທິຖານ, ຄືກັນກັບທີ່​ທ່ານໄດ້ພົບ.

ອັນທີ​ໜຶ່ງ​ແມ່ນຕົວຢ່າງ​ຂອງໂຈເຊັບ ສະມິດ. ເພິ່ນໄດ້ທູນຖາມ​ຕາມສັດທາຂອງ​ເດັກນ້ອຍວ່າ ພຣະຜູ້ເປັນເຈົ້າ​ປະ​ສົງໃຫ້ເພິ່ນ​ເຮັດຫຍັງ​ແດ່. ຄຳຕອບຂອງ​ພຣະອົງ​ໄດ້ປ່ຽນ​ປະຫວັດສາດ​ຂອງໂລກ.

ສຳລັບຂ້າພະເຈົ້າແລ້ວ, ບົດຮຽນທີ່ສຳຄັນ​ທີ່ສຸດແມ່ນມາ​ຈາກຄຳຕອບ​ຂອງໂຈເຊັບ, ຕໍ່ການໂຈມຕີ​ຂອງຊາຕານຕອນ​ເພິ່ນຄຸເຂົ່າອະທິຖານ.

ຂ້າພະເຈົ້າຮູ້ຈາກ​ປະສົບການວ່າ ຊາຕານ ແລະ ​ບໍ​ລິ​ວານຂອງ​ມັນພະຍາຍາມເຮັດໃຫ້ເຮົາ​ຮູ້ສຶກວ່າເຮົາບໍ່ຈຳ​ເປັນຕ້ອງອະທິຖານ. ເມື່ອໂຈເຊັບ ສະມິດ ທຸ້ມເທພະລັງ​ທັງໝົດຂອງເພິ່ນ​ເພື່ອວິງວອນຫາ​ພຣະເຈົ້າໃຫ້​ປົດປ່ອຍເພິ່ນຈາກ​ອຳນາດທີ່ຮັດກຸມ​ເພິ່ນ, ການ​ວິງວອນເພື່ອຂໍ​ຄວາມບັນເທົາ​ກໍເປັນຜົນ ແລະ ພຣະບິດາ​ເທິງສະຫວັນ ແລະ ພຣະເຢຊູຄຣິດ​ໄດ້ມາປະກົດ​ຕໍ່ເພິ່ນ.

ການຕໍ່ຕ້ານຂອງ​ຊາຕານໃນ​ຕອນທຳອິດ​ຂອງການຟື້ນຟູນັ້ນ​ແມ່ນຮ້າຍແຮງຫລາຍ ເພາະວ່າການອະທິຖານ​ຂອງໂຈເຊັບສຳຄັນຫລາຍ. ທ່ານ ແລະ ຂ້າພະເຈົ້າຈະມີ​ສ່ວນຮ່ວມທີ່ນ້ອຍກວ່າ​ໃນການຟື້ນຟູອັນ​ຕໍ່ເນື່ອງ. ແຕ່ສັດຕູຂອງ​ການຟື້ນຟູ​ຈະພະຍາຍາມ​ກີດກັນເຮົາບໍ່ໃຫ້​ອະທິຖານ. ຕົວ​ຢ່າງ​ຂອງສັດທາ​ຂອງໂຈເຊັບ ແລະ ຄວາມຕັ້ງໃຈ​ຂອງເພິ່ນສາມາດ​ເພີ່ມຄວາມເຂັ້ມແຂງ​ໃຫ້​ແກ່ຄວາມ​ມຸ່ງໝັ້ນ​ຂອງເຮົາໄດ້. ນີ້ແມ່ນໜຶ່ງໃນ​ຫລາຍໆເຫດຜົນ ຊຶ່ງການອະທິຖານ​ຂອງຂ້າພະເຈົ້າ ຕ້ອງລວມທັງການ​ຂອບພຣະຄຸນຕໍ່ພຣະບິດາ​ເທິງສະຫວັນ ສຳ​ລັບສາດສະດາໂຈເຊັບ.

ເອໂນດ ໃນພຣະຄຳ​ພີມໍມອນ ເປັນຕົວຢ່າງ​ອີກຄົນ​ໜຶ່ງສຳລັບການ​ອະທິຖານ​ແຫ່ງສັດທາ​ຂອງຂ້າພະເຈົ້າ ເມື່ອ​ຂ້າພະເຈົ້າ​ພະຍາຍາມເຮັດ​ພາກສ່ວນຂອງ​ຕົນ ໃນການຟື້ນຟູ​ອັນຕໍ່ເນື່ອງ. ບໍ່ວ່າທ່ານຈະມີ​ພາກສ່ວນແນວໃດ​ກໍຕາມ, ທ່ານ​ສາ​ມາດ​ເພິ່ງອາໄສເພິ່ນໃນ​ຖານະເປັນຜູ້ຊີ້​ແນະນຳສ່ວນຕົວ.

ເອໂນດ ກໍ​ໄດ້ອະທິຖານ​ດ້ວຍສັດ​ທາຄືກັນ​ກັບໂຈເຊັບ. ເພິ່ນໄດ້ພັນລະນາ​ເຖິງປະສົບການ​ຂອງເພິ່ນດັ່ງນີ້ວ່າ:

“ແລະ ຈິດວິນຍານ​ຂອງຂ້າພະເຈົ້າຫິວໂຫຍ; ແລະ ຂ້າພະເຈົ້າໄດ້​ຄຸເຂົ່າລົງຕໍ່ພຣະພັກ​ຂອງພຣະຜູ້ສ້າງ ຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ອະ​ທິ​ຖານ ແລະ ອ້ອນວອນຕໍ່​ພຣະ​ອົງ​ຢ່າງສຸດກຳລັງ​ເພື່ອ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແລະ ຕະຫລອດທັງວັນ​ຂ້າພະເຈົ້າໄດ້​ຮ້ອງທູນພຣະອົງ; ແລະ ເມື່ອເຖິງຕອນກາງຄືນ​ຂ້າພະເຈົ້າກໍຍັງ​ເປັ່ງສຽງຂອງ​ຂ້າພະເຈົ້າຂຶ້ນ​ເຖິງຟ້າສະຫວັນ.

“ແລະ ສຸລະສຽງມາ​ເຖິງຂ້າພະເຈົ້າ, ມີຄວາມວ່າ: ເອໂນດ, ບາບຂອງເຈົ້າໄດ້ຮັບ​ການອະໄພໃຫ້ແລ້ວ, ແລະ ເຈົ້າຈະໄດ້ຮັບພອນ.

“ແລະ ຂ້າພະເຈົ້າເອໂນດ​ຮູ້ວ່າພຣະເຈົ້າຈະ​ບໍ່ຕົວະ; ດັ່ງນັ້ນ, ຄວາມຜິດຂອງ​ຂ້າພະເຈົ້າຈຶ່ງ​ຖືກກວາດລ້າງໄປ.

“ແລະ ຂ້າພະເຈົ້າໄດ້​ທູນຖາມວ່າ: ຂ້າແດ່ພຣະ​ອົງເຈົ້າ, ມັນເປັນໄປໄດ້ແນວໃດ?

“ແລະ ພຣະອົງໄດ້ກ່າວກັບ​ຂ້າພະເຈົ້າວ່າ: ເພາະສັດທາຂອງເຈົ້າ​ໃນພຣະຄຣິດ, ຜູ້ທີ່ເຈົ້າບໍ່ເຄີຍ​ໄດ້ຍິນ ຫລື ໄດ້ເຫັນມາກ່ອນ. ແລະ ຫລາຍປີຈະຜ່ານໄປ​ກ່ອນທີ່ພຣະອົງຈະ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກໃນເນື້ອໜັງ; ດັ່ງນັ້ນ, ຈົ່ງໄປເຖີດ, ສັດທາຂອງເຈົ້າ​ເຮັດໃຫ້ເຈົ້າ​ບໍລິບູນແລ້ວ.”7

ບົດຮຽນທີ່ໄດ້​ເປັນ​ພອນ​ໃຫ້​ແກ່ຂ້າພະເຈົ້າ​ແມ່ນຢູ່​ໃນ​ຖ້ອຍຄຳ​ເຫລົ່ານີ້: “ເພາະສັດທາຂອງເຈົ້າ​ໃນພຣະຄຣິດ, ຜູ້ທີ່ເຈົ້າບໍ່ເຄີຍ​ໄດ້ຍິນ ຫລື ໄດ້ເຫັນ​ມາກ່ອນ.”

ໂຈເຊັບມີສັດທາໃນ​ພຣະຄຣິດ ທີ່​ຈະເຂົ້າໄປ​ໃນປ່າ ແລະ ອະທິຖານ​ທູນຂໍໃຫ້ຫລຸດພົ້ນ​ຈາກອຳນາດ​ຂອງຊາຕານ. ເພິ່ນຍັງບໍ່ທັນ​ໄດ້ເຫັນ​ພຣະບິດາ ແລະ ພຣະບຸດເທື່ອ, ແຕ່ເພິ່ນໄດ້​ອະທິຖານ​ດ້ວຍສັດທາ ແລະ ດ້ວຍພະລັງ​ທັງໝົດໃນໃຈ​ຂອງເພິ່ນ.

ປະສົບການຂອງ​ເອໂນດກໍເປັນ​ບົດຮຽນທີ່ດີ​ແກ່ຂ້າພະເຈົ້າຄືກັນ. ເມື່ອຂ້າພະເຈົ້າອະທິຖານ​ດ້ວຍສັດທາ, ຂ້າພະເຈົ້າມີ​ພຣະຜູ້ຊ່ວຍໃຫ້​ລອດ​ເປັນ​ຜູ້​ວິງວອນ​ແທນ​ກັບ​ພຣະ​ບິ​ດາ ແລະ ຂ້າພະເຈົ້າ​ກໍຮູ້ສຶກວ່າຄຳ​ອະທິຖານຂອງ​ຂ້າພະເຈົ້າຂຶ້ນໄປ​ຮອດສະຫວັນ. ເຮົາຈະໄດ້ຮັບ​ຄຳຕອບ. ມີການຮັບ​ພອນຕ່າງໆ. ເຖິງແມ່ນຢູ່ໃນ​ຍາມຂັດສົນ ເຮົາຈະມີ​ຄວາມສະຫງົບ ແລະ ຄວາມ​ປິ​ຕິຍິນດີ.

ຂ້າພະເຈົ້າຈື່ໄດ້ວ່າ ຕອນເປັນ​ສະມາຊິກ​ຂອງ​ກຸ່ມອັກ​ຄະສາວົກສິບສອງ​ໃໝ່ໆ, ຂ້າ​ພະ​​ເຈົ້າໄດ້ນັ່ງຄຸເຂົ່າ​ອະທິຖານກັບ​ແອວເດີ ເດວິດ ບີ ເຮດ. ຕອນນັ້ນເພິ່ນມີ​ອາຍຸສ່ຳ​ຂ້າພະເຈົ້າໃນ​ຕອນນີ້, ແລະ ໄດ້ມີບັນຫາ​ຄືກັນກັບເພິ່ນ​ໃນຕອນນັ້ນ. ຂ້າພະເຈົ້າຈື່ນ້ຳສຽງ​ຂອງເພິ່ນໄດ້ຕອນ​ເພິ່ນອະທິຖານ. ຂ້າພະເຈົ້າບໍ່ໄດ້ມືນຕາ​ເບິ່ງເພິ່ນ, ແຕ່ຟັງ​ແລ້ວຄືວ່າ​ເພິ່ນກຳລັງຍິ້ມຢູ່. ເພິ່ນ​ໄດ້ເວົ້າລົມ​ກັບພຣະບິດາເທິງ​ສະຫວັນດ້ວຍ​ນ້ຳສຽງທີ່ດີໃຈ.

ຂ້າພະເຈົ້າສາມາດໄດ້ຍິນນ້ຳ​ສຽງທີ່ດີໃຈຂອງເພິ່ນ ເມື່ອເພິ່ນເວົ້າວ່າ. “ໃນພຣະນາມ​ຂອງພຣະເຢຊູຄຣິດ.” ຟັງແລ້ວຄືວ່າ ແອວເດີ ເຮດ ໄດ້ຮູ້ສຶກ​ວ່າພຣະຜູ້ຊ່ວຍ​ໄດ້ຮັບຮອງຄຳເວົ້າ​ຂອງເພິ່ນເມື່ອ​ເພິ່ນອະທິຖານ​ຫາ​ພຣະ​ບິ​ດາ. ແລະ ຂ້າພະເຈົ້າ​ແນ່ໃຈວ່າ ພຣະອົງຮັບຟັງ​ຄຳອະທິຖານນັ້ນ​ດ້ວຍຮອຍຍິ້ມເຊັ່ນກັນ.

ຄວາມສາມາດຂອງເຮົາ​ໃນການມີສ່ວນຊ່ວຍ​ທີ່ສຳຄັນ​ໃນການຟື້ນຟູ​​ອັນຕໍ່ເນື່ອງ​ທີ່ດີເລີດ ຈະເພີ່ມຂຶ້ນເມື່ອ​ມີສັດທາ​ອັນແຮງກ້າ​ໃນພຣະເຢຊູຄຣິດ ວ່າເປັນພຣະຜູ້ຊ່ວຍ​ໃຫ້ລອດຂອງເຮົາ ແລະ ພຣະບິດາເທິງສະຫວັນ​ເປັນພຣະບິດາ​ທີ່​ຊົງ​ຮັກຂອງເຮົາ. ເມື່ອເຮົາ​ອະທິຖານ​ດ້ວຍສັດທາ, ເຮົາກາຍເປັນ​ພາກສ່ວນທີ່ສຳຄັນ​ໃນວຽກງານຂອງ​ພຣະຜູ້ເປັນເຈົ້າ ເມື່ອພຣະອົງ​ຕຽມໂລກນີ້​ເພື່ອການສະເດັດ​ມາຄັ້ງທີສອງ​ຂອງພຣະອົງ. ຂ້າພະເຈົ້າອະ​ທິ​ຖານວ່າ ເຮົາຈະພົບ​ເຫັນຄວາມ​ສຸກໃນວຽກ​ງານທີ່ພຣະອົງ​ເຊື້ອເຊີນໃຫ້ເຮົາ​ແຕ່ລະຄົນກະທຳ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢຊູ​ຄຣິດ ຊົງ​ພຣະ​ຊົນ​ຢູ່. ນີ້ແມ່ນ​ສາດສະໜາຈັກ ແລະ ອານາຈັກ​ຂອງພຣະອົງ​ຢູ່ເທິງໂລກ. ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​​ແຫ່ງ​ການ​ຟື້ນ​ຟູ. ປະທານ​ຣະໂຊ ເອັມ ແນວສັນ ເປັນສາດສະດາ​ຂອງພຣະຜູ້ເປັນເຈົ້າ​ຢູ່ເ​ທິງໂລກ​ໃນ​ປະຈຸບັນນີ້. ເພິ່ນເປັນຜູ້ຖື​ຂໍກະແຈທັງໝົດ​ຂອງຖານະ​ປະໂລຫິດ​ ໃນສາດສະໜາຈັກ​ຂອງພຣະເຢູຄຣິດ​ແຫ່ງໄພ່ພົນ​ຍຸກສຸດທ້າຍ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ