ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


2:3

ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ

ເພາະ​ການ​ເປີດ​ເຜີຍ​ໄດ້​ຢືນ​ຢັນຮາກຖານ​ແຫ່ງ​ຄວາມ​ຈິງ ພຣະ​ເຈົ້າຈຶ່ງ​ທຳ​ງານ​ຢູ່​ໃນ​ໂລກນີ້, ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຫວັງ, ເຮົາຄວນຫວັງ, ແມ່ນ​ແຕ່​ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ການ​ທີ່​ຈະ​ເປັນ​ໄປ​ໄດ້​ນ້ອຍ​ທີ່​ສຸດ​ກໍຕາມ.

ເດືອນ​ຕຸລາ​ແລ້ວນີ້, ປະທານ​ຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນ​ເຮົາໃຫ້ ກະກຽມ ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ໃນ​ເດືອນ​ເມສາ 2020 ນີ້ ໂດຍ​ໃຫ້​ເຮົາ​ແຕ່​ລະ​ຄົນ ໃນ​ວິ​ທີ​ທາງ​ຂອງ​ຕົນ ກັບ​ຄືນ ໄປ​ສຶກ​ສາ​ເຫດ​ການ​ໃນ​ອະ​ດີດ ເພື່ອ​ຈະ​ເຫັນ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ເຈົ້າ ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຊິດສະເຕີ ຮໍແລນ ແລະ ຂ້າ​ພະ​ເຈົ້າໄດ້​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ. ພວກເຮົາ​ໄດ້ວາດພາບ​ເຫັນຕົວເອງ​ດຳລົງ​ຊີວິດ​ຢູ່ໃນ​ຊ່ວງ​ໄລ​ຍະ​ຕົ້ນປີ 1800, ເບິ່ງ​ເລື່ອງ​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ສະ​ໄໝ​ນັ້ນ. ໃນ​ການ​ວາດ​ພາບນັ້ນ, ພວກເຮົາ​ໄດ້​ຖາມ​ຕົວ​ເອງວ່າ, “ຍັງ​ຂາດ​ສິ່ງ​ໃດ? ພວກ​ເຮົາ​ຫວັງຢາກ​ໃຫ້​ມີ​ຫຍັງ​ແດ່? ພວກ​ເຮົາ ຫວັງ ຢາກ​ໃຫ້​ພຣະ​ເຈົ້າ​ຈັດ​ຫາ​ຫຍັງ​ໃຫ້​ແດ່​ໃນ​ການ​ສະ​ໜອງ​ຄວາມ​ປາດ​ຖະ​ໜາ​ທາງວິນ​ຍານ​ຂອງ​ພວກ​ເຮົາ?”

ໃນຢ່າງ​ໜຶ່ງ, ພວກເຮົາ​ໄດ້ຮັບ​ຮູ້ວ່າ ເມື່ອສອງ​ສັດຕະວັດ​ກ່ອນ​ພວກເຮົາໄດ້​ຫວັງຢ່າງເຕັມທີ່​ຢາກໃຫ້​ມີການ​ຟື້ນຟູຄວາມ​ຈິງ​ເລື່ອງພຣະເຈົ້າ ຫລາຍກວ່າ​ທີ່​ຮູ້​ຈັກກັນ​ໃນ​ເວ​ລານັ້ນ, ຊຶ່ງ​ເບິ່ງ​ຄື​ວ່າພຣະອົງ​ຖືກເຊື່ອງຊ້ອນ​ຢູ່ໃນຄວາມ​ຜິດ ແລະ ຄວາມເຂົ້າ​ໃຈ​ຜິດ​ຫລາຍໆ​ສັດ​ຕະ​ວັດ​ມາ​ແລ້ວ. ເພື່ອ​ຢືມ​ສຳ​ນວນ​ຈາກ ທ່ານ​ວິວລຽມ ແອວລາຣີ ແຈນນິງ, ນັກ​ສາດ​ສະ​ໜາ​ທີ່​ໂດ່ງ​ດັງ​ໃນ​ຍຸກນັ້ນ, ເຮົາ​ຈະ​ໄດ້​ຊອກ​ຫາ “ລັກ​ສະ​ນະ​ຂອງ​ພໍ່​ແມ່​ຈາກ​ພຣະ​ເຈົ້າ,” ຊຶ່ງ​ທ່ານແຈນນິງໄດ້​ຖື​ວ່າເປັນ “ຄຳ​ສອນ​ທຳ​ອິດ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາວ​ຄຣິດ.”1 ຄຳ​ສອນ​ດັ່ງ​ກ່າວ​ຈະ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ ເປັນ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຫ່ວງ​ໃຍ, ແທນ​ທີ່​ຈະ​ເປັນ​ຜູ້​ຕັດ​ສິນ​ທີ່​ໂຫດ​ຮ້າຍ ທີ່ມອບ​ຄວາມ​ຍຸດ​ຕິ​ທຳ​ທີ່​ເຄັ່ງ​ຄັດ ຫລື ວ່າ​ເປັນ​ເຈົ້າ​ຂອງ​ທີ່​ດິນ​ທີ່​ຫາຍໄປ ຜູ້​ຊຶ່ງ​ຄັ້ງ​ໜຶ່ງ​ໄດ້​ມີ​ພາກ​ສ່ວນ​ໃນ​ເລື່ອງ​ລາວ​ຂອງ​ໂລກ ແຕ່​ບັດ​ນີ້​ຫຍຸ້ງ​ຢູ່​ບ່ອນ​ອື່ນ​ໃນ​ຈັກ​ກະ​ວານ.

ແມ່ນ​ແລ້ວ, ຄວາມ​ຫວັງ​ຂອງ​ເຮົາ​ໃນ​ປີ 1820 ແມ່ນ​ຈະ​ໄດ້​ພົບ​ເຫັນ​ພຣະ​ເຈົ້າ ກ່າວ ແລະ ຊີ້​ນຳ​ຢ່າງ​ເປີດ​ເຜີຍ​ໃນ​ປະ​ຈຸ​ບັນ​ນີ້​ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ມາ​ໃນ​ອະ​ດີດ, ພຣະ​ບິ​ດາທີ່​ແທ້​ຈິງ ໃນ​ຖ້ອຍ​ຄຳ​ທີ່​ຮັກ​ນັ້ນ. ແນ່ນອນ​ວ່າ​ພຣະ​ອົງ​ຄົງ ບໍ່ ເປັນ​ຜູ້ຜະ​ເດັດ​ການ​ທີ່​ເຢັນ​ຊາ ແລະ ບໍ່​ມີ​ເຫດ​ຜົນ ອົງ​ທີ່​ຈະ​ໃຫ້​ຄວາມ​ລອດ​ແກ່​ຄົນ​ທີ່​ຖືກ​ເລືອກ​ຈຳ​ນວນ​ໜຶ່ງ ແລະ ແລ້ວ​ສົ່ງ​ໃຫ້​ຄອບ​ຄົວ​ມະ​ນຸດ​ທັງ​ໝົດ​ຕົກ​ຢູ່​ໃນ​ຄວາມ​ອັບ​ປະ​ໂຫຍດ. ບໍ່​ເລີຍ, ເພາະທຸກໆ​ການ​ກະ​ທຳ​ຂອງ​ພຣະ​ອົງ, ໂດຍ​ຄຳ​ປະ​ກາດ​ແຫ່ງ​ສະ​ຫວັນ, “ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ​ຮັກ​ໂລກ”2 ແລະ ຜູ້​ອາ​ໄສ​ທຸກໆ​ຄົນ​ທີ່​ຢູ່​ໃນ​ນັ້ນ. ຄວາມ​ຮັກ​ນັ້ນ​ຈະ​ເປັນ​ເຫດ​ຜົນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ສົ່ງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ມາ​​ສູ່​ໂລກ.3

ເມື່ອ​ກ່າວ​ເຖິງ​ພຣະ​ເຢ​ຊູ, ຖ້າ​ຫາກ​ເຮົາ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ຕົ້ນ​ປີ​ຂອງ​ສັດ​ຕະ​ວັດ​ທີ 19, ເຮົາ​ຈະ​ໄດ້​ຮັບ​ຮູ້​ດ້ວຍ​ຄວາມ​ຢ້ານ​ກົວ​ວ່າ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ຊົນ​ຊີບ​ ແລະ ການ​ຟື້ນ​ຄືນ​ພຣະ​ຊົນຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນກຳ​ລັງຈະ​ເລີ່ມ​ມີ​ຄວາມ​ສຳ​ຄັນ​ພາຍ​ໃນ​ໂລກ​ຂອງ​ຊາວ​ຄຣິດ. ດັ່ງ​ນັ້ນ, ເຮົາ​ຈະ​ໄດ້​ຫວັງ​ໃຫ້​ມີ​ຫລັກ​ຖານ​ອອກ​ມາ​ສູ່​ແຜ່ນ​ດິນໂລກ ທີ່​ຈະ​ຢືນ​ຢັນ​ພະ​ຍານ​ທາງ​ພຣະ​ຄຣິສຕະ​ທຳ​ຄຳ​ພີ​ວ່າ ພຣະ​ເຢ​ຊູ ຄື ພຣະ​ຄຣິດ, ພຣະ​ບຸດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ, ອາ​ລະ​ຟາ ແລະ ໂອ​ເມ​ຄາ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ໂລກນີ້​ເຄີຍ​ຮູ້​ຈັກ. ມັນ​ຈະ​ມີ​ຢູ່​ໃນ​ບັນ​ດາ​ຄວາມ​ຫວັງ​ທີ່​ລ້ຳ​ຄ່າ​ຂອງ​ເຮົາ​ວ່າ ຫລັກ​ຖານ​ທາງ​ພຣະ​ຄຳ​ພີ​ຢ່າງ​ອື່ນ​ໄດ້​ນຳ​ບາງ​ສິ່ງ​ອອກ​ມາ ທີ່​ຈະ​ປະ​ກອບ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ທີ່​ຈະຂະ​ຫຍາຍ ແລະ ເພີ່ມ​ຄວາມ​ຮູ້​ໃຫ້​ເຮົາ ເຖິງ​ການ​ກຳ​ເນີດ​ທີ່​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ເສຍ​ສະ​ລະ, ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ. ແນ່ນອນ​ວ່າ ເອ​ກະ​ສານ​ດັ່ງ​ກ່າວ​ຈະ​ເປັນ “ຄວາມ​ຊອບ​ທຳ [ຖືກ​ສົ່ງ] ລົງ​ມາ​ຈາກ​ສະ​ຫວັນ; ແລະ ຄວາມ​ຈິງ [ຂຶ້ນມາ] ຈາກ​ແຜ່ນ​ດິນ​ໂລກ.”4

ການ​ສັງ​ເກດ​ໂລກຂອງ​ຊາວຄຣິດ​ໃນ​ວັນ​ເວ​ລານັ້ນ, ເຮົາ​ຈະ​ໄດ້​ຫວັງ​ທີ່​ຈະ​ພົບ​ເຫັນ​ບາງ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ອະ​ນຸ​ມັດ​ດ້ວຍ​ສິດ​ອຳ​ນາດທີ່​ແທ້​ຈິງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ ຜູ້​ທີ່​ຈະ​ສາ​ມາດ​ໃຫ້​ບັບ​ຕິ​ສະ​ມາແກ່​ເຮົາ, ມອບຂອງ​ປະ​ທານແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ປະ​ຕິ​ບັດ​ພິ​ທີ​ການ​ທັງ​ໝົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ສູງ​ສົ່ງ. ໃນ​ປີ 1820, ເຮົາ​ຈະ​ໄດ້​ຫວັງ​ທີ່​ຈະ​ເຫັນ​ຄຳ​ສັນ​ຍາ​ທີ່​ມີ​ພະ​ລັງ​ຂອງ ເອ​ຊາ​ຢາ, ມີ​ກາ, ແລະ ບັນ​ດາ​ສາດ​ສະ​ດາ​ບູ​ຮານ​ຄົນ​ອື່ນໆ​ເກີດ​ເປັນ​ຈິງ ກ່ຽວ​ກັບ​ການ​ກັບ​ຄືນ​ມາ​ຂອງ​ບ້ານທີ່​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.5 ເຮົາ​ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຖືກ​ສະ​ຖາ​ປະ​ນາ​ອີກ​ຄັ້ງ, ດ້ວຍ​ພຣະ​ວິນ​ຍານ, ພິ​ທີ​ການ, ອຳ​ນາດ, ແລະ ສິດ​ອຳ​ນາດ ທີ່​ຈະ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ, ປິ່ນ​ປົວ​ບາດ​ແຜ​ສ່ວນ​ຕົວ, ແລະ ຜູກ​ມັດ​ຄອບ​ຄົວ​ເຂົ້າ​ກັນ​ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ໄດ້​ຊອກ​ຫາ​ຢູ່​ທຸກ​ບ່ອນ ແລະ ໃນ​ທຸກ​ບ່ອນ ເພື່ອ​ຈະ​ໄດ້​ພົບ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ມີ​ສິດ​ອຳ​ນາດ​ທີ່​ຈະ​ກ່າວ​ກັບ​ຂ້າ​ພະ​ເຈົ້າ ແລະ ​ແພັດ​ທຣີເຊຍ ສຸດ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າວ່າ ການ​ແຕ່ງ​ງານ​ຂອງ​ພວກ​ເຮົາ​ໃນ​ສະ​ຖານ​ທີ່​ດັ່ງ​ກ່າວ​ໄດ້​ຖືກ​ຜະ​ນຶກ​ເພື່ອ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ, ໂດຍບໍ່​ໄດ້​ຍິນ​ຄຳ​ສາບ​ແຊ່ງ​ທີ່​ໜ້າຢ້ານ​ກົວ​ນັ້ນວ່າ “ຈົນ​ກວ່າ​ໄດ້​ຕາຍ​ຈາກ​ກັນ.” ຂ້າ​ພະ​ເຈົ້າ​ຮູ້​ວ່າ “ໃນ​ຜາ​ສາດ​ຂອງ​ພຣະ​ບິ​ດາ [ຂອງ​ເຮົາ] ມີ​ທີ່​ຢູ່​ຫລາຍ​ບ່ອນ,”6 ແຕ່, ເມື່ອ​ກ່າວ​ເປັນ​ການ​ສ່ວນ​ຕົວ, ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຈະ​ໂຊກ​ດີ​ພໍ​ທີ່​ຈະ​ໄດ້​ຮັບ​ແຫ່ງ​ໜຶ່ງ​ເປັນ​ມໍ​ລະ​ດົກ, ມັນ​ຈະ​ເປັນ​ພຽງ​ແຕ່​ຕູບ​ນ້ອຍ​ທີ່​ເພ​ພັງ ຖ້າ​ຫາກວ່າ ແພັດ ແລະ ລູກໆ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຢູ່​ນຳ ເພື່ອ​ຊື່ນ​ຊົມ​ກັບ​ມໍ​ລະ​ດົກ​ນັ້ນ​ນຳ​ຂ້າ​ພະ​ເຈົ້າ. ແລະ ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ບາງ​ຄົນ​ທີ່​ໄດ້​ມີ​ຊີ​ວິດ ແລະ ໄດ້​ເສຍ​ຊີ​ວິດໄປ​ນານ​ແລ້ວ ໂດຍບໍ່​ໄດ້​ຍິນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ໄດ້ຫວັງວ່າ​ຄວາມ​ຄິດ​ທີ່​ຍຸດ​ຕິ​ທຳ ແລະ ມີ​ເມດ​ຕາ​ທີ່​ສຸດ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ນັ້ນ​ຈະ​ໄດ້​ຖືກ​ຟື້ນ​ຟູ—ພາກ​ປະ​ຕິ​ບັດ ທີ່​ສະ​ເໜີ​ຈະ​ມອບ​ພິ​ທີ​ການ​ທີ່​ຊ່ວຍ​ໃຫ້​ລອດ​ແທນບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ.7 ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ວາດ​ພາບ​ເຫັນພາກ​ປະ​ຕິ​ບັດ​ໃດ​ທີ່​ຈະ​ສະ​ແດງ​ອອກ​ດ້ວຍ​ຄວາມ​ສະ​ຫງ່າ​ຫລາຍ​ໄປ​ກວ່າ​ຄວາມ​ຫ່ວງ​ໃຍ​ຂອງ​ພຣະ​ເຈົ້າ​ທີ່ຊົງຮັກ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ທຸກໆ​ຄົນ​ຢູ່​ເທິງ​ໂລກ ບໍ່​ວ່າ​ເຂົາ​ເຈົ້າ​ໄດ້​ມີ​ຊີ​ວິດ​ຢູ່​ເມື່ອ​ໃດ ຫລື ຕາຍ​ຢູ່​ໃສກໍ​ຕາມ.

ແມ່ນ​ແລ້ວ, ລາຍ​ການຂອງ​ຄວາມ​ຫວັງ​ຂອງ​ເຮົາ​ ໃນ​ປີ 1820 ຍັງ​ມີ​ອີກ​ຢູ່, ແຕ່​ບາງ​ທີ​ຂ່າວ​ສານ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ​ນັ້ນ​ແມ່ນ​ວ່າ ຄວາມ​ຫວັງ​ນັ້ນ​ຈະ ບໍ່ ໄດ້​ໄຮ້​ປະ​ໂຫຍດ. ເລີ່ມ​ຕົ້ນ​ໃນ​ປ່າ​ສັກ​ສິດ ແລະ ສືບ​ຕໍ່​ໃນ​ວັນ​ເວ​ລານີ້, ຄວາມ​ປາດ​ຖະ​ໜາ​ເຫລົ່າ​ນີ້​ໄດ້​ເລີ່ມ​ຫຸ້ມ​ຫໍ່​ຢູ່​ໃນ​ຄວາມ​ເປັນ​ຈິງ ແລະ ໄດ້​ກາຍ​ເປັນ, ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປໂລ ແລະ ຄົນ​ອື່ນໆ​ໄດ້​ສິດ​ສອນ, ຫລັກ​ໝັ້ນ​ທີ່​ແທ້​ຈິງໃຫ້​ແກ່ຈິດ​ວິນ​ຍານ, ແນ່​ນອນ ແລະ ແນ່ວ​ແນ່.8 ສິ່ງ​ທີ່​ຄັ້ງ​ໜຶ່ງ​ແມ່ນ​ພຽງ​ແຕ່​ເປັນຄວາມຫວັງ ບັດ​ນີ້​ກໍ​ໄດ້​ກາຍ​ເປັນ​ປະ​ຫວັດ​ສາດ​ໄປ​ແລ້ວ.

ສະ​ນັ້ນ ນີ້​ຄືການ​ຫັນ​ກັບ​ໄປ​ຫາ 200 ປີ​ຂອງ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ໂລກ. ແຕ່​ແລ້ວການ​ມຸ້ງ​ຫວັງ​ໄປ​ໜ້າ​ຂອງ​ເຮົາ​ເດ​ຈະ​ເປັນ​ແນວ​ໃດ? ເຮົາ​ຍັງ​ມີ​ຄວາມ​ຫວັງ​ທີ່​ຍັງ ບໍ່ ທັນ​ເກີດ​ເປັນ​ຈິງ​ເທື່ອ. ແມ່ນ​ແຕ່​ເວ​ລານີ້, ເຮົາ​ກໍ​ຍັງ​ພະ​ຍາ​ຍາມ​ຜ່ານ​ຜ່າ ສົງ​ຄາມ “ສຸກ​ເສີນ” ກັບ ພະ​ຍາດ​ໂຄວິດ-19 ຢູ່, ຊຶ່ງ​ເຕືອນ​ເຮົາ​ວ່າ ໂຣກ​ລະ​ບາດ9 ທີ່​ນ້ອຍກວ່າ​ເມັດ​ດິນ​ຊາຍ 1,000 ເທົ່າ10 ຍັງ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຄົມຍອມ​ຈຳ​ນົນ ແລະ ເສດ​ຖະ​ກິດ​ຕົກ​ຕ່ຳ​ທົ່ວ​ໂລກ​ໄດ້. ພວກ​ເຮົາ​ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໄດ້​ສູນ​ເສຍ​ຄົນ​ທີ່​ຕົນ​ຮັກ​ໃຫ້​ກັບ​ໂຣກ​ລະ​ບາດ​ໃນ​ປະ​ຈຸ​ບັນ, ຕະ​ຫລອດ​ທັງ​ຜູ້​ທີ່​ກຳ​ລັງ​ຕິດ​ເຊື້ອ​ຢູ່ ຫລື ຜູ້​ທີ່​ສ່ຽງ. ພວກ​ເຮົາ​ກໍ​ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຫ້​ການ​ດູ​ແລ​ສຸ​ຂະ​ພາບ​ທັງ​ຫລາຍ​ຄື​ກັນ. ເມື່ອ​ເຮົາ​ເອົາ​ຊະ​ນະ​ສິ່ງນີ້—ແລະ ເຮົາ​ຈະ​ຊະ​ນະ​ມັນ—ຂໍ​ໃຫ້​ເຮົາ​ຈົ່ງ​ສັນ​ຍາ​ທີ່​ຈະ​ປົດ​ປ່ອຍ​ໂລກນີ້​ຈາກ​ໄວຣັສຂອງ​ຄວາມອຶດ​ຢາກ, ປົດ​ປ່ອຍ​ເພື່ອນ​ບ້ານ ແລະ ປະ​ເທດ​ຊາດ​ຈາກ​ໄວຣັສ​ຂອງ​ຄວາມ​ທຸກ​ຍາກ​ລຳ​ບາກ. ພວກເຮົາ​ຫວັງ​ໃຫ້​ມີ​ໂຮງ​ຮຽນ​ບ່ອນ​ທີ່​ນັກ​ຮຽນ​ໄດ້​ຖືກ​ສິດ​ສອນ—ບໍ່​ໄດ້​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຖືກ​ຍິງ—ແລະ ມີສັກ​ສີ​ສ່ວນ​ຕົວ​ສຳ​ລັບ​ລູກ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ, ໂດຍບໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ອະ​ຄະ​ຕິ​ທາງ​ເຊື້ອ​ຊາດ, ເຜົ່າ​ພັນ, ຫລື ອະ​ຄະ​ຕິ ໃດໆ ທາງ​ສາດ​ສະ​ໜາ. ໃນການ​ປົກ​ປ້ອງ​ທັງ​ໝົດ​ນີ້ ຄື​ຄວາມຫວັງ​ຢ່າງບໍ່​ລົດ​ລະ​ຂອງ​ເຮົາ ເພື່ອ​ການອຸ​ທິດ​ຕົນໃຫ້​ຫລາຍກວ່າ​ເກົ່າຕໍ່​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສອງ​ຂໍ້: ທີ່​ໃຫ້​ຮັກ​ພຣະ​ເຈົ້າ​ໂດຍ​ການ​ຮັກ​ສາ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ ແລະ ໃຫ້ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ໂດຍ​ການ​ສະ​ແດງ​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ອົດ​ທົນ ແລະ ການ​ໃຫ້​ອະ​ໄພ.11 ພຣະ​ດຳ​ລັດ​ແຫ່ງ​ສະ​ຫວັນ​ສອງ​ຂໍ້​ນີ້​ກໍ​ຍັງ​ເປັນ—ແລະ ຈະ​ເປັນ—ຄວາມ​ຫວັງ​ທີ່​ແທ້​ຈິງ​ພຽງ​ຢ່າງ​ດຽວ​ຕະ​ຫລອດ​ໄປ ທີ່​ເຮົາ​ມີ​ເພື່ອ​ຈະ​ໃຫ້​ລູກໆ​ຂອງ​ເຮົາ​ມີ​ໂລກ​ທີ່​ດີກວ່າ ທີ່​ພວກ​ເຂົາ​ຮູ້​ຢູ່​ໃນ​ເວ​ລານີ້.12

ນອກ​ເໜືອ​ໄປ​ຈາກ​ຄວາມ​ປາດ​ຖະ​ໜາ​ທົ່ວ​ໄປ​ເຫລົ່າ​ນີ້, ຫລາຍ​ຄົນ​ທີ່​ຮັບ​ຟັງ​ຢູ່​ໃນ​ມື້ນີ້​ກໍ​ມີ​ຄວາມ​ຫວັງ​ສ່ວນ​ຕົວ​ທີ່​ເລິກ​ຊຶ້ງ: ຄວາມ​ຫວັງ​ໃຫ້ການ​ແຕ່ງ​ງານດີ​ຂຶ້ນ, ຫລື ບາງ​ເທື່ອ​ກໍ​ຫວັງ​ຢາກ​ແຕ່ງ​ງານ; ຄວາມ​ຫວັງ​ຈະ​ເອົາ​ຊະ​ນະ​ການ​ຕິດ​ແສດ; ຄວາມ​ຫວັງ​ຢາກ​ໃຫ້​ລູກ​ທີ່​ອອກນອກ​ທາງ​ກັບ​ຄືນ​ມາ; ຄວາມ​ຫວັງ​ຢາກ​ໃຫ້​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ ແລະ ທາງ​ອາ​ລົມ​ຫລາຍ​ຮ້ອຍ​ຮູບ​ແບບ​ສິ້ນ​ສຸດ​ລົງ. ເພາະ​ການ​ເປີດ​ເຜີຍ​ໄດ້​ຢືນ​ຢັນຮາກຖານ​ແຫ່ງ​ຄວາມ​ຈິງ ພຣະ​ເຈົ້າຈຶ່ງ​ທຳ​ງານ​ຢູ່​ໃນ​ໂລກນີ້, ເພື່ອ​ວ່າ​ເຮົາ​ຈະ ສາ​ມາດ ຫວັງ, ເຮົາ ຄວນ ຫວັງ, ແມ່ນ​ແຕ່​ເມື່ອ​ເຮົາ​ປະ​ເຊີນ​ໜ້າ​ກັບ​ການທີ່ຈະ​ເປັນ​ໄປ​ໄດ້ນ້ອຍ​ທີ່​ສຸດ​ກໍຕາມ. ນັ້ນ​ຄື​ຄວາມ​ໝາຍ​ຂອງ​ພຣະ​ຄຳ​ພີ​ເມື່ອອັບ​ຣາຮາມ​ກໍ​ສາ​ມາດ​ຫວັງ ເຖິງ​ແມ່ນ​ວ່າເບິ່ງ​ຄື​ເປັນ​ໄປ​ບໍ່​ໄດ້13—ນັ້ນ​ຄື, ເພິ່ນ​ສາ​ມາດ​ເຊື່ອ ເຖິງ​ແມ່ນ​ວ່າ​ມີ​ເຫດ​ຜົນ​ທຸກ​ຢ່າງ​ທີ່​ຈະ ບໍ່ ໃຫ້​ເຊື່ອ—ວ່າ​ເພິ່ນ ແລະ ຊາຣາ​ຈະ​ມີ​ລູກ​ໄດ້​ຕອນ​ເບິ່ງ​ຄື​ວ່າ​ສິ່ງ​ນັ້ນ​ເປັນ​ໄປ​ບໍ່​ໄດ້​ແນ່ນອນ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ວ່າ, “ຖ້າ​ຫາກ​ຄວາມ​ຫວັງ​ທັງ​ຫລາຍ​ຂອງ​ເຮົາໃນ​ປີ 1820 ໄດ້​ເລີ່ມ​ເກີດ​ເປັນ​ຈິງ​ດ້ວຍ​ຄວາມ​ສະ​ຫວ່າງ​ຈາກ​ສະ​ຫວັນສຳ​ລັບ​ຊາຍ​ໜຸ່ມ​ທີ່​ຄຸ​ເຂົ່າ​ໃນປ່າ​ໄມ້ ໃນ​ລັດ​ນິວຢອກ, ແລ້ວ​ເປັນ​ຫຍັງ​ເຮົາ​ຈຶ່ງບໍ່​ຄວນຫວັງວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ ແລະ ຄວາມ​ມຸ້ງ​ຫວັງ​ເໝືອນ​ດັ່ງ​ພຣະ​ຄຣິດ​ຍັງຈະ​ສາ​ມາດ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ອັດ​ສະ​ຈັນ​ໃຈ, ແລະ ຢ່າງ​ມະ​ຫັດ​ສະ​ຈັນ ໂດຍ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຫວັງ​ທັງ​ໝົດ?” ເຮົາ​ທຸກ​ຄົນ​ຕ້ອງ​ການ​ທີ່​ຈະ​ເຊື່ອ​ວ່າ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ໃນ​ຄວາມ​ຊອບ​ທຳ​ຍັງ​ຈະ​ສາ​ມາດ​ເປັນ​ຂອງ​ເຮົາ​ໃນ​ມື້​ໃດ​ມື້​ໜຶ່ງ, ແລະ ໃນ​ທາງ​ໃດ​ທາງ​ໜຶ່ງ.

ອ້າຍເອື້ອຍນ້ອງທັງ​ຫລາຍ, ເຮົາ​ຮູ້​ເຖິງຄວາມ​ບົກ​ຜ່ອງ​ທາງ​ດ້ານ​ສາດ​ສະ​ໜາ​ບາງ​ຢ່າງ ໃນ​ຕົ້ນ​ສັດ​ຕະ​ວັດ​ທີ 19. ນອກ​ເໜືອ​ຈາກນັ້ນ, ເຮົາ​ກໍ​ຍັງ​ຮູ້​ວ່າ​ຄວາມ​ບົກ​ຜ່ອງ​ທາງ​ດ້ານ​ສາດ​ສະ​ໜາ​ໃນ​ວັນ​ເວ​ລານີ້ ທີ່​ຍັງ​ເຮັດ​ໃຫ້​ຄົນ​ບາງ​ຄົນ​ຫິວ​ໂຫຍ ແລະ ຄວາມຫວັງຂອງ​ບາງ​ຄົນ​ບໍ່​ໄດ້​ເກີດ​ເປັນ​ຈິງ. ເຮົາ​ຮູ້​ເຖິງ​ຄວາມບໍ່​ພໍ​ໃຈ​ຢ່າງ​ຫລວງ​ຫລາຍ​ທີ່​ກຳ​ລັງ​ນຳ​ພາ​ບາງ​ຄົນ​ອອກ​ໄປ​ຈາກ​ສະ​ຖາ​ບັນ​ທີ່​ເປັນ​ປະ​ເພ​ນີ​ທາງ​ສາດ​ສະ​ໜາ. ເຮົາ​ກໍ​ຍັງ​ຮູ້, ດັ່ງ​ທີ່​ນັກ​ຂຽນ​ທີ່​ອຸກ​ອັ່ງ​ຄົນ​ໜຶ່ງ​ໄດ້​ຂຽນ, ວ່າ “ຜູ້​ນຳ​ທາງ​ສາດ​ສະ​ໜາ​ຫລາຍ​ຄົນ [ໃນ​ວັນ​ເວ​ລາ​ນີ້] ເບິ່ງ​ຄື​ວ່າ​ເຂົ້າ​ໃຈ​ບາງ​ເລື່ອງຜິດໄປ” ໃນ​ການຈັດ​ການ​ກັບ​ການ​ເສື່ອມ​ໂຊມ​ແບບນີ້, ໃຫ້​ຄຳ​ຕອບ​ທີ່​ເປັນ “ຄຳ​ສອນ​ທີ່​ເຂົາ​ເຈົ້າ​ຄິດວ່າ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄວາມ​ຮູ້​ສຶກ​ດີ, ມີ​ພາກ​ສ່ວນ​ໃນ​ອຸ​ດົມ​ການ​ທີ່ບໍ່ກຸ້ມ​ຄ່າ, ກ່າວ​ສິ່ງບໍ່​ດີອອກ​ມາໃຫ້ຟັງ​ຄື​ວ່າ​ດີ, [ຫລື ບາງ​ເທື່ອ​ກໍ​ເປັນ​ພຽງ] ຄຳ​ໄຮ້​ສາ​ລະ​ທີ່ບໍ່​ດົນ​ໃຈ”14—ແລະ ທຸກ​ສິ່ງນີ້​ໃນ​ເວ​ລາ​ເມື່ອ​ໂລກ​ຕ້ອງ​ການ​ຫລາຍກວ່າ, ເມື່ອ​ຄົນ​ລຸ້ນ​ໃໝ່​ສົມ​ຄວນ​ຈະ​ໄດ້​ຮັບ​ຫລາຍ​ກວ່ານັ້ນ, ແລະ ເມື່ອ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ເຢ​ຊູ ພຣະ​ອົງ​ໄດ້​ສະ​ເໜີ​ໃຫ້​ຫລາຍກວ່ານັ້ນ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ໃນ​ວັນ​ເວ​ລາ​ຂອງ​ເຮົາ ເຮົາສາ​ມາດ​ລຸກ​ຂຶ້ນ​ໃຫ້​ສູງກວ່າ​ຊາດ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ ຜູ້​ທີ່​ໄດ້​ຮ້ອງ​ຄວນ​ຄາງວ່າ “ຕົນ​ເອງ​ແຫ້ງ​ແລ້ງ, ໄຮ້​ຄວາມ​ຫວັງ ແລະ ບໍ່​ມີ​ອະ​ນາ​ຄົດ.”15 ແນ່ນອນ, ໃນ​ສຸດ​ທ້າຍຖ້າ​ຫາກ​ເຮົາ​ສູນ​ເສຍ​ຄວາມ​ຫວັງ, ເຮົາ​ຈະ​ສູນ​ເສຍ​ສົມ​ບັດ​ສຸດ​ທ້າຍ​ທີ່​ຄ້ຳ​ຈູນ​ເຮົາ. ຢູ່​ເທິງ​ປະ​ຕູ​ນະ​ລົກ​ນັ້ນ​ທີ່ ແດນເທ ໄດ້​ຂຽນ​ຄຳ​ເຕືອນ​ຕໍ່​ຜູ້​ເດີນ​ທາງ​ທຸກ​ຄົນ​ຜ່ານ​ໜັງ​ສື​ຂອງ​ເພິ່ນ Divina Commedia ມີ​ຄຳ​ວ່າ: “ໃຫ້​ປະ​ຖິ້ມ​ຄວາມ​ຫວັງ​ທັງ​ໝົດ,” ເພິ່ນ​ໄດ້​ກ່າວ, “ພວກ​ເຈົ້າ​ທີ່​ເຂົ້າ​ມາ​ໃນ​ນີ້.”16 ແນ່ນອນ​ເມື່ອ​ຄວາມ​ຫວັງ​ໄດ້​ສູນ​ຫາຍ​ໄປ, ສິ່ງ​ທີ່​ເຮົາ​ຍັງ​ເຫລືອ​ກໍ​ພຽງ​ແຕ່​ແປວ​ໄຟ​ຂອງ​ນະ​ລົກ​ທີ່​ເຜົາ​ໃໝ້​ໃນ​ທຸກໆ​ດ້ານ.

ສະ​ນັ້ນ, ເມື່ອ​ເຮົາ​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ສິ້ນ​ຫວັງ ແລະ, ດັ່ງ​ທີ່​ເພງ​ສວດ​ກ່າວ​ວ່າ, “ເມື່ອ​ຜູ້​ຊ່ວຍ​ໃດ​ບໍ່​ອາດ​ຊ່ວຍ​ໃຫ້​ລອດ​ໄດ້,”17 ໃນ​ບັນ​ດາ​ຄຸນ​ນະ​ທຳ​ທີ່​ຈຳ​ເປັນ​ທັງ​ໝົດ​ຂອງ​ເຮົາ​ຈະ​ເປັນ​ຂອງ​ປະ​ທານ​ແຫ່ງ​ຄວາມ​ຫວັງ​ທີ່​ລ້ຳ​ຄ່ານີ້ ທີ່ເຊື່ອມ​ຕໍ່​ໃສ່​ກັບ​ສັດ​ທາທີ່​ເຮົາ​ມີ​ໃນ​ພຣະ​ເຈົ້າ ແລະ ຄວາມ​ໃຈ​ບຸນ​ທີ່​ເຮົາ​ມີ​ຕໍ່​ຄົນ​ອື່ນ.

ໃນ​ວັນ​ຄົບ​ຮອບສອງ​ຮ້ອຍ​ປີນີ້, ເມື່ອ​ເຮົາ​ຫັນ​ກັບ​ໄປເບິ່ງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ ແລະ ຊື່ນ​ຊົມ​ໃນ​ການ​ຮັບ​ຮູ້​ເຖິງ​ຄວາມ​ຫວັງ​ທັງ​ຫລາຍ​ທີ່​ໄດ້​ເກີດ​ເປັນ​ຈິງ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຊ້ຳ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ທີ່​ເປັນ​ຊິດສະເຕີ ຜູ້ທີ່​ສວຍງາມ​ຄົນ​ໜຶ່ງ ທີ່​ໄດ້​ເວົ້າ​ໃນ​ເມືອງ ໂຈ​ແຮນ​ເນັດ​ສະ​ເບີກ ພຽງ​ແຕ່​ສອງ​ສາມ​ເດືອນ​ກ່ອນ​ວ່າ, “[ເຮົາ] ບໍ່​ໄດ້​ມາ​ໄກ​ເຖິງ​ບ່ອນນີ້​ເພື່ອ​ພຽງ​ແຕ່​ຢຸດ​ຢູ່​ບ່ອນນີ້.”18

ໃນ​ການ​ຖອນ​ຄວາມ​ໝາຍ​ຈາກ​ຄຳ​ປາ​ໃສ​ທີ່​ດົນ​ໃຈ​ທີ່​ສຸດ​ທີ່​ຖືກ​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ສາດ​ສະ​ດາ​ນີໄຟ ແລະ ຊິດສະເຕີ​ໜຸ່ມ​ຄົນ​ນັ້ນ​ວ່າ:

“ອ້າຍ​ນ້ອງ [ແລະ ເອື້ອຍ​ນ້ອງ] ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຫລັງ​ຈາກ​ພວກ​ທ່ານ [ໄດ້​ຮັບ​ໝາກ​ຜົນ​ຂອງ​ການ​ຟື້ນ​ຟູ], ຂ້າ​ພະ​ເຈົ້າ​ຢາກ​ຈະ​ຖາມ​ວ່າ​ເຮັດ​ທຸກ​ຢ່າງ​ແລ້ວ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ. …

“… ພວກທ່ານ​ຕ້ອງ​ມຸ້ງໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະຄຣິດ, ໂດຍມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມຫວັງ, ແລະ ຄວາມຮັກ​ຂອງ​ພຣະເຈົ້າ ແລະ ຂອງມະນຸດ​ທັງປວງ. … ຖ້າ​ຫາກ​ພວກ​ທ່ານ​ຈະ[,] … ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”19

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຂອບ​ພຣະ​ໄທ​ສຳ​ລັບ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ໃນ​ຍຸກ​ສຸດ​ທ້າຍ ແລະ ຍິ່ງ​ໃຫຍ່ນີ້, ຍຸກ​ສະ​ໄໝ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂອງ​ປະ​ທານ ແລະ ພອນ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພຣະ​ກິດ​ຕິ​ຄຸນນັ້ນ ມີ​ຄວາມ​ໝາຍ​ຫລາຍ​ຕໍ່​ຂ້າ​ພະ​ເຈົ້າ—ທຸກ​ສິ່ງ—ສະ​ນັ້ນ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ສຳ​ລັບ​ສິ່ງ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້ “ເຮັດ​ຄຳສັນ​ຍາ​ທີ່ຕ້ອງ​ຮັກ​ສາ, ໄປຕໍ່​ຈັກ​ໜ່ອຍ​ກ່ອນ​ຊິ​ຫລັບ, ໄປ​ຕໍ່​ຈັກ​ໜ່ອຍ​ກ່ອນ​ຊິ​ຫລັບ.”20 ຂໍ​ໃຫ້​ເຮົາ​ຈົ່ງ​ມຸ້ງ​ໜ້າດ້ວຍ​ຄວາມ​ຮັກ​ຢູ່​ໃນ​ໃຈ, ເດີນ​ໄປ​ໃນ “ຄວາມ​ສະ​ຫວ່າງ​ຂອງ​ຄວາມ​ຫວັງ”21 ທີ່​ສ່ອງ​ແສງ​ໃຫ້​ເສັ້ນ​ທາງ​ແຫ່ງ​ຄວາມ​ຄາດ​ຫວັງ​ທີ່​ສັກ​ສິດ ທີ່​ເຮົາ​ໄດ້​ເດີນ​ຕາມເປັນ​ເວ​ລາ 200 ປີ​ມາແລ້ວ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອະ​ນາ​ຄົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ເປັນ​ພອນຢ່າງ​ຫລວງ​ຫລາຍດັ່ງ​ທີ່​ໄດ້​ເປັນ​ມາ​ໃນ​ອະ​ດີດ. ເຮົາ​ມີ​ທຸກ​ເຫດ​ຜົນ​ທີ່​ຈະ​ຫວັງ​ສຳ​ລັບ​ພອນ​ຕ່າງໆ ແມ່ນ​ແຕ່​ຍິ່ງ​ໃຫຍ່ກວ່າ​ທີ່​ເຮົາ​ໄດ້​ຮັບ​ມາ​ແລ້ວ, ເພາະ​ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ແຫ່ງ​ການ​ເປີດ​ເຜີຍ​ອັນຕໍ່​ເນື່ອງ, ນີ້​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ພຣະ​ຄຸນ ແລະ ພຣະ​ເມດ​ຕາ​ທີ່ບໍ່​ມີ​ຂີດ​ຈຳ​ກັດ​ຂອງ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງທຸກ​ສິ່ງເຫລົ່າ​ນີ້ ແລະ ຫລາຍ​ຢ່າງ​ອື່ນ​ອີກ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.