ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຮັບ​ປະ​ກັນການ​ພິ​ພາກ​ສາ​ອັນຊອບ​ທຳ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ການ​ຮັບ​ປະ​ກັນການ​ພິ​ພາກ​ສາ​ອັນຊອບ​ທຳ

ເພື່ອ​ຮັບ​ປະ​ກັນວ່າຈະມີ​ການພິ​ພາກ​ສາ​ອັນ​ຊອບ​ທຳ, ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກຳ​ຈັດ​ຄວາມ​ໂງ່​ຈ້າ ແລະ ສ້ຽນ​ໜາມ​ແຫ່ງ​ຄວາມ​ເຈັບ​ປວດ ທີ່​ເກີດ​ຈາກ​ຄົນ​ອື່ນ.

ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ

ເດືອນ​ຕຸລາ​ແລ້ວນີ້, ປະທານ​ຣະ​ໂຊ ເອັມ ແນວສັນ ໄດ້​ທ້າ​ທາຍ​ເຮົາ​ໃຫ້​ພິ​ຈາ​ລະ​ນາວິ​ທີ​ທີ່​ຊີ​ວິດ​ຂອງ​ເຮົາ​ຈະ​ແຕກ​ຕ່າງ​ແນວ​ໃດ ຖ້າ​ຫາກ “ຄວາມ​ຮູ້ຂອງ​ເຮົາທີ່​ໄດ້​ຮັບ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ເອົາ​ໄປ​ຈາກ​ເຮົາ​ໃນ​ທັນ​ທີ​ທັນ​ໃດ.”1 ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ຄຳ​ຖາມ​ຂອງ​ເພິ່ນ, ຊຶ່ງ​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພວກ​ທ່ານ​ຫລາຍ​ຄົນ​ກໍ​ເຮັດ​ຄື​ກັນ. ຄວາມ​ຄິດ​ໜຶ່ງ​ໄດ້​ຫວນ​ກັບ​ຄືນ​ມາເທື່ອ​ແລ້ວ​ເທື່ອ​ອີກ—ຖ້າປາດ​ສະ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ແລະ ​ຄວາມ​ແຈ່ມ​ແຈ້ງ​ຂອງ​ມັນກ່ຽວ​ກັບ​ຄຳສອນ​ຂອງ​ພຣະ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລ້ວຂ້າ​ພະ​ເຈົ້າ​ຈະ​ຫັນ​ໄປ​ຫາ​ຄວາມ​ສະ​ຫງົບ​ໄດ້​ຢູ່​ບ່ອນ​ໃດ?

ຄຳ​ສອນ​ຂອງ​ພຣະ​ຄຣິດ—ຊຶ່ງ​ປະ​ກອບ​ດ້ວຍ​ຫລັກ​ທຳ ແລະ ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ແຫ່ງ​ສັດ​ທາ​ໃນ​ພຣະ​ຄຣິດ, ການ​ກັບ​ໃຈ, ການ​ບັບ​ຕິ​ສະ​ມາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ—ໄດ້​ຖືກ​ສິດ​ສອນ​ຫລາຍໆ​ເທື່ອ ໃນ​ພຣະ​ຄຳ​ພີ​ທັງ​ໝົດ​ແຫ່ງ​ການ​ຟື້ນ​ຟູ ແຕ່​ດ້ວຍ​ພະ​ລັງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ໂດຍ​ສະ​ເພາະ.2 ຄຳ​ສອນ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ, ແລະ ທຸກ​ພາກ​ສ່ວນ​ຂອງມັນ​ແມ່ນ​ຂຶ້ນ​ກັບ​ການ​ໄວ້​ວາງ​ໃຈ​ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ພຣະ​ຄຳ​ພີ​ມໍ​ມອນໄດ້​ໃຫ້​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນ ແລະ ເຊື່ອ​ຖື​ໄດ້​ທີ່​ສຸດ ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ຫລາຍກວ່າໃນ​ໜັງ​ສື​ເຫລັ້ມ​ອື່ນໆ.”3 ເມື່ອ​ເຮົາ​ເຂົ້າ​ໃຈ​ກ່ຽວ​ກັບ​ຂອງ​ປະ​ທານ​ທີ່​ສູງ​ສົ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ຮູ້​ຈັກ, ໃນ​ຈິດ​ໃຈ ແລະ ໃນ​ຫົວ​ໃຈ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ,4 ເຖິງ​ຄວາມ​ຈິງ​ແທ້ ຊຶ່ງ​ປະທານ​ແນວສັນ​ໄດ້​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້ ທີ່​ວ່າ “ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ມີ ພະ​ລັງ ທີ່​ຈະ​ປິ່ນ​ປົວ, ປອບ​ໂຍນ, ຟື້ນ​ຟູ, ຊ່ວຍ​ເຫລືອ, ເພີ່ມ​ຄວາມ​ເຂັ້ມ​ແຂງ, ເຮັດ​ໃຫ້​ສະ​ບາຍ​ໃຈ​ຂຶ້ນ, ແລະ ເປັນ​ກຳ​ລັງ​ໃຈ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ.”5

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້ຊ່ວຍ​ໃຫ້​ລອດ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳທັງ​ໝົດ.

ສິ່ງ​ຊ່ວຍ​ເຫລືອ​ທີ່​ສຳ​ຄັນ ແລະ ໃຫ້​ຄວາມ​ສະ​ຫງົບ​ຈາກພຣະ​ຄຳ​ພີ​ມໍ​ມອນ ຕໍ່​ຄວາມ​ເຂົ້າ​ໃຈ​​ເຖິງການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຄຳ​ສອນ​ຂອງ​ມັນ ວ່າ​ການ​ເສຍ​ສະ​ລະດ້ວຍ​ຄວາມ​ເມດ​ຕາ​ຂອງ​ພຣະ​ຄຣິດ ໄດ້​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳ. ດັ່ງ​ທີ່​ແອວມາ​ໄດ້​ອະ​ທິ​ບາຍ​ວ່າ, “ສະນັ້ນ ພຣະ​ເຈົ້າ​ເອງ​ຈຶ່ງ ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ, ເພື່ອ​ນຳ​ແຜນ​ແຫ່ງຄວາມ​ເມດ​ຕາ​ມາ​, ເພື່ອ​ໃຫ້​ພຽງ​ພໍ​ແກ່​ຂໍ້​ຮຽກ​ຮ້ອງ​ຂອງຄວາມ​ຍຸດ​ຕິ​ທຳ, ເພື່ອ​ພຣະ​ເຈົ້າ​ຈະ​ເປັນ​ພຣະ​ເຈົ້າທີ່​ດີ​ພ້ອມ, ທ່ຽງ​ທຳ, ແລະ ເປັນ​ພຣະ​ເຈົ້າ​ຜູ້​ເມດ​ຕາ​ນຳ​ອີກ.”6 ແຜນ​ແຫ່ງຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ7—ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ອີກວ່າ ແຜນ​ແຫ່ງ​ຄວາມ​ສຸກ8 ຫລື ແຜນ​ແຫ່ງ​ຄວາມ​ລອດ9—ບໍ່​ສາ​ມາດສຳ​ເລັດ ຍົກ​ເວັ້ນ​ແຕ່ ຕ້ອງ​ເຮັດ​ຕາມຂໍ້​ຮຽກ​ຮ້ອງ​ຂອງຄວາມ​ຍຸດ​ຕິ​ທຳ​ທັງ​ໝົດ.

ແຕ່ “ຂໍ້​ຮຽກ​ຮ້ອງ​ຂອງຄວາມ​ຍຸດ​ຕິ​ທຳ” ຄື​ຫຍັງ? ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ປະ​ສົບ​ການ​ຂອງແອວມາ. ທ່ານ​ຄົງ​ຈື່​ໄດ້ ຕອນ​ຍັງ​ໜຸ່ມ, ແອວມາ​ໄດ້​ເລາະຊອກ “ທຳ​ລາຍ​ສາດ​ສະ​ໜາ​ຈັກ.”10 ຕາມ​ຈິງ​ແລ້ວ, ແອວມາ​ໄດ້​ບອກ​ຮີລາມັນ ລູກ​ຊາຍ​ຂອງ​ເພິ່ນວ່າ ເພິ່ນ​ໄດ້​ຮັບ​ທຸກ “ທໍ​ລະ​ມານ​ດ້ວຍ​ຄວາມ​ເຈັບ​ປວດ​ແຫ່ງ​ນະ​ລົກ” ເພາະ​ເພິ່ນ “ໄດ້​ຂ້າ​ລູກ​ຫລານ [ຂອງ​ພຣະ​ເຈົ້າ] ມາ​ຢ່າງ​ຫລວງ​ຫລາຍ” ໂດຍ​ການຊັກ​ນຳ “ພວກ​ເຂົາ​ໄປ​ຫາ​ຄວາມ​ທຸກ​ທໍ​ລະ​ມານ.”11

ແອວມາ​ໄດ້​ອະ​ທິ​ບາຍ​ຕໍ່​ຮີລາມັນ​ວ່າ ໃນ​ທີ່​ສຸດ​ຄວາມ​ສະ​ຫງົບ​ໄດ້​ມາ​ສູ່​ເພິ່ນ ເມື່ອ​ເພິ່ນ “ລະ​ນຶກ​ເຖິງ” ຄຳ​ສອນ​ຂອງ​ບິ​ດາ​ຂອງ​ເພິ່ນ “ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ … ພຣະ​ເຢ​ຊູ​ຄຣິດ … ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ.”12 ແອວມາ​ຜູ້​ສຳ​ນຶກ​ຜິດ​ໄດ້​ອ້ອນວອນ​ຂໍ​ຄວາມ​ເມດ​ຕາ​ຈາກພຣະ​ຄຣິດ13 ແລະ ແລ້ວ​ໄດ້​ຮູ້​ສຶກ​ມີ​ຄວາມ​ສຸກ ແລະ ຮັບ​ຄວາມບັນ​ເທົາ ເມື່ອ​ເພິ່ນ​ຮັບ​ຮູ້​ວ່າ ພຣະ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເພິ່ນ ແລະ ໄດ້​ຈ່າຍ​ຄ່າ​ທັງ​ໝົດ​ທີ່​ຄວາມ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ. ອີກ​ເທື່ອ​ໜຶ່ງ, ຄວາມ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ສິ່ງ​ໃດ​ຈາກແອວມາ? ດັ່ງ​ທີ່ແອວມາ​ໄດ້​ສິດ​ສອນ​ຈາກນັ້ນ, “ຈະ​ບໍ່​ມີສິ່ງ​ທີ່​ບໍ່​ສະອາດ​ຈະ​ສາ​ມາດ​ຮັບ​ເອົາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍ​ລະ​ດົກ​ໄດ້.”14 ດັ່ງ​ນັ້ນ, ຄວາມ​ບັນ​ເທົາ​ສ່ວນ​ໜຶ່ງ​ຂອງ​ແອວມາ ອາດ​ເປັນ​ວ່າ ຖ້າ​ຄວາມ​ເມດ​ຕາບໍ່​ໄດ້​ຮ້ອງຂໍ, ຄວາມ​ຍຸດ​ຕິ​ທຳ​ອາດ​ກີດ​ກັນ​ເພິ່ນ​ຈາກ​ການ​ກັບ​ໄປ​ຢູ່​ນຳ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.15

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປິ່ນ​ປົວ​ບາດ​ແຜ​ທີ່​ເຮົາ​ບໍ່​ສາ​ມາດ​ປິ່ນ​ປົວ

ແຕ່​ຄວາມ​ສຸກ​ຂອງ​ແອວມາ ເຈາະ​ຈົງ​ຢູ່​ທີ່​ຕົວ​ເພິ່ນ​ເອງ​ບໍ—ຢູ່​ທີ່​ການ​ຫລີກ​ເວັ້ນ​ຈາກ​ການ​ລົງ​ໂທດ ຂອງ​ເພິ່ນ ແລະ ການ​ທີ່ ເພິ່ນ ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ບິດາ​ເທົ່າ​ນັ້ນ​ບໍ? ເຮົາ​ຮູ້​ວ່າ​ແອວມາ​ກໍ​ຍັງທຸກ​ທໍ​ລະ​ມານ​ກ່ຽວ​ກັບ​ຜູ້​ທີ່​ເພິ່ນ​ໄດ້ຊັກ​ນຳ​ໃຫ້​ໜີ​ຈາກ​ຄວາມ​ຈິງ​ນຳ​ອີກ.16 ແຕ່​ແອວມາ​ເອງບໍ່​ສາ​ມາດປິ່ນ​ປົວ ແລະ ພາ​ຜູ້​ທີ່​ເພິ່ນ​ໄດ້​ຊັກນຳ​ໃຫ້​ໜີ​ໄປກັບ​ຄືນ​ມາ. ດ້ວຍ​ຕົວ​ເພິ່ນ​ເອງ ເພິ່ນບໍ່​ສາ​ມາດ​​ຮັບ​ປະ​ກັນວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ໂອ​ກາດ​ທີ່ສົມ​ຄວນ ເພື່ອ​ຮຽນ​ຮູ້ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ໄດ້​ຮັບ​ພອນ​ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ທີ່​ປິ​ຕິ​ຍິນ​ດີ​ຂອງມັນ​ຫລືບໍ່. ເພິ່ນບໍ່​ສາ​ມາດພາ​ຄົນ​ທີ່​ຕາຍ​ໄປແລ້ວ ຊຶ່ງ​ຍັງ​ຕາ​ບອດ​ກັບ​ຄຳ​ສອນ​ເທັດ​ຂອງ​ເພິ່ນ​ກັບ​ຄືນ​ມາ.

ດັ່ງ​ທີ່​ປະທານບອຍ ເຄ ແພ໊ກເກີ ຄັ້ງ​ໜຶ່ງ​ໄດ້​ສິດ​ສອນ​ວ່າ: “ຄວາມ​ຄິດ​ທີ່​ຊ່ວຍ​ກູ້​ແອວມາ … ແມ່ນ​ສິ່ງນີ້: ການ​ຟື້ນ​ຟູ​ສິ່ງ​ທີ່​ເຈົ້າ​ບໍ່​ສາ​ມາດ​ຟື້ນ​ຟູ, ການ​ປິ່ນ​ປົວ​​ສິ່ງທີ່​ເຈົ້າ​ບໍ່​ສາ​ມາດ​ປິ່ນ​ປົວ, ການ​ດັດ​ແປງ​ສິ່ງ​ທີ່​ເຈົ້າ​ເຮັດ​ແຕກ​ຫັກ ແລະ ເຈົ້າ​ບໍ່​ສາ​ມາດ​ສ້ອມ​ແປງ ນັ້ນ​ຄື​ຈຸດ​ປະ​ສົງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.”17 ຄວາມ​ຈິງ​ທີ່​ໜ້າ​ຊື່ນ​ຊົມ​ຢູ່​ໃນຄວາມ​ຄິດ​ຂອງ​ແອວມາ ແມ່ນ​ການ “ລະ​ນຶກ​ເຖິງ” ບໍ່​ແມ່ນ​ແຕ່​ກ່ຽວ​ກັບເພິ່ນ​ໄດ້​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ເທົ່າ​ນັ້ນ ແຕ່​ຜູ້​ທີ່​ເພິ່ນ​ໄດ້​ທຳ​ຮ້າຍ​ສາ​ມາດ​ຫາຍ​ດີນຳ​ອີກ.

ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັບ​ປະ​ກັນ​ການ​ພິ​ພາກ​ສາ​ອັນຊອບ​ທຳ

ຫລາຍ​ປີ ກ່ອນ​ແອວມາ​ໄດ້​ຖືກຊ່ວຍ​ກູ້​ໂດຍ​ຄຳ​ສອນ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ, ກະສັດ​ເບັນຢາມິນ​ໄດ້​ສິດ​ສອນ​ກ່ຽວ​ກັບຄວາມກວ້າງ​ຂວາງ​ຂອງ​ການ​ປິ່ນ​ປົວ ທີ່​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ມອບ​ໃຫ້. ກະສັດ​ເບັນຢາມິນ​ໄດ້​ປະ​ກາດ​ວ່າ ເພິ່ນ​ໄດ້​ຮັບ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ” ຈາກ “ທູດ​ອົງ​ໜຶ່ງ​ຈາກ​ພຣະ​ເຈົ້າ.”18 ໃນ​ບັນ​ດາ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ເຫລົ່າ​ນັ້ນ ແມ່ນ​ຄວາມ​ຈິງ​ທີ່​ວ່າ​ພຣະ​ຄຣິດ​ຈະ​ຮັບ​ທຸກ​ທໍ​ລະ​ມານ ແລະ ສິ້ນ​ພຣະ​ຊົນ​ແທນບາບ ແລະ ຄວາມ​ຜິດ​ຂອງ​ເຮົາ ເພື່ອຮັບ​ປະ​ກັນວ່າ “ການ ພິ​ພາກ​ສາ​ອັນ​ຊອບ​ທຳ ຈະ​ໄດ້​ມາ​ເຖິງ​ລູກ​ຫລານ​ມະ​ນຸດ.”19

ແມ່ນ​ຫຍັງທີ່ “ການພິ​ພາກ​ສາ​ອັນ​ຊອບ​ທຳ” ຮຽກ​ຮ້ອງ? ໃນ​ຂໍ້​ຕໍ່​ໄປ, ກະສັດ​ເບັນຢາມິນ​ໄດ້​ອະ​ທິ​ບາຍ​ວ່າ ເພື່ອຮັບ​ປະ​ກັນການ​ພິ​ພາກ​ສາອັນຊອບ​ທຳ, ໂລ​ຫິດຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈຶ່ງ​ໄດ້ຊົດ​ໃຊ້​ແທນ “ບາບຂອງ​ຄົນ​ທີ່ຕົກ​ໄປ​ຍ້ອນ​ການ​ລ່ວງ​ລະເມີດ​ຂອງ​ອາດາມ” ແລະ ແທນ “ຜູ້​ທີ່​ຕາຍ​ໂດຍ​ບໍ່​ຮູ້​ຈັກ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ພວກ​ເຂົາ, ຫລື ຜູ້​ທີ່ເຮັດ​ບາບ ໂດຍ​ບໍ່​ຮູ້.”20 ເພິ່ນ​ໄດ້​ສິດ​ສອນ​ວ່າ ການ​ພິ​ພາກ​ສາ​ອັນຊອບ​ທຳກໍ​ຍັງ​ຮຽກ​ຮ້ອງໃຫ້ “ໂລ​ຫິດ​ຂອງ​ພຣະ​ຄຣິດຊົດ​ໃຊ້​ແທນ” ບາບ​ຂອງ​ເດັກ​ນ້ອຍໆ.21

ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ສິດ​ສອນ​ຄຳ​ສອນ​ທີ່​ສະ​ຫງ່າ​ລາ​ສີ: ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ ປິ່ນ​ປົວ, ມອບ​ໃຫ້​ລ້າໆ, ຕໍ່​ຜູ້ທີ່​ເຮັດ​ບາບ​ໂດຍບໍ່​ຮູ້—ຜູ້​ທີ່​ຢາໂຄບ​ກ່າວ​ເຖິງວ່າ ເປັນ​ຄົນ​ທີ່, “ບໍ່​ມີ​ກົດ​ໄວ້ໃຫ້.”22 ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ບາບ ຂຶ້ນ​ຢູ່​ກັບ​ຄວາມ​ຮູ້​ທີ່​ເຮົາ​ໄດ້ຮັບ ແລະ ກັບ​ຄວາມ​ສາ​ມາດ​ທີ່​ເຮົາ​ໃຊ້ນຳ​ອຳ​ເພີ​ໃຈ.23 ເຮົາ​ຮູ້​ເຖິງ​ຄວາມ​ຈິງ​ທີ່ປິ່ນ​ປົວ ແລະ ປອບ​ໂຍນນີ້ ພຽງ​ແຕ່​ເປັນເພາະ ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ​ອື່ນໆ​ແຫ່ງ​ການ​ຟື້ນ​ຟູ​ເທົ່າ​ນັ້ນ.24

ແນ່ນອນ, ໃນ​ບ່ອນ​ທີ່​ມີ​ກົດ​ຕັ້ງ​ໄວ້, ເມື່ອເຮົາ​ຮູ້​ວ່າ​ເຮົາ​ເຮັດ​ຫຍັງກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ຕ້ອງ​ຮັບ​ຜິດ​ຊອບ. ດັ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເນັ້ນ​ວ່າ: “ວິ​ບັດ​ແກ່​ຜູ້​ທີ່​ຮູ້​ວ່າ​ຕົນ​ກະ​ບົດ​ຕໍ່​ພຣະ​ເຈົ້າ! ເພາະ​ຄວາມ​ລອດ​ຈະ​ບໍ່​ມາ​ຫາ​ຄົນ​ແນວນັ້ນ ນອກ​ຈາກ​ຈະ​ເປັນ​ໂດຍ​ທາງ​ການ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ” ເທົ່າ​ນັ້ນ.25

ສິ່ງນີ້​ກໍ​ເປັນ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ຂອງຄຳ​ສອນ​ຂອງ​ພຣະ​ຄຣິດ​ຄື​ກັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດບໍ່​ພຽງ​ແຕ່​ປິ່ນ​ປົວ ແລະ ຟື້ນ​ຟູ​ຜູ້​ທີ່​ໄດ້​ເຮັດ​ບາບ​ໂດຍບໍ່​ຮູ້​ເທົ່າ​ນັ້ນ, ແຕ່​​ສຳ​ລັບຜູ້​ທີ່​ໄດ້ເຮັດ​ບາບ​ຕ້ານ​ຄວາມ​ຮູ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເໜີ​ການ​ປິ່ນ​ປົວ ໃນ​ເງື່ອນ​ໄຂ​ແຫ່ງ​ການ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ອົງ​ນຳ​ອີກ.26

ແອວ​ມາຄົງ​ໄດ້ “ລະ​ນຶກ​ເຖິງ” ຄວາມ​ຈິງ​ທັງ​ສອງ​ຢ່າງນີ້. ແອວມາ​ຈະຮູ້​ສຶກ​ສິ່ງ​ທີ່​ເພິ່ນ​ບັນ​ຍາຍ​ແທ້ໆ​ບໍ ທີ່​ວ່າ “ຄວາມ​ສຸກ … ທີ່​ງົດ​ງາມ”27 ຖ້າ​ຫາກ​ເພິ່ນ​ຄິດ​ວ່າ​ພຣະ​ຄຣິດ​ໄດ້​ກູ້​ຊີ​ວິດເພິ່ນ ແຕ່​ໄດ້​ປະ​ຖິ້ມ​ຜູ້​ທີ່​ເພິ່ນ​ໄດ້​ຊັກ​ນຳ​ໃຫ້​ໜີ​ໄປ​ຈາກ​ຄວາມ​ຈິງ? ຄົງ​ບໍ່​ເປັນ​ແນວນັ້ນ. ກ່ອນ​ທີ່​ແອວມາ​ຈະ​ຮູ້​ສຶກ​ສະ​ຫງົບ​ຢ່າງ​ສົມ​ບູນ​ໄດ້, ຄົນ​ທີ່​ເພິ່ນ​ໄດ້​ທຳ​ຮ້າຍ ກໍ​ຈະ​ຕ້ອງ​ໄດ້​ຮັບ​ໂອ​ກາດ​ຖືກເຮັດ​ໃຫ້​ດີ​ຄືນ.

ເຮັດ​ແນວ​ໃດເຂົາ​ເຈົ້າ—ຫລື ຜູ້​ທີ່​ເຮົາ​ໄດ້​ທຳ​ຮ້າຍ—ຈະ​ຖືກ​ເຮັດ​ໃຫ້​ດີ​ຄືນໄດ້? ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ເຂົ້າ​ໃຈ​ຂັ້ນ​ຕອນ​ທີ່​ສັກ​ສິດ​ທັງ​ໝົດ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ປິ່ນ​ປົວ ແລະ ຟື້ນ​ຟູ, ແຕ່​ເຮົາ​ຮູ້​ວ່າ ເພື່ອ​ຮັບ​ປະ​ກັນການພິ​ພາກ​ສາ​ອັນ​ຊອບ​ທຳ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກຳ​ຈັດ​ສິ່ງ​ທີ່​ກີດ​ຂວາງຄວາມໂງ່​ຂ້າ ແລະ ສ້ຽນ​ໜາມ​ແຫ່ງ​ຄວາມ​ເຈັບ​ປວດ ທີ່​ເກີດ​ຈາກ​ຄົນ​ອື່ນ.28 ໂດຍ​ການ​ເຮັດ​ສິ່ງນີ້ ພຣະ​ອົງ​ຮັບ​ປະ​ກັນ​ວ່າ ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຈະ​ໄດ້​ຮັບ​ໂອ​ກາດ, ດ້ວຍ​ວິ​ໄສ​ທັດ​ແບບບໍ່​ມືດ​ມົວ, ເພື່ອ​ເລືອກ​ຕິດ​ຕາມ​ພຣະ​ອົງ ແລະ ຮັບ​ເອົາ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່.29

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສ້ອມ​ແປງ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ແຕກ​ຫັກ

ຄົງ​ເປັນຄວາມ​ຈິງ​ເຫລົ່າ​ນີ້ ທີ່​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ແອວມາ. ແລະ ຄວາມ​ຈິງ​ເຫລົ່າ​ນີ້​ຈະ​ນຳ​ຄວາມ​ສຸກອັນ​ຍິ່ງ​ໃຫຍ່​ມາ​ໃຫ້​ເຮົາ​ຄື​ກັນ. ຕາມ​ທຳ​ມະ​ຊາດ​ຂອງ​ມະ​ນຸດ​ຊາຍ ແລະ ຍິງ, ເຮົາ​ຈະ​​ກະ​ທົບ​ກະ​ແທກ​ກັນ, ບາງ​ເທື່ອ​ເຮົາຈະ​ມີ​ປາກ​ມີ​ສຽງ, ແລະ ເຮັດ​ໃຫ້​ເກີດ​ມີຄວາມ​ເຈັບ​ປວດ. ດັ່ງ​ທີ່​ຜູ້​ເປັນ​ພໍ່​ແມ່​ສາ​ມາດ​ກ່າວ​ເປັນ​ພະ​ຍານ, ຄວາມ​ເຈັບ​ປວດ​ທີ່​ກ່ຽວ​ກັບ​ຄວາມ​ຜິດ​ຂອງ​ເຮົາ ບໍ່​ພຽງ​ແຕ່ເຮົາ​ຢ້ານ​ຖືກ​ລົງ​ໂທດ​ເທົ່າ​ນັ້ນ ແຕ່ເຮົາ​ຍັງ​ຢ້ານ​ວ່າ​ເຮົາ​ຈະ​ຈຳ​ກັດ​ຄວາມສຸກ​ຂອງ​ລູກ​ເຮົາ​ນຳ​ອີກ ໃນ​ທາງ​ທີ່​ກີດ​ກັນ​ເຂົາ​ຈາກ​ການເຫັນ ແລະ ການ​ເຂົ້າ​ໃຈ​ຄວາມ​ຈິງ. ຄຳ​ສັນ​ຍາ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ວ່າ ໃນ​ກໍ​ລະ​ນີ​ເລື່ອງ​ຄວາມ​ຜິດ​ຂອງ​ພໍ່​ແມ່, ພຣະ​ອົງຖື​ວ່າ​ຜູ້​ເປັນ​ລູກບໍ່​ມີ​ຄວາມ​ຜິດ ແລະ ສັນ​ຍາ​ທີ່​ຈະ​ປິ່ນ​ປົວ​ພວກ​ເຂົາ.30 ແລະ ແມ່ນ​ແຕ່​ເວ​ລາ​ທີ່​ພວກ​ເຂົາໄດ້​ເຮັດ​ບາບ​ຕ້ານ​ຄວາມ​ຮູ້—ດັ່ງ​ທີ່​ເຮົາ​ທຸກ​ຄົນ​ຮູ້—ແຂນແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຍັງ​ເດ່​ອອກ​ມາ​ຢູ່,31 ແລະ ພຣະ​ອົງ​ຈະ​ໄຖ່​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ພຽງ​ແຕ່ຫວັງ​ເພິ່ງ​ພຣະ​ອົງ ແລະ ມີ​ຊີ​ວິດ.32

ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ອຳ​ນາດ​ທີ່​ຈະ​ສ້ອມ​ແປງ​ສິ່ງ​ທີ່​ເຮົາ​ບໍ່ສາ​ມາດ​ສ້ອມ​ແປງ, ແຕ່​ພຣະ​ອົງ​ບັນ​ຊາ​ເຮົາ​ໃຫ້​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ສ້ອມ​ແປງ ຊຶ່ງ​ເປັນ​ພາກ​ສ່ວນ​ຂອງ​ການ​ກັບ​ໃຈ.33 ບາບ ແລະ ຄວາມ​ຜິດ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ຕັດ​ຄວາມສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ຕັດຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນໆ​ນຳ​ອີກ. ບາງ​ເທື່ອ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ປິ່ນ​ປົວ ແລະ ຟື້ນ​ຟູ ແມ່ນ​ພຽງ​ແຕ່​ການ​ກ່າວ​ຄຳຂໍ​ໂທດ​ເທົ່າ​ນັ້ນ, ແຕ່​ບາງ​ເທື່ອ​ການ​ສ້ອມ​ແປງ​ອາດ​ຮຽກ​ຮ້ອງ​ຫລາຍ​ປີ​ດ້ວຍຄວາມ​ພະ​ຍາ​ຍາມ​ທີ່​ຖ່ອມ​ຕົວ.34 ແຕ່, ສຳ​ລັບ​ບາບ ແລະ ຄວາມ​ຜິດ​ຂອງ​ເຮົາ​ຫລາຍ​ຢ່າງ, ເຮົາອາດບໍ່​ສາ​ມາດ​ປິ່ນ​ປົວ​ຄົນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ເຈັບ​ປວດ ໃຫ້​ຫາຍ​ດີ​ເປັນປົກ​ກະ​ຕິ​ໄດ້. ຄຳ​ສັນ​ຍາ​ທີ່​ງົດ​ງາມ ແລະ ໃຫ້​ຄວາມ​ສະ​ຫງົບ​ຂອງ​ພຣະຄຳ​ພີ​ມໍ​ມອນ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ແມ່ນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສ້ອມ​ແປງ​ທຸກ​ສິ່ງທີ່​ເຮົາ​ເຮັດ​ແຕກ​ຫັກ.35 ແລະ ພຣະ​ອົງ​ຈະ​ສ້ອມ​ແປງ​ເຮົາ​ນຳ​ອີກ ຖ້າ​ຫາກ​ເຮົາ​ກັບ​ຄືນ​ມາ​ຫາ​ພຣະ​ອົງ​ດ້ວຍ​ສັດ​ທາ ແລະ ກັບ​ໃຈ​ຈາກ​ຄວາມ​ເຈັບ​ປວດ​ທີ່​ເຮົາ​ໄດ້​ເຮັດ.36 ພຣະ​ອົງ​ສະ​ເໜີ​ມອບ​ຂອງ​ປະ​ທານທັງ​ສອງນີ້ ເພາະ​ວ່າ​ພຣະ​ອົງ​ຮັກ​ເຮົາ​ທຸກ​ຄົນ​ດ້ວຍ​ຄວາມ​ຮັກ​ທີ່​ບໍ​ລິ​ບູນ37 ແລະ ເພາະ​ວ່າ​ພຣະ​ອົງ​ໄດ້​ສັນ​ຍາ​ຮັບ​ປະ​ກັນການ​ພິ​ພາກ​ສາ​ອັນ​ຊອບ​ທຳ ທີ່​ນັບ​ຖື​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເມດ​ຕາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສິ່ງນີ້​ເປັນ​ຄວາມ​ຈິງ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Closing Remarks,” Liahona, Nov. 2019, 122.

  2. ເບິ່ງ 2 ນີໄຟ 31; 3 ນີໄຟ 11:28, 32, 35, 39–40; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:62–63, 67–70; 68:25; ໂມເຊ 6:52–54; 8:24; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4.

  3. Russell M. Nelson, “The Book of Mormon: What Would Your Life Be Like without It?” Liahona, Nov. 2017, 62.

  4. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3.

  5. Russell M. Nelson, “The Book of Mormon: What Would Your Life Be Like without It?” 62.

  6. ແອວມາ 42:15.

  7. ເບິ່ງ ແອວມາ 42:15.

  8. ເບິ່ງ ແອວມາ 42:8.

  9. ເບິ່ງ ແອວມາ 24:14; ໂມເຊ 6:62.

  10. ເບິ່ງ ໂມໄຊຢາ 27:8–10.

  11. ແອວມາ 36:13, 14.

  12. ແອວມາ 36:17, 18.

  13. ເບິ່ງ ແອວມາ 36:18.

  14. ແອວມາ 40:26; ເບິ່ງ 1 ນີໄຟ 15:34; ແອວມາ 7:21; 11:37; ຮີລາມັນ 8:25 ນຳ​ອີກ.

  15. ເບິ່ງ3 ນີໄຟ 27:19; ເບິ່ງ ໂມເຊ 6:57 ນຳ​ອີກ.

  16. ເບິ່ງ ແອວມາ 36:14–17.

  17. Boyd K. Packer, “The Brilliant Morning of Forgiveness,” Ensign, Nov. 1995, 19–20.

  18. ໂມໄຊຢາ 3:2, 3.

  19. ໂມໄຊຢາ 3:10; ເນັ້ນ​ຄຳ​ເນີ້ງ.

  20. ໂມໄຊຢາ 3:11; ເບິ່ງ 2 ນີໄຟ 9:26 ນຳ​ອີກ.

  21. ໂມໄຊຢາ 3:16; ເບິ່ງ ໂມໄຊຢາ 15:25; ໂມໂຣໄນ 8:11–12, 22 ນຳ​ອີກ.

  22. 2 ນີໄຟ 9:25.

  23. ເບິ່ງ 2 ນີໄຟ 2:26–27; ຮີລາມັນ 14:29–30.

  24. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:2; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:54 ນຳ​ອີກ. ໃນ​ການ​ຊີ້​ແຈງ​ຢ່າງ​ລະ​ອຽດ​ເລື່ອງ​ຄຳ​ສອນ​ຂອງ​ການ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ, ສາດ​ສະ​ດາ​ໂຈເຊັບ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ: “ຂະ​ນະ​ທີ່​ມະ​ນຸດ​ສ່ວນ​ໜຶ່ງ​ກຳ​ລັງ​ພິ​ພາກ​ສາ ແລະ ປະ​ນາມ​ຜູ້​ອື່ນ​ຢ່າງ​ຂາດ​ຄວາມ​ເມດ​ຕາ, ພຣະ​ບິ​ດາ​ຜູ້​ຍິ່ງ​ໃຫຍ່​ແຫ່ງ​ຈັກ​ກະ​ວານ​ໄດ້​ຫລຽວ​ເບິ່ງ​ຄອບ​ຄົວ​ມະ​ນຸດ​ທັງ​ໝົດ​ດ້ວຍ​ຄວາມ​ຫ່ວງ​ໃຍ ແລະ ຄວາມ​ເອົາ​ໃຈ​ໃສ່​ໃນ​ຖາ​ນະ​ທີ່​ເປັນພຣະ​ບິ​ດາ; ພຣະ​ອົງ​ໄດ້​ຫລຽວ​ເບິ່ງ​ພວກ​ເຂົາ​ຄື​ກັບ​ວ່າ​ເປັນ​ເຊື້ອ​ສາຍ​ຂອງ​ພຣະ​ອົງ. … ພຣະ​ອົງ​ເປັນ​ຜູ້​ອອກ​ບັນ​ຍັດ​ກົດ​ທີ່​ສະ​ຫລາດ, ແລະ ຈະ​ພິ​ພາກ​ສາ​ມະ​ນຸດ​ທຸກ​ຄົນ, ບໍ່​ແມ່ນ​ແຕ່ຕາມ​ຄວາມ​ຄິດ​ອັບ​ຄັບແຄບ​ຂອງ​ມະ​ນຸດ. … ພຣະ​ອົງ​ຈະ​ພິ​ພາກ​ສາ​ພວກ​ເຂົາ, ‘ບໍ່​ແມ່ນ​ຕາມ​ສິ່ງ​ທີ່​ພວກ​ເຂົາບໍ່​ໄດ້​ກະ​ທຳ, ແຕ່​ຕາມ​ສິ່ງ​ທີ່​ພວກ​ເຂົາໄດ້​ກະ​ທຳ’; ຄົນ​ທີ່​ດຳ​ລົງ​ຊີ​ວິດ​ປາດ​ສະ​ຈາກ​ກົດ, ຈະ​ຖືກ​ພິ​ພາກ​ສາ​ປາດ​ສະ​ຈາກ​ກົດ, ແລະ ຄົນ​ທີ່​ມີ​ກົດ, ຈະ​ຖືກ​ພິ​ພາກ​ສາ​ໂດຍ​ກົດ​ນັ້ນ. ເຮົາ​ບໍ່​ຕ້ອງ​ສົງ​ໃສ​ໃນສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້​ແຈ້ງ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້ຍິ່ງ​ໃຫຍ່; ພຣະ​ອົງ​ຈະ​ປະ​ທານ​ການ​ພິ​ພາກ​ສາ ຫລື ຄວາມ​ເມດ​ຕາ​ໃຫ້​ແກ່​ທຸກ​ປະ​ຊາ​ຊາດ ຕາມ​ທີ່​ເຂົາ​ສົມ​ຄວນ​ໄດ້​ຮັບ, ຕາມ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ສະ​ຕິ​ປັນ​ຍາດ ຕາມ​ກົດ​ໝາຍ​ທີ່​ປົກ​ຄອງ​ພວກ​ເຂົາ, ຕາມ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດອກ​ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຂໍ້​ມູນ​ອັນ​ຖືກ​ຕ້ອງ, ແລະ … ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ສາ​ລະ​ພາບ​ວ່າ ການ​ພິ​ພາກ​ສາ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ ຍຸດ​ຕິ​ທຳ” (Teachings of Presidents of the Church: Joseph Smith [2007], 404).

  25. ໂມໄຊຢາ 3:12; ເບິ່ງ 2 ນີໄຟ 9:27 ນຳ​ອີກ.

  26. ເບິ່ງ ໂມໄຊຢາ 3:12; ຮີລາມັນ 14:30; ໂມໂຣໄນ 8:10; ຄຳ​ສອນ​ແລະ ພັນ​ທະ​ສັນ​ຍາ 101:78. ບຸກ​ຄົນ​ທີ່ບໍ່​ຮູ້​ຈັກ​ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ​ຂໍ້​ໃດ​ໜຶ່ງ ຫລື ບໍ່​ສາ​ມາດ​ໃຊ້​ອຳ​ເພີ​ໃຈ​ຂອງ​ຕົນ​ໃນ​ບາງ​ສະ​ຖາ​ນະ​ການ ແຕ່​ຍັງ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ບາງ​ສະ​ຖາ​ນະ​ການ ເພາະ​ແສງ​ແຫ່ງ​ພຣະ​ຄຣິດ ທີ່​ພວກ​ເຂົາ​ມີ (ເບິ່ງ 2 ນີໄຟ 9:25; ໂມໂຣໄນ 7:16–19). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ພິ​ພາກ​ສາ​ຂອງ​ເຮົາ ແລະ ຜູ້​ໃຫ້​ໝັ້ນ​ໃຈ​ໄດ້ວ່າ​ຈະ​ມີ​ການ​ພິ​ພາກ​ສາ​ອັນ​ຊອບ​ທຳ, ຈະ​ຈຳ​ແນກ​ສະ​ຖາ​ນະ​ການ​ເຫລົ່າ​ນີ້ (ເບິ່ງ ມໍມອນ 3:20; ໂມເຊ 6:53–57). ແລະ ພຣະ​ອົງ​ຈະ​ຈ່າຍ​ຄ່າ​ສຳ​ລັບ​ທັງ​ສອງ—ທີ່​ຜ່ານ​ມາ​ໂດຍບໍ່​ມີ​ເງື່ອນ​ໄຂ ແລະ ຕໍ່​ມາ​ອີງ​ຕາມ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ.

  27. ແອວມາ 36:21.

  28. ເບິ່ງ ໂມໄຊຢາ 3:11; ເບິ່ງ D. Todd Christofferson, “Redemption,” Liahona, May 2013, 110; ແອວມາ 7:11–12 ນຳ​ອີກ (“ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ. … ແລະ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ”); ເອຊາຢາ 53:3–5 (“ແທ້​ຈິງ​ທ່ານ​ທົນຕໍ່​ຄວາມ​ທຸກ​ທີ່​ເປັນ​ຂອງ​ພວກ​ເຮົາ ແລະ ທົນ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ສົມ​ຄວນ​ໄດ້​ຮັບ”); 61:1–3 (“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ເຮົາ ເພື່ອ … ປິ່ນ​ປົວ​ຄົນ​ລະ​ທົມ​ໃຈ, … ເພື່ອ​ໃຫ້ພວກ​ທີ່​ໄວ້​ທຸກ​ທີ່​ເທິງ​ພູຊີ​ໂອນ​ໄດ້​ຊົມ​ຊື່ນ​ຍິນ​ດີ​ແທນ​ທີ່​ຈະ​ໂສກ​ເສົ້າ”). ມັນ​ເປັນ​ຄຳ​ແນະ​ນຳ​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອ້າງ​ເຖິງ​ຂໍ້​ເຫລົ່າ​ນີ້ ໃນ​ເອຊາຢາ ຕອນ​ພຣະ​ອົງ​ປະ​ກາດ​ເຖິງ​ການ​ເປັນ​ພຣະ​ເມ​ຊີ​ອາ​ຂອງ​ພຣະ​ອົງ: “ພຣະ​ທຳ​ຕອນນີ້​ໄດ້​ສຳ​ເລັດ​ເປັນ​ຈິງ​ໃນ​ວັນ​ນີ້ ຕາມ​ທີ່​ພວກ​ເຈົ້າ​ໄດ້​ຍິນນັ້ນ​ແຫລະ” (ເບິ່ງ ລູກາ 4:16–21).

  29. ຢູ່​ໃນ​ໂລກວິນ​ຍານ, “ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ໃຫ້​ແກ່​ວິນ​ຍານ​ທີ່​ໂງ່​ຈ້າ, ທີ່ບໍ່​ກັບ​ໃຈ, ແລະ ກະ​ບົດ ເພື່ອ​ວ່າ​ພວກ​ເຂົາ​ຈະ​ເປັນ​ອິດ​ສະ​ລະ​ຈາກ​ການ​ຈ່ອງ​ຈຳ​ຂອງ​ພວກ​ເຂົາ ແລະ ກ້າວ​ໜ້າ​ໄປ​ສູ່​ພອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ທີ່​ມີ​ໃຫ້​ແກ່ພວກ​ເຂົາ” (Dallin H. Oaks, “Trust in the Lord,” Liahona, Nov. 2019, 27). ເບິ່ງ 1 ເປໂຕ 4:6; 2 ນີໄຟ 2:11–16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:19; 137:7–9; 138:31–35.

  30. ເບິ່ງ ໂມເຊ 6:54. ປະທານເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ຄຳ​ສອນນີ້ ດ້ວຍ​ຄວາມນັບ​ຖື​ຕໍ່​ເລື່ອງ​ການ​ຂ້າ​ຕົວ​ຕາຍ: “ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້ຈັກ​ເລື່ອງ​ທັງ​ໝົດ, ແລະ ພຣະ​ອົງ​ຈະເປັນ​ຜູ້​ພິ​ພາກ​ສາ​ການ​ກະ​ທຳ​ຂອງ​ເຮົາ​ຢູ່​ໃນ​ໂລກນີ້. ເມື່ອ​ພຣະ​ອົງ​ພິ​ພາກ​ສາ​ເຮົາ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ພຣະ​ອົງ​ຈະ​ພິ​ຈາ​ລະ​ນາ​ທຸກ​ສິ່ງ: ຄວາມ​ຈິງ ແລະ ການ​ສ້າງ​ພາບ, ສະ​ພາບ​ທາງ​ຈິດ​ໃຈ, ຄວາມ​ສາ​ມາດ​ທາງ​ຄວາມ​ຮູ້​ແຈ້ງ, ຄຳ​ສອນ​ທີ່​ເຮົາ​ໄດ້​ຮັບ, ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ສຸ​ຂະ​ພາບ​ຂອງ​ເຮົາ, ແລະ ອື່ນໆ. ເຮົາ​ຮຽນ​ຮູ້​ຢູ່​ໃນ​ພຣະ​ຄຳ​ພີ​ວ່າ ໂລ​ຫິດ​ຂອງ​ພຣະ​ຄຣິດ ຈະ​ຊົດ​ໃຊ້​ເພື່ອ​ບາບ​ຂອງ​ມະ​ນຸດ ‘ຜູ້​ໄດ້​ຕາຍ​ໂດຍ​ທີ່ບໍ່​ຮູ້​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ພວກ​ເຂົາ, ຫລື ຜູ້​ເຮັດ​ບາບ​ໂດຍ​ທີ່ບໍ່​ຮູ້’ (ໂມໄຊຢາ 3:11)” (“Suicide: Some Things We Know, and Some We Do Not,” Ensign, Oct. 1987, 8; Tambuli, Mar. 1988, 18).

  31. ເບິ່ງ ຢາໂຄບ 6:5; ໂມໄຊຢາ 29:20; 3 ນີໄຟ 9:14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1.

  32. ເບິ່ງ ຮີລາມັນ 8:15.

  33. ເບິ່ງ ລະ​ບຽບ​ພວກ​ເລ​ວີ 6:4–5; ເອເຊກຽນ 33:15–16; ຮີລາມັນ 5:17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43.

  34. ມັນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ເຊັ່ນ​ນີ້ ທີ່​ແອວມາ​ເອງ​ໄດ້​ພະ​ຍາ​ຍາມ (ເບິ່ງ ແອວມາ 36:24).

  35. ປະທານບອຍ ເຄ ແພ໊ກ​ເກີ ໄດ້​ສິດ​ສອນ​ທຳ​ມະ​ທີ່​ມີ​ພະ​ລັງ​ດັ່ງ​ນີ້:

    “ຈະ​ມີ​ເວ​ລາ​ທີ່​ທ່ານບໍ່​ສາ​ມາດ​ສ້ອມ​ແປງ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ແຕກ​ຫັກ. ບາງ​ທີ​ການ​ເຮັດ​ຜິດ​ໃຈ​ດົນ​ນານ​ມາ​ແລ້ວ, ຫລື ຜູ້​ຖືກ​ເຮັດ​ໃຫ້​ເຈັບ​ປວດ​ບໍ່​ຍອມ​ຮັບ​ເອົາ​ການ​ສຳ​ນຶກ​ຜິດ​ຂອງ​ທ່ານ. ບາງ​ທີ​ຄວາມ​ເສຍ​ຫາຍ​ແມ່ນ​ໜັກ​ກີນ​ທີ່​ທ່ານ​ຈະ​ສ້ອມ​ແປງ​ໄດ້ ບໍ່​ວ່າ​ທ່ານ​ໄດ້​ພະ​ຍາ​ຍາມ​ຫລາຍ​ປານ​ໃດ​ກໍ​ຕາມ.

    “ການ​ກັບ​ໃຈ​ຂອງ​ທ່ານບໍ່​ໄດ້​ຖືກຍອມ​ຮັບ ຍົກ​ເວັ້ນ​ແຕ່​ມີ​ການ​ສ້ອມ​ແປງ. ຖ້າ​ຫາກ​ທ່ານບໍ່​ສາ​ມາດ​ແກ້​ໄຂ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ລົງ​ໄປ​ແລ້ວ, ທ່ານ​ກໍ​ຕິດ​ກັບ​ດັກ. ມັນ​ງ່າຍ​ທີ່​ຈະ​ເຂົ້າ​ໃຈ​ວ່າ ທ່ານເຮັດ​ຫຍັງ​ບໍ່ໄດ້ ແລະ ສິ້ນ​ຫວັງ​ໃນ​ເວ​ລານັ້ນ ແລະ ທ່ານ​ຢາກຍອມ​ແພ້, ຄື​ກັນ​ກັບ​ແອວມາ​ໄດ້​ເຮັດ. …

    “ທຸກ​ສິ່ງ​ຈະ​ຖືກ​ສ້ອມ​ແປງ​ໄດ້​ແນວ​ໃດ, ເຮົາ​ບໍ່​ຮູ້. ທັງ​ໝົດ​ອາດບໍ່​ສຳ​ເລັດ​ໃນ​ຊີ​ວິດນີ້. ເຮົາ​ຮູ້​ຈາກ​ພາບ​ນິ​ມິດ ແລະ ການ​ມາ​ຢ້ຽມ​ຢາມ​ວ່າ ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສືບ​ຕໍ່​ເຮັດ​ວຽກ​ງານ​ແຫ່ງ​ການ​ໄຖ່​ຫລັງ​ຈາກ​ຊີ​ວິດນີ້.

    “ຄວາມ​ຮູ້ນີ້​ຄວນ​ປອບ​ໃຈຜູ້ບໍ່​ມີ​ຄວາມ​ຜິດ ເທົ່າໆ​ກັບ​ຜູ້​ທີ່​ມີ​ຄວາມ​ຜິດ. ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ພໍ່​ແມ່​ຜູ້​ຮັບ​ທຸກ​ທໍ​ລະ​ມານ​ອັນ​ເຫລືອ​ທົນ ເພາະ​ຄວາມ​ຜິດ​ຂອງ​ລູກ​ຜູ້​ອອກນອກ​ທາງ ແລະ ສູນ​ເສຍ​ຄວາມ​ຫວັງ” (“The Brilliant Morning of Forgiveness,” 19–20).

  36. ເບິ່ງ 3 ນີໄຟ 12:19; ເບິ່ງ ມັດທາຍ 6:12; 3 ນີໄຟ 13:11 ນຳ​ອີກ.

  37. ເບິ່ງ ໂຢຮັນ 15:12–13; 1 ໂຢຮັນ 4:18; Dieter F. Uchtdorf, “Perfect Love Casteth Out Fear,” Liahona, May 2017, 107.

ພິມ