ການແບ່ງປັນຂ່າວສານແຫ່ງການຟື້ນຟູ ແລະ ການຟື້ນຄືນພຣະຊົນ
ການຟື້ນຟູເປັນຂອງຊາວໂລກ, ແລະ ຂ່າວສານຂອງມັນແມ່ນຮີບດ່ວນໂດຍສະເພາະໃນວັນເວລານີ້.
ຕະຫລອດກອງປະຊຸມໃຫຍ່ນີ້ພວກເຮົາໄດ້ກ່າວປາໄສ ແລະ ຮ້ອງເພງດ້ວຍຄວາມດີໃຈທີ່ຄຳທຳນາຍແຕ່ດົນນານໄດ້ສຳເລັດຄົບຖ້ວນແລ້ວ ທີ່ວ່າ “ເວລາທີ່ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່,”1 ກ່ຽວກັບການຮວບຮວມ “ສິ່ງສາລະພັດທັງມີຢູ່ໃນຟ້າສະຫວັນ ແລະ ແຜ່ນດິນໂລກໄວ້ໃນພຣະຄຣິດ,”2 ກ່ຽວກັບການກັບຄືນມາຂອງຄວາມສົມບູນແຫ່ງພຣະກິດຕິຄຸນ, ຖານະປະໂລຫິດ, ແລະ ສາດສະໜາຈັກຂອງພຣະເຢຊູຄຣິດຄືນມາສູ່ໂລກອີກ, ທຸກຢ່າງນີ້ພວກເຮົາຈະຈັດເປັນຫົວຂໍ້ວ່າ “ການຟື້ນຟູ.”
ແຕ່ວ່າ ການຟື້ນຟູບໍ່ແມ່ນສຳລັບແຕ່ພວກເຮົາທີ່ຊື່ນຊົມໃນວັນນີ້ເທົ່ານັ້ນ. ການເປີດເຜີຍຂອງພາບທີ່ມາໃຫ້ເຫັນຄັ້ງທຳອິດບໍ່ແມ່ນສຳລັບ ໂຈເຊັບ ສະມິດ ເທົ່ານັ້ນ ແຕ່ມີໄວ້ໃຫ້ສຳລັບຜູ້ໃດກໍຕາມທີ່ຕ້ອງການຄວາມສະຫວ່າງ ແລະ ຄວາມຈິງ, ຜູ້ທີ່ “ຂາດສະຕິປັນຍາ.”3 ພຣະຄຳພີມໍມອນເປັນຊັບສົມບັດຂອງມວນມະນຸດ. ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງຖານະປະໂລຫິດກໍຖືກກະກຽມໄວ້ແລ້ວສຳລັບທຸກຄົນ, ລວມທັງຜູ້ຄົນທີ່ບໍ່ມີຊີວິດຢູ່ໃນໂລກນີ້ອີກຕໍ່ໄປ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແລະ ພອນຂອງສາດສະໜາຈັກນັ້ນ ແມ່ນສຳລັບທຸກຄົນທີ່ຕ້ອງການສິ່ງເຫລົ່ານັ້ນ. ຂອງປະທານຂອງພຣະວິນຍານບໍລິສຸດ ແມ່ນມີໄວ້ສຳລັບທຸກຄົນແທ້ໆ. ການຟື້ນຟູເປັນຂອງຊາວໂລກ, ແລະ ຂ່າວສານຂອງມັນແມ່ນຮີບດ່ວນໂດຍສະເພາະໃນວັນເວລານີ້.
“ດັ່ງນັ້ນ, ມັນສຳຄັນພຽງໃດທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ຜູ້ອາໄສຂອງແຜ່ນດິນໂລກ ເພື່ອພວກເຂົາຈະໄດ້ຮູ້ວ່າ ບໍ່ມີເນື້ອໜັງໃດຈະຢູ່ໃນທີ່ປະທັບຂອງພຣະເຈົ້າໄດ້ ນອກຈາກເປັນຜ່ານພຣະຄຸນຄວາມດີ, ແລະ ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ ຜູ້ໄດ້ມອບຊີວິດຂອງພຣະອົງຕາມທາງແຫ່ງເນື້ອໜັງ ແລະ ຮັບເອົາມັນອີກໂດຍອຳນາດຂອງພຣະວິນຍານ, ເພື່ອພຣະອົງຈະໄດ້ເຮັດໃຫ້ເກີດການຟື້ນຄືນຊີວິດຂອງຄົນຕາຍ.”4
ນັບແຕ່ມື້ທີ່ ແຊມໂຍ ສະມິດ ນ້ອງຊາຍຂອງສາດສະດາ ໄດ້ເອົາພຣະຄຳພີມໍມອນທີ່ຫາກໍພິມອອກມາໃໝ່ຍັດໃສ່ຖົງ ແລະ ໄດ້ຍ່າງອອກເດີນທາງໄປແບ່ງປັນພຣະຄຳພີໃໝ່ນັ້ນ, ໄພ່ພົນທັງຫລາຍໄດ້ເຮັດວຽກຢ່າງບໍ່ຢຸດຢ່ອນ “ເພື່ອຢາກໃຫ້ຄົນທັງຫລາຍທີ່ອາໄສຢູ່ໃນໂລກຮູ້ຈັກກ່ຽວກັບສິ່ງເຫລົ່ານີ້.”
ໃນປີ 1920, ຕອນນັ້ນເປັນແອວເດີ ເດວິດ ໂອ ມິກເຄ ແຫ່ງກຸ່ມອັກຄະສາວົກສິບສອງ, ໄດ້ເລີ່ມການທ່ຽວຢ້ຽມຢາມເຂດເຜີຍແຜ່ຂອງສາດສະໜາຈັກເປັນເວລາໜຶ່ງປີ. ໃນເດືອນພຶດສະພາ ປີ 1921, ເພິ່ນຢືນຢູ່ໃນປ່າຊ້ານ້ອຍໆທີ່ເປັນຫລຸມຝັງສົບຂອງເດັກນ້ອຍສາມຄົນ, ຫລຸມສົບທີ່ໄດ້ຮັບການດູແລເປັນຢ່າງດີໃນເມືອງຟາກາລີອີ, ປະເທດຊາມົວ, ໃນຫລຸມສົບນັ້ນແມ່ນລູກສາວໜຶ່ງຄົນ ແລະ ລູກຊາຍສອງຄົນຂອງທ່ານໂທມັສ ແລະ ນາງ ແຊຣາ ຮິວເທິນ. ເດັກນ້ອຍພວກນີ້—ຜູ້ກົກມີອາຍຸສອງປີ—ຕາຍຕອນທີ່ໂທມັສ ແລະ ແຊຣາ ຮັບໃຊ້ເປັນຄູ່ສອນສາດສະໜາໜຸ່ມໃນທ້າຍສະໄໝປີ 1800.
ກ່ອນເພິ່ນເດີນທາງຈາກລັດຢູທາ, ແອວເດີ ມິກເຄ ໄດ້ສັນຍາກັບນາງແຊຣາ ທີ່ເປັນແມ່ໝ້າຍແລ້ວ, ວ່າ ເພິ່ນຈະໄປຢາມຫລຸມຝັງສົບຂອງລູກຂອງນາງທີ່ຢູ່ປະເທດຊາມົວ ເພາະວ່ານາງບໍ່ມີໂອກາດໄດ້ກັບຄືນໄປອີກເລີຍ. ແອວເດີ ມິກເຄ ໄດ້ຂຽນຈົດໝາຍຫານາງວ່າ, “ຊິດສະເຕີ ຮິວເທິນ ທີ່ຮັກແພງ, ລູກນ້ອຍສາມຄົນຂອງເຈົ້າໄດ້ສືບຕໍ່ເຮັດວຽກງານເຜີຍແຜ່ຂອງເຈົ້າຢ່າງງຽບໆ ແລະ ສົມກຽດ … ຊຶ່ງເຈົ້າໄດ້ເລີ່ມຕົ້ນເກືອບເປັນເວລາສາມສິບປີມາແລ້ວ.” ແລ້ວເພິ່ນໄດ້ເພີ່ມຄຳເວົ້າທີ່ເພິ່ນຂຽນເອງວ່າ:
ພວກເຂົາຕາຍຕາຫລັບ ຍ້ອນມືແຫ່ງຄວາມຮັກ,
ຍ້ອນມືແຫ່ງຄວາມຮັກ ຮ່າງນ້ອຍໆພວກເຂົາມີຄວາມສະຫງົບ,
ຫລຸມຝັງສົບອັນລຽບງ່າຍຂອງພວກເຂົາ ຖືກຕົບແຕ່ງຈາກຝີມືຂອງຄົນຕ່າງດ້າວ,
ຄົນແປກໜ້າໃຫ້ກຽດພວກເຂົາ, ແລະ ໂສກເສົ້າດ້ວຍ.5
ເລື່ອງນີ້ເປັນໜຶ່ງໃນຮ້ອຍໆ, ພັນເລື່ອງ, ທີ່ກ່າວເຖິງເວລາ, ການເຫັນຄຸນຄ່າ, ແລະ ການເສຍສະລະຊີວິດຊຶ່ງເກີດຂຶ້ນນານກວ່າ 200 ປີມາແລ້ວ ເພື່ອຈະແບ່ງປັນຂ່າວສານແຫ່ງການຟື້ນຟູ. ປະຈຸບັນນີ້ ຄວາມໄຝ່ຝັນຂອງພວກເຮົາຍັງບໍ່ຫລຸດໜ້ອຍລົງເທື່ອທີ່ຈະເຂົ້າເຖິງທຸກໆປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ເມື່ອເຫັນສະມາຊິກທີ່ເປັນຊາຍໜຸ່ມ, ຍິງໜຸ່ມ, ແລະ ຄູ່ສາມີພັນລະຍາຫລາຍສິບພັນຄົນທີ່ຮັບໃຊ້ວຽກງານເຜີຍແຜ່ເຕັມເວລາ, ຊຶ່ງໂດຍທົ່ວໄປແລ້ວ ເຂົາເຈົ້າເຮັດຕາມຄຳເຊື້ອເຊີນຂອງສາວົກຊື່ ຟີລີບ ໃຫ້ມາເບິ່ງ,6 ແລະ ໂດຍການໃຊ້ເງິນເປັນລ້ານໆໂດລາທຸກປີ ເພື່ອສະໜັບສະໜູນວຽກງານນີ້ຕະຫລອດທົ່ວໂລກ.
ໃນເມື່ອການເຊື້ອເຊີນຂອງພວກເຮົາບໍ່ແມ່ນການບັງຄັບ, ແຕ່ພວກເຮົາຫວັງວ່າ ຜູ້ຄົນຈະເຫັນວ່າມັນເປັນສິ່ງທີ່ໜ້າເຊື່ອຖືໄດ້. ເພື່ອສິ່ງນັ້ນຈະເປັນໄປ, ຂ້າພະເຈົ້າເຊື່ອວ່າຢ່າງໜ້ອຍຕ້ອງມີຂໍ້ຮຽກຮ້ອງສາມຂໍ້, ໜຶ່ງ, ຄວາມຮັກຂອງທ່ານ; ສອງ, ຕົວຢ່າງຂອງທ່ານ; ແລະ ສາມ, ການນຳໃຊ້ພຣະຄຳພີມໍມອນຂອງທ່ານ.
ການເຊື້ອເຊີນຂອງເຮົາບໍ່ຄວນເປັນເພາະຜົນປະໂຫຍດຂອງຕົນ; ແຕ່ມັນຕ້ອງເປັນການສະແດງອອກເຖິງຄວາມຮັກທີ່ບໍ່ເຫັນແກ່ຕົວ.7 ຄວາມຮັກນີ້, ທີ່ເປັນທີ່ຮູ້ກັນວ່າ ຄວາມໃຈບຸນ, ຄວາມຮັກອັນບໍລິສຸດຂອງພຣະຄຣິດ, ຊຶ່ງເຮົາໄດ້ມາລ້າໆ. ພວກເຮົາຖືກເຊື້ອເຊີນ, ແມ່ນແຕ່ຖືກບັນຊາ, ໃຫ້ “ອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ, ເພື່ອ [ພວກເຮົາ] ຈະເຕັມໄປດ້ວຍຄວາມຮັກນີ້.”8
ຍົກຕົວຢ່າງ, ຂ້າພະເຈົ້າຂໍເລົ່າເຖິງປະສົບການກ່ຽວກັບຊິດສະເຕີ ແລເນັດ ໂຮ ຊິງ, ຊຶ່ງປະຈຸບັນນີ້ກຳລັງຮັບໃຊ້ກັບສາມີຂອງນາງ, ປະທານແຟຣນຊິສ ໂຮ ຊິງ, ຜູ້ເປັນປະທານຂອງເຂດເຜີຍແຜ່ ຊາມົວ ອາເພຍ. ຊິດສະເຕີ ໂຮ ຊິງ ໄດ້ເລົ່າວ່າ:
“ຫລາຍປີມາແລ້ວ, ຄອບຄົວນ້ອຍຂອງພວກເຮົາໄດ້ຍ້າຍໄປຢູ່ເຮືອນຫລັງນ້ອຍໆຫລັງໜຶ່ງ ໃນເມືອງລາອີເອ, ລັດຮາວາຍ. ລານຈອດລົດຢູ່ບ້ານພວກເຮົາ ຖືກດັດແປງເປັນສະຕູດີໂອ ອາພາດເມັ້ນ ໃຫ້ຊາຍຜູ້ໜຶ່ງຊື່ ໂຈນາທັນ ຢູູ່. ໂຈນາທັນເຄີຍເປັນເພື່ອນບ້ານຂອງພວກເຮົາຢູ່ບ້ານເກົ່າ. ຮູ້ສຶກຄືກັນກັບວ່າ ມັນບໍ່ແມ່ນຄວາມບັງເອີນທີ່ພຣະເຈົ້າໄດ້ນຳພວກເຮົາມາຢູ່ນຳກັນ, ພວກເຮົາຕັດສິນໃຈເປີດໃຈກ່ຽວກັບກິດຈະກຳ ແລະ ການເປັນສະມາຊິກໂບດຂອງພວກເຮົາໃຫ້ລາວຮູ້. ໂຈນາທັນ ມີມິດຕະພາບທີ່ດີກັບຄອບຄົວພວກເຮົາ ແລະ ມັກມາຫລິ້ນກັບຄອບຄົວພວກເຮົາ. ລາວມັກຮຽນກ່ຽວກັບພຣະກິດຕິຄຸນ, ແຕ່ລາວບໍ່ສົນໃຈເລື່ອງສາດສະໜາຈັກ.
“ຕໍ່ມາ, ລູກຂອງພວກເຮົາກໍໃສ່ຊື່ຫລິ້ນໃຫ້ລາວວ່າ ‘ລຸງ ໂຈນາທັນ’. ເມື່ອຄອບຄົວຂອງພວກເຮົາຂະຫຍາຍໃຫຍ່ອອກ, ໂຈນາທັນກໍສົນໃຈໃນເຫດການຕ່າງໆຂອງພວກເຮົາ. ພວກເຮົາໄດ້ເຊື້ອເຊີນລາວມາຮ່ວມພາຕີ້ໃນມື້ພັກ, ງານວັນເກີດ, ກິດຈະກຳໂຮງຮຽນ, ແລະ ກິດຈະກຳຂອງສາດສະໜາຈັກ ທີ່ຮ່ວມທັງການສັງສັນໃນຕອນແລງ ແລະ ການຮັບບັບຕິສະມາຂອງລູກໆຂອງພວກເຮົາ.
“ມື້ໜຶ່ງຂ້າພະເຈົ້າໄດ້ຮັບໂທລະສັບຈາກໂຈນາທັນ. ລາວຕ້ອງການຄວາມຊ່ວຍເຫລືອ. ລາວເປັນເບົາຫວານ ແລະ ຕີນລາວກໍອັກເສບແຮງຈົນວ່າຕ້ອງໄດ້ຕັດອອກເພື່ອຊ່ວຍຊີວິດລາວໄວ້. ຄອບຄົວຂອງພວກເຮົາ ແລະ ສະມາຊິກຫວອດແຖວນັ້ນໄດ້ຊ່ວຍເຫລືອລາວໃນຍາມຍາກລຳບາກນັ້ນ. ພວກເຮົາປ່ຽນຜຽນກັນໄປຫາລາວຢູ່ໂຮງໝໍ, ແລະ ກໍມີການໃຫ້ພອນຖານະປະໂລຫິດແກ່ລາວ. ເມື່ອໂຈນາທັນຢູ່ບ່ອນພັກຟື້ນ, ເອື້ອຍນ້ອງສະຕີສົງເຄາະ, ໄດ້ຊ່ວຍກັນເຮັດຄວາມສະອາດບ້ານຂອງລາວ. ອ້າຍນ້ອງຖານະປະໂລຫິດໄດ້ສ້າງທາງຂຶ້ນຫາປະຕູ ແລະ ເຮັດຮາວຈັບໃນຫ້ອງນ້ຳໃຫ້ລາວ. ເມື່ອໂຈນາທັນກັບມາຮອດບ້ານ, ລາວມີຄວາມຕື້ນຕັນໃຈຫລາຍ.
“ໂຈນາທັນໄດ້ເລີ່ມຮຽນບົດຮຽນຈາກຜູ້ສອນສາດສະໜາອີກ. ອາທິດກ່ອນວັນປີໃໝ່, ລາວໄດ້ໂທມາ ແລະ ຖາມຂ້າພະເຈົ້າວ່າ, ‘ເຈົ້າຈະເຮັດຫຍັງໃນຕອນແລງກ່ອນວັນປີໃໝ່?’ ຂ້າພະເຈົ້າເຕືອນລາວວ່າເຮົາມີພາຕີ້ປະຈຳປີ. ແຕ່, ລາວຕອບວ່າ, ‘ຂ້ອຍຢາກໃຫ້ເຈົ້າມາພີທີບັບຕິສະມາຂອງຂ້ອຍ! ຂ້ອຍຢາກເລີ່ມປີໃໝ່ໃຫ້ຖືກຕ້ອງ.’ ຫລັງຈາກ 20 ປີ ແຫ່ງການ ‘ມາເບິ່ງ,’ ‘ມາຊ່ວຍ,’ ແລະ ‘ມາຢູ່,’ ຊາຍທີ່ດີຄົນນີ້ ພ້ອມແລ້ວທີ່ຈະຮັບບັບຕິສະມາ.
ໃນປີ 2018, ເມື່ອພວກເຮົາຖືກເອີ້ນໃຫ້ໄປເປັນປະທານເຜີຍແຜ່, ສູຂະພາບຂອງໂຈນາທັນກໍຊຸດໂຊມລົງ. ພວກເຮົາຂໍໃຫ້ລາວເຂັ້ມແຂງໄວ້ ຖ້າພວກເຮົາກັບມາ. ລາວຖ້າເກືອບຮອດປີ, ແຕ່ພຣະຜູ້ເປັນເຈົ້າຕຽມໃຫ້ລາວກັບບ້ານແລ້ວ. ລາວເສຍຊີວິດຢ່າງສະຫງົບໃນເດືອນເມສາ ປີ 2019. ລູກສາວຂອງພວກເຮົາໄດ້ໄປງານສົ່ງສະການ ‘ຂອງລຸງ ໂຈນາທັນ’ ແລະ ພວກເຂົາໄດ້ຮ້ອງເພງດຽວກັນກັບຕອນທີ່ຮ້ອງຢູ່ພິທີບັບຕິສະມາຂອງລາວ.”
ຂ້າພະເຈົ້າຂໍແນະນຳທ່ານຕໍ່ຂໍ້ກຳນົດຢ່າງທີສອງສຳລັບການແບ່ງປັນຂ່າວສານແຫ່ງການຟື້ນຟູໃຫ້ສຳເລັດ ດ້ວຍການຖາມຄຳຖາມນີ້ວ່າ: ແມ່ນຫຍັງຈະເຮັດໃຫ້ການເຊື້ອເຊີນຂອງທ່ານຈູງໃຈຄົນບາງຄົນໄດ້? ບໍ່ແມ່ນທ່ານເອງ, ຕົວຢ່າງໃນຊີວິດຂອງທ່ານບໍ? ຫລາຍຄົນທີ່ໄດ້ຍິນ ແລະ ຮັບເອົາຂ່າວສານແຫ່ງການຟື້ນຟູ ໄດ້ສົນໃຈແຕ່ຕອນທຳອິດ ຍ້ອນສິ່ງທີ່ເຂົາເຈົ້າຮູ້ກ່ຽວກັບສະມາຊິກ ຫລື ຈາກສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ. ມັນອາດແມ່ນຍ້ອນສິ່ງທີ່ເຂົາເຈົ້າເຮັດກັບຄົນອື່ນ, ເຊັ່ນຄຳເວົ້າຈາ, ການສະແດງຄວາມໝັ້ນຄົງຕໍ່ສະຖານະການຕ່າງໆ, ຫລື ຍ້ອນນິໄສໃຈຄໍຂອງເຂົາເຈົ້າ.9
ບໍ່ວ່າອາດເປັນສິ່ງໃດກໍຕາມ, ເຮົາບໍ່ສາມາດໜີຈາກຄວາມຈິງທີ່ພວກເຮົາຕ້ອງເຂົ້າໃຈ ແລະ ດຳລົງຊີວິດຕາມຫລັກທຳແຫ່ງພຣະກິດຕິຄຸນທີ່ຖືກຟື້ນຟູໃຫ້ດີທີ່ສຸດ ເພື່ອໃຫ້ການເຊື້ອເຊີນຂອງເຮົາຈູງໃຈຄົນອື່ນໄດ້. ມັນແມ່ນສິ່ງທີ່ພວກເຮົາເອີ້ນໃນປະຈຸບັນວ່າຄວາມຈິງແທ້. ຖ້າມີຄວາມຮັກຂອງພຣະເຈົ້າສະຖິດຢູ່ກັບເຮົາ, ຄົນອື່ນຈະຮູ້ໄດ້ວ່າຄວາມຮັກຂອງເຮົາທີ່ມີຕໍ່ເຂົາເຈົ້ານັ້ນແມ່ນຈິງແທ້. ຖ້າຫາກເຮົາມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດຢູ່ໃນໃຈ, ມັນຈະເຮັດໃຫ້ຄວາມສະຫວ່າງຂອງພຣະຄຣິດຢູ່ໃນໃຈເຂົາເຈົ້າສ່ອງແສງຂຶ້ນມາອີກ.10 ສິ່ງທີ່ທ່ານເປັນຢູ່ ເຮັດໃຫ້ຄົນເຫັນການເຊື້ອເຊີນອັນແທ້ຈິງຂອງທ່ານ ທີ່ໃຫ້ເຂົາເຈົ້າມາມີປະສົບການ ຄວາມຊື່ນຊົມອັນຂອງຄວາມສົມບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຂໍ້ກຳນົດທີສາມທີ່ຈະອ້າງເຖິງແມ່ນການນຳໃຊ້ອຸປະກອນແຫ່ງການປ່ຽນໃຈເຫລື້ອມໃສ ທີ່ພຣະເຈົ້າໃຫ້ເຮົາມາ ສຳລັບຍຸກສະໄໝສຸດທ້າຍແຫ່ງພຣະກິດຕິຄຸນ, ນັ້ນຄື ພຣະຄຳພີມໍມອນ. ມັນເປັນຫລັກຖານທີ່ຊັດເຈນເຖິງການເອີ້ນຂອງ ໂຈເຊັບ ສະມິດ ໃຫ້ເປັນສາດສະດາ ແລະ ເປັນຫລັກຖານເຖິງຄວາມເປັນພຣະເຈົ້າ ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ. ການເປີດເຜີຍເຖິງແຜນແຫ່ງການໄຖ່ຂອງພຣະບິດາເທິງສະຫວັນແມ່ນບໍ່ມີຫຍັງມາເທົ່າທຽມໄດ້. ເມື່ອທ່ານແບ່ງປັນພຣະຄຳພີມໍມອນ, ທ່ານກໍແບ່ງປັນການຟື້ນຟູ.
ຕອນທ້າວເຈຊັນ ໂອນເຊິນ ເປັນໄວລຸ້ນ, ຄອບຄົວ ແລະ ຄົນອື່ນໆໄດ້ເຕືອນລາວຊ້ຳແລ້ວຊ້ຳອີກວ່າບໍ່ໃຫ້ເປັນຄົນຄຣິສຕຽນເດີ. ລາວມີໝູ່ທີ່ດີສອງຄົນ, ແຕ່ວ່າ, ເຂົາເຈົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ແລະ ເຂົາເຈົ້າມັກເວົ້າລົມເລື່ອງສາດສະໜາກັບລາວເລື້ອຍໆ. ໝູ່ຂອງລາວທີ່ຊື່ ເຊ ແລະ ເດບ, ໄດ້ຕອບໂຕ້ຢ່າງໃຫ້ກຽດຕໍ່ຄຳເວົ້າຂອງໝູ່ຂອງທ້າວເຈຊັນ ທີ່ຫ້າມລາວບໍ່ໃຫ້ເຊື່ອໃນພຣະເຢຊູ. ໃນທີ່ສຸດ, ເຂົາເຈົ້າໄດ້ເອົາພຣະຄຳພີມໍມອນໃຫ້ລາວ, ແລະ ເວົ້າວ່າ, “ປຶ້ມນີ້ຈະຕອບຂໍ້ຂ້ອງໃຈຂອງເຈົ້າ. ລອງອ່ານເບິ່ງເດີ.” ລາວຮັບປຶ້ມນັ້ນໄປຢ່າງລັງເລໃຈ ແລະ ເອົາມັນຍັດໃສ່ໃນຖົງເປ້, ແລະ ປະມັນໄວ້ໃນຫັ້ນເປັນເວລາຫລາຍເດືອນ. ລາວບໍ່ຢາກປະມັນໄວ້ຢູ່ເຮືອນ ເພາະຢ້ານຄອບຄົວລາວເຫັນ, ແລະ ລາວກໍບໍ່ຢາກຄືນປຶ້ມນັ້ນເພາະຢ້ານເຊ ແລະ ເດບ ຜິດຫວັງ. ໃນທີ່ສຸດ, ລາວຕັດບັນຫາວ່າຈະເຜົາປຶ້ມນັ້ນ.
ຄືນໜຶ່ງ, ລາວຈັບໄຟແຊ໋ກໄວ້ໃນມືໜຶ່ງ ແລະ ອີກມືໜຶ່ງຖືປຶ້ມພຣະຄຳພີມໍມອນໄວ້, ລາວກຳລັງຈະເຜົາປຶ້ມນັ້ນ ເມື່ອລາວໄດ້ຍິນສຽງໃນໃຈວ່າ, “ຢ່າເຜົາປຶ້ມເຮົາເດີ.” ລາວຕົກໃຈ, ລາວເລີຍຢູດຊະງັກ. ຕໍ່ມາ, ລາວຄິດວ່າຕົນເອງມະໂນໄປຊື່ໆ, ລາວພະຍາຍາມທີ່ຈະຈູດໄຟອີກ. ອີກເທື່ອໜຶ່ງ, ກໍໄດ້ຍິນສຽງໃນໃຈອີກ ບອກວ່າ: “ໄປຫ້ອງຂອງເຈົ້າ ແລ້ວ ອ່ານປຶ້ມຂອງເຮົາ.” ເຈຊັນໄດ້ເອົາໄຟແຊ໋ກໄປມ້ຽນ, ແລ້ວຍ່າງໄປຫ້ອງນອນ, ເປີດພຣະຄຳພີມໍມອນ, ແລ້ວ ເລີ່ມອ່ານ. ລາວອ່ານເປັນເວລາຫລາຍມື້ຕໍ່ກັນ, ຫລາຍເທື່ອອ່ານຈົນເດິກດື່ນຮອດເຊົ້າ. ເມື່ອເຈຊັນອ່ານຮອດຕອນສຸດທ້າຍ ແລ້ວອະທິຖານ, ລາວຂຽນວ່າ, “ຂ້ອຍຮູ້ສຶກເຖິງ ພຣະວິນຍານຕັ້ງແຕ່ຫົວຮອດຕີນ. … ຂ້ອຍຮູ້ສຶກເຕັມໄປດ້ວຍແສງສະຫວ່າງ. … ມັນແມ່ນປະສົບການທີ່ຂ້ອຍດີໃຈທີ່ສຸດທີ່ເຄີຍມີໃນຊີວິດ.” ລາວຫາທາງຮັບບັບຕິສະມາ ແລະ ຕໍ່ມາລາວກໍໄດ້ກາຍເປັນຜູ້ສອນສາດສະໜາ.
ມັນອາດແນ່ນອນຢູ່ແລ້ວວ່າ ເຖິງຈະມີຄວາມຮັກ ແລະ ຈິງໃຈ, ຕໍ່ຫລາຍຄົນ, ຫລື ວ່າບໍ່ແມ່ນເກືອບທຸກຄົນ, ທີ່ເຮົາເຊື້ອເຊີນໃຫ້ມາຟັງຂ່າວສານແຫ່ງການຟື້ນຟູຈະປະຕິເສດເຮົາ. ແຕ່ຈົ່ງຈຳໄວ້ວ່າ: ທຸກຄົນສົມຄວນຈະຖືກເຊີນ—“ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ”;11 ພຣະຜູ້ເປັນເຈົ້າພໍພຣະໄທໃນຄວາມພະຍາຍາມຂອງເຮົາທຸກຢ່າງ, ບໍ່ວ່າຜົນຮັບຈະເປັນແນວໃດ; ການປະຕິເສດຕໍ່ການເຊື້ອເຊີນ ບໍ່ແມ່ນເຫດຜົນທີ່ເຮົາຈະຕັດຂາດຄວາມສຳພັນຂອງເຮົາ; ແລະ ຄົນທີ່ບໍ່ສົນໃຈໃນມື້ນີ້ ອາດສົນໃຈໃນມື້ອື່ນ. ເຖິງຢ່າງໃດກໍດີ, ຄວາມັກຂອງເຮົາກໍຍັງຄົງຢູ່ເໝືອນເດີມ.
ຂໍໃຫ້ເຮົາຢ່າລືມວ່າ ການຟື້ນຟູໄດ້ມີມາຈາກປະສົບການ ແລະ ການເສຍສະລະອັນຍິ່ງໃຫຍ່. ນັ້ນກໍເປັນຫົວຂໍ້ສຳລັບເວລາອື່ນ. ທຸກວັນນີ້ເຮົາຊື່ນຊົມໃນໝາກຜົນຂອງການຟື້ນຟູ, ຊຶ່ງເລື່ອງມະຫັດສະຈັນຢ່າງໜຶ່ງກໍຄືວ່າ ອຳນາດທີ່ຈະຜູກມັດນັ້ນກໍມີຢູ່ເທິງໂລກອີກຄັ້ງ.12 ດັ່ງທີ່ປະທານກໍດອນ ບີ ຮິງລີ ໄດ້ກ່າວເມື່ອຫລາຍປີກ່ອນ ວ່າ, “ຖ້າບໍ່ມີຫຍັງເລີຍອອກມາຈາກຄວາມໂສກເສົ້າ ແລະ ວຽກງານ ແລະ ຄວາມເຈັບປວດຂອງການຟື້ນຟູ ຍົກເວັ້ນແຕ່ອຳນາດແຫ່ງການຜະນຶກຂອງຖານະປະໂລຫິດທີ່ສັກສິດ ເພື່ອຈະຜູກມັດຄອບຄົວເຂົ້າກັນຕະຫລອດໄປ, ມັນກໍຈະກຸ້ມຄ່າຢູ່ແລ້ວ.”13
ຄຳສັນຍາທີ່ສູງສຸດແຫ່ງການຟື້ນຟູ ແມ່ນການໄຖ່ຜ່ານທາງພຣະເຢຊູຄຣິດ. ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດແມ່ນສິ່ງພິສູດວ່າ, ແນ່ນອນ, ພຣະອົງ, ມີອຳນາດ ເພື່ອຈະໄຖ່ໝົດທຸກຄົນທີ່ມາຫາພຣະອົງ—ໄຖ່ເຂົາເຈົ້າຈາກຄວາມເສົ້າໂສກ, ຄວາມບໍ່ທ່ຽງທຳ, ຄວາມເສຍໃຈ, ຄວາມບາບ, ແລະ ແມ່ນແຕ່ຄວາມຕາຍ. ມື້ນີ້ແມ່ນວັນອາທິດບຸນກ້ານຕານ; ໜຶ່ງອາທິດຈາກມື້ນີ້ແມ່ນບຸນອີດສະເຕີ. ພວກເຮົາຈື່ໄດ້, ພວກເຮົາຈື່ໄດ້ສະເໝີ, ການທໍລະມານ ແລະ ການສິ້ນພຣະຊົນຂອງພຣະຄຣິດ ແມ່ນເພື່ອໄຖ່ບາບໃຫ້ເຮົາ, ແລະ ພວກເຮົາສະເຫລີມສະຫລອງວັນທີ່ດີເລີດວັນອາທິດເຫລົ່ານັ້ນ, ວັນຂອງພຣະຜູ້ເປັນເຈົ້າ, ວັນທີ່ພຣະອົງຟື້ນຈາກຄວາມຕາຍ. ເປັນເພາະການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ການຟື້ນຟູຈຶ່ງມີຄວາມໝາຍ, ຊີວິດມະຕະຂອງເຮົາຈຶ່ງມີຄວາມໝາຍ, ແລະ ໃນທີ່ສຸດ ການເປັນຢູ່ຂອງເຮົາກໍມີຄວາມໝາຍ.
ໂຈເຊັບ ສະມິດ, ຜູ້ເປັນສາດສະດາທີ່ຍິ່ງໃຫຍ່ແຫ່ງການຟື້ນຟູ, ໄດ້ກ່າວເປັນພະຍານລວມທັງໝົດສຳລັບວັນເວລາຂອງເຮົາ ເຖິງພຣະຄຣິດຜູ້ຊົງພຣະຊົນວ່າ: “ພຣະອົງຊົງພຣະຊົນ! ເພາະພວກເຮົາ ໄດ້ເຫັນພຣະອົງ, ແມ່ນແຕ່ຢູ່ທາງເບື້ອງຂວາພຣະຫັດຂອງ ພຣະເຈົ້າ.”14 ຂ້າພະເຈົ້າຂໍເພີ່ມພະຍານຂອງຂ້າພະເຈົ້າດ້ວຍຄວາມຖ່ອມຕົວໃສ່ກັບພະຍານຂອງໂຈເຊັບ ແລະ ອັກຄະສາວົກ ແລະ ສາດສະດາກ່ອນເພິ່ນ ແລະ ອັກຄະສາວົກ ແລະ ສາດສະດາທີ່ມານຳຫລັງເພິ່ນວ່າ, ພຣະເຢຊູແຫ່ງນາຊາເຣັດ ເປັນພຣະເມຊີອາ ທີ່ໄດ້ສັນຍາໄວ້, ເປັນພຣະບຸດອົງດຽວຂອງພຣະເຈົ້າ, ແລະ ພຣະຜູ້ໄຖ່ທີ່ຟື້ນຄືນພຣະຊົນຂອງມວນມະນຸດ.
“ພວກເຮົາຢືນຢັນວ່າ ຜູ້ທີ່ສຶກສາຂ່າວສານເລື່ອງການຟື້ນຟູດ້ວຍການອະທິຖານ ແລະ ກະທຳຕາມດ້ວຍສັດທາ ຈະໄດ້ຮັບພອນ ໂດຍການເປັນພະຍານເຖິງຈຸດປະສົງອັນສູງສົ່ງຂອງມັນ ເພື່ອກະກຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ທີ່ສັນຍາໄວ້.”15 ການຟື້ນຄືນພຣະຊົນຂອງພຣະຄຣິດເຮັດໃຫ້ຄຳສັນຍາຂອງພຣະອົງແນ່ນອນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.