ເພື່ອວ່າພວກເຂົາຈະເຫັນ
ໃຫ້ຊອກຫາວິທີ ແລະ ອະທິຖານ ເພື່ອຫາໂອກາດເຍືອງແສງ ໃຫ້ຄົນອື່ນສາມາດຫລຽວເຫັນເສັ້ນທາງທີ່ພາໄປຫາພຣະເຢຊູຄຣິດ.
ອ້າຍເອື້ອຍນ້ອງທັງຫລາຍ, ຫົວໃຈຂອງເຮົາໄດ້ຮັບພອນ ແລະ ໄດ້ຮັບການເຊີດຊູໂດຍພຣະວິນຍານ ທີ່ເຮົາໄດ້ຮູ້ສຶກຢູ່ກອງປະຊຸມໃຫຍ່ນີ້.
ສອງຮ້ອຍປີຜ່ານມາແລ້ວ, ເລົາແສງໄດ້ສ່ອງລົງມາຢູ່ເທິງຊາຍໜຸ່ມຄົນໜຶ່ງ ຢູ່ໃນປ່າ. ໃນແສງນັ້ນ, ໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຄວາມສະຫວ່າງຂອງພວກພຣະອົງໄດ້ຂັບໄລ່ຄວາມມືດທາງວິນຍານອອກໄປ ຊຶ່ງປົກຄຸມແຜ່ນດິນໂລກ ແລະ ຊີ້ທາງໃຫ້ໂຈເຊັບ ສະມິດ—ແລະ ເຮົາທຸກຄົນ. ເປັນເພາະຄວາມສະຫວ່າງທີ່ປະກົດຂຶ້ນໃນມື້ນັ້ນ, ເຮົາຈຶ່ງສາມາດໄດ້ຮັບພອນຢ່າງເຕັມປ່ຽມ ທີ່ມີໃຫ້ເຮົາຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ເປັນເພາະການຟື້ນຟູພຣະກິດຕິຄຸນຂອງພຣະອົງ, ເຮົາຈຶ່ງສາມາດເຕັມໄປດ້ວຍຄວາມສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ເຖິງຢ່າງໃດກໍຕາມ, ຄວາມສະຫວ່າງນັ້ນບໍ່ໄດ້ແມ່ນສຳລັບທ່ານ ແລະ ຂ້າພະເຈົ້າເທົ່ານັ້ນ. ພຣະເຢຊູຄຣິດໄດ້ບອກເຮົາວ່າ “ຈົ່ງໃຫ້ຄວາມສະຫວ່າງຂອງເຈົ້າສ່ອງເຊັ່ນນັ້ນຕໍ່ໜ້າຜູ້ຄົນພວກນີ້, ເພື່ອວ່າພວກເຂົາຈະເຫັນການດີຂອງເຈົ້າ ແລະ ຖວາຍບາລະມີແດ່ພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນ.”1 ຂ້າພະເຈົ້າມັກສຳນວນນີ້ “ເພື່ອວ່າພວກເຂົາຈະເຫັນ.” ມັນເປັນຄຳເຊື້ອເຊີນຢ່າງຈິງຈັງ ຈາກພຣະຜູ້ເປັນເຈົ້າ ເພື່ອໃຫ້ມີຄວາມຕັ້ງໃຈຫລາຍຂຶ້ນໃນການຊ່ວຍເຫລືອຄົນອື່ນໃຫ້ເຫັນເສັ້ນທາງ ແລະ ດ້ວຍເຫດນັ້ນ ຈຶ່ງມາຫາພຣະຄຣິດໄດ້.
ຕອນຂ້າພະເຈົ້າອາຍຸໄດ້ 10 ປີ, ຄອບຄົວຂອງຂ້າພະເຈົ້າໄດ້ຮັບກຽດ ເປັນເຈົ້າພາບຕ້ອນຮັບ ແອວເດີ ແອວ ທອມ ແພຣີ ແຫ່ງກຸ່ມອັກຄະສາວົກສິບສອງ ຕອນເພິ່ນໄດ້ໄປເຮັດພາລະກິດຢູ່ເມືອງຂອງຂ້າພະເຈົ້າ.
ໃນທ້າຍຂອງວັນນັ້ນ, ຄອບຄົວຂອງພວກເຮົາ ແລະ ຄອບຄົວ ແພຣີ ໄດ້ນັ່ງລົມກັນຢູ່ຫ້ອງຮັບແຂກຂອງພວກເຮົາ ກິນເຂົ້າໜົມ ແອັບເປິ້ນອົບ ທີ່ແຊບໆຂອງແມ່ຂອງຂ້າພະເຈົ້າຢູ່, ຂະນະທີ່ ແອວເດີ ແພຣີ ເລົ່າເລື່ອງລາວກ່ຽວກັບໄພ່ພົນຕະຫລອດທົ່ວໂລກໃຫ້ຟັງ. ຂ້າພະເຈົ້າມັກຫລາຍຂະໜາດ.
ມັນຄ່ຳແລ້ວ ຕອນແມ່ຂອງຂ້າພະເຈົ້າໄດ້ເອີ້ນຂ້າພະເຈົ້າໃຫ້ເຂົ້າໄປຫາເຮືອນຄົວ ແລະ ຖາມສັ້ນໆວ່າ: “ບອນນີ, ເຈົ້າໄດ້ເກືອໄກ່ແລ້ວບໍ?”
ຂ້າພະເຈົ້າຕົກໃຈຢ່າງໃຫຍ່, ເພາະຍັງບໍ່ໄດ້ເຮັດເທື່ອ. ໂດຍທີ່ບໍ່ຢາກໜີອອກໄປຈາກອັກຄະສາວົກຂອງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າເລີຍເວົ້າວ່າ ໃຫ້ໄກ່ອົດອາຫານຈົນຮອດມື້ອື່ນເຊົ້າສາ.
ແມ່ຂອງຂ້າພະເຈົ້າໄດ້ຕອບຢ່າງໜັກແໜ້ນວ່າ “ບໍ່ໄດ້.” ທັນໃດນັ້ນ, ແອວເດີ ແພຣີ ໄດ້ຍ່າງເຂົ້າມາໃນເຮືອນຄົວ ແລະ ດ້ວຍສຽງໃຫຍ່ ແລະ ກະຕືລືລົ້ນ ຖາມວ່າ, “ຂ້ອຍໄດ້ຍິນຄົນເວົ້າວ່າ ຕ້ອງເກືອໄກ່ ບໍ່ແມ່ນຫວະ? ໃຫ້ລູກຊາຍຂ້ອຍ ກັບຂ້ອຍຊ່ວຍເຈົ້າໄດ້ບໍ?”
ໂອ້, ບັດນີ້ ການໄປເກືອໄກ່ ຊ່າງເປັນຄວາມສຸກຫລາຍແທ້ໆ! ຂ້າພະເຈົ້າໄດ້ແລ່ນໄປເອົາໄຟສາຍໃຫຍ່ສີເຫລືອງ. ດ້ວຍຄວາມຕື່ນເຕັ້ນ, ຂ້າພະເຈົ້າໄດ້ນຳທາງ, ເຕັ້ນຂ້າມທາງຍ່າງທີ່ຄຸຄະ ໄປຫາຄອກໄກ່. ດ້ວຍໄຟສາຍແກວ່ງໄປມາຢູ່ໃນມືຂອງຂ້າພະເຈົ້າ, ພວກເຮົາໄດ້ຍ່າງຂ້າມແຖວຕົ້ນສາລີ ແລະ ທົ່ງເຂົ້າຫວີດໄປ.
ເມື່ອໄປເຖິງຮ່ອງນ້ຳຢູ່ຟາກທົ່ງ, ຂ້າພະເຈົ້າໄດ້ກະໂດດຂ້າມຮ່ອງ ດັ່ງທີ່ເຄີຍເຮັດຫລາຍໆຄືນກ່ອນໜ້ານັ້ນ. ຂ້າພະເຈົ້າລືມໄປວ່າ ແອວເດີ ແພຣີ ກຳລັງຍ່າງຕາມຂ້າພະເຈົ້າມາ ຢູ່ໃນຄວາມມືດ, ໃນເສັ້ນທາງທີ່ເພິ່ນບໍ່ຄຸ້ນເຄີຍ. ແສງໄຟທີ່ແກວ່ງໄປມາກໍບໍ່ຊ່ວຍເພິ່ນໄດ້ຫລາຍພໍ ທີ່ຈະຫລຽວເຫັນຮ່ອງນ້ຳ. ໂດຍທີ່ບໍ່ເຫັນແຈ້ງຊັດ, ເພິ່ນໄດ້ຍ່າງລົງຮ່ອງ ແລະ ຮ້ອງຂຶ້ນດັງໆ. ດ້ວຍຄວາມຕົກໃຈ, ຂ້າພະເຈົ້າໄດ້ຫັນໄປເບິ່ງເພື່ອນໃໝ່ຂອງຂ້າພະເຈົ້າ ຖອດຕີນອອກຈາກຮ່ອງ ແລະ ສັ່ນນ້ຳ ອອກຈາກເກີບໜັງທີ່ໜັກໆຂອງເພິ່ນ.
ດ້ວຍເກີບທີ່ປຽກນ້ຳ ແລະ ເປື້ອນຕົມ, ແອວເດີ ແພຣີ ໄດ້ຊ່ວຍຂ້າພະເຈົ້າເກືອໄກ່. ເມື່ອພວກເຮົາໄດ້ເກືອໄກ່ແລ້ວ, ເພິ່ນໄດ້ແນະນຳດ້ວຍຄວາມອ່ອນໂຍນວ່າ, “ບອນນີ, ຂ້ອຍຕ້ອງຫລຽວເຫັນເສັ້ນທາງເດີ້. ຂ້ອຍຕ້ອງເຫັນທາງທີ່ຂ້ອຍຍ່າງໄປ.”
ຂ້າພະເຈົ້າໄດ້ເຍືອງທາງ ແຕ່ບໍ່ເປັນແບບທີ່ຊ່ວຍ ແອວເດີ ແພຣີ. ບັດນີ້, ເມື່ອຮູ້ວ່າ ຂ້າພະເຈົ້າຕ້ອງເຍືອງທາງພາເພິ່ນກັບໄປຢ່າງປອດໄພ, ຂ້າພະເຈົ້າຈຶ່ງຕັ້ງໃຈເຍືອງທາງ ແລະ ພວກເຮົາກໍໄດ້ກັບໄປເຖິງເຮືອນດ້ວຍຄວາມໝັ້ນໃຈ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເປັນເວລາຫລາຍປີທີ່ຂ້າພະເຈົ້າໄດ້ໄຕ່ຕອງກ່ຽວກັບຫລັກທຳຂໍ້ນີ້ ທີ່ໄດ້ຮຽນຮູ້ຈາກ ແອວເດີ ແພຣີ. ຄຳເຊື້ອເຊີນຂອງພຣະຜູ້ເປັນເຈົ້າ ວ່າໃຫ້ຄວາມສະຫວ່າງຂອງເຮົາສ່ອງແສງ ບໍ່ແມ່ນພຽງແຕ່ເປັນການແກວ່ງໂຄມໄຟໄປມາ ເພື່ອໃຫ້ໂລກນີ້ແຈ້ງຂຶ້ນກວ່າເກົ່າໂດຍທົ່ວໄປເທົ່ານັ້ນ. ມັນແມ່ນການເອົາໃຈໃສ່ຕໍ່ແສງໄຟຂອງເຮົາ ເພື່ອວ່າຄົນອື່ນຈະສາມາດຫລຽວເຫັນເສັ້ນທາງທີ່ພາໄປຫາພຣະຄຣິດ. ມັນເປັນການເຕົ້າໂຮມອິດສະຣາເອນ ຢູ່ຟາກມ່ານເບື້ອງນີ້—ການຊ່ວຍເຫລືອຄົນອື່ນໃຫ້ເຫັນບາດກ້າວຕໍ່ໄປ ໃນການເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດກັບພຣະເຈົ້າ.2
ພຣະຜູ້ຊ່ວຍໃຫ້ລອດໄດ້ເປັນພະຍານວ່າ, “ຈົ່ງເບິ່ງ ເຮົາຄືຄວາມສະຫວ່າງ; ເຮົາໄດ້ເຮັດເປັນຕົວຢ່າງໄວ້ໃຫ້ເຈົ້າແລ້ວ.”3 ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງຂອງພຣະອົງ.
ຜູ້ຍິງຢູ່ທີ່ນ້ຳສ້າງເປັນໄທຊາມາເລຍ ທີ່ບໍ່ຮູ້ຈັກພຣະເຢຊູຄຣິດ ແລະ ຖືກຄົນອື່ນໃນສັງຄົມຂອງນາງເອງລັງກຽດ. ພຣະເຢຊູໄດ້ພົບເຫັນນາງ ແລະ ໄດ້ເລີ່ມຕົ້ນເວົ້າລົມກັບນາງ. ພຣະອົງໄດ້ກ່າວກັບນາງເລື່ອງນ້ຳ. ແລ້ວພຣະອົງໄດ້ໃຫ້ນາງເຫັນຄວາມສະຫວ່າງຫລາຍເພີ່ມຂຶ້ນ ເມື່ອພຣະອົງໄດ້ປະກາດຕົວເອງວ່າເປັນ “ນ້ຳແຫ່ງຊີວິດ.”4
ພຣະຄຣິດຮູ້ກ່ຽວກັບນາງ ແລະ ຄວາມຕ້ອງການຂອງນາງດ້ວຍຄວາມເຫັນອົກເຫັນໃຈ. ພຣະອົງໄດ້ພົບເຫັນນາງຢູ່ບ່ອນນັ້ນ ແລະ ໄດ້ເລີ່ມຕົ້ນເວົ້າບາງຢ່າງທີ່ຄຸ້ນເຄີຍ ແລະ ໃນສິ່ງທີ່ຮູ້ຈັກກັນດີ. ຖ້າຫາກພຣະອົງຢຸດເວົ້າແຕ່ພຽງເທົ່ານັ້ນ, ມັນຄົງເປັນການພົບປະໃນທາງບວກເທົ່ານັ້ນ. ແຕ່ມັນຄົງບໍ່ເຮັດໃຫ້ນາງເຂົ້າໄປປະກາດຢູ່ໃນຕົວເມືອງວ່າ, “ຈົ່ງມາເບິ່ງ … : ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”5 ເມື່ອສົນທະນາກັນໄປເລື້ອຍໆ, ນາງຈຶ່ງຮູ້ຈັກວ່າ ພຣະອົງເປັນພຣະເຢຊູຄຣິດ, ແລະ ບໍ່ວ່າອະດີດຂອງນາງເປັນແນວໃດ, ນາງໄດ້ກາຍເປັນເຄື່ອງມືແຫ່ງຄວາມສະຫວ່າງ, ສ່ອງແສງໃຫ້ຄົນອື່ນເຫັນເສັ້ນທາງ.6
ບັດນີ້ ໃຫ້ເຮົາມາພິຈາລະນາສອງຄົນ ຜູ້ໄດ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ເລື່ອງການເຍືອງທາງ. ເມື່ອບໍ່ດົນມານີ້ ເພື່ອນຄົນໜຶ່ງຂອງຂ້າພະເຈົ້າຊື່ແຄວິນ ໄດ້ນັ່ງຮັບປະທານອາຫານ ຢູ່ທາງຂ້າງຂອງຫົວໜ້າທຸລະກິດໃຫຍ່ຄົນໜຶ່ງ. ລາວເປັນຫ່ວງບໍ່ຮູ້ວ່າຈະເວົ້າຫຍັງລະຫວ່າງສອງຊົ່ວໂມງນັ້ນ. ຫລັງຈາກໄດ້ຮັບການກະຕຸ້ນ, ແຄວິນ ໄດ້ຖາມວ່າ, “ບອກຂ້ອຍກ່ຽວກັບຄອບຄົວຂອງເຈົ້າໄດ້ບໍ. ເຂົາເຈົ້າມາຈາກໃສ?”
ຊາຍຄົນນັ້ນບໍ່ຮູ້ຫຍັງຫລາຍກ່ຽວກັບເຊື້ອສາຍ, ສະນັ້ນແຄວິນຈຶ່ງໄດ້ເອົາມືຖືຂອງລາວອອກມາ, ເວົ້າວ່າ, “ຂ້ອຍມີແອພ ທີ່ເຊື່ອມຕໍ່ຜູ້ຄົນໃນຄອບຄົວຂອງເຂົາເຈົ້າເຂົ້າກັນ. ໃຫ້ພວກເຮົາເບິ່ງວ່າ ພວກເຮົາຊິຊອກເຫັນຫຍັງແດ່.”
ຫລັງຈາກໄດ້ເວົ້າລົມກັນດົນເຕີບ, ເພື່ອນໃໝ່ຂອງແຄວິນໄດ້ຖາມວ່າ, “ເປັນຫຍັງຄອບຄົວຈຶ່ງສຳຄັນຫລາຍແທ້ໆ ຕໍ່ສາດສະໜາຈັກຂອງເຈົ້າ?”
ແຄວິນພຽງຕອບວ່າ, “ພວກເຮົາເຊື່ອວ່າ ພວກເຮົາຈະມີຊີວິດຕໍ່ໄປຫລັງຈາກພວກເຮົາຕາຍ. ຖ້າຫາກພວກເຮົາຊອກຫາບັນພະບຸລຸດຂອງພວກເຮົາເຫັນ ແລະ ເອົາລາຍຊື່ຂອງເຂົາເຈົ້າໄປຫາສະຖານທີ່ສັກສິດ ເອີ້ນວ່າພຣະວິຫານ, ແລ້ວພວກເຮົາຈະສາມາດປະຕິບັດພິທີການແຕ່ງງານ ທີ່ຈະຊ່ວຍຄອບຄົວໃຫ້ຢູ່ນຳກັນ ແມ່ນແຕ່ຫລັງຈາກຄວາມຕາຍ.”7
ແຄວິນໄດ້ເລີ່ມຕົ້ນດ້ວຍສິ່ງທີ່ລາວ ແລະ ເພື່ອນໃໝ່ຂອງລາວມີຄືກັນ. ແລ້ວລາວພົບເຫັນວິທີທີ່ຈະເປັນພະຍານເຖິງຄວາມສະຫວ່າງ ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ.
ເລື່ອງທີສອງແມ່ນກ່ຽວກັບນາງແອວລາ, ນັກກິລາຫລິ້ນບານບ້ວງ ຂອງມະຫາວິທະຍາໄລແຫ່ງໜຶ່ງ. ຕົວຢ່າງຂອງນາງໄດ້ເລີ່ມຕົ້ນຕອນນາງໄດ້ຮັບການເອີ້ນໃຫ້ໄປສອນສາດສະໜາ ຂະນະທີ່ນາງກິນນອນຢູ່ໂຮງຮຽນ. ນາງໄດ້ເລືອກເປີດຊອງຢູ່ຕໍ່ໜ້າທີມຂອງນາງ. ເຂົາເຈົ້າບໍ່ຮູ້ຫຍັງຫລາຍກ່ຽວກັບສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ບໍ່ເຂົ້າໃຈເຖິງຄວາມປາດຖະໜາຂອງນາງແອວລາ ທີ່ຈະຮັບໃຊ້. ນາງໄດ້ອະທິຖານຫລາຍເທື່ອ ເພື່ອຈະໄດ້ຮູ້ຈັກວິທີອະທິບາຍການເອີ້ນຂອງນາງ ໃນທາງທີ່ທີມຂອງນາງຈະຮູ້ສຶກເຖິງພຣະວິນຍານ. ຄຳຕອບຂອງນາງເປັນແບບໃດ?
“ຂ້ອຍໄດ້ເຮັດວິດີໂອບັນຍາຍ,” ນາງແອວລາເວົ້າ, “ເພາະຂ້ອຍເປັນຄົນເທ້.” ນາງໄດ້ບອກເຂົາເຈົ້າກ່ຽວກັບສິ່ງທີ່ເປັນໄປໄດ້ຂອງການຮັບໃຊ້ ໃນໜຶ່ງຂອງເຂດເຜີຍແຜ່ ຫລາຍກວ່າ 400 ແຫ່ງ ແລະ ອາດຈະໄດ້ຮຽນພາສານຳອີກ. ນາງໄດ້ເນັ້ນກ່ຽວກັບຜູ້ສອນສາດສະໜາຫລາຍສິບພັນຄົນ ທີ່ກຳລັງຮັບໃຊ້ຢູ່. ນາງແອວລາໄດ້ສະຫລຸບດ້ວຍຮູບພຣະຜູ້ຊ່ວຍໃຫ້ລອດ ແລະ ກ່າວປະຈັກພະຍານອັນສັ້ນໆວ່າ: “ການຫລິ້ນບານບ້ວງເປັນໜຶ່ງໃນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງຂ້ອຍ. ຂ້ອຍໄດ້ຍ້າຍຂ້າມປະເທດ ແລະ ໄດ້ຈາກຄອບຄົວຂອງຂ້ອຍມາ ເພື່ອມາຫລິ້ນໃຫ້ຫົວໜ້າທີມຜູ້ນີ້ ແລະ ຫລິ້ນກັບທີມນີ້. ສອງຢ່າງທີ່ສຳຄັນທີ່ສຸດຕໍ່ຂ້ອຍ ຫລາຍກວ່າການຫລິ້ນບານບ້ວງ ແມ່ນສັດທາ ແລະ ຄອບຄົວຂອງຂ້ອຍ.”8
ບັດນີ້, ຖ້າຫາກທ່ານຄິດວ່າ, “ສິ່ງເຫລົ່ານີ້ເປັນຕົວຢ່າງ ທີ່ມີພະລັງ 1,000-ວັດ, ແຕ່ຂ້າພະເຈົ້າເປັນພຽງດອກໄຟ 20-ວັດ ເທົ່ານັ້ນ,” ຈົ່ງຈື່ຈຳໄວ້ວ່າພຣະຜູ້ຊ່ວຍໃຫ້ລອດ ໄດ້ເປັນພະຍານວ່າ, “ເຮົາຄືຄວາມສະຫວ່າງ ຊຶ່ງເຈົ້າຈະຍົກຂຶ້ນ.”9 ພຣະອົງເຕືອນບອກເຮົາວ່າ ພຣະອົງຈະສ່ອງແສງ ຖ້າເຮົາພຽງແຕ່ຊີ້ທາງໃຫ້ຄົນອື່ນໄປຫາພຣະອົງ.
ທ່ານ ແລະ ຂ້າພະເຈົ້າມີຄວາມສະຫວ່າງຫລາຍພໍທີ່ຈະແບ່ງປັນ ໃນເວລານີ້. ເຮົາສາມາດເຍືອງທາງໃຫ້ບາດກ້າວໜຶ່ງ ເພື່ອຊ່ວຍບາງຄົນໃຫ້ເຂົ້າໃກ້ພຣະເຢຊູຄຣິດຫລາຍຂຶ້ນ, ແລະ ແລ້ວບາດກ້າວຕໍ່ໄປ, ແລະ ຕໍ່ໆໄປ.
ໃຫ້ຖາມຕົວເອງວ່າ, “ໃຜຕ້ອງການຄວາມສະຫວ່າງທີ່ທ່ານມີ ເພື່ອຈະໄດ້ເຫັນເສັ້ນທາງ ທີ່ເຂົາເຈົ້າຕ້ອງການ ແຕ່ບໍ່ສາມາດຫລຽວເຫັນ?”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເປັນຫຍັງການເຍືອງແສງ ຈຶ່ງສຳຄັນຫລາຍແທ້ໆ? ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າ “ຍັງມີຫລາຍຄົນຢູ່ເທິງແຜ່ນດິນໂລກນີ້ … ຜູ້ທີ່ຖືກກີດກັນຈາກຄວາມຈິງ ເພາະພວກເຂົາບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ.”10 ເຮົາສາມາດຊ່ວຍໄດ້. ເຮົາສາມາດຕັ້ງໃຈເຍືອງແສງ ເພື່ອວ່າຄົນອື່ນຈະສາມາດຫລຽວເຫັນ. ເຮົາສາມາດເຊື້ອເຊີນ.11 ເຮົາສາມາດເດີນໄປໃນເສັ້ນທາງກັບຜູ້ທີ່ກ້າວເດີນໄປຫາພຣະຜູ້ຊ່ວຍໃຫ້ລອດ, ບໍ່ວ່າຈະລຳບາກປານໃດກໍຕາມ. ເຮົາສາມາດເຕົ້າໂຮມອິດສະຣາເອນ.
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າຈະຂະຫຍາຍຄວາມພະຍາຍາມທັງໝົດ ແມ່ນແຕ່ເລັກນ້ອຍກໍຕາມ. ພຣະວິນຍານບໍລິສຸດຈະກະຕຸ້ນເຮົາໃຫ້ຮູ້ຈັກສິ່ງທີ່ຈະເວົ້າ ແລະ ຈະເຮັດ. ຄວາມພະຍາຍາມນັ້ນອາດຮຽກຮ້ອງເຮົາໃຫ້ກ້າວອອກຈາກເຂດທີ່ເຮົາສະບາຍໃຈ, ແຕ່ເຮົາສາມາດໝັ້ນໃຈໄດ້ວ່າ ພຣະຜູ້ເປັນເຈົ້າຈະຊ່ວຍເຮົາເຍືອງແສງ.
ຂ້າພະເຈົ້າຮູ້ບຸນຄຸນຕໍ່ຄວາມສະຫວ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ສືບຕໍ່ນຳພາສາດສະໜາຈັກ ຜ່ານທາງການເປີດເຜີຍ.
ຂ້າພະເຈົ້າເຊື້ອເຊີນເຮົາທຸກຄົນໃຫ້ເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ ແລະ ມີຄວາມເຫັນອົກເຫັນໃຈຄົນອື່ນທີ່ຢູ່ອ້ອມຮອບເຮົາ. ໃຫ້ຊອກຫາວິທີ ແລະ ອະທິຖານ ເພື່ອຫາໂອກາດເຍືອງແສງ ໃຫ້ຄົນອື່ນສາມາດຫລຽວເຫັນເສັ້ນທາງທີ່ພາໄປຫາພຣະເຢຊູຄຣິດ. ຄຳສັນຍາຂອງພຣະອົງແມ່ນຍິ່ງໃຫຍ່: “ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”12 ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເປັນທາງນັ້ນ, ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມສະຫວ່າງ, ແລະ ເປັນຄວາມຮັກຂອງໂລກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.