ເຂົ້າສູ່ສ່ວນເລິກຂອງໃຈເຮົາ
ພຣະຜູ້ເປັນເຈົ້າພະຍາຍາມຊ່ວຍເຫລືອເຮົາ—ເຮົາທຸກຄົນ—ເພື່ອຊ່ວຍພຣະກິດຕິຄຸນຂອງພຣະອົງໃຫ້ເຂົ້າສູ່ສ່ວນເລິກໆຂອງໃຈເຮົາ.
ອ້າຍເອື້ອຍນ້ອງທັງຫລາຍ, ຊ່າງເປັນຊ່ວງເວລາທີ່ມະຫັດສະຈັນແທ້ໆ. ຂະນະທີ່ເຮົາສະເຫລີມສະຫລອງການເລີ່ມຕົ້ນຂອງການຟື້ນຟູ, ມັນກໍເໝາະສົມທີ່ຈະສະເຫລີມສະຫລອງການຟື້ນຟູອັນຕໍ່ເນື່ອງ ໃນລັກສະນະທີ່ເຮົາເປັນພະຍານໃນເວລານີ້. ຂ້າພະເຈົ້າປິຕິຍິນດີທີ່ໄດ້ມີຊີວິດຢູ່ໃນວັນເວລານີ້ກັບທ່ານ.1 ຜ່ານທາງສາດສະດາຂອງພຣະອົງ, ພຣະຜູ້ເປັນເຈົ້າສືບຕໍ່ຈັດຫາສິ່ງທີ່ຈຳເປັນ ເພື່ອຊ່ວຍເຮົາໃຫ້ຕຽມຕ້ອນຮັບພຣະອົງ.2
ໜຶ່ງໃນສິ່ງທີ່ຈຳເປັນເຫລົ່ານັ້ນແມ່ນໂຄງການລິເລີ່ມສຳລັບເດັກນ້ອຍ ແລະ ຊາວໜຸ່ມ. ພວກທ່ານຫລາຍຄົນກໍຮູ້ຈັກກັບການເນັ້ນເລື່ອງການຕັ້ງເປົ້າໝາຍຂອງໂຄງການນີ້, ສັນຍາລັກໃໝ່ຂອງການເປັນພາກສ່ວນ, ແລະ ການປະຊຸມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ. ແຕ່ເຮົາບໍ່ຄວນໃຫ້ສິ່ງເຫລົ່ານີ້ປິດບັງຫລັກທຳຂອງໂຄງການ ແລະ ຈຸດປະສົງຂອງມັນ: ເພື່ອຊ່ວຍພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃຫ້ເຂົ້າສູ່ສ່ວນເລິກຂອງໃຈເດັກນ້ອຍ ແລະ ຊາວໜຸ່ມຂອງເຮົາ.3
ຂ້າພະເຈົ້າເຊື່ອວ່າ ເມື່ອເຮົາເຫັນຫລັກທຳເຫລົ່ານີ້ແຈ່ມແຈ້ງກວ່າເກົ່າ, ເຮົາຈະຮັບຮູ້ວ່າ ໂຄງການນີ້ບໍ່ແມ່ນພຽງແຕ່ສຳລັບສະມາຊິກອາຍຸ 8 ເຖິງ 18 ປີເທົ່ານັ້ນ. ເຮົາຈະເຫັນວິທີທີ່ພຣະຜູ້ເປັນເຈົ້າພະຍາຍາມຊ່ວຍເຫລືອເຮົາ—ເຮົາທຸກຄົນ—ເພື່ອຊ່ວຍພຣະກິດຕິຄຸນຂອງພຣະອົງໃຫ້ເຂົ້າສູ່ສ່ວນເລິກໆຂອງໃຈເຮົາ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານບໍລິສຸດຈະຊ່ວຍເຫລືອເຮົາໃຫ້ຮຽນຮູ້ນຳກັນ.
ຄວາມສຳພັນ—“ຢູ່ນຳເຂົາເຈົ້າ”4
ຫລັກທຳຢ່າງທຳອິດແມ່ນຄວາມສຳພັນ. ເພາະຄວາມສຳພັນເປັນພາກສ່ວນທຳມະຊາດຂອງສາດສະໜາຈັກຂອງພຣະເຢຊູຄຣິດ, ສະນັ້ນແລ້ວ ບາງເທື່ອເຮົາຈຶ່ງລືມຄວາມສຳຄັນຂອງຄວາມສຳພັນໃນເສັ້ນທາງໄປຫາພຣະຄຣິດ. ເຮົາບໍ່ຖືກຄາດໝາຍໃຫ້ເຫັນ ຫລື ເດີນໄປສູ່ເສັ້ນທາງແຫ່ງພັນທະສັນຍາດ້ວຍຕົວຄົນດຽວ. ເຮົາຕ້ອງການຄວາມຮັກ ແລະ ການສະໜັບສະໜູນຈາກພໍ່ແມ່, ສະມາຊິກຄົນອື່ນໆໃນຄອບຄົວ, ໝູ່ເພື່ອນ, ແລະ ຜູ້ນຳ ທີ່ກຳລັງເດີນໄປໃນເສັ້ນທາງຄືກັນ.
ຄວາມສຳພັນແບບນີ້ຕ້ອງໃຊ້ເວລາ. ເວລາທີ່ຈະຢູ່ນຳກັນ. ເວລາທີ່ຈະມ່ວນຊື່ນ, ຫລິ້ນ, ຮຽນຮູ້, ແລະ ຮັບໃຊ້ກັນແລະກັນ. ເວລາທີ່ຈະຊື່ນຊົມກັບຄວາມສົນໃຈ ແລະ ການທ້າທາຍຂອງກັນແລະກັນ. ເວລາທີ່ຈະເປີດໃຈ ແລະ ຊື່ສັດຕໍ່ກັນແລະກັນ ຂະນະທີ່ເຮົາພະຍາຍາມນຳກັນ ເພື່ອເຮັດໃຫ້ດີຂຶ້ນກວ່າເກົ່າ. ຄວາມສຳພັນເຫລົ່ານີ້ເປັນໜຶ່ງໃນຈຸດປະສົງຕົ້ນຕໍຂອງການເຕົ້າໂຮມກັນເປັນຄອບຄົວ, ເປັນກຸ່ມປະໂລຫິດ, ເປັນຫ້ອງຮຽນ, ແລະ ເປັນກຸ່ມໃຫຍ່. ມັນເປັນຮາກຖານສຳລັບການປະຕິບັດສາດສະໜາກິດທີ່ມີປະສິດທິພາບ.5
ແອວເດີ ແດວ ຈີ ເຣັນລັນ ໄດ້ໃຫ້ແນວທາງເພື່ອພັດທະນາຄວາມສຳພັນເຫລົ່ານີ້ ເມື່ອເພິ່ນກ່າວວ່າ: “ການຮັບໃຊ້ຄົນອື່ນຢ່າງມີປະສິດທິພາບ ຕ້ອງເຫັນເຂົາເຈົ້າ … ຜ່ານທາງສາຍພຣະເນດຂອງພຣະບິດາເທິງສະຫວັນ. ແລ້ວເຮົາຈະເລີ່ມຕົ້ນເຂົ້າໃຈຄຸນຄ່າຂອງຈິດວິນຍານແທ້ໆ. ແລ້ວເຮົາຈະຮູ້ເຖິງຄວາມຮັກ ທີ່ພຣະບິດາເທິງສະຫວັນມີຕໍ່ລູກໆຂອງພຣະອົງທຸກຄົນ.”6
ການເຫັນຄົນອື່ນດັ່ງທີ່ພຣະເຈົ້າເຫັນ ຄືຂອງປະທານ. ຂ້າພະເຈົ້າຂໍເຊື້ອເຊີນເຮົາທຸກຄົນໃຫ້ສະແຫວງຫາຂອງປະທານນີ້. ເມື່ອຕາເຮົາເປີດ ເພື່ອຈະໄດ້ເຫັນ,7 ແລ້ວເຮົາຈະສາມາດຊ່ວຍເຫລືອຄົນອື່ນໃຫ້ເຫັນຕົວເອງດັ່ງທີ່ພຣະເຈົ້າເຫັນ.8 ປະທານເຮັນຣີ ບີ ໄອຣິງ ໄດ້ເນັ້ນພະລັງຂອງສິ່ງນີ້ ເມື່ອເພິ່ນກ່າວວ່າ: “ສິ່ງທີ່ສຳຄັນທີ່ສຸດທີ່ [ຄົນອື່ນໆ] ຮຽນຮູ້ຈາກ [ທ່ານ] ແມ່ນກ່ຽວກັບວ່າ ເຂົາເຈົ້າເປັນໃຜ ແລະ ສິ່ງທີ່ເຂົາເຈົ້າສາມາດກາຍເປັນແທ້ໆ. ຂ້າພະເຈົ້າເດົາວ່າ ເຂົາເຈົ້າຈະບໍ່ຮຽນຮູ້ເລື່ອງນີ້ຫລາຍຈາກຄຳບັນຍາຍ. ເຂົາເຈົ້າຈະເຂົ້າໃຈຈາກ ຄວາມຮູ້ສຶກ ວ່າທ່ານເປັນໃຜ, ທ່ານຄິດວ່າເຂົາເຈົ້າເປັນໃຜ, ແລະ ທ່ານຄິດແນວໃດເລື່ອງທີ່ເຂົາເຈົ້າອາດກາຍເປັນ.”9 ການຊ່ວຍເຫລືອຄົນອື່ນໃຫ້ເຂົ້າໃຈເອກະລັກ ແລະ ຈຸດປະສົງທີ່ແທ້ຈິງຂອງເຂົາເຈົ້າ ເປັນໜຶ່ງໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາສາມາດມອບໃຫ້.10 ການເຫັນຄົນອື່ນ ແລະ ຕົວເຮົາເອງດັ່ງທີ່ພຣະເຈົ້າເຫັນ ຜູກພັນໃຈເຮົາ “ເຂົ້າກັນໄວ້ໃນຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກ.”11
ໂດຍທີ່ໂລກມີພະລັງເພີ່ມຫລາຍຂຶ້ນເລື້ອຍໆ ພະຍາຍາມດຶງດູດເຮົາ, ເຮົາຕ້ອງການກຳລັງທີ່ມາຈາກຄວາມສຳພັນທີ່ຮັກແພງ. ສະນັ້ນເມື່ອເຮົາວາງແຜນເຮັດກິດຈະກຳ, ການປະຊຸມ, ແລະ ການຊຸມນຸມອື່ນໆ, ຂໍໃຫ້ເຮົາຈົ່ງຈື່ຈຳຈຸດປະສົງຕົ້ນຕໍຂອງການຊຸມນຸມເຫລົ່ານີ້ ວ່າແມ່ນເພື່ອສ້າງຄວາມສຳພັນແຫ່ງຄວາມຮັກ ທີ່ລວມເຮົາເປັນໜຶ່ງ ແລະ ຊ່ວຍນຳພຣະກິດຕິຄຸນຂອງພຣະເຢຊູຄຣິດ ເຂົ້າສູ່ສ່ວນເລິກໆຂອງໃຈເຮົາ.12
ການເປີດເຜີຍ, ອຳເພີໃຈ, ແລະ ການກັບໃຈ—“ເຊື່ອມຕໍ່ເຂົາເຈົ້າເຂົ້າກັບສະຫວັນ”13
ແນ່ນອນ, ການຜູກມັດເຂົ້າກັນຍັງບໍ່ພຽງພໍ. ມີຫລາຍກຸ່ມ ແລະ ຫລາຍອົງການທີ່ບັນລຸຄວາມເປັນອັນໜຶ່ງດຽວກັນ ໃນອຸດົມການຕ່າງໆ. ແຕ່ການເປັນອັນໜຶ່ງດຽວກັນທີ່ເຮົາສະແຫວງຫາ ແມ່ນການເປັນໜຶ່ງໃນພຣະຄຣິດ, ເພື່ອເຊື່ອມຕໍ່ຕົວເຮົາເອງເຂົ້າກັບພຣະອົງ.14 ໃນການເຊື່ອມຕໍ່ໃຈຂອງເຮົາເຂົ້າກັບສະຫວັນ, ເຮົາຕ້ອງການປະສົບການທາງວິນຍານເປັນສ່ວນຕົວ, ດັ່ງທີ່ແອວເດີ ແອນເດີເຊັນ ຫາກໍໄດ້ກ່າວກັບເຮົາເປັນຢ່າງດີ.15 ປະສົບການເຫລົ່ານັ້ນມີມາເມື່ອພຣະວິນຍານບໍລິສຸດເອົາພຣະຄຳແຫ່ງຄວາມຮັກຂອງພຣະເຈົ້າໃສ່ໄວ້ໃນຈິດໃຈ ແລະ ຫົວໃຈຂອງເຮົາ.16
ການເປີດເຜີຍນີ້ມີມາຜ່ານທາງພຣະຄຳພີ, ໂດຍສະເພາະພຣະຄຳພີມໍມອນ; ຜ່ານທາງຖ້ອຍຄຳທີ່ດົນໃຈຂອງສາດສະດາທີ່ມີຊີວິດຢູ່ ແລະ ສານຸສິດທີ່ມີສັດທາຄົນອື່ນໆ, ແລະ ຜ່ານທາງສຽງແຜ່ວເບົາ.17 ຖ້ອຍຄຳເຫລົ່ານີ້ແມ່ນເກີນກວ່າຖ້ອຍຄຳຢູ່ໃນໜ້າເຈ້ຍ, ຄື້ນສຽງຢູ່ໃນຫູຂອງເຮົາ, ຄວາມຄິດຢູ່ໃນຈິດໃຈຂອງເຮົາ, ຫລື ຄວາມຮູ້ສຶກຢູ່ໃນໃຈຂອງເຮົາ. ພຣະຄຳຂອງພຣະເຈົ້າເປັນພະລັງທາງວິນຍານ.18 ມັນເປັນຄວາມຈິງ ແລະ ເປັນຄວາມສະຫວ່າງ.19 ມັນເປັນວິທີທີ່ເຮົາໄດ້ຍິນພຣະອົງ! ພຣະຄຳລິເລີ່ມ ແລະ ເພີ່ມສັດທາຂອງເຮົາໃນພຣະຄຣິດ ແລະ ເປັນເຊື້ອໄຟຢູ່ໃນຕົວເຮົາ ໃຫ້ປາດຖະໜາທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ—ນັ້ນຄື, ທີ່ຈະກັບໃຈ ແລະ ເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ.20
ເດືອນເມສາແລ້ວນີ້, ປະທານຣະໂຊ ເອັມ ແນວສັນ ໄດ້ຊ່ວຍເຮົາໃຫ້ເຂົ້າໃຈເຖິງບົດບາດອັນສຳຄັນຂອງການກັບໃຈ ໃນເສັ້ນທາງແຫ່ງການເປີດເຜີຍນີ້.21 ເພິ່ນໄດ້ກ່າວວ່າ: “ເມື່ອເຮົາເລືອກທີ່ຈະກັບໃຈ, ເຮົາເລືອກທີ່ຈະປ່ຽນແປງ! ເຮົາໃຫ້ພຣະຜູ້ຊ່ວຍໃຫ້ລອດປ່ຽນເຮົາເປັນບຸກຄົນທີ່ດີທີ່ສຸດ. … ເຮົາເລືອກທີ່ຈະກາຍເປັນເໝືອນດັ່ງພຣະເຢຊູຄຣິດຫລາຍກວ່າເກົ່າ!”22 ວິທີການປ່ຽນແປງນີ້, ຊຶ່ງພຣະຄຳຂອງພຣະເຈົ້າເປັນເຊື້ອໄຟ, ຄືວິທີທີ່ເຮົາເຊື່ອມຕໍ່ເຂົ້າກັບສະຫວັນ.
ຮາກຖານຂອງຄຳເຊື້ອເຊີນຂອງປະທານແນວສັນທີ່ໃຫ້ກັບໃຈ ເປັນຫລັກທຳແຫ່ງອຳເພີໃຈ. ເຮົາຕ້ອງ ເລືອກ ເອົາການກັບໃຈດ້ວຍຕົວເອງ. ພຣະກິດຕິຄຸນບໍ່ສາມາດຖືກບັງຄັບໃຫ້ເຂົ້າສູ່ໃຈຂອງເຮົາ. ດັ່ງທີ ແອວເດີ ເຣັນລັນ ໄດ້ກ່າວວ່າ, “ເປົ້າໝາຍຂອງພຣະບິດາເທິງສະຫວັນຂອງເຮົາໃນການເປັນພໍ່ແມ່ ບໍ່ແມ່ນການສັ່ງໃຫ້ລູກໆຂອງພຣະອົງ ເຮັດ ສິ່ງທີ່ຖືກຕ້ອງ; ແຕ່ແມ່ນການໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະເຮັດສິ່ງທີ່ຖືກຕ້ອງ.”23
ໃນໂຄງການຕ່າງໆທີ່ຖືກທົດແທນໂດຍ ໂຄງການເດັກນ້ອຍ ແລະ ຊາວໜຸ່ມ, ມັນມີຂໍ້ກຳນົດທີ່ແຕກຕ່າງກັນຫລາຍກວ່າ 500 ຂໍ້ ທີ່ຕ້ອງເຮັດໃຫ້ສຳເລັດ ກ່ອນຈະຖືກຮັບຮູ້.24 ທຸກວັນນີ້, ມີຂໍ້ດຽວທີ່ສຳຄັນ. ມັນເປັນຄຳເຊື້ອເຊີນໃຫ້ ເລືອກ ທີ່ຈະກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າ. ເຮົາເຮັດສິ່ງນີ້ໂດຍການຮັບເອົາພຣະຄຳຂອງພຣະເຈົ້າຜ່ານທາງພຣະວິນຍານບໍລິສຸດ ແລະ ການອະນຸຍາດໃຫ້ພຣະຄຣິດປ່ຽນແປງເຮົາໃຫ້ເປັນບຸກຄົນທີ່ດີທີ່ສຸດ.
ສິ່ງນີ້ແມ່ນເກີນກວ່າການຮຽນຕັ້ງເປົ້າໝາຍ ຫລື ການພັດທະນາຕົນເທົ່ານັ້ນ. ເປົ້າໝາຍເປັນເຄື່ອງມືທີ່ຊ່ວຍເຮົາໃຫ້ເຊື່ອມຕໍ່ເຂົ້າກັບສະຫວັນ ຜ່ານທາງການເປີດເຜີຍ, ອຳເພີໃຈ, ແລະ ການກັບໃຈ—ເພື່ອມາຫາພຣະຄຣິດ ແລະ ຮັບເອົາພຣະກິດຕິຄຸນຂອງພຣະອົງເຂົ້າສູ່ສ່ວນເລິກໆຂອງໃຈເຮົາ.
ການມີພາກສ່ວນ ແລະ ການເສຍສະລະ—“ປ່ອຍໃຫ້ເຂົາເຈົ້ານຳພາ”25
ສຸດທ້າຍ, ໃນການນຳພຣະກິດຕິຄຸນຂອງພຣະເຢຊູຄຣິດເຂົ້າສູ່ສ່ວນເລິກຂອງໃຈເຮົາ, ເຮົາຕ້ອງມີພາກສ່ວນ—ເພື່ອໃຫ້ເວລາ ແລະ ພອນສະຫວັນໃນນັ້ນ, ເພື່ອເສຍສະລະສຳລັບມັນ.26 ເຮົາທຸກຄົນຢາກມີຊີວິດທີ່ມີຄວາມໝາຍ, ແລະ ສິ່ງນີ້ເປັນຈິງ ໂດຍສະເພາະກັບຄົນລຸ້ນໃໝ່. ເຂົາເຈົ້າປາດຖະໜາມີອຸດົມການ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນອຸດົມການທີ່ຍິ່ງໃຫຍ່ທີ່ສຸດຢູ່ໃນໂລກ. ປະທານເອສະຣາ ແທັບ ເບັນສັນ ໄດ້ກ່າວວ່າ: “ເຮົາຖືກບັນຊາໂດຍພຣະເຈົ້າໃຫ້ນຳພຣະກິດຕິຄຸນນີ້ໄປໃຫ້ທຸກຄົນທົ່ວໂລກ. ນີ້ຄືອຸດົມການທີ່ຄວນເຮັດໃຫ້ເຮົາເປັນອັນໜຶ່ງດຽວກັນໃນທຸກວັນນີ້. ພຽງແຕ່ພຣະກິດຕິຄຸນເທົ່ານັ້ນທີ່ຈະຊ່ວຍກູ້ໂລກໄດ້ ຈາກຄວາມວຸ້ນວາຍຂອງການທຳລາຍຕົວເອງ. ພຽງແຕ່ພຣະກິດຕິຄຸນເທົ່ານັ້ນທີ່ຈະເຮັດໃຫ້ຊາຍ [ແລະ ຍິງ] ເປັນໜຶ່ງໃນຄວາມສະຫງົບ ໃນທຸກເຊື້ອຊາດ ແລະ ທຸກປະເທດ. ພຽງແຕ່ພຣະກິດຕິຄຸນເທົ່ານັ້ນທີ່ຈະນຳຄວາມຊື່ນຊົມ, ຄວາມສຸກ, ແລະ ຄວາມລອດ ມາໃຫ້ຄອບຄົວມະນຸດໄດ້27
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສັນຍາວ່າ, “ເມື່ອເຮົາໃຫ້ພະລັງແກ່ຊາວໜຸ່ມ ໂດຍການເຊື້ອເຊີນ ແລະ ໃຫ້ເຂົາເຈົ້າກະທຳ, ແລ້ວສາດສະໜາຈັກຈະດຳເນີນໄປໜ້າ ໃນວິທີທາງທີ່ມະຫັດສະຈັນ.”28 ສ່ວນຫລາຍເຮົາບໍ່ໄດ້ເຊື້ອເຊີນ ແລະ ອະນຸຍາດໃຫ້ຊາວໜຸ່ມເສຍສະລະ ສຳລັບອຸດົມການທີ່ຍິ່ງໃຫຍ່ຂອງພຣະຄຣິດ. ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ໃຫ້ຂໍ້ສັງເກດວ່າ, “ຖ້າຫາກຊາວໜຸ່ມ [ຂອງເຮົາ] ບໍ່ຫຍຸ້ງຢູ່ກັບ [ວຽກງານຂອງພຣະເຈົ້າ], ແລ້ວສ່ວນຫລາຍເຂົາເຈົ້າຈະຫຍຸ້ງຢູ່ກັບໂລກ.”29
ຈຸດສຸມຂອງໂຄງການສຳລັບເດັກນ້ອຍ ແລະ ຊາວໜຸ່ມແມ່ນເພື່ອໃຫ້ພະລັງແກ່ຊາວໜຸ່ມ. ເຂົາເຈົ້າເລືອກເປົ້າໝາຍຂອງຕົວເອງ. ຝ່າຍປະທານກຸ່ມ ແລະ ຝ່າຍປະທານຫ້ອງ ໄດ້ຖືກຈັດຕັ້ງໄວ້ໃນບົດບາດທີ່ຖືກຕ້ອງຂອງເຂົາເຈົ້າ. ສະພາຊາວໜຸ່ມຂອງຫວອດ, ຄືກັນກັບສະພາຫວອດ, ຈະເອົາໃຈໃສ່ຕໍ່ວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ.30 ແລະ ກຸ່ມຖານະປະໂລຫິດ ແລະ ຫ້ອງຮຽນເລີ່ມຕົ້ນການປະຊຸມຂອງເຂົາເຈົ້າໂດຍການປຶກສາກັນກ່ຽວກັບວິທີທີ່ຈະເຮັດວຽກງານຂອງພຣະເຈົ້າ ທີ່ມອບໝາຍໃຫ້ເຂົາເຈົ້າ.31
ປະທານແນວສັນໄດ້ກ່າວຕໍ່ຊາວໜຸ່ມຂອງສາດສະໜາຈັກວ່າ: “ຖ້າຫາກພວກເຈົ້າເລືອກ, ຖ້າຫາກພວກເຈົ້າຢາກເຮັດ, … ພວກເຈົ້າສາມາດເປັນພາກສ່ວນໃຫຍ່ຂອງບາງສິ່ງທີ່ໃຫຍ່ໂຕ, ບາງສິ່ງທີ່ຍິ່ງໃຫຍ່, ບາງສິ່ງທີ່ສະຫງ່າລາສີໄດ້! … ພວກເຈົ້າເປັນໜຶ່ງໃນຜູ້ຄົນທີ່ດີເລີດ ທີ່ພຣະຜູ້ເປັນເຈົ້າ ເຄີຍ ສົ່ງມາສູ່ໂລກນີ້. ພວກເຈົ້າມີຄວາມສາມາດທີ່ຈະເປັນຄົນສະຫລາດ ແລະ ຫົວດີ ແລະ ມີຜົນກະທົບຢູ່ໃນໂລກ ຫລາຍກວ່າລຸ້ນໃດໆທີ່ຜ່ານມາ!”32 ໃນໂອກາດໜຶ່ງອີກ, ປະທານແນວສັນໄດ້ບອກຊາວໜຸ່ມວ່າ: “ຂ້າພະເຈົ້າມີຄວາມໝັ້ນໃຈຫລາຍທີ່ສຸດໃນຕົວພວກເຈົ້າ. ຂ້າພະເຈົ້າຮັກພວກເຈົ້າ, ແລະ ພຣະຜູ້ເປັນເຈົ້າກໍຮັກຄືກັນ. ພວກເຮົາເປັນຜູ້ຄົນຂອງພຣະອົງ, ມີພາກສ່ວນນຳກັນໃນວຽກງານທີ່ສັກສິດຂອງພຣະອົງ.”33 ຄົນໜຸ່ມທັງຫລາຍ, ພວກເຈົ້າສາມາດຮູ້ສຶກເຖິງຄວາມໄວ້ວາງໃຈທີ່ປະທານແນວສັນ ມີໃນຕົວພວກເຈົ້າບໍ່ ແລະ ພວກເຈົ້າສຳຄັນຕໍ່ວຽກງານນີ້ຫລາຍຂະໜາດໃດ?
ພໍ່ແມ່ ແລະ ຜູ້ນຳຜູ້ໃຫຍ່ທັງຫລາຍ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຫັນຊາວໜຸ່ມດັ່ງທີ່ປະທານແນວສັນເຫັນ. ເມື່ອຊາວໜຸ່ມຮູ້ສຶກເຖິງຄວາມຮັກ ແລະ ຄວາມໄວ້ວາງໃຈຂອງທ່ານ, ຂະນະທີ່ທ່ານຊຸກຍູ້ ແລະ ສິດສອນເຂົາເຈົ້າ ເຖິງວິທີທີ່ຈະນຳພາ—ແລະ ແລ້ວຫລີກທາງໃຫ້ເຂົາເຈົ້າ—ແລ້ວເຂົາເຈົ້າຈະເຮັດໃຫ້ທ່ານປະຫລາດໃຈກັບຄວາມຮູ້, ຄວາມສາມາດ, ແລະ ຄວາມຕັ້ງໃຈຂອງເຂົາເຈົ້າຕໍ່ພຣະກິດຕິຄຸນ.34 ເຂົາເຈົ້າຈະຮູ້ສຶກຊື່ນຊົມກັບການເລືອກທີ່ຈະມີພາກສ່ວນໃນການເສຍສະລະ ສຳລັບອຸດົມການຂອງພຣະຄຣິດ. ພຣະກິດຕິຄຸນຂອງພຣະອົງຈະເຂົ້າສູ່ສ່ວນເລິກໆຂອງໃຈເຂົາເຈົ້າ, ແລະ ວຽກງານຈະດຳເນີນໄປໜ້າໃນວິທີທີ່ມະຫັດສະຈັນ.
ຄຳສັນຍາ ແລະ ປະຈັກພະຍານ
ຂ້າພະເຈົ້າສັນຍາວ່າ, ເມື່ອເຮົາເອົາໃຈໃສ່ຕໍ່ຫລັກທຳເຫລົ່ານີ້—ຄວາມສຳພັນ, ການເປີດເຜີຍ, ອຳເພີໃຈ, ການກັບໃຈ, ແລະ ການເສຍສະລະ—ພຣະກິດຕິຄຸນຂອງພຣະເຢຊູຄຣິດຈະເຂົ້າສູ່ສ່ວນເລິກໆຂອງໃຈເຮົາທຸກຄົນ. ເຮົາຈະເຫັນການຟື້ນຟູດຳເນີນໄປໜ້າສູ່ຈຸດປະສົງທີ່ສູງສຸດຂອງມັນ, ນັ້ນຄື ການໄຖ່ອິດສະຣາເອນ, ແລະ ການສະຖາປະນາຊີໂອນ,35 ບ່ອນທີ່ພຣະຄຣິດຈະປົກຄອງເປັນພຣະມະຫາກະສັດເໜືອກະສັດທັງປວງ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຍັງສືບຕໍ່ກະທຳທຸກສິ່ງທີ່ຈຳເປັນເພື່ອຕຽມຜູ້ຄົນຂອງພຣະອົງສຳລັບວັນນັ້ນ. ຂໍໃຫ້ເຮົາເຫັນພຣະຫັດຂອງພຣະອົງໃນວຽກງານທີ່ສະຫງ່າລາສີນີ້ ຂະນະທີ່ເຮົາທຸກຄົນພະຍາຍາມ “ມາຫາພຣະຄຣິດ, ແລະ ຖືກເຮັດໃຫ້ເປັນຄົນດີພ້ອມໃນພຣະອົງ.”36 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.