ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແຜນ​ອັນ​ຍິ່ງ​ໃຫຍ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


ແຜນ​ອັນ​ຍິ່ງ​ໃຫຍ່

ເຮົາຜູ້​ທີ່​ຮູ້​ຈັກ​ແຜນ​ຂອງ​ພຣະ​ເຈົ້າ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່ຈະ​ເຂົ້າ​ຮ່ວມ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງແຈ່ມ​ແຈ້ງ ເພື່ອ​ສິດ​ສອນ​ຄວາມ​ຈິງ​ເຫລົ່າ​ນີ້.

ເຖິງ​ແມ່ນ​ໃນ​ທ່າມ​ກາງ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ​ທີ່​ຕ່າງ​ໝູ່ນີ້, ເຮົາ​ກໍຍັງ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ຢູ່! ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້​ໄດ້​ໃຫ້​ຄວາມ​ຈິງ ແລະ ຄວາມ​ຊື່ນ​ຊົມ​ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ປິ​ຕິ​ຍິນ​ດີ​ກັບ​ພາບ​ທີ່​ມາ​ໃຫ້​ເຫັນຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ ຊຶ່ງ​ໄດ້​ເລີ່ມ​ຕົ້ນ​ການ​ຟື້ນ​ຟູ. ເຮົາ​ໄດ້​ຖືກ​ເ​ຕືອນ​ເຖິງ​ການ​ອອກ​ມາ​ຢ່າງປະ​ຕິ​ຫານ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ຈຸດປະ​ສົງ​ແມ່ນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ເຮົາ​ໄດ້​ຮັບ ແລະ ຊື່ນ​ຊົມ​ກັບຄວາມ​ຈິງ​ຂອງ​ການ​ເປີດ​ເຜີຍ—ທີ່ມອບ​ໃຫ້​ແກ່​ສາດ​ສະ​ດາ ແລະ ເຮົາ​ເປັນ​ສ່ວນ​ຕົວ. ເຮົາ​ເຄີຍ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ທີ່​ມີ​ຄ່າ​ເຖິງການ​ຊົດ​ໃຊ້ອັນ​ບໍ່​ມີ​ຂອບ​ເຂດ​ຂອງພຣະ​ເຢ​ຊູ​ຄຣິດ ແລະ ເຖິງການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ. ແລະ ເຮົາ​ໄດ້​ຖືກ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຈິງ​ຢ່າງ​ອື່ນໆ ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ທີ່​ໄດ້​ເປີດເຜີຍ​ຕໍ່ ໂຈເຊັບ ສະມິດ ຫລັງ​ຈາກ​ພຣະ​ບິ​ດາ​ໄດ້​ປະ​ກາດ​ຕໍ່​ຜູ້​ຫາ​ກໍ​ຖືກ​ເອີ້ນ​ໃຫ້​ເປັນ​ສາດ​ສະ​ດາ​ວ່າ: “ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງຟັງທ່ານ!” (ໂຈເຊັບ ສະມິດ—ປະຫວັດ 1:17).

ເຮົາ​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ຄວາມ​ຮູ້​ເຖິງ​ເລື່ອງ​ການ​ຟື້ນ​ຟູ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ຂໍ​ກະ​ແຈ​ຂອງ​ມັນ. ເຮົາ​ໄດ້ມີ​ຄວາມ​ຕັ້ງ​ໃຈ​ໃໝ່​ທີ່​ຈະ​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ທີ່​ຮູ້​ຈັກ​ໂດຍ​ຊື່​ແທ້ວ່າ, ສາດ​ສະ​ໜາ​ຈັກ​ຂອງພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ແລະ ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້ມີ​ສ່ວນ​ຮ່ວມ​ໃນ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະ​ທິ​ຖານ ເພື່ອ​ລົດ​ການ​ແຜ່​ລາມ​ຕະ​ຫລອດ​ທົ່ວ​ໂລກ ໃນ​ເວ​ລານີ້ ແລະ ໃນ​ອະ​ນາ​ຄົດ. ມື້​ເຊົ້າ​ນີ້​ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສະ​ເໜີ​ການ​ປະ​ກາດ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ການ​ຟື້ນ​ຟູ. ພວກ​ເຮົາ​ຢືນ​ຢັນ​ການ​ປະ​ກາດນັ້ນວ່າ “ຜູ້​ທີ່​ສຶກ​ສາ​ຂ່າວ​ສານ​ເລື່ອງ​ການ​ຟື້ນ​ຟູ​ດ້ວຍ​ການ​ອະ​ທິຖານ ແລະ ກະ​ທຳ​ຕາມ​ດ້ວຍ​ສັດ​ທາ ຈະ​ໄດ້​ຮັບ​ພອນ​ໂດຍ​ເປັນ​ພະ​ຍານ​ເຖິງ​ຈຸດ​ປະ​ສົງອັນ​ສູງ​ສົ່ງ​ຂອງ​ມັນ ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ທີ່​ສັນ​ຍາ​ໄວ້.”1

ແຜນ

ທັງ​ໝົດ​ນີ້​ແມ່ນ​ພາກ​ສ່ວນ​ຂອງ​ແຜນແຫ່ງ​ສະ​ຫວັນ ຊຶ່ງມີ​ຈຸດ​ປະ​ສົງ​ທີ່​ຈະ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ໄດ້​ຮັບ​ຄວາມ​ສູງ​ສົ່ງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ໂດຍ​ທີ່​ຖືກ​ກ່າວເຖິງ​ຢູ່ໃນ​ພຣະ​ຄຳ​ພີ​ວ່າ​ເປັນ “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່,” “ແຜນ​ແຫ່ງ​ການ​ໄຖ່,” ແລະ “ແຜນແຫ່ງ​ຄວາມ​ລອດ” (ແອວມາ 42:8, 11, 5), ແຜນນັ້ນ—ໄດ້​ເປີດ​ເຜີຍ​ຢູ່​ໃນ​ການ​ຟື້ນ​ຟູ—ເລີ່ມ​ຕົ້ນຈາກກອງ​ປະ​ຊຸມ​ມະ​ຫາ​ສານ​ຢູ່​ໃນ​ສະ​ຫວັນ. ໂດຍ​ທີ່​ເປັນ​ວິນ​ຍານ, ເຮົາຢາກ​ມີ​ຊີ​ວິດ​ນິ​ລັນ​ດອນ​ຄື​ກັນ​ກັບ​ພຣະ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ. ໃນ​ເວ​ລານັ້ນ​ເຮົາ​ໄດ້​ກ້າວ​ໜ້າເທົ່າ​ທີ່​ເປັນ​ໄປ​ໄດ້ ປາດ​ສະ​ຈາກ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ ຢູ່​ໃນ​ຮ່າງ​ກາຍທີ່​ມີ​ເນື້ອ​ໜັງ. ໃນ​ການ​ຈັດ​ຫາ​ປະ​ສົບ​ການນັ້ນ​ໃຫ້, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ໄດ້​ວາງ​ແຜນ ເພື່ອສ້າງ​ໂລກນີ້. ໃນ​ແຜນ​ການ​ມີ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ, ເຮົາ​ຈະ​ເປື້ອນ​ດ້ວຍ​ບາບ ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ ຊຶ່ງ​ຈຳ​ເປັນ​ສຳ​ລັບ​ຄວາມ​ເຕີບ​ໂຕ​ທາງວິນ​ຍານ​ຂອງ​ເຮົາ. ເຮົາ​ກໍ​ຍັງຈະ​ປະ​ເຊີນ​ກັບຄວາມ​ຕາຍ​ທາງ​ຮ່າງ​ກາຍ​ນຳ​ອີກ. ໃນ​ການ​ທວງ​ເອົາ​ເຮົາ​ຄືນ​ຈາກ​ຄວາມ​ຕາຍ ແລະ ບາບ, ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຕ້ອງ​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ຈະ​ໄຖ່ທຸກ​ຄົນ​ຈາກ​ຄວາມ​ຕາຍ, ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຈະຈ່າຍ​ຄ່າ​ສຳ​ລັບ​ການ​ຊຳ​ລະ​ລ້າງບາບ​ທັງ​ໝົດ ໃນ​ເງື່ອນ​ໄຂ​ທີ່ຈັດ​ຕຽມ​ໄວ້​ເພື່ອ​ສົ່ງ​ເສີມ​ຄວາມ​ເຕີບ​ໂຕ​ຂອງ​ເຮົາ. ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດນີ້ ເປັນ​ຈຸດໃຫຍ່​ໃຈກາງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ.

ຢູ່​ໃນ​ກອງ​ປະ​ຊຸມ​ມະ​ຫາ​ສານ​ຢູ່​ໃນ​ສະ​ຫວັນ, ລູກໆ​ທາງວິນ​ຍານ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ໄດ້​ເຫັນ​ແຜນ​ຂອງ​ພຣະ​ບິ​ດາ, ລວມ​ທັງ​ຜົນ​ສະ​ທ້ອນ ແລະ ການ​ທົດ​ລອງ, ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ, ແລະ ຈຸດ​ໝາຍ​ປາຍ​ທາງ​ທີ່​ສະ​ຫງ່າ​ລາສີ​ຂອງ​ມັນ. ເຮົາ​ໄດ້​ເຫັນ​ຈຸດ​ໝາຍ​ປາຍ​ທາງ​ແຕ່​ຕອນ​ຕົ້ນ. ມະ​ນຸດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ທີ່​ໄດ້​ເກີດ​ໃນ​ໂລກນີ້ ໄດ້​ເລືອກ​ແຜນ​ຂອງ​ພຣະ​ບິ​ດາ ແລະ ໄດ້​ຕໍ່​ສູ້​ເພື່ອ​ແຜນນັ້ນ ໃນການ​ແຂ່ງ​ຂັນ​ຢູ່​ໃນ​ສະ​ຫວັນ​ທີ່​ຕິດ​ຕາມ​ມາ. ຫລາຍ​ຄົນກໍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ບິ​ດາ ກ່ຽວ​ກັບ​ສິ່ງ​ທີ່ເຂົາ​ເຈົ້າ​ຈະ​ເຮັດ ຢູ່​ໃນ​ຊ່ວງ​ມະ​ຕະ. ໃນ​ວິ​ທີ​ທີ່​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເທື່ອ, ການ​ກະ​ທຳ​ຂອງ​ເຮົາ​ຢູ່​ໃນ​ໂລກວິນ​ຍານ​ໄດ້​ເປັນ​ອິດ​ທິ​ພົນຕໍ່ສະ​ຖາ​ນະ​ການ​ຂອງ​ເຮົາ​ຢູ່​ໃນ​ຄວາມ​ເປັນ​ມະ​ຕະ.

ຄວາມ​ເປັນ​ມະ​ຕະ ແລະ ໂລກວິນ​ຍານ

ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະທົບ​ທວນສ່ວນ​ປະ​ກອບ​ຂອງ​ຫລັກ​ທຳ​ບາງ​ຢ່າງຢູ່​ໃນ​ແຜນ​ຂອງ​ພຣະ​ບິ​ດາ ໃນ​ເມື່ອ​ມັນ​ມີ​ຜົນ​ກະ​ທົບ​ຕໍ່​ເຮົາ​ລະ​ຫວ່າງ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ ແລະ ຢູ່​ໃນ​ໂລກວິນ​ຍານ​ຫລັງ​ຈາກ​ຊີ​ວິດນີ້.

ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ມະ​ຕະ ແລະ ຄວາມ​ເຕີບ​ໂຕ​ຫລັງ​ຈາກ​ຊີວິດ​ມະ​ຕະ ແມ່ນ​ເພື່ອ​ໃຫ້ເຊື້ອ​ສາຍ​ຂອງ​ພຣະ​ເຈົ້າ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ນີ້​ຄື​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ທັງ​ໝົດ. ໃນ​ການ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຊື່ນ​ຊົມ​ນີ້, ກົດ​ນິ​ລັນ​ດອນລະ​ບຸ​ວ່າ ເຮົາ​ຕ້ອງ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ຊື່ນ​ຊົມ​ກັບ​ພອນ​ຂອງ​ຄວາມ​ສູງ​ສົ່ງ. ດັ່ງ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ, ພຣະ​ອົງ​ເຊື້ອ​ເຊີນ “ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ບໍ່​ປະ​ຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; ແລະ ພຣະ​ອົງ​ລະ​ນຶກ​ເຖິງ​ຄົນ​ທີ່ບໍ່​ມີ​ສາດ​ສະ​ໜາ​ນຳ​ອີກ; ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ,” (2 ນີໄຟ 26:33; ເບິ່ງ ແອວມາ 5:49 ນຳ​ອີກ).

ແຜນ​ແຫ່ງ​ສະ​ຫວັນ​ສຳ​ລັບ​ເຮົາ​ທີ່​ຈະ​ກາຍ​ເປັນ​ຜູ້​ທີ່​ເຮົາ​ຄວນ​ເປັນ ຮຽກ​ຮ້ອງເຮົາ​ໃຫ້​ເລືອກ​ປະ​ຕິ​ເສດ​ການ​ກົງ​ກັນ​ຂ້າມ​ທີ່​ຊົ່ວ​ຮ້າຍ ທີ່​ລໍ້​ລວງ​ມະ​ນຸດ​ໃຫ້​ເຮັດ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ແຜນ​ຂອງ​ພຣະ​ອົງ. ມັນ​ຍັງ​ຮຽກ​ຮ້ອງ​ອີກວ່າ ເຮົາ​ຕ້ອງ​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ​ໃນ​ຊ່ວງ​ມະ​ຕະ, ດັ່ງ​ເຊັ່ນ​ຈາກ​ບາບ​ຂອງ​ຄົນ​ອື່ນ ຫລື ຈາກ​ການ​ເກີດ​ທີ່ບໍ່ສົມປະ​ກອບ. ບາງ​ເທື່ອເຮົາ​ເຕີບ​ໂຕ​ຜ່ານ​ທາງການ​ຮັບ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຍາກ​ລຳ​ບາກ ໄດ້​ດີກວ່າຊ່ວງ​ເວ​ລາ​ທີ່​ເຮົາຢູ່​ສະ​ບາຍ ແລະ ສະ​​ຫງົບ​ສຸກ. ແລະ ເຮົາ​ຈະ​ບໍ່​ສາ​ມາດ​ຜ່ານ​ຜ່າການ​ກົງ​ກັນ​ຂ້າມ​ໃນ​ຊ່ວງ​ມະ​ຕະ​ນີ້​ໄດ້ ຖ້າ​ຫາກ​ສະ​ຫວັນ​ມາ​ແຊກ​ແຊງ ຊ່ວຍ​ເຫລືອ​ເຮົາ​ຈາກ​ຜົນ​ສະ​ທ້ອນ​ທີ່ບໍ່​ເພິ່ງ​ປາດ​ຖະ​ໜາ​ຂອງ​ຄວາມ​ເປັນ​ມະ​ຕະ.

ແຜນ​ໄດ້​ເປີດ​ເຜີຍ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ໃນ​ນິ​ລັນ​ດອນ, ຈຸດ​ປະ​ສົງ ແລະ ສະ​ພາບ​ຂອງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຄວາມ​ເປັນ​ມະ​ຕະ, ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ສະຫວັນ​ທີ່​ເຮົາ​ໄດ້​ຮັບ. ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ເຕືອນ​ເຮົາ​ບໍ່​ໃຫ້​ເຂົ້າ​ຫາ​ສະ​ຖາ​ນະ​ການ​ທີ່​ອັນ​ຕະ​ລາຍ. ຄຳ​ສອນ​ຂອງ​ຜູ້​ນຳ​ທີ່​ດົນ​ໃຈ ນຳ​ພາ​ເສັ້ນ​ທາງ​​ເດີນຂອງ​ເຮົາ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ທີ່​ສົ່ງ​ເສີມ​ການ​ເດີນ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ.

ແຜນ​ຂອງ​ພຣະ​ເຈົ້າ​ໃຫ້​ຄວາມ​ໝັ້ນ​ໃຈ​ສີ່​ຢ່າງ​ທີ່​ດີ​ເລີດ ເພື່ອ​ຊ່ວຍ​ເຮົາ​ໃນ​ເສັ້ນ​ທາງຜ່ານ​ຄວາມ​ເປັນ​ມະ​ຕະ. ທັງ​ໝົດ​ໄດ້​ຖືກມອບ​ໃຫ້​ເຮົາ​ຜ່ານ​ທາງ​ການຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ເປັນ​ຜູ້​ສຳ​ຄັນຫລາຍ​ທີ່​ສຸດ​ຢູ່​ໃນ​ແຜນ. ຢ່າງ​ທີ ໜຶ່ງ ໃຫ້​ຄວາມ​ໝັ້ນ​ໃຈ​ວ່າ ຜ່ານ​ທາງ​ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ ສຳ​ລັບ​ບາບ​ທີ່​ເຮົາ​ໄດ້​ກັບ​ໃຈ, ເຮົາ​ສາ​ມາດ​ຖືກ​ເຮັດ​ໃຫ້​ສະ​ອາດ​ຈາກ​ບາບ​ເຫລົ່າ​ນັ້ນ​ໄດ້. ແລ້ວ ຜູ້ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ທີ່​ເຕັມ​ໄປດ້ວຍ​ຄວາມ​ເມດ​ຕາ​ຈະ “ບໍ່​ຈື່​ຈຳ​ມັນ​ອີກ​ເລີຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42).

ສອງ, ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ອ່ອນ​ແອ​ຢ່າງ​ອື່ນໆ​ຂອງ​ມະ​ນຸດ​ທຸກ​ຄົນ. ສິ່ງນີ້​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ ແລະ ພະ​ລັງ ຈາກ​ສະ​ຫວັນ ເພື່ອ​ສາມາດ​ທົນ​ກັບ​ຄວາມ​ໜັກ​ໜ່ວງ​ຂອງ​ຄວາມ​ເປັນ​ມະ​ຕະ, ສ່ວນ​ຕົວ ແລະ ທົ່ວ​ໄປ, ດັ່ງ​ເຊັ່ນ ສົງ​ຄາມ ແລະ ໂຣກ​ລະ​ບາດ​. ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ຄຳ​ອະ​ທິ​ບາຍ​ຢ່າງ​ແຈ່ມ​ແຈ້ງ ເຖິງ​ຄວາມ​ສຳ​ຄັນ​ຂອງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ເອົາ “ຄວາມ​ເຈັບ​ປວດ [ແລະ ຄວາມ​ທຸກ] ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ. … ພຣະ​ອົງຈະ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ, ເພື່ອ​ອຸ​ທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ແອວມາ 7:11–12).

ສາມ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ໄດ້​ຖອນ​ວາ​ລະ​ສຸດ​ທ້າຍ​ຂອງ​ຄວາມ​ຕາຍ ແລະ ໃຫ້​ຄວາມ​ໝັ້ນ​ໃຈ​ທີ່​ໜ້າ​ຊື່ນ​ຊົມ​ແກ່​ເຮົາ​ວ່າ ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ. ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ, “ການ​ກັບ​ຄືນ​ມານີ້​ຈະ​ເກີດ​ກັບ​ຄົນ​ທັງ​ປວງ, ທັງ​ແກ່ ແລະ ໜຸ່ມ ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ, ທັງ​ຄົນ​ຊົ່ວ ແລະ ຄົນ​ຊອບ​ທຳ; ແລະ ເຖິງ​ແມ່ນ​ຜົມ​ໃນ​ຫົວ​ຂອງ​ພວກ​ເຂົາ​ເສັ້ນ​ໜຶ່ງ​ກໍ​ຈະ​ບໍ່​ເສຍ​ໄປ; ແຕ່​ທຸກ​ຢ່າງ​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ສົມ​ບູນ​ຂອງ​ມັນ” (ແອວມາ 11:44).

ເຮົາ​ສະ​ເຫລີມ​ສະ​ຫລອງ​ຄວາມ​ຈິງ​ແທ້​ຂອງການ​ຟື້ນ​ຄືນ​ພຣະ​ຊົນ ໃນ​ເທດ​ສະ​ການ​ບຸນ​ອີດ​ສະ​ເຕີນີ້. ສິ່ງນີ້​ຊ່ວຍ​ເຮົາ​ໃຫ້​ເຫັນທັດ​ສະ​ນະ ແລະ ຄວາມ​ເຂັ້ມ​ແຂງທີ່​ຈະ​ອົດ​ທົນ​ກັບ​ການ​ທ້າ​ທາຍ​ໃນ​ຊ່ວງ​ມະ​ຕະ ທີ່​ເຮົາ​ທຸກ​ຄົນ ແລະ ຄົນ​ທີ່​ເຮົາ​ຮັກ​ຈະ​ປະ​ເຊີນ, ດັ່ງ​ເຊັ່ນ ສຸ​ຂະ​ພາບ, ຈິດ​ໃຈ, ຫລື ຄວາມ​ຮູ້​ສຶກ ທີ່​ເຮົາ​ເອົາ​ມາ​ນຳ​ແຕ່​ເກີດ ຫລື ໃນ​ປະ​ສົບ​ການ​ລະ​ຫວ່າງ​ຊ່ວງ​ມະ​ຕະຂອງ​ເຮົາ. ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ຈຶ່ງ​ຮູ້​ວ່າ ຄວາມ​ບົກ​ພ່ອງ​ເຫລົ່າ​ນີ້​ໃນ​ຄວາມ​ເປັນ​ມະ​ຕະ ຈະ​ເປັນຢູ່​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ!

ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ໃຫ້​​ເຮົາໝັ້ນ​ໃຈ​ໄດ້​ວ່າ ການ​ຟື້ນ​ຄືນ​ພຣະ​ຊົນ​ສາ​ມາດ​ຮ່ວມ​ດ້ວຍ​ໂອ​ກາດ​ທີ່​ຈະ​ໄດ້​ຢູ່​ນຳສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ—ສາ​ມີ, ພັນ​ລະ​ຍາ, ລູກໆ, ແລະ ພໍ່​ແມ່. ນີ້​ຄືການ​ໃຫ້​ກຳ​ລັງ​ໃຈ​ທີ່​ມີ​ພະ​ລັງ ເພື່ອໃຫ້​ເຮົາ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ຄວາມ​ເປັນ​ມະ​ຕະ. ມັນ​ຊ່ວຍ​ເຮົາ​ໃຫ້​ຢູ່​ນຳ​ກັນໃນ​ຄວາມ​ຮັກ ໃນ​ຊີ​ວິດນີ້ ດ້ວຍ​ການ​ລໍ​ຄອຍ​ທີ່​ຈະ​ໄດ້​ຢູ່​ນຳ​ກັນ​ອີກ ແລະ ມີ​ຄວາມ​ສຳ​ພັນ​ໃນ​ຊີວິດ​ຕໍ່​ໄປ.

ສີ່ ແລະ ​ສຸດ​ທ້າຍ, ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ສິດ​ສອນ​ເຮົາ​ວ່າ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ບໍ່​ຈຳ​ເປັນຕ້ອງ​ສິ້ນ​ສຸດ​ລົງ​ກັບ​ຄວາມ​ເປັນ​ມະ​ຕະ. ບໍ່​ມີ​ການ​ເປີດ​ເຜີຍ​ຫຍັງ​ຫລາຍ​ກ່ຽວ​ກັບ​ເລື່ອງນີ້. ເຮົາ​ໄດ້​ຖືກບອກວ່າ ຊີ​ວິດນີ້​ເປັນ​ເວ​ລາ​ທີ່​ຕຽມ​ພົບພຣະ​ເຈົ້າ ແລະ ວ່າ​ເຮົາ​ບໍ່​ຄວນ​ຜັດ​ວັນ​ແຫ່ງ​ການ​ກັບ​ໃຈຂອງ​ເຮົາ (ເບິ່ງ ແອວມາ 34:32–33). ພ້ອມນີ້, ເຮົາ​ຍັງ​ໄດ້​ຖືກ​ສິດ​ສອນ​ວ່າ ຢູ່​ໃນ​ໂລກວິນ​ຍານ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງສອນ​ໃຫ້​ ແມ່ນ​ແຕ່ “ຄົນ​ຊົ່ວ ແລະ ຄົນ​ບໍ່​ເຊື່ອ​ຟັງ ຜູ້​ໄດ້​ປະ​​ຕິເສດ​ຄວາມ​ຈິງ” (ຄຳ​ສອນ ແລະ ພັນ​ທ​ະ​ສັນ​ຍາ 138:29) ແລະ ຜູ້​ທີ່​ໄດ້​ຮັບ​ການ​ສິດ​ສອນ ສາ​ມາດ​ກັບ​ໃຈລ່ວງ​ໜ້າ​ກ່ອນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ (ເບິ່ງ ຂໍ້ທີ 31–34, 57–59).

ຕໍ່​ໄປ​ນີ້​ແມ່ນ​ພື້ນ​ຖານ​ບາງ​ຢ່າງ​ອື່ນ​ອີກ ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ:

ພຣະ​ກິດ​ຕິ​ຄຸນທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ ຊ່ວຍ​ເຮົາ​ໃຫ້​ເຫັນ​ທັດ​ສະ​ນະ​ເລື່ອງ​ພົມ​ມະ​ຈັນ, ການ​ແຕ່ງ​ງານ, ແລະ ການ​ມີ​ລູກ. ມັນ​ສອນ​ວ່າ ການ​ແຕ່ງ​ງານ​ອີງ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ​ແມ່ນ​ຈຳ​ເປັນ​ໃນ​ການ​ບັນລຸ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ, ເພື່ອ​ຈັດ​ຫາ​ບ່ອນ​ທີ່​ສະ​ຫວັນ​ກຳ​ນົດ​ໄວ້​ສຳ​ລັບ​ການ​ເກີດ​ຂອງ​ມະ​ນຸດ, ແລະ ກະ​ກຽມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. “ການ​ແຕ່ງ​ງານ​ໄດ້ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພຣະ​ເຈົ້າ​ເພື່ອ​ມະ​ນຸດ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, “… ເພື່ອ​ວ່າ​ແຜ່ນ​ດິນ​ໂລກ​ຈະ​ສາ​ມາດ​ຕອບ​ສະ​ໜອງ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂອງ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:15–16). ໃນ​ສິ່ງນີ້, ແຜນ​ຂອງ​ພຣະ​ອົງ, ແນ່ນອນ, ຈະ​ຂັດ​ກັບ​ພະ​ລັງ​ບາງ​ຢ່າງ​ຂອງ​ໂລກ ກ່ຽວ​ກັບ​ກົດ ແລະ ປະ​ເພ​ນີ.

ອຳ​ນາດ​ແຫ່ງ​ການສ້າງ​ມະ​ນຸດ ເປັນ​ອຳ​ນາດ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ມອບ​ໃຫ້​ລູກໆ​ຂອງ​ພຣະ​ອົງ. ການ​ໃຊ້​ມັນ​ໄດ້​ຖືກ​ອະ​ນຸ​ມັດ​ຢູ່​ໃນ​ພຣະ​ບັນ​ຍັດ​ຂໍ້​ທີ​ໜຶ່ງ​ໃຫ້ແກ່​ອາດາມ ແລະ ເອວາ, ແຕ່​ພຣະ​ບັນ​ຍັດ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ​ອີກ ໄດ້​ຖືກມອບ​ໃຫ້​ເປັນ​ການ​ຫ້າມບໍ່​ໃຫ້​ໃຊ້​ມັນ​ໃນ​ທາງ​ທີ່​ຜິດ. ນອກ​ການ​ແຕ່ງ​ງານ, ອຳ​ນາດ​ແຫ່ງ​ການ​ສ້າງ​ມະ​ນຸດ​ແມ່ນ​​ການ​ເຮັດບາບ​ໃນ​ລະ​ດັບ​ໃດ​ໜຶ່ງ ທີ່​ລົດ​ຄ່າ ແລະ ບິດ​ເບືອນຄຸນ​ລັກ​ສະ​ນະ​ແຫ່ງ​ສະ​ຫວັນ​ຂອງ​ຊາຍ ແລະ ຍິງ. ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ໄດ້​ເນັ້ນ​ເລື່ອງ​ກົດ​ພົມມະ​ຈັນ ​ເພາະຈຸດ​ປະ​ສົງ​ຂອງ​ອຳ​ນາດ​ແຫ່ງ​ການ​ສ້າງ​ຂອງ​ເຮົາ​ຢູ່ໃນ​ການ​ບັນ​ລຸ​ແຜນ​ຂອງ​ພຣະ​ເຈົ້າ.

ມີ​ຫຍັງ​ຕື່ມ​ອີກ?

ລະ​ຫວ່າງ​ວັນ​ຄົບ​ຮອບ 200 ປີ ຂອງ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ຊຶ່ງ​ເລີ່ມ​ຕົ້ນ​ການ​ຟື້ນ​ຟູ, ເຮົາ​ຮູ້​ເຖິງ​ແຜນ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ ເຮົາ​ຖືກ​ຊຸກ​ຍູ້​ໂດຍ​ພອນ​ຂອງສອງ​ສັດ​ຕະ​ວັດ​​ ຜ່ານ​ທາງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ. ໃນ​ປີ 2020 ນີ້, ເຮົາມີ​ສິ່ງ​ທີ່ຜູ້​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ອາດເອີ້ນ​ວ່າ ສາຍ​ຕາ 20/20 ສຳ​ລັບ​ເຫດ​ການ​ໃນອະ​ດີດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ເບິ່ງ​ໄປ​ຂ້າງ​ໜ້າ, ສາຍ​ຕາ​ຂອງ​ເຮົາ​ບໍ່​​ສາ​ມາດ​ຫລຽວເຫັນ​ແຈ້ງ​ຊັດ. ເຮົາ​ຮູ້​ວ່າ ສອງ​ສັດ​ຕະ​ວັດ​ຜ່ານ​ໄປ​ຫລັງ​ຈາກ​ການ​ຟື້ນ​ຟູ, ບັດ​ນີ້​ໂລກວິນ​ຍານໄດ້​ລວມ​ພະນັກ​ງານ​ທີ່​ມີ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ ຊ່ວຍບັນ​ລຸ​ການ​ສັ່ງ​ສອນ ທີ່ເກີດ​ຂຶ້ນ​ຢູ່​ທີ່ນັ້ນ. ເຮົາກໍ​ຮູ້​ອີກວ່າ ບັດ​ນີ້​ເຮົາ​ມີ​ພຣະ​ວິ​ຫານ​ຫລາຍໆ​ແຫ່ງ​ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ແຫ່ງ​ນິ​ລັນ​ດອນ ແທນ​ຜູ້​ທີ່​ກັບ​ໃຈ ແລະ ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່ຟາກ​ມ່ານ​ແຫ່ງ​ຄວາມ​ຕາຍ. ທັງ​ໝົດ​ນີ້​ຊ່ວຍ​ໃຫ້​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກ້າວ​ໄປ​ໜ້າ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ແມ່ນ​ຫລວງ​ຫລາຍທີ່​ສຸດ, ຍົກ​ເວັ້ນ​ແຕ່ຜູ້​ທີ່ຕັ້ງ​ໃຈ​ຈະ​ກາຍ​ເປັນ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ, ພຣະ​ອົງ​ໄດ້​ຈັດ​ໃຫ້​ມີ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຮຸ່ງ​ໂລດ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:43).

ເຮົາ​ຮູ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ກັບ​ມາ ແລະ ວ່າ​ຈະ​ມີ​ການ​ປົກ​ຄອງ​ໜຶ່ງ​ພັນ​ປີ​ແຫ່ງ​ຄວາມ​ສະ​ຫງົບ ໃນ​ການ​ສະ​ຫລຸບ​ແຜນ​ຂອງ​ພຣະ​ເຈົ້າ. ເຮົາ​ທຸກ​ຄົນ​ຮູ້​ວ່າ ຈະ​ມີ​ການ​ຟື້ນ​ຄືນຊີ​ວິດ​ທີ່​ແຕກ​ຕ່າງ​ກັນ, ສຳ​ລັບ​ຜູ້ທ່ຽງ​ທຳ ແລະ ສຳ​ລັບຜູ້​ທີ່ບໍ່​ທ່ຽງ​ທຳ, ການ​ຕັດ​ສິນ​ຂອງ​ທຸກ​ຄົນ​ຈະ​ເກີດ​ຂຶ້ນ​ຫລັງ​ຈາກການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ເຂົາ​.

ເຮົາ​ຈະ​ຖືກ​ພິ​ພາກ​ສາ​ອີງ​ຕາມ​ການກ​ະທຳ​ຂອງ​ເຮົາ, ​ອີງ​ຕາມຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ, ແລະ ​ອີງ​ຕາມບຸກ​ຄົນ​ທີ່​ເຮົາ​ກາຍ​ເປັນ. ການ​ພິ​ພາກ​ສາ​ຈະ​ເຮັດ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ໄດ້​ຮັບ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໃດ​ໜຶ່ງ ຊຶ່ງຂຶ້ນ​ກັບ​ການ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ ແລະ ເປັນ​ບ່ອນ​ທີ່​ເໝາະ​ສົມ​ສຳ​ລັບ​ເຂົາ​ເຈົ້າ. ຜູ້​ພິ​ພາກ​ສາ​​ຂອງ​ສິ່ງ​ທັງ​ໝົດ​ນີ້ ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂຢຮັນ 5:22; 2 ນີ​ໄຟ 9:41). ການ​ຮອບ​ຮູ້​ທັງ​ໝົດຂອງ​ພຣະ​ອົງ​ເຮັດ​ໃຫ້​ພຣະ​ອົງ​ຮູ້​ກ່ຽວ​ກັບ​ການ​ກະ​ທຳ ແລະ ຄວາມ​ປາດ​ຖະ​ໜາ​ທັງໝົດ​ຂອງ​ເຮົາ, ທັງ​ສິ່ງ​ທີ່​ຍັງ​ບໍ່​ໄດ້​ກັບ​ໃຈ ຫລື ບໍ່​ປ່ຽນ​ແປງ ແລະ ສິ່ງ​ທີ່​ໄດ້​ກັບ​ໃຈ ຫລື ຊອບ​ທຳ. ສະ​ນັ້ນ, ຫລັງ​ຈາກ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ ເຮົາ​ທຸກ​ຄົນ​ຈະ​ສາ​ລະ​ພາບ​ວ່າ “ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ນັ້ນ​ຍຸດ​ຕິ​ທຳ” (ໂມໄຊຢາ 16:1).

ສຸດ​ທ້າຍນີ້, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ເຊື່ອ​ໝັ້ນ​ທີ່​ມາ​ສູ່​ຂ້າ​ພະ​ເຈົ້າ ຈາກຈົດ​ໝາຍ​ຫລາຍໆ​ສະ​ບັບ ແລະ ໂດຍ​ການ​ທົບ​ທວນ​ຄຳ​ຂໍ​ຮ້ອງ​ຂອງ​ບາງ​ຄົນ ​ທີ່​ຢາກ​ກັບ​ຄືນ​ມາ​ຫາ​ສາດ​ສະ​ໜາ​ຈັກ ຫລັງ​ຈາກ​ທີ່​ລາຍ​ຊື່​ຂອງ​ເຂົາ​ເຈົ້າຖືກ​ລຶບ​ອອກ ຫລື ເປັນ​ເພາະການ​ປະ​ຖິ້ມ​ຄວາມ​ເຊື່ອ. ສະ​ມາ​ຊິກ​ຫລາຍ​ຄົນ​ຂອງ​ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ​ທັງ​ໝົດ, ຊຶ່ງ​ຕອບ​ຄຳ​ຖາມ​ສ່ວນ​ຫລາຍ​ກ່ຽວ​ກັບ​ຄຳ​ສອນ ແລະ ນະ​ໂຍ​ບາຍ​ທີ່​ດົນ​ໃຈ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ. ເຮົາຜູ້​ທີ່​ຮູ້​ຈັກ​ແຜນ​ຂອງ​ພຣະ​ເຈົ້າ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່ຈະ​ເຂົ້າ​ຮ່ວມ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງແຈ່ມ​ແຈ້ງ ເພື່ອ​ສິດ​ສອນ​ຄວາມ​ຈິງ​ເຫລົ່າ​ນີ້ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ຫລາຍ​ຂຶ້ນກວ່າ​ເກົ່າ ແລະ ໃນ​ສະ​ຖາ​ນະ​ການ​ຂອງ​ເຮົາ​ເອງ ໃນ​ຄວາມ​ເປັນ​ມະ​ຕະ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່ຂອງ​ເຮົາ, ຜູ້​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້, ໃນ​ພຣະ​ນາ​ມຂອງພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “ການ​ຟື້ນ​ຟູຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ສອງ​ຮ້ອຍ​ປີ​ຕໍ່​ໂລກ,” ໃນ Russell M. Nelson, “Hear Him,” Liahona, May 2020, 91.

ພິມ