ພຣະອົງຈະນຳໜ້າພວກເຮົາ
ພຣະຜູ້ເປັນເຈົ້າກຳລັງນຳພາການຟື້ນຟູພຣະກິດຕິຄຸນຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງ. ພຣະອົງຮູ້ຈັກອະນາຄົດຢ່າງສົມບູນຄົບຖ້ວນ. ພຣະອົງເຊື້ອເຊີນທ່ານສູ່ວຽກງານ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ມາຮ່ວມກັບທ່ານໃນກອງປະຊຸມໃຫຍ່ສາມັນນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ໃນຄຳເຊື້ອເຊີນຂອງເພິ່ນ ເພື່ອໃຫ້ສະທ້ອນຄິດເຖິງວິທີທີ່ ການຟື້ນຟູສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ໃນຍຸກສຸດທ້າຍນີ້ ໄດ້ເປັນພອນໃຫ້ແກ່ເຮົາ ແລະ ຜູ້ຄົນທີ່ເຮົາຮັກແນວໃດ, ປະທານຣະໂຊ ເອັມ ແນວສັນ ໄດ້ສັນຍາວ່າ ປະສົບການຂອງເຮົາຈະບໍ່ພຽງແຕ່ຈະໜ້າຊົງຈຳເທົ່ານັ້ນ ແຕ່ຈະເປັນສິ່ງທີ່ລືມບໍ່ໄດ້ນຳອືກ.
ປະສົບການຂອງຂ້າພະເຈົ້າກໍໜ້າຊົງຈຳ, ແລະ ຂ້າພະເຈົ້າແນ່ໃຈວ່າປະສົບການຂອງທ່ານກໍເໝືອນກັນ. ບໍ່ວ່າມັນຈະເປັນສິ່ງທີ່ລືມບໍ່ໄດ້ນັ້ນຈະຂື້ນຢູ່ກັບເຮົາແຕ່ລະຄົນ. ສິ່ງນັ້ນສຳຄັນສຳລັບຂ້າພະເຈົ້າ ເພາະວ່າມັນໄດ້ເປັນປະສົບການຂອງການກະກຽມສຳລັບກອງປະຊຸມໃຫຍ່ນີ້ ທີ່ໄດ້ປ່ຽນແປງຂ້າພະເຈົ້າໃນວິທີທາງທີ່ຂ້າພະເຈົ້າຢາກໃຫ້ມັນທົນທານ. ຂ້າພະເຈົ້າຈະອະທິບາຍໃຫ້ຟັງ.
ການກະກຽມຂອງຂ້າພະເຈົ້າ ໄດ້ນຳຂ້າພະເຈົ້າກັບໄປຫາບັນທຶກຂອງເຫດການໜຶ່ງໃນການຟື້ນຟູ. ຂ້າພະເຈົ້າໄດ້ອ່ານກ່ຽວກັບເຫດການນັ້ນຫລາຍເທື່ອ, ແຕ່ມັນໄດ້ເປັນການລາຍງານເຖິງການປະຊຸມທີ່ສຳຄັນສະເໝີມາ ທີ່ກ່ຽວພັນກັບໂຈເຊັບ ສະມິດ, ສາດສະດາແຫ່ງການຟື້ນຟູ. ແຕ່ເທື່ອນີ້ ຂ້າພະເຈົ້າໄດ້ເຫັນໃນເລື່ອງລາວວ່າ ພຣະຜູ້ເປັນເຈົ້ານຳພາເຮົາ, ສານຸສິດຂອງພຣະອົງ, ໃນສາດສະໜາຈັກຂອງພຣະອົງແນວໃດ. ຂ້າພະເຈົ້າໄດ້ເຫັນວ່າມັນມີຄວາມໝາຍແນວໃດສຳລັບມະນຸດພວກເຮົາ ທີ່ຈະຖືກນຳພາໂດຍພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ພຣະຜູ້ສ້າງ—ຜູ້ຮູ້ທຸກສິ່ງທັງປວງ, ອະດີດ, ປະຈຸບັນ, ແລະ ອະນາຄົດ. ພຣະອົງສິດສອນເຮົາເທື່ອລະຂັ້ນຕອນ ແລະ ຊີ້ນຳເຮົາ, ບໍ່ເຄີຍບີບບັງຄັບ.
ການປະຊຸມທີ່ຂ້າພະເຈົ້າບັນຍາຍຢູ່ ໄດ້ເປັນເຫດການທີ່ສຳຄັນທີ່ສຸດໃນການຟື້ນຟູ. ມັນໄດ້ເປັນການປະຊຸມຂອງວັນຊະບາໂຕ ທີ່ໄດ້ຈັດຂຶ້ນໃນວັນທີ 3 ເດືອນເມສາ, 1836, ຢູ່ທີ່ພຣະວິຫານເຄີດແລນ ໃນລັດໂອໄຮໂອ, ເຈັດມື້ຫລັງຈາກມັນໄດ້ຖືກອຸທິດ. ໂຈເຊັບ ສະມິດ ໄດ້ບັນຍາຍເຫດການທີ່ຍິ່ງໃຫຍ່ນີ້ໃນປະຫວັດສາດຂອງໂລກ ໃນວິທີທາງທີ່ລຽບງ່າຍ. ເລື່ອງລາວຂອງເພິ່ນສ່ວນຫລາຍແມ່ນຖືກບັນທຶກຢູ່ໃນ ຄຳສອນ ແລະ ພັນທະສັນຍາ ພາກທີ 110 ວ່າ:
“ໃນຕອນບ່າຍ, ຂ້າພະເຈົ້າໄດ້ຊ່ວຍປະທານຄົນອື່ນໆ ໃນການມອບອາຫານຄ່ຳຂອງພຣະຜູ້ເປັນເຈົ້າແກ່ ສາດສະໜາຈັກ, ໂດຍຮັບມັນມາຈາກອັກຄະສາວົກສິບສອງ, ຊຶ່ງເປັນສິດທິພິເສດຂອງຜູ້ຄົນເຫລົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຢູ່ທີ່ໂຕະສັກສິດໃນມື້ນີ້. ຫລັງຈາກໄດ້ປະຕິບັດພິທີນີ້ແກ່ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຈຶ່ງອອກໄປຍັງແທ່ນປາໄສ, ມ່ານກັ້ງໄດ້ເລື່ອນລົງ, ແລະ ຂ້າພະເຈົ້າໄດ້ນອບນ້ອມກາຍລົງ, ພ້ອມກັບອໍລີເວີ ຄາວເດີຣີ, ໃນການອະທິຖານທີ່ຈິງຈັງ ແລະ ສະຫງົບງຽບ. ເມື່ອລຸກຂຶ້ນຈາກການອະທິຖານ, ພາບນິມິດຕໍ່ໄປນີ້ຖືກເປີດເຜີຍແກ່ພວກເຮົາ.”1
“ມ່ານໄດ້ຖືກເອົາອອກໄປຈາກຈິດໃຈຂອງພວກເຮົາ, ແລະ ຕາແຫ່ງຄວາມເຂົ້າໃຈຂອງພວກເຮົາໄດ້ຖືກເປີດ.
“ພວກເຮົາໄດ້ເຫັນພຣະຜູ້ເປັນເຈົ້າ ຢືນຢູ່ທີ່ແທ່ນປາໄສຢູ່ຕໍ່ໜ້າພວກເຮົາ; ແລະ ຢູ່ໃຕ້ພຣະບາດຂອງພຣະອົງມີລານຮອງພຣະບາດທີ່ເຮັດດ້ວຍຄຳສົດ, ເປັນສີເຫລືອງ.
“ພຣະເນດຂອງພຣະອົງເປັນດັ່ງແປວໄຟ; ພຣະເກສາຂອງພຣະອົງຂາວເໝືອນຫິມະບໍລິສຸດ; ພຣະພັກຂອງພຣະອົງຮຸ່ງເຫລື້ອມແຈ້ງກວ່າຄວາມສະຫວ່າງຂອງດວງຕາເວັນ; ແລະ ສຸລະສຽງຂອງພຣະອົງຄືກັບສຽງນ້ຳໄຫລ ຢ່າງໄວຂອງແມ່ນ້ຳອັນກວ້າງໃຫຍ່, ແມ່ນແຕ່ສຸລະສຽງຂອງພຣະເຢໂຮວາ, ກ່າວວ່າ:
“ເຮົາເປັນຜູ້ທຳອິດ ແລະ ຜູ້ສຸດທ້າຍ; ເຮົາຄືເຂົາຜູ້ນັ້ນທີ່ມີຊີວິດ, ເຮົາຄືຜູ້ນັ້ນທີ່ຖືກປະຫານ; ເຮົາຄືຜູ້ວິງວອນແທນພວກເຈົ້ານຳພຣະບິດາ.
“ຈົ່ງເບິ່ງ, ບາບຂອງພວກເຈົ້າໄດ້ຖືກອະໄພໃຫ້ແລ້ວ; ພວກເຈົ້າສະອາດຢູ່ຕໍ່ໜ້າເຮົາ; ສະນັ້ນ, ຈົ່ງເງີຍໜ້າຂຶ້ນ ແລະ ປິຕິຍິນດີເຖີດ.
“ຈົ່ງໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າປິຕິຍິນດີ, ແລະ ໃຫ້ຫົວໃຈຂອງຜູ້ຄົນທັງປວງຂອງເຮົາປິຕິຍິນດີ ຜູ້ທີ່ໄດ້ ສ້າງບ້ານແຫ່ງນີ້ດ້ວຍສຸດກຳລັງຂອງພວກເຂົາ ແດ່ນາມຂອງເຮົາ.
“ເພາະຈົ່ງເບິ່ງ, ເຮົາໄດ້ຍອມຮັບເອົາບ້ານແຫ່ງນີ້, ແລະ ນາມຂອງເຮົາຈະຢູ່ທີ່ນີ້; ແລະ ເຮົາຈະສະແດງຕົນໃຫ້ປະຈັກແກ່ຜູ້ຄົນຂອງເຮົາໃນຄວາມເມດຕາໃນບ້ານແຫ່ງນີ້.
“ແທ້ຈິງແລ້ວ, ເຮົາຈະປະກົດຕໍ່ຜູ້ຮັບໃຊ້ຂອງເຮົາ, ແລະ ກ່າວກັບພວກເຂົາດ້ວຍສຽງຂອງເຮົາເອງ, ຖ້າຫາກຜູ້ຄົນຂອງເຮົາຈະຮັກສາບັນຍັດຂອງເຮົາ, ແລະ ບໍ່ເຮັດໃຫ້ບ້ານສັກສິດແຫ່ງນີ້ຂອງເຮົາເປິເປື້ອນ.
“ແທ້ຈິງແລ້ວ ຫົວໃຈຂອງຫລາຍພັນຄົນ ແລະ ຫລາຍໝື່ນຄົນຈະປິຕິຍິນດີເຫລືອລົ້ນອັນເປັນຜົນຈາກ ພອນຊຶ່ງຈະຖອກເທລົງມາ, ແລະ ຂອງປະທານສັກສິດທີ່ຜູ້ຮັບໃຊ້ຂອງເຮົາໄດ້ຮັບຢູ່ໃນບ້ານແຫ່ງນີ້.
“ແລະ ຊື່ສຽງຂອງບ້ານແຫ່ງນີ້ຈະແຜ່ອອກໄປຍັງຕ່າງແດນ; ແລະ ນີ້ເປັນການເລີ່ມຕົ້ນພອນຊຶ່ງຈະຖອກເທລົງມາເທິງຫົວຂອງຜູ້ຄົນຂອງເຮົາ. ແມ່ນເປັນດັ່ງນັ້ນ. ອາແມນ.
“ຫລັງຈາກ ພາບນິມິດນີ້ສິ້ນສຸດລົງ, ຟ້າສະຫວັນໄດ້ຖືກເປີດແກ່ພວກເຮົາອີກ; ແລະ ໂມເຊໄດ້ປະກົດຢູ່ຕໍ່ໜ້າພວກເຮົາ, ແລະ ໄດ້ມອບໝາຍ ຂໍກະແຈແຫ່ງການເຕົ້າໂຮມຂອງຊາວອິດສະຣາເອນຈາກສີ່ທິດຂອງແຜ່ນດິນໂລກ, ແລະ ການນຳພາສິບເຜົ່າມາຈາກແຜ່ນດິນທາງເໜືອໃຫ້ແກ່ພວກເຮົາ.
“ຫລັງຈາກນີ້, ອີລາຍໄດ້ປະກົດ, ແລະ ໄດ້ມອບໝາຍຍຸກສະໄໝແຫ່ງພຣະກິດຕິຄຸນຂອງອັບຣາຮາມໃຫ້, ໂດຍກ່າວວ່າ ໃນພວກເຮົາ ແລະ ລູກຫລານຂອງພວກເຮົາ ຄົນທຸກລຸ້ນຕໍ່ຈາກພວກເຮົາຈະໄດ້ຮັບພອນ.
“ຫລັງຈາກພາບນິມິດນີ້ສິ້ນສຸດລົງແລ້ວ, ພາບນິມິດທີ່ສຳຄັນ ແລະ ປະເສີດທີ່ສຸດອີກພາບໜຶ່ງໄດ້ມາປະຈັກແກ່ພວກເຮົາ; ເພາະເອລີຢາຜູ້ເປັນສາດສະດາ, ຜູ້ໄດ້ຖືກຮັບຂຶ້ນໄປສະຫວັນໂດຍບໍ່ໄດ້ຊີມລົດຊາດຂອງຄວາມຕາຍ, ໄດ້ຢືນຢູ່ຕໍ່ໜ້າພວກເຮົາ, ແລະ ກ່າວວ່າ:
“ຈົ່ງເບິ່ງ, ເວລາມາເຖິງໂດຍສົມບູນແລ້ວ, ຊຶ່ງໄດ້ກ່າວໄວ້ໂດຍປາກຂອງມາລາກີ—ໂດຍເປັນພະຍານວ່າ ເພິ່ນ [ເອລີຢາ] ຈະຖືກສົ່ງມາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ—
“ເພື່ອຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ຖ້າບໍ່ດັ່ງນັ້ນທັງແຜ່ນດິນໂລກຈະຖືກສາບແຊ່ງ—
“ສະນັ້ນ, ຂໍກະແຈຂອງຍຸກສະໄໝນີ້ ຈຶ່ງຖືກມອບໄວ້ຢູ່ໃນມືຂອງພວກທ່ານ; ແລະ ໂດຍການນີ້ ພວກທ່ານຈະຮູ້ວ່າ ມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຢູ່ໃກ້, ແມ່ນແຕ່ຢູ່ທີ່ປະຕູ.”2
ແມ່ນແລ້ວ, ຂ້າພະເຈົ້າໄດ້ອ່ານເລື່ອງລາວນັ້ນຫລາຍເທື່ອ. ພຣະວິນຍານບໍລິສຸດໄດ້ຢືນຢັນຕໍ່ຂ້າພະເຈົ້າວ່າເລື່ອງລາວນັ້ນແມ່ນຈິງແທ້. ແຕ່ເມື່ອຂ້າພະເຈົ້າໄດ້ສຶກສາ ແລະ ກະກຽມສຳລັບກອງປະຊຸມນີ້, ຂ້າພະເຈົ້າໄດ້ເຫັນອຳນາດຂອງພຣະຜູ້ເປັນເຈົ້າຢ່າງແຈ່ມແຈ້ງຫລາຍຂຶ້ນ ທີ່ຈະນຳພາສານຸສິດຂອງພຣະອົງຢ່າງລະອຽດໃນວຽກງານຂອງພຣະອົງ.
ເຈັດປີກ່ອນໜ້ານັ້ນ ໂມເຊໄດ້ມອບຂໍກະແຈແຫ່ງການເຕົ້າໂຮມອິດສະຣາເອນໃຫ້ແກ່ໂຈເຊັບ ຢູ່ໃນພຣະວິຫານເຄີດແລນ, “ໂຈເຊັບໄດ້ຮຽນຮູ້ຈາກ ໜ້າວິເຄາະສະບັບຂອງພຣະຄຳພີມໍມອນ ວ່າ ຈຸດປະສົງຂອງມັນແມ່ນເພື່ອ ‘ສະແດງແກ່ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນວ່າ … ພວກເຂົາຈະໄດ້ຮູ້ຈັກພັນທະສັນຍາຂອງພຣະຜູ້ເປັນເຈົ້າ, ວ່າພວກເຂົາຈະບໍ່ຖືກປະຖິ້ມຕະຫລອດການ.’ ໃນປີ 1831, ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ວ່າການເຕົ້າໂຮມອິດສະຣາເອນຈະເລີ່ມຕົ້ນຢູ່ທີ່ເມືອງເຄີດແລນ, ‘ແລະ ຈາກທີ່ນັ້ນ [ເຄີດແລນ], ຜູ້ໃດກໍຕາມທີ່ເຮົາປະສົງ ຈະອອກໄປໃນບັນດາປະຊາຊາດທັງປວງ … ເພາະອິດສະຣາເອນຈະລອດ, ແລະ ເຮົາຈະນຳພາເຂົາໄປ.’”3
ເຖິງແມ່ນວ່າວຽກງານເຜີຍແຜ່ແມ່ນຈຳເປັນຕໍ່ການເຕົ້າໂຮມອິດສະຣາເອນ, ພຣະຜູ້ເປັນເຈົ້າໄດ້ດົນໃຈຜູ້ນຳຂອງພຣະອົງໃຫ້ສິດສອນອັກຄະສາວົກສິບສອງ, ຜູ້ທີ່ໄດ້ກາຍເປັນຜູ້ສອນສາດສະໜາລຸ້ນທຳອິດຂອງເຮົາວ່າ, “ຈົ່ງຈຳໄວ້ວ່າ ພວກເຈົ້າຈະບໍ່ອອກໄປໃນບັນດາປະຊາຊາດທັງປວງ, ຈົນກວ່າພວກເຈົ້າໄດ້ຮັບເອົາຂອງປະທານສັກສິດຂອງພວກເຈົ້າກ່ອນ.”4
ເບິ່ງຄືວ່າ ພຣະວິຫານເຄີດແລນນັ້ນສຳຄັນຕໍ່ແຜນແຕ່ລະຂັ້ນຕອນຂອງພຣະຜູ້ເປັນເຈົ້າ ຢ່າງໜ້ອຍເພາະສອງເຫດຜົນ: ໜຶ່ງ, ໂມເຊໄດ້ລໍຖ້າຈົນກວ່າພຣະວິຫານຖືກສ້າງໃຫ້ສຳເລັດກ່ອນ ເພື່ອຈະຟື້ນຟູຂໍກະແຈຂອງການເຕົ້າໂຮມອິດສະຣາເອນ. ແລະ ສອງ, ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ສິດສອນວ່າ “ພຣະຜູ້ເປັນເຈົ້າໄດ້ບັນຊາໄພ່ພົນໃຫ້ສ້າງພຣະວິຫານແຫ່ງໜຶ່ງ [ພຣະວິຫານເຄີດແລນ] ຊຶ່ງໃນນັ້ນພຣະອົງຈະເປີດເຜີຍຂໍກະແຈຂອງສິດອຳນາດບ່ອນທີ່ອັກຄະສາວົກຈະສາມາດໄດ້ຮັບຂອງປະທານສັກສິດ ແລະ ກະກຽມທີ່ຈະລິງ່າ ແລະ ພວນດິນສວນອະງຸ່ນຂອງພຣະອົງເປັນເທື່ອສຸດທ້າຍ.”5 ເຖິງແມ່ນວ່າຂອງປະທານສັກສິດຂອງພຣະວິຫານດັ່ງທີ່ເຮົາຮູ້ຈັກໃນວັນເວລານີ້ບໍ່ໄດ້ຖືກປະຕິບັດຢູ່ໃນພຣະວິຫານເຄີດແລນ, ໃນການເຮັດໃຫ້ຄຳທຳນາຍເກີດເປັນຈິງ, ແຕ່ພິທີການຂັ້ນຕົ້ນຂອງພຣະວິຫານກໍໄດ້ເລີ່ມຖືກແນະນຳໃນທີ່ນັ້ນ, ພ້ອມທັງການສະແດງໃຫ້ປະຈັກທາງວິນຍານ ທີ່ຖືກຖອກເທລົງມາ ຊຶ່ງໄດ້ປົກປ້ອງຜູ້ທີ່ຖືກເອີ້ນໃຫ້ໄປເຜີຍແຜ່ ດ້ວຍຂອງປະທານທີ່ຖືກສັນຍາໄວ້ຂອງ “ອຳນາດຈາກເບຶື້ອງບົນ”6 ທີ່ໄດ້ນຳໄປສູ່ການເຕົ້າໂຮມທີ່ຍິ່ງໃຫຍ່ຜ່ານທາງການຮັບໃຊ້ເຜີຍແຜ່ສາດສະໜາ.
ຫລັງຈາກຂໍກະແຈຂອງການເຕົ້າໂຮມອິດສະຣາເອນໄດ້ຖືກມອບໝາຍໃຫ້ແກ່ໂຈເຊັບແລ້ວ, ພຣະຜູ້ເປັນເຈົ້າໄດ້ດົນໃຈສາດສະດາໃຫ້ສົ່ງສະມາຊິກຂອງອັກຄະສາວົກສິບສອງອອກໄປເຜີຍແຜ່. ຂະນະທີ່ຂ້າພະເຈົ້າໄດ້ສຶກສາ, ມັນກໍແຈ້ງຊັດຕໍ່ຂ້າພະເຈົ້າວ່າ ພຣະຜູ້ເປັນເຈົ້າໄດ້ກະກຽມໃນລາຍລະອຽດເຖິງວິທີທີ່ອັກຄະສາວົກສິບສອງຈະອອກໄປເຜີຍແຜ່ນອກປະເທດ ບ່ອນທີ່ຜູ້ຄົນໄດ້ຖືກກະກຽມພ້ອມແລ້ວ ທີ່ຈະເຊື່ອ ແລະ ສະໜັບສະໜູນພວກເພິ່ນ. ເມື່ອເວລາຜ່ານໄປ, ຫລາຍໆພັນຄົນ, ຜ່ານທາງພວກເພິ່ນ, ກໍໄດ້ຖືກນຳເຂົ້າມາໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ.
ອີງຕາມບັນທຶກຂອງພວກເຮົາ, ຄາດຄະເນວ່າ ປະມານ 7,500 ແລະ 8,000 ຄົນ ໄດ້ຮັບບັບຕິສະມາລະຫວ່າງການເຜີຍແຜ່ຂອງອັກຄະສາວົກສິບສອງ ຢູ່ທີ່ເກາະອັງກິດ. ສິ່ງນີ້ໄດ້ວາງຮາກຖານສຳລັບວຽກງານເຜີຍແຜ່ຢູ່ໃນເອີຣົບ. ໃນທ້າຍສັດຕະວັດທີ 19 ຜູ້ຄົນຈຳນວນ 90,000 ຄົນ ໄດ້ມາເຕົ້າໂຮມກັນຢູ່ທີ່ອະເມຣິກາ ທີ່ຄົນສ່ວນຫລາຍໄດ້ມາຈາກເກາະອັງກິດ ແລະ ສະແກດີເນເວຍ.7 ພຣະຜູ້ເປັນເຈົ້າໄດ້ດົນໃຈໂຈເຊັບ ແລະ ຜູ້ສອນສາດສະໜາທີ່ຊື່ສັດເຫລົ່ານັ້ນ ຜູ້ທີ່ໄດ້ອອກໄປເຮັດໃຫ້ການເກັບກ່ຽວສຳເລັດ ທີ່ເບິ່ງຄືວ່າເກີນກວ່າທີ່ພວກເພິ່ນຈະເຮັດໄດ້, ໃນເວລານັ້ນ. ແຕ່ພຣະຜູ້ເປັນເຈົ້າ, ດ້ວຍການເຫັນລ່ວງໜ້າ ແລະ ການກະກຽມທີ່ສົມບູນແບບຂອງພຣະອົງ, ໄດ້ເຮັດໃຫ້ມັນເປັນໄປໄດ້.
ທ່ານອາດຈື່ຈຳພາສາທີ່ເບິ່ງຄືວ່າລຽບງ່າຍ ແຕ່ເກືອບຄ້າຍຄືຄຳກະວິຈາກພາກທີ 110 ຂອງ ຄຳສອນ ແລະ ພັນທະສັນຍາ ທີ່ວ່າ:
“ຈົ່ງເບິ່ງ, ເວລາມາເຖິງໂດຍສົມບູນແລ້ວ, ຊຶ່ງໄດ້ກ່າວໄວ້ໂດຍປາກຂອງມາລາກີ—ໂດຍເປັນພະຍານວ່າ ເພິ່ນ [ເອລີຢາ] ຈະຖືກສົ່ງມາ, ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ—
“ເພື່ອຫັນໃຈພໍ່ມາຫາລູກ, ແລະ ຫັນໃຈລູກໄປຫາພໍ່, ຖ້າບໍ່ດັ່ງນັ້ນທັງແຜ່ນດິນໂລກຈະຖືກສາບແຊ່ງ—
“ສະນັ້ນ, ຂໍກະແຈຂອງຍຸກສະໄໝນີ້ ຈຶ່ງຖືກມອບໄວ້ຢູ່ໃນມືຂອງພວກທ່ານ; ແລະ ໂດຍການນີ້ ພວກທ່ານຈະຮູ້ວ່າ ມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຢູ່ໃກ້, ແມ່ນແຕ່ຢູ່ທີ່ປະຕູ.”8
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ເຫັນລ່ວງໜ້າສູ່ອະນາຄົດ ແລະ ວ່າພຣະອົງຈະນຳພາເຮົາແນວໃດ ເພື່ອຊ່ວຍພຣະອົງສຳເລັດຈຸດປະສົງຂອງພຣະອົງ ໃນວັນເວລາສຸດທ້າຍ.
ຕອນຂ້າພະເຈົ້າໄດ້ຮັບໃຊ້ຢູ່ໃນຝ່າຍອະທິການຄວບຄຸມ ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ຮັບໜ້າທີ່ມອບໝາຍໃຫ້ດູແລກຸ່ມອອກແບບ ແລະ ກຸ່ມພັດທະນາ ທີ່ໄດ້ສ້າງສິ່ງທີ່ເຮົາເອີ້ນວ່າ FamilySearch. ຂ້າພະເຈົ້າກໍລະວັງທີ່ຈະກ່າວວ່າ ຂ້າພະເຈົ້າ “ໄດ້ດູແລ” ການສ້າງສາຂອງມັນ ແທນທີ່ຈະກ່າວວ່າ ຂ້າພະເຈົ້າ “ໄດ້ຄວບຄຸມ” ມັນ. ຜູ້ຄົນທີ່ສະຫລຽວສະຫລາດຫລາຍຄົນໄດ້ລາອອກຈາກອາຊີບ ແລະ ໄດ້ມາສ້າງສາສິ່ງທີ່ພຣະຜູ້ເປັນເຈົ້າປະສົງ.
ຝ່າຍປະທານສູງສຸດໄດ້ຈັດເປົ້າໝາຍຂອງການຫລຸດຜ່ອນການເຮັດພິທີການຕ່າງໆຊ້ຳ. ຄວາມຫ່ວງໃຍທີ່ໃຫຍ່ຫລວງແມ່ນ ເຮົາບໍ່ສາມາດຮູ້ໄດ້ວ່າພິທີການຂອງຄົນໃດຄົນໜຶ່ງໄດ້ດຳເນີນການໃຫ້ສຳເລັດຮຽບຮ້ອຍແລ້ວຫລືບໍ່. ເປັນເວລາຫລາຍປີ—ຫລື ເບິ່ງຄືວ່າຫລາຍປີ—ຝ່າຍປະທານສູງສຸດໄດ້ຖາມຂ້າພະເຈົ້າວ່າ, “ເມື່ອໃດທ່ານຈະເຮັດແລ້ວ?”
ດ້ວຍການອະທິຖານ, ດ້ວຍຄວາມພາກພຽນ, ແລະ ດ້ວຍການເສຍສະລະສ່ວນຕົວຂອງຜູ້ຄົນທີ່ມີຄວາມສາມາດສູງ, ວຽກງານນັ້ນກໍໄດ້ບັນລຸຜົນສຳເລັດ. ມັນໄດ້ເກີດຂຶ້ນເທື່ອລະຂັ້ນຕອນ. ວຽກງານທຳອິດແມ່ນທີ່ຈະເຮັດໃຫ້ FamilySearch ໃຊ້ການໄດ້ງ່າຍສຳລັບຜູ້ຄົນທີ່ບໍ່ຊຳນານກັບການໃຊ້ຄອມພິວເຕ໊. ການປ່ຽນແປງອີກຫລາຍຢ່າງໄດ້ມີມາ, ແລະ ຂ້າພະເຈົ້າຮູ້ວ່າມັນຈະມີມາຢ່າງຕໍ່ເນື່ອງ, ເພາະວ່າເມື່ອເຮົາເລີ່ມແກ້ໄຂບັນຫາທີ່ດົນໃຈຢ່າງໜຶ່ງ, ເຮົາກໍເປີດປະຕູໃຫ້ແກ່ການເປີດເຜີຍຕື່ມອີກ ສຳລັບຄວາມກ້າວໜ້າ ວ່າຢ່າງນ້ອຍກໍສຳຄັນເທົ່າໆກັນ ແຕ່ຍັງບໍ່ທັນເຫັນໄດ້ເທື່ອ. ແມ່ນແຕ່ໃນວັນເວລານີ້, FamilySearch ກໍກາຍເປັນສິ່ງທີ່ພຣະຜູ້ເປັນເຈົ້າຕ້ອງການ ສຳລັບພາກສ່ວນຂອງການຟື້ນຟູຂອງພຣະອົງ—ແລະ ບໍ່ພຽງແຕ່ເພື່ອຫລີກເວັ້ນການເຮັດພິທີການຊ້ຳເທົ່ານັ້ນ.
ພຣະຜູ້ເປັນເຈົ້າອະນຸຍາດໃຫ້ເຮົາເຮັດການປັບປຸງ ເພື່ອຈະຊ່ວຍຜູ້ຄົນໃຫ້ມີຄວາມຄຸ້ນເຄີຍ ແລະ ແມ່ນແຕ່ມີຄວາມຮັກສຳລັບບັນພະບຸລຸດຂອງເຂົາເຈົ້າ ແລະ ກະທຳພິທີການພຣະວິຫານຂອງເຂົາເຈົ້າໃຫ້ສຳເລັດ. ບັດນີ້, ແນ່ນອນວ່າພຣະຜູ້ເປັນເຈົ້າໄດ້ຮູ້ວ່າມັນຈະເກີດຂຶ້ນ, ຄົນໜຸ່ມກໍກາຍເປັນຄູສອນຄອມພິວເຕີໃຫ້ພໍ່ແມ່ ແລະ ສະມາຊິກໃນຫວອດຂອງເຂົາເຈົ້າ. ທຸກຄົນໄດ້ພົບເຫັນຄວາມຊື່ນຊົມອັນຍິ່ງໃຫຍ່ໃນການຮັບໃຊ້ນີ້.
ວິນຍານຂອງເອລີຢາ ກຳລັງປ່ຽນແປງຫົວໃຈຂອງຄົນໜຸ່ມ ແລະ ຄົນແກ່, ລູກໆ ແລະ ພໍ່ແມ່, ຫລານໆ ແລະ ປູ່ຍ່າຕາຍາຍ. ບໍ່ດົນພຣະວິຫານກໍຈະຈັດຕາຕະລາງໂອກາດສຳລັບການຮັບບັບຕິສະມາ ແລະ ພິທີການສັກສິກອື່ນໆ ຢ່າງມີຄວາມສຸກ. ຄວາມປາດຖະໜາທີ່ຈະຮັບໃຊ້ບັນພະບຸລຸດຂອງເຮົາ ແລະ ຜູກມັດພໍ່ແມ່ ແລະ ລູກໆເຂົ້າກັນ ກໍກຳລັງເຕີບໃຫຍ່ຂະຫຍາຍຕົວ.
ພຣະອົງເຫັນລ່ວງໜ້າແລ້ວວ່າມັນຈະເກີດຂຶ້ນ. ພຣະອົງໄດ້ວາງແຜນສຳລັບເລື່ອງນີ້, ເທື່ອລະຂັ້ນຕອນ, ດັ່ງທີ່ພຣະອົງໄດ້ເຮັດກັບການປ່ຽນແປງຢ່າງອື່ນໃນສາດສະໜາຈັກຂອງພຣະອົງ. ພຣະອົງໄດ້ກະກຽມຜູ້ຄົນທີ່ຊື່ສັດ ຜູ້ທີ່ເລືອກຈະເຮັດສິ່ງທີ່ຍາກລຳບາກໃຫ້ໄດ້ດີທີ່ສຸດ. ພຣະອົງໄດ້ອົດທົນດ້ວຍຄວາມຮັກສະເໝີ ໃນການຊ່ວຍເຫລືອເຮົາໃຫ້ຮຽນຮູ້ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ.”9 ພຣະອົງໝັ້ນຄົງໃນເວລາ ແລະ ລຳດັບໃນເຈດຕະນາຂອງພຣະອົງ, ແຕ່ພຣະອົງຍັງໃຫ້ແນ່ໃຈວ່າ ສ່ວນຫລາຍແລ້ວ ຈະນຳພອນອັນຕໍ່ເນື່ອງທີ່ເຮົາບໍ່ໄດ້ຄາດເຫັນລ່ວງໜ້າມາໃຫ້ເຮົາ.
ຂ້າພະເຈົ້າຈະປິດທ້າຍໂດຍການສະແດງຄວາມກະຕັນຍູຕໍ່ພຣະຜູ້ເປັນເຈົ້າ—ພຣະອົງໄດ້ດົນໃຈປະທານແນວສັນ ໃຫ້ເຊື້ອເຊີນຂ້າພະເຈົ້າ ໃຫ້ກະກຽມສຳລັບກອງປະຊຸມນີ້. ທຸກໆຊົ່ວໂມງ ແລະ ໃນການອະທິຖານທຸກເທື່ອລະຫວ່າງການກະກຽມຂອງຂ້າພະເຈົ້າໄດ້ນຳພອນມາໃຫ້.
ຂ້າພະເຈົ້າເຊື້ອເຊີນທຸກຄົນທີ່ໄດ້ຍິນຂ່າວສານນີ້ ຫລື ອ່ານຖ້ອຍຄຳເຫລົ່ານີ້ ໃຫ້ມີສັດທາວ່າ ພຣະຜູ້ເປັນເຈົ້າກຳລັງນຳພາການຟື້ນຟູພຣະກິດຕິຄຸນຂອງພຣະອົງ ແລະ ສາດສະໜາຈັກຂອງພຣະອົງ. ພຣະອົງຈະນຳໜ້າພວກເຮົາ. ພຣະອົງຮູ້ຈັກອະນາຄົດຢ່າງສົມບູນຄົບຖ້ວນ. ພຣະອົງເຊື້ອເຊີນທ່ານສູ່ວຽກງານ. ພຣະອົງຈະເຂົ້າຮ່ວມກັບທ່ານໃນວຽກງານນີ້. ພຣະອົງໄດ້ວາງແຜນໄວ້ສຳລັບການຮັບໃຊ້ຂອງທ່ານ. ແລະ ແມ່ນແຕ່ເມື່ອທ່ານເສຍສະລະ, ທ່ານຈະຮູ້ສຶກເຖິງຄວາມປິຕິຍິນດີ ຂະນະທີ່ທ່ານຊ່ວຍຄົນອື່ນໃຫ້ລຸກຂຶ້ນ ເພື່ອກະກຽມສຳລັບການສະເດັດມາຂອງພຣະອົງ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າອົງເປັນພຣະບິດາຊົງພຣະຊົນຢູ່. ພຣະເຢຊູ ຄືພຣະຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ພຣະອົງຮູ້ ແລະ ຮັກທ່ານ. ພຣະອົງນຳພາທ່ານ. ພຣະອົງໄດ້ກະກຽມວິທີທາງໄວ້ໃຫ້ທ່ານ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.