ຈົ່ງມາຫາພຣະຄຣິດ—ດຳລົງຊີວິດໃນຖານະໄພ່ພົນຍຸກສຸດທ້າຍ
ເຮົາກໍສາມາດເຮັດສິ່ງທີ່ຫຍຸ້ງຍາກ ແລະ ຊ່ວຍຄົນອື່ນໃຫ້ເຮັດຄືກັນ, ເພາະເຮົາຮູ້ວ່າ ເຮົາສາມາດໄວ້ວາງໃຈຜູ້ໃດ.
ຂໍຂອບໃຈ, ແອວເດີ ໂຊອາເຣສ໌, ສຳລັບປະຈັກພະຍານທີ່ມີພະລັງ ແລະ ຂອງສາດສະດາເຖິງພຣະຄຳພີມໍມອນ. ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ມີໂອກາດພິເສດ ທີ່ໄດ້ຈັບບາຍຕົ້ນສະບັບຂອງພຣະຄຳພີມໍມອນໃບໜຶ່ງ. ຢູ່ໃນໃບນີ້ໂດຍສະເພາະ, ເປັນເທື່ອທຳອິດໃນສະໄໝນີ້, ຖ້ອຍຄຳທີ່ກ້າຫານຂອງນີໄຟໄດ້ຖືກບັນທຶກໄວ້ວ່າ: “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ ເພາະເຮົາຮູ້ວ່າພຣະຜູ້ເປັນເຈົ້າຈະບໍ່ໃຫ້ພຣະບັນຍັດກັບລູກຫລານມະນຸດ ນອກຈາກພຣະອົງຈະຕຽມທາງໄວ້ໃຫ້ເຂົາ ເພື່ອເຂົາຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາເຂົາ.”1
ຂະນະທີ່ຂ້າພະເຈົ້າຈັບໃບນີ້ຢູ່, ຂ້າພະເຈົ້າເຕັມໄປດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເຫລືອສຳລັບຄວາມພະຍາຍາມຂອງໂຈເຊັບ ສະມິດ ຜູ້ອາຍຸ 23 ປີ, ທີ່ໄດ້ແປພຣະຄຳພີມໍມອນ ໂດຍ “ຂອງປະທານ ແລະ ໂດຍອຳນາດຂອງພຣະເຈົ້າ.”2 ຂ້າພະເຈົ້າຍັງຮູ້ບຸນຄຸນນຳອີກສຳລັບຖ້ອຍຄຳທີ່ຊາຍໜຸ່ມນີໄຟ, ຜູ້ໄດ້ຖືກຂໍໃຫ້ເຮັດວຽກງານທີ່ຫຍຸ້ງຍາກ ໃນການໄປເອົາແຜ່ນຈາລຶກທອງເຫລືອງຈາກລາບານ.
ນີໄຟໄດ້ຮູ້ວ່າ ຖ້າຫາກເພິ່ນເອົາໃຈໃສ່ຕໍ່ພຣະຜູ້ເປັນເຈົ້າສະເໝີ, ເພິ່ນຈະປະສົບຄວາມສຳເລັດໃນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ບັນຊາເພິ່ນ. ເພິ່ນໄດ້ຍຶດໝັ້ນໃນຄວາມເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດ ຕະຫລອດຊີວິດຂອງເພິ່ນ ແມ່ນແຕ່ຕອນທີ່ເພິ່ນໄດ້ຮັບທຸກທໍລະມານກັບການລໍ້ລວງ, ການທົດລອງທາງຮ່າງກາຍ, ແລະ ແມ່ນແຕ່ຖືກກະບົດຕໍ່ໂດຍບາງຄົນໃນຄອບຄົວປະຈຸບັນຂອງເພິ່ນ.
ນີໄຟໄດ້ຮູ້ວ່າເພິ່ນສາມາດໄວ້ວາງໃຈຜູ້ໃດ.3 ບໍ່ດົນຫລັງຈາກໄດ້ຮ້ອງອອກມາວ່າ, “ໂອ້ ຄົນຕ່ຳຕ້ອຍຢ່າງຂ້າພະເຈົ້າ! ແທ້ຈິງແລ້ວ, ໃຈຂອງຂ້າພະເຈົ້າເສົ້າສະຫລົດ ເພາະເນື້ອໜັງຂອງຂ້າພະເຈົ້າ,”4 ນີໄຟໄດ້ກ່າວ, “ພຣະເຈົ້າຂອງຂ້າພະເຈົ້າເປັນຜູ້ສະໜັບສະໜູນຂອງຂ້າພະເຈົ້າ; ພຣະອົງນຳຂ້າພະເຈົ້າຜ່ານຄວາມທຸກຂອງຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ; ແລະ ພຣະອົງໄດ້ປົກປ້ອງຂ້າພະເຈົ້າເທິງນ້ຳທີ່ມີຄວາມເລິກທີ່ສຸດ.”5
ໃນຖານະຜູ້ຕິດຕາມພຣະຄຣິດ, ເຮົາບໍ່ໄດ້ຖືກຍົກເວັ້ນຈາກການທ້າທາຍ ແລະ ການທົດລອງໃນຊີວິດຂອງເຮົາ. ສ່ວນຫລາຍເຮົາຈະຖືກຂໍຮ້ອງໃຫ້ເຮັດສິ່ງທີ່ຫຍຸ້ງຍາກ ຊຶ່ງຖ້າຫາກພະຍາຍາມເຮັດຄົນດຽວ, ມັນອາດໜັກເກີນໄປ ແລະ ອາດເປັນໄປບໍ່ໄດ້. ເມື່ອເຮົາຮັບເອົາຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ “ຈົ່ງມາຫາເຮົາ,”6 ພຣະອົງຈະສະໜັບສະໜູນ, ປອບໂຍນ, ແລະ ໃຫ້ຄວາມສະຫງົບ ທີ່ຈຳເປັນ, ດັ່ງທີ່ພຣະອົງໄດ້ກະທຳສຳລັບນີໄຟ ແລະ ໂຈເຊັບ. ແມ່ນແຕ່ໃນການທົດລອງທີ່ຍາກຫລາຍທີ່ສຸດ, ເຮົາກໍສາມາດຮູ້ສຶກໄດ້ຮັບຄວາມອົບອຸ່ນຈາກຄວາມຮັກຂອງພຣະອົງ ຂະນະທີ່ເຮົາໄວ້ວາງໃຈໃນພຣະອົງ ແລະ ຮັບເອົາພຣະປະສົງຂອງພຣະອົງ. ເຮົາສາມາດປະສົບກັບຄວາມສຸກທີ່ຖືກຮັກສາໄວ້ສຳລັບສານຸສິດທີ່ຊື່ສັດຂອງພຣະອົງ, ເພາະ “ພຣະຄຣິດຄືຄວາມສຸກ.”7
ໃນປີ 2014, ຂະນະທີ່ຮັບໃຊ້ເຜີຍແຜ່ເຕັມເວລາ, ຄອບຄົວຂອງພວກເຮົາໄດ້ປະສົບກັບເຫດການທີ່ບໍ່ຄາດຄິດ. ຂະນະທີ່ຂີ່ໄມ້ກະດານລົງຄ້ອຍສູງ, ລູກຊາຍຫລ້າຂອງພວກເຮົາໄດ້ຕົກອອກຈາກແຜ່ນກະດານ ແລະ ໄດ້ຮັບບາດເຈັບສາຫັດທີ່ສະໝອງ. ເມື່ອອາການຂອງລາວຊຸດໂຊມລົງ, ຝ່າຍແພດໝໍກໍໄດ້ຟ້າວເອົາລາວເຂົ້າຫ້ອງຜ່າຕັດທັນທີ.
ຄອບຄົວຂອງພວກເຮົາໄດ້ຄຸເຂົ່າຢູ່ພື້ນຫ້ອງເປົ່າ ບ່ອນໜຶ່ງຢູ່ໂຮງໝໍ, ແລະ ພວກເຮົາໄດ້ທຸ້ມເທໃຈຕໍ່ພຣະເຈົ້າ. ໃນຊ່ວງໄລຍະທີ່ສັບສົນ ແລະ ເຈັບປວດນີ້, ພວກເຮົາໄດ້ເຕັມໄປດ້ວຍຄວາມຮັກ ແລະ ຄວາມສະຫງົບຂອງພຣະບິດາເທິງສະຫວັນ.
ພວກເຮົາບໍ່ຮູ້ວ່າ ອະນາຄົດຈະເປັນແນວໃດ ຫລື ພວກເຮົາຈະເຫັນລູກຊາຍຂອງພວກເຮົາມີຊີວິດຢູ່ຫລືບໍ່. ພວກເຮົາຮູ້ຢ່າງແຈ່ມແຈ້ງວ່າ ຊີວິດຂອງລາວຢູ່ໃນພຣະຫັດຂອງພຣະເຈົ້າ ແລະ ຜົນສະທ້ອນ, ຈາກທັດສະນະນິລັນດອນ, ຈະເປັນໄປດ້ວຍດີ ສຳລັບຄວາມດີຂອງລາວ ແລະ ຂອງພວກເຮົາ. ຜ່ານທາງຂອງປະທານຈາກພຣະວິນຍານ, ພວກເຮົາກໍພ້ອມແລ້ວທີ່ຈະຮັບເອົາ ບໍ່ວ່າອັນໃດຈະເກີດຂຶ້ນ.
ມັນບໍ່ໄດ້ເປັນເລື່ອງງ່າຍ! ໃນການອຸບັດຕິເຫດ ຈຳເປັນຕ້ອງໄດ້ນອນໂຮງໝໍເປັນເວລາສອງເດືອນ ຂະນະທີ່ພວກເຮົາດູແລຜູ້ສອນສາດສະໜາເຕັມເວລາຫລາຍກວ່າ 400 ຄົນ. ລູກຊາຍຂອງພວກເຮົາມີຄວາມຈຳເສື່ອມຫລາຍ. ການບຳບັດຂອງລາວແມ່ນຮ່ວມດ້ວຍການປິ່ນປົວທາງດ້ານຮ່າງກາຍ, ການປາກເວົ້າ, ແລະ ການຮຽນເຮັດກິດຈະກຳ. ຍັງມີການທ້າທາຍຢູ່, ແຕ່ເມື່ອເວລາຜ່ານໄປ ພວກເຮົາໄດ້ເຫັນການມະຫັດສະຈັນ.
ພວກເຮົາເຂົ້າໃຈຢ່າງແຈ່ມແຈ້ງວ່າ ການທົດລອງທຸກຢ່າງທີ່ພວກເຮົາປະເຊີນ ຈະບໍ່ເປັນດັ່ງທີ່ພວກເຮົາປາດຖະໜາ. ເຖິງຢ່າງໃດກໍຕາມ, ຂະນະທີ່ພວກເຮົາເອົາໃຈໃສ່ຕໍ່ພຣະຄຣິດ, ພວກເຮົາຈະຮູ້ສຶກສະຫງົບ ແລະ ເຫັນການມະຫັດສະຈັນຂອງພຣະເຈົ້າ, ບໍ່ວ່າຈະເປັນແນວໃດກໍຕາມ, ໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ.
ມັນຈະມີເວລາ ເມື່ອເຮົາບໍ່ສາມາດເຫັນວິທີໃດເລີຍ ທີ່ສະພາບການໃນປະຈຸບັນຈະສິ້ນສຸດລົງໃນທາງທີ່ດີ ແລະ ອາດເວົ້າອອກມາຄືນີໄຟ ທີ່ວ່າ, “ໃຈຂອງຂ້າພະເຈົ້າເສົ້າສະຫລົດເພາະເນື້ອໜັງຂອງຂ້າພະເຈົ້າ.”8 ອາດມີເວລາທີ່ ຄວາມຫວັງດຽວທີ່ເຮົາມີ ແມ່ນ ໃນພຣະເຢຊູຄຣິດເທົ່ານັ້ນ. ມັນຊ່າງເປັນພອນແທ້ໆ ທີ່ສາມາດມີຄວາມຫວັງ ແລະ ຄວາມໄວ້ວາງໃຈໃນພຣະອົງ. ພຣະຄຣິດຈະຮັກສາຄຳສັນຍາຂອງພຣະອົງສະເໝີ. ທີ່ພັກຂອງພຣະອົງແມ່ນແນ່ນອນສຳລັບທຸກຄົນທີ່ມາຫາພຣະອົງ.9
ຜູ້ນຳຂອງເຮົາມີຄວາມປາດຖະໜາຫລາຍທີ່ສຸດ ໃຫ້ເຮົາທຸກຄົນຮູ້ສຶກສະຫງົບ ແລະ ໄດ້ຮັບການປອບໂຍນ ທີ່ມີມາຜ່ານທາງການໄວ້ວາງໃຈ ແລະ ການເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.
ສາດສະດາທີ່ມີຊີວິດຢູ່ຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ບອກເຖິງພາບນິມິດຂອງພຣະຜູ້ເປັນເຈົ້າສຳລັບໂລກ ແລະ ສຳລັບສະມາຊິກຂອງສາດສະໜາຈັກຂອງພຣະຄຣິດວ່າ: “ຂ່າວສານຂອງພວກເຮົາຕໍ່ໂລກແມ່ນລຽບງ່າຍ ແລະ ຈິງໃຈ: ພວກເຮົາຂໍເຊື້ອເຊີນລູກໆຂອງພຣະເຈົ້າທຸກຄົນ ທັງສອງຟາກມ່ານ ໃຫ້ມາຫາພຣະຜູ້ຊ່ວຍໃຫ້ລອດ, ຮັບເອົາພອນຂອງພຣະວິຫານທີ່ສັກສິດ, ມີຄວາມສຸກທີ່ຍາວນານ, ແລະ ເໝາະສົມສຳລັບຊີວິດນິລັນດອນ.”10
ຄຳເຊື້ອເຊີນໃຫ້ “ມາຫາພຣະຄຣິດ” ມີຄວາມໝາຍສະເພາະ ເຈາະຈົງ ສຳລັບໄພ່ພົນຍຸກສຸດທ້າຍ.11 ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາໄດ້ເຮັດພັນທະສັນຍາກັບພຣະອົງ ແລະ ໄດ້ກາຍເປັນບຸດ ແລະ ທິດາທີ່ຖືກຳເນີດທາງວິນຍານຂອງພຣະອົງ.12 ເຮົາກໍໄດ້ຮັບໂອກາດໃຫ້ທຳງານກັບພຣະຜູ້ເປັນເຈົ້າ ໃນການເຊື້ອເຊີນຄົນອື່ນໃຫ້ມາຫາພຣະອົງ.
ຂະນະທີ່ເຮົາທຳງານກັບພຣະຄຣິດ, ສິ່ງທີ່ຄວນເອົາໃຈໃສ່ຫລາຍທີ່ສຸດແມ່ນຢູ່ພາຍໃນບ້ານເຮືອນຂອງເຮົາເອງ. ມັນຈະມີເວລາ ເມື່ອສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນໃກ້ຊິດຈະປະເຊີນກັບການທ້າທາຍ. ສຽງຂອງຊາວໂລກ, ແລະ ບາງທີຄວາມປາດຖະໜາຂອງເຂົາເຈົ້າເອງ, ອາດເຮັດໃຫ້ເຂົາເຈົ້າສົງໃສຄວາມຈິງ. ເຮົາຄວນເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອຊ່ວຍເຫລືອເຂົາເຈົ້າ ໃຫ້ຮູ້ສຶກທັງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມຮັກຂອງເຮົາ. ຂ້າພະເຈົ້າໄດ້ຮັບການເຕືອນໃຈເຖິງຂໍ້ພຣະຄຳພີທີ່ໄດ້ກາຍເປັນເພງສວດທີ່ພວກເຮົາມັກ ຊື່ວ່າ “Love One Another” ແປວ່າ ຮັກກັນແລະກັນ ທີ່ສິດສອນເຮົາວ່າ, “ຝູງຊົນຈະ … ຮູ້ວ່າ ເຈົ້າ … ເປັນສາວົກຂອງເຮົາ, ຖ້າຫາກວ່າ ພວກເຈົ້າຮັກກັນແລະກັນ.”13
ໃນຄວາມຮັກຂອງເຮົາຕໍ່ຜູ້ທີ່ສົງໃສຄວາມຈິງ, ສັດຕູຂອງຄວາມສຸກທັງໝົດ ອາດພະຍາຍາມເຮັດໃຫ້ເຮົາຮູ້ສຶກວ່າ ເຮົາຫັກຫລັງຄົນທີ່ເຮົາຮັກ ຖ້າຫາກຕົວ ເຮົາ ເອງສືບຕໍ່ດຳລົງຊີວິດຕາມຄວາມສົມບູນຂອງພຣະກິດຕິຄຸນ ແລະ ສິດສອນຄວາມຈິງຂອງມັນ.
ຄວາມສາມາດຂອງເຮົາທີ່ຈະຊ່ວຍຄົນອື່ນ ໃນການມາຫາພຣະຄຣິດ ຫລື ການຫັນຄືນມາຫາພຣະຄຣິດ ສ່ວນຫລາຍຈະຂຶ້ນຢູ່ກັບຕົວຢ່າງທີ່ເຮົາຕັ້ງໄວ້ ຜ່ານທາງຄວາມຕັ້ງໃຈ ແລະ ຄຳໝັ້ນສັນຍາຂອງເຮົາເອງ ວ່າຈະຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ຖ້າຫາກຄວາມປາດຖະໜາທີ່ແທ້ຈິງຂອງເຮົາຄືການຊ່ວຍກູ້ຄົນເຫລົ່ານັ້ນທີ່ເຮົາຮັກ, ຕົວເຮົາເອງຈະຕ້ອງຍຶດໝັ້ນໃຫ້ແໜ້ນຢູ່ກັບພຣະຄຣິດ ໂດຍການຮັບເອົາສາດສະໜາຈັກຂອງພຣະອົງ ແລະ ຄວາມສົມບູນຂອງພຣະກິດຕິຄຸນຂອງພຣະອົງ.
ໃນການກັບຄືນໄປຫາເລື່ອງຂອງນີໄຟ, ເຮົາຮູ້ວ່າ ຄວາມໂນ້ມອຽງຂອງນີໄຟທີ່ຈະໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ເກີດຈາກອິດທິພົນຂອງຄວາມໂນ້ມອຽງຂອງພໍ່ແມ່ຂອງເພິ່ນ ທີ່ຈະໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໂດຍຕົວຢ່າງຂອງການຮັກສາພັນທະສັນຍາຂອງພວກເພິ່ນ. ນີ້ຄືຕົວຢ່າງທີ່ງົດງາມ ຢູ່ໃນພາບນິມິດຂອງລີໄຮເລື່ອງຕົ້ນໄມ້ແຫ່ງຊີວິດ. ຫລັງຈາກທີ່ໄດ້ຮັບສ່ວນໝາກໄມ້ທີ່ຫວານ ແລະ ໃຫ້ຄວາມສຸກຈາກຕົ້ນແລ້ວ, ລີໄຮໄດ້ “ກວດສາຍຕາ [ຂອງເພິ່ນ] ໄປອ້ອມຮອບ, ບາງທີ [ເພິ່ນ] ອາດຈະເຫັນຄອບຄົວ [ຂອງເພິ່ນ].”14 ເພິ່ນໄດ້ເຫັນຊາໄຣຢາ, ແຊມ, ແລະ ນີໄຟຢືນຢູ່ “ບໍ່ຮູ້ວ່າເຂົາເຈົ້າຈະໄປທາງໃດ.”15 ແລ້ວລີໄຮໄດ້ກ່າວວ່າ, “ພໍ່ໄດ້ຮ້ອງຫາພວກເຂົາ; ແລະ ເອີ້ນພວກເຂົາດ້ວຍສຽງດັງເພື່ອໃຫ້ພວກເຂົາມາຫາພໍ່, ແລະ ຮັບສ່ວນໝາກໄມ້.”16 ໃຫ້ສັງເກດເບິ່ງ ລີໄຮບໍ່ໄດ້ໜີຈາກຕົ້ນໄມ້ແຫ່ງຊີວິດ. ເພິ່ນໄດ້ຢູ່ກັບພຣະຜູ້ເປັນເຈົ້າທາງວິນຍານ ແລະ ໄດ້ເຊື້ອເຊີນຄອບຄົວຂອງເພິ່ນໃຫ້ມາຫາບ່ອນທີ່ ເພິ່ນ ຢູ່ ເພື່ອຮັບເອົາສ່ວນໝາກໄມ້.
ຜູ້ປໍລະປັກຈະຊັກຊວນບາງຄົນໃຫ້ໜີຈາກຄວາມສຸກຂອງພຣະກິດຕິຄຸນ ໂດຍການແຍກຄຳສອນຂອງພຣະຄຣິດ ອອກຈາກສາດສະໜາຈັກຂອງພຣະອົງ. ຜູ້ປໍລະປັກຈະໃຫ້ເຮົາເຊື່ອວ່າ ເຮົາສາມາດຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາດ້ວຍຕົວເຮົາເອງ, ຜ່ານທາງວິນຍານຂອງເຮົາເອງ, ບໍ່ຕ້ອງເພິ່ງອາໄສສາດສະໜາຈັກຂອງພຣະອົງ.
ໃນຍຸກສຸດທ້າຍນີ້, ສາດສະໜາຈັກຂອງພຣະຄຣິດໄດ້ຖືກຟື້ນຟູ ເພື່ອຊ່ວຍລູກໆແຫ່ງພັນທະສັນຍາຂອງພຣະຄຣິດ ໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ.
ໃນຄຳສອນ ແລະ ພັນທະສັນຍາ ເຮົາອ່ານວ່າ, “ຈົ່ງເບິ່ງ, ນີ້ຄືຄຳສອນຂອງເຮົາ—ຄົນໃດກໍຕາມທີ່ກັບໃຈ ແລະ ມາຫາເຮົາ, ຄົນໆນັ້ນ ກໍເປັນ ສາດສະໜາຈັກຂອງເຮົາ.”17
ຜ່ານທາງສາດສະໜາຈັກຂອງພຣະຄຣິດ, ເຮົາໄດ້ຮັບຄວາມເຂັ້ມແຂງຜ່ານທາງປະສົບການຂອງເຮົາໃນຖານະໄພ່ພົນເປັນກຸ່ມໃຫຍ່. ເຮົາໄດ້ຍິນສຸລະສຽງຂອງພຣະອົງຜ່ານທາງສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍຂອງພຣະອົງ. ສຳຄັນທີ່ສຸດ, ຜ່ານທາງສາດສະໜາຈັກຂອງພຣະອົງ ເຮົາໄດ້ຮັບພອນທີ່ສຳຄັນທັງໝົດຂອງການຊົດໃຊ້ຂອງພຣະຄຣິດ ທີ່ສາມາດຈະຮັບໄດ້ພຽງແຕ່ຜ່ານທາງການມີພາກສ່ວນໃນພິທີການສັກສິດເທົ່ານັ້ນ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນສາດສະໜາຈັກຂອງພຣະຄຣິດຢູ່ເທິງໂລກນີ້, ໄດ້ຖືກຟື້ນຟູໃນຍຸກສຸດທ້າຍສຳລັບຜົນປະໂຫຍດຂອງລູກໆຂອງພຣະເຈົ້າທັງໝົດ.
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາມາຫາພຣະຄຣິດ ແລະ ດຳລົງຊີວິດໃນຖະນະໄພ່ພົນຍຸກສຸດທ້າຍ, ແລ້ວເຮົາຈະໄດ້ຮັບພອນດ້ວຍຄວາມຮັກ, ຄວາມສຸກ, ແລະ ຄວາມສະຫງົບຂອງພຣະອົງຢ່າງຫລວງຫລາຍ. ຄືກັນກັບນີໄຟ, ເຮົາກໍສາມາດເຮັດສິ່ງທີ່ຫຍຸ້ງຍາກ ແລະ ຊ່ວຍຄົນອື່ນໃຫ້ເຮັດຄືກັນ, ເພາະເຮົາຮູ້ວ່າ ເຮົາສາມາດໄວ້ວາງໃຈຜູ້ໃດ.18 ພຣະຄຣິດເປັນແສງສະຫວ່າງ, ເປັນຊີວິດ, ແລະ ເປັນຄວາມລອດຂອງເຮົາ.19 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.