ໃຫ້ພິຈາລະນາພຣະກະລຸນາທິຄຸນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຈື່ຈຳໃນແຕ່ລະວັນເຖິງຄວາມຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ເຖິງສິ່ງທີ່ພວກພຣະອົງໄດ້ກະທຳເພື່ອທ່ານ.
ຕະຫລອດເວລາ, ແມ່ນແຕ່ ແລະ ໂດຍສະເພາະໃນຊ່ວງເວລາທີ່ຫຍຸ້ງຍາກ, ສາດສະດາໄດ້ຊຸກຍູ້ເຮົາໃຫ້ຈື່ຈຳພຣະກະລຸນາທິຄຸນຂອງພຣະເຈົ້າ ແລະ ໃຫ້ພິຈາລະນາສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາເປັນສ່ວນບຸກຄົນ, ເປັນຄອບຄົວ, ແລະ ເປັນກຸ່ມໃຫຍ່.1 ການຊີ້ນຳນີ້ມີຢູ່ຕະຫລອດທົ່ວພຣະຄຳພີ ແຕ່ເດັ່ນຊັດຢູ່ໃນພຣະຄຳພີມໍມອນ. ໜ້າວິເຄາະສະບັບອະທິບາຍວ່າ ໜຶ່ງໃນຈຸດປະສົງຂອງພຣະຄຳພີມໍມອນແມ່ນ “ເພື່ອສະແດງແກ່ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນວ່າ ພຣະຜູ້ເປັນເຈົ້າໄດ້ກະທຳສິ່ງທີ່ຍິ່ງໃຫຍ່ອັນໃດແດ່ເພື່ອບັນພະບຸລຸດຂອງພວກເຂົາ.”2 ຄຳສະຫລຸບຂອງພຣະຄຳພີມໍມອນແມ່ນລວມທັງຄຳຂໍຮ້ອງຂອງໂມໂຣໄນວ່າ: “ຈົ່ງເບິ່ງ, ຂ້າພະເຈົ້າຂໍແນະນຳທ່ານວ່າ ເມື່ອທ່ານອ່ານເລື່ອງເຫລົ່ານີ້ … ໃຫ້ທ່ານຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ, … ແລະ ໄຕ່ຕອງເລື່ອງນີ້ຢູ່ໃນໃຈທ່ານ.”3
ຄຳຂໍຮ້ອງທີ່ສະໝ່ຳສະເໝີຈາກສາດສະດາ ເພື່ອໃຫ້ສະທ້ອນຄິດເລື່ອງພຣະກະລຸນາທິຄຸນຂອງພຣະເຈົ້າແມ່ນໜ້າປະທັບໃຈ.4 ພຣະບິດາເທິງສະຫວັນຂອງເຮົາປະສົງໃຫ້ເຮົາຈື່ຈຳພຣະກະລຸນາທິຄຸນຂອງພຣະອົງ ແລະ ຂອງພຣະບຸດທີ່ຮັກຂອງພຣະອົງ, ບໍ່ແມ່ນເພື່ອຄວາມພໍພຣະໄທຂອງພວກພຣະອົງ, ແຕ່ແມ່ນເພື່ອຢາກໃຫ້ເຮົາຈື່ຈຳອິດທິພົນທີ່ພວກພຣະອົງມີຕໍ່ເຮົາ. ໂດຍການພິຈາລະນາຄວາມເມດຕາຂອງພວກພຣະອົງ, ທັດສະນະ ແລະ ຄວາມເຂົ້າໃຈຂອງເຮົາຈະຂະຫຍາຍອອກກວ້າງ. ໂດຍການສະທ້ອນຄິດເຖິງຄວາມເຫັນອົກເຫັນໃຈຂອງພວກພຣະອົງ, ເຮົາຈະຖ່ອມຕົວ, ອະທິຖານ, ແລະ ໝັ້ນຄົງຫລາຍກວ່າເກົ່າ.
ປະສົບການໜຶ່ງທີ່ເຈັບປວດຫລາຍຂອງອະດີດຄົນໄຂ້ ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນສຳລັບຄວາມເພື່ອແຜ່ ແລະ ຄວາມເຫັນອົກເຫັນໃຈ ທີ່ສາມາດປ່ຽນແປງເຮົາໄດ້. ໃນປີ 1987, ຂ້າພະເຈົ້າໄດ້ຮູ້ຈັກກັບຊາຍຄົນໜຶ່ງຊື່ ທອມມັສ ນຽວສັນ, ລາວເປັນຄົນດີ ຜູ້ຕ້ອງການປ່ຽນຫົວໃຈ. ລາວອາຍຸ 63 ປີ ແລະ ອາໄສຢູ່ເມືອງໂລແກນ, ລັດຢູທາ, ຢູ່ສະຫະລັດ. ຫລັງຈາກໄດ້ຮັບໃຊ້ໃນກອງທັບລະຫວ່າງສົງຄາມໂລກຄັ້ງທີສອງ, ລາວໄດ້ແຕ່ງງານກັບນາງ ດອນນາ ວິວເກສ໌ ຢູ່ໃນພຣະວິຫານໂລແກນ ຢູທາ. ລາວໄດ້ກາຍເປັນຊ່າງກໍ່ດິນຈີ່ທີ່ຂະຫຍັນ ແລະ ປະສົບຄວາມສຳເລັດ. ຫລາຍປີຕໍ່ມາ ລາວກໍມີຄວາມສຸກຫລາຍທີ່ໄດ້ທຳງານກັບຫລານຊາຍຄົນທຳອິດຂອງລາວຊື່, ຈອນນາຕັນ, ຕອນພັກແລ້ງ. ທັງສອງໄດ້ມີຄວາມຜູກພັນທີ່ແໜ້ນແຟ້ນເປັນພິເສດ, ເພາະ ທອມເຫັນວ່າທ້າວຈອນນາຕັນມີນິໄສໃຈຄໍຄືກັນກັບລາວ.
ທອມເຫັນວ່າການລໍຖ້າຫົວໃຈແມ່ນເປັນເລື່ອງລຳບາກຫລາຍ. ລາວເປັນຄົນໃຈຮ້ອນ. ແມ່ນຫຍັງກໍຕາມທີ່ລາວຕັ້ງເປົ້າໝາຍໄວ້ ລາວຈະເຮັດສຳເລັດທຸກເທື່ອ ຜ່ານທາງຄວາມຂະຫຍັນ ແລະ ຄວາມຕັ້ງໃຈທີ່ສຸດຂອງລາວ. ເມື່ອຫົວໃຈລົ້ມເຫລວ ແລະ ຕ້ອງລໍຖ້າ, ບາງເທື່ອ ທອມກໍໄດ້ຖາມຂ້າພະເຈົ້າວ່າ ຂ້າພະເຈົ້າໄດ້ເຮັດຫຍັງແດ່ເພື່ອເລັ່ງຂັ້ນຕອນໃຫ້ໄວຂຶ້ນກວ່າເກົ່າ. ໃນແບບຕະຫລົກ, ລາວໄດ້ແນະນຳວິທີທີ່ຂ້າພະເຈົ້າຈະສາມາດຊອກຫາຄົນບໍລິຈາກຫົວໃຈໃຫ້ລາວແບບໄວໆ.
ໃນມື້ໜຶ່ງທີ່ໜ້າຊື່ນຊົມ ແລະ ໜ້າໂສກເສົ້າ, ຫົວໃຈທີ່ເໝາະສົມສຳລັບທອມກໍມີຜູ້ບໍລິຈາກໃຫ້. ຂະໜາດ ແລະ ຊະນິດຂອງເລືອດກໍແບບດຽວກັນ, ແລະ ຜູ້ບໍລິຈາກເປັນຄົນໜຸ່ມ, ພຽງມີອາຍຸ 16 ປີເທົ່ານັ້ນ. ຫົວໃຈໜ່ວຍນັ້ນເປັນຂອງທ້າວຈອນນາຕັນ, ຫລານຊາຍທີ່ຮັກຂອງ ທອມນັ້ນເອງ. ໃນເຊົ້າມື້ນັ້ນ, ທ້າວຈອນນາຕັນໄດ້ຢູ່ໃນອຸປະຕິເຫດທີ່ຮ້າຍແຮງ ຖືກລົດໄຟຊົນລົດທີ່ລາວຂີ່ໄປນັ້ນ.
ເມື່ອຂ້າພະເຈົ້າໄດ້ໄປເວົ້າລົມກັບ ທອມ ແລະ ດອນນາຢູ່ໂຮງໝໍ, ເຂົາເຈົ້າກໍໂສກເສົ້າຫລາຍ. ມັນຍາກທີ່ຈະວາດພາບເຫັນສິ່ງທີ່ເຂົາເຈົ້າປະເຊີນຢູ່, ໂດຍທີ່ຮູ້ວ່າຊີວິດຂອງທອມຈະຍືນຍາວອອກໄປອີກ ໂດຍການໃຊ້ຫົວໃຈຂອງຫລານຊາຍ. ຕອນທຳອິດ, ເຂົາເຈົ້າໄດ້ປະຕິເສດທີ່ຈະຮັບເອົາຫົວໃຈຈາກພໍ່ແມ່ທີ່ໂສກເສົ້າຂອງທ້າວຈອນນາຕັນ, ຈາກລູກສາວ ແລະ ລູກເຂີຍຂອງເຂົາເຈົ້າ. ແຕ່ ທອມ ແລະ ດອນນາກໍໄດ້ຮູ້ວ່າ ສະໝອງຂອງທ້າວຈອນນາຕັນຕາຍແລ້ວ, ແລະ ເຂົ້າໃຈວ່າຄຳອະທິຖານຂອງເຂົາເຈົ້າ ທີ່ຂໍໃຫ້ມີຄົນບໍລິຈາກຫົວໃຈໃຫ້ທອມບໍ່ໄດ້ເຮັດໃຫ້ທ້າວຈອນນາຕັນຕາຍ. ແຕ່, ຫົວໃຈຂອງທ້າວຈອນນາຕັນເປັນຂອງຂວັນທີ່ສາມາດເປັນພອນໃຫ້ແກ່ທອມໃນເວລາທີ່ລາວຕ້ອງການ. ເຂົາເຈົ້າຮັບຮູ້ວ່າ ບາງສິ່ງທີ່ດີອາດເກີດຂຶ້ນຈາກເລື່ອງໂສກເສົ້ານີ້ ແລະ ກໍໄດ້ຕັດສິນໃຈຮັບເອົາຫົວໃຈ.
ການປ່ຽນຫົວໃຈກໍສຳເລັດໄປດ້ວຍດີ. ຫລັງຈາກນັ້ນ, ທອມກາຍເປັນຄົນໃໝ່. ການປ່ຽນແປງແມ່ນເກີນກວ່າການມີສຸຂະພາບດີຂຶ້ນ ຫລື ມີຄວາມຮູ້ບຸນຄຸນຫລາຍກວ່າເກົ່າ. ລາວໄດ້ບອກຂ້າພະເຈົ້າວ່າ ລາວໄດ້ຄິດກ່ຽວກັບທ້າວຈອນນາຕັນທຸກເຊົ້າ, ກ່ຽວກັບລູກສາວ ແລະ ລູກເຂີຍຂອງລາວ, ກ່ຽວກັບຂອງຂວັນທີ່ລາວໄດ້ຮັບ, ກ່ຽວກັບຈຸດປະສົງຂອງມັນ. ເຖິງແມ່ນວ່າຂ້າງໃນ ລາວຍັງເປັນຄົນຕະຫລົກຢູ່ ແລະ ຄວາມຕັ້ງໃຈຂອງລາວຍັງປະກົດໃຫ້ເຫັນຢູ່, ແຕ່ຂ້າພະເຈົ້າໄດ້ສັງເກດເຫັນວ່າ ທອມສຸກຂຸມ, ຮອບຄອບ, ແລະ ມີໃຈເມດຕາຫລາຍກວ່າເກົ່າ.
ທອມໄດ້ມີຊີວິດຢູ່ຕໍ່ 13 ປີ ຫລັງຈາກການປ່ຽນຫົວໃຈ, ຊຶ່ງເປັນໄປບໍ່ໄດ້ ຖ້າຫາກລາວບໍ່ໄດ້ຮັບຫົວໃຈໃໝ່. ຂ່າວມໍລະນະກຳຂອງລາວໄດ້ກ່າວວ່າ ປີເຫລົ່ານີ້ໄດ້ໃຫ້ລາວສຳພັດຊີວິດຂອງຄອບຄົວລາວ ແລະ ຄົນອື່ນໆດ້ວຍຄວາມເພື່ອແຜ່ ແລະ ຄວາມຮັກ. ລາວໄດ້ບໍລິຈາກເງິນ ແລະ ໄດ້ເປັນຕົວຢ່າງຂອງການມອງໂລກໃນແງ່ດີ ແລະ ເຖິງຄວາມຕັ້ງໃຈ.
ຄ້າຍຄືກັບທອມ, ເຮົາແຕ່ລະຄົນໄດ້ຮັບຂອງປະທານທີ່ເຮົາບໍ່ສາມາດຫາໃຫ້ຕົວເອງ, ເປັນຂອງປະທານຈາກພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ລວມທັງການໄຖ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.5 ເຮົາໄດ້ຮັບຊີວິດຢູ່ໃນໂລກນີ້; ເຮົາຈະໄດ້ຮັບຊີວິດທີ່ເປັນຕົວຕົນຫລັງຈາກຊີວິດນີ້, ແລະ ຄວາມລອດ ແລະ ຄວາມສູງສົ່ງນິລັນດອນ—ຖ້າຫາກເຮົາເລືອກເອົາມັນ—ທັງໝົດນີ້ ເພາະພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ.
ທຸກເທື່ອທີ່ເຮົາໃຊ້, ຮັບຜົນປະໂຫຍດຈາກ, ຫລື ແມ່ນແຕ່ຄິດກ່ຽວກັບຂອງປະທານເຫລົ່ານີ້, ເຮົາຄວນພິຈາລະນາການເສຍສະລະ, ຄວາມເພື່ອແຜ່, ແລະ ຄວາມເຫັນອົກເຫັນໃຈຂອງຜູ້ປະທານໃຫ້ເຮົາ. ການມີຄວາມຄາລະວະສຳລັບຜູ້ມອບໃຫ້ ແມ່ນເກີນກວ່າການມີຄວາມກະຕັນຍູເທົ່ານັ້ນ. ການສະທ້ອນຄິດເຖິງຂອງປະທານຂອງພວກພຣະອົງ ສາມາດ ແລະ ຄວນປ່ຽນແປງເຮົາ.
ການປ່ຽນແປງທີ່ໜ້າອັດສະຈັນແມ່ນເລື່ອງຂອງແອວມາຜູ້ເປັນລູກ. ຂະນະທີ່ແອວມາ “ທ່ຽວໄປເພື່ອກະບົດຕໍ່ພຣະເຈົ້າ,”6 ທູດອົງໜຶ່ງໄດ້ມາປະກົດ. ດ້ວຍສຽງຄືກັບວ່າ “ຟ້າຮ້ອງ,”7 ທູດໄດ້ກ່າວໂທດແອວມາ ສຳລັບການຂົ່ມເຫັງສາດສະໜາຈັກ ແລະ ສຳລັບການ “ລັກເອົາໃຈຂອງຜູ້ຄົນໄປ.”8 ທູດສະຫວັນຕື່ມຄຳແນະນຳນີ້ວ່າ: “ຈົ່ງໄປ ແລະ ຈົ່ງຈຳການເປັນຊະເລີຍຂອງບັນພະບຸລຸດຂອງເຈົ້າ …; ແລະ ຈົ່ງຈຳສິ່ງຍິ່ງໃຫຍ່ທີ່ [ພຣະເຈົ້າ] ໄດ້ກະທຳເພື່ອພວກເຂົາ.”9 ໃນທຸກຄຳແນະນຳ, ນັ້ນຄືສິ່ງທີ່ທູດໄດ້ກ່າວເນັ້ນ.
ແອວມາໄດ້ກັບໃຈ ແລະ ຈື່ຈຳ. ຕໍ່ມາ ເພິ່ນໄດ້ແບ່ງປັນຄຳແນະນຳຂອງທູດກັບພວກລູກຊາຍຂອງຮີລາມັນ. ແອວມາໄດ້ແນະນຳວ່າ, “ພໍ່ຢາກໃຫ້ລູກເຮັດດັ່ງທີ່ພໍ່ໄດ້ເຮັດມາແລ້ວ, ໃນການລະນຶກເຖິງການເປັນຊະເລີຍຂອງບັນພະບຸລຸດຂອງພວກເຮົາ; ເພາະພວກເຂົາເຫລົ່ານັ້ນຢູ່ໃນຄວາມເປັນທາດ, ແລະ ບໍ່ມີຜູ້ໃດຈະປົດປ່ອຍພວກເຂົາໄດ້ ນອກຈາກພຣະເຈົ້າຂອງອັບຣາຮາມ, … ອີຊາກ ແລະ… ຢາໂຄບ, ແລະ ພຣະອົງໄດ້ປົດປ່ອຍພວກເຂົາເຫລົ່ານັ້ນອອກຈາກຄວາມທຸກຂອງພວກເຂົາຢ່າງແນ່ນອນ.”10 ແອວມາໄດ້ກ່າວພຽງວ່າ, “ພໍ່ໄວ້ວາງໃຈໃນພຣະອົງ.”11 ແອວມາເຂົ້າໃຈວ່າໂດຍການຈື່ຈຳການປົດປ່ອຍຈາກຄວາມເປັນທາດ ແລະ ໄດ້ຮັບຄວາມຊ່ວຍເຫລືອລະຫວ່າງ “ໃນຄວາມທຸກນາໆປະການ,” ເຮົາມາຮູ້ຈັກພຣະເຈົ້າ ແລະ ຄວາມແນ່ນອນຂອງຄຳສັນຍາຂອງພຣະອົງ.12
ພວກເຮົາໜ້ອຍຄົນທີ່ເຄີຍປະສົບກັບເລື່ອງທີ່ໜ້າຕື່ນເຕັ້ນແບບແອວມາ, ແຕ່ການປ່ຽນແປງຂອງເຮົາສາມາດເລິກຊຶ້ງເທົ່າກັນໄດ້. ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາໃນສະໄໝບູຮານວ່າ:
“ເຮົາຈະໃຫ້ພວກເຈົ້າມີຄວາມຄິດ, ແລະ ຈິດໃຈໃໝ່, ເຮົາຈະເອົາຈິດໃຈດື້ດ້ານທີ່ແຂງດັ່ງຫີນໜີໄປ ແລະ ຈະເອົາຈິດໃຈ … , ເປັນເນື້ອໜັງທີ່ເຊື່ອຟັງໃຫ້ພວກເຈົ້າ.
“ເຮົາຈະເອົາຈິດວິນຍານຂອງເຮົາໃສ່ໃຫ້ພວກເຈົ້າ. …
“… ແລະ ພວກເຈົ້າຈະເປັນປະຊາຊົນຂອງເຮົາ, ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.”13
ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນໄດ້ບອກຊາວນີໄຟເຖິງວິທີທີ່ການປ່ຽນແປງນີ້ເລີ່ມຕົ້ນ ພຣະອົງໄດ້ບອກເຖິງລັກສະນະທີ່ສຳຄັນ ໃນແຜນຂອງພຣະບິດາເທິງສະຫວັນ ເມື່ອພຣະອົງກ່າວວ່າ:
“ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາ ເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ ຊັກນຳ ຄົນທັງຫລາຍມາຫາເຮົາ. …
“ແລະ ເປັນດ້ວຍເຫດນີ້ ເຮົາຈຶ່ງຖືກຍົກຂຶ້ນ; ສະນັ້ນ ຕາມອຳນາດຂອງພຣະບິດາ, ເຮົາຈຶ່ງຈະ ຊັກນຳ ຄົນທັງຫລາຍມາຫາເຮົາ.”14
ເຮັດແນວໃດທ່ານຈຶ່ງຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ? ໃຫ້ເຮົາມາພິຈາລະນາ ການທີ່ພຣະເຢຊູຄຣິດໄດ້ຍອມເຮັດຕາມພຣະປະສົງຂອງພຣະບິດາ, ໄດ້ຍອມຮັບເອົາໄຊຊະນະຈາກຄວາມຕາຍຂອງພຣະອົງ, ໄດ້ຮັບເອົາບາບ ແລະ ຄວາມຜິດພາດຂອງທ່ານ, ການທີ່ພຣະອົງໄດ້ຮັບອຳນາດຈາກພຣະບິດາແມ່ນເພື່ອຂໍຮ້ອງແທນທ່ານ, ແລະ ທຳການໄຖ່ອັນສຸດຍອດເພື່ອທ່ານ.15 ທຸກສິ່ງເຫລົ່ານີ້ຍັງບໍ່ພຽງພໍສຳລັບທ່ານທີ່ຈະເຂົ້າໃກ້ພຣະອົງບໍ? ມັນແມ່ນສຳລັບຂ້າພະເຈົ້າ. ພຣະເຢຊູຄຣິດ “ຢືນວາແຂນຢູ່, ດ້ວຍຄວາມຫວັງ ແລະ ຄວາມເຕັມພຣະໄທ ທີ່ຈະປິ່ນປົວ, ໃຫ້ອະໄພ, ຊຳລະລ້າງ, ຊູກຳລັງ, ເຮັດໃຫ້ [ທ່ານ ແລະ ຂ້າພະເຈົ້າ] ສະອາດ ແລະ ບໍລິສຸດ.”16
ຄວາມຈິງເຫລົ່ານີ້ຄວນມອບຫົວໃຈໜ່ວຍໃໝ່ໃຫ້ເຮົາ ແລະ ກະຕຸ້ນເຮົາໃຫ້ເລືອກທີ່ຈະຕິດຕາມພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ແຕ່ເຖິງແມ່ນດ້ວຍຫົວໃຈໜ່ວຍໃໝ່ ກໍຍັງ “ຫລົງຜິດໄປ, … ຈາກພຣະອົງທີ່ [ເຮົາ] ຮັກ.”17 ໃນການຕໍ່ຕ້ານຄວາມໂນ້ມອຽງນີ້, ເຮົາຄວນສະທ້ອນຄິດທຸກວັນກ່ຽວກັບຂອງປະທານທີ່ເຮົາໄດ້ຮັບ ແລະ ເຖິງຈຸດປະສົງຂອງມັນ. ກະສັດເບັນຢາມິນໄດ້ແນະນຳວ່າ, “ຂ້າພະເຈົ້າຍັງຢາກໃຫ້ພວກທ່ານຈື່ຈຳ, ແລະ ເກັບມັນໄວ້ໃນຄວາມຊົງຈຳສະເໝີເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ … ແລະ ພຣະກະລຸນາທິຄຸນ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ພວກທ່ານ.”18 ຖ້າຫາກເຮົາເຮັດແນວນັ້ນ, ເຮົາຈະເໝາະສົມສຳລັບພອນທີ່ປະເສີດຈາກສະຫວັນ.
ການສະທ້ອນຄິດເຖິງພຣະກະລຸນາທິຄຸນ ແລະ ຄວາມເມດຕາຂອງພຣະເຈົ້າ ຊ່ວຍເຮົາໃຫ້ຮັບຮູ້ທາງວິນຍານໄດ້ຫລາຍກວ່າເກົ່າ. ຜົນສະທ້ອນຄື, ການມີຄວາມຮູ້ສຶກໄວທາງວິນຍານຊ່ວຍເຮົາໃຫ້ຮູ້ຈັກຄວາມຈິງຂອງທຸກສິ່ງທັງປວງ ໂດຍອຳນາດຂອງພຣະວິນຍານບໍລິສຸດ.19 ສິ່ງນີ້ແມ່ນຮ່ວມດ້ວຍປະຈັກພະຍານເຖິງຄວາມຈິງແທ້ຂອງພຣະຄຳພີມໍມອນ; ໂດຍທີ່ຮູ້ວ່າພຣະເຢຊູຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ສ່ວນຕົວຂອງເຮົາ, ແລະ ຍອມຮັບວ່າພຣະກິດຕິຄຸນຂອງພຣະອົງໄດ້ຖືກຟື້ນຟູແລ້ວ ໃນຍຸກສຸດທ້າຍນີ້.20
ເມື່ອເຮົາຈື່ຈຳຄວາມຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະເຢຊູຄຣິດ ແລະ ເຖິງສິ່ງທີ່ພວກພຣະອົງໄດ້ກະທຳເພື່ອເຮົາ, ແລ້ວເຮົາຈະບໍ່ເອົາປຽບພວກພຣະອົງ, ດັ່ງທີ່ທອມບໍ່ໄດ້ເຮັດກັບຫົວໃຈຂອງທ້າວ ຈອນນາຕັນ. ໃນວິທີທີ່ໜ້າຊື່ນຊົມ ແລະ ດ້ວຍຄວາມຄາລະວະ, ທອມໄດ້ຈື່ຈຳແຕ່ລະວັນເຖິງຄວາມໂສກເສົ້າ ທີ່ໄດ້ຕໍ່ຊີວິດໃຫ້ລາວ. ໃນຄວາມຮູ້ສຶກຕື່ນເຕັ້ນທີ່ຮູ້ວ່າ ເຮົາສາມາດຖືກຊ່ວຍໃຫ້ລອດ ແລະ ຮັບຄວາມສູງສົ່ງ, ເຮົາຄວນຈື່ຈຳຄວາມລອດ ແລະ ຄວາມສູງສົ່ງທີ່ມາຈາກການເສຍສະລະອັນຍິ່ງໃຫຍ່ນັ້ນ.21 ເຮົາສາມາດຊື່ນຊົມດ້ວຍຄວາມຄາລະວະ ຂະນະທີ່ເຮົາຮັບຮູ້ວ່າ ປາດສະຈາກພຣະເຢຊູຄຣິດ, ເຮົາຈະໝົດຫວັງ ແຕ່ດ້ວຍພຣະອົງເຮົາຈະສາມາດໄດ້ຮັບຂອງປະທານອັນຍິ່ງໃຫຍ່ທີ່ສຸດ ທີ່ພຣະບິດາເທິງສະຫວັນສາມາດປະທານໃຫ້ເຮົາ.22 ແນ່ນອນ, ຄວາມຄາລະວະນີ້ຊ່ວຍເຮົາໃຫ້ຊື່ນຊົມກັບຄຳສັນຍາທີ່ວ່າ “ຊີວິດນິລັນດອນໃນໂລກນີ້” ແລະ ໃນທີ່ສຸດຮັບເອົາ “ຊີວິດນິລັນດອນ … ແມ່ນແຕ່ລັດສະໝີພາບທີ່ອະມະຕະ” ໃນໂລກທີ່ຈະມາເຖິງ.23
ເມື່ອເຮົາພິຈາລະນາພຣະກະລຸນາທິຄຸນຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະເຢຊູຄຣິດ, ເຮົາຈະມີຄວາມໄວ້ວາງໃຈໃນພວກພຣະອົງຫລາຍກວ່າເກົ່າ. ຄຳອະທິຖານຂອງເຮົາຈະປ່ຽນໄປ ເພາະເຮົາຮູ້ວ່າພຣະເຈົ້າຄືພຣະບິດາຂອງເຮົາ ແລະ ເຮົາເປັນລູກຂອງພຣະອົງ. ເຮົາຈະບໍ່ສະແຫວງຫາເພື່ອປ່ຽນພຣະປະສົງຂອງພຣະອົງ ແຕ່ຈະໃຫ້ຄວາມປະສົງຂອງເຮົາສອດຄ່ອງກັບພຣະປະສົງຂອງພຣະອົງ ແລະ ແນ່ໃຈກັບພອນຂອງເຮົາທີ່ພຣະອົງຢາກມອບໃຫ້ເຮົາ, ຊຶ່ງຂຶ້ນກັບຄຳຂໍຮ້ອງຂອງເຮົາທີ່ຢາກໄດ້ພອນເຫລົ່ານັ້ນ.24 ເຮົາຈະຢາກເປັນຄົນອ່ອນນ້ອມ, ບໍລິສຸດ, ໝັ້ນຄົງ, ແລະ ເປັນເໝືອນດັ່ງພຣະຄຣິດຫລາຍກວ່າເກົ່າ.25 ການປ່ຽນແປງເຫລົ່ານີ້ຈະຊ່ວຍເຮົາໃຫ້ເໝາະສົມກັບພອນຈາກສະຫວັນເພີ່ມເຕີມ.
ໂດຍການຮັບຮູ້ວ່າ ທຸກສິ່ງທຸກຢ່າງທີ່ດີມາຈາກພຣະເຢຊູຄຣິດ, ເຮົາຈະສື່ສານດ້ວຍສັດທາຢ່າງມີປະສິດທິພາບກັບຄົນອື່ນຫລາຍກວ່າເກົ່າ.26 ເຮົາຈະມີຄວາມກ້າຫານ ເມື່ອປະເຊີນກັບວຽກງານ ແລະ ສະຖານະການທີ່ເບິ່ງຄືວ່າເປັນໄປບໍ່ໄດ້.27 ເຮົາຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ການຕັດສິນໃຈຂອງເຮົາທີ່ຈະຮັກສາພັນທະສັນຍາທີ່ເຮົາໄດ້ເຮັດ ເພື່ອຕິດຕາມພຣະຜູ້ຊ່ວຍໃຫ້ລອດ.28 ເຮົາຈະເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ, ຢາກຊ່ວຍຄົນຂັດສົນໂດຍບໍ່ຕັດສິນ, ຮັກລູກໆຂອງເຮົາ ແລະ ລ້ຽງດູພວກເຂົາດ້ວຍຄວາມຊອບທຳ, ຮັບເອົາການໄຖ່ບາບຂອງເຮົາ, ແລະ ປິຕິຍິນດີສະເໝີ.29 ນີ້ຄືໝາກຜົນທີ່ໜ້າອັດສະຈັນໃຈຂອງການຈື່ຈຳພຣະກະລຸນາທິຄຸນ ແລະ ຄວາມເມດຕາຂອງພຣະເຈົ້າ.
ກົງກັນຂ້າມ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນວ່າ, “ບໍ່ມີສິ່ງໃດທີ່ມະນຸດຈະເຮັດໃຫ້ພຣະເຈົ້າຂຸ່ນເຄືອງ ຫລື ເຮັດໃຫ້ພຣະອົງພຣະພິໂລດຕໍ່ຜູ້ໃດ, ຍົກເວັ້ນແຕ່ຜູ້ທີ່ບໍ່ສາລະພາບວ່າພຣະຫັດຂອງພຣະອົງຢູ່ໃນທຸກສິ່ງທັງປວງ.”30 ຂ້າພະເຈົ້າບໍ່ຄິດວ່າ ພຣະເຈົ້າຖືກເຍາະເຍີ້ຍເມື່ອເຮົາລືມພຣະອົງ. ແຕ່, ຂ້າພະເຈົ້າຄິດວ່າພຣະອົງຜິດຫວັງໃນຕົວເຮົາຫລາຍທີ່ສຸດ. ພຣະອົງຮູ້ວ່າເຮົາກີດກັນຕົວເອງຈາກໂອກາດທີ່ຈະໄດ້ເຂົ້າໃກ້ພຣະອົງຫລາຍກວ່າເກົ່າ ໂດຍການຈື່ຈຳພຣະອົງ ແລະ ພຣະກະລຸນາທິຄຸນຂອງພຣະອົງ. ແລ້ວເຮົາຈະພາດໂອກາດທີ່ຈະໃຫ້ພຣະອົງເຂົ້າໃກ້ເຮົາ ແລະ ພາດທີ່ຈະໄດ້ຮັບພອນສະເພາະທີ່ພຣະອົງໄດ້ສັນຍາ.31
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຈື່ຈຳໃນແຕ່ລະວັນເຖິງຄວາມຍິ່ງໃຫຍ່ຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ເຖິງສິ່ງທີ່ພວກພຣະອົງໄດ້ກະທຳເພື່ອທ່ານ. ຂໍໃຫ້ການພິຈາລະນາຂອງທ່ານເລື່ອງພຣະກະລຸນາທິຄຸນຂອງພວກພຣະອົງ ຜູກມັດໃຈທີ່ຫລົງໄປຂອງທ່ານໄວ້ແໜ້ນຢູ່ກັບພວກພຣະອົງ.32 ຈົ່ງໄຕ່ຕອງກ່ຽວກັບຄວາມເຫັນອົກເຫັນໃຈຂອງພວກພຣະອົງ, ແລ້ວທ່ານຈະໄດ້ຮັບພອນດ້ວຍຄວາມຮູ້ສຶກໄວຕໍ່ທາງວິນຍານ ແລະ ກາຍເປັນເໝືອນດັ່ງພຣະຄຣິດຫລາຍກວ່າເກົ່າ. ການໄຕ່ຕອງກ່ຽວກັບຄວາມເຫັນອົກເຫັນໃຈຂອງພວກພຣະອົງ ຈະຊ່ວຍທ່ານໃຫ້ “ອົດທົນຢ່າງຊື່ສັດຈົນເຖິງທີ່ສຸດ,” ຈົນກວ່າທ່ານ “ຖືກຮັບເຂົ້າສູ່ສະຫວັນ” ເພື່ອ “ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ.”33
ພຣະບິດາເທິງສະຫວັນຂອງເຮົາ, ໂດຍທີ່ອ້າງເຖິງພຣະບຸດທີ່ຮັກຂອງພຣະອົງ, ໄດ້ກ່າວວ່າ, “ຈົ່ງຟັງທ່ານ!”34 ເມື່ອທ່ານເຮັດຕາມພຣະຄຳເຫລົ່ານີ້ ແລະ ເຊື່ອຟັງພຣະອົງ, ຈື່ຈຳ, ດ້ວຍຄວາມຊື່ນຊົມ ແລະ ດ້ວຍຄວາມຄາລະວະ, ວ່າພຣະຜູ້ຊ່ວຍໃຫ້ລອດມັກຟື້ນຟູສິ່ງທີ່ທ່ານບໍ່ສາມາດຟື້ນຟູ; ພຣະອົງມັກປິ່ນປົວບາດແຜທີ່ທ່ານບໍ່ສາມາດປິ່ນປົວ; ພຣະອົງມັກສ້ອມແປງສິ່ງທີ່ແຕກຫັກເກີນກວ່າທ່ານຈະສ້ອມແປງໄດ້;35 ພຣະອົງຊົດເຊີຍທຸກສິ່ງທີ່ບໍ່ຍຸດຕິທຳທີ່ໄດ້ເກີດກັບທ່ານ;36 ແລະ ພຣະອົງມັກສ້ອມແປງຫົວໃຈທີ່ແຕກຫັກໃຫ້ຫາຍດີຕະຫລອດໄປ.37
ຂະນະທີ່ຂ້າພະເຈົ້າສະທ້ອນຄິດກ່ຽວກັບຂອງປະທານຈາກພຣະບິດາເທິງສະຫວັນ ແລະ ຈາກພຣະເຢຊູຄຣິດ, ຂ້າພະເຈົ້າໄດ້ຮູ້ຈັກເຖິງຄວາມຮັກອັນເປັນນິດ ແລະ ຄວາມເຫັນອົກເຫັນໃຈທີ່ຫາອັນປຽບບໍ່ໄດ້ຂອງພວກພຣະອົງສຳລັບລູກໆຂອງພຣະບິດາເທິງສະຫວັນທຸກຄົນ.38 ຄວາມຮູ້ນີ້ໄດ້ປ່ຽນແປງຂ້າພະເຈົ້າ, ແລະ ມັນຈະປ່ຽນແປງທ່ານຄືກັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.