ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພວກເຮົາ​ຈະບໍ່ກ້າວ​ຕໍ່ໄປໃນ​ອຸດົມການ​ອັນຍິ່ງໃຫຍ່​ເຊັ່ນນີ້ບໍ?
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


2:3

ພວກເຮົາ​ຈະບໍ່ກ້າວ​ຕໍ່ໄປໃນ​ອຸດົມການ​ອັນຍິ່ງໃຫຍ່​ເຊັ່ນນີ້ບໍ?

ເຮົາຄວນ​ຈື່ຈຳ​ການ​ເສຍ​ສະລະ​ຂອງ ໂຈເຊັບ ແລະ ໄຮຣຳ ສະມິດ ໄວ້ສະເໝີ, ພ້ອມທັງຊາຍ, ຍິງ ແລະ ເດັກນ້ອຍ​ທີ່ຊື່ສັດ​ຄົນອື່ນໆ, ເພື່ອຈະ​ສະຖາ​ປະນາ​ສາດສະ​ໜາຈັກ​ຂຶ້ນມາ.

ຂໍ​ຂອບ​ໃຈ​ຫລາຍໆ, ປະທານ, ສຳ​ລັບ​ການ​ເປີດທີ່​ດີ​ເດັ່ນ​ນັ້ນ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເມື່ອ 215 ປີກ່ອນ, ເດັກນ້ອຍ​ຜູ້ຊາຍ​ຄົນໜຶ່ງ​ໄດ້ເກີດ​ໃນຄອບຄົວ​ຂອງ ໂຈເຊັບ ແລະ ລູສີ ແມັກ ສະມິດ ໃນລັດ​ເວີໝ້ອນ ໃນຂົງເຂດ​ທີ່ຮູ້ກັນ​ວ່າ ນິວ​ອິງແລນ ແປ​ວ່າ ອັງກິດໃໝ່ ຢູ່ໃນພາກ​ຕາເວັນ​ອອກສຽງ​ເໜືອຂອງ​ສະຫະລັດ.

ໂຈເຊັບ ແລະ ລູສີ ແມັກ ເຊື່ອໃນ​ພຣະເຢຊູຄຣິດ, ໄດ້ສຶກສາ​ພຣະຄຳພີ​ສັກສິດ, ໄດ້ອະທິຖານ​ດ້ວຍໃຈຈິງ, ແລະ ໄດ້ດຳລົງ​ຊີວິດດ້ວຍ​ສັດທາໃນ​ພຣະເຈົ້າ.

ພວກເພິ່ນໄດ້​ຕັ້ງຊື່ໃຫ້ລູກຊາຍ​ນ້ອຍວ່າ ໂຈເຊັບ ສະມິດ ຜູ້ລູກ.

ບຣິກຳ ຢັງ, ໄດ້ກ່າວ​ເຖິງຄອບຄົວ​ສະມິດວ່າ: “ພຣະຜູ້ເປັນເຈົ້າ​ໄດ້ເຝົ້າດູແລ [ໂຈເຊັບ ສະມິດ], ແລະ ພໍ່ຂອງເພິ່ນ, ແລະ ຕູ້​ປູ່ຂອງເພິ່ນ, ແລະ ບັນພະບຸລຸດ​ຂອງເພິ່ນຢ້ອນກັບ​ໄປເຖິງອັບຣາຮາມ, ແລະ ຈາກອັບຣາຮາມ​ໄປເຖິງນ້ຳຖ້ວມ, ຈາກນ້ຳຖ້ວມໄປ​ເຖິງເອນົກ ແລະ ຈາກເອນົກ​ໄປເຖິງອາດາມ. ພຣະອົງໄດ້ຄອຍເຝົ້າດູ​ແລຄອບຄົວນັ້ນ ແລະ ນ້ຳຖ້ວມນັ້ນ​ຕາມທີ່ມັນໄດ້ວົນວຽນ​ຈາກນ້ຳພຸຈົນເຖິງ​ການເກີດຂອງ​ຊາຍຄົນນັ້ນ. [ໂຈເຊັບ ສະມິດ] ຖືກແຕ່ງຕັ້ງ​ລ່ວງໜ້າຢູ່ໃນ​ຊົ່ວນິລັນດອນ.”1

ໂດຍທີ່ເປັນທີ່ຮັກ​ຂອງຄອບຄົວ, ໂຈເຊັບຜູ້ລູກ ແມ່ນໃກ້ຊິດກັບ ໄຮຣຳອ້າຍ​ຂອງເພິ່ນ, ທີ່ມີອາຍຸເກືອບ​ຫົກປີຕອນ​ໂຈເຊັບເກີດມາ.

ເມື່ອເດືອນ​ຕຸລາແລ້ວນີ້, ຂ້າພະເຈົ້າໄດ້ນັ່ງ​ຢູ່ໃກ້ເຕົາ​ໄຟຝີງ ຢູ່​ໃນ​ເຮືອນ​ຫລັງນ້ອຍໆ​ຂອງຄອບຄົວສະມິດ ທີ່ເມືອງຊາ​ໂຣນ, ລັດເວີໝ້ອນ, ບ່ອນທີ່ໂຈເຊັບໄດ້ເກີດ. ຂ້າພະເຈົ້າໄດ້ຮູ້ສຶກເຖິງ​ຄວາມຮັກທີ່ໄຮຣຳ​ມີຕໍ່ໂຈເຊັບ ແລະ ໄດ້ຄິດເຫັນເພິ່ນ​ອຸ້ມນ້ອງຊາຍນ້ອຍ​ໃນອ້ອມແຂນ ແລະ ສິດສອນໃຫ້​ລາວຮຽນຍ່າງ.

ພໍ່ ແລະ ແມ່ສະມິດ ໄດ້ປະເຊີນກັບ​ຄວາມຍາກລຳບາກ​ສ່ວນຕົວ, ທີ່ບັງຄັບໃຫ້ພວກເພິ່ນ​ຍົກຍ້າຍຄອບຄົວ​ຫລາຍເທື່ອ ກ່ອນທີ່ໃນທີ່ສຸດ​ໄດ້ຍ້າຍຈາກ ນິວ ອິງແລນ ແລະ ໄດ້ຕັດສິນໃຈຢ່າງ​ກ້າຫານພາກັນຍ້າຍ​ໄປທີ່ພາກຕາເວັນຕົກ​ສຸດຂອງລັດນິວຢອກ.

ເພາະຄອບຄົວນັ້ນເປັນ​ນ້ຳໜຶ່ງໃຈດຽວກັນ, ພວກເພິ່ນຈຶ່ງ​ຜ່ານຜ່າການທ້າທາຍ​ເຫລົ່ານັ້ນ ແລະ ພາກັນປະເຊີນໜ້າ​ກັບວຽກງານທີ່ໜ້າ​ສະທ້ານຢ້ານກົວຂອງ​ການເລີ່ມຕົ້ນໃໝ່ນຳກັນ ຢູ່ທີ່ດິນດອນທີ່ເປັນ​ປ່າໄມ້ໜຶ່ງຮ້ອຍເອເກີ້ (0.4 ກິໂລແມັດ2) ໃນເຂດ ແມນເຈດ​ສະ​ເຕີ ໃກ້ເມືອງພາໄມຣາ, ລັດນິວຢອກ.

ຂ້າພະເຈົ້າບໍ່ແນ່ໃຈວ່າ​ມີເຮົາຈັກຄົນທີ່ຈະຮັບຮູ້​ການທ້າທາຍທາງຮ່າງກາຍ ແລະ ອາລົມຊຶ່ງການເລີ່ມຕົ້ນໃໝ່​ໄດ້ນຳມາໃຫ້ແກ່ຄອບຄົວສະມິດ—ການຖາງປ່າ, ການປູກສວນໝາກໄມ້ ແລະ ທົ່ງ, ການສ້າງບ້ານໄມ້ຖ່ອນຫລັງນ້ອຍ ແລະ ໂຄງຮ່າງຂອງບ້ານ​ສວນຢ່າງອື່ນໆ, ເປັນຄົນຮັບຈ້າງລາຍວັນ, ແລະ ເຮັດສິ່ງຂອງໄປຂາຍ​ຢູ່ໃນເມືອງ.

ເມື່ອຄອບຄົວໄດ້ຍ້າຍ​ໄປເຖິງພາກຕາເວັນຕົກ​ຂອງລັດນິວຢອກ, ເຂດນັ້ນກໍມີເລື່ອງສົນລະວົນ​ກ່ຽວກັບສາດສະໜາ—ທີ່ຮູ້ກັນວ່າ ການຕື່ນຕົວ​ທີ່ຍິ່ງໃຫຍ່ຄັ້ງທີສອງ.

ໃນລະຫວ່າງການໂຕ້ຕອບ ແລະ ການຜິດຖຽງໃນບັນດາ​ສາດສະໜາທັງຫລາຍ, ໂຈເຊັບໄດ້ເຫັນພາບທີ່ມາໃຫ້ເຫັນ​ທີ່ໜ້າອັດສະຈັນໃຈ, ຊຶ່ງ​ຮູ້​ຈັກ​ກັນ​ໃນ​ປະຈຸ​ບັນ​ວ່າ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ. ເຮົາໄດ້ຮັບພອນທີ່ໄດ້ມີ​ເລື່ອງລາວຕົ້ນຕໍ​ສີ່ເລື່ອງ ຊຶ່ງຂ້າພະເຈົ້າຈະ​ເອົາມາອ້າງອີງ.2

ໂຈເຊັບໄດ້ບັນທຶກ​ໄວ້​ວ່າ: “ໃນໄລຍະຂອງ​ຄວາມສັບສົນ [ທາງດ້ານສາດສະໜາ] ນີ້ ຂ້າພະເຈົ້າກຸ້ມໃຈຫລາຍ, ບໍ່ຮູ້ຈັກຈະຕັດສິນໃຈ; ເຖິງແມ່ນວ່າຄວາມຮູ້ສຶກ​ຂອງຂ້າພະເຈົ້າຈະເລິກຊຶ້ງ ແລະ ມັກຈະຕື້ນຕັນໃຈ, ແຕ່ຂ້າພະເຈົ້າໄດ້ຮັກສາ​ຕົນເອງໃຫ້ຫ່າງຈາກກຸ່ມ​ເຫລົ່ານັ້ນ, ເຖິງແມ່ນວ່າຂ້າພະເຈົ້າໄດ້ໄປ​ຮ່ວມການປະຊຸມຕ່າງໆຂອງ​ພວກເຂົາຫລາຍເທື່ອກໍຕາມ ເທົ່າທີ່ໂອກາດຈະອຳນວຍ. … [ແຕ່] ຄວາມສັບສົນ ແລະ ການຜິດຖຽງກັນໃນບັນດາ​ນິກາຍທີ່ແຕກຕ່າງກັນນັ້ນມີຫລາຍ, ຈົນວ່າເປັນໄປບໍ່ໄດ້ສຳລັບ​ຄົນໜຸ່ມຢ່າງຂ້າພະເຈົ້າ, ແລະ ບໍ່ຄຸ້ນເຄີຍກັບຜູ້ຄົນ ແລະ ເລື່ອງຕ່າງໆ, ຈະສະຫລຸບໄດ້ຢ່າງແນ່ນອນ​ແນວໃດວ່າຜູ້ໃດຖືກ ແລະ ຜູ້ໃດຜິດ.”3

ໂຈເຊັບໄດ້ຫັນໄປຫາພຣະຄຣິສ​ຕະທຳຄຳພີ ເພື່ອຊອກຫາຄຳຕອບ​ຕໍ່ຄຳຖາມຂອງເພິ່ນ ແລະ ໄດ້ອ່ານ ຢາໂກໂບ 1:5: “ຖ້າຄົນໃດໃນພວກເຈົ້າ​ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກ​ພຣະເຈົ້າຜູ້ຊົງໂຜດປະທານໃຫ້ແກ່​ຄົນທັງປວງດ້ວຍ​ພຣະກະລຸນາ, ບໍ່ຊົງກ່າວຕິ ແລະ ຜູ້ນັ້ນກໍຈະໄດ້ຮັບ​ສິ່ງທີ່ທູນຂໍ.”4

ເພິ່ນໄດ້ໝາຍເຫດໄວ້ວ່າ: “ບໍ່ເຄີຍມີຂໍ້ຄວາມໃດ​ໃນພຣະຄຳພີທີ່ມີອຳນາດ ເຂົ້າເຖິງຈິດໃຈຂອງ​ມະນຸດໄດ້ຫລາຍເທົ່າກັບ​ຂໍ້ຄວາມນີ້ໃນເວລານັ້ນ. ຂໍ້ຄວາມປະກົດວ່າເຂົ້າເຖິງ​ຄວາມຮູ້ສຶກທຸກຢ່າງ ຂອງຈິດໃຈຂອງ​ຂ້າພະເຈົ້າດ້ວຍ​ພະລັງອັນແຮງກ້າ. ຂ້າພະເຈົ້າຄິດແລ້ວຄິດອີກ.”5

ໂຈເຊັບ ໄດ້ມາຮັບຮູ້ວ່າ​ພຣະຄຣິສຕະທຳຄຳພີ​ບໍ່ໄດ້ມີຄຳຕອບຕໍ່ຄຳຖາມ​ທັງໝົດຂອງຊີວິດ; ແຕ່, ມັນໄດ້ສິດສອນບັນດາຊາຍ ແລະ ຍິງວ່າເຂົາເຈົ້າສາມາດ​ພົບເຫັນຄຳຕອບຕໍ່ຄຳຖາມ​ຂອງເຂົາເຈົ້າ ໂດຍການສື່ສານໂດຍ​ກົງກັບພຣະເຈົ້າຜ່ານການ​ອະທິຖານໄດ້ແນວໃດ.

ເພິ່ນໄດ້ກ່າວຕື່ມວ່າ: “ດັ່ງນັ້ນ, ເພື່ອໃຫ້ເປັນໄປຕາມທີ່​ຂ້າພະເຈົ້າຕັ້ງໃຈໄວ້ທີ່ຈະທູນຂໍ​ຈາກພຣະເຈົ້າ, ຂ້າພະເຈົ້າຈຶ່ງໄດ້ເຂົ້າໄປໃນປ່າ ເພື່ອຂໍລອງເບິ່ງ. ໃນຕອນເຊົ້າທີ່ສວຍງາມ ອາກາດແຈ່ມໃສດີຂອງມື້ໜຶ່ງ, ໃນຕົ້ນລະດູໃບໄມ້ປົ່ງ​ຂອງປີໜື່ງພັນແປດຮ້ອຍຊາວ.”6

ບໍ່ດົນຫລັງຈາກນັ້ນ, ໂຈເຊັບໄດ້ກ່າວວ່າ, “[ເລົາແສງ] ນັ້ນລົງມາເທິງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນສອງ​ພຣະອົງປະທັບຢືນຢູ່ໃນອາກາດ ຊື່ຫົວຂອງຂ້າພະເຈົ້າ. ຄວາມສະຫວ່າງ ແລະ ລັດສະໝີພາບຂອງທັງສອງ​ພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້. ອົງໜຶ່ງໄດ້ຮັບສັ່ງກັບ​ຂ້າພະເຈົ້າ, ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາ​ອີກອົງໜຶ່ງ ແລະ ກ່າວວ່າ—[ໂຈເຊັບ,] ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!7

ແລ້ວພຣະຜູ້ຊ່ວຍ​ໃຫ້ລອດໄດ້ກ່າວວ່າ: “ໂຈເຊັບ, ບຸດຂອງເຮົາ, ບາບຂອງເຈົ້າຖືກ​ອະໄພໃຫ້ແລ້ວ. ຈົ່ງໄປຕາມທາງຂອງເຈົ້າ, ຈົ່ງເດີນໄປຢູ່ໃນກົດຂອງເຮົາ, ແລະ ຮັກສາບັນຍັດຂອງເຮົາ. ຈົ່ງເບິ່ງ, ເຮົາຄື ພຣະຜູ້ເປັນເຈົ້າ​ແຫ່ງລັດສະໝີພາບ. ເຮົາໄດ້ຖືກຄຶງສຳລັບໂລກ, ເພື່ອວ່າທຸກຄົນທີ່ເຊື່ອ​ໃນນາມຂອງເຮົາອາດ​ມີຊີວິດນິລັນດອນ.”8

ໂຈເຊັບໄດ້ກ່າວຕື່ມວ່າ, “ໃນທັນທີທີ່ຂ້າພະເຈົ້າ​ຮູ້ສຶກຕົວຈົນເວົ້າໄດ້ແລ້ວ, ຂ້າພະເຈົ້າຈຶ່ງທູນຖາມ​ສອງພຣະອົງທີ່ປະທັບຢືນຢູ່​ໃນແສງສະຫວ່າງເທິງຫົວ​ຂອງຂ້າພະເຈົ້າວ່າ ສາດສະໜາຈັກແຫ່ງໃດຖືກຕ້ອງ.”9

ເພິ່ນຈຳໄດ້ວ່າ, “ພວກພຣະອົງໄດ້ບອກ​ຂ້າພະເຈົ້າວ່າສາດ​ສະໜາຈັກທັງໝົດນັ້ນ​ເຊື່ອໃນຄຳສອນທີ່ບໍ່ຖືກຕ້ອງ ແລະ ວ່າພຣະເຈົ້າບໍ່ຍອມ​ຮັບວ່າສາດສະໜາໃດ​ທີ່ເປັນສາດສະໜາ ແລະ ອານາຈັກຂອງພຣະອົງ. ແລະ … ໃນ​ເວ​ລາ​ດຽວ​ກັນ [ຂ້າ​ພະ​ເຈົ້າ] ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ຂ້າ​ພະ​ເຈົ້າ ໃນ​ອະ​ນາ​ຄົດ.”10

ໂຈເຊັບຍັງໄດ້ໝາຍ​ເຫດນຳອີກວ່າ, “ຂ້າພະເຈົ້າໄດ້ເຫັນເຫລົ່າທູດ​ໃນພາບທີ່ມາໃຫ້ເຫັນນັ້ນ.”11

ຫລັງຈາກພາບທີ່ມາ​ໃຫ້ເຫັນທີ່ຮຸ່ງໂລດນັ້ນ, ໂຈເຊັບໄດ້ບັນທຶກວ່າ: “ຈິດວິນຍານຂອງຂ້າພະເຈົ້າ​ໄດ້ເຕັມໄປດ້ວຍຄວາມຮັກ, ແລະ ເປັນເວລາຫລາຍວັນ ຂ້າພະເຈົ້າໄດ້ຊື່ນຊົມ​ດ້ວຍຄວາມປິຕິຍິນດີ​ທີ່ລົ້ນເຫລືອ. … ພຣະຜູ້ເປັນເຈົ້າໄດ້​ສະຖິດຢູ່ກັບຂ້າພະເຈົ້າ.”12

ເພິ່ນໄດ້ອອກມາຈາກ​ປ່າສັກສິດເພື່ອເລີ່ມ​ການກະກຽມຂອງເພິ່ນ​ທີ່ຈະກາຍເປັນສາດ​ສະດາຂອງພຣະເຈົ້າ.

ໂຈເຊັບຍັງໄດ້ເລີ່ມຮຽນຮູ້ສິ່ງທີ່​ສາດສະດາໃນສະໄໝບູຮານ​ໄດ້ປະສົບມາ—ການປະຕິເສດ, ການຄັດຄ້ານ, ແລະ ການຂົ່ມເຫັງ. ໂຈເຊັບຈຳໄດ້ວ່າໄດ້ແບ່ງປັນ​ສິ່ງທີ່ເພິ່ນໄດ້ເຫັນ ແລະ ໄດ້ຍິນກັບນັກເທດ​ຄົນໜຶ່ງ ຜູ້ທີ່ກະຕືລືລົ້ນກ່ຽວກັບ​ສາດສະໜາດັ່ງກ່າວ​ວ່າ:

“ຂ້າພະເຈົ້າປະຫລາດໃຈ​ຫລາຍກັບການປະພຶດຕົວ​ຂອງເພິ່ນ; ເພິ່ນບໍ່ພຽງແຕ່ຖືວ່າການ​ບອກເລົ່າຂອງຂ້າພະເຈົ້າ​ເປັນການເວົ້າຫລິ້ນເທົ່ານັ້ນ, ແຕ່ຍັງໄດ້ໝິ່ນ​ປະໝາດນຳອີກ, ໂດຍກ່າວວ່າ ມັນເປັນຂອງມານ​ທັງໝົດ, ບໍ່ມີສິ່ງທີ່ເອີ້ນກັນວ່າ ພາບທີ່ມາ​ໃຫ້ເຫັນ ຫລື ການເປີດເຜີຍແບບນັ້ນ​ແລ້ວໃນປະຈຸບັນນີ້; ເລື່ອງເຊັ່ນນັ້ນທັງໝົດ​ໄດ້ສິ້ນສຸດໄປແລ້ວ​ກັບເຫລົ່າອັກຄະສາວົກ, ແລະ ວ່າຈະບໍ່ມີສິ່ງເຫລົ່ານັ້ນອີກ.

“ໃນບໍ່ຊ້າ, ຂ້າພະເຈົ້າກໍພົບວ່າ ການເລົ່າເລື່ອງຂອງ​ຂ້າພະເຈົ້າເຮັດ​ໃຫ້ບັນດາຜູ້ປະກາດ​ສາດສະໜາ ເກີດມີຄວາມກຽດຊັງ​ຂ້າພະເຈົ້າຢ່າງໃຫຍ່ຫລວງ, ແລະ ການຂົ່ມເຫັງ​ກໍນັບມື້ນັບຮ້າຍແຮງຂຶ້ນ​ຊັກໃຊ້; … ແລະ ເລື່ອງນີ້ໄດ້​ແຜ່ຂະຫຍາຍໄປ​ທົ່ວນິກາຍຕ່າງໆ—ທັງໝົດໄດ້ລວມຫົວກັນ​ຂົ່ມເຫັງຂ້າພະເຈົ້າ.”13

ສາມປີຕໍ່ຈາກນັ້ນ, ໃນປີ 1823, ສະຫວັນກໍໄດ້ເປີດ​ອີກຄັ້ງເພື່ອເປັນພາກສ່ວນ​ຂອງການຟື້ນຟູ​ອັນຕໍ່ເນື່ອງ ຂອງພຣະກິດຕິຄຸນ​ຂອງພຣະເຢຊູຄຣິດ​ໃນວັນເວລາສຸດທ້າຍ. ໂຈເຊັບໄດ້ບັນທຶກວ່າ ທູດອົງໜຶ່ງ ຊື່ໂມໂຣໄນ ໄດ້ມາປະກົດຕໍ່ເພິ່ນ ແລະ ໄດ້ກ່າວວ່າ “ພຣະເຈົ້າມີວຽກງານ​ໃຫ້ຂ້າພະເຈົ້າເຮັດ … [ແລະ ວ່າ] ມັນມີ​ໜັງສືເຫລັ້ມໜຶ່ງຝັງຢູ່, ທີ່ຖືກຂຽນໄວ້ໃນ​ແຜ່ນຈາລຶກຄຳ” ທີ່ບັນຈຸ “ຄວາມສົມບູນຂອງ​ພຣະກິດຕິຄຸນອັນເປັນນິດ … ຕາມທີ່ພຣະຜູ້ຊ່ວຍໃຫ້ລອດ​ໄດ້ປະທານໃຫ້ຜູ້ອາໄສ​ຢູ່ໃນສະໄໝບູຮານ [ຂອງທະວີບອະເມຣິກາ].”14

ໃນທີ່ສຸດ, ໂຈເຊັບໄດ້ຮັບເອົາ, ໄດ້ແປ, ແລະ ໄດ້ພິມບັນທຶກ​ບູຮານນັ້ນ, ທີ່ຮູ້ກັນໃນ​ເວລານີ້ວ່າ ພຣະຄຳພີມໍມອນ.

ໄຮຣຳ ອ້າຍຂອງເພິ່ນ, ຜູ້ທີ່ສະໜັບສະໜູນ​ເພິ່ນມາຕະຫລອດ, ໂດຍສະເພາະ​ຫລັງຈາກການຜ່າຕັດ​ຂາທີ່ເຈັບປວດ, ທີ່ອັນຕະລາຍຕໍ່ຊີວິດຂອງ​ເພິ່ນ ໃນປີ 1813, ກໍໄດ້ເປັນພະຍານ​ຄົນໜຶ່ງເຖິງແຜ່ນ​ຈາລຶກຄຳນັ້ນ. ເພິ່ນຍັງໄດ້ເປັນໜຶ່ງ​ໃນສະມາຊິກຫົກຄົນ​ຂອງສາດສະໜາຈັກ ເມື່ອມັນຖືກຈັດຕັ້ງຂຶ້ນໃນປີ 1830.

ລະຫວ່າງຊີວິດຂອງພວກເພິ່ນ, ໂຈເຊັບ ແລະ ໄຮຣຳໄດ້ປະເຊີນໜ້າ​ກັບກຸ່ມອັນຕະພານ ແລະ ການຂົ່ມເຫັງນຳກັນ. ຍົກຕົວຢ່າງ, ພວກເພິ່ນໄດ້ທົນທຸກ​ຢູ່ໃນສະພາບທີ່ໜ້າ​ເສົ້າສະຫລົດໃຈທີ່ຄຸກ ລີ​ເບີ​ຕີ ໃນລັດມີ​ເຊີ​ຣີ ເປັນເວລາຫ້າເດືອນ​ ໃນລະດູໜາວ​ຂອງປີ 1838–39.

ໃນ​ເດືອນ​ເມສາ ປີ 1839, ໂຈ​ເຊັບ​ໄດ້​ຂຽນ​ເຖິງ​ນາງ​ເອມ​ມາ ພັນ​ລະ​ຍາ​ຂອງ​ເພິ່ນ ບັນ​ຍາຍ​ເຖິງ​ສະ​ຖາ​ນະ​ການ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ​ວ່າ: “ອ້າຍເຊື່ອວ່າ ມັນຄົງເປັນເວລາ​ຫ້າເດືອນກັບ​ຫົກມື້ແລ້ວ ນັບແຕ່ອ້າຍໄດ້​ຖືກເຝົ້າຍາມ​ຢ່າງເຄັ່ງຄັດ​ທັງເວັນ ແລະ ຄືນ, ແລະ ຖືກຂັງ​ຢູ່ໃນຫ້ອງ, ຢູ່ຂ້າງໃນປ່ອງຢ້ຽມເຫລັກ, ແລະ ໄດ້ຍິນແຕ່ສຽງດັງ​ຂອງປະຕູເຫລັກໃນ​ຄຸກທີ່ໂດດດ່ຽວ, ມືດຕຶບ, ແລະ ເປິເປື້ອນນີ້. … ພວກອ້າຍຈະຖືກ​ຍ້າຍໄປຈາກ [ທີ່] ນີ້ໃນເວລາ​ໃດກໍໄດ້ ແລະ ພວກອ້າຍ​ກໍດີໃຈທີ່ຈະປ່ອຍ​ໃຫ້ມັນ​ເປັນ​ໄປ. ບໍ່​ວ່າ​ພວກ​ອ້າຍ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​​ກໍຄົງ​ບໍ່​​ຮ້າຍ​ໄປ​ກວ່າ​ຮູ​ທີ່​ພວກ​ເຮົາ​ຢູ່​ໃນ​ເວ​ລານີ້. … ພວກອ້າຍຈະ​ບໍ່ຄິດໄຝ່ຝັນຫຍັງຫລັງ​ຈາກຄຸກ ລີ​ເບີ​ຕີ ໃນເຂດຄະເລ ຂອງລັດມີ​ເຊີ​ຣີ. ພວກອ້າຍໄດ້ຮັບພໍແລ້ວ​ທີ່ຈະທົນທານ​ຊົ່ວນິລັນດອນ.”15

ເມື່ອປະເຊີນ​ກັບການຂົ່ມເຫັງ, ໄຮຣຳໄດ້​ສະແດງສັດທາ​ໃນຄຳສັນຍາຂອງ​ພຣະຜູ້ເປັນເຈົ້າ, ລວມທັງການໜີພົ້ນ​ຈາກສັດຕູຂອງເພິ່ນ ຖ້າຫາກເພິ່ນເລືອກ. ໃນພອນທີ່ໄຮຣຳໄດ້ຮັບໃນປີ 1835 ພາຍໃຕ້ມືຂອງ ໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ສັນຍາ​ກັບເພິ່ນວ່າ: “ເຈົ້າໄດ້ມີອຳນາດ​ທີ່ຈະໜີພົ້ນຈາກມື​ຂອງສັດຕູຂອງເຈົ້າ. ຊີວິດຂອງເຈົ້າຈະຖືກ​ຄົ້ນຫາຢ່າງຮຸນແຮງ, ແຕ່ເຈົ້າຈະໜີພົ້ນ​ລອດໄປໄດ້.. ຖ້າຫາກມັນເປັນ​ທີ່ພໍໃຈຂອງເຈົ້າ, ແລະ ເຈົ້າປາດຖະໜາ, ເຈົ້າຈະມີອຳນາດຢ່າງ​ອັດຕະນຸມັດເພື່ອຈະ​ສະລະຊີວິດຂອງເຈົ້າ ເພື່ອສັນລະເສີນ​ພຣະເຈົ້າ.”16

ໃນເດືອນມິຖຸນາ ປີ 1844, ໄຮຣຳໄດ້ຖືກສະເໜີ​ໃຫ້ເລືອກທີ່ຈະສະລະ​ຊີວິດຂອງເພິ່ນເພື່ອ​ສັນລະເສີນພຣະເຈົ້າ ແລະ “ຜະນຶກປະຈັກພະຍານ​ຂອງລາວໄວ້ດ້ວຍເລືອດ​ຂອງລາວ”—ຄຽງຂ້າງກັບ ໂຈເຊັບ ນ້ອງຊາຍທີ່ຮັກ​ຂອງ​ເພິ່ນ.17

ໜຶ່ງອາທິດກ່ອນ​ການເດີນທາງ​ທີ່ໂສກເສົ້າໄປ​ສູ່ຄາດເທດ ບ່ອນທີ່ພວກເພິ່ນ​ຖືກຂ້າຢ່າງໂຫດຫ້ຽມໂດຍກຸ່ມອັນຕະພານ​ທີ່ຂີ້ຂາດ ທີ່ໄດ້ເອົາສີທາ​ໜ້າເພື່ອປິດບັງ​ຕົວຈິງ, ໂຈເຊັບ ໄດ້ບັນທຶກໄວ້ວ່າ “ຂ້າພະເຈົ້າໄດ້ແ​ນະນຳໃຫ້ອ້າຍ ໄຮຣຳພາຄອບຄົວ​ຂອງເພິ່ນຂຶ້ນເຮືອລຳ​ຕໍ່ໄປ ແລະ ໄປເມືອງຊິນ​ຊິນ​ນາດີ.”

ຂ້າພະເຈົ້າຍັງຮູ້ສຶກ​ຊຶ້ງໃຈຂະນະທີ່​ຈື່ຈຳຄຳຕອບຂອງ ໄຮຣຳ ວ່າ: “ໂຈເຊັບ, ອ້າຍຈະປະເຈົ້າໄປ​ໄດ້ແນວໃດ.’’18

ສະນັ້ນ ໂຈເຊັບ ແລະ ໄຮຣຳ ຈຶ່ງໄດ້ພາກັນ​ໄປທີ່ເມືອງ​ຄາດ​ເທດ, ບ່ອນທີ່ພວກເພິ່ນໄດ້​ຕາຍເພື່ອຄວາມເຊື່ອສຳລັບ​ອຸດົມການ ແລະ ພຣະນາມຂອງ​ພຣະຄຣິດ.

ການ​ຖະ​ແຫລງ​ທີ່​ເປັນ​ທາງ​ການ​ເຖິງ​ການ​ຖືກ​ຂ້າ​ເພາະ​ຄວາມ​ເຊື່ອ ໄດ້​ກ່າວ​ດັ່ງ​ຕໍ່​ໄປ​ນີ້: “ໂຈເຊັບ ສະມິດ, ຜູ້ເປັນສາດສະດາ ແລະ ຜູ້ພະຍາກອນ​ຂອງພຣະຜູ້ເປັນເຈົ້າ, … ໄດ້ນຳພຣະຄຳພີ​ມໍມອນອອກມາ, ຊຶ່ງເພິ່ນໄດ້ແປໂດຍ​ຂອງປະທານ ແລະ ອຳນາດຈາກ​ພຣະເຈົ້າ, ແລະ ໄດ້ເປັນເຄື່ອງມື​ໃຫ້ພິມໃນສອງ​ທະວີບ; ໄດ້ສົ່ງຄວາມສົມບູນ​ແຫ່ງພຣະກິດຕິຄຸນ​ອັນເປັນນິດ ຊຶ່ງມີຢູ່ໃນນັ້ນ, ໄປຍັງສີ່ສ່ວນຂອງ​ແຜ່ນດິນໂລກ; ໄດ້ນຳການເປີດເຜີຍ ແລະ ພຣະບັນຍັດອອກມາ ຊຶ່ງຮວມເປັນໜັງສື ຄຳສອນ ແລະ ພັນທະສັນຍາ​ເຫລັ້ມນີ້, ແລະ ເປັນເອກະສານ ແລະ ຄຳແນະນຳທີ່ສະຫລາດອື່ນໆ ເພື່ອຜົນປະໂຫຍດຂອງ​ລູກຫລານມະນຸດ; ໄດ້ເຕົ້າໂຮມໄພ່ພົນຍຸກສຸດທ້າຍ​ຫລາຍພັນຄົນ, ໄດ້ສ້າງຕັ້ງເມືອງໃຫຍ່ແຫ່ງໜຶ່ງ, ແລະ ໄດ້ຝາກກຽດຕິຍົດ ແລະ ຊື່ສຽງທີ່ບໍ່ມີວັນ​ທຳລາຍໄວ້. … ແລະ ເຊັ່ນດຽວກັບຜູ້​ຖືກເຈີມໄວ້ສ່ວນຫລາຍ​ຂອງພຣະຜູ້ເປັນເຈົ້າ​ໃນສະໄໝບູຮານ, [ໂຈເຊັບ] ໄດ້ຜະນຶກພາລະກິດ​ຂອງເພິ່ນ ແລະ ວຽກງານ​ຂອງເພິ່ນດ້ວຍເລືອດ​ຂອງເພິ່ນເອງ; ແລະ ອ້າຍຂອງເພິ່ນ ໄຮຣຳ.. ຖ້າຊີວິດ ພວກເພິ່ນ​ບໍ່ເຄີຍໄດ້ແຍກ​ອອກຈາກກັນ, ໃນຄວາມຕາຍ​ພວກເພິ່ນກໍບໍ່ໄດ້ແຍກ​ອອກຈາກກັນ!19

ຫລັງຈາກການຕາຍ​ເພາະຄວາມເຊື່ອ, ສົບຂອງ ໂຈເຊັບ ແລະ ໄຮຣຳ ຖືກສົ່ງກັບ​ໄປ​ເມືອງນາວູ, ຖືກຊຳລະໃຫ້ສະອາດ, ແລະ ຕົບແຕ່ງເພື່ອວ່າ​ຄອບຄົວສະມິດຈະໄດ້ເຫັນ​ຜູ້ຄົນທີ່ເຂົາເຈົ້າຮັກ. ແມ່​ທີ່​ປະ​ເສີດ​ຂອງ​ພວກ​ເພິ່ນ​ໄດ້​ກ່າວ​ວ່າ: “ຂ້ອຍໄດ້ກະກຽມເປັນ​ເວລາດົນນານ, ສະສົມພະລັງຂອງ​ຈິດວິນຍານ, ແລະ ໄດ້ທູນຂໍຄວາມເຂັ້ມແຂງ​ຈາກພຣະເຈົ້າ; ແຕ່ເມື່ອຂ້ອຍໄດ້​ເຂົ້າໄປໃນຫ້ອງ, ແລະ ໄດ້ເຫັນລູກຊາຍຂອງ​ຂ້ອຍທັງສອງຄົນ​ທີ່ຖືກຄາດ​ຕະກຳຢູ່ຕໍ່ໜ້າຂ້ອຍ, ແລະ ໄດ້ຍິນສຽງໂສກເສົ້າຄວນຄາງ​ຂອງຄອບຄົວຂອງຂ້ອຍ ແລະ ສຽງຮ້ອງໄຫ້ຈາກພັນລະຍາ ແລະ ລູກໆ​ຂອງ​ເຂົາ​ເຈົ້າ, ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຂອງ​ເຂົາ​ເຈົ້າ, ຂ້ອຍກໍທົນບໍ່ໄຫວ. ຂ້ອຍໄດ້ລົ້ມລົງ ແລະ ຮ້ອງໄຫ້ຫາພຣະຜູ້ເປັນເຈົ້າ, ໃນຄວາມເຈັບປວດ​ຂອງຈິດວິນຍານ​ຂອງຂ້ອຍວ່າ ‘ໂອ້ພຣະອົງ​ເຈົ້າ! ​ໂ​ອ້ພຣະອົງ​ເຈົ້າ! ເປັນຫຍັງພຣະອົງຈຶ່ງໄດ້ປະຖິ້ມ​ຄອບຄົວນີ້ໄປ!’”20

ໃນ​ວິ​ນາ​ທີແຫ່ງຄວາມເສົ້າ​ສະຫລົດໃຈ ແລະ ຄວາມໜັກໜ່ວງ​ນັ້ນເອງ, ເພິ່ນໄດ້​ຈື່ຈຳ​ວ່າ ພວກ​ເພິ່ນ​ໄດ້ກ່າວອອກມາວ່າ “ແມ່ເອີຍ, ຢ່າ​ສູ່ຮ້ອງໄຫ້ນຳພວກລູກເລີຍ; ໂດຍຄວາມຮັກ ພວກລູກໄດ້ເອົາ​ຊະນະໂລກແລ້ວ.”21

ແນ່ນອນວ່າ ພວກເພິ່ນໄດ້​ເອົາຊະນະໂລກແລ້ວ. ໂຈເຊັບ ແລະ ໄຮຣຳ ສະມິດ, ເໝືອນດັ່ງໄພ່ພົນ​ທີ່ຊື່ສັດເຫລົ່ານັ້ນ​ທີ່ຖືກບັນຍາຍຢູ່ໃນ​ພຣະທຳພຣະນິມິດວ່າ, “ໄດ້ຜ່ານການຖືກ​ຂົ່ມເຫັງຢ່າງໜັກ, ພວກເຂົາໄດ້ຊຳລະ​ເສື້ອລ່າມຂອງພວກເຂົາ​ໃຫ້ຂາວສະອາດ ດ້ວຍເລືອດຂອງ​ພຣະເມສານ້ອຍ [ແລະ] ໄດ້ … ຢືນຢູ່ຕໍ່ໜ້າ​ພຣະຣາຊບັນລັງ​ຂອງພຣະເຈົ້າ, ແລະ ບົວລະບັດຮັບໃຊ້​ພຣະອົງໃນ​ພຣະວິຫານ ທັງກາງເວັນ ແລະ ກາງຄືນ: ແລະ ພຣະອົງຜູ້ທີ່ປະທັບຢູ່​ເທິງພຣະຣາຊບັນລັງ ຈະຊົງສະຖິດຢູ່ນຳ ແລະ ປົກປ້ອງຄຸ້ມຄອງພວກເຂົາ.

“ພວກເຂົາຈະບໍ່ອຶດເຂົ້າ​ຢາກນ້ຳອີກຕໍ່ໄປຈັກເທື່ອ, ຕາເວັນ ຫລື ແສງແດດອັນຮ້ອນກ້າ ຈະບໍ່ເຜົາໄໝ້ພວກເຂົາ.

“ເພາະພຣະເມສານ້ອຍ​ທີ່ປະທັບຢູ່ທ່າມກາງ​ພຣະບັນລັງນັ້ນ ຈະເປັນຜູ້ລ້ຽງຂອງພວກເຂົາ. ພຣະອົງຈະຊົງນຳພວກເຂົາ​ໄປເຖິງບໍ່ນ້ຳພຸແຫ່ງຊີວິດ: ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດ​ຈາກຕາຂອງ​ພວກເຂົາ.”22

ຂະນະທີ່ເຮົາສະເຫລີມສະຫລອງ​ເທດສະການທີ່ຊື່ນຊົມນີ້, ວັນຄົບຮອບ 200 ປີ ຂອງພາບທີ່ມາ​ໃຫ້ເຫັນຄັ້ງທຳອິດ, ເຮົາຄວນຈື່ຈຳການ​ເສຍສະລະຂອງ ໂຈເຊັບ ແລະ ໄຮຣຳ ສະມິດ ໄວ້ສະເໝີ, ພ້ອມທັງຊາຍ, ຍິງ ແລະ ເດັກນ້ອຍທີ່ຊື່ສັດ​ຄົນອື່ນໆ, ເພື່ອຈະສະຖາປະນາ​ສາດສະໜາຈັກຂຶ້ນມາ ເພື່ອວ່າທ່ານ ແລະ ຂ້າພະເຈົ້າຈະສາມາດໄດ້ຮັບພອນ​ທັງຫລາຍ ແລະ ທັງ​ໝົດ​ນີ້​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ເຮົາ​ມີ​ຢູ່​ໃນ​ທຸກວັນ​ນີ້. ຄວາມຊື່ສັດຂອງ​ພວກ​ເພິ່ນບໍ່​ຄວນ​ຖືກ​ລືມ!

ຂ້າພະເຈົ້າຄິດເລື້ອຍໆວ່າ ເປັນຫຍັງໂຈເຊັບ ແລະ ໄຮຣຳ ແລະ ຄອບຄົວຂອງພວກເພິ່ນ​ຈຶ່ງໄດ້ທົນທຸກຫລາຍແທ້. ມັນອາດເປັນວ່າ ພວກເພິ່ນໄດ້ມາຮູ້ຈັກ​ພຣະເຈົ້າ ຜ່ານຄວາມຍາກ​ລຳບາກຂອງພວກເພິ່ນ ໃນວິທີທີ່ຈະເກີດຂຶ້ນ​ບໍ່ໄດ້ປາດສະຈາກວິທີນີ້. ໃນ​ການຜ່ານຜ່າສິ່ງນັ້ນ, ພວກເພິ່ນໄດ້ສະທ້ອນ​ຄິດເຖິງເຄັດເຊມາເນ ແລະ ໄມ້ກາງແຂນຂອງ​ພຣະຜູ້ຊ່ວຍໃຫ້ລອດ. ດັ່ງທີ່ໂປໂລ ໄດ້ກ່າວວ່າ, “ພວກເຈົ້າໄດ້ຮັບ​ສິດ​ທິພິເສດ ໃຫ້ບົວລະບັດ​ຮັບໃຊ້ພຣະຄຣິດ, ບໍ່ແມ່ນພຽງແຕ່ໃຫ້ເຊື່ອ​ໃນພຣະອົງເທົ່ານັ້ນ.”23

ກ່ອນການຕາຍ​ຂອງເພິ່ນໃນປີ 1844, ໂຈເຊັບໄດ້ຂຽນຈົດໝາຍ​ທີ່ໃຫ້ກຳລັງໃຈແກ່ໄພ່ພົນ. ມັນເປັນການເອີ້ນ​ໃຫ້ລົງມືກະທຳ, ຊຶ່ງສືບຕໍ່ຢູ່ໃນ​ສາດສະໜາຈັກ​ໃນເວລານີ້ ວ່າ:

“ອ້າຍນ້ອງ [ແລະ ເອື້ອຍນ້ອງ] ທັງຫລາຍ, ພວກເຮົາຈະບໍ່ກ້າວ​ຕໍ່ໄປໃນອຸດົມການອັນຍິ່ງ​ໃຫຍ່ເຊັ່ນນີ້ບໍ? ກ້າວໄປໜ້າ ແລະ ບໍ່ຖອຍກັບ. ຈົ່ງກ້າຫານ, ອ້າຍນ້ອງ [ແລະ ເອື້ອຍນ້ອງ] ທັງຫລາຍ; ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ! …

“… ສະນັ້ນ, ໃຫ້ພວກເຮົາ, ໃນຖານະສາດສະໜາຈັກໜຶ່ງ ແລະ ຜູ້ຄົນກຸ່ມໜຶ່ງ, ແລະ ໃນຖານະໄພ່ພົນ​ຍຸກສຸດທ້າຍ, ຖວາຍເຄື່ອງ​ບູຊາແດ່​ພຣະຜູ້ເປັນເຈົ້າ​ໃນຄວາມຊອບທຳ.”24

ເມື່ອເຮົາຮັບຟັງ​ພຣະວິນຍານ​ລະຫວ່າງການສະເຫລີມ​ສະຫລອງວັນຄົບຮອບ 200 ປີ ໃນ​ທ້າຍ​ອາ​ທິດນີ້, ໃຫ້ພິຈາລະນາສິ່ງ​ທີ່ທ່ານຈະຖວາຍແດ່​ພຣະຜູ້ເປັນເຈົ້າ​ໃນຄວາມຊອບທຳ ໃນບໍ່​ຫລາຍວັນຂ້າງໜ້ານີ້. ຂໍໃຫ້ກ້າຫານເຖີດ—ໃຫ້ແບ່ງປັນສິ່ງນັ້ນ​ກັບຄົນທີ່ທ່ານ​ໄວ້ວາງໃຈ, ແລະ ສຳຄັນໄປກວ່ານັ້ນ, ຂໍໃຫ້ຫາເວລາທີ່​ຈະເຮັດສິ່ງນັ້ນ!

ຂ້າພະເຈົ້າຮູ້ວ່າ​ພຣະຜູ້ຊ່ວຍໃຫ້ລອດ​ພໍພຣະໄທເມື່ອເຮົາ​ສະເໜີທີ່ຈະຖວາຍ​ຈາກໃຈເຮົາໃນຄວາມຊອບທຳ, ດັ່ງທີ່ພຣະອົງພໍພຣະໄທນຳເຄື່ອງຖວາຍ​ທີ່ຊື່ສັດຂອງອ້າຍນ້ອງ​ຜູ້ປະເສີດເຫລົ່ານັ້ນ, ໂຈເຊັບ ແລະ ໄຮຣຳ ສະມິດ, ແລະ ໄພ່ພົນທີ່​ຊື່ສັດຄົນອື່ນໆດ້ວຍ. ຂ້າພະເຈົ້າເປັນພະຍານເຖິງ​ສິ່ງນີ້ ໃນພຣະນາມ​ອັນສັກສິດ ແລະ ບໍ​ລິ​ສຸດຂອງອົງ​ພຣະເຢຊູຄຣິດເຈົ້າ, ອາແມນ.